title
stringlengths
7
164
text
stringlengths
18
16.7k
category
stringclasses
7 values
date
stringlengths
25
25
url
stringlengths
27
29
ຫົວໜ້າຕໍານິລູກຈ້າງເລື່ອງຕິດປ້າຍລາຄາຜິດ ເຮັດໃຫ້ລູກຈ້າງຈູດໄຟເຜົາຮ້ານ
ໃນວັນທີ 23 ທັນວາ 2021 ຈາກການລາຍງານຂອງສໍານັກຂ່າວຕ່າງປະເທດ ໄດ້ເກີດເຫດພະນັກງານຈູດໄຟເຜົາຮ້ານສັບພະສີນຄ້າແຫ່ງໜຶ່ງ ໃນເມືອງ ຕອມ ປະເທດ ລັດເຊຍ ຫຼັງຈາກຖືກຜູ້ຈັດການຮ້ານຕຳໜິທີ່ຕິດປ້າຍລາຄາສະຫຼັບກັນ. ເຫດການດັ່ງກ່າວເກິດຂຶ້ນຍ້ອນ ທ້າວອາເລັກ ສະໄນເດີ ອາຍຸ 33 ປີ ກຳລັງປ່ຽນປ້າຍລາຄາສິນຄ້າ ແຕ່ຜູ້ຈັດການຕຳໜິຫຼາຍເກີນໄປຈົນຕົນເອງເບື່ອຈຶ່ງຕັດສິນໃຈຖອກ ແອວກໍຮໍ ລົງໃສ່ກ່ອງດອກໄມ້ໄຟຈາກນັ້ນກໍຈູດໄຟກ່ອນອອກຈາກຮ້ານສັບພະສິນຄ້າ. ໂດຍທ້າວ ສະໄນເດີ ໄດ້ຍອມຮັບກັບຕຳຫຼວດວ່າ: ເຫັນວິນຍານສີຂາວຢູ່ບ່ອນຊໍາລະເງິນ ແລະ ໄດ້ໃຊ້ສະເປຊີດ ພ້ອມທັງຈູດໄຟບ່ອນຊໍາລະເງີນນັ້ນ ທັນທີທີ່ໄຟລຸກໄໝ້ລາວກໍເຫັນເຈົ້າໜ້າທີ່ຮັກສາຄວາມປອດໄພມາດັບໄຟ ແລະ ໄດ້ຍິນສຽງຮ້ອງແຕກຕື່ນ ແລ້ວຕົນເອງກໍຫັນຫຼັງໃສ່ເສື້ອກັນໜາວ ແລະ ຍ່າງກັບທີ່ພັກ. ສຳລັບເຫດການໃນຄັ້ງນີ້ເຮັດໃຫ້ສ້າງຄວາມເສຍຫາຍປະມານຫຼາຍກວ່າສິບລ້ານລູເບີ ຫຼື ປະມານ 1.6 ຕື້ ກີບ ສ່ວນຄົນທີ່ເປັນລູກຄ້າ ແລະ ພະນັກງານພາຍໃນຮ້ານສັບພະສິນຄ້າຈຳນວນ 200 ຄົນໄດ້ທຳການອົບພະຍົບອອກມາຢ່າງປອດໄພ ໂດຍຕຳຫຼວດໄດ້ລະບຸເພີ່ມເຕີມວ່າ; ເປັນຄວາມໂຊກດີທີ່ບໍ່ມີຄົນບາດເຈັບ ຫຼື ຕາຍ ແລະ ເຈົ້າໜ້າທີ່ໄດ້ໃຊ້ເວລາເຖິງ 11 ຊົ່ວໂມງ ໃນການຢຸດເຫດໄຟໄໝ້ໃນຄັ້ງນີ້.
ຂ່າວຕ່າງປະເທດ
2021-12-24T14:41:46+00:00
https://laopost.com/?p=130718
ດາວເຄາະນອກລະບົບ
ດາວເຄາະນອກລະບົບ ຄື ດາວເຄາະທີ່ໂຄຈອນອ້ອມ ດາວເລີກ ດວງອື່ນທີ່ບໍ່ແມ່ນດວງອາທິດ ແລະ ຢູ່ໃນລະບົບດາວເຄາະອື່ນທີ່ບໍ່ແມ່ນ ລະບົບສຸລິຍະດຽວກັນກັບໂລກ. ວັນທີ່ 1 ກັນຍາ 2014 ມີການຄົ້ນພົບ ແລະ ຢືນຢັນການຄົ້ນພົບ ດາວເຄາະ 1135 ແຫ່ງ ໃນຈຳນວນນີ້ 467 ແຫ່ງປະກອບດ້ວຍ ດາວເຄາະຫຼາຍກວ່າຫນຶ່ງດວງ ແລະ ຖືກບັນຈຸໄວ້ໃນ ສາລານຸກົມ ດາວເຄາະ ນອກລະບົບ ໂດຍສ່ວນຫຼາຍພົບຈາກການກວດວັດດ້ວຍວິທີຄວາມໄວ ແນວເລັງ ແລະ ຂະບວນການທາງອ້ອມຕ່າງໆ ຫລາຍກວ່າການຖ່າຍຮູບໂດຍກົງ ດາວເຄາະ ນອກລະບົບສ່ວນໃຫຍ່ ເປັນດາວເຄາະແກ໊ສໃຫຍ່ຄ້າຍກັບ ດາວພະຫັດ ຊຶ່ງນ່າຈະເປັນຜົນຈາກຂະບວນ ວິທີໃນການກວດຈັບນັ້ນເອງ ແຕ່ຜົນການກວດຈັບໃນໄລຍະຫຼັງ ມີແນວໂນ້ມຈະພົບ ດາວເຄາະ ນອກລະບົບຂະໜາດນ້ອຍລົງ ໃນປັດຈຸບັນໄດ້ມີການຄົ້ນພົບ ດາວເຄາະຫິນ ຂະໜາດເບົາ ເປັນຈຳນວນຫຼາຍກວ່າ ດາວເຄາະແກ໊ສໃຫຍ່ ແລ້ວ. ດາວເຄາະນອກລະບົບ ເປັນຫົວຂໍ້ທົດສອບທາງ ວິທະຍາສາດ ທີ່ສຳຄັນຕັ້ງແຕ່ຊ່ວງກາງ ສະຕະວັດທີ່ 19 ນັກດາລາສາດ ໂດຍທົ່ວໄປເຊື່ອວ່າ ດາວເຄາະນອກລະບົບມີຢູ່ແທ້ ແຕ່ບໍ່ອາດຮູ້ໄດ້ວ່າ ມັນມີລັກສະນະເປັນແນວໃດ ຫຼື ຄ້າຍຄືກັບດາວເຄາະ ໃນລະບົບສຸລິຍະເທົ່າໃດ ການຄົ້ນພົບດາວເຄາະນອກລະບົບ ເທື່ອທຳອິດເກີດຂຶ້ນເມື່ອປີ 1995 ດ້ວຍການວັດດ້ວຍ ຄວາມໄວແນວເລັງ ຄົ້ນພົບດາວເຄາະແກ໊ສໃຫຍ່ ທີ່ມີການໂຄຈອນ 4 ມື້ ຢູ່ຮອບດາວ 51 ເພກາຊີ ນັບຕັ້ງແຕ່ນັ້ນກໍຄົ້ນພົບເພີ່ມຂຶ້ນເຖິງ 61 ດວງ ໃນປີ 2007 ຫຼື ປະມານ 10% ຂອງດວງດາວທີ່ມີລັກສະນະຄ້າຍດວງອາທິດຈະຕ້ອງມີ ດາວເຄາະບໍລິວານ ໂດຍສັດສ່ວນທີ່ແທ້ຈິງອາດຈະສູງກວ່ານັ້ນ ການຄົ້ນພົບດາວເຄາະນອກລະບົບ ເຮັດໃຫ້ເກີດຄຳຖາມຂຶ້ນວ່າ ຈະມີບາງດວງທີ່ເອື້ອຕໍ່ສິ່ງທີ່ມີຊີວິດຫຼືບໍ່? ຕອນນີ້ ກລີເຊີ 581 ດາວເຄາະດວງທີ່ 4 ຂອງດາວເຄາະແດງ ກລີເຊີ 581 ( ຫ່າງຈາກໂລກປະມານ 20 ປີແສງ ເບິ່ງຄືກັບວ່າຈະເປັນຕົວຢ່າງທີ່ດີທີ່ສູດເທົ່າທີ່ຄົ້ນພົບ ມີໂອກາດທີ່ຈະເປັນດາວເຄາະທີ່ຄ້າຍໂລກ ຊຶ່ງອາດເປັນທີ່ຢູ່ຂອງສິ່ງທີ່ມີຊີວິດ ເນື່ອງຈາກມີວົງໂຄຈອນຢູ່ຫ່າງຈາກ ດາວເລິກ ຂອງມັນໃນໄລຍະວົງໂຄຈອນທີ່ເໝາະສົມ ເຖິງຜົນການກວດວັດ ເບື້ອງຕ້ນຈະບອກວ່າມັນຢູ່ນອກ ”ເຂດໂກລດີລ໊ອກ” ກໍຕາມ ແຕ່ຜົນສຳຫຼວດພາຍໃນບອກວ່າມັນອາດຈະຢູ່ໃນເຂດພໍດີກໍໄດ້. ຮູບໃນຈິນຕະນາການດາວເຄາະໃນລະບົບ ດາວເລີກ ກລີເຊີ 581 ພາບຈຳລອງ ສະແດງເຖິງ ດາວເລີກ ແຕ່ລະດວງ ໃນທາງຊ້າງເຜືອກ ທີ່ມີດາວເຄາະໂຄຈອນໂດຍທົ່ວໄປ ນັກດາລາສາດປະເມີນວ່າໃນ ກາແລັກຊີ່ທາງຊ້າງເຜືອກ ຂອງເຮົາຈະມີ ດາວເຄາະຢູ່ເຖິງ 4 ແສນກວ່າ ລ້ານດວງ ໂດຍ ດາວເລີກ ເກືອບທຸກດວງຈະປະກອບດ້ວຍ ດາວເຄາະຢ່າງໜ້ອຍ ໜຶ່ງດວງ. Cr: th.wikiprdia.org
ຂ່າວເຫດການ
2016-08-28T11:46:17+00:00
https://laopost.com/?p=70462
ດ່ວນທີ່ສຸດ! ແຈ້ງການ ເຫັນດີອະນຸຍາດ ໃຫ້ລັອກດາວນະຄອນຫຼວງວຽງຈັນ
ແຈ້ງການ ຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລື່ອງທິດຊີ້ນຳຕໍ່ກັບສະພາບໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ແລະ ມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ. ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຊີ້ນໍາ ຂອງທ່ານ ນາຍົກລັດຖະມົນຕີ ມາຍັງ ທ່ານຊາບ ດັ່ງນີ້: 1. ເຫັນດີອະນຸຍາດໃຫ້ອົງການປົກຄອງນະຄອນຫຼວງວຽງຈັນ ປະຕິບັດມາດຕະການປ້ອງກັນ, ຄວບ ຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ຢູ່ນະຄອນຫຼວງວຽງຈັນ ເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 19 ກັນຍາ ເຖິງເວລາ 24:00 ໂມງ ຂອງວັນທີ 30 ກັນຍາ 2021 ຕາມການສະເໜີ. ມອບໃຫ້ອົງການປົກຄອງນະຄອນ ຫຼວງວຽງຈັນ ອອກແຈ້ງການມາດຕະການລະອຽດ ແລະ ຖະແຫຼງຂ່າວ ໃຫ້ສັງຄົມຮັບຊາບ ຢ່າງກວ້າງຂວາງ ແລະ ທົ່ວເຖິງ. ມອບໃຫ້ຄະນະສະເພາະກິດ COVID-19 ຂັ້ນສູນກາງ ສົມທົບກັບອົງການປົກຄອງນະຄອນຫຼວງວຽງຈັນ ຮີບຮ້ອນດໍາເນີນການຮັບມື ແລະ ແກ້ໄຂສະພາບການລະບາດດັ່ງກ່າວ ເປັນຕົ້ນ ເລັ່ງຊອກຫາຜູ້ຕິດເຊື້ອ ແລະ ຜູ້ສໍາຜັດໃກ້ຊິດ ; ເພີ່ມຈຸດກວດຫາເຊື້ອ, ຈຸດໃຫ້ວັກຊີນ, ຫນ່ວຍກວດຫາເຊື້ອ ແລະ ໃຫ້ວັກຊີນເຄື່ອນທີ່ ກຽມ ແລະ ປັບປຸງ ສູນປິ່ນປົວ ແລະ ສູນຈໍາກັດບໍລິເວນ ເພື່ອຮອງຮັບຜູ້ຕິດເຊື້ອ ແລະ ຜູ້ສໍາຜັດໃກ້ຊິດ ໃຫ້ພຽງພໍ ແລະ ອື່ນໆ. ໜັງສືແຈ້ງ ຈາກເຈົ້າຄອງນະຄອນຫຼວງວຽງຈັນ ເລື່ອງ ຂໍການເດີນທາງ ເຂົ້າ-ອອກ (Lock Down) ນະຄອນຫຼວງວຽງຈັນ ແຕ່ວັນທີ 19 – 30 ກັນຍາ 2021 ເນື່ອງຈາກການລາຍງານໂຕເລກການລະບາດຂອງເຊື້ອພະຍາດ COVID-19 ໃນຊຸມຊົນ ເພີ່ມຂຶ້ນເປັນ 247 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ຄັ້ງວັນທີ 18 ກັນຍາ 2021 ນະຄອນຫຼວງວຽງຈັນ ຂໍຖືເປັນກຽດຮຽນລາຍງານມາຍັງທ່ານຊາບ ແລະ ຂໍທິດຊີ້ນໍາ ດັ່ງນີ້: ໂຕເລກການຕິດເຊື້ອໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ເພີ່ມຂຶ້ນ ແລະ ກະຈາຍໄປຫຼາຍບ້ານ ຫຼາຍເມືອງ ໂດຍສະເພາະໃນວັນທີ 18 ກັນຍາ 2021 ມີຈໍານວນຜູ້ຕິດເຊື້ອໃຫມ່ເຖິງ 265 ກໍລະນີ, ໃນນັ້ນຫຼາຍກວ່າ 90% ແມ່ນກໍາມະກອນຈາກ ໂຮງງານຕັດຫຍິບອານຟີລາວ ຢູ່ບ້ານຫນອງທາເຫນືອ, ເມືອງຈັນທະບູລີ, ເຊິ່ງມີຄວາມສ່ຽງ ທີ່ຈະເກີດມີການແຜ່ລະບາດໃຫຍ່ໃນຮອບໃຫມ່ ແລະ ຈະຄວບຄຸມໄດ້ຍາກ ຢູ່ນະຄອນຫຼວງວຽງຈັນ; ເພື່ອຮັບປະກັນບໍ່ໃຫ້ພະຍາດ COVID-19 ແຜ່ລະບາດອອກເປັນວົງກວ້າງ ແລະ ກະຈາຍໄປທົ່ວພື້ນທີ່ນະຄອນຫຼວງວຽງຈັນ, ສະນັ້ນ ນະຄອນຫຼວງວຽງຈັນ ຈິ່ງຂໍສະເຫນີປິດການເດີນທາງພາຍໃນ ແລະ ເຂົ້າ-ອອກ (Lock Down) ນະຄອນຫຼວງວຽງຈັນ ຕາມຄໍາສັ່ງ 06/ນຍ, ລົງວັນທີ 29 ມີນາ ປີ 2020 ເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 19 ກັນຍາ ເຖິງເວລາ 24:00 ໂມງ ຂອງວັນທີ 30 ກັນຍາ 2021 ຄື: ປິດການເດີນທາງພາຍໃນ ແລະ ເຂົ້າ-ອອກ ນະຄອນຫຼວງວຽງຈັນ ສະເພາະເຂດ 4 ເມືອງໃນ ຄື: ເມືອງຈັນທະບູລີ, ເມືອງສີໂຄດຕະບອງ, ເມືອງສີສັດຕະນາກ ແລະ ເມືອງໄຊເສດຖາ ແລະ ບາງສ່ວນຂອງ 3 ເມືອງນອກ ຄື: ເມືອງໄຊທານີ (ປີດ ແຕ່ຂົວທ່າງ່ອນເຂົ້າມາ), ເມືອງຫາດຊາຍຟອງ (ປິດແຕ່ສວນວັດທະນະທໍາຊຽງຄວນເຂົ້າມາ), ເມືອງນາຊາຍທອງ (ປິດ ແຕ່ບ້ານສີເກີດເຂົ້າມາ). ຍົກເວັ້ນຜູ້ທີ່ມີຄວາມຈໍາເປັນ ແລະ ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ຂັ້ນສູນກາງ ແລະ ນະຄອນຫຼວງວຽງຈັນ; ປິດບັນດາໂຮງງານ, ຍົກເວັ້ນໂຮງງານທີ່ໄດ້ຜ່ານການກວດກາ ແລະ ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ຂັ້ນສູນກາງ ແລະ ນະຄອນຫຼວງວຽງຈັນ; ນໍາໃຊ້ໂຮງຮຽນຈໍານວນຫນຶ່ງ ເປັນສູນຈໍາກັດບໍລິເວນ ຂອງຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ (C2); ຍົກລະດັບມາດຕະການປັບໄຫມຕໍ່ຜູ້ລະເມີດ ຂຶ້ນສູ່ລະດັບສູງສຸດ ຄື: 3.000.000 ກີບ/ຄົນ/ຄັ້ງ ແລະ 10.000.000 ກີບ/ນິຕິບຸກຄົນ/ຄັ້ງ, ພ້ອມທັງ ດໍາເນີນຄະດີຕາມກົດຫມາຍ ແລະ ໃຫ້ຮັບຜິດຊອບຄ່າເສຍຫາຍຕ່າງໆ ທີ່ເກີດຂຶ້ນ; ກະກຽມ ແລະ ປັບປຸງສູນປິ່ນປົວ ໃຫ້ສາມາດຮອງຮັບຜູ້ຕິດເຊື້ອໄດ້ໃນລະດັບ 1.000 ຕຽງ; ເພີ່ມຈຸດກວດຫາເຊື້ອ, ຈຸດໃຫ້ວັກຊີນ, ຫນ່ວຍກວດຫາເຊື້ອ ແລະ ໃຫ້ວັກຊີນເຄື່ອນທີ່; ດັ່ງນັ້ນ, ຈິ່ງຮຽນສະເຫນີມາຍັງທ່ານ ເພື່ອພິຈາລະນາ ແລະ ໃຫ້ທິດຊີ້ນໍາຕາມທາງຄວນດ້ວຍ.
ຂ່າວພາຍໃນ
2021-09-18T22:02:22+00:00
https://laopost.com/?p=127793
ໂຄດລົດຕິດ! ຊາວອິນໂດຯຂັບລົດອອກທ່ຽວ ລົດຕິດຕໍ່ເນື່ອງ 20 ຊົ່ວໂມງ ຈົນມີຜູ້ເສຍຊີວິດ 18 ຄົນ!
ພາບປະກອບ ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 7 ກໍລະກົດນີ້ວ່າ ເຈົ້າໜ້າທີ່ຕຳຫລວດອິນໂດເນເຊຍ ໄດ້ອອກມາຢືນຢັນ ກໍລະນີສະພາບລົດຕິດແກ່ຍາວຕໍ່ເນື່ອງ ດົນນານເຖິງ 20 ຊົ່ວໂມງ ໃນວັນທີ 5 ກໍລະກົດ 2016 ຜ່ານມານີ້ ເນື່ອງຈາກຊາວອິນໂດເນເຊຍ ຊຶ່ງສ່ວນໃຫຍ່ເປັນຊາວມຸດສະລິມ ໄດ້ພາກັນເດີນຈາກນະຄອນຫລວງຈາກາຕາ ອອກໄປທ່ອງທ່ຽວ ສະເຫລີມສະຫລອງວັນອອກເດືອນຖືສິນອົດ ຊຶ່ງເປັນປາງບຸນສຳຄັນຂອງສາສະໜາອິດສະລາມ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດລວມ 18 ຄົນ. ດຣ ກູນາດີ ປາໂວໂກ ຜູ້ອຳນວຍການແພດເມືອງເບຣເບສ ຕາເວັນອອກ ເທິງເກາະຊະວາ ບ່ອນທີ່ມີສະພາບລົດຕິດ ຈົນເຮັດໃຫ້ມີການເສຍຊີວິດ ໄດ້ອອກມາລະບຸວ່າ ໃນຈຳນວນ 18 ຄົນນັ້ນ ແມ່ນມີ 12 ຄົນ ເສຍຊີວິດ ຈາກອາການອິດເມື່ອຍ ທີ່ຕ້ອງນັ່ງໃນລົດເປັນເວລາດົນນານ ແລະ ມີອີກ 5 ຄົນ ເສຍຊີວິດຈາກອຸບັດເຫດ ລະຫວ່າງຍ່າງຂ້າມທາງ ສ່ວນອີກໜຶ່ງຄົນ ແມ່ນຍັງບໍ່ທັນມີການເປີດເຜີຍ ເຖິງສາເຫດຂອງການເສຍຊີວິດ. ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!
ຂ່າວຕ່າງປະເທດ
2016-07-07T19:41:29+00:00
https://laopost.com/?p=64567
ມາເລເຊຍກວດສອບເລື່ອງໄອເອສອ້າງແກວ່ງລະເບີດບານອກເມືອງຫລວງ
ທາງການມາເລເຊຍກຳລັງປະເມີນຂໍ້ອ້າງຂອງກຸ່ມລັດອິດສະລາມ (ໄອເອສ) ທີ່ອ້າງໃນເຟສບຸກວ່າ ຜູ້ນິຍົມໄອເອສເປັນຜູ້ແກວ່ງລະເບີດບານອກນະຄອນຫລວງກົວລາລຳເປີເມື່ອວັນນີ້ທີ່ເຮັດໃຫ້ມີຜູ້ບາດເຈັບ 8 ຄົນ. ແຕ່ເດີມເຈົ້າໜ້າທີ່ສອບສວນມາເລຍເຊຍຕັດເລື່ອງກໍ່ການຮ້າຍວ່າບໍ່ແມ່ນມູນເຫດຈູງໃຈຂອງການແກວ່ງລະເບີດບາແຫ່ງໜຶ່ງໃນເມືອງປູຊອງ ລັດສະລັງງໍ ແຕ່ໜ້າຈະເປັນສີມືຄູ່ແຂ່ງທາງທຸລະກິດ ຫຼື ເປົ້າໝາຍເປັນຄົນທີ່ຢູ່ໃນ ຂະນະທີ່ເຈົ້າຂອງບາສົງໄສວ່າ ຜູ້ກໍ່ເຫດອາດບໍ່ພໍໃຈລູກຄ້າ 2 ຄົນທີ່ມາຈັດງານສະຫຼອງແຕ່ງານໃນບາ ເພາະມີພະຍານເຫັນຊາຍ 2 ຄົນແກວ່ງລະເບີດມາທີ່ບ່າວສາວຄູ່ນີ້, ຢ່າງໃດກໍຕາມ ເຈົ້າໜ້າທີ່ປາບປາມກໍ່ການຮ້າຍກຳລັງກວດສອບໂພສຂອງທ້າວ ມູຫັມໝັດ ວັນດີ ໂມຮັມເໝັດ ເຈດີ ຊາຍມາເລເຊຍນັກຮົບໄອເອສທີ່ອ້າງວ່າ ຜູ້ນິຍົມໄອເອສ 2 ຄົນ ເປັນຜູ້ກໍ່ເຫດ. ມາເລເຊຍເກີດເຫດລັກສະນະຄ້າຍຄືກັນໃນປີ 2014 ເມື່ອຄົນຮ້າຍແກວ່ງລະເບີດໃນໄນຄລັບໃຈກາງນະຄອນຫລວງກົວລາລຳເປີ ຫຼັງສັງຫານຫົວໜ້າແກ້ງແຕ່ບໍ່ສຳເລັດ ມີຜູ້ອື່ນເສຍຊີວິດ 1 ຄົນ ແລະ ບາດເຈັບ 12 ຄົນ ໜ່ວຍງານຄວາມໝັ້ນຄົງມາເລເຊຍພະຍາຍາມສະກັດບໍ່ໃຫ້ໄອເອສແຜ່ອິດທິພົນ ແລະ ຄາດວ່າມີຊາວມາເລຍປະມານ 50 ຄົນຮ່ວມຮົບກັບໄອເອສໃນຊີເຣຍ ແລະ ອີຣັກ.
ຂ່າວຕ່າງປະເທດ
2016-06-29T22:06:27+00:00
https://laopost.com/?p=63539
ຈໍານວນຜູ້ເສຍຊີວິດຈາກໂຄວິດ-19ໃນອາເມລິກາ ຂຶ້ນສູງທີ່ສຸດໃນຮອບເຄິ່ງປີຫຼັງ
ວັນທີ 22 ກັນຍາ 2021 ສໍານັກຂ່າວ CNBC ລາຍງານຂໍ້ມູນຈາກມະຫາວິທະຍາໄລ ຈອນຮອບກິນສ ທີ່ລະບຸວ່າຍອດຜູ້ເສຍຊີວິດດ້ວຍພະຍາດໂຄວິດ-19 ໃນອາເມລິກາ ກັບມາຂຶ້ນສູງອີກຄັ້ງເຖິງ 2,031 ສົບຕໍ່ມື້, ເປັນຄັ້ງທໍາອິດໃນຮອບ 6 ເດືອນ ໂດຍໃນລັດຟໍລິດາ ມີຜູ້ເສຍຊີວິດຕໍ່ມື້ຫຼາຍທີ່ສຸດ ສະເລ່ຍ 376 ສົບ, ຮອງລົງມາແມ່ນລັດເທັກຊັສ ທີ່ມີຜູ້ເສຍຊີວິດສະເລ່ຍ 283 ສົບຕໍ່ມື້. ເຊິ່ງຕົວເລກຜູ້ຕິດເຊື້ອທັງ 2 ລັດນີ້ລວມກັນຄິດເປັນ 1 ສ່ວນ 3 ຂອງຜູ້ເສຍຊີວິດໃນອາເມລິກາ. ຂະນະດຽວກັນ ອັດຕາການສັກວັກຊີນໃນອາເມລິການັ້ນ ຫຼຸດລົງຈາກເດືອນກ່ອນເຖິງ 35% ເຊິ່ງຢູ່ໃນຊ່ວງລະດູໜາວ ກໍ່ໃຫ້ເກີດຄວາມກັງວົນທີ່ໄວຣັສຈະແຜ່ລະບາດໄດ້ງ່າຍຂຶ້ນ. ຢ່າງໃດກໍຕາມ, ເຖິງຈໍານວນຜູ້ເສຍຊີວິດຈະຂຶ້ນສູງ ແຕ່ຕົວເລກຜູ້ຕິດເຊື້ອລາຍໃໝ່ ແລະ ຜູ້ຕິດເຊື້ອທີ່ກໍາລັງຮັກສາໂຕໃນໂຮງໝໍ ມີແນວໂນ້ມຫຼຸດລົງ ເຊິ່ງດ້ານຜູ້ຊຽວຊານເຫັນວ່າ ໃນອະນາຄົດຈໍານວນຜູ້ຕິດເຊື້ອຈະຄ່ອຍໆຫຼຸດລົງ ແລະ ປີນີ້ວິທີການປິ່ນປົວພະຍາດໂຄວິດ-19 ຍັງມີຄວາມກ້າວໜ້າຫຼາຍກວ່າເກົ່າ ແຕ່ກໍຍັງມີຄວາມກັງວົນກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19 ສາຍພັນເດວຕ້າ ທີ່ເຮັດໃຫ້ຈໍານວນຜູ້ຕິດເຊື້ອໃນບາງລັດ ເຊັ່ນ ໂອໄຮໂອອະແລສກ້າ ແລະ ເວສເວີຈີເນຍ ຍັງເພີ່ມຂຶ້ນສູງ.
ຂ່າວຕ່າງປະເທດ
2021-09-24T10:11:45+00:00
https://laopost.com/?p=127980
ເສຍຊີວິດນັບຮ້ອຍຈາກເຫດນໍ້າຖ້ວມກະທັນຫັນຢູ່ອິນເດຍ-ເນປານ
ສຳນັກຂ່າວຕ່າງປະເທດລາຍງານ: ເນື່ອງຈາກເກີດຝົນຕົກໜັກຕິດຕໍ່ກັນຫຼາຍວັນໃນຊ່ວງທ້າຍອາທິດຜ່ານມາ ຢູ່ທາງພາກເໜືອຂອງອິນເດຍ ແລະປະເທດເນປານ ເຮັດໃຫ້ເກີດນໍ້າຖ້ວມກະທັນຫັນ ສົ່ງຜົນໃຫ້ມີຜູ້ເສຍຊີວິດລວມທັງສອງປະເທດ 100 ກວ່າລາຍ, ສູນຫາຍຫຼາຍສິບຄົນ ຂະນະທີ່ບ້ານເຮືອນຫຼາຍຫຼັງຖືກນໍ້າຖ້ວມ ແລະຖືກດິນເຈື່ອນທັບ. ໃນວັນທີ 20 ຕຸລາ ມີລາຍງານຍອດຜູ້ເສຍຊີວິດໃນລັດອຸດຕຣາຂັນ, ພາກເໜືອຂອງອິນເດຍ ລວມທັງໝົດ 52 ສົບ ຂະນະທີ່ສະຖານະການຝົນໃນເນປານຍັງບໍ່ມີທ່າທີວ່າຈະເບົາລົງ ເຊິ່ງພື້ນທີ່ທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມຫຼາຍທີ່ສຸດໄດ້ແກ່ ເມືອງປັນທາ ທາງພາກຕາເວັນອອກ, ເມືອງອີລາມ ແລະ ໂດຕິ ພາກຕາເວັນຕົກຂອງເນປານ ມີຜູ້ເສຍຊີວິດປະມານ 50 ຄົນ ແລະອີກຫຼາຍສິບຄົນຍັງຕິດຄ້າງຕາມບ້ານເຮືອນເປັນເວລາ 2 ວັນແລ້ວ ເຊິ່ງທາງທີມງານກູ້ໄພກໍໄດ້ຮີບຮ້ອນເຂົ້າຊ່ວຍເຫຼືອ. ຂໍສະແດງຄວາມເສຍໃຈກັບເຫດການຄັ້ງນີ້ຕໍ່ຜູ້ປະສົບໄພ ແລະ ເສຍຊີວິດໃນຄັ້ງນີ້.
ຂ່າວຕ່າງປະເທດ
2021-10-21T11:49:29+00:00
https://laopost.com/?p=128777
ວາລະພິທີສະເຫຼີມສະຫຼອງພະທາດຫຼວງ ນະຄອນຫຼວງວຽງຈັນ ຄົບຮອບ 450 ປີ, ຄັ້ງວັນທີ 08-14 ພະຈິກ 2016
ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!
ຂ່າວທ່ອງທ່ຽວ
2016-11-12T09:03:17+00:00
https://laopost.com/?p=76218
ຜູ້ເສຍຊີວິດຈາກພະຍາດ MERS ຢູ່ເກົາຫລີໃຕ້ ເພີ່ມຂຶ້ນເປັນ 32 ຄົນ ແລ້ວ!
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 29 ມິຖຸນານີ້ວ່າ ເກົາຫລີໃຕ້ເປີດເຜີຍມີຜູ້ເສຍຊີວິດເພີ່ມອີກ 1 ຄົນ ຈາກການຕິດເຊື້ອພະຍາດ MERS ໂດຍຄົນລ່າສຸດເປັນຄົນເຈັບອາຍຸ 55 ປີ ສົ່ງຜົນເຮັດໃຫ້ຈຳນວນຜູ້ເສຍຊີວິດຈາກເຊື້ອໄວຣັດດັ່ງກ່າວໃນເກົາຫລີໃຕ້ ມີທັງໝົດ 32 ຄົນ ໃນຂະນະທີ່ຈຳນວນຄົນຕິດເຊື້ອທັງໝົດມີ 182 ຄົນ ໃນນັ້ນ 59 ຄົນ ຍັງຢູ່ໃນການເບິ່ງແຍ່ງຢ່າງໃກ້ຊິດຂອງເຈົ້າໜ້າທີ່ສາທາລະນະສຸກຕາມໂຮງໝໍຕ່າງໆ ແລະ ນັບຕັ້ງແຕ່ມີການປະກາດການລະບາດຂອງພະຍາດ MERS ແຕ່ວັນທີ 20 ພຶດສະພາເປັນຕົ້ນມາ ເຈົ້າໜ້າທີ່ເກົາຫລີໃຕ້ ໄດ້ມີການກັກຕົວຜູ້ຕ້ອງສົງໄສຕິດເຊື້ອຢ່າງຕໍ່ເນື່ອງ ຫລາຍກ່ວາ 15,500 ຄົນ ໂດຍແຕ່ລະຄົນໄດ້ຖືກທະຍອຍປ່ອຍຕົວໃນເວລາຕໍ່ມາ ຫລັງຈາກທີ່ພົບວ່າບໍ່ມີການຕິດເຊື້ອ.
ຂ່າວຕ່າງປະເທດ
2015-06-29T10:33:26+00:00
https://laopost.com/?p=29219
ລາຍງານຜູ້ຕິດເຊື້ອໂຄວິດ-19 ແລະ ຜູ້ເສຍຊີວິດໃໝ່ ປະຈໍາວັນທີ 28 ພະຈິກ 2021
ສະພາບພະຍາດໂຄວີດວິດ-19 ຢູ່ ສປປ ລາວຍັງສືບຕໍ່ມີການລາຍງານຕົວເລກເພີ້ມຂຶ້ນໃນແຕ່ລະມື້ ເຊິ່ງໃນມື້ວານນີ້ທົ່ວປະເທດ ໄດ້ ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງຫມົດ 7,123 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃຫມ່ 1,195 ຄົນ ( ຈໍານວນທີ່ໃຫ້ຜົນບວກທຽບໃສ່ຈໍານວນ ຕົວຢ່າງທີ່ກວດ ມີ 16.7 % ) ເຮັດໃຫ້ຕົວເລກຜູ້ຕິດເຊື້ອພະຍາດໂຄວິດ-19 ສະ ສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 71,518 ຄົນ, ( ພາຍໃນ57,390 ຄົນ, ຕ່າງປະເທດ 14,128 ຄົນ, ເສຍຊີວິດສະສົມ 159 ຄົນ (ໃຫມ່ 05), ປິ່ນປົວຫາຍດີໃນມື້ວານນີ້ 713 ຄົນ ຮອດມື້ນີ້ຈໍານວນຜູ້ທີ່ຍັງຕິດຕາມ ປິ່ນປົວ ແມ່ນ 11,513 ຄົນ ານວນຕິດເຊື້ອສະສົມ 71,518 ຄົນນັ້ນແມ່ນໄດ້ຖືກປິ່ນປົວຫາຍດີແລ້ວ 59,846 ຄົນ) (ນັ້ນກໍ່ຫມາຍຄວາມວ່າ ໃນຈໍຂໍ້ມູນໂດຍຫຍໍ້ ກ່ຽວກັບຄົນຕິດເຊື້ອໃຫມ່ 1,195 ຄົນ ມີດັ່ງນີ້ ສໍາລັບການຕິດເຊື້ອໃນຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 03 ຄົນ ຄື: ທັງຫມົດແມ່ນມາຈາກແຂວງສະຫວັນນະເຂດ ແມ່ນໄດ້ປະຕິບັດຕາມມາດຕະການກ່ຽວກັບຜູ້ເດີນທາງເຂົ້າປະເທດ ຢ່າງເຂັ້ມງວດ ແລະ ຄົບຖ້ວນ ສ່ວນການຕິດເຊື້ອພາຍໃນປະເທດ ຈໍານວນ 1,192 ຄົນ ຄື: ນະຄອນຫຼວງ 528 ຄົນ: ມາຈາກ 189 ບ້ານ, ໃນ 8 ເມືອງ ເມືອງຈັນທະບູລີ ມີ 18 ບ້ານ (58 ຄົນ) ເມືອງສີໂຄດຕະບອງ ມີ 36 ບ້ານ (93 ຄົນ) ເມືອງໄຊເສດຖາ ມີ 37 ບ້ານ (91 ຄົນ) ເມືອງສີສັດຕະນາກມີ 20 ບ້ານ (58 ຄົນ) ເມືອງ ນາຊາຍທອງ ມີ 20 ບ້ານ (32 ຄົນ) ເມືອງໄຊທານີ ມີ 36 ບ້ານ (145 ຄົນ) ເມືອງຫາດຊາຍຟອງ ມີ 20 ບ້ານ (29 ຄົນ) ເມືອງ ສັງທອງ ມີ 1 ບ້ານ (01 ຄົນ) ຕ່າງແຂວງ ມີ 04 ຄົນ ຍັງສືບຕໍ່ເອົາຂໍ້ມູນ 17 ຄົນ ຫຼວງພະບາງ ມີ 121 ຄົນ ໃນ 37 ບ້ານ ແລະ 7 ເມືອງ ຈໍາປາສັກ ມີ 45 ຄົນ ໃນ 31 ບ້ານ ແລະ 9 ເມືອງ ໄຊຍະບູລີ ມີ 21 ຄົນ ໃນ 18 ບ້ານ ແລະ 2 ເມືອງ ອຸດົມໄຊ ມີ 43 ຄົນ ໃນ 19 ບ້ານ ແລະ 2 ເມືອງ ຫຼວງນ້ໍາທາ ມີ 21 ຄົນ ໃນ 11 ບ້ານ ແລະ 2 ເມືອງ ວຽງຈັນ ມີ 82 ຄົນ ໃນ 40 ບ້ານ ແລະ 7 ເມືອງ ບໍ່ແກ້ວ ມີ 93 ຄົນ ໃນ 3 ເມືອງ ຜົ້ງສາລີ ມີ 11 ຄົນ ໃນ 4 ບ້ານ ແລະ 3 ເມືອງ ບໍລິຄໍາໄຊ ມີ 29 ຄົນ ໃນ 13 ບ້ານ ແລະ 4 ເມືອງ ເຊກອງ ມີ 10 ຄົນ ໃນ 6 ບ້ານ ແລະ 3 ເມືອງ ສະຫວັນນະເຂດ ມີ 67 ຄົນ ໃນ 36 ບ້ານ ແລະ 10 ເມືອງ ຄໍາມ່ວນ ມີ 32 ຄົນ ສາລະວັນ ມີ 23 ຄົນ ໃນ 11 ບ້ານ ແລະ 4 ເມືອງ ຫົວພັນ ມີ 43 ຄົນ ໃນ 5 ບ້ານ ແລະ 4 ເມືອງ ຊຽງຂວາງ ມີ 15 ຄົນ ໃນ 14 ບ້ານ ແລະ 3 ເມືອງ ອັດຕະປື ມີ 6 ຄົນ ໃນ 3 ບ້ານ ແລະ 2 ເມືອງ ໄຊສົມບູນ ມີ 2 ຄົນ ໃນ 2 ບ້ານ ແລະ 2 ເມືອງ ສໍາລັບ ຄົນເຈັບເສຍຊີວິດ 5 ຄົນ, ລາຍລະອຽດ ດັ່ງນີ້: ເພດຊາຍ, ອາຍຸ 68 ປີ, ບ້ານຫ້ວຍສະເຫງົາ, ເມືອງວັງວຽງ, ແຂວງວຽງຈັນ ພະຍາດປະຈໍາຕົວ: ເປັນ Laryngeal cancer ໄດ້ 8 ເດືອນ ໄດ້ສັກຢາວັກຊີນ ຄົບ ວັນທີ 25 ພະຈິກ 2021: ເຂົ້າໄປນອນປິ່ນປົວຢູ່ໂຮງຫມໍ 108 ດ້ວຍອາການໄອ ແລະ ຫາຍໃຈຝືດ ພ້ອມທັງເກັບ ຕົວຢ່າງມາກວດເພື່ອຊອກຫາພະຍາດໂຄວິດ-19 ແລະ ໃຫ້ຜົນ ບວກ. ຫຼັງຈາກນັ້ນໂຮງຫມໍ 108 ໄດ້ນໍາສົ່ງຄົນເຈັບເຂົ້າສູນປິ່ນປົວ ໂຄວິດ-19 ວັງວຽງ ວັນທີ 26/11/2021 ເວລາ 12:00ນາທີ ມາຮອດເວລາ 08:00 ໂມງຂອງວັນທີ 27 ພະຈິກ 2021: ຄົນ ເຈັບບໍ່ໄດ້ສະຕິ, ບໍ່ຕອບສະຫນອງຕໍ່ການເຊີດຊູແລະ ໄດ້ເສຍຊີວິດ ໃນເວລາຕໍ່ມາ ເພດຍິງ, ອາຍຸ 81 ປີ, ບ້ານນ້ໍາຮອນ, ເມືອງຫມື່ນ, ແຂວງວຽງຈັນ ພະຍາດປະຈໍາຕົວ: ເປັນ ແຜກະເພາະຊໍາເຮື້ອ, ປະດົງ ແລະຄວາມດັນ ເລືອດສູງ ບໍ່ໄດ້ສັກຢາວັກຊີນ ຄົນເຈັບມີອາການໄອ, ເມື່ອຍ, ຈືດມ້ານ ມາໄດ້ 3 ອາທິດ ຈຶ່ງໄດ ເຂົ້າໄປກວດ ແລະ ນອນປິ່ນປົວຢູ່ໂຮງຫມໍແຂວງວຽງຈັນ ວັນທີ 15 ພະຈິກ 2021 ພ້ອມທັງເກັບຕົວຢ່າງມາກວດເພື່ອຊອກຫາພະຍາດ ໂຄວິດ-19 ແລະ ໃຫ້ຜົນບວກ ວັນທີ 17 ພະຈິກ 2021: ຄອບຄົວຂໍເອົາມາບ້ານ ຕິດຕາມຢູ່ ເຮືອນ (ບ້ານຖ້ໍາຮອນ, ເມືອງຫມື່ນ, ແຂວງວຽງຈັນ) ພາຍໃຕ້ ເງື່ອນໄຂ ແລະ ບົດບັນທຶກຕາມມາດຕະການສະເພາະກິດ ລະຫວ່າງຫນ່ວຍສະເພາະກິດແຂວງວຽງຈັນ ແລະ ຄອບຄົວຜູ້ຕິດເຊື້ອພະຍາດ ໂຄວິດ-19 ທີ່ເປັນເອກະພາບກັນໃນວັນທີ 16 ພະຈິກ ແຕ່ວັນທີ 17-26 ພະຈິກ 2021: ຄົນເຈັບກັກໂຕຢູ່ເຮືອນ ແລະຕິດຕາມອາການໃນແຕ່ລະມື້ (ເມື່ອຍ, ວິນຫົວ,ຈືດມ້ານ, ກິນດື່ມ ໄດ້ນ້ອຍ ແລະ ນອນກັບຕຽງ-ຍ່າງບໍ່ໄດ້) ມາຮອດວັນທີ 26 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ ຢູ່ເຮືອນ ເພດຊາຍ, ອາຍຸ 30 ປີ, ບ້ານຢູ່ປະຈຸບັນ: ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫັວນນະເຂດ ພະຍາດປະຈໍາຕົວ: ເປັນປະດົງ, ໄຂ່ຫລັງຊຸດໂຊມ ໄດ້ສັກຢາວັກຊິນ ຄົບ ເວລາ 11:00 ໂມງ ຂອງວັນທີ 26 ພະຈິກ 2021: ຄົນເຈັບໄດ້ເຂົ້າ ມາກວດວດຢູ່ໂຮງຫມໍແຂວງສະຫັວນນະເຂດ ຍ້ອນມີອາການ ອິດເມື່ອຍ, ຫຼາຍໃຈຝຶດ ແລະ ແຫນ້ນຫນ້າເອິກ, ມາຮອດໂຮງຫມໍພາກສະຫນາມຫຼັກ 9 ເວລາ 17:00 ໂມງ: ສະຕິງ້ວງຊຶມ, ກະວົນກະວາຍ, ຫາຍໃຈໄວ ແລະ ຈືດມ້ານ ເວລາ 08:00 ໂມງ ຂອງວັນທີ 27 ພະຈິກ 2021: ຄົນເຈັບ ອາການບໍ່ດີຂື້ນ, ບໍ່ຕອບສະຫນອງຕໍ່ການຊັກຖາມ, ແຂນຂາອອ່ນ ແຮງ. ເວລາ 13:00 ໂມງ: ຄົນເຈັບ ຢຸດຫາຍໃຈ, ຫົວໃຈຢຸດເຕັ້ນ ໄດ້ເຊີດຊ ເຮັດ CPR, ຄົນເຈັບບໍ່ຕອບສະຫນອງຕໍ່ຢາ ແລະ ເສຍ ຊີວິດໃນເວລາ 13:30 ນາທີ ຂອງວັນທີ 27 ພະຈິກ ເພດຍິງ, ອາຍຸ 74 ປີ, ບ້ານໂພນແກ້ວ, ເມືອງສີໂຄດຕະບອງ,ນະຄອນຫລວງ ໄດ້ສັກຢາວັກຊີນຄົບ ໄລຍະ 06 ມື້ຜ່ານມາ ໄດ້ໄປຢາມລູກທີ່ມີອາການໄຂ້ ຢູ່ບ້ານທົ່ງປົ່ງ, ເມືອງສີໂຄດຕະບອງ ໃນຕອນເຊົ້າ ແລະ ກັບບ້ານຕອນແລງ ຜູ້ກ່ຽວ ມີອາການ ໄຂ້ ແລະ ໄອເລັກນ້ອຍ ເວລາ 07:00 ໂມງເຊົ້າ ຂອງວັນທີ 06 ພະຈິກ 2021: ໄປກວດ ຢູ່ໂຮງຫມໍ 103 ແລະ ກຽມເຄື່ອງໄປນອນ ຍ້ອນວ່າມີອາການ ຫາຍໃຈຝືດ ພ້ອມທັງເກັບຕົວຢ່າງມາກວດເພື່ອຊອກຫາພະຍາດໂຄ ວິດ-19 ກວດດ້ວຍ Ag RDT ໃຫ້ຜົນບວກ ແລະ ແພດໄດ້ແນະ ນໍາໃຫ້ຕິດຕາມ ອາການຢູ່ບ້ານ ແລະ ໃຫ້ຢາຈໍານວນນື່ງມາກິນ ມາຮອດຕອນເຊົ້າ ຂອງວັນທີ 27 ພະຈິກ 2021: ຜູ້ກ່ຽວ ມີ ອາການຫນັກຂື້ນ ແລະ ໄດ້ປະສານງານລົດ ເພື່ອຮັບເຂົ້າປິ່ນປົວ. ເມື່ອລົດໄປຮອດ, ຜູ້ກ່ຽວໄດ້ເສຍຊີວິດ ຢູ່ບ້ານ ໃນເວລາ 8:00 ໂມງເຊົ້າ ຂອງມື້ດຽວກັນ ເພດຍິງ, ອາຍຸ 27 ປີ, ອາຊີບ: ຄ້າຂາຍ, ບ້ານຫນອງວຽງ, ເມືອງໄຊທານີ, ນະຄອນຫລວງ – ຖືພາ 05 ເດືອນ ບໍ່ໄດ້ຮັບການສັກຢາວັກຊີນ ວັນທີ 17 ພະຈິກ 2021: ໄດ້ໄປກວດຢູ່ໂຮງຫມໍມະໂຫສົດ ແລະ ນອນ 01 ຄົນ ເວລາ 16:58 ນາທີ ຂອງວັນທີ 18 ພະຈິກ 2021: ສົ່ງຄົນເຈັບ ມາໂຮງຫມໍເສດຖາທິລາດ ດ້ວຍອາການໄອ ແລະ ຫາຍໃຈຝຶດ, ຜົນ ກວດພົບເຊື້ອພະຍາດໂຄວິດ-19 ໄລຍະເວລານອນປິ່ນປົວ ຢູ່ໂຮງຫມໍດັ່ງກ່າວ ແຕ່ທີ່ 18-27 ພະຈິກ 2021, ເປັນເວລາ 10 ວັນ ມາຮອດເວລາ 6:00 ໂມງຂອງວັນທີ 27 ພະຈິກ
ຂ່າວພາຍໃນ
2021-11-28T11:09:25+00:00
https://laopost.com/?p=129957
ອັງກິດທົດລອງການເຮັດວຽກ 4 ມື້ຕໍ່ອາທິດ
ອັງກິດເລີ່ມການທົດລອງເຮັດວຽກ 4 ມື້ຕໍ່ອາທິດ ເລີ່ມຂຶ້ນເມື່ອ 6 ມິຖຸນາທີ່ຜ່ານມາ ໂດຍການທົດລອງດັ່ງກ່າວຈະໃຊ້ເວລາ 6 ເດືອນໂດຍທັງໝົດຈະໃຊ້ຕົວແບບ 100:80:100 ແມ່ນພະນັກງານຈະໄດ້ເງິນເງິນເດືອນ 100% ເວລາເຮັດວຽກຫຼຸດລົງ ຫຼຸດເປັນ 80%, ການຜະລິດພາບ (ຜົນຜະລິດ) ເທົ່າກັບ 100%. ໂດຍການຮ່ວມມືກວ່າ 70 ບໍລິສັດພ້ອມມພະນັກງານກວ່າ 3000 ຄົນ. ການທົດລອງດັ່ງກ່າວເກີດຂຶ້ນພາຍໃຕ້ການນຳພາຂອງທ່ານ Andrew Barnes ແລະ ທ່ານ Charlotte Lockhart ທີ່ຮ່ວມກັນຕັ້ງມູນນິຖິ 4 Day Week Global ເພື່ອໃຫ້ພະນັກງານມີຄວາມສຸກໃນການເຮັດວຽກຫຼາຍຂຶ້ນ ແຕ່ກໍຍັງມີປະສິທິທິພາບໃນການເຮັດວຽກໃນການເຮັດວຽກໃຫ້ກັບອົງກອນຂອງຕົນ ທັງສອງຄົນຍັງມີຜູ້ຮ່ວມພັກດັນໂຄງການອີກຫຼາຍຄົນ ແລະ ຍັງມີຜູ້ຊ່ຽວຊານຈາກມະຫາວິທະຍາໄລ Oxford, Harvard, Pennsylvania, Aukland ແລະ Boston ມາເລີ່ມທົດລອງດັ່ງກ່າວ. ຈາກຜົນສຳຫຼວດໃນອາເມລິກາພົບວ່າ ພະນັກງານເຮັດວຽກ 92% ເຮັດວຽກແບບ 4 ວັນຕໍ່ອາທິດ, ມື້ລະ 10 ຊົ່ວໂມງແທນທີ່ເຮັດວຽກແບບເດີມຄື 5 ມື້ຕໍ່ອາທິດ, ມື້ລະ 8 ຊົ່ວໂມງ ເຊິ່ງການທົດລອງເຮັດວຽກ 4 ມື້ຕໍໍ່ອາທິດກວ່າ 70 ບໍລິສັດ. ໃນອັງກິດນີ້ເອງກຈະມາຊ່ວຍຖາມວ່າ ການຫຼຸດເວລາເຮັດວຽກເຮັດໃຫ້ພະນັກງານເຮັດວຽກຕາມຂັ້ນຕອນ ແລະ ສຸຂະພາບດີຂຶ້ນ ຫຼື ບໍ່.
ຂ່າວຕ່າງປະເທດ
2022-06-09T13:23:54+00:00
https://laopost.com/?p=134674
ທ່ານນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນນະຄອນກຽວໂຕະ
ເນື່ອງໃນໂອກາດທີ່ຄະນະຜູ້ແທນຂັ້ນສູງ ນະຄອນກຽວໂຕະ ປະເທດຍີ່ປຸ່ນ ນຳໂດຍທ່ານ ໄດຊາກຶ ຄາໂດຄາວະ ເຈົ້າຄອງນະຄອນກຽວໂຕະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 23-25 ເມສາ 2014 ຄະນະຜູ້ແທນດັ່ງກ່າວ ກໍ່ໄດ້ເຂົ້າຢ້ຽມຄຳນັບທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນວັນທີ 24 ເມສາ 2014 ຢູ່ສຳນັກງານລັດຖະບານ. ໂອກາດການພົບປະຄັ້ງນີ້ ທ່ານ ທອງສິງ ທຳມະວົງ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຄະນະຜູ້ແທນຂັ້ນສູງ ນະຄອນກຽວໂຕະ ເຊິ່ງຈະເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ລາວ-ຍີ່ປຸ່ນ ເວົ້າລວມ ເວົ້າສະເພາະ ນະຄອນຫຼວງວຽງຈັນກັບນະຄອນກຽວໂຕະ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ພ້ອມນີ້ ທັງສອງຝ່າຍຍັງໄດ້ສົນທະນາກັນ ກ່ຽວກັບການສ້າງສາຍພົວພັນມິດຕະພາບ ລະຫວ່າງສອງນະຄອນ (ນະຄອນຫຼວງວຽງຈັນ ແລະ ນະຄອນກຽວໂຕະ ໃນນາມເປັນນະຄອນຄູ່ຮ່ວມງານໃນຕໍ່ໜ້າ) ການປົກປັກຮັກສາສະພາບແວດລ້ອມ ການແກ້ໄຂບັນຫານ້ຳເປື້ອນ ຂີ້ເຫຍື້ອ ແລະ ບັນຫາສຳຄັນອື່ນໆອີກ. ໃນວັນດຽວກັນນີ້ ທ່ານ ໄດຊາກຶ ຄາໂດຄາວະ ເຈົ້າຄອງນະຄອນກຽວໂຕະ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຄຳນັບທ່ານ ນູລິນ ສິນບັນດິດ ລັດຖະມົນຕີວ່າການ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຢູ່ກະຊວງດັ່ງກ່າວ ພົບປະ ແລະ ເຮັດວຽກກັບທ່ານ ສຸກັນ ມະຫາລາດ ເຈົ້າຄອງນະຄອນຫຼວງວຽງຈັນ ຢູ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ນອກນີ້ ຍັງໄດ້ທ່ຽວຊົມພະທາດຫຼວງວຽງຈັນ ເຊິ່ງນຳພາໂດຍທ່ານ ສາຍທອງ ແກ້ວດວງດີ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ໄດ້ຮັບການຕ້ອນຮັບຈາກອຳນາດການປົກຄອງ ເມືອງໄຊເຊດຖາ ພ້ອມດ້ວຍເຖົ້າແກ່ແນວໂຮມເມືອງດັ່ງກ່າວ. ທີ່ມາ http://www.vientianemai.net/teen/khao/1/11645
ຂ່າວພາຍໃນ
2014-04-26T08:31:48+00:00
https://laopost.com/?p=4767
ໂຄງການຄຸ້ມຄອງຄວາມສ່ຽງໄພພິບັດນໍ້າຖ້ວມເມືອງໄຊ
ໂຄງການຄຸ້ມຄອງຄວາມສ່ຽງໄພພິບັດນໍ້າຖ້ວມ ເທດສະບານ ເມືອງໄຊ ແຂວງອຸດົມໄຊ ຊ່ວງສັນຍາທີ 2 ຄືບໜ້າແລ້ວ 30,85%. ທ່ານ ລີຢີງ ໄຊເຢຍຊ່າງ ຫົວໜ້າໂຄງການຄຸ້ມຄອງຄວາມສ່ຽງໄພພິບັດນໍ້າຖ້ວມ ເທດສະບານ ເມືອງໄຊ ແຂວງອຸດົມໄຊ ໃຫ້ສຳພາດວ່າ: ໂຄງການຄຸ້ມຄອງຄວາມສ່ຽງໄພພິບັດນໍ້າຖ້ວມ ເທດສະບານ ເມືອງໄຊ ຊ່ວງທີ 2 ແມ່ນເລີ່ມແຕ່ ຂົວນໍ້າມາວ ບ້ານນາສ້າວ ຫາ ຂົວນໍ້າກໍ 2, ບ້ານເຈງ ເຊື່ອມໃສ່ກັບ ຊ່ວງທີ 1 ເຂດສະໜາມກິລາແຂວງ ມີລວງຍາວ: 8.500 ແມັດ, ຮັບເໝົາການກໍ່ສ້າງໂດຍ ບໍລິສັດ ກວ້າງຕຸ້ງເລກ 3 ຈາກ ສປ ຈີນ ລວມມູນຄ່າສັນຍາທັງໝົດ 8 ລ້ານ 8 ແສນກວ່າໂດລາ ໂດຍຈະໃຊ້ເວລາກໍ່ສ້າງ 24 ເດືອນ. ສຳລັບໜ້າວຽກປະກອບມີ: ການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນຕາມແຄມນ້ຳກໍ, ສ້າງສວນສາທາລະນະ 1 ຈຸດຢູ່ເຂດບ້ານນາຫວານນ້ອຍ, ກໍ່ສ້າງປະຕູລະບາຍນ້ຳ ຈຳນວນ 21 ຈຸດ ແລະ ອື່ນໆ ທີ່ຕິດພັນກັບໂຄງການ. ມາຮອດປັດຈຸບັນ ການກໍ່ສ້າງແມ່ນໄດ້ສຳເລັດແລ້ວຫຼາຍໜ້າວຽກ ເຊັ່ນ: ວຽກອະນາໄມບຸກເບີກ, ວຽກດິນຂຸດ, ດິນຖົມ, ປ້ອງກັນສະຫຼົບວາງຫິນຕິນໂທ ແລະ ວຽກລຽນຫີນສະຫຼົບອື່ນໆ. ທ່ານ ພາກ ສາງຢຸນ ຫົວໜ້າທີມທີ່ປຶກສາ ບໍລິສັດ ທີ່ປຶກສາ ອີສານ ຈາກ ສ ເກົາຫຼີ ໃຫ້ສຳພາດວ່າ: ການກໍ່ສ້າງຕາຝັ່ງເຈື່ອນ ແມ່ນເພື່ອແນໃສ່ຫຼີກລ່ຽງ ແລະ ຫຼຸດຜ່ອນຄວາມອັນຕະລາຍ ໂດຍສະເພາະແມ່ນການເຊາະເຈື່ອນຂອງດິນຢູ່ສອງຟາກນ້ຳໃນລະດູຝົນ ຊຶ່ງບາງຈຸດເຫັນວ່າມັນແຄບ ແລະ ໄດ້ຕັດແລວນ້ຳ ພ້ອມທັງໄດ້ຂະຫຍາຍໃຫ້ກວ້າງອອກ. ສຳລັບສວນສາທາລະນະແມ່ນໄດ້ສ້າງສຳເລັດແລ້ວ 1 ຈຸດ ຍັງຈຸດທີ 2 ແມ່ນພວມກໍ່ສ້າງ ຊຶ່ງຈະໃຫ້ສຳເລັດໃນປີ 2024. ພາຍຫຼັງສຳເລັດ ຈະເປັນບ່ອນພັກຜ່ອນຢ່ອນກາຍ ແລະ ເປັນການດຶງດູດເອົານັກທ່ອງທ່ຽວມາທ່ຽວແຂວງອຸດົມໄຊ ໃຫ້ຫຼາຍຂຶ້ນ ຊຶ່ງຈະສ້າງລາຍຮັບໃຫ້ແກ່ປະຊາຊົນພາຍໃນທ້ອງຖິ່ນເພີ່ມຂຶ້ນ. ສຳລັບວຽກທີ່ຈະສຸມໃສ່ໃນຕໍ່ໜ້າ ໂດຍສະເພາະແມ່ນໄລຍະລະດູຝົນນີ້ແມ່ນການວາງຫີນສະຫຼົບປ້ອງກັນຕາຝັ່ງເຈື່ອນ ເພື່ອປ້ອງກັນການເຊາະເຈື່ອນທີ່ອາດຈະເກີດຂຶ້ນໃນໄລຍະລະດູຝົນ ພ້ອມຮຽກຮ້ອງມາຍັງ ປະຊາຊົນ ບັນດາບ້ານຢູ່ລຽບແຄມແມ່ນ້ຳ ບໍ່ໃຫ້ລົງຫຼິ້ນນ້ຳ ຫຼື ຫາປາເຂດທີ່ພວມກໍ່ສ້າງ ເພື່ອຮັບປະກັນຄວາມປອດໄພ ແລະ ບໍ່ໃຫ້ມີຜົນກະທົບຕໍ່ໂຄງການ. ແຫຼ່ງຂ່າວ ປະຊາຊົນ
ຂ່າວພາຍໃນ
2023-06-28T16:20:04+00:00
https://laopost.com/?p=145663
ຮືຮາ! ແຟຊັ່ນຖົງຜ້າຫົ່ມໂຕໂຕ້ ກະເປົາໃນຄໍລເລັດຊັ່ນ spring summer 2017 ທີ່ກຳລັງດັງລະດັບໂລກ
Demna Gvasalia ດີໄຊລເນີກະເປົາແບຣນຫລູຢ່າງ Balenciaga ໄດ້ສ້າງຄວາມຮືຮາໃນວົງການແຟຊັ່ນກະເປົາອີກຄັ້ງເມື່ອໄດ້ເປີດໂຕ ກະເປົາໃນຄໍລເລັດຊັ່ນ spring summer 2017 ທີ່ຫຼາຍຄົນລົງຄວາມເຫັນແລະອາດເວົ້າເປັນສຽງດຽວກັນວ່າ ກະເປົາລຸ້ນດັ່ງກ່າວມີມີລັກສະນະຄ້າຍຖົງຜ້າຫົ່ມໂຕໂຕ້ບ້ານເຮົານີ້ເອງ
ຂ່າວພາຍໃນ
2016-10-04T11:55:21+00:00
https://laopost.com/?p=71878
ເກົາຫຼີເໜືອທົດລອງລະບົບຂີປະນາວຸດ ຕໍ່ຕ້ານສັດຕູທາງອາກາດລຸ້ນໃໝ່ໄດ້ສຳເລັດ
ເກົາຫຼີເໜືອສຳເລັດການທົດລອງລະບົບຂີປະນາວຸດຕໍ່ຕ້ານທາງອາກາດ ຮູບ: KCNA ວັນທີ 28 ພຶດສະພາ 2017 ມື້ນີ້ ສຳນັກຂ່າວທາງການຂອງເກົາຫຼີເໜືອ KCNA ລາຍງານວ່າ ເກົາຫຼີເໜືອໄດ້ທົດລອງລະບົບຂີປະນາວຸດຕໍ່ຕ້ານທາງອາກາດລຸ້ນໃໝ່ ແລະຜົນການທົດລອງແມ່ນປະສົບຜົນສຳເລັດເປັນຢ່າງດີ ແຕ່ສຳນັກຂ່າວດັ່ງກ່າວກໍບໍ່ໄດ້ແຈ້ງວັນແລະເວລາການທົດລອງລະບົບຂີປະນາວຸດນີ້ໃນວັນແລະເວລາໃດກັນແທ້. ລາຍງານລະບຸວ່າ ທ່ານ ກິມຈອງອືນ ຜູ້ນຳເກົາຫຼີເໜືອໄດ້ເຂົ້າຮ່ວມບັນຊາການທົດລອງໃນຄັ້ງນີ້ພ້ອມ ແລະໄດ້ສັ່ງໃຫ້ມະຫາວິທະຍາໄລວິທະຍາສາດປ້ອງກັນປະເທດ ຜູ້ຄິດຄົ້ນແລະຜະລິດລະບົບດັ່ງກ່າວ ຈົ່ງຜະລິດໃຫ້ຫຼາຍໆ ແລະຕິດຕັ້ງໄວ້ໃຫ້ທົ່ວປະເທດເກົາຫຼີເໜືອ ເພື່ອວ່າຈະໄດ້ຈັດການກັບສັດຕູທີ່ບັງອາດລ່ວງລໍ້າເກົາຫຼີເໜືອໄດ້ທັນການທຸກເວລາ. ທ່ານ ກິມຈອງອືນ ຜູ້ນຳເກົາຫຼີເໜືອໄດ້ເຂົ້າຮ່ວມພິທີທົດລອງລະບົບຂີປະນາວຸດຕໍ່ຕ້ານທາງອາກາດລຸ້ນໃໝ່ ຮູບ: KCNA
ຂ່າວຕ່າງປະເທດ
2017-05-28T19:01:06+00:00
https://laopost.com/?p=90415
ໄວ້ອາໄລ “ພັນໂທ ສົມໃຈ ຈັນທະວົງ” ນັກປະພັນແຫ່ງຊາດອີກຄົນໜຶ່ງຂອງລາວ
ຕາມການລາຍງານຈາກຜູ້ເຫັນເຫດການວ່າ ໃນວັນທີ 7 ພຶດສະພາ 2020 ມີຄົນກະໂດດຕຶກ ຈາກຊັ້ນ 8 ໂຮງໝໍ 103 ຕຶກໃໝ່ (ຕຶກກວດເສັ້ນປະສາດ) ພ້ອມກວດສອບມີຂຽນໃບສັ່ງລາຕາຍ ເປັນເພດຊາຍ ສາເຫດຄາດວ່າ ນ້ອຍໃຈຍ້ອນຕົນເອງເປັນອຳມະພາດຕະຫຼອດຊີວິດ (ອຳມະພາດບາງສ່ວນ) ເຮັດໃຫ້ວົງການນັກປະພັນ ແລະ ວົງການສື່ມວນຊົນລາວ ໄດ້ສູນເສຍ ພັນໂທ ສົມໃຈ ຈັນທະວົງ ຫຼື ທີ່ຮູ້ຈັກໃນນາມປາກກາ ສ.ພວງດອກຊ້ອນ ບຸກຄົນທີ່ມີຜົນງານຢ່າງຫຼວງຫຼາຍໄປຢ່າງບໍ່ມີວັນຫວນກັບ. ເຊິ່ງງານປັດຊະນາກິດສົບ ໄດ້ຈັດຂຶ້ນໃນທີ່ວັດຫ້ວຍຫົງ ນະຄອນຫຼວງວຽງຈັນ ມີເພື່ອນມິດສະຫາຍທັງໃນວົງການ ແລະ ນອກວົງການ ພ້ອມກັນເຂົ້າຮ່ວມໄວ້ອາໄລຕໍ່ການຈາກໄປໃນຄັ້ງນີ້. ທ່ານ ພັນໂທ ສົມໃຈ ຈັນທະວົງ, ນາມປາກກາ ສ.ພວງດອກຊ້ອນ, ເກີດເມື່ອວັນທີ 27/07/1969 ທີ່ບ້ານເກີດ ສົບລ້ອງ ເມືອງຊຽງຄໍ້ ແຂວງຫົວພັນ. ການສຶກສາ: ປີ 1983-1986 ຮຽນສາມັນຢູ່ໂຮງຮຽນວັດທະນະທໍາກອງທັບວຽງໄຊ; ປີ 1986 ຮຽນຂ່າວສານຢູ່ນະຄອນຫຼວງວຽງຈັນ; ປີ 1989-1991 ຮຽນບໍາລຸງມັດທະຍົມປາຍ ຢູ່ໂຮງຮຽນມັດທະຍົມສົມບູນວຽງຈັນ; ປີ 2005-2007 ຮຽນທິດສະດີການເມືອງ-ການປົກຄອງຊັ້ນສູງຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ປີ 2009-2010 ຮຽນເຊື່ອມຕໍ່ປະລິນຍາຕີຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ດ້ານວຽກງານ: ປີ 1986-1988 ເປັນນັກຂ່າວຢູ່ໂຮງຮຽນວັດທະນະທໍາ ກອງທັບວຽງໄຊ; ປີ 1988-1990 ເປັນນັກຂ່າວຢູ່ກົມໃຫຍ່ພະລາທິການກອງທັບ; ປີ 1990 ຮອດປັດຈຸບັນເປັນນັກຂ່າວ ແລະ ບັນນາທິການຢູ່ໜັງສືພິມກອງທັບປະຊາຊົນລາວ (ກະຊວງປ້ອງກັນປະເທດ). ກ່ອນເສຍຊີວິດເປັນຮອງຫົວໜ້າບັນນາທິການ ໜັງສືພິມກອງທັບປະຊາຊົນລາວ. ນອກນີ້, ທ່ານກໍ່ຍັງມີຜົນງານການຂຽນການປະພັນມາຫຼາຍເລື່ອງ ທີ່ສັງຄົມໃຫ້ຄວາມສົນໃຈ ແລະໄດ້ຮັບລາງວັນ ຫຼື ນາມມະຍົດມາຫຼາກຫຼາຍແລ້ວ (ຂໍ້ມູນປີ 2018) ລວມມີປຶ້ມໂຮມເລື່ອງສັ້ນ 2 ເຫຼັ້ມ, ເລື່ອງສັ້ນໂຮມກັບນັກຂຽນອື່ນໆ ຈຳນວນ 12 ເຫຼັ້ມ, ບົດກະວີໂຮມກັບນັກຂຽນອື່ນໆ 1 ເຫຼັ້ມ ເຊິ່ງຖ້າລວມຜົນງານການປະພັນມາຮອດປັດຈຸບັນ ຄື: ປະພັນເລື່ອງສັ້ນໄດ້ 69 ເລື່ອງ, ບົດກະວີມີ 158 ກອນ ແລະ ນະວະນິຍາຍໄດ້ 1 ເລື່ອງ ເຊິ່ງລາງວັນ ຫຼື ນາມມະຍົດທີ່ໄດ້ຮັບໃນລະດັບຊາດ ມີ: ລາງວັນສິນໄຊ ປະເພດເລື່ອງສັ້ນ ປີ 2013, ລະດັບພາກພື້ນ-ສາກົນ ມີລາງວັນວັນນະກຳແມ່ນໍ້າຂອງ ປີ 2014, ສ່ວນພາຍໃນປະເທດແມ່ນໄດ້ຮັບລາງວັນຊະນະເລີດ ເລື່ອງສັ້ນ ແລະບົດບັນທຶກ 5 ຄັ້ງ ແລະລາງວັນອື່ນໆຫຼາຍກວ່າສິບລາງວັນ. ຮຽບຮຽງຂ່າວ: ພຸດສະດີ ແຫຼ່ງຂໍ້ມູນ: CRI-FM93
ຂ່າວທ້ອງຖິ່ນ
2020-05-08T16:06:04+00:00
https://laopost.com/?p=119064
ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ເອົາໃຈໃສ່ຄວບຄຸມລາຄາສິນຄ້າໃນຊ່ວງທີ່ມີການລະບາດຂອງໂຄວິດ-19
ພະແນກອຸດສາຫະກໍາແລະການຄ້າຍັງບໍ່ພົບການຂື້ນລາຄາຂອງສິນຄ້າອຸປະໂພກ-ບໍລິໂພກ ໃນທ້ອງຕະຫຼາດໃຫຍ່ຕ່າງໆໃນຕົວເມືອງ, ພ້ອມຢືນຢັນຈະສາມາດຄວບຄຸມລາຄາຂອງສິນຄ້າໄດ້ໃນໄລຍະນີ້. ໃນວັນທີ 27 ເມສາ 2021 ທີ່ຜ່ານມາ ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ໃຫ້ການສໍາພາດທາງສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວວ່າ: ວຽກງານຄຸ້ມຄອງ ລາຄາສິນຄ້າ ແລະ ການບໍລິການ ແມ່ນວຽກງານໜຶ່ງທີ່ສໍາຄັນຕໍ່ການດໍາລົງຊີວິດປະຈໍາວັນຂອງປະຊາຊົນບັນດາເຜົ່າ, ຍ້ອນວ່າຜູ້ຊື້, ຜູ້ໃຊ້ບໍລິການ ກໍຢາກໄດ້ລາຄາຖືກ ແລະ ຜູ້ຂາຍ ຫຼື ຜູ້ໃຫ້ບໍລິການພັດຢາກໄດ້ລາຄາສູງ, ເຊິ່ງຖືເປັນບັນຫາທີ່ຄຽງຄູ່ກັນມາໂດຍຕະຫຼອດ. ຍ້ອນເຫັນໄດ້ຄວາມສໍາຄັນ ແລະ ບັນຫາດັ່ງກ່າວ, ລັດຖະບານຈຶ່ງມີດໍາລັດ 474/ນຍ ລົງວັນທີ 18 ພະຈິກ 2010 ແລະ ນິຕິກໍາອື່ນໆ ເພື່ອຄຸ້ມຄອງລາຄາສິນຄ້າ ແລະ ການບໍລິການ ຢູ່ ສປປ ລາວ. ນັບແຕ່ມີການລະບາດຂອງພະຍາໂຄວິດ-19 ໃນຮອບສອງນີ້ ທາງຂະແໜງການຄ້າກໍໄດ້ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າຢ່າງຕັ້ງໜ້າ, ແຕ່ງຕັ້ງເຈົ້າໜ້າທີ່ກວດກາ ສົມທົບກັບພະນັກງານການຄ້າເມືອງຕ່າງໆ ເພື່ອລົງເຜີຍແຜ່ລະບຽບໃຫ້ກັບແມ່ຄ້າຊາວຂາຍຕາມທ້ອງຕະຫຼາດ ບໍ່ໃຫ້ມີການກັກຕຸນສິນຄ້າ ແລະ ສວຍໂອກາດຂື້ນລາຄາຕາມໃຈ. ນອກນີ້, ຂະແໜງການຄ້າ ຍັງໄດ້ເອົາໃຈໃສ່ຕິດຕາມການນໍາເຂົ້າສິນຄ້າຢູ່ຕາມດ່ານຕ່າງໆ ເພື່ອອໍານວຍຄວາມສະດວກໃນການສະໜອງສິນຄ້າໃຫ້ພຽງພໍກັບຄວາມຕ້ອງການຂອງຜູ້ບໍລິໂພກ, ເພື່ອສະໜອງສິນຄ້າໃຫ້ສັງຄົມເປັນປົກກະຕິ.
ຂ່າວພາຍໃນ
2021-04-28T13:59:55+00:00
https://laopost.com/?p=124405
ຝົນຕົກໜັກຢູ່ນິກາຣາກົວ ແຕ່ເດືອນກັນຍາຮອດປັດຈຸບັນ ເສຍຊີວິດແລ້ວ 22 ຄົນ
ນິກາຣາກົວ ປະເຊີນຝົນຕົກຕິດຕໍ່ກັນຫລາຍວັນ ນັບຕັ້ງແຕ່ເດືອນກັນຍາທີ່ຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 22 ຄົນ ທາງການຕ້ອງສັ່ງອົບພະຍົບປະຊາຊົນຫລາຍພັນຄອບຄົວ ອອກຈາກພື້ນທີ່ສ່ຽງໄພ. ສຳນັກຂ່າວຕ່າງປະເທດລາຍງານວ່າ ເກີດຝົນຖະຫລົ່ມຕິດຕໍ່ກັນເປັນເວລາຫລາຍວັນ ນັບຕັ້ງແຕ່ເດືອນກັນຍາທີ່ຜ່ານ ມາ ທີ່ປະເທດນິກາຣາກົວ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 22 ຄົນ ໂດຍ 9 ຄົນເສຍຊີວິດຈາກເຫດການກຳແພງຖະຫລົ່ມເນື່ອງ ຈາກດິນຍຸບຍ້ອນນ້ຳຖ້ວມຂັງ ໃນນະຄອນຫລວງມານາກົວ ເມືອງຫລວງຂອງປະເທດ ໂດຍທາງການຕ້ອງສັ່ງອົບພະຍົບ ປະຊາຊົນຫລາຍພັນຄອບຄົວ ທີ່ຢູ່ໃນພື້ນທີ່ສ່ຽງໄພອອກຈາກພື້ນທີ່. ນາງ ໂມຣາຊິໂອ ມູຣິນໂຍ ໂຄສົກຍິງປະຈຳລັດຖະບານປະເທດນິກາຣາກົວກ່າວວ່າ ທາງການຍັງຕ້ອງສັ່ງອົບພະຍົບປະຊາ ຊົນຫລາຍພັນຄອບຄົວ ທີ່ຢູ່ໃນພື້ນທີ່ຝົນຕົກໜັກ ແລະ ດິນຖະຫລົ່ມ ໂດຍໃນຂະນະນີ້ ມີປະຊາຊົນໄດ້ຮັບຜົນກະທົບຈາກ ເຫດຝົນຕົກໜັກທີ່ປະເທດນິກາຣາກົວແລ້ວ ກ່ວາ 30,000 ຄົນ.
ຂ່າວຕ່າງປະເທດ
2014-10-20T10:01:35+00:00
https://laopost.com/?p=12139
ຢູ່ ນວ ຍັງມີຜູ້ລະເມີດແຈ້ງການ ແລະຄໍາສັ່ງ ໄລຍະສະຫຼອງບຸນປີໃໝ່ລາວ
ພຈົວ ປອ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ (ນວ) ໃຫ້ສໍາພາດວ່າ: ການປ້ອງກັນງານສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2566 ໃນ ນວ ທຸກພາກສ່ວນທີ່ເຮັດໜ້າທີ່ປ້ອງກັນ ໂດຍສະເພາະກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ກໍໄດ້ນຳເອົາເນື້ອໃນຈິດໃຈ ຂອງກະຊວງ ປກສ ແລະນວ ຫັນມາເປັນແຜນການເຄື່ອນໄຫວອັນລະອຽດຂອງຕົນ, ໄດ້ສ້າງແຜນປ້ອງກັນ ສະບັບເລກທີ 123/ປກສ.ນວ, ລົງວັນທີ 29 ມີນາ 2023; ໃນນັ້ນ ໄດ້ຈັດຕັ້ງກໍາລັງປ້ອງກັນ ຈໍານວນ 556 ສະຫາຍ ລົງໄປປະຈໍາຢູ່ 9 ຈຸດໃຫ່ຍ, ທັງໄດ້ຈັດຕັ້ງກຳລັງຈະລາຈອນປະຈຳຢູ່ຈຸດເສັ້ນທາງຫຼວງ-ປະຈຳປ້ອມເພື່ອລະບາຍລົດ ແລະແກ້ໄຂອຸບັດຕິເຫດ, ຈັດຕັ້ງກໍາລັງສະຖານີ 1191, ກຳລັງປະຈຳການຢູ່ແຕ່ລະກົມກອງ ເພື່ອກຽມພ້ອມແກ້ໄຂກໍລະນີສຸກເສີນຕະຫຼອດ 24 ຊົ່ວໂມງ. ຜ່ານການປະຕິບັດໜ້າທີ່ວຽກງານວິຊາສະເພາະ ໃນວັນທີ 14-16 ເມສາ 2023 ເຈົ້າໜ້າທີ່ໄດ້ກວດພົບເຫັນການລະເມີດແຈ້ງການ ແລະຄຳສັ່ງ ເປັນຕົ້ນ ແມ່ນມີຄົນດື່ມເຫຼົ້າເບຍແລ້ວອາລະວາດ 2 ຄົນ, ຈຸດໝາກກະໂພກ 3 ຄົນ (ຄົນຫວຽດນາມ) ຕັ້ງກຸ່ມດື່ມເຫຼົ້າເບຍ, ຫົດນໍ້າຕາມແຄມທາງ; ເຊິ່ງກີດຂວາງການສັນຈອນ ຂອງພາຫະນະມີ 15 ຮ້ານ ແລະທົ່ວ ນວ ມີປະກົດການຫຍໍ້ທໍ້ເກີດຂຶ້ນ 15 ເລື່ອງ, ໄດ້ສ້າງຜົນເສຍຫາຍຄື: ເງິນ 7.220.000 ກີບ, 20.005 ໂດລາ, 96.000 ຢວນ, ຄຳ 12 ບາດ, ລົດຈັກ 5 ຄັນ, ອຸປະກອນວິນສາຍກາບ 4 ເຄື່ອງ, ສາຍກາບເຫຼັກ 560 ແມັດ, ແວ່ນລົດ 3 ບານ ແລະອື່ນໆ, ທຽບໃສ່ປີຜ່ານມາແມ່ນເພີ່ມຂຶ້ນ 8 ເລື່ອງ, ຕໍ່ກັບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ເຈົ້າໜ້າທີ່ສາມາດແກ້ໄຂໄດ້ 12 ເລື່ອງ, ກັກຕົວເປົ້າໝາຍ 12 ຄົນ, ຢຶດຂອງກາງປະເພດປືນສັ້ນຈຸດ 38 ຈໍານວນ 1 ກະບອກ ພ້ອມລູກປືນ 1 ລູກ ແລະປືນສັ້ນດັດແປງ 1 ກະບອກ, ມີອຸບັດຕິເຫດເກີດ 20 ເລື່ອງ, ເສຍຊີວິດ 3 ຄົນ, ຄົນຮັບບາດເຈັບ 43 ຄົນ, ພາຫະນະເປ່ເພ 39 ຄັນ ແລະມີອັກຄີໄພເກີດຂຶ້ນ 4 ເລື່ອງ, ສ່ວນສາເຫດ ແລະຜົນເສຍຫາຍ ແມ່ນຢູ່ໃນຂັ້ນຕອນສືບສວນ-ສອບສວນຂອງເຈົ້າໜ້າທີ່. ກ່ຽວກັບມາດຕະການຕໍ່ຜູ້ລະເມີດ ເຈົ້າໜ້າທີ່ພວກເຮົາແມ່ນປະຕິບັດຕາມແຈ້ງການ ແລະຄໍາສັ່ງທີ່ຂັ້ນເທິງໄດ້ກໍານົດໃນໄລຍະສະເຫຼີມສະຫຼອງບຸນປີໃໝ່ ແລະອີງໃສ່ລະບຽບການ ກໍຄືກົດໝາຍຂອງລັດວາງອອກຢ່າງເຂັ້ມງວດ-ເດັດຂາດ, ຕໍ່ກັບບຸກຄົນ, ນິຕິບຸກຄົນທີ່ລະເມີດຂໍ້ຫ້າມທີ່ບໍ່ຮ້າຍແຮງ ເຈົ້າໜ້າທີ່ໄດ້ສຶກສາອົບຮົມ, ກ່າວເຕືອນ ແລະປັບໃໝຕາມລະບຽບການ; ຕໍ່ກັບບຸກຄົນ, ນິຕິບຸກຄົນທີ່ລະເມີດຂໍ້ຫ້າມທີ່ຮ້າຍແຮງ ເປັນຕົ້ນແມ່ນການລະເມີດກົດໝາຍ ທາງເຈົ້າໜ້າທີ່ພວກເຮົາໄດ້ກັກຕົວມາດໍາເນີນຄະດີ ຕາມຂັ້ນຕອນຂອງກົດໝາຍຢ່າງເຂັ້ມງວດໂດຍບໍ່ມີການລະເວັ້ນໃດໆ.
ຂ່າວພາຍໃນ
2023-04-21T15:01:36+00:00
https://laopost.com/?p=144048
ພາຍຸໝາກເຫັບໃຫຍ່ເທົ່າລູກເທັນນິສຕົກທີ່ຊິດນີ
ສຳນັກຂ່າວຕ່າງປະເທດລາຍງານວ່າ ນະຄອນຊິດນີ ປະເທດອົດສະຕາລີ ພົບກັບພາຍຸໝາກເຫັບຄັ້ງໃຫຍ່ ເມື່ອວັນທີ 20 ທັນວາ 2018 ໂດຍໝາກເຫັບທີ່ຕົກລົງມາມີຂະໜາດໃຫຍ່ ບາງກ້ອນໃຫຍ່ເທົ່າໝາກເທັນນິສ ເຊິ່ງຖືວ່າເປັນພາຍຸໝາກເຫັບທີ່ຮ້າຍແຮງທີ່ສຸດໃນຮອບ 20 ປີ ຂອງນະຄອນຊິດນີ. ຂ່າວລະບຸວ່າ ໝາກເຫັບຂະໜາດໃຫຍ່ທີ່ຕົກລົງມາເຮັດໃຫ້ລົດຫຼາຍຄັນໄດ້ຮັບຄວາມເສຍຫາຍ, ແວ່ນແກ້ວແຕກ ໂດຍມີການປະເມີນຄວາມເສຍຫາຍທີ່ໄດ້ຮັບແຈ້ງເຂົ້າມາ 15.000 ຄົນ ລວມມູນຄ່າເສຍຫາຍ 18 ລ້ານໂດລາ ແລະ ຄາດວ່າຈະມີຜູ້ແຈ້ງຄວາມເສຍຫາຍເຂົ້າມາເພີ່ມເຕີມ. Can you call this hail anymore? Or is this an asteroid? @newscomauHQ pic.twitter.com/lB1onlimAH — Danny Clayton (@DannyjClayton) December 20, 2018 ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ ແຫຼ່ງຂໍ້ມູນ ແລະ ຮູບປະກອບ: matichon.co.th
ຂ່າວຕ່າງປະເທດ
2018-12-21T17:04:38+00:00
https://laopost.com/?p=108202
ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວຫວນຄືນມູນເຊື້ອ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 65 ປີ
ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ຊປປລ) ໄດ້ຈັດພິທີເລົ່າມູນເຊື້ອວັນສ້າງຕັ້ງກອງທັບຄົບຮອບ 65 ປີ (20/01/1949-20/01/2014) ຂຶ້ນໃນວັນທີ 14 ມັງກອນ 2014 ຢູ່ທີ່ຫໍວັດທະນະທຳແຫ່ງຊາດ, ໃຫ້ກຽດເລົ່າມູນເຊື້ອໂດຍທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດ ກຳມະການກົມການເມືອງສູນກາງພັກ, ອະດີດປະທານສູນກາງແນວລາວສ້າງຊາດ, ມີທ່ານ ດຣ ວິໄລວົງ ບຸດດາຄຳ ເລຂາຄະນະບໍລິຫານງານ ຊປປລ, ມີບັນດາຄະນະບໍລິຫານງານຊາວໜຸ່ມ ຊປປລ ແລະ ເລຂາ, ຮອງເລຂາ ແລະ ສະມາຊິກຊາວໜຸ່ມປະຊາຊົນ ປະຕິວັດລາວ ຈາກບັນດາກະຊວງຕ່າງໆ ເຂົ້າຮ່ວມ. ໃນໂອກາດນີ້ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ໄດ້ຍົກໃຫ້ເຫັນການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ເຊັ່ນ: ການກຳເນີດເກີດຂຶ້ນຂອງກອງລາດຊະວົງ ເຊິ່ງໄດ້ສ້າງຕັ້ງຂຶ້ນໃນວັນທີ 20 ມັງກອນ 1949 ຢູ່ເຂດລາວຮຸ່ງພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ ໂດຍແມ່ນທ່ານ ໄກສອນ ພົມວິຫານ ເປັນຜູ້ບັນຊາການໂດຍກົງ ເຊິ່ງໃນເວລານັ້ນເອີ້ນວ່າ: ກອງທັບລາວອິດສະຫລະ ໂດຍພາຍໃຕ້ການຊີ້ນຳ-ນຳພາຂອງ ພັກ ທີ່ມີແນວທາງການເມືອງ, ການທະຫານອັນຖືກຕ້ອງ ແລະ ປະດິດສ້າງຂອງກອງທັບປະຊາຊົນລາວ ໄດ້ເຕີບໃຫຍ່ເຂັ້ມແຂງ ແລະ ກ້າວຂຶ້ນຍາດ ເອົາໄຊຊະນະຢ່າງເນື່ອງນິດລຽນຕິດ, ກອງທັບປະຊາຊົນລາວ ໄດ້ສາມັກຄີກັບກອງທັບປະຊາຊົນ ບັນດາປະເທດສັງຄົມນິຍົມອ້າຍນ້ອງ ແລະ ບັນດາ ປະເທດເພື່ອນມິດທີ່ກ້າວໜ້າໃນໂລກ ໂດຍສະເພາະແມ່ນຄວາມສາມັກຄີ ຮ່ວມສຳພັນສູ້ຮົບກັບກອງທັບ ແລະ ປະຊາຊົນອ້າຍນ້ອງຫວຽດນາມ. ພ້ອມນີ້, ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ຍັງໄດ້ຍົກໃຫ້ເຫັນໄຊຊະນະບັ້ນຮົບປົດປ່ອຍຕ່າງໆ ທີ່ເປັນບັ້ນຮົບທົດສອບເພື່ອໃຫ້ເຫັນແຈ້ງກ່ຽວ ກັບຄວາມສາມາດຂອງກອງທັບປະຊາຊົນລາວ ໃນການຕີເອົາຊະນະຕ້ານກັບຈັກກະພັດຜູ້ຮຸກຮານໃນສະໜາມຮົບຢູ່ປະເທດເຮົາ ແລະ ບັນດາສະໜາມຮົບຢູ່ ອິນດູຈີນ. ທີ່ມາ http://www.kpl.net.la/lao/news/dnl%203.htm
ຂ່າວພາຍໃນ
2014-01-14T14:58:18+00:00
https://laopost.com/?p=4344
ອັດຕາຄວາມທຸກຍາກໃນ ສປປ ລາວຫຼຸດລົງ 6.3%
ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໂດດເດັ່ນໃນການຫຼຸດຜ່ອນຄວາມທຸກຍາກໃນໄລຍະເວລາ 25ປີຜ່ານມາ, ອັດຕາສ່ວນຂອງປະຊາກອນທີ່ມີຄວາມທຸກຍາກໄດ້ຫຼຸດລົງຫຼາຍກວ່າເຄິ່ງໜຶ່ງ, ຈາກ 46% ໃນປີ 1993ມາເປັນ 18% ໃນປີ 2019. ຂໍ້ມູນດັ່ງກ່າວ ໄດ້ຖືກລາຍງານຢູ່ ກອງປະຊຸມ ເຜີຍແຜ່ບົດລາຍງານຄວາມທຸກຍາກຂອງ ສປປ ລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສະຖິຕິໂລກ, ວັນທີ 20 ຕຸລາ 2020 ຄົບຮອບ 10 ປີທີ່ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 20 ຕຸລາ 2020 ທີ່ນະຄອນຫຼວງວຽງຈັນ ໂດຍເປັນປະ­ທານຂອງທ່ານນາງ ພອນສາຫຼີ ສຸກສະຫວັດ ຫົວ­ໜ້າສູນສະ­ຖິ­ຕິແຫ່ງຊາດ ກະ­ຊວງແຜນ­ການ ແລະ ການລົງ­ທຶນ. ຂໍ້ມູນລວມກ່ຽວກັບຄວາມທຸກຍາກໃນ ສປປ ລາວ ໂດຍພື້ນຖານແລ້ວແມ່ນອີງໃສ່ ການສໍາຫຼວດລາຍ ຈ່າຍ ແລະ ການບໍລິໂພກໃນລາວ (LECS), ທີ່ດຳເນີນໃນຂອບເຂດທົ່ວປະເທດໃນລະຫວ່າງປີ 2018-19. ບົດລາຍງານດັ່ງກ່າວ ໄດ້ເລີ່ມຕົ້ນເຮັດພ້ອມກັບບົດປະເມີນຄວາມທຸກຍາກປີ 2020: ບົດຄວາມ Catching Up and Falling Behind, ເຊິ່ງເປັນບົດທີ່ວິເຄາະຂໍ້ມູນການສຳຫຼວດຢ່າງລະອຽດ ແລະ ສຳຫຼວດເບິ່ງປັດໄຈຕ່າງໆທີ່ຢູ່ເບື້ອງຫຼັງບັນຫາທີ່ເກີດຂື້ນດັ່ງກ່າວ, ຂໍ້ມູນທີ່ໄດ້ຈາກ LECS ສະແດງໃຫ້ເຫັນວ່າ ອັດຕາຄວາມທຸກຍາກແຫ່ງຊາດລາວ ທີ່ຫຼຸດລົງ 6.3% ໃຊ້ເວລາຫຼາຍກວ່າ 6 ປີ, ນັບຈາກ 24,6% ໃນປີ 2013 ເປັນ 18.3% ໃນປີ 2019. ໝາຍຄວາມວ່າເກືອບຫ້າສ່ວນຂອງປະຊາ ຊົນລາວແມ່ນຍັງອາໄສຢູ່ໃນລະດັບລາຍຮັບຕ່ໍາກວ່າລະດັບອັດຕາຄວາມທຸກຍາກແຫ່ງຊາດ 9.364 ກີບ (US$1) ຕໍ່ມື້. ຮຽບຮຽງຂ່າວ: ພຸດສະດີ
ຂ່າວທ້ອງຖິ່ນ
2020-10-21T10:18:00+00:00
https://laopost.com/?p=121790
ເມືອງສອງຄອນ ຊະນະ ເມືອງອຸທຸມພອນ 1-0 ຜ່ານເຂົ້າຊີງຊະນະເລີດ ເຕະບານຍິງ ກິລາທົ່ວແຂວງສະຫວັນນະເຂດ
ທີມສາວເມືອງສອງຄອນ ແຊ້ມເກົ່າ ໂຊຟອມເກັ່ງໄລ່ເອົາຊະນະ ທີມເມືອງອຸທຸມພອນ ເຈົ້າພາບ ໄປແບບຫວຸດຫວິດ 1-0 ປະຕູ ໄດ້ຜ່ານເຂົ້າຊີງຊະນະເລີດ ພົບກັບ ທີມໂຮງຮຽນມັດທະຍົມສຶກສາສົມບູນ ອຸດົມວິໄລ ໃນການແຂ່ງຂັນເຕະບານຍິງ ງານແຂ່ງຂັນກິລານັກຮຽນສາມັນສຶກສາ ທົ່ວແຂວງສະຫວັນນະເຂດ ຄັ້ງທີ 8 ປະຈຳສົກຮຽນ 2015-2016. ມາຮອດປັດຈຸບັນ ທັບນັກກິລາເມືອງສອງຄອນ ສາມາດຍາດໄດ້ 2 ຫຼຽນຄຳ, 4 ຫຼຽນເງິນ ແລະ 1 ຫຼຽນທອງນຳໜ້າຕາຕະລາງສະຫຼຸບຫຼຽນລາງວັນ. ອີງຕາມການລາຍງານຂອງທ່ານ ພູວອນ ດຳລົງບຸນ ນັກຂ່າວປະຈຳພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໃນວັນທີ 27 ມັງກອນ ຜ່ານມາ ທີ່ສະໜາມກິລາເຕະບານ ໂຮງຮຽນ ມສ ອຸທຸມພອນ ໄດ້ມີການແຂ່ງ ຂັນກິລາເຕະບານຍິງ ຮອບຮອງຊະນະເລີດ ງານແຂ່ງຂັນກິລານັກຮຽນສາມັນສຶກສາ ທົ່ວແຂວງສະຫວັນນະເຂດ ຄັ້ງທີ 8 ທີ່ເມືອງອຸທຸມພອນ ເປັນເຈົ້າພາບ ເປັນການພົບກັນລະຫວ່າງ ມສ ອຸດົມວິໄລ ພົບກັບ ເມືອງເຊໂປນ ຜົນການແຂ່ງຂັນປະກົດວ່າ: ມສ ອຸດົມວິໄລ ໄລ່ເອົາຊະນະ ທີມສາວເມືອງເຊໂປນໄປແບບສະບາຍ2-0 ປະຕູ ໄດ້ຜ່ານເຂົ້າຮອບຮອບຊີງສະນະເລີດໄປພົບກັບ ເມືອງສອງຄອນແຊ໋ມເກົ່າ ທີ່ເອົາຊະນະ ເມືອງອຸທຸມພອນ ເຈົ້ພາບ ແບບຫວຸດຫວິດ 1-0 ປະຕູ. ສຳລັບການແຂ່ງຂັນຮອບຊີງຊະນະເລີດ ແມ່ນຈະຈັດຂຶ້ນໃນວັນທີ 28 ມັງກອນນີ້ ທີ່ສະໜາມກິລາເຕະບານເມືອງອຸທຸມພອນ. ຢ່າງໃດກໍ່ຕາມ, ນັບມາຮອດປັດຈຸບັນ ເມືອງສອງຄອນ ສາມາດຍາດໄດ້ 2 ຫຼຽນຄຳ, 4 ຫຼຽນເງິນ ແລະ 1 ຫຼຽນທອງ, ອັນດັບ 2 ເມືອງອຸທຸມພອນ ຍາດໄດ້ 2 ຫຼຽນຄຳ, 3 ຫຼຽນເງິນ ແລະ 4 ຫຼຽນທອງ, ອັນດັບ 3 ເມືອງຈຳພອນຍາດໄດ້ 2 ຫຼຽນຄຳ, 1 ຫຼຽນເງິນ ແລະ 4 ຫຼຽນທອງ, ອັນດັບ 4 ເມືອງນອງ ຍາດໄດ້ 2 ຫຼຽນຄຳ, 1 ຫຼຽນເງິນ ແລະ 2 ຫຼຽນທອງ ແລະ ອັນດັບ 5 ໂຮງຮຽນ ມສ ຊົນເຜົ່າ ຍາດໄດ້ 1 ຫຼຽນຄຳ, 1 ຫຼຽນເງິນ ແລະ 1 ຫຼຽນທອງ. ຂະນະທີ່ ແຊ້ມເກົ່າ ເຈົ້າຫຼຽນຄຳ 7 ສະໄໝ ຍັງບໍ່ທັນຄວ້າໄດ້ຈັກຫຼຽນ ທັງໆທີ່ການແຂ່ງຂັນຈະປິດສາກລົງໃນວັນທີ 29 ມັງກອນນີ້. ສຳລັບການແຂ່ງຂັນກິລານັກຮຽນສາມັນສຶກສາ ທົ່ວແຂວງສະຫວັນນະເຂດ ຄັ້ງທີ 8 ທີ່ເມືອງອຸທຸມພອນ ເປັນເຈົ້າພາບ ທີ່ມີນັກກິລາເຂົ້າຮ່ວມທັງໝົດ 3.084 ຄົນ, ຍິງ 1.384 ຄົນ ຈາກ 15 ເມືອງ ແລະ 3 ໂຮງຮຽນ ເຂົ້າຮ່ວມ ແຂ່ງຂັນ 6 ປະເພດກິລາ ຄື: ກິລາເຕະບານ (ຊາຍ-ຍິງ), ປະເພດກິລາກະຕໍ້ (ຊາຍ-ຍິງ) ມີ 6 ລາຍການ, ກິລາເປຕັງ (ຊາຍ-ຍິງ) ມີ 6 ລາຍການ, ກິລາແລ່ນ-ລານ (ຊາຍ-ຍິງ) ມີ 28 ລາຍການ, ກິລາໜ້າເກັກ (ຊາຍ-ຍິງ) ມີ 12 ລາຍການ, ກິລາ ບານສົ່ງໃນຮົ່ມ (ຊາຍ-ຍິງ) ມີ 2 ລາຍການ ແລະ ປະເພດກິລາບານສົ່ງຫາດຊາຍ ມີ 2 ລາຍການ, ມີການຊີງກັນທັງໝົດ 651 ຫຼຽນ, ໃນນັ້ນ 217 ຫຼຽນຄຳ, 217 ຫຼຽນເງິນ ແລະ 217 ຫຼຽນທອງ. ທີ່ມາ: ກະຊວງສຶກສາທິການ ແລະ ກິລາ
ຂ່າວຕ່າງປະເທດ
2016-01-29T17:10:09+00:00
https://laopost.com/?p=38758
ລາວເປັນໜຶ່ງໃນ 63 ປະເທດທີ່ສາມາດເດີນທາງເຂົ້າໄທໄດ້ໂດຍບໍ່ຕ້ອງກັກໂຕ
ເວັບໄຊຂ່າວໄທພີບີເອັສລາຍງານ: ເພື່ອເປັນການຕ້ອນຮັບການເປີດປະເທດໃໝ່ ທ່າມກາງການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຈະເລີ່ມໃນວັນທີ 1 ພະຈິກນີ້, ໄທປະກາດ 63 ປະເທດສາມາດເດີນທາງເຂົ້າປະເທດຂອງຕົນໄດ້ໂດຍບໍ່ຈຳເປັນຕ້ອງກັກໂຕ ພຽງແຕ່ສີດວັກຊີນຄົບ ພ້ອມມີໃບຢັ້ງຢືນຜົນກວດໂຄວິດເປັນລົບ ແລະປະຕິບັດຕາມມາດຕະການສາທາລະນະສຸກວາງອອກຢ່າງເຄັ່ງຄັດ. ໃນວັນທີ 30 ຕຸລາ ຜ່ານມາ, ທາງການໄທໄດ້ກຳນົດລາຍຊື່ປະເທດ ແລະພື້ນທີ່ຕົ້ນທາງທີ່ອະນຸຍາດໃຫ້ຜູ້ເດີນທາງເຂົ້າຣາຊະອານາຈັກໄທສຳລັບບຸກຄົນປະເພດ (13) “ເຊິ່ງຜູ້ທີ່ໄດ້ຮັບອະນຸຍາດເດີນທາງເຂົ້າໄທເພື່ອປະໂຫຍດທາງດ້ານເສດຖະກິດ ຄຽງຄູ່ກັບຄວາມໝັ້ນຄົງດ້ານສາທາລະນະສຸກຕາມແຜນການເປີດປະເທດຂອງລັດຖະບານ”. 63 ປະເທດ/ພື້ນທີ່ທີ່ສາມາດເດີນທາງເຂົ້າໄທໄດ້ລວມມີ ອົດສະຕາລີ, ໂອຕຣິດ, ບາເຣນ, ເບວຢ້ຽມ, ພູຖານ, ບຣູໄນ, ບັນເກເຣຍ, ກຳປູເຈຍ, ການາດາ, ຊີລີ, ຈີນ, ໂຄຣເອເຊຍ, ໄຊປຣັສ, ສາທາລະນະເຊັກ, ເດນມາກ, ເອສໂຕເນຍ, ຟິນແລນ, ຝຣັ່ງເສດ, ເຢຍລະມັນ, ກຣິສ, ຮັງກາລີ, ໄອສ໌ແລນ, ອິນເດຍ, ອິນໂດເນເຊຍ, ອິສະລາແອນ, ອີຕາລີ, ຍີ່ປຸ່ນ, ຄູເວດ, ລາວ, ລັດເວຍ, ລີທົວເນຍ, ລຸກຊຳບວກ, ມາເລເຊຍ, ເມົາດິຟ, ມອນຕາ, ມົງໂກລີ, ມຽນມາ, ເນປານ, ເນເທີແລນ, ນິວຊີແລນ, ນໍແວ, ໂອມານ, ຟີລິບປິນ, ໂປແລນ, ປັອກຕຸຍການ, ກາຕ້າ, ໂຣມາເນຍ, ຊາອຸດີອາຣາເບຍ, ສິງກະໂປ, ສະໂລວັກ, ສະໂລວີເນຍ, ສີລັງກາ, ເກົາຫຼີໃຕ້, ສະເປນ, ສະວີເດັນ, ສະວິດເຊີແລນ, ອາຫຼັບເອມີເຣດ, ອັງກິດ, ອາເມລິກາ, ຫວຽດນາມ, ຮົງກົງ ແລະ ໄຕ້ຫວັນ.
ຂ່າວຕ່າງປະເທດ
2021-11-01T09:56:23+00:00
https://laopost.com/?p=129068
ທ່ານ ວະລາດິເມຍ ປູຕິນ ດຳລົງຕຳແໜ່ງຜູ້ນຳຣັດເຊຍເປັນສະໄໝທີ 4
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ມອສໂກ ປະເທດຣັດເຊຍ ເມື່ອວັນທີ 19 ມີນາ 2018 ວ່າຜົນຢ່າງບໍ່ເປັນທາງການເລືອກຕັ້ງປະທານາທິບໍດີຣັດເຊຍ ເຊິ່ງມີຂຶ້ນເມື່ອວັນອາທິດທີ່ຜ່ານມາ ປະກົດວ່າປະທານາທິບໍດີ ວະລາດິເມຍ ປູຕິນ ຜູ້ສະໝັກອິດສະຫຼະແຕ່ໄດ້ຮັບການສະໜັບສະໜູນຈາກພັກຢູໄນເຕັດ ຣັດເຊຍ ຂອງທ່ານນາຍົກລັດຖະມົນຕີ ຣີດມິທຣີ ເມດເວເວຟ ແລະ ກຸ່ມການເມືອງໃນນາມ “ແນວຮ່ວມປະຊາຊົນຣັດເຊຍທັງມວນ” (ໂອເອັນເອຟ) ຊະນະການເລືອກຕັ້ງຢ່າງຖະລົ່ມທະລາຍ ດ້ວຍຄະແນນສຽງສະໜັບສະໜູນປະມານ 76.5%
ຂ່າວຕ່າງປະເທດ
2018-03-19T16:22:19+00:00
https://laopost.com/?p=99960
ວັດໃຈຜູ້ກ້າ ຍ່າງຂ້າມຂົວອູ່ກະຈົກສູງເກືອບ 200 ແມັດ ຢູ່ຈີນ
ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 1 ຕຸລາ 2014 ຜ່ານມາວ່າ ທາງການຈີນໄດ້ເປີດໃຊ້ຂົວແຫ່ງໜຶ່ງໃນເມືອງ ຜິງຈຽງ ກິ່ງແຂວງເຢ່ຫຍັງ ແຂວງຫູໜັນ ທາງພາກກາງຂອງປະເທດ ທີ່ຂໍທ້າບັນດາຜູ້ກ້າມາສຳຜັດປະສົບການສຸດ ຫວາດສຽວລະທຶກໃຈ ດ້ວຍພື້ນຂົວບາງສ່ວນທີ່ເຮັດເປັນກະຈົກໃສ ຫລຽວເຫັນທະລຸລົງໄປເຖິງພື້ນດິນດ້ານລຸ່ມໄດ້. ຂົວດັ່ງກ່າວ ແມ່ນໄດ້ເປີດໂຕຢ່າງເປັນທາງການ ເມື່ອວັນຈັນທີ 29 ກັນຍາ 2014 ຜ່ານມາ ເຊິ່ງສ້າງຂຶ້ນຈາກວັດສະດຸ ໄມ້ ແລະ ກະຈົກທົນຄວາມຮ້ອນ ໂດຍມີຄວາມຍາວທັງໝົດ 300 ແມັດ ແລະ ເປັນຂົວອູ່ທີ່ແຂວນໄວ້ລະຫວ່າງໜ້າ ຜາທີ່ສູງຈາກພື້ນດິນ 180 ແມັດ.
ຂ່າວຕ່າງປະເທດ
2014-10-03T09:09:43+00:00
https://laopost.com/?p=11190
ນໍ້າປະປາ ນະຄອນຫລວງ ຮຽກຮ້ອງໃຫ້ນໍາໃຊ້ນໍ້າ ຢ່າງປະຢັດ
ລັດວິສາຫະກິດ ນໍ້າປະປານະຄອນ ຫລວງວຽງຈັນ ຮຽກຮ້ອງໃຫ້ທົ່ວສັງຄົມ ກໍຄື ຜູ້ຊົມໃຊ້ນ້ຳໃນຂອບເຂດທົ່ວປະເທດ ຊົມໃຊ້ນໍ້າຢ່າງມີສະຕິ, ບໍ່ໃຫ້ໃຊ້ຟຸ່ມເຟືອຍ ເນື່ອງຈາກວ່າການຜະລິດ ແລະ ການຕອບສະໜອງນໍ້າຍັງບໍ່ພຽງພໍຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ. ທ່ານ ຄໍາເຜີຍ ວົງສາຄໍາຜຸຍ ອໍານວຍການ ລັດວິສາຫະກິດ ນໍ້າປະປາ ນະຄອນຫລວງວຽງຈັນ ໄດ້ລາຍງານໃຫ້ຮູ້ ໃນວັນທີ 9 ເມສາ 2019 ກ່າວວ່າ ທັງນີ້, ກໍ່ເພື່ອແນໃສ່ເຮັດໃຫ້ການສະເຫລີມສະຫລອງປີໃໝ່ລາວ ພສ 2562 ມີຄວາມເບີກບານມ່ວນຊື່ນ ໄປຄຽງຄູ່ກັບການນໍາໃຊ້ນໍ້າຢ່າງປະຢັດ. ໃນໄລຍະຜ່ານມາ ການຜະລິດນໍ້າຂອງນະຄອນຫລວງ ສາມາດປະຕິບັດໄດ້ພຽງ 320.000 ແມັດກ້ອນຕໍ່ມື້ ໃນເຂດພື້ນທີ່ບໍລິການ 7 ເມືອງ ໃນ ແລະ 2 ເມືອງນອກ ຄື: ເມືອງສັງທອງ, ເມືອງປາກງື່ມ, ເຊິ່ງເປັນລະບົບນໍ້າປະປາ ຂະໜາດນ້ອຍມີກໍາລັງການຜະລິດໄດ້ພຽງ 2.990 ແມັດກ້ອນຕໍ່ມື້. ດັ່ງນັ້ນ, ຈຶ່ງເຮັດໃຫ້ການຕອບສະໜອງນໍ້າໃນບາງຂົງເຂດບໍ່ພຽງພໍ ແລະ ຖ້າມີການນໍາໃຊ້ນໍ້າຫລາຍຂຶ້ນໃນໄລຍະສົງການນີ້ ຍັງຈະເປັນອຸປະສັກໃຫ້ແກ່ການສະໜອງນໍ້າໃຫ້ເຂດຫ່າງໄກ, ເຊິ່ງປັດຈຸບັນ ນໍ້າປະປາ ນະຄອນຫລວງວຽງຈັນ ສາມາດຜະລິດນໍ້າ ເພີ່ມຂຶ້ນເປັນ 324.000 ແມັດກ້ອນຕໍ່ມື້ ລວມທັງໂຮງງານ BOT ທ່າເດື່ອ (ຫາດຊາຍຟອງ) 20.000 ແມັດກ້ອນຕໍ່ມື້ ແລະ BOT ແສນດິນ 24.000 ແມັດກ້ອນຕໍ່ມື້ເທົ່ານັ້ນ. ພ້ອມດຽວກັນນັ້ນ, ຍັງສາມາດຂະຫຍາຍລະບົບທໍ່ສົ່ງ ແລະ ທໍ່ບໍລິການຫລາຍກວ່າ 70 ກິໂລແມັດ, ປັດຈຸບັນ ລະບົບສາຍທໍ່ມີຄວາມຍາວທັງໝົດຫລາຍກວ່າ 2.404 ກິໂລແມັດ, ໝໍ້ແທກນ້ຳ 131,852 ໜ່ວຍ ໃນເຂດບໍລິການ 9 ຕົວເມືອງ, ເຊິ່ງກວມເອົາປະມານ 75% ຂອງເຂດພື້ນທີບໍລິການນ້ຳປະປາ. ຂຽນໂດຍ: ສະຫະລັດ ວອນທິວົງໄຊ
ຂ່າວທ້ອງຖິ່ນ
2019-04-21T14:37:18+00:00
https://laopost.com/?p=112504
ສານສູງສຸດ ປາກິດສະຖານ ຊີ້ຂາດນາຍົກລັດຖະມົນຕີ ຫຼີກຫຼ່ຽງໃນການລົງຄຳເຫັນ
ວັນທີ 4 ເມສາ ບີບີຊີ ລາຍງານວ່າ: ສານສູງສຸດຂອງ ປາກິດສະຖານ ຈະຕັດສິນຊີ້ຂາດ ທ່ານ ອິມຣານ ຂ່ານ ນາຍົກລັດຖະມົນຕີ ປາກິສຖານ ທີ່ພະຍາຍາມດິ້ນຮົນທາງການເມືອງ 1 ມື້ ຫຼັງສະມາຊິກພັກ ເຕຣີກ-ເອ-ອິນຊາຟ (ພີທີໄອ) ພັກລັດຖະບານຂອງທ່ານ ຂ່ານ ຂັດຂວາງການລົງຄວາມເຫັນ ເຊິ່ງເປັນຄວາມພະຍາຍາມທີ່ຈະຖອດຖອນນາຍົກລັດຖະມົນຕີອອກຈາກຕຳແໜ່ງໃນຊ່ວງບໍ່ເທົ່າໃດມື້ທີ່ຜ່ານມາ. ສະມາຊິກສະພາ ຈັດການລົງຄວາມເຫັນເມື່ອວັນທີ 3 ເມສາທີ່ຜ່ານມາ ຊຶ່ງຄາດວ່າ ທ່ານ ນາຍົກລັດຖະມົນຕີ ປາກິສຖານ ຈະພ່າຍແພ້ແຕ່ໄດ້ຮັບແຈ້ງຈາກລັດຖະມົນຕີສາລະສົນເທດວ່າ ລັດຖະບານຕ່າງຊາດປະຕິບັດການລົ້ມການປົກຄອງຂອງປາກີສະຖານ ແລະ ຮອງປະທານສະພາ ເຊິ່ງເປັນພັນທະມິດທີ່ໃກ້ຊິດ ທ່ານ ຂ່ານ ປະກາດວ່າກນລົງຄວາມເຫັນດັ່ງກ່າວຂັດຕໍ່ກົດໜາຍລັດທະທຳມະນູນ. ຫຼັງຈາກນັ້ນ ທ່ານ ອາຣີຟ ອັນວີ ປະທານາທິບໍດີ ປາກິດສະຖານ ເຊິ່ງມາຈາກພັກ ເຕຣີກ-ເອ-ອິນຊາຟ ປະກາດຢຸບສະພາພື່ອຈັດການເລືອກຕັ້ງກ່ອນກຳໜົດ ໂດຍຄວາມເຄື່ອນໄຫວດັງກ່າວສ້າງຄຽດແຄ້ນໃນກຸ່ມຝ່າຍຄ້ານ ໂດຍນັກການເມືອງບາງຄົນກ່າວຫານາຍຍົກ ຂ່ານ ເປັນຄົນທໍລະຍົດທີ່ບໍ່ຍອມໃຫ້ການລົງມະຕິໃຫ້ດຳເນີນຕໍ່ໄປ ທ່ານຂ່ານໄດ້ກ່າວວ່າ: ການວິຈານນະໂຍບາຍຂອງສະຫະລັດ ແລະ ການຕັດສິນໃຈນະໂຍບາຍຕ່າງປະເທດອື່ນໆ ເຮັດໃຫ້ສະຫະລັດພະຍາຍາມເຮັດໃຫ້ເຂົາເຈົ້າຫຼຸດຈາກອຳນາດ ແຕ່ຝ່າຍຄ້ານບໍ່ເຊື່ອ ແລະ ສະຫະລັດປະຕິເສດຂໍ້ກ່າວຫາ. ຂ່າວສານບີບີຊີລາຍງານວ່າມີຜູ້ສະໜັບສະໜຸນທ່ານ ຂ່ານ ຫຼຄຳເວົ້າຂອງເຂົາ ເຖິງແມ່ນວ່າຄວາມນິຍົມຂອງ ທ່ານ ຂ່ານ ຫຼຸດລົງຢ່າງລາຍເນື່ອງຈາກຄ່າຄອງຊິບເພີ່ມຂຶ້ນສູງ ແຕ່ນາຍຍົກ ຂ່ານ ຍັງມີຜູ້ຕິດຕາມຈຳນວນຫຼວງຫຼາຍ ແລະ ມີໂອກາດໃນການເລືອກຕັ້ງຄັ້ງໃໝ່ດີກວ່າການລົງຄະແນນສຽງໃນສະພາ.
ຂ່າວຕ່າງປະເທດ
2022-04-05T16:56:25+00:00
https://laopost.com/?p=132912
ຄາເຟ່ເຄື່ອນທີ່ສຳລັບເດັກນັກຮຽນ (ກິນຟຣີ-ດື່ມຟຣີ)
ໂຮງຮຽນອໍໂຣຣາພັບລິກ ສະກູລ ໃນລັດໂຄໂລຣາໂດ ໃນອາເມຣິກາໄດ້ຮັບການສະໜັບສະໜູນຈາກສຳນັກໂພຊະນາການ ກະຊວງກະສິກຳຂອງອາເມຣິກາໄດ້ຈັດຫາອາຫານເຊົ້າ ແລະ ທ່ຽງໃຫ້ແກ່ເດັກນັກຮຽນໃນຊ່ວງຢຸດຮຽນພາກລະດູຮ້ອນ ໂດຍການດັດແປງສະພາບລົດໂຮງຮຽນລຸ້ນເກົ່າໃຫ້ເປັນ “ຄາເຟ່ເຄື່ອນທີ່” ໃນນັ້ນ ກໍໄດ້ກຽມອາຫານໃຫ້ແກ່ບັນດານັກຮຽນເພື່ອໃຫ້ແນ່ໃຈວ່າເດັກນ້ອຍຈະມີອາຫານດີໆກິນເຖິງແມ່ນວ່າຈະບໍ່ໄດ້ໄປໂຮງຮຽນກໍຕາມ. ໂຄງການດັ່ງກ່າວຊື່ວ່າ “ໂຄງການອາຫານພາກລະດູຮ້ອນ” ໂດຍໄດ້ກຽມອາຫານເພື່ອສຸຂະພາບ ລວມທັງຂະໜົມໄວ້ໃຫ້ເດັກນັກຮຽນ ແລະ ໄວລຸ້ນທີ່ອາໄສຢູ່ໃນເຂດພື້ນທີ່ທຸກຍາກ ຂະນະທີ່ຖ້າຫາກອາຍຸບໍ່ເຖິງ 18 ປີແມ່ນຈະບໍ່ໄດ້ເສຍເງິນຊື້ອາຫານ ຫຼື ຖ້າຫາກອາຍຸເກີນ 18 ປີກໍສາມາດຊື້ອາຫານໄດ້ໃນລາຄາປະຢັດ ໂຄງການດັ່ງກ່າວເລີ່ມມາແຕ່ປີ 2008. ສຳລັບປີນີ້ຖືເປັນປີທຳອິດທີ່ມີການຈັດຫາລົດເກົ່າມາດັດແປງເປັນຮ້ານອາຫານເຄື່ອນທີ່ໄປຕາມຈຸດຕ່າງໆເພື່ອອຳນວຍຄວາມສະ ດວກໃຫ້ແກ່ເດັກບາງຄົນທີ່ຂາດແຄນ ຫຼື ບໍ່ມີເງິນຂີ່ລົດໄປໂຮງຮຽນເພື່ອກິນອາຫານດີໆທີ່ມີປະໂຫຍດເພາະຈະມີອາຫານໄປບໍລິການໃຫ້ເຖິງທີ່ ຊຶ່ງໂຄງການໃນປີນີ້ເລີ່ມມາແຕ່ວັນທີ 28 ພຶດສະພາຜ່ານມາ ແລະ ຈະສິ້ນສຸດໃນຊ່ວງຕົ້ນເດືອນສິງຫາ ໂດຍຄາເຟ່ເຄື່ອນທີ່ມີທັງໝົດ 3 ຄັນຊຶ່ງຈະໃຫ້ບໍລິການອາຫານເຊົ້າ ແລະ ທ່ຽງນັບແຕ່ວັນຈັນເຖິງວັນສຸກ ແລະ ຈະໃຫ້ບໍລິການຕາມຕ່າງໆທີ່ເດັກນັກຮຽນອາໄສຢູ່ ເພາະສະນັ້ນເຖິງແມ່ນວ່າຈະເປັນຊ່ວງປິດເທີມເດັກນັກຮຽນກໍຍັງຄົງໄດ້ກິນອາຫານດີໆ ແລະ ທີ່ສຳຄັນແມ່ນໄດ້ກິນຟຣີຄືກັບໃນຊ່ວງເປີດເທີມ. ຮຽບຮຽງ: ສະຫະລັດ ວອນທິວົງໄຊ ຮູບພາບ: matichon
ຂ່າວຕ່າງປະເທດ
2019-06-20T12:41:31+00:00
https://laopost.com/?p=115648
3 ຕົວເຕັງນາງສາວລາວ 2016 ທີ່ຫຼາຍຄົນຈັບຕາເບິ່ງເປັນພິເສດ
ເວທີການປະກວດນາງສາວລາວ 2016 ປີນີ້ຖືວ່າດຸເດືອດ ເໝືອນກັບທຸກໆປີ ເຊິ່ງການດຳເນີນການປະກວດກໍ່ໄດ້ກ້າວເຂົ້າມາໃກ້ໂຄ້ງສຸດທ້າຍເຕັມທີແລ້ວ ເຊິ່ງມັກໃຜເຊຍໃຜກໍ່ຊ່ວຍສົ່ງກຳລັງໃຈໄປລຸ້ນໃຫ້ຄົນທີ່ທ່ານມັກໄດ້ ບັນເທີງ – ດາລາ ວັນນີ້ເຮົາກໍ່ເລີຍມີບັນດານາງສາວທີ່ເປັນຕົວເຕັງໃນການປິກວດຄັ້ງນີ້ທີ່ຫຼາຍໆຄົນຈັບຕາເບິ່ງເປັນພິເສດມາຝາກກັນ ເຮົາມາເບິ່ງກັນວ່າຈະມີໃຜແນ່ M19 ນາງ ບຸດສະບາ ແສງປັນ ຕົວແທນຈາກແຂວງ ໄຊຍະບູລີ ຜູ້ເຂົ້າປະກວດນາງສາວລາວ2016 ນີ້ເປັນອີກໜຶ່ງໝາຍເລກທີ່ໄດ້ຮັບຄະແນນສຽງສ່ວນຫຼາຍວ່າສົມຄວນໄດ້ເປັນນາງສາວລາວ 2016 M18 ນາງ ພອນວິໄລ ຫລວງລາດ ຕົວແທນຈາກ ນະຄອນຫລວງວຽງຈັນ ຜູ້ເຂົ້າປະກວດນາງສາວລາວ2016 ນີ້ເປັນອີກໜຶ່ງໝາຍເລກທີ່ໄດ້ຮັບຄະແນນສຽງສ່ວນຫຼາຍວ່າສົມຄວນໄດ້ເປັນນາງສາວລາວ 2016 M20 ນາງ ຄິດສະໄໝ ບຸດຕິວໍລະວົງ ຕົວແທນຈາກ ແຂວງ ສະຫັວນນະເຂດ ຜູ້ເຂົ້າປະກວດນາງສາວລາວ2016 ນີ້ເປັນອີກໜຶ່ງໝາຍເລກທີ່ໄດ້ຮັບຄະແນນສຽງສ່ວນຫຼາຍວ່າສົມຄວນໄດ້ເປັນນາງສາວລາວ 2016 3 ຕົວເຕັງນີ້ຖືວ່າມີຄຸນລັກສະນະ ຮູບຮ່າງໜ້າຕາທີ່ໂດດເດັ່ນ ຈົນຖືຈັບຕາເບິ່ງເປັນພິເສດຈາກຫຼາຍພາກສ່ວນ ເອົາເປັນວ່າຈັ່ງໃດເຮົາກໍ່ຕ້ອງໄປລຸ້ນນຳກັນໃນວັນຕັດສິນ ຮອບຕອບຄຳຖາມຊີ້ຂາດ ແລະ ເຮົາຈະໄດ້ຮູ້ກັນວ່າ 1 ໃນຕົວເຕັງນີ້ໃຜຈະໄດ້ເປັນນາງສາວລາວຫຼື ຈະມີມ້າມືດທີ່ໃຜໆບໍ່ເຄີຍຄາດຄິດມາຄ້ວາມົງກຸດອັນຊົງຄຸນຄ່ານີ້ໄປຄອງເຮົາຕ້ອງມາລຸ້ນນຳກັນ ຮ່ວມສົ່ງກຳລັງໃຈໃຫ້ທັງ 20 ນາງສາວລາວນຳກັນ ຮັກໃຜເຊຍໃຜບໍ່ສົ່ງກຳລັງໃຈໄປໃຫ້ກັນຫຼາຍໆເດີ້ ຂໍູ້ມນ ແລະ ຮູບພາບຈາກ: Misslaos2016
ຂ່າວບັນເທິງ
2016-08-05T13:43:58+00:00
https://laopost.com/?p=67361
“ອັລເວສ”ເວົ້າເຖິງຄວາມແຕກຕ່າງລະຫວ່າງ “ເມສຊີ-ໂດ້”
ແດນຽວ ອັລເວສ ແບັກຂວາຂອງທັບ “ຕ່າງດາວ” ປຽບທຽບຄວາມແຕກຕ່າງລະຫວ່າງສອງຊຸບເປີສະຕາຣ໌ວົງການບານເຕະ ຄຣິສເຕຍໂນ ໂຣນັລໂດ້ ກັບ ລິໂອເນລ ເມສຊີ ເປັນຄຳຖາມທີ່ຕອບຈັ່ງໃດກໍ່ບໍ່ມີວັນຈົບສຳລັບຄຳຖາມທີ່ວ່າ ໂຣນັລໂດ້ ກັບ ເມສຊີ ໃຜເກັ່ງກວ່າກັນແທ້ ເຊີ່ງວ່າ ແດນຽວ ອັລເວສ ແບັກຂວາແຊ້ມບ້າໄດ້ຍົກໃຫ້ເພື່ອນຮ່ວມທີມຄືກັບຕັນທີມຊາດອາເຈນຕີນາ(ເມສຊີ) ເໜືອກວ່າ CR7 (ໂຣນັລໂດ້) “ເມສຊີເກັ່ງກວ່າໂຣນັລໂດ້ຫຼາຍ ເພາະລາວມີອິດທິພົນຕໍ່ເກມການຫຼີ້ນເຊີ່ງເປັນສີ່ງທີ່ໂຣນັລໂດ້ບໍ່ມີ ລາວຄືຜູ້ມີອິດທິພົນໃນການຫຼິ້ນແລະສົ່ງບານທີ່ໂຣນັນໂດ້ບໍ່ມີ ສ່ວນວ່າໂຣນັລໂດ້ລາວກະກຽມວຽກບ້ານໜັກໃນການລົງແຂ່ງຂັນແຕ່ລະນັດ ຂ້ອຍຍ້ອງຍໍລາວໃນດ້ານນີ້ ແຕ່ກໍ່ມີບາງສ່ວນທີ່ຂ້ອຍບໍ່ມັກເພາະຂ້ອຍລົງຫຼິ້ນເພື່ອທີມບໍ່ໄດ້ເຫັນວ່າຕົນເອງມີຄວາມສຳຄັນກວ່າທີມ ໂຣນັລໂດ້ເບີ່ງຂ້າມສີ່ງທີ່ສຳຄັນໄປ, ດັ່ງນັ້ນຈີ່ງມີສຽງວິພາກວິຈານເມື່ອທີມພວກເຮົາໄດ້ແຊ້ມລີກ ໃນຂະນະທີ່ໂຣນັລໂດ້ໄດ້ຕຳແໜ່ງດາວຊັນໂວ” ອັລເວສກ່າວ ສ່ວນສຳລັບໃຜທີ່ເຊຍທີມໃດຫຼືເປັນແຟນບານທີມໃດກໍ່ແລ້ວແຕ່ເພາະນັ້ນແມ່ນຄວາມຄິດເຫັນສ່ວນຕົວຂອງບຸກຄົນໃນແງ່ມຸມຂອງແຕ່ລະຄົນອາດຈະບໍ່ຄືກັນແຕ່ກໍ່ໃຫ້ແງ່ຄິດໃນການສັງເກດນັກເຕະທີ່ເຮົາມັກຫຼືຮັກໄດ້ເຊັ່ນດຽວກັນ
ຂ່າວພາຍໃນ
2015-07-10T14:30:33+00:00
https://laopost.com/?p=29919
“ລູກໝີ” ໂຊພະລັງສຽງໃນລາຍການ “I CAN SEE YOUR VOICE” (ປະເທດໄທ)
ບັນເທີງກັບລາວໂພສຕ໌ ມື້ນີ້ແອັດ ຈະມາເກາະກະແສຂ່າວສາຍບັນເທີງທີ່ກຳລັງເປັນທີ່ຮືຮາໃນໂລກໂຊຊຽວ ເມື່ອຄືນວານນີ້ (26/04/2017) ຖ້າຫາກໃຜໄດ້ເບິ່ງລາຍການ “I CAN SEE YOUR VOICE” ທາງຊ່ອງ 23 ເວີກພອຍ ເຊິ່ງສີລະປິນແຂກຮັບເຊີນໃນວັນນັ້ນແມ່ນ ນູນາ ລັດທິດາ ແຕ່ນັ້ນຍັງບໍ່ແມ່ນປະເດັ່ນ ເມື່ອໜຶ່ງໃນ 7 ປິດສະໜານັ້ນມີສາວລາວເຂົ້າຮ່ວມຄົນໜຶ່ງທີ່ມີຊື່ວ່າ ນາງ ຄອນມີໄຊ ພາໄຊສີສຸນົນ (ລູກໝີ) ອາຍຸ 25 ປີ, ອາຊີບນັກທຸລະກິດ ໄດ້ໂຊພະລັງສຽງ ຮ້ອງເພງ “ເມຍເກົ່າ” ງານນີ້ເຮັດໃຫ້ທັງນັກສີລະປິດຮັບເຊີນ, ແກ້ງນັກສືບ ແລະ ຜູ້ຊົມທີ່ຢູ່ຫ້ອງສະຕູດີໂອເຖິງກັບຕະລຶງໃນນ້ຳສຽງຂອງນາງ. ລູກໝີສາວງາມສຽງດີອີກຄົນທີ່ໄປສະແດງຄວາມສາມາດດ້ານການຮ້ອງເພງທີ່ລາຍການດັງຂອງທາງເພື່ອນບ້ານຈະມີສຽງມ່ວນຂະໜາດໃດນັ້ນ ຖ້າໃຜຍັງບໍ່ທັນໄດ້ເບິ່ງ ມື້ນີ້ແອັດມິນມີມາຝາກ ເຮົາມາເບິ່ງວິດີໂອດ້ານລຸ່ມກັນເລີຍ ວິດີໂອຈາກ:WorkpointOfficial ຮູບພາບຈາກ:Khonmisay Phasaysisounone
ຂ່າວບັນເທິງ
2017-04-27T14:01:31+00:00
https://laopost.com/?p=89274
ພົບສິ່ງມີຊີວິດສາຍພັນໃໝ່ ມີແຂນ 20 ຂ້າງ
ນັກວິທະຍາສາດ ເທິງເຮືອວິໄຈໃກ້ທະວີບອັງຕາກຕິກ ພົບສັດສາຍພັນໃໝ່ຮູບຮ່າງແປກປະຫຼາດທີ່ຄ້າຍຄືກັບລູກສະຕໍເບີລີ່ ແລະ ມີແຂນ 20 ຂ້າງ. ໃນວັນທີ 14 ກໍລະກົດ 2023 ອີງຕາມວະລະສານ Invertebrate Systematics ໄດ້ລາຍງານວ່າ: ນັກວິໄຈໄດ້ອອກສຳຫຼວດມະຫາສະມຸດອັງຕາກຕິກ ໃນການສຳຫຼວດຫຼາຍຄັ້ງລະຫວ່າງປີ 2008-2019 ເຊິ່ງພວກເຂົາກຳລັງຄົ້ນຫາກຸ່ມສັດຄົ້ນພົບຍາກ ທີ່ຮູ້ຈັກກັນໃນຊື່ Promachocrinus ຫຼື ດາວຂົນນົກອັງຕາກຕິກ. ນັກວິໄຈກ່າວວ່າ ກ່າວວ່າ ດາວຂົນນົກອັງຕາກຕິກເປັນສັດຂະໜາດໃຫຍ່ທີ່ສາມາດອາໄສຢູ່ໄດ້ທຸກບ່ອນ ຕັ້ງແຕ່ປະມານ 19,5 – 1.950 ແມັດ ໃນທະເລ ແລະ ມີຮູບລັກສະນະພາຍນອກທີ່ແປກປະຫຼາດ ບໍ່ມີກະດູດສັນຫຼັງ ແລະ ຍັງແຕກຕ່າງຈາກປາດາວໃນທະເລ. ໃນລະຫວ່າງການສຳຫຼວດ ນັກວິໄຈໄດ້ຮວບຮວມດາວຂົນນົກ 8 ໂຕ ທີ່ມີຮູບຮ່າງໂດດເດັ່ນ ແລະ ຄົ້ນພົບສາຍພັນໃໝ່ທີ່ມີຊື່ວ່າ Promachocrinus fragarius ຫຼື ດາວຂົນນົກສະຕໍເບີລີ່ອັງຕາກຕິກ. ຜົນການສຶກສາລະບຸວ່າ ດາວຂົນນົກສະຕໍເບີລີ່ອັງຕາກຕິກ ມີແຂນ 20 ຂ້າງ ທີ່ອອກມາຈາກລຳໂຕຂອງມັນ ທີ່ມີລັກສະນະຄ້າຍຄືສະຕໍເບີລີ່ ເຊິ່ງມັນມີຫຼາຍສີເຊັ່ນ ສີມ່ວງ ສີແດງເຂັ້ມ ເປັນຕົ້ນ, ແຕ່ນັກວິໄຈບໍ່ສາມາດລະບຸຂະໜາດໂດຍລວມຂອງສັດຊະນິດນີ້. ຮູບພາບໄລຍະໃກ້ ສະແດງໃຫ້ເຫັນຮູບຮ່າງຂອງມັນໄດ້ຢ່າງຊັດເຈນ ເຊິ່ງດາວຂົນນົກສະຕໍເບີລີ່ອັງຕາກຕິກ ຖືກພົບໃນທົ່ວມະຫາສະມຸດໃນລະດັບ 64,5 ແມັດ ຫາ 1.152 ແມັດ. ນອກນີ້ ນັກວິໄຈຍັງໄດ້ບັນທຶກສາຍພັນອື່ນໆຂອງດາວຂົນນົກອັງຕາກຕິກ. ແຫຼ່ງຂ່າວ NDTV
ຂ່າວຕ່າງປະເທດ
2023-08-14T16:04:41+00:00
https://laopost.com/?p=146768
ປູຕິນ ສັ່ງຖອນທະຫານອອກຈາກຊາຍແດນອູແກຣນ ກ່ອນການເຈລະຈາຢຸດຍິງ
ຜູ້ນຳຣັດເຊຍ ສັ່ງຖອນທະຫານອອກຈາກຊາຍແດນດິດກັບປະເທດອູແກຣນ ກ່ອນການເຈລະຈາຢຸດຍິງກັບອູແກຣນ 1 ມື້ ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 13 ຕຸລານີ້ວ່າ ປະທານາທິບໍດີ ວະລາດີເມຍ ປູຕິນ ແຫ່ງຣັດເຊຍ ໄດ້ມີຄຳສັ່ງເຖິງ ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ໃຫ້ຖອນກອງກຳລັງທະຫານຣັດເຊຍ ອອກຈາກພື້ນທີ່ຊາຍແດນຕິດກັບອູ ແກຣນແລ້ວ ໂດຍທາງລັດຖະບານມົດສະກູໄດ້ລະບຸວ່າ ການຕັດສິນໃຈຄັ້ງນີ້ ມີຂຶ້ນກ່ອນໜ້າທີ່ຈະມີການເຈລະຈາກັນຄັ້ງສຳ ຄັນ ໃນການບັນລຸຂໍ້ຕົກລົງຢຸດຍິງກັບອູແກຣນ ໂດຍທຳນຽບປະທານາທິບໍດີຣັດເຊຍໄດ້ຖະແຫລງວ່າ ປະທານາທິບໍດີປູຕິນ ໄດ້ມອບໝາຍໃຫ້ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ຈັດການເຄື່ອນຍ້າຍກຳລັງທະຫານທັງໝົດ ກັບເຂົ້າມາປະ ຈຳການຢູ່ກົມກອງຂອງຕົນ.
ຂ່າວຕ່າງປະເທດ
2014-10-13T09:52:13+00:00
https://laopost.com/?p=11652
ຜົນການແຂ່ງຂັນບານເຕະ ນັດ ທີມຊາດລາວ ພົບ ທີມຊາດມາລດິບ ຮອບຄັດເລືອກ ບານເຕະ ຊີງແຊ້ມອາຊີ 2019
ການແຂ່ງຂັນ ທີ່ສະໜາມກິລາ ແຫ່ງຊາດ ດຳເນີນໄປຢ່າງສູສີ ແລະ ເປັນທາງ ທີມຊາດລາວ ທີ່ເປີດເກມບຸກໃສ່ ທີມຊາດມາລດິບ ແລະ ມີໂອກາດຍິງຫຼາຍຄັ້ງ ແຕ່ກໍ່ບໍ່ເປັນປະຕູ ຈົບ 45 ນາທີທຳອິດ ເຮັດຫຍັງກັນບໍ່ໄດ້ ສະເໝີກັນ 0 ປະຕູຕໍ່ 0. ເລີ່ມເກມໃນເຄິ່ງເວລາຫຼັງ ທີມຊາດລາວກໍ່ໄດ້ໃຊ້ຄວາມພະຍາຍາມ ຢ່າງໜັກ ແລະ ມາໄດ້ປະຕູຂຶ້ນນຳຊ່ວງທ້າຍເກມ ໃນນາທີທີ 80 ຈາກໝາຍເລກ 9 ຄອນສະຫວັນ ສີຫາວົງ ແລະ ເບິ່ງແລ້ວໜ້າຈະເປັນ ປະຕູໄຊຂອງ ທີມຊາດລາວ ແຕ່ໃນຊ່ວງທົດເວລາບາດເຈັບ ທີມຊາດລາວ ມາເສຍປະຕູ ຢ່າງໜ້າເສຍດາຍ ໃນນາທີ 90+1 ແລະ ໝົດເວລາ ທີມຊາດລາວ ສະເໝີກັບ ທີມຊາດມາລດິບ 1 ປະຕູຕໍ່ 1 ລວມຜົນການແຂ່ງຂັນ 2 ນັດ ທີມຊາດລາວ 1 – 5 ທີມຊາດມາລດິບ ສົ່ງຜົນເຮັດໃຫ້ ທີມຊາດລາວ ບໍ່ສາມດຜ່ານເຂົ້າໄປແຂ່ງຂັນ ບານເຕະ ຊີງແຊ້ມອາຊີ 2019 ຮອບສຸດທ້າຍ ທີ່ປະເທດ ສະຫະລັດ ອາຣັບອີມີເຣດ. ຂ່າວຈາກ: ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!
ຂ່າວພາຍໃນ
2016-10-12T09:15:04+00:00
https://laopost.com/?p=72716
ເງື່ອນໄຂເຂົ້າ-ອອກ ນະຄອນຫຼວງວຽງຈັນແຕ່ນີ້ຮອດ 20 ພຶດສະພານີ້
ພະແນກສາທາລະນະສຸກ, ນະຄອນຫຼວງວຽງຈັນແຈ້ງການເຖິງ ພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ແລະ ການຈັດຕັ້ງ ທຸກພາກສ່ວນ ທັງພາກລັດ ແລະ ເອກະຊົນ ເລື່ອງການອະນຸຍາດເອກະສານເດີນທາງເຂົ້າ-ອອກ ນະຄອນຫຼວງວຽງຈັນ ແຕ່ນີ້ເຖິງວັນທີ 20 ພຶດສະພາ 2021 ຈະຕ້ອງໄດ້ປະກອບເອກະສານຂໍອະນຸຍາດ ເດີນທາງເຂົ້າ-ອອກ ນະຄອນຫຼວງວຽງຈັນ, ລາຍລະອຽດດັ່ງນີ້: I. ການປະກອບເອກະສານ: 1. ພະນັກງານໄປວຽກທາງລັດຖະການຢູ່ຕ່າງແຂວງ: ໃບອະນຸຍາດຢັ້ງຢືນ ຫຼື ໃບແຕ່ງຕັ້ງ ຈາກກົມກອງ. 2. ນິຕິບຸກຄົນ ຫຼື ບໍລິສັດເອກະຊົນ ໃຫ້ເຮັດໃບສະເໜີຈາກບໍລິສັດ. 3. ບຸກຄົນ ຫຼື ປະຊາຊົນທົ່ວໄປ ແມ່ນໃຫ້ເຮັດໃບສະເໜີຜ່ານນາຍບ້ານ, ກໍລະນີມີຍາດພີ່ນ້ອງເຈັບເປັນ ຕ້ອງມີໃບຢັ້ງຢືນຈາກໂຮງໝໍ ຫຼື ຖ້າຄົນເຈັບຢູ່ເຮືອນ ແມ່ນໃຫ້ມີໃບຢັ້ງຢືນຈາກນາຍບ້ານ. 4. ຄົນຕ່າງແຂວງທີ່ມາຄ້າງຢູ່ນະຄອນຫຼວງວຽງຈັນ ຢາກກັບຄືນຖີ່ນຖານ ຕ້ອງມີ ສຳເນົາບັດປະຈຳຕົວ ຫຼື ສຳມະໂນຄົວ ຫຼື ໃບຢັ້ງຢືນທີ່ຢູ່ ຈາກປົກຄອງທ້ອງຖີ່ນ (ບ້ານ,ເມືອງ ຫຼື ແຂວງ). 5. ສໍາລັບຊາວຕ່າງປະເທດ ທີ່ເຂົ້າມາ ສປປ ລາວ ທີ່ອາໃສຢູ່ນະຄອນຫຼວງວຽງຈັນ ພາຍໃນ 01 ເດືອນ ໃຫ້ມືໃບຢັ້ງຢືນ ກວດໂຄວິດ-19 ຈາກສູນວິເຄາະລະບາດວິທະຍາ. II. ເງື່ອນໄຂທີ່ອະນຸຍາດ : 1. ບຸກຄົນ, ນິຕິບຸກຄົນ ພົນລະເມືອງລາວ ແລະ ຊາວຕ່າງປະເທດ ທີ່ຈະເດີນທາງອອກໄປຕ່າງແຂວງ ທຸກຄົນຈະຕ້ອງໄດ້ຮັບການຢັ້ງຢືນຈາກ ການປົກຄອງທ້ອງຖີ່ນ (ບ້ານ, ເມືອງ ຫຼື ແຂວງ) ປາຍທາງ; ສ່ວນການເຂົ້າມານະຄອນຫຼວງວຽງຈັນ ຈະຕ້ອງມີອະນຸຍາດ ຈາກສະເພາະກິດແຂວງກ່ຽວຂ້ອງກ່ອນ. 2. ຂະບວນລົດຜູ້ນຳ, ລົດແພດສົ່ງຄົນເຈັບ, ລົດກູ້ໄພ, ລົດດັບເພີງ ແລະ ລົດຄະນະສະເພາະກິດ ສາມາດເຂົ້າ-ອອກ ໄດ້ເລີຍ . 3. ຄົນຂັບລົດ ຂົນສົ່ງສິນຄ້າ ແມ່ນໃຫ້ຜ່ານ ອະນຸຍາດຈາກພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ), ຖ້າມີບຸກຄົນອື່ນໄປນຳລົດດັ່ງກ່າວ ຕ້ອງໄດ້ມາຜ່ານພະແນກສາທາລະນະສຸກນະຄອນຫຼວງວຽງຈັນ. 4. ສະຖານທີ່ພົວພັນເອກະສານ ຢູ່ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ, ສົ່ງເອກະສານ ຜ່ານທາງ WhaApp 020 59194224, 02076280640 (ບໍ່ຮັບການຢືນເອກະສານໂດຍກົງ). ໜາຍເຫດ: ເນື້ອໃນເອກະສານຈະຕ້ອງແຈ້ງຈຸດປະສົງເຫດຜົນຄວາມຈໍາເປັນ, ສະຖານທີ່, ປະເພດພາຫະນະ, ເລກທະບຽນ, ຊື່ຜູ້ຂັບລົດ, ເບີໂທລະສັບ, ຈຳນວນຄົນທີ່ຈະເດີນທາງຮ່ວມ, ກຳນົດວັນທີ່ໄປ ແລະ ກັບ ຢ່າງຈະແຈ້ງ, ພ້ອມຕິດຄັດເອກະສານໃຫ້ຄົບຖ້ວນຕາມທີ່ໄດ້ລະບຸຢູ່ຂ້າງເທິງ. ຮຽບຮຽງຂ່າວ: ພຸດສະດີ
ຂ່າວທ້ອງຖິ່ນ
2021-05-11T10:08:56+00:00
https://laopost.com/?p=124722
ເປີດຮັບສະໝັກແລ້ວ ນາງສາວນະຄອນຫລວງວຽງຈັນ 2017
ບັນເທີງດາລາ ກັບ ລາວໂພສຕ໌ ມື້ນີ້ ແອັດມິນ ມີຂ່າວງານປະກວດນາງສາວນະຄອນຫລວງວຽງຈັນໃນປີ 2017 ມາຝາກແຟນເພສ ເຊິ່ງທາງ ເຟສບຸກ Miss Vientiane ນາງສາວນະຄອນຫຼວງວຽງຈັນ ໄດ້ມີການເປີດເຜີຍວ່າ ປັດຈຸບັນ ທາງກອງປະກວດເວທີ ນາງສາວນະຄອນຫຼວງວຽງຈັນ ໄດ້ເປີດຮັບສະໝັກສາວງາມທົ່ວນະຄອນຫຼວງວຽງຈັນ ສາວໆຄົນໃດທີ່ຄິດສົນໃຈ ແລະ ໝັ້ນໃຈວ່າຕົນເອງມີຄຸນສົມບັດພຽບພ້ອມໃນເວທີອັນຊົງກຽດນີ້ກໍ່ເຊີນທາງນີ້ ເຊິ່ງກອງປະກວດໄດ້ວາງຮູບແບບຂອງງານພາຍໃຕ້ຫົວຂໍ້ທີ່ມີຊື່ວ່າ: “ ສົ່ງເສີມມໍລະດົກ ວັດທະນະທຳ ນຳຄຸນຄ່າສູ່ແມ່ຍິງລາວ ” ເງື່ອນໄຂຂອງຜູ້ສົນໃຈສະໝັກ: ຫາກສາວຄົນໃດສົນໃຈສະໝັກໄດ້ດ້ວຍຕົນເອງທີ່: ສູນການຄ້າ ວຽງຈັນເຊັນເຕີທຸກວັນຈັນ – ວັນອາທິດ ຕັ້ງແຕ່ເວລາ: 10.00 ໂມງ – 19.00ໂມງ. ສາມາດສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ເບີ: 030 5826 502, 020 5910 6099 ທີ່ມາຈາກ Facebook : Miss Vientiane ນາງສາວນະຄອນຫຼວງວຽງຈັນ ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!
ຂ່າວບັນເທິງ
2016-12-18T17:42:42+00:00
https://laopost.com/?p=80455
ປະຊາຊົນເລິ່ມລົ້ມປ່ວຍ ໃນຂະນະທີ່ລັດສັ່ງຢຸດປູກກ້ວຍ ທີ່ໃຊ້ສານເຄມີໃນພາກເໜືອ
ອີງຕາມແຫຼ່ງຂ່າວຈາກພາກເໜືອລາຍງານວ່າ ມີປະຊາຊົນໃນເມືອງຮຸນ ແຂວງອຸດົມໄຊ ທີ່ຮັບຈ້າງເປັນແຮງງານໃນສວນປູກກ້ວຍ ທີ່ລົງທຶນໂດຍນັກລົງທຶນຈີນ ຈຳນວນຫຼາຍເລິ່ມລົ້ມປ່ວຍ ດ້ວຍອາການສະໝອງອັກເສບ ເຊິ່ງຄາດການເບື້ອງຕົ້ນວ່າເປັນເຫດຈາກການໄດ້ຮັບສານເຄມີທີ່ໃຊ້ເຂົ້າໃນການ ຂ້າຫຍ້າ ແລະຂ້າແມງໄມ້ ໃນສວນກ້ວຍ ລວມທັງຂະບວນການຊະລ້າງໝາກກ້ວຍ ໂດຍບໍ່ມີການປ້ອງກັນຖືກຕ້ອງຕາມຫລັກວິຊາການຢ່າງເຄັ່ງຄັດ. ໃນຂະນະທີ່ຢູ່ກອງປະຊຸມສະໄຫມສາມັນຄັ້ງທີ 2 ຂອງສະພາແຫ່ງຊາດ ສະມາຊິກສະພາຫລາຍທ່ານໄດ້ກ່າວເຖິງບັນຫາດັ່ງກ່າວ ແລະໃນໂອກາດດຽວກັນນັ້ນລັດຖະບານໄດ້ຢືນຢັນວ່າໄດ້ສັ່ງຢຸດຕິການອະນຸຍາດລົງທຶນປູກກ້ວຍຢູ່ພາກເໜືອຂອງນັກລົງທຶນຈີນໄວ້ແລ້ວ ແຕ່ສະມາຊິກສະພາບາງທ່ານຍັງກ່າວຕໍ່ກອງປະຊຸມວ່າ ຫລາຍບ່ອນຢຸດຕິການປູກປູກກ້ວຍແລ້ວ ແຕ່ກໍຍັງມີບາງບ່ອນບໍ່ທັນຢຸດ ພ້ອມທັງຍັງກ້າເບ້ຍກ້ວຍຈຳໜ່າຍຢູ່.
ຂ່າວພາຍໃນ
2016-11-02T10:40:03+00:00
https://laopost.com/?p=74825
ຂຶ້ນ ແລະ ອອກໃບທະບຽນວິສາຫະກິດແລ້ວຫຼາຍກວ່າ 4 ພັນຫົວໜ່ວຍ
ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ (ທຄວ) ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສະຫຼຸບການຂຶ້ນທະບຽນຂອງບັນດາວິສາຫະກິດທີ່ມີຕົວເລກປະຈຳຕົວຜູ້ເສຍອາກອນ ພ້ອມນີ້ ກໍໄດ້ອອກໃບທະບຽນວິສາຫະກິດຢູ່ບັນດາຈຸດທີ່ໄດ້ຕິດຕັ້ງໂປຣແກຣມ ທະບຽນວິສາຫະກິດລວມສູນເຊື່ອມຕໍ່ກັບສ່ວຍສາອາກອນທັງໝົດ 110 ຈຸດທົ່ວປະເທດ ຊຶ່ງພາຍໃນ 2 ເດືອນມີ 4.284 ຫົວໜ່ວຍຊຶ່ງໄດ້ເລີ່ມມາແຕ່ວັນທີ 1 ກຸມພາຫາ 25 ເມສາ 2019 ໃນນັ້ນ ໄດ້ຂຶ້ນທະບຽນວິສາຫະກິດຢູ່ກົມ ທຄວ 768 ຫົວໜ່ວຍຢູ່ 18 ພະແນກ ອຄ ຂັ້ນແຂວງຢູ່ນະຄອນຫຼວງວຽງຈັນ 1.418 ຫົວໜ່ວຍ ແລະ ຢູ່ 91 ຫ້ອງການ ອຄ ເມືອງ ຈຳນວນ 2.098 ຫົວໜ່ວຍ. ນອກນີ້ ບົດສະຫຼຸບຍັງໄດ້ລາຍງານກ່ຽວກັບການຝຶກອົບຮົມການຕິດຕັ້ງ ແລະ ນຳໃຊ້ລະບົບໂປຣແກຣມດັ່ງກ່າວໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດຂອງກົມ ທຄວ ພະແນກ ອຄ ຂັ້ນແຂວງຢູ່ນະຄອນຫຼວງ ແລະ ຫ້ອງການ ອຄ ເມືອງໃນທົ່ວປະເທດ ເພື່ອຮັບປະກັນຄວາມເຂົ້າໃຈໃນການນຳໃຊ້ໂປຣແກຣມ ເຕັກນິກທາງດ້ານໄອທີ ການບໍລິການຂຶ້ນທະບຽນ ແລະ ການຄຸ້ມຄອງຫຼັງການຂຶ້ນທະບຽນວິສາຫະກິດ. ລະບົບໂປຣແກຣມດັ່ງກ່າວເປັນລະບົບທີ່ພັດທະນາມາຈາກລະບົບໂປຣແກຣມທະບຽນວິສາຫະກິດທີ່ເຄີຍໄດ້ນຳໃຊ້ມາແຕ່ປີ 2008 ຊຶ່ງໄດ້ມີການປັບປຸງດ້ານເຕັກນິກໃໝ່ຢູ່ບາງຈຸດເພື່ອໃຫ້ສາມາດເຊື່ອມຕໍ່ກັບການນຳເອົາເລກປະຈຳຕົວຂອງຜູ້້ເສຍອາກອນຈາກຂະແໜງການເງິນ ແລະ ໃນອະນາຄົດກໍຈະມີການຕິດຕັ້ງລະບົບດັ່ງກ່າວຢູ່ທຸກເມືອງໃນທົ່ວປະເທດ. ໂດຍ: ສະຫະລັດ ວອນທິວົງໄຊ
ຂ່າວພາຍໃນ
2019-05-23T15:58:36+00:00
https://laopost.com/?p=113651
4 ພະຍາດຮ້າຍແຮງ ທີ່ເກີດຈາກຄວາມຄຽດ ໃຜມັກເຈັບຫົວເບື້ອງດຽວຕ້ອງລະວັງ
ຄວາມເຄັ່ງຄຽດ ເປັນສາເຫດທີ່ເຫັນໄດ້ຫຼາຍທີ່ສຸດຂອງຄົນທີ່ເຮັດວຽກ ເຊິ່ງຈະມີອາການເຈັບຫົວ ແລະມັກມີອາການເຈັບຫົວຕໍ່ເນື່ອງດົນເປັນມື້ ຫຼືຈົນເປັນອາທິດ ເຊິ່ງຈະເຈັບພໍລຳຄານ ຫຼືເຮັດໃຫ້ຮູ້ສຶກບໍ່ສະບາຍ ແລະຈະເຈັບຕະຫຼອດ, ເຊິ່ງຖືວ່າເປັນອັນຕະລາຍຮ້າຍແຮງຫຼາຍ ເຊິ່ງອາການເຈັບຫົວເຫຼົ່ານີ້ ສາມາດກໍ່ໃຫ້ເກີດພະຍາດຮ້າຍແຮງໄດ້ ໄມເກຣນ: ຜູ້ທີ່ມີອາການເຈັບຫົວເບື້ອງດຽວ ໜ້ອຍສຸດທີ່ຈະເປັນພ້ອມກັນ, ມີອາການປວດຮາກ ດົນເຖິງ 4-72 ຊົ່ວໂມງ ມັນຈະເປັນໆດີໆ ທຸກຄັ້ງທີ່ມີອາການມັກຈະເກີດຈາກສິ່ງກະຕຸ້ນເຊັ່ນ: ແສງ, ສຽງ, ກິ່ນ ເຊິ່ງຈະເລີ່ມເປັນຕັ້ງແຕ່ໄວລຸ້ນ ຫາໄວໜຸ່ມສາວ ເນື້ອງອກໃນສະໝອງ: ຜູ້ປ່ວຍຈະມີອາການເຈັບທົ່ວຫົວ, ເຈັບຫຼາຍເວລາຕື່ນນອນຕອນເຊົ້າ, ພໍສວາຍໆກໍຄ່ອຍໆເຊົາ ບໍ່ເຈັບໝົດມື້, ຈະເປັນແຮງຕໍ່ເນື່ອງທຸກມື້ ຈົນສະດຸ້ງຕື່ນແຕ່ເຊົ້າຍ້ອນຮູ້ສຶກເຈັບ ແລະຈະປວດດົນຂຶ້ນທຸກມື້ ຈົນໃນທີ່ສຸດຈະເຈັບຕະຫຼອດເວລາ ພະຍາດທາງສະໝອງອື່ນໆ: ຄົນເຈັບຈະມີອາການເຈັບຫົວຮຸນແຮງ ແລະຮາກ ຕັ້ງແຕ່ມື້ທຳອິດທີ່ເຈັບ ບາງຄົນອາດເປັນໄຂ້ສູງຮ່ວມນຳ ເຈັບຕາຮຸນແຮງ: ຄົນເຈັບຈະມີອາການເຈັບຕາ ແລະຫົວເບື້ອງດຽວຢ່າງຮຸນແຮງ ແລະກະທັນຫັນ,ຕາມົວ ແສບຕາເບື້ອງທີ່ເຈັບປວດ ຈະມີສິ່ງລົບກວນ, ຕາແດງ ບໍລິເວນຕາຂາວ, ອາການເຈັບປວດຈະຕໍ່ເນື່ອງເປັນມື້ ເຊິ່ງກິນຢາແກ້ປວດກໍບໍ່ດີ
ສຸຂະພາບ ແລະ ສີ່ງແວດລ້ອມ
2016-12-29T14:50:13+00:00
https://laopost.com/?p=81950
ປະທານາທິບໍດີເກົາຫລີໃຕ້ ແຕ່ງຕັ້ງນາຍົກຜູ້ໃໝ່ແລ້ວ ຫລັງຜູ້ເກົ່າລາອອກ ຍ້ອນມີຫາງສຽງຮັບສິນບົນ!
ທ່ານ ຮວາງ ຄຽວ ອັນ ນາຍົກລັດຖະມົນຕີ ແຫ່ງ ສ.ເກົາຫລີ ຜູ້ໃໝ່ ປະທານາທິບໍດີ ປັກ ກຶນ ເຮ ແຫ່ງ ສ.ເກົາຫລີ ໄດ້ແຕ່ງຕັ້ງລັດຖະມົນຕີວ່າການກະຊວງຍຸດຕິທຳ ເປັນນາຍົກລັດຖະມົນຕີແຫ່ງເກົາຫລີໃຕ້ ຄົນໃໝ່ໃນມື້ນີ້ (21 ພຶດສະພາ). ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານ ນາງ ປັກ ກຶນ ເຮ ປະທານາທິບໍດີ ແຫ່ງ ສາທາລະນະລັດເກົາຫລີ ໄດ້ແຕ່ງຕັ້ງ ທ່ານ ຮວາງ ຄຽວ ອັນ ອາຍຸ 58 ປີ ເຊິ່ງເປັນລັດຖະມົນຕີວ່າການກະຊວງຍຸດຕິທຳ ຂຶ້ນເປັນນາຍົກລັດຖະມົນຕີແຫ່ງປະເທດເກົາຫລີໃຕ້ຜູ້ໃໝ່ ແທນທ່ານ ລີ ວານ ຄູ ທີ່ລາອອກຈາກຕຳແໜ໋ງເມື່ອເດືອນເມສາທີ່ຜ່ານມາ ຈາກກໍລະນີຖືກຫາງສຽງສັງຄົມ ສົງໄສຮັບສິນບົນຈາກນັກທຸລະກິດຊື່ດັງ. ທັງນີ້ ພາຍໃຕ້ລັດຖະບານຂອງທ່ານ ນາງ ປັກ ກຶນ ເຮ ແມ່ນໄດ້ປ່ຽນນາຍົກລັດຖະມົນຕີແລ້ວ ເທື່ອນີ້ເປັນເທື່ອທີ 3 ເນື່ອງຈາກນາຍົກລັດຖະມົນຕີຜູ້ທຳອິດ ທ່ານ ຊຸງ ຮອງ ວອນ ໄດ້ລາອອກຈາກຕຳແໜ່ງ ຫລັງຈາກທີ່ເກີດເຫດເຮືອຂ້າມຟາກເຊວອນຫລົ້ມໃນທະເລ ເມື່ອເດືອນເມສາ 2014 ທີ່ຜ່ານມາ, ສ່ວນຜູ້ທີສອງ ກໍແມ່ນທ່ານ ລີ ວານ ຄູ ເຊິ່ງລາອອກໄປແລ້ວ ຈົນມາເຖິງ ທ່ານ ຮວາງ ຄຽວ ອັນ ໄດ້ຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີແທນ ເຊິ່ງຕຳແໜ່ງດັ່ງກ່າວນີ້ ຈະຕ້ອງໄດ້ຮັບການເຫັນດີຈາກລັດຖະພາເສຍກ່ອນ.
ຂ່າວຕ່າງປະເທດ
2015-05-21T16:35:29+00:00
https://laopost.com/?p=26422
ນາຍົກ ຕ້ອນຮັບ ອະດີດປະທານປະເທດ ສສ ຫວຽດນາມ
ໃນວັນທີ 6 ກຸມພາ 2017 ຜ່ານມາທີ່ ນະຄອນຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ເຈືອງ ເຕີນ ຊາງ ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນວັນທີ 6 – 10 ກຸມພາ 2017 ນີ້. ໃນໂອກາດດັ່ງກ່າວ, ນາຍົກ ໄດ້ສະແດງຄວາມຊົມເຊີຍ ຍິນດີຕ້ອນຮັບ ອັນອົບອຸ່ນ ແລະ ຕີລາຄາສູງຕໍ່ ທ່ານ ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ໄດ້ມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ທັງເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນ ຮ່ວມມືອັນເປັນມູນເຊື້ອ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ. ທ່ານ ເຈືອງ ເຕີນ ຊາງ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ນາຍົກລັດຖະມົນຕີ ທີ່ໃຫ້ການຕ້ອນຮັບອັນອົບອຸ່ນ ໃນຄັ້ງນີ້, ພ້ອມທັງແຈ້ງເຖິງຈຸດປະສົງຂອງການຢ້ຽມຢາມລາວ ໃນຄັ້ງນີ້ໃຫ້ນາຍົກຊາບ. ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ
ຂ່າວເຫດການ
2017-02-07T09:17:23+00:00
https://laopost.com/?p=84529
ທ່ານປະທານປະເທດ ມອບສານແຕ່ງຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
ວັນທີ 10 ກັນຍາ 2015 ຢູ່ທຳນຽບປະທານປະເທດ ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ໄດ້ມອບສານແຕ່ງຕັ້ງໃຫ້ທ່ານນາງ ພາວັນ ນວນທະສິງ ຫົວໜ້າກົມອົງການຈັດຕັ້ງສາກົນ ໄປດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳປະເທດອິນໂດເນເຊຍ ແລະ ທ່ານ ບຸນແພງ ຊາຍກັນຍາ ຮອງຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ ໄປດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳປະເທດຊູແອັດ. ໃນໂອກາດດັ່ງກ່າວ ທ່ານປະທານປະເທດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ທ່ານທູດທັງ 2 ທ່ານ ທີ່ໄດ້ຖືກແຕ່ງຕັ້ງໃຫ້ໄປປະຕິບັດໜ້າທີ່ການທູດປະຈຳຢູ່ປະເທດດັ່ງກ່າວ ພ້ອມທັງໃຫ້ທິດຊີ້ນຳຢ່າງເລິກເຊິ່ງ ແລະ ໜັກແໜ້ນ ໂດຍສະເພາະ ການປະຕິບັດໜ້າທີ່ການທູດໃຫ້ເກີດປະໂຫຍດສູງສຸດ ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພ້ອມທັງຊຸກຍູ້ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະເທດ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ. ຂ່າວແຈ້ງຕື່ມວ່າ: ທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມບັນດາປະເທດເພື່ອນມິດ ຄົນໃໝ່ ປະຈຳ ສປປ ລາວ ໃນວັນທີ 11 ກັນຍາ 2015 ຢູ່ກະຊວງການຕ່າງປະເທດ ພາຍຫຼັງທີ່ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ປະທານປະເທດແຫ່ງ ສປປ ລາວ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມຄົນໃໝ່ ປະຈຳ ສປປ ລາວ ເຊິ່ງມີລາຍລະອຽດຄື: ເວລາ 8:30 ໂມງ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ David Hugh Evans ເອກອັກຄະຣາຊະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ເນື່ອງໃນໂອກາດທີ່ທ່ານໄດ້ມາດຳລົງຕຳແໜ່ງເປັນ ເອກອັກຄະຣາຊະທູດຄົນໃໝ່ ປະຈຳ ສປປ ລາວ ເຊິ່ງມີສຳນັກງານສະຖານທູດຕັ້ງຢູ່ນະຄອນຫຼວງວຽງຈັນ. ເວລາ 9:15 ໂມງ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານນາງ Belinda M. Ante ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງປະເທດຟີລິບປິນ ເນື່ອງໃນໂອກາດທີ່ທ່ານໄດ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດຄົນໃໝ່ ປະຈຳ ສປປ ລາວ ເຊິ່ງມີສຳນັກງານສະຖານທູດຕັ້ງຢູ່ນະຄອນຫຼວງວຽງຈັນ. ເວລາ 10:00 ໂມງ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ Khaga Nath Adhikari ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງປະເທດເນປານ ເນື່ອງໃນໂອກາດທີ່ທ່ານໄດ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດຄົນໃໝ່ ປະຈຳ ສປປ ລາວ ເຊິ່ງມີສຳນັກງານສະຖານທູດຕັ້ງຢູ່ບາງກອກ ຣາຊະອານາຈັກໄທ. ເວລາ 10:30 ໂມງ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ Karel Johannes HARTOGH ເອກອັກຄະຣາຊະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງຣາຊະອານາຈັກໂຮນລັງ ເນື່ອງໃນໂອກາດທີ່ທ່ານໄດ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດຄົນໃໝ່ ປະຈຳ ສປປ ລາວ ເຊິ່ງມີສຳນັກງານສະຖານທູດຕັ້ງຢູ່ບາງກອກ ຣາຊະອານາຈັກໄທ. ເວລາ 11:00 ໂມງ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ Mohamed BERRAH ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສາທາລະນະລັດປະຊາທິປະໄຕ ປະຊາຊົນ ອານເຊີຣີ ເນື່ອງໃນໂອກາດທີ່ທ່ານໄດ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດຄົນໃໝ່ ປະຈຳ ສປປ ລາວ ເຊິ່ງມີສຳນັກງານສະຖານທູດຕັ້ງຢູ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ. ໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ບັນດາທ່ານທູດ ທີ່ໄດ້ມາຮັບຕຳແໜ່ງເປັນທູດຄົນໃໝ່ປະຈຳລາວ ພ້ອມທັງຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງລາວ ກັບບັນດາປະເທດດັ່ງກ່າວ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກ. ແຫລ່ງຂ່າວ:
ຂ່າວເຫດການ
2015-09-14T14:03:00+00:00
https://laopost.com/?p=35063
ຫົວໜ່ວຍທຸລະກິດຫັດຖະກຳ ໄດ້ຮັບ ລາງວັນອອກແບບດີເດັ່ນ ຈາກຍີ່ປຸ່ນ
6 ຫົວໜ່ວຍທຸລະກິດຫັດຖະກຳ ຂອງ ສປປ ລາວ ໄດ້ຮັບກາໝາຍ G-Mark ຈາກປະເທດຍີ່ປຸ່ນ ພາຍໃຕ້ໂຄງການ The Mekong Design Selection 2014. ໃນນັ້ນປະກອບມີ: ສູນຫັດຖະກຳນິກອນ, ສະຫະກອນຫັດຖະກຳໂພນຕ້ອງຄາມາ, ມາລິອິນດິໂກ, ການຈະນາຫັດຖະກຳ, ສູນຝຶກອົບຮົມຫ້ວຍຫົງສຳລັບແມ່ຍິງ ແລະ ມະຫັດສະຈັນຫັດຖະກຳຕ່ຳແຜ່ນ. ທ່ານ ສີສັງຄົມ ໂຄດໂຍທາ ກົມສົ່ງເສີມ ແລະ ພັດທະນາສິນຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ຮູ້ໃນງານຖະແຫລງຂ່າວ ສິນຄ້າລາວໄດ້ຮັບລາງວັນການອອກແບບດີເດັ່ນຂອງປະເທດຍີ່ປຸ່ນ ປະຈຳປີ 2014 ທີ່ສະມາຄົມນັກຂ່າວແຫ່ງປະເທດລາວ ວ່າ: ກົມສົ່ງເສີມ ແລະ ພັດທະນາສິນຄ້າ ຮ່ວມກັບ ສະມາຄົມ ຫັດຖະກຳລາວ ໄດ້ຄັດເລືອກເອົາ 10 ຫົວໜ່ວຍທຸລະກິດຫັດຖະກຳລາວ ທີ່ມີຄວາມເຂັ້ມແຂງເຂົ້າໃຈ ເຖິງຄວາມສຳຄັນຂອງການອອກແບບເປັນຢ່າງດີ ຕາງໜ້າໃຫ້ ສປປ ລາວ ເຂົ້າຮ່ວມການຄັດເລືອກເອົາກາໝາຍ G-Mark ຂອງປະເທດຍີ່ປຸ່ນ ພາຍໃຕ້ໂຄງການ The Mekong Design Selection 2014. ຜ່ານການຄັດເລືອກຂອງຊ່ຽວຊານ ແລະ ນັກອອກແບບທີ່ມີຊື່ສຽງຂອງປະເທດຍີ່ປຸ່ນ ພ້ອມທັງການຕີລາຄາຈາກຄະນະກຳມະການ ຂອງສະຖາບັນສົ່ງເສີມການອອກແບບຂອງປະເທດຍີ່ປຸ່ນ ເຫັນວ່າມີ 6 ຫົວໜ່ວຍທຸລະກິດຫັດຖະກຳ ດັ່ງກ່າວ ໄດ້ຮັບລາງວັນ ເຊິ່ງຜູ້ທີ່ໄດ້ຮັບລາງວັນ ຄັ້ງນີ້ ຈະໄດ້ເຂົ້າຮ່ວມຊົມງານວາງສະແດງການອອກແບບດີເດັ່ນໃຫຍ່ທີ່ສຸດ ຂອງປະເທດຍີ່ປຸ່ນ, ສາມາດນຳໃຊ້ກາມາຍ G-Mark ເຂົ້າໃນການໂຄສະນາສິນຄ້າຂອງຕົນ, ພ້ອມນີ້ ຍັງຈະໄດ້ເຮັດວຽກຮ່ວມກັບນັກອອກແບບຊາວຍີ່ປຸ່ນ. ທ່ານ ສີສັງຄົມ ໂຄດໂຍທາ ຍັງກ່າວຕື່ມວ່າ: ຜົນຂອງໂຄງການດັ່ງກ່າວ ແມ່ນຈະຊ່ວຍໃຫ້ສິນຄ້າຂອງລາວເຂົ້າຮ່ວມແຂ່ງ ຂັນໃນເວທີສາກົນ ແລະ ເປັນການສ້າງເຄືອຂ່າຍຮ່ວມກັບນັກອອກແບບຍີ່ປຸ່ນ ທັງເປັນບົດຮຽນທີ່ສຳຄັນໃຫ້ແກ່ຫົວໜ່ວຍ ທຸລະກິດລາວໄດ້ຮູ້ຈັກ, ເຂົ້າໃຈວິທິການພັດທະນາສິນຄ້າ ເພື່ອໃຫ້ແທດເໝາະກັບຕະຫລາດທັງພາຍໃນພາກພື້ນ ແລະ ສາກົນ ໃນການເຂົ້າເປັນປະຊາຄົມເສດຖະກິດອາຊຽນ ຫລື AEC ທີ່ຈະມາເຖິງນີ້. ຂອບໃຈເນື້ອໃນຈາກ: ຂປລ
ຂ່າວເຫດການ
2014-12-25T10:26:22+00:00
https://laopost.com/?p=16310
ອັງກິດຍັງໃຊ້ຊີວິດປົກກະຕິເຖິງແມ່ນຍອດຜູ້ຕິດເຊື້ອໂຄວິດລາຍວັນຫຼາຍສິບພັນຄົນ
ສຳນັກຂ່າວຕ່າງປະເທດລາຍງານວ່າ ຍອດຜູ້ຕິດເຊື້ອໂຄວິດ-19 ໃນສະຫະຣາຊະອານາຈັກອັງກິດຍັງຈັດຢູ່ໃນໂຕເລກທີ່ໜ້າເປັນຫ່ວງ ເຊິ່ງວັນຈັນຜ່ານມາ ມີລາຍງານຍອດຜູ້ຕິດເຊື້ອສູງເຖິງ 49.156 ຄົນ, ແລະ 43.738 ຄົນໃນມື້ວານນີ້ ແຕ່ລັດຖະບານຊໍ້າພັດຍົກເລີກມາດຕະການຄວບຄຸມພະຍາດໂຄວິດທັງໝົດ ທັງປ່ອຍໃຫ້ພົນລະເມືອງພາຍໃນປະເທດກັບມາໃຊ້ຊີວິດປົກກະຕິ. ລັດຖະບານອັງກິດໄດ້ຍົກເລີກມາດຕະການຄວບຄຸມພະຍາດໂຄວິດ-19 ໂດຍສະເພາະກໍແມ່ນ ການຍົກເລີກໃສ່ຜ້າປິດປາກ-ດັງໃນສະຖານທີ່ຮົ່ມ ແລະການຮັກສາໄລຍະຫ່າງທາງສັງຄົມ ເຊິ່ງຜູ້ຄົນໄດ້ກັບມາໃຊ້ຊີວິດປົກກະຕິ ເຖິງແມ່ນຈຳນວນຜູ້ຕິດເຊື້ອຍັງຄົງເພີ່ມຫຼາຍສິບພັນຄົນໃນແຕ່ລະວັນ ທັງກາຍເປັນປະເທດທີ່ມີອັດຕາການຕິດເຊື້ອສູງທີ່ສຸດໃນເອີຣົບ ຈົນນັກວິທະຍາສາດຫຼາຍຄົນອອກມາຮຽກຮ້ອງໃຫ້ລັດຖະບານຫັນມານໍາໃຊ້ແຜນ B ເພື່ອຈະກັບມາໃຊ້ມາດຕະການປ້ອງກັນໂຄວິດ-19 ຄືນໃໝ່ ແຕ່ກໍບໍ່ສາມາດປ່ຽນແປງແນວຄິດຂອງລັດຖະບານປະເທດດັ່ງກ່າວໄດ້. ຢ່າງໃດກໍຕາມ, ລັດຖະບານອາດມີແຜນຈະກັບມານຳໃຊ້ແຜນ B ໃນຊ່ວງລະດູໜາວທີ່ກຳລັງຈະມາເຖິງ ໂດຍຈະມີການອອກກົດລະບຽບບັງຄັບໃຊ້ຜ້າປິດປາກ-ດັງ, ລວມທັງໃຊ້ບັດຜ່ານວັກຊີນ ຫາກຈຳນວນຜູ້ຕິດເຊື້ອເພີ່ມສູງຂຶ້ນຈົນລະບົບສາທາລະນະສຸກບໍສາມາດຮອງຮັບຜູ້ປ່ວຍໄດ້. ຂໍ້ມູນຈາກ: ໄທຣັດອອນໄລນ໌
ຂ່າວຕ່າງປະເທດ
2021-10-20T13:36:21+00:00
https://laopost.com/?p=128701
ກຽມໃຫ້ບໍລິການແລ້ວ! ລົດໄຟຂະບວນທໍາມະດາ ທີ່ບັນຈຸໄດ້ຖ້ຽວລະ 1.000 ກວ່າຄົນ
ລົດໄຟຂະບວນທໍາມະດາ ທີ່ບັນຈຸຜູ້ໂດຍສານໄດ້ຖ້ຽວລະ 1.000 ກວ່າຄົນ ກຽມໃຫ້ບໍລິການແລ້ວ ທ່ານວົງທອງ ສຸພັນທອງ ຮອງວິສະວະກອນເອກ ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ໃຫ້ສໍາພາດຕໍ່ສື່ມວນຊົນ ຕອນເຊົ້າວັນທີ 18 ກຸມພາ 2022 ເຖິງສະພາບການໃຫ້ບໍລິການຜູ້ໂດຍສານ ພາຍຫລັງເປີດໃຫ້ບໍລິການມາໄດ້ສອງເດືອນກວ່າ ໂດຍເບື້ອງຕົ້ນໄດ້ໃຫ້ບໍລິການພຽງ 6 ສະຖານີ ຄື: ສະຖານີນະຄອນຫລວງວຽງຈັນ, ໂພນໂຮງ, ວັງວຽງ, ຫລວງພະບາງ, ອຸດົມໄຊ ແລະສະຖານີບໍ່ເຕັນ ແຂວງຫລວງນໍ້າທາ ເຊິ່ງມີມີຜູ້ໂດຍສານໃຊ້ບໍລິການຈໍານວນຫລວງຫລາຍ, ຮອດວັນທີ 6 ກຸມພາ ໄດ້ເພີ່ມສະຖານີນາເຕີຍໃຫ້ບໍລິການອີກເປັນ 7ສະຖານີ, ແຕ່ກໍມີຫາງສຽງກ່ຽວກັບການຊື້ປີ້ລົດໄຟ ເຊັ່ນ: ມາລໍຖ້າດົນ, ບາງຄົນມາຊື້ປີ້ບໍ່ທັນ, ປີ້ໝົດກ່ອນ ແລະບັນຫາອື່ນໆທີ່ປະກົດຢູ່ຕາມສື່ສັງຄົມອອນລາຍ, ຕໍ່ບັນຫານີ້ ທ່ານວົງທອງ ສຸພັນທອງ ໃຫ້ຮູ້ວ່າ: ພວກເຮົາເຫັນໄດ້ຄວາມຫຍຸ້ງຍາກຂອງປະຊາຊົນ ແລະໃຫ້ຄວາມສໍາຄັນຕໍ່ຜູ້ໂດຍສານ ໂດຍໄດ້ປຶກສາຫາລືກັບວິຊາການຜູ້ເຮັດໜ້າທີ່ໂດຍກົງ ແລະໄດ້ກໍານົດຮູບແບບການບໍລິການໃຫ້ດີຂຶ້ນກວ່າເກົ່າ ລວມທັງການຊື້ປີ້ທາງອອນລາຍ, ແຕ່ປະຈບັນນີ້ທາງບໍລິສັດທາງລົດໄຟລາວ-ຈີນ ກໍມີມາດຕະການຫລາຍດ້ານເປັນຕົ້ນ: ກໍານົດໃຫ້ມີບໍລິການຂາຍປີ້ເພີ່ມຢູ່ສູນການຄ້າວຽງຈັນເຊັນເຕີ ເຊິ່ງປະຈຸບັນພວມປັບປຸງສະຖານທີ່ຍັງບໍ່ທັນສໍາເລັດ ແລະຄາດວ່າຈະສາມາດໃຫ້ບໍລິການໃນໄວໆນີ້. ຂະນະດຽວກັນໃນວັນທີ 18 ກຸມພານີ້ ລົດໄຟຂະບວນທໍາມະດາ ທີ່ສາມາດບັນຈຸຜູ້ໂດຍສານໄດ້ ຖ້ຽວລະ 1.000ກວ່າຄົນ ກໍມາເຖິງນະຄອນຫລວງວງຈັນ ແລະຄາດວ່າ ຈະໃຫ້ບໍລິການໄດ້ໃນຕົ້ນເດືອນ ມິນາ 2022ນີ້, ຄາດວ່າບັນຫາທີ່ເກີດຂຶ້ນຈະຖືກແກ້ໄຂໄປພ້ອມກັນ. ທ່ານວົງທອງ ສຸພັນທອງ ໃຫ້ຮູ້ອີກວ່າ: ຫາກພວກເຮົາສາມາດໃຫ້ບໍລິການລົດໄຟຂະບວນທໍາມະດາໄດ້ແລ້ວ ການຊື້ປີ້ອາດບໍ່ມີບັນອີກຕໍ່ໄປ ທັງລາຄາປີ້ກໍຖືກລົງກວ່າເກົ່າ, ຜູ້ໂດຍສານທີ່ຕ້ອງການເດິນທາງ ກໍສາມາດໄປສະຖານີ ຊື້ປີ້ແລ້ວກໍອອກເດີນທາງໄດ້ເລີຍ ທັງສາມາດເອົາສິ່ງຂອງຕິດຕົວໄປນໍາໄດ້ຫລາຍຂຶ້ນ ເຊິ່ງປະຈຸບັນພວມກຽມຈະເປີດໃຫ້ບໍລິການສະຖານີກາສີ ແລະສະຖານີເມືອງງາ ຕື່ມອີກ ເຊິ່ງຂະບວນລົດໄຟຈະແວ່ຈອດທຸກສະຖານີ ແຕ່ນະຄອນຫລວງວຽງຈັນ ເຖິງສະຖານີບໍ່ເຕັນ. ແຫຼ່ງຂ່າວ: Lao National Radio
ຂ່າວພາຍໃນ
2022-02-18T16:35:39+00:00
https://laopost.com/?p=132026
ການນຸ່ງຖືຂອງແມ່ຍິງລາວ ຄວນຮັກສາເປັນວັດທະນະທໍາສືບຕໍ່ໄປ
ຕັ້ງ­ແຕ່ໃດມາ ເພດຍິງລາວ ມີຄວາມສາ­ມາດພິ­ເສດດ້ານສີ­ມື ຫຍິບ, ຖັກ, ປັກແສ່ວ ຊຶ່ງເປັນທີ່ຍອມ­ຮັບ ແລະນິ­ຍົມຂອງຄົນທາງ ພາຍໃນ ແລະຕ່າງ­ປະ­ເທດ. ວຽກງານຫຍິບ, ຖັກ, ປັກແສ່ວ ແຕ່ດົນນານມາເທົ່າທຸກມື້­ນີ້ ຖືວ່າເປັນກິດ­ຈະ­ກຳໜຶ່ງຂອງເພດຍິງລາວ, ທີ່ມີບົດ­ບາດສຳ­ຄັນ ພ້ອມທັງສ້າງຄວາມເອກ­ອ້າງທະນົງໃຈໃນວຽກງານສິ­ລະປະຫັດ­ຖະ­ກຳຕົກ ແຕ່ງຂອງລາວ ສະ­ທ້ອນສີ­ສັນອັນ ຫຼາກຫຼາຍໃນລັກ­ສະ­ນະຮູບພາບທຳມະຊາດ, ປະ­ເພ­ນີວິ­ຖີຊີ­ວິດຕ່າງໆ ຂອງສັງ­ຄົມວົງຄະ­ນາຍາດແຫ່ງຊາດ, ເວົ້າໄດ້ວ່າ ວຽກງານຫັດ­ຖະກຳຍັງກ່ຽວພັນວຽກງານເສດຖະກິດຂອງປະ­ຊາ­ຊົນດັ່ງສະ­ແດງຜົນ ງານອັນໂດດເດັ່ນເຊັ່ນ: ປະ­ເພດສິ້ນ­ໄໝລາວ, ຄຽງຄູ່ກັບການຫຍິບຖັກ, ປັກແສ່ວ, ແມ່­ຍິງລາວຍັງມີ ວັດ­ທະ­ນະ­ທຳການແຕ່ງກາຍທີ່ ເປັນເອ­ກະ­ລັກສະ­ເພາະເປັນ­ຕົ້ນ ແມ່ນການນຸ່ງສິ້ນຫຼາກຫຼາຍລັກສະນະສິສັນຜ່ານຊົນ­ເຜົ່າຕ່າງໆ ນັ້ນກາຍ­ເປັນແບບສຳ­ຄັນຕໍ່ວັດທະ ນະທຳການນຸ່ງຖືຂອງເພດຍິງ ໃນນີ້ທີ່ນິ­ຍົມກັນ, ຈະນຸ່ງສິ້ນປະ­ເພດຜ່າຝ້າຍ ຫຼື ຜ້າ­ໄໝທີ່ມີຫົວມີຕີນນຸ່ງເສື້ອແຂນທ່ອງ, ພາດຜ້າ­ບ່ຽງ ໄປຮ່ວມທຳ­ບຸນໃນວັນສຳ­ຄັນຂອງຊາດ, ເຫັນແລ້ວກໍເຂົ້າ­ໃຈໄດ້ໂລດວ່າ: ການນຸ່ງຖືຂອງແມ່­ຍິງລາວ ແມ່ນຢູ່ໃນແບບປົກປິດບໍ່ມັກເປີດແປນ, ເມື່ອທຽບກັບເພດຊາຍ ຖືວ່າເພດຍິງຮັກ­ສາເອ­ກະ­ລັກການນຸ່ງຖືໄດ້ດີກວ່າ. ແນ່­ນອນເມື່ອສັງ­ຄົມມີການ ພັດ­ທະ­ນາສີ­ສັນຊີ­ວິດກໍພັດ­ທະ­ນາ ຕາມເຫັນໄດ້ຈິງໃນເມື່ອກ່ອນເພດຍິງລາວບໍ່ມັກນຸ່ງໂສ້ງ ແຕ່ມາດຽວ ນີ້ແມ່­ຍິງລາວຈຳ­ນວນບໍ່ໜ້ອຍມັກ ນຸ່ງໂສ້ງໃນເວ­ລາຢູ່ເຮືອນ ແລະ ຍາມອອກທ່ຽວ ບັນ­ຫານີ້ກໍຂຶ້ນກັບຄວາມເໝາະສົມຂອງກາ­ລະໂອ ກາດ, ເມື່ອຍາມເຂົ້າຮ່ວມງານສຳຄັນ ຫຼື ຍາມເຂົ້າວັດ ທຳ­ບຸນ ແມ່­ຍິງ ລາວກໍນຸ່ງສິ້ນເກົ້າ­ຜົມບ່ຽງແພ ບໍ່ສະ­ເພາະເທົ່ານັ້ນ, ເພດຍິງລາວຍັງ ຮັກ­ສາພື້ນ­ຖານວັດ­ທະ­ນະ­ທຳສະຫງວນມາ­ລະ­ຍາດນິ້ມນວນອ່ອນ ຫວານສະ­ແດງໃນການເວົ້າຈາ ກັບພໍ່ແມ່, ເຖົ້າແກ່, ແຂກ ຕະ­ຫຼອດ ທັງພາຍໃນຄອບ­ຄົວ ແລະສ່ວນໜຶ່ງກໍສະ­ແດງຜ່ານພຶດ­ຕິກຳການນອບ ນ້ອມເມື່ອຢູ່ໃນສັງ­ຄົມຊຸມຊົນ. ທີ່ໄດ້ເອິ້ນມາທັງໝົດນີ້ ແມ່ນຜູ້ຂຽນຢາກກະຕຸ້ນໃຫ້ຜູ້ອ່ານໄດ້ຮູ້ ແລະບອກຕໍ່ກັນໄປໃນສິ່ງທີ່ເປັນເອ­ກະ­ລັກ ເພື່ອບໍ່ໃຫ້ຈືດ­ຈາງ ແລະບໍ່ໃຫ້ຫາຍໄປ, ໃຫ້ຄຽງຄູ່ໄວ້ສັງ­ຄົມລາວຕະ­ຫຼອດໄປ. ແຫລ່ງຂ່າວຈາກ:
ຂ່າວທ້ອງຖິ່ນ
2016-03-22T07:02:54+00:00
https://laopost.com/?p=51093
ພະຍາກອນອາກາດ ປະຈຳວັນທີ 04 ກໍລະກົດ 2017
ຄວາມກົດດັນອາກາດຕໍ່າໄດ້ມີກຳລັງແຮງເພີ້ມຂື້ນປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ແລະ ສົມທົບກັບກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ. ຊຶ່ງລັກສະນະເຊັ່ນນີ້, ຍັງສືບຕໍ່ເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກປານກາງ ຫາ ຕົກໜັກ ຢູ່ບາງທ້ອງຖິ່ນແຂວງພາກເໜືອ ຫາ ພາກກາງ ພ້ອມມີລົມພັດແຮງເປັນບາງໂອກາດ. ແຫລ່ງຂ່າວ: ກົມອຸຕຸນິຍົມ ແລະ ອຸທົກກະສາດ
ຂ່າວທ້ອງຖິ່ນ
2017-07-04T11:25:50+00:00
https://laopost.com/?p=91748
ສະຫຼຸບຫຼຽນຊີເກມ 2017ລາຍວັນ, ປະຈຳວັນທີ 28 ສິງຫາ 2017
ເມື່ອວານນີ້ທັບນັກກີລາລາວໄດ້ຫຼຽນຄຳເພີ່ມຈາກກີລາສະນຸກເກີ້ປະເພດດ່ຽວຊາຍ ປັດຈຸບັນລາວເຮົາຍັງຢູ່ອັບດັບທີ 8 ໃນຕາຕະລາງ ມີ 2 ຫຼຽນຄຳ, 3 ຫຼຽນເງິນ ແລະ 12 ຫຼຽນທອງ ແຫລ່ງຂ່າວ: Lao su-SU
ຂ່າວພາຍໃນ
2017-08-28T15:14:38+00:00
https://laopost.com/?p=94340
ຈີນເລີ່ມທົດລອງຢາປິ່ນປົວໂຄວິດ-19 ໃນຄົນແລ້ວ
ເວັບໄຊ້ ຂ່າວຕ່າງປະເທດ ໄດ້ລາຍງານວ່າ: ໃນວັນພຸດທີ 24 ພະຈິກ 2021 ທີ່ຜ່ານມາ ສະຖາບັນການຄົ້ນຄວ້າຂອງປະເທດຈີນໄດ້ເປີດເຜີຍວ່າມີຢາຊະນິດທໍາອິດທີ່ໃຊ້ຊື່ວ່າ VV116 ເປັນຍານິວຄລີໂອໄຊຕ້ານໄວຣັສໂຄວິດ-19 ຊະນິດຮັບປະທານ ເຊິ່ງມີຜົນທົດລອງເປັນທີ່ພື່ງພໍໃຈໃນການທົດລອງກັບສັດ ແລະ ຍັງອອກລິດຢັ້ບຢັ້ງຕໍ່ເຊື້ອໄວຣັສສາຍພັນດັ້ງເດີມ ແລະ ຊະນິດກາຍພັນ. ຢາ VV116 ໄດ້ຮັບການອະນຸມັດການທົດລອງທາງຄລີນິກໃນອຸຊເບກິສະຖານເປັນບ່ອນທໍາອິດ ສ່ວນຢາອີກໂຕໜຶ່ງທີ່ມີຊື່ວ່າ FB2001 ເປັນສານປະກອບໃໝ່ທີ່ອອກແບບ ແລະ ສັງເຄາະໂປຣຕີນຈາກເຊື້ອໄວຣັສໂຄໂຣນາ ເຊິ່ງເປັນໂປຣຕີນຫຼັກທີ່ມີບົດບາດສໍາຄັນໃນຂະບວນການເພີ່ມຈໍານວນຂອງເຊື້ອໄວຣັສ. ຄະນະນັກວິໄຈດໍາເນີນການທົດລອງໄລຍະທີ 1 ໃນສະຫະລັດອາເມລິກາໃນເດືອນມີນາທີ່ຜ່ານມາຫຼັງຈາກຜົນການວິໄຈກ່ອນການສຶກສາທາງຄລີນິກໄດ້ຮັບການເຜີຍແຜ່ໃນວາລະສານວິທະຍາສາດ ໃນເດືອນມິຖຸນາ 2020. ທັງນີ້ຢາ FB2001 ເປັນຜົນງານການພັດທະນາຮ່ວມກັນຂອງສະຖາບັນມາທໍເຣຍ ເມດິກາ ແຫ່ງຊຽງໄຮ້, ມະຫາວິທະຍາໄລຊຽງໄຮ້ເທັກ ແລະ ສະຖາບັນໄວຣັສວິທະຍາອູ່ຮັ່ນ ສັງກັດສະຖາບັນວິທະຍາສາດຈີນ.
ຂ່າວຕ່າງປະເທດ
2021-11-25T14:09:18+00:00
https://laopost.com/?p=129870
ຄອນໂດສ້າງໃໝ່ລົ້ນຕະຫລາດກຳປູເຈຍ
ບໍລິສັດອະສັງຫາລິມະຊັບລະດັບໂລກເຕືອນວ່າ ຊ່ວງເຄິ່ງທຳອິດຂອງປີນີ້ມີຄອນໂດມີນຽມສ້າງໃຫມ່ເກີດຂຶ້ນເປັນຈຳນວນຫລາຍໃນກຳປູເຈຍ ແຕ່ມີການຊື້ຂາຍຕົວຈິງພຽງແຕ່ 1 ໃນ 10 ເທົ່ານັ້ນ. ເຊັນຈູຣີ 21 ປະຈຳກຳປູເຈຍເຜີຍລາຍງານການວິໄຈໃນມື້ນີ້ວ່າ ຊ່ວງເຄິ່ງທຳອິດຂອງປີນີ້ມີຄອນໂດມີນຽມສ້າງໃຫມ່ຫລາຍເຖິງ 13.730 ຫ້ອງ ເພີ່ມຂຶ້ນ 52% ຈາກຊ່ວງດຽວກັນຂອງປີກ່ອນ ແລະ ຖືວ່າຫລາຍທີ່ສຸດເທົ່າທີ່ເຄີຍມີມາ ຂະນະທີ່ມີການຊື້ຂາຍຕົວຈິງພຽງແຕ່ 13% ເທົ່ານັ້ນ ສາເຫດທີ່ປະລິມານຄອນໂດມີນຽມໃຫມ່ລົ້ນຕະຫລາດນອກຈາກເປັນຜົນຈາກບັນຍາກາດໃນຕະຫລາດງຽບເຫງົາຍ້ອນຜົນກະທົບຈາກປັດໄຈເສດຖະກິດພາຍນອກແລ້ວ ຍັງເປັນຜົນຈາກຄວາມບໍ່ໝັ້ນໃຈໃນຕະຫລາດອະສັງຫາລິມະຊັບຊ່ວງຫລາຍປີຂ້າງໜ້ານຳ. ສະເພາະໃນນະຄອນຫລວງພະນົມເປນມີໂຄງການຄອນໂດມີນຽມທັງໝົດ 110 ແຫ່ງ ລວມ 36.742 ຫ້ອງ ໃນຈຳນວນນີ້ 24 ໂຄງການ 5.014 ຫ້ອງກໍ່ສ້າງ ແລະ ສົ່ງມອບໃຫ້ແກ່ຜູ້ຊື້ແລ້ວ ທີ່ເຫລືອຢູ່ລະຫວ່າງການກໍ່ສ້າງ ຜູ້ຊື້ 70% ເປັນຊາວຕ່າງຊາດ ສ່ວນໃຫຍ່ມາຈາກຈີນ ຍີ່ປຸ່ນ ແລະ ສິງກະໂປ ຄອນໂດມີນຽມແບບ 1 ຫ້ອງນອນຂະຫນາດ 50 ຕາແມັດ ລາຄາຂາຍສະເລ່ຍທີ່ 89.720 ໂດລາສະຫະລັດ ແບບ 2 ຫ້ອງນອນຂະໜາດ 85 ຕາແມັດ ສະເລ່ຍທີ່ 153.000 ໂດລາສະຫະລັດ ແລະ ແບບ 3 ຫ້ອງນອນຂະຫນາດ 129 ຕາແມັດລາຄາຂາຍສະເລ່ຍ 270.890 ໂດລາສະຫະລັດ.
ຂ່າວຕ່າງປະເທດ
2016-07-06T18:21:44+00:00
https://laopost.com/?p=64450
ນາຍົກໄທຄົນຕໍ່ໄປຈະແມ່ນໃຜ?
ກອງປະຊຸມລັດຖະສະພາເພື່ອລົງມະຕິເລືອກນາຍົກລັດຖະມົນຕີຈະມີຂຶ້ນໃນວັນທີ 5 ມິຖຸນາ 2019 ເວລາ 11:00 ໂມງ ໂດຍທ່ານ ຊວນ ຫຼີກໄພ ປະທານສະພາຜູ້ແທນລາຊະດອນ ໃນຖານະປະທານລັດຖະສະພາໄດ້ເປີດເຜີຍວ່າ ສຳນັກງານເລຂາທິການລັດຖະສະພາຈະມີໜັງສືນັດປະຊຸມສະມາຊິກລັດຖະສະພາຊຶ່ງປະກອບມີ ສ.ສ ແລະ ສ.ວ. ຊຶ່ງກ່ອນໜ້ານີ້ (ວັນທີ 31 ພຶດສະພາ 2019) ໄດ້ພຣະຣາຊະອົງການແຕ່ງຕັ້ງປະທານສະພາຜູ້ແທນລາຊະດອນ ແລະ ຮອງປະທານສະພາຄົນທີ 1 ແລະ 2 ລວມເຖິງພຣະຣາຊະອົງການແຕ່ງຕັ້ງປະທານວຸດທິສະພາ ແລະ ຮອງປະທານຄົນທີ 1 ແລະ 2 ໂດຍມີພິທີຮັບພຣະບຣົມຣາຊຊະອົງການໃນສ່ວນຂອງສະພາຜູ້ແທນລາຊະດອນທີ່ລັດຖະສະພາແຫ່ງໃໝ່. ສຳລັບການລົງມະຕິເລື່ອກນາຍົກລັດຖະມົນຕີຕາມລັດຖະທຳມະນູນກຳນົດໃຫ້ລົງມະຕິເປີດເຜີຍໂດຍການເອີ້ນຊື່ເທື່ອລະຄົນ ແລະ ລັດຖະທຳມະນູນກຳນົດໃຫ້ເປັນເອກະສິດທີ່ເປັນອິດສະຫຼະຂອງສະມາຊິກ. ຮຽບຮຽງ: ສະຫະລັດ ວອນທິວົງໄຊ ຮູບພາບ: prachachat
ຂ່າວຕ່າງປະເທດ
2019-06-04T11:33:59+00:00
https://laopost.com/?p=114425
ຈັບຕາເບິ່ງ ໄບເດນ-ປູຕິນ ພົບກັນຄັ້ງທໍາອິດໃນຊ່ວງຄວາມສໍາພັນຕົກຕໍ່າ
ວັນທີ 17 ມິຖຸນາ ປີ 2021 ສຳນັກຂ່າວ bbc ໄດ້ລາຍງານວ່າ ປະທານາທິບໍດີສະຫະລັດອາເມລິກາ ໂຈ ໄບເດນ (Joe biden) ແລະ ປະທານາທິບໍດີລັດເຊຍ ວະລາດິເມຍ ປູຕິນ (Vladimir putin) ກໍາລັງຫາລືກັນເປັນຄັ້ງທໍາອິດໃນການປະຊຸມຢູ່ທີ່ນະຄອນ ເຈນີວາ (Jeneva) ປະເທດ Switzerland. ເກີດຂຶ້ນໃນຊ່ວງທີ່ຄວາມສໍາພັນລະຫວ່າງທັງສອງຝ່າຍຢູ່ໃນຈຸດທີ່ຕໍ່າສຸດ. ການປະຊຸມຄັ້ງນີ້ ຈັດຂຶ້ນຢ່າງລະມັດລະວັງ ຢູ່ທີ່ບ້ານພັກແຄມທະເລສາບເຈນີວາ ເຊິ່ງຈະເປັນສະຖານທີ່ໃຊ້ຈັດການປະຊຸມສຸດຍອດ. ພາບປູຕິນ ແລະ ໄບເດນ ຈັບມືກັນ ຫຼັງພົບກັນຄັ້ງທໍາອິດ ການຫາລືຄັ້ງນີ້ ເກີດຂຶ້ນໃນຊ່ວງທ້າຍຂອງການເດີນທາງມາຕ່າງປະເທດ ເປັນຄັ້ງທໍາອິດໃນຖານະປະທານາທິບໍດີສະຫະລັດຂອງ ໂຈ ໄບເດັນ ເຊິ່ງລາວໄດ້ຮ່ວມການປະຊຸມກຸ່ມປະເທດອຸດສະຫະກໍາຂອງໂລກ ແລະ ຫາລືກັບບັນດາຜູ້ນໍາອົງການສົນທິສັນຍາປ້ອງກັນແອດແລນຕິກ, ການເຂົ້າຮ່ວມປະຊຸມສຸດຍອດກັບລັດເຊຍຄັ້ງນີ້ ໂຈ ໄບເດນ ໄດ້ເນັ້ນຢໍ້າວ່າ ລາວໄດ້ຮັບການການສະໜັບສະໜຸນຈາກພັນທະມິດຊາດຕະເວັນຕົກຂອງເຂົາ. ຂະນະນີ້ ສະຫະລັດອາເມລິກາ ແລະ ລັດເຊຍ ຍັງບໍ່ມີເອກອັກຄະລະຊະທູດປະຈໍາ ໃນປະເທດຂອງອີກຝ່າຍ ແລະ ເມື່ອບໍ່ດົນມານີ້ ລັດເຊຍໄດ້ບັນຈຸສະຫະລັດໄວ້ໃນບັນຊີລາຍຊື່ຢ່າງເປັນທາງການສໍາລັບ “ລັດທີ່ບໍ່ເປັນມິດ”. ຢ່າງໃດກໍຕາມ ໂຈ ໄບເດນ ກ່າວວ່າ ການຫາລືຄັ້ງນີ້ເປັນຂັ້ນຕອນສໍາຄັນວ່າ ທັງສອງຝ່າຍຈະມີຄວາມສໍາພັນທີ່ໝັ້ນຄົງ ແລະ ຄາດການໄດ້ ລະຫວ່າງກັນຫຼືບໍ່ ຂະນະທີ່ ປູຕິນ ກ່າວກັບສື່ຂອງລັດວ່າ ມີຫຼາຍບັນຫາທີ່ເຮົາສາມາດຮ່ວມມືກັນໄດ້ ແຕ່ທີ່ປຶກສາດ້ານກິດຈະການຕ່າງປະເທດຂອງ ປູຕິນ ໄດ້ກ່າວກັບນັກຂ່າວວ່າ ດ້ານດີຂອງການປະຊຸມນີ້ຍັງມີບໍ່ຫຼາຍ ຂະນະທີ່ໂຄສົກລັດຖະບານລັດເຊຍກ່າວວ່າ ການຫາລືຄັ້ງນີ້ ຈະມີຄວາມຍາກລໍາບາກຫຼາຍ. ການຫາລືກັນຄັ້ງນີ້, ຈະບໍ່ໄດ້ເປັນການປັບຄວາມສໍາພັນກັນໃໝ່ ແຕ່ຈະເປັນໂອກາດທີ່ຜູ້ນໍາຊາດມະຫາອໍານາດນິວເຄຍທັງສອງຊາດໄດ້ມາພົບໜ້າກັນອີກຄັ້ງ, ເປັນໂອກາດທີ່ຈະບໍ່ເຮັດໃຫ້ເລື່ອງຕ່າງໆຕົກຕໍ່າລົງໄປຫຼາຍກວ່ານີ້.
ຂ່າວຕ່າງປະເທດ
2021-06-18T10:20:12+00:00
https://laopost.com/?p=125432
ວາງສະແດງສິນຄ້າ ລາວ-ໄທ ເພີ່ມມູນຄ່າການຄ້າສອງປະເທດ
ເມື່ອວັນທີ 29 ມີຖຸນາຜ່ານມາສຳ­ນັກງານສົ່ງ­ເສີມການຄ້າລະ­ຫວ່າງປະ­ເທດ ໂດຍໄດ້ມອບໝາຍຈາກກົມສົ່ງເສີມການຄ້າລະ­ຫວ່າງປະ­ເທດ, ກະ­ຊວງພາ­ນິດແຫ່ງລາ­ຊະອາ­ນາ­ຈັກໄທຮ່ວມກັບກົມສົ່ງ­ເສີມ ແລະພັດ­ທະ­ນາສິນ­ຄ້າ, ກະ­ຊວງອຸດ­ສາ­ຫະ­ກຳ ແລະການຄ້າແຫ່ງ ສປປ ລາວຮ່ວມກັນເປີດງານວາງ­ສະ­ແດງສິນ­ຄ້າ Top Thai Brands 2016, ທີ່ສູນການຄ້າລາວ-ໄອເຕັກ (ຕຶກໃໝ່)ຊັ້ນ 7 ນະ­ຄອນ­ຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດ­ຖະ­ມົນ­ຕີກະ­ຊວງອຸດສາຫະກຳ ແລະການຄ້າ, ທ່ານ ນົບພະດົນ ເທບພິທັກ ເອກອັກ­ຄະ­ລາ­ຊະ­ທູດໄທປະ­ຈຳລາວ, ພ້ອມດ້ວຍຫົວ­ໜ່ວຍທຸ­ລະກິດທັງສອງປະ­ເທດລາວ-ໄທ ແລະພາກ­ສ່ວນທີ່ກ່ຽວ­ຂ້ອງເຂົ້າຮ່ວມ. ທ່ານ ນາງ ພິ­ມົນ ປົງກອງແກ້ວ ເອກອັກຄະລາ­ຊະ­ທູດທີ່ປືກສາ (ຝ່າຍການຄ້າ) ແຫ່ງລາຊະອາ­ນາ­ຈັກໄທປະ­ຈຳ ສປປ ລາວ ກ່າວວ່າ: ຈຸດ­ປະ­ສົງຫຼັກຂອງການຈັດງານຄັ້ງນີ້ກໍເພື່ອສົ່ງ­ເສີມດ້ານການຄ້າ ແລະການລົງ­ທຶນຂອງສອງປະ­ເທດ, ໃນນັ້ນ ກໍເພື່ອເພີ່ມມູນຄ່າການຄ້າລະຫວ່າງລາວ-ໄທ ຊຶ່ງງານວາງ­ສະ­ແດງສິນ­ຄ້າ ໃນເທື່ອນີ້ແມ່ນຈັດຂຶ້ນພາຍໃຕ້ຮູບແບບການຈັດງານໃໝ່ ໂດຍຮ່ວມມືກັບພັນ­ທະມິດພາກທຸ­ລະກິດຈາກສະ­ພາຫໍການຄ້າໄທ, ສະ­ພາອຸດສາຫະກຳແຫ່ງປະ­ເທດໄທ ແລະສະ­ພາຜູ້ສົ່ງອອກສິນ­ຄ້າ ທາງເຮືອໃນການຄັດເລືອກເອົານັກ­ທຸ­ລະ­ກິດເຂົ້າຮ່ວມງານຫຼາຍກວ່າ 3 ຮ້ອຍຫ້ອງວາງສະແດງ ແລະນຳສະ­ເໜີສິນ­ຄ້າ ແລະເສີມສ້າງພາບພົດຂອງສິນ­ຄ້າທີ່ມີຄຸນນະພາບ, ມີມາດ­ຖານ ແລະມີເຄື່ອງ­ໝາຍການຄ້າຂອງທັງສອງປະ­ເທດ ເປັນທີ່ຍອມ­ຮັບໃຫ້ເປັນທີ່ນິ­ຍົມ ແລະຍອມ­ຮັບ ຂອງຜູ້ບໍ­ລິ­ໂພກ ແລະພ້ອມດຽວກັນນັ້ນກໍເພື່ອ ກະຕຸ້ນໃຫ້ນັກ­ທຸ­ລະ­ກິດທັງສອງປະ­ເທດຮ່ວມມືເຊິ່ງກັນ ແລະກັນພາຍໃຕ້ບັນ­ຍາ­ກາດງານວາງ­ສະ­ແດງສິນ­ຄ້າທີ່ມີຄວາມສ້າງ­ສັນ. ທ່ານ ນາງ ພິ­ມົນ ປົງກອງແກ້ວ ກ່າວຕື່ມວ່າ: ນອກ­ຈາກການ­ສະ­ແດງ ແລະຈຳ­ໜ່າຍສິນ­ຄ້າ ແລ້ວພາຍໃນງານຍັງມີກິດ­ຈະ­ກຳຕ່າງໆເຊັ່ນ: ການ­ສະ­ແດງຜົນ­ງານໂຄງ­ການພະຣາດດຳຣິ ໃນໂອ­ກາດມະ­ຫາມຸງ­ຄຸນຖະ­ເຫຼີງຖະຫວັນລາຊະສົມ­ບັດ ຄົບ­ຮອບ 70 ປີຂອງພະບາດສົມເດພະເຈົ້າມະ­ຫາຊີ­ວິດແຫ່ງລາ­ຊະອາ­ນາ­ຈັກໄທ, ນອກນັ້ນ ກໍມີການສາ­ທິດປຸງແຕ່ງ­ອາ­ຫານ, ການສາ­ທິດນວດແຜນບູ­ຮານ ແລະສະປາ ຊຶ່ງໃນນີ້ ກໍຍັງມີການຝຶກອາ­ຊີບໄລ­ຍະສັ້ນ, ການ­ສະ­ແດງຄອນ­ເສີດ, ການຈັບສະ­ຫຼາກ ແລະແຈກລາ­ງວັນ ປີ້ຍົນໄປ-ກັບ (ນະ­ຄອນ­ຫຼວງວຽງຈັນ-ບາງ­ກອກ-ນະ­ຄອນ­ຫຼວງວຽງຈັນ) ແລະກິດ­ຈະ­ກຳອື່ນໆ, ສ່ວນງານວາງ­ສະ­ແດງສິນ­ຄ້າດັ່ງ ກ່າວແມ່ນເລີ່ມແຕ່ວັນທີ 29 ມິ­ຖຸ­ນາ-3 ກໍ­ລະ­ກົດ 2016. ທີ່ມາ:
ຂ່າວພາຍໃນ
2016-07-01T11:57:55+00:00
https://laopost.com/?p=63830
ແວ່ນປ້ອງກັນແສງບໍ່ຈຳເປັນ ໝໍບອກແສງສີຟ້າບໍ່ກໍ່ເກີດມະເຮັງ
ຈາກກະແສຂ່າວທີ່ວ່າ ການໄດ້ຮັບແສງສີຟ້າ ຫລື ບລູໄລ ຈາກໜ້າຈໍອຸປະກອນ ເອເລັກໂຕນິກ ທັງສະມາດໂຟນ ແລະ ຄອມພິວເຕີ ຈະສົ່ງຜົນກະທົບຕໍ່ດວງຕາເປັນສາເຫດເຮັດໃຫ້ເກີດມະເຮັງ ແລະ ຈໍປະສາດຕາເສື່ອມ ຈົນເຮັດໃຫ້ມີຜູ້ຜະລິດເລນແວ່ນ ຕາ ແລະ ແວ່ນຕາທີ່ຊ່ວຍປ້ອງກັນແສງສີຟ້າ ຫລື ທີ່ທາງການແພດເອີ້ນວ່າ “ເລນ ບລູລັອກ” ອອກມາວາງຂາຍໃນຕະຫລາດ ໂດຍມີລາຄາສູງກວ່າ ເລນທົ່ວໄປ ແລະ ມີການໂຄສະນາວ່າ ຊ່ວຍປ້ອງກັນແສງຍູວີ 400 ແລະ ແສງສີຟ້ານັ້ນ ການວິໄຈລ່າສຸດພົບແລ້ວວ່າ ເລນເຫລົ່ານັ້ນບໍ່ໄດ້ຊ່ວຍປ້ອງກັນບັນຫາສຸຂະພາບດວງຕາແຕ່ຢ່າງໃດ ເພາະເຖິງແມ່ນ ໃສ່ແວ່ນຕາປະເພດນີ້ ແຕ່ຖ້າຫາກຍັງໃຊ້ສາຍຕາກັບອຸປະກອນ ເອເລັກໂຕນິກຫລາຍໆ ກໍສົ່ງຜົນກະທົບຕໍ່ດວງຕາໄດ້ເຊັ່ນດຽວກັນ ແສງບລູໄລ ບໍ່ໄດ້ສົ່ງຜົນໃຫ້ເປັນມະເຮັງທາງສາຍຕາແນ່ນອນ ແຕ່ກໍອາດສົ່ງຜົນເຮັດໃຫ້ຈໍປະສາດຕາເສື່ອມໄດ້ ເຖິງແມ່ນຈະໃສ່ແວ່ນຕາປ້ອງກັນແສງສີຟ້າກໍຕາມ ເຊິ່ງການໃຊ້ສາຍຕາຫລາຍໆ ນອກຈາກຈະເຮັດໃຫ້ດວງຕາເກີດການເມື່ອຍລ້າແລ້ວ ກໍຍັງສົ່ງຜົນໃຫ້ເຈັບຫົວ ປວດຕົ້ນຄໍ ແລະ ໄຫລ່ໄດ້ນໍາອີກ ດັ່ງນັ້ນຫາກຕ້ອງໃຊ້ສາຍຕາ ດົນໆ ກໍຄວນພັກສາຍຕາເປັນເວລາ 15 ນາທີ ໃນທຸກໆ 25 ນາທີ ຫລື ພັກສາຍຕາ 10 ນາທີທຸກໆ 30 ນາທີ ກໍຈະຊ່ວຍໄດ້ ສຳລັບແສງສີຟ້າ ຫລື ບລູໄລ ຖືເປັນແສງທີ່ມີຄວາມຖີ່ຫລາຍກວ່າ 400 ນາໂນແມັດ ເຊິ່ງແສງດັ່ງກ່າວຈະສາມາດທະລຸເຂົ້າໄປໃນດວງຕາທີ່ມີແກ້ວຕາດຳ ແລະ ເຍື່ອຕາຂາວ ແລະ ອາດເປັນສາເຫດເຮັດໃຫ້ເກີດຕໍ້ກະຈົກໄດ້ ໃນຂະນະທີ່ແສງ UV ເກີນ 400 ນາໂນແມັດ ຈະເຂົ້າໄປທຳລາຍຈຸລັງໃນ ເລຕິນາ ຫລື ຈຸລັງປະສາດຕາທີ່ຈຸດຮັບພາບໂດຍກົງເຮັດໃຫ້ຈໍປະສາດເສື່ອມ ທັງນີ້ໂດຍປົກກະຕິແລ້ວ ແສງ ບລູໄລ ຈະພົບໄດ້ໃນຈໍດິຈິຕອນແອວຊີດີ ເຊິ່ງເຮັດມາຈາກແສງໄຟແອວອີດີ ແລະ ເມື່ອໃຊ້ອຸປະກອນເຫລົ່ານີ້ດົນໆ ແສງກໍຈະເຂົ້າສູ່ ເລຕິນາຫລາຍຂຶ້ນ ຈົນອາດເຮັດໃຫ້ເກີດບັນຫາກ່ຽວກັບດວງຕາໄດ້ ແຕ່ຄົນມັກຈະເຂົ້າໃນຜິດວ່າ ບລູໄລ ເປັນສາເຫດຂອງພະຍາດມະເຮັງ ທີ່ຄວາມຈິງແລ້ວແສງ UVA ແລະ UVB ນັ້ນສົ່ງຜົນໃຫ້ເກີດມະເຮັງທີ່ຜິວໜັງເທົ່ານັ້ນ
ສຸຂະພາບ ແລະ ສີ່ງແວດລ້ອມ
2014-10-29T13:16:19+00:00
https://laopost.com/?p=12845
ສິ່ງທີ່ໂຄຊ ທີມຊາດລາວ ຊຸດໃຫຍ່ ຢາກບອກແຟນບານ
ໃນຕອນບ່າຍຂອງມື້ນີ້ ວັນທີ 24/08/2016, ອຈ ເວີນສະຫວັນ ສີວິໄຊ ໄດ້ ໂພສຂໍ້ຄວາມລົງໃນ facebook ສ່ວນຕົວ ເຊິ່ງມີເນື້ອໃນດັ່ງນີ້: “ມື້ນີ້ ແມ່ນມື້ທີ່ ທີມຊາດລາວ ຊຸດໃຫ່ຍ ຈະລົງແຂ່ງຂັນກັບ ທີມຊາດ ຊາອຸດີອາຣັບເບຍ ຊຶ່ງ ປະຊາຊົນລາວ ສ່ວນໃຫ່ຍ ຢາກໃຫ້ທີມລາວເຮົາ ຊະນະ ແລະ ພວກເຮົາ ທັງ ຄະນະຄູຝຶກ ແລະ ນັກກິລາ ກໍ່ຢາກຊະນະ ແຕ່ ພວກເຮົາ ພາກັນ ຕື່ນນອນໄດ້ແລ້ວ ຢາກໃຫ້ຢູ່ ກັບໂລກຄວາມເປັນຈິງ ໄດ້ແລ້ວ 1. ຊາອຸດີອາຣັບເບຍ ໄປບານໂລກຈັກຄັ້ງ? ເປັນທີມ ລະດັບຕົ້ນໆ ຂອງອາຊີ 2. ລະດັບເສດຖະກິດ ຂອງ ເຂົາຕ່າງກັນປານຟ້າກັບດິນ ທຽບໃສ່ ບ້ານເຮົາ ແຕ່ເວົ້ານີ້ ບໍ່ແມ່ນເຮົາບໍ່ຢາກສູ້ ພວກເຮົາມານີ້ ມີນ້ຳໃຈຮັກຊາດສູງສົ່ງ ມີຄວາມເສຍສະລະ ແລະ ຢາກຊະນະ ແຕ່ເປົ້າໝາຍຂອງເຮົາຄື ໄປເອົາຊະນະ ມາລດິບ ແລະ ສາມາດເຂົ້າຮອບໃຫ້ໄດ້ ພ້ອມທັງລາຍການ ຊູຊູກີຄັບ ອັນນັ້ນ ຈຶ່ງ ແມ່ນ ໂລກຄວາມເປັນຈິງເພາະສະນັ້ນ ການແຂ່ງຂັນ 2 ນັດກັບ ຊາອຸດີ ອາຣັບເບຍ ເປັນການທົດສອບ ນັກກິລາ ເຖິງຈະຊະນະ, ເສຍໜ້ອຍຫຼາຍ ປະຕູ ຖ້ານັກກິລາ ເຂົ້າໃຈ ລະບົບການຫຼີ້ນ, ຫຼີ້ນດ້ວຍໃຈເກີນຮ້ອຍ ກະຖືວ່າ ເປັນບາດກ້າວທີ່ດີ ໃຫ້ແກ່ທີມຊາດ. ກັບທີມທ່ີ່ມີລະດັບຂົງເຂດ ພຸມມີພາກ ຄື ອາຊຽນ ແລະ ອາຊີໄຕ້ ກໍ່ຄື ມາລດິບ ເພາະສະນັ້ນ ຂໍຮ້ອງ ຢ່າຫວັງຜົນອອກມາໃນມື້ນີ້ ແລ້ວຕັດສິນ ທີມງານ ແລະ ນັກກິລາ ເທື່ອຖ້າ ພວກເຮົານຳທີມໄປ ບໍ່ປະສົບຜົນສຳເລັດຄື ບໍ່ຊະນະ ມາລດິບ ຫຼື ບໍ່ສາມາດຜ່ານເຂົ້າຮອບແບ່ງກຸ່ມ ຊູຊູກີຄັບ ຂ້າພະເຈົ້າ ຈະເປັນຜູ້ທຳອິດ ຂໍລາອອກ ຈາກຄູຝຶກ ທີມຊາດ ແລະ ບໍ່ຂໍຫຍຸ້ງກ່ຽວກັບທີມຊາດອີກ ຂໍຂອບໃຈທຸກຄຳເຫັນ ແລະ ຄຳຕຳນິ ລ້ວນແລ້ວ ແຕ່ເປັນເຂັມທິດເຍືອງທາງ ໃຫ້ພວກເຮົາ ເພື່ອປະສົບຜົນສຳເລັດ ແຕ່ຄຳດ່າຄຳປ້ອຍ ຄຳປະນາມ ເປັນຢາພິດທີ່ຮ້າຍແຮງ ແຕ່ກໍ່ເປັນ ແຮງບັນດານໃຈ ໃຫ້ພວກເຮົາສູ້. ຂອບໃຈພາບແລະ ຂ່າວຈາກ: ເຟສບຸກ veunsavanh.sivisay ແລະ http://laosportnews.com/ ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!
ຂ່າວພາຍໃນ
2016-08-25T18:09:53+00:00
https://laopost.com/?p=70196
ເກີດເຫດຟ້າຜ່າງົວ ປະຊາຊົນ ຕາຍ 26 ໂຕ!
ເກີດເຫດຟ້າຜ່າເຮັດໃຫ້ງົວຂອງປະຊາຊົນຕາຍສ້າງຄວາມເສຍຫາຍເກືອບ 200.000.000 ກີບ, ເນື່ອງຈາກຝົນຕົກໜັກ ລົມພັດແຮງໃນຄໍ່າຄືນຂອງວັນທີ 20 ກັນຍາ 2022ຜ່ານມານີ້ ຢູ່ທີ່ບ້ານຫ້ວຍງ້ວນເມືອງງາແຂວງອຸດົມໄຊ ໄດ້ເກີດເຫດມີຟ້າຜ່າງົວຂອງປະຊາຊົນຕາຍຈໍານວນ 26 ໂຕ ເຊິ່ງຄາດວ່າໄດ້ສ້າງຄວາມເສຍຫາຍເກືອບ 200.000.000ລ້ານກີບ. ອີງຕາມການໃຫ້ຂໍ້ມູນເບິ່ງຕົ້ນຂອງທ່ານ ບຸນແພງ ເຊຍເຍລີ ຫົວຫນ້າຫນ່ວຍງານລ້ຽງສັດ ຫ້ອງການກະສິກຳແລະປ່າໄມ້ເມືອງໃຫ້ຮູ້ວ່າ ງົວດັ່ງກ່າວແມ່ນງົວຂອງ ທ້າວ ໄມ່ແສງ ມີທັງໝົດ 30ໂຕ ຖືກຟ້າຜາ 26ໂຕ ຕໍ່ເຫດການດັ່ງກ່າວພາກສ່ວນກ່ຽວຂ້ອງໄດ້ລົງກວດກາຕົວຈິງເຫັນວ່າຂົງເຂດດັ່ງກ່າວແມ່ນສ່ວນຫຍ້າລ້ຽງງົວ ສ່ວນຂົງເຂດຖືກຟ້າຜ່າເປັນເຂດຮາບພຽງ ມີສຸມໄມ້ຊາງໄພເປັນບ່ອນຢູ່ຂອງງົວສັງເກດເຫັນຫນໍ່ໄມ່ຢູ່ຂົງເຂດດັ່ງກ່າວແຕກຫມູ່ນທັງຫມົດ ແລະ ຕາມຕົນຕົວຂອງງົວມີຫລັກສະນະແຫຼ້ກໍ່າ ເຊິ່ງວິຊາການຫ້ອງການກະສິກຳແລະປ່າໄມ້ເມືອງງາໄດ້ແນະນໍາໃຫ້ຝັງງົວທີ່ຕາຍທັງຫມົດຕາມຫລັກວິຊາການແລະຫ້າມນໍາມາບໍໂພກເພາະອາດຈະມີຄວາມສ່ຽງໃນການຕິດເຊື້ອຈາກສັດສູ່ຄົນໄດ້ Cr. Media Laos
ຂ່າວທ້ອງຖິ່ນ
2022-09-22T15:41:30+00:00
https://laopost.com/?p=137860
ການໃຊ້ສານເຄມີອັນຕະລາຍໃນຂົງເຂດກະສິກໍາມີແຜ່ຫລາຍ ແລະ ຈະແກ້ໄຂແນວໃດ?
ຄະນະປະຈໍາສະພາແຫ່ງຊາດ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ລັດຖະບານກໍຄືກະຊວງກະສິກໍາ ແລະ ປ່າໄມ້ ໄດ້ເອົາໃຈໃສ່ຄົ້ນຄວ້າສ້າງນິຕິກໍາຫລາຍສະບັບ ເປັນຕົ້ນ: ກົດໝາຍວ່າດ້ວຍກະສິກໍາ, ການປ້ອງກັນພືດ, ການລ້ຽງສັດ ແລະ ສັດຕະວະແພດ, ການປະມົງ, ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຢາປາບສັດຕູພືດ, ຄໍາສັ່ງກ່ຽວກັບການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງຢາປາບສັດຕູພືດ, ຝຸ່ນ, ແນວພັນພືດ ແລະ ອື່ນໆທີ່ນໍາໃຊ້ຢູ່ໃນ ສປປ ລາວ ເພື່ອແນ່ໃສ່ສົ່ງເສີມໃຫ້ມີການຜະລິດສີນຄ້າກະສິກໍາສະອາດ ແລະ ປອດສານພິດ ເພື່ອເປັນທ່າແຮງໃນການສົ່ງອອກ, ເປັນສະບຽງອາຫານສາມາດຕອບສະໜອງຄວາມຕ້ອງການຂອງສັງຄົມໃຫ້ນັບມື້ຫລາຍຂຶ້ນ. ແຕ່ຄຽງຄູ່ກັນນັ້ນ, ສັງເກດເຫັນວ່າການຜະລິດກະສິກໍາຍັງມີການນໍາໃຊ້ສານເຄມີອັນຕະລາຍເກີນມາດຕະຖານຢ່າງແຜ່ຫລາຍ ເປັນຕົ້ນ: ການລ້ຽງປາກະຊັງຂອງນັກລົງທຶນຕ່າງປະເທດຢູ່ນະຄອນຫລວງວຽງຈັນ, ຈໍາປາສັກ ແລະ ທ້ອງຖິ່ນອື່ນໆ ທີ່ບໍ່ສອດຄ່ອງກັບລະບຽບກົດໝາຍ, ມີການສົ່ງກິ່ນເໝັນລົບກວນປະຊາຊົນທີ່ຢູ່ໃກ້ຄຽງເປັນຕົ້ນ: ຟາມລ້ຽງໝູຢູ່ເມືອງໂພນໂຮງແຂວງວຽງຈັນ, ຟາມລ້ຽງໄກ່ຢູ່ເມືອງບາຈຽງຈະເລີນສຸກ, ການໃຊ້ຢາປາບສັດຕູພືດ, ຢາຂ້າຫຍ້າຢ່າງຊະຊາຍຢູ່ເມືອງປາກຊ່ອງແຂວງຈໍາປາສັກ, ຊຶ່ງໄດ້ສົ່ງຜົນກະທົບຮ້າຍແຮງຕໍ່ແຫລ່ງນໍ້າໃນບໍລິເວນໃກ້ຄຽງ, ນອກຈາກນີ້ຍັງມີຫລາຍໂຄງການປູກກ້ວຍ ຂອງນັກລົງທຶນຕ່າງປະເທດ ເຊັ່ນ: ຢູ່ເມືອງປາກງື່ມນະຄອນຫລວງວຽງຈັນ, ແຂວງອຸດົມໄຊ, ບໍ່ແກ້ວ ແລະ ທ້ອງຖິ່ນອື່ນໆທີ່ ໃຊ້ສານເຄມີປະເພດຢາຂ້າຫຍ້າເກີນມາດຕະຖານແບບຊະຊາຍເຊັ່ນກັນ, ສົ່ງຜົນກະທົບບໍ່ດີຕໍ່ສຸຂະພາບຂອງກໍາມະກອນ ແລະ ປະຊາຊົນຢູ່ໃກ້ຄຽງ. ຕາມການລາຍງານຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ໄດ້ກວດພົບການນໍາໃຊ້ຢາຂ້າຫຍ້າ ແລະ ຢາປາບສັດຕູພືດທີ່ມີສານເຄມີອັນຕະລາຍຢູ່ສວນກ້ວຍໃນແຂວງບໍ່ແກ້ວ ໂດຍສະເພາະສານ Carbendazim, Glyphosphte, Paraquat, Dicofol, Chlopyrifos ແລະ Cyperethrin ຊຶ່ງມີຜົນກະທົບອັນບໍ່ດີຕໍ່ສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ. ອົງການອາຫານ ແລະ ການກະເສດສະຫະປະຊາຊາດໃຫ້ຮູ້ວ່າ: ສານເຄມີປະເພດດັ່ງກ່າວ ເມື່ອເຂົ້າສູ່ຮ່າງກາຍຈະເກີດອາການເຈັບຫົວ, ເຈັບທ້ອງ, ປວດຮາກ, ວິນຫົວ, ປຸ້ນທ້ອງ, ເຈັບກ້າມເນື້ອ ແລະ ອື່ນໆ ໃນເມື່ອມີການສະສົມໃນຮ່າງກາຍ ແມ່ນຈະມີຄວາມສ່ຽງສູງທີ່ຈະເປັນມະເລັງປອດ, ຜິວໜັງ, ເມັດເລືອດ, ລໍາໄສ້, ສະໝອງ, ເບົາຫວານ, ອໍາມະພາດ, ອໍາມະພຶກ, ພະຍາດຜິວໜັງ ແລະ ອື່ນໆ. ດັ່ງນັ້ນຖ້າປະປ່ອຍໃຫ້ມີການນໍາໃຊ້ສານເຄມີອັນຕະລາຍໄປດົນນານ ຈະສົ່ງຜົນຕໍ່ສັງຄົມ, ສິ່ງແວດລ້ອມ ແລະ ທໍາມະຊາດ ແລະ ກະທົບຕໍ່ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຂອງຊາດໃນໄລຍະຍາວ. ຂ່າວ: ລາວພັດທະນາ
ຂ່າວເຫດການ
2016-11-21T12:02:18+00:00
https://laopost.com/?p=77211
ພາວະເງິນເຟີ້ຢູ່ລາວ ຮອດເດືອນ ກັນຍາ 2020 ແມ່ນຍັງຢູ່ອັດຕາສູງ
ໜັງສືພິມວຽງຈັນໃໝ່ ລາຍງານໂດຍອີງຕາມຂໍ້ມູນ ດັດຊະນີ ລາຄາຜູ້ບໍລິໂພກ ໃນເດືອນກັນຍາ 2020 (Consumer Price Indexc CPI) ຊີ້ໃຫ້ເຫັນວ່າ ພາວະເງິນເຟີ້ ຢູ່ ສປປ ລາວ ຮອດເດືອນ ກັນຍາ 2020 ແມ່ນຍັງຢູ່ອັດຕາສູງ ໂດຍມີອັດຕາເງິນເຟີ້ ໂດຍລວມ ຢູ່ທີ 4.63% ໂດຍສາເຫດ ຂັບເຄື່ອນ ອັດຕາເງີນເຟີ້ນີ້ ແມ່ນເນື່ອງມາຈາກ ສປປ ລາວ ມີການນໍາເຂົ້າສິນຄ້າ ຫຼາຍກ່ວາສົ່ງອອກ, ການເໜັງຕີງຂອງຄ່າເງິນ, ການລົບກວນຈາກການແຜ່ລະບາດໂຄວິດ, ການຜະລິດພາຍໃນ ແມ່ນຍັງບໍ່ທັນເຂັ້ມແຂງ ແລະ ອື່ນໆ. ອັດຕາເງິນກີບ ທຽບໃສ່ເງິນໂດລ້າສະຫະລັດ ຫຼຸດລົງ 4.29% ແລະ ທຽບໃສ່ລາຄາເງິນບາດໄທ ຫຼຸດລົງ 10.3% ໃນເດືອນ ກໍລະກົດ ປີ 2020. ເຊິ່ງລາຍການລາຄາສິນຄ້າທີ່ເພີ່ມຂຶ້ນມີດັງຕໍ່ໄປນີ້: ລາຄາ ອາຫານ ແລະ ເຄື່ອງດື່ມ ເພີ່ມຂຶ້ນ 7.7% ຕໍ່ປີລາຄາ ຊີ້ນໝູ ເພີ່ມຂຶ້ນ 26.32% ຕໍ່ປີລາຄາ ຊີ້ນງົວ ເພີ່ມຂຶ້ນ 11.62% ຕໍ່ປີລາຄາ ຊີ້ນເປັດໄກ່ ເພີ່ມຂຶ້ນ 6.02% ຕໍ່ປີລາຄາ ປາ-ອາຫານທະເລ ເພີ່ມຂຶ້ນ 5.15% ຕໍ່ປີລາຄາ ນໍ້າມັນພືດ ເພີ່ມຂຶ້ນ 5.99% ຕໍ່ປີລາຄາ ໝາກໄມ້ ເພີ່ມຂຶ້ນ 4.4% ຕໍ່ປີລາຄາ ຜັກ ເພີ່ມຂຶ້ນ 14.88% ຕໍ່ປີລາຄາ ເຄື່ອງນຸ່ງ ເພີ່ມຂຶ້ນ 4.15% ຕໍ່ປີລາຄາ ເຄື່ອງເຮືອນ ເພີ່ມຂຶ້ນ 4.87% ຕໍ່ປີລາຄາ ເຟີນິເຈີ ເພີ່ມຂຶ້ນ 7.7% ຕໍ່ປີລາຄາ ຢາ ເພີ່ມຂຶ້ນ 5.66% ຕໍ່ປີ ຮຽບຮຽງຂ່າວ: ພຸດສະດີ
ຂ່າວທ້ອງຖິ່ນ
2020-10-09T10:52:08+00:00
https://laopost.com/?p=121641
14 ໂຣກຕິດຕໍ່ທາງເພດສຳພັນ ທີ່ທ່ານຄວນຮູ້ໄວ້
ໃນຄໍລຳສຸຂະພາບ ມື້ນີ້ແອັດມິນຈະມານຳສະເໜີໂຣກຕິດຕໍ່ທີ່ສາມາດຕິດກັນໄດ້ທາງເພດສຳພັນມາບອກໃຫ້ທຸກຄົນໄດ້ຮັບຮູ້ໄປພ້ອມກັນ ຄົນສ່ວນອາດຄິດວ່າໂຣກຕິດຕໍ່ທາງເພດສຳພັນມີພຽງໂຣກເອດສ໌ , ໜອງໃນ, ຫອນໄກ່, ຫູກຫອນໄກ່ ປະມານນີ້ ເພາະເປັນໂຣກທີ່ມີຄົນເປັນຫຼາຍ ແຕ່ຄວາມຈິງແລ້ວໂຣກຕິດຕໍ່ທາງເພດສຳພັນນີ້ ມັນມີຫຼາຍເຖິງ 14 ຊະນິດ. ໂອ້! ອ່ານແລ້ວບາງໂຣກກໍ່ເປັນຕາຢ້ານກວ່າທີ່ຄິດ ສະນັ້ນ ການມີເພດສຳພັນກັບຄູ່ນອນແປກໜ້າທຸກຄັ້ງຕ້ອງປ້ອງກັນໃຫ້ດີ ຢ່າປະໝາດ ເພາະທ່ານອາດຈະເສຍໃຈໄປຕະຫຼອດຊີວິດ. 14 ໂຣກຕິດຕໍ່ທາງເພດສຳພັນທີ່ຄວນລະວັງ 1.ໂຣກເອດສ໌ (AIDS) ເກີດຈາກການຮັບເຊື້ອ Human immunodeficiency virus ຫຼື HIV ເຂົ້າໄປທຳລາຍເມັດເລືອດຂາວ ທີ່ເປັນແຫຼ່ງສ້າງພູມຄຸ້ມກັນໂຣກ ເຮັດໃຫ້ຮ່າງການມີພູມຄຸ້ມກັນໂຣກໜ້ອຍລົງ ຈິ່ງເຮັດໃຫ້ເຊື້ອໂຣກແຊກຊ້ອນເຂົ້າສູ່ຮ່າງກາຍໄດ້ງ່າຍຂຶ້ນເຊັ່ນ: ມະເຮັງ, ວັນນະໂຣກ ແລະ ສາເຫດຂອງການເສຍຊີວິດກໍ່ມັກເກີດຂຶ້ນຈາກການຕິດເຊື້ອສວາຍໂອກາດຕ່າງໆເຫຼົ່ານີ້ ທີ່ຈະເຮັດໃຫ້ອາການຮຸນແຮງ ແລະ ເສຍຊີວິດຢ່າງໄວ. 2.ໜອງໃນ (Gonorrhoea) ເປັນໂຣກຕິດຕໍ່ທາງເພດສຳພັນເກີດຈາກການຕິດເຊື້ອແບັດທີເຣຍ Neisseria gonorrhoeae ເຮັດໃຫ້ເກີດອາການລະຄາຍເຄືອງໃນທໍ່ປັດສະວະ ແສບຂັດເວລາປັດສະວະ ແລະ ມີໜອງໄຫລອອກມາຈາກທໍ່ປັດສະວະ ອາດຈະເຮັດໃຫ້ເກີດອາການອັກເສບໃນຊ່ອງທ້ອງ ຫຼື ເປັນໝັນຫາກບໍ່ໄດ້ຮັບການຮັກສາ 3.ໜອງໃນທຽມ (Non-gonococcal Urethritis/Non gonococcal Cervicitis) ເປັນໂຣກຕິດຕໍ່ທາງເພດສຳພັນທີ່ເຮັດໃຫ້ມີອາການແວບປາຍທໍ່ປັດສະວະ ປັດສະວະຂັດ ແລະ ມີໜອງໄຫຼ ແລະ ມີມູນອອກເລັກນ້ອຍໂດຍສະເພາະໃນຕອນເຊົ້າ ສ່ວນແມ່ຍິງອາດມີອາການຄັນຕົກຂາວຜິດປົກກະຕິเ 4.ແຜແຄມອະໄວຍະວະເພດ(Chancroid) ເປັນໂຣກຕິດຕໍ່ທາງເພດສຳພັນທີ່ເກີດຈາກເຊື້ອ Haemophilus Ducreyi ເຮັດໃຫ້ເກີດແຜເປັນທີ່ອະໄວຍະວະເພດ ບວມ ແລະ ເຈັບ ບາງຄົນຈະເກີດມີຕ່ອມນ້ຳເຫຼືອງທີ່ຂາໜີບ ຫຼື ທີ່ຊາວບ້ານເອີ້ນວ່າ ໄຂ່ດັນບວມ ຫາກບໍ່ຮັກສາໜອງຈະແຕກອອກຈາກຕ່ອມນ້ຳດຫຼືອງ ມັກມີຫຼາຍແຜ ຂອບແຜນຸ້ມ ແລະ ບໍ່ລຽບ ກົ້ນແຜເປິເປື້ອນມີໜອງ ມີເລືອດອອກງ່າຍເວລາສຳພັດຈະເຈັບປວດຫຼາຍ 5.ເປັນຫຼຶນທີ່ອະໄວຍະວະເພດ (Genita Herpes Simplex Virus Infection) ເປັນໂຣກຕິດຕໍ່ທາງເພດສຳພັນທີ່ເກີດຈາກເຊື້ອໄວຣັສ herpes simplex virus ເຮັດໃຫ້ເກີດອາການປວດແສບທີ່ບໍລິເວນຂາ, ກົ້ນ ຫຼື ອະໄວຍະວະເພດ ແລະ ຕາມດ້ວຍການເກີດຜື່ນເປັນຕຸ່ມນ້ຳໃສໆ ແຜຈະຫາຍໄປເອງໃນໄລຍະ 2-3 ອາທິດ ແຕ່ເຊື້ອຍັງຈະຢູ່ໃນຮ່າງກາຍ ເມື່ອຮ່າງກາຍອ່ອນແອເຊື້ອຈະກັບຄືນມາເປັນອີກຄັ້ງ 6.ຫູດເຂົ້າສານ (Molluscum contagiosum) ເປັນໂຣກຕິດຕໍ່ທາງເພດສຳພັນ ເກີດຈາກເຊື້ອໄວຣັສ Molluscum contagiosum virus (MCV) ເຮັດໃຫ້ເກີດເປັນຕຸ່ມນູນເຖິງຜິວໜັງ ຈະພົບຫຼາຍໃນຄົນທີ່ຕິດເຊື້ອເອດສ໌ ຈຳນວນຕຸ່ມທີ່ເກີດຂຶ້ນອາດມີຫຼາຍ ຫຼື ມີໜ້ອຍນັ້ນມັນຂຶ້ນກັບສະພາບຮ່າງກາຍຂອງຜູ້ປ່ວຍ ມັກເກີດທີ່ບໍ່ລິເວນອະໄວຍະວະເພດພາຍນອກ ແລະ ໂຄນຂາດ້ານໃນ 7.ຫູດຫອນໄກ່ (Condyloma Acuminata) ເປັນໂຣກຕິດຄໍ່ທາງເພດສຳພັນເກີດຈາກໄວຣັສ Human papilloma virus ລັກສະນະເປັນຕິ່ງເນື້ອອ່ອນໆ ສີບົວຄ້າຍຫອນໄກ່ ມັກເກີດຢູ່ບໍລິເວນທີ່ອຸ່ນ ແລະ ອັບ ຫູດນີ້ຈະມີການແຜ່ຂະຫຍາຍໄວ ສະນັ້ນຜູ້ທີ່ເປັນຕ້ອງຟ້າວຮັກສາ ຖ້າປະໄວ້ດົນມັນຈະຮັກສາຍາກ 8.ຂີ້ຫິດ (Scabies) ເປັນໂຣກຕິດຕໍ່ທາງເພດສຳພັນ ເກີດຈາກຕົວໄຮ Sarcoptes scabei ລັກສະນະຈະມີຕຸ່ມນ້ຳໃສໆ ແລະ ມີຕຸ່ມໜອງຄັນຂຶ້ນກະຈາຍອອກທັງສອງຂ້າງຂອງຮ່າງກາຍ ມັກພົບຕາມງ່າມນິ້ວມື, ສອກ. ຮັກແຮ້, ຮອບຫົວນົມ, ຮອບໃສ່ບື, ອະໄວຍະວະສືບພັນ, ຂໍ້ຕີນ, ຫຼັງຕີນ, ກົ້ນ ຜູ້ປ່ວຍຈະມີອາການຄັນຫຼາຍໂດຍສະເພາະຕອນກາງຄືນ ສາມາດຕິດຕໍ່ໄດ້ຈາກການສຳພັດໃກ້ຊິດ ສຳພັດທາງການມີເພດສຳພັນ ລື ຢູ່ໃຫ້ກັບຜູ້ປ່ວຍ. 9.ຊິຟິລິສ (Syphilis) ເປັນໂຣກຕິດຕໍ່ທາງເພດສຳພັນເກີດຈາກການຕິດເຊື້ອ Treponema pallidum ເປັນໂຣກທີ່ມີອັນຕະລາຍ ແລະ ມີອາການຊ້ຳເຮື້ອ ສາມາດຕິດຕໍ່ຍາວນານກວ່າ 2 ປີ ລັກສະນະການຕິດເຊື້ອທຳອິດຈະເປັນກ້ອນແຂງທີ່ບໍລິເວນອະໄວຍະວະເພດ ແຕ່ບໍ່ເຈັບ ຖ້າບໍ່ຮັກສາຈະກາຍເປັນໄລຍະທີສອງທີ່ຮຽກວ່າເຂົ້າຂໍ້ ຫຼື ອອກດອກ ຖ້າປ່ອຍໄວ້ດົນຈະເຮັດໃຫ້ເກີດໂຣກພະຍາດແກ່ລະບົບຕ່າງໆຂອງຮ່າງກາຍ ທັງລະບົບຫົວໃຈ ແລະ ຫຼອດເລືອດ ລະບົບປະສາດເປັນຕົ້ນ ນອກຈາກນີ້ຍິງຖືພາທີ່ເປັນໂຣກ ຊິຟິລິສຈະສາມາດຖ່າຍທອດໂຣກນີ້ໃຫ້ແກ່ລູກໃນທ້ອງໄດ້ ຮຽກວ່າ ຊິຟີລິສແຕ່ກຳເນີດ (congenital syphilis) ດ້ວຍເຫດນີ້ຈິ່ງຖືວ່າໂຣກຊິຟິລິສເປັນໂຣກທີ່ອັນຕະລາຍ 10.ໂລນ (Pediculosis Pubis) ເປັນໂຣກຕິດຕໍ່ທາງເພດສຳພັນ ເກີດຈາກແມງຕົວນ້ອຍທີ່ຮຽກວ່າ pediculosis pubis ອາໃສຢູ່ທີ່ຂົນຫົວເນົ່າ ມັກໄຕ່ຕາມຮາກຂົນອ່ອນ ແລະ ດູດເລືອດຄົນເປັນອາຫານ ຜູ້ເປັນໂຣກນີ້ຈະມີອາການຄັນ ເມື່ອເກົາຈະເຮັດໃຫ້ຕົວເຊື້ອແຜ່ລາມໄປບໍລິເວນອື່ນໄດ້ ການວິໄຈສາມາດເຮັດໄດ້ດ້ວຍຕາເປົ່າ ຈະເຫັນໄຂ່ສີຂາວເກາະທີ່ບໍລິເວນໂຄນຂົນໄຂ່ຈະມີລັກສະນະວົງມົນ ສ່ວນຕົວແມງເມື່ອກິນເລືອດອື່ມຈະອອກສີນ້ຳຕານ ຕິດຕໍ່ໄດ້ຈາກການສຳພັນທາງເພດກັບຜູ້ປ່ວຍ ຫຼື ນຸ່ງສະລິບຮ່ວມກັນ ການຮັກສາແມ່ນສາມາດຊື້ຢາຈາກຮ້ານຂາຍຢາມາທາ ແຕ່ສຳລັບຄົນຖືພາ ແລະ ເດັກນ້ອຍຄວນໄປປຶກສາແພດ 11.ພະຍາດຊ່ອງຄອດ (Vaginal Trichomoniasis) ເປັນໂຣກຕິດຕໍ່ທາງເພດສຳພັນເກີດຈາກເຊື້ອ ໂປຣໂຕຊົວ Trichomonas vaginalis ຜູ້ຕິດເຊື້ອຈະມີອາການຕົກຂາວຜິດປົກກະຕິ ມີສີຂຽວຂຸ່ນ ຫຼື ເຫຼືອງເຂັ້ມ ມີຟອງອາກາດ ແລະ ມີກິ່ນເໝັນ ເກີດການລະຄາຍເຄືອງບໍລິເວນອະໄວຍະວະ ເຈັບປວດໃນເວລາມີເພດສຳພັນ ຄັນ ແລະ ແສບປາກຊ່ອງຄອດ 12.ເຊື້ອຣາໃນຊ່ອງຄອດ (Vaginal Candidiasis) ເປັນໂຣກຕິດຕໍ່ທາງເພດສຳພັນເກີດຈາກເຊື້ອຣາກຸ່ມ Candida ເຊິ່ງ 80-90% ເກີດຈາກ Candida albicans ເຮັດໃຫ້ມີອາການຄັນຄາຍບໍລິເວນຊ່ອງຄອດ ມີອາການຕົກຂາວຂຸ່ນຈັບເປັນກ້ອນ ອາດມີອາການປັດສະວະແສບຂັດ ເຈັບເວລາມີເພດສຳພັນ 13.ໂຣກປີກມົດລູກອັກເສບ (Pelvic Inflammatory Diseases, PID) ເປັນໂຣກຕິດຕໍ່ທາງເພດສຳພັນເກີດຈາກການຕິດເຊື້ອຂອງມົດລູກ ຮັງໄຂ່ ລື ທໍ່ຮັງໄຂ່ ຜູ້ທີ່ເປັນໂຣກນີ້ອາດເສຍຊີວິດໄດ້ຫາກຕິດເຊື້ອຮຸນແຮງ ແລະ ຫາກບໍ່ຮັກສາ ອາດເກີດໂຣກແຊກຊ້ອນຈົນເປັນໝັນ ຫຼື ເສຍຊີວິດ 14.ແຜກາມໂຣກຊ້ຳເຮື້ອທີ່ຂາໜີບ (Granuloma inguinale) ເປັນໂຣກຕິດຕໍ່ທາງເພດສຳພັນເກີດຈາກເຊື້ອແບັດທີເຣຍ Donovania granulomatis ໂດຍຈະມີແຜທີ່ບໍລິເວນອະໄວຍະວະເພດ ຂາໜີບ, ແຖວຂາ ຫຼື ບໍລິເວນໜ້າ ແຫລ່ງຂໍ້ມູນຈາກ: maiduyenthai.blogspot.com/2015/09/14.html
ສຸຂະພາບ ແລະ ສີ່ງແວດລ້ອມ
2017-04-05T18:47:03+00:00
https://laopost.com/?p=88149
ເປັດນ້ອຍກຽມຜົນງານເພງໃໝ່
ສາວເປັດນ້ອຍ ສັງກັດຢູ່ຄ້າຍລາວລ້ານຊ້າງ ເຈົ້າຂອງຜົນງານເພງ ອິດສາ ແລະ ຜົນງານລ່າສຸດແມ່ນ ຍອມຢູ່ຫ່າງໆທີ່ຕິດຫູໃຜຫລາຍໆຄົນໃນປະຈຸບັນນີ້ ຫລັງຈາກທີ່ປ່ອຍຜົນງານເພງຍອມຢູ່ຫ່າງໆ ອອກມາໄດ້ບໍ່ດົນ ກໍ່ກຽມເພງ ໄໝ່ອອກມາຕິດໆກັນເລີຍ ເຊິ່ງຜົນງານເພງໃໝ່ນີ້ ສາວເປັດນ້ອຍໄດ້ບອກວ່າ ຈະເປັນເພງສະຕ໋າຍປ໋ອບ ແລະ ຈະໄດ້ເຫັນເປັດນ້ອຍໃນຮູບແບບໃໝ່ ຈາກທີ່ເຄີຍເຫັນເປັນນັກຮ້ອງດ່ຽວ ແຕ່ຜົນເພງໃໝ່ນີ້ຈະເປັນນັກຮ້ອງ ກຸ່ມຈະມີສິລະ ປິນນ້ອງໃໝ່ ອີກ 2 ສາວມາຮ່ວມຮ້ອງລວມເປັນ3 ສາວເຊິ່ງຜົນງານເພງໃໝ່ນີ້ແມ່ນມີຊື່ວ່າ ເບື່ອຄົນຫລາຍໃຈເນື້ອຫາຈະເວົ້າເຖິງຜູ້ຊາຍຄົນໜື່ງທີ່ຫລາຍໃຈ ຖ້າພົບຜູ້ຊາຍແບບນີ້ຂໍບໍ່ມີເລີຍດີກວ່າຜົນງານເພງໃໝ່ ນີ້ຈະເປັນແນວໃດ ຝາກຕິດຕາມກໍ່ແລ້ວກັນໄວໆນີ້ໄດ້ເຫັນກັນຢ່າງແນ່ນອນ
ຂ່າວບັນເທິງ
2014-08-20T11:09:36+00:00
https://laopost.com/?p=9081
ເລີ່ມສຶກສາຄວາມເປັນໄປໄດ້ ການນຳໃຊ້ລະບົບສາກໝໍ້ໄຟ ໃຫ້ພາຫະນະ
ລັດວິສາຫະກິດໄຟຟ້າລາວ ຮ່ວມກັບ ບໍລິສັດ ອີວີ (EV) ລາວ ຈຳກັດ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ໃນການເປີດໂຄງການສາທິດ ທົດລອງນຳໃຊ້ ສະຖານີສາກ ແລະ ລົດທີ່ຂັບເຄື່ອນດ້ວຍພະລັງງານໄຟຟ້າໃນ ສປປ ລາວ ເພື່ອສຶກສາຄວາມເປັນໄປໄດ້ ໃນການນຳໃຊ້ລະບົບສາກໝໍ້ໄຟ ສະໜອງໃຫ້ພາຫະນະທີ່ແລ່ນດ້ວຍໄຟຟ້າ. ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໄດ້ຈັດຂື້ນ ໃນວັນທີ 2 ເມສາ 2019 ທີ່ນະຄອນຫລວງວຽງຈັນ ໂດຍທ່ານ ບຸນອຸ້ມ ສີວັນເພັງ ຜູ້ບໍລິຫານລັດວິສາຫະກິດໄຟຟ້າລາວ ແລະ ທ່ານ ບຸນເລີດ ຫລວງປະເສີດ ປະທານບໍລິສັດອີວີລາວ ຈຳກັດ, ໂດຍການເເຂົ້າຮວ່ມຂອງທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ. ໃນພິທີເຊັນບົດບັນທຶກ, ທ່ານ ຄຳມະນີ ອິນທິລາດ ໄດ້ກ່າວວ່າ: ລັດຖະບານ ຈະເລີ່ມຈັດຕັ້ງປະຕິບັດ ນຳໃຊ້ພາຫະນະພະລັງງານໄຟຟ້າ ໃນບັນດາເຂດຕົວເມືອງໃຫຍ່ ເພື່ອເປັນການສາທິດໂຄສະນາປະຊາສຳພັນ ໃຫ້ປະຊາຊົນຢູ່ໃນຂົງເຂດອື່ນໄດ້ເຫັນເຖິງປະສິດທິພາບ, ຄວາມສາມາດ ແລະ ການປະຢັດໃນການນຳໃຊ້ພາຫະນະພະລັງງານໄຟຟ້າ, ແຕ່ໃນຂົງເຂດການບໍລິການນັ້ນ ຕ້ອງມີໂຄງລ່າງພື້ນຖານທີ່ຮັບປະກັນຢ່າງຄົບຊຸດ ເຊັ່ນ: ສະຖານີສາກ, ສູນບໍລິການອາໄຫລ່ ແລະ ການສ້ອມແປງຕ່າງໆ, ຫລັງຈາກນັ້ນ ຈຶ່ງຄ່ອຍຂະຫຍາຍການບໍລິການອອກໄປຍັງເຂດຕ່າງໆ ໃນຂອບເຂດທົ່ວປະເທດ ເພື່ອຫຼຸດຜ່ອນຄວາມກັງວົນຂອງຜູ້ຊົມໃຊ້ພາຫະນະທີ່ຂັບເຄື່ອນດ້ວຍພະລັງງານໄຟຟ້າ ໂດຍສະເພາະໝໍ້ໄຟ ແລະ ໄລຍະເວລາການສາກຍາວ, ການເປັນທີ່ຍອມຮັບຂອງຜູ້ຊົມໃຊ້ຍັງມີຈຳນວນຈຳກັດ. ໂຄງການສາທິດການນຳໃຊ້ສະຖານີສາກ ແລະ ລົດໄຟຟ້າ ທີ່ລັດວິຫະກິດໄຟຟ້າລາວ ແລະ ບໍລິສັດອີວີລາວ ໄດ້ຮ່ວມກັນຈັດຕັ້ງຂຶ້ນໃນຄັ້ງນີ້, ແມ່ນເລັ່ງໃສ່ການນຳໃຊ້ທ່າແຮງດ້ານພະລັງງານໄຟຟ້າ ຈາກແຫຼ່ງພະລັງງານທົດແທນຂອງປະເທດເຮົາເປັນຫຼັກ, ໂດຍການເລືອກເອົາພາຫະນະທີ່ນຳໃຊ້ໄຟຟ້າ ຫລື ລົດໄຟຟ້າແບບປະສົມ ລະຫວ່າງໄຟຟ້າ, ພະລັງງານໄຮໂດຣເຈນ, ພະລັງງານແກ໊ສມີເທນ ແລະ ໄຟຟ້າກັບນ້ຳມັນເຊື້ອໄຟ ເຊິ່ງເປັນພື້ນຖານໃນການພັດທະນາລະບົບການຂົນສົ່ງມົນລະພິດຕ່ຳ, ມີຄ່າສິ້ນເປືອງຕ່ຳ ແລະ ເປັນມິດກັບສິ່ງແວດລ້ອມ. ຂຽນໂດຍ: ແຟນຊິສ ສະຫວັນຄຳ
ຂ່າວທ້ອງຖິ່ນ
2019-04-03T09:32:49+00:00
https://laopost.com/?p=112390
ຫວຽດນາມ ຄາດການເຕີບໂຕຂອງເສດຖະກິດ ຂະຫຍາຍຕົວໄວໃນປີໜ້າ
ຫວຽດນາມ ຄາດການເຕີບໂຕທາງເສດຖະກິດຂອງປະເທດ ຂະຫຍາຍຕົວວ່ອງໄວໃນປີໜ້າ ຢູ່ທີ່ລະດັບ 6.2% ຫລາຍກ່ວາ ທີ່ຕັ້ງເປົ້າໄວ້ຂອງປີນີ້ 5.8%. ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານ ຫງວຽນ ເຕິນ ຢຸງ ນາຍົກລັດຖະມົນຕີ ສສ ຫວຽດນາມ ໄດ້ກ່າວໃນກອງປະຊຸມ ສະພາແຫ່ງຊາດ ໃນວັນທີ 20 ຕຸລາຜ່ານມານີ້ວ່າ ລັດຖະບານມີແຜນທີ່ຈະຮັກສາລະດັບອັດຕາເງິນເຟີ້ໃນປີໜ້າ ໃຫ້ຢູ່ໃນ ລະດັບ 5% ແລະ ໂດຍພາຍຫລັງເສດຖະກິດມີການຂະຫຍາຍຕົວໃນລະດັບ 5.42% ໃນປີ 2013 ເຊິ່ງມາໃນປີນີ້ ເສດຖະກິດ ຂອງຫວຽດນາມກໍຂະຫຍາຍຕົວໄວຂຶ້ນ ດ້ວຍອັດຕາການເຕີບໂຕທາງເສດຖະກິດ ໃນໄຕມາດທີ 3 ຂອງປີ 2014 ນີ້ແມ່ນ ຢູ່ທີ່ 6.19% ເພີ່ມຂຶ້ນຈາກ 5.42% ໃນໄຕມາດທີ 2 ແລະ 5.09% ຂອງໄຕມາດທຳອິດໃນປີນີ້. ກອງປະຊຸມສະພາແຫ່ງຊາດ ສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ XIII ຂອງ ສສ ຫວຽດນາມ ຈະສິ້ນສຸດ ລົງພາຍໃນທ້າຍເດືອນພະຈິກນີ້ ເຊິ່ງຄາດວ່າຈະມີການອະພິປາຍ ແລະ ລົງມະຕິຮັບຮອງເອົາເປົ້າໝາຍຂອງແຜນພັດ ທະນາເສດຖະກິດ – ສັງຄົມຂອງລັດຖະບານ ປະຈຳປີ 2015 ແລະ ຫລັງຈາກທີ່ນາຍົກລັດຖະມົນຕີ ຫງວຽນ ເຕິນ ຢຸງ ໄດ້ ປະກາດຜົນການປະເມີນຜົນທາງເສດຖະກິດໃນທິດທາງບວກ ສຳລັບປີ 2014 ແລະ ເປົ້າໝາຍທີ່ຈະຂະຫຍາຍຕົວໄວໃນ ປີ 2015 ນັ້ນ ກໍໄດ້ສົ່ງຜົນເຮັດໃຫ້ຫຸ້ນຂອງຫວຽດນາມ ປັບໂຕຂຶ້ນເລັກໜ້ອຍອີກດ້ວຍ.
ຂ່າວຕ່າງປະເທດ
2014-10-21T10:04:36+00:00
https://laopost.com/?p=12257
ຕະຫລາດຫລັກຊັບລາວ ຈະເຕີບໂຕຢ່າງກ້າວກະໂດດ ຫລັງເປີດປະຊາຄົມເສດຖະກິດອາຊຽນ!
ສາດສະດາຈານ ດຣ ເດດພູວັງ ມູລຣັຕ໌ ອະດີດປະທານຄະນະຜູ້ບໍລິຫານຕະຫລາດຫລັກຊັບ ລາວ(ຕລຊລ)ໄດ້ໃຫ້ສຳພາດນັກ ຂ່າວພວກເຮົາໃນໂອກາດເຂົ້າຮ່ວມກອງປະຊຸມສຳມະນາຫົວຂໍ້ “ສປປ ລາວໂອກາດແຫ່ງການກ້າວກະໂດດ”ເມື່ອວັນທີ 15 ມິຖຸນາຜ່ານມາທີ່ຕະຫລາດ ຫລັກຊັບ ລາວວ່າ: ປີນີ້ແມ່ນພໍດີຄົບຮອບ 5 ປີຂອງການສ້ງຕັ້ງຕະຫລາດຫລັກຊັບລາວ, ພາຍຫລັງລັດຖະບານ ໄດ້ຫລິງເຫັນຄວາມສຳຄັນຂອງການມີຕະຫລາດທຶນເພື່ອເປັນ ແຫລ່ງລະດົມທຶນໃໄລຍະຍາວເພື່ອ ການພັດທະນາເສດຖະກິດ-ສັງຄົມ ແລະ ກາຍເປັນແຫລ່ງລະດົມທຶນທີ່ມີມາດຕະຖານສາກົນຄື: ເພີ່ຜະລິດຕະພັນໃນ ຕລຊລ ໂດຍຕັ້ງເປົ້າໝາຍຮອດປີ 2020 ຈະໃຫ້ມີ 25 ບໍລິສັດເຂົ້າມາຈົດ ທະບຽນ, ໂດຍຜ່ານປັດໄຈສະໜັບສະໜູນຫລາຍດ້ານຄື: ປັດໄຈອັນທຳອິດແມ່ນນະໂຍບາຍພາກ ລັດທີ່ຊຸກຍູ້ສົ່ງເສີມໃຫ້ບໍລິສັດຂອງຄົນລາວລະດົມທຶນຜ່ານຕະຫລາດຫລັກຊັບ, ພ້ອມທັງຊຸກດັນໃຫ້ລັດວິສາຫະກິດ ຂອງລາວຫັນເປັນມະຫາຊົນ, ເຊິ່ງປັດຈຸບັນເຫັນວ່າມີຫລາຍກວ່າ 30 ລັດວິສາຫະກິດແມ່ນມີຄວາມ ອາດສາມາດເຂົ້າຈົດທະ ບຽນໃນຫລາດດັ່ງກ່າວ, ປັດໄຈອັນທີສອງແມ່ນການຂະຫຍາຍຕົວຂອງເສດຖະກິດລາວສະເລ່ຍໃນລະດັບ 7-8% ຕໍ່ປີ, ສະນັ້ນ ບັນດາບໍລິສັດຕ່າງໆລ້ວນແຕ່ມີຄວາມຈຳເປັນນຳໃຊ້ທຶນຫລວງຫລາຍເພື່ອຮອງຮັບການເຕີບໂຕດັ່ງກ່າວ ແລະ ປັດໄຈອັນທີສາມແມ່ນຄວາມຮັບຮູ້ເຂົ້າໃຈຂອງສັງຄົມຕໍ່ວຽກງານການລົງທຶນໄດ້ຄ່ອຍໆສູງຂຶ້ນ. ທ່ານ ເດດພູວັງ ກ່າວວ່າ: ປັດຈຸບັນມີ 3 ບໍລິສັດທີ່ຈົດທະບຽນໃນຕະຫລາດຫລັກຊັບລາວແລ້ວຄື: ບໍລິສັດຜະລິດ ໄຟຟ້າລາວມະຫາຊົນ (EDL-GEN), ທະນາຄານການຄ້າຕ່າງປະເທດລາວມະຫາຊົນ (BCEL) ແລະ ບໍລິສັດ ລາວເວີນ ມະຫາຊົນ(LWBC) ແລະ ຄາດວ່າຈະມີບໍລິສັດອີກຈຳນວນໜຶ່ງພວມກະກຽມຈະເຂົ້າຈົດທະບຽນໃນໄວໆນີ້, ສະນັ້ນ ເພື່ອເພີ່ມຖານນັກລົງທຶນໃຫ້ຫລາຍຂຶ້ນໃນ ຕລຊລ ຕ້ອງໄດ້ມີການປັບປຸງບັນດານິຕິກຳ, ລະບຽບຫລັກການ ແລະ ລະບົບໃຫ້ສອດຄ່ອງກວ່າເກົ່າ, ໂດຍສະເພາະແມ່ນເລັ່ງໃສ່ການພັດທະນາລະບົບການຊື້-ຂາຍ ທີ່ອຳນວຍຄວາມສະດວກ ສະບາຍແກ່ນັກລົງທຶນເປັນຕົ້ນ: ຈັດຕັ້ງສູນຝາກຫລັກຊັບ, ປັບປຸງລະບົບການຊຳລະສະສາງເພື່ອໃຫ້ນັກລົງ ທຶນມີເວລາ ໃນການໜູນເງິນລົງທຶນ ແລະ ການບໍລິການບັນຊີເງິນໃຫ້ກູ້ຢືມເພື່ອຊື້ຫລັກຊັບເຫລົ່ານີ້ເປັນຕົ້ນ. ນອກຈາກນີ້, ຕລຊລ ຈະມີແຜນປັບເກນການສົ່ງຄຳສັ່ງຊື້-ຂາຍຮຸ້ນຂັ້ນຕ່ຳຈາກປັດຈຸບັນຄຳສັ່ງຊື້-ຂາຍຂັ້ນຕ່ຳ 1 ຮຸ້ນ ແລະ ອະນາຄົດ ຈະປັບເປັນ 200 ຮຸ້ນ ເພື່ອເພີ່ມສະພາບຄ່ອງ ແລະ ສະທ້ອນລາຄາທີ່ແທ້ຈິງຕາມຄວາມຕ້ອງການຂອງຕະຫລາດ ລວມທັງປັບເກນການເຄື່ອນໄຫວຂອງລາຄາຮຸ້ນເພີ່ມຂຶ້ນລົງໄດ້ຊ່ວງລະ 50 ກີບໃຫ້ກາຍເປັນຊ່ວງລະ 100-200 ກີບ, ເຊິ່ງຈະຊ່ວຍເພີ່ມມູນຄ່າການຊື້-ຂາຍ ແລະ ຂະຫຍາຍຖານນັກລົງທຶນໃຫ້ ຕລຊລ ມີບັນຍາກາດຄືກຄື້ນໃນອະນາຄົດ. ທ່ານ ເດດພູວັງ ກ່າວວ່າ: ຂ້າພະເຈົ້າເຊື່ອວ່າ ພາຍຫລັງເປີດປະຕູກ້າວເຂົ້າສູ່ປະຊາຄົມເສດຖະກິດອາຊຽນ (AEC) ໃນທ້າຍປີ 2015 ນີ້, ຕະຫລາດຫລັກຊັບລາວຈະເຕີບໂຕຢ່າງກ້າວກະໂດດ ເນື່ອງຈາກບັນດາບໍລິສັດຕ່າງໆລວມທັງປະ ຊາຊົນລາວມີຄວາມຕື່ນຕົວໃນການລົງທຶນຫລາຍຂຶ້ນ, ສະນັ້ນ ສິ່ງສຳຄັນທີ່ສຸດແມ່ນທຸກຝ່າຍຕ້ອງໄດ້ກະກຽມຕົວ ແລະ ຄວາມພ້ອມໃຫ້ດີເພື່ອສ້າງຄວາມເຂັ້ມແຂງຮອບດ້ານໃຫ້ສາມາດແຂ່ງຂັນໃນເງື່ອນໄຂດັ່ງກ່າວໄດ້. ແຫລ່ງຂ່າວ: ລາວພັດທະນາ
ຂ່າວພາຍໃນ
2015-06-17T13:57:12+00:00
https://laopost.com/?p=28315
ສະຖານທູດລາວ ປະຈຳ ສປ ຈີນ ສະເຫລີມສະຫລອງວັນຊາດຄົບຮອບ 41 ປິ
ເມື່ອວັນທີ 3 ທັນວາ 2016 ທີ່ຜ່ານມາສະຖານທູດລາວ ປະຈຳນະຄອນຫລວງປັກກິ່ງ ສປ ຈີນ ໄດ້ຈັດພິທີ ສະເຫລີມສະຫລອງ ວັນຊາດລາວ ຄົບຮອບ 41 ປິ ຢ່າງຄຶກຄື້ນມວ່ນຊື່ນ ໂດຍການເປັນປະທານຂອງທ່ານ ນາງ ວັນດີ ບຸດທະສະວົງ ເອກອັກຄະລັດຖະທູດລາວ ປະຈຳ ສປ ຈີນ,ມີພະນັກງານ, ອາຈານ ແລະ ນັກສຶກສາເຂົ້າຮວ່ມ 250 ກວ່າຄົນ. ໃນພິທີນີ້,ມີການສະແດງສິລະປະ-ວັດທະນະທຳ,ອ່ານກາບກອນ,ຂັບລຳ,ຮອ້ງເພງໄດ້ສ້າງ ຄວາມເບີກ ບານມວ່ນ ຊື່ນແລະ ມີ ຄວາມໝາຍຄວາມສຳຄັນທີ່ສຸດ. ໃນໂອກາດນີ້,ທ່ານ ນາງ ວັນດີ ບຸດທະສະວົງ ໄດ້ເລົ່າ ປະຫວັດຄວາມເປັນມາ ຂອງບັນພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດ ທີ່ໄດ້ເສຍສະຫລະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ແລະ ບໍ່ຍອມຈໍານົນ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ ໄຊຊະນະອັນໃຫຍ່ຫລວງ ແລະ ປະກາດເອກະລາດ, ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ນອກຈາກນີ້, ທ່ານ ນາງ ວັນດີ ກໍ່ໄດ້ ໂອ້ລົມຕັກເຕືອນນັກສຶກ ແລະ ນັກຮຽນຮູ້ປັນຍາຊົນທຸກຄົນ ໃຫ້ມີຄວາມສາມັກຄີຊວ່ຍເຫລືອກັນ, ຕ້ອງບຸກບືນຫ້າວຫັນ ສຳເລັດໃນໜ້າທີ່ຂອງຕົນ,ເພື່ອພອ້ມກັນນຳເອົາຄວາມຮູ້ຄວາມສາມາດໄປພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຂື້ນໄປເລື້ອຍໆ. ຂ່າວຈາກ: http://laos.cri.cn/681/2016/12/04/222s209311.htm ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!
ຂ່າວພາຍໃນ
2016-12-05T09:09:37+00:00
https://laopost.com/?p=78642
ລັດເຊຍທົດສອບຍິງຈະຫລວດ ເຊື່ອວ່າມີປະສິດທິພາບສູງກວ່າທີ່ໃຊ້ໃນປະຈຸບັນ
ທາງການລັດເຊຍປະສົບຄວາມສຳເລັດໃນການທົດສອບຍິງຈະຫລວດສະກັດກັ້ນມິດໄຊສ໌ຮູ່ນໃຫມ່ ຈາກຖານລັບໃນກຽກກິດສະຖານ ເຊື່ອວ່າມີປະສິດທິພາບສູງກວ່າຈະຫລວດທີ່ໃຊ້ໃນປະຈຸບັນ. ສຳນັກຂ່າວຕ່າງປະເທດລາຍງານວ່າ ທາງການລັດເຊຍຢືນຢັນເຖີງຄວາມປະສົບຜົນສຳເລັດໃນການທົດສອບຍິງຈະຫລວດສະກັດມິດໄຊສ໌ ຂອງລະບົບປ້ອງກັນຂີປະນາວຸດຮຸ່ນໃຫມ່ ພ້ອມທັງເຜີຍແຜ່ວິດີໂອຄຣິບຊ່ວງເວລາທີ່ມິດໄຊສ໌ປ່ອຍອອກຈາກທໍ່ເກັບມິດໄຊສ໌ໃຕ້ດິນ ຫລື ໄຊໂລ (Silo), ຖານລັບສຸດຍອດໃນທົ່ງຫິມະຂອງກຽກກິດສະຖານ.ຕາມລາຍງານຂອງຫນັງສືພິມ ‘ເຣດ ສະຕາ’ ຂອງກະຊວງກະລາໂຫມລັດເຊຍ. ອັນເດຣ ປຮິດຄອດໂຕ, ຮອງຜູ້ບັນຊາການກອງກຳລັງສະເພາະກິດທາງອາກາດ ແລະ ມິດໄຊສ໌ ແຫ່ງກອງທັບອາກາດລັດເຊຍ ລະບຸວ່າ ພວກເຂົາປະສົບຄວາມສຳເລັດໃນການທົດສອບຍິງມິດໄຊສ໌ລະບົບປ້ອງກັນທາງອາກາດທີ່ຜ່ານການປັບປຸງຍົກລະດັບໃຫມ່ ທັງໄລຍະທຳການ, ຄວາມຊັດເຈນ ແລະ ອາຍຸການໃຊ້ງານທີ່ດົນກວ່າອາວຸດທີ່ມີຢູ່ໃນປະຈຸບັນຫລາຍເທົ່າ. ຈະຫລວດຂອງລະບົບປ້ອງກັນທາງອາກາດຮຸ່ນໃຫມ່ນີ້ຍີງໄປໄດ້ໄກເຖີງ 99,7793 ກິໂລແມັດ ແລະ ສາມາດສະກັດຂີປະນາວຸດທີ່ຍິງເຂົ້າມາໃນໄລຍະຄວາມສູງບໍ່ເກີນ 30,5775 ກິໂລແມັດ, ອອກແບບມາເພື່ອປົກປ້ອງລັດຖະບານ ແລະ ຫ້ອງການສຳນັກງານຕ່າງໆ. ລັດເຊຍຍັງບອກເພີ່ມເຕີມວ່າ ຈະຫລວດມິດໄຊສ໌ນີ້ສ້າງຈາກວັດສະດຸທີ່ຜະລິດພາຍໃນປະເທດເທົ່ານັ້ນ ບໍ່ມີການນຳເຂົ້າຊີ້ນສ່ວນວັດຖຸຈາກປະເທດອື່ນເລີຍ ຢ່າງໃດກໍຕາມບໍ່ມີການເປີດເຜີຍຂໍ້ມູນເຸຖີງຊື່ຂອງມິດໄຊສ໌ຮຸ່ນໃຫມ່ແຕ່ຢ່າງໃດ. ແຫລ່ງຂ່າວຕ່າງປະເທດ TRN
ຂ່າວຕ່າງປະເທດ
2018-02-13T12:35:33+00:00
https://laopost.com/?p=99330
ລັດຖະບານມຽນມາ ໄດ້ປະກາດຂະຫຍາຍເວລາສະຖານະການສຸກເສີນອອກໄປອີກ 6 ເດືອນ
ໃນວັນທີ 1 ກຸມພາ 2023 ຜ່ານມາ, ສະຖານີໂທລະພາບ MR ທີວີ ທາງການຂອງມຽນມາ ລາຍງານວ່າ, ສະພາປ້ອງກັນປະເທດແລະຄວາມໝັ້ນຄົງແຫ່ງຊາດຂອງລັດຖະບານມຽນມາ ໄດ້ປະກາດຂະຫຍາຍເວລາສະຖານະການສຸກເສີນອອກໄປອີກ 6 ເດືອນ, ເນື່ອງຈາກສະຖານະການຍັງບໍ່ທັນກັບຄືນສູ່ສະພາບປົກກະຕິ ແລະ ລັດຖະບານຕ້ອງການເວລາເພີ່ມຂຶ້ນໃນການເລືອກຕັ້ງຢ່າງສັນຕິ. ໂດຍການປະກາດຂະຫຍາຍພາວະສຸກເສີນໃນມຽນມາ ພາຍຫຼັງ 2 ປີ ທີ່ກອງທັບມຽນມາ ໄດ້ບັງຄັບໃຊ້ສະຖານນະການສຸກເສີນ ນັບຕັ້ງແຕ່ກອງທັບໄດ້ຍຶດອຳນາດຈາກລັດຖະບານຂອງ ທ່ານນາງ ອອງຊານ ຊູຈີ ເມື່ອວັນທີ 1 ກຸມພາ ປີ 2021 ແລະ ອາດເຮັດໃຫ້ແຜນການເລືອກຕັ້ງທີ່ກຳນົດໄວ້ໃນເບື້ອງຕົ້ນ ທີ່ຈະຈັດຂຶ້ນໃນເດືອນສິງຫາປີນີ້, ອາດຈະຕ້ອງໄດ້ເລື່ອນເວລາຕື່ມອີກ ເພາະວ່າພາຍໃຕ້ລັດຖະທຳມະນູນຂອງມຽນມາ ລະບຸວ່າໃຫ້ຈັດການເລືອກຕັ້ງທົ່ວໄປໄດ້ ຖ້າຫາກກອງທັບມຽນມາໂອນອຳນາດການປົກຄອງໃຫ້ປະທານາທິບໍດີໃນົລຍະ 6 ເດືອນກ່ອນການເລືອກຕັ້ງ ຢ່າງໃດກໍຕາມ, ມາຮອດປະຈຸບັນຍັງບໍ່ທັນມີກຳນົດເວລາທີ່ຈະແຈ້ງໃນການເລືອກຕັ້ງ ຕາມທີ່ທ່ານພົນເອກ Min Aung Hlaing ໄດ້ໃຫ້ຄຳໝັ້ນສັນຍາວ່າ ອາດຈະເກີດຂຶ້ນໃນເດືອນສິງຫາ. ທີ່ມາ: NikKia Asia
ຂ່າວຕ່າງປະເທດ
2023-02-02T09:31:09+00:00
https://laopost.com/?p=141891
ທະນາຄານກະສິກອນໄທມອບ 70 ລ້ານໂດລາໃຫ້ໂຄງການກໍ່ສ້າງໂຮງໝໍກະເສມລາດ
ເມື່ອວວັນທີ 14 ມິຖຸນາຜ່ານມາທີ່ໄດ້ຈັດພິທີລົງນາມສະໜັບສະໜູນເງິນຈຳນວນ 70 ລ້ານໂດລາໃຫ້ແກ່ການກໍ່ສ້າງໂຮງໝໍກະເສມລາດ ອິນເຕີເນເຊິນແນວ ວຽງຈັນ ຊຶ່ງຢູ່ໃນເຄືອຂອງບໍລິສັດບາງກອກ ເຊັນ ຮອສປີໂຕ ຈຳກັດ ລະຫວ່າງ ທ່ານ ຮສ ດຣ ສະເຫຼີມ ຫານພານິດ ຜູ້ອຳນວຍການໃຫຍ່ໂຮງໝໍກະເສມລາດ ແລະ ທ່ານ ພັດທະນະພົງ ຕັນສົມບູນ ປະທານສະພາບໍລິຫານທະນາຄານກະສິກອນໄທ ຈຳກັດ ໃຫ້ກຽດເຂົ້າຮ່ວມເປັກສັກຂີພິຍານໂດຍ ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີປະຈຳສຳນັກ ງານນາຍົກລັດຖະມົນຕີ ທ່ານ ນາງ ຍານີ ສີມີໄຊ ອັກຄະລັດຖະທູດຝ່າຍການຄ້າ ສະຖານທູດໄທປະຈຳ ສປປ ລາວ ພ້ອມດ້ວຍບັນດາແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວທ່ານປະທານສະພາບໍລິຫານທະນາຄານກະສິກອນໄທໄດ້ກ່າວວ່າ ທະນາຄານກະສິກອນໄທເຫັນເຖິງໂອກາດ ແລະ ທ່າແຮງຂອງ ສປປ ລາວ ທີ່ມີອັດຕາການຂະຫຍາຍຕົວທາງດ້ານເສດຖະກິດຢ່າງໄວວາ ທັງນີ້ ການຂະຫຍາຍຖານລູກຄ້າໃນປະເພດທຸລະກິດຕ່າງໆກໍຖືເປັນເປົ້າໝາຍຫຼັກຂອງກະສິກອນໄທທີ່ຈະຊ່ວຍໃຫ້ຜູ້ປະກອບການສາມາດດຳເນີນທຸລະກິດໄດ້ຢ່າງຕໍ່ເນື່ອງ ສຳລັບການສະໜັບສະໜູນທຶນໃຫ້ແກ່ໂຄງການດັ່ງກ່າວຖືເປັນໂຄງການໃນເຄືອຂອງບໍລິສັດບາງກອກ ເຊັນ ຮອສປີໂຕ ມະຫາຊົນ (BCH) ຊຶ່ງພວມດຳເນີນການກໍ່ສ້າງຢູ່ໃນຂະນະນີ້ໃນມູນຄ່າ 70 ລ້ານໂດລາ. ສຳລັບແຜນການກໍ່ສ້າງແມ່ນຈະໃຫ້ສຳເລັດພາຍໃນປີ 2020 ແລະ ຈະເປີດນຳໃຊ້ຢ່າງເປັນທາງການໃນເດືອນມັງກອນ 2021 ມາຮອດປັດຈຸບັນແມ່ນສຳເລັດຫຼາຍກວ່າ 10% ຊຶ່ງປະກອບມີການກໍ່ສ້າງອາຄານພະຍາບານ ຫ້ອງພິເສດ ຫ້ອງບໍລິການ ຫໍພັກ ຫ້ອງສຸກເສີນ ແລະ ອື່ນໆແມ່ນຈະໃຫ້ສຳເລັດພາຍໃນເດືອນຕຸລາ 2019 ນີ້ ທັງນີ້ ຖ້າຫາກສ້າງສຳເລັດກໍຈະຊ່ວຍສ້າງວຽກເຮັດງານທຳໄດ້ຫຼາຍຮ້ອຍຕຳແໜ່ງ. ໂດຍ: ສະຫະລັດ ວອນທິວົງໄຊ
ຂ່າວທ້ອງຖິ່ນ
2019-06-17T19:35:15+00:00
https://laopost.com/?p=115433
ແຂວງໄຊສົມບູນ ຈັດກິດຈະກຳພິຊິດຈອມພູທີ່ສູງທີ່ສຸດໃນລາວ
ໃນຕອນເຊົ້າຂອງວັນທີ 16 ເມສາ 2022 ຜ່ານມານີ້ ແຂວງໄຊສົມບູນ ໄດ້ສ້າງກິດຈະກຳຮ່ວມແຮງຮ່ວມໃຈ-ຮ່ວມພະລັງ ຂຶ້ນພິຊິດຈອມພູເບ້ຍ ເພື່ອສະເຫຼີມສະຫຼອງເນື່ອງໃນໂອກາດບຸນປີໃໝ່ລາວ ທີ່ໝູນວຽນມາບັນຈົບອີກວາລະໜຶ່ງ ພ້ອມກັນນັ້ນກໍຄືສອງວັນປະຫວັດສາດປີສາມັກຄີລາວ-ຫວຽດນາມ, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ພິທີດັ່ງກ່າວໂດຍການນຳພາ ຂອງທ່ານ ພົຕ ວົງສອນ ອິນປານພິມ, ຮອງເລຂາພັກແຂວງ, ມີທ່ານ ຫງວຽນ ແອງແທ່ງ, ຜູ້ອຳນວຍການບໍລິສັດ ແຮ່ທາດ ແລະ ຫຼອມໂລຫະວຽງຈັນ ຈຳກັດຜູ້ດຽວ ທີ່ຂຶ້ນກັບກຸ່ມບໍລິສັດ ຮ່ວມມືເສດຖະກິດໂອເອກໂກ ສສ ຫວຽດນາມ ພ້ອມດ້ວຍຄະນະນຳແຂວງ ຕະຫຼອດຮອດຫຼາຍພາກສ່ວນ ພາຍໃນແຂວງ ເຂົ້າຮ່ວມຂະບວນການໃຫ້ເຕັມໄປດ້ວຍບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍ-ຄວາມສຳຄັນ ທາງປະຫວັດສາດ. ການສ້າງກິດຈະກຳຄັ້ງນີ້ ກໍເພື່ອທົດສອບຄວາມມານະອົດທົນ ແລະ ຄວາມພາກພຽນພະຍາຍາມ ຂອງແຕ່ລະຄົນ ເພື່ອມຸ່ງໜ້າໄປໃຫ້ເຖິງຈຸດໝາຍ ໂດຍສະເພາະ ກໍຄືຈອມພູເບ້ຍ ຊຶ່ງເປັນພູທີ່ສູງທີ່ສຸດໃນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍມີຄວາມສູງໃນລະດັບ 2,820 ແມັດ, ມີທິວທັດທຳມະຊາດທີ່ສວຍສົດງົດງາມ ແລະ ພື້ນທີ່ເທິງເນີນພູ ຖືກປົກຄຸມໄປດ້ວຍມ່ານໝອກ ທີ່ໜ້າຕິດຕາຕຶງໃຈ ບວກກັບສະພາບອາກາດອັນບໍລິສຸດຜຸດຜ່ອງ ແລະ ໜາວເຢັນຕະຫຼອດປີ. ນອກນັ້ນເທິງພູເບ້ຍ ຍັງຖືກອ້ອມຮອບໄປດ້ວຍຕົ້ນໄມ້ທີ່ປົກຫຸ້ມດ້ວຍຂົນ ແລະ ຕົ້ນດອກກຸຫຼາບລ້ານປີ ທີ່ເກີດແຊມຊອນເທິງຈອມພູ ຕາມທຳມະຊາດຢ່າງຫຼວງຫຼາຍ. ນອກນີ້ ຍັງເປັນການສົ່ງເສີມວຽກງານການທ່ອງທ່ຽວ ຂອງແຂວງໄຊສົມບູນ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ທັງປະກອບສ່ວນທີ່ສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ຕາມ 5 ທ່າແຮງ ທີ່ວາງໄວ້ ໃຫ້ປະກົດຜົນເປັນຈິງ. ພ້ອມກັນນັ້ນຍັງເປັນການໂຄສະນາເພື່ອດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ຮັບຮູ້ເຖິງຄວາມອັດສະຈັນ, ຄວາມສວຍງາມຂອງພູເບ້ຍ ແລະ ເຂົ້າມາທ່ຽວຊົມ ແຂວງໄຊສົມບູນ ໃຫ້ມີຈຳນວນເພີ່ມຂຶ້ນໃນອະນາຄົດ. ຂະນະດຽວກັນ ຍັງສະແດງໃຫ້ເຫັນເຖິງສາຍພົວພັນ-ມູນເຊື້ອຄວາມສາມັກຄີໄມຕີຈິດ-ມິດຕະພາບອັນອົບອຸ່ນ ແລະ ການຮ່ວມມືແບບພິເສດ ລະຫວ່າງ ສອງຊາດລາວ-ຫວຽດນາມ ທີ່ມີມາແຕ່ດົນນານ ຊຶ່ງນັບມື້ນັບງົດງາມ ແລະ ໝັ້ນຄົງທະນົງແກ່ນຕະຫຼອດໄປ. ການສ້າງກິດຈະກຳຮ່ວມແຮງຮ່ວມໃຈ-ຮ່ວມພະລັງ ຂຶ້ນພິຊິດຈອມພູເບ້ຍ ຄັ້ງນີ້ ເຕັມໄປດ້ວຍບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍ-ຄວາມສຳຄັນ. ແຫຼ່ງຂໍ້ມູນ: MediaLAOS
ຂ່າວທ້ອງຖິ່ນ
2022-04-18T10:42:41+00:00
https://laopost.com/?p=133185
ລຸງອາຍຸ 60 ປີຫາຍໂຕຢ່າງປິດສະໜາ 4 ມື້ກ່ອນພົບຊິ້ນສ່ວນຢູ່ໃນທ້ອງແຂ້
ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 23 ກໍລະກົດ 2023 ຜ່ານມາ, ເກີດເຫດການສະເທືອນຂວັນຂຶ້ນທີ່ເມືອງ ຕາເວົາ ລັດຊາບາ ປະເທດມາເລເຊຍ ຫຼັງເຈົ້າໜ້າທີ່ປ່າໄມ້ພົບຮ່າງຂອງຊາຍອາຍຸ 60 ປີ ຢູ່ໃນທ້ອງຂອງໂຕແຂ້ ທີ່ມີຄວາມຍາວ 4.3 ແມັດ ແລະ ໜັກປະມານ 800 ກິໂລກຼາມ. ຕາມການລາຍງານຂອງເຈົ້າໜ້າທີ່ໄດ້ລະບຸວ່າຊາຍຄົນດັ່ງກ່າວມີຊື່ວ່າ: ທ້າວ ແອດດີ ບັງຊາ ອາຍຸ 60 ປີ ໄດ້ຫາຍຕົວແບບປິດສະໜາ ຂະນະທີ່ກຳລັງລົງເຮືອໃນແມ່ນ້ຳກຳປຸງຊຸນ ໄກມາສມາສ ຕັ້ງແຕ່ວັນທີ 19 ກໍລະກົດ 2023 ເຊິ່ງທາງເຈົ້າໜ້າທີ່ໄດ້ລະດົມກຳລັງຄົ້ນຫາຢ່າງຕໍ່ເນື່ອງໃນແຖວບໍລິເວນຈຸດເກີດເຫດ. ຕໍ່ມາໃນຕອນເຊົ້າຂອງວັນທີ 23 ກໍລະກົດ 2023 ເຈົ້າໜ້າທີ່ໄດ້ພົບໂຕແຂ້ໃຫຍ່ໃນພື້ນທີ່ໃກ້ຄຽງກັບຈຸດທີ່ໄດ້ຮັບແຈ້ງວ່າ ທ້າວ ແອດດີ ຫາຍຕົວໄປ ເຈົ້າໜ້າທີ່ຈຶ່ງຕັດສິນໃຈຍິງໂຕແຂ້ດັ່ງກ່າວຈົນເສຍຊີວິດ ແລະ ໄດ້ນຳໂຕແຂ້ຂຶ້ນມາຈາກແມ່ນ້ຳເພື່ອກວດສອບ ແລະ ຜ່າທ້ອງຈຶ່ງພົບຊິ້ນສ່ວນຮ່າງກາຍຂອງມະນຸດ ທາງຄອບຄົວຢືນຢັນວ່າເປັນຊິ້ນສ່ວນຮ່າງກາຍຂອງທ້າວ ແອດດີ ເຊິ່ງເຈົ້າໜ້າທີ່ໄດ້ຮວບຮວມຊິ້ນສ່ວນດັ່ງກ່າວເພື່ອນຳໄປກວດສອບເພີ່ມເຕີມ ເພື່ອຫາສາເຫດຂອງການເສຍຊີວິດວ່າເກີດຂຶ້ນຈາກການໂຈມຕີຂອງໂຕແຂ້ ຫຼື ດ້ວຍສາເຫດອື່ນ.
ຂ່າວຕ່າງປະເທດ
2023-07-25T11:00:02+00:00
https://laopost.com/?p=146329
ເກົາຫຼີເໜືອທົດສອບຍິງຂີປານາວຸດພາດທ່າໄປຕົກໃສ່ທະເລຕາເວັນອອກ
ສຳນັກຂ່າວ CNN ລາຍງານ: ເກົາຫຼີເໜືອໄດ້ດຳເນີນການຍິງທົດສອບຂີປານາວຸດທີ່ຍັງບໍ່ທັນມີການລະບຸລະອຽດວ່າເປັນຂີປານາວຸດຊະນິດໃດ ແລະຍັງບໍ່ສາມາດລະບຸພິກັດທີ່ຍິງໄດ້ ໂດຍຂີປານາວຸດດັ່ງກ່າວຖືກຍິງໄປຕົກໃສ່ທະເລຕາເວັນອອກນອກຊາຍຝັ່ງຂອງເກົາຫຼີເໜືອ ອາດເປັນເຫດເຮັດໃຫ້ແຫຼມເກົາຫຼີເໜືອ-ໃຕ້ ລຸກເປັນໄຟອີກຄັ້ງ ທັງທີ່ນ້ອງສາວຂອງຜູ້ນຳ ຄິມ ຈອງອຶນ ຫາກໍກຽມແຜນຟື້ນຟູສຳພັນກັບເກົາຫຼີໃຕ້ຄືນໃໝ່. ຂະນະທີ່ທ່ານ ຄິມ ຊອງ, ຜູ້ແທນເກົາຫຼີເໜືອປະຈຳສະຫະປະຊາຊາດ ໄດ້ກ່າວສູນທອນພົດຕໍ່ກອງປະຊຸມສະມັດຊາໃຫຍ່ ສປຊ ໃນນິວຢອກ ວ່າ: ເກົາຫຼີເໜືອ ແລະ ເກົາຫຼີໃຕ້ ຄວນຈະມີການຟື້ນຟູຄວາມສຳພັນລະຫວ່າງກັນໂດຍບໍ່ຈຳເປັນຕ້ອງມີສະຫະລັດອາເມລິກາເຂົ້າມາແຊກແຊງກິດຈະການພາຍໃນຂອງຄາບສະໝຸດເກົາຫຼີ ເຊິ່ງທາງປະທານາທິບໍດີເກົາຫຼີໃຕ້ກໍໄດ້ຮຽກຮ້ອງໃຫ້ມີການປະກາດຢຸດຕິສົງຄາມເກົາຫຼີຢ່າງເປັນທາງການ ເພື່ອພະຍາຍາມຂັບເຄື່ອນການເຈລະຈາລະຫວ່າງສອງເກົາຫຼີທີ່ຍັງບໍ່ມີຄວາມຄືບໜ້າ. ຢ່າງໃດກໍຕາມ, ໃນຊ່ວງເວລາດຽວກັນ ທ່ານ ນາງ ຄິມ ໂຍ ຈ໊ອງ, ນ້ອງສາວຂອງຜູ້ນຳເກົາຫຼີເໜືອ ກໍໄດ້ມີການຖະແຫຼງຂ່າວ ໂດຍລະບຸວ່າ ການຮຽກຮ້ອງໃຫ້ຢຸດຕິສົງຄາມເປັນແນວຄິດທີ່ໜ້າສົນໃຈ ແລະຍັງໄດ້ສະເໜີໃຫ້ມີການຫາລືກັບເກົາຫຼີໃຕ້ກ່ຽວກັບປະເດັນນີ້ນຳອີກ ແຕ່ເຫດການທົດລອງຍິງຂີປານາວຸດທີ່ຜິດພາດຂອງເກົາຫຼີເໜືອຄັ້ງນີ້ ຈະເຮັດໃຫ້ແຜນການດັ່ງກ່າວສາມາດດຳເນີນການຕໍ່ໄດ້ ຫຼື ບໍ່ນັ້ນ ຕ້ອງຕິດຕາມຂ່າວນຳກັນຕື່ມອີກ.
ຂ່າວຕ່າງປະເທດ
2021-09-28T13:26:17+00:00
https://laopost.com/?p=128055
ຫຼວງນ້ຳທາ-ບໍ່ແກ້ວ ຝືກອົບຮົມວຽກງານກວດກາລັດ,ຕ້ານການສໍ້ລາດບັງຫຼວງບົດຮຽນຂອງສາກົນ
ວັນທີ 26 ກໍລະກົດ 2022 ຜ່ານມາ, ຢູ່ທີ່ ຫໍວັດທະນະທໍາແຂວງຫຼວງນ້ຳທາ ໄດ້ຈັດຊຸດຝຶກກອົບຮົມວຽກງານກວດກາລັດ,ຕ້ານການສໍ້ລາດບັງຫຼວງບົດຮຽນຂອງສາກົນ ໃຫ້ພະນັກງານແຂວງຫຼວງນ້ຳທາ ແລະ ແຂວງ ບໍ່ແກ້ວ ໂດຍການເປັນປະທານຂອງ ທ່ານ ສີວິໄລ ປັນແກ້ວ ປະທານ ກວດກາພັກ-ອົງການກວດກາລັດແຂວງຫຼວງນ້ຳທາ, ທ່ານ ປະລິນຍາເອກ ດາວບົວລະພາ ບາວົງເພັດ ຮອງປະທານອົງການກວດກາແຫ່ງລັດ,ຕ້ານການສໍ້ລາດບັງຫຼວງ ທ່ານ ຈອນ ຄອນໂນຣີ້ ຜູ້ອຳນວຍການສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການແຫ່ງປະເທດ ລຸກຊຳບວກ ປະຈຳ ສປປ ລາວ ,ວິທະຍາກອນ, ສໍາມະນາກອນຈາກອົງການກວດກາພັກ-ລັດແຂວງຫຼວງນ້ຳທາ,ແຂວງບໍ່ແກ້ວ ບັນດາເມືອງ ແລະ ພະນັກງານກວດກາອ້ອມຂ້າງແຂວງເຂົ້າຮ່ວມ. ຊຸດຝຶກອົບຮົມໃນຄັ້ງນີ້: ສໍາມະນາກອນຈະໄດ້ຮຽນຮູ້ ກ່ຽວກັບການສໍ້ລາດຫວັງຫຼວງ, ສິດທິສັນຍາ ສະຫະປະຊາຊາດ ວ່າດ້ວຍການສໍ້ລາດບັງຫຼວງ, ຂອບກົດໝາຍສາກົນ ແລະ ແຫ່ງຊາດ, ດ້ານກົດໝາຍ, ບົດຮຽນການຕ້ານການສໍ້ລາດຫວັງຫຼວງໃນພາກພື້ນ, ບົດຮຽນຂອງປະເທດ, ການຟອກເງີນທີ່ກ່ຽວຂ້ອງກັບການສໍ້ລາດບັງຫຼວງ, ກ່ຽວກັບວິຊາການກວດກາທີ່ເປັນພື້ນຖານ, ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາພັກ, ວຽກງານຕິດຕາມພັກ,ກວດກາລັດ, ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາລັດ, ຄວາມຮູ້ພື້ນຖານກ່ຽວກັບວຽກງານຕິດຕາມ, ການກວດກາໂຄງການລົງທືນຂອງລັດເລີ່ມແຕ່ຫົວທີ, ວຽກງານຄົ້ນຄວ້າແກ້ໄຂຄໍາຮ້ອງຟ້ອງ,ຮ້ອງທຸກ ແລະ ຄໍາສະເໜີ, ຄວາມຮູ້ພື້ນຖານກ່ຽວກັບວຽກງານການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ຄວາມຮູ້ພື້ນຖານກ່ຽວກັບວຽກງານການສືບສວນ-ສອບສວນຄະດີສໍ້ລາດບັງຫຼວງ, ການຄົ້ນຄວ້າຄຳຮ້ອງ-ຄຳສະເໜີຫຼາຍລະດັບ ແລະ ຫຼາຍລະບົບ ແລະ ການພັດທະນາວຽກງານກວດກາໄລຍະ ປີ2022-2026 ຂອງຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ແລະ ຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ IVວຽກງານກວດກາເປັນວຽກງານທີ່ສຳຄັນໃນການປະຕິບັດພາລະບົດບາດນຳພາ-ຄຸ້ມຄອງບໍລິຫານ ຂອງການຈັດຕັ້ງ, ຮັບປະກັນລັກສະນະວິທະຍາສາດ ແລະ ມີປະສິດທິພາບ ຕ້ອງໄດ້ດຳເນີນການກວດກາຢ່າງແຂງແຮງ ເປັນປົກກະຕິ, ເຊິ່ງຕ້ອງມີອົງການ ແລະ ພະນັກງານທີ່ມີຄວາມຮູ້ຄວາມສາມາດ ດ້ານວິຊາສະເພາະ ດ້ານຕ່າງໆ ກໍຄືວິຊາການກ່ຽວກັບວຽກງານກວດກາທີ່ໜັກແໜ້ນ ພ້ອມທັງເປັນການ ບຳລຸງ-ກໍ່ສ້າງພະນັກງານທີ່ເຮັດວຽກກວດກາໄດ້ຢ່າງຖືກຕ້ອງ. ແຫຼ່ງຂ່າວ:MediaLAOS
ຂ່າວພາຍໃນ
2022-07-28T15:29:06+00:00
https://laopost.com/?p=136114
ເກີດເຫດເຮືອບິນຕົກທີ່ຢີ່ປຸ່ນ
ແຫຼ່ງຂ່າວຈາກຕ່າງປະເທດລາຍງານ ເມື່ອວັນທີ 26 ກໍລະກົດ 2015 ນີ້ວ່າ ເຮືອບິນຂະໜາດນ້ອຍ ຕົກລົງໃນຍ່ານທີ່ຢູ່ອາໄສ ໃນເມືອງໂຊຟຸ ນະຄອນຫູວງໂຕກຽວ ປະເທດຍີ່ປຸ່ນ ໃນຕອນເຊົ້າມື້ນີ້ ເຮັດໃຫ້ເກີດໄຟລຸກໄໝ້ ບ້ານເຮືອນຫຼາຍຫຼັງ ແລະມີຜູ້ເສຍຊີວິດຢ່າງໜ້ອຍ 3 ຄົນ. ໃນຂະນະທີ່ສຳນັກຂ່າວຈີຈີລາຍງານວ່າ ເຮືອບິນປະສົບອຸບັດເຫດຫຼັງອອກເດິນທາງ ຈາກສະໜາມບິນໂຊຟຸມາໄດ້ພຽງ ບໍ່ທໍ່ໃດນາທີ ເພື່ອມຸ່ງໜ້າໄປຍັງເກາະອິສຶໂອະຊິມະ ຕາງຕາເວັນອອກສ່ຽງໃຕ້ຂອງປະເທດ. ສັນນິຖານເບື້ອງຕົ້ນວ່າ ເປັນຄວາມປະໝາດຂອງນັກບິນ ອາດຈະມີສ່ວນກ່ຽວຂ້ອງກັບອຸບັດເຫດຄັ້ງນີ້.
ຂ່າວຕ່າງປະເທດ
2015-07-26T21:53:28+00:00
https://laopost.com/?p=31188
ການປັບປຸງໂຄງສ້າງລາຄາໄຟຟ້າໃໝ່ ແມ່ນມີຄວາມຈຳເປັນໃນແຕ່ລະໄລຍະຂຶ້ນກັບສະພາບເສດຖະກິດ
ສຳນັກຂ່າວສານປະເທດລາວ ລາຍງານວ່າ ລັດວິສາຫະກິດໄຟຟ້າລາວ ຊີ້ແຈງຕໍ່ສື່ມວນຊົນໃນວັນທີ 20 ພຶດສະພາ ທີ່ຜ່ານມາເຖິງ ພໍ່ແມ່ປະຊາຊົນ ກໍຄືຜູ້ຊົມໃຊ້ໄຟຟ້າທຸກໆຄົນ ແມ່ນໄດ້ຮັບການເກື້ອກູນຈາກລັດຖະບານ ຕໍ່ການປັບປຸງໂຄງສ້າງຄາລາໄຟຟ້າໃໝ່ ທີ່ມີລາຄາດຽວຄື 710 ກີບ/kWh ແຕ່ການເກື້ອກູນມີຄວາມແຕກຕ່າງກັນ ໂດຍສະເພາະຜູ້ທີ່ມີລາຍຮັບຕໍ່າ ຈຳນວນຫຼາຍກວ່າ 80% ຂອງຜູ້ຊົມໃຊ້ໄຟ້າທັງໝົດທົ່ວປະເທດ. ຂະນະດຽວກັນ, ຜູ້ມີລາຍຮັບປານກາງສ່ວນໜຶ່ງທີ່ດຳລົງຊີວິດສ່ວນຫຼາຍຢູ່ໃນເມືອງໃຫຍ່ອາດຈະຖືກກະທົບ ເພາະໄດ້ຈ່າຍຄ່າໄຟຟ້າແພງຂຶ້ນ ຖ້າທຽບໃສ່ລາຄາເດີມ, ແຕ່ຖ້າທຽບໃສ່ລາຄາຕົ້ນທຶນກໍ່ຍັງໄດ້ຮັບການເກື້ອກູນຢູ່. ທ່ານ ບຸນອູ້ມ ສີວັນເພັງ ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ໃຫ້ຮູ້ວ່າ: ການປັບປຸງໂຄງສ້າງລາຄາໄຟຟ້າໃໝ່ ແມ່ນມີຄວາມຈຳເປັນໃນແຕ່ລະໄລຍະຂຶ້ນກັບສະພາບເສດຖະກິດ ແລະ ນະໂຍບາຍຂອງລັດຖະບານ ເພາະລາຄາໄຟຟ້າຍັງເປັນລາຄາທີ່ມີການເກື້ອກູນ ແລະ ຖົມຂຸມຈາກລັດຖະບານຢູ່. ການຊົມໃຊ້ໂຄງສ້າງລາຄາໄຟຟ້າໃໝ່ ກໍເປັນລາຄາທີ່ແພງຂຶ້ນ ແລະ ຖືກລົງ ຈາກລາຄາເດີມຂອງຜູ້ຊົມໃຊ້ບາງກຸ່ມ ຕົວຢ່າງ: ຜູ້ຊົມໃຊ້ໄຟຟ້າ 0-150 kWh ແມ່ນລາຄາ 355 ກີບ/kWh ເຊິ່ງໄດ້ຫລຸດ 50% ຈາກລາຄາ 710 ກີບ/kWh ໂດຍຜູ້ຊົມໃຊ້ກຸ່ມນີ້ກວມປະມານ 80% ຂອງຜູ້ຊົມໃຊ້ໄຟຟ້າທັງໝົດໃນທົ່ວປະເທດ ຫຼື ເທົ່າກັບ 1 ລ້ານຄົວເຮືອນ. ສ່ວນທີ່ຜູ້ຊົມໃຊ້ 151-461 kWh ແມ່ນລາຄາຈະເພີ່ມຂຶ້ນສະເລ່ຍ ສາມສິບເຖິງຫ້າສິບພັນກີບ. ຂະນະຜູ້ທີ່ຊົມໃຊ້ 462 kWh ຂຶ້ນໄປ ແມ່ນຈະໄດ້ຫຼຸດຄ່າໄຟຟ້າລົງຈາກລາຄາເກົ່າຕາມລໍາດັບ, ຕົວຢ່າງ ຜູ້ທີ່ໃຊ້ໄຟເຖິງ 1.000 kWh/ເດືອນ ຈະໄດ້ຫຼຸດປະມານ 170.000 ກີບ ຖ້າທຽບກັບລາຄາເກົ່າ. ເນື່ອງຈາກໃນໄລຍະມໍ່ໆມານີ້ ມີບາງສື່ສັງຄົມອອນລາຍອອກຂ່າວວ່າ ລັດຖະບານຈະຫຼຸດຄ່າໄຟຟ້າ 50% ໃຫ້ຜູ້ຊົມໃຊ້ 0-150 kWh/ເດືອນ ແມ່ນອາດຈະເກີດຄວາມເຂົ້າໃຈຜິດທາງດ້ານເນື້ອໃນ ແລະ ສົ່ງຜົນໃຫ້ຜູ້ທີ່ຕິດຕາມເຂົ້າໃຈຜິດໄປຕາມໆກັນ, ຄວາມເປັນຈິງແລ້ວ ຖ້າຜູ້ຊົມໃຊ້ 0-150 kWh ແມ່ນຈະຄິດໄລ່ເທົ່າກັບ 335 ກີບ/kWh ກໍຄືຫຼຸດ 50% ຂອງລາຄາດຽວ ຄື 710 ກີບ/kWh ນັ້ນເອງ. ນອກນີ້, ກໍໄດ້ມີນະໂຍບາຍເລື່ອນຊໍາລະໜີ້ຄ່າກະແສໄຟຟ້າ ພາກທີ່ຢູ່ອາໄສຈາກປົກກະຕິແມ່ນໃນໄລຍະເວລາ 7-30 ວັນ ເພີ່ມຂຶ້ນເປັນ 7-45 ວັນ ແລະ ພາກສ່ວນບໍ່ແມ່ນທີ່ຢູ່ອາໄສ ຈາກປົກກະຕິແມ່ນ 7-15 ວັນ ກໍເພີ່ມຂຶ້ນເປັນ 7-30 ວັນ ຫຼັງຈາກມື້ໄດ້ຮັບບິນຄ່າໄຟຟ້າ ຫຼື ກໍລະນີຜູ້ທີ່ມີສັນຍາກໍແມ່ນເພີ່ມໃຫ້ອີກ 15 ວັນ ໃນໄລຍະ 3 ເດືອນ ຄື: ເດືອນ ພຶດສະພາ, ມິຖຸນາ ແລະ ກໍລະກົດ 2020. ພິເສດຍັງໄດ້ກໍານົດນະໂຍບາຍຫຼຸດຄ່າຊົມໃຊ້ໄຟຟ້າ ສໍາລັບທີ່ຢູ່ອາໄສຂອງບັນດາແພດໝໍ ທີ່ປະຕິບັດໜ້າທີ່ວຽກງານຕໍ່ສູ້ຕ້ານກັບການລະບາດພະຍາດ COVID-19 ລົງອີກ 15% ເປັນໄລຍະເວລາ 3 ເດືອນ. ຮຽບຮຽງຂ່າວ: ພຸດສະດີ
ຂ່າວທ້ອງຖິ່ນ
2020-05-22T10:02:23+00:00
https://laopost.com/?p=119358
ຫາດຊາຍຟອງ ສະໜອງພືດຜັກໃຫ້ຕະຫຼາດ ໄດ້ຫຼາຍກວ່າແສນໂຕນຕໍ່ປີ
ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຖືວ່າເປັນເມືອງໜຶ່ງທີ່ພົ້ນເດັ່ນ ໃນການປູກພືດຜັກເປັນສິນຄ້າ ເນື່ອງຈາກ ວ່າເປັນເມືອງທີ່ມີທ່າແຮງ ມີເນື້ອທີ່ທຳການຜະລິດທີ່ກວ້າງຂວາງ ແລະ ອຳນວຍຄວາມສະດວກ ທີ່ຕັ້ງຢູ່ລຽບຕາມແຄມ ແມ່ນ້ຳຂອງ ປະຊາຊົນມີມູນເຊື້ອດຸໝັ່ນຂະຫຍັນພຽນ ໃນການອອກແຮງງານທຳການຜະລິດປູກພືດຜັກ ເພື່ອບໍລິໂພກ ແລະ ເປັນສິນຄ້າ ເຊິ່ງມັນສະແດງໃຫ້ເຫັນໃນປີໜຶ່ງຜ່ານມາ ສາມາດຜະລິດພືດຜັກເປັນສິນຄ້າໄດ້ຫຼາຍກວ່າແສນໂຕນ ເພື່ອສະໜອງໃຫ້ແກ່ຕະຫຼາດພາຍໃນນະຄອນຫຼວງວຽງຈັນ ອີງຕາມຂໍ້ມູນຢູ່ໃນບົດສະຫຼຸບສະພາບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2010-2014) ຂອງເມືອງຫາດຊາຍຟອງ ໄດ້ໃຫ້ເຫັນວ່າ: ເມືອງຫາດຊາຍຟອງ ມີເນື້ອທີ່ປູກພືດຜັກສອງລະດູການ ທັງໝົດ 3.450 ເຮັກຕາ ສາມາດປູກໝູນວຽນໄດ້ 4 ຄັ້ງຕໍ່ປີ ດ້ວຍສະມັດຕະພາບ 8,5 ໂຕນຕໍ່ເຮັກຕາ ຜົນຜະລິດສະເລ່ຍໄດ້ 117.300 ໂຕນຕໍ່ປີ ຖ້າທຽບໃສ່ການຜະລິດໃນສົກປີ 2009-2010 ເນື້ອທີ່ເພີ່ມ ຂຶ້ນ 340 ເຮັກຕາ ແລະ ຜົນຜະລິດກໍ່ເພີ່ມຂຶ້ນ 14.297 ໂຕນ ເທົ່າກັບ 13,8% ເຊິ່ງຄວາມຕ້ອງການບໍລິໂພກພືດຜັກຂອງ ປະຊາຊົນຢູ່ເຂດຊານເມືອງ 75 ກິໂລຕໍ່ຄົນຕໍ່ປີ ດັ່ງນັ້ນ ເມືອງຫາດຊາຍຟອງຈຶ່ງມີຜັກເຫຼືອກິນ ຂາຍເປັນສິນຄ້າ 110.500 ໂຕນຕໍ່ປີ ມີ 82 ຄອບຄົວ ປູກຜັກກະສິກຳອິນຊີໃນເນື້ອທີ່ 11,5 ເຮັກຕາ ແລະ ສາມາດນຳເອົາຜົນຜະລິດໄປຂາຍຢູ່ຕະຫຼາດ ອິນຊີໄດ້ເຖິງ 97,75 ໂຕນຕໍ່ປີ. ແຫລ່ງຂ່າວ: ວຽງຈັນໃໝ່
ຂ່າວທ້ອງຖິ່ນ
2014-10-22T10:41:58+00:00
https://laopost.com/?p=12333
ຂວັນເສຍຍົກລຳ ຜູ້ໂດຍສານເປີດປະຕູເຮືອບິນກາງອາກາດ ຄິດວ່າປະຕູຫ້ອງນ້ຳ
ຜູ້ໂດຍສານໜຸ່ມກໍ່ເລື່ອງສຸດແປກ ເປີດປະຕູເຮືອບິນກາງອາກາດ ເພາະເຂົ້າໃຈຜິດຄິດວ່ານັ້ນຄືປະຕູຫ້ອງນ້ຳ ເມື່ອວັນທີ່ 27 ກັນຍາ ເວັບໄຊຕ໌ເທເລກຣາບຂອງປະເທດອັງກິດ ລາຍງານວ່າ ເກີດເຫດຂວັນເສຍຂຶ້ນເທິງເຮືອບິນສາຍການບິນ KLM ທີ່ເດີນທາງຈາກ ສະກອດແລນດ໌ ໄປຍັງນະຄອນຫລວງຂອງ ເນເທີແລນດ໌ ເມື່ອທ້າວເຈມສ໌ ເກ ຜູ້ໂດຍສານເທິງເຄື່ອງໄດ້ກໍ່ເຫດພະຍາຍາມເປີດປະຕູເຮືອບິນ ຂະນະກຳລັງບິນ ທີ່ລະດັບ 10KM ໂດຍໃຫ້ເຫດຜົນວ່າເຂົ້າໃຈຜິດຄິດວ່າເປັນປະຕູຫ້ອງນ້ຳ ລາຍງານລະບຸວ່າ ຫລັງຈາກທີ່ພວກເຂົາກໍ່ເຫດ ກໍຖືກສັ່ງໃຫ້ນັ່ງຢູ່ກັບທີ່ຈົນກວ່າເຄື່ອງຈະລົງ ແລະ ເມື່ອເຮືອບິນເດີນທາງເຖິງແລ້ວ ທ້າວເຈມສ໌ ເກ ກໍຖືກນຳຕົວໄປສອບສວນຢ່າງລະອຽດ ເຈມສ໌ຢືນຢັນວ່າພວກເຂົາບໍ່ໄດ້ມີເຈດຕະນາທີ່ຈະເປີດປະຕູເຮືອບິນແທ້ໆ ແຕ່ຄິດວ່ານັ້ນຄືປະຕູຫ້ອງນ້ຳ ພວກເຂົາຖືກກັກຕົວໄວ້ 1 ຄືນ ກ່ອນຈະຖືກປັບເປັນຈຳນວນເງີນປະມານ 6.000.000 ກີບ ແລະ ຖືກສັ່ງບໍ່ໃຫ້ໃຊ້ບໍລິການສາຍການບິນ KLM ອີກເປັນເວລາ 5 ປີ ຢ່າງໃດກໍຕາມ ນອກຈາກຖືກປັບແລ້ວ ເຈມສ໌ ເກ ກໍຍັງບໍ່ຮູ້ຄືກັນວ່າພວກເຂົາຈະຖືກດຳເນີນຄະດີຫຍັງຫລືບໍ່ ເພາະທາງສາຍການບິນໄດ້ສົ່ງເລື່ອງນີ້ໃຫ້ທາງການສອບສວນຕໍ່ແລ້ວ
ຂ່າວຕ່າງປະເທດ
2015-09-28T20:20:58+00:00
https://laopost.com/?p=36498
4 ວິທີຮັກສາຕ່ອມໄທລອຍ
vvvຕ່ອມໄທລອຍ ເປັນຕ່ອມທີ່ເຮັດໜ້າທີ່ດູແລພະລັງງານຂອງຮ່າງກາຍ ແລະສະແດງໃຫ້ເຫັນເຖິງກົນໄກທີ່ສຳຄັນ ໃນການຊັບຊ້ອນຂອງລະບົບ, ປົກກະຕິເຮົາສາມາດຮັກສາໄທລອຍ ໄດ້ຫຼາຍວິທີເຊັ່ນ: ອອກກຳລັງກາຍເປັນປະຈຳ, ຄວບຄຸມອາຫານ, ພັກຜ່ອນໃຫ້ພຽງພໍ ແລະຢ່າເຄັ່ງຄຽດ ແຕ່ມື້ນີ້ເຮົາຈະມາແນະນຳວິທີທີ່ເຮັດເອງແບບງ່າຍໆ ກິນອາຫານທີ່ມີວິຕາມິນເອ, ດີ, ເຄ2 ໃຫ້ຫຼາຍໆ ເພາະວິຕາມິນ 3 ຊະນິດນີ້ມີປະໂຫຍດຕໍ່ຕ່ອມໄທລອຍໂດຍກົງ ກິນສາຫຼ່າຍ ແລະອາຫານທະເລ ເພາະເປັນແຫຼ່ງອາຫານສຳຄັນ ທີ່ມີໄອໂອດີນສູງ ແລະມີສານອາຫານສູງ ທີ່ດີຕໍ່ຕ່ອມໄທລອຍ ນໍ້າມັນໝາກພ້າວ ໂດຍການປະກອບກັບອາຫານ ແລ້ວກິນ ເພາະຈະຊ່ວຍໃຫ້ພູມຄຸ້ມກັນຂອງເຮົາດີຂຶ້ນ ແລະເຮັດໃຫ້ບັນຫາຂອງຕ່ອມໄທລອຍດີຂຶ້ນ ກິນນໍ້າຕົ້ມກະດູກໝູທຸກມື້ ເພາະນໍ້າຕົ້ມນີ້ມັນຈະກະຕຸ້ນພູມຄຸ້ມກັນໃຫ້ດີຂຶ້ນ, ຮັກສາເຍື່ອໃນລຳໄສ້ໄດ້ດີ ແລະສາມາດຮັກສາຕ່ອມໄທລອຍໄດ້ດີ ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ! ifram FB ວິທະຍາສຶກສາ
ສຸຂະພາບ ແລະ ສີ່ງແວດລ້ອມ
2016-10-07T13:08:56+00:00
https://laopost.com/?p=72297
ພາຍໃຕ້ “ໜ້າກາຊາກຸຣະ” ແຟນຄລັບລາວ-ໄທສົງໃສວ່າແມ່ນ “ອາເລັກຊານດຣາ”
ຫຼັງຈາກທີ່ລາຍການ The Mask Singer ເທບຫຼ້າສຸດໄດ້ອອກອາກາດໄປເຊິ່ງເປັນການແຂ່ງຂັນຂອງກຸບ A ແລະ ມີ 1 ໜ້າກາກທີ່ຄົນລາວເຮົາຄຸ້ນເຄີຍສຽງທີ່ສຸດນັ້ນກໍຄື “ໜ້າກາກຊາກຸລະ” ມາໃນເພງ Dangerour Women ຂອງ Ariana Grande ທີ່ສຽງຄ້າຍກັບຊຸບຕາຣ໌ສາວ “ອາເລັກຊານດຼາ ບຸນຊ່ວຍ” ທີ່ສຸດ ງານນີ້ເຮັດໃຫ້ແຟນໆທັງຝັ່ງລາວ ແລະ ຝັ່ງໄທ ຕ່າງພາກັນສັນນິຖານວ່າ “ໜ້າກາກຊາກຸລະ” ສາວ ອາເລັກຊານດຣາ ແນ່ນອນ ແຕ່ບົດສະຫຼຸບຍັງບໍ່ທັນຈົບ ຕ້ອງມາເອົາໃຈຊ່ວຍລຸ້ນໄປນຳກັນໃນຮອບຕໍ່ໄປ ພາຍໃຕ້ໜ້າກາກຊາກຸຣະຈະເປັນ ສາວອາເລັກຊານດຣາ ຫຼື ບໍ່? ຕ້ອງຄິດຕາມກັນຕໍ່ໄປ.
ຂ່າວບັນເທິງ
2017-09-19T14:55:58+00:00
https://laopost.com/?p=95116
ນັກບັນເລທີ່ມີຊື່ສຽງຂອງຄິວບາຈະສະແດງຢູ່ໃນຄອນຫຼວງວຽງຈັນໃນວັນທີ 21 ສິງຫານີ້
ທ່ານ ນາງ ແອນນາ ອຸປະທູດປະເທດຄິວບາປະຈຳລາວໄດ້ຖະແຫຼງຕໍ່ສື່ມວນຊົນໃນວັນທີ 18 ສິງຫານີ້ວ່າ: ນາງ ວຽງໄຊ ໄວເດສ໌ ນັກເຕັ້ນບັນເລ ( Ballet ) ທີ່ມີຊື່ສຽງຈາກປະເທດກູບາຈະສະ ແດງເຕັ້ນດັ່ງກ່າວຢູ່ນະຄອນຫຼວງວຽງຈັນໃນວັນທີ 21 ສິງຫານີ້, ທີ່ຫໍວັດທະນາທຳແຫ່ງຊາດ ເພື່ອແລກປ່ຽນທາງດ້ານວັດທະນາທຳແລ້ວ, ລາວຍັງເນັ້ນໃສ່ສົ່ງເສີມມິດຕະພາບລະຫວ່າງລາວ ແລະ ກູບາໃຫ້ແຫນ້ນແຟ້ນຍິ່ງຂຶ້ນນາງວຽງໄຊ ໄອເດສ ນອກຈາກຈເປັນນັກບັນເລທີ່ມີຊື່ສຽງແລ້ວ, ຍັງເປັນຮອງປະທານສະມາຄົມມິດຕະພາບລາວ-ກູບາ ສ່ວນຊື່ຂອງລາວທີ່ວ່າ: ວຽງໄຊ ແມ່ນຕັ້ງຕາມຄົນລາວ, ເນື່ອງຈາກວ່າພໍຂອງເພິ່ນເຄີຍເປັນທູດກູບາຄົນທຳອິດປະຈຳລາວ ແລະ ມີຄວາມມັກຮັກໃນປະ ເທດລາວຫຼາຍ. ໂອກາດນີ້ທ່ານອຸປະທູດໄດ້ເຊີນທຸກຊາວນະຄອນຫລວງວຽງຈັນເຂົ້າຮ່ວມຊົມງານສະແດງໃນຄັ້ງນີ້ດ້ວຍ. ທີ່ມາຈາກ: ໜັງສືພິມ ລາວພັດທະນາ
ຂ່າວບັນເທິງ
2016-08-19T09:53:30+00:00
https://laopost.com/?p=69262
ໄນຈີເຣຍປະເຊີນໜ້າກັບໂຣກລະບາດສາຍພັນໃໝ່ ພາຫະໂຣກອາດເກີດມາຈາກປາ
ເວັບໄຊ today news africa ລາຍງານໃຫ້ຮູ້ວ່າ ປະເທດ ໄນຈີເຣຍ ໄດ້ສົ່ງສັນຍານການແຜ່ລະບາດຂອງພະຍາດສາຍພັນໃໝ່ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດແລ້ວ 15 ຄົນ ແລະ ມີຜູ້ຕິດເຊື້ອ 104 ຄົນ. ສະພາປະຊາຊົນສງສຸດຂອງໄນຈີເຣຍໄດ້ສະແດງຄວາມວິຕົກກັງວົນກ່ຽວກັບການແຜ່ລະບາດຂອງໂຣກປິດສະໜາ ທີ່ເກີດຂຶ້ນຕັ້ງແຕ່ວັນທີ 29 ມັງກອນ 2020 ທີ່ຜ່ານມາ ໃນເຂດລັດຖະບານທ້ອງຖິ່ນ Oye-Obi ຂອງລັດ Benue. ຕາມການລາຍງານຂອງສະພາສູງສຸດ, ລັດຖະມົນຕີ ກະຊວງສາທາລະນະສຸກໄນຈີເຣຍລະບຸວ່າ ພະຍາດປິດສະໜານີ້ບໍ່ແມ່ນອີໂບລາ ຫຼື ໄຂ້ລາສຊາ ຫຼັງຈາກໄດ້ມີການກວດສອບແລ້ວ ແລະ ອາການທີ່ປະກົດຂອງຜູ້ປ່ວຍຕິດເຊື້ອບໍ່ໄດ້ມີຄວາມໃກ້ຄຽງກັບໄວຣັດໂຄໂຣນາສາຍພັນໃໝ່. ໜ່ວຍງານຄວບຄຸມໂຣກລະບາດໄນຈີເຣຍໄດ້ຮັບຄຳສັ່ງໃຫ້ປະຕິບັດການສຸກເສີນໃນພື້ນທີ່ແຜ່ລະບາດທັນທີ, ກັກກັນ ແລະ ເຝົ້າລະວັງບໍ່ໃຫ້ມີການກະຈາຍອອກໃນວົງກ້ວາງ ແລະ ຕ້ອງຕາມຫາຕົ້ນຕໍສາເຫດຂອງພະຍາດດັ່ງກ່າວໃຫ້ໄດ້ ໂດຍໃນເບື້ອງຕົ້ນເຈົ້າໜ້າທີ່ລັດເຊື່ອວ່າອາດເກີດຈາກສານເຄມີທີ່ຕົກຄ້າງໃນປາ ຈົນນຳໄປສູ່ການປ່ວຍໄຂ້ຂັ້ນຮຸນແຮງໃນຄັ້ງນີ້. ຜູ້ຕິດເຊື້ອຮຸນແຮງສາມາດເສຍຊີວິດໄດ້ ພາຍໃນ 48 ຊົ່ວໂມງ ເບື້ອງຕົ້ນ ຜູ້ປ່ວຍຈະມີອາການປວດຫົວ, ປວດຮາກ, ປອດບວມ, ເຈັບທ້ອງ ແລະ ມີອາການໄຂ້. ຮຽບຮຽງຂ່າວ: ພຸດສະດີ
ຂ່າວຕ່າງປະເທດ
2020-02-12T12:09:30+00:00
https://laopost.com/?p=116815
ພິທີປະກາດການຈັດຕັ້ງຂັ້ນຮອງຫ້ອງການ-ບັນດາພະແນກການ, ແລະ ກົມກອງ
ພິທີປະກາດການຈັດຕັ້ງຂັ້ນຮອງຫ້ອງການ-ບັນດາພະແນກການ, ແລະ ກົມກອງ ທີ່ຂຶ້ນກັບ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 25 ຕຸລາ 2022 ນີ້, ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ຫົວໜ້າການເມືອງ ກອງບັນຊາການທະຫານນະ ຄອນຫຼວງວຽງຈັນ, ມີສະຫາຍ ພັນເອກ ບຸນວານ ພົມມະວົງ ຫົວໜ້າການທະຫານ ກອງບັນຊາການທະຫານນະ ຄອນ ຫຼວງວຽງຈັນ ມີຕາງໜ້າຈາກຫ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ,ຄະນະພັກ-ຄະນະບັນຊາ ອົງການ 05 ຫ້ອງ,ກົມກອງ,ພະແນກການທີ່ກ່ຽວຂ້ອງ ພ້ອມດ້ວຍບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ເຂົ້າຮ່ວມ. ສະຫາຍພັນໂທ ເຂັມເພັດ ຫັນທະວົງ ຫົວໜ້າພະແນກພະນັກງານ ທະຫານນະ ຄອນຫຼວງວຽງຈັນ ໄດ້ຂຶ້ນ ຜ່ານຂໍ້ຕົກລົງ ລັດຖະມົນຕີກະຊວງປ້ອງກັນປະເທດ ສະບັບເລກທີ 4359/ກປທ,ລົງວັນທີ 12/09/2022 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຫ້ອງການ, ພະແນກການ ແລະ ກົມກອງທີ່ຂຶ້ນກັບ ທະຫານນະຄອນຫຼວງວຽງຈັນ ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນພາກທີ II, ໝວດທີ IV ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ,ຍົກຍ້າຍນາຍທະຫານ ກອງທັບປະຊາຊົນລາວ ແລະ ອີງຕາມທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາ ໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ ແລະ ມີແບບແຜນທີ່ ທັນສະໄໝຂຶ້ນເທື່ອລະກ້າວນັ້ນ ກອງບັນຊາການທະຫານນະ ຄອນຫຼວງວຽງຈັນຈຶ່ງໄດ້ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ສົມບູນ ພີມມະຈັກ ເປັນຮອງຫົວໜ້າຫ້ອງ ການ ແລະ ບໍລິຫານ ກອງບັນຊາການທະຫານນະ ຄອນຫຼວງວຽງຈັນ, ແຕ່ງຕັ້ງຂັ້ນພະແນກການ ສະຫາຍ ພັນໂທ ຈອມຍອດ ອິນໃຈ ເປັນຫົວໜ້າພະແນກບໍລິຫານ, ສະຫາຍ ພັນຕີ ເອບນິພົນ ເພັດວັງລາດ ເປັນຫົວໜ້າພະແນກບໍລິຫານສັງລວມ ຫ້ອງເສນາທິການ, ສະຫາຍ ພັນຕີ ແສງສຸວັນ ແກ້ວບຸນພັນ ເປັນຮອງຫົວໜ້າພະແນກກໍ່ສ້າງຮາກຖານ, ແຕ່ງຕັ້ງບັນດາກົມກອງ ສະຫາຍ ພັນໂທ ບຸນແພງ ປີ່ນພະຫຍາ ເປັນຫົວໜ້າການທະຫານ ກອງບັນຊາການທະຫານເມືອງ ປາກງື່ມ ແລະ ສະຫາຍ ພັນໂທ ຫຼອນຫຼ້າ ບາສີວົງ ເປັນຫົວໜ້າການເມືອງ ກອງບັນຊາການທະຫານເມືອງ ປາກງື່ມ, ສະຫາຍ ພັນຕີ ກົງທອງ ສຸດາວົງ ເປັນຮອງການທະຫານ ທັງເປັນຫົວໜ້າພະແນກເສນາທິການ ທະ ຫານເມືອງສັງທອງ, ແຕ່ງຕັ້ງສະຫາຍ ພັນຕີ ບຸນເພັງ ກິດຕະວົງ ເປັນຮອງການເມືອງ ທັງເປັນຫົວໜ້າພະແນກ ການເມືອງ ທະຫານເມືອງຫາດຊາຍຟອງ. ໃນໂອກາດນີ້ສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ກໍ່ໃຫ້ກຽດໂອ້ລົມ ກ່ອນອື່ນສະຫາຍກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາສະຫາຍ ທີ່ຍາດມາໄດ້ ແລະ ຍັງໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງຍົກສູງພາລະບົດບາດການຊີ້ນຳ-ນຳພາບັນຊາຂອງຕົນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ກວ້າງຂວາງ,ໂດຍສະເພາະແມ່ນການຈັດຕັ້ງປະຕິບັດຕໍ່ໜ້າທີ່ວຽກງານໃຫ້ມີປະສິດທິຜົນສູງ,ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ເຂັ້ມແຂງ,ມີຄວາມສາມັກຄີໃຫ້ແໜ້ນແຟ້ນ,ປັບປຸງແບບ ແຜນການນຳພາເຮັດວຽກລວມສູນປະຊາທິປະໄຕເປັນໝູ່ຄະນະ,ແບ່ງໃຫ້ບຸກຄົນຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ເພື່ອເຮັດສຳເລັດໜ້າທີ່ທີ່ພັກ-ລັດກໍ່ຄືການຈັດຕັ້ງຂັ້ນເທິງມອບໝາຍໃຫ້ເປັນຢ່າງດີ. ແຫຼ່ງຂ່າວ: ກອງບັນຊາການທະຫານ ນວ
ຂ່າວພາຍໃນ
2022-10-27T17:03:56+00:00
https://laopost.com/?p=138968
ປະທານປະເທດ ເດີນທາງຢ້ຽມຢາມ ແລະເຮັດວຽກຢູ່ຫຼວງພະບາງ
ໃນລະຫວ່າງວັນທີ 20-21 ຕຸລາ 2016 ຜ່ານມານີ້ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ພ້ອມ ດ້ວຍຄະນະໄດ້ເດີນທາງຢ້ຽມຢາມ ແລະເຮັດວຽກຢູ່ແຂວງຫຼວງພະບາງ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງໆຫຼວງພະບາງ ພ້ອມດ້ວຍຄະນະ ໃນນັ້ນ ທ່ານປະ ທານປະເທດໄດ້ໃຫ້ກຽດໂອ້ລົມພະນັກງານຫຼັກແຫຼ່ງຂອງແຂວງ, ຢ້ຽມຢາມ ໂຄງການນ້ຳຄານ 3 ທັງລົງໃຫ້ກໍາລັງໃຈປະຊາຊົນຜູ້ໄດ້ຮັບຜົນກະທົບຈາກນ້ຳຖ້ວມຢູ່ເມືອງຊຽງເງິນອີກຈຳນວນໜຶ່ງ. ໃນພິທີ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງໆຫຼວງພະບາງໄດ້ສະແດງ ຄວາມຕ້ອນຮັບອັນອົບອຸ່ນຕໍ່ການມາ ຢ້ຽມຢາມ ແລະພົບປະໂອ້ລົມການນໍາ ຫຼັກແຫຼ່ງຂອງແຂວງໃນຄັ້ງນີ້ ຊຶ່ງໄດ້ສະ ແດງເຖິງຄວາມເປັນຫ່ວງເປັນໄຍຂອງ ພັກ-ລັດຖະບານກໍຄືໃນນາມສ່ວນຕົວຕໍ່ ການປົກປັກຮັກສາ ແລະສ້າງສາພັດທະນາແຂວງຫຼວງພະບາງ ພ້ອມນັ້ນກໍໄດ້ ລາຍງານສະພາບລວມຂອງການພັດທະນາແຂວງຫຼວງພະ ບາງໃຫ້ທ່ານປະທານປະເທດໄດ້ຮັບ ຊາບເປັນຕົ້ນແມ່ນການຜັນຂະຫຍາຍມະ ຕິ X, ແຜນ 8 ຂອງລັດຖະບານ, ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 7 ຂອງອົງຄະນະພັກແຂວງກໍຄືແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ຫຼວງພະບາງໃນສົກປີ 2015-2016 ຜ່ານມາ ໂດຍລວມແລ້ວແຂວງຫຼວງພະ ບາງແມ່ນມີສະຖຽນລະພາບທາງດ້ານ ການເມືອງ, ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງ ຄົມໂດຍພື້ນຖານ, ເສດຖະກິດມີການຂະ ຫຍາຍຕົວຢ່າງຕໍ່ເນຶ່ອງ, ການຄ້າ, ການ ລົງທຶນ, ການທ່ອງທ່ຽວ ແລະການບໍລິ ການມີທ່ວງທ່າກ້າວຂຶ້ນ, ເສດຖະກິດມີ ການຂະຫຍາຍຕົວຢ່າງຕໍ່ເນື່ອງ 8,4% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນບັນ ລຸໄດ້ 6.033 ຕື້ກີບເດັ່ນກວ່າໝູ່ແມ່ນ ຂະແໜງບໍລິການກວມ 44,4% ຊຶ່ງເພີ່ມ ຂຶ້ນ 10,5% ສະເລ່ຍລາຍຮັບໃສ່ຫົວຄົນ ໄດ້ປະມານ 13,96 ລ້ານກີບຕໍ່ຄົນຕໍ່ປີ ເທົ່າກັບ 1.764 ໂດລາສະຫະລັດ, ທຽບ ໃສ່ປີຜ່ານມາໄດ້ເພີ້ມຂຶ້ນ 11,35%. ໂອກາດດັ່ງກ່າວ ທ່ານ ບຸນຍັງ ວໍລະຈິດ ກໍໄດ້ໃຫ້ກຽດໂອ້ລົມ ຊຶ່ງກ່ອນອື່ນ ທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມ ເຊີຍຜົນສຳເລັດ ແລະຜົນງານທີ່ຄະນະບໍ ລິຫານຍາດໄດ້ໃນໄລຍະຜ່ານມາ ພ້ອມດຽວກັນນັ້ນຍັງໄດ້ເນັ້ນໜັກໃຫ້ພະນັກ ງານການນຳ, ພະນັກງານຫຼັກແຫຼ່ງທະ ຫານ, ຕໍາຫຼວດ ແລະປະຊາຊົນບັນດາເຜົ່າ ຊາວແຂວງຫຼວງພະບາງເປັນຕົ້ນແມ່ນ ວຽກງານການສຶກສາອົບຮົມການເມືອງ ນຳພາແນວຄິດໃຫ້ພະນັກງານສະມາ ຊິກພັກ ແລະປະຊາຊົນພາຍໃນແຂວງມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງ ກັນ ແລະກັນ ໂດຍການຫັນລົງກໍ່ສ້າງ ຮາກຖານການເມືອງເອົາພະນັກງານ ຂອງຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ ລົງຊ່ວຍຂັ້ນເມືອງ ແລະຂັ້ນເມືອງລົງ ຊ່ວຍຂັ້ນບ້ານເພຶ່ອນຳພາປະຊາຊົນໃນ ແຕ່ລະທ້ອງຖິ່ນຫັນປ່ຽນອາຊີບການຖາງປ່າເຮັດໄຮ່ແບບເລື່ອນລອຍມາເປັນອາຊີບປູກຝັງ-ລ້ຽງສັດ ແລະບໍລິການຄ້າ ຂາຍເພຶ່ອແກ້ໄຂຄວາມທຸກຍາກຂອງປະ ຊາຊົນບັນດາເຜົ່າໃຫ້ດີຂຶ້ນເທື່ອລະກ້າວ. ໃນວັນທີ 21 ຕຸລາທ່ານປະທານປະເທດຍັງໄດ້ເດີນທາງໄປຢ້ຽມຢາມໂຄງ ການກໍ່ສ້າງເຂື່ອນໄຟຟ້ານໍ້າຄານ 3 ແລະ ລົງໄປເບິ່ງບ້ານທີ່ຖືກຜົນກະທົບໄພພິບັດເມືອງຊຽງເງິນໄດ້ມອບເຄື່ອງນຸ່ງ, ເຄື່ອງ ໃຊ້ຄົວເຮືອນມູນຄ່າ 43,1 ລ້ານກີບ ແລະ ເງິນສົດ 100 ລ້ານກີບ ໃຫ້ແກ່ທ່ານ ສາຍສະໝອນ ທິດາກອນ ເຈົ້າເມືອງຊຽງໆ ເງິນ ເພື່ອນຳໄປຊ່ວຍເຫຼືອຜູ້ຖືກຜົນກະ ທົບຈາກໄພນ້ຳຖ້ວມຢູ່ເມືອງຊຽງເງິນ. ຂ່າວ: ເສດຖະກິດ-ສັງຄົມ
ຂ່າວເຫດການ
2016-10-24T12:46:39+00:00
https://laopost.com/?p=73866
ກຳປູເຈຍ ໄດ້ຮັບວັດຖຸບູຮານທີ່ຖືກລັກໄປກັບຄືນປະເທດແລ້ວ 350 ອັນ
ກຳປູເຈຍໄດ້ຮັບມອບວັດຖຸບູຮານກັບຄືນສູ່ປະເທດແລ້ວ 350 ອັນ ໃນຊ່ວງລະຫວ່າງແຕ່ປີ 1996 – 2014 ຕາມການ ເປີດເຜີຍຂອງທາງການ. ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ຕຸລານີ້ວ່າ ທ່ານ ໂສກ ອານ ຮອງນາຍົກລັດຖະມົນຕີກຳປູເຈຍ ໄດ້ກ່າວ ໃນພິທີເປີດງານນິເທດສະການຊົ່ວຄາວ ສະແດງຮູບປັ້ນສະໄໝເກາະແກຣ໌ ທີ່ໄດ້ຮັບມອບຄືນຈາກສະຫະລັດອາເມຣິ ກາ ຢູ່ທີ່ພິພິທະພັນແຫ່ງຊາດໃນນະຄອນຫລວງພະນົມເປັນວ່າ ບູຮານວັດຖຸທັງ 350 ອັນ ໄດ້ຖືກສົ່ງມອບມາຈາກສະ ຫະລັດ, ຝຣັ່ງ, ໄທ, ອົດສະຕາລີ, ສະວິດເຊີແລນ, ອິນໂດເນເຊຍ, ໂຮນລັງ, ຍີ່ປຸ່ນ, ອັງກິດ, ເດນມາກ, ເຢຍລະມັນ, ຮຸງ ກາລີ, ການາດາ ແລະ ໄຕ້ຫວັນ. ທ່ານຮອງນາຍົກລັດຖະມົນຕີກຳປູເຈຍ ຍັງໄດ້ຮຽກຮ້ອງໃຫ້ບັນດານັກສະສົມວັດຖຸບູຮານຂອງກຳປູເຈຍໃນທົ່ວໂລກ ມອບສົມບັດອັນລ້ຳຄ່າທີ່ຖືກລັກໄປນັ້ນ ກັບຄືນມາສູ່ປະເທດກຳປູເຈຍ ແລະ ວັດຖຸບູຮານທີ່ກັບຄືນມາປະເທດແລ້ວ ນັ້ນ ໄດ້ສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມ ແລະ ຄວາມມຸ່ງໝັ້ນທີ່ມີຮ່ວມກັນ ລະຫວ່າງລັດຖະບານກຳປູເຈຍ ແລະ ສະຖາບັນຕ່າງໆທັງໃນປະເທດ ແລະ ຕ່າງປະເທດ ໃນການຮັກສາມໍລະດົກທາງວັດທະນະທຳຂອງກຳປູເຈຍ ເພື່ອ ຜົນປະໂຫຍດໂດຍລວມຕໍ່ມວນມະນຸດ.
ຂ່າວຕ່າງປະເທດ
2014-10-06T09:37:12+00:00
https://laopost.com/?p=11255
MMG-ອົດສະຕຣາລີ ຮ່ວມສົ່ງເສີມປູກໝາກ ກ້ຽງເປັນສິນຄ້າ ແກ່ຊຸມຊົນ
ເມື່ອບໍ່ດົນມານີ້, ບໍລິສັດ ລ້ານຊ້າງມີເນໂຣນສ໌ ລິມິເຕັດ-ບໍ່ຄໍາ-ທອງເຊໂປນ(MMG) ແລະ ລັດຖະບານອົດສະຕຣາລີ ໄດ້ຈັດພິທີມອບ-ຮັບ ໂຄງການກໍ່ສ້າງ ແລະ ຂະຫຍາຍລະບົບນ້ຳລິນ, ມູນຄ່າ 24 ພັນກວ່າໂດລາສະຫະລັດ ເພື່ອສະໜອງນ້ຳຮັບໃຊ້ເຂົ້າ ໃນໂຄງການປູກໝາກກ້ຽງ ຂອງປະຊາຊົນ ບ້ານນາຫອຍ ເມືອງວິລະບູລີ ແຂວງສະຫວັນນະເຂດ ເຊິ່ງເປັນຊຸມຊົນອ້ອມຂ້າງບໍ່ຄຳ-ທອງ ເຊໂປນ. ການຮ່ວມມືດັ່ງກ່າວນີ້ ຈະຊ່ວຍເສີມສ້າງດ້ານການປະຕິບັດໂຄງການ ພັດທະນາສັງຄົມຂອງ MMG ໃຫ້ສອດຄ່ອງກັບເປົ້າໝາຍ ການພັດທະນາແບບຍືນຍົງ ແລະ ສ້າງໂອກາດ ໃນການຮັບປະກັນລາຍຮັບໃຫ້ສູງຂຶ້ນແກ່ຊາວກະສິການທ້ອງຖິ່ນ. ທ່ານ ຈອນ ວິນລຽມ ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ ກ່າວວ່າ: ປະເທດອົດສະຕຣາລີ ລວມທັງຕົນເອງ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ມອບລະບົບນໍ້າລິນ ເພື່ອຜົນປະໂຫຍດໂດຍກົງ ຂອງ ຊາວກະຊິກອນຜູ້ປູກໝາກກ້ຽງບ້ານນາຫອຍ. ການຊ່ວຍເຫລືອແກ່ຊາວບ້ານອ້ອມຂ້າງບໍ່ຄຳ-ທອງເຊໂປນ ເພື່ອເປັນ ແຮງບັນດານໃຈໃຫ້ເຂົາເຈົ້າ ໄດ້ມີໂອກາດຜະລິດເປັນສິນຄ້າ ສ້າງລາຍຮັບເຂົ້າຄອບຄົວນັບມື້ຫລາຍຂຶ້ນ. ທາງດ້ານ ທ່ານ ວິບູນ ສິດທິມໍລະດາ ຜູ້ຈັດການພະແນກພົວພັນທຸລະກິດ ແລະ ຊຸມຊົນ ຂອງ MMG ກ່າວຕື່ມວ່າ: ການສະໜອງລະບົບນ້ຳລິນໃຫ້ຊາວສວນເທື່ອນີ້ ແມ່ນສອດຄ່ອງກັບແຜນງານ ການພັດທະນາສັງຄົມຂອງບໍລິສັດ ເຊິ່ງໄດ້ສຸມ ໃສ່ ໂຄງການຜະລິດກະສິກໍາໃຫ້ເປັນສິນຄ້າ ເພື່ອຮັບປະກັນລາຍໄດ້ ທີ່ໝັ້ນຄົງ. ໂຄງການຜະລິດ ກະສິກໍາໃຫ້ເປັນສິນຄ້ານີ້ ແມ່ນການເຮັດວຽກຮ່ວມກັບ ອົງການຈັດຕັ້ງສາກົນ ແລະ ບໍລິສັດຕ່າງ ປະເທດ ເພື່ອສ້າງການສະຫນອງແບບຕ່ອງໂສ້ ໃນຊຸມຊົນທີ່ມີລາຍຮັບຕໍ່າ ແລະ ເພື່ອສ້າງໂອກາດ ໃນການມີວຽກເຮັດງານທໍາ ຂອງຊຸມຊົນທ້ອງຖິ່ນ. ໃນປີ 2015 ບໍລິສັດ MMG ໄດ້ສະໜັບສະໜູນເບ້ຍໝາກກ້ຽງເກືອບ 1.000 ຕົ້ນ ໃຫ້ແກ່ຊາວສວນ 12 ຄອບຄົວຂອງບ້ານນາຫອຍ ໄດ້ປູກທົດລອງເບື້ອງຕົ້ນ ໃນເນື້ອທີ່ປະມານ 5 ເຮັກຕາ, ສ່ວນບໍລິສັດ ໄອເຣິນບາກລາວ ສາຂາບໍລິສັດ ໄອເຣິນບາກອົດສະຕຣາລີ ກໍໄດ້ສະໜອງ ການຝຶກອົບຮົມ, ອຸປະກອນກ່ຽວຂ້ອງ ແລະ ຊ່ອງ ທາງການພັດ ທະນາຕ່າງໆ ໃຫ້ ແກ່ຊາວສວນ ດັ່ງກ່າວ. ມາຮອດປັດຈຸບັນນີ້ ການປູກຕົ້ນໝາກກ້ຽງມີຈຳນວນທັງໝົດ 12.275 ຕົ້ນ ຂອງປະຊາຊົນ 33 ຄອບຄົວ ແລະ ມີແຜນຈະຂະຫຍາຍເນື້ອທີ່ຕື່ມອີກໃຫ້ເປັນ 12 ເຮັກຕາ. ໃນຂະນະດຽວກັນ ກໍຍັງມີປະຊາຊົນຫລາຍຄອບຄົວ ຈາກບ້ານອ້ອມຂ້າງ ໄດ້ສະແດງຄວາມສົນໃຈ ຢາກເຂົ້າຮ່ວມໂຄງການ ດັ່ງກ່າວ ເຊິ່ງທາງບໍລິສັດໄອເຣິນບາກລາວ ກໍໄດ້ກະກຽມເບ້ຍໝາກກ້ຽງກວ່າ 20.000 ຕົ້ນ ເພື່ອສະໜອງໃຫ້ຊຸມຊົນປູກ ໃນປີ 2018. ຂ່າວໂດຍ: ຣາຊະວົງ (ສຳນັກຂ່າວປະເທດລາວ)
ຂ່າວພາຍໃນ
2017-08-05T10:40:43+00:00
https://laopost.com/?p=93421
ຕຳຫລວດໄທ ກວດຄົ້ນເຮືອນພັກ ອາຍັດຊັບສິນ ສາມີດາລາສາວ ” ແພັດ ” ຕ້ອງສົງໄສເຄືອຂ່າຍໄຊຊະນະ!
ເວັບໄຊ ຂ່າວສົດອອນລາຍ ຂອງໄທ ລາຍງານໃນວັນທີ 2 ກຸມພານີ້ວ່າ ເຈົ້າໜ້າທີ່ຕຳຫລວດປາບປາມຢາເສບຕິດຂອງໄທ ໄດ້ເຂົ້າກວດຄົ້ນເຮືອນພັກຂອງ ທ້າວ ອັກຄຣະກິດ ວໍຣະໂຣດຈະເຣີນເດດ ຫລື ເບັ້ນ ເຣດຊິ້ງ ສາມີຂອງນາງເອກສາວ ແພັດ ນະປະພາ ດາລາຊື່ດັງຂອງໄທ ຫລັງຈາກທີ່ເຈົ້າໜ້າທີ່ສາມາດຂະຫຍາຍຜົນວ່າ ອາດມີສ່ວນພົວພັນກັບແກ໊ງຄ້າຢາ ທ້າວ ໄຊຊະນະ ແກ້ວພິມພາ ພໍ່ຄ້າຢາເສບຕິດຊາວລາວ. ທັງນີ້ ການກວດຄົ້ນດັ່ງກ່າວ ໄດ້ມີຂຶ້ນຫລັງຈາກທີ່ມີການສືບສວນຄະດີກຸ່ມເຄືອຂ່າຍ ທ້າວ ໄຊຊະນະ ແກ້ວພິມພາ ແລ້ວໄດ້ມີການຊັດທອດໄປເຖິງດາລາ ແລະ ກຸ່ມໄຮໂຊ ວົງການລົດຫລູຫລາຍຄົນຢູ່ບາງກອກ ເຮັດໃຫ້ເຈົ້າໜ້າທີ່ໄດ້ອອກໝາຍຄົ້ນກວ່າ 40 ກໍລະນີ ຊຶ່ງພົບວ່າມີສ່ວນກ່ຽວຂ້ອງ ທັງເລື່ອງການຟອກເງິນ ແລະ ຂະບວນການຢາເສບຕິດ, ແນວໃດກໍຕາມ ການກວດຄົ້ນເຮືອນພັກຂອງສາມີດາລາສາວ ແພັດ ນະປະພາ ໃນຄັ້ງນີ້ ແມ່ນເປັນມາດຕະການສືບສວນໜຶ່ງ ໂດຍຕຳຫລວດຈະມີການອາຍັດຊັບສິນເພື່ອກວດສອບ ແລະ ຜູ້ກ່ຽວຈະຕ້ອງນຳເອົາຫລັກຖານ ມາສະແດງຄວາມຖືກຕ້ອງຂອງຊັບສິນ ໂດຍຍັງບໍ່ທັນໄດ້ຖືກຕັ້ງຂໍ້ກ່າວຫາ ຫລື ຍັງບໍ່ຖືວ່າເປັນຜູ້ຖືກຫາແຕ່ຢ່າງໃດ. ທ່ານ ພົນເອກ ສະເຫລີມກຽດ ສີວໍຣະຂານ ຮອງຜູ້ບັນຊາການຕຳຫລວດແຫ່ງຊາດໄທ ໄດ້ເປີດເຜີຍວ່າ ການກວດຄົ້ນໃນຄັ້ງນີ້ ເປັນໄປຕາມການຂະຫຍາຍຜົນການສືບສວນ ຈາກການຈັບກຸມເຄືອຂ່າຍຢາເສບຕິດໄດ້ມື້ວານນີ້ ໂດຍຈະມີການຖະແຫລງຄວາມຄືບໜ້າ ໃນເວລາ 11:00 ໂມງ ຂອງມື້ນີ້ (2 ກຸມພາ). ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!
ຂ່າວຕ່າງປະເທດ
2017-02-02T09:35:11+00:00
https://laopost.com/?p=84168
ເກີດອຸບັດເຫດເຮືອທ່ອງທ່ຽວຫຼົ້ມຢູ່ຮັອກໄກໂດປະເທດຍີ່ປຸ່ນ
ໂທລະພາບ NHK ຂອງຍີ່ປຸ່ນລາຍງານວ່າ: ວັນທີ 23 ເມສານີ້ ເຮືອທ່ອງທ່ຽວ ຄາຊຸ 1 ທີ່ບັນທຸກລູກເຮືອ ແລະນັກທ່ອງທ່ຽວ 26 ຄົນ ໄດ້ເກີດອຸບັດເຫດຫຼົ້ມຢູ່ເຂດໃກ້ຄຽງແຫຼມຊີເຣໂຕໂກະ ທາງພາກຕາເວັນອອກສຽງເໜືອຂອງແຂວງຮັອກໄກໂດປະເທດຍີ່ປຸ່ນ ຍ້ອນນ້ຳເຂົ້າເຮືອ. ເຮືອລຳນີ້ໄດ້ຂາດການຕິດຕໍ່ຫຼັງຈາກໄດ້ຂໍການຊ່ວຍເຫຼືອນຳອົງການຮັກສາຄວາມປອດໄພທາງທະເລຍີ່ປຸ່ນ. ເຊິ່ງເຮືອລຳດັ່ງກ່າວໄດ້ລາຍງານຕໍ່ກັບອົງການຮັກສາ ຄວາມປອດໄພທາງທະເລຍີ່ປຸ່ນ ເພື່ອຂໍການຊ່ວຍເຫຼືອໃນເວລາປະມານ 13 ໂມງ 15 ນາທີຂອງວັນທີ 23 ເມສາ ໂດຍກ່າວວ່າ “ນ້ຳກຳລັງໄຫຼເຂົ້າຫົວເຮືອ, ເຮືອກຳລັງຈະຈົມລົງ, ລຳເຮືອໄດ້ອ່ຽງໄປທາງຂ້າງປະມານ 30 ອົງສາ”. ຫຼັງຈາກນັ້ນ, ເຮືອລຳນີ້ໄດ້ຂາດການຕິດຕໍ່. ຕາມຂ່າວລາຍງານວ່າ: ລູກເຮືອ ແລະຜູ້ໂດຍສານຢູ່ໃນເຮືອລຳນີ້ ໄດ້ນຸ່ງເສື້ອຊູຊີບທັງໝົດ. ເຈົ້າໜ້າທີ່ໃນທ້ອງຖິ່ນກ່າວວ່າ: ເຮືອທ່ອງທ່ຽວ ຄາຊຸ 1 ບັນທຸກລູກເຮືອທັງໝົດ 26 ຄົນ ໃນນັ້ນ,ມີຜູ້ໂດຍສານທີ່ເປັນຜູ້ໃຫຍ່ 22 ຄົນ, ເດັກນ້ອຍ 22 ຄົນ ແລະ ມີ ລູກເຮືອອີກ 2 ຄົນ ໂດຍຫຼ້າສຸດພົບຄົນໝົດສະຕິແລ້ວ 7 ຄົນເຊື່ອວ່າເປັນໜຶ່ງຜູ້ໂດຍສານຂອງເຮືອລຳດັ່ງກ່າວ. ທີ່ມາ: CRI
ຂ່າວຕ່າງປະເທດ
2022-04-25T09:49:07+00:00
https://laopost.com/?p=133391
ແອັບ “ລາວ ສູ້ ສູ້” ສ້າງປະໂຫຍດຊ່ວຍຄວບຄຸມການແຜ່ລະບາດຂອງໂຄວິດ-19
ແອັບ “ ລາວ ສູ້ສູ້ ” ເປັນແອັບພລີເຄຊັ່ນທີ່ພັດທະນາຂຶ້ນໂດຍ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີໜ້າທີ່ຊ່ວຍໃນການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃນລາວ ໂດຍສະເພາະກໍແມ່ນ ລາຍງານອາການຂອງຕົນເອງໃນເວລາກັກຕົວຢູ່ເຮືອນ ຫຼື ສະຖານທີ່ກັກຕົວທີ່ທາງການກຳນົດ. ພິທີເປີດການນໍາໃຊ້ລະບົບປະຕິບັດການຕ້ານໂຄວິດ-19 “ ລາວ ສູ້ສູ້ ” ໂດຍການຮ່ວມມືລະຫວ່າງກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ກະຊວງສາທາລະນະສຸກ ໄດ້ຈັດຂຶ້ນໃນວັນທີ 5 ກໍລະກົດນີ້ ທີ່ກະຊວງສາທາລະນະສຸກ ໂດຍມີທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ສັນຕິສຸກ ສິມມະລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ. ແອັບດັ່ງກ່າວສາມາດລາຍງານກ່ຽວກັບອາການຂອງຄົນເຮົາໃນເວລາກັກໂຕຢູ່ເຮືອນ ຫຼື ຢູ່ສູນກັກໂຕທີ່ທາງຄະນະສະເພາະກິດກຳນົດໄວ້ ບໍ່ວ່າຈະເປັນ ອຸນຫະພູມຮ່າງກາຍ, ອາການໄຂ້, ໄອ, ເມື່ອຍ, ແລະ ອື່ນໆ ຫຼື ທີ່ເອີ້ນວ່າ iFeel (ອາການຂ້ອຍ). ພ້ອມກັນນັ້ນ, ກໍຍັງສາມາດຕິດຕາມການເດີນທາງຂອງຄົນເພື່ອໃຫ້ຮູ້ວ່າໄປສະຖານທີ່ໃດໂດຍການສະແກນ QR Code ແລະ ລະບົບຈະແຈ້ງເຕືອນຖ້າມີກຸ່ມສ່ຽງໄປສະຖານທີ່ດັ່ງກ່າວ ຫຼື ທີ່ເອີ້ນວ່າ iGo (ໄປໃສ), ເບິ່ງການເຄື່ອນໄຫວຂອງເຮົາເອງເພື່ອລາຍງານແພດໝໍ ຫຼື ທີ່ເອີ້ນວ່າ Timeline (ການເຄື່ອນໄຫວ), ໃຊ້ໃນການລົງທະບຽນ ແລະ ຈອງຄິວສັກວັກຊິນລ່ວງໜ້າ ຫຼື ທີ່ເອີ້ນວ່າ iVac (ສັກວັກຊິນ) ຊຶ່ງຈະຊ່ວຍຫຼຸດຄວາມແອອັດຂອງປະຊາຊົນທີ່ຕ້ອງການຮັບວັກຊິນ, ໃຊ້ໃນການລົງທະບຽນ ແລະ ຈອງຄິວເຂົ້າກວດຫາເຊື້ອໂຄວິດ-19 ຫຼື ທີ່ເອີ້ນວ່າ iTest (ໄປກວດ), ນີ້ກໍເພື່ອຊ່ວຍຫຼຸດຜ່ອນຄວາມແອອັດໃນການເຂົ້າມາກວດຫາເຊື້ອໂຄວິດ-19 ຂອງກຸ່ມສຳຜັດໃກ້ຊິດໄດ້ເຊັ່ນກັນ. ແອັບ “ ລາວ ສູ້ສູ້ ” ຖືເປັນເຄື່ອງມືທີ່ສຳຄັນໃນການໝູນໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາຊ່ວຍອໍານວຍຄວາມສະດວກໃຫ້ແກ່ພະນັກງານແພດໝໍໃນເວລາເກີດການລະບາດໃນຊຸມຊົນ, ທີມງານແພດສາມາດໃຊ້ເຄື່ອງມືນີ້ເພື່ອກວດ, ກັ່ນກອງຊອກຫາຜູ້ຕິດເຊື້ອເປັນຕົ້ນແມ່ນຕິດຕາມຜູ້ທີ່ເດີນທາງເຂົ້າມາປະເທດ, ການເດີນທາງຂອງຄົນໃນປະເທດ, ການເຄື່ອນໄຫວຂອງຜູ້ຕິດເຊື້ອ ແລະ ຜູ້ທີ່ມີຄວາມສ່ຽງໄດ້ຢ່າງວ່ອງໄວ, ຊັດເຈນ ແລະ ມີປະສິດທິພາບ. ກະຊວງສາທາລະນະສຸກເຊື່ອໝັ້ນວ່າ ເຄື່ອງມື “ລາວ ສູ້ສູ້” ຈະສາມາດຊ່ວຍໃຫ້ພວກເຮົາສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19 ໄດ້ຕາມຈຸດປະສົງ ແລະ ເປົ້າໝາຍທີ່ຕັ້ງໄວ້.
ຂ່າວພາຍໃນ
2021-07-06T09:56:29+00:00
https://laopost.com/?p=125870
ພົນໂທ ຈັນສະໝອນ ຈັນຍາລາດ ເລື່ອນຊັ້ນຂຶ້ນເປັນ ພົນເອກຄົນທີ3 ຂອງລາວ
ປະທານປະເທດ ແຫ່ງ ສປປ ລາວ ອອກດຳລັດເລື່ອນຊັ້ນ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ຂຶ້ນເປັນພົນເອກຄົນທີ3 ຂອງລາວ ໂດຍຖັດຈາກ ທ່ານ ພົນເອກ ຄໍາໄຕ ສີພັນດອນ ແລະ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ, ລົງວັນທີ 10 ທັນວາ 2018, ສະບັບເລກທີ317/ປປທ. ການເລື່ອນຊັ້ນນາຍທະຫານ ຊັ້ນພົນໂທ ຂຶ້ນເປັນຊັ້ນພົນເອກ ໄດ້ອີງຕາມລັດຖະທໍາມະນູນ ແຫ່ງ ສປປ ລາວ (ສະບັບປັບປຸງປີ 2015) ມາດຕາ 67 ຂໍ້ 06; ອີງຕາມກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ ສະບັບປັບປຸງປີ 2018; ອີງຕາມໜັງສືສະເໜີຂອງນາຍົກລັດຖະມົນຕີ ສະບັບເລກທີ 161/ນຍ, ລົງວັນທີ 23 ພະຈິກ 2018. ປັດຈຸບັນ, ສປປ ລາວ ລາວ ມີນາຍທະຫານລະດັບພົນເອກ 3 ທ່ານ ຄື: ທ່ານ ພົນເອກ ຄໍາໄຕ ສີພັນດອນ ອະດີດເລຂາທິການໃຫຍ່ພັກ ແລະ ປະທານປະເທດ, ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ. ສໍາລັບປະຫວັດຫຍໍ້ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ເກີດເມື່ອວັນທີ 1 ມີນາ 1948, ທີ່ແຂວງຜົ້ງສາລີ ຊົນເຜົ່າ ກືມມຸ; ເຂົ້າການປະຕີວັດວັນທີ 4 ພະຈິກ 1963 ແລະ ເຂົ້າພັກສົມບູນວັນທີ 20 ມິນາ 1970; ລະດັບການສຶກສາຈົບຊັ້ນ ມ6, ລະດັບວິຊາສະເພາະປະລິນຍາໂທ ວິຊາ ການເມືອງ-ການທະຫານ, ລະດັບທິດສະດີການເມືອງ ປະລິນຍາໂທ; ເລື່ອນຊັ້ນຈາກ ພົນໂທ ຂຶ້ນເປັນ ພົນເອກ: 10/12/2018. ປັດຈຸບັນ, ຮັບຜິດຊອບໜ້າທີ່ຕໍາແໜ່ງພັກ ເປັນ ກໍາມະການກົມການເມືອງສູນກາງພັກ ແລະ ຕໍາແໜ່ງລັດ ເປັນ ລັດຖະມົນຕີກະຊວງປ້ອງກັນປະເທດ. ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດການຄ້າ
ຂ່າວທ້ອງຖິ່ນ
2018-12-12T09:43:17+00:00
https://laopost.com/?p=107438
ທາບທາມປະກອບຄຳເຫັນໃສ່ 3 ຮ່າງດຳລັດວ່າດ້ວຍການຫັນຊັບພະຍາກອນປ່າໄມ້, ນ້ຳ ແລະ ແຮ່ທາດເປັນທຶນ
ແຂວງໄຊຍະບູລີ ຮ່ວມກັບ ກົມຄຸ້ມຄອງຊັບສິນຂອງລັດ ໄດ້ຈັດກອງປະຊຸມທາບທາມ ປະກອບຄຳເຫັນໃສ່ຮ່າງດຳ ລັດວ່າດ້ວຍການຫັນຊັບພະ ຍາກອນປ່າໄມ້ເປັນທຶນ, ດຳ ລັດວ່າດ້ວຍການຫັນຊັບພະ ຍາກອນນ້ຳເປັນທຶນ ແລະ ດຳ ລັດວ່າດ້ວຍການຫັນຊັບພະ ຍາກອນແຮ່ທາດເປັນທຶນ, ໃນວັນທີ 27 ມີນາ 2014 ນີ້,ຢູ່ ທີ່ຫ້ອງປະຊຸມພະແນກກະສິ ກຳ ແລະ ປ່າໄມ້ ແຂວງໄຊຍະ ບູລີ, ໂດຍການເປັນປະທານ ຂອງ ທ່ານ ຄຳສຸກ ທໍ່, ຮອງເລ ຂາພັກແຂວງ, ປະທານແນວ ລາວສ້າງຊາດແຂວງທັງເປັນ ປະທານຄະນະສາມະຊິກສະ ພາແຫ່ງຊາດແຂວງໄຊຍະບູ ລີ, ມີຫົວໜ້າ, ຮອງຫົວໜ້າ ພະແນກການ, ພ້ອມດ້ວຍ ຫົວໜ້າ, ຮອງຫົວໜ້າພະ ແນກຈາກບັນດາແຂວງທີ່ກ່ຽວ ຂ້ອງ 8 ແຂວງພາກເໜືອເຂົ້າ ຮ່ວມ 100 ກວ່າຄົນ, ໃນກອງ ປະຊຸມຕ່າງໜ້າພະແນກການ ທີ່ກ່ຽວຂ້ອງ 8 ແຂວງພາກເໜືອໄດ້ພ້ອມກັນປະກອບຄຳ ຄິດຄຳເຫັນໃສ່ບັນດາຮ່າງ ເພື່ອເປັນເອກະພາບກັນ ແລະ ພ້ອມກັນປະຕິບັດໃຫ້ປາກົດ ຜົນເປັນຈິງ, ເປັນຕົນດຳລັດ ວ່າດ້ວຍການຫັນແຮ່ທາດ ເປັນທຶນມີ 8 ໝວດ, 31 ມາດ ຕາ, ດຳລັດດ້ວຍການຫັນຊັບ ພະຍາກອນປ່າໄມ້ເປັນທຶນມີ 10 ໝວດ 31 ມາດຕາ ແລະ ດຳລັດວ່າດ້ວຍການຫັນຊັບ ພະຍາກອນນ້ຳເປັນທຶນມີ 12 ໝວດ 42 ມາດຕາ. ທ່ານ ຄຳສຸກ ທໍ່, ຮອງເລຂາ ພັກແຂວງໄຊຍະບູລີ ໄດ້ເປີດ ເຜີຍວ່າ: ຊັບພະຍາກອນທຳ ມະຊາດເປັນຊັບສົມບັດອັນ ລ້ຳຄ່າຂອງຊາດ ເຊິ່ງ ເປັນກຳ ມະສິດຂອງວົງຄະນະຍາດ ແຫ່ງຊາດ. ໃນໄລຍະຜ່ານ ມາພວກເຮົາຍັງບໍ່ມີນິຕິກຳທີ່ ຕິດພັນກັບການຫັນຊັບສິນ ຂອງລັດມາເປັນທຶນໂດຍກົງ. ໂດຍອີງໃສ່ນະໂຍບາຍເປີດ ກວ້າງ ແລະ ສົ່ງເສີມການລົງ ທຶນ ແລະ ກົດໝາຍທີ່ກ່ຽວ ຂ້ອງອື່ນໆພວກເຮົາກໍ່ໄດ້ດຳ ເນີນການຈັດຕັ້ງປະຕິບັດການ ຫັນຊັບພະຍາກອນທຳມະ ຊາດຈຳນວນໜຶ່ງເປັນທຶນ ແລະ ເຫັນວ່າມີຫຼາຍໂຄງການມີປະສິດທິຜົນສູງເຊິ່ງກາຍເປັນຕົວແບບໃນການປະຕິບັດມອບພັນທະລາຍຮັບເຂົ້າງົບປະມານ ແລະ ເປັນຕົວແບບໃນການ ປົກປັກຮັກສາສິ່ງແວດລ້ອມ ໃຫ້ເປັນທີ່ຍອມຮັບຈາກພາຍ ໃນ ແລະ ສາກົນ, ເປັນຕົ້ນ ໂຄງການພັດທະນາພະລັງ ງານໄຟຟ້ານ້ຳຕົກນ້ຳເທີນ 2, ໂຄງການພະລັງງານໄຟຟ້າ ນ້ຳຕົກເທີນຫີນບູນ, ໂຄງການ ບໍ່ຄຳ-ທອງແດງເຊໂປນ, ໂຄງ ການບໍ່ທອງແດງພູເບຍມາຍ ນິງ ແລະ ໂຄງການອື່ນໆ. ສະນັ້ນການສ້າງຮ່າງດຳ ລັດວ່າດ້ວຍແຮ່ທາດ, ດຳລັດ ວ່າດ້ວຍຊັບພະຍາກອນນ້ຳ ແລະ ດຳລັດວ່າດ້ວຍປ່າໄມ້, ເປັນວຽກງານທີ່ຈຳເປັນ ແລະ ຮີບດ່ວນເພື່ອຮັບປະກັນໃຫ້ ແກ່ການຄຸ້ມຄອງເກັບລາຍ ຮັບເຂົ້າງົບປະມານອີກທັງ ເຮັດໃຫ້ການຄຸ້ມຄອງນ້ຳໃຊ້ ຊັບພະຍາກອນທຳມະຊາດ ຢ່າງມີປະສິດທິຜົນ ແລະ ຮັບ ປະກັນຄວາມກົມກ່ຽວສົມ ສ່ວນລະຫວ່າງການພັດທະ ນາເສດຖະກິດກັບການພັດ ທະນາວັດທະນະທຳສັງຄົມ ພ້ອມທັງເປັນການປົກປັກຮັກ ສາສິ່ງແວດລ້ອມທຳມະຊາດ ໃຫ້ຍືນຍົງອີກດ້ວຍ. ຈຸດປະ ສົງກໍ່ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມ ຮູ້ ແລະ ກຳນົດຈຸດປະສົງ, ຄວາມໝາຍຄວາມສຳຄັນ ຂອງການຫັນຊັບສິນເປັນທຶນ, ການກຳນົດຮູບແບບການຫັນ ເປັນທຶນຊັບພະຍາກອນທຳ ມະຊາດທີ່ຢູ່ໃນເປົ້າໝາຍ ແລະ ບໍ່ຢູ່ໃນເປົ້າໝາຍ; ວິທີ ການຈັດຕັ້ງປະຕິບັດສິດໜ້າທີ່ ແລະ ການແບ່ງຂັ້ນການຕົກ ລົງການແບ່ງຄວາມຮັບຜິດ ຊອບລະຫວ່າງຂະແນງການ ກ່ຽວຂ້ອງກັບຂະແໜງການ ເງິນ ແລະ ເງື່ອນໄຂຕ່າງໆທີ່ ຕິດພັນກັບການຫັນຊັບພະຍາ ກອນທຳມະຊາດເປັນທຶນ. ທີ່ມາ http://www.kongthap.gov.la/
ຂ່າວພາຍໃນ
2014-04-01T20:52:55+00:00
https://laopost.com/?p=4627
ໄມໂຄຊອຟ ເຜີຍຜົນກຳໄລໄຕມາດທຳອິດ
ໄມໂຄຊອຟ ບໍລິສັດຍັກໃຫຍ່ທາງດ້ານເຕັກໂນໂລຊີຂອງອາເມລິກາເຜີຍວ່າ ມີຜົນກຳໄລຫຼັງສິ້ນສຸດໄຕມາດທຳອິດຢູ່ທີ່ 3 ຕື້ກວ່າໂດລາສະຫະລັດ ຫຼັງຈາກທີ່ຕ້ອງແບກຫາບຄ່າໃຊ້ຈ່າຍມະຫາສານຈາກການຂາຍທຸລະກິດໂທລະສັບມືຖືເມື່ອປີຜ່ານມາ. ສຳນັກຂ່າວຕ່າງປະເທດລາຍງານວ່າ ຜົນກຳໄລໄຕມາດທີ 4 ຂອງບໍລິສັດເຕັກໂນໂລຊີຍັກໃຫຍ່ລາຍນີ້ ເກືອບຈະຂາດທຶນຈາກເມື່ອປີທີ່ຜ່ານມາ ຫຼັງຈາກທີ່ບໍລິສັດຕ້ອງແບກຫາບຄ່າໃຊ້ຈ່າຍກວ່າ 7 ຕື້ໂດລາສະຫະລັດ ຈາກມູນຄ່າທີ່ຫຼຸດລົງຂອງບໍລິສັດມືຖືໂນເກຍ ຂະນະທີ່ລາຍໄດ້ຫຼຸດລົງມາຢູ່ທີ່ 20 ຕື້ກວ່າໂດລາສະຫະລັດ ຈາກ 22 ຕື້ກວ່າໂດລາໃນປີກ່ອນໜ້ານີ້ ດ້ານຫົວໜ້າຄະນະເຈົ້າໜ້າທີ່ບໍລິຫານບໍລິສັດໄມໂຄຊອຟ ທ່ານ ສັດຢາ ນາເດລລາ ລະບຸວ່າ ໃນປີຜ່ານມານີ້ຖືເປັນຈຸດສຳຄັນຂອງການປ່ຽນຜ່ານ ແລະ ການຮ່ວມຫຸ້ນກັບລູກຄ້າທີ່ນຳພາການປ່ຽນຜ່ານຍຸກດິຈິຕອລ ຊຶ່ງບໍລິສັດເອງພູມໃຈກັບສິ່ງທີ່ຕົນເອງເຮັດປະສົບຄວາມສຳເລັດ ແລະ ບໍລິສັດທີ່ກຳລັງເຕີບໃຫຍ່ຫຼາຍຂຶ້ນ. ຂະນະທີ່ຜົນປະກອບການໂດຍລວມຂອງໄມໂຄຊອຟຖືວ່າດີຂຶ້ນຈາກການຄາດຄະເນໄວ້ ແລະ ຂະນະນີ້ບໍລິສັດກຳລັງກຽມປ່ຽນທຸລະກິດຫຼັກເພື່ອຮັບມືກັບຍອດຂາຍທີ່ຫຼຸດລົງຂອງຄອມພິວເຕີສ່ວນບຸກຄົນ ລວມເຖິງຫຼຸດການເພິ່ງພາການຂາຍຊອຟແວ ແລະ ເພີ່ມບົດບາດໃນການໃຫ້ບໍລິການ ແລະ ເຕັກໂນໂລຊີຄລາວ ໂດຍໄດ້ຮັບສ່ວນແບ່ງຈາກຊ່ອງທາງເກມ ເອັກບ໊ອກ ແລະ ແທັບເລັດ.
ຂ່າວຕ່າງປະເທດ
2016-07-21T15:23:31+00:00
https://laopost.com/?p=65701
ກະແສຕໍ່ຕ້ານມຽນມາ-ຊູຈີຮືຮາທົ່ວໂລກ! ຮຽກຮ້ອງໃຫ້ຢຸດການຂ້າລ້າງເຜົ່າພັນໂຣຮິນຢາ
Iranians take part in a protest against violence in Myanmar after weekly Friday prayer in Tehran on September 08, 2017. Iran's foreign minister has written to the UN calling for action on the Myanmar's Muslim minority while his spokesman said Iran's efforts to send aid had been blocked by Myanmar. Mohammad Javad Zarif raised concerns on the "atrocities committed against" the Rohingya Muslim community in a letter to the United Nation's Secretary General Antonio Guterres. / AFP PHOTO / str ເມື່ອວັນທີ 8 ກັນຍາ 2017 ທີ່ຜ່ານມາ ເອເອຟພີລາຍງານວ່າ ເກີດກະແສການຊຸມນຸມຊອງປະຊາຊົນຕາມເມືອງຕ່າງໆ ໃນປະເທດມຸສລິມທົ່ວໂລກ ທີ່ຕ້ອງການສະແດງພະລັງສະໜັບສະໜູນຊາວໂຣຮິນຢາ ແລະ ປະນາມວິທີການຈັດການຂອງລັດຖະບານມຽນມາຫຼັງຈາກສະຫະປະຊາຊາດປະເມີນສະຖານະການການສູ້ຮົບໃນລັດຍະໄຂ່ລະຫວ່າງກອງທັບທະຫານມຽນມາກັບກອງກຳລັງຕິດອາວຸດໂຣຮິນຢາ ເຊິ່ງດຳເນີນມາເປັນໄລຍະ 2 ອາທິດ ນັບຈາກວັນທີ 25 ສິງຫາເປັນຕົ້ນມາ ວ່າອາດມີຜູ້ເສຍຊີວິດຫຼາຍກວ່າ 1,000 ຄົນ ຫຼາຍເກືອບສອງເທົ່າຂອງຍອດຜູ້ເສຍຊີວິດ ເຊິ່ງລັດຖະບານມຽນມາລະບຸໄວ້ທີ່ປະມານ 400 ຄົນ ສ່ວນຜູ້ອົບພະຍົບມີສູງເຖິງ 270,000 ຄົນແລ້ວ ທີ່ນະຄອນຫຼວງອິສລາມາບັດ ຊາວປາກີສຖານຫຼາຍພັນຄົນໄດ້ຊຸມນຸມກັນແລະຮ້ອງຕໍ່ຕ້ານທ່ານນາງ ອອງ ຊານ ຊູຈີ ຮຽກຮ້ອງໃຫ້ຢຸດຕິການຂ້າລ້າງເຜົ່າພັນ ສ່ວນທີ່ນະຄອນຫຼວງ ກົວລາລັມເປີ ຊາວມາເລເຊຍຮຽກຮ້ອງໃຫ້ລັດຖະບານຫຼຸດຄວາມສຳພັນກັບລັດຖະບານມຽນມາລົງດ້ວຍການຮຽກທູດກັບປະເທດ ນະຄອນຫຼວງທາກາ ຊາວບັງກາລາເທດຢ່າງໜ້ອຍ 15,000 ຄົນ ຊຸມນຸມຮຽກຕຳນິທ່ານ ນາງ ອອງ ຊານ ຊູຈີ ແລະ ນະຄອນຫຼວງເຕຫະຣານ ຊາວອິຫລ່ານອອກມາປະທ້ວງການໃຊ້ຄວາມຮຸນແຮງຕໍ່ຊາວໂຣຮິນຢາ ໃນຂະນະທີ່ລັດຖະບານອີຫລ່າຍເຮັດໜັງສືເຖິງເລຂາສະຫະປະຊາຊາດ ເພື່ອສະແດງຄວາມວິຕົກກັງວົນຕໍ່ເຫດການນີ້ ສ່ວນປະເທດຕວັກກີ ຜູ້ນຳຕວັກກີ ພ້ອມທັງລັດຖະມົນຕີກະຊວງການຕ່າງປະເທດ ກະຊວງຄອບຄົວ ແລະ ກິດຈະ ການສັງຄົມ ແລະເຈົ້າໜ້າທີ່ລະດັບສູງໄດ້ເດີນທາງໄປທີ່ບັງກາລາເທດ ໂດຍລົງພື້ນທີ່ນຳສິ່ງຂອງບັນເທົາທຸກໄປຊ່ວຍເຫຼືອຊາວໂຣຮິນຢາທີ່ສູນຜູ່ລີ້ໄພ ນອກຈາກນີ້ທາງການຕວັກກີຍັງກ່າວວ່າຕ້ອງການຫາວິທີແກ້ໄຂວິກິດການໂຣຮິນຢາແບບຖາວອນ ດ້ານສະຫະລັດອາເມລິກາ ແລະ ນໍເວ ກະຊວງຕ່າງປະເທດຂອງທັງສອງປະເທດຖະແຫຼງການຮຽກຮ້ອງໃຫ້ລັດຖະບານມຽນມາອະນຸຍາດໃຫ້ໜ່ວຍງານດ້ານສິດທິມະນຸດເດີນທາງເຂົ້າສູ່ລັດຍະໄຂ່ ເພື່ອເລັ່ງໃຫ້ການຊ່ວຍເຫຼືອປະຊາຊົນທີ່ຕິດຄ້າງທ່າມການປະທະທີ່ຍັງຢືດເຢື້ອຢູ່ໃນຂະນະນີ້
ຂ່າວຕ່າງປະເທດ
2017-09-10T17:40:52+00:00
https://laopost.com/?p=94730
ຄົນຢ້ານເຂັມມີເຮ ຝຣັ່ງກຽມທົດລອງວັກຊີນໂຄວິດ-19 ແບບພົ່ນໃສ່ທາງດັງ
ປັດຈຸບັນ ການສັກວັກຊີນເປັນວິທີທີ່ມີປະສິດທິພາບທີ່ສຸດໃນການຄວບຄຸມການແຜ່ລະບາດຂອງ COVID-19. ໃນທົ່ວໂລກ, ມັນເປັນການເລັ່ງດ່ວນເພື່ອໃຫ້ປະຊາຊົນເຂົ້າເຖິງວັກຊີນໄວເທົ່າທີ່ຈະໄວໄດ້, ໃນຂະນະດຽວກັນ, ກໍມີການພັດທະນາວິທີການໃຊ້ວັກຊີນສ້າງ ແລະ ກະຕຸ້ນພູມຄຸ້ມກັນໃຫ້ຄົນໄດ້ຫຼາຍກວ່າການສັກ ໂດຍການພົ່ນທາງອາກາດເພື່ອຊຸກດັນໃຫ້ວັກຊີນເຂົ້າໄປໃນຜິວໜັ້ງ ແທນທີ່ຈະເປັນເຂັມທີ່ທົດສອບໂດຍ DIOSynVax ຂອງອັງກິດ. ລວມທັງວິທີຢອດ ແລະ ສີດພົ່ນໃສ່ດັງ ທີ່ຫຼາຍປະເທດໃຫ້ຄວາມສົນໃຈ. ຫຼ້າສຸດ ປະເທດຝຣັ່ງ ວັກຊີນໂປຣຕີນເບສ ທີ່ພັດທະນາໂດຍທີມງານ BioMAP ເຊິ່ງເປັນການຮ່ວມມືຂອງສະຖາບັນຄົ້ນຄວ້າກະສິກຳ, ອາຫານ ແລະ ສິ່ງແວດລ້ອມແຫ່ງຊາດຝຣັ່ງ (INRAE) ແລະ ທີມວິໄຈພະຍາດຕິດຕໍ່ ແລະ ສາທາລະນະສຸກ. ມະຫາວິທະຍາໄລທົວພະຍາດຕິດແປດ ແລະສາທາລະນະສຸກ (ISP) ພັດທະນາວັກຊີນ COVID-19 ຊະນິດທີ່ໃຫ້ຜ່ານທາງດັງ ທີ່ເຮັດວຽກຄ້າຍກັບວິທີສັກຢາເຂົ້າກ້າມຊີ້ນ ແລະ ສ້າງພູມຕ້ານທານໃນລະດັບ mucosal. ເຊັ່ນດຽວກັນກັບວັກຊີນທົ່ວໄປ ວັກຊີນແບບພົ່ນດັງມີປະສິດທິພາບໃນການຕໍ່ຕ້ານໂຄວິດ-19 ສາຍພັນອັນຕະລາຍ ແລະ ນອກຈາກຈະສາມາດຢັບຢັ້ງໄວຣັສໄດ້ຕັ້ງແຕ່ຕົ້ນ ທີ່ດ່ານໜ້າໃນໂພງດັງແລ້ວ ຍັງມີຂໍ້ດີອື່ນໆອີກຫຼາຍປະການ, ຂໍ້ດີອີກຢ່າງໜຶ່ງຄື ສໍາລັບຄົນທີ່ຢ້ານເຂັມສັກຢາ ແລະ ບໍ່ກ້າເຂົ້າມາຮັບວັກຊີນ ການສົ່ງວັກຊີນຜ່ານທາງອື່ນໆເຂົ້າສູ່ຮ່າງກາຍກໍສາມາດເຮັດໃຫ້ຄົນເຂົ້າມາຮັບວັກຊີນໄດ້ຫຼາຍຂຶ້ນ. ຢ່າງໃດກໍຕາມ, ວັກຊີນຊະນິດພົ່ນບໍ່ໄດ້ແມ່ນສິ່ງໃໝ່, ອາເມລິກາເຄີຍໃຊ້ວັກຊີນປ້ອງກັນໄຂ້ຫວັດໃຫຍ່ແບບທີ່ເຄີຍໃຫ້ຜ່ານທາງດັງທີ່ພັດທະນາໂດຍບໍລິສັດ AstraZeneca ເມື່ອ 10 ປີທີ່ແລ້ວ ແຕ່ພາຍຫຼັງສູນປ້ອງກັນພະຍາດຕິດຕໍ່ (CDC) ໄດ້ລະງັບ ເນື່ອງຈາກບໍ່ມີປະສິດທິພາບໃນການປ້ອງກັນໄວຣັສພາຍພັນໃໝ່ໆ. ຂໍ້ມູນ: thairath
ຂ່າວຕ່າງປະເທດ
2022-02-04T15:39:01+00:00
https://laopost.com/?p=131749
ທາງການມຽນມາເປີດສຸນທີ່ພັກຊົ່ວຄາວສຳລັບປະຊາຊົນໂລຮິງຢາໃຫ້ຄະນະຜູ້ແທນນານາຊາດເຂົ້າຢ້ຽມຢາມ ຂະນະທີ່ອົງການຢູນີ ເຊັບລະບຸວ່າຜູ້ລີ້ໄພໂລຮິງຢາຍັງບໍ່ມີບ່ອນປອດໄພໃຫ້ເດີນທາງກັບ
ຄະນະຜູ້ແທນນານາຊາດ ແລະ ສື່ມວນຊົນໄດ້ເດີນທາງລົງຢ້ຽມຢາມສຸນທີ່ພັກຊົ່ວຄາວສຳລັບຜູ້ລີ້ໄພໂລຮິງຢາ ທີ່ຕັ້ງຢູ່ນອກເມືອງມົງດໍ ຕິດກັບຊາຍແດນ ປະເທດບັງກລາເທດ,ກ່ອນຈະຖືກນຳໂຕໄປຍັງຄຸ້ມຜູ້ລີ້ໄພໃນພື້ນທີ່ອື່ນໆ ຈະຕ້ອງຜ່ານຂະບວນການຄັດກອງຂັ້ນສຸດທ້າຍກ່ອນ. ຮອງຜູ້ອຳນວຍການກອງທຶນເພື່ອເດັກນ້ອຍແຫ່ງສະຫະປະຊາຊາດ ຫລື ຢູນີເຊັບ, ຈັສຕິນ ຟໍຊີສ ເປີດເຜີຍວ່າເວລານີ້ຜູ້ລີ້ໄພໂລຮິງຢາໃນບັງກລາເທດຍັງບໍ່ມີສະຖານທີ່ປອດໄພສຳລັບການເດີນທາງກັບໄປຍັງປະເທດມຽນມາ ແລະ ກ່າວຕື່ມວ່າການສົ່ງກັບຜູ້ລີ້ໄພຈະຕ້ອງເປັນໄປດ້ວຍຄວາມສະຫມັກໃຈ ຕາມການໂອ້ລົມລະຫວ່າງຮອງຜູ້ອຳນວຍການຢູນີເຊັບ ແລະ ຜູ້ລີ້ໄພ ບອກວ່າຍັງຄົງມີເຫດການຮຸນແຮງເກີດຂື້ນໃນພື້ນທີ່ ແລະ ຍັງບໍ່ປອດໄພທີ່ຈະເລີ່ມການສົ່ງໂຕກັບໃນເວລານີ້. ອີກດ້ານຂອງອະດິດຜູ້ວ່າການລັດນິວແມກຊີໂກ, ບິວ ຣິຊາສສັນ ໄດ້ຖອນໂຕຈາກຄະນະທີ່ປຶກສາໃນການແກ້ໄຂບັນຫາວິກິດຜູ້ລີ້ໄພໂລຮິງຢາຫລັງເກີດການປະທະທາງອາລົມຢ່າງຮຸນແຮງກັບ ນາງ ອອງຊານ ຊູຈີ ທີ່ຜ່ານມາ ກ່ຽວກັບການສະເຫນີໃຫ້ປ່ອຍໂຕນັກຂ່າວລອຍເຕີ້ ແລະ ປະເດັນກົດຫມາຍຄວາມລັບທາງລາຊສະການຂອງມຽນມາ ເຊີ່ງສະແດງໃຫ້ເຫັນເຖີງຄວາມບໍ່ພໍໃຈ ແລະ ເສຍໃຈ ເປັນຢ່າງຍີ່ງ ໃນທ່າທີຂອງ ນາງ ອອງຊານ ຊູຈີ ຜູ້ທີ່ເຄີຍໄດ້ຮັບບົດບາດຕໍ່ສູ້ເພື່ອປະຊາຊົນ ແລະ ເປັນກາງ ອີກທັງເຄີຍໄດ້ຮັບລາງວັນຜູ້ນຳດີເດັ່ນ. ເຈົ້າຫນ້າທີ່ລະດັບສູງໃນຫນ່ວຍງານສະຫະປະຊາຊາດກ່າວວ່າ ເຫດການໂຈມຕີທຳຮ້າຍທີ່ມີຕໍ່ຜູ້ລີ້ໄພມຸດສະລິມໂລຮິງຢາຍັງຄົງເກີດຂື້ນຢ່າງຕໍ່ເນື່ອງໃນມຽນມາ ຊື່ງຖືວ່າຍັງບໍ່ປອດໄພສຳລັບການໃຫ້ຜູ້ອົບພະຍົບໂລຮິງຢາຫລາຍແສນຄົນໃນບັງກລາເທດເດີນທາງກັບມຽນມາ. ກ່ອນຫນ້ານີ້ມຽນມາ ແລະ ບັງກລາເທດ ໄດ້ລົງນາມຕົກລົງເພື່ອເລີ່ມຂະບວນການສົ່ງກັບ ແຕ່ບັງກລາເທດເຜີຍວ່າ ຕ້ອງຂໍເວລາກວດສອບເພີ່ມຕື່ມເຖີງຄວາມປອດໄພຂອງຜູ້ລີ້ໄພໂລຮິງຢາ ແລະ ຕ້ອງເປັນໄປຕາມຄວາມສະຫມັກໃຈ. ແຫລ່ງຂ່າວຕ່າງປະເທດ TRN
ຂ່າວຕ່າງປະເທດ
2018-01-26T11:59:32+00:00
https://laopost.com/?p=98814
ລັດເລັ່ງແກ້ໄຂສິ່ງອຸດຕັນ ເພື່ອສົ່ງເສີມການລົງທຶນ ແລະ ດຳເນີນທຸລະກິດພາກເອກະຊົນ
ລັດຖະບານ ຈະມີມາດຕະການເດັດຂາດໃນການແກ້ໄຂສິ່ງອຸດຕັນ, ຂັ້ນຕອນອະນຸຍາດ ແລະ ຂອດຂັ້ນອຳນວຍຄວາມສະດວກຕ່າງໆ ຂອງເບື້ອງລັດ ເພື່ອຊຸກຍູ້, ດຶງດູງ, ຂົນຂວາຍ ແລະ ສົ່ງເສີມການລົງທຶນ ແລະ ດຳເນີນທຸລະກິດຂອງພາກເອກະຊົນ ຢູ່ໃນ ສປປ ລາວ. ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ເຊິ່ງຕາງໜ້າໃຫ້ລັດຖະບານ ກ່າວໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 2 ພະຈິກ 2020 ນີ້ວ່າ: ເພື່ອປະຕິບັດນະໂຍບາຍ 3 ເປີດ ໃນການຊຸກຍູ້ໃຫ້ການລົງທຶນຂອງພາກເອກະຊົນບັນລຸຕາມຄາດໝາຍ ຈະໄດ້ສຸມໃສ່ໃນການສືບຕໍ່ປັບປຸງຂັ້ນຕອນ ແລະ ລະບຽບການໃນການສ້າງ ແລະ ດຳເນີນທຸລະກິດ ຕາມ 10 ຕົວຊີ້ວັດໃຫ້ດີຂຶ້ນຢ່າງເປັນຮູບປະທຳຈະແຈ້ງດ້ວຍການປັບປຸງກົດໝາຍວ່າດ້ວຍວິສາຫະກິດໃຫ້ມີຄວາມສອດຄ່ອງ, ສ້າງລະບົບການຂຶ້ນທະບຽນວິສາຫະ ກິດແບບອອນລາຍ, ຫັນເລກປະຈຳຕົວຜູ້ເສຍອາກອນ, ລະຫັດວິສາຫະກິດ ແລະ ເລກປະກັນສັງຄົມ ເປັນຕົວເລກລະຫັດດຽວກັນ ໂດຍການປັບປຸງໂປຣແກຣມທະບຽນ ແລະ ອາກອນ ແລະ ອື່ນໆ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃນການສ້າງ ແລະ ດຳເນີນທຸລະກິດ ໃຫ້ມີຄວາມໂປ່ງໃສ ແລະ ວ່ອງ ໄວ. ຂະນະດຽວກັນ ຈະໄດ້ສຸມໃສ່ການປັບປຸງວຽກງານການບໍລິການ ອອກໃບອະນຸຍາດລົງທຶນ ແລະ ການອອກໃບອະນຸຍາດດຳເນີນທຸລະກິດ ໃນຂອບເຂດທົ່ວປະເທດ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ເປັນເອກະພາບໃນການສົ່ງເສີມ, ຄຸ້ມຄອງການລົງທຶນ ແລະ ການອຳນວຍຄວາມສະດວກໃນການດຳເນີນທຸລະກິດຂອງເອກະຊົນພາຍໃນ ແລະ ຕ່າງປະເທດ, ສືບຕໍ່ຜັນຂະຫຍາຍເຜີຍແຜ່ກົດໝາຍ ແລະ ບັນດານິຕິກຳຕ່າງໆ ທີ່ຕິດພັນກັບວຽກງານການລົງທຶນໃຫ້ສຳເລັດໃນທົ່ວປະເທດ, ສືບຕໍ່ຈັດຕັ້ງປະຕິບັດກົນໄກປະສານງານການບໍລິການລົງທຶນປະຕູດຽວໃຫ້ສຳເລັດ, ພ້ອມປັບປຸງຮຽບຮຽງຂໍ້ມູນຂ່າວສານ ໃຫ້ຜູ້ລົງທຶນຢ່າງວ່ອງໄວ ໂດຍຜ່ານການອອກປື້ມຄູ່ມືການບໍລິການ ການລົງທຶນປະຕູດຽວ ແລະ ສົ່ງຂໍ້ມູນທາງເວັບໄຊ ເພື່ອໃຫ້ແທດເໝາະກັບສະພາບຕົວຈິງ. ພ້ອມກັນນັ້ນ, ກໍຈະໄດ້ສຸມໃສ່ສືບຕໍ່ຄົ້ນຄວ້າ, ດັດແກ້ ແລະ ປັບປຸງນິຕິກຳທີ່ມີ ລວມທັງນະໂຍບາຍສົ່ງເສີມການລົງທຶນ ໃຫ້ສອດຄ່ອງກັບສະພາບປັດຈຸບັນໃນ ສປປ ລາວ. ຮຽບຮຽງຂ່າວ: ພຸດສະດີ
ຂ່າວທ້ອງຖິ່ນ
2020-11-04T09:34:17+00:00
https://laopost.com/?p=121987
ນາຍົກອິນເດຍພົບຜູ້ນຳອີຢູ ຫວັງເພີ່ມການລົງທຶນແລະຮ່ວມປາບກໍ່ການຮ້າຍ
ນາຍົກລັດຖະມົນຕີອິນເດຍຈະຫາລືຮ່ວມກັບຜູ້ນຳປະເທດສະຫະພາບເອີຣົບ (ອີຢູ) ທີ່ນະຄອນຫຼວງຣັສເຊລຂອງແບນຊິກ ເພື່ອຫາກທາງສົ່ງເສີມການລົງທຶນຈາກອີຢູ ຊຶ່ງຖືເປັນຫຸ້ນສ່ວນການຄ້າລາຍໃຫຍ່ຂອງອິນເດຍ ແລະຮ່ວມມືປາບປາມການກໍ່ການຮ້າຍໃຫ້ຫຼາຍຂຶ້ນ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ນາຍົກລັດຖະມົນຕີອິນເດຍຈະພົບກັບໂດນັລ ທັສ ປະທານຄະນະມົນຕີເອີຣົບ ແລະທ່ານໝອງ ໂຄລັດ ຢຸງເກີ ປະທານຄະນະກຳມາທິການເອີຣົບໃນນະຄອນຫຼວງບຣັສເຊລລະຫວ່າງການປະຊຸມສຸດຍອດອີຢູ-ອິນເດຍ ຄັ້ງທີ 13 ທີ່ມີຂຶ້ນໃນອາທິດຫຼັງຈາກເຫດລະເບີດບຣັສເຊລ ເຈົ້າໜ້າທີ່ຕ່າງປະເທດອິນເດຍກ່າວວ່າ ການຫາລືຈະມຸ່ງເນັ້ນເລື່ອງການຄ້າ ແລະການລົງທຶນ ລວມເຖິງຄວາມຮ່ວມມືດ້ານຄວາມໝັ້ນຄົງ ລັດຖະບານພັກບີເຈຂອງນາຍົກລັດຖະມົນຕີໂມດີເຂົ້າມາບໍລິຫານປະເທດເມື່ອ 2014 ໂດຍສັນຍາວ່າຈະຟື້ນຟູເສດຖະກິດອິນເດຍແລະສ້າງວຽກເຮັດງານທຳເພີ່ມ.
ຂ່າວຕ່າງປະເທດ
2016-03-30T22:03:19+00:00
https://laopost.com/?p=52280
ນະຄອນຫຼວງເຂົ້າຮ່ວມຄະນະສະເພາະກິດລະດັບຊາດ ແກ້ໄຂບັນຫາບໍລິສັດລະດົມທຶນຜິດກົດໝາຍ
ສຳນັກງານປົກຄອງນະຄອນຫຼວງວຽງຈັນ, ຮູບ: google ອີງຕາມແຫຼ່ງຂ່າວຈາກ ນະຄອນຫຼວງວຽງຈັນ ເມື່ອວັນທີ 9 ພຶດສະພາ 2017 ທີ່ຜ່ານມາ, ຫ້ອງວ່າການນະຄອນຫຼວງວຽງຈັນ ໄດ້ເຮັດໜັງສືທາງການແຈ້ງໄປຍັງ ທະນາຄານແຫ່ງ ສປປ ລາວ ເພື່ອແຈ້ງລາຍລະອຽດການປະກອບບຸກຄະລາກອນເພື່ອເຂົ້າຮ່ວມ ຄະນະສະເພາະກິດລະດັບຊາດ ເພື່ອແກ້ໄຂບັນຫາບໍລິສັດທີ່ເຄື່ອນໄຫວໃຫ້ການບໍລິການລະດົມທຶນທີ່ຜິດລະບຽບ-ກົດໝາຍ ໂດຍຈົດໝາຍທາງການດັ່ງກ່າວໄດ້ແຈ້ງວ່າ ທາງນະຄອນຫຼວງວຽງຈັນໄດ້ແຕ່ງຕັ້ງໃຫ້ ທ່ານ ໂສວັນ ນຸພາບພະວົງສີ ຮອງຫົວໜ້າພະແນກອຸດສາຫະກຳແລະການຄ້ານະຄອນຫຼວງວຽງຈັນ ແລະ ທ່ານ ຂັນຕີ ສີສຸລາດ ຫົວໜ້າໜ່ວຍງານທະບຽນວິສາຫະກິດ ພະແນກອຸດສາຫະກຳແລະການຄ້ານະຄອນຫຼວງວຽງຈັນ ເຂົ້າຮ່ວມເປັນຄະນະສະເພາະກິດດັ່ງກ່າວ. ໃນຂະນະທີ່ເມື່ອວັນທີ 27 ເມສາ 2017 ທີ່ຜ່ານມາ ທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງການເຕືອນເຖິງປະຊາຊົນ ໃຫ້ມີສະຕິລະມັດລະວັງ ບໍ່ໃຫ້ຕົກເປັນເຫຍື່ອບັນດາບໍລິສັດທີ່ລະດົມທຶນຢ່າງໝົດກົດໝາຍ ເຊິ່ງອາດຈະສ້າງຄວາມເສຍຫາຍໃຫ້ແກ່ຕົນເອງໄດ້. ອ່ານຂ່າວດັ່ງກ່າວໄດ້ທີ່ນີ້: https://www.laopost.com/2017/05/09/89693
ຂ່າວພາຍໃນ
2017-05-12T17:38:28+00:00
https://laopost.com/?p=89843