title
stringlengths 7
164
| text
stringlengths 18
16.7k
| category
stringclasses 7
values | date
stringlengths 25
25
| url
stringlengths 27
29
|
---|---|---|---|---|
10 ຂໍ້ທີ່ຜູ້ຍິງຄວນຮູ້ ລະຫວ່າງເປັນປະຈໍາເດືອນ ຫ້າມເຮັດເດັດຂາດ | ພະຍາຍາມຢ່າສະຜົມ: ຖ້າຈໍາເປັນຕ້ອງສະແທ້ໆ ຕ້ອງເປົ່າໃຫ້ແຫ້ງທັນທີ.
ຕ້ອງເຮັດໃຫ້ຮ່າງກາຍອົບອຸ່ນ: ເວລາຢູ່ໃນຫ້ອງແອຢ່າລືມໃສ່ເສື້ອແຂນຍາວ.
ຢ່າດື່ມນໍ້າເຢັນ: ເຄື່ອງດື່ມເຢັນໆຈະເຮັດໃຫ້ປະຈໍາເດືອນບໍ່ສາມາດໄຫຼອອກມາໄດ້ຢ່າງສະດວກ.
ສາມາດກິນຫວານໄດ້: ແຕ່ຕ້ອງໃນປະລິມານທີ່ເໝາະສົມ ບໍ່ດັ່ງນັ້ນຈະເຮັດໃຫ້ຕຸ້ຍ ແລະເປັນອັນຕະລາຍຕໍ່ຮ່າງກາຍ.
ຢ່າເຮັດວຽກໜັກ: ການທີ່ເຮັດວຽກໜັກໃນຊ່ວງເປັນປະຈໍາເດືອນ ຈະເຮັດໃຫ້ໄລຍະເວລາທີ່ມີປະຈໍາເດືອນຫຼາຍມື້ຂຶ້ນ ແລະເສຍເລືອດຫຼາຍ.
ຢ່າອາລົມຂຶ້ນໆລົງໆຫຼາຍເກີນໄປ: ຊ່ວງທີ່ເປັນປະຈໍາເດືອນມັກຈະອາລົມບໍ່ປົກກະຕິ ແຕ່ຢ່າເອົາມາເປັນຂໍ້ອ້າງໃນການງຸດງິດໃຈຮ້າຍ ເພາະມັນບໍ່ດີຕໍ່ສຸຂະພາບ.
ຢ່າແຊ່ນໍ້າ: ມັນເປັນສາເຫດຂອງການຕິດເຊື້ອ.
ຕ້ອງເບິ່ງແຍງຜິວໜ້າໃຫ້ດີໆ: ຊ່ວງນັ້ນຂອງເດືອນເປັນຊ່ວງທີຮູຂຸມຂົນຂະຫຍາຍ ຕ້ອງທໍາຄວາມສະອາດດີໆ ຖ້າບໍ່ດັ່ງນັ້ນຈະເກີດມີສິວ.
ແຊ່ຕີນໃນນໍ້າອຸ່ນ: ຫຼາຍໆຄົນມີອາການເຈັບແອວໃນຊ່ວງທີ່ເປັນປະຈໍາເດືອນ ບໍ່ຕ້ອງບິດແອວແບບມົ້ວໆ ພຽງແຕ່ແຊ່ຕີນໃນນໍ້າອຸ່ນ ເຮັດໃຫ້ລະບົບໝູນວຽນຂອງເລືອດທໍາງານດີຂຶ້ນ ອາການເຈັບແອວກໍຈະຫຼຸດລົງ.
ເບິ່ງແຍງຊ່ອງຄອດໃຫ້ສະອາດ: ການຕິດເຊື້ອແບກທີເຣຍຈະເປັນສາເຫດຂອງພະຍາດທໍ່ປັດສະວະອັກເສບ ເພາະສະນັ້ນຕ້ອງເບິ່ງແຍງ. | ສຸຂະພາບ ແລະ ສີ່ງແວດລ້ອມ | 2016-11-22T13:20:08+00:00 | https://laopost.com/?p=77397 |
ທົ່ວປະເທດ ມີຜູ້ຕິດເຊື້ອໄຂ້ຍຸງລາຍ 200 ກວ່າຄົນ | ຂປລ. ປັດຈຸບັນ ສປປ ລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍ 200 ກວ່າຄົນ ໃນຂອບເຂດທົ່ວປະເທດ ແຕ່ ບໍ່ມີຜູ້ເສຍຊີວິດ, ໂດຍສ່ວນໃຫຍ່ແຜ່ລະບາດຢູ່ ແຂວງພາກໃຕ້ ຄື: ແຂວງອັດຕະປື, ສາລະວັນ ແລະ ແຂວງເຊກອງ. ຂະນະນີ້, ການແຜ່ລະບາດຂອງພະຍາດດັ່ງກ່າວ ພວມໄດ້ຮັບການແກ້ໄຂໃຫ້ຫລຸດລົງ ເທື່ອ ລະ ກ້າວ.
ວັນທີ 15 ມິຖຸນາ 2015 ນີ້, ທີ່ນະຄອນຫລວງວຽງຈັນ ກົມຄວບຄຸມພະຍາດຕິດຕໍ່ ກະຊວງ ສາທາລະນະສຸກ ຮ່ວມກັບຜູ້ຕາງໜ້າຈາກປະເທດສະມາຊິກອາຊຽນ ໄດ້ປຶກສາຫາລື ກ່ຽວກັບການຄວບ ຄຸມ ແລະ ການແກ້ໄຂ ການແຜ່ລະບາດຂອງໄຂ້ຍຸງລາຍ ໃນຂົງເຂດອາຊຽນ ໂດຍມີທ່ານ ດຣ. ເອກ ສະຫວ່າງ ວົງວິຈິດ ລັດຖະມົນຕີວ່າການກະຊວງສາທາລະນະສຸກ, ທ່ານ ສາຍທອງ ແກ້ວດວງດີ ຮອງ ເຈົ້າຄອງນະຄອນຫລວງວຽງຈັນ ເຂົ້າຮ່ວມ.
ການປຶກສາຫາລື ຄັ້ງນີ້ ບັນດາຜູ້ຕາງໜ້າປະເທດສະມາຊິກອາຊຽນ ໄດ້ນຳສະເໜີ ກ່ຽວກັບສະ ພາບການຄວບຄຸມ, ການແກ້ໄຂ ແລະ ການມີສ່ວນຮ່ວມຂອງປະຊາຊົນໃນການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງໄຂ້ຍຸງລາຍ ໃນຂົງເຂດຂອງຕົນ, ພ້ອມທັງແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ເພື່ອຊອກຫາວິທີທາງການແກ້ໄຂ ແລະ ສະກັດກັ້ນພະຍາດດັ່ງກ່າວ ໃຫ້ຫລຸດລົງ ໂດຍສິ້ນເຊິງ.
ທ່ານ ດຣ. ເອກສະຫວ່າງ ວົງວິຈິດ ໃຫ້ຮູ້ວ່າ: ປັດຈຸບັນພະຍາດໄຂ້ຍຸງລາຍ ເປັນບັນຫາ ສາທາ ລະນະສຸກ ໃນທຸກປະເທດອາຊຽນ ທີ່ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂ ໂດຍສະເພາະ ການຄວບຄຸມໜອນນ້ຳ ຍຸງລາຍ ຕ້ອງໄດ້ເຮັດໃຫ້ວຽກດັ່ງກ່າວ ກາຍເປັນວຽກຂອງອຳນາດການປົກຄອງ ແລະ ຂັ້ນນຳຂອງ ທຸກພາກສ່ວນໃນສັງຄົມ ລວມທັງພາກລັດ ແລະ ເອກະຊົນ.
ສະເພາະຢູ່ ສປປ ລາວ ພະຍາດດັ່ງກ່າວແມ່ນພົບຢູ່ຕະຫລອດ ແລະ ມີເກືອບທຸກແຂວງ ໃນທົ່ວ ປະເທດ ແລະ ມີແນວໂນ້ມເພີ່ມຂຶ້ນໃນລະດູຝົນ.
ຂ່າວສານປະເທດລາວ | ຂ່າວພາຍໃນ | 2015-06-15T22:41:14+00:00 | https://laopost.com/?p=28176 |
WHO ແລະ CDC ເຕືອນໄພຈາກພະຍາດໝາກແດງ | ອົງການອະນາໄມໂລກ ຫຼື WHO ກ່າວວ່າ: ພະຍາດໝາກແດງແມ່ນໜຶ່ງໃນໄວຣັສທີ່ຕິດເຊື້ອຫຼາຍທີ່ສຸດທີ່ຕິດຕໍ່ມາຫາຄົນ. ແຕ່ສາມາດປ້ອງກັນໄດ້ເກືອບໝົດດ້ວຍການສັກວັກຊີນ, ໂດຍ 95% ຂອງປະຊາກອນຕ້ອງໄດ້ສັກວັກຊີນເພື່ອປ້ອງກັນການລະບາດ.
ອົງການອະນາໄມໂລກ (WHO) ແລະ ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງອາເມລິກາ (CDC) ໄດ້ລາຍງານວ່າ ໃນປີ 2021, ອຸປະສັກຕ່າງໆຈາກພະຍາດໂຄວິດ-19. ດ້ວຍເຫດນີ້, ເດັກນ້ອຍເກືອບ 40 ລ້ານຄົນ ບໍ່ໄດ້ຮັບການສັກຢາປ້ອງກັນພະຍາດໝາກແດງ ເຖິງແມ່ນວ່າຈໍານວນກໍລະນີພະຍາດຫມາກແດງບໍ່ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍເມື່ອທຽບກັບປີກ່ອນ.
ການທີ່ເດັກນ້ອຍໄດ້ຮັບການສັກຢາປ້ອງກັນໄດ້ຫຼຸດລົງ, ແຕ່ວ່າການຕິດເຊື້ອບໍ່ໄດ້ເພີ່ມຂຶ້ນຫຼາຍ. ມັນເກີດມາຈາກການປະສົມປະສານຂອງປັດໃຈເຊັ່ນ: ມາດຕະການຫ່າງໄກທາງສັງຄົມທີ່ຍັງໃຊ້ຢູ່ ແລະ ວົງຈອນທໍາມະຊາດຂອງພະຍາດຫມາກແດງ ແຕ່ຫຼັງຈາກນີ້ອາດຈະມີການປ່ຽນແປງຢ່າງວ່ອງໄວ.
ນັບຕັ້ງແຕ່ຕົ້ນປີ, WHO ໄດ້ເຫັນເຖິງການແຜ່ລະບາດໃຫຍ່ຊະນິດສ້າງຄວາມປັ່ນປ່ວນຫຼາຍຄັ້ງ, ພາຍໃນທ້າຍເດືອນກັນຍາ, ການລະບາດໄດ້ເພີ່ມຂຶ້ນຈາກ 19 ເປັນເກືອບ 30 ຄັ້ງ ຄວາມໜ້າກັງວົນຫຼາຍແມ່ນພາກສ່ວນຂອງ sub-Saharan ໃນອາຟຣິກາ.
ທີ່ມາ: WHO | ຂ່າວຕ່າງປະເທດ | 2022-11-25T14:51:18+00:00 | https://laopost.com/?p=139703 |
ຜົນສຳຫລວດພົບ ໄທຄອງແຊັ້ມປະເທດ ທີ່ນິຍົມຊື້ສິນຄ້າອອນລາຍ ຫລາຍທີ່ສຸດໃນໂລກ! | ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 19 ເມສານີ້ວ່າ ຈາກຜົນການສຳຫລວດຂອງ PwC’s Total Retail 2016 ຊຶ່ງສຳຫລວດນັກຊື້ຜ່ານທາງອອນລາຍ ຈຳນວນ 23,000 ຄົນ ໃນ 25 ປະເທດທົ່ວໂລກ ເພື່ອຕິດຕາມພຶດຕິກຳຂອງຜູ້ຊື້ ຜ່ານຊ່ອງທາງການຄ້າຂາຍຍ່ອຍອອນລາຍ ພົບວ່າ ປະເທດໄທ ເປັນປະເທດທີ່ມີນັກຊື້ສິນຄ້າອອນລາຍ ໂດຍກົງຜ່ານທາງສື່ສັງຄົມອອນລາຍ ຫລາຍທີ່ສຸດໃນໂລກເຖິງ 51% ຮອງລົງມາແມ່ນປະເທດອິນເດຍ 32%, ມາເລເຊຍ 31% ແລະ ຈີນ 27%.
ຜົນການສຳຫລວດໄດ້ລະບຸວ່າ ນັກຊື້ຊາວໄທ ກຳລັງກ້າວເຂົ້າສູ່ຍຸກສື່ສັງຄົມອອນລາຍ ມີອິດທິພົນຕໍ່ພຶດຕິກຳການຊື້ ແລະ ຂາຍສິນຄ້າ ຫລື ການບໍລິການ ຫລາຍກວ່າແຕ່ກ່ອນ ໃນຂະນະທີ່ໂທລະສັບມືຖື ໄດ້ກາຍມາເປັນເຄື່ອງມືຕົ້ນຕໍ ທີ່ໃຊ້ໃນການຈັບຈ່າຍຊື້ສິນຄ້າ ເລີ່ມຕັ້ງແຕ່ການຄົ້ນຫາຂໍ້ມູນຂອງສິນຄ້າ ແລະ ຮ້ານຄ້າ ໄປຈົນຮອດການປຽບທຽບລາຄາ ແລະ ການຖ່າຍຮູບສິນຄ້າຂຶ້ນເຜີຍແຜ່ທາງອອນລາຍ ເພື່ອຂໍຄວາມຄິດເຫັນຈາກໝູ່ເພື່ອນ ດັ່ງນີ້ເປັນຕົ້ນ. | ຂ່າວຕ່າງປະເທດ | 2016-04-19T15:21:30+00:00 | https://laopost.com/?p=53926 |
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນ ຮັບຄະນະຜູ້ແທນຣາຊະອານາຈັກໄທ | ໃນວັນທີ 24 ພຶດສະພາ 2017 ທີ່ ສໍານັກງານນາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ສົມຄິດ ຈາຕຸສີພິທັກ ຮອງນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນ ລະຫວ່າງ ວັນທີ 23-25 ພຶດສະພາ 2017.
ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ຂອງທ່ານ ສົມຄິດ ຈາຕຸສີພິທັກ ແລະ ຄະນະ ໃນຄັ້ງນີ້, ເຊິ່ງຈະເປັນຂີດໝາຍສໍາຄັນ ປະກອບສ່ວນ ໃນການຊຸກຍູ້ສົ່ງເສີມສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໃຫ້ດີຍິ່ງໆຂຶ້ນຕື່ມ. ຈາກນັ້ນ, ທ່ານ ສົມຄິດ ຈາຕຸສີພິທັກ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານ ທອງລຸນ ສີສຸລິດ ທີ່ໄດ້ຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງກ່ຽວກັບແຜນການຢ້ຽມຢາມ ສປປ ລາວ ຂອງຄະນະໃນຄັ້ງນີ້ ໂດຍສະເພາະ ຜົນຂອງກອງປະຊຸມພົບປະທາງການ ສອງຝ່າຍ ທີ່ນໍາໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນແຫ່ງ ສປປ ລາວ ແລະ ທ່ານ ສົມຄິດ ຈະຕຸສີພິທັກ ຮອງນາຍົກລັດຖະມົນຕີໄທ, ເຊິ່ງໄດ້ຈັດຂຶ້ນ ໃນຕອນເຊົ້າວັນດຽວກັນ ໂດຍສອງຝ່າຍ ໄດ້ເຫັນດີເສີມຂະຫຍາຍ ການຮ່ວມມືດ້ານເສດຖະກິດ ລະຫວ່າງສອງປະເທດ ເພື່ອຄວາມຈະເລີນເຕີບໂຕ ແບບຍືນຍົງຂອງ ລາວ-ໄທ. ພ້ອມນັ້ນ, ສອງຝ່າຍ ຍັງຈະຮ່ວມມືກັນພັດທະນາ ຊັບພະຍາກອນມະນຸດ, ກະສີກໍາ, ການທ່ອງ ທ່ຽວ, ການສຶກສາ ແລະ ສາທາລະນະສຸກ, ລວມທັງສ້າງແຜນແມ່ບົດ ການເຊື່ອມໂຍງ ລະຫວ່າງສອງປະເທດ ແລະ ລະຫວ່າງອະນຸພາກພື້ນລຸ່ມແມ່ນໍ້າຂອງ, ສິ່ງສຳຄັນຈະຮ່ວມມືກັນສົ່ງເສີມ ເພີ່ມປະລິມານການຄ້າສອງຝ່າຍ ໃຫ້ສູງກວ່າ 10 ຕື້ໂດລາໃນປີ 2024.
ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີໄທ ກໍໄດ້ນໍາເອົາຄໍາຢື້ຢາມຖາມຂ່າວ ແຫ່ງໄມຕີຈິດມິດ ຕະພາບຈາກທ່ານ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານານຈັກໄທ ເຖິງ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ໃນໂອກາດດຽວກັນ, ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດອັນຈົບງາມຂອງກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສອງຮອງນາຍົກລັດຖະມົນຕີ ລາວ-ໄທ ແລະ ໄດ້ຕີລາຄາສູງ ຕໍ່ການລົງທຶນຂອງນັກລົງທຶນໄທ ຢູ່ ສປປ ລາວ ທີ່ມີປະສິດທິພາບ ແລະ ປະສິດທິຜົນສູງ, ທັງຍັງຈະເປັນການປະກອບ ສ້າງວຽກເຮັດງານທໍາ ແລະ ສ້າງລາຍໄດ້ໃຫ້ແແກ່ປະຊາຊົນລາວ, ເຮັດໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າດີຂຶ້ນ, ເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ນັບແຕ່ປີ 2008 ເຖິງປັດຈຸບັນ, ປະເທດໄທ ຖືກຈັດຢູ່ອັນອັບ 2 ຂອງການລົງທຶນຕ່າງປະເທດ ຢູ່ ລາວ, ຮອງຈາກ ສປ ຈີນ ເຊິ່ງມີປະມານ 587 ຫົວໜ່ວຍ ແລະ ມີທຶນຈົດທະບຽນທັງໝົດ ປະມານ 2.697 ລ້ານໂດລາສະຫະລັດ.
ຢ່າງໃດກໍຕາມ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະເໜີໃຫ້ຝ່າຍໄທ ສືບຕໍ່ໃຫ້ການສະໜັບສະໜູນ ການພັດທະນາການເຊື່ອມໂຍງ ລາວ-ໄທ ຕື່ມອີກ ທາງດ້ານຄົມມະນາຄົມຂົນສົ່ງ, ດ້ານການຄ້າ ແລະ ການລົງທຶນ, ການທ່ອງທ່ຽວ ລະຫວ່າງສອງປະເທດ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດ ຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ໃຫ້ຢູ່ໃນທ່າຂະຫຍາຍຕົວດີຂຶ້ນເລື້ອຍໆ.
ຮຽບຮຽງຂ່າວ: ຣາຊະວົງ
ພາບປະກອບ: ຫວາດ
ແຫລ່ງຂ່າວ: www.kpl.gov.la | ຂ່າວພາຍໃນ | 2017-05-25T15:31:48+00:00 | https://laopost.com/?p=90264 |
ແຈ້ງການຂອງຄະນະຮັບຜິດຊອບງານຊາປະນະກິດສົບ ແລະ ໄຫວ້ອາໄລທົ່ວປະເທດ | ແຈ້ງການຂອງຄະນະຊາປະນະກິດສົບ
ໄຫວ້ອາໄລທົ່ວປະເທດ ວັນທີ 19 ພຶດສະພາ 2014 ເວລາ 13:00 ເປັນເວລາ 1 ນາທີ
—————————————-
ຂປລ. ຄະນະຮັບຜິດຊອບງານຊາປານະກິດສົບ ແຈ້ງວ່າ: ໃນວັນທີ 19 ພຶດສະພາ 2014, ເວລາ 13 ໂມງ 00 ຈະມີ ພິທີໄວ້ອາໄລລະດັບຊາດ ໃນຂອບເຂດທົ່ວປະເທດ ເພື່ອສະແດງຄວາມຮູ້ບຸນຄຸນ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ສະຫາຍ ພົນໂທ ດວງໃຈ ພິຈິດ ກຳມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີວ່າການກະຊວງ ປ້ອງກັນປະເທດ; ສະຫາຍ ດຣ. ທອງບັນ ແສງອາ ພອນ ເລຂາ ທິການສູນກາງພັກ, ລັດຖະມົນຕີ ວ່າການກະຊວງປ້ອງກັນ ຄວາມສະຫງົບ; ສະຫາຍ ສຸກັນ ມະຫາລາດ ເລຂາທິການສູນກາງພັກ, ເຈົ້າຄອງນະ ຄອນຫລວງ ວຽງຈັນ ແລະ ສະຫາຍ ເຈືອງ ສົມບູນຂັນ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ທີ່ໄດ້ເສຍ ຊີວິດໃນເວລາ 06 ໂມງ 23 ນາ ທີ ຂອງວັນທີ 17 ພຶດສະພາ 2014 ໂດຍການ ລຸກຂຶ້ນຢືນກົ້ມຫົວໄວ້ອາໄລ ເປັນເວລາ 01 ນາທີ (ສຳລັບຜູ້ທີ່ຂັບຂີ່ ຍານພາ ຫະນະຢູ່ທ້ອງຖະໜົນ ກໍໃຫ້ຢຸດລົດ ເປັນເວລາ 01 ນາທີເຊັ່ນກັນ).
ຂໍ້ມູນຈາກ: ຂ່າວສານປະເທດລາວ
—————————————
ແຈ້ງການຂອງຄະນະຮັບຜິດຊອບງານຊາປະນະກິດສົບ
ເລື່ອງ: ວັນ, ເວລາ ແລະ ສະຖານທີ່ຊາປະນະກິດ
ຄະນະຮັບຜິດຊອບງານຊາປະນະກິດ ຂໍແຈ້ງຂ່າວມາຍັງພະນັກງານ ສະມາຊິກພັກ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫລວດ ພ້ອມດ້ວຍພີ່ ນ້ອງ ຮ່ວມຊາດຊາບທົ່ວເຖິງກັນວ່າ:
ເພື່ອສະແດງເຖິງຄວາມຮູ້ບຸນຄຸນ ແລະ ຄວາມອາໄລອາວອນຢ່າງສຸດຊຶ້ງເຖິງສະຫາຍ ພົນໂທ ດວງໃຈ ພິຈິດ,ສະຫາຍ ດຣ ທອງບັນ ແສງອາພອນ, ສະຫາຍ ສຸກັນ ມະຫາລາດ ແລະ ສະຫາຍ ເຈືອງ ສົມບູນຂັນ ທີ່ໄດ້ເສຍຊີວິດ ຍ້ອນອຸບັດຕິເຫດເຮືອບິນຕົກໃນເວລາໄປປະຕິບັດໜ້າທີທາງລັດຖະການນັ້ນ ຄະນະຮັບຜິດຊອບງານຊາປະນະກິດສົບ ໄດ້ຈັດວາງຕາຕະລາງວາງພວງມາລາໄວ້ອາໄລເຖິງ 4 ສະຫາຍ ເລີ່ມແຕ່ ເວລາ 13ໂມງຂອງວັນທີ 18 ພຶດສະພາ 2014.
ສ່ວນສະຖານທີ່ ແລະ ຈັດພິທີຊາປະນະກິດສົບມີດັ່ງນີ້:
1/. ສະຫາຍ ດວງ ໃຈພິຈິດ, ຈັດຂື້ນທີ່ເດີ່ນ ພະທາດຫລວງ ໃນເວລາ 13 ໂມງ 00 ຂອງວັນທີ 19 ພຶດສະພາ 2014.
2/. ສະຫາຍ ດຣ ທອງບັນ ແສງອາພອນ, ຈັດຂື້ນທີ່ວັດເທບນິມິດ(ທາດຝຸ່ນ) ໃນເວລາ 13 ໂມງ 00 ຂອງວັນທີ 19 ພຶດສະພາ 2014.
3/. ສະຫາຍ ສຸກັນ ມະຫາລາດ,ຈັດຂື້ນທີ່ວັດເທບນິມິດ(ທາດຝຸ່ນ) ໃນເວລາ 13 ໂມງ 00 ຂອງວັນທີ 19 ພຶດສະພາ 2014.
4/. ສະຫາຍ ເຈືອງ ສົມບູນຂັນ,ຈັດຂື້ນທີ່ວັດບ້ານຕານມີໄຊ ໃນເວລາ 13 ໂມງ 00 ຂອງວັນທີ 19 ພຶດສະພາ 2014.
ເພື່ອເຮັດໃຫ້ງານຊາປານະກິດສົບຂອງບັນດາສະຫາຍ ໄດ້ຮັບການຈັດຕັ້ງປະຕິບັດຢ່າງສົມກຽດ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.
ກົມການເມືອງສູນກາງພັກຕົກລົງ:
ມາດຕາ 1: ແຕ່ງຕັ້ງຄະນະຮັບຜິດຊອບງານຊາປານະກິດສົບ ສະຫາຍ ພົນໂທ ດວງໃຈ ພິຈິດ; ສະຫາຍ ທອງບັນ ແສງອາພອນ; ສະຫາຍ ສຸກັນ ມະຫາລາດ ແລະ ສະຫາຍ ເຈືອງ ສົມບູນຂັນ ປະກອບດ້ວຍ ບັນດາສະຫາຍດັ່ງນີ້:
•ສະຫາຍ ບຸນຍັງ ວໍລະຈິດ ກຳມະການກົມການເມືອງສູນກາງພັກ,ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ເປັນປະທານ.
•ສະຫາຍ ດຣ. ບຸນປອນ ບຸດຕະນະວົງ ກຳມະການກົມການເມືອງສູນກາງພັກ,ເລຂາທິການສູນກາງພັກ,ຫົວ ໜ້າຫ້ອງວ່າການສູນກາງພັກ ເປັນຮອງ.
•ສະຫາຍ ຈັນສີ ໂພສີຄຳ ເລຂາທິການສູນກາງພັກ,ຫົວໜ້າຄະນະຈັດຕັ້ງສູນກາງພັກ ເປັນຮອງ.
•ສະຫາຍ ພົນຕີ ແສງນວນ ໄຊຍະລາດ ເລຂາທິການສູນກາງພັກ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນ ປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນຮອງ.
•ສະຫາຍ ສົມພັນ ແພງຄຳມີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ເປັນຄະນະ.
•ສະຫາຍ ນາງ ອ່ອນຈັນ ທຳມະວົງ ກຳມະການສູນກາງພັກ, ລັດຖະມົນຕີວ່າການກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ເປັນຄະນະ.
•ສະຫາຍ ສຈ.ດຣ. ພັນດວງຈິດ ວົງສາ ກຳມະການສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ເປັນຄະນະ.
•ສະຫາຍ ພົນຕີ ຈັນສະໝອນ ຈັນຍາລາດ ກຳມະການສູນກາງພັກ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ ເປັນຄະນະ.
•ສະຫາຍ ດຣ. ສິນລະວົງ ຄຸດໄພທູນ ກຳມະການສູນກາງພັກ, ຫົວໜ້າຫ້ອງວ່າການລັດຖະບານ ເປັນຄະນະ.
•ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການສູນກາງພັກ, ປະທານສູນກາງສະຫະພັນແມ່ຍິງລາວ ເປັນຄະນະ.
•ສະຫາຍ ສຈ.ດຣ. ບໍ່ແສງຄຳ ວົງດາລາ ກຳມະການສູນກາງພັກ, ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນຄະນະ.
•ສະຫາຍ ດຣ. ລຽນ ທິແກ້ວ ກຳມະການສູນກາງພັກ, ລັດຖະມົນຕີວ່າການກະຊວງການເງິນ ເປັນຄະນະ.
•ສະຫາຍ ສຈ.ດຣ ເອກສະຫວ່າງ ວົງວິຈິດ ກຳມະການສູນກາງພັກ, ລັດຖະມົນຕີວ່າການກະຊວງສາທາລະ ນະສຸກ ເປັນຄະນະ.
•ສະຫາຍ ຄຳຫລ້າ ລໍລອນສີ ກຳມະການສູນກາງພັກ, ປະທານສູນກາງສະຫະພັນກຳມະບານລາວ ເປັນຄະນະ.
•ສະຫາຍ ພົນຕີ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຫົວໜ້າກົມໃຫຍ່ ເສນາທິການກອງທັບ ເປັນຄະນະ.
•ສະຫາຍ ພົນຈັດຕະວາ ສົມແກ້ວ ສີລາວົງ ກຳມະການສູນກາງພັກ, ລັດຖະມົນຕີຊ່ວຍວ່າການ ກະຊວງປ້ອງ ກັນຄວາມສະຫງົບ ເປັນຄະນະ.
•ສະຫາຍ ດຣ. ວິໄລວົງ ບຸດດາຄຳ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເປັນ ຄະນະ.
•ສະຫາຍ ສີສຸກ ພິລາວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເປັນຄະນະ.
•ສະຫາຍ ດຣ. ຄຳສຸກ ໄຊຍະສອນ ຮອງຫົວໜ້າຫ້ອງວ່າການສູນກາງພັກ ເປັນຄະນະ.
•ສະຫາຍ ເພັດສາຄອນ ຫລວງອາໄພ ຮອງຫົວໜ້າຫ້ອງວ່າການລັດຖະບານ ເປັນຄະນະ.
•ສະຫາຍ ສົມວັນດີ ນາຖາວົງ ຮອງເຈົ້າຄອງນະຄອນຫລວງວຽງຈັນ ເປັນຄະນະ.
•ສະຫາຍ ພົນຈັດຕະວາ ສິນທະວົງ ໄຊຍະກອນ ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນຄວາມສະຫງົບ ເປັນຄະນະ.
•ສະຫາຍ ທອງຈັນ ໂຂງພູມຄຳ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ເປັນຄະນະ.
ຕາງໜ້າຄອບຄົວຜູ້ເສຍຊີວິດ ເປັນຄະນະ.
ສຳນັກຂ່າວສານປະເທດລາວ | ຂ່າວພາຍໃນ | 2014-05-19T00:58:51+00:00 | https://laopost.com/?p=5655 |
ໜ້າເສຍດາຍລາວເຮົາໄດ້ເຂົ້າຊິງພຽງອັນດັບທີ 3 ເທົ່ານັ້ນ | ສຳລັບການແຂ່ງຂັນຮອບຮອງຊະນະເລີດໃນວັນທີ 2 ກັນຍາ 2015 ລົງແຂ່ງຂັນ 2 ຄູ່ ທີມຊາດມາເລເຊຍຈະພົບກັບທີມຊາດໄທ ໃນເວລາ 16:00 ໂມງ ແລະ ອີກ 1 ຄູ່ ແມ່ນທີມຊາດລາວຈະພົບກັບທີມຊາດຫຽວດນາມ ໃນເວລາ 19:00 ໂມງ ທັງສອງຄູ່ແມ່ນຈະແຂ່ງຂັນຢູ່ທີ່ສະໜາມກິລາແຫ່ງຊາດຫຼັກ 16 ຖ່າຍທອດສົດທາງໂທລະພາບແຫ່ງຊາດລາວຊ່ອງ 3
ຈົບເກມລົງໄປລົງໄປທີມຊາດໄທສາມາດເອົາຊະນະທີມຊາດມາເລເຊຍໄປແບບຂາດລອຍ 5-0 ປະຕູ, ສ່ວນວ່າທີມຊາດລາວເສຍໃຫ້ກັບທີມຊາດຫວຽດນາມ 0-4 ປະຕູ ເຮັດໃຫ້ທີມຊາດລາວເຮົາໄດ້ເຂົ້າຊິງພຽງອັນດັບທີ 3 ເທົ່ານັ້ນ
ການແຂ່ງຂັນຮອບຊິງຊະນະເລີດຈະມີຂື້ນໃນວັນທີ 4 ກັນຍາ 2015, ລົງສະໜາມແຂ່ງຂັນ 2 ຄູ່ ທີມຊາດລາວຈະພົບກັບທີມຊາດມາເລເຊຍ ໃນເວລາ 16:00 ໂມງ (ຊິງເອົາທີ 3 ),ທີມຊາດໄທຈະພົບກັບທີມຊາດຫວຽດນາມ ໃນເວລາ 19:00 ໂມງ ( ຊິງເອົາທີ 1 ) ທີ່ສະໜາມກິລາແຫ່ງຊາດຫຼັກ 16, ປີ້ເຂົ້າຊົມ 10:000 ກີບ ລາຍຮັບແມ່ນມອບໃຫ້ຜູ້ປະສົບໄພນ້ຳຖ້ວມ | ຂ່າວພາຍໃນ | 2015-09-02T21:06:03+00:00 | https://laopost.com/?p=34137 |
ດົງຫຼວງ ເລັ່ງຜະລິດເຟີນີເຈີ ທີ່ເປັນເອກະລັກຮອງຮັບ AEC | ການພັດທະນາຂອງສະມາຄົມເຟີນີເຈີ ມາຮອດປັດຈຸບັນ ເຫັນໄດ້ວ່າມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນເປັນກ້າວໆ ແຕ່ຮູບແບບ ແລະ ຜະລິດຕະພັນດັ່ງກ່າວແມ່ນອີງໃສ່ຄວາມຕ້ອງການຂອງຕະຫຼາດ ປັດຈຸບັນ ໂຮງງານດົງຫຼວງເຟີນີເຈີ ຄຳປຸ່ນ ໄດ້ເອົາໃຈໃສ່ດ້ານຮູບແບບຂອງຜະລິດຕະພັນ ໂດຍແນໃສ່ໃຫ້ເປັນເອກະລັກ ເພື່ອຮອງຮັບການຕະຫຼາດທີ່ເປີດກວ້າງໃນໄລຍະທີ່ຮວມຕົວເຂົ້າຂອງ AEC ໃນປີ 2015.
ທ່ານ ຄຳປຸ່ນ ເຈົ້າພະສີຮົ່ມຂາວ ຜູ້ອຳນວຍການໂຮງງານດົງຫຼວງເຟີນີເຈີ ຄຳປຸ່ນ ໄດ້ໃຫ້ສຳພາດເມອື່ບໍ່ດົນຜ່ານມານີ້ວ່າ: ໂຮງງານຂອງພວກເຮົາສ່ວນໃຫຍ່ແມ່ນເກັບຊື້ໄມ້ເກົ່າແກ່ຈາກທຳມະຊາດ ເປັນໄມ້ທີ່ຕົກຄ້າງໃນຫຼາຍປີຜ່ານມາ ແລະ ພະຍາຍາມສ້າງມູນຄ່າເພີ່ມໃຫ້ກັບໄມ້ທີ່ເກັບຊື້ມານັ້ນ ດ້ວຍການໃຊ້ຫົວຄິດປະດິດສ້າງ ຕົບແຕ່ງຕາມທຳມະຊາດຂອງໄມ້ ເນື່ອງຈາກໄມ້ຈຳນວນດັ່ງກ່າວ ບໍ່ສາມາດນຳໄປເລື່ອຍ ຫຼື ແປຮູບໄດ້ ດັ່ງນັ້ນ ການຜະລິດແມ່ນຕ້ອງເຮັດໄປຕາມທຳມະຊາດຂອງໄມ້ ຊຶ່ງຈະເຮັດໃຫ້ມູນຄ່າສູງຂຶ້ນ ເຮັດໃຫ້ຜະລິດຕະພັນໄມ້ຂອງລາວເຮົາ ມີຊື່ສຽງໂດ່ງດັງຕໍ່ເວທີພາກພື້ນ ແລະ ສາກົນ.
ຄຽງຄູ່ກັບການສ້າງມູນຄ່າເພີ່ມໃຫ້ກັບໄມ້ເກົ່ານັ້ນ ໂຮງງານດົງຫຼວງເຟີນີເຈີ ຄຳປຸ່ນ ຍັງໄດ້ກະກຽມເຂົ້າສູ່ປະຊາຄົມເສດຖະກິດອາຊຽນ (AEC) ຊຶ່ງໃນຈຸດນີ້ ແມ່ນເນັ້ນໜັກສ້າງມູນຄ່າເພີ່ມ ສ້າງລະບຽບການພາຍໃນໂຮງງານໃຫ້ເປັນເອກະລັກ ທີ່ບົ່ງບອກເຖິງດ້ານວັດທະນະທຳ ຫັດຖະກຳຂອງລາວເຮົາ ເນື່ອງຈາກໃນໄລຍະຜ່ານມາ ການຜະລິດເຟີນີເຈີທີ່ເປັນເອກະລັກຂອງລາວ ຍັງບໍ່ທັນມີຫຼາຍເທົ່າທີ່ຄວນ ມີພຽງແຕ່ການຜະລິດຕາມຄວາມຕ້ອງການຂອງຕະຫຼາດ ດັ່ງນັ້ນ ເພື່ອເປັນການເອົາໃຈໃສ່ຕໍ່ກັບແນວທາງນະໂຍບາຍຂອງພັກ-ລັດຖະບານ ກໍຄືການດັດສົມໂຮງງານ ໄດ້ຫັນປ່ຽນຈາກການຕັດໄມ້ທຳລາຍປ່າສ້າງມູນຄ່າເພີ່ມໃຫ້ກັບຜະລິດຕະພັນ ເພື່ອເປັນການປະກອບສ່ວນໃນການສ້າງຄວາມຍືນຍົງໃຫ້ກັບປ່າໄມ້ທຳມະຊາດ ເລັ່ງສ້າງຜະລິດຕະພັນໃຫ້ມີເອກະລັກທີ່ສາມາດສື່ສານເຖິງປະຫວັດສາດ ເພື່ອສືບທອດເຖິງລຸ້ນຄົນຕໍ່ໆໄປ ເພື່ອແຂ່ງຂັນກັບບັນດາປະເທດໃນພາກພື້ນ.
ທ່ານ ຄຳປຸ່ນ ເຈົ້າພະສີຮົ່ມຂາວ ກ່າວຕື່ມວ່າ: ສຳລັບການຜະລິດສິນຄ້າທີ່ເປັນເອກະລັກນັ້ນ ອາດເປັນເລື່ອງງ່າຍ ຖ້າບັນດາໂຮງງານເຟີນີເຈີໄດ້ເອົາໃຈໃສ່ນຳກັນ ຊຶ່ງປັດຈຸບັນໃນທົ່ວປະເທດມີຫຼາຍກວ່າ 1.000 ແຫ່ງ ຖ້າສາມາດຜະລິດໄດ້ 2-3 ຜະລິດຕະພັນຕໍ່ໜຶ່ງແຫ່ງ ຈະເຮັດໃຫ້ຜະລິດຕະພັນເຟີນີເຈີທີ່ເປັນເອກກະລັກ ມີຕາມຕະຫຼາດເຟີນີເຈີເຖິງ 2.000-3.000 ອັນ ຊຶ່ງຈະສາມາດສະແດງໃຫ້ບັນດາປະເທດທັງໃນພາກພື້ນ ແລະ ສາກົນ ໄດ້ຮັບຮູ້ເຖິງວັດທະນະທຳຮີດຄອງປະເພນີທີ່ດີງາມຂອງລາວເຮົາ ທີ່ມີມາແຕ່ປະຫວັດສາດ ແລະ ແຕ່ລະຍຸກແຕ່ລະສະໄໝຈົນເຖິງປັດຈຸບັນ.
ທີ່ມາhttp://www.vientianemai.net | ຂ່າວພາຍໃນ | 2013-05-08T15:50:49+00:00 | https://laopost.com/?p=3105 |
ອອກກຳລັງກາຍ ຊ່ວຍກະຕຸ້ນໃຫ້ຜິວໜັງ | ການເບິ່ງແຍງຜິວພັນດ້ວຍການໃຊ້ເຄື່ອງສຳອາງບໍ່ສາມາດແກ້ຕົ້ນຕໍບັນຫາການໄຫລວຽນເລືອດທີ່ບໍ່ດີໄດ້ ໂດຍສະເພາະຄົົນທີ່ຕ້ອງນັ່ງເຮັດວຽກບໍ່ຄ່ອຍໄດ້ເຄື່ອນໄຫວຮ່າງກາຍຈະເປັນຄົນຂີ້ໜາວງ່າຍ ເມື່ອເລືອດໄຫລວຽນບໍ່ດີ ເສັ້ນເລືອດຝອຍທີ່ເຮັດຫນ້າທີ່ສົ່ງອອກຊິເຈນຫລືສານອາຫານໄປຍັງເຊວຜິວຫນັງຈະອຸດຕັນ ຜິວຊັ້ນລຸມເປັນຊັ້ນລຸ່ມສຸດຂອງຫລືບຫນັງທີ່ເຊື່ອມໂຍງກັບຊັ້ນເທິງສຸດຂອງໜັງແທ້ຈະມີເສັ້ນເລືອດຝອຍກະຈາຍຢູ່ທົ່ວຈະອຸດຕັນໄດ້ງ່າຍ
ການຈະເຮັດໃຫ້ເລືອດໄຫລວຽນດີຂຶ້ນມີພຽງການອອກກຳລັງກາຍເທົ່ານັ້ນ ເມື່ອອອກກຳລັງກາຍອຸນຫະພູມໃນຮ່າງກາຍຈະເພີ່ມສູງຂຶ້ນດ້ວຍ ກະຕຸ້ນເອນໄຊເຮັດວຽກໄດ້ດີຂຶ້ນເປັນການຍິງປືນນັດດຽວໄດ້ນົກສອງຕົວ ເມື່ອອຸນຫະພູມຂອງຮ່າງກາຍເພີ່ມຈາກ 36 ອົງສາເປັນ 37-37.5 ອົງສາ ເອນໄຊທີ່ກະຕຸ້ນໃຫ້ພູມຄຸ້ມກັນພະຍາດແຂງແຮງຂຶ້ນຫລືກະຕຸ້ນໃຫ້ມີການເຜົາຜານອາຫານກໍຈະເພີ່ມສູງຂຶ້ນດ້ວຍ ຫາກຈະຈໍ໊ແລ່ນກໍຄວນແລ່ນປະມານ 15 ນາທີຂຶ້ນໄປ | ສຸຂະພາບ ແລະ ສີ່ງແວດລ້ອມ | 2015-08-31T10:26:54+00:00 | https://laopost.com/?p=33793 |
ເນປານ ພົບອະໄວຍະວະມະນຸດ ກະຈາຍທົ່ວເປີ້ນພູໜ່ວຍໜຶ່ງ ຄາດມີຜູ້ຖືກຝັງກ່ວາ 300 ຄົນ! | ເຈົ້າໜ້າທີ່ກູ້ໄພເນປານ ພົບອະໄວຍະວະມະນຸດກະຈາຍຕາມເປີ້ນພູໜ່ວຍໜຶ່ງ ໂດຍເຊື່ອວ່າອາດມີຄົນຖືກຝັງຕິດຢູ່ກ້ອງດິນຕົມ ຈາກຫິມະທີ່ຖະຫລົ່ມລົງມາ ຫລັງເຫດແຜ່ນດິນໄຫວ ຫລາຍກ່ວາ 300 ຄົນ ໂດຍສ່ວນໃຫຍ່ແມ່ນຊາວຕ່າງປະເທດ.
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ພຶດສະພານີ້ວ່າ ໜ່ວຍກູ້ໄພເນປານ ໄດ້ພົບຊິ້ນສ່ວນອະໄວຍະວະມະນຸດ ໃນພື້ນທີ່ບ້ານລັງຕັງ ຫ່າງຈາກນະຄອນຫລວງກາດມັນດຸ ໄປທາງທິດເໜືອປະມານ 60 ກິໂລແມັດ ເຊິ່ງເປັນເສັ້ນທາງທ່ອງທ່ຽວປີນພູຍອດນິຍົມຂອງຊາວຕາເວັນຕົກ, ກ່ອນໜ້ານີ້ ເຈົ້າໜ້າທີ່ຄາດວ່າຈະມີຜູ້ຄົນປະມານ 120 ຄົນ ຖືກຝັງຢູ່ໃນພື້ນທີ່ດັ່ງກ່າວ ໂດຍໃນວັນເສົາ (2 ພຶດສະພາ) ແລະ ວັນອາທິດ (3 ພຶດສະພາ) ທີ່ຜ່ານມານີ້ ເຈົ້າໜ້າທີ່ສາມາດກູ້ຮ່າງຜູ້ເສຍຊີວິດຂຶ້ນມາໄດ້ແລ້ວ ປະມານ 100 ສົບ.
ລ່າສຸດໃນມື້ວັນພະຫັດທີ 7 ພຶດສະພາຜ່ານມານີ້ ເຈົ້າໜ້າທີ່ໄດ້ຄາດການໃໝ່ວ່າ ຜູ້ເສຍຊີວິດອາດສູງເຖິງ 300 ຄົນ ເຊິ່ງໃນນັ້ນເປັນຊາວຕ່າງປະເທດ 110 ຄົນ ໂດຍພວກເຂົາລະບຸວ່າ ໄດ້ພົບຊິ້ນສ່ວນອະໄວຍະວະມະນຸດ ບໍ່ວ່າຈະເປັນແຂນ, ຂາ ແລະ ຊິ້ນສ່ວນຊີ້ນໜັງ ກະຈັດກະຈາຍໄປທົ່ວພື້ນທີ່.
ດ້ານລັດຖະບານເນປານ ໄດ້ເປີດເຜີຍຂໍ້ມູນລ່າສຸດລະບຸວ່າ ຍອດຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວ ເມື່ອວັນທີ 25 ເມສາຜ່ານມານີ້ ແມ່ນຢູ່ທີ່ 7,759 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບຫລາຍກ່ວາ 16,000 ຄົນ. | ຂ່າວຕ່າງປະເທດ | 2015-05-08T09:28:32+00:00 | https://laopost.com/?p=25270 |
ຂໍ້ດີ ແລະ ຂໍ້ເສຍຂອງການຄຸມກຳເນີດແບບທຳມະຊາດ | ໃນຄໍລຳ ສຸຂະພາບ ວັນນີ້ ເຮົາຈະມາເວົ້າກ່ຽວກັບການຄຸມກຳເນີດແບບທຳມະຊາດ ເຮົາມາຮູ້ຂໍ້ດີ ຂໍ້ເສຍຂອງການຄຸມກຳເນີດແບບທຳມະຊາດ ເຊິ່ງເລື່ອງແບບນີ້ ບາງຄົນກໍ່ຄົງຈະຮູ້ ແລະ ບາງຄົນກໍ່ອາດຈະຍັງບໍ່ຮູ້ ຫຼື ຮູ້ຈັກບໍ່ລະອຽດ ວັນນີ້ເຮົາເລີຍມີຄຳຕອບກ່ຽວກັບເລື່ອງນີ້ມາຝາກກັນ
ຂໍ້ດີຂອງການຄຸມກຳເນີດແບບທຳມະຊາດ
ເປັນວິທີທີ່ບໍ່ຕ້ອງເສຍຄ່າໃຊ້ຈ່າຍໃດໆເລີຍ
ບໍ່ຕ້ອງເສຍເວລາໄປປຶກສາແພດ ເພາະບໍ່ຕ້ອງອາໃສອຸປະກອນທາງແພດຊ່ວຍ
ບໍ່ມີຜົນຂ້າງຄຽງຈາກການໃຊ້ຮໍໂມນຄືກັບການຄຸມກຳເນີດແບບອື່ນໆເຊັ່ນ: ວິນຫົວ, ຮາກ, ນ້ຳໜັກເພີ່ມ ເປັນຕົ້ນ
ພາວະການຈະເລີນພັນສາມາດກັບມາໄດ້ທັນທີທີ່ຢຸດການຄຸມກຳເນີດດ້ວຍທຳມະຊາດ
ຂໍ້ເສຍຂອງການຄຸມກຳເນີດແບບທຳມະຊາດ
ສ່ຽງຕໍ່ການຖືພາສູງ
ບາງວິທີຕ້ອງເສຍເວລາຈົດບັນທຶກ ແລະ ຕ້ອງໄດ້ຮັບການຮ່ວມມືຈາກທັງສອງຝ່າຍ
ບໍ່ສາມາດມີເພດສຳພັນໄດ້ຕາມຄວາມຕ້ອງການ ເຮັດໃຫ້ເກີດຄວາມກົດດັນ
ຫາກແມ່ຍິງທີ່ມີປະຈຳເດືອນມາບໍ່ສະໝ່ຳສະເໝີ ຈະເຮັດໃຫ້ການຄຳນວນເກີດຄວາມຜິດພາດໄດ້ງ່າຍ
ບໍ່ສາມາດປ້ອງກັນໂຣກຕິດຕໍ່ທາງເພດສຳພັນໄດ້
ທີ່ມາຈາກ: https://medthai.com
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ! | ສຸຂະພາບ ແລະ ສີ່ງແວດລ້ອມ | 2016-10-18T12:47:50+00:00 | https://laopost.com/?p=73291 |
ສະຫະລັດມອບເຄື່ອງຊ່ວຍເຫຼືອ 5 ແຂວງ ຕ້ານໄຂ້ຍຸງ | ລັດຖະບານ ແລະ ປະຊາຊົນສະຫະລັດອາເມລິກາ ໃຫ້ການຊ່ວຍເຫຼືອໃຫ້ແຂວງສະຫວັນນະເຂດ ຈຳປາສັກ ສາລະວັນ ອັດຕະປື ແລະ ເຊກອງ ປະກອບສ່ວນສະໜັບສະໜູນ ເຂົ້າໃນການປ້ອງກັນການລະບາດຂອງພະຍາດໄຂ້ຍຸງ (Malaria) ແຕ່ນີ້ຈົນຮອດປີ 2014 ເປັນເງິນຈຳນວນ 5,7 ຕື້ກີບ.
ການຊ່ວຍເຫຼືອຄັ້ງນີ້ ປະກອບມີການເຝິກອົບຮົມ ໃຫ້ກັບພະນັກງານການຊ່ວຍເຫຼືອທາງດ້ານວິຊາການ ແລະ ການສະໜອງອຸປະກອນຕ່າງໆ ເປັນຕົ້ນແມ່ນ ມຸ້ງຍ້ອມຢາ ຢາປິ່ນປົວໄຂ້ຍຸງ ເຄື່ອງບົ່ງມະຕິພະຍາດ ແລະ ອື່ນໆ ໂດຍແນໃສ່ຕົວເມືອງທີ່ມີການລະບາດຮ້າຍແຮງທີ່ສຸດ ແລະ ເຂດທີ່ມີຄວາມສ່ຽງ ຊຶ່ງພະຍາດດັ່ງກ່າວ ໄດ້ມີການແຜ່ລະບາດຢູ່ແຂວງອັດຕະປືໃນປີ 2011 ແລະ ໄດ້ລະບາດໄປອີກ 4 ແຂວງດັ່ງກ່າວ.
ພິທີມອບ-ຮັບເຄື່ອງຊ່ວຍເຫຼືອ ໄດ້ຈັດຂຶ້ນໃນວັນທີ 27 ພະຈິກ 2013 ທີ່ກະຊວງສາທາລະນະສຸກ ໂດຍການມອບຂອງທ່ານ ເດເນລ ຄຼັນ (Daniel Clune) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສະຫະລັດອາເມລິກາ ປະຈຳ ສປປ ລາວ ແລະ ຮັບໂດຍທ່ານ ສຈ.ດຣ. ເອກສະຫວ່າງ ວົງວິຈິດ ລັດຖະມົນຕີວ່າການ ກະຊວງສາທາລະນະສຸກ ພ້ອມບັນດາພາກສ່ວນກ່ຽວຂ້ອງ.
ທີ່ມາhttp://www.vientianemai.net | ຂ່າວພາຍໃນ | 2013-11-28T13:29:58+00:00 | https://laopost.com/?p=3920 |
ນະຄອນຫຼວງສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ ຫຼາຍບັນຫາສຳຄັນໃນ 6 ເດືອນທ້າຍປີ | ກອງປະຊຸມຄົບຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ຄັ້ງທີ 9 ສະໄໝທີ 5 ໄດ້ດຳເນີນມາເປັນເວລາ 3 ວັນ ທີ່ຈັດຂຶ້ນຢູ່ຫ້ອງວ່າການນະຄອນຫຼວງ ຮອດຕອນແລງວັນທີ 2 ເມສາ 2014 ນີ້ໄດ້ສຳເລັດລົງ ໂດຍເປັນປະທານຂອງສະຫາຍ ສຸກັນ ມະຫາລາດ ເລຂາທິການສູນກາງພັກ ເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ.
ກອງປະຊຸມຄັ້ງນີ້ ໄດ້ສະຫຼຸບຕີລາຄາທົບທວນການຈັດຕັ້ງປະຕິບັດ ບັນດາຄາດໝາຍສູ້ຊົນແຕ່ລະດ້ານ ທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ 5 ຂອງອົງຄະນະພັກນະຄອນຫຼວງ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 7 ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2013-2014 ນອກນີ້ກອງປະຊຸມຍັງໄດ້ດຳເນີນຊີວິດການເມືອງ ສຳຫຼວດກວດກາ ຕຳນິຕິຊົມກ່ຽວກັບການຊີ້ນຳ-ນຳພາລວມຂອງຄະນະປະຈຳພັກ ຄະນະບໍລິຫານງານພັກ ໃນໄລຍະ 6 ເດືອນຜ່ານມາ ແລະ ສຸດທ້າຍກອງປະຊຸມຍັງໄດ້ເປັນເອກະພາບກັນ ຕົກລົງຮັບຮອງເອົາບັນຫາສຳຄັນຕ່າງໆຈຳນວນໜຶ່ງ ໂດຍສະເພາະແມ່ນບັນດາວຽກງານຈຸດສຸມໃນ 6 ເດືອນທ້າຍປີ ຈົ່ງສືບຕໍ່ເພີ່ມທະວີໃຫ້ນະຄອນຫຼວງ ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນກວ່າເກົ່າ ສັງຄົມມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ ປອດໄພຮອບດ້ານ ໂດຍສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ມີບາດລ້ຽວຢ່າງຕັ້ງໜ້າ ສືບຕໍ່ນຳພາສ້າງນະຄອນຫຼວງໃຫ້ມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ ມີຄວາມສະອາດຈົບງາມ ເປັນເມືອງສີຂຽວ ເມືອງແຫ່ງສຸຂະພາບ ແລະ ພັດທະນາ ຮັບປະກັນເຮັດໃຫ້ເສດຖະກິດມະຫາພາກຂອງນະຄອນຫຼວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງໄປຕາມໂຄງປະກອບເສດຖະກິດທີ່ຕັ້ງໜ້າ ຕິດພັນກັບການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ເປັນນະຄອນຫຼວງແຫ່ງການຜະລິດ-ທຸລະກິດ ການຄ້າ ການບໍລິການ ການທ່ອງທ່ຽວທີ່ໜັກແໜ້ນເຂັ້ມແຂງ ສືບຕໍ່ປະຕິບັດນະໂຍບາຍ 3 ສ້າງໃຫ້ມີບາດກ້າວທີ່ຕັ້ງໜ້າ ຕິດພັນກັບການປັບປຸງກົງຈັກການຈັດຕັ້ງທຸກຂັ້ນ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ເປັນອຳນາດການປົກຄອງຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ ສູ້ຊົນປະຕິບັດຄາດໝາຍສະຫັດສະວັດດ້ານການພັດທະນາ ໃຫ້ບັນລຸຄາດໝາຍທີ່ວາງໄວ້ ແລະ ສືບຕໍ່ແກ້ໄຂຄອບຄົວທຸກຍາກຂອງປະຊາຊົນທີ່ຍັງເຫຼືອ 58 ຄອບຄົວໃຫ້ສຳເລັດໂດຍພື້ນຖານ.
ສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ລວມຍອດຜະລິດຕະພັນພາຍໃນນະຄອນຫຼວງເພີ່ມຂຶ້ນບໍ່ຫຼຸດ 13,7% ຄາດຄະເນມູນຄ່າລວມຍອດຜະລິດຕະພັນພາຍໃນ ຈະໃຫ້ໄດ້ໃນລະດັບ 35.602 ຕື້ກີບ ສະເລ່ຍຕໍ່ຫົວຄົນ 3.800 ໂດລາສະຫະລັດ ຫຼືປະມານ 30 ລ້ານກີບ ແລະ ສູ້ຊົນປະຕິບັດການເກັບລາຍຮັບທັງໝົດ ໃນຂອບເຂດນະຄອນຫຼວງ ນັບທັງສູນກາງຈັດເກັບ ແລະ ນະຄອນຫຼວງຈັດເກັບ ໃຫ້ໄດ້ລະຫວ່າງ 22-23% ຂອງ GDP ສູ້ຊົນທຸກກຳລັງແຮງ ເພື່ອບັນລຸບັນດາຄາດໝາຍສະເພາະຂອງນະຄອນຫຼວງ ຮອດປີ 2015 ທີ່ນອນຢູ່ໃນຄາດໝາຍສະຫັດສະວັດດ້ານການພັດທະນາ ລຶບລ້າງຄວາມທຸກຍາກ ຫຼຸດຜ່ອນອັດຕາສ່ວນຄວາມທຸກຍາກລົງໃຫ້ສຳເລັດໂດຍພື້ນຖານ.
ທີ່ມາ http://www.vientianemai.net | ຂ່າວພາຍໃນ | 2014-04-03T20:18:57+00:00 | https://laopost.com/?p=4642 |
ຄິວສາຍໃຕ້ກຽມລົດ 80 ກວ່າຄັນ ຮອງຮັບຜູ້ໂດຍສານກັບພູມລຳເນົາໄລຍະປີໃໝ່ ສ່ວນລາຄາເທົ່າເດີມ | ອາທິດໜ້ານັບວ່າເປັນໄລຍະທີ່ຄົນລາວທົ່ວປະເທດຈະໄດ້ພ້ອມກັນຈັດກິດຈະກຳສະເຫຼີມສະຫຼອງບຸນປີໃໝ່ລາວປະຈຳປີ ພສ 2559 ຢ່າງຄຶກຄື້ນມ່ວນຊື່ນ ແນວໃດກໍດີ ເພື່ອເປັນການຮອງຮັບຜູ້ຄົນທີ່ຈະເດີນທາງກັບຄືນບ້ານເກີດໃຫ້ພຽງພໍ ທັງຫຼີກບັນຫາຜູ້ໂດຍສານຕົກຄ້າງ ຂະນະນີ້ສະຖານີຂົນສົ່ງໂດຍສານສາຍໃຕ້ໄດ້ກະກຽມລົດເມ 80 ກວ່າຄັນຕໍ່ວັນໄວ້ຄອຍບໍລິການ ສ່ວນທາງດ້ານລາຄາຍັງຄົງບໍ່ມີການປ່ຽນແປງແຕ່ຢ່າງໃດ ທັງນີ້ ຄາດວ່າຜູ້ຄົນຈະເລີ່ມທະຍອຍກັບຫຼາຍນັບແຕ່ທ້າຍອາທິດນີ້ເປັນຕົ້ນໄປ.
ເມື່ອວັນທີ 4 ເມສາ 2016 ນີ້ ທ່ານ ວັນເພັນ ສີສຸກ ຮອງອຳນວຍການສະຖານີຂົນສົ່ງໂດຍສານສາຍໃຕ້-ສາຍຕ່າງປະເທດ ນະຄອນຫຼວງວຽງຈັນ (ນວ) ໃຫ້ສຳພາດຕໍ່ສື່ມວນຊົນຮູ້ວ່າ: ປີນີ້ຄາດວ່າ ອາດຈະມີຜູ້ຄົນທີ່ຢູ່ນະຄອນຫຼວງວຽງຈັນ ເດີນທາງກັບຄືນພູມລຳເນົາເພື່ອຮ່ວມ ສະເຫຼີມສະຫຼອງບຸນປີໃໝ່ລາວກັບຄອບຄົວ ແລະຍາດຕິພີ່ນ້ອງຢູ່ທ້ອງຖີ່ນເພີ່ມຫຼາຍຂຶ້ນເນື່ອງຈາກມີເວລາພັກສະຫຼອງຫຼາຍວັນ ໂດຍຕົວເລກປີແລ້ວມີ 4 ພັນກວ່າຄົນຕໍ່ວັນທີ່ເຂົ້າມາໃຊ້ບໍລິການ.
ຈາກສະພາບການຄາດເດົາຄືດັ່ງ ກ່າວ ເພື່ອເປັນການຮອງຮັບຢ່າງພຽງພໍ ນັບແຕ່ 2 ເດືອນມານີ້ ສະຖານີຂົນສົ່ງ ໂດຍສານສາຍໃຕ້-ສາຍຕ່າງປະເທດ ຈຶ່ງໄດ້ມີການປະສານສົມທົບກັບ 10 ກວ່າ ບໍລິສັດທີ່ໃຫ້ບໍລິການໃນຄິວ ເພື່ອກະກຽມ ລົດເມໄວ້ບໍລິການໃນຊ່ວງນີ້ ທັງນີ້ແມ່ນ ໄດ້ມີການເພີ່ມລົດຂຶ້ນອີກ 30 ກວ່າຄັນ ຈາກປົກກະຕິທີ່ໃຊ້ລົດບໍລິການ 56 ຄັນ ລວມເປັນ 80 ກວ່າຄັນ ໂດຍປະຈຸບັນ 30 ນາທີໃດແມ່ນລົດອອກ 1 ຖ້ຽວ ແຕ່ປີໃໝ່ອາດບໍ່ຖ້າເວລາຂໍພຽງແຕ່ຜູ້ໂດຍ ສານເຕັມລົດກໍຈະອອກເດີນທາງເລີຍ ທັງນີ້ຄາດວ່າປະມານວັນທີ 8-9 ເມສາ ຜູ້ໂດຍສານກໍຈະເລີ່ມຫຼາຍແລ້ວ.
ແນວໃດກໍດີ ເພື່ອເປັນການຫຼີກບັນຫາທີ່ອາດຈະເກີດຂຶ້ນທ່ານຮອງອຳນວຍການສະຖານີຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທີ່ຈະມາໃຊ້ບໍລິການຄວນສອບຖາມພະນັກງານກ່ອນຊື້ປີ້ ຫຼື ຂຶ້ນລົດຢ່າງຄັກແນ່ ສ່ວນເຈົ້າຂອງລົດກໍຄົງເພີ່ມຄວາມເອົາໃຈໃສ່ກວດກາບັນດາເອກະສານ ແລະເຕັກນິກລົດຢ່າງລະອຽດ ຖ້າລົດຄັນໃດບໍ່ໄດ້ມາດຕະຖານທາງເຈົ້າໜ້າທີ່ປະຈຳສະຖານີກໍຈະບໍ່ອະນຸຍາດໃຫ້ລົດຄັນນັ້ນອອກຢ່າງເດັດຂາດ ໂດຍລົດຄັນໜຶ່ງມີໂຊເຟີຂັບບໍ່ຕໍ່າກວ່າ 2 ຄົນ.
ສຳລັບລາຄາລົດໂດຍສານແຕ່ນວ-ນໍ້າທອນ ລົດທຳມະດາ 40 ພັນກີບ, ນວ-ທ່າແຂກ 60 ພັນ, ລົດດ່ວນປະເພດ 1 ລາຄາ 80 ພັນກີບ, ນວ-ສະຫວັນນະເຂດ 75 ພັນກີບ, ລົດເມດ່ວນປະເພດ 1 ລາຄາ 1,20 ແສນກີບ, ນວ-ສາລະວັນ 1,30 ແສນກີບ, ລົດດ່ວນພິເສດ 2 ລາຄາ 1,60 ແສນກີບ, ລົດດ່ວນພິເສດ 2 ແມ່ນ 1,90 ແສນກີບ; ນວ ປາກເຊ 1,10 ແສນກີບ, ລົດດ່ວນປະເພດ 2 ລາຄາ 1,40 ແສນກີບ, ລົດດ່ວນພິເສດລາຄາ 1,70 ແສນກີບ, ນວ-ເຊກອງ 1,30 ແສນກີບ, ລົດດ່ວນພິເສດ 1 ແມ່ນ 2,10 ແສນກີບ ແລະສາຍ ນວ-ອັດຕະປື 1,40 ແສນກີບ ສ່ວນລົດພິເສດປະເພດ 1 ແມ່ນ ລາຄາ 2,20 ແສນກີບ.
ທີ່ມາ: | ຂ່າວພາຍໃນ | 2016-04-05T10:00:45+00:00 | https://laopost.com/?p=52829 |
ເສຍດາຍບູຮານສະຖານທີ່ເກົ່າແກ່ແລະເຫັນໃຈປະຊາຊົນ(ເນປານ) | http://www.laopost.com/wp-content/uploads/2015/05/Laopost1.mp4 | ຂ່າວຕ່າງປະເທດ | 2015-05-02T18:28:58+00:00 | https://laopost.com/?p=24796 |
ໃໝ່! ເດິນິວອີຊູຊຸ ມິວ-ເອັກບລູພາວເວີ ເລີ່ມເປີດຈຳໜ່າຍໃນລາວແລ້ວ! | ຂປລ. ບໍລິສັດຕຣີເພັດ ອີຊູຊຸເຊວສ ຈຳກັດ ໄດ້ນຳເອົາລົດຮຸ້ນໃໝ່ ເດິນິວ ອີຊູຊຸມິວ-ເອັກ ບລູພາວເວີ ມາຈຳໜ່າຍ ໃນຕະຫລາດ ສປປ ລາວ ເຊິ່ງລົດຮຸ້ນດັ່ງກ່າວ, ເປັນລົດອະເນກປະສົງ ທີ່ມາພ້ອມກັບການອອກແບບທີ່ທັນສະໄໝ, ສະກົດທຸກສາຍຕາ ພ້ອມສະມັດຖະນະອັນຊົງພະລັງ, ຕອບຮັບທຸກໄລຟສະໄຕລກັບຮູບໂສມໃໝ່, ສະປອດຫລູຫລາ, ສະຫງ່າງາມ ແລະ ພຽບພ້ອມໄປດ້ວຍ ຟັງຊັນໃຊ້ງານທີ່ທັນສະໄໝ, ລາຄາເລີ່ມຕົ້ນ 380 ລ້ານກີບ.
ລົດຮຸ້ນໃໝ່ ເດິນິວອີຊູຊຸ ມິວ-ເອັກບລູພາວເວີ,ມາພ້ອມກັບຄວາມທັນສະໄໝ, ໃຫ້ພະລັງແຮງ, ປະຢັດນ້ຳມັນ, ຂັບເຄື່ອນ 4 ລໍ້ ແລະ 2 ລໍ້, ເຄື່ອງຈັກອີຊູຊຸ 3,0 ດີດີໄອ ບລູພາວເວີ, 163 ແຮງມ້າທີ່ 3.600 ຮອບຕໍ່ນາທີ, ແຮງບິດສູງສຸດ 380 ນິວຕັນ-ແມັດ ທີ່ 1.800-2.800 ຮອບຕໍ່ນາທີ, ນອກນັ້ນ, ຍັງມີເຄື່ອງຈັກອີຊູຊຸ 2,5 ດີດີໄອ ບລູພາວເວີ, 136 ແຮງມ້າ ທີ່ 3.400 ຮອບຕໍ່ນາທີ, ແຮງບິດສູງສຸດເຖິງ 320 ນິວຕັນ-ແມັດ ທີ່ 1.800-2.800 ຮອບຕໍ່ນາທີ, ມີທັງເກຍໂອໂຕ ແລະ ເກຍທຳມະດາ.
ທ່ານ ຮິຊາໂອະ ອິໂຕ້ ໄດ້ກ່າວໃນງານ ນຳສະເໝີລົດລຸ້ນດັ່ງກ່າວ, ໃນວັນທີ່ 14 ກໍລະກົດ ທີ່ນະ ຄອນຫລວງວຽງຈັນ ວ່າ: ເດິນິວອີຊູຊຸ ມິວ-ເອັກບລູພາວເວີ ເປັນລົດ ທີ່ມີຮູບຮ່າງສວຍງງາມ, ທັນສະໄໝ, ດ້ານນອກລົດ ເປັນຕົ້ນ ກະຈັງໜ້າອອກແບບໃໝ່ ແບບ Sport 3D ໃຫ້ມິຕິສູງ, ສະຫງ່າ, ໂດດເດັ່ນ, ໄຟໜ້າອອກແບບ Bi-LED ໃຫ້ຄວາມສະຫວ່າງຫລາຍຂຶ້ນ ພ້ອມປັບລະດັບໄຟສູງ-ຕ່ຳ ອັດຕະໂນມັດ, ກັນຊົນໜ້າ-ຫລັງ ອອກແບບໃໝ່ ເສີມລັກສະນະສະປອດໃຫ້ທັນສະໄໝຍິ່ງຂຶ້ນ, ໄຟທ້າຍ LED ອອກແບບໃໝ່ໂດດເດັ່ນລົງໂຕ, ລໍ້ອັລລອຍ ອອກແບບໃໝ່ 18 ນິ້ວ. ດ້ານໃນລົດ ກໍ່ມີຄວາມທັນສະໄໝ, ມີລະບົບຄວາມບັນເທິງຄົບຊຸດ, ໜ້າຈໍສຳພັດຂະໜາດ 18 ນິ້ວ ຮອງຮັບກັບການເຊື່ອມຕໍ່ແບບໄຮ້ສາຍ, ໜ້າປັດອອກແບບໃໝ່ຂອບໂຄຣມຽມ, ພ້ອມໜ້າຈໍສີສະແດງ ຂໍ້ມູນການຂັບຂີ່, ລະບົບປັບຄວາມເຢັນອັດຕະໂນມັດ ແລະ ເບາະນັ່ງໄຟຟ້າປັບອັດຕະໂນມັດ ຊ່ວຍໃຫ້ຜູ້ຂັບຂີ່ສາມາດປັບຕຳແໜ່ງບ່ອນນັ່ງເໝາະສົມ ແລະ ປັບໄດ້ເຖິງ 6 ທິດທາງ, ມີລະບົບຖົງລົມນິລະໄພ 6 ຈຸດ, ລະບົບຊ່ວຍຄວບຄຸມຄວາມໄວ ຂະນະລົງທາງຄ້ອຍຊັນ, ລະບົບຊ່ວຍອອກໂຕເທິງທາງຄ້ອຍຊັນ, ລະບົບຄວບຄຸມການຊົງຕົວອັດຕະໂນມັດ ແລະ ມີລະບົບປ້ອງກັນລໍ້ໝູນຟຣີຂະນະອອກໂຕ.
ລູກຄ້າທ່ານໄດມີຄວາມສົນໃຈ ຢາກໄດ້ລົດຮຸ້ນໃໝ່ ເດິນິວອີຊູຊຸມິວ-ເອັກ ບລູພາວເວີ ທີ່ມາພ້ອມກັບຄວາມທັນສະໄໝ, ສວຍງາມ ສາມາດຊື້ ແລະ ສັ່ງຈອງ ໄດ້ທີ່ຫ້ອງສະແດງສິນຄ້າອີຊູຊຸ ທຸກສາຂາ ທົ່ວປະເທດ.
ແຫລ່ງຂ່າວ: ຂປລ | ຂ່າວພາຍໃນ | 2017-07-18T16:16:16+00:00 | https://laopost.com/?p=92511 |
ຮອນດ້າ ຮຽກຄືນລົດໃຫຍ່ 4.5 ລ້ານຄັນທົ່ວໂລກ ພົບມີບັນຫາຢູ່ຖົງລົມນິລະໄພ! | ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 10 ກໍລະກົດນີ້ວ່າ ບໍລິສັດ ຮອນດ້າ ຜູ້ຜະລິດລົດລາຍໃຫຍ່ຂອງປະເທດຍີ່ປຸ່ນ ໄດ້ປະກາດຮຽກຄືນລົດໃຫຍ່ທົ່ວໂລກ ຈຳນວນ 4.5 ລ້ານຄັນ ຈາກບັນຫາຄວາມຂັດຂ້ອງຂອງຖົງລົມນິລະໄພ ທີ່ຜະລິດໂດຍບໍລິສັດ ທາຄາຕະ ເນື່ອງຈາກມີຄວາມເປັນໄປໄດ້ວ່າ ຫົວສູບລົມອາດແຕກອອກມາ ເມື່ອຖົງລົມນິລະໄພທຳງານ ອັນຈະເຮັດໃຫ້ຜູ້ໂດຍສານບາດເຈັບ ຫລື ເສຍຊີວິດໄດ້ ໂດຍໃນໄລຍະຜ່ານມາແມ່ນພົບມີຜູ້ເສຍຊີວິດຈາກບັນຫາດັ່ງກ່າວນີ້ 8 ຄົນແລ້ວ ເຊິ່ງທັງໝົດແມ່ນເປັນຜູ້ໃຊ້ລົດຍີ່ຫໍ້ຮອນດ້າ. | ຂ່າວຕ່າງປະເທດ | 2015-07-10T10:07:55+00:00 | https://laopost.com/?p=29885 |
ລາຍງານສະຖານະການ COVID-19 ໃນປະເທດລາວ ປະຈໍາວັນທີ 31 ມີນາ ປີ2020 | ສະພາບການ COVID-19 ໃນທົ່ວໂລກ
ມາຮອດເວລາ 24:00 ໂມງເຊົ້າ ຂອງວັນທີ 30 ມີນາ 2020, ທົ່ວໂລກມີລາຍງານກໍລະນີທັງໝົດ 201 ປະເທດ. ກໍລະນີຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແລ້ວ 720,692 ກໍລະນີ (ເພີ່ມຂື້ນ 57,565 ກໍລະນີ, ເສຍຊິວິດ 33,930 (ເພີ່ມຂື້ນ 3,069 ກໍລະນີ) ແລະ ປີ່ນປົວຫາຍດີ 151,191 (ເພີ່ມຂື້ນ 9,246).
ການເຝົ້າລະວັງ COVID-19 ປະຈຳດ່ານ ໃນ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 29 ມີນາ 2020 ຕາມດ່ານຊາຍແດນ ແລະ ສະໜາມບິນສາກົນ
ວຽກງານຈຸດຜ່ານດ່ານ: ຈໍານວນຜູ້ເດີນທາງເຂົ້າມາທັງໝົດ: 3,783 ຄົນ, ຈໍານວນຜູ້ເດີນທາງຜ່ານສະໜາມບິນທັງໝົດ 163 ຄົນ, ຈໍານວນຜູ້ເດີນທາງຜ່ານທາງດ່ານລາວ-ໄທທັງໝົດ 2,796 ຄົນ, ມີຄົນເປັນໄຂ້ 11 ຄົນ ທັງໝົດແມ່ນຢູ່ແຂວງຈຳປາສັກ, ໄດ້ຮັບການຕິດຕາມຢູ່ໂຮງໝໍເມືອງໂພນທອງ ແລະ ຈະເກັບຕົວຢ່າງສົ່ງມາແຂວງ.
ການເຝົ້າລະວັງ ແລະ ວິເຄາະ: ວັນທີ 30 ມີນາ 2020, ມີກໍລະນີສົງໃສ 31 ກໍລະນີ, ໄດ້ແກ່: ນະຄອນຫຼວງວຽງຈັນ 23 ກໍລະນີ, ແຂວງ ຫຼວງພະບາງ ແລະ ຈຳປາສັກ ແຂວງລະ 2 ກໍລະນີ, ແຂວງ ຜົ້ງສາລີ, ສາລະວັນ, ໄຊຍະບູລີ ແລະ ເຊກອງ ແຂວງລະ 1 ກໍລະນີ. ທັງໝົດນັ້ນໄດ້ເກັບຕົວຢ່າງມາກວດ ແລະ ຜົນກວດເປັນລົບທັງ 31 ກໍລະນີ. ມາຮອດປະຈຸບັນນີ້ໄດ້ກວດວິເຄາະກໍລະນີສົງໃສທັງໝົດມີ 407 ກໍລະນີ, ຜົນອອກມາເປັບລົບທັງໝົດ. ສ່ວນຜູ້ຕິດເຊື້ອຍັງເປັນ 9 ກໍລະນີ ຫຼື 9 ຄົນ.
ພ້ອມດຽວກັນນັ້ນ, ພວກເຮົາກໍມີຂໍ້ມູນກ່ຽວກັບຜູ້ສຳພັດໃກ້ຊິດກັບ 9 ຄົນທີ່ພົບເຊື້ອມີທັງໝົດ 183 ຄົນ ດັ່ງນີ້:
ຜູ້ຕິດເຊື້ອທີ 1: ມີຜູ້ສຳພັດໃກ້ຊິດກັບລາວ 44 ຄົນ ທັງໝົດຢູ່ນະຄອນຫຼວງວຽງຈັນ
ຜູ້ຕິດເຊື້ອທີ 2: ມີຜູ້ສຳພັດໃກ້ຊິດກັບລາວ 45 ຄົນ ນະຄອນຫຼວງ 11 ຄົນ, ຫຼວງພະບາງ 10 ແລະ ອຸດົມໄຊ 24 ຄົນ.
ຜູ້ຕິດເຊື້ອທີ 3: ມີຜູ້ສຳພັດໃກ້ຊິດກັບລາວ 21 ຄົນ ທັງໝົດຢູ່ນະຄອນຫຼວງວຽງຈັນ
ຜູ້ຕິດເຊື້ອທີ 4: ມີຜູ້ສຳພັດໃກ້ຊິດກັບລາວ 18 ຄົນ ທັງໝົດຢູ່ນະຄອນຫຼວງວຽງຈັນ
ຜູ້ຕິດເຊື້ອທີ 5: ມີຜູ້ສຳພັດໃກ້ຊິດກັບລາວ 2 ຄົນ ນະຄອນຫຼວງ
ຜູ້ຕິດເຊື້ອທີ 6: ມີຜູ້ສຳພັດໃກ້ຊິດກັບລາວ 8 ຄົນ ນະຄອນຫຼວງ
ຜູ້ຕິດເຊື້ອທີ 7: ມີຜູ້ສຳພັດໃກ້ຊິດກັບລາວ 16 ຄົນ ນະຄອນຫຼວງ
ຜູ້ຕິດເຊື້ອທີ 8: ມີຜູ້ສຳພັດໃກ້ຊິດກັບລາວ 22 ຄົນ ນະຄອນຫຼວງ
ຜູ້ຕິດເຊື້ອທີ 9: ມີຜູ້ສຳພັດໃກ້ຊິດກັບລາວ 7 ຄົນ ນະຄອນຫຼວງ
ຕໍ່ກັບຜູ້ສຳຜັດໃກ້ຊິດດັ່ງກ່າວພວກເຮົາຈະຕ້ອງໄດ້ໃຫ້ເຂົາເຈົ້າກັກບໍລິເວນຕົນເອງຢູ່ເຮືອນຂອງເຂົາເຈົ້າ ແລະ ຈະມີແພດເຮົາໄປຕິດຕາມອາການທຸກມື້ ຖ້າຫາກມີອາການ ຫຼື ກວດພົບວ່າເປັນບວກກໍຕ້ອງໄດ້ ນຳມາປິ່ນປົວຢູ່ໂຮງໝໍຕາມຫຼັກການຂອງການປິ່ນປົວໂຄວິດ-19.
ການປິ່ນປົວ: ອາການຂອງຄົນເຈັບທີ່ນອນປິ່ນປົວຕິດຕາມ ທີ່ໂຮງໝໍ ທັງໝົດ 09 ຄົນ: 06 ຄົນ ນອນປິ່ນປົວຢູ່ໂຮງໝໍມິດຕະພາບ ແລະ 03 ຄົນ ຢູ່ໂຮງໝໍຫຼວງພະບາງ, ທັງໝົດແມ່ນມີອາການຊົງຕົວຂັ້ນເບົາບາງ ແລະ ໄດ້ຮັບການປິ່ນປົວຢ່າງເອົາໃຈໃສ່ຈາກແພດໝໍຕາມຫຼັກວິຊາການ.
ຖ້າພວກເຮົາພ້ອມກັນປະຕິບັດມາດຕະການທີ່ລັດຖະບານວາງອອກ ຢ່າງເຂັ້ມງວດຈະສາມາດຫຼີກເວັ້ນການຕິດເຊື້ອ ການສົ່ງເຊື້ອ ຊື່ງເປັນການແຜ່ລະບາດ ແລະ ເອົາໃຈໃສ່ປິ່ນປົວສະເພາະຜູ້ຕິດເຊື້ອໃຫ້ຫາຍດີໄວ.
ແຫຼ່ງຂ່າວ: ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 | ຂ່າວພາຍໃນ | 2020-03-31T15:21:36+00:00 | https://laopost.com/?p=118062 |
ຝຣັ່ງປະກາດໃຫ້ຕິດຕັ້ງໂຊລາເຊວໃສ່ບ່ອນຈອດລົດຂະໜາດໃຫຍ່ | ຝຣັ່ງໄດ້ອອກກົດໝາຍບັງຄັບສະບັບໃໝ່ຂຶ້ນມາ ໃຫ້ສະຖານທີ່ຈອດລົດ ທີ່ມີສາມາດຈອດລົດໄດ້ຕັ້ງແຕ່ 80 ຄັນຂຶ້ນໄປ ຕ້ອງຕິດຕັ້ງແຜງໂຊລາເຊວເພື່ອຜະລິດໄຟຟ້າສະອາດ ແລະ ຫຼຸດຜ່ອນການໃຊ້ໄຟຟ້າຈາກນິວເຄຼຍ.
ສຳລັບສະຖານທີ່ຈອດລົດຂະໜາດ 80-400 ຄັນ ຈະຕ້ອງຕິດຕັ້ງລະບົບໂຊລາເຊວໃຫ້ສຳເລັດພາຍໃນເວລາ 5 ປີນັບຕັ້ງແຕ່ປີ 2023 ສ່ວນສະຖານທີ່ຈອດລົດຂະໜາດໃຫຍ່ກວ່ານັ້ນອີກ ແມ່ນຕ້ອງໃຫ້ຕິດຕັ້ງສຳເລັດໃຫ້ໄວກວ່າ ພາຍໃນ 3 ປີ ນັບຈາກເວລາດຽວກັນ ໂດຍການຕິດຕັ້ງແຜງໂຊລາເຊວ ຕ້ອງກວມເອົາຢ່າງໜ້ອຍເຄິ່ງໜຶ່ງຂອງສະຖານທີ່ຈອດລົດນັ້ນ.
ເປົ້າໝາຍໃນການຕິດຕັ້ງນີ້ ຈະເນັ້ນໃສ່ສະຖານທີ່ຈອດລົດແຄມທາງຫຼວງຕ່າງໆໃນຝຣັ່ງ ແລະ ຄາດຫວັງວ່າປະເທດຈະສາມາດຜະລິດໄຟຟ້າໄດ້ຫຼາຍເຖິງ 11 GW ທຽບເທົ່າໂຮງງານໄຟຟ້ານິວເຄຼຍ 10 ໂຮງ.
ແຕ່ຕາມກົດໝາຍນີ້ກໍຍັງມີຂໍ້ຍົກເວັ້ນ ໃຫ້ລານຈອດລົດບາງແຫ່ງທີ່ບໍ່ເປັນໄປຕາມເງື່ອນໄຂ.
ນອນັ້ນ ຝຣັ່ງຍັງມີແຜນຈະສ້າງໂຮງຜະລິດໄຟຟ້າພະລັງງານແສງອາທິດຂະໜາດໃຫຍ່ຕາມພື້ນທີ່ຂະໜາດໃຫຍ່ ຂ້າງທາງດ່ວນ, ຮາງລົດໄຟ ລວມເຖິງໃນເຂດກະສິກຳຕ່າງໆ.
ແຫຼ່ງຂ່າວຈາກ the guardian | ຂ່າວຕ່າງປະເທດ | 2022-11-10T09:44:01+00:00 | https://laopost.com/?p=139265 |
ສະຫລົດ! ຊາວໂມຊຳບິກ ດື່ມເບຍປົນສານພິດໃນງານສົບ ຕາຍເກືອບ 70 ຄົນ! | ເກີດເຫດຊາວໂມຊຳບິກ ເສຍຊີວິດເຖິງ 69 ຄົນ ຫລັງດື່ມເບຍຕົ້ມເອງທີ່ງານສົບ ໃນພາກຕາເວັນຕົກສຽງເໜືອຂອງປະເທດ ໂດຍເຊື່ອວ່າເບຍດັ່ງກ່າວອາດມີການປົນເປື້ອນສານພິດ.
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 13 ມັງກອນນີ້ວ່າ ຊາວໂມຊຳບິກ 69 ຄົນ ໃນນັ້ນລວມມີເດັກນ້ອຍ 1 ຄົນ ເສຍຊີວິດ ຫລັງຈາກດື່ມເບຍທີ່ຜະລິດຂຶ້ນເອງພາຍໃນຄອບຄົວທີ່ຈັດພິທີງານສົບ ໃນແຂວງເຕເຕ ເມື່ອວັນເສົາທີ 10 ມັງກອນຜ່ານມາ ແລະ ຍັງມີລາຍງານອີກວ່າ ມີຜູ້ທີ່ຕ້ອງໄດ້ນອນປິ່ນປົວຢູ່ໂຮງໝໍອີກ 39 ຄົນ ເຊິ່ງເຈົ້າໜ້າທີ່ສາທາລະນະສຸກໄດ້ລະບຸວ່າ ເບຍນີ້ເຊິ່ງປົກກະຕິຈະໝັກຈາກໝາກເດືອຍ ອາດມີການປົນເປື້ອນນ້ຳບີຈາກຊາກແຂ້ ເຊິ່ງເຮັດໃຫ້ມີສະພາບເປັນພິດ.
ເບຍຊະນິດນີ້ເປັນທີ່ຮູ້ຈັກກັນດີໃນປະເທດໂມຊຳບິກ ໂດຍມີຊື່ວ່າ ໂຟມເບ ອັນເປັນປະເພນີຂອງຊາວໂມຊຳບິກ ທີ່ຈະມີການດື່ມໃນພິທີກຳຕ່າງໆຂອງແຂວງເຕເຕ ໂດຍໃນຂະນະນີ້ ທາງເຈົ້າໜ້າທີ່ໄດ້ສົ່ງຕົວຢ່າງຂອງເບຍ, ເລືອດ ແລະ ຂອງແຫລວໃນກະເພາະຂອງຜູ້ເສຍຊີວິດ ໄປວິເຄາະຊອກຫາສາເຫດທີ່ແທ້ຈິງ ໃນນະຄອນມາພູໂຕ ແລະ ປະເທດອາຟຣິກາໃຕ້ແລ້ວ. | ຂ່າວຕ່າງປະເທດ | 2015-01-13T10:27:08+00:00 | https://laopost.com/?p=17811 |
ພະຍາກອນລະດັບນ້ຳ ແລະ ລະດັບນ້ຳສາຂາແມ່ນ້ຳຂອງ ປະຈຳວັນທີ 27 ກໍລະກົດ 2017 | ແຫລ່ງຂ່າວ: ກົມອຸຕຸນິຍົມ ແລະ ອຸທົກກະສາດ | ຂ່າວທ້ອງຖິ່ນ | 2017-07-27T14:30:31+00:00 | https://laopost.com/?p=92946 |
20 ຄົນສຸດທ້າຍ ຈາກເວທີ ທູດວັດທະນະທຳແດນຈຳປາ (Miss tourism Queen) | ໃນຊຸມປີທີ່ຜ່ານມາ, ປະເທດເຮົາໄດ້ສົ່ງສາວລາວເຂົ້າຮ່ວມການປະກວດໃນເວທີຕ່າງໆບໍ່ວ່າຈະເປັນເວທີລະດັບຊາດ ແລະ ລະດັບສາກົນ. ມື້ນີ້ທາງເວັບໄຊສ໌ Laopost ຈື່ງຂໍນຳສະເໜີໃຫ້ທ່ານໄດ້ຮູ້ຈັກກັບ ອີກເວທີຫນື່ງທີ່ຫຼາຍໆຄົນໃຫ້ຄວາມສົນໃຈບໍ່ໜ້ອຍເລີຍ ນັ້ນກໍຄື Miss Tourism Queen.
Miss Tourism Queen ເປັນເວທີການປະກວດໜຶ່ງທີ່ສົ່ງເສີມການທ່ອງທ່ຽວ ເປັນການປະກວດ ແລະ ຄົ້ນຫາ ນາງສາວຈາກທົ່ວທຸກແຂວງພາຍໃນປະເທດ ເພື່ອເຮັດໜ້າທີ່ເປັນ ທູດວັດທະນະທໍາແດນຈໍາປາ ເຜີຍປະກາຍຄວາມງາມສູ່ເວທີລະດັບໂລກ.ດ້ວຍການຄັດເລືອກເອົາສາວງາມພຽງໜຶ່ງດຽວເພື່ອເປັນຕົວແທນໄປປະກວດໃນເວທີ Miss Tourism Queen International.
ນາງສາວທີ່ໄດ້ຮັບຕຳແໜ່ງ MISS TOURISM QUEEN LAOS ຈະໄດ້ດຳລົງໜ້າທີ່ປະສານງານເປັນໄລຍະເວລາ 1 ປີ ໂດຍການເປັນທູດວັທະນະທຳປະຊາສຳພັນ ໂຄສະນາກິດຈະກຳຕ່າງໆ ທາງດ້ານປະເພນີ, ວັດທະນະທຳ, ເທດສະການທ່ອງທ່ຽວຕ່າງໆຂອງ ສປປ ລາວ ສູ່ສາກົນ ໄດ້ຮັບຮູ້.
ສະນັ້ນ, ບໍ່ລໍຊ້າ! ມາເບີ່ງທັງ 20 ນາງສາວຈາກ 18 ແຂວງ ຂອງ ສປປ ລາວ ກັນເລີຍ:
ການປະກວດຄັດເລືອກນາງສາວໃນຮອບສຸດທ້າຍແມ່ນຈະມີຂື້ນໃນວັນທີ 23 ພະຈິກ 2018 ຕັ້ງແຕ່ເວລາ 18:00-22:00 ເປັນຕົ້ນໄປ, ທີ່ສູນການຄ້າລາວ-ໄອເຕັກ. ທ່ານສາມາດຮ່ວມໂຫວດ ແລະ ໃຫ້ກຳລັງໃຈສາວງາມຈາກບັນດາແຂວງໃນທົ່ວປະເທດໄດ້ທາງ Facebook page: MISS TOURISM QUEEN LAOS ໄດ້ແລ້ວ.
Miss Tourism Queen Laos ໄດ້ຮັບການຈົດລິຂະສິດໂດຍ ບໍລິສັດ ທົວຣິສຊຶມ ຄວີນລາວ ຈຳກັດ ຜູ້ຖືລິຂະສິດ ແຕ່ພຽງຜູ້ດຽວ. Miss Tourism Queen Laos ເລີ່ມດຳເນິນການປະກວດມາແຕ່ປີ 2017 ແລະ ຜູ້ທຳອິດທີ່ໄດ້ຮັບຕຳແໜ່ງນີ້ແມ່ນ ທ່ານ ນາງ ວະລິສະລາ ຕັ້ງສຸວັນ ຫຼື ເມ ເຂົ້າຮ່ວມປະກວດ Miss Tourism Queen of the Year International 2016 ທີ່ ຊຽງໄຮ້ ໃນວັນທີ 18 ທັນວາ 2016 ພ້ອມທັງສາວງາມຈາກອີກ 50 ປະເທດ.
ຮຽບຮຽງໂດຍ: ບຸນມີ ຄຳມີໄຊ
ຂອບໃຈຮູບພາບຈາກ: Miss Tourism Queen Lao | ຂ່າວທ້ອງຖິ່ນ | 2018-09-18T17:25:57+00:00 | https://laopost.com/?p=103874 |
ມສ. ວຽງຈັນ ສໍາເລັດການເຝິກອົບຮົມວາທະສິລະປະຂັ້ນພື້ນຖານໃຫ້ນັກຮຽນ ຫຼາຍກວ່າ 50 ຄົນ | ມູນນິທິສົ່ງເສີມການສຶກສາ ສປປ.ລາວ ຮ່ວມກັບ ໂຮງຮຽນມັດທະຍົມສົມບູນ (ມສ) ວຽງຈັນ ໄດ້ສໍາເລັດການຈັດກິດຈະກໍາເຝິກອົບຮົມ ວາທະສິລະປະຂັ້ນພື້ນຖານ ປະຈໍາສົກຮຽນ 2015-2016 ເປັນປີທີ 3 ໃຫ້ແກ່ນັກຮຽນພາຍໃນໂຮງຮຽນ ມສ.ວຽງຈັນ ແລະ ໂຮງຮຽນ ມສ.ມິດຕະພາບລາວ-ຫວຽດນາມ ເປັນເວລາ 6 ເດືອນ ເຊິ່ງເລີ່ມປະຕິບັດການຮຽນ-ການສອນ ໃນທຸກໆເຊົ້າວັນເສົາ ມາແຕ່ເດືອນຕຸລາ 2015 – ເດືອນມີນາ 2016 ໂດຍມີຜູ້ເຂົ້າເຝິກອົບຮົມທັງໝົດຫຼາຍກວ່າ 50 ຄົນ.
ພິທີມອບ-ຮັບໃບຢັ້ງຢືນ ໃຫ້ແກ່ນັກຮຽນທີ່ສໍາເລັດການເຝິກອົບຮົມ ວາທະສິລະປະຂັ້ນພື້ນຖານ ປະຈໍາສົກຮຽນ 2015-2016 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 02 ເມສາ 2016 ທີ່ສະໂມສອນໂຮງຮຽນ ມສ.ວຽງຈັນ ນະຄອນຫຼວງວຽງຈັນ ເຊິ່ງໃຫ້ກຽດເຂົ້າຮ່ວມ ແລະ ມອບໃບຢັ້ງຢືນໃນຄັ້ງນີ້ໂດຍທ່ານ ພູທອນ ແສງດາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລານະຄອນຫຼວງວຽງຈັນ ມີຄະນະອໍານວຍການ ຄະນະບໍລິຫານງານມູນນິທິສົ່ງເສີມການສຶກສາ ສປປ.ລາວ ບັນດາຄູ-ອາຈານ ນັກຮຽນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສົມພຽນ ໄຊຍະເດດ ປະທານມູນນິທິສົ່ງເສີມການສຶກສາ ສປປ.ລາວ ໃຫ້ຮູ້ວ່າ ພາຍຫຼັງດໍາເນີນກິດຈະກໍາເຝິກວາທະສິລະປະຂັ້ນພື້ນຖານໃຫ້ແກ່ນັກຮຽນ ເປັນເວລາ 6 ເດືອນກໍເຫັນວ່າ ນັກຮຽນມີຄວາມຕັ້ງໃຈຮໍ່າຮຽນ ແລະ ມີຄວາມກ້າສະແດງອອກ ໂດຍຜ່ານກິດຈະກໍາຕ່າງໆເຊັ່ນ ການເປັນພິທີກອນ ການເວົ້າໃນໂອກາດສໍາຄັນຕ່າງໆ ການສະແດງລະຄອນ ການສໍາພາດ ການລາຍງານຂ່າວ ການອ່ານຂ່າວ ອ່ານກອນ ແລະ ອື່ນໆ ເຊິ່ງການຮຽນວາທະສິລະປະແມ່ນເປັນບົດຮຽນທີ່ດີໃຫ້ແກ່ນັກຮຽນ ເພື່ອເພີ່ມທັກສະ ຄວາມຮູ້ ຄວາມສາມາດທາງດ້ານການປາກເວົ້າໃນສະຖານທີ່ສາທາລະນະ ໃຫ້ຖືກກັບກາລະເທສະ ແລະ ນໍາເອົາຄວາມຮູ້ທີ່ຮຽນມາໄປຜັນຂະຫຽາຍເຂົ້າໃນຊີວິດປະຈໍາວັນ ແລະ ໃນອະນາຄົດໃຫ້ເກີດປະໂຫຽດສູງ.
ຂະນະທີ່ຜູ້ອໍານວຍການໂຮງຮຽນ ມສ.ວຽງຈັນ ກໍໄດ້ກ່າວວ່າ ຍ້ອນມູນນິທິສົ່ງເສີມການສຶກສາໃຫ້ການສະໜັບສະໜູນມາແຕ່ສົກຮຽນ 2013-2014 ແລະ ສົກຮຽນ 2015-2016 ກໍເປັນປີ 3 ແລ້ວ ຈິ່ງເຮັດໃຫ້ການຮຽນ-ການສອນວາທະສິລະປະໃນຄັ້ງນີ້ ປະສົບຜົນສໍາເລັດຕາມລະດັບຄາດໝາຍ ເຊິ່ງກໍເຫັນໄດ້ວ່າ ນັກຮຽນທີ່ຜ່ານການເຝິກອົບຮົມມີຄວາມກ້າສະແດງອອກເຊິ່ງຄວາມສາມາດ ຈາກຄົນບໍ່ກ້າເວົ້າກໍສາມາດເວົ້າໄດ້ເກັ່ງ ມີຄວາມຮູ້ ຄວາມເຂົ້າໃຈແຈ້ງກ່ຽວກັບຈຸດປະສົງເປົ້າໝາຍ ເນື້ອຫາ ແລະ ສາລະຂອງເລື່ອງທີ່ຈະເວົ້າເຖິງ ຮູ້ຈັກວາງກິລິຍາທ່າທີຖືກຕາມງານພິທີການເຫຼົ່ານັ້ນ ໂດຍສະເພາະການເປັນພິທີກອນ ການປາຖະກະຖາ ການກ່າວໄຂງານພິທີການ ແລະ ອື່ນໆ ເຊິ່ງນັກຮຽນຫຼາຍຄົນມີສົນໃຈ ແລະ ກະຕືລືລົ້ນ ເອົາໃຈໃສ່ຮຽນເປັນປົກກະຕິ ການເຂົ້າ-ອອກຫ້ອງຮຽນຖືກໂມງ ສ່ວນເວລາຮຽນນັກຮຽນກໍມີສ່ວນຮ່ວມໃນການເຮັດກິດຈະກໍາຕ່າງໆຈິ່ງໄດ້ມາເຊິ່ງຜົນສໍາເລັດຢ່າງດີ.
ຂ່າວ/ພາບ: ເທບພະວົງ
ຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ | ຂ່າວທ້ອງຖິ່ນ | 2016-04-05T07:51:52+00:00 | https://laopost.com/?p=52806 |
“ດູແຕເຕ”ເຜີຍ! ພ້ອມສຳຫຼວດຊັບພະຍາກອນໃນທະເລຈີນໃຕ້ຮ່ວມກັບຈີນ-ຫວຽດນາມ | Chinese President Xi Jinping (R) shakes hands with Philippines President Rodrigo Duterte (L) prior to their bilateral meeting during the Belt and Road Forum for International Cooperation at the Great Hall of the People in Beijing on May 15, 2017. / AFP PHOTO / POOL / Etienne Oliveau
ປະທານາທິບໍດີໂຣດຣິໂກ ດູແຕເຕ ຂອງຟິລິບປິນ ກ່າວຫຼັງກັບຈາກການເດີນທາງໄປຮ່ວມປະຊຸມທີ່ປະເທດຈີນວ່າ ເຂົາເປີດກວ້າງສຳລັບການສຳຫຼວດຊັບພະຍາກອນທຳມະຊາດໃນທະເລຈີນໃຕ້ຮ່ວມກັບປະເທດທີ່ມີການອ້າງສິດທັບຊ້ອນກັນຢ່າງຈີນ ແລະ ຫວຽດນາມ “ຫາກເຮົາສາມາດນຳສິ່ງທີ່ມີຢູ່ມາໃຊ້ໄດ້ໂດຍບໍ່ຕ້ອງຜິດໃຈກັນ ເປັນຫຍັງຈະເຮັດບໍ່ໄດ້” ດູແຕເຕກ່າວ
ດູແຕເຕລະບຸວ່າ ຂໍ້ຕົກລົງທີ່ເກີດຂຶ້ນຈະຕ້ອງຢູ່ບົນພື່ນຖານຂອງຄວາມຍຸດຕິທຳ ແລະ ສົມດູນ ໂດຍໜຶ່ງໃນຫົວຂໍ້ທີ່ຕ້ອງການໃຫ້ມີການລົມກັນຄືການເຮັດແນວທາງປະຕິບັດໃນທະເລຈີນໃຕ້ເຊິ່ງເປັນເລື່ອງທີ່ອາຊຽນ ແລະ ຈີນຫາລືກັນມາດົນນານກວ່າ 15 ປີ ທັງເຈົ້າໜ້າທີ່ຟິລິບປິນ ແລະ ຈີນກຳນົດຈະຫາລືກັນຮອບທຳອິດໃນທ້າຍອາທິດນີ້ເຖິງການແກ້ໄຂບັນຫາຄວາມຂັດແຍ້ງໃນກໍລະນີດັ່ງກ່າວ
ດູແຕເຕບອກຕື່ມອີກວ່າ ຍັງມີແຜນຈະກົດດັນຈີນຕໍ່ກໍລະນີຄຳຕັດສິນຂອງສານໂລກເມື່ອປີທີ່ຜ່ານມາວ່າການອ້າງສິດຂອງຈີນເໜືອແຜ່ນດິນເກືອບທັງໝົດໃນທະເລຈີນໃຕ້ເປັນເລື່ອງບໍ່ເຫັນຊອບຕາມກົດໝາຍ ພ້ອມທັງກ່າວຊື່ນຊົມຜູ້ນຳຈີນທັງປະທານາທິບໍດີ ສີ ຈິ້ນຜິງ ແລະ ນາຍົກລັດຖະມົນຕີ ຫຼີ່ ເຄີ່ສຽງ ວ່າເປັນຄົນມີນ້ຳໃຈເອື້ອເຟື້ອ ແລະ ຈິງໃຈ
ແຫລ່ງຂ່າວ: ເວັບໄຊຂ່າວ ມະຕິຊົນ ອອນໄລນ໌ | ຂ່າວຕ່າງປະເທດ | 2017-05-16T15:36:13+00:00 | https://laopost.com/?p=89998 |
ເສັ້ນທາງລົດໄຟຈີນ-ມຽນມາ ໄດ້ເປີດນຳໃຊ້ເພື່ອຊຸກຍູ້ການຄ້າກັບອາຊຽນ | ຈາກການລາຍງານຂອງ ໂກຣໂບທາຍ, ໃນວັນຈັນທີ 23 ທີ່ຜ່ານມານີ້ ເສັ້ນທາງລົດໄຟສາຍໃໝ່ ຈາກເທດສະບານເມືອງສົງຊິງ (Chongqing)ທາງຕະເວັນຕົກສຽງໃຕ້ຂອງຈີນໄປ ຫາ ເມືອງມັນດາເລ (Mandalay)ທີ່ຢູ່ທາງພາກໃຕ້ຂອງມຽນມາ ເຊິ່ງໄດ້ເລີ່ມເປີດໃຫ້ບໍລິການຢ່າງເປັນທາງການແລ້ວ, ຂະບວນລົດໄຟຂົນສົ່ງສິນຄ້າຊຸດທຳອິດຈະອອກເດີນທາງຈາກ ສົງຊິງ, ເຊິ່ງຈະມາຮອດເມືອງມັນດາເລ ປະມານ 20 ມື້.
ເຈົ້າໜ້າທີ່ຈາກເມືອງສົງຊິງ ໄດ້ກ່າວວ່າ: ເສັ້ນທາງໃໝ່ນີ້ຄາດວ່າຈະເພີ່ມທະວີການເຊື່ອມຕໍ່ຂອງ ສົງຊິງ ກັບ ສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ (ອາຊຽນ) ແລະ ບັນດາສະມາຊິກຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP).
ການປະຕິບັດງານທີ່ປະສົບຜົນສຳເລັດຂອງເສັ້ນທາງໃໝ່ນີ້ ເປີດເສັ້ນທາງການຂົນສົ່ງສິນຄ້າສົ່ງອອກ ຈາກນະຄອນສົງຊີງແລະເຂດໃກ້ຄຽງ, ເພາະວ່າສິນຄ້າສາມາດໄປເຖິງເອີຣົບ, ອາຟຣິກາ, ຕາເວັນອອກກາງ ແລະ ອາຊີໃຕ້ ໂດຍຜ່ານທ່າກຳປັ່ນທາງທະເລຂອງມັນດາເລ, ອີງຕາມ ບໍລິສັດຂົນສົ່ງທາງລົດໄຟທ້ອງຖິ່ນ Yuxinou Logistics .
ຜູ້ຈັດການບໍລິສັດ Yuxinou Logistics ກ່າວວ່າ, ສົງຊີງ ຈະສົ່ງເສີມການເຊື່ອມໂຍງ ແລະ ການພັດທະນາວິທີການຂົນສົ່ງ ຈາກນະຄອນຫຼວງ ໄປຫາມຽນມາ, ໂດຍມີໄລຍະທາງ 2.000 ກິໂລແມັດ ໃຊ້ເວລາ 15 – 20 ມື້. ເສັ້ນທາງນີ້ສາມາດຫຼຸດໄລຍະທາງ ແລະ ເວລາຂົນສົ່ງໃຫ້ໜ້ອຍລົງ ພ້ອມທັງເປັນການປັບປຸງຮູບແບບການສົ່ງສິນຄ້າ.
ເສັ້ນທາງສາຍໃໝ່ນີ້ ມີຂຶ້ນຍ້ອນວ່າ ຈີນ ແລະ ສະມາຊິກອາຊຽນ ຊຸກຍູ້ການເຊື່ອມຕໍ່ດ້ານການຂົນສົ່ງ ພາຍຫຼັງການເປີດຕົວທາງລົດໄຟ ລາວ-ຈີນ ເຊິ່ງເປັນໂຄງການໃຫຍ່ພາຍໃຕ້ ຂໍ້ລິເລີ່ມໜຶ່ງແລວທາງໜຶ່ງເສັ້ນທາງ ທີ່ຈີນສະເໜີໃຫ້ໃນເດືອນທັນວາ 2021. ເສັ້ນທາງລົດໄຟດັ່ງກ່າວ ໄດ້ມີການຂົນສົ່ງຜູ້ໂດຍສານ ແລະ ຂົນສົ່ງສິນຄ້າຢ່າງຫຼວງຫຼາຍ. ເນັ້ນໜັກເຖິງການເຕີບໂຕດ້ານການຄ້າລະຫວ່າງ ຈີນກັບອາຊຽນ. ໃນຕົ້ນເດືອນນີ້, ທາງລົດໄຟ ລາວ-ຈີນ ໄດ້ຮັບການຂົນສົ່ງຜູ້ໂດຍສານ 2,7 ລ້ານຄົນ ແລະ ສິນຄ້າ 2,9 ລ້ານໂຕນ ນັບແຕ່ໄດ້ເປີດນຳໃຊ້, ອີງຕາມຂໍ້ມູນຂອງທາງການ. | ຂ່າວຕ່າງປະເທດ | 2022-05-27T09:45:14+00:00 | https://laopost.com/?p=134298 |
ສະມາຄົມປິ້ງໄກ່ເຊໂນສະເໜີຫົວໜ້າອຸດສາຫະກຳ-ການຄ້າແຂວງ ຊ່ວຍເຫຼືອເລື່ອງຄ່າເຊົ່າແພງ | ພິທີພົບປະໄດ້ຈັດຂຶ້ນໃນຕອນບ່າຍຂອງ ວັນທີ 9 ພຶດສະພາ 2023 ທີ່ສາມຫຼ່ຽມ ປິ້ງໄກ່ເຊໂນ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງທ່ານ ປອ ວັນແສງ ແກ້ວບຸນພັນ ພາຍໃນງານມີສະມາຄົມປິ້ງໄກ່ເຊໂນເມືອງ ອຸທຸມພອນ ສະເໜີຫົວໜ້າພະແນກອຸດສາຫະກໍາ-ການຄ້າແຂວງ ທີ່ລົງມາພົບປະກັບສະມາຄົມໃຫ້ຊ່ວຍເຫຼືອກ່ຽວກັບຄ່າເຊົ່າແພງ ພາຍຫຼັງທີ່ສ້ອມແປງສໍາເລັດ, ໜຶ່ງໃນຕົວແທນສະມາຄົມປິ້ງໄກ່ເຊໂນ ໄດ້ເວົ້າວ່າ: ຄ່າເຊົ່າບ່ອນຂາຍປິ້ງ ໄກ່ລາດທີ່ກໍາລັງສ້ອມແປງຢູ່ນັ້ນມີລາຄາເຊົ່າ 3-5 ລ້ານກີບ ຕໍ່ຫ້ອງ ຕໍ່ເດືອນ ຖືວ່າແພງເກີນໄປ, ບໍ່ທັນໄດ້ນັບທັງຄ່ານໍ້າ, ຄ່າໄຟຟ້າ ມາສົມທຽບໃສ່ກັບເສດຖະກິດສູ່ມື້ນີ້ແມ່ນຫຍັງກໍ່ແພງໄປໝົດ ສະນັ້ນພວກເຮົາແມ່ນສູ້ບໍ່ໄຫວ ດັ່ງນັ້ນຈິ່ງຢາກໃຫ້ທາງຂັ້ນເທິງ ແກ້ໄຂຊ່ວຍ, ຄັນຖ້າວ່າຄ່າເຊົ່າ ຢູ່ໃນລະດັບ 5 ແສນ ຫາ 1 ລ້ານກີບ ຕໍ່ຫ້ອງຕໍ່ເດືອນແມ່ນພໍຢູ່ໄດ້.
ໂອກາດດັ່ງກ່າວ, ທ່ານ ປອ ວັນແສງ ແກ້ວບຸນພັນ ວ່າການຫົວ ໜ້າພະແນກອຸດສາຫະກໍາ-ການ ຄ້າແຂວງກໍ່ໄດ້ຮັບປາກກັບສະມາຄົມຈະນໍາເອົາຄໍາສະເໜີຂອງ ສະມາຄົມໄປສະເໜີຕໍ່ຂັ້ນເທິງພິຈາລະນາແກ້ໄຂຕາມສະພາບຄວາມເປັນຈິງຂອງເສດຖະກິດໃນປັດຈຸບັນ, ຄຽງຄູ່ກັນນີ້ທ່ານຍັງເນັ້ນໃຫ້ແມ່ຄ້າ ຫຼື ຮ້ານປິ້ງໄກ່ລາດ ແຕ່ລະຮ້ານທີ່ໄດ້ໂອດອບ ແລະ ຍັງບໍ່ທັນໄດ້ໂອດອບ ຕ້ອງໄດ້ມີການພັດທະນາຫຸ້ມຫໍ່ຜະລິດຕະພັນແມ່ນ ສໍາຄັນປະຈຸບັນແມ່ນຍັງປະຖົມປະຖານຢູ່, ຮັກສາສຸຂະອະນາໄມ ແລະ ເພີ່ມຄວາມດຶງດູດຜູ້ບໍລິໂພກ, ສ້າງຄວາມເຊື່ອໝັ້ນໃຫ້ຜູ້ບໍລິໂພກ, ຮັກສາເອກະລັກປິ້ງໄກ່ລາດເຊໂນ ໃຫ້ຢັ້ງຢືນ ເພາະວ່າປິ້ງໄກ່ລາດ ເຊໂນແມ່ນຕິດອັບດັບໜຶ່ງຂອງປະເທດລາວ.
ຂະນະດຽວກັນ, ທ່ານ ຄໍາພົງ ສຸລິເຍດ ຮອງເຈົ້າເມືອງອຸທຸມພອນ ຜູ້ຊີ້ນໍາວຽກງານເສດຖະກິດກໍ່ມີ ຄໍາເຫັນວ່າ: ຕໍ່ໄປຕ້ອງພັດທະນາປັບປຸງໃຫ້ມັນດີຮ້ານໃດເຂົ້າເປັນສະມາຊິກແມ່ນມີແຜ່ນໃສ່ປ້າຍ ແລະ ຮ້ານໃດທີ່ຍັງບໍ່ທັນໄດ້ໂອດອບກໍ່ຕ້ອງບຸກບືນ, ສິ່ງໜຶ່ງອີກສະມາຄົມປິ້ງໄກ່ລາດຂອງພວກ ເຮົາຍັງບໍ່ທັນເຂັ້ມແຂງ, ຖ້າເຮັດໄດ້ມີຄວາມເຂັ້ມແຂງແມ່ນສາມາດເປັນຕົວແທນໃຫ້ພາກລັດໄດ້.
ສ່ວນທາງດ້ານ ທ່ານ ບຸນທະວີ ສີສຸມັງ ຮອງຫົວໜ້າຫ້ອງການອຸດ ສາຫະກໍາ-ການຄ້າເມືອງອຸທຸມ ພອນ ກ່າວລາຍງານວ່າ: ພາຍຫຼັງ ທີ່ກຸ່ມ ຫຼືສະມາຄົມຜູ້ຜະລິດປິ້ງໄກ່ລາດເຊໂນ ໄດ້ຮັບອະນຸຍາດໃຫ້ນໍາໃຊ້ກາໝາຍຢ່າງເປັນທາງການແລ້ວ, ເບື້ອງຕົ້ນຮ້ານປິ້ງໄກ່ ລາດທີ່ໄດ້ຮັບອະນຸຍາດໃຫ້ນໍາໃຊ້ກາໝາຍແມ່ນມີ 15 ຮ້ານ, ໄດ້ຢຸດເຊົາກິດຈະການ 5 ຮ້ານ, ເນື່ອງຈາກມີການຍົກຍ້າຍຖິ່ນຖານໄປ ຢູ່ບ່ອນອື່ນ ຍ້ອນບໍ່ມີຜູ້ສືບທອດ, ແຕ່ພາຍຫຼັງຜະລິດຕະພັນປິ້ງ ໄກ່ລາດເຊໂນໄດ້ຮັບກາໝາຍ ໂອດອບແຫ່ງຊາດແລ້ວ ເຫັນວ່າໄດ້ຮັບຄວາມນິຍົມເປັນທີ່ຕ້ອງການຂອງສັງຄົມພາຍໃນ ແລະ ນັກທ່ອງທ່ຽວພາຍນອກຫຼາຍຂຶ້ນ ແລະມາຮອດປະຈຸບັນມີຈໍານວນ ສະມາຊິກທັງໝົດ 52 ຮ້ານ ເຊິ່ງມີຍອດຂາຍ ປະມານ 1.200 ຫາ 1.500 ໂຕຕໍ່ມື້.
ທີ່ມາ Savanhphathana News | ຂ່າວພາຍໃນ | 2023-05-11T14:30:02+00:00 | https://laopost.com/?p=144463 |
ມຽນມາລະບຸ ຍັງມີເຂົ້າສຳຮອງພຽງພໍ ເຖິງແມ່ນປະສົບກັບໄພນ້ຳຖ້ວມຢ່າງໜັກ | ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 13 ກັນຍາຜ່ານມານີ້ວ່າ ກະຊວງການຄ້າມຽນມາ ລະບຸຍັງມີເຂົ້າສຳຮອງຫລາຍກ່ວາ 500,000 ໂຕນ ສຳລັບບໍລິໂພກພາຍໃນອີກ 3 ເດືອນຂ້າງໜ້ານີ້ ເຖິງແມ່ນພື້ນທີ່ນາຫລາຍແຫ່ງຂອງປະເທດ ຈະຖືກທຳລາຍຈາກຜົນກະທົບຂອງນ້ຳຖ້ວມຄັ້ງໃຫຍ່ ແຕ່ສຳລັບເຂດອິຣະວະດີ ຊຶ່ງເປັນແຫລ່ງປູກເຂົ້າຫລັກຂອງປະເທດ ແມ່ນບໍ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມຮຸນແຮງຄືເຂດອື່ນໆ ຊຶ່ງລະດູເກັບກ່ຽວຈະມາເຖິງໃນເດືອນຕຸລານີ້.
ທັງນີ້ ເຫດການນ້ຳຖ້ວມຄັ້ງຮູນແຮງຢູ່ມຽນມາ ແມ່ນເນື່ອງຈາກຝົນຕົກໜັກນັບຕັ້ງແຕ່ເດືອນມິຖຸນາຜ່ານມາ ສົ່ງຜົນກະທົບຕໍ່ເຂດ ແລະ ລັດ 12 ແຫ່ງ ຈາກທັງໝົດ 14 ແຫ່ງໃນທົ່ວປະເທດ ໂດຍໄດ້ສ້າງຄວາມເສຍຫາຍຕໍ່ເຮືອນຊານ, ພື້ນທີ່ປູກຝັງ, ສັດລ້ຽງ, ທາງລົດໄຟ ແລະ ເສັ້ນທາງຄົມມະນາຄົມອື່ນໆ. | ຂ່າວຕ່າງປະເທດ | 2015-09-14T11:02:13+00:00 | https://laopost.com/?p=35028 |
ພິພິທະພັນສະຫະລັດຯ ສົ່ງຄືນຮູບແກະສະຫລັກຫີນ ຍຸກສະຕະວັດທີ X ຄືນໃຫ້ກຳປູເຈຍ! | ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 28 ມີນາຜ່ານມານີ້ວ່າ ພິພິທະພັນສີລະປະເດນເວີ ຂອງສະຫະລັດອາເມຣິກາ ໄດ້ສົ່ງມອບຮູບແກະສະຫລັກຫີນບູຮານ ” ພຣະຣາມ ” ຍຸກສະຕະວັດທີ X ຄືນໃຫ້ແກ່ກຳປູເຈຍ ພາຍຫລັງທີ່ຮູບແກະສະຫລັກດັ່ງກ່າວ ຖືກລັກລອບອອກຈາກຜາສາດຫີນເກາະແກຣ ໃກ້ກັບຜາສາດຫີນນະຄອນວັດ ສົ່ງອອກນອກປະເທດ ເມື່ອຊຸມປີ 1970 ແລະ ຢູ່ໃນການຄອບຄອງຂອງ ພິພິທະພັນເດນເວີ ຕັ້ງແຕ່ປີ 1986 ເປັນຕົ້ນມາ ໃນຂະນະທີ່ພາກສ່ວນຫົວ, ມື ແລະ ຕີນ ຂອງຮູບແກະສະຫລັກດັ່ງກ່າວ ຍັງຄົງສູນຫາຍ.
ແນວໃດກໍຕາມ ລັດຖະບານກຳປູເຈຍ ໄດ້ຮຽກຮ້ອງໃຫ້ພິພິທະພັນທຸກແຫ່ງ ແລະ ນັກສະສົມທົ່ວໂລກ ທີ່ກຳລັງຄອບຄອງ ຫົວ, ມື ແລະ ຕີນ ຂອງຮູບແກະສະຫລັກຫີນດັ່ງກ່າວນີ້ ຖືເອົາແບບຢ່າງທີ່ດີຂອງພິພິທະພັນເດນເວີ ດ້ວຍການສົ່ງມອບຄືນໃຫ້ແກ່ປະຊາຊົນກຳປູເຈຍ.
ທັງນີ້ ກຳປູເຈຍ ເປັນທີ່ຕັ້ງຂອງອານາຈັກຂອມທີ່ຍິ່ງໃຫຍ່ ຊຶ່ງຣາຊະວົງຜູ້ປົກຄອງອານາຈັກ ນັບຖືສາສະໜາພຸດ ປະສົມປະສານກັບຮິນດູ ໂດຍໄດ້ສ້າງເມືອງ ແລະ ຜາສາດຫີນຕ່າງໆ ແຕ່ພາຍຫລັງຍຸກສົງຄາມລ່າອານານິຄົມ ບັນດາບູຮານສະຖານ ແລະ ບູຮານວັດຖຸຕ່າງໆເຫລົ່ານັ້ນ ມັກຖືກລັກລອບສົ່ງອອກໄປຂາຍ ຢູ່ຕ່າງປະເທດ.
This general view shows a 10th-century sandstone sculpture of the Hindu god Rama after it was returned from the Denver Art Museum in the US during a ceremony at the Council of Ministers in Phnom Penh on March 28, 2016.The 62-inch-tall torso, which was stolen in the 1970s from the Koh Ker temple site near the famed Angkor Wat complex, was handed over by the museum, which had possession since 1986. / AFP / TANG CHHIN SOTHY | ຂ່າວຕ່າງປະເທດ | 2016-03-29T13:07:05+00:00 | https://laopost.com/?p=52030 |
ເກີດຫຍັງຂຶ້ນ ເບຍທົ່ວໂລກຈິ່ງຫຼຸດລົງ | ນັກວິທະຍາສາດຈາກອັງກິດ ໃຫ້ຮູ້ວ່າ: ເນື່ອງຈາກໄພແຫ້ງແລ້ງ, ນໍ້າຖ້ວມ ແລະ ອຸນຫະພູມໂລກທີ່ກຳລັງເພີ່ມຂຶ້ນ ເຮັດໃຫ້ມີຜົນກະທົບໃນການຜະລິດເຂົ້າບາເລ່ຫຼາຍຂົງເຂດທົ່ວໂລກ ເຊິ່ງເປັນວັດຖຸດິບສຳຄັນໃນການຜະລິດເບຍ ເຊິ່ງເປັນເຄື່ອງດື່ມຍອດນິຍົມຂອງຄົນທົ່ວໂລກ, ຜົນຜະລິດຂອງເຂົ້າບາເລ່ທີ່ຫຼຸດລົງອາດສົ່ງຜົນກະທົບຕໍ່ການຜະລິດເບຍໄດ້.
ຕໍ່ກັບບັນຫາດັ່ງກ່າວ, ອາດເຮັດໃຫ້ປະລິມານບໍລິໂພກເບຍທົ່ວໂລກຕ້ອງຫຼຸດລົງເຖິງ 16% ຫຼື ປະມານ 29 ຕື້ລິດ ເຊິ່ງຖືເປັນຂ່າວທີ່ກະທົບຕໍ່ພາກສ່ວນອຸດສາຫະກຳການຜະລິດເບຍທົ່ວໂລກ, ໃນກ່ອນໜ້ານີ້ໄດ້ຄາດຄະເນວ່າອຸດສາຫະກຳດັ່ງກ່າວ ກຳລັງຈະມີມູນຄ່າເພີ່ມຂຶ້ນເປັນ 7,5 ຮ້ອຍຕື້ໂດລາສະຫະລັດ ພາຍໃນ 2022.
ສຳລັບ ສປ ຈີນ ເປັນປະເທດທີ່ມີການບໍລິໂພກເບຍຫຼາຍທີ່ສຸດໃນໂລກ. ຈາກບັນຫາດັ່ງກ່າວ, ປະລິມານບໍລິໂພກເບຍຫຼຸດລົງປະມານ 10% ຫຼື ເທົ່າກັບເບຍກວ່າ 12 ຕື້ປ໋ອງ ສູນເສຍໄປຈາກຕະຫຼາດ. ສ່ວນໃນອາເມລິກາປະລິມານການບໍລິໂພກອາດຈະຖືກຈຳກັດໃຫ້ຫຼຸດລົງຕໍ່າສຸດເຖິງ 20% ຫຼື ເກືອບ 10 ຕື້ປ໋ອງ.
ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ
ແຫຼ່ງຂໍມູນຈາກ: ໜັງສືພິມເສດຖະກິດການຄ້າ | ຂ່າວຕ່າງປະເທດ | 2018-10-22T16:49:31+00:00 | https://laopost.com/?p=105529 |
ຈີນຮຽກຮ້ອງຊາດອາຊຽນ ປະຕິເສດການແຊກແຊງຈາກກອງກຳລັງພາຍນອກ ກໍລະນີຂໍ້ຂັດແຍ່ງທະເລຈີນໃຕ້ | ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 25 ກໍລະກົດຜ່ານມານີ້ວ່າ ຈີນໄດ້ຮຽກຮ້ອງໃຫ້ຊາດສະມາຊິກ ສະມາຄົມບັນດາປະຊາຊາດອາຊີຕາເວັນອອກສຽງໃຕ້ ຫລື ອາຊຽນ ຮວມຕົວກັນເປັນໜຶ່ງດຽວ ແລະ ປະຕິເສດກອງກຳລັງຈາກພາຍນອກ ທີ່ພະຍາຍາມຈະແຊກແຊງຂໍ້ຂັດແຍ່ງໃນທະເລຈີນໃຕ້.
ທ່ານ ຫວາງອີ້ ລັດຖະມົນຕີການຕ່າງປະເທດຈີນ ໄດ້ກ່າວໃນລະຫວ່າງຢ້ຽມຢາມນະຄອນຫລວງມະນີລາ ປະເທດຟິລິບປິນວ່າ ຄວາມສຳພັນທີ່ອົບອຸ່ນຂຶ້ນ ລະຫວ່າງປັກກິ່ງ ແລະ ມະນີລາ ໄດ້ຊ່ວຍຮັບປະກັນສະຖຽນລະພາບໃນທະເລຈີນໃຕ້, ຫາກຍັງຄົງມີກອງກຳລັງນອກພາກພື້ນ ຫລື ໃນພາກພື້ນ ທີ່ບໍ່ຕ້ອງການເຫັນຄວາມໝັ້ນຄົງໃນທະເລຈີນໃຕ້ ແລະ ຍັງຕ້ອງການປຸກປັ່ນບັນຫາໃນທະເລຈີນໃຕ້ ເຮົາຈຳເປັນຈະຕ້ອງຮ່ວມມືກັນ ແລະ ປະຕິເສດພວກເຂົາຮ່ວມກັນ.
ທັງນີ້, ເນື່ອງຈາກໃນໄລຍະບໍ່ເທົ່າໃດປີຜ່ານມາ ສະຫະລັດອາເມຣິກາ ໄດ້ສົ່ງກອງເຮືອກຳປັ່ນສູ້ຮົບແລ່ນເຂົ້າມາໃກ້ກັບບັນດາເກາະດອນ ຊຶ່ງເປັນເຂດຂໍ້ຂັດແຍ່ງຕ່າງໆຢູ່ໃນທະເລຈີນໃຕ້ ອັນໄດ້ສ້າງຄວາມບໍ່ເພິ່ງພໍໃຈໃຫ້ແກ່ລັດຖະບານຈີນ. | ຂ່າວຕ່າງປະເທດ | 2017-07-26T15:51:26+00:00 | https://laopost.com/?p=92855 |
ແຂວງໄຊສົມບູນ-ແຂວງບັກຢາງ ສືບຕໍ່ຮັດແໜ້ນການຮ່ວມມືສອງຝ່າຍ | ການນໍາແຂວງບັກຢາງ ໄດ້ເຮັດວຽກຮ່ວມກັບ ການນໍາແຂວງໄຊສົມບູນ ໃນວັນທີ 30 ພຶດສະພາ 2022 ທີ່ນະຄອນບັກຢາງ ສສ ຫວຽດນາມ ເພື່ອແນ່ໃສ່ປະຕິບັດເນື້ອໃນການຮ່ວມມື ລະຫວ່າງ ສອງແຂວງທີ່ໄດ້ເຊັນບົດບັນທຶກຂອບການຮ່ວມມື ໃນເດືອນ 8 ປີ 2021 ຜ່ານມາ ແຂວງໄຊສົມບູນ ເຂົ້າຮ່ວມໂດຍ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ, ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ສະຫາຍ ແດງ ປະທຸມທອງ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງໄຊສົມບູນ ແລະ ບັນດາສະຫາຍການນໍາຕາງໜ້າພະແນກການ ຂອງແຂວງໄຊສົມບູນ, ແຂວງບັ໋ກຢາງເຂົ້າຮ່ວມໂດຍ ສະຫາຍ ເຢືອງ ວັນ ຖ໋າຍ, ກໍາມະການກົມການເມືອງສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ສະຫາຍ ເລ ແອ່ງ ເຢືອງ, ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງ ສະຫາຍ ເຈິ່ນ ກົງ ທັ່ງ, ກໍາມະການພັກແຂວງ, ປະທານຄະນະກໍາມະການແນວລາວສ້າງຊາດແຂວງ, ປະທານສະມາຄົມມິດຕະພາບແຂວງ ບັນດາສະຫາຍ ກໍາມະການພັກແຂວງ ບັນດາສະຫາຍການນໍາພະແນກການຂອງແຂວງບັກຢາງເຂົ້າຮ່ວມ.
ສະຫາຍ ເຢືອງ ວັນ ຖ໋າຍ ໃຫ້ຮູ້ວ່າ: ການປະຕິບັດນະໂຍບາຍການຕ່າງປະເທດຂອງພັກ, ແຂວງບັ໋ກຢາງໄດ້ເອົາໃຈ ໃສ່ເຂົ້າຮ່ວມ, ຊຸກຍູ້ບັນດາວຽກງານການເຄື່ອນໄຫວການທູດປະຊາຊົນ ໃນແຕ່ລະທ້ອງຖິ່ນ, ການຈັດຕັ້ງ, ປະຊາຊົນ ຂອງ ສປປ ລາວ ໄດ້ຕ້ອນຮັບຫຼາຍຄະນະຂອງ ສປປ ລາວ ທີ່ມາຢ້ຽມຢາມ ແລະ ຖອດຖອນບົດຮຽນໃນບາງຂົງເຂດວຽກງານ.
ໃນການມາເຮັດວຽກຂອງ ປະທານປະເທດ ທ່ານ ຫງວຽນ ຊວນ ຟຸກ ທີ່ໄດ້ເຂົ້າມາຢ້ຽມຢາມເປັນທາງການ ຢູ່ ສປປ ລາວ ໃນລະຫວ່າງ ເດືອນ ສິງຫາ ປີ 2021, ແຂວງບັ໋ກຢາງ ສຸດທີ່ເປັນກຽດທີ່ໄດ້ເຂົ້າຮ່ວມຄະນະປະຕິບັດງານ ແລະ ເຊັນເນື້ອໃນການຮ່ວມມືກັບແຂວງໄຊສົມບູນ ນີ້ແມ່ນຂົງເຂດຕ່າງປະເທດຄັ້ງທໍາອິດ ທີ່ແຂວງບັ໋ກຢາງໄດ້ເຊັນບົດບັນທຶກຂອບການຮ່ວມມື, ວາງພື້ນຖານສໍາລັບການສົ່ງເສີມການພັດທະນາສາຍພົວພັນຮ່ວມມືຮອບດ້ານ, ລົງເລີກຂອງສອງແຂວງ ຜູກມັດ, ຮັດແໜ້ນຄວາມສໍາພັນແບບພິເສດ ຫວຽດນາມ-ລາວ.
ໃນກອງປະຊຸມ ສະຫາຍ ເຢືອງ ວັນ ຖ໋າຍໄດ້ກ່າວວ່າ: ກອງປະຊຸມມື້ນີ້ ກໍແມ່ນກອງປະຊຸມເລີ່ມຕົ້ນທີ່ສໍາຄັນ ຂອງການນໍາສອງແຂວງ ໃນການພົບປະເປັນການເສີມຂະຫຍາຍຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ປຶກສາຫາລື ບັນດາມາດຕະການຊຸກຍູ້ ການຈັດຕັ້ງປະຕິບັດບັນດາເນື້ອໃນ ແລະ ບັນດາບັນຫາທີ່ກ່ຽວຂ້ອງຂອງສອງຝ່າຍ ບົນຈິດໃຈຂອງຜູ້ຕາງໜ້າສອງຝ່າຍໄດ້ແລກປ່ຽນປະສົບການໃນຂົງເຂດວຽກງານກໍສ້າງພັກ, ອໍານາດການປົກຄອງ, ພັດທະນາເສດຖະກິດ-ສັງຄົມ, ລົບລ້າງຄວາມທຸກຍາກ, ຝຶກອົບຮົມໃຫ້ພະນັກງານ; ຮັບປະກັນວຽກງານປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ
ແຂວງບັກຢາງໄດ້ຟື້ນຟູປີ 1997 ມາຮອດປະຈຸບັນພັກ-ລັດ ໄດ້ມີຄວາມເຂັ້ມແຂງວຽກງານດ້ານອຸດສາຫະກໍາທີ່ທັນສະໄໝ ແລະ ເຊື່ອມຕໍ່ກັບສາກົນ ຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນບັນດາເຜົ່າທົ່ວແຂວງ ພະຍາຍາມເອົາໃຈໃສ່ໃນການພັດທະນາຊີວິດການເປັນຢູ່ ແລະ ບັນລຸໝາກຜົນທີ່ດີ ເຊິ່ງໃນກອງປະຊຸມໄດ້ລາຍງານຫຼາຍບັນຫາ ນອກນັ້ນ ທັງສອງຝ່າຍໄດ້ເຫັນດີເປັນເອກະພາບ ກ່ຽວກັບ ການຈັດຕັ້ງປະຕິບັດເນື້ອໃນການເຄື່ອນໄຫວແຕ່ນີ້ ຫາ ປີ 2025 ໃນ 6 ຂົງເຂດຄື: ພົບປະຄະນະ, ແລກປ່ຽນປະສົບການຕົວຈິງ, ຕອບສະໜອງການຮ່ວມມືດ້ານກະສິກໍາ, ສາທາລະນະສຸກ, ການສຶກສາ ແລະ ກໍ່ສ້າງ ພ້ອມກັນນັ້ນ, ກໍ່ໄດ້ເນັ້ນໃສ່ວຽກງານສຶກສາ ພົວພັນເຖິງຄວາມສາມັກຄີມິດຕະພາບ ລະຫວ່າງ ສອງປະເທດ ແລະ ສອງແຂວງຂອງພວກເຮົາ.
ນອກຈາກເນື້ອໃນຂອງກອງປະຊຸມແລ້ວ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ຍັງໄດ້ສະເໜີຕໍ່ແຂວງບັ໋ກຢາງ ກ່ຽວກັບ ເມືອງໜຶ່ງ ຂອງແຂວງໄຊສົມບູນ ແຮກສ່ຽວກັບ ເມືອງໜຶ່ງຂອງແຂວງບັ໋ກຢາງ ແນະນໍາໃຫ້ສອງຝ່າຍໄປມາເປັນປະຈໍາ ບໍ່ແມ່ນປີລະເທື່ອ ແລະ ຍັງໄດ້ສະເໜີໃຫ້ການນໍາແຂວງບັ໋ກຢາງຊ່ວຍກໍ່ສ້າງ 3 ວຽກຄື: ວຽກໂຮງຮຽນການເມືອງ-ການປົກຄອງ; ສວນສາທາລະນະຫໍຫຼັກເມືອງ ແລະ ວຽກຊົນລະປະທານນໍ້າມາງ ເມືອງທ່າໂທມ.
ສຸດທ້າຍ ກອງປະຊຸມ ສະຫາຍ ເຢືອງ ວັນ ຖ໋າຍ ໃຫ້ຮູ້ຕື່ມວ່າ ເນື້ອໃນການພົບປະໃນມື້ນີ້ ພຽນແຕ່ແມ່ນການເວົ້າຢູ່ໃນເອກະສານ ສໍາຄັນແມ່ນຕ້ອງລົງມືປະຕິບັດຕົວຈິງຈຶ່ງຈະເເຕກດອກອອກຜົນ ອີກເທື່ອໜຶ່ງສະຫາຍ ເຢືອງ ວັນ ຖ໋າຍ ຍັງໄດ້ເວົ້າວ່າ ວຽກຊົນລະປະທານນໍ້າມາງມີຄວາມໝາຍດ້ານຍຸດທະສາດ, ມີຄວາມສໍາຄັນຫຼາຍໃນການພັດທະນາດ້ານກະສິກໍາຂອງແຂວງໄຊສົມບູນ ແຂວງບັ໋ກຢາງໄດ້ເອກະພາບເອົາໃສ່ແຜນການຮ່ວມມື, ໃຫ້ບັນລຸຄາດໝາຍໃນປີ 2030 ແລະ ອີກບໍ່ດົນນີ້ຈະສົ່ງນັກຊ່ຽວຊານມາສໍາຫຼວດວຽກຊົນລະປະທານນີ້ ໃນກອງປະຊຸມ, ບັນດາຜູ້ແທນໄດ້ເປັນສັກຂີພິຍານໃນການເຊັນບົດບັນທຶກຂອບການຮ່ວມມື ລະຫວ່າງ ກອງບັນຊາການ ປກສ ແຂວງບັ໋ກຢາງ ແລະ ກອງບັນຊາການ ປກສ ແຂວງໄຊສົມບູນ.
ຂໍ້ມູນ: MediaLAOS | ຂ່າວພາຍໃນ | 2022-06-02T16:41:41+00:00 | https://laopost.com/?p=134506 |
ລາວກຽມເປີດນຳໃຊ້ບໍລິການເອີ້ນລົດຮັບສົ່ງຜ່ານແອັບພິເຄເຊິນ | ບໍລິສັດ ກີວີ ຈຳກັດ ໄດ້ນຳສະເໜີການໃຫ້ບໍລິການເອີ້ນລົດຮັບສົ່ງ Taxi Services ຜ່ານ ແອັບພິເຄເຊິນ, ພາຍໃຕ້ຊື່ວ່າ: VAIVAI, ເຊິ່ງເປັນການບໍລິການລົດຮັບສົ່ງທີ່ຄ່ອງຕົວ ໃນຊີວິດປະຈຳວັນເປັນຕົ້ນ ແທັກຊີ, ລົດຕູ້, ຈຳໂບ້-ຕຸກໆ ແລະ ລົດຈັກ ເພື່ອ ສະດວກສະບາຍໃນການໃຊ້ບໍລິການ.
ຜູ້ອຳນວຍການບໍລິສັດ ກີວີ ໃຫ້ຮູ້ວ່າ: ສຳລັບແອັບພິເຄເຊິນດັ່ງກ່າວ ແມ່ນສາມາດ ດາວໂຫລດມາເກັບໄວ້ໃນໂທລະສັບຂອງທຸກຄົນໄດ້ແລ້ວມື້ນີ້, ໂດຍການເຂົ້າໄປທີ່ Play store ຫລື App store ໃນໂທລະສັບ, ຫລັງຈາກນັ້ນ ກໍດາວໂຫລດ, ພ້ອມທັງປະຕິບັດ ຕາມຄຳແນະນຳຂອງລະບົບ ແລະ ກໍເປີດນຳໃຊ້ໄດ້ເລີຍ, ນອກນີ້ ທາງບໍລິສັດ ຈະເລີ່ມ ການຕິດຕັ້ງເຄື່ອງໃຫ້ບໍລິການຜ່ານຄອມພິວເຕີ ທີ່ຕັ້ງຢູ່ສະໜາມບິນວັດໄຕ ນະຄອນ ຫລວງວຽງຈັນ ແລະ ຂະຫຍາຍໄປແຂວງ ອື່ນໆໃນທົ່ວປະເທດການບໍລິການດັ່ງກ່າວ ແມ່ນຖືກນຳໃຊ້ໃນຕ່າງປະເທດຫລາຍສົມຄວນ ແລະ ໄດ້ຮັບ ການຕອບຮັບເປັນຢ່າງດີ, ຊຶ່ງມັນເປັນສິ່ງທີ່ຈຳເປັນສຳລັບນັກທ່ອງທ່ຽວຈາກຕ່າງປະເທດ ທີ່ເຂົ້າໄປທ່ອງທ່ຽວໃນປະເທດນັ້ນໆ, ພ້ອມທັງໄດ້ໃຊ້ບໍລິການລົດຮັບສົ່ງຢ່າງວ່ອງໄວ ແລະ ປອດໄພ, ປະຢັດເວລາ ແລະ ສະດວກສະບາຍໃນການເດີນທາງ, ສິ່ງທີ່ສຳຄັນນັກທ່ອງ ທ່ຽວສາມາດຮູ້ປະຫວັດຂອງພະນັກງານຂັບລົດກ່ອນຈະໃຊ້ບໍລິການ, ພ້ອມທັງຕໍ່ລອງ ລາຄາຄ່າບໍລິການຈົນກວ່າລູກຄ້າຈະພໍໃຈໄດ້ນຳດ້ວຍ.
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ! | ຂ່າວທ້ອງຖິ່ນ | 2016-12-02T16:47:21+00:00 | https://laopost.com/?p=78558 |
ນາຍົກແນະນຳກະຊວງການເງິນ ໃຫ້ເບິ່ງຄືນບັນຫາທີ່ເກີດຂຶ້ນໃນແຜນການການເງິນ ແລະ ງົບປະມານ | ໃນຕອນເຊົ້າຂອງວັນທີ 25 ເມສາ 2016 ທີ່ກະຊວງການເງິນ ໄດ້ຈັດພິທີມອບ-ຮັບ ໜ້າທີ່ລັດຖະມົນຕີກະຊວງການເງິນ ລະຫວ່າງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ຜູ້ໃໝ່ ແລະ ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງການເງິນ ຜູ້ເກົ່າ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມນີ້ກໍ່ມີຜູ້ຕາງໜ້າຈາກສູນກາງພັກ, ບັນດາຮອງລັດຖະມົນຕີກະຊວງການເງິນ, ຄະນະນຳ ແລະ ພະນັກງານຫຼັກແຫຼ່ງຂອງກະຊວງການເງິນ ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ ທ່ານນາຍົກຯໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງທ່ານ ລັດຖະມົນຕີກະຊວງການເງິນ(ຜູ້ເກົ່າ) ພ້ອມນີ້, ທ່ານນາຍົກລັດຖະມົນຕີ ຍັງສະແດງຄວາມເຊື່ອໝັ້ນວ່າ ທ່ານ ສົມດີ ດວງດີ ຈະພ້ອມກັນກັບພະນັກງານທົ່ວຂະແໜງການການເງິນ ສູ້ຊົນແກ້ໄຂບັນຫາ ແລະ ສິ່ງທ້າທາຍໃນໄລຍະໃໝ່ ເພື່ອປະກອບສ່ວນນຳພາປະເທດກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ເຮັດໃຫ້ການບໍລິຫານງານຂອງລັດຖະບານ ມີກຳລັງແຮງຂັບເຄື່ອນຕໍ່ໄປ. ຍິ່ງໃນເງື່ອນໄຂການເຊື່ອມໂຍງໃນພາກພື້ນ ແລະ ສາກົນ ໂດຍສະເພາະ ການເປັນປະຊາຄົມເສດຖະກິດອາຊຽນ(AEC) ພວກເຮົາຕ້ອງເອົາໃຈໃສ່ແກ້ໄຂບັນຫາທີ່ເກີດຂຶ້ນ ຢ່າງວ່ອງໄວ ແລະ ທັນການ. ໃນນັ້ນ, ຕ້ອງໄດ້ເອົາໃຈໃສ່ເບິ່ງຄືນບັນຫາທີ່ເກີດຂຶ້ນໃນແຜນການການເງິນ ແລະ ງົບປະມານ ທັງທາງດ້ານການຂຸດຄົ້ນລາຍຮັບ ແລະ ລາຍຈ່າຍ ເພື່ອພ້ອມກັນແກ້ໄຂບັນຫາໃຫ້ຖືກຈຸດ ທັງທາງດ້ານກົນໄກ, ລະບຽບການ ແລະ ພະນັກງານພາຍໃນຂະແໜງການ. ເຮັດໃຫ້ການຈັດຕັ້ງ ປະຕິບັດແຜນການ ແລະ ການເງິນ ສາມາດຄຽງຄູ່ກັນໄປ ແລະ ບຸກທະລຸໄດ້, ມີຄວາມເຄັ່ງຄັດ, ໂປ່ງໃສ ແລະ ກວດສອບໄດ້.
ແຫຼ່ງຂ່າວ: ຫ້ອງວ່າການລັດຖະບານ
ທ່ານ ສົມດີ ດວງດີ ລັດຖະມົນຕີກະຊວງການເງິນຜູ້ໃໝ່ (ຊ້າຍ) ແລະທ່ານ ດຣ ລຽນ ທິແກ້ວ ລັດຖະມົນຕີ ກະຊວງການເງິນ ຜູ້ເກົ່າ (ຂວາ) ສຳຜັດມືໃນພິທີມອບ-ຮັບໜ້າທີ່ | ຂ່າວພາຍໃນ | 2016-04-27T08:07:13+00:00 | https://laopost.com/?p=54983 |
ຈູດທຳລາຍລະເບີດບໍ່ທັນແຕກທີ່ຕົກຄ້າງແຕ່ປາງສົງຄາມ | ໃນຕອນເຊົ້າຂອງວັນທີ 25 ພະຈິກ 2022 ນີ້, ຫ້ອງການ ແຮງງານ ແລະ ສະຫວັດດີການສັງຄົມ ເມືອງກາສີ ໄດ້ຈັດພິທີຈູດທຳລາຍລະເບີດ ບໍ່ທັນແຕກທີ່ຕົກຄ້າງແຕ່ປາງສົງຄາມ ຢູ່ເຂດບ້ານຫົວເມືອງ, ເຂົ້າຮ່ວມໂດຍ ທ່ານ ຍົມສອນ ຄຳມາສີ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງວຽງຈັນ ທັງເປັນຮອງຄະນະກຳມະການຄຸ້ມຄອງເພື່ອແກ້ໄຂບັນຫາລະເບີດທີ່ຕົກຄ້າງແຂວງວຽງຈັນ, ມີທ່ານ ຄໍາອ້ວນ ສຸວັນທອງ ກຳມະການພັກເມືອງ ຮອງເຈົ້າເມືອງກາສີ, ທ່ານ ພັນເອກ ປາດຖະໜາ ບຸດທິຈັກ ຮອງຫົວໜ້າຫ້ອງຫານກົມໃຫຍ່ການເມືອງກະຊວງປ້ອງກັນປະເທດ, ທ່ານ ບົວເພັດ ຮອງຄະນະຄຸ້ມຄອງ ແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດ ທີຕົກຄ້າງຢູ່ ສປປ ລາວ, ທ່ານ ພັນຕີ ຄໍາສິງ ຫົວໜ້າທີມງານກວດກູ້ລະເບີດເພື່ອມະນຸດສະທໍາກອງທັບ(ກອງ58), ມີບັນດາພະນັກງານທີ່ກ່ຽວຂ້ອງຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ, ມີບັນດາອ້າຍນ້ອງກອງກວດກູ້ລະເບີດເພື່ອມະນຸດສະທຳກອງທັບ, ມີອຳນາດການປົກຄອງບ້ານ ເຂົ້າຮ່ວມ.
ວັນທີ 29 ຕຸລາ ຫາ ວັນ 25 ພະຈິກ 2022 ໄດ້ສຳຫຼວດດ້ານບໍ່ແມ່ນວິຊາການ 3 ຈຸດ ພົບເຫັນ ລະເບີດລູກຫວ່ານ 2 ຈຸດ ຢູ່ບ້ານ ແກ່ວກວ້າງ ແລະ ບ້ານ ຜາເຈົ້າ ໄດ້ທຳລາຍເຄື່ອນທີ່ແລ້ວ, ຍັງສົງໃສ 1 ຈຸດ ຢູ່ ບ້ານ ພູຄຳ ແລະ ຂຶ້ນແຜນສືບຕໍ່ຂໍສຳຫຼວດທາງດ້ານວິຊາການ 2 ຈຸດ ຄື ບ້ານ ຜາເຈ້າ ແລະ ບ້ານພູຄຳ, ໄດ້ກວດກູ້ພື້ນທີ່ກະສິກຳ ບ້ານ ຫົວເມືອງ, ລະເບີດທີ່ກວດພົບທັງໝົດ 36 ລູກ ມີຄື: ຟິວບົ່ມໃຫຍ່ 904 ຈຳນວນ 1 ຟິວ ທຳລາຍແລ້ວ, BLU 26 ຈຳນວນ 18 ໜ່ວຍ ທຳລາຍແລ້ວ 11 ໜ່ວຍ ຍັງ 7 ໜ່ວຍ, ລູກຫຼວດ 2,75 ນິ້ວ 1 ລູກ ຊະນິດ ຟົດສະຟໍຂາວ, ລູກປືນຄົກ 81 ມມ 1 ລູກ ຊະນິດ ແຮງສູງ, ລູກປືນຄົກ 60 ມມ 3 ລູກ ຊະນິດ ແຮງສູງ 1 ແລະ ຊະນິດ ແສງສະວ່າງ 2 ລູກ, ລູກປືນ 40 ມມ 2 ລູກ, ຫົວລູກປືນ 20 ມມ 10 ລູກ.
ຈາກນັ້ນ, ກໍໄດ້ມີການຈູດທຳລາຍລະເບີດທີ່ບໍ່ທັນແຕກຈຳນວນດັ່ງກ່າວ ເຊີ່ງໃຫ້ກຽດກົດທຳລາຍລະເບີດໂດຍທ່ານ ຄໍາອ້ວນ ສຸວັນທອງ ຮອງເຈົ້າເມືອງໆກາສີ. | ຂ່າວພາຍໃນ | 2022-11-30T11:46:41+00:00 | https://laopost.com/?p=139774 |
ກຽມເປີດເສິກນັດພິເສດຂອງຕຳນານລະຫວ່າງ Arsenal Legends V Milan Glorie | ສະໂມສອນ ອາຣ໌ເຊນອນ ກຽມເປີດສະໜາມ ເອມິເຣດ ສະເຕດ້ຽມ ນັດພິເສດ ໂດຍຈະເປັນການພົບກັນລະຫວ່າງ ຕຳນານນັກເຕະ ອາຣ໌ເຊນອນ ພົບກັບ ມິລານ ກລໍຣີ້ ເຊິ່ງລາຍຮັບທັງໝົດແມ່ນຈະເຂົ້າສູ່ມູນລະນິທິ Arsenal Foundation ໃນເສິກ Arsenal Legends v Milan Glorie.
ສຳລັບ Arsenal ແມ່ນນຳທີມໂດຍ Thierry Henry, Dennis Bergkamp, Robert Pires, Freddie Ljungberg.
ສ່ວນ Milan ນຳທັບໂດຍ Paolo Maldini, Franco Baresi, Filippo Inzaghi ແລະ Cafu.
ໂປຣແກຣມການແຂ່ງຂັນນັດນີ້ຈະຈັດຂຶ້ນໃນວັນເສົາ ທີ 3 ກັນຍານີ້ ເວລາ 21:00 (ຕາມເວລາບ້ານເຮົາ)
ທີ່ມາ:Arsenal.in.th | ຂ່າວພາຍໃນ | 2016-08-25T11:48:19+00:00 | https://laopost.com/?p=70128 |
ມອບລາງວັນ ໃຫ້ຜູ້ຊະນະເລີດການແຂ່ງຂັນອອກແບບຖັງນ້ຳ | ໃນວັນທີ 30 ພະຈິກ ຜ່ານມານີ້ ຢູ່ ນະຄອນຫລວງວຽງຈັນ ທ່ານ ບົວລີນ ສ້ອຍສຸວັນ ຄະນະບໍດີ ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ມອບລາງວັນຊະນະເລີດ ການແຂ່ງຂັນໃນການອອກແບບຖັງນ້ຳ “ນັກສ້າງສັນວັນໃໝ່” ປະກອບມີທືນໄປທັດສະນະສຶກສາຢູ່ປະເທດມາເລເຊຍ 5 ມື້ , IPad 4mini , ເງິນຈຳນວນ 6 ແສນກີບ ແລະ ໃບຢັ້ງຢືນ ໃຫ້ແກ່ກຸ່ມນັກສຶກສາຄື : ທ. ອະນຸສອນ ສີສຸດທຳ , ທ. ສຸຜາໄຊ ໄຊຍະວົງ, ທ. ນູສິນ ນາມມານິນິນ ຈາກຄະນະວິຊະວະກຳສາດ , ນອກນີ້ ຍັງໄດ້ມອບລາງວັນຮອງຊະນະເລີດ ປະກອບມີ IPad 4mini , ເງິນຈຳນວນ 6 ແສນກີບ ແລະ ໃບຢັ້ງຢືນ ໃຫ້ແກ່ກຸ່ມນັກສຶກສາຄື : ທ. ເລິງ ສຸພາລີ ແລະ ທ. ພອນໄຊ ຈັນທະວີ
ທ່ານ ບົວລີນ ສ້ອຍສຸວັນ ໄດ້ກ່າວວ່າ : ຈຸດປະສົງໃນການຈັດງານຄັ້ງນີ້ ເພື່ອຊ່ວຍສ້າງບັນດານັກສ້າງສັນວັນໃໝ່ສຳລັບປະເທດລາວ , ໂດຍຜູ້ເຂົ້າຮ່ວມແຂ່ງຂັນ ຈະໄດ້ປ່ຽນສະພາບຖັງໃສ່ນ້ຳທີ່ບໍ່ໃຊ້ງານແລ້ວໃຫ້ເກີດປະໂຫຍດຢູ່ໃນວິທະຍາເຂດ , ພື້ນທີ່ໃດໜຶ່ງທີ່ບໍ່ໃຊ້ງານແລ້ວ ເຊິ່ງສາມາດປ່ຽນສະພາບໃຫ້ກາຍມາເປັນບາງສິ່ງບາງຢ່າງທີ່ເປັນປະໂຫຍດ ຕາມຈິນຕະນາການ , ບໍ່ມີຂອບເຂດສຳລັບແນວຄວາມຄິດ ແລະ ຄວາມຄິດສ້າງສັນຕາບໃດທີ່ແນວຄວາມຄິດສ້າງສັນເຫລົ່ານັ້ນຕອບສະໜອງຈຸດປະສົງທີ່ເປັນປະໂຫຍດ ຂອງວິ ທະຍາດເຂດໃນ ມະຫາວິທະຍາໄລ.
ການແຂ່ງຂັນດັ່ງກ່າວ ໄດ້ດຳເນີນມາເປັນເວລາ 2 ເດືອນກວ່າ (23/9/2016) ເປັນການຮ່ວມມືກັນລະຫວ່າງ ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ ແລະ ບໍລິສັດ ບອສ “BOSCH”.
ຂ່າວ: ສຳນັກຂ່າວຕ່າງປະເທດລາວ | ຂ່າວເຫດການ | 2016-11-30T16:36:57+00:00 | https://laopost.com/?p=78424 |
ພິທີແຫ່ຊ້າງຮຽງເກີຍຕາມປະເພນີໂອກາດປີໃໝ່ລາວ | ວັນທີ 13 ເມສາ 2021 ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ຈັດພິທີແຫ່ຊ້າງຮຽງເກີຍຕາມປະເພນີໂອກາດປີໃໝ່ລາວ. ຂະບວນແຫ່ຊ້າງຮຽງເກີຍເປັນກິດຈະກຳໜຶ່ງ ທີ່ຊາວນະຄອນ ຫຼວງພະບາງ ເມືອງມລະດົກໂລກ ຈັດຂຶ້ນເປັນປະຈຳທຸກປີ ກ່ອນໜ້າກາດບຸນປີໃໝ່ລາວ ແຂວງຫຼວງພະບາງ.
ຂະບວນແຫ່ໄດ້ເລີ່ມຕົ້ນຈາກເດີ່ນທາດຫຼວງ ມາຮຽງເກີຍຢູ່ວັດໃໝ່ສຸວັນນະພູມມາລາມ, ຈາກນັ້ນ ໄດ້ແຫ່ໄປຮຽງເກີຍຢູ່ວັດຊຽງທອງ ພ້ອມທັງຈັດພິທີບາສີຊ້າງຢູ່ເກີຍຕາມຮີດຄອງປະເພນີ, ສະເພາະປີນີ້ ມີຊ້າງເຂົ້າຮ່ວມຂະບວນແຫ່ ທັງໝົດ 3 ເຊືອກ ເຊີ່ງນໍາໜ້າໂດຍນາງພະຍາຊ້າງເຜືອກ ຄຳແກ້ວ ມີ່ງເມືອງລາວ. ທ່ານ ສົມລິດ ບຸບຜາປັນຍາ ພະນັກງານບຳນານ ອະດີດຮອງຫົວໜ້າ ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໃນນາມຜູ້ອາວຸໂສຮັບຊອບພິທີ ໃຫ້ຮູ້ວ່າ: ການແຫ່ຊ້າງຮຽງເກີຍ ແມ່ນເປັນປະເພນີອັນດີງາມ ທີ່ຊາວຫຼວງພະບາງ ໄດ້ພ້ອມກັນສືບທອດມາແຕ່ດຶກດຳບັນ ເພາະ “ຊ້າງ“ ເປັນສັດໃຫຍ່ຄູ່ບ້ານ ຄູ່ເມືອງລາວ, ໃນປາງສົງຄາມ ຄົນສ່ວນໃຫຍ່ໄດ້ນໍາໃຊ້ຊ້າງເປັນພາຫະນະສູ້ຮົບ ຄຳວ່າ: “ຮຽງ“ ໝາຍເຖິງ ທຽບ, ຕິດ, ແປະ ຍັບເຂົ້າໃສ່ກັນ ແລະຄຳວ່າ “ເກີຍ“ ແມ່ນຄຳສັບທີໄດ້ມາຈາກພາສາກືມມຸ ທີໝາຍເຖິງ ລະບຽງ, ເຊຍ ຫຼື ຊານ ຂອງເຮືອນທີຍົກໃຫ້ສູງຂຶ້ນ. ພໍເຖີງໄລຍະບຸນປີໃໝ່ລາວ ເພີ່ນຈະນຳເອົາຊ້າງມາສັ່ງສອນຢູ່ກັບເກີຍ ເພື່ອໃຫ້ຊ້າງຮູ້ຄວາມ ແລະເຊື່ອຟັງຄວາມຂອງເຈົ້ານາຍ ບໍ່ໃຫ້ຫຼົງໄຫຼກັບຄຳເວົ້າຂອງຄົນອື່ນ ອີກດ້ານໜຶ່ງແມ່ນເພື່ອສະແດງຄວາມຮູ້ບຸນຄຸນແກ່ຊ້າງ.
ການຈັດພິທີຄັ້ງນີ້ ເປັນການປົກປັກຮັກສາຮີດຄອງປະເພນີ, ວັດທະນະທຳ ອັນດີງາມຂອງຊາວຫຼວງພະບາງ ແລະເປັນກິດຈະກຳໜື່ງ ໃນສະເຫຼີມ ສະຫຼອງ ບຸນກຸດສົງການປີໃໝ່ລາວ ປະຈຳ ພສ 2564 ທັງເປັນການສົ່ງເສີມການທ່ອງທ່ຽວ ລາວທ່ຽວລາວ ແນໃສ່ດຶງດູດເອົານັກທ່ອງທ່ຽວ ໃຫ້ເຂົ້າມາທ່ຽວຊົມຫຼວງພະບາງນັບມື້ນັບຫຼາຍຂຶ້ນ. ເຊີ່ງປີນີ້ ເຫັນວ່າມີບັນຍາກາດດີກ່ວາປີຜ່ານມາ ເພາະປີຜ່ານມາຄະນະຮັບຜິດຊອບຈັດງານບຸນ ໄດ້ງົດທຸກກິດຈະກຳ ໃນງານສະເຫຼີມສະຫຼອງບຸນປີໃໝ່ລາວ ເພື່ອຮັບປະກັນບໍ່ໃຫ້ມີການແຜ່ລະບາດຂອງພະຍາດໂຄວິດ-19. | ຂ່າວທ້ອງຖິ່ນ | 2021-04-13T10:27:32+00:00 | https://laopost.com/?p=124115 |
“ເມືອງລາວ ປຸຍໂຟແມນ ຊົກຊະນະ ກ້ອງລະນອງ ສ.ມິອຸດອນ” ໃນ 8 ແມັກມວຍໄທ (ຄລິບ) | “ເມືອງລາວ ປຸຍໂຟແມນ” ນັກມວຍຈາກ ສປປ ລາວ ໃນມຸມນ້ຳເງິນ ເອົາຊະນະ “ກ້ອງລະນອງ ສ. ມິອຸດອນ” ນັກມວຍຈາກປະເທດ ໄທ ໃນມຸມແດງ ໃນລາຍການ 8 ແມັກມວຍໄທ
ເຊິ່ງເປັນມວຍອີກຄູ່ທີ່ດຸເດືອດເຜັດມັນ “ເມືອງລາວ ປຸຍໂຟແມນ” ນັກມວຍຈາກ ສປປ ລາວ ບໍ່ເຮັດໃຫ້ແຟນມວຍຕ້ອງຜິດຫວັງ ໂດຍການອອກາວຸດໃສ່ຄູ່ຕໍ່ສູ້ຈັດແບບຊຸດໃຫຍ່ຄົບເຄື່ອງທັງສອກ, ເຂົ່າ, ມັດ ຈົນເອົາຊະນະຄະແນນຄູ່ຕໍ່ສູ້ ຢ່າງ “ກ້ອງລະນອງ ສ. ມິອຸດອນ” ໄດ້ສຳເລັດ ແລະ ຍັງເປັນມວຍທີ່ມັນທີ່ສຸດ ໄດ້ຮັບ Super Bonus ອີກດ້ວຍ
ເມືອງລາວ ປຸ໋ຍໂຟແມນມີແຜນຈະເຂົ້າຮ່ວມການແຂ່ງໃນເວທີ ອາຊຽນ ແລະ ສາກົນ.
ແຟນມວຍຊາວລາວກໍ່ຢ່າງລືມສົ່ງກຳລັງໃຈໄປໃຫ້ນັກມວຍລາວຄົນນີ້ດ້ວຍ!
โพสต์โดย ເຮືອນບານ ແຟນພັນແທ້ ສາຍສືບ บน 5 มิถุนายน 2017 | ຂ່າວພາຍໃນ | 2017-06-07T07:27:28+00:00 | https://laopost.com/?p=90799 |
ສະຫຼຸບລາຍຮັບພາຍໃນ 12 ເດືອນຜ່ານມາບັນລຸໄດ້ຕາມແຜນ | ລັດຖະມົນຕີກະຊວງການເງິນ ລາຍງານຕົວເລກເບື້ອງຕົ້ນການຈັດເກັບລາຍຮັບປີ 2018 ບັນລຸໄດ້ 95,45% ຂອງແຜນການ ແລະ ລາຍຮັບສະເພາະພາຍໃນສາມາດບັນລຸໄດ້ 100,34% ຂອງແຜນປີ. ຂະນະທີປີ 2019 ຕົວເລກການເກັບລາຍຮັບທັງໝົດຕ້ອງສູ້ຊົນໃຫ້ໄດ້ 26.305 ຕື້ກີບ
ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ກ່າວຕໍ່ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານການເງິນ ປະຈໍາປີ 2018 ແລະ ທິດທາງແຜນການປະຈໍາປີ 2019, ໃນວັນທີ 7 ມັງກອນ 2018 ທີ່ນະຄອນຫຼວງວຽງຈັນ ວ່າ: ໃນບົນພື້ນຖານສະພາບ ແລະ ເງື່ອນໄຂທັງພາຍນອກ ແລະ ພາຍໃນປະເທດທີ່ບໍ່ເອື້ອອໍານວຍ ພວກເຮົາໄດ້ພ້ອມກັນສູ້ຊົນຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2018 ດ້ວຍຄວາມເອົາໃຈໃສ່ ແລະ ດ້ວຍຄວາມຮັບຜິດຊອບສູງຂອງບັນດາຂະແໜງການທັງສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ ໃນໄລຍະ 12 ເດືອນຜ່ານມາສາມາດປະຕິບັດໄດ້ຕາມແຜນງົບປະມານແຫ່ງລັດ ທີ່ສະຫຼຸບໄດ້ເບື້ອງຕົ້ນຄື: ດ້ານລາຍຮັບສາມາດປະຕິບັດລາຍຮັບງົບປະມານທັງໝົດ 95,45% ຂອງແຜນການປີ, ສະເພາະພາຍໃນໄດ້ 100,34% ຂອງແຜນປີ; ສ່ວນດ້ານລາຍຈ່າຍປະຕິບັດໄດ້ 97,11% ຂອງແຜນປີ. ອີງໃສ່ຕົວເລກສະຫຼຸບເບື້ອງຕົ້ນການຈັດຕັ້ງປະຕິບັດລາຍຮັບ ແລະ ລາຍຈ່າຍງົບປະມານໝົດປີ 2018, ຄາດວ່າປີ 2018 ຈະຂາດດູນງົບປະມານ 4,96% ຂອງ GDP (ແຜນຂາດດູນທີ່ສະພາຮັບຮອງ 4,92% ຂອງ GDP, ມູນຄ່າ GDP ຈໍານວນ 152.425 ຕື້ກີບ)”.
ທ່ານ ກ່າວຕື່ມວ່າ: ແຜນງົບປະມານແຫ່ງລັດໃນປີ 2019 ສືບຕໍ່ສູ້ຊົນແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານງົບປະມານ ແລະ ຫັນປ່ຽນໃໝ່ກ້າວເຂົ້າສູ່ການປະຕິຮູບ, ການຄຸ້ມຄອງການເງິນພາກລັດ, ຫັນເປັນທັນສະໄໝຢ່າງທັນການ ແລະ ກວ້າງຂວາງ, ເຮັດໃຫ້ການເກັບລາຍຮັບ ແລະ ປະຕິບັດລາຍຈ່າຍງົບ ປະມານມີປະສິດທິຜົນ ແລະ ເຂັ້ມງວດຂຶ້ນກວ່າເກົ່າ, ແນ່ໃສ່ເຮັດໃຫ້ເສດຖະກິດແຫ່ງຊາດ ເຕີບໂຕຕາມຄາດໝາຍວາງໄວ້ຢ່າງໜ້ອຍ 6,7% (ເທົ່າກັບ 165.475 ຕື້ກີບ) ເຊິ່ງຄາດໝາຍທີ່ສະພາແຫ່ງຊາດໄດ້ຮັບຮອງປະກອບລາຍຮັບທັງໝົດ ຕ້ອງສູ້ຊົນໃຫ້ໄດ້ 26.305,29 ຕື້ກີບ ຫຼື ປະມານ 16% ຂອງ GDP ໃນນັ້ນ, ລາຍຮັບພາຍໃນມີຈຳນວນ 24.240,00 ຕື້ກີບ ທຽບເທົ່າ 14,65% ຂອງ GDP; ສ່ວນຄາດໝາຍລາຍຈ່າຍງົບປະມານທັງໝົດ ບໍ່ເກີນ 33.394,07 ຕື້ກີບ ເທົ່າກັບ 20,18% ຂອງ GDP ແລະ ຄາດຄະເນຈະຂາດດູນທັງໝົດ 7,088,78 ຕື້ກີບ ເທົ່າກັບ 4,28% ຂອງ GDP ຖືວ່າຍັງເປັນການຂາດດູນທີ່ຢູ່ໃນລະດັບສູງສົມຄວນ ແລະ ມີຄວາມຈໍາເປັນຍັງຈະຕ້ອງໄດ້ລະດົມແຫຼ່ງດຸ່ນດ່ຽງຈາກພາຍໃນ ແລະ ຕ່າງປະເທດ ໃຫ້ພຽງພໍກັບຄວາມຈໍາເປັນຈ່າຍຕ່າງໆ ຕາມແຜນການທີ່ໄດ້ກໍານົດໄວ້.
ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ
ແຫຼ່ງຂໍ້ມູນຈາກ: laoedaily.com.la, kpl.gov.la
ຮູບພາບຈາກ: laoedaily.com.la | ຂ່າວທ້ອງຖິ່ນ | 2019-01-08T15:12:59+00:00 | https://laopost.com/?p=109120 |
ເສດຖີອັນດັບ 3 ຂອງອີຢິບ ປະກາດຊື້ເກາະດອນຂອງເກຣັກ – ອີຕາລີ ສ້າງບ່ອນຢູ່ໃຫ້ຜູ້ອົບພະຍົບ! | ທ່ານ ນາກູອິບ ຊາວິຣິສ
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ກັນຍານີ້ວ່າ ທ່ານ ນາກູອິບ ຊາວິຣິສ ມະຫາເສດຖີທີ່ຮັ່ງມີອັນດັບ 3 ຂອງປະເທດອີຢິບ ໄດ້ປະກາດຈະຊື້ເກາະດອນໃນທະເລເມດິແຕຣານຽນ ຢູ່ເຂດນ່ານນ້ຳຂອງເກຣັກ ຫລື ອີຕາລີ ເພື່ອພັດທະນາກໍ່ສ້າງເປັນບ່ອນຢູ່ອາໄສໃຫ້ແກ່ຜູ້ອົບພະຍົບຫລາຍໝື່ນຄົນ ທີ່ພາກັນລອຍແພອອກຈາກປະເທດຊີຣີ ໃນການໜີໄພສົງຄາມພາຍໃນປະເທດ ຊຶ່ງເກາະດອນນອກຊາຍຝັ່ງຂອງເກຣັກ ແລະ ອີຕາລີນັ້ນ ມີລາຄາລະຫວ່າງ 10 – 100 ລ້ານໂດລາ ທີ່ທ່ານເອງສາມາດຊື້ໄດ້ຢ່າງສະບາຍ ໂດຍລາວເອງໄດ້ໃຫ້ສຳພາດກັບສື່ມວນຊົນວ່າ ລາວມີຄວາມຈິງຈັງກັບເລື່ອງນີ້ ແລະ ຕັ້ງໃຈຈະສ້າງເຮືອນພັກຊົ່ວຄາວໃຫ້ແກ່ຜູ້ອົບພະຍົບໃນເບື້ອງຕົ້ນ ຈາກນັ້ນລາວຈະຈ້າງໃຫ້ສ້າງເຮືອນຢູ່ຖາວອນ, ໂຮງຮຽນ, ມະຫາວິທະຍາໄລ ແລະ ໂຮງໝໍໃຫ້ ທຽບເທົ່າກັບເປັນປະເທດໃໝ່ຂອງຜູ້ອົບພະຍົບເລີຍ.
ເຮືອຜູ້ອົບພະຍົບຊາວຊີຣີ ລອຍລຳຢູ່ກາງທະເລເມດິແຕຣານຽນ | ຂ່າວຕ່າງປະເທດ | 2015-09-08T15:13:26+00:00 | https://laopost.com/?p=34490 |
ກົມອຸຕຸນິຍົມແຈ້ງເຕືອນໄພຝົນຕົກໜັກໃນລະຫວ່າງວັນທີ 31 ກໍລະກົດ ຫາ 04 ສິງຫາ 2020. | ພາຍຸດີເປຣຊັ່ນ ໄດ້ກໍ່ໂຕຢູ່ທະເລຈີນໃຕ້, ເວລາ 7 ໂມງເຊົ້າ ຂອງວັນທີ 31 ກໍລະກົດ 2020 ມີຈຸດສູນກາງຢູ່ເສັ້ນຂະໜານທີ 16.9 ອົງສາເໜືອ ແລະ ເສັ້ນແວງທີ 113.1 ອົງສາຕາເວັນອອກ ພວມເຄື່ອນທີ່ໄປທາງທິດຕາເວັນຕົກ-ຕາເວັນຕົກສຽງເໜືອ ດ້ວຍຄວາມໄວ 20 ກໍໂລແມັດຕໍ່ຊົ່ວໂມງ, ພ້ອມດຽວກັນມໍລະສຸມຕາເວັນຕົກສຽງໃຕ້ມີກຳລັງແຮງເພີ່ມຂຶ້ນພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ.
ໄລຍະວັນທີ 31 ກໍລະກົດ ຫາ 01 ສິງຫາ 2020 ຈະມີຝົນຕົກໃນລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ ຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກລົງຫາພາກກາງ ແລະ ພາກໃຕ້ ເຊັ່ນ: ແຂວງ ຫົວພັນ, ຊຽງຂວາງ, ວຽງຈັນ,ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື.
ໄລຍະວັນທີ 02 ຫາ 04 ສິງຫາ 2020 ຈະມີຝົນຕົກເປັນບໍລິເວນກວ້າງ, ພ້ອມຈະມີລົມພັດແຮງໃນຂອບເຂດທົ່ວປະເທດ.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອົງການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າ ຈົ່ງມີສະຕິລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມແຮງ, ທີ່ຈະເຮັດໃຫ້ເກີດມີຟ້າຜ່າ, ນໍ້າຖ້ວມຊຸ, ຖ້ວມອັ່ງ ແລະ ດິນເຈື່ອນ ຢູ່ບັນດາແຂງ ຜົ້ງສາລີ,ຫົວພັນ,ຊຽງຂວາງ,ອຸດົມໄຊ,ຫຼວງນໍ້າທາ, ບໍ່ແກ້ວ, ຫຼວງພະບາງ,ໄຊຍະບູລີ,ວຽງຈັນ,ໄຊສົມບຸນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ,ຈຳປາສັກ, ອັດຕະປື ແລະ ນັບທັງນະຄອນຫຼວງວຽງຈັນ. ຂໍໃຫ້ຕິດຕາມສະພາບອາກາດຢ່າງໃກ້ຊິດ.
ຮຽບຮຽງຂ່າວ: ພຸດສະດີ | ຂ່າວທ້ອງຖິ່ນ | 2020-07-31T16:50:27+00:00 | https://laopost.com/?p=120653 |
ຕົກອີກ! ເຮືອບິນທຣານເອເຊຍຂອງໄຕ້ຫວັນ GE222 ຕົກ ເສຍຊີວິດ 51 ຄົນ | ເກີດເຫດເຮືອບິນຂອງສາຍການບິນ ທຣານເອເຊຍ ຖ້ຽວບິນ ຈີອີ 222 ລົງຈອດກະແທກພື້ນ
ໃກ້ກັບສະໜາມບິນໝ່າກົງ ເທິງເກາະເຜິງຫູ່ ຂອງໄຕ້ຫວັນ ເຮັດໃຫ້ເຮືອບິນມີໄຟລຸກໄໝ້ ຄາດ
ມີຜູ້ເສຍຊີວິດ 51 ຄົນ ຈາກທັງໝົດ 58 ຄົນ.
ສຳນັກຂ່າວກາງຂອງໄຕ້ຫວັນ ລາຍງານເມື່ອຊ່ວງຫົວຄ່ຳທີ່ຜ່ານມາ (23 ກໍລະກົດ 2014) ປະມານ 19.00 ນາທີ ຕາມ
ເວລາໃນທ້ອງຖິ່ນ ເຊິ່ງໄວກ່ວາປະເທດລາວຢູ່ 1 ຊົ່ວໂມງວ່າ ຖ້ຽວບິນທີ GE 222 ຂອງສາຍການ
ບິນທຣານເອເຊຍ ແອຣ໌ເວ (TransAsia Airways) ຂອງໄຕ້ຫວັນ ເຊິ່ງມີກຳນົດຂຶ້ນບິນຈາກສະ
ໜາມບິນສ່ຽວກັງ ໃນເມືອງເກົາສົງ ທາງພາກຕາເວັນຕົກສຽງໃຕ້ຂອງເກາະໄຕ້ຫວັນ ເມື່ອເວ
ລາ 16 ໂມງ 00 ນາທີ, ແຕ່ວ່າບໍ່ສາມາດຂຶ້ນບິນໄດ້ ເນື່ອງຈາກພາຍຸໄຕ້ຝຸ່ນມັດໂມ ເຮັດໃຫ້ກ່ວາ
ຈະບິນຂຶ້ນໄດ້ ກໍເລື່ອນໄປເປັນເວລາ 17 ໂມງ 43 ນາທີ.
ເມື່ອເດີນທາງມາເຖິງຈຸດໝາຍ ຄືສະໜາມບິນໝ່າກົງ ເທິງເກາະເຜິງຫູ່ ຂອງໄຕ້ຫວັນ ໃນເວລາ
19 ໂມງ 06 ນາທີ ກັບຕັນຂອງເຮືອບິນ GE 222 ໄດ້ລົງຈອດ ແຕ່ວ່າເກີດເຫດສູນເສຍການຕິດຕໍ່
ຈາກຫໍບັງຄັບການບິນ ຈົນກ່ວາພົບພາຍຫຼັງກໍພົບວ່າເຮືອບິນຕົກກະແທກພື້ນ ໃນບໍລິເວນໝູ່
ບ້ານຊີຊຸນ ໃກ້ໆກັບສະໜາມບິນໝ່າກົງ.
ເຈົ້າໜ້າທີ່ກະຊວງຄົມມະນາຄົມຂອງໄຕ້ຫວັນລະບຸວ່າ ເຮືອບິນລຳດັ່ງກ່າວ ໄດ້ເກີດໄຟລຸກໄໝ້ຫຼັງ
ຈາກລົງຈອດໂດຍການກະແທກພື້ນ ໃນຂະນະທີ່ຊາວບ້ານທີ່ພົບເຫັນເຫດການລະບຸວ່າ ໄດ້ຍິນສຽງ
ລະເບີດດັງອອກມາຈາກເຮືອບິນລຳດັ່ງກ່າວອີກດ້ວຍ.
ມີລາຍງານວ່າ ໃນຖ້ຽວບິນ GE 222 ລຳດັ່ງກ່າວ ມີຜູ້ໂດຍສານທັງໝົດ 54 ຄົນ ແລະ ເຈົ້າໜ້າທີ່ອີກ
4 ຄົນ ລວມເປັນ 58 ຄົນ ໂດຍອຸບັດຕິເຫດດັ່ງກ່າວ ໃນເບື້ອງຕົ້ນທາງການຂອງໄຕ້ຫວັນໄດ້ລາຍ
ງານວ່າ ມີຜູ້ເສຍຊີວິດເຖິງ 51 ຄົນ, ສ່ວນອີກ 7 ຄົນນັ້ນ ມີບາດແຜໄຟໄໝ້ ໄດ້ຖືກນຳໂຕສົ່ງໂຮງໝໍ
ໃນເຂດໃກ້ຄຽງໝົດແລ້ວ. | ຂ່າວຕ່າງປະເທດ | 2014-07-23T22:49:04+00:00 | https://laopost.com/?p=7628 |
ເຜີຍດັດຊະນີເງິນເດືອນພື້ນຖານຕາມຊັ້ນຂອງນາຍ ແລະ ພົນທະຫານ | ເມື່ອວັນທີ 19 ມັງກອນ 2017 ທີ່ຜ່ານມາ ທາງເພສເຟສບຸກຂອງ ກອງທັບປະຊາຊົນປະຕິວັດລາວ ໄດ້ອອກມາໂພສຕ ເອກະສານຕາຕະລາງດັດຊະນີເງິນເດືອນພື້ນຖານຕາມຊັ້ນຂອງນາຍ ແລະ ພົນທະຫານ ຕາມມູນຄ່າດັດຊະນີໃໝ່ ສົກປີ 2017
ທີ່ມາຈາກ: ເຟສບຸກເພຈ ກອງທັບປະຊາຊົນປະຕິວັດລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ! | ຂ່າວທ້ອງຖິ່ນ | 2017-01-27T14:04:36+00:00 | https://laopost.com/?p=83779 |
ລາຍງານອັດຕາເງິນເຟີ້ປະຈຳເດືອນກໍລະກົດ 2023 | ໃນເດືອນກໍລະກົດ 2023, ທ່າອ່ຽງລາຄາສິນຄ້າຍັງສືບຕໍ່ເພີ່ມຂຶ້ນ ແຕ່ເພີ່ມຂຶ້ນໃນຈັງຫວະທີ່ຊ້າລົງ. ດັດຊະນີລາຄາສິນຄ້າໂດຍລວມຂອງເດືອນກໍລະກົດ ຢູ່ໃນລະດັບ 190,15 ເຊິ່ງເພີ່ມຂຶ້ນຈາກ 148,79 ໃນເດືອນກໍລະກົດ ປີຜ່ານມາ ເຮັດໃຫ້ອັດຕາເງິນເຟີ້ລວມຂອງ ສປປ ລາວ ໃນເດືອນກໍລະກົດນີ້ ຢູ່ໃນລະດັບ 27,8% (ເດືອນ ມີຖຸນາ 2023 ຢູ່ໃນລະດັບ 28,6%). ໝວດສິນຄ້າທີ່ມີອັດຕາເງິນເຟີ້ສູງກວ່າໆູ່ແມ່ນ ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 37,81%, ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 32,8% ພົ້ນເດັ່ນແມ່ນ, ໝວດ ເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 28,5%, ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 24,7%, ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 21,9%, ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 20,8%, ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 16,8%, ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 14,0%, ຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 14,5%.
ເມື່ອທຽບລາຄາສິນຄ້າ ແລະ ບໍລິການ ເດືອນກໍລະກົດ 2023 ທຽບກັບເດືອນມິຖຸນາ 2023 ເຫັນວ່າຍັງສືບຕໍ່ເພີ່ມຂຶ້ນ ເຊິ່ງເພີ່ມຂຶ້ນ 2,3% ໃນນັ້ນໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນຫລາຍກວ່າຫມູ່ (5,0%) ພົ້ນເດັ່ນແມ່ນ ການເພີ່ມຂຶ້ນຂອງ ລາຄາຢາປາລາເຊຕາໂມນທີ່ນໍາເຂົ້າ ເພີ່ມຈາກ 6.036 ກີບ/ແຜງ ເປັນ 6.696 ກີບ/ແຜງ (ເພີ່ມຂຶ້ນ 20%), ຢາອາມົກຊີລິນເມັດເພີ່ມຈາກ 7.103 ກີບ/ແຜງ ມາເປັນ 7.039 ບາດ/ແຜງ, ຢາແກ້ໄອເດັກນ້ອຍ ເພີ່ມຈາກ 16.261 ກີບ/ຂວດ ມາເປັນ 16.766 ກີບ/ຂວດ.
ໝວດຄົມມະນາຄົມ ແລະ ການຂົນສົ່ງ ເພີ່ມຂຶ້ນ 4,2% ພົ້ນເດັ່ນ ແມ່ນ ນໍ້າມັນແອັດຊັງທໍາມະດາເພີ່ມຂຶ້ນຈາກ 19,553 ກີບ/ລິດ ມາເປັນ 20.660 ກີບ/ລິດ, ນ້ຳມັນກະຊວນ ເພີ່ມຂຶ້ນ ຈາກ 17.039 ກີບ/ລິດ ມາເປັນ 19,900 ກີບ/ລິດ, ຄ່າໂດຍສານພາຍໃນເມືອງ ເພີ່ມຈາກ 6.949 ກີບ/ປີ້ ເປັນ 7.393 ກີບ/ປີ້.
ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 4,1% ພົ້ນເດັ່ນແມ່ນ ລາຄາປີ້ງໄກ່ ເພີ່ມຈາກ 25.531/ ປີ້ງ ມາເປັນ 26.449 ກີບ/ປີ້ງ, ເຂົ້າລາດໜ້າ ຈາກ 23.339 ກີບ/ຈານ ມາເປັນ 23.538 ກີບ/ຈານ, ລາຄາ ເຝີ ເພີ່ມ ຈາກ 24.229 ກີບ/ຖ້ວຍ ມາເປັນ 25.092 ກີບ/ຖ້ວຍ.
ໝວດເຄື່ອງນຸ່ງຫົ່ມ ແລະ ເກັບ ເພີ່ມຂຶ້ນ 3,3% ພົ້ນເດັ່ນ ແມ່ນ ມຸ້ງກາງນອນເພີ່ມຈາກ 82.227 ກີບ/ດາງ ມາເປັນ 87.838 ກີບ/ດາງ, ແຟັບຊັກເຄື່ອງໄທຂະຫນາດ 1 ກິໂລ ເພີ່ມຈາກ 17.498 ກີບ/ຖົງ ມາເປັນ 18.520 ກີບ/ຖົງ, ນໍ້າຢາລ້າງຈານ ເພີ່ມຈາກ 18.501 ກີບ/ຖົງ ມາເປັນ 18.989 ກີບ/ຖົງ. ພ້ອມກັນນັ້ນ, ຫຼາຍລາຍການສິນຄ້າທີ່ນອນຢູ່ໃນບັນຊີລາຍການຄວບຄຸມລາຄາ ກໍ່ເຫັນວ່າ ໄດ້ມີການປັບຕົວເພີ່ມຂຶ້ນ ເປັນຕົ້ນແມ່ນ ສິນຄ້າປະເພດອາຫານສົດ, ເຄື່ອງກໍ່ສ້າງ ແລະ ຫົວອາຫານສັດ.
ສາເຫດຕົ້ນຕໍຂອງການເພີ່ມຂຶ້ນຂອງລາຄາຍັງແມ່ນມາຈາກປັດໄຈທີ່ ສປປ ລາວ ເອື້ອຍອີງຈາກການນໍາເຂົ້າ ສິນຄ້າຈາກຕ່າງປະເທດ. ດັ່ງນັ້ນ ເມື່ອອັດຕາແລກປ່ຽນສືບຕໍ່ອ່ອນຄ່າເຊັ່ນ ໃນຕົ້ນເດືອນກໍລະກົດທຽບໃສ່ຕົ້ນເດືອນ ມິຖຸນາ ປີ 2023 ເງິນກີບທຽບໃສ່ທັງເງິນບາດ ແລະ ເງິນໂດລາ ອ່ອນຄ່າ 4% ແລະ ເມື່ອທຽບກັບໄລຍະດຽວກັນຂອງ ປີຜ່ານມາເງິນກີບທຽບໃສ່ບາດ ແລະ ໂດລາ ອ່ອນຄ່າ 19% ຈິ່ງເຮັດໃຫ້ລາຄາສິນຄ້ານໍາເຂົ້າມີການປັບໂຕສູງຂຶ້ນຕາມ ການອ່ອນຄ່າຂອງອັດຕາແລກປ່ຽນ. ພ້ອມກັນນັ້ນ, ການປ່ຽນແປງລາຄາສິນຄ້າຂອງ ສປປ ລາວ ບໍ່ສະເພາະແຕ່ມາຈາກ ການອ່ອນຄ່າຂອງອັດຕາແລກປ່ຽນ, ແຕ່ຍັງມາຈາກການເພີ່ມຂຶ້ນຂອງລາຄາສິນຄ້າຢູ່ຕ່າງປະເທດເປັນຕົ້ນແມ່ນລາຄານໍ້າ ມັນທີ່ມີອ່ຽງບໍ່ແນ່ນອນ ແລະ ມີການປັບໂຕເພີ່ມຂຶ້ນຄື: ລາຄານໍ້າມັນຢູ່ຕະຫລາດສາກົນໃນໄລຍະປະຈຸບັນ ທຽບໃສ່ ໄລຍະຕົ້ນເດືອນກໍລະກົດ 2023, ລາຄານໍ້າມັນແອັດຊັງພິເສດ ເພີ່ມຂຶ້ນ 15%, ນໍ້າມັນແອັດຊັງທໍາມະດາເພີ່ມຂຶ້ນ 16% ແລະ ນ້ໍາມັນກະຊວນເພີ່ມຂຶ້ນ 14%. ນອກຈາກນັ້ນ, ສັງເກດເຫັນວ່າ ລາຄາສິນຄ້າຢູ່ປະເທດໄທໃນປະຈຸບັນໄດ້ມີການປັບຕົວເພີ່ມຂຶ້ນ ເປັນຕົ້ນແມ່ນລາຄານໍ້າມັນ ເຊິ່ງອາດກະທົບຕໍ່ຕົນທຶນການຜະລິດຢູ່ປະເທດໄທເອງ I ໃຫ້ລາຄາສິນຄ້າທີ່ ສປປ ລາວນໍາເຂົ້າຈາກປະເທດໄທເອງ ແລະ ຈະເຮັດມີລາຄາສູງຂຶ້ນ.
ທີ່ມາ: ສູນສະຖິຕິແຫ່ງຊາດ | ຂ່າວພາຍໃນ | 2023-07-31T11:41:57+00:00 | https://laopost.com/?p=146418 |
ແຈ້ງການ ເລື່ອງສະພາບຄົນຕ່າງດ້າວລັກເດັກນ້ອຍ !! | ຫ້ອງວ່າການລັດຖະບານໄດ້ອອກແຈ້ງການ ສະບັບເລກທີ 791/ທລບ ເມື່ອວັນທີ 17 ມິຖຸນາ 2014 ເຖິງ ກະຊວງປ້ອງກັນຄວາມສະຫງົບ ເລື່ອງ: ທິດຊີ້ນຳກ່ຽວກັບ ການແກ້ໄຂ ສະພາບຄົນຕ່າງດ້າວ ລັກເດັກນ້ອຍຢູ່ໃນ ສປປລາວ.
ເນື້ອໃຈແຈ້ງການກ່າວວ່າ: ຫ້ອງວ່າການລັດຖະບານຂໍນັບຖືເປັນກຽດຮຽນແຈ້ງຄຳເຫັນຊີ້ນຳຂອງທ່ານ ນາຍົກລັດຖະມົນຕີ ມາຍັງທ່ານຊາບດັ່ງນີ້: “ໃຫ້ກະຊວງປ້ອງກັນຄວາມສະຫງົບຮີບຮ້ອນປຶກສາຫາລື ເພື່ອຫາວິທີການແກ້ໄຂບັນຫາດັ່ງກ່າວເລັ່ງດ່ວນ ເພາະເປັນອາຊະຍາກຳທີ່ຮ້າຍແຮງ. ພ້ອມດຽວກັນນັ້ນ, ກໍໃຫ້ແຈ້ງເຕືອນປະຊາຊົນ ໃຫ້ມີສະຕິລະວັງຕົວ ແລະຮັກສາລູກຫຼານຂອງຕົນໃຫ້ດີ”.
ພາຍຫຼັງໃບແຈ້ງການດັ່ງກ່າວຖືກເຜີຍແຜ່ ທີມງານ Laopost.com ໄດ້ສອບຖາມໄປຍັງກົມປະຊາສຳພັນ ຂອງຫ້ອງວ່າການລັດຖະບານ ແລະໄດ້ຮັບການຢືນຢັນວ່າແຈ້ງການນີ້ແມ່ນຂອງແທ້ ເປັນການແຈ້ງການຊີ້ນຳຂອງທ່ານນາຍົກ. | ຂ່າວພາຍໃນ | 2014-06-17T14:55:02+00:00 | https://laopost.com/?p=6477 |
ອະດີດຫົວໜ້າທີມຫາສຽງທຣໍ້າ ຖືກສານຕັດສິນໃຫ້ຕິດຄຸກເກືອບ 4 ປີ | ເມື່ວວັນທີ 8 ມີນາ 2019 ສຳນັກຂ່າວຕ່າງປະເທດລາຍງານຂ່າວກໍລະນີເມື່ອວັນທີ 7 ມັງກອນ 2019 ທີ່ຜ່ານມາ ທ່ານ ພໍ ມານາຟອດ ອະດີດຫົວໜ້າທີມຫາສຽງຂອງທ່ານ ໂດນັລ ທຣໍ້າ ປະທານາທິບໍດີແຫ່ງສະຫະລັດ ຖືກສານແຂວງໃນເມືອງ ອາເລັກຊານເດຣຍ ລັດເວີຈີເນຍ ຕັດສິນໃຫ້ຕິດຄຸກເປັນເວລາ 47 ເດືອນ ໃນຂໍ້ຫາໂກງພາສີ ແລະ ສໍ້ໂກງທະນາຄານ.
ມານາຟອດ ຖືກດຳເນີນຄະດີຕັ້ງແຕ່ປີ 2018 ໃນຂໍ້ຫາປິດບັງລາຍໄດ້ຫຼາຍລ້ານໂດລາຈາກການທີ່ເຂົາເປັນທີ່ປຶກສາທາງການເມືອງໃນປະເທດ ຢູເຄນ ໂດຍ ທ່ານ ມານາຟອດ ໄດ້ຖືກຄວບຄຸມຕົວໃນຄຸກຕັ້ງແຕ່ 9 ເດືອນກ່ອນ ລະຫວ່າງມີຂະບວນການພິຈາລະນາຄະດີ ຫຼັງຈາກສານໄດ້ຖອດຖອນການປະກັນຕົວຈາກຂໍ້ກ່າວຫາວ່າມີການໂນ້ມນ້າວພະຍານ.
ທັງນີ້, ທ່ານ ມານາຟອດ ຖືກໄອຍະການຕັ້ງຂໍ້ຫາໃນຄະດີອາຍາດ້ານການເງິນ 8 ຂໍ້ຫາ ໄດ້ແກ່ ໂກງພາສີ 5 ຂໍ້ຫາ ປິດບັງບັນຊີທະນາຄານໃນຕ່າງປະເທດ 1 ຂໍ້ຫາ ແລະ ສໍ້ໂກງທະນາຄານອີກ 2 ຂໍ້ຫາ ໂດຍມີການຄາດການວ່າຫາກເຂົາຖືກສານຕັດສິນວ່າຜິດແທ້ໃນທຸກຂໍ້ກ່າວຫາອາດຕ້ອງພົບກັບໂທດຕິດຄຸກສູງສຸດເຖິງ 80 ປີ.
ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: news.mthai.com | ຂ່າວຕ່າງປະເທດ | 2019-03-11T10:41:35+00:00 | https://laopost.com/?p=111745 |
ປະກາດແຕ່ງຕັ້ງຂັ້ນນຳ ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ | ພິທີປະກາດການຈັດຕັ້ງ ຂັ້ນນຳວິທະຍາຄານປ້ອງກັນ ຊາດໄກສອນ ພົມວິຫານ (ວປກ) ໄດ້ຈັດຕັ້ງຂຶ້ນຢ່າງເປັນ ທາງການໃນວັນທີ 1 ກຸມພາ 2013 ນີ້, ໂດຍການໃຫ້ກຽດ ເປັນປະທານຂອງສະຫາຍ ພົນຕີ ສັນຍາຮັກ ພົມວິຫານ, ກຳມະການສູນກາງພັກ, ລັດ ຖະມົນຕີຊ່ວຍວ່າການກະຊວງ ປ້ອງກັນປະເທດ, ມີຕາງໜ້າ ຄະນະນຳຈາກຫ້ອງວ່າການ ກະຊວງ, ກົມພະນັກງານ ແລະ 3 ວິທະຍາຄານ, ພະນັກງານ, ຄູ ອາຈານທົ່ວ ວປກ ເຂົ້າຮ່ວມ.
ໂອກາດດ່ັງກ່າວສະຫາຍ ພັນເອກ ສອນເຫົຼາ, ຫົວໜ້າ ກົມພະນັກງານກະຊວງປ້ອງກັນປະເທດ ກໍ່ໄດ້ຂຶ້ນອ່ານດຳ ລັດຂອງນາຍົກລັດຖະມົນຕີ ແລະ ຂໍ້ຕົກລົງຂອງກະຊວງ ປ້ອງກັນປະເທດກ່ຽວກັບການ ຍົກຍ້າຍ ແລະ ແຕ່ງຕັ້ງພະນັກ ງານຂັ້ນນຳຢູ່ ວປກ ໃນນັ້ນໄດ້ ແຕ່ງຕັ້ງສະຫາຍພົນຈັດຕະ ວາ ທອງລອຍ ສີລິວົງ, ກຳມະ ການສູນກາງພັກ, ຄະນະພັກ ກະຊວງປ້ອງກັນປະເທດ ເປັນ ຫົວໜ້າການທະຫານວິທະຍາ ຄານປ້ອງກັນຊາດໄກສອນ ພົມວິຫານ, ສະຫາຍພັນເອກ ຄຳຫລ້າ ພັນໄຊຍະສຸກ, ເປັນ ຫົວໜ້າການເມືອງ ວິທະຍາ ຄານປ້ອງກັນຊາດໄກສອນ ພົມວິຫານ, ແຕ່ງຕັ້ງສະຫາຍ ພັນເອກ ສາຍສະໝອນ ສະ ຫຼັບແສງ ເປັນຮອງຫົວໜ້າ ການເມືອງ ທັງເປັນຫົວໜ້າ ກົມການເມືອງ ວປກ, ແຕ່ງ ຕັ້ງສະຫາຍພັນໂທ ແກ້ວສຸວັນ ອິນທະວົງສາ ເປັນຮອງຫົວ ໜ້າການທະຫານ ວປກ, ຮັບ ຜິດຊອບວຽກງານອົບຮົມທັງ ເປັນຫົວໜ້າກົມອົບຮົມ-ກໍ່ ສ້າງ ວປກ ແລະ ຕົກລົງຍົກ ຍ້າຍ, ແຕ່ງຕັ້ງສະຫາຍພັນ ເອກ ວິຊຽນ ສີສະອາດ ໄປຮັບ ໜ້າທີ່ໃໝ່ຢູ່ກົມວິທະຍາສາດ-ປະຫວັດສາດການທະຫານ, ເປັນຮອງຫົວໜ້າກົມວິທະຍາ ສາດ-ປະຫວັດສາດການທະ ຫານກະຊວງປ້ອງກັນປະເທດ.
ຕອນທ້າຍສະຫາຍພົນຕີ ສັນຍາຮັກ ພົມວິຫານ ກໍ່ໄດ້ ໂອລົມຕໍ່ຜູ້ເຂົ້າຮ່ວມໂດຍໄດ້ຍົກໃຫ້ເຫັນຄວາມສຳຄັນ ຂອງການປັບປຸງ ການຈັດຕັ້ງ ເຊິ່ງເປັນຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ການເມືອງໃນ ໄລຍະໃໝ່ເພື່ອເຮັດໃຫ້ແຕ່ລະ ຫົວໜ່ວຍມີຄວາມເຕີບໃຫຍ່ ເຂັ້ມແຂງ, ທັງຍົກໃຫ້ເຫັນພາ ລະບົດບາດຂອງວິທະຍາ ຄານປ້ອງກັນຊາດໄກສອນ ພົມວິຫານ ເຊິ່ງເປັນສະຖາ ບັນການສຶກສາຂັ້ນສູງຂອງ ກອງທັບໃນການກໍ່ສ້າງນາຍ ທະຫານທີ່ມີຄວາມຮູ້ຄວາມ ສາມາດ, ມີແບບແຜນ ແລະ ມີລະບຽບວິໄນເຂັ້ມງວດປະ ກອບສ່ວນເຮັດໃຫ້ກອງທັບ ນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ.
ທີ່ມາ:www.vientianemai.net | ຂ່າວພາຍໃນ | 2013-02-09T20:20:38+00:00 | https://laopost.com/?p=1869 |
ພິດພາຍຸຮາກູປິດ ລ່າສຸດຟິລິບປິນສັງເວີຍແລ້ວ 27 ຄົນ! | ພິດຮ້າຍພາຍຸຮາກູປິດ ຖະຫລົ່ມເກາະຟິລິບປິນ ລາຍງານລ່າສຸດ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 27 ຄົນ.
ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 8 ທັນວານີ້ວ່າ ເຫດພາຍຸໄຕ້ຝຸ່ນຮາກູປິດ ພັດຖະຫລົ່ມປະເທດຟິລິບປິນ
ຕັ້ງແຕ່ອາທິດທີ່ຜ່ານມາ ລ່າສຸດແມ່ນມີລາຍງານຜູ້ເສຍຊີວິດແລ້ວຢ່າງໜ້ອຍ 27 ຄົນ ໂດຍໃນຈຳນວນນີ້ ເປັນຊາວ
ໂບຣອງກັນ ເຊິ່ງເປັນເມືອງຫລັກຂອງແຂວງຊາມາເຖິງ 16 ຄົນ ທີ່ຖືກເຄາະຮ້າຍຈາກລະດັບນ້ຳທີ່ສູງ ຈົນເຮັດໃຫ້
ເຮືອນຊານເພພັງເສຍຫາຍຈຳນວນຫລາຍ ໃນຂະນະທີ່ນະຄອນຫລວງມະນິລາ ແມ່ນໄດ້ພົບຜູ້ເສຍຊີວິດແລ້ວ 2 ຄົນ
ແລະ ບາດເຈັບອີກ 3 ຄົນ.
ຢ່າງໃດກໍຕາມ ທາງການຟິລິບປິນ ຫວັງວ່າຄວາມເສຍຫາຍໃນປີນີ້ ຈະບໍ່ໜັກໜ່ວງເທົ່າກັບປີທີ່ຜ່ານມາ ເພາະໄດ້ມີ
ການກຽມພ້ອມຮັບມືໄວ້ແຕ່ຫົວທີ ດ້ວຍການອົບພະຍົບປະຊາຊົນໃນພື້ນທີ່ສ່ຽງໄພ ອອກຈາກພື້ນທີ່ທີ່ຄາດວ່າຈະໄດ້
ຮັບຜົນກະທົບ ຕັ້ງແຕ່ຄືນວັນເສົາທີ 29 ພະຈິກເປັນຕົ້ນມາ ເຊິ່ງມີຈຳນວນຜູ້ອົບພະຍົບກ່ວາລ້ານຄົນ. | ຂ່າວຕ່າງປະເທດ | 2014-12-09T08:32:38+00:00 | https://laopost.com/?p=14998 |
ການທົດລອງຂອງນັກວິໄຈໃນມະຫາວິທະຍາໄລ Oxford ສາມາດທົດລອງວັກຊີນສໍາລັບໄຂ້ມາເລເລຍໄດ້ສໍາເລັດ | ທີມນັກວິໄຈຈາກມະຫາວິທະຍາໄລ Oxford ຂອງປະເທດອັງກິດ ປະກາດຜົນສໍາເລັດໃນການທົດລອງວັກຊີນປ້ອງກັນໄຂ້ມາເລເລຍໃນຂັ້ນຕົ້ນ, ເຊິ່ງເປັນຄັ້ງທໍາອິດທີ່ວັກຊີນໃຊ້ໄດ້ຜົນໂດຍມີປະສິດທິພາບສູງສຸດເຖິງ 77% ໂດຍຜ່ານເກນຂອງອົງການອະນາໄມໂລກ (WHO) ທີ່ລະບຸໄວ້ທີ່ 75%.
ກ່ອນໜ້ານີ້ເຄີຍມີຄະນະວິໄຈຫຼາຍທີມທີ່ພະຍາຍາມຄິດຄົ້ນພັດທະນາວັກຊີນປ້ອງກັນໄຂ້ມາເລເລຍມາແລ້ວ ແຕ່ປະສິດທິພາບຂອງວັກຊີນແມ່ນຕໍ່າກວ່າ 55% ເຮັດໃຫ້ການທົດລອງໃນຄັ້ງນັ້ນຖືເປັນຂີດໝາຍອັນດີຕໍ່ກັບການພັດທະນາວັກຊີນທີ່ຈະມາຊ່ວຍຢຸດການລະບາດຂອງໄຂ້ມາເລເລຍທີ່ເຮັດໃຫ້ຄົນເສຍຊີວິດໃນທົ່ວໂລກຫຼາຍກວ່າ 4 ແສນຄົນຕໍ່ປີ ເຊິ່ງໃນຈໍານວນນີ້ສ່ວນໃຫຍ່ເປັນເດັກນ້ອຍໃນທະວີບອາຟຣິກາ.
ຄວາມສໍາເລັດໃນການພັດທະນາວັກຊິນດັ່ງກ່າວເຮັດໃຫ້ທີມຜູ້ວິໄຈກຽມທົດລອງວັກຊີນໃນໄລຍະທີ 3 ເຊິ່ງເປັນການທົດລອງຂັ້ນຕອນຕໍ່ໄປ ໂດຍຈະທົດລອງໃຫ້ວັກຊີນກັບປະຊາກອນທີ່ເປັນເດັກນ້ອຍໃນທະວີບອາຟຣິກາ ໂດຍມີອາຍຸຕັ້ງແຕ່ 5 ເດືອນ ຈົນໄປເຖິງ 3 ປີ.
ຫາກວັກຊີນປ້ອງກັນໄຂ້ມາເລເລຍຂອງ Oxford ຜ່ານການທົດລອງທຸກຂັ້ນຕອນໂດຍສົມບູນແລ້ວ ສະຖາບັນເຊຣັມແຫ່ງອິນເດຍ (SII) ເຊິ່ງເປັນຜູ້ຜະລິດວັກຊີນລາຍໃຫຍ່ແຫ່ງໜຶ່ງຂອງໂລກກໍພ້ອມທີ່ຈະຜະລິດວັກຊີນນີ້ໄດ້ທັນທີຈໍານວນ 200 ລ້ານໂດສ ໂດຍມີບໍລິສັດເທັກໂນໂລຊີຊີວະພາບໂນວາແວັກ (Novavax) ເປັນຜູ້ເສີມປະສິດທິພາບໃຫ້ກັບວັກຊີນດັ່ງກ່າວ. | ຂ່າວຕ່າງປະເທດ | 2021-04-26T13:23:05+00:00 | https://laopost.com/?p=124360 |
ເສດຖະກິດ ອາເມລິກາລາຕິນ ຂະຫຍາຍຕົວຫລຸດລົງ | ຂປລ. ຕາມຂ່າວ ຕ່າງປະເທດ, ວັນທີ10 ມັງກອນ 2016, ເຈົ້າໜ້າທ່ີ ທະນາຄານ ໂລກ ຄາດຄະເນວ່າ : ເສດຖະກິດ ຂອງ ກຸ່ມປະເທດ ອາເມລິກາ ລາຕິນ ແລະ ກາຣາອິບ ຈະຂະຫຍາຍຕົວ ຫລຸດລົງ ໃນປີ 2016 ເນື່ອງຈາກວ່າ ໃນປີ 2015 ກວມເອົາ 0,9% , ເປັນຕົວເລກ ຕ່ຳສຸດ ໃນບັນດາ ປະເທດ ຕະຫລາດ ເກີດໃໝ່. ນອກຈາກນັ້ນ, ຍັງເຕືອນ ປະເທດນີ້ ໃຫ້ເອົາໃຈໃສ່ ກ່ຽວກັບ ພາວະ ການປ່ຽນແປງ ດ້ານການເງິນ, ລາຄາ ວັດຖຸດິບ, ໄພພິບັດ ທຳມະຊາດ ແລະ ອື່ນໆ./.
ແຫ່ລງຂ່າວ | ຂ່າວຕ່າງປະເທດ | 2016-01-11T17:32:18+00:00 | https://laopost.com/?p=44528 |
ໂຮງພະຍາບານມຸກດາຫານອິນເຕີ ມອບຜ້າກັ້ງໃຫ້ແກ່ໂຮງໝໍແຂວງສະຫວັນນະເຂດ | ແຂວງສະຫວັນນະເຂດ
ໂຮງພະຍາບານມຸກດາຫານອິນເຕີ ມອບຜ້າກັ້ງໃຫ້ແກ່ໂຮງໝໍແຂວງສະຫວັນນະເຂດ
ໃນຕອນບ່າຍຂອງວັນທີ 21 ພຶດສະພາ 2014 ໂຮງພະຍາບານມຸກດາຫານອິນເຕີເນຊັນແນວ ຈັງຫວັດມຸກດາຫານ ລາຊະອານາຈັກໄທ ໄດ້ມອບອຸປະກອນ ເປັນຕົ້ນ: ຜ້າກັ້ງຂັ້ນຕຽງຄົນເຈັບ ຈຳນວນ 15 ຊຸດ ມູນຄ່າ 12 ລ້ານກວ່າກີບ (49.500 ບາດ) ມອບແກ່ໂຮງໝໍແຂວງສະຫວັນນະເຂດ. ທັງນີ້ກໍ່ເພື່ອເປັນການປະກອບສ່ວນ ໃນການຊ່ວຍເຫຼືອ ເຮັດໃຫ້ຫ້ອງຄົນເຈັບໄດ້ຮັບຄວາມສະດວກ ແລະທັນສະໄໝຖືກຫຼັກວິຊາການເທື່ອລະກ້າວ. ໂດຍຜ້າກັ້ງຈຳນວນດັ່ງກ່າວ ຈະຕິດຕັ້ງໃສ່ຫ້ອງມໍລະສຸມຫົວໃຈ, ຫ້ອງປິ່ນປົວເດັກ ແລະຫ້ອງອອກລູກ-ພະຍາດຍິງ ໂອກາດໜ້າຈະຕິດຕັ້ງໃຫ້ຄົບທຸກຫ້ອງຂອງໂຮງໝໍແຂວງ.
ໃນພິທີຄັ້ງນີ້ ທ່ານ ດຣ ຈັນທະລາ ພາມີສິດ ຫົວໜ້າຫ້ອງການບໍລິການ-ຈັດຕັ້ງ ໂຮງໝໍແຂວງສະຫວັນນະເຂດ ໄດ້ລາຍງານໂດຍສັງເຂບວ່າ: ໂຮງໝໍແຂວງ ປະກອບມີ 17 ຕຶກ, ມີ 170 ຕຽງ, ໃນຕໍ່ໜ້າ ຈະເພີ່ມຂຶ້ນເປັນ 235 ຕຽງ, ມີພະນັກງານວິຊາການທັງໝົດ 277 ຄົນ,ຍິງ 220 ຄົນ, ໃນນັ້ນ ມີພະນັກງານສັນຍາຈ້າງ 31 ຄົນ, ພະນັກງານອາສາສະໝັກ 25 ຄົນ. ໂຮງໝໍແຂວງສະຫວັນນະເຂດ ມີແພດຊ່ຽວຊານ 21 ທ່ານ, ປະລິນຍາຕີແພດ 27 ທ່ານ, ຊັ້ນສູງ 13 ທ່ານ. ນອກນັ້ນ ກໍ່ມີແພດຊັ້ນກາງ ແລະພະຍາບານ ເຊິ່ງໃນຕະຫຼອດໄລຍະຜ່ານມາ ກໍ່ມີພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດເຖິງພໍ່ແມ່ປະຊາຊົນ ເຂົ້າມາໃຊ້ບໍລິການເປັນຈຳນວນຫຼວງຫຼາຍ
ເຊິ່ງເຫັນວ່າເປັນທີ່ເພິ່ງແຫ່ງໃຫຍ່ອັນດັບໜຶ່ງຂອງແຂວງສະຫວັນນະເຂດ ທີ່ມີບຸກຄະລາກອນ ແລະເຄື່ອງມືຮັບໃຊ້ທີ່ໜ້າເພິງພໍໃຈໃນລະດັບໜຶ່ງ.
ຈາກນັ້ນ ກໍ່ໄດ້ມີພິທີ ມອບ-ຮັບ ຜ້າກັ້ງຂັ້ນຕຽງຄົນເຈັບຢ່າງເປັນທາງການ ໂດຍທ່ານ ດຣ ບຸນນັກ ກຸລະວົງສາ ຮອງຜູ້ອຳນວຍການໂຮງໝໍແຂວງສະຫວັນນະເຂດ ພ້ອມດ້ວຍພະນັກງານແພດ-ໝໍ ຈຳນວນໜຶ່ງ ເປັນຜູ້ກ່າວຮັບ ແລະທ່ານ ນາງ ປະພາສີ ສຸສັນທະບຸດ ປະທານຄະນະກຳມະການບໍລິຫານ ກຸ່ມໂຮງພະຍາບານມຸກດາຫານສະຫວັນອິນເຕີເນຊັນແນວ ຈັງຫວັດມຸກດາຫານ ລາຊະອານາຈັກໄທ ພ້ອມດ້ວຍພະນັກງານວິຊາການ ເປັນຜູ້ກ່າວມອບເຄື່ອງໃນຄັ້ງນີ້.
ທີ່ມາ https://www.facebook.com/Savanhphuttana-News/ | ຂ່າວທ້ອງຖິ່ນ | 2014-05-25T05:19:16+00:00 | https://laopost.com/?p=5836 |
ເຝົ້າລະວັງ “ແຜ່ນດິນໄຫວ-ສິນາມິ” ທີ່ໝູ່ເກາະນິວແຄລິໂດເນຍ | ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງ ຊິດນີ, ປະເທດອົດສະຕາລີ ເມື່ອວັນທີ 5 ທັນວາ 2018 ວ່າ ສຳນັກງານສຳຫຼວດທໍລະນີວິທະຍາສະຫະລັດ (ຢູເອສຈີເອສ) ລາຍງານການເກີດແຜ່່ນດິນໄຫວຮຸນແຮງ 7.6 ແມກນິຈູດ ເມື່ອເວລາປະມານ 15:18 ນາທີ, ຕາມເວລາທ້ອງຖິ່ນຂອງນິວແຄລິໂດເນຍ ຕັ້ງຢູ່ທາງຕະເວັນຕົກສຽງໃຕ້ຂອງມະຫາສະໝຸຸດປາຊີຟິກ.
ທັງນີ້, ແຜ່ນດິນໄຫວດັ່ງກ່າວມີຈຸດໃຈກາງຢູ່ເລິກລົງໄປໃຕ້ທະເລປະມານ 10 ກິໂລແມັດ ຫ່າງຈາກໝູ່ເກາະລໍຍັລຕີ ເຊິ່ງເປັນໜຶ່ງໃນເກາະຍ່ອຍຂອງດິນແດນນິວແຄລິອອກໄປທາງຕະເວັນອອກສຽງເໜືອປະມານ 155 ກິໂລແມັດ ຫຼັງເກີດເຫດສູນເຕືອນໄພສຶນາມິໃນມະຫາສະໝຸດປາຊີຟິກອອກປະກາດເຝົ້າລະວັງ ແລະ ເຕືອນໄພເກີດສິນາທີ່ມິຄວາມສູງລະຫວ່າງ 1-3 ແມັດ ພາຍໃນລັດສະໝີ 1.000 ກິໂລແມັດ ຕະຫຼອດແຄມຝັ່ງຂອງນິວແຄລິໂດເນຍ ແລະ ວານູອາຕູ ເຊິ່ງເປັນປະເທດໝູ່ເກາະທີ່ຕັ້ງຢູ່ໃກ້ຄຽງກັນ ແລະ ທັງສອງປະເທດຕັ້ງຢູ່ເທິງເຂດຮອຍຕໍ່ຂອງເປືອກໂລກທີ່ຮຽກວ່າ “ວົງແຫວນໄຟແຫ່ງປາຊີຟິກ” ຢ່າງໃດກໍ່ຕາມຍັງບໍ່ມີລາຍງານການເກີດຄວາມເສຍຫາຍຮຸນແຮງເທື່ອ.
ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews.co.th
ຮູບປະກອບ: twitter/BuzzFeedStorm | ຂ່າວຕ່າງປະເທດ | 2018-12-06T10:07:53+00:00 | https://laopost.com/?p=107258 |
ທ່ານນາຍົກເນັ້ນບັນດາຂະແໜງການຕ້ອງເອົາໃຈໃສ່ເຂັ້ມງວດ | ກອງປະຊຸມເຜີຍແຜ່ ແລະ ແນະນຳການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ສົກປີ 2013-2014 ໄດ້ຈັດຂຶ້ນໃນວັນທີ 12 ກັນຍາຜ່ານມາ ໄດ້ປິດລົງໃນວັນທີ 13 ກັນຍາ 2013 ໂດຍການເຂົ້າຮ່ວມຂອງທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ເຊິ່ງມີບັນດາລັດຖະມົນຕີວ່າການ ຊ່ວຍວ່າການ ແລະ ພາກສ່ວນກ່ຽວຂ້ອງ.
ໃນໂອກາດນີ້ ທ່ານ ທອງສິງ ທຳມະວົງ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງມີບາງຕອນທ່ານກ່າວວ່າ: ເພື່ອຮັບປະກັນໃຫ້ເສດຖະກິດພວກເຮົາໝັ້ນທ່ຽງ ຕາມຄາດໝາຍວາງອອກ ຮັບປະກັນໃຫ້ມີສະຖຽນລະພາບທາງດ້ານເສດຖະກິດ ການເງິນ ແລະ ເພື່ອເຮັດໃຫ້ການເຕີບໂຕຂອງເສດຖະກິດ ມີລັກສະນະຕັ້ງໜ້າ ບຸກບື່ນສູງກວ່າເກົ່າ ດັ່ງມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກໄດ້ກຳນົດໄວ້ ກໍຄືປະຕິບັດຈິດໃຈບຸກທະລຸ 4 ດ້ານໃຫ້ໄດ້ ເຊິ່ງບັນຫາທີ່ຕ້ອງເອົາໃຈໃສ່ແມ່ນຕ້ອງສູ້ຊົນໃຫ້ລວມຍອດຜະລິດຕະພັນ (GDP) ບັນລຸ 8,3% ຂຶ້ນໄປ ແລະ ພະຍາຍາມສ້າງມູນຄ່າເພີ່ມໃຫ້ໄດ້ 90.650 ຕື້ກີບ ສະເລ່ຍຕໍ່ຫົວຄົນ ໃນສົກປີ 2013-2014 ໃຫ້ໄດ້ 1.674 ໂດລາສະຫະລັດຕໍ່ຄົນ/ປີ ແລະ ຮອດປີ 2014-2015 ຕ້ອງບັນລຸໄດ້ 1.700 ໂດລາສະຫະລັດຕໍ່ຄົນຕໍ່ປີ ເອົາໃຈໃສ່ຊຸກຍູ້ລະດົມການລົງທຶນເຂົ້າໃນຂະແໜງການຜະລິດໃຫ້ເພີ່ມຂຶ້ນ ຂະແໜງກະສິກຳ-ປ່າໄມ້ ຕ້ອງລົງຊຸກຍູ້ການຜະລິດໃຫ້ແຂງແຮງກວ່າເກົ່າ ເປັນຕົ້ນແມ່ນການຊຸກຍູ້ລະດູແລ້ງ ລະດູຝົນ ຮີບຮ້ອນແກ້ໄຂຜົນກະທົບຈາກໄພທຳມະຊາດ ຮັບປະກັນການເກັບກ່ຽວໃຫ້ໄດ້ຕາມແຜນທີ່ວາງໄວ້ ຮັບປະກັນການຜະລິດສະບຽງອາຫານ ເປັນຕົ້ນແມ່ນພືດຜັກ ຊີ້ນ ປາ ແລະ ອື່ນໆ ເພື່ອສະໜອງຄວາມຕ້ອງການພາຍໃນ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນ ຂະແໜງການເງິນຕ້ອງຂຸ້ນຂ້ຽວເກັບລາຍຮັບໃຫ້ໄດ້ຕາມຄາດໝາຍ ຕາມແຜນການທີ່ວາງໄວ້ ເຊິ່ງຕາມການຄົ້ນຄວ້າການເກັບລາຍຮັບປີນີ້ ອາດໄດ້ພຽງ 95% ຂອງແຜນການຈຸດນີ້ ທຸກໆຂະແໜງການທ້ອງຖິ່ນຕ້ອງໄດ້ເອົາໃຈໃສ່ກວດກາເບິ່ງຕື່ມ ເພື່ອໃຫ້ການເກັບລາຍຮັບບັນລຸ 100% ຕາມແຜນການທີ່ວາງໄວ້.
ພ້ອມນັ້ນຍັງໄດ້ໃຫ້ທະນາຄານ ສືບຕໍ່ເອົາໃຈໃສ່ຮັກສາສະຖຽນລະພາບຂອງເງິນຕາແຫ່ງຊາດໃຫ້ໝັ້ນທ່ຽງ ໂດຍໃຊ້ນະໂຍບາຍເງິນຕາ ແລະ ອັດຕາແລກປ່ຽນທີ່ເປັນຫຼັກ ໃນນັ້ນ ຕ້ອງສືບຕໍ່ນຳໃຊ້ນະໂຍບາຍອັດຕາແລກປ່ຽນ ຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ ແລະ ນະໂຍບາຍເງິນຕາແບບປະສົມປະສານ ເພີ່ມທະວີຄວາມເອົາໃຈໃສ່ຕໍ່ມາດຕະການຄຸ້ມຄອງຊຳລະສະສາງຢູ່ພາຍໃນ ແລະ ການໂອນເງິນໄປຕ່າງປະເທດຜ່ານລະບົບທະນາຄານ ຂອງບັນດາບໍລິສັດຜູ້ປະກອບການຕ່າງໆ ໃຫ້ຄ່ອຍເຂົ້າສູ່ລະບຽບຫຼັກການ ພ້ອມນັ້ນກໍຕ້ອງໄດ້ເອົາໃຈໃສ່ເງື່ອນໄຂໃນການປະຕິບັດອື່ນໆ ບໍ່ວ່າດ້ານສະພາບແວດລ້ອມ ການກວດກາຄຸ້ມຄອງໂຄງການ ຕ້ອງຮັດກຸມກວ່າເກົ່າ ແລະ ຕ້ອງເອົາໃຈໃສ່ໃນຂະບວນການໂຕະມົນ ເພື່ອລະດົມທຶນຮອນເຂົ້າໃນການພັດທະນາ ເພື່ອເຮັດໃຫ້ການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ ປະຈຳສົກປີ 2013-2014 ບັນລຸ ຕາມຄາດໝາຍທີ່ວາງໄວ້.
ທີ່ມາhttp://www.vientianemai.net | ຂ່າວພາຍໃນ | 2013-09-16T12:19:13+00:00 | https://laopost.com/?p=3446 |
ສສຊ ສະເໜີຫຼາຍບັນຫາໃສ່ບົດລາຍງານຂອງລັດຖະບານ | ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VII ດຳເນີນມາເຖິງວັນທີ 10 ພະຈິກ 2013 ຢູ່ສະພາແຫ່ງຊາດ ເຊິ່ງເປັນມື້ທີສອງຂອງກອງປະຊຸມດັ່ງກ່າວ ໂດຍເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ມີຮອງປະທານສະພາແຫ່ງຊາດ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສຳລັບມື້ທີສອງຂອງກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VII ບັນດາ ສສຊ ໄດ້ສືບຕໍ່ປະກອບຄຳຄິດເຫັນໃສ່ບົດລາຍງານຂອງລັດຖະບານ ກ່ຽວກັບສະພາບພົ້ນເດັ່ນ ແລະ ຜົນຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ສະພາບການລົງທຶນຂອງລັດ ແຜນງົບປະມານແຫ່ງລັດ ການເກັບລາຍຮັບເຂົ້າງົບປະມານ ການປະຕິບັດນະໂຍບາຍເງິນຕາໃນປີ 2013 ກໍຄືຜົນການກວດສອບແຜນງົບປະມານ ປະຈຳປີ 2011-2012 ໂດຍ ສສຊ ແຕ່ລະເຂດກໍໄດ້ຜັດປ່ຽນກັນ ຂຶ້ນປະກອບຄຳຄິດເຫັນຢ່າງກົງໄປກົງມາ ພາຍໃຕ້ບັນຍາກາດທີ່ສ້າງສັນ ເພື່ອເປັນການແລກປ່ຽນຄວາມຄິດເຫັນເຊິ່ງກັນ ແລະ ກັນ ພ້ອມກັນຊອກຫາວິທີທາງແກ້ໄຂບັນຫາໃຫ້ມີຄວາມສອດຄ່ອງ ແລະ ເປັນເອກະພາບກັນ ໃນນີ້ ບັນຫາທີ່ ສສຊ ໄດ້ໃຫ້ຄວາມສົນໃຈ ແລະ ສະເໜີໃຫ້ລັດຖະບານຊີ້ແຈງເພີ່ມຕື່ມ ສ່ວນໃຫຍ່ແມ່ນກ່ຽວກັບມາດຕະການຄຸ້ມຄອງໂຄງການລົງທຶນຂອງລັດ ການຊັບຊ້ອນແຫຼ່ງທຶນ ເພື່ອຈັດຕັ້ງແຜນພັດທະນາຊົນນະບົດ ຍັງມີລັກສະນະຄວາມຫຼຸດໂຕນກັນ ບາງເຂດກໍໄດ້ຮັບທຶນຫຼາຍ ບາງເຂດກໍໄດ້ຮັບທຶນໜ້ອຍ ນອກນີ້ ມາດຕະການແກ້ໄຂໜີ້ສິນການລົງທຶນຂອງລັດ ໂດຍສະເພາະ ການແກ້ໄຂໜີ້ສິນ ການລົງທຶນນອກແຜນການ ເຫັນວ່າຍັງມີລັກສະນະເພີ່ມຂຶ້ນຫຼາຍ ບໍ່ສອດຄ່ອງ ແລະ ຂາດຄວາມໂປ່ງໃສເທົ່າທີ່ຄວນ.
ການປະຕິບັດລາຍຮັບຂອງຂະແໜງການເງິນ ບໍ່ໄດ້ຕາມແຜນການເກັບລາຍຮັບ ບາງຢ່າງຍັງບໍ່ມອບເຂົ້າງົບປະມານເຊັ່ນ: ລາຍຮັບຈາກການທັບມ້າງກຸ່ມຄ້າ-ຂາຍຢາເສບຕິດ ທີ່ດິນ ກໍຄືການຍົກເວັ້ນພາສີບາງຂະແໜງການ ເຫັນວ່າຍັງບໍ່ມີຄວາມເໝາະສົມ ພ້ອມນີ້ ສສຊ ຍັງໄດ້ສະເໜີໃຫ້ຂັ້ນເທິງ ໃຊ້ມາດຕະການເດັດຂາດ ຕໍ່ພວກຂາຍເລກເຖື່ອນ ລວມໄປເຖິງການຄ້າຂາຍເຖື່ອນໃຫ້ໝົດໄປ ເພາະບັນຫານີ້ ກໍເປັນການກົດໜ່ວງ ເຮັດໃຫ້ການເກັບລາຍຮັບບໍ່ໄດ້ຕາມແຜນ ດ້ານການສະໜອງສິນເຊື່ອຂອງລະບົບທະນາຄານ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ຈຸດສຸມບຸລິມະສິດກໍເຫັນວ່າຍັງມີໜ້ອຍ ບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງການ ພ້ອມດຽວກັນນີ້ ກໍສະເໜີໃຫ້ອົງການທີ່ກ່ຽວຂ້ອງເອົາໃຈໃສ່ຕື່ມ ການຕິດຕາມກວດກາການກະທຳຜິດທາງວິໄນການເງິນ ທັງນີ້ກໍເພື່ອເພີ່ມຄວາມໂປ່ງໃສ ແລະ ຮັບປະກັນໄດ້ຄວາມສັກສິດຂອງກົດໝາຍ.
ທີ່ມາhttp://www.vientianemai.net | ຂ່າວພາຍໃນ | 2013-12-11T15:27:55+00:00 | https://laopost.com/?p=4098 |
ຍ້ອນເຫດການກາດຍິງທີ່ໂຄລາດ! ບົດຮຽນທີ່ບໍ່ຄວນເບິ່ງຂ້າມ | 17 ຊົ່ວໂມງກັບປະຕິບັດການ “ກາດຍິງທີ່ໂຄລາດ” ຈົບລົງຢ່າງທີ່ຫຼາຍຄົນຄາດການໄວ້ລ່ວງໜ້າ ຄວາມຮຸນແຮງ, ຄວາມຕາຍ, ຄົນບາດເຈັບ, ຄົນໂຄລາດຂວັນຜະຫວາ ແລະ ມືປືນຖືກວິສາມັນ. ເຫດການຄວາມຮຸນແຮງນີ້ເຖິງແມ່ນວ່າຈະເກີດຂຶ້ນກັບປະເທດໄທ ແຕ່ກໍ່ຖືວ່າເປັນບົດຮຽນລາຄາແພງ ທີ່ຫຼາຍຄົນທີ່ຕິດຕາມຂ່າວຕ້ອງພິຈາລະນາທົບທວນ ແລະ ຄຳນຶງເຖິງການປ້ອງກັນເພື່ອບໍ່ໃຫ້ເກີດເຫດການແບບນີ້ຂຶ້ນໃນສັງຄົມບ້ານເຮົາ ເພາະໃນໂລກຂອງບົດລະຄອນ, ຂ່າວສານ, ລວມເຖິງທັງໃນເກມການຕໍ່ສູ້ເຂັ່ນຂ້າ ມັນລ້ວນສາມາດເກີດຂຶ້ນແທ້ໃນໂລກແຫ່ງຄວາມຈິງ ເພາະສືບເນື່ອງມາຈາກພຶດຕິກຳຮຽນແບບ, ຄວາມກົດດັນ, ຕ້ອງການປະຊົດຊີວິດ ຫຼື ຕ້ອງການເປັນຂ່າວດັງໃນຍຸກສະໄໝປັດຈຸບັນ ທຸກຢ່າງລ້ວນນຳໄປສູ່ປັດໄຈຂອງການກໍ່ເຫດຮຸນແຮງໄດ້.
ເມື່ອອາທິດທີ່ຜ່ານມາຫຼາຍຄົນອາດໄດ້ຕິດຕາມຂ່າວສານຂອງປະເທດເພື່ອນບ້ານ (ປະເທດ ໄທ) ເຫດການກາດຍິງທີ່ໂຄณາດ ຈັງຫວັດນະຄອນລາດຊະສີມາ ຖືວ່າເປັນຂ່າວທີ່ໄດ້ຮັບຄວາມສົນໃຈຈາກສັງຄົມທັງຄົນໄທ ລວມເຖິງປະຊາຄົມໂລກ ເນື່ອງຈາກເປັນເຫດການທີ່ອຸກອາດ ທ້າທາຍຕໍ່ກົດໝາຍບ້ານເມືອງ ແລະ ສ້າງຄວາມເສຍຫາຍທັງຊັບສິນ ລວມເຖິງມີຜູ້ບາດເຈັບເສຍຊີວິດຈຳນວນຫຼາຍ.
ເຫດການກາດຍິງທີ່ ໂຄຣາດ ຈັງຫວັດ ນະຄອນລາດຊະສີມາ ປະເທດ ໄທ ເກີດຂຶ້ນເມື່ອວັນທີ 8 ກຸມພາ 2020 ຜູ້ກໍ່ເຫດຄື “ສິບເອກ ຈັກກະພັນ ຖົມມາ“ ອາຍຸ 30 ປີ, ເປັນທະຫານສັງກັດຄ້າຍສຸຣະທຳພິທັກ ມີຄວາມຊຳນານໃນການຍິງປືນໄກ. ໃນວັນກໍ່ເຫດ, ສິບເອກ ຈັກກະພັນ ໄດ້ນັດນາງ ອະນົງ ແລະ ທ້າວ ພິທະຍາ ນາຍໜ້າ ເຂົ້າມາເຈລະຈາ ໂດຍມີ ພັນເອກ ອະນັນທະໂຣດ ກະແສ ເຊິ່ງເປັນຜູ້ບັນຊາການເປັນຄົນກາງ ເນື່ອງຈາກວ່າທັງສາມຄົນມີບັນຫາບໍ່ເຂົ້າໃຈກັນກ່ຽວກັບເງິນສ່ວນເກີນທີ່ເຫຼືອ, ເຊິ່ງກ່ອນໜ້ານີ້ສິບເອກ ຈັກກະພັນ ໄດ້ຊື້ເຮືອນໃນໂຄງການສະຫວັດດີການທະຫານ ໃນມູນຄ່າ 1.500.000 ບາດ ແລະ ໃຫ້ນາງ ອະນົງ ມິດຈັນ ດຳເນີນການເລື່ອງເອກະສານ ແລະ ຈັດການຕົບແຕ່ງພາຍໃນເຮືອນໃຫ້ ຈົນມີເງິນສ່ວນເກີນທີ່ເຫຼືອ 50.000 ບາດ, ນາງ ອະນົງ ຈຶ່ງໄດ້ສົ່ງເງິນສ່ວນນີ້ໃຫ້ທ້າວ ພິທະຍາ (ນາຍໜ້າຂາຍເຮືອນ) ສິບເອກ ຈັກກະພັນ ຈຶ່ງໄດ້ຂໍເງິນສ່ວນເກີນທີ່ເຫຼືອນີ້ຄືນກັບທ້າວ ພິທະຍາ ແຕ່ທ້າວ ພິທະຍາ ບໍ່ມີເງິນຄືນໃຫ້ ເພາະເງິນນີ້ໄດ້ໃຊ້ໄປໝົດແລ້ວ ເຂົາຈຶ່ງຂໍກູ້ເງິນຈາກນາງ ອະນົງ ແຕ່ເປັນການຕົກລົງຈຳນວນເງິນທີ່ບໍ່ລົງຕົວກັນ ເພາະກ່ອນໜ້ານີ້ ສິບເອກ ຈັກກະພັນ ເຂົ້າໃຈວ່າຕົນເອງຈະໄດ້ເງິນຄືນ 400.000 ບາດ ບໍ່ແມ່ນ 50.000 ບາດ. ເພາະສິບເອກ ຈັກກະພັນ ຮູ້ມາວ່າ ເພື່ອນທະຫານທີ່ຊື້ເຮືອນໃນໂຄງການນຳກັນ ກໍ່ໄດ້ຮັບເງິນຄືນໃນຈຳນວນ 400.000 ບາດແລ້ວ ຈຶ່ງຕັດສິນໃຈລົງມືກໍ່ເຫດ ໂດຍຜູ້ກໍ່ເຫດໄດ້ໃຊ້ປືນຍິງຜູ້ບັນຊາການ ແລະ ພີ່ນ້ອງຈົນເຖິງແກ່ຄວາມຕາຍ ຈາກນັ້ນກໍ່ຫຼົບໜີເຂົ້າມາໃນຕົວເມືອງ ແລ້ວກາດຍິງຜູ້ຄົນຕາມທາງຍ່າງບ້າບິ່ນ ກ່ອນຈະເຂົ້າໄປຫຼົບຊ້ອນຕົວໃນຫ້າງສັບພະສິນຄ້າ ເທີມິນໍ 21 ໂຄຣາດ ຈັບບຸກຄົນໃນຫ້າງເປັນຕົວປະກັນ ແລະ ຖ່າຍທອດສົດຕົວເອງໃນຂະນະກໍ່ເຫດລົງເຟສບຸ໊ກສ່ວນຕົວ, ເຈົ້າໜ້າທີ່ທະຫານ, ຕຳຫຼວດໄດ້ລະດົມກຳລັງເຂົ້າໃນການຈັບກຸມຕົວຄົນຮ້າຍ ລວມເຖິງເຂົ້າຊ່ວຍຜູ້ຄົນທີ່ຕິດຢູ່ໃນຫ້າງ ປະຕິບັດການດັ່ງກ່າວໃຊ້ເວລາ 17 ຊົ່ວໂມງ ກ່ອນທີ່ຜູ້ກໍ່ເຫດຈະຖືກວິສາມັນໃນຕອນເຊົ້າຂອງວັນທີ 9 ກຸມພາ ເຫດການໃນຄັ້ງນີ້ມີຜູ້ເສຍຊີວິດ 30 ຄົນ, ບາດເຈັບ 57 ຄົນ ໃນນັ້ນມີຈຳນວນຜູ້ບາດເຈັບສາຫັດ 32 ຄົນ. ເຫດການກາດຍິງໃນຄັ້ງນີ້ຖືວ່າເປັນເຫດການກາດຍິງທີ່ຮ້າຍແຮງທີ່ສຸດໃນປະຫວັດສາດຂອງໄທ.
ຮຽບຮຽງຂ່າວ: ພຸດສະດີ | ຂ່າວຕ່າງປະເທດ | 2020-02-13T11:24:49+00:00 | https://laopost.com/?p=116841 |
ການລັກລອບຕັດໄມ້ຕາມຊາຍແດນ ຍັງເປັນສິ່ງທ້າທາຍຕໍ່ການແກ້ໄຂ! | (ພາບປະກອບ)
ສປປ ລາວ ມີຊາຍແດນຕິດຈອດກັບຫລາຍປະເທດ, ຍ້ອນແນວນັ້ນຈຶ່ງເຮັດໃຫ້ກຸ່ມຄົນບໍ່ດີຈຳນວນໜຶ່ງ
ສວຍໂອກາດເຂົ້າມາເຄື່ອນໄຫວກະທຳການໃນສິ່ງທີ່ຜິດກົດໝາຍຫລາຍປະເພດ ໂດຍສະເພາະແມ່ນການ
ລັກລອບຕັດໄມ້ທຳລາຍປ່າໃນເຂດປ່າສະຫງວນຢ່າງເປັນຂະບວນ ຢູ່ປ່າສະຫງວນໃນເຂດເມືອງໝອກ
ແຂວງຊຽງຂວາງ ຊາຍແດນລາວ-ຫວຽດນາມ.
ຜ່ານການລົງກວດກາຕົວຈິງຂອງກົມກວດກາປ່າໄມ້ໃຫ້ຮູ້ວ່າ: ຂະບວນການທີ່ເຂົ້າໄປຕັດໄມ້ຢູ່ໃນເຂດດັ່ງ
ກ່າວມີທັງເປັນບໍລິສັດທີ່ໄດ້ຮັບອະນຸຍາດ ແລະ ກຸ່ມຄົນທີ່ເຂົ້າໄປລັກລອບຕັດ ມີທັງໄມ້ທ່ອນ ແລະ ເລື່ອຍ
ຊອຍ ເປັນຕັບຂົນອອກໄປຊາຍແດນ ເບື້ອງຫວຽດນາມດ້ວຍຮູບການເຂົ້າມາແບບກອງທັບມົດ ນຳໃຊ້
ເຊືອກສະລິງມັດໄມ້ທີ່ຕັດແລ້ວ ໃຊ້ເຄື່ອງຈັກດຶງເຂົ້າໄປເບື້ອງຫວຽດນາມ. ນອກຈາກນີ້, ບັນດາບໍລິສັດທີ່
ໄດ້ຮັບອະນຸຍາດຂຸດຄົ້ນໄມ້ຈາກລັດຖະບານ, ແຂວງ ແລະ ເມືອງຈຳນວນໜຶ່ງ ໄດ້ພາກັນຂຸດຄົ້ນເກີນໂກ
ຕາທີ່ອະນຸມັດເປັນຈຳນວນຫລາຍພັນແມັດກ້ອນ.
ທ່ານຫົວໜ້າກົມກວດກາປ່າໄມ້ໃຫ້ຮູ້ວ່າ: ຕໍ່ບັນຫາດັ່ງກ່າວ ທາງຂະແໜງການກ່ຽວຂ້ອງກໍໄດ້ນຳສະເໜີ
ໃຫ້ລັດຖະບານ ກໍຄືພາກສ່ວນກ່ຽວຂ້ອງຂອງລາວ ແລະ ຫວຽດນາມ ຮັບຊາບແລ້ວ ເພື່ອຮ່ວມກັນແກ້ໄຂ
ບັນຫາກ່ຽວກັບການເຂົ້າມາລັກລອບຕັດໄມ້ດັ່ງກ່າວ ແລະ ຍອມຮັບວ່າ: ໃນໄລຍະຜ່ານມາ ການກວດກາ
ສະພາບການຕັດໄມ້ແມ່ນພົບຄວາມຫຍຸ້ງຍາກຫລາຍ ດ້ວຍເນື່ອງຈາກວ່າຜູ້ເຂົ້າໄປລັກລອບຕັດໄມ້ສ່ວນ
ຫລາຍແມ່ນຢູ່ໃນເຂດຫ່າງໄກສອກຫລີກ, ບາງຈຸດບໍ່ມີເສັ້ນທາງໄປຮອດໄປເຖິງ ຈຶ່ງເຮັດໃຫ້ເຈົ້າໜ້າທີ່ປ່າ
ໄມ້ບໍ່ສາມາດເຂົ້າໄປກວດກາໄດ້, ນອກຈາກນີ້ ການສະໜອງງົບປະມານ, ພາຫະນະ ແລະ ເຄື່ອງມືໃນການ
ເຄື່ອນໄຫວວຽກງານດັ່ງກ່າວກໍຍັງມີຈຳກັດ, ຈຶ່ງເຮັດໃຫ້ວຽກງານຄຸ້ມຄອງ, ກວດກາປ່າໄມ້ຍັງເຮັດບໍ່ທັນໄດ້
ດີເທົ່າທີ່ຄວນ.
ແຫຼ່ງຂ່າວ: http://laophatthananews.blogspot.com/2014/08/blog-post_32.html | ຂ່າວເຫດການ | 2014-08-06T11:29:14+00:00 | https://laopost.com/?p=8214 |
ລາຍງານສະພາບການເກີດແຜ່ນດິນໄຫວເບື້ອງຕົ້ນຢູ່ແຂວງຜົ້ງສາລີ | ຕາມບົດລາຍງານຈາກພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຜົ້ງສາລີ ໃຫ້ຮູ້ກ່ຽວກັບສະພາບເກີດແຜ່ນດິນໄຫວຈາກສູນຂໍ້ມູນຂ່າວສານແຜນດິນໄຫວແຫ່ງຊາດໃນຂອບເຂດທົ່ວປະເທດເຊິ່ງໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍໃນປະເທດລາວຈໍານວນ 2 ຄັ້ງ, ໃນບໍລິເວນ ແຂວງຜົ້ງສາລີ ລາຍລະອຽດຂອງ ການເກີດແຜ່ນດິນໄຫວມີຄືດັ່ງນີ້:
ແຜ່ນດິນໄຫວຄັ້ງທີ1: ວັນທີ 24 ທັນວາ 2021, ເວລາ 20:44 ແລະ 21:02 ໂມງ
ໃນເວລາ 20:43:22 ໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານ ທີ່ 22.364 N ແລະ ເສັ້ນແວງທີ່ 101.688° E ຄວາມແຮງສັ່ນສະເທືອນວັດແທກໄດ້ 5.7 ຣິກເຕີ້, ມີຄວມເລີກ ຈາກເທິງໜ້າດິນປະມານ 10 Km, ຈຸດເກີດເຫດແມ່ນຫ່າງຈາກເທດສະບານເມືອງຍອດອູ ປະມານ 31 Km, ເຮັດໃຫ້ເຮືອນພໍ່ແມ່ປະຊາຊົນເປ່ເພ ແລະ ເສຍຫາຍຫຼາຍຢ່າງລວມທັງໝົດ 20 ບ້ານຄື:
ກຸ່ມບ້ານວ່າ: ບ. ງ໋ອງ
ກຸ່ມນາຫຼວງ: ບ. ນາຫຼວງ, ບ.ປາຈ່າ, ບ.ຫ້ອຍວາ ແລະ ບ.ພັງສານ
ກຸ່ມນາຍາວ: ບ. ນາຍາວ ແລະ ບ.ບໍ່ໃຕ້
ບ້ານ ໃຫຍ່ອຸເໜືອ: ຄຸ້ມ ດອນແຍງ, ຄຸ້ມນາວອນ, ຄຸ້ມໜອງງາຍ ແລະ ຄຸ້ມຊຽງຄອນ
ກຸ່ມຍອດອຸ: ບ.ໂພນງາມ, ບ.ສວຍງາມ, ບ.ດານຕຸ້ຍ, ບ.ແຊວຈ້າຍ ແລະ ບ.ສົມເຮືອງ
ເທດສະບານອຸໃຕ້: ບ.ເທິງ, ບ.ພູຊ້າງ, ບ.ລຸ່ມ, ບ.ກາດ, ບ.ໃຕ້, ບ.ພານ ແລະ ທະຫານກອງຮ້ອຍ 111
ນອກນີ້ ຍັງມີໂຮງຮຽນ, ວັດວາອາລາມຫຼາຍແຫ່ງເສຍຫາຍ ຄິດສະເລ່ຍ ເປັນມູນຄ່າທັງໝົດປະມານ: 1,423,800,000 ກີບ
ໃນເວລາ 21:02:30 ພົບສັນຍານແຜ່ນດິນໄຫວ ຈຸດສູນກາງ ເສັ້ນຂະໜານທີ່ 22.260 N ແລະ ເສັ້ນແວງທີ່ 101.89d E ຄວາມແຮງສັ່ນສະເທືອນວັດແທກໄດ້ 4.6 ຣິກເຕີ້, ເຊິ່ງມີຄວາມເລີກຈາກເທີງຫນ້າ ດິນປະມານ 10 Km. ຈາກສູນກາງເກີດແຜ່ນດິນໄຫວຢູ່ບໍລິເວນ ເມືອງຍອດອູ ແຂວງຜົ້ງສາລີ ເຊິ່ງຈຸດແຜ່ນດິນດັ່ງກ່າວ ແມ່ນໄກຈາກເທດສະບານ ເມືອງຍອດອູ ປະມານ 18 Km
ແຜ່ນດິນໄຫວຄັ້ງທີ 2: ວັນທີ 25 ທັນວາ 2021 18:55:ໂມງ: ພົບສັນຍານການເກີດແຜ່ນດິນໄຫວຈໍານວນ 01 ຄັ້ງ, ເວລາ 18:55:35 ໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ 21.988°N ແລະ ເສັ້ນ ແວງທີ 101.940°E ຄວາມແຮງສັ່ນສະເທືອນວັດແທກໄດ້ 3.5 ຣິກເຕີ, ມີຄວາມເລີກຈາກໜ້າດິນ 10 Km ຈຸດເກີດແຜ່ນດິນ ໄຫວຢູ່ທີ່ບໍລິເວນ ບ້ານໂຈ້ກາເກົ່າ, ເມືອງຜົ້ງສາລີ, ແຂວງຜົ້ງສາລີ (ຍັງບໍ່ມີການລາຍງານຜົນເສຍຫາຍ)
ແຜ່ນດິນໄຫວຄັ້ງທີ 3: ວັນທີ 26 ທັນວາ 2021 ເວລາ 05:16 ໂມງ. ພົບ ຈໍານວນ 01 ຄັ້ງ, ໃນບໍລິເວນ ແຂວງຜົ້ງສາລີ, ່ເວລາ 05:16:02, ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະຫນານທີ່ 22:260 ‘N ແລະ ເສັ້ນແວງທີ 101.890 ຄວາມແຮງສັ່ນສະເທືອນວັດແທກໄດ້ 3.3 ຣິກເຕີ, ເຊິ່ງຄວາມເລີກຈາກ ເທິງໜ້າດິນປະມານ 10 Km ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ທີ່ ບໍລິເວນເມືອງຍອດອູ ແຂວງຜົ້ງສາລີ ຊາຍແດນ ລາວ – ຈີນ, ຫ່າງຈາກເທດສະບານ ເມືອງຍອດອູ ປະມານ 18 Km (ຍັງບໍ່ມີການລາຍງານຜົນເສຍຫາຍ)
ໝາຍເຫດ:ນີ້ເປັນບົດລາຍງານເບື້ອງຕົ້ນ, ສໍາລັບຂໍ້ມູນເພີ່ມເຕີມ ແມ່ນຈະລາຍງານໃຫ້ຮັບຊາບ ຕາມທີ່ຫຼັງຕື່ມ. | ຂ່າວທ້ອງຖິ່ນ | 2021-12-26T23:12:02+00:00 | https://laopost.com/?p=130769 |
ລາວກຽມສຳຫຼວດທາງລົດໄຟໃນ 4 ແຂວງພາກໃຕ້ | ສຳນັກຂ່າວສານປະເທດລາວ ລາຍງານ ໃນວັນທີ 16 ຕຸລາ 2020, ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີການເຊັນບົດບັນ ທຶກຄວາມເຂົ້າໃຈ ເພື່ອສຶກສາສຳຫຼວດ ແລະ ອອກແບບລະອຽດ ຄວາມເປັນໄປໄດ້ໃນການພັດທະນາໂຄງ ການທາງລົດໄຟ ຈາກເມືອງທ່າແຂກ ແຂວງຄຳມ່ວນ-ແຂວງສະຫວັນນະເຂດ-ແຂວງສາລະວັນ ຫາ ວັງເຕົ່າ ແຂວງຈຳປາສັກ ທີ່ມີຄວາມຍາວ 345 ກິໂລແມັດ ໃນມູນຄ່າ 20 ຕື້ບາດ (20.000 ລ້ານບາດ) ໃນຮູບແບບການຮ່ວມທຶນ ລະຫວ່າງ ພາກລັດ ແລະ ພາກເອກະຊົນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບ ບໍລິສັດ ສິນນະຄອນ ການໂຍທາ ຈຳກັດ ມະຫາຊົນ.
ທ່ານ ສຸເນດ ກ້ອນພັນທະວົງ ທີ່ປຶກສາບໍລິສັດ ສິນນະຄອນການໂຍທາຈຳກັດມະຫາຊົນ ໄດ້ກ່າວວ່າ: ໂຄງການດັ່ງກ່າວນີ້, ຈະເລີ່ມລົງມືສຳຫຼວດພາຍຫຼັງທີ່ປະເທດລາວ ແລະ ໄທ ເປີດດ່ານ ເຊິ່ງການສຳຫຼວດນີ້ ຄາດວ່າຈະໃຊ້ເວລາບໍ່ເກີນ 6-10 ເດືອນ, ຖ້າໂຄງການນີ້ສຳເລັດ ປະເທດລາວ ແລະ ປະເທດອ້ອມຂ້າງ ຈະສາມາດຫຼຸດຕົ້ນທຶນໃນການຂົນສົ່ງທາງດ້ານໂລຈິສຕິກ, ສາມາດແຂ່ງຂັນກັບປະເທດອື່ນໄດ້ ແລະ ບັນດາພື້ນທີ່ ທີ່ລົດໄຟຜ່ານກໍຈະໄດ້ຮັບການພັດທະນາ; ຖ້າໂຄງການນີ້ສຳເລັດ ຍັງຈະເຮັດໃຫ້ລາຍໄດ້ຂອງປະຊາຊົນເພີ່ມຂຶ້ນ, ກຳໄລຂອງທຸລະກິດພາຍໃນປະເທດກໍຈະສູງຂຶ້ນ ແລະ ລັດຖະບານກໍຈະມີລາຍຮັບທີ່ສູງຂຶ້ນ, ຊີວິດການເປັນຢູ່ຂອງປະຊາຊົນກໍຈະດີຂຶ້ນ ເຊິ່ງສ່ວນຫຼາຍປະເທດເຮົາສົ່ງສິນຄ້າກະສິກຳອອກໄປຕ່າງປະເທດ. ສຳລັບແຮງງານແມ່ນໝູນໃຊ້ແຮງງານລາວ ທຸກຢ່າງຕາມຄວາມສາມາດ ແລະ ຖ້າບໍ່ພຽງພໍຈຶ່ງນຳເຂົ້າຈາກຈາກປະເທດໃກ້ຄຽງ.
ຮຽບຮຽງຂ່າວ: ພຸດສະດີ | ຂ່າວທ້ອງຖິ່ນ | 2020-10-19T09:11:53+00:00 | https://laopost.com/?p=121758 |
ຍິງສາວບອກເລີກແຟນ ແລະ ທວງເຄື່ອງຄືນ ຝ່າຍຊາຍກໍສົ່ງຄືນໝົດ | ຄູ່ຮັກຜິດກັນຢູ່ແຄມທາງ ກ່ອນທີ່ຝ່າຍຍິງຈະບອກເລີກແລ້ວທວງເຄື່ອງທີ່ຊື້ໃຫ້ຄືນ ແລະ ຝ່າຍຊາຍກໍໄປແຕ່ໂຕ.
ໃນວັນທີ 5 ມີນາ 2023 ໄດ້ມີວິດີໂອຈາກຈີນທີ່ເຜີຍແຜ່ໄປທົ່ວສັງຄົມອອນລາຍ ໂດຍໃນວິດີໂອມັນສະແດງເຖິງ ຄູ່ຮັກ 1 ຄູ່ທີ່ຢືນຜິດຖຽງກັນຢູ່ແຄມທາງ ຕໍ່ມາຝ່າຍຍິງໄດ້ຂໍບອກເລີກ ແລະ ຂໍເຄື່ອງທີ່ມອບໃຫ້ທັງໝົດ ເຊິ່ງຝ່າຍຊາຍກໍຄືນແທ້ ໂດຍແກ້ເຄື່ອງທີ່ຝ່າຍຍິງເຄີຍຊື້ໃຫ້ອອກຈົນໝົດ ແລ້ວສົ່ງຄືນໃນທັນທີ ຈາກນັ້ນກໍຍ່າງຫັນຫຼັງອອກໄປ.
ຈາກຜູ້ເຫັນເຫດການໄດ້ເລົ່າວ່າ: ເມື່ອທັງສອງ ໄດ້ຜິດຖຽງກັນ ຝ່າຍຍິງກໍຮ້ອງຂຶ້ນມາວ່າ “ເລີກກັນເຖາະ” ແລະ ຂໍໃຫ້ແຟນຄືນຂອງຂວັນທັງໝົດ ທີ່ເຄີຍຊື້ໃຫ້.
ທາງດ້ານຝ່າຍຊາຍກໍໃຈຮ້າຍ ແລ້ວແກ້ເຄື່ອງ ໂຍນໃສ່ຝ່າຍຍິງ ແລ້ວຍ່າງອອກໄປທັນທີ ແຕ່ເມື່ອຍ່າງໄປບໍ່ເທົ່າໃດກ້າວ ຝ່າຍຍິງກໍຮ້ອງຕື່ມອີກວ່າ “ເກີບພ້ອມ” ແລ້ວຝ່າຍຊາຍກໍສະບັດເກີບໃສ່ ແລະ ຍ່າງໜີ ຂະນະທີ່ຝ່າຍຍິງກໍນັ່ງລົງພ້ອມກັບຮ້ອງໄຫ້.
ຈາກການກະທຳດັ່ງກ່າວ ເຮັດໃຫ້ຜູ້ຄົນທີ່ຢູ່ບໍລິເວນນັ້ນໄດ້ເຫັນຜູ້ຊາຍເປືອຍໂຕຍ່າງໄປຕາມແຄມທາງ. | ຂ່າວຕ່າງປະເທດ | 2023-03-14T16:03:23+00:00 | https://laopost.com/?p=143071 |
ດາກຈຶງທຳລາຍຊິ້ນສ່ວນສັດປ່າ ແລະ ປ່ອຍສັດປ່າຄືນສູ່ທຳມະຊາດ | ລະຫວ່າງວັນທີ 16-17 ສິງຫາ ທີ່ຜ່ານມານີ້, ໜ່ວຍງານບັງຄັບໃຊ້ກົດໝາຍ ວ່າດ້ວຍສັດນໍ້າ ແລະ ສັດປ່າ ແຂວງເຊກອງ ພ້ອມດ້ວຍເຈົ້າໜ້າທີ່ຈາກຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງດາກຈຶງ ໄດ້ລົງເຄື່ອນໄຫວກວດກາ ການລັກລອບ ຄ້າ-ຂາຍ ສັດປ່າ ໂດຍສະເພາະສັດປ່າທີ່ນອນຢູ່ໃນ ບັນຊີ I (ປະເພດຫວງຫ້າມ) ແລະ ບັນຊີ II (ປະເພດຄຸ້ມຄອງ) ຕາມເສັ້ນທາງ ແລະ ຕະຫຼາດ ເຂດເທດສະບານ ເມືອງດາກຈຶງ.
ຈາກການລົງກວດກາໃນຄັ້ງນີ້ ເປັນເວລາ 2 ວັນ, ເຈົ້າໜ້າທີ່ສາມາດຍຶດສັດປ່າ ແລະ ຊາກ/ຊິ້ນສ່ວນສັດປ່າ ໄດ້ຕາມລາຍລະອຽດ ດັ່ງລຸ່ມນີ້:ສັດປ່າທີ່ຕາຍແລ້ວ ຈໍານວນ 36 ໂຕ: ລວມມີ ກະຮອກແດງ, ບ່າງໃຫຍ່, ບ່າງລາຍ, ໄກ່ຂົວ, ນົກເຂົາ ແລະ ອື່ນໆ.
ສັດປ່າທີ່ຍັງມີຊີວິດຢູ່ ຈໍານວນ 302 ໂຕ ປະກອບມີ: ສັດປ່າປະເພດສັດປີກ (ນົກປະຫຼຽວ/ນົກຂວາກ, ນົກກະທົວ), ອົ້ນ, ແລະ ອື່ນໆ.
ສ່ວນສັດປ່າທີ່ຍັງມີຊີວິດຢູ່ທັງໝົດ ແມ່ນໄດ້ປ່ອຍຄືນສູ່ທໍາມະຊາດ. ສໍາລັບຊາກສັດປ່າທີ່ຕາຍແລ້ວ ແມ່ນຖືກນໍາມາທໍາລາຍຖິ້ມ ໂດຍເຈົ້າໜ້າທີ່ ທີ່ເມືອງດາກຈຶງ, ວຽກງານສະໜັບສະໜູນບັງຄັບໃຊ້ກົດໝາຍ ວ່າດ້ວຍສັດນໍ້າ-ສັດປ່າ ເປັນໜຶ່ງໃນວຽກງານ ທີ່ອົງການ WWF-Laos ໄດ້ໃຫ້ການສະໜັບສະໜູນລັດຖະບານລາວ ຜ່ານ ກົມກວດກາປ່າໄມ້ ແລະ ພະແນກກະສິກໍາ ແລະ ປ່າໄມ້ ໃນຂອບເຂດທົ່ວປະເທດ. | ຂ່າວທ້ອງຖິ່ນ | 2023-08-21T09:42:20+00:00 | https://laopost.com/?p=146898 |
ອາການຂອງພະຍາດໃນຊ່ອງຄອດ | ຫຼາຍຄົນອາດຢາກຮູ້ອາການທີ່ບົ່ງບອກວ່າກຳລັງຕິດເຊື້ອພະຍາດໃນຊ່ອງຄອດ ໂດຍພະຍາດນີ້ບໍ່ໄດ້ສະແດງອາການຜິດປົກກະຕິໃນຜູ້ຕິດເຊື້ອທຸກຄົນ ສະນັ້ນຈິ່ງເຮັດໃຫ້ຜູ້ຕິດເຊື້ອຫຼາຍຄົນບໍ່ຮູ້ສຶກຕົວວ່າຕົນເອງກຳລັງຕິດເຊື້ອພະຍາດນີ້ຢູ່ ຈິ່ງແຜ່ເຊື້ອໃຫ້ຄູ່ນອນໄດ້ງ່າຍໆ ແຕ່ຈະມີຜູ້ຕິດເຊື້ອປະມານ 20-30% ທີ່ຈະມີອາການປະກົດໃຫ້ເຫັນ
– ຜູ້ຊາຍ : ໂດຍທົ່ວໄປແລ້ວມັກຈະບໍສະແດງອາການ ແຕ່ບາງຄົນອາດຈະຮູ້ສຶກຄັນບໍລິເວນອະໄວຍະວະເພດ ຫຼື ມີອາການປັດສະວະແສບ ເນື່ອງຈາກພາວະທໍ່ປັດສະວະອັກເສບ ຫຼື ຕ່ອມລູກໝາກອັກເສບ ບາງຄົນອາດມີມູກໃສໆ ອອກມາຈາກທໍ່ປດສະວະ ຮູ້ສຶກປວດອັນທະ ຫຼື ພົບອາການອັກເສບທີ່ໜັງຫຸ້ມປາຍອົງຄະຊາດ
– ແມ່ຍິງ : ມັກຈະສະແດງອາການຊັດເຈນ ໂດຍອາການເດັ່ນໆທີ່ເຫັນແມ່ນ ຕົກຂາວຜິດປົກກະຕິເຊັ່ນ: ມີຕົກຂາວຫຼາຍ ອາດມີສີເຫຼືອງ ເປັນຟອງ ມີກິ່ນເໝັນ ເພາະເຊື້ອຈະເຂົ້າໄປເຮັດໃຫ້ຊ່ອງຄອດຕິດເຊື້ອ ແລະ ອັກເສບ ຈິ່ງມີການສະສົມຂອງເມັດເລືອດຂາວຫຼາຍຂຶ້ນ ເຮັດໃຫ້ສານຄັດຫລັ່ງອອກຈາກຊ່ອງຄອດມີຫຼາຍຂຶ້ນ ຮວມກັບມີອາການຄັນທີ່ຊ່ອງຄອດ ຮູ້ສຶກແສບເວລາປັດສະວະ ເປັນພື່ນແດງ ແລະ ເຈັບບໍລິເວນອະໄວຍະວະເພດ ຫຼື ຮູ້ສຶກເຈັບໃນເວລາມີເພດສຳພັນ ຊ່ອງຄອດບວມແດງ ຫາກເປັນຊ່ວງມີປະຈຳເດືອນຈະມີອາການຮຸນແຮງ | ສຸຂະພາບ ແລະ ສີ່ງແວດລ້ອມ | 2018-02-05T16:35:44+00:00 | https://laopost.com/?p=99092 |
ລະນຶກວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວຄົບຮອບ 11 ປີ | ສະຫະພັນນັກຮົບເກົ່າ ແຫ່ງຊາດລາວໄດ້ຈັດຕັ້ງພິທີໂຮມຊຸມນຸມເລົ່າຄືນມູນເຊື້ອ ໃນໂອກາດລະນຶກວັນສ້າງຕັ້ງ ສະຫະພັນຂອງຕົນຄົບຮອບ 11 ປີ (9/9/2002-9/9/2013)
ຂຶ້ນຢູ່ທີ່ສະໂມສອນສະຫະ ພັນນັກຮົບເກົ່າແຫ່ງຊາດນະ ຄອນຫຼວງວຽງຈັນ ໃນຕອນ ເຊົ້າວັນທີ 9 ກັນຍາ 2013 ໂດຍການເຂົ້າຮ່ວມເປັນປະ ທານ ແລະ ກ່າວປາຖະກະຖາ ເລົ່າຫວນຄືນມູນເຊື້ອຂອງສະ ຫາຍພົນຈັດຕະວາ ສົມພອນ ແກ້ວມີໄຊ, ປະທານສະຫະ ພັນນັກຮົບເກົ່າແຫ່ງຊາດ, ເຊິ່ງມີປະທານສະຫະພັນນັກ ຮົບເກົ່ານະຄອນຫຼວງ,ບັນດາ ປະທານສະຫະພັນນັກຮົບ ເກົ່າເມືອງອ້ອມຂ້າງສູນກາງ ຕະຫຼອດຫົວໜ້າອົງການ ແລະ ພະນັກງານເຂົ້າຮ່ວມ 100 ກວ່າສະຫາຍ.
ສະຫາຍພົນຈັດຕະວາ ສົມ ພອນ ແກ້ວມີໄຊ ໄດ້ຊີ້ໃຫ້ເຫັນ ເຖິງ 4 ໄລຍະທີ່ສຳຄັນຄື: ປະ ຫວັດມູນເຊື້ອການຕໍ່ສູ້ຍາວ ນານ ແລະ ມີໄຊ ຍິ່ງໃຫຍ່ເຊິ່ງ ການກຳເນີດ, ມູນເຊື້ອຕໍ່ສູ້ປະ ຕິບັດ ແລະ ຜົນງານຂອງພັກ ຮົບເກົ່າຕິດພັນສະໜິດແໜ້ນ ກັບການກຳເນີດມູນເຊື້ອປະຕິ ວັດ ແລະ ຜົນງານຂອງກອງ ທັບ, ຂອງປະຊາຊົນບັນດາ ເຜົ່າພາຍໃຕ້ການນຳພາຂອງ ພັກປະຊາຊົນປະຕິວັດລາວ, ນັບແຕ່ທ້າຍສັດຕະວັດທີ 19 ເປັນຕົ້ນມາພວກລ່າເມືອງຂຶ້ນ ແບບເກົ່າໄດ້ເຂົ້າມາຮຸກຮານ ແລະ ຍືດເອົາລາວເປັນຫົວ ເມືອງຂຶ້ນ, ໃນເວລານັ້ນປະຊາ ຊົນໄດ້ຖືກກົດຂີ່ຂົ່ມເຫັງຢ່າງ ໜັກໜ່ວງ ແລະ ໄດ້ລຸກຂຶ້ນຕໍ່ ສູ້ຕ້ານພວກລ່າເມືອງຂຶ້ນຢ່າງ ເນື່ອງນິດລຽນຕິດ, ນັບຕັ້ງແຕ່ ພໍ່ກະດວກ, ອົງແກ້ວ ແລະ ອົງ ກົມມະດຳ, ປະຊາຊົນ ເຜົ່າມົ້ງ ຢູ່ບັນດາແຂວງພາກເໜືອ ພາຍໃຕ້ການນຳພາຂອງເຈົ້າ ຟ້າປັດໄຈ ແລະຂະບວນການ ຕໍ່ສູ້ອື່ນໆຈາກການຕໍ່ສູ້ແບບ ກະແຈກກະຈາຍກ້າວຂຶ້ນຊູ່ ການຕໍ່ສູ້ແບບລວມສູນ ພາຍ ໃຕ້ການນຳພາຂອງພັກຈົນສາ ມາດຍາດໄດ້ໄຊຊະນະຈາກ ພວກລ່າເມືອງຂຶ້ນທັງເກົ່າ ແລະ ໃໝ່. ພາຍຫຼັງປະເທດ ຊາດໄດ້ຮັບການປົດປ້ອງມາ ນີ້, ການປະກອບສ່ວນຂອງ ນັກຮົບເກົ່າໃນພາລະກິດປົກ ປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ດ້ວຍ ຄວາມເດັດດ່ຽວໜຽວແໜ້ນ, ປະກອບສ່ວນອັນສຳຄັນເຂົ້າ ໃນວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບທົ່ວ ປວງຊົນເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານ ການເມືອງ, ເອກະລາດອຳ ນາດອະທິປະໄຕ ແລະ ຜືນ ແຜ່ນດິນອັນຄົບຖ້ວນຂອງປະ ເທດຊາດໄດ້ຮັບການປົກປ້ອງ ສ້າງເງື່ອນໄຂໃຫ້ແກ່ການສ້າງ ສາພັດທະນາປະເທດຊາດ ດ່ັງໃນທຸກມື້ນີ້.
ດ້ານຜົນງານການເຄື່ອນ ໄຫວຂອງສະຫະພັນນັກຮົບ ເກົ່າ ໃນໄລຍະ 11ປີ ຜ່ານມາ, ພາຍຫຼັງນາຍົກລັດຖະມົນຕີ ອອກດຳລັດເລກທີ 238/ນຍ ໃນທ້າຍປີ 2001 ວ່າດ້ວຍ ການແຕ່ງຕັ້ງບົ່ງຕົວປະທານ, ຮອງປະທານ ແລະ ກຳມະ ການ ແລະ ມະຕິຂອງກົມການ ເມືອງສູນກາງພັກສະບັບ 68-69/ກມສພ ລົງວັນທີ 9/9/ 2002 ວ່າດ້ວຍການສ້າງຕັ້ງ, ການຈັດຕັ້ງ ແລະ ການເຄື່ອນ ໄຫວຂອງສະຫະພັນນັກຮົບ ເກົ່າ. ຈາກນັ້ນກໍ່ໄດ້ຕັ້ງໜ້າປັບ ປຸງການຈັດຕັ້ງໃຫ້ເຂັ້ມແຂງ, ໜັກແໜ້ນ, ສາມາດປະຕິບັດ ພາລະບົດບາດເປັນຕົວແທນ ແຫ່ງສິດຜົນປະໂຫຍດອັນ ຊອບທຳ, ທັງມີຄວາມສາມາດ ປຸກລະດົມຖັນແຖວພະນັກ ງານນັກຮົບເກົ່າໃຫ້ເສີມຂະ ຫຍາຍທາດແທ້ມູນເຊື້ອປະຕິ ວັດອັນດີງາມຂອງຕົນ, ເປັນ ເຈົ້າການເຕົ້າໂຮມຄວາມສາ ມັກຄີໃນຖັນແຖວນັກຮົບເກົ່າ, ປະສານສົມທົບກັບອົງການ ຂອງພັກ ແລະ ລັດ ໃນການປະ ຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນ ງານ, ຄຸນງາມຄວາມດີ ໃຫ້ທົ່ວ ເຖິງ ແລະ ຖືກຕ້ອງ, ຊຸກຍູ້ໃຫ້ ນັກຮົບເກົ່າປະກອບສ່ວນສຶກ ສາອົບຮົມລູກຫຼານໃຫ້ມີນ້ຳ ໃຈຮັກຊາດ, ສືບທອດມູນເຊື້ອ ອັນດີງາມຂອງຕົນ ແລະ ເຂົ້າ ຮ່ວມວຽກງານປົກປັກຮັກສາ ພັດທະນະປະເທດຊາດ ຢ່າງ ເປັນເຈົ້າການ ແລະ ທິດທາງ ໃນຕໍ່ໜ້າສະຫະພັນນັກຮົບ ເກົ່າແມ່ນກຳລັງຈັດຕັ້ງຜັນຂະ ຫຍາຍເນື້ອໃນມະຕິກອງປະ ຊຸມໃຫຍ່ຄັ້ງທີ IV ສະໄໝທີ II ແລະ ກະກຽມດຳເນີນກອງປະ ຊຸມສີ່ຂັ້ນ (ແຕ່ສູນກາງຮອດ ທ້ອງຖິ່ນ) ຢ່າງເປັນຂະບວນ ຟົດຟື້ນ ແລະ ມີຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້.
ທີ່ມາhttp://www.kongthap.gov.la | ຂ່າວພາຍໃນ | 2013-09-10T10:42:45+00:00 | https://laopost.com/?p=3331 |
ແບບເຮືອນເປັນເຫດ! ເກືອບ 2 ປີ ການປຸກສ້າງເຮືອນໃຫ້ຜູ້ປະສົບໄພຢູ່ສະໜາມໄຊບໍ່ສຳເລັດ | ວາລະສານມະຫາຊົນ ລາຍງານໃຫ້ຮູ້ວ່າ ເຫດການຜ່ານມາເກືອບ 2 ປີ, ການປຸກສ້າງເຮືອນຖາວອນໃຫ້ຜູ້ປະສົບໄພພິບັດຢູ່ເມືອງສະໜາມໄຊ ສໍາເລັດພຽງ 30-40%.
ເຫດການທີ່ສັນເຂື່ອນອ່າງເກັບນໍ້າສໍາຮອງເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ເກີດຂຶ້ນໃນຄໍ່າຄືນວັນທີ 23 ກໍລະກົດ 2018 ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 71 ຄົນ, ປະຊາຊົນ 6 ບ້ານໄດ້ຮັບຜົນກະທົບ 100% ແລະ ອີກ 13 ບ້ານໄດ້ຮັບຜົນກະທົບໃນລະດັບເບົາ ຫາ ປານກາງ.
ມາຮອດປັດຈຸບັນ ການປຸກສ້າງເຮືອນຖາວອນໃຫ້ປະຊາຊົນຜູ້ປະສົບໄພພິບັດຈາກເຫດສັນເຂື່ອນອ່າງເກັບນໍ້າສໍາຮອງເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກຢູ່ເມືອງສະໜາມໄຊ, ແຂວງອັດຕະປື ເຊິ່ງມີທັງໝົດ 802 ຫລັງ ສຳເລັດແລ້ວປະມານ 30-40% ຂອງແຜນການ. ໃນນັ້ນ 102 ຫລັງແມ່ນໄດ້ຮັບທຶນຊ່ວຍເຫລືອລ້າຈາກປະຊາຊົນໄທ ແລະ ອົງການ UN-HABITAT ແລະ ອີກ 700 ຫລັງ ແມ່ນນຳໃຊ້ທຶນຈາກບໍລິສັດພັດທະນາເຂື່ອນເຊປຽນ-ເຊນໍ້ານ້ອຍ.
ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຮູ້ໃນໂອກາດເຄື່ອນ ໄຫວເຮັດວຽກຢູ່ແຂວງອັດຕະປື ແລະ ໄດ້ໄປເບິ່ງຕົວຈິງສະຖານທີ່ກໍ່ສ້າງເຮືອນຖາວອນໃຫ້ຜູ້ປະສົບໄພພິບັດດັ່ງກ່າວທີ່ເມືອງສະຫນາມໄຊ ເມື່ອບໍ່ດົນມານີ້ວ່າ: ສາເຫດທີ່ເຮັດໃຫ້ການກໍ່ສ້າງມີຄວາມຫຼ້າຊ້າ ເນື່ອງຈາກຫຼາຍປັດໄຈ ເປັນຕົ້ນ: ແບບເຮືອນ, ເຊິ່ງຜູ້ໜຶ່ງມັກແບບໜຶ່ງ ຜູ້ໜຶ່ງມັກອີກແບບໜຶ່ງ ເຮັດໃຫ້ມີຄວາມຫຍຸ້ງຍາກ ແລະ ແກ່ຍາວເວລາໃນການປຸກສ້າງອອກໄປ ເພາະວ່າທຸກຢ່າງຕ້ອງເຮັດໃຫ້ສົມເຫດສົມຜົນ ແລະ ມີຄວາມເໝາະສົມທີ່ສຸດ ແລະ ສາເຫດອື່ນໆ.
ຮຽບຮຽງຂ່າວ: ພຸດສະດີ | ຂ່າວທ້ອງຖິ່ນ | 2020-07-10T15:11:03+00:00 | https://laopost.com/?p=120308 |
ລາວ-ບຣູໄນ ຂະຫຍາຍການຮ່ວມມື ດ້ານພະລັງງານ, ການຄ້າ ແລະກະສິກຳ | ກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ບູຣໄນ ຄັ້ງທີ 3 (JCBC-3) ໃນລະຫວ່າງວັນທີ 9-11 ສິງຫາ 2022 ທີ່ ນະຄອນຫຼວງ ບັນດາເສຣີເບກາວັນ ປະເທດ ບຣູໄນ ດາຣູຊາລາມ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ-ບູຣໄນ ໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.
ໃນຕອນເຊົ້າຂອງວັນທີ 10 ສິງຫາ 2022, ໄດ້ມີກອງປະຊຸມຄະນະກໍາມາທິການຮ່ວມມືສອງຝ່າຍ ລາວ-ບູຣໄນ, ບູຣໄນ-ລາວ ຄັ້ງທີ 3 (JCBC-3), ໂດຍການເປັນປະທານຮ່ວມ ລະຫວ່າງ ພະນະທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດ ສະເຫຼີມໄຊ ກົມມະສິດ ແລະ ພະນະທ່ານລັດຖະມົນຕີຕ່າງປະເທດ ແລະ ການຄ້າ ເອຣີວັນ ເປີຮິນ ຢູຊ໊ອບ.
ສອງຝ່າຍ ເຫັນດີສືບຕໍ່ ແລະ ຊຸກຍູ້ເສີມຂະຫຍາຍການພົວພັນຮ່ວມມືກັນມີຄື:
ສືບຕໍ່ຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຊົມເຊີຍວຽກງານການຝຶກອົບຮົມ ແລະ ແລກປ່ຽນດ້ານການທະຫານ ທີ່ມີບາດກ້າວອັນດີ.
ຊຸກຍູ້ເສີມຂະຫຍາຍການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ-ການລົງທຶນ ໂດຍການປະສານສົມທົບຢ່າງກົມກຽວກັນໂດຍຜ່ານ ສະພາການຄ້າ ແລະ ອຸດສະຫະກຳ ຂອງສອງປະເທດ
ຊຸກຍູ້ການຮ່ວມມືດ້ານກະສິກຳ ໂດຍສະເພາະສຶກສາຄວາມເປັນໄປໄດ້ໃນການຊື້ຂາຍເຂົ້າ ແລະ ຜະລິດຕະພັນດ້ານກະສິກຳ.
ສືບຕໍ່ການຮ່ວມມືດ້ານອຸດສະຫະກຳ, ພະລັງງານ, ການຄ້າການລົງທຶນ, ການຄົມມະນາຄົມທາງອາກາດ, ການສຶກສາ, ກິລາ, ການພັດທະນາຊັບພະຍາກອນມະນຸດ, ແຮງງານ, ສະຫວັດດີການສັງຄົມ, ການຮ່ວມມືດ້ານແມ່ຍິງ ແລະ ອື່ນໆ.
ນອກຈາກນີ້, ສອງຝ່າຍ ໄດ້ປຶກສາຫາລືຮ່ວມກັນໃນການວາງທິດທາງແຜນການຮ່ວມມືໃນຕໍ່ໜ້າໃຫ້ກວ້າງຂວາງແລະກວມເອົາຫລາຍຂົງເຂດການຮ່ວມມື, ໂດຍແນໃສ່ຊຸກຍູ້ການຮ່ວມມືໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນກວ່າເກົ່າ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ບຣູໄນ.
ພິເສດໃນປີ 2023 ທີ່ຈະມາເຖິງນີ້, ສອງປະເທດ ເຫັນດີເປັນເອກະພາບ ຈະຮ່ວມກັນຈັດບັນດາກິດຈະກໍາສໍາຄັນຕ່າງໆ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ບຣູໄນຄົບຮອບ 30 ປີ (27 ກໍລະກົດ 1993-27 ກໍລະກົດ 2023) ເພື່ອໃຫ້ມີຂະບວນຟົດຟື້ນ ແລະ ມີຄວາມໝາຍສໍາຄັນຂອງສອງປະເທດ ລາວ-ບຣູໄນ.
ແຫຼ່ງຂ່າວຈາກ ກະຊວງປ້ອງກັນປະເທດ | ຂ່າວພາຍໃນ | 2022-08-17T14:45:22+00:00 | https://laopost.com/?p=136697 |
ຊາວອາເມຣິກັນລຸກຮືປະທ້ວງ ເຫດບໍ່ສັ່ງຟ້ອງຕຳຫລວດ ຮັດຄໍຊາຍຜິວດຳຕາຍ! | ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 4 ທັນວາຜ່ານມານີ້ວ່າ ຜູ້ຄົນຈຳນວນຫລາຍ ໄດ້ອອກມາຊຸມນຸມປະທ້ວງ
ຕາມຖະໜົນຫົນທາງທີ່ມະຫານະຄອນນິວຢອກ ສະຫະລັດອາເມຣິກາ ຫລັງຈາກທີ່ຄະນະລູກຂຸນໃຫຍ່ ຕັດສິນໃຈບໍ່
ຕັ້ງຂໍ້ຫາໃດໆໃຫ້ແກ່ຕຳຫລວດຜິວຂາວ ທີ່ໃຊ້ແຂນຮັດຄໍຊາຍຜິວດຳ ໃນລະຫວ່າງການຈັບກຸມ ຈົນເປັນເຫດເຮັດ
ໃຫ້ເສຍຊີວິດ ເຊິ່ງນັບເປັນເຫດການທີ່ຄ້າຍຄືກັນກັບທີ່ເກີດຂຶ້ນໃນເມືອງເຟີກູສັນ ອັນນຳໄປສູ່ການປະທ້ວງຢ່າງກວ້າງ
ຂວາງໃນທົ່ວປະເທດ.
ແຫລ່ງຂ່າວໄດ້ລາຍງານວ່າ ກຸ່ມຜູ້ປະທ້ວງຫລາຍຮ້ອຍຄົນ ໄດ້ອອກມາຊຸມນຸມໃນສະຖານທີ່ຕ່າງໆ ພ້ອມທັງຮ້ອງເປັນ
ສຽງດຽວກັນວ່າ ” No justice, No peace ” ເຊິ່ງເປັນຄຳຂັວນດຽວກັນທີ່ໃຊ້ໃນການປະທ້ວງຢູ່ທີ່ເມືອງເຟີກູສັນ
ໂດຍທາງເຈົ້າໜ້າທີ່ຕຳຫລວດນິວຢອກໄດ້ກ່າວວ່າ ເຈົ້າໜ້າທີ່ໄດ້ຈັບກຸມຜູ້ປະທ້ວງໄປແລ້ວຢ່າງໜ້ອຍ 30 ຄົນ.
ທັງນີ້ ທ້າວ ເອຣິກ ກາເນີ ອາຍຸ 43 ປີ ຊາຍຜິວດຳຜູ້ເຄາະຮ້າຍ ໄດ້ເປັນຜູ້ຕ້ອງຫາຖານລັກລອບຄ້າຂາຍຢາສູບເຖື່ອນ
ເຊິ່ງຈາກຄຳໃຫ້ການຂອງເຈົ້າໜ້າທີ່ໄດ້ລະບຸວ່າ ທ້າວ ເອຣິກ ພະຍາຍາມຂັດຂືນການຈັບກຸມ ເຊິ່ງຈຳເປັນຕ້ອງໄດ້ຮັດ
ຄໍໄວ້ຈາກດ້ານຫລັງ ເຊິ່ງເປັນເຫດເຮັດໃຫ້ຜູ້ກ່ຽວຂາດອາກາດຫາຍໃຈ ແລະ ເສຍຊີວິດໃນທີ່ສຸດ. | ຂ່າວຕ່າງປະເທດ | 2014-12-05T09:40:42+00:00 | https://laopost.com/?p=14846 |
ປີນີ້ ຄາດວ່າລວມຍອດຜະລິດຕະພັນ ພາຍໃນ (GDP) ຈະເພີ່ມຂຶ້ນບໍ່ຫລຸດ 7,5% | ປີ 2017 ນີ້ ລັດຖະບານຈະສູ້ຊົນເຮັດໃຫ້ ລວມຍອດມູນຄ່າຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນບໍ່ຫລຸດ 7,5% ແລະ ສ້າງມູນຄ່າເພີ່ມໃຫ້ໄດ້ປະມານ 129.910 ຕື້ກີບ, ລວມຍອດຜະລິດຕະພັນພາຍໃນ ຕໍ່ຫົວຄົນ 2.300 ກວ່າໂດລາສະຫະລັດ ໃນນັ້ນ ຂະແໜງກະສິກຳ ເພີ່ມຂຶ້ນ 3% ກວມເອົາເກືອບປະມານ 22%, ອຸດສາຫະກຳ ເພີ່ມຂຶ້ນ 8,5% ກວມເກືອບ 30% , ບໍລິການ ເພີ່ມຂຶ້ນ 9% ກວ່າກວມເອົາ 40% ກວ່າ ແລະ ຂະແໜງພາສີຂາເຂົ້າ ເພີ່ມຂຶ້ນ 7% ກວມເອົາປະມານ 7% ຂອງGDP.
ທ່ານ ຄຳລຽນ ພົນເສນາ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ເປີດເຜີຍເມື່ອບໍ່ດົນມານີ້ວ່າ: ເພື່ອບັນລຸຕາມຄາດໝາຍທີ່ກ່າວນັ້ນ ຈະຕ້ອງເພີ່ມທະວີຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດ ບັນດາຄາດໝາຍສູ້ຊົນທີ່ແຜນກຳນົດໄວ້ ໂດຍສະເພາະແມ່ນ ຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຊຸກຍູ້ການເຕີບໂຕທີ່ຕິດພັນກັບການຮັກສາສະຖຽນລະພາບ ເສດຖະກິດມະຫາພາກ ເຊັ່ນ: ການຮັກສາຄວາມເໝາະສົມ ຂອງປະລິມານເງິນ, ຄຸ້ມຄອງດັດສົມອັດຕາເງິນເຟີ, ຈຳກັດພາວະເງິນຝຶດ, ສ້າງຄວາມໝັ້ນທ່ຽງໃຫ້ຄ່າເງິນກີບ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ຄັງສຳຮອງເງິນຕາຕ່າງປະເທດ ໃຫ້ກຸ້ມການນ້ຳເຂົ້າໄດ້ຢ່າງໜ້ອຍ 5 ເດືອນ, ຄຸ້ມຄອງອັດຕາແລກປ່ຽນຕາມກົນໄກຕະຫລາດ ທີ່ມີການຄຸ້ມຄອງຂອງລັດ, ສ້າງເງື່ອນໄຂທີ່ເໝາະສົມ, ເອື້ອອຳນວຍ ເພື່ອໃຫ້ຕະຫລາດເງິນຕາລະຫວ່າງທະນາຄານ ໃຫ້ເຄື່ອນໄຫວຄ່ອງຕົວ ກໍຄືການເກັບລາຍຮັບພາຍໃນ ໃຫ້ໄດ້ຕາມຄາດໝາຍ ຈັດຫາແຫລ່ງດຸ່ນດ່ຽງງົບປະມານໃຫ້ໄດ້ຕາມແຜນ, ໂດຍການຂະຫຍາຍຖານລາຍຮັບງົບປະມານ ດ້ວຍການສົ່ງເສີມພື້ນຖານເສດຖະກິດ ໃຫ້ມີການຜະລິດ, ການຄ້າ ແລະ ການບໍລິການພາຍໃນປະເທດ, ແນ່ໃສ່ອຳນວຍຄວາມສະດວກ ໃຫ້ຕະຫລາດໃຫຍ່ຂຶ້ນດ້ວຍເງື່ອນໄຂພາຍໃນ ແລະ ພາຍນອກ ຮັບປະກັນເກັບອາກອນມູນຄ່າເພີ່ມ ໃນທົ່ວສັງຄົມ, ຕ້ອງຢຸດຕິການຍົກເວັ້ນພາສີ–ອາກອນ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ, ຮີບຮ້ອນປັບປຸງຖານອາກອນ ດ້ວຍການຫັນບັນດາຫົວໜ່ວຍທຸລະກິດ ໄປສູ່ລະບົບຖືບັນຊີຕາມກົດໝາຍບັນຊີ, ນຳໃຊ້ບັນດາເຄື່ອງມືທີ່ຈຳເປັນ ນັບທັງເຄື່ອງມືດ້ານ ICT ເພື່ອເພີ່ມຄວາວມວ່ອງໄວ ໃນການເກັບລາຍຮັບ ແລະ ຈຳກັດການຕົກເຮ່ຍເສຍຫາຍໃນຂອດຕ່າງໆ, ຍົກເລີກການ ເກັບພາສີ–ອາກອນແບບຕໍ່ລອງ ແລະ ຕ້ອງໃຫ້ຫົວໜ່ວຍທຸລະກິດ ປະຕິບັດການມອບພັນທະຕາມລະບຽບກົດໝາຍ ຢ່າງເຂັ້ມງວດ.
ແຫລ່ງຂ່າວ:
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ! | ຂ່າວພາຍໃນ | 2017-01-04T09:37:57+00:00 | https://laopost.com/?p=82254 |
ອຸໂມງເຊື່ອມລົດໄຟລາວ-ຈີນ “ຫວງຈູ໋ຫຼິນ” ສ້າງສຳເລັດແລ້ວ | ສຳນັກຂ່າວຊິນຫົວ ລາຍງານເມື່ອວັນທີ 2 ທັນວາ 2018 ທີ່ຜ່ານມາວ່າ ຈີນໄດ້ປະກາດການກໍ່ສ້າງອຸໂມງຂະໜາດໃຫຍ່ “ຫວງຈູ໋ຫຼິນ” ເປັນສ່ວນໜຶ່ງຂອງເສັ້ນທາງລົດໄຟລະຫວ່າງລາວ-ຈີນ ໄດ້ສ້າງສຳເລັດສົມບູນແລ້ວ.
ໂດຍອຸໂມງນີ້ເປັນສ່ວນໜຶ່ງຂອງເສັ້ນທາງລົດໄຟຈີນ ອີ້ຊີ-ໂມ໋ຮັນ ມີໄລຍະທາງ 508 ກິໂລແມັດ ຖືເປັນໂຄງການທີ່ສຳຄັນຮ່ວມກັນລະຫວ່າງສອງປະເທດ ການກໍ່ສ້າງອຸໂມງນີ້ເລີ່ມຂຶ້ນໃນປີ 2016 ໄດ້ຮັບການສະໜັບສະໜູນຈາກຜູ້ນຳຂອງສອງປະເທດ ເພື່ອເປັນແນວທາງລິເລີ່ມໂຄງການເຊື່ອມຕໍ່ ແລະ ອີກຫຼາຍໂຄງການໃນພາຍຫຼັງ ທັງຍັງຢູ່ພາຍໃຕ້ໂຄງການເສັ້ນທາງສາຍໄໝໃໝ່ອີກດ້ວຍ.
ການສ້າງເສັ້ນທາງລົດໄຟແຫ່ງນີ້ ແບ່ງອອກເປັນ 3 ສ່ວນທີ່ເຈາະຜ່ານພູ 3 ໜ່ວຍ ໃນເມືອງ ຈິນຫົງ ເມື່ອການກໍ່ສ້າງທາງລົດໄຟນີ້ສຳເລັດລົງ ຈະຊ່ວຍຫຼຸດເວລາການເດີນທາງຈາກເມືອງ ຄຸນໝິງ ມົນທົນຢູນນານ ເຖິງເມືອງ ຈິ່ງຫົງ ເຂດສິບສອງພັນນາ ໄດ້ເຖິງປະມານ 3 ຊົ່ວໂມງ ຫາກເສັ້ນທາງລົດໄຟສ້າງສຳເລັດສົມບູນໃນປີ 2021 ຈະເຮັດໃຫ້ລົດໄຟແລ່ນດ້ວຍຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ ໃຊ້ເວລາພຽງເຄິ່ງມື້ຈາກເມືອງ ຄຸນໝິງ ປະເທດຈີນ ໄປຫາ ນະຄອນຫຼວງວຽງຈັນ ຂອງ ສປປ ລາວ.
ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: khaosod.co.th ແລະ sanook | ຂ່າວທ້ອງຖິ່ນ | 2018-12-04T15:01:16+00:00 | https://laopost.com/?p=107184 |
ບໍລິສັດກວດສອບລະບຸ ສັງຄົມພາຍໃນແອມເນສຕີ “ເປັນພິດ” | ຄະນະຜູ້ບໍລິຫານລະດັບສູງ 7 ທ່ານຂອງ “ແອມເນສຕີ ອິນເຕີເນເຊິນແນວ” ຊຶ່ງເປັນສຳນັກງານໃຫຍ່ໃນນະຄອນລອນດອນກຽມອອກຈາກຕຳແໜ່ງພາຍໃນທ້າຍເດືອນຕຸລາທີ່ຈະມາເຖິງນີ້ ພາຍຫຼັງຜົນການກວດສອບຈາກບໍລິສັດປະເມີນພົບວ່າ ອົງກອນແຫ່ງນີ້ມີວັດທະນະທຳການເຮັດວຽກທີ່ “ເປັນພິດ”.
ລາຍງານຂ່າວຈາກນະຄອນລອນດອນ ປະເທດອັງກິດເມື່ອວັນທີ 29 ພຶດສະພາໃຫ້ຮູ້ວ່າ ອົງການນິລະໂທດສະກຳສາກົນ ແອມເນສຕີ ອິນເຕີເນເຊິນແນວອອກຖະແຫຼງການເມື່ອວັນທີ 28 ພຶດສະພາຜ່ານມາວ່າ ຄະນະຜູ້ບໍລິຫານອາວຸໂສ 7 ທ່ານຂອງແອມເນສຕີ ລວມເຖິງ ທ່ານ ກູມິ ໄນດູ ໄດ້ຍື່ນໜັງສືລາອອກຈາກຕຳແໜ່ງ ຊຶ່ງຈະມີຜົນໃນທ້າຍເດືອນຕຸລາ 2019 ນີ້ ໂດຍເຈົ້າໜ້າທີ່ອາວຸໂສ ຫຼື ຕຳແໜ່ງສູງຂອງແອມເນສຕີອີກ 5 ທ່ານທັງໃນສຳນັກງານໃຫຍ່ທີ່ນະຄອນລອນດອນ ແລະ ນະຄອນເຈນີວາ ກໍໄດ້ລາອອກຈາກຕຳແໜ່ງແລ້ວ ຊຶ່ງເປັນຜົນມາຈາກຂະບວນການກວດສອບພາຍໃນອົງກອນທີ່ຖືກກວດສອບໂດຍບໍລິສັດ ຄອນເທຣຣາ ກຣຸບ ທີ່ໄດ້ເຂົ້າມາກວດສອບ ແລະ ປະເມີນສະພາບແວດລ້ອມການເຮັດວຽກ.
ທັງນີ້ ການຕັດສິນໃຈຂອງ ໄນດູ ໃນການກວດສອບໂດຍອົງກອນກາງພາຍມີຂຶ້ນພາຍຫຼັງ ທີ່ມີພະນັກງານໄວ 65 ປີເສຍຊີວິດທີ່ສຳນັກງານຂອງແອມເນສຕີສາຂານະຄອນຫຼວງປາຣີ ພ້ອມຈົດໝາຍລະບຸສາເຫດການຈົບຊີວິດໃນຄັ້ງນີ້ວ່າ ເກີດຈາກຄວາມຄຽດໃນການເຮັດວຽກ ຊຶ່ງຫຼັງຈາກເຫດການດັ່ງກ່າວພຽງ 6 ເດືອນ ກໍມີພະນັກງານສັນຍາຈ້າງຊາວອັງກິດອາຍຸ 28 ປີຊຶ່ງປະຈຳການຢູ່ທີ່ສຳນັກງານໃນນະຄອນເຈນີວາກໍໄດ້ຈົບຊີວິດຕົນເອງທີ່ເຮືອນພັກຂອງນາງ ຢ່າງໃດກໍຕາມ ຄອນເທຣຣາ ກຣຸບ ກໍໄດ້ກວດສອບ ແລະ ວິເຄາະປັດໄຈອື່ນໆ ຕື່ມກ່ອນທີ່ຈະສະຫຼຸບວ່າ ແອມເນສຕີ ເປັນອົງກອນທີ່ສ້າງຄວາມຄຽດ ແລະ ແຮງກົດດັນໃຫ້ພະນັກງານໃນລະດັບທີ່ບໍ່ສາມາດຮັບໄດ້ ນອກນີ້ ຍັງມີການເລືອກປະຕິບັດ ແລະ ຄວາມບໍ່ໄວ້ວາງໃຈກັນເອງພາຍໃນອົງກອນ ດັ່ງນັ້ນ ວັດທະ ນະທຳການເຮັດວຽກຂອງແອມເນສຕີຈິ່ງຖືວ່າ “ເປັນພິດ”.
ຂະນະທີ່ສື່ທ້ອງຖິ່ນຂອງອັງກິດກໍໄດ້ລາຍງານວ່າ ການພົ້ນຈາກຕຳແໜ່ງຂອງຄະນະຜູ້ບໍລິຫານໄດ້ສ້າງຄວາມບໍ່ພໍໃຈໃຫ້ແກ່ພະນັກ ງານຈຳນວນບໍ່ໜ້ອຍ ຊຶ່ງລະບຸວ່າກຸ່ມຄົນເຫຼົ່ານີ້ຈະໄດ້ຮັບຄ່າຊົດເຊີຍມະຫາສານຕ່າງຈາກການປົດພະນັກງານບາງຄົນອອກຈາກຕຳແໜ່ງເພາະວິກິດພາຍໃນອົງກອນ.
ຮຽບຮຽງ: ສະຫະລັດ ວອນທິວົງໄຊ
ຮູບພາບ: Getty Images | ຂ່າວຕ່າງປະເທດ | 2019-05-29T11:21:39+00:00 | https://laopost.com/?p=114024 |
ຂ່າວດ່ວນ! ພະຍາດຊະນິດໃໝ່ລະບາດໜັກ ຢູ່ແຂວງຊຽງຂວາງ ພົບຜູ້ຕິດເຊື້ອລົ້ນໂຮງໝໍ 200 ກວ່າກໍລະນີ! | ໜັງສືພິມລາວພັດທະນາສະບັບອອກວັນທີ 14 ກໍລະກົດ 2016 ມື້ນີ້ ກ່າວວ່າ ຕາມການລາຍງານຂອງແຫຼ່ງຂ່າວ ໂຮງໝໍແຂວງຊຽງຂວາງ ໃນວັນທີ 13 ກໍລະກົດນີ້ ໃຫ້ຮູ້ວ່າ: ນັບແຕ່ທ້າຍເດືອນມິຖຸນາເປັນຕົ້ນມາ ຢູ່ແຂວງຊຽງຂວາງ ໄດ້ເກີດມີພະຍາດຊະນິດໜຶ່ງ ລະບາດຂຶ້ນຢ່າງຮ້າຍແຮງ ແລະ ຍັງບໍ່ຮູ້ວ່າພະຍາດຫຍັງ, ຊຶ່ງມາຮອດປັດຈຸບັນ ພົບຜູ້ຕິດເຊື້ອພະຍາດດັ່ງກ່າວແລ້ວ ຫຼາຍກວ່າ 200 ກໍລະນີ, ແຕ່ຍັງບໍ່ມີຜູ້ເສຍຊີວິດ ແລະ ຂະນະດຽວກັນ ການຮອງຮັບຄົນເຈັບຂອງໂຮງໝໍແຂວງ ແມ່ນເກີນຂອບເຂດແລ້ວ, ຊຶ່ງຄົນເຈັບຈຳນວນໜຶ່ງ ຈຳຕ້ອງນອນຢູ່ນອກລະບຽງ ແລະ ເດີນທາງມາປິ່ນປາຢູ່ໂຮງຫມໍ ໃນນະຄອນຫຼວງວຽງຈັນກໍມີ, ຜູ້ລາຍງານຂ່າວໃຫ້ຮູ້ວ່າ: ສຳລັບອາການຂອງຄົນເຈັບ ໃນເບື້ອງຕົ້ນແມ່ນເປັນໄຂ້ຂັ້ນຮຸນແຮງ ແລະ ສົ່ງຜົນກະທົບຕໍ່ຕັບຂອງຜູ້ປ່ວຍຢ່າງໜັກ, ຊຶ່ງມາຮອດປັດຈຸບັນ ພະແນກສາທາລະນະສຸກແຂວງ ກໍໄດ້ຮີບຮ້ອນລາຍງານໃຫ້ ກະຊວງສາທາລະນະສຸກຮັບຊາບແລ້ວ ຮັບເພື່ອຫາວິທີຊ່ວຍເຫຼືອ, ພ້ອມທັງໄດ້ເລັ່ງກວດວິເຄາະຫາເຊື້ອພະຍາດ ແລະ ສາເຫດຂອງການຕິດເຊື້ອໃນຄັ້ງນີ້, ເພື່ອສາມາດປິ່ນປົວຜູ້ຕິດເຊື້ອໃຫ້ຫາຍຂາດໄດ້, ພ້ອມໄດ້ລົງແນະນຳໃຫ້ປະຊາຊົນ ເອົາໃຈໃສ່ປ້ອງກັນຕົນເອງໃນເບື້ອງຕົ້ນ, ດ້ວຍການປະຕິບັດຕາມຫຼັກການອະນາໄມ 3 ສະອາດ, ໂດຍສະເພາະແມ່ນ ການກິນ-ຢູ່ໃຫ້ສະອາດ, ແລະ ນຸ່ງຫົ່ມໃຫ້ສະອາດ.
ແລະຕາມທີມຂ່າວລາວໂພສເຮົາ ສຳພາດພະນັກງານສາທາລະນະສຸກແຂວງ ຊຽງຂວາງ ໃນຕອນເຊົ້າມື້ນີ້ ກໍໄດ້ຢືນຢັນວ່າຂ່າວເປັນມູນຄວາມຈິງ ປັດຈຸບັນທາງພະແນກສາທາລະນະສຸກແຂວງຊຽງຂວາງ ກໍໄດ້ສຸມໃສ່ຄົ້ນຄວ້າບັນຫາດັ່ງກ່າວຢູ່ ເຊິ່ງມາຮອດປັດຈຸບັນຍັງບໍ່ສາມາດສະຫຼຸບໄດ້ວ່າ ພະຍາດດັ່ງກ່າວມີສາເຫດມາຈາກຫຍັງ? ແລະມີຊື່ວ່າແນວໃດ? ແຕ່ສຳລັບການປິ່ນປົວນັ້ນ ແມ່ນປົວຕາມອາການໄປກ່ອນ. ສ່ວນເຂດທີ່ລະບາດແມ່ນຢູ່ເມືອງແປກເປັນຕົ້ນຕໍ ແລະໄດ້ຂໍ້ມູນວ່າຢູ່ເມືອງພູກູດກໍປາກົດເຫັນຄົນເຈັບມີອາການຄ້າຍຄືກັນນີ້. ຕົວເລກທີ່ເກັບກຳໄດ້ມາຮອດມື້ວານນີ້ຕອນເຊົ້າແມ່ນມີຢູ່ 477 ກໍລະນີ.
ໃນຂະນະທີ່ບັນດາເມືອງອື່ນທີ່ໃກ້ຄຽງ ເຊັ່ນ ເມືອງທ່າໂທມແລະອະນຸວົງ ແຂວງໄຊສົມບູນ ແມ່ນຍັງບໍ່ມີລາຍງານວ່າພົບເຫັນຄົນເຈັບໃນລັກສະນະດັ່ງກ່າວເທື່ອ.
ສ່ວນວິທີປ້ອງກັນແມ່ນ ຜູ້ຢູ່ໃກ້ຫຼືຜູ້ດູແລຄົນເຈັບ ບໍ່ຄວນສຳຜັດຄົນເຈັບໂດຍກົງ, ຄວນໃຊ້ຜ້າອັດປາກອັດດັງ, ເວລາສຳຜັດຄົນເຈັບຄວນໃສ່ຖົງມື. ໃນຊີວິດປະຈຳວັນ ຄວນຫຼີກລ້ຽງການກິນອາຫານດິບ, ນ້ຳດື່ມດິບ, ຫຼີກລ້ຽງການໃຊ້ບ່ວງ ຊ້ອມ ໄມ້ຖູ່ ຈອກກິນນ້ຳ ຟອຍຖູູແຂ້ວ ຮ່ວມກັນ, ເວລາກິນເຂົ້າຄວນຕ້ອງມີບ່ວງກາງ.
ແຫລ່ງຂ່າວ: ລາວພັດທະນາ ແລະ ພະແນກສາທາລະນະສຸກແຂວງຊຽງຂວາງ
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ! | ຂ່າວພາຍໃນ | 2016-07-14T09:33:01+00:00 | https://laopost.com/?p=65133 |
ທະຫານຈີນກວດພົບ ການລັກລອບຂົນສົ່ງໜັງ ແລະຊີ້ນແຂ້ຜິດກົດໝາຍ | ສຳນັກຂ່າວໄຊນ່າ ນິວສ໌ຂອງຈີນລາຍງານ ເມື່ອວັນທີ 8 ກຸພາ 2017 ຜ່ານມາວ່າ ໜ່ວຍເວນຍາມແຄມຊາຍຝັ່ງ ເຂດປົກຄອງຕົນເອງກວ່າງຊີຈ້ວງ ທາງພາກໃຕ້ຂອງຈີນ ໄດ້ກວດພົບການລັກລອບຂົນສົ່ງຊິ້ນສ່ວນສັດຢ່າງຜິດກົດໝາຍ ເຊິ່ງໄດ້ພົບໜັງແຂ້ຄວາມຍາວ 1.4 ແມັດ ຈຳນວນ1609 ແຜ່ນ ແລະຊີ້ນແຂ້ອີກປະມານ 506.5 ກິໂລກຣາມ ໃນຖົງຈຳນວນກວ່າ 193 ຖົງ ພ້ອມກັບຊາຍຜູ້ຕ້ອງສົງໄສອີກ 1 ຄົນ
ຕາມການລາຍງານຍັງບອກອີກວ່າ ຊາຍຜູ້ຕ້ອງສົງໄສໄດ້ສາລະພາບກັບຕຳຫຼວດວ່າ ລາວຖືກຈ້າງຈາກຜ້ຊື້ໃນເມືອງຝັງເສິງກັງ ເຂດປົກຄອງຕົນເອງກວ່າງຊີຈ້າງ ໃຫ້ໄປຮັບສິນຄ້າດັ່ງກ່າວ ມາຈາກທ່າເຮືອຢູ່ຫວຽດນາມ ເຊິ່ງໃນຕອນນີ້ເຈົ້າໜ້າທີ່ກຳລັງພິຈາລະນາດຳເນີນຄະດີ | ຂ່າວຕ່າງປະເທດ | 2017-02-13T09:37:53+00:00 | https://laopost.com/?p=84923 |
ຄົນລາວເສຍຊີວິດຍ້ອນໂຣກເອດສ໌ສະເລ່ຍ 160 ຄົນຕໍ່ປີ | ໜັງສືພິມວຽງຈັນທາມ ລາຍງານວ່າ ສູນຕ້ານເອດສ໌ ແລະ ພະຍາດຕິດຕໍ່ທາງເພດສໍາພັນແຈ້ງໃຫ້ຮູ້ວ່າ: ນັບແຕ່ປີ 1990 ທີ່ພົບຜູ້ຕິດເຊື້ອເຮັສໄອວີ ກໍລະນີທໍາອິດ ແລະ ພົບຜູ້ຕິດເຊື້ອພະຍາດເອດສ໌ໃນປີ 1992 ມາຮອດປີ 2020ນີ້, ຄົນລາວເສຍຊີວິດແລ້ວ 4.801 ຄົນ ໂດຍສະເລ່ຍແລ້ວແຕ່ລະປີມີຄົນລາວເສຍຊີວິດ 160 ຄົນຍ້ອນພະຍາດເອດສ໌.
ສູນຕ້ານເອດສ໌ ແລະ ພະຍາດຕິດຕໍ່ທາງເພດສໍາພັນ ແຈ້ງໃຫ້ຮູ້ຕື່ມວ່າ: ໄລຍະ 30 ປີຜ່ານມານີ້, ໄດ້ພົບຜູ້ຕິດເຊື້ອພະຍາດເອດສ໌ຢູ່ 17 ແຂວງ ແລະ ຢູ່ນະຄອນຫຼວງວຽງຈັນ, ໂດຍໄດ້ກວດເລືອດຫຼາຍກວ່າ 1 ລ້ານຄົນໃນຂອບເຂດທົ່ວປະເທດ, ຊຶ່ງພົບຜູ້ຕິດເຊື້ອເຮັສໄອວີ 14.457 ຄົນ, ຈໍານວນຜູ້ຕິດເຊື້ອຍັງມີຊີວິດ 10.117 ຄົນ, ພົບຜູ້ທີ່ເປັນພະຍາດເອດສ໌ ຈຳນວນ 6.014 ຄົນ ແລະ ເສຍຊີວິດ 4.841 ຄົນ.
ຮຽບຮຽງຂ່າວ: ພຸດສະດີ | ຂ່າວທ້ອງຖິ່ນ | 2020-12-03T11:03:05+00:00 | https://laopost.com/?p=122220 |
ເຈ້ຍ ປາຊິຟິກ ໂພດຂໍ້ຄວາມຄົບຮອບ 13 ປີ ທີຮັກກັບ ສາວໄຊ | ເມື່ອວັນທີ 18.8.2015 ໜຸ່ມເຈ້ຍ ປາຊິຟິກ ໄດ້ໂພດຂໍ້ຄວາມຊຶ້ງໆຜ່ານທາງFace book ວ່າ 13 ປີ 9 ເດືອນ ທີ່ ຮັກກັນດົນມາຮອດປານນີ້ ແມ່ນຄວາມເຂົ້າໃຈ ໃຫ້ໂອກາດ ບາງເລື່ອງທີ່ບໍ່ດີກະບໍ່ຕ້ອງກັບມາ ຄິດໃຫ້ປວດສະໝອງ ລືມໄປໂລດເລື່ອງບໍ່ດີ ຮັກກັນດີກວ່າ | ຂ່າວບັນເທິງ | 2015-08-19T14:52:14+00:00 | https://laopost.com/?p=33035 |
“ມິສແກຣນເປຣູ” ໄດ້ຮັບຕຳແໜ່ງ Miss Grand International 2017 ໄປຄອງ | ຈົບລົງໄປແລ້ວກັບການປະກວດ Miss Grand International 2017 ທີ່ປະເທດຫວຽດນາມ ໃນຄ່ຳຄືນຂອງວັນທີ 25 ຕຸລາ 2017 ທາງບັນເທີງລາວໂພສຕ໌ ຂໍສະແດງຄວາມຍິນດີກັບສາວງາມທັງ 5 ແລະ ພິເສດແມ່ນສາວງາມຈາກປະເທດ ເປຣູ “Maria jose lora” ທີ່ໄດ້ຮັບຕຳແໜ່ງ Miss Grand International 2017 ໄປຄອງ
Maria Jose Lora ຈາກເປຣູ, ເປັນຜູ່ຄອງມົງກຸດ Miss Grand International 2017
Tulia Aleman Ferrer ຈາກເວເນຊູເອຣາ – 1st Runner-Up
Elizabeth Durado Clenci ຈາກ ຟິລິບປິນ – 2nd Runner-Up
Brenda Azaria Jimenez ຈາກ ເປີໂຕຣິໂກ – 3rd Runner-Up
Nikola Uhlirova from ສາທາລະນະລັດເຊັກ – 4th Runner-Up
ສ່ວນມິສແກຣນລາວ 2017 “ຈິນນາລີ ນໍລາສິງ” ຜ່ານເຂົ້າຮອບ 20 ຄົນສຸດທ້າຍ | ຂ່າວບັນເທິງ | 2017-10-26T11:19:03+00:00 | https://laopost.com/?p=96379 |
ຄົ້ນພົບວັດຖຸບູຮານໄຫເງິນສະໄໝກ່ອນ | ໃນຕອນເຊົ້າຂອງັວນທີ 20 ກຸມພາ 2023 ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງພີນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງສໍາຫຼວດ ການຄົ້ນພົບ ໄຫບູຮານ.
ຕາມການລາຍງານໃນມື້ດຽວກັນນີ້ ໄດ້ມີໂຄງການເກັບກູ້ລະເບີດ ຮາໂຫຼທັດ ກວດພົບໄຫວັດຖຸບູຮານ ຈໍານວນ 1 ໜ່ວຍ ແລະ ມີເງິນອັດປ່ອງ ຈໍານວນ 1.646 ອັນ ຢູ່ທົ່ງນາ ຂອງທ່ານສີຄໍາ ບ້ານພີນ ເມືອງພີນ ແຂວງສະຫວັນນະເຂດ, ສ່ວນເຄື່ອງຂອງວັດຖຸບູຮານດັ່ງກ່າວ ແມ່ນເຈົ້າຂອງນາໄດ້ມອບໃຫ້ ວັດໂພທິສີບຸນເຮືອງ ບ້ານພີນ ເປັນຜູ້ປົກປັກຮັກສາໄວ້. | ຂ່າວພາຍໃນ | 2023-02-21T09:11:13+00:00 | https://laopost.com/?p=142468 |
ເຫດຍີງນັກຮຽນເສຍຊີວິດ ດັບ 17 ສົບ ທີ່ລັດຟໍລິດາ, ສະຫະລັດອາເມລິກາ | ຖືເປັນໂສກອະນາດຕະກຳອັນຮ້າຍແຮງໃນຮອບ 6 ປີ ຂອງສະຫະລັດ ທີ່ ໂຮງຮຽນມັດທະຍົມມາຈໍຣີຕີ້ສະໂຕນແມນດັກລາສ ໃນເມືອງປາກແລນ, ລັດຟໍລິດາ ຂອງວັນທີ 14 ກຸມພາ 2018 ມີຜູ້ເສຍຊີວິດຢ່າງຫນ້ອຍ 17 ຄົນ, ເຈົ້າຫນ້າທີ່ຕຳຫລວດ ແລະ ເຈົ້າຫນ້າທີ່ຫນ່ວຍປະຕິບັດການພິເສດ (SWAT) ໃນລັດຟໍລິດາ ໄດ້ຄວບຄຸມໂຕຜູ້ຕ້ອງສົງໄສຊື່ວ່າ ນິໂຄລອສ ຄຸສ, ນັກຮຽນອາຍຸ 19 ປີ ເປັນນັກຮຽນເກົ່າທີ່ຖືກໄລ່ອອກຈາກໂຮງຮຽນໄປກ່ອນຫນ້ານີ້. ສາມາດຈັບໂຕໄດ້ທັນທີໂດຍບໍ່ຂັດຂືນພາຍຫລັງທີ່ກໍ່ເຫດໄດ້ 1 ຊົ່ວໂມງ. ເຈົ້າຫນ້າທີ່ໃຫ້ການຕໍ່ສື່ມວນຊົນວ່າ ດ້ວຍເຫດຜົນບາງປະການທີ່ບໍ່ສາມາດເປີດເຜີຍຂໍ້ມູນໄດ້.
ນິໂຄລອສ ຄຸສ ໃຊ້ປືນຍາວເປັນອາວຸດ ເລີ່ມກໍ່ເຫດທີ່ດ້ານຫນ້າຂອງໂຮງຮຽນ ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ ກ່ອນຈະເຂົ້າໄປໃນອາຄານຮຽນເປີດສາກຍິງອີກ 12 ຄົນເສຍຊີວິດ ແລະຍັງມີອີກ 2 ຄົນທີ່ເສຍຊີວິດທີ່ໂຮງຫມໍ.
ນັບຕັ້ງແຕ່ປີ 2013 ເປັນຕົ້ນມາ ມີລາຍງານເຫດຍິງນັກຮຽນໃນສະຫະລັດລວມແລ້ວ 219 ເທື່ອ ຫລື ສະເລ່ຍປະມານ 1ເທື່ອຕໍ່ອາທິດ.
ແຫລ່ງຂ່າວຕ່າງປະເທດ: TBBC | ຂ່າວຕ່າງປະເທດ | 2018-02-15T11:29:31+00:00 | https://laopost.com/?p=99409 |
ອັງກິດ ເຕືອນໄພ ຄົນມັກສາກແບັດໂທລະສັບໄວ້ກ້ອງໝອນ | ເວັບໄຊເມໂທຣ ລາຍງານເມື່ອວັນທີ 22 ທັນວາ 2016 ຜ່ານມາວ່າ ຄຣິສ ໂອຄອນເນີ ຫົວໜ້າເຈົ້າໜ້າທີ່ດັບເພີງ ໃນນະຄອນລອນດອນ ປະເທດອັງກິດ ໄດ້ອອກມາປະກາດເຕືອນປະຊາຊົນ ການໃຊ້ໂທລະສັບ ເຊິ່ງເປັນອຸປະກອນເອເລັກໂທນິກນັ້ນ ຕ້ອງມີຄວາມລະມັດລະວັງ ພ້ອມທັງໂພສຮູບໂທລະສັບມືຖືທີ່ໄໝ້ ເພາະສາກແບັດ ປະໄວ້ກ້ອງໝອນ
ເຈົ້າໜ້າທີ່ເວົ້າວ່າ “ ໃຜທີ່ໄດ້ຮັບຂອງຂວັນປີໃໝ່ເປັນໂທລະສັບ ຕ້ອງດີໃຈ ແລະບໍ່ຢາກປະໄວ້ ແຕ່ບໍ່ວ່າເຈົ້າຈະຮັກໂທລະສັບເຄື່ອງນັ້ນຫຼາຍປານໃດ, ກະລຸນາຢ່າເອົາມາປະໄວ້ກ້ອງໝອນ, ເຊິ່ງໂທລະສັບມືຖື ເປັນອຸປະກອນອີເລັກໂທນິກ ແລະແນ່ນອນວ່າ ມັນສາມາດເກີດໄຟໄໝ້ຂຶ້ນມາເຜົາບ່ອນນອນເຈົ້າໄດ້ທຸກເວລາ ຖ້າບໍ່ລະວັງ”
ສາເຫດທີ່ເປັນແນວນັ້ນ ເພາະວ່າ ໂທລະສັບມືຖືຖືກເອົາໄປໄວ້ກ້ອງໝອນ ມັນສາມາດໄດ້ຮັບຄວາມຮ້ອນຫຼາຍ ເຊິ່ງຮ້ອນຫຼາຍພໍທີ່ຈະເກີດໄຟລຸກໄໝ້ໝອນ ແລະບ່ອນນອນ ເຊິ່ງເປັນອັນຕະລາຍຫຼາຍ
ນອກຈາກນີ້ ເຈົ້າໜ້າທີ່ໂອຄອນເນີ ຍັງເວົ້າອີກວ່າ ບໍ່ແມ່ນພຽງແຕ່ໂທລະສັບມືຖືເທົ່ານັ້ນທີ່ຕ້ອງລະວັງ ຄອມພິວເຕີກໍເຊັ່ນດຽວກັນ ເພາະກ່ອນໜ້ານີ້ ມີກໍລະນີ ການສາກແບັດຄອມພິວເຕີຖິ້ມໄວ້ ແລະເກີດໄຟໄໝ້ ຈົນເຮັດໃຫ້ເຮືອນໄໝ້ເປັນຫຼັງ | ຂ່າວຕ່າງປະເທດ | 2016-12-26T10:27:58+00:00 | https://laopost.com/?p=81423 |
ປະໂຫຍດດີໆທີ່ມີຢູ່ໃນບລ໋ອກໂຄລີ | ຈາກຜົນວິໄຈເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ ພືດຜັກຕະກູນກະລ່ຳ ແລະ ບລ໋ອກໂຄລີປະກອບມີໂມເລກຸນທີ່ສາມາດຢັບຢັ້ງຢີນ (Gene) ທີ່ມີບົດບາດຕໍ່ພະຍາດມະເຮັງໃນມະນຸດ ຊຶ່ງຫຼ້າສຸດນັກວິໄຈຈາກສູນມະເຮັງ ແລະ ສະຖາບັນວິໄຈມະເຮັງແຫ່ງສູນການແພດ ເບທ ອິສຣາເອລ ດີຄອນເນສ ໃນນະຄອນບອສຕັນ ສະຫະລັດອາເມຣິກາ ກໍໄດ້ເປີດເຜີຍວ່າ ສາມາດຄົ້ນພົບແນວທາງໃໝ່ທີ່ຈະນຳໄປສູ່ການປິ່ນປົວພະຍາດມະເຮັງ.
ໂດຍທີມນັກວິໄຈໄດ້ກຳນົດເປົ້າໝາຍໄປທີ່ຢີນທີ່ມີຊື່ວ່າ WWP1 ຊຶ່ງເປັນສ່ວນປະສົມທີ່ພົບວ່າມີຢູ່ໃນພືດຕະກູນບລ໋ອກໂຄລີ ໂດຍມີຄຸນສົມບັດຊ່ວຍຢັບຢັ້ງການຈະເລີນເຕີບໂຕຂອງຊີ້ນງອກ ແລະ ຫຼັງຈາກທົດລອງກັບສັດທີ່ເປັນມະເຮັງກໍພົບວ່າ ຢີນ WWP1 ສາມາດຜະລິດສານເອນໄຊທີ່ຊ່ວຍຢັບຢັ້ງການເຮັດວຽກຂອງຊີ້ນງອກຊຶ່ງກ່ຽວຂ້ອງກັບຢີນທີ່ມີຊື່ວ່າ PTEN ທີ່ກາຍພັນໄດ້ງ່າຍຖ້າຫາກຖືກກະຕຸ້ນຈາກລັງສີ ຫຼື ການປິ່ນປົວດ້ວຍເຄມີບຳບັດ.
ທັງນີ້ ທີມວິໄຈເຊື່ອວ່າການຄົ້ນພົບຄັ້ງນີ້ຈະນຳໄປສູ່ວິທີການຊ່ວຍຢັບຢັ້ງການເຕີບໂຕຂອງຊີ້ນງອກໃນໄລຍະຍາວ ແລະ ເປັນຊ່ອງທາງສຳຄັນໃນການປິ່ນປົວມະເຮັງໄດ້ຢ່າງມີປະສິດທິພາບໃນອະນາຄົດ.
ຮຽບຮຽງ: ສະຫະລັດ ວອນທິວົງໄຊ
ຮູບພາບ: ໄທຣັດ | ຂ່າວຕ່າງປະເທດ | 2019-05-23T11:18:20+00:00 | https://laopost.com/?p=113643 |
ຢູເຄຣນ ມີວິກິດການອົບພະຍົບຂະຫຍາຍຕົວໄວທີ່ສຸດ ນັບຕັ້ງແຕ່ສົງຄາມໂລກຄັ້ງທີສອງ | ມີລາຍງານວ່າມີຫຼາຍກວ່າ 1.5 ລ້ານຄົນໄດ້ຂ້າມເຂົ້າໄປໃນປະເທດໃກ້ຄຽງນັບຕັ້ງແຕ່ມີເຫດການ, ການບຸກໂຈມຕີຢູເຄຣນ ເຊິ່ງໃນເວລານີ້ຕ້ອງການຄວາມຊ່ວຍເຫຼືອຫຼາຍ ເນື່ອງຈາກໂຄງສ້າງພື້ນຖານທີ່ສໍາຄັນຖືກລະເບີດຖະລົ່ມ ເຮັດໃຫ້ການອົບພະຍົບອອກມາຊາຍແດນກາຍເປັນຄວາມທ້າທາຍທີ່ຍາກຂື້ນ.
ປະເທດ ຢູເຄຣນ ພະຍາຍາມມີການລວມກຸ່ມໃນຫຼາຍປະເທດໂດຍສະເພາະໃນເຂດເອີຣົບ ເພື່ອທີ່ຈະເປັນສູນກາງໃນການລໍາລຽງສົ່ງອາຫານ ແລະ ຄວາມຊ່ວຍເຫຼືອ ໂດຍສະເພາະອຸປະກອນທີ່ຈໍາເປັນສໍາລັບເດັກນ້ອຍເກີດໃໝ່ເຊິ່ງມີຄວາມຕ້ອງການເປັນຈໍານວນຫຼວງຫຼາຍ.
ໃນຂະນະທີ່ເມືອງມີຣີໂອໂພໄດ້ຖືກຍຶດ ແລະ ອາຄານບ້ານເຮືອນໄດ້ຮັບຄວາມເສີຍຫາຍຢ່າງໜັກໜ່ວງ. ສ່ວນເມືອງຄາຄິຟ ທີ່ເປັນສູນກາງດ້ານການສຶກສາ, ວັດທະນະທໍາ, ແລະ ວິທະຍາການຕ່າງໆກໍ່ໄດ້ຮັບຄວາມເສຍຫາຍເຊັ່ນດຽວກັນ. ກ່ອນໜ້ານີ້ ຢູເຄຣນໄດ້ກ່າວຫາວ່າ ຣັດເຊຍໃຊ້ລະເບີດສູນຍາກາດ ເຊິ່ງເປັນອາວຸດທີ່ມີອະນຸພາກທໍາລາຍລ້າງສູງໃນການໂຈມຕີເມືອງຄາຄິຟ.
ທ່າມກາງວິກິດຫຼາຍປະເທດໃນເອີຣົບບໍ່ພຽງແຕ່ມີນະໂຍບາຍເປີດຮັບຜູ້ລີ້ໄພ ແຕ່ຍັງມີນະໂຍບາຍໃນການນໍາສັດລ້ຽງເດີນທາງໄປນໍາໄດ້ອີກດ້ວຍເຊັ່ນ: ໂຣມາເນຍ, ສາທາລະນະລັດເຊັກ, ລິໂທເນຍ, ສະໂລເວຍ, ຮັງກະລີ ເຊິ່ງໄດ້ປະກາດຜ່ອນຄາຍຂໍ້ກໍານົດໃນການນໍາສັດລ້ຽງຂ້າມຊາຍແດນ.
ອ້າງອີງ: Ukraine Refugee Situation | ຂ່າວຕ່າງປະເທດ | 2022-03-07T11:22:44+00:00 | https://laopost.com/?p=132282 |
ດາວທຽມຣັດເຊຍຈະໃຫ້ບໍລິການອິນເຕີເນັດທີ່ຂົ້ວໂລກເໜືອ ໃນປີ 2026 | ໃນວັນທີ 31 ມີນາ 2023 ສຳນັກຂ່າວທາສ ຂອງຣັດເຊຍ ໄດ້ລາຍງານວ່າ ປະຊາຊົນໃນຂົ້ວໂລກເໜືອ ຈະສາມາດເຂົ້າເຖິງອິນເຕີເນັດໄດ້ໃນປີ 2026 ຜ່ານດາວທຽມສະຄິຟ (Skif) ຂອງຣັດເຊຍ.
ສຳນັກປະຊາສຳພັນຂອງ Sphere Congress ໃຫ້ຮູ້ວ່າ ດາວທຽມຂອງ ສະຄິຟ ຈະເລີ່ມຕົ້ນໃຫ້ບໍລິການອິນເຕີເນັດໃນອາກຕິກ ຫຼື ຂົ້ວໂລກເໜືອ ຕັ້ງແຕ່ປີ 2026.
ລາຍງານລະບຸວ່າ ແທ້ຈິງແລ້ວຂົ້ວໂລກເໜືອບໍ່ມີອິນເຕີເນັດ ແລະ ການເຂົ້າເຖິງອິນເຕີເນັດຕ້ອງໄດ້ໃຊ້ໂທລະສັບດາວທຽມຂອງອາເມຣິກາ ແຕ່ວ່າການເຂົ້າເຖິງເຄືອຂ່າຍນັ້ນຊ້າ ແລະ ມີລາຄາແພງ.
ທັ້ງນີ້ ຣັດເຊຍປະສົບຄວາມສະເລັດໃນການສົ່ງດາວທຽມ Skif-D ຂຶ້ນສູ່ວົງໂຄຈອນ ໂດຍໃຊ້ຈະລວດສົນສົ່ງ Soyuz-2.1b ໃນເດືອນຕຸລາ 2022 ໂດຍຄາດການວ່າ ຈະສົ່ງດາວທຽມສະຄິຟ ຂຶ້ນສູ່ວົງໂຄຈອນ ຈຳນວນ 8 ດວງ ເພື່ອສ້າງກຸ່ມດາວທຽມໃນອະນາຄົດ.
ແຫຼ່ງຂ່າວ CCTV | ຂ່າວຕ່າງປະເທດ | 2023-04-04T11:24:53+00:00 | https://laopost.com/?p=143703 |
ສະກັອດແລນ ແຍກເອກະລາດບໍ່ສຳເລັດ ນາຍົກສະກັອດຖະແຫລງລາອອກ! | ທ່ານ ອາເລັກ ແຊນມອນ ນາຍົກລັດຖະມົນຕີສະກັອດແລນ ປະກາດລາອອກຈາກຕຳແໜ່ງ ຫລັງຊາວສະກັອດ
ຕັດສິນໃຈທີ່ຈະຍັງຄົງຢູ່ລວມກັນກັບສະຫະລາຊະອານາຈັກຕໍ່ໄປ.
ເມື່ອວັນທີ 20 ກັນຍາ 2014 ຜ່ານມາ ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານ ອາເລັກ ແຊນມອນ ນາຍົກລັດ
ຖະມົນຕີຂອງສະກັອດແລນ ແລະ ຫົວໜ້າກຸ່ມເຄື່ອນໄຫວເພື່ອປົດປ່ອຍສະກັອດແລນ ໄດ້ປະກາດລາອອກຈາກ
ຕຳແໜ່ງ ຫລັງຈາກທີ່ເຂົາໄດ້ຜ່າຍແພ້ໃຫ້ກັບຜົນການລົງປະຊາມະຕິ ເພື່ອແຍກສະກັອດແລນອອກຈາກສະຫະ
ລາຊະອານາຈັກ.
ທ່ານ ອາເລັກ ແຊນມອນ ກ່າວໃນຄຳຖະແຫລງວ່າ ສະກັອດແລນ ຄວນທີ່ຈະມີຜູ້ນຳທາງການເມືອງຄົນໃໝ່ ແລະ
ນີ້ຄືເວລາທີ່ຈະໃຫ້ໂອກາດແກ່ໃຜຈັກຄົນໜຶ່ງ, ອີກທັງເຂົາຍັງໄດ້ເຜີຍວ່າ ເຂົາໄດ້ຕັດສິນໃຈລາອອກຈາກຕຳແໜ່ງ
ເມື່ອເຊົ້າວັນສຸກ ຫລັງຈາກທີ່ເປັນທີ່ແນ່ຊັດເຖິງສຽງສ່ວນໃຫຍ່ຂອງຊາວສະກັອດ ຕ່າງກໍໂຫວດໃຫ້ສະກັອດແລນ
ຍັງຄົງຢູ່ໃນສະຫະລາຊະອານາຈັກຕໍ່ໄປເຊັ່ນເດີມ.
ທັງນີ້ ຊາວສະກັອດໄດ້ລົງປະຊາມະຕິ ໃນວັນທີ 18 ກັນຍາ 2014 ທີ່ຜ່ານມາ ເພື່ອໃຫ້ສະກັອດແລນຢູ່ລວມກັນໃນ
ສະຫະລາຊະອານາຈັກ ດ້ວຍຜົນການລົງປະຊາມະຕິ 55% ຕໍ່ 45% ແລະ ຜົນການລົງປະຊາມະຕິຢ່າງເປັນທາງການ
ໃນຕອນເຊົ້າວັນສຸກທີ 19 ກັນຍາ 2014 ຜ່ານມານີ້. | ຂ່າວຕ່າງປະເທດ | 2014-09-22T09:54:25+00:00 | https://laopost.com/?p=10734 |
ປະຊາຊົນມຽນມາບໍ່ຍອມ! ລັດຖະບານທະຫານຍົກເລີກຜົນເລືອກຕັ້ງ ອອງຊານ ຊູຈີ, ອ້າງບໍ່ໂປງໃສ | ສຳນັກຂ່າວ YANGON ລາຍງານໃນວັນທີ 26 ກໍລະກົດຜ່ານມາ, ລັດຖະບານຜະເດັດການທະຫານມຽນມານຳໂດຍ ພົນເອກ ມິນ ອ່ອງ ຫຼ່າຍ ປະກາດຍົກເລີກຜົນການເລືອກຕັ້ງປີ 2020 ທີ່ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ (NLD) ນຳໂດຍທ່ານ ນາງ ອອງຊານ ຊູຈີ ເປັນຝ່າຍຊະນະ ໂດຍອ້າງວ່າຜົນການເລືອກຕັ້ງທຸດຈະລິດ ແລະບໍ່ມີຄວາມເປັນທຳ ທັງທີ່ການເລືອກຕັ້ງຜ່ານໄປ ເຄິ່ງປີແລ້ວ.
ພົນຕີ ເຕັງ ໂຊ, ປະທານຄະນະກຳມະການເລືອກຕັ້ງຂອງຄະນະລັດຖະບານທະຫານມຽນມາອ້າງວ່າ ມີການເປີດເຜີຍຄະດີທຸດຈະລິດໃນການເລືອກຕັ້ງຈຳນວນ 11 ລ້ານກວ່າຄະດີ ທີ່ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຂອງທ່ານ ນາງ ອອງຊານ ຊູຈີ
ເອົາຊະນະຝ່າຍຄ້ານທີ່ຝັກໃຝ່ທະຫານ ເຊິ່ງພັກດັ່ງກ່າວພະຍາຍາມທີ່ຈະເຂົ້າຢຶດອຳນາດໃນມຽນມາ, ແຕ່ ພົນຕີ ເຕັງ ໂຊ ບໍ່ໄດ້ກ່າວເຖິງເລື່ອງການເລືອກຕັ້ງໃໝ່ໃນທົ່ວປະເທດທີ່ມີປະຊາກອນສູງເຖິງ 54 ລ້ານຄົນແຕ່ຢ່າງໃດ ຂະນະທີ່ກ່ອນໜ້ານີ້ ລັດຖະບານທະຫານຍັງເຄີຍບອກວ່າ ຈະດຳເນີນການເລືອກຕັ້ງໃໝ່ພາຍໃນ 2 ປີ ແລະຍັງຂູ່ວ່າຈະຍຸບພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕນຳອີກ.
ຄຳຊີ້ແຈງດັ່ງກ່າວຂັດກັບຄວາມຈິງ ໂດຍວັດທີ່ຈຳນວນປະຊາຊົນທີ່ໃຫ້ການສະໜັບສະໜູນການເລືອກຕັ້ງຂອງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕທີ່ເພີ່ມຂຶ້ນຢ່າງເຫັນໄດ້ຊັດ ເມື່ອທຽບກັບຜົນການເລືອກຕັ້ງປີ 2015, ຂະນະທີ່ໃນລາຍງານການເລືອກຕັ້ງປະຈຳປີ 2020 ໂດຍກຸ່ມກວດສອບເຄືອຂ່າຍອາຊີ ເພື່ອການເລືອກຕັ້ງເສລີກໍໄດ້ກ່າວວ່າ: ການເລືອກຕັ້ງຄັ້ງນີ້ ຖືເປັນຕົວແທນປະຊາຊົນໂດຍແທ້ຈິງ.
ທ່ານ ນາງ ອອງຊານ ຊູຈີ ຖືກຄຸມຕົວຕັ້ງແຕ່ເກີດລັດຖະປະຫານ ແລະຍັງປະເຊີນກັບຂໍ້ກ່າວຫາຕ່າງໆ ເລີ່ມແຕ່ການໝິ່ນປະໝາດຂໍ້ຈຳກັດເລື່ອງໄວຣັສໂຄໂຣນ່າ ຈົນເຖິງການນຳເຂົ້າເຄື່ອງຮັບ-ສົ່ງວິທະຍຸທີ່ຜິດກົດໝາຍ ເຊິ່ງອາດເຮັດໃຫ້ຖືກຕັດສິນຈຳຄຸກດົນກວ່າ 10 ປີ.
ມຽນມາຕົກຢູ່ໃນຄວາມສັບສົນວຸ້ນວາຍນັບແຕ່ລັດຖະບານທະຫານເຂົາຢຶດອຳນາດ, ໂດຍມີຜູ້ເສຍຊີວິດຈາກການປາບປາມຜູ້ເຫັນຕ່າງແລ້ວ 900 ກວ່າລາຍ, ພ້ອມກັນນັ້ນ ການລະບາດຮອບໃໝ່ຂອງໂຄວິດ-19 ກໍ່ໃຫ້ເກີດຄວາມຫາຍະນະຮ້າຍແຮງທົ່ວປະເທດ ອັນໄດ້ກະທົບຕໍ່ໂຮງໝໍຫຼາຍແຫ່ງເນື່ອງຈາກກຸ່ມແພດໝໍທີ່ສະໜັບສະໜູນປະຊາທິປະໄຕພາກັນຄັດຄ້ານພ້ອມປະຕິເສດເຂົ້າປະຈຳການ. | ຂ່າວຕ່າງປະເທດ | 2021-07-28T16:03:25+00:00 | https://laopost.com/?p=126431 |
ຄົນອິນເດຍຫຼາຍໜື່ນຄົນ ປະທ້ວງຕໍ່ຕ້ານການຍົກເລີກໃຊ້ເງິນໃບ 500 ແລະໃບ 1,000 ຣູປີ | ອີງຕາມການລາຍງານຂອງສຳນັກຂ່າວຕ່າງປະເທດເມື່ອວັນທີ 28 ພະຈິກຜ່ານມາວ່າ ຄົນອິນເດຍຫຼາຍໝື່ນຄົນ ໄດ້ພາກັນຊຸມນຸມປະທ້ວງຕໍ່ຕ້ານນະໂຍບາຍປາບປາມການຄໍລັບຊັນ ແລະຫຼີກລຽງພາສີ ດ້ວຍການຍົກເລີກເງິນໃບ 500 ແລະໃບ 1,000 ຣູປີ ເຊິ່ງເປັນເງິນຫຼັກຂອງປະເທດ
ການປະກາດຂອງ ທ່ານນະເຣນທຣາ ໂມດີ ນາຍົກລັດຖະມົນຕີ ສົ່ງຜົນເຮັດໃຫ້ 3 ອາທິດຜ່ານມາອິນເດຍມີຄວາມວຸ່ນວາຍ ປະຊາຊົນພາກັນໄປຕໍ່ແຖວແລກເງິນໃໝ່, ໃນຂະນະທີ່ປະຊາຊົນຈຳນວນຫຼາຍພາກັນຮ້ອງໄຫ້ ເພາະເງິນທີ່ເຂົາມີ ບໍ່ສາມາດຊື້ເຂົ້າປາອາຫານໄດ້
ຈາກເຫດການດັ່ງກ່າວນັ້ນ ເຮັດໃຫ້ປະຊາຊົນປະມານ 25,000 ຄົນພາກັນມາຊຸມນຸມໃນຖະໜົນ ທາງຕາເວັນອອກຂອງເມືອງໂກລກາຕາ ໃນລັດເບງກອນ ແລະຢູ່ທາງມຸມໄບ ກໍມີການຊຸມນຸມປະມານ 6,000 ຄົນຢູ່ສູນການຄ້າແຫ່ງໜຶ່ງ.
ທາງດ້ານລັດຖະບານກໍຍັງເປີດໃຫ້ແລກເງິນໃບ 500 ແລະໃບ 1,000 ຣູປີ ກັບເງິນໃໝ່ໄດ້ຈົນຮອດທ້າຍປີນີ້, ແຕ່ທາງເຈົ້າໜ້າທີ່ກໍເວົ້າວ່າ ເງິນໃໝ່ທີ່ພິມໃໝ່ ກໍຍັງບໍ່ພຽງພໍກັບຄວາມຕ້ອງກັນຂອງປະຊາຊົນ, ເພາະ 90% ຂອງຄົນອິນເດຍໃຊ້ເງິນສົດ ສຳຫຼັບການໃຊ້ຈ່າຍໃນຊີວິດປະຈຳວັນ ໃນຈຳນວນນີ້ ສ່ວນຫຼາຍເປັນຜູ້ທີ່ມີລາຍໄດ້ໜ້ອຍ, ເຊິ່ງພວກເຂົາສ່ວນຫຼາຍບໍ່ມີບັນຊີໃນທະນາຄານ ເມື່ອເງິນທີ່ມີບໍ່ສາມາດໃຊ້ໄດ້ ບໍ່ສາມາດຊື້ເຂົ້າ, ປາອາຫານໄດ້ ຈຶ່ງເຮັດໃຫ້ເກີດມີການປ້ວງເກີດຂຶ້ນ | ຂ່າວຕ່າງປະເທດ | 2016-11-29T13:55:40+00:00 | https://laopost.com/?p=78201 |
ກາສຮົ່ວໄຫຼກະຈາຍໄປທົ່ວທ່າເຮືອທີ່ປະເທດຈໍແດນ | ເກີດເຫດກາສຮົ່ວໄຫຼ ກະຈາຍໄປທົ່ວທ່າເຮືອເມືອງອັດຄາບາ ປະເທດຈໍແດນ ໃນຊ່ວງສວຍຂອງວັນຈັນທີ່ຜ່ານມານີ້ຕາມເວລາທ້ອງຖິ່ນ ເຮັດໃຫ້ມີຄົນເສຍຊີວິດ 13 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກ 251 ຄົນ.
ຈາກການລາຍງານຂອງສຳນັກຂ່າວ ຣອຍເຕີ ໄດ້ລາຍງານວ່າ: ກາສຄໍລີນຮົ່ວໃນເທື່ອນີ້ ເກີດຈາກຄວາມຜິດຜາດໃນລະຫວ່າງທີ່ລົດເຄນຍົກສິນຄ້າ ແລ້ວເຮັດຖັງບັນຈຸກາສຄໍລີນ ນ້ຳໜັກປະມານ 25-38 ໂຕນ ຕົກລົງມາ ຈົນເຮັດໃຫ້ກາສຮົ່ວ ເປັນກຸ່ມຄວັນສີເຫຼືອງ, ຫຼັງຈາກນັ້ນມັນໄດ້ຟົ້ງກະຈາຍໄປທົ່ວທ່າເຮືອ ສົ່ງຜົນໃຫ້ມີຄົນເສຍຊີວິດ ແລະ ບາດເຈັບຈຳນວນຫຼາຍ.
ຈາກການກວດສອບເບື້ອງຕົ້ນ ອາດຈະເກີດຈາກລວດສະລິງຂອງລົດເຄນຍົກສິນຄ້າຂາດໃນຂະນະທີ່ຍົກຖັງກາສຄໍລີນ ລົງເຮືອບັນທຸກສິນຄ້າໄປຍັງປະເທດຈິບູຕິນ ໃນທະວີບອາຟຣິກາ ແລ້ວເຮັດຖັງກາສຕົກລົງມາຈົນກາສຮົ່ວ ແລ້ວຟົ້ງໄປທົ່ວ.
Chlorine gas leak at Jordan port kills 12, injures hundreds_2 | ຂ່າວຕ່າງປະເທດ | 2022-06-29T10:02:31+00:00 | https://laopost.com/?p=135171 |
ຄວາມເຄື່ອນໄຫວນັກກິລາລາວຊີເກມຄັ້ງທີ28ທີ່ປະເທດສິງກະໂປ | ອັບເດດຄວາມເຄື່ອນໄຫວນັກກິລາລາວ ຊີເກມຄັ້ງທີ 28 ທີ່ປະເທດສິງກະໂປ
ສະຫະພັນກິລາມວຍປັນຈັກສິລັດ ຕັ້ງເປົ້າ 1 ຫລຽນຄຳ , ໃນຊີເກມຄັ້ງທີ 28 ທີ່ປະເທດສິງກະໂປ
ສໍາລັບການລາຍຊື່ນັກກິລາ 9 ຄົນປະກອບມີ : ປະເພດຕໍ່ສູ້ປ້ອງກັນຕົວ ມີ 6 ຄົນ ເປັນຍິງ 2
1. ທ້າວ ໂບ້ໂບ້ ທໍາມະວົງ ລຸ້ນນໍ້າຫນັກ 50-55 ກິໂລກຣາມ
2. ທ້າວ ໂຕ້ໂຕ້ ທໍາມະສົງ ລຸ້ນນໍ້າຫນັກ 55-60 ກິໂລກຣາມ
3. ທ້າວ ທະນະພົນ ສິມພິລາວົງ
4. ທ້າວ ຫນູຄິດ ລາດຊະເພົາ ລຸ້ນນໍ້າຫນັກ 60-65 ກິໂລກຣາມ
5. ນາງ ນ້ອງອ້ອຍ ວົງພັກດີ ລຸ້ນນໍ້າຫນັກ 55-60 ກິໂລກຣາມ
6. ນາງ ອໍລະໄທ ສູນທະວົງ ລຸ້ນນໍ້າຫນັກ 50-55 ກິໂລກຣາມ
ປະເພດຟ້ອນ ມີ 3 ຄົນ
1. ປະເພດຟ້ອນຄູ່ຊາຍ ທ້າວ ອໍາພົນ ຂຸນຈະເລີນ , ທ້າວ ອາລີສັກ ສິງສຸວົງ
2. ປະເພດຟ້ອນບຸກຄົນ ທ້າວ ສຸກສະຫວັນ ຈັນທິລາດ | ຂ່າວພາຍໃນ | 2015-05-11T17:00:54+00:00 | https://laopost.com/?p=25491 |
ໄຟໃຫມ້ ເຮືອນປະຊາຊົນທີ່ ບ້ານ ທາດຫລວງ ເສຍຫາຍ 2 ຫຼັງ | ໃນຕອນເຊົ້າຂອງວັນທີ່18/3/2016 ເວລາ 09:10 ຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປລາວ ໄດ້ຮັບແຈ້ງເຫດຈາກປະຊາຊົນທາງເບີ1623 ວ່າໄດ້ເກີດເຫດໄຟໃຫມ້ ທີ່ບ້ານທາດຫລວງໃຕ້ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ຄວາມເສຍຫາຍແມ່ນເຮືອນ 2ຫລັງ ໄຫມ້ທັງຫມົດ ເມື່ອຫນ່ວຍກູ້ໄພມູນນິທິໄປຮອດຈຶ່ງຮ່ວມກັບຫນ່ວຍສະກັ້ດກັ້ນອັກຄີໄພນະຄອນຫລວງຄວບຄຸມເພີງໄວ້ໄດ້ໃນທີ່ສຸດ. ສ່ວນສາເຫດຂອງການເກີດໄຟໄໝ້ໃນຄັ້ງນີ້ແມ່ນເຈົ້າໜ້າທີ່ຈະສືບສວນຕໍ່ໄປ ຫາກໄດ້ຂ່າວແນວໃດເພີ່ມເຕີມຈະນຳມາລາຍງານໃຫ້ຊາບພາຍຫຼັງ
ທາງທີມງານຂໍສະແດງຄວາມເສຍໃຈກັບການສູນເສຍໃນຄັ້ງນີ້ດ້ວຍ.
http://www.laopost.com/wp-content/uploads/2016/03/ໄຟໄຫມ້.mp4
ແຫລ່ງຂ່າວຈາກ: ຫນ່ວຍກູ້ໄພ ມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ
ວິດີໂອຈາກເພສ: ເຟສບຸ໊ກ ປະກາດ. | ຂ່າວພາຍໃນ | 2016-03-18T12:38:12+00:00 | https://laopost.com/?p=50829 |
ເຂື່ອນໄຟຟ້າໃຫຍ່ທີ່ສຸດໃນກຳປູເຈຍ ເປີດເດີນເຄື່ອງຜະລິດແລ້ວ | (ພາບຈຳລອງ ເຂື່ອນໄຟຟ້າຣຸດສີ ຈຣຸມ ກຣອມ)
ເຂື່ອນໄຟຟ້າຣຸດສີ ຈຣຸມ ກຣອມ (Russei Chrum Krom) ຂະໜາດ 338 ເມກະວັດ ທີ່ພັດທະນາໂດຍນັກລົງທຶນຈີນ ແລະ ເປັນໂຮງໄຟຟ້າຂະໜາດໃຫຍ່ທີ່ສຸດຂອງກຳປູເຈຍ ໄດ້ເລີ່ມຕົ້ນການຜະລິດແລ້ວ ຫລັງກໍ່ສ້າງມາດົນເກືອບ 5 ປີ.
ສຳນັກຂ່າວຕ່າງປະເທດ ລາຍງານວ່າ ນາຍົກລັດຖະມົນຕີກຳປູເຈຍ ສົມເດັດ ຮຸນແຊນ ແລະ ທ່ານ ປູ ຈຽງກົວ ເອກອັກຄະລັດຖະທູດຈີນ ປະຈຳຣາຊະອານາຈັກກຳປູເຈຍ ໄດ້ເຂົ້າຮ່ວມໃນພີທີເປີດເຂື່ອນດັ່ງກ່າວ ໃນມື້ວານນີ້ (12 ມັງກອນ) ທີ່ເມືອງມົນທົນສີມາ ແຂວງເກາະກົງ ທາງພາກຕາເວັນຕົກສຽງໃຕ້ຂອງປະເທດ ໂດຍໃນພິທີດັ່ງກ່າວ ປະກອບມີເຈົ້າໜ້າທີ່ລະດັບລັດຖະບານ ແລະ ເຈົ້າໜ້າທີ່ທ້ອງຖິ່ນ ຕະຫລອດຮອດປະຊາຊົນກຳປູເຈຍເຂົ້າຮ່ວມກ່ວາ 1,500 ຄົນ.
ເຂື່ອນໄຟຟ້າຣຸດສີ ຈຣຸມ ກຣອມ ສ້າງຂຶ້ນໂດຍບໍລິສັດໄຊນ່າຫົວຕຽນຄັອບ ດ້ວຍມູນຄ່າການລົງທຶນ 495 ລ້ານໂດລາ ພາຍໃຕ້ຮູບແບບການສຳປະທານ BOT (ສ້າງ-ບໍລິຫານຈັດການ-ມອບໂອນ) ໃນໄລຍະເວລາ 35 ປີ ກັບລັດຖະບານກຳປູເຈຍ ໂດຍເຂື່ອນໄຟຟ້າແຫ່ງດັ່ງກ່າວນີ້ ແມ່ນເປັນໂຮງງານໄຟຟ້າທີ່ມີຂະໜາດໃຫຍ່ທີ່ສຸດຂອງກຳປູເຈຍໃນປັດຈຸບັນ. | ຂ່າວຕ່າງປະເທດ | 2015-01-13T10:10:02+00:00 | https://laopost.com/?p=17802 |
ຫຼາຍກວ່າ 40 ພາກສ່ວນ ຮ່ວມສະແດງພະລັງບໍລິຈາກເລືອດຊ່ອຍເຫຼືອສັງຄົມໃນໂອກາດວັນກໍາມະກອນສາກົນ | ເນື່ອງໃນໂອກາດວັນກໍາມະກອນສາກົນ ຄົບຮອບ 130 ປີໃນປີນີີ້ (ວັນທີ 01 ພຶດສະພາ 1886 – 01 ພຶດສະພາ 2016) ສູນກາງສະຫະພັນກໍາມະບານລາວ ຮ່ວມກັບສູນເລືອດແຫ່ງຊາດ ອົງການກາແດງລາວ ແລະ ບັນດາກະຊວງ ອົງການຈັດຕັ້ງທາງສັງຄົມ ທັງພາກລັດ ແລະ ເອກະຊົນ ຫຼາຍກວ່າ 40 ພາກສ່ວນ ມີພະນັກງານ ແລະ ກໍາມະກອນຫຼາຍກວ່າ 800 ຄົນ ໄດ້ສະແດງພະລັງແຫ່ງນໍ້າໃຈເອື້ອເຟື້ອເພື່ອແຜ່ ຮ່ວມໃຈບໍລິຈາກເລືອດແບບເປີດກວ້າງເພື່ອຊ່ອຍກອບກູ້ເອົາຊີວິດຄົນເຈັບທີ່ພວມນອນປິ່ນປົວຢູ່ຕາງໂຮງໝໍແຫ່ງຕ່າງໆ ກໍຄືໃນນະຄອນຫຼວງວຽງຈັນ ແລະ ໃນຂອບເຂດທົ່ວປະເທດ.
ກິດຈະກໍາທີ່ມີຄວາມໝາຍສໍາຄັນນີ້ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 28 ເມສາ 2016 ທີ່ໂຮງຮຽນການເມືອງ-ການປົກຄອງ (ໂພນພະເນົາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ) ໂດຍການເຂົ້າຮ່ວມຂອງທ່ານນາງ ອາລີ ວົງໜໍ່ບຸນທໍາ ຮອງປະທານສູນກາງສະຫະພັນກໍາມະບານລາວ ທ່ານ ດຣ. ແພງທອງ ບານຈັນທະວົງ ຮອງຫົວໜ້າສູນເລືອດແຫ່ງຊາດ ທ່ານ ດຣ. ຈັນທະລາ ສຸກສາຄອນ ຫົວໜ້າສູນບໍລິຈາກເລືອດ ມີບັນດາພະນັກງານ ວິຊາການ ແພດ ໝໍ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານຫົວໜ້າສູນເລືອດແຫ່ງຊາດ ອົງການກາແດງລາວ ໄດ້ກ່າວວ່າ ວຽກງານການບໍລິຈາກເລືອດ ຖືເປັນວຽກງານນຶ່ງທີ່ສໍາຄັນ ແລະ ຂາດບໍ່ໄດ້ໃນການປິ່ນປົວຄົນເຈັບ ເຊິ່ງໃນແຕ່ລະວັນແມ່ນມີການຊົມໃຊ້ເປັນຈໍານວນຫຼາຍຖົງ ເພື່ອຊ່ອຍກອບກູ້ເອົາຊີວິດຂອງຄົນເຈັບ ແລະ ຍັງບໍ່ພຽງພໍກັບຄວາມຕ້ອງການ ເຖິງຢ່າງໃດກໍຕາມ ສູນເລືອດແຫ່ງຊາດກໍໄດ້ຕັ້ງໜ້າເອົາໃຈໃສ່ໃຫ້ບັນລຸເປົ້າໝາຍຜູ້ບໍລິຈາກເລືອດແບບສະໝັກໃຈ ບໍ່ຮຽກຮ້ອງສິ່ງຕອບແທນ ພ້ອມທັງກ້າວໄປສູ່ຄວາມພຽງພໍຕາມກໍານົດຂັ້ນຕໍ່າຂອງອົງການອະນາໄມໂລກວາງອອກຄື 1% ຂອງປະຊາກອນພາຍໃນປະເທດ ຫຼື 1.000 ຄົນໃດ ໃຫ້ມີຜູ້ບໍລິຈາກເລືອດ 10 ຄົນ ໃນປີ 2020 ວຽກງານການບໍລິຈາກເລືອດ ເປັນວຽກທີ່ສໍາຄັນ ແລະ ຈໍາເປັນສໍາລັບຊີວິດຂອງມະນຸດຄົນເຮົາ ແລະ ກໍເປັນວຽກທີ່ມີຄວາມຫຽຸ້ງຍາກສັບສົນ ທ້າທາຍຕໍ່ການຈັດຕັ້ງປະຕິບັດໂຕຈິງເພື່ອໃຫ້ມີຜົນສໍາເລັດ ເນື່ອງຈາກວ່າ ຍັງບໍ່ມີສານຊະນິດໃດໆທີ່ສາມາດປ່ຽນແທນເລືອດໄດ້ ແລະ ເລືອດທີ່ຈະມາຊ່ອຍກອບກູ້ຊີວິດຄົນເຈັບນັ້ນ ກໍຕ້ອງແມ່ນເລືອດທີ່ມີຄວາມປອດໄພສູງ ແລະ ໄດ້ຈາກມາການບໍລິຈາກເລືອດແບບສະໝັກໃຈ ບໍ່ຮຽກຮ້ອງສິ່ງຕອບແທນເທົ່ານັ້ນ ດັ່ງນັ້ນ ຢູ່ໃນວຽກງານການບໍລິຈາກເລືອດ ຈິ່ງລະບຸໄວ້ວ່າ ຕ້ອງມີເລືອດພຽງພໍ ປອດໄພ ແລະ ທັນເວລາ ນອກຈາກນີ້ ຍັງຮຽກຮ້ອງໃຫ້ມີການນໍາໃຊ້ເລືອດເຂົ້າໃນການປິ່ນປົວຢ່າງສົມເຫດສົມຜົນຕື່ມອີກ ທັງນີ້ ເລືອດແມ່ນຊັບພະຍາກອນທີ່ຫາຍາກ ປັດຈຸບັນການນໍາໃຊ້ເລືອດເຂົ້າໃນການປິ່ນປົວຄົນເຈັບແມ່ນມີຈໍານວນເພີ່ມຂຶ້ນໃນແຕ່ລະວັນ ເປັນຕົ້ນ ການຜ່າຕັດສຸກເສີນ ຄົນເຈັບຂາດເລືອດຊໍ່າເຮື້ອ ຫຼື ພະຍາດໝາກໄຂ່ຫຼັງຊຸດໂຊມ ແລະ ອື່ນໆ ລ້ວນແຕ່ມີຄວາມຈໍາເປັນຕ້ອງການເລືອດເຊັ່ນດຽວກັນ ສໍາລັບວຽກງານການບໍລິຈາກເລືອດຢູ່ ສປປ.ລາວ ເຖິງວ່າຈະມີທ່າອ່ຽງເພີ່ມໃນແຕ່ລະປີກໍຕາມ ແຕ່ຈໍານວນເຈາະເກັບເລືອດແມ່ນຍັງໃນລະດັບຕໍ່າຢູ່ ໂດຍສະເພາະແມ່ນຢູ່ບັນດາແຂວງຈໍານວນນຶ່ງ ເຊິ່ງເຫັນວ່າໂຕເລກຜູ້ບໍລິຈາກເລືອດຍັງບໍ່ສາມາດບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ຮ່ວມກັນ ຈິ່ງເຊີນຊວນບັນດາທ່ານທີ່ມີເງື່ອນໄຂຈົ່ງໄດ້ໃຫ້ການປະກອບສ່ວນບໍລິຈາກເລືອດ ໂດຍສະເພາະຜູ້ທີ່ີມີອາຍຸແຕ່ 17 ຫາ 65 ປີ ນໍ້າໜັກ 45 ກິໂລກຣາມຂຶ້ນໄປ ສຸຂະພາບແຂງແຮງດີ ຈົ່ງໄດ້ສະໝັກບໍລິຈາກເລືອດ ເຊິ່ງຈະມິີພະນັກງານວິຊາການ ຊ່ຽວຊານ ແພດ ໝໍ ກວດກາເພີ່ມຕື່ມວ່າ ສາມາດບໍລິຈາກເລືອດໄດ້ ຫຼື ບໍ່ ? ສ່ວນຜູ້ທີ່ບໍ່ສາມາດບໍລິຈາກເລືອດໄດ້ ກໍຂໍໃຫ້ປຸກລະດົມຜູ້ອື່ນທີ່ມີເງື່ອນໄຂໃຫ້ມາຮ່ວມບໍລິຈາກເລືອດຢູ່ສູນເລືອດແຫ່ງຊາດ ຫຼື ຕາມສະຖານທີ່ຕ່າງໆທີ່ໜ່ວຍງານຮັບບໍລິຈາກເລືອດລົງເຄື່ອນໄຫວຈັດກິດຈະກໍາ.
ຂ່າວ/ພາບ: ເທບພະວົງ
ຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ | ຂ່າວພາຍໃນ | 2016-04-30T07:11:27+00:00 | https://laopost.com/?p=55446 |
ເບນເຕເກ້ ຍິງຈຸດໂທດ! ວິລລ່າ ບຽດຊະນະ ເວສຕ໌ບຣອມ ຊ່ວງທົດເຈັບ 2-1 | ເບນເຕເກ້ ຍິງຈຸດໂທດ! ວິລລ່າ ບຽດຊະນະ ເວສຕ໌ບຣອມ ຊ່ວງທົດເຈັບ 2-1
“ສິງສະຢອງ” ແອສຕັນ ວິລລ່າ ຄວ້າສາມແຕ້ມໃນບ້ານໄວ້ໄດ້ ແບບລຸ້ນຈົນເມື່ອຍ ຫຼັງຈາກກ່ອນທີ່ຈະມາໄດ້ປະຕູໄຊ ຈາກລູກຈຸດໂທດຂອງ ຄຣິສຕິຢ໊ອງ ເບນເຕເກ້ ໃນຊ່ວງທົດເວລາບາດເຈັບ ຊ່ວຍໃຫ້ທີມເປີດບ້ານ ເອົາຊະນະ ເວສຕ໌ບຣອມວິຊ 2-1, ໃນເກັມການແຂ່ງຂັນບານເຕະ ພຣີເມຍລີກ ອັງກິດ ເມື່ອຄືນວັນອັງຄານ ທີ3 ມີນາ 2015ທີ່ຜ່ານມາ
ແອສຕັນ ວິລລ່າ 2-1 ເວສຕ໌ບຣອມວິຊ
ສະໜາມ: ວິລລ່າ ພາຣ໌ກ | ຂ່າວພາຍໃນ | 2015-03-04T09:44:32+00:00 | https://laopost.com/?p=20366 |
20 ນາງສາວນະຄອນຫຼວງວຽງຈັນ 2018 | ຂ່າວບັນເທີງດາລາກັບລາວໂພສມື້ນີ້ເຮົາມາສ່ອງທັງ 20 ສາວງາມຜູ້ເຂົ້າປະກວດ ນາງສາວນະຄອນຫຼວງວຽງຈັນ 2018 (Miss Vientiane) ຂໍບອກເລີຍວ່າທັງ 20 ນາງສາວຜູ້ເຂົ້າປະກວດປີນີ້ງາມຈົນກິນກັນບໍ່ລົງ ເພາະແຕ່ລະຄົນກໍ່ມີຄວາມງາມທີ່ໂດດເດັ່ນຄົນລະແບບ ເອົາເປັນວ່າເຮົາມາເບິ່ງຮູບທັງ 20 ສາວງາມກັນເລີຍດີກວ່າ
MVT 01 : ນາງ ນິດ ພຸດທະສົງ
MVT 02 ນາງ ສຸດາລັດ ສຸກຂະວະດີ
MVT 03 ນາງ ສຸກສະຫວັນ ໂສພາວັນ
MVT 04 ນາງ ຮອນດ້າ ຈັນດີ
MVT 05 ນາງ ຈິງໃຈ ຈຸນລະມຸນຕີ
MVT 06 ນາງ ພອນວິໄລ ວິພາກອນ
MVT 07 ນາງ ອໍລະຍາ ເດດມະນີວົງ
MVT 08 ນາງ ວິດາ ແຊ້ພານ
MVT 09 ນາງ ມະນີລາ ອາລຸນລັງສີ
MVT 10 ນາງ ລິດດາ ສີຊານົນ
MVT 11 ນາງ ອາລິຍາ ເກດບຸນຈັນ
MVT 12 ນາງ ນ້ຳເຜີ້ງ ສະຫວັດ
MVT 13 ນາງ ວິສູດາ ວັນນະສຸກ
MVT 14 ນາງ ນິສຸດາ ວົງປະເສີດ
MVT 15 ນາງ ວຽງຄຳ ທຳມະວົງ
MVT 16 ນາງ ສຸມາລີ ປຸນຍາວົງ
MVT 17 ນາງ ແຄັດທິຍາ ພົມມະວົງສາ
MVT 18 ນາງ ເມກຄະຫຼາ ແສງດາລາ
MVT 20 ນາງ ສຸຂະພັດ ວົງວິໄລວອນ
ຮູບພາບຈາກ: Miss Vientiane ນາງສາວ ນະຄອນຫຼວງວຽງຈັນ | ຂ່າວບັນເທິງ | 2018-03-13T15:21:13+00:00 | https://laopost.com/?p=99849 |
ອຸດົມໄຊ ແລະ ຜົ້ງສາລີ ສ້າງຄວາມຄວາມເຂົ້າໃຈກ່ຽວກັບການສຶກສາເພື່ອການພັດທະນາແບບຍືນຍົງ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດໃນໂຮງຮຽນ | ການປູກຈິດສໍານຶກ ແລະ ຫຼຸດຜ່ອນຄວາມເສຍຫາຍທີ່ເກີດຂື້ນຈາກໄພພິບັດທາງທໍາມະຊາດ ກໍຄືການກຽມຄວາມພ້ອມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ທີ່ມີຜົນກະທົບຕໍ່ລະບົບນິເວດ ເຮັດໃຫ້ໂລກນັບມື້ມີອຸ່ນຫະພູມສູງຂື້ນ ເຊິ່ງເປັນປັດໃຈເຮັດໃຫ້ເກີດໄພພິບັດທາງທໍາມະຊາດຕ່າງໆຕາມມາຢ່າງຫຼວງຫຼາຍ.
ດັ່ງນັ້ນ, ລະຫວ່າງວັນທີ 16-18 ກໍລະກົດ 2015 ນີ້, ຢູ່ທີ່ສະໂມສອນພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊໄດ້ຈັດກອງປະຊຸມເຝິກອົບຮົມ ສ້າງຄວາມເຂົ້າໃຈກ່ຽວກັບການສຶກສາເພື່ອການພັດທະນາແບບຍືນຍົງ ແລະ ຫຼຸດຜ່ອນຄວາມສ່ຽງໄພພິໃນໂຮງຮຽນ ໃຫ້ແກ່ຜູ້ອໍານວຍການ ແລະ ຄູສອນແຂວງອຸດົມໄຊ ແລະ ແຂວງຜົ້ງສາລີ.
ເປັນປະທານໂດຍ ທ່ານ ສົມບູນ ມາສຸວັນ ເລຂາທິການຫ້ອງການເລຂາຄະນະກໍາມາທິການແຫ່ງຊາດລາວ ເພື່ອຢູເນສໂກ, ເຂົ້າຮ່ວມມີ ທ່ານ ຄອນທະວີ ມິ່ງບຸບຜາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ ພ້ອມດ້ວຍ ຄະນະອໍານວຍການ, ຄູອາຈານອ້ອມຂ້າງແຂວງທີ່ມາຈາກ 2 ແຂວງເຂົ້າຮ່ວມ.
ການເຝິກອົບຮົມໃນຄັ້ງນີ້ ຜູ້ເຂົ້າຮ່ວມແມ່ນຈະໄດ້ຮຽນຮູ້ກ່ຽວກັບການສຶກສາເພື່ອການພັດທະນາແບບຍືນຍົງ, ວຽກງານໄພພິບັດໃນຂະແໜງການສຶກສາ, ການປ່ຽນແປງຂອງດິນຟ້າອາກາດ, ຫຼຸດຜ່ອນຄວາມສ່ຽງໄພພິບັດແມ່ນສ່ວນໜຶ່ງຂອງການພັດທະນາ, ການສອດແຊກວຽກງານໄພພິບັດເຂົ້າໃນການຮຽນ-ການສອນ, ກິດຈະກໍາປູກຈິດສໍານຶກກ່ຽວກັບໄພພິບັດ, ການກໍ່ສ້າງ ແລະ ຄຸ້ມຄອງໂຮງຮຽນໃຫ້ມີຄວາມປອດໄພຈາກໄພພິບັດ, ການວາງແຜນເພື່ອກະກຽມຮັບມືກັບອັນຕະລາຍ ແລະ ໄພພິບັດທີ່ຈະເກີດຂື້ນໃນໂຮງຮຽນ.
ບັນຫາໂລກຮ້ອນ ແລະ ການປ່ຽນແປງດິນຟ້າອາກາດສາມາດສ້າງຜົນກະທົບທີ່ຮ້າຍແຮງຕໍ່ກັບການພັດທະນາເສດຖະກິດ-ສັງຄົມຂອງປະເທດ ຖ້າບໍ່ມີການຕອບໂຕ້ ດັ່ງນັ້ນ, ການມີສ່ວນຮ່ວມໃນການຫຼຸດຜ່ອນຜົນກະທົບຂອງບັນຫາໂລກຮ້ອນ ແລະ ສະພາບດິນຟ້າອາກາດທີ່ປ່ຽນແປງ ແມ່ນໜ້າທີ່ຂອງໝົດທຸກຄົນ ທີ່ຈະຕ້ອງໄດ້ມີສ່ວນຮ່ວມ ເປັນເຈົ້າການຮ່ວມກັນ ໃນການກະກຽມຮັບມືກັບໄພພິບັດທີ່ຈະເກີດຂື້ນ.
ຂອບໃຈຂ່າວຈາກ: ສກຂ ອຸດົມໄຊ | ຂ່າວທ້ອງຖິ່ນ | 2015-07-17T15:13:06+00:00 | https://laopost.com/?p=30482 |
ອ່ານດ່ວນ! ປະກາດການແຕ່ງຕັ້ງ, ຍົກຍ້າຍ ແລະຮັບບຳນານ ພາຍໃນຫ້ອງການ ສນຍ | ໃນຕອນເຊົ້າ ຂອງວັນທີ 5 ຕຸລາ 2016 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ມີພິທີປະກາດການຍົກຍ້າຍ, ແຕ່ງຕັ້ງ ແລະ ອະນຸມັດໃຫ້ພະນັກງານພັກການ-ຮັບ ເບ້ຍບຳນານ. ພາຍໃຕ້ການເປັນປະທານ ຂອງທ່ານ ປອ. ເພັດ ພົມພິພັກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ມີບັນດາທ່ານຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າ ການສຳນັກງານນາຍົກ ລັດຖະມົນຕີ; ຜູ້ຕາງໜ້າຈາກ ຄະນະຈັດຕັ້ງສູນກາງພັກ, ກະຊວງພາຍໃນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງແຜນການ ແລະ ການລົງທຶນ; ພ້ອມດ້ວຍ ພະນັກງານຫຼັກແຫຼ່ງ, ພະນັກງານ- ລັດຖະກອນ ພາຍໃນຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ ເຂົ້າຮ່ວມ.
ປອ. ເພັດ ພົມພິພັກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ
ໃນພິທີ, ທ່ານ ວຽງທອງ ສິງຄຳພັນ ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານຄຳສັ່ງປະກາດການຍົກຍ້າຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຫົວໜ້າກົມ ສັງລວມການເມືອງ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄປຮັບໜ້າທີ່ໃໝ່ ຢູ່ຫ້ອງວ່າການສຳນັກງານປະທານປະເທດ ແລະ ຍົກຍ້າຍທ່ານ ມະໄລທອງ ກົມມະສິດ ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມາຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ. ພ້ອມດຽວກັນນັ້ນ, ກໍ່ໄດ້ມີການປະກາດການແຕ່ງຕັ້ງ ຄື: ແຕ່ງຕັ້ງທ່ານ ມະໄລທອງ ກົມມະສິດ ເປັນຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທັງເປັນເລຂານຸການປະຈຳທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ; ແຕ່ງຕັ້ງທ່ານ ສີສູນໄທ ແກ້ວໂພໄຊ ຫົວໜ້າພະແນກ ເປັນເລຂານຸການປະຈຳທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ; ແຕ່ງຕັ້ງທ່ານ ປອ. ເຂິງຄຳ ແກ້ວໜູຈັນ ຮອງຫົວໜ້າກົມ ແລະ ທ່ານ ແກ້ວດາວ ວົງ ພິມພັນ ຫົວໜ້າພະແນກ ເປັນເລຂານຸການປະຈຳ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ. ໃນໂອກາດດຽວກັນ, ຍັງໄດ້ມີການປະກາດອະນຸມັດໃຫ້ ພະນັກງານພັກການ-ຮັບເບ້ຍບຳນານ ຄື: ອະນຸມັດໃຫ້ທ່ານ ສີສູນທອນ ສິດທິມໍລະດາ ຜູ້ຊ່ວຍອາດີດທ່ານຮອງນາຍົກລັດຖະມົນຕີ; ທ່ານ ຄຳຫຼ້າ ທີສະຫວັດດີ ຜູ້ຊ່ວຍທ່ານລັດຖະມົນຕີ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ທ່ານ ນາງ ຈັນດີ ປັນແກ້ວ ຜູ້ຊ່ວຍລັດຖະມົນຕີ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ທ່ານ ຄຳພັນ ຈັດຕະວາກຸນ ຫົວໜ້າພະແນກຄຸ້ມຄອງຊັບສິນ, ກົມຄຸ້ມຄອງ, ຫ້ອງວ່າການສຳນັກງານນາ ຍົກລັດຖະມົນຕີ.
ບັນດາທ່ານ ພະນັກງານອາວຸໂສ ທີ່ອອກຮັບບຳນານ
ໃນຕອນທ້າຍ, ທ່ານ ເພັດ ພົມພິພັກ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ. ກ່ອນອື່ນ ທ່ານໄດ້ກ່າວຍ້ອງຍໍຊົມເຊີຍ ບັນດາທ່ານທີ່ຖືກແຕ່ງຕັ້ງ ແລະ ຍົກຍ້າຍ. ເຊິ່ງລ້ວນແລ້ວແຕ່ແມ່ນບຸກຄົນ ທີ່ມີຄວາມຮູ້ຄວາມສາມາດ, ມີປະສົບການ, ມີຜົນງານໃນຫຼາຍດ້ານ, ຜ່ານການບຸກບືນ-ຝຶກຝົນຫຼໍ່ຫຼອມຕົນເອງ ເຮັດໃຫ້ຕົນເອງມີການ ເຕີບໃຫຍ່ເຂັ້ມແຂງຂຶ້ນເປັນແຕ່ລະບາດກ້າວ ແລະ ໄດ້ຮັບຄວາມ ໄວ້ເນື້ອເຊື່ອໃຈ ຈາກການຈັດຕັ້ງເປັນຢ່າງດີ. ສ່ວນພະນັກງານທີ່ໄດ້ຮັບ ການອະນຸມັດໃຫ້ ອອກພັກການ-ຮັບເບ້ຍບຳນານນັ້ນ, ທ່ານໄດ້ຕີລາຄາສູງ ຕໍ່ຜົນງານການປະກອບສ່ວນ ທາງດ້ານເຫື່ອແຮງ, ສະຕິ ປັນຍາ, ຄວາມຮູ້ຄວາມສາມາດ ລວມທັງຜົນປະໂຫຍດສ່ວນຕົວ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ເວົ້າລວມ, ເວົ້າສະເພາະ ແມ່ນວຽກງານພາຍໃນຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ຕະຫຼອດອາຍຸການຂອງພວກເພິ່ນ ໄດ້ມີຜົນສຳເລັດໃນຫຼາຍດ້ານ. ພ້ອມນັ້ນ, ທ່ານໄດ້ເນັ້ນໜັກໃຫ້ ພະນັກງານ-ລັດຖະກອນ ພາຍໃນຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ສືບຕໍ່ຄົ້ນຄວ້າຮໍ່າຮຽນເອົາແບບຢ່າງອັນດີ ຂອງພະນັກງານອາວຸໂສ ໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານ ໃນຂົງເຂດທີ່ຕົນເອງຮັບຜິດຊອບ ໃຫ້ເກີດດອກອອກຜົນ; ຮຽກຮ້ອງໃຫ້ທຸກພາກສ່ວນ, ພະນັກງານ-ລັດຖະກອນທຸກທ່ານ ຍົກລະດັບຄວາມສາມັກຄີ ເປັນປຶກແຜ່ນແໜ້ນໜາກວ່າເກົ່າ, ປະຕິບັດແບບແຜນວິທີເຮັດວຽກ ໃຫ້ຖືກຕ້ອງ, ສອດຄ່ອງຕົວຈິງ, ວ່ອງໄວ, ໂປ່ງໃສ, ຮັບປະກັນໄດ້ ຄຸນນະພາບ ແລະ ປະສິດທິຜົນຂອງວຽກງານ.
ແຫລ່ງ: ສໍານັກງານນາຍົກລັດຖະມົນຕີ
ຜູ້ຂຽນ: ວັນທອງ | ຂ່າວພາຍໃນ | 2016-10-07T09:11:27+00:00 | https://laopost.com/?p=72260 |
ປະທານປະເທດແຫ່ງ ສປປ ລາວ ຕ້ອນຮັບຄະນະຜູ້ແທນກອງປະຊຸມ ໄອປາ | ໃນວັນທີ 17 ເດືອນກັນຍາ 2014 ທີ່ທຳນຽບປະທານປະເທດ ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສາທາ
ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ບັນດາຫົວໜ້າຄະນະຜູ້ແທນ
ກອງປະຊຸມໃຫຍ່ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 35 ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບຈັດຂຶ້ນ
ແຕ່ວັນທີ 14-20 ເດືອນກັນຍາ ປີ 2014 ທີ່ນະຄອນຫລວງວຽງຈັນ.
ທ່ານປະທານປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ບັນດາທ່ານປະທານລັດຖະສະພາ, ຫົວໜ້າຄະນະຜູ້ແທນທີ່
ເດີນທາງມາເຂົ້າຮ່ວມກອງປະຊຸມ ໃຫຍ່ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 35 ນີ້, ນອກຈາກທີ່ໄດ້ໃຫ້
ຄວາມສຳຄັນຕໍ່ການປຶກສາຫາລືດ້ານການພົວພັນວຽກງານຂອງໄອປາ ໃນການປັບປຸງການຮ່ວມມືລັດຖະສະພາໃຫ້
ເຂັ້ມແຂງ ເພື່ອສ້າງປະຊາຄົມອາຊຽນແລ້ວ ຍັງເປັນການສະໜັບສະໜູນ ສປປ ລາວ ກໍຄື ສະໜັບສະໜູນສະພາ
ແຫ່ງຊາດລາວ ໃນຖານະເປັນເຈົ້າພາບ ແລະ ປະທານກອງປະຊຸມໄອປາ ພ້ອມນີ້ ທ່ານຍັງໄດ້ສະແດງຄວາມເຊື່ອໝັ້ນ
ວ່າ ຜົນຂອງການປຶກສາຫາລືກັນໃນກອງປະຊຸມຄັ້ງນີ້ ຈະເປັນການເພີ່ມທະວີການຮ່ວມມືດ້ານລັດຖະສະພາ ແລະ
ການຮ່ວມມືຂອງໄອປາ ກັບບັນດາອົງກອນທີ່ກ່ຽວຂ້ອງຂອງອາຊຽນ ເພື່ອປະກອບສ່ວນສ້າງປະຊາຄົມອາຊຽນ ທີ່ປະ
ກອບດ້ວຍ 3 ເສົາຄ້ຳຄື: ປະຊາຄົມການເມືອງ-ຄວາມໝັ້ນຄົງ, ປະຊາຄົມເສດຖະກິດ ແລະ ປະຊາຄົມວັດທະນະທຳ-
ສັງຄົມ ໃຫ້ສຳເລັດຕາມແຜນທີ່ວາງໄວ້ ແລະ ປະກອບສ່ວນເສີມຂະຫຍາຍຄວາມເປັນແກນກາງຂອງອາຊຽນ ໃນ
ໂຄງສ້າງພາກພື້ນ ໂດຍຜ່ານບັນດາກົນໄກທີ່ອາຊຽນລິເລີ່ມຄື: ອາຊຽນ +1, ອາຊຽນ +3, ກອງປະຊຸມລັດຖະມົນຕີ
ປ້ອງກັນປະເທດອາຊຽນ ບວກເວທີພາກພື້ນ, ກອງປະຊຸມສຸດຍອດອາຊີຕາເວັນອອກ. ທ່ານປະທານປະເທດ ສະ
ແດງຄວາມຫວັງວ່າການປຶກສາຫາລືໃນກອງປະຊຸມຄັ້ງນີ້ ຈະປະກອບສ່ວນສຳຄັນເຂົ້າໃນຂະບວນການຮ່າງວິໄສທັດ
ປະຊາຄົມອາຊຽນ ຫລັງປີ 2015 ເພື່ອພ້ອມກັນກຳນົດທິດທາງເດີນຂອງອາຊຽນ ໃຫ້ກ້າວໄປຢ່າງຖືກຕ້ອງ ແລະ
ແທດເໝາະກັບຈຸດພິເສດຂອງພາກພື້ນອາຊຽນ.
ໃນໂອກາດດຽວກັນນີ້ ຄະນະຜູ້ແທນກອງປະຊຸມໄອປາ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ
ທ່ານປະທານປະເທດ ພ້ອມທັງແຈ້ງໃຫ້ຊາບເຖິງຈຸດປະສົ່ງຂອງການເດີນທາງມາເຂົ້າຮ່ວມກອງປະຊຸມໄອປາ ຄັ້ງທີ
35 ເພື່ອປະຕິບັດແນວທາງການຕ່າງປະເທດ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມືເພື່ອການພັດ
ທະນາ ແລະ ຮັດແໜ້ນຄວາມສາມັກຄີລະຫວ່າງບັນດາປະເທດສະມາຊິກອາຊຽນ, ປະເທດຄູ່ເຈລະຈາຂອງອາຊຽນ
ແລະ ອົງການຈັດຕັ້ງສາກົນໃນພາກພື້ນກໍຄືໃນໂລກ.
ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ | ຂ່າວເຫດການ | 2014-09-18T11:29:03+00:00 | https://laopost.com/?p=10574 |
ປະຊາຊົນທີ່ອາໃສໃກ້ແມ່ນໍ້າລີກຊ່ວງນີ້ຫ້າມ (ດື່ມ ຫຼື ອາບ) ແລະ ກິນປາທີ່ຕາຍເດັດຂາດ | ຫົວໜ້າຫ້ອງການເມືອງ ກາສີ ໄດ້ອອກແຈ້ງການສະບັບເລກທີ 038/ຫວມ.ກສ, ລົງວັນທີ 17 ກຸມພາ 2020 ວ່າ ຫ້າມນຳເອົານໍ້າລີກມາບໍລິໂພກ (ດື່ມ ຫຼື ອາບ) ແລະ ກິນປາທີ່ຕາຍຢ່າງເດັດຂາດ.
ປັດຈຸບັນເຫັນວ່າມີສະພາບນໍ້າຂຸ່ນຜິດປົກກະຕິ (ນໍ້າເປັນພິດ) ເຊິ່ງມັນໄດ້ສະແດງອອກໃຫ້ເຫັນປາຕາຍຢູ່ຫຼາຍຈຸດ ແຕ່ຍັງບໍ່ຮູ້ວ່າສາເຫດມັນເກີດຂຶ້ນຍ້ອນຫຍັງ. ສະນັ້ນ, ຈຶ່ງແຈ້ງມາຍັງບັນດາອົງການຈັດຕັ້ງບ້ານຕະຫຼອດຮອດພໍ່ແມ່ປະຊາຊົນທີ່ຢູ່ໃກ້ກັບນໍ້າລີກ ເມືອງ ກາສີ ແຂວງ ວຽງຈັນ ໃນໄລຍະນີ້ບໍ່ໃຫ້ບໍລິໂພກ (ດື່ມ ຫຼື ອາບ) ແລະ ບໍ່ໃຫ້ກິນປາຕາຍເດັດຂາດ ເພາະອາດເກີດຈາກສານເຄມີທີ່ປົນເປື້ອນຢູ່ໃນນໍ້າເຊິ່ງມັນສົ່ງຜົນສະທ້ອນບໍ່ດີຕໍ່ສຸຂະພາບ, ໃຫ້ລໍຖ້າຜົນການວິໄຈໃຫ້ຮູ້ສາເຫດລະອຽດກ່ອນ ຈຶ່ງຈະແຈ້ງໃຫ້ຊາບຕາມພາຍຫຼັງ.
ຮຽບຮຽງຂ່າວ: ພຸດສະດີ | ຂ່າວທ້ອງຖິ່ນ | 2020-02-18T11:05:40+00:00 | https://laopost.com/?p=116928 |
ສະຫວັນນະເຂດ ປະກາດແຕ່ງຕັ້ງ ຫົວໜ້າໄອຍະການປະຊາຊົນແຂວງ | ຂປລ. ພິທີປະກາດການແຕ່ງຕັ້ງ ທ່ານ ຄຳແພງ ເພັດທຸມພອນ ເປັນຫົວໜ້າອົງການໄອຍະການປະຊາຊົນ ແຂວງສະຫວັນນະເຂດ ຈັດຂຶ້ນໃນວັນທີ 4 ສິງຫາ 2016 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊຊະນະ ໂຄດພູທອນ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາພະນັກງານອົງ ການໄອຍະການປະຊາຊົນແຂວງ, ໄອຍະການເຂດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ໃຫ້ຮູ້ວ່າ: ການປັບປຸງລະບົບການຈັດຕັ້ງຄືນໃໝ່ ເພື່ອໃຫ້ສອດຄ່ອງກັບໜ້າທີ່ວຽກງານ, ຄວາມຮູ້ຄວາມສາມາດໃນການນຳພາການເຄື່ອນໄຫວຈັດຕັ້ງປະຕິບັດ ໜ້າທີ່ວຽກງານຢ່າງມີປະສິດທິພາບ, ພ້ອມນີ້ ທ່ານຍັງໄດ້ແນະນຳໃຫ້ພະ ນັກງານໄອຍະການທຸກສະຫາຍ ຈົ່ງເຫັນໄດ້ຄຸນທາດການເມືອງ ໃນການຊີ້ນຳ–ນຳພາ ກໍຄື ການຈັດຕັ້ງປະຕິບັດ ໜ້າທີ່ວຽກງານຂອງຕົນດ້ວຍຄວາມຮັບຜິດຊອບ, ນຳໃຊ້ຄວາມຮູ້ຄວາມສາມາດໃນດ້ານວິຊາສະເພາະ ທີ່ຮຽນມາຢ່າງສຸດຄວາມສາມາດ, ມີຄວາມສາມັກຄີ, ມີຄວາມກະຕືລືລົ້ນ, ພັດທະນາຕົນເອງ, ຊອກຮູ້ຮໍ່າຮຽນ ເພື່ອຫາປະສົບການ ໃນການແກ້ໄຂບັນຫາທີ່ເກີດຂຶ້ນ ກໍຄືໜ້າທີ່ວິຊາສະເພາະທີ່ຕົນຮັບຜິດຊອບ.
ແຫລ່ງຂ່າວ:
ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ! | ຂ່າວທ້ອງຖິ່ນ | 2016-08-08T11:02:25+00:00 | https://laopost.com/?p=67655 |
ເປິດໄຟນອນເຮັດໃຫ້ອ້ວນງ່າຍ | ການເປິດໄຟນອນຈະເຮັດໃຫ້ອ້ວນຂື້ນງ່າຍ ຫາກເປັນຜູ້ຍິງແລ້ວ ການເປິດໄຟນອນຈະເຮັດໃຫ້ພຸງໃຫຍ່ຂື້ນ
ທີມນັກວິໃຈຂອງສະຖາບັນ ວິໃຈໂລກມະເຮັງໃນລອນດອນ ໃດ້ສຶກສາກັບແມ່ຍິງຈຳນວນຫຼາຍ ໂດຍໃຫ້ທຸກບັນຍາຍເຖິງຄວາມສະຫວ່າງຂອງໄຟໃນຫ້ອງນອນ ແລະນຳໄປປຽບທຽບກັບຄວາມອ້ວນຂອງຮ່າງກາຍ.
ສາດສະດາຈານ Anthony Edward Lowe ຫົວໜ້າຂະນະວິໃຈ ກ່າວວ່າ : ໃນກຸ່ມຄົນຫຼາຍໆ ເຮັດໃຫ້ເຫັນເຖິງຄວາມກ່ຽວພັນລະຫວ່າງ ການຖຶກແສງສະຫວ່າງຍາມກາງຄືນ ກັບການມີນ້ຳໜັກເກິນແລະອ້ວນ ແຕ່ຍັງບໍ່ມີຫຼັກຖານ ຫຼາຍພໍທີ່ຈະລົງຄວາມເຫັນໃດ້ວ່າ ຫາກດັບໄຟນອນຈະເຮັດໃຫ້ນ້ຳໜັກໂຕລົດລົງໃດ້ ອາດຈະມີເຫດຜົນອື່ນກ່ຽວຂ້ອງດ້ວຍ ແຕ່ການຄົ້ນພົບທີ່ໜ້າສົນໃຈ ຈຶ່ງຄວນຈະມີການຄົ້ນຄວ້າຕໍ່ໄປ .
ກຸ່ມນັກວິຊາການໃຫ້ຄວາມເຫົນເພີ່ມວ່າ ເຫດທີ່ແສງສະຫວ່າງກ່ຽວພັນກັບຄວາມອ້ວນ ອາດຈະເປັນເພາະແສງໄຟໄປລົບກວນ ໂມງຊີວະພາບ ເຊິ່ງການພັດທະນາການຕັ້ງແຕ່ມະນຸດຍຸກຕົ້ນໆ ຄອຍປຸກໃຫ້ມະນຸດແຂ່ງຂັນຍາມກາງເວັນ ແລະພັກຜ່ອນຕອນກາງຄືນ .ນອກຈາກນີ້ ສະແດງວ່າຍັງມີອິດທິພົນຕໍ່ອາລົມ ຄວາມແຂງແຮງ ແລະ ແມ້ແຕ່ການກິນອາຫານດ້ວຍ. | ສຸຂະພາບ ແລະ ສີ່ງແວດລ້ອມ | 2014-07-30T10:57:28+00:00 | https://laopost.com/?p=7863 |
ຊົມຄວາມງາມຂອງຕາດຕະແລໃນລະດູຝົນ | ອອນຊອນຄວາມງາມ ຕາດຕະແລ ໃນລະດູຝົນ ຕາດແຫ່ງມົນສະເໜ ຂອງເມືອງຮຸນ ແຂວງອຸດົມໄຊ.
ຕາດຕະແລຕັ້ງຢູ່ບ້ານຕະແລ ຫ່າງຈາກເທດສະບານເມືອງຮຸນ ປະມານ 40 ກວ່າກິໂລແມັດ, ການເຂົ້າເຖິງເປັນເສັ້ນທາງດິນແດງ. ຈຸດເດັ່ນຂອງຕາດນີ້ເປັນນ້ຳຕົກຕາດແຫ່ງໜຶ່ງທີ່ມີຄວາມສວຍສົດງົດງາມທາງທຳມະຊາດເຊິ່ງອ້ອມຮອບດ້ວຍປ່າດົງດິບ ແລະ ປ່າເຄິ່ງດົງດິບທີ່ມີຕົ້ນໄມ້ໃຫຍ່, ນ້ອຍທີ່ມີໃບດົກໜາຂຽວງາມ ແລະ ເຕັມໄປດ້ວຍນົກນາໆຊະນິດ, ນ້ຳຕົກຕາດແຫ່ງນີ້ມີທັງໝົດ 7 ຕາດດ້ວຍກັນ, ມີທັງຕາດໃຫຍ່, ຕາດນ້ອຍຢັ່ງຢາຍໄປຕາມສາຍນ້ຳຕະແລະຍາວປະມານ 600 ກວ່າແມັດຄື:
– ຕາດທີ່ 1 ສູງປະມານ 7 ແມັດແລະກວ້າງປະມານ 8 ແມັດ.
– ຕາດທີ່ 2 ສູງປະມານ 15 ແມັດແລະກວ້າງປະມານ 7 ແມັດ.
– ຕາດທີ່ 3 ສູງປະມານ 15 ແມັດແລະກວ້າງປະມານ 11 ແມັດ.
– ຕາດທີ່ 4 ສູງປະມານ 16 ແມັດແລະກວ້າງປະມານ 27 ແມັດ.
– ຕາດທີ່ 5 ສູງປະມານ 40 ແມັດແລະກວ້າງປະມານ 27 ແມັດ.
– ຕາດທີ່ 6 ສູງປະມານ 13 ແມັດແລະກວ້າງປະມານ 28 ແມັດ.
– ຕາດທີ່ 7 ສູງປະມານ 55 ແມັດແລະກວ້າງປະມານ 35 ແມັດ.(ຕາດທີ່ 4,5,6 ຢູ່ໃນຊ່ວງໄລຍະເດືອນ 12 – 6 ນ້ຳຈະບໍ່ໂຕນຕາດ, ນ້ຳຈະລອດພື້ນ). ແຕ່ຢູ່ໃນໄລຍະລະດູຝົນແບບນີ້ນຳຢູ່ຕາດຈະມີຄວາມ ສວຍງາມ ເພາະວ່າມີປະລິມານນ້ຳຫຼາຍ.
ຂໍ້ມູນ ແລະ ພາບ ຈາກ ທ່ອງທ່ຽວອຸດົມໄຊ ແລະເສດຖະກິດ-ການຄ້າ | ຂ່າວທ່ອງທ່ຽວ | 2016-08-13T17:31:28+00:00 | https://laopost.com/?p=68429 |
ອິນເດຍກໍາລັງພົບກັບບັນຫາເຊື້ອລາດໍາລະບາດ ເຊິ່ງສາເຫດອາດມາຈາກຢາປິ່ນປົວໂຄວິດ-19 | ອີງຕາມສໍານັກຂ່າວ news1 ໄດ້ລາຍງານວ່າ: ທ່ານ Mansukh Mandaviya ລັດຖະມົນຕີສາທາລະນະສຸກຂອງອິນເດຍໄດ້ກ່າວຜ່ານຖະແຫຼງການວ່າ ອິນເດຍມີຈໍານວນຜູ້ຕິດເຊື້ອດ້ວຍໂຣກເຊື້ອລາດໍາ 45.374 ຄົນ ແລະ ໂຣກນີ້ມີຊື່ຢ່າງເປັນທາງການກໍຄື ໂຣກເຊື້ອລາດໍາມິວຄໍໄມຊິສ (mucormycosis) ທີ່ພາກຊີວິດຄົນອິນເດຍໄປແລ້ວຫຼາຍກວ່າ 4.300 ຄົນ.
ນອກຈາກນີ້ຍັງພົບວ່າເກືອບທັງໝົດທີ່ຍັງປິ່ນປົວໃນໂຮງໝໍແມ່ນຕິດເຊື້ອຮຸນແຮງທີ່ດັງ, ຕາ ແລະ ບາງສ່ວນຂອງສະໝອງ ແລະ ຍັງພົບວ່າໂຣກເຊື້ອລາດໍາສ່ວນໃຫຍ່ລະບາດຢູ່ໃນກຸ່ມຜູ້ຕິດເຊື້ອໂຄວິດ-19 ທີ່ກໍາລັງປິ່ນປົວ ໂດຍທາງແພດໄດ້ລະບຸວ່າເຊື້ອລາດໍານີ້ມີຄວາມເຊື່ອມໂຍງກັບຢາທີ່ໃຊ້ປິ່ນປົວໂຄວິດ-19 ແລະ ເບົາຫວານ. ທາງທີມແພດໄດ້ກ່າວວ່າ: ເຊື້ອລາດໍາຈະເກີດຂຶ້ນໃນຜູ້ປ່ວຍທີ່ເຊົາຈາກໂຄວິດ-19 ທີ່ກໍາລັງພັກຟື້ນໃນຊ່ວງ 12-18 ມື້. ທັງນີ້ມີການກວດພົບວ່າຜູ້ຕິດເຊື້ອໂຣກເຊື້ອລາດໍາຈໍານວນຫຼາຍເສຍຊີວິດກ່ອນທີ່ຈະມີໂອກາດໄດ້ເຂົ້າຮັບການປິ່ນປົວໃນໂຮງໝໍ ແລະ ຈໍານວນຂອງຜູ້ທີ່ເຂົ້າຮັບການປິ່ນປົວ ແລະ ຜູ້ທີ່ປິ່ນປົວຈົນຫາຍດີນັ້ນກໍໄດ້ຮັບຜົນກະທົບທາງດ້ານສຸຂະພາບ. | ຂ່າວຕ່າງປະເທດ | 2021-07-23T09:40:48+00:00 | https://laopost.com/?p=126341 |
ໂຮມຊຸມນຸມ ລະນຶກວັນຄ້າຍວັນເກີດປະທານ ໂຮ່ຈີມິງ ຄົບຮອບ 125 ປີ | ໃນຕອນເຊົ້າວັນທີ 19 ພຶດສະພານີ້, ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ແລະ ສະມາຄົມມິດຕະພາບລາວ-ຫວຽດນາມ, ຄະນະພັກ-ອຳນາດການປົກຄອງນະຄອນຫລວງວຽງຈັນ ຮ່ວມກັບສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ, ໄດ້ພ້ອມກັນຈັດງານໂຮມຊຸມນຸມລະນຶກວັນຄ້າຍວັນເກີດປະທານ ໂຮ່ຈີມິງ ຄົບຮອບ 125ປີ, ຂຶ້ນທີ່ຫໍວັດທະນະທຳແຫ່ງຊາດ, ນະຄອນ ຫລວງວຽງຈັນ ດ້ວຍບັນຍາກາດອັນຟົດຟື້ນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນຍັງ ວໍລະຈິດ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາ ທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ, ສະຫາຍ ທອງລຸນ ສີສຸສິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ຫງວຽນແມັງຮຸ່ງ
ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດ ນາມ ປະຈຳລາວ, ມີບັນດາການນຳ, ທະຫານ, ຕຳຫລວດ ແລະ ພະນັກງານຈາກກະຊວງອ້ອມຂ້າງສູນກາງ, ນັກຮຽນ, ນັກສຶກສາ, ຕົວແທນຊາວນະຄອນຫລວງວຽງຈັນ ແລະ ຊາວຫວຽດນາມທີ່ອາໄສຢູ່ນະຄອນຫລວງວຽງຈັນເຂົ້າຮ່ວມເປັນຈຳນວນຫລາຍ.
ໃນງານດັ່ງກ່າວ ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ, ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ຂັ້ນສູນກາງ ໄດ້ກ່າວຍ້ອງຍໍສັນລະເສີນວິລະກຳອັນສູງສົ່ງຂອງປະທານ ໂຮ່ຈີມິງ ນັກແນວຄິດປະຕິວັດທີ່ຍິ່ງໃຫຍ່, ນັກທິດສະດີປີຊາສາມາດຂອງການປະຕິວັດ ຫວຽດນາມ, ນັກຮັກຊາດອັນແທ້ຈິງ, ຜູ້ນຳທີ່ຍິ່ງໃຫຍ່ ແລະ ແສນເຄົາລົບຮັກຂອງຊາວກຳມະການ ແລະ ປະຊາຊົນ ຫວຽດນາມ ທັງເປັນນັກມາກຊິດ-ເລນິນນິດທີ່ແທ້ຈິງ, ນັກຮົບທີ່ກ້າແກ່ນຂອງຂະບວນການກອມມູນິດສາກົນ, ນັກວັດທະນະທຳທີ່ຍິ່ງໃຫຍ່ຂອງຫວຽດນາມ ແລະ ຂອງໂລກ, ເພື່ອນຮ່ວມຮົບທີ່ໄວ້ວາງໃຈ ແລະ ເພື່ອນມິດສະຫາຍອ້າຍນ້ອງຜູ້ໃກ້ຊິດສະໜິດສະໜົມທີ່ສຸດຂອງປະຊາຊົນລາວ, ຜູ້ໃຫ້ກຳເນີດພັກກອມມູນິດອິນດູຈີນ ເຊິ່ງເປັນຕົ້ນກຳເນີນຂອງພັກ ສປປ ລາວ ມາຮອດປັດຈຸບັນນີ້. ຕະຫລອດໄລຍະ 60 ກວ່າປີແຫ່ງການເຄື່ອນໄຫວປະຕິວັດທີ່ຟົດຟື້ນ ແລະ ປະດິດສ້າງຂອງປະທານ ໂຮ່ຈີມິງ ເພີ່ນຍັງໄດ້ນຳເອົາລັດທິມາກ-ເລນິນ ປະສານກັບມູນເຊື້ອຮັກຊາດຫວຽດນາມ, ຈິດໃຈເອກະລາດເປັນເຈົ້າຕົນເອງ, ຊອກເຫັນເສັ້ນທາງກູ້ຊາດ ແລະ ປົດປ່ອຍຊາດທີ່ຖືກຕ້ອງ, ເອົາເອກະລາດແຫ່ງຊາດຕິດພັນກັບລັດທິສັງຄົມນິຍົມ ແລະ ເພິ່ນເຄີຍເວົ້າວ່າ: “ຕາບໃດທີ່ປະເທດຊາດ ແລະ ປະຊາຊົນຍັງບໍ່ທັນໄດ້ຮັບການປົດປ່ອຍ, ຂ້າພະເຈົ້າກິນບໍ່ແຊບ ນອນບໍ່ຫລັບ, ບໍ່ມີສິ່ງໃດປະເສີດເລີດລ້ຳກວ່າເອກະລາດ, ອິດສະລະພາບ”, ພ້ອມກັນນີ້ ສະຫາຍ ພັນຄຳ ຍັງໄດ້ຕີລາຄາສູງໃນການປະ ກອບສ່ວນຂອງປະທານ ໂຮ່ຈີມິງ ຕໍ່ພາລະກິດປະຕິວັດຂອງລາວ ແລະ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ປະທານ ໂຮ່ຈີມິງ ຜູ້ຍິ່ງໃຫຍ່, ສະຫາຍ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາລົບຮັກ ຜູ້ໃຫ້ກຳເນີດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມສຳພັນສູ້ຮົບລະຫວ່າງສອງຊາດລາວ-ຫວຽດນາມ ທີ່ໄດ້ຜ່ານການທົບສອບດ້ວຍເລືອດເນື້ອຂອງບັນດາການນຳ ແລະ ນັກປະຕິວັດລຸ້ນຕ່າງໆ ແລະ ປະຊາຊົນຂອງສອງຊາດ. ນອກຈາກນີ້ ຍັງໄດ້ສະແດງຄວາມຂອບອົບຂອບໃຈຢ່າງລົ້ນເຫລືອຕໍ່ພັກ-ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ທີ່ໄດ້ສະໜັບສະໜູນ ແລະ ຊ່ວຍເຫລືອອັນໃຫຍ່ຫລວງ, ລ້ຳຄ່າ, ມີປະສິດທິຜົນ ແລະ ທັນການ, ໝົດຈິດໝົດໃຈແກ່ພັກ, ລັດ ແລະ ປະຊາຊົນລາວ ທັງໃນໄລຍະຕໍ່ສູ້ ເພື່ອຍາດເອົາເອກະລາດແຫ່ງຊາດໃນເມື່ອກ່ອນ ແລະ ທັງໃນໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດຕາມທິດສັງຄົມນິຍົມກໍຄືແນວທາງປ່ຽນແປງໃໝ່ໃນປັດຈຸບັນ.
ໃນໂອກາດອັນສະຫງ່າລາສີນີ້ ສະຫາຍ ຫງວຽນແມັງຮຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳລາວ, ກໍໄດ້ຂຶ້ນກ່າວປາໃສ ທີ່ໄດ້ຍົກໃຫ້ເຫັນປະຫວັດການເຄື່ອນໄຫວຕໍ່ສູ້ກູ້ຊາດ, ແນວຄິດ ແລະ ຄຸນສົມບັດຂອງປະທານ ໂຮ່ຈີມິງ ຜູ້ຍິ່ງໃຫຍ່, ການປະກອບສ່ວນຂອງເພີ່ນໃນພາລະກິດປະຕິວັດຂອງ 3 ຊາດອິນດູຈີນ, ໄດ້ສະແດງຄວາມຂອບອົກຂອບໃຈມາຍັງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ທີ່ໄດ້ໃຫ້ການສະໜັບສະໜູນພາລະກິດຕໍ່ສູ້ກູ້ຊາດ ຫວຽດນາມ ໃນເມື່ອກ່ອນ ກໍຄືໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ ພ້ອມນີ້ ທ່ານທູດ ຍັງໄດ້ຕາງໜ້າໃຫ້ພັກ-ລັດ ແລະ ປະຊາຊົນຫວຽດນາມ ປະຕິຍານວ່າ: ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອປະຕິບັດຄຳສັ່ງສອນທີ່ສັກກາລະບູຊາຂອງລຸງໂຮ່ ທີ່ວ່າ: “ສາມັກຄີ, ສາມັກຄີ, ມະຫາສາມັກຄີ-ໄຊຊະນະ, ໄຊຊະນະ, ມະຫາໄຊຊະນະ!!!”, ຈະຮ່ວກັບພັກ-ລັດ ແລະ ປະຊາຊົນລາວ ອ້າຍນ້ອງ ຖະນຸຖະໜອມ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ສະໜິດຕິດແໜ້ນ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ສວຍສົດງົດງາມ, ໝັ້ນຄົງທະນົງແກ່ນຕະ ຫລອດກາລະນານ, ເປັນແຫລ່ງກຳລັງແຮງອັນໃຫຍ່ຫລວງ, ບໍ່ມີບ່ອນສິ້ນສຸດໃຫ້ແກ່ພາລະກິດສ້າງສາ, ພັດທະນາເສດຖະກິດ-ສັງຄົມ ແລະ ປົກປັກຮັກສາປະເທດຊາດຂອງຫວຽດນາມ ແລະ ລາວຢ່າງແທ້ຈິງ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ເອກະລາດແຫ່ງຊາດ, ປະຊາທິປະໄຕ, ຄວາມກ້າວໜ້າທາງສັງຄົມ ກໍຄືສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາວັດທະນາຖາວອນ ຢູ່ໃນພາກພື້ນ ແລະ ໃນໂລກ.
ແຫລ່ງຂ່າວ: ລາວພັດທະນາ | ຂ່າວເຫດການ | 2015-05-20T13:58:19+00:00 | https://laopost.com/?p=26315 |
ສານຂອງທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ, ວັນທີ 5 ມິຖຸນາ | ນາຍົກລັດຖະມົນຕີແຫ່ງ ສປປລາວ
ໃນປີນີ້, ລັດຖະບານແຫ່ງ ສປປ ລາວ ກໍຄືປະຊາຊົນລາວ ບັນດາເຜົ່າໃນທົ່ວ ປະເທດ ຮູ້ສຶກ ພາກພູມໃຈເປັນຍ່າງຍິ່ງທີ່ໄດ້ ຮ່ວມກັບປະຊາຊາດໃນທົ່ວໂລກ ສະເຫຼີມສະຫຼອງວັນສິ່ງແວດ ລ້ອມໂລກ ວັນທີ 5 ມິຖຸນາ 2014 ພາຍໃຕ້ຄຳຂວັນ “ ຈົ່ງ ພ້ອມກັນອອກແຮງປົກປັກຮັກສາຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມໃຫ້ຍຶນຍົງສະກັດກັ້ນການເພິ່ມຂຶ້ນຂອງ ລະດັບນ້ຳທະເລ ” ຊຶ່ງເປັນໂອກາດ ທີ່ສຳຄັນເພື່ອປຸກລະດົມຈິດສຳນຶກຂອງທົ່ວປວງຊົນຮ່ວມ ແຮງຮ່ວມໃຈກັນຕ້ານ ແລະ ຮັບມືກັບສະພາວະໂລກຮ້ອນອັນເປັນສາເຫດກໍ່ໃຫ້ເກີດການ ປ່ຽນແປງຂອງ ສະພາບອາກາດແນໃສ່ຮັບປະກັນການພັດທະນາເສດຖະກິດ-ສັງຄົມໃຫ້ມີຄວາມ ຍືນຍົງ ນໍາໄປສູ່ການລຶບລ້າງຄວາມທຸກຍາກພ້ອມດຽວກັນພວກເຮົາໄດ້ພ້ອມກັນສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2014 ດ້ວຍການສ້າງຂະບວນການປູກຕົ້ນໄມ້ຕາມສະຖານທີ່ຕ່າງໆຢ່າງເປັນເຈົ້າການ.
ດັ່ງທີ່ພວກເຮົາຮູ້ນຳກັນແລ້ວ ວ່າບັນຫາການປ່ຽນແປງດິນຟ້າອາກາດຂອງໂລກໃນປັດຈຸບັນຖືວ່າເປັນບັນຫາສຳຄັນ ແລະ ເຄັ່ງ ຮ້ອນເຊິ່ງມັນຮຽກຮ້ອງໃຫ້ບັນດາປະຊາຊາດໃນໂລກຕ້ອງໄດ້ຮ່ວມມື, ຮ່ວມແຮງຮ່ວມໃຈ ກັນຢ່າງຈິງຈັງໃນການປ້ອງ ກັນ, ສະ ກັດກັ້ນ, ແກ້ໄຂ ແລະ ຫຼຸດຜ່ອນສະພາວະໂລກຮ້ອນໂດຍສະເພາະການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ
ອອກສູ່ຊັ້ນ ບັນຍາກາດໂລກ. ບັນດານັກວິທະຍາສາດຢູ່ໃນໂລກໄດ້ຢັ້ງຢືນ ຢ່າງໜັກແໜ້ນວ່າລະດັບການ ປ່ອຍອາຍພິດເຮືອນ ແກ້ວຂື້ນສູ່ ຊັ້ນບັນຍາກາດໂລກມາເຖິງປັດຈຸບັນມີປະລິມານເພີ້ມຂຶ້ນສູງ ແລະ ຄາດວ່າຈະຍິ່ງເພີ້ມທະວີຂຶ້ນໃນ ອະນາຄົດອັນ ເກີດມາຈາກ ການກະທຳຂອງມະນຸດນັ້ນເອງ ເປັນ ສາເຫດຕົ້ນຕໍເຮັດໃຫ້ສະພາບອາກາດມີການປ່ຽນແປງຜິດປົກກະຕິ ເປັນ ຕົ້ນ: ຝົນຕົກ ບໍ່ຖືກຕາມລະດູການ, ພາຍຸຮຸນແຮງ, ນ້ຳຖ້ວມ, ແຫ້ງແລ້ງດິນເຊາະເຈື່ອນ ແລະ ອື່ນໆ ທີ່ສົ່ງຜົນກະທົບ ທາງລົບ ຢ່າງໜັກໜ່ວງ ຕໍ່ຊີວິດການ ເປັນຢູ່ຂອງປະຊາຊົນ, ຕໍ່ການພັດທະນາເສດຖະກິດ-ສັງຄົມ, ສຸຂະພາບຂອງມະນຸດ ແລະ ອື່ນໆ ສະພາວະໂລກ ຮ້ອນຍັງເຮັດໃຫ້ນໍ້າກ້ອນຢູ່ຂົ້ວໂລກຄ່ອຍໆ ເປື່ອຍອັນເປັນສາເຫດເຮັດໃຫ້ລະດັບນໍ້າທະເລເພີ່ມ ຂຶ້ນສົ່ງຜົນກະ ທົບໂດຍກົງຕໍ່ ບັນດາປະເທດໝູ່ ເກາະດອນນ້ອຍໃຫຍ່ທີ່ຕັ້ງຢູ່ຕາມທະເລ ແລະ ມະຫາສະມຸດຕ່າງໆ.
ໃນປັດຈຸບັນນີ້ ມີປະຊາກອນ ໂລກຫຼາຍກວ່າ 63 ລ້ານຄົນ ທີ່ ອາໄສຢູ່ໃນບັນດາປະເທດເກາະດອນນ້ອຍຊຶ່ງເປັນ ແຫຼ່ງ ທ່ອງທ່ຽວທຳມະຊາດ ແລະ ວັດທະ ນະທຳທີ່ມີຊື່ສຽງ ເຊັ່ນ: ມີແຫຼ່ງ ທໍາມະຊາດທີ່ສວຍງາມ ແລະ ໂດດເດັ່ນ, ມີດົນຕີພື້ນ ເມືອງທີ່ໜ້າປະທັບໃຈ ແລະ ມີຄວາມອຸ ດົມສົມບູນທາງດ້ານວັດທະນະ ທໍາຢູ່ທົ່ວທຸກມຸມໂລກ. ປະເທດ ເກາະດອນເຫຼົ່ານັ້ນ ມີບົດບາດສໍາຄັນໃນການປົກປັກຮັກສາມະຫາສະໝຸດ, ມີຊັບພະຍາກອນ ທໍາມະ ຊາດທີ່ອຸດົມສົມບູນທີ່ສຸດ, ມີແຫຼ່ງຊີວະນາໆ ພັນທີ່ຫຼາກຫຼາຍທີ່ເຕັມໄປດ້ວຍພັນພືດ ແລະ ສັດສາວາສິ່ງທີ່ມີຄຸນຄ່າຫາ ຍາກຂອງໂລກອາໄສຢູ່.
ເຖິງວ່າຈະມີຄວາມອຸດົມສົມ ບູນປານໃດກໍຕາມແຕ່ບັນດາປະ ເທດເຫຼົ່ານັ້ນ ກໍຍັງມີຜົນກະທົບ ແລະ ມີຄວາມສ່ຽງຫຼາຍ ຈາກສະພາບການປ່ຽນແປງດິນຟ້າອາກາດ, ໃນເວລາເກີດພະຍຸທີ່ ຮຸນແຮງຈະເຮັດໃຫ້ລະດັບນໍ້າທະເລສູງຂຶ້ນຊຶ່ງອາດຈະເຮັດ ໃຫ້ເກີດໄພນ້ຳຖ້ວມຮຸນແຮງປະເທດເຫຼົ່ານັ້ນອາດຈະຈົມລົງພື້ນທະເລໃນອານາຄົດ. ຊຶ່ງບັນດາປະເທດເຫຼົ່ານີ້ ໄດ້ຮຽກຮ້ອງໃຫ້ ມີການຮ່ວມມືກັນຈາກທຸກພາກສ່ວນຂອງສັງຄົມໃນທົ່ວໂລກໃຫ້ການຊ່ວຍເຫຼືອແກ່ພວກເຂົາໃຫ້ລຸດພົ້ນອອກຈາກບັນຫາການປ່ຽນແປງດິນຟ້າອາກາດດ້ວຍການສ້າງ ຄວາມອາດສາມາດໃນການປັບຕົວ ແລະ ການຫຼຸດຜ່ອນຜົນກະທົບຈາກການປ່ຽນ ແປງດິນຟ້າອາກາດດັ່ງກ່າວ ເພື່ອໃຫ້ປະ ເທດເຂົາເຈົ້າມີຄວາມໝັ້ນຄົງໃນອະນາຄົດ. ເຖິງຢ່າງໃດກໍດີເພື່ອ ແກ້ໄຂບັນຫາດັ່ງ ກ່າວປະຊາຄົມໂລກກໍໄດ້ມີຄວາມພະຍາຍາມສູງ ໃນການປຶກສາຫາລື, ລະດົມ ແນວຄວາມຄິດ ແລະ ຮ່ວມມືກັນ ຢ່າງຈິງ ຈັງໃນການກຳນົດວິໄສທັດຮ່ວມກັນ. ໃນປີ 1992 ປະຊາ ຄົມໂລກ ໄດ້ຮັບຮອງເອົາສົນທິ ສັນຍາວ່າດ້ວຍການປ່ຽນແປງ ດິນ ຟ້າອາກາດເພື່ອເປັນພື້ນຖານໃຫ້ແກ່ການແກ້ໄຂບັນຫາການ ປ່ຽນແປງດິນຟ້າອາກາດໃນລະດັບໂລກ ໂດຍໄດ້ເລັ່ງໃສ່ການ ຄວບ ຄຸມການສະສົມຂອງອາຍ ພິດເຮືອນແກ້ວໃນຊັ້ນບັນຍາ ກາດໃຫ້ຢູ່ໃນລະດັບຄົງທີ່ ເຊິ່ງ ສາມາດປ້ອງກັນອັນຕະລາຍ ຮ້າຍແຮງ ຕໍ່ມວນມະນຸດຈາກ ບັນຫາການປ່ຽນແປງດິນຟ້າອາກາດ. ໃນປີ 1997 ປະຊາຄົມໂລກ ຍັງໄດ້ຮັບຮອງເອົາອານຸສັນຍາ ກຽວໂຕ ວ່າດ້ວຍການຄວບຄຸມ ການປ່ອຍອາຍພິດເຮືອນແກ້ວ ຢູ່ໃນໂລກຊຶ່ງເປັນຂໍ້ຕົກລົງລະດັບ ສາກົນ ແລະ ມີຂໍ້ຜູກມັດທາງ ດ້ານ ກົດໝາຍ ຊຶ່ງບັນດາປະເທດ ອຸດສາຫະກຳຂະຫຍາຍຕົວຈຳ ນວນ 37 ປະເທດ ແລະ ກຸ່ມປະ ເທດເອີລົບ ໄດ້ມີພັນທະໃນການ ຫຼຸດຜ່ອນການປ່ອຍທາດອາຍ ພິດເຮືອນແກ້ວຢູ່ໃນປະເທດຂອງຕົນ, ທັງອະນຸຍາດໃຫ້ປະເທດ ອຸດສາຫະກຳເຫຼົ່ານີ້ໄດ້ຮັບສິນ ເຊື່ອຈາກການຫຼຸດຜ່ອນການ ປ່ອຍອາຍພິດເຮືອນແກ້ວໂດຍ ຜ່ານຂະບວນການລົງທຶນໃສ່ບັນດາໂຄງການພັດທະນາແບບ ຍືນ ຍົງເພື່ອຫຼຸດຜ່ອນການປ່ອຍອາຍ ພິດເຮືອນແກ້ວໃນບັນດາປະ ເທດພັດທະນາ “ຕາມກົນໄກ ການຕະຫຼາດ” ເປັນຕົ້ນໂຄງການ ກົນໄກການພັດທະນາສະອາດ. ໃນປີ 2007 ກອງປະຊຸມ ລັດພາຄີຂອງສົນທິສັນຍາວ່າ ດ້ວຍການປ່ຽນແປງດິນຟ້າອາ ກາດ ໄດ້ຮັບຮອງເອົາແຜນດຳເນີນງາບາຫຼີ ໂດຍມີເປົ້າໝາຍ ເພື່ອ “ໃຫ້ສາມາດຈັດຕັ້ງປະຕິ ບັດສົນທິສັນຍາໄດ້ຢ່າງເຕັມສ່ວນ, ມີປະ ສິດທິຜົນ ແລະ ມີຄວາມຍືນຍົງໂດຍດຳເນີນການຮ່ວມ ກັນໃນໄລຍະຍາວຈົນເຖິງປີ 2012 ແລະ ພາຍຫຼັງປີ 2012” ໂດຍສຸມ ໃສ່ໃຫ້ບັນລຸຄາດໝາຍ ໃນການຫຼຸດຜ່ອນການປ່ອຍອາຍ ພິດເຮືອນແກ້ວໃນໂລກ, ເພີ່ມທະວີມາດຕະການການປັບຕົວ ເຂົ້າກັບ ສະພາບການປ່ຽນແປງ ດິນຟ້າອາກາດ ແລະ ມາດຕະ ການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວທີ່ເໝາະສົມໃນລະດັບຊາດ ຫຼື ສາກົນ.
ສປປ ລາວ ພວກເຮົາ ເປັນປະເທດທີ່ມີສະພາບສິ່ງແວດລ້ອມທີ່ດີ, ມີຊັບພະຍາກອນທຳ ມະຊາດທີ່ອຸດົມຮັ່ງມີເປັນທ່າ ແຮງໄດ້ປຽບໃນການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ. ເຖິງແມ່ນວ່າ ສປປ ລາວ ບໍ່ມີ ຊາຍແດນທີ່ຕິດກັບທະເລກໍຕາມ ຕະຫຼອດໄລຍະທີ່ຜ່ານມາ, ພັກ ແລະ ລັດ ພວກເຮົາໄດ້ມີແນວທາງນະໂຍບາຍທີ່ເໝາະສົມ ໃນການຄຸ້ມຄອງການນຳໃຊ້ຊັບພະ ຍາກອນທຳມະຊາດ, ການປົກປັກຮັກສາສິ່ງແວດລ້ອມໃຫ້ຍືນຍົງ, ການຄຸ້ມຄອງໄຟພິບັດ ແລະ ການປ່ຽນແປງດິນຟ້າອາກາດ ເພື່ອແນໃສ່ການຫຼຸດຜ່ອນສະພາບການປ່ຽນແປງດິນຟ້າອາກາດ ແລະ ການປັບຕົວເຂົ້າ ກັບການປ່ຽນແປງດິນຟ້າອາກາດ ເປັນ ຕົ້ນໄດ້ເຊື່ອມສານບັນຫາການປ່ຽນແປງດິນຟ້າອາກາດເຂົ້າໃນກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ, ໄດ້ມີຍຸດ ທະສາດການປ່ຽນແປງດິນຟ້າອາກາດ, ໄດ້ ສ້າງບົດສື່ສານແຫ່ງຊາດກ່ຽວ ກັບການປ່ຽນແປງດິນຟ້າອາກາດ, ໄດ້ສ້າງແຜນດຳ ເນີນງານແຫ່ງຊາດກ່ຽວກັບການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ອື່ນໆ ພ້ອມທັງໄດ້ວາງຄາດໝາຍສູ້ຊົນ ດ້ານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເປັນຕົ້ນຍົກລະດັບເນື້ອທີ່ປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 65% ໃນປີ 2015 ແລະ 70% ໃນປີ 2020.
ຕໍ່ບັນຫາກ່ຽວກັບການເພີ່ມ ຂຶ້ນຂອງລະດັບນໍ້າທະເລ ແລະ ສະພາວະໂລກຮ້ອນຍາມໃດ ພັກ-ລັດໄດ້ຖືເປັນບັນຫາ ບູລິມະ ສິດ ໂດຍໄດ້ດໍາເນີນການຢູ່ໃນ 4 ຂົງເຂດ ຄື : ຂົງເຂດກະສິກຳ, ພະລັງງານ, ການນຳໃຊ້ທີ່ດິນ – ປ່າໄມ້ ແລະ ສິ່ງເສດ ເຫຼືອແນໃສ່ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວດັ່ງກ່າວ.
ຄຽງຄູ່ກັນນີ້, ພວກເຮົາ ຍັງໄດ້ເຂົ້າຮ່ວມເປັນພາຄີສົນທີ ສັນຍາຕ່າງໆຂອງສາກົນ, ພາກພື້ນ ແລະ ຖະແຫຼງການສາ ກົນກ່ຽວກັບການເຕືອນໄຟລ່ວງໜ້າ ແລະ ການປັບຕົວເຂົ້າກັບການ ປຽນແປງດິນຟ້າອາກາດເພື່ອ ສ້າງເປັນຄູ່ຮ່ວມງານທີ່ເຂັ້ມ ແຂງເພື່ອປັບຕົວ ແລະ ແກ້ໄຂຜົນກະ ທົບຈາກການປ່ຽນແປງດິນຟ້າ ອາກາດ ແລະ ໃຫ້ບັນລຸເປົ້າໝາຍສະຫະສະວັດດ້ານ ການພັດທະນາໃນປີ 2015.
ເຖິງວ່າພວກເຮົາໄດ້ເອົາ ໃຈໃສ່ໃນການຈັດຕັ້ງປະຕິບັດນະໂຍບາຍທີ່ວາງອອກຈົນສາ ມາດບັນລຸການເຕີບໂຕທາງດ້ານເສດ ຖະກິດຢ່າງຕໍ່ເນື່ອງ ແລະ ບັນລຸຜົນສຳເລັດໃນການຫຼຸດ ຜ່ອນຄວາມທຸກຍາກເປັນກ້າວໆມາກໍຕາມ. ແຕ່ພວກເຮົາຍັງປະ ເຊີນ ໜ້າກັບບັນຫາການປ່ອຍ ອາຍກາກໂບນິກສູ່ຊັ້ນບັນຍາ ກາດ, ຈາກການສຳຫຼວດໃນປີ 1990 ສະຫຼຸບໄດ້ວ່າ ສປປ ລາວ ໄດ້ມີ ທ່າແຮງໃນການດູດຊັບອາຍກາກໂບນິກ (co2) ປະມານ 121,6 ລ້ານໂຕນຕໍ່ປີ, ເມື່ອສົມ ທຽບກັບການປ່ອຍໃນຂອບ ເຂດ ທົ່ວປະເທດມີປະມານ 24,18 ລ້ານໂຕນ. ໃນຂົງເຂດການ ປ່ຽນແປງການນຳໃຊ້ທີ່ດິນ ແລະ ປ່າໄມ້ແມ່ນເປັນຂົງເຂດທີ່ປ່ອຍ ອາຍກາກໂບນິກຫຼາຍກ່ວາໝູ່ ປະມານ 17 ລ້ານໂຕນ ສາເຫດ ຫຼັກແມ່ນການຈູດປ່າໃນພື້ນທີ່ມີ ການຖາງປ່າເຮັດໄຮ່.
ໃນໂອກາດອັນສະຫງ່າລາ ສີນີ້ ໃນນາມລັດຖະບານ ແຫ່ງ ສປປ ລາວ, ຂ້າພະເຈົ້າຂໍສະ ແດງຄວາມຂອບໃຈ ແລະ ຍ້ອງ ຍໍຊົມເຊີຍມາຍັງປະຊາຊົນລາວ ບັນດາເຜົ່າ, ທຸກພາກສ່ວນທີ່ ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນທັງຢູ່ສູນກາງ ແລະ ທ້ອງ ຖິ່ນລວມທັງຊາວລາວທີ່ຢູ່ ຕ່າງປະເທດ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນທີ່ ໄດ້ໃຫ້ການສະໜັບສະໜູນ, ຮ່ວມ ມືປະກອບສ່ວນໃນວຽກ ງານປົກປັກຮັກສາສິ່ງແວດລ້ອມ ກໍ່ຄືວຽກງານການປ່ຽນແປງດິນຟ້າອາກາດ ເປັນຕົ້ນການສົ່ງ ເສີມ ໃຫ້ຄວາມຮູ້ໃນການປັບໂຕ, ການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວເພື່ອບັນລຸການພັດທະນາທີ່ສະອາດຕາມທິດການພັດ ທະນາແບບຍືນຍົງ.
ສຸດທ້າຍນີ້, ຂ້າພະເຈົ້າຂໍ ຮຽກຮ້ອງມາຍັງປວງຊົນລາວ ທັງຊາດ, ການຈັດຕັ້ງທັງພາກ ລັດ ແລະ ເອກະຊົນ ຈົ່ງພ້ອມ ພຽງກັນຕັ້ງໜ້າເຂົ້າຮ່ວມໃນຂະບວນການຫຼຸດຜ່ອນການການ ປ່ອຍອາຍພິດເຮືອນແກ້ວເພື່ອດຸ່ນດ່ຽງຂອງອຸນຫະພູມແນໃສ່ຮັບ ປະກັນການຫຼຸດຜ່ອນສະພາວະ ໂລກຮ້ອນ. ພ້ອມກັນນັ້ນກໍຂໍໃຫ້ ມີຈິດສໍານຶກຮ່ວມກັນໃນການປົກປັກຮັກສາຊັບພະຍາກອນ ປ່າໄມ້, ເຄື່ອງປ່າຂອງດົງ, ຊີວະນາໆພັນ, ແຫຼ່ງນ້ຳ, ຊັບພະຍາກອນ ດິນ, ແຮ່ທາດ ແລະ ອື່ນໆ ໃຫ້ຄົງ ຄວາມອຸດົມສົມບູນ ເພື່ອສືບຕໍ່ ເຮັດໜ້າທີ່ໃນການຊ່ວຍຫຼຸດຜ່ອນສະພາບການປ່ຽນແປງດິນຟ້າ ອາກາດ ແລະ ຜົນກະທົບທີ່ເກີດຈາກການປ່ຽນ ແປງດິນຟ້າອາກາດອັນເປັນການປະກອບສ່ວນ ເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ, ສ້າງ ສປປ ລາວ ໃຫ້ຂຽວສະອາດ ງາມຕາ ແລະ ບັນລຸໄດ້ເປົ້າໝາຍສະຫະສະຫວັດດ້ານການພັດທະນາແບບ ຍືນຍົງໃຫ້ປະກົດຜົນເປັນຈິງ. | ຂ່າວພາຍໃນ | 2014-06-05T13:37:19+00:00 | https://laopost.com/?p=6321 |
ໃກ້ເສັ້ນຕາຍ! ຍີ່ປຸ່ນຍັງບໍ່ມີສັນຍານຕອບຮັບ ຈາກກຸ່ມ IS ເພື່ອຊ່ວຍຕົວປະກັນຊາວຍີ່ປຸ່ນ! | ທາງການຍີ່ປຸ່ນ ພະຍາຍາມຫາທາງເຈລະຈາກັບກຸ່ມລັດອິດສະລາມ ຫລື IS ເພື່ອຊ່ວຍຕົວປະກັນຊາວຍີ່ປຸ່ນ 2 ຄົນ ພາຍໃນໄລຍະເວລາໃກ້ເສັ້ນຕາຍ.
ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 23 ມັງກອນນີ້ວ່າ ທາງການຍີ່ປຸ່ນກຳລັງຫາຫົນທາງທື່ດີທີ່ສຸດ ສຳລັບຊ່ວຍເຫລືອພົນລະເມືອງ 2 ຄົນ ທີ່ຖືກກຸ່ມກໍ່ການຮ້າຍລັດອິດສະລາມ ຈັບເປັນຕົວປະກັນໃນປະເທດໄນຈີເຣຍ ໂດຍຮຽກຄ່າໄຖ່ຈຳນວນ 200 ລ້ານໂດລາ ພາຍໃນໄລຍະເວລາ 72 ຊົ່ວໂມງ.
ຢ່າງໃດກໍຕາມ ເສັ້ນຕາຍຈະໝົດລົງໃນເວລາ 14:50 ຂອງມື້ນີ້ ເຊິ່ງລ່າສຸດທາງການຍີ່ປຸ່ນ ຍັງບໍ່ໄດ້ຮັບການຕິດຕໍ່ກັບ ຈາກກຸ່ມລັດອິດສະລາມ ແຕ່ຢ່າງໃດ. | ຂ່າວຕ່າງປະເທດ | 2015-01-23T14:43:58+00:00 | https://laopost.com/?p=18618 |
Subsets and Splits