title
stringlengths
7
164
text
stringlengths
18
16.7k
category
stringclasses
7 values
date
stringlengths
25
25
url
stringlengths
27
29
ຜູ້ນຳຣັດເຊຍສະໜັບສະໜູນ WHO ດ້ານສາທາລະນະສຸກ ແລະ ຮຽກຮ້ອງໃຫ້ຢຸດການຄວໍ້າບາດຝ່າຍດຽວ
ປະທານາທິບໍດີ ວາລາດີເມຍ ປູຕິນ ຢືນຢັນໃຫ້ການສະໜັບສະໜຸນຕໍ່ອົງການອານາໄມໂລກ ລວມເຖິງການປະຕິຮູບໜ່ວຍງານ ແລະ ຄວາມຮ່ວມມືດ້ານວັກຊີນປ້ອງກັນໂຄວິດ-19 ຂະນະດຽວກັນ ຜູ້ນຳຣັດເຊຍຮຽກຮ້ອງການຢຸດຕິ “ມາດຕະການຄວໍ້າບາດຝ່າຍດຽວ”. ເວັບໄຊຂ່າວ dailynews ລາຍງານເມື່ອວັນທີ 22 ກັນຍາ ວ່າ ສະພາແຫ່ງສະຫະປະຊາຊາດ (UNGA) ເຜີຍແຜ່ຄລິບບັນທຶກການກ່າວຖະແຫຼງການຂອງປະທານາທິບໍດີ ວາລາດິເມຍ ປູຕິນ ຜູ້ນຳຣັດເຊຍ ເນື່ອງໃນວາລະການປະຊຸມສະໄໝສາມັນຄັ້ງທີ 75 ມີໃຈຄວາມຕອນໜຶ່ງກ່ຽວກັບວິກິດໂຣກລະບາດໂຄວິດ-19 ວ່າ ເປັນໄພຄຸກຄາມທາງສາທາລະນະສຸກທີ່ບໍ່ມີຂອບເຂດ ຄວາມເປັນເອກະພາບ ແລະ ການຍົກລະດັບຄວາມຮ່ວມມືລະຫວ່າງນານາປະເທດ “ໂດຍບໍ່ຄວນມີກຳແພງ”. ທັງນີ້, ຜູ້ນຳຣັດເຊຍກ່າວວ່າລັດຖະບານຣັດເຊຍໃຫ້ຄວາມນັບຖືຕໍ່ບົດບາດຂອງອົງການອານາໄມໂລກ (WHO) ໃນການເປັນສູນກາງປະສານງານດ້ານສາທາລະນະສຸກລະຫວ່າງປະເທດ ແຕ່ທ່າມກາງສະ ພາບການຂອງສະຖານະການໂລກ ເຊິ່ງປ່ຽນແປງຕາມຍຸກສະໄໝ ການປະຕິຮູບອົງກອນຈຶ່ງມີຄວາມສຳຄັນເຊັ່ນກັນ. ຂະນະດຽວກັນ, ຣັດເຊຍມຸ່ງໝັ້ນໃນການມີສ່ວນຮ່ວມກັບທຸກພາກສ່ວນ ເພື່ອສົ່ງເສີມມາດຕະການຕອບສະໜອງທີ່ມີປະສິດທິພາບຕໍ່ໂຣກໂຄວິດ-19 ໂດຍຍິນດີ ແລະ ເປີດກ້ວາງການເປັນຫຸ້ນສ່ວນກັບທຸກປະເທດຕໍ່ໂຄງການ “ສະປຸກນິກ ໄຟ” ທີ່ຖືເປັນວັກຊີນຕົວທຳອິດຂອງໂລກ ເຊິ່ງສາມາດຕ້ານທານກັບເຊື້ອໄວຣັດໂຄໂຣນາສາຍພັນໃໝ່ ວັກຊີນນີ້ພັດທະນາໂດຍສຸນວິໄຈກາມາເລຍາ ສຸນລວມຜູ້ຊ່ຽວຊານດ້ານລະບາດວິທະຍາ ແລະ ຈຸລິນຊີຣັດເຊຍ. ນອກຈາກນີ້, ປູຕິນຍັງກ່າວເຖິງກຳແພງການຄ້າ ມາດຕະການຈຳກັດຕ່າງໆນານາ ແລະ ມາດຕະການຄວໍ້າບາດຝ່າຍດຽວ ເຊິ່ງເກີດຂື້ນຕໍ່ເນື່ອງ ເຖິງທຸກຝ່າຍຈະຮູ້ດີວ່າເປັນນະໂຍບາຍທີ່ຜິດກົດໝາຍ ຫາກບໍ່ມີອຸປະສັກດັ່ງກ່າວ ໂລກທີ່ກຳລັງປະເຊີນໜ້າກັບໂຄວິດ-19 ຈະກັບມາຟື້ນຕົວ ແລະ ເດີນໜ້າຕໍ່ໄປໄດ້ໄວກວ່າທີ່ເປັນຢູ່. ຮຽບຮຽງຂ່າວ: ພຸດສະດີ
ຂ່າວຕ່າງປະເທດ
2020-09-23T15:48:14+00:00
https://laopost.com/?p=121435
ເມືອງຈັນທະບູລີເລີກຮື້ປ້າຍໂຄສະນາຊະຊາຍແຄມທາງ
ເຈົ້າໜ້າທີ່ຫ້ອງການໂຍທາ ທິການ ແລະ ຂົນສົ່ງເມືອງຈັນທະບູລີ ນະຄອ ຫລວງວຽງຈັນ ໄດ້ລົງເລີກຮື້ປ້າຍໂຄສະນາຂອງບັນດາຫ້າງຮ້ານ, ບໍລິສັດ, ຫົວໜ່ວຍທຸລະກິດຕ່າງໆ ທີ່ຕັ້ງຢັງຢາຍຢູ່ຕາມແຄມເສັ້ນທາງສຳຄັນໃນຂອບເຂດຮັບຜິດຊອບຂອງຕົນ, ເນື່ອງຈາກປ້າຍເຫລົ່ານັ້ນ ສ້າງຄວາມບໍ່ເປັນລະບຽບຈົບງາມໃຫ້ແກ່ຕົວເມືອງ ແລະ ສາຍຕາແຂກຕ່າງປະເທດ ທີ່ມາທ່ອງທ່ຽວ ແລະ ເຂົ້າຮ່ວມ ກອງປະຊຸມສາກົນ ສຳຄັນຕ່າງໆທີ່ປະເທດເຮົາໄດ້ຮັບກຽດເປັນເຈົ້າພາບຄື: ກອງປະຊຸມສຶກສາອາຊຽນ ແລະ ກອງປະຊຸມສະມັດຊາລັດຖະສະພາລະຫວ່າງ ຊາດອາຊຽນ ຫລື ໄອປາ ຄັ້ງທີ 35 ແລະ ວັນປະຫວັດສາດສຳຄັນອື່ນໆຂອງລາວນຳດ້ວຍ ໂດຍປ້າຍໂຄສະນາທີ່ຖືກເລີກຮື້, ສ່ວນຫລາຍ ເປັນຂອງຜູ້ປະກອບການບໍລິສັດທ່ອງທ່ຽວ, ຮ້ານອາຫານ ແລະ ການບໍລິການອື່ນໆ, ອັນໄດ້ສ້າງຄວາມບໍ່ເປັນລະບຽບຈົບງາມໃຫ້ແກ່ຕົວ ເມືອງ, ເຊິ່ງຜ່ານມາພາກສ່ວນກ່ຽວຂ້ອງໄດ້ແຈ້ງເຕືອນໃຫ້ຜູ້ປະກອບການຮັບຮູ້ສອງຄັ້ງແລ້ວ ເພື່ອບໍ່ໃຫ້ນຳເອົາປ້າຍໂຄສະນາຂອງຕົນອອກ ມາຕັ້ງກວມເອົາແຄມທາງໃນໄລຍະນີ້, ເນື່ອງຈາກຢູ່ໃນໄລຍະເປັນເຈົ້າພາບກອງປະຊຸມລັດຖະມົນຕີສຶກສາອາຊຽນຄັ້ງທີ 8 ໃນວັນທີ 9 – 12 ກັນຍາ ແລະ ກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດ ອາຊຽນ ຫລື ໄອປາ ຄັ້ງທີ 35 ໃນ ວັນທີ 14 – 20 ກັນຍາ 2014 ນີ້. ແຫຼ່ງຂ່າວ: ລາວພັດທະນາ
ຂ່າວທ້ອງຖິ່ນ
2014-09-11T10:53:31+00:00
https://laopost.com/?p=10253
ກາເຟຕ້ານມະເຮັງ
ຫລາຍຄົນຄິດວ່າກາເຟຫຍັງຈະມາຕ້ານມະເຮັງໄດ້ດີແຕ່ຈະເຮັດໃຫ້ເປັນມະເຮັງຫລາຍກວ່າຄວາມຈິງແລ້ວການດື່ມກາເຟນອກຈາກຈະເຮັດໃຫ້ສະຫມອງຕື່ນໂຕແລ້ວຍັງສາມາດຊ່ວຍຕ້ານມະເຮັງໄດ້ນໍາອີກແຕ່ຕ້ອງບອກວ່າສະຫງວນໄວ້ສະເພາະກາເຟພັນອາລາບິກ້າ ເທົ່ານັ້ນແລ້ວທີ່ສຳຄັນການດື່ມກາເຟຕ້ອງດື່ມຕອນຮ້ອນໆແລ້ວປ່ຽນຈາກການໃສ່ນ້ຳຕານມາໃສ່ນ້ຳເຜິ້ງແທນຖ້າຈະຊ່ວຍໃນເລື່ອງຂອງສຸຂະພາບໄດ້ຕ້ອງດື່ມກາປ່ຽນກັບການດື່ມນ້ຳຊາແຕ່ກໍຢ່າດື່ມທັງກາເຟແລະຊາຫລາຍຈົນເກີນໄປເວັ້ນໄລຍະໃນການດື່ມເຄື່ອງດື່ມເຫລົ່ານີ້ນຳເພື່ອສຸຂະພາບທີ່ດີຂອງຮ່າງກາຍ
ສຸຂະພາບ ແລະ ສີ່ງແວດລ້ອມ
2015-02-23T14:17:45+00:00
https://laopost.com/?p=19541
ສີລັງກາຂາດແຄນຢາຮັກສາຮຸນແຮງ ອາດຈະເຮັດໃຫ້ມີຄົນເສຍຊີວິດ
ສຳນັກຂ່າວຕ່າງປະເທດ ລາຍງານຂ່າວວິກິດຂອງສີລັງກາທີ່ໃກ້ລົ້ມລະລາຍ ແລະ ຍັງຂາດແຄນອາຫານ ນ້ຳມັນເຊື້ອໄຟ ຢາ ກາສ ຈົນໄປເຖິງເຄື່ອງໃຊ້ໃນການດຳລົງຊີວິດ. ວັນທີ 23 ພຶດສະພາ ດຣ ໂຣຊານ ອະມາຣາຕຸງກາ ແພດຈາກໂຮງໝໍມະເຮັງອາເປັກຊາ ຊານກຸງໂຄລຳໂບ ໄດ້ເຮັດໃຫ້ຮູ້ວ່າ ຂາດແຄນຢາຮັກສາຢ່າງຮຸນແຮງ ບໍ່ສາມາດຮັກສາຜູ້ປ່ວຍໄດ້ ອາດຈະເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍໃນອີກບໍ່ດົນ. ທັ້ງນີ້ ສີລັງການຳເຂົ້າອຸປະກອນການແພດກວ່າ 80% ແຕ່ການລະບາດຂອງໂຄວິດ-19 ກະທົບລາຍໄດ້ຫຼັກຈາກການທ່ອງທ່ຽວ ແລະ ການຫຼຸດພາສີຕາມນະໂຍບາຍປະຊານິຍົມເຮັດໃຫ້ເງິນສຳຮອງໜ້ອຍລົງ, ມີລາຍງານວ່າອິນເດຍສົ່ງ ອຸປະກອນການແພດ 25 ໂຕ່ນ ແລະ ຄວາມຊ່ວຍເຫຼືອອື່ນໆມາຮອດໃນວັຍທີ 22 ພຶດສະພາ ສ່ວນຢາຮັກສາຈາກອິນເດຍ ຍີ່ປຸ່ນ ອາດມາຮອດໃນ 4 ເດືອນ, ປະທານາທິບໍດີ ໂກຕາບາຍາ ຣາສປາກຊາ ໄດ້ແຕ່ງຕັ້ງລັດຖະມົນຕີອີກ 8 ຄົນ ແຕ່ຍັງບໍ່ມີລັດຖະມົນຕີຄັງມາຈັດການວິກິດເສດຖະກິດ.
ຂ່າວຕ່າງປະເທດ
2022-05-24T10:52:22+00:00
https://laopost.com/?p=134174
ສະຫະພາບເອີຣົບ ຂະຫຍາຍເວລາຂວ້ຳບາດຣັດເຊຍ ອອກໄປຕໍ່ອີກ 6 ເດືອນ!
ສຳນັກຂ່າວຣອຍເຕີ ລາຍງານໃນວັນທີ 7 ກັນຍາຜ່ານມານີ້ວ່າ ສະຫະພາບເອີຣົບ ສືບຕໍໍ່ຂະຫຍາຍເວລາຂວ້ຳບາດຣັດເຊຍ ຈາກກໍລະນີທີ່ຣັດເຊຍ ຮັບເອົາແຫລມໄຄຣເມຍ ທີ່ແຍກຕົວອອກຈາກອູແກຣນມາຂຶ້ນກັບຕົນ ທີ່ຈະສິ້ນສຸດໃນວັນທີ 15 ກັນຍາຈະມາເຖິງນີ້ ອອກໄປຕື່ມອີກ 6 ເດືອນ ຊຶ່ງຈະສັ່ງຫ້າມບໍ່ໃຫ້ບຸກຄົນ 150 ຄົນ ແລະ ອີກ 37 ໜ່ວຍງານຂອງຣັດເຊຍ ເດີນທາງເຂົ້າປະເທດສະຫະພາບເອີຣົບ ແລະ ອາຍັດຊັບສິນຂອງພາກສ່ວນດັ່ງກ່າວນີ້ ທີ່ມີຢູ່ໃນບັນດາປະເທດສະມາຊິກອີຢູ. ນອກຈາກນີ້ ມາດຕະການຂວ້ຳບາດດັ່ງກ່າວ ຍັງມີເປົ້າໝາຍໄປຍັງບໍລິສັດຂອງຣັດເຊຍ ແລະ ຜູ້ປະກອບການຫລາຍລາຍ ຢູ່ແຫລມໄຄຣເມຍ ຊຶ່ງສະຫະພາບເອີຣົບໄດ້ຂຶ້ນບັນຊີ ໃນຖານະເປັນຜູ້ຢູ່ເບື້ອງຫລັງ ທີ່ເຮັດໃຫ້ແຫລມໄຄຣເມຍ ແຍກຕົວອອກຈາກອູແກຣນ ໄປຂຶ້ນກັບຣັດເຊຍ. ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!
ຂ່າວຕ່າງປະເທດ
2016-09-08T15:37:52+00:00
https://laopost.com/?p=71436
ຍອດຜູ່ເສຍຊີວິດເຫດຕຶກໄຟໄໝ້ຕຶກໃນລອນດອນອາດເພີ່ມສູງຂຶ້ນ 58 ສົບ
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງລອນດອນ ປະເທດອັງກິດ ເມື່ອວັນທີ 17 ມິຖຸນາ 2017ວ່າ ຈາກເຫດການໄຟໄໝ້ອາຄານທີ່ພັກອາໃສ 24 ຊັ້ນ “ເກລນເຟລ ທາວເວີ” ເມື່ອວັນທີ 15 ມິຖຸນາທີ່ຜ່ານມາ ຜູ່ບັນຊາການສຳນັກງານຕຳຫຼວດມະຫານະຄອນລອນດອນ ເຜີຍເມື່ອວັນເສົາທີ່ຜ່ານມາວ່າ ມີຜູ່ເສຍຊີວິດເພີ່ມຂຶ້ນເປັນ 58 ຄົນ ຮວມເຖິງ 30 ສົບທີ່ຄົນຢືນຢັນກ່ອນໜ້ານີ້ ແລະ ມີຜູ່ທີ່ສູນຫາຍອີກ ສິບຄົນກໍ່ຄາດວ່າຈະເສຍຊີວິດແລ້ວ ໜ່ວຍງານພິສູດຫຼັກຖານສາມາດລະບຸຕົວຜູ່ເສຍຊີວິດໄດ້ຄົນທຳອິດຄື ທ້າວ ໂມຮັມເໝັດ ອັລຮາຈາລີ ອາຍຸ 23 ປີ ຜູ່ລີ້ໄພຈາກຊີເຣຍ ແລະ ຄາດວ່າອາດມີຜູ່ເສຍຊີວິດເພີ່ມຂຶ້ນອີກ. ທ່ານ ນາງ ເທເຣຊາ ເມ ນາຍົກລັດຖະມົນຕີອັງກິດໄດ້ ລະບຸຜ່ານຖະແຫຼງການຍອມຮັບວ່າ ການສະໜັບສະໜູນເພື່ອໃຫ້ຄວາມຊ່ວຍເຫຼືອຜູ່ປະສົບໄພຫຼັງເກີດເຫດຂອງເຈົ້າໜ້າທີ່ຍັງບໍ່ດີພໍ. ວິດີໂອ: sandfreak72
ຂ່າວຕ່າງປະເທດ
2017-06-19T08:32:06+00:00
https://laopost.com/?p=91201
ງູສູ້ກັບແຂ້ ໃຜແພ້ຕົກເປັນເຫຍື່ອ
ລາຍງານຂ່າວຕ່າງປະເທດເມື່ອວັນທີ 17 ມິຖຸນາຜ່ານມາເປີດເຜີຍເລື່ອງລາວຂອງນັກລ່າຕ່າງສາຍພັນລະຫວ່າງ ແຂ້ ແລະ ງູ ທີ່ຕໍ່ສູ້ເພື່ອເອົາໂຕລອດ ໂດຍຝ່າຍໃດທີ່ແພ້ກໍຕ້ອງຕົກເປັນເຫຍື່ອຂອງຜູ້ຊະນະ. ທັງນີ້ ໄດ້ມີການເຜີຍແຜ່ຮູບພາບຂອງງູເຫຼືອມໝາກກອກ ຫຼື Olive Python ຊຶ່ງເປັນງູທີ່ມີຂະໜາດໃຫຍ່ເປັນອັນດັບ 2 ຂອງປະເທດອົສຕຣາລີທີ່ກຳລັງຮັດ ແລະ ກຶນກິນແຂ້ທີ່ມີຂະໜາດໃຫຍ່ກວ່າໂຕຂອງມັນຢ່າງສະບາຍ ພາບດັ່ງກ່າວຖືກບັນທຶກໄດ້ຈາກບໍລິເວນໜອງນ້ຳແຫ່ງໜຶ່ງໃນລັດຄວີນແລນ ປະເທດອົສຕຣາລີ ໂດຍນັກພາຍເຮືອຊື່ວ່າ ມາຣຕິນ ມຸລເລີຣ ທີ່ພາຍເຮືອຜ່ານໄປເຫັນເຫດດັ່ງກ່າວ. ຂະນະທີ່ ມິເຊລ ໂຈນສ ເຈົ້າຂອງສູນຊ່ວຍເຫຼືອສັດປ່າ GG Wildlife Rescue Inc ໄດ້ເປີດເຜີຍວ່າ ຕົນເອງກໍລ້ຽງງູເຫຼືອຊະນິດນີ້ 2 ໂຕ ແລະ ເຮັດໃຫ້ຮູ້ວ່າເປັນເລື່ອງທຳມະດາທີ່ສັດຊະນິດນີ້ຈະກິນຫຍັງກໍໄດ້ທີ່ສາມາດເອົາເຂົ້າປາກຂອງມັນໄດ້ ບໍ່ວ່າຈະເປັນສັດນ້ອຍ ຫຼື ສັດທີ່ມີຂະໜາດໃຫຍ່ກວ່າໂຕຂອງມັນກໍຕາມ. ຮຽບຮຽງ: ສະຫະລັດ ວອນທິວໄຊ ຮູບພາບ: Martin Muller /GG Wildlife Rescue Inc
ຂ່າວຕ່າງປະເທດ
2019-06-19T00:14:46+00:00
https://laopost.com/?p=115535
ອາກາດຮ້ອນ ຢູ່ອິນເດຍ ເສຍຊີວິດ 160 ຄົນ
ອາກາດຮ້ອນເຮັດໃຫ້້ຊາວອິນເດຍເສຍຊີວິດແລ້ວ 160 ຄົນໃນລັດທາງພາກໃຕ້ ແລະ ຕາເວັນອອກຂອງອິນເດຍ ຄວາມຫວັງທີ່ຈະມີຝົນຕົກຍັງອີກດົນ. ຕາມຂ່າວຕ່າງປະເທດລາຍງານວ່າ ຄື້ນອາກາດຮ້ອນຍັງແຜ່ປົກຄຸມໄປທົ່ວໃນລັດທາງພາກໃຕ້ ແລະ ພາກຕາເວັນອອກຂອງອິນເດຍເຊັ່ນລັດເຕລັງການາ, ອານທະປະເທດ ແລະ ໂອຣິສາ ອຸນຫະພູມສູງເຖິງ 45 ອົງສາເຊ ມີຜູ້ເສຍຊີວິດຫຼາຍກວ່າ 160 ຄົນ ສ່ວນໃຫຍ່ເປັນກຳມະກອນ ແລະ ຊາວກະສິກອນ. ລັດໂອຣິສາສັ່ງປິດການຮຽນການສອນຕັ້ງແຕ່ອາທິດທີ່ຜ່ານມາຈົນເຖິງວັນທີ 26 ເມສາ ເຈົ້າໜ້າທີ່ໃນລັດອານທະປະເທດຕ້ອງແຈກນ້ຳດື່ມຟຣີ ແລະ ນົ້ມສົ້ມໃຫ້ປະຊາຊົນເພື່ອບໍ່ໃຫ້ເກີດອາການຂາດນ້ຳ ແລະ ຍັງສັ່ງໃຫ້ປະຊາຊົນຢູ່ແຕ່ໃນຮົ່ມໃນຕ້ອນກາງເວັນ. ຕຳຫຼວດລາຍງານວ່າ ພົບຜູ້ເສຍຊີວິດທີ່ເກີດຈາກອາກາດຮ້ອນໃນລັດໂອຣິສາ 55 ຄົນ, ລັດອານທະປະເທດ 45 ຄົນ ແລະ ລັດເຕລັງການາ 66 ຄົນ ແຕ່ສາຍເຫດການເສຍຊີວິດນັ້ນຕ້ອງລໍຖ້າກວດກາອີກເທື່ອໜຶ່ງ ນອກຈາກນັ້ນກໍຍັງມີອີກ 1 ຄົນໃນລັດທະຫາພະລະເປັນເດັກນ້ອຍຍິງອາຍຸ 12 ປີເສຍຊີວິດຍ້ອນອາກາດຮ້ອນ. ຄື້ນອາກາດຮ້ອນໃນອິນເດຍບວກກັບອຸຫະພູມທົ່ວໂລກສູງຂຶ້ນເປັນປະຫວັດສາດໃນວັນທີ 19 ເມສາທີ່ຜ່ານມາ ອຸນຫະພູມສະເລ່ຍໃນເດືອນມີນາທີ່ຜ່ານມາຂອງໂລກຢູ່ທີ 12,7 ອົງສາເຊ, ສ່ວນພາກໃຕ້ຂອງອິນເດຍຖືວ່າເປັນປີທີ່ສອງຕິດຕໍ່ກັນທີ່ປະເຊີນກັບຄື້ນອາກາດຮ້ອນແຮງທີ່ຂ້າຊີວິດຜູ້ຄົນ ໂດຍປີທີ່ຜ່ານມາມີຜູ້ເສຍຊີວິດຫຼາຍເຖິງ 2.500 ຄົນ. ຂ່າວຈາກ:
ຂ່າວຕ່າງປະເທດ
2016-04-22T07:38:08+00:00
https://laopost.com/?p=54313
ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ເຊັນປຶ້ມໄວ້ອາໄລ ຢູ່ທູດຣັດເຊຍ
ໃນວັນທີ 22 ທັນວາ 2016 ທີ່ສະຖານທູດລັດເຊຍ ປະຈໍາ ສປປ ລາວ, ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຮ່ວມເຊັນປຶ້ມໄວ້ອາໄລ ຕໍ່ເຫດການຄາດຕະກຳ ທ່ານ ອັນເດຣ ກາລົບ ເອກອັກຄະລັດຖະທູດ ລັດເຊຍ ປະຈຳ ຕວກກີ ໃນວັນທີ 19 ທັນວາ 2016 ໂດຍມີເນື້ອໃນດັ່ງລຸ່ມນີ້: ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ປະຊາຊົນລາວ ຂໍສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ມາຍັງລັດຖະບານ ແລະ ປະຊາຊົນ ລັດເຊຍ ຕໍ່ການຄາດຕະກຳ ທ່ານ ອັນເດຣ ກາລົບ (Andrei Karlov), ເອກອັກຄະລັດຖະທູດ ແຫ່ງ ສະຫະພັນ ຣັດເຊຍ ປະຈຳ ຕວກກີ ໃນຂະນະກ່າວປາໃສ ໃນງານວາງສະແດງຮູບພາບ ຢູ່ນະຄອນຫລວງ ອັງກາລາ, ປະເທດ ຕວກກີ ໃນວັນທີ 19 ທັນວາ 2016. ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກ່າວປະນາມຢ່າງຮຸນແຮງ ຕໍ່ການກະທຳກໍ່ການຮ້າຍກັບນັກການທູດ ຂອງ ສະຫະພັນ ຣັດເຊຍ ດັ່ງກ່າວ, ອັນເປັນການແນໃສ່ທຳລາຍບັນຍາກາດ ສາຍພົວພັນອັນດີ ລະຫວ່າງ ຣັດເຊຍ ແລະ ຕວກກີ. ການລ່ວງລັບໄປຂອງທ່ານ ອັນເດຣ ກາລົບ ຖືວ່າເປັນການສູນເສຍອັນໃຫຍ່ຫລວງ ສຳລັບປະຊາ ຊົນລັດເຊຍ ກໍຄື ເປັນການສູນເສຍນັກການທູດທີ່ດີ ຂອງລັດເຊຍ. ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂໍສະແດງຄວາມໄວ້ອາໄລ ອາວອນເຖິງດວງວິນຍານຂອງທ່ານ ອັນເດຣ ກາລົບ ຈົ່ງໄປສູ່ສຸຂະຕິເທີ້ນ. ຂ່າວຈາກ: ສຳນັກຂ່າວສານປະເທດລາວ ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!
ຂ່າວທ້ອງຖິ່ນ
2016-12-23T09:44:22+00:00
https://laopost.com/?p=81173
ແຈ້ງການລາຄານ້ຳມັນ
ອີງຕາມໃບແຈ້ງການຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 0661/ອຄ.ກຄພນ ລົງວັນທີ 13 ມິຖຸນາ 2019 ເລື່ອງປະກາດປ່ຽນແປງລາຄານ້ຳມັນໃນຂອບເຂດທົ່ວປະເທດ ໂດຍລາຄາປັບໃໝ່ແມ່ນໃຫ້ເລີ່ມປະຕິບັດນັບແຕ່ເວລາ 06:00 ໂມງຂອງວັນທີ 14 ມິຖຸນາ 2019 ເປັນຕົ້ນໄປ. ໂດຍລາຍລະອຽດມີດັ່ງນີ້ ແອັດຊັງພິເສດ ປັບລົງ 680 ກີບຕໍ່ລິດ ແອັດຊັງທຳມະຊາດ ປັບລົງ 610 ກີບຕໍ່ລິດ ກາຊວນ ປັບລົງ 340 ກີບຕໍ່ລິດ ໂດຍ: ສະຫະລັດ ວອນທິວົງໄຊ ຂໍ້ມູນຈາກ: ກະຊວງອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ
ຂ່າວພາຍໃນ
2019-06-13T18:38:20+00:00
https://laopost.com/?p=115186
ນັກທຸລະກິດຕ່າງປະເທດຫຼາຍຄົນຖອດໃຈ ເມື່ອພົບຂັ້ນຕອນການຈົດທະບຽນທີ່ຫຍຸ້ງຍາກ
ທ້າວ ໄບຣອັນ ຄົນອົສຕຣາລີ ໄດ້ບອກໃຫ້ນັກຂ່າວເຮົາຮູ້ວ່າ ມີຄົນຕ່າງປະເທດຫຼາຍຄົນທີ່ຕັ້ງໃຈວ່າຈະມາເຮັດທຸລະກິດ ໃນລະດັບນ້ອຍ-ກາງຢູ່ລາວຫຼາຍຄົນຖອດໃຈກັບບ້ານ ເມື່ອພົບກັບລະບຽບ-ຂັ້ນຕອນການຂຶ້ນທະບຽນວິສາຫະກິດທີ່ລະອຽດແລະຫຼາຍຂັ້ນຕອນຂອງລາວ. ແຫຼ່ງຂ່າວບອກວ່າ ການຈົດທະບຽນສ້າງຕັ້ງວິສາຫະກິດຢູ່ລາວ ແມ່ນມີຄວາມລະອຽດສູງ ມີເອກະສານຫຼາຍຊຸດ ໂດຍສະເພາະແມ່ນຄົນຕ່າງປະເທດ ເຊິ່ງອາດຈະມີຫຼາຍກວ່າ 10 ລາຍການ ເຊັ່ນ ໃບສະເໜີຈອງຊື່ວິສາຫະກິດ, ໃບຄຳຮ້ອງຂຶ້ນທະບຽນວິສາຫະກິດ, ກົດລະບຽບຂອງບໍລິສັດ, ສັນຍາສ້າງຕັ້ງບໍລິສັດ, ບົດບັນທຶກກອງປະຊຸມສ້າງຕັ້ງບໍລິສັດ, ໃບຢັ້ງຢືນທີ່ຕັ້ງສຳນັກງານ, ບົດສະເໜີຫຍໍ້, ຄຳປະຕິຍານພາຍຫຼັງທີ່ໄດ້ຮັບການຂຶ້ນທະບຽນວິສາຫະກິດ, ໃບມອບສິດໃຫ້ຜູ້ພົວພັນເອກະສານ (ບາງກໍລະນີ), ໜັງສືແຕ່ງຕັ້ງຜູ້ຕາງໜ້າຜູ້ຖືຫຸ້ນ (ບາງກໍລະນີ), ໃບສັນຍາເຊົ່າສະຖານທີ່ (ໃນກໍລະນີມີການເຊົ່າ)… ການມີເອກະສານຫຼາຍໆ ດັ່ງກ່າວຂ້າງເທິງນັ້ນ ຜູ້ຂຽນຄິດວ່າແມ່ນຄວາມຖືກຕ້ອງແລະຈຳເປັນດ້ວຍຫຼາຍເຫດຜົນ ທັງຮັບປະກັນທາງດ້ານຄວາມສະຫງົບ, ເປັນການທົດລອງໃຈຂອງນັກລົງທຶນວ່າຈະມີຈິດໃຈແນ່ວແນ່ສໍ່າໃດ, ເປັນການຢັ້ງຢືນວ່າບໍລິສັດທີ່ສ້າງຕັ້ງຂຶ້ນນັ້ນມີຕົວຕົນແທ້ ແລະຂໍ້ສຳຄັນອື່ນໆ ແຕ່ສ່ວນດ້ານນັກທຸລະກິດພັດວ່າ ການມີເອກະສານຫຼາຍໆ ແບບນັ້ນ ມັນໄດ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ການຂຶ້ນທະບຽນ ເຊິ່ງອາດຈະເປັນສາເຫດໃຫ້ເກີດມີການດຳເນີນທຸລະກິດແບບບໍ່ຂຶ້ນທະບຽນ ຫຼືບໍ່ກໍເປັນສາເຫດໃຫ້ເກີດມີການຊື້ຈ້າງຈອບອອຍເກີດຂຶ້ນໃນຂະບວນການຈົດທະບຽນບໍລິສັດ ຫຼືຈຳເປັນຕ້ອງໄດ້ວ່າຈ້າງບໍລິສັດຊິບປິງແລ່ນຂຶ້ນທະບຽນແທນ ອັນນັ້ນເປັນການເພິ່ມຄ່າໃຊ້ຈ່າຍຕັ້ງແຕ່ຍັງບໍ່ໄດ້ຂຶ້ນທະບຽນ. ໃນບັນດາເອກະສານທີ່ກ່າວມາຂ້າງເທິງນັ້ນ ນັກທຸລະກິດຕ່າງປະເທດບອກວ່າເກືອບທັງໝົດກໍບໍ່ເປັນອຸປະສັກ ແຕ່ເອກະສານຊຸດທີ່ເປັນອຸສັກກວ່າໝູ່ນັ້ນແມ່ນ ”ໃບສັນຍາການເຊົ່າສະຖານທີ່”. ເຂົາເຈົ້າບອກວ່າ ການເຊົ່າສະຖານທີ່ເຮັດທຸລະກິດສ່ວນຫຼາຍຕ້ອງສັນຍາເຊົ່າ 1 ປີຂຶ້ນໄປ ແລະຄ່າເຊົ່າກໍບໍ່ແມ່ນເປັນເງິນຈຳນວນໜ້ອຍ ຖ້າຫາກວ່າເຊົ່າສະຖານທີ່ໄປແລ້ວ ແຕ່ວິສາຫະກິດບໍ່ໄດ້ຮັບອະນຸຍາດ ກໍຈະເປັນການເສຍເງິນຄ່າເຊົ່າສະຖານທີ່ໄປໂດຍບໍ່ມີປະໂຫຍດ. ນີ້ເປັນສາເຫດສຳຄັນໜຶ່ງທີ່ເຮັດໃຫ້ນັກທຸລະກິດຂະໜາດນ້ອຍ-ກາງຈາກຕ່າງປະເທດຕັດສິນໃຈລົ້ມເລີກການຈົດທະບຽນວິສາຫະກິດ ແລະຖອນໂຕກັບໄປ. ຜູ້ຄ້າຂາຍທີ່ກຳລັງຈະຈົດທະບຽນວິສາຫະກິດບອກວ່າ ຖ້າຫາກການຈົດທະບຽນວິສາຫະກິດຫຼຸດຂັ້ນຕອນລົງ ຫຼືສາມາດສະໝັກຜ່ານລະບົບອອນລາຍໄດ້ຄືກັບຢູ່ຕ່າງປະເທດ ຈະເຮັດໃຫ້ເກີດມີວິສາຫະກິດເກີດຂຶ້ນຢ່າງຫຼວງຫຼາຍ, ຜູ້ຄ້າຂາຍຈະເຂົ້າສູ່ລະບົບທີ່ລັດສາມາດຄຸ້ມຄອງໄດ້, ລັດສາມາດເກັບພາສີຈາກການດຳເນີນກິດຈະການໄດ້ຫຼາຍຂຶ້ນ… ຄລິກອ່ານກົດໝາຍວ່າດ້ວຍ ວິສາຫະກິດ (ສະບັບປັບປຸງ)
ຂ່າວພາຍໃນ
2017-02-13T08:31:34+00:00
https://laopost.com/?p=84914
ປະກາດແຕ່ງຕັ້ງລາຊີນີອົງໃໝ່ແຫ່ງລາຊະອານາຈັກໄທ ພົນເອກຍິງ ສຸທິດາ ວະຊິຣາລົງກອນ ນະ ອາຍຸດທະຍາ
ຖືເປັນຂ່າວທີ່ທົ່ວໂລກກຳລັງໃຫ້ຄວາມສົນໃຈເລີຍກໍວ່າໄດ້ ເມື່ອສຳນັກຂ່າວໃນພະລາຊະສຳນັກໄທ ໄດ້ອອກປະກາດສະຖາປະນາ ສົມເດັດພະລາຊິນີ ໂດຍພະເຈົ້າຢູ່ຫົວມະຫາວະຊິຣາລົງກອນ ບະດິນເທບຍະວະຣາງກູຣ ໄດ້ມີພະຣາດຊະອົງການປະກາດສະຫຼອງພິທີ ຣາຊາພິເສກສົມຣົດກັບ ພົນເອກຍິງ ສຸທິດາ ວະຊິຣາລົງກອນ ນະ ອາຍຸດທະຍາ ຖືກຕ້ອງຕາມກົດໝາຍ ແລະ ປະເພນີທຸກປະການ. ດັ່ງນັ້ນ ຈິ່ງມີພະຣາດຊະອົງການສະຖາປະນາ ພົນເອກຍິງ ສຸທິດາ ນະ ອາຍຸດທະຍາ ພະອັກຄະຣະມະເຫສີ ເປັນສົມເດັດພະຣາຊິນີ ສຸທິດາ ດຳລົງຕຳແໜ່ງພະອິດສະຣິຍົດ ຖານະດອນສັກແຫ່ງພະລາຊະວັງ ຕັ້ງແຕ່ມື້ອອກປະກາດແຈ້ງການເປັນຕົ້ນໄປ (ປະກາດເມື່ອວັນທີ 1 ພຶດສະພາ 2O19 ເປັນປີທີ 4 ໃນລາຊະການປັດຈຸບັນ). ຮຽບຮຽໂດຍ: ສະຫະລັດ ວອນທິວົງໄຊ
ຂ່າວຕ່າງປະເທດ
2019-05-02T13:42:41+00:00
https://laopost.com/?p=112650
ຫົວໜ້າທີມກິລາເບລາຣຸດ ສອງຄົນຖືກປົດອອກຈາກໂອລິມປິກໂຕກຽວ
ສຳນັກຂ່າວ Reuters ລາຍງານ: ຄະນະກຳມະການໂອລິມປິກສາກົນ (IOC) ໄດ້ປົດຫົວໜ້າທີມກີລາເບລາຣຸດ ສອງຄົນ ອອກຈາກການແຂ່ງຂັນໃນງານກີລາໂອລິມປິກໂຕກຽວ ພ້ອມສົ່ງພວກກ່ຽວກັບປະເທດ ເນື່ອງຈາກທັງສອງມີຄວາມຜິດ ໃນການພະຍາຍາມສົ່ງຕົວ ນາງ ຄຣິສຊີນາ ຊິມານູສກາຢາ (Krystsina Tsimanouskaya) ນັກກີລາແລ່ນ-ລານ ທີມຊາດເບລາຣຸດສ ກັບຄືນປະເທດ. ເຫດການດັ່ງກ່າວ ສືບຕໍ່ມາຈາກ ນາງ ຄຣິສຊີນາ ຊິມານູສກາຢາ, ນັກກິລາແລ່ນ-ລານຍິງ ຄົນເບລາຣຸດສ, ອາຍຸ 24 ປີ ທີ່ເຂົ້າຮ່ວມແຂ່ງຂັນໃນງານມະຫາກຳກີລາໂອລິມປິກ ຄັ້ງທີ 32 ທີ່ຈັດຂຶ້ນຢູ່ກຸງໂຕກຽວ ຢືນຢັນຈະບໍ່ກັບປະເທດ ພ້ອມຂໍຄວາມຊ່ວຍເຫຼືອຈາກຄະນະກຳມະການໂອລິມປິກສາກົນ (IOC) ໂດຍອ້າງວ່າທາງການເບລາຣຸສ ໂດຍສະເພາະຫົວໜ້າທີມກີລາພະຍາຍາມບັງຄັບໃຫ້ຕົນເດີນທາງກັບຄືນປະເທດ. ຊິມານູສກາຢາ ແມ່ນເປົ້າໝາຍ ຂອງຜູ້ສະໜັບສະໜູນລັດຖະບານ, ເຊິ່ງການລົນລະລົງຄັ້ງນີ້ຂ້ອນຂ້າງຮຸນແຮງພໍສົມຄວນ ແລະນັ້ນກໍເປັນສັນຍານທີ່ຊັດເຈນວ່າ ຊີວິດຂອງ ຊິມານູສກາຢາ ຈະຕົກຢູ່ໃນອັນຕະລາຍໃນເບລາຣຸດສ໌. IOC ໄດ້ມີການປຶກສາຫາລືກັນ ແລະຮັບຮູ້ກ່ຽວກັບສະຖານະການຂອງນັກກີລາຄົນດັ່ງກ່າວ ເຊິ່ງເຫັນວ່າ ປັດຈຸບັນນາງສົມຄວນຢູ່ພາຍໃຕ້ຄວາມດູແລຂອງເຈົ້າໜ້າທີ່ ທັງນີ້ກໍເພື່ອເປັນການປົກປ້ອງຜົນປະໂຫຍດ ແລະ ຊີວິດການເປັນຢູ່ຂອງນັກກີລາ.
ຂ່າວຕ່າງປະເທດ
2021-08-06T12:07:28+00:00
https://laopost.com/?p=126679
ແຂວງບໍ່ແກ້ວລົບລ້າງ 7 ໂຄງການທີ່ບໍ່ຖືກຕ້ອງ
ໜັງສືພິມວຽງຈັນທາມ ລາຍງານວ່າ ອໍານາດການປົກຄອງແຂວງບໍ່ແກ້ວ ລົບລ້າງ 7 ໂຄງການ ທີ່ເປັນໂຄງການລົງທຶນຂອງນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ຍ້ອນໄດ້ຮັບການອະນຸມັດລົງທຶນໄປແລ້ວ ແຕ່ບໍ່ຈັດຕັ້ງປະຕິບັດເຮັດໃຫ້ແກ່ຍາວເວລາ ແລະ ບໍ່ຖືກຕ້ອງ. ທ່ານ ບົວຄົງ ນາມມະວົງ, ເຈົ້າແຂວງບໍ່ແກ້ວ ແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ບັນດາໂຄງການລົງທຶນພາຍໃນແຂວງທີ່ໄດ້ຮັບອະນຸ ຍາດລົງທຶນໄປແລ້ວແຕ່ບໍ່ຈັດຕັ້ງປະຕິບັດ ເຊີ່ງຖືເປັນການຈັບຈອງທີ່ແກ່ຍາວເວລາ, ກົດໜ່ວງທ່ວງດຶງການພັດທະນາ ແລະ ເປັນການດໍາເນີນທຸລະກິດທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ, ເຊິ່ງທາງແຂວງໄດ້ດໍາເນີນການກວດກາ ແລະ ລົບລ້າງໄປແລ້ວ 7 ໂຄງ ການ. ນອກນັ້ນອໍານາດການປົກຄອງແຂວງຍັງໄດ້ກວດກາ ບັນດາໂຄງການລົງທຶນປູກກ້ວຍພາຍໃນແຂວງເຊິ່ງມີ 60 ບໍລິສັດ, ໃນນີ້ ພົບເຫັນມີພຽງ 13 ບໍລິສັດທີ່ປະກອບເອກະສານຖືກຕ້ອງ ແລະ ຄົບຖ້ວນ ແລະ ຍັງບໍ່ສາມາດແກ້ໄຂໄດ້ຍ້ອນເຈົ້າຂອງໂຄງ ການໄດ້ເດີນທາງກັບຄືນປະເທດໃນໄລຍະທີ່ມີ ການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ມີຄວາມຈໍາເປັນຕ້ອງໄດ້ລໍຖ້າຈົນກ່ວາເຂົາ ເຈົ້າຈະກັບຄືນມາ ຈຶ່ງຈະສາມາດດໍາເນີນຂັ້ນຕອນຕ່າງໆຕໍ່ໄປໄດ້. ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ ເນື້ອທີ່ປູກກ້ວຍຢູ່ແຂວງບໍ່ແກ້ວ ໄດ້ຫຼຸດ ລົງຈາກ 11.000 ກ່ວາເຮັກຕາໃນເມື່ອກ່ອນ ຍັງເຫຼືອພຽງ 6.000 ກ່ວາເຮັກຕາ. ສໍາລັບເນື້ອທີ່ທີ່ໄດ້ຢຸດເຊົາປູກກ້ວຍໄປແລ້ວນັ້ນ ທາງແຂວງໄດ້ຊຸກຍູ້ໃຫ້ປະຊາຊົນຫັນໄປປູກພືດຊະນິດອື່ນເປັນສິນຄ້າເພື່ອສົ່ງອອກທັງພາຍໃນ ແລະ ຕ່າງປະເທດ ເຊິ່ງເຫັນວ່າເປັນຂະບວນກ້ວາງຂວາງ ແລະ ໄດ້ຮັບຜົນດີສົມຄວນ. ຮຽບຮຽງຂ່າວ: ພຸດສະດີ
ຂ່າວທ້ອງຖິ່ນ
2020-08-04T10:03:40+00:00
https://laopost.com/?p=120678
ຜູ້ເສຍຊີວິດກໍລະນີທີ່ 7 ຈາກໂຄວິດ-19 ຢູ່ ສປປ ລາວ
ອີງຕາມຄະນະສະເພາະກິດແຂວງ ຈຳປາສັກ ລາຍງານ: ວັນທີ 30/7/2021 ແຂວງຈໍາປາສັກມີຜູ້ຕິດເຊື້ອໂຄວິດ -19 ໃໝ່ ຈໍານວນ 38 ຄົນ ແລະ ມີຜູ້ເສຍຊິວິດ 1 ຄົນ. ໃນວັນທີ 30 ກໍລະກົດ 2021 ນີ້, ທ່ານ ດຣ ວຽງສີ ສຸພັກດີ ໄດ້ຕາງໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ-19 ແຂວງຈໍາປາສັກ ໄດ້ຖະແຫຼງຂ່າວກ່ຽວກັບການຄວບຄຸມການລະຍາດພະຍາດໂຄວິດ -19 ວ່າ: ຜ່ານການກວດວິເຄາະທົ່ວແຂວງມີຜູ້ຕິດເຊື້ອໂຄວິດ -19 ໃໝ່ ຈໍານວນ 38 ຄົນ, ໃນນັ້ນເມືອງຊະນະສົມບູນ 3 ຄົນ,ເມືອງບາຈຽງ 1 ຄົນ,ເມືອງປະທຸມພອນ 2 ຄົນ,ເມືອງໂພນທອງ 2 ຄົນ,ເມືອງຈຳປາສັກ 6 ຄົນ,ເມືອງສຸຂຸມາ 6 ຄົນ,ເມືອງມຸນລະປາໂມກ 1 ຄົນ, ເມືອງໂຂງ 5 ຄົນ ແລະ ແຂວງສາລະວັນ 10 ຄົນ, ແຂວວອັດຕາປື 1 ຄົນ ແລະ ແຂວງສະຫວັນນະເຂດ 1 ຄົນ. ເຊິ່ງແມ່ນ ແຮງງານນຳເຂົ້າທັງໜົດ, ຕົວເລກສະສົມທົ່ວແຂວງມີຜູ້ຕິດເຊື້ອ 1.656 ຄົນ,ປົວຫາຍດີແລ້ວ 806 ຄົນ,ອອກໂຮງໝໍມື້ນີ້ 52 ຄົນ. ຍັງສືບຕໍ່ປິ່ນປົວຢູ່ໂຮງໝໍບໍລະເວນ 106 ກອງທັບ,ໂຮງໝໍພາກສະໜາມວິທະຍາໄລການເງິນພາກໃຕ້ ແລະ ຢູ່ໂຮງໝໍເມືອງໂພນທອງລວມຈໍານວນທັງໝົດ 848 ຄົນ. ເຊິ່ງລາຍງານມື້ນີ້, ຢູ່ແຂວງຈໍາປາສັກ ຄື:ມີຜູ້ເສຍຊີວິດ ຈາກໂຄວິດ-19 ຈຳນວນ 1 ຄົນ ອາຍຸ 38 ເຊິ່ງແມ່ນແຮງງານລາວກັບຈາກປະເທດເພື່ອນບ້ານ, ເປັນປະຊາຊົນບ້ານເວີນໂສມ ເມືອງໂຂງ ແຂວງຈຳປາສັກ, ຜູ້ກ່ຽວມີພະຍາດຊໍາເຮື້ອ ເຊັ່ນ: ເບົາຫວານ,ຄວາມດັນ. ວັນທີ 23 ກໍລະກົດ 2021 ຜູ້ກ່ຽວໄດ້ຜ່ານມາທາງດ້ານວັງເຕົ່າ, ວັນທີ 25 ກໍລະກົດ 2021 ຜົນກວດອອກມາວ່າພົບເຊື້ອໂຄວິດ-19, ຜູ້ກ່ຽວມີອາການ ຫາຍໃຈຟືດ ເມື່ອຍແຮງ ໄຂ້ສູງ ອົກຊີຕໍ່າ ແລະ ເສຍຊີວິດ ຕອນເຊົ້າ ວັນທີ 30 ກໍລະກົດ 2021.
ຂ່າວພາຍໃນ
2021-07-30T12:02:38+00:00
https://laopost.com/?p=126506
ຜົນການວິໄຈພົບວ່າ “ຄວັນທູບ” ມີສານກໍ່ເປັນມະເຮັງໄດ້
ທູບໃຊ້ເພື່ອບູຊາສິ່ງສັກສິດ ຫຼືຂໍພອນຈາກພະພຸດທະຮູບທີ່ນັບຖື ແຕ່ຮູ້ບໍວ່າ ເມື່ອທູບຖືກເຜົາໄໝ້ຈະມີຝຸ່ນລະອອງ, ສານທີ່ເປັນວັດຖຸດິບຈາກການຜະລິດ ແລະສານອີກຫຼາຍຊະນິດທີ່ກໍ່ໃຫ້ເປັນພະຍາດມະເຮັງ ທູບທີ່ເຜົາໄໝ້ ຈະປ່ອຍຝຸ່ນລະອອງ ແລະສານພິດອອກມາຫຼາຍ ເຊິ່ງສານເຫຼົ່ານັ້ນລ້ວນແລ້ວແຕ່ເກີດຂຶ້ນຈາກການຈູດທູບທຽນ ທີ່ມາຈາກວັດຖຸດິບ ທີ່ໃຊ້ໃນການຜະລິດເຊັ່ນ: ກາວ, ສີ, ນໍ້າຫອມເຄມີ ເວລາຈູດທູບ ຈຶ່ງເຮັດໃຫ້ເກີດຄາບອນມອນນອກໄຊ, ໄນໂຕຣເຈນອອກໄຊ, ຊັນເຟີໄດອອກໄຊ, ສານອິນຊີລະເຫີຍງ່າຍ ແລະສານທີ່ເຮັດໃຫ້ເກີດພະຍາດມະເຮັງໄດ້ຫຼາຍຊະນິດເຊັ່ນ: ສານໃນກຸ່ມ PAH ເບນຊິນບິວທາໄດອີນ ແລະເບນໂຊເອໄພຣີນ, ລວມເຖິງໂຄຣມຽມ, ກົ່ວ ແລະນິກເກິນ ຫາກດູດດົມສະສົມເປັນເວລາດົນຈະເຮັດໃຫ້ເກີດສານມະເຮັງ ມີການວິໄຈດ້ານອະນາໄມສິ່ງແວດລ້ອມຂອງຕ່າງປະເທດພົບວ່າ: ການຈູດທູບພຽງ 3 ດອກ ກໍສາມາດເຮັດໃຫ້ເກີດສານກໍ່ມະເຮັງ ເທົ່າກັບການດູດດົມຄວັນລົດໃນບ່ອນທີ່ມີການສັນຈອນຕິດຂັດອີກດ້ວຍ ດັ່ງນັ້ນ ເພື່ອປ້ອງກັນຕົວເອງໃຫ້ປອດໄພ ຈາກການໄດ້ຮັບສານພິດຕ່າງໆ ຈາກການຈູດທູບ ຄວນເອົາຜ້າປິດປາກ, ປິດດັງ ເພື່ອປ້ອງກັນບໍ່ໃຫ້ເຮົາສູດດົມເຂົ້າໄປຫຼາຍເກີນໄປ, ສ່ວນການຈູດທູບພາຍໃນເຮືອນ ຄວນເປີດປະຕູ, ເປີດປ່ອງຢ້ຽມ ເພື່ອໃຫ້ມີການລະບາຍຄວັນອອກນອກເຮືອນ, ຄວັນທູບມີສານພິດຫຼາຍ ແລະກໍ່ເປັນມະເຮັງໄດ້ ແຕ່ຖ້າເຮົາຫາກປ້ອງກັນຕົນເອງຕາມຄຳແນະນຳ ກໍບໍ່ຈຳເປັນຕ້ອງກັງວົນອີກຕໍ່ໄປ ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ! ifram FB ວິທະຍາສຶກສາ
ສຸຂະພາບ ແລະ ສີ່ງແວດລ້ອມ
2016-12-06T15:38:18+00:00
https://laopost.com/?p=78880
4 ວິທີອອກກຳລັງກາຍສະຫມອງ ຊ່ວຍເພີ່ມ ຄວາມຈື່ຈຳ
ຄວາມຈື່ຈຳດີມີໄຊດີໄປກວ່າເຄິ່ງເຮົາບໍ່ອາດປະຕິເສດໄດ້ວ່າຄວາມຈື່ຈຳມີຜົນຕໍ່ການດຳເນີນຊີວິດການຈົດຈຳໄດ້ດີຈະຊ່ວຍໃຫ້ເກີດການຮຽນຮູ້ແລະກາຍເປັນປະສົບການທີ່ມີຄ່າໃນຊີວິດ ນອກຈາກການກິນອາຫານທີ່ມີປະໂຫຍດຕໍ່ສະຫມອງແລ້ວ ເຊື່ອຫລືບໍ່ວ່າ ກິດຈະກຳທີ່ເຮັດຢູ່ເປັນປະຈຳກໍສາມາດຊ່ວຍເພີ່ມຄວາມຈຳໄດ້ເປັນຢ່າງດີດັ່ງຕົວຢ່າງຕໍ່ໄປນີ້ ຫົວໜ້ອຍໜຶ່ງ ລ່າສຸດງານວິໄຈຈາກມະຫາວິທະຍາໄລໂລມາລິນດາປະເທດສະຫະລັດອາເມລິກາ ພົບວ່າການຫົວພຽງແຕ່20ນາທີສົ່ງຜົນໃຫ້ຄວາມຈື່ຈຳໃນໄລຍະສັ້ນດີຂຶ້ນລະດັບຮໍໂມນຄໍຕິຊອນ(Cortisol) ຫລັ່ງໜ້ອຍລົງແລະຄວາມດັນເລືອດຫລຸດລົງນໍາອີກແນະນຳໃຫ້ເບິ່ງຮຸບເງົາຕະຫລົກກັບໝູ່ຫລືຄົນຮູ້ໃຈກໍເປັນວິທີໜຶ່ງໃນການສ້າງສຽງໄດ້ ນອນຫລັບ ນັກວິໄຈຈາກມະຫາວິທະຍາໄລນິວຢອກປະເທດສະຫະລັດອາເມລິກາພົບວ່າການນອນຫລັບຈະເຮັດໃຫ້ຈຸລັງສະຫມອງເກີດການເຊື່ອມຕໍ່ເຖິງກັນແລະກັນໂດຍສະເພາະໄລຍະການຫລັບຊະນິດທີ່ຈຸລັງສະຫມອງຈະສາມາດຈົດຈຳແລະເກັບຄວາມຊົງຈຳໄວ້ໄດ້ ເຝິກການຂຽນ ນັກຈິດວິທະຍາມະຫາໄລແຄລິຟໍເນຍແຫ່ງລອດແອງເຈີລິດປະເທດສະຫະລັດອາເມລິກາ ພົບວ່າກຸ່ມນັກສຶກສາກຸ່ມທີ່ໃຊ້ບິກຈົດບັນທຶກມີຄວາມສາມາດໃນການຈົດຈຳເນື້ອຫາໄດ້ຫລາຍກວ່າກຸ່ມທີ່ບັນທຶກໂດຍການພິມໃນຄອມພິວເຕີ ການນັ່ງແລະຢືນ ດຣ ອິລິກ ເປເປີ ມະຫາວິທະຍາໄລຊານຟະລານຊິດໂກ ປະເທດສະຫະລັດອະເມລິກາ ກ່າວວ່າການນັ່ງແລະຢືນດ້ວຍທ່າທ່າງທີ່ຖືກຕ້ອງນັ້ນຊ່ວຍໃຫ້ສະຫມອງຈົດຈຳເລື່ອງລາວຕ່າງໆໄດ້ດີເພາະເລືອດສາມາດນຳອອກຊິເຈນໄປລ້ຽງສະຫມອງໄດ້ຫລາຍເຖິງ 40ເປີເຊັນ ຖ້າປະຕິບັດກັນເປັນປະຈຳນອກຈາກຊ່ວຍພັດທະນາສະຫມອງແລ້ວຍັງປ້ອງກັນພະຍາດອັນໄຊເມີໄດ້ນໍາອີກ
ສຸຂະພາບ ແລະ ສີ່ງແວດລ້ອມ
2015-01-22T16:49:49+00:00
https://laopost.com/?p=18568
14 ສັນຍານທີ່ບອກວ່າມີນໍ້າຕານໃນເລືອດສູງເກີນໄປ
ສາເຫດທີ່ເຮັດໃຫ້ລະດັບນໍ້າຕານໃນເລືອດສູງຂຶ້ນ: ຄວາມຄຽດ, ການໃຊ້ຢາບາງຊະນິດ ແລະບໍ່ໄດ້ອອກກໍາລັງກາຍ. ອາການທີ່ບອກວ່າມີນໍ້າຕານໃນເລືອດສູງຄື: ອ່ອນເພຍ ປາກແຫ້ງ ຫິວຕະຫຼອດ ຢາກນໍ້າຕະຫຼອດ ອາການແຊກຊ້ອນໃນກະເພາະອາຫານ ຄັນຜິວໜັງ ຜິວໜັງແຫ້ງ ບາດແຜນານດີ ປັດສະວະຖີ່ໆ ມີປັນຫາກ່ຽວກັບເສັ້ນປະສາດ ຕາມົວ ນໍ້າໜັກຂຶ້ນ ເມື່ອຍງ່າຍ ຕິດເຊື້ອງ່າຍ
ສຸຂະພາບ ແລະ ສີ່ງແວດລ້ອມ
2016-12-06T14:33:08+00:00
https://laopost.com/?p=78868
ຟິລິບປິນກຽມຊື້ເຮືອບິນ 16 ລຳ
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ມະນິລາ ປະເທດ ຟິບິບປິນ ເມື່ອວັນທີ 13 ກຸມພາ 2018 ວ່າ ທ່ານ ເດລ ຟິນ ລໍເຣນຊານາ ລັດຖະມົນຕີກະຊວງປ້ອງກັນປະເທດຂອງຟິລິບປິນກ່າວເມື່ອວັນຈັນວ່າ ລັດຖະບານມະນິລາ ກຳລັງພິຈາລະນາຂໍ້ສະເໜີຈາກບໍລິສັດຜະລິດອາວຸດຫຼາຍແຫ່ງຂອງເກົາຫຼີໃຕ້, ຣັດເຊຍ, ຈີນ ແລະ ຕວັກກີ ແລະ ອີກຫຼາຍປະເທດໃນພູມິພາກ ເພື່ອສັ່ງຊື້ເຮລິຄອັບເຕີຂະໜາດກາງສຳລັບໃຊ້ງານພາຍໃນກອງທັບ ແທນທີ່ຂໍ້ຕົກລົງຈັດຊື້ເຮລິຄອັບເຕີຮຸ່ນ 412 ອີພີໄອ ຈຳນວນ 16 ລຳ ຈາກບໍລິສັດ ເບລ ຂອງສະຫະລັດ ທີ່ຜ່ານການລົງນາມຮ່ວມກັບສຳນັກງານຄວາມຮ່ວມມືການຄ້າການາດາ
ຂ່າວຕ່າງປະເທດ
2018-02-13T12:49:34+00:00
https://laopost.com/?p=99329
ສົກປີ 2016 ສານປະຊາຊົນພາກກາງ ແກ້ໄຂຄະດີ 424 ເລື່ອງ
ກອງປະຊຸມສະຫຼຸຸບຜົນງານ ການເຄື່ອນໄຫວປະຕິ ບັດໜ້າທີ່ວຽກງານຂອງສານ ປະຊາຊົນພາກກາງປະຈຳປີ 2016 ແລະ ທິດທາງການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ໃນ ປີ 2017 ໄດ້ຈັດຂຶ້ນເມື່ອວັນທີ 26 ທັນວາ 2016 ທີ່ຜ່ານມານີ້ ທີ່ຫ້ອງປະຊຸມສານ ດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ປະທານສານ ປະຊາຊົນສູງສຸດ, ມີປະທານ, ຮອງປະທານ ສານປະຊາຊົນພາກກາງ, ພະນັກງານພາຍໃນສານດັ່ງກ່າວເຂົ້າຮ່ວມ. ທ່ານ ສົມສັກ ໄຕບຸນລັກ ເລຂາໜ່ວຍພັກ ປະທານສານ ປະຊາຊົນພາກກາງ ໄດ້ສະຫຼຸຸບ ການເຄື່ອນໄຫວໜ້າທີ່ວຽກງານ ຂອງສານປະຊາຊົນພາກກາງ ປະຈຳປີ 2016 ແລະ ທິດທາງ ແຜນການເຄື່ອນໄຫວປະຈຳປີ 2017 ໂດຍໄດ້ຍົກ ໃຫ້ເຫັນວ່າ: ຕະຫຼອດໄລຍະ 1 ປີຜ່ານມາ ຄະນະນຳສານປະຊາຊົນພາກກາງ ໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນກົກ, ເອົາ ໃຈໃສ່ສຶກສາອົບຮົມບັນດາ ອ້າຍເອື້ອຍ ນ້ອງສະມາຊິກພັກ, ພະນັກງານ ແລະ ລັດຖະກອນ ໃຫ້ມີນ້ຳໃຈຮັກຊາດ, ຮັກລະບອບໃໝ່ ເພື່ອເດີນຕາມແນວທາງປ່ຽນແປງໃໝ່ຂອງພັກ ໂດຍຢຶດໝັ້ນ ທິດສະດີມາກ-ເລ ນິນ ເປັນກົກ ຕິດພັນກັບແນວຄິດ ໄກສອນ ພົມວິຫານ, ຕໍ່ກັບ ວຽກງານວິຊາສະເພາະໄດ້ເອົາ ໃຈໃສ່ຊີ້ນຳໆພາການດຳເນີນ ແກ້ໄຂຄະດີຢູ່ໃນຄວາມຮັບຜິດຊອບ ຂອງສານປະຊາຊົນພາກກາງ ຢ່າງເປັນປະຈຳເຮັດໃຫ້ ການແກ້ໄຂຄະດີຮັບປະກັນ ຕາມຫຼັກການ, ຮອບດ້ານ, ຄົບຖ້ວນ, ພາວະວິໄສ, ການພິພາກສາຄະດີມີທ່ວງທ່າ ດີຂຶ້ນ ເທື່ອລະກ້າວ ສະແດງໃຫ້ເຫັນ ວ່າຄວາມຖືກຕ້ອງສອດຄ່ອງ ກັບເຫດການຕົວຈິງນັບມື້ດີຂຶ້ນ, ການແກ້ໄຂຄະດີມີຄວາມວ່ອງໄວທັນກຳນົດ ເວລາທີ່ກົດໝາຍກຳນົດໄວ້. ການແກ້ໄຂນັບແຕ່ ເດືອນມັງກອນ-ທັນວາ 2016 ຄະດີຄ້າງມາ 103 ເລື່ອງ, ເຂົ້າ ໃໝ່ 458 ເລື່ອງ ລວມ 561 ເລື່ອງ, ແກ້ໄຂຄະດີ 424 ເລື່ອງ, ຍັງຄ້າງ 137 ເລື່ອງ ເທົ່າກັບ 75,57%, ໄດ້ພິພາກສາປັບໃໝຜູ້ກະທຳຜິດ ເປັນເງິນຈຳນວນ 4.203.723.500 ກີບ, ຮິບວັດຖຸສິ່ງຂອງທີ່ໃຊ້ເຂົ້າ ໃນການກະທຳຜິດເຂົ້າເປັນ ຂອງລັດຄື: ຮິບເງິນຈຳນວນ 95.570.000 ກີບ, 1.467.660 ບາດ, 532.849 ໂດລາສະຫະລັດ, ໂທລະສັບ 56 ໜ່ວຍ, ລົດຈັກ 12 ຄັນ, ລົດໃຫຍ່ 17 ຄັນ, ເຮືອນ 1 ຫຼັງ: ດິນ 1 ຕອນ ແລະ ອາວຸດ 8 ກະບອກ ພ້ອມ ທັງພິພາກສາໃຫ້ໂຈດ ແລະ ຈຳເລີຍເສຍອາກອນໃຫ້ລັດ 331.914.220 ກີບ, 1.083.438 ບາດ ແລະ 239.440 ໂດລາສະຫະລັດ. ກອງປະຊຸມຍັງໄດ້ຜ່ານຂໍ້ຕົກລົງຂອງ ປະທານສານປະຊາຊົນພາກກາງ ວ່າດ້ວຍການ ບັນຈຸສັບຊ້ອນ ແລະ ປັບປຸງ ການຈັດຕັ້ງຂອງບັນດາຄະນະສານ ແລະ ຂໍ້ຕົກລົງວ່າດ້ວຍ ການແບ່ງຄວາມຮັບຜິດຊອບ ໃຫ້ບຸກ ຄະລາກອນພາຍໃນ ສານປະຊາຊົນພາກກາງຕື່ມອີກ. ຂ່າວ: ໜັງສືພິມ ປະຊາຊົນ
ຂ່າວເຫດການ
2017-01-04T09:19:45+00:00
https://laopost.com/?p=82245
ເຊສລີ ຄຣິສ ຄວ້າມົງກຸດ ມິສ ອາເມຣິກາ 2019
ປະກາດຜົນຢ່າງເປັນທາງການແລ້ວ ສຳລັບເວທີນາງງາມ ມິສ ອາເມຣິກາ 2019 ຊຶ່ງຜູ້ທີ່ໄດ້ຄອງຕຳແໜ່ງໃນປີນີ້ແມ່ນ ນາງສາວ ເຊສລີ ຄຣິສ ໄວ 28 ປີ ຕົວແທນຈາກລັດແຄໂຣໄລນາ. ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 2 ພຶດສະພາຜ່ານມາຈາກເມືອງເຣໂນ ລັດເນວາດາ ສະຫະລັດອາເມຣິກາ ໂດຍໄດ້ຈັດການປະກວດຄົ້ນຫານາງສາວທີ່ຈະເປັນຕົວແທນ ມິສ ອາເມຣິກາ ປະຈຳປີ 2019 ຊຶ່ງຈັດຂຶ້ນທີ່ໂຮງແຮມແກຣນ ເຊຍຣາ ຣີສອດ ໂດຍປີນີ້ແມ່ນຈັດຂຶ້ນເປັນປີທີ 68 ເພື່ອຄົ້ນຫາສາວງາມຕົວແທນຂອງອາເມຣິກາເຂົ້າຮ່ວມຊີງໄຊເທິງເວທີ ມິສ ຢູນິເວີສ 2019 ໂດຍມີສາວງາມຈາກ 50 ລັດເຂົ້າຮ່ວມປະກວດ ແລະ 1 ເຂດປົກຄອງພິເສດນັ້ນກໍຄື ນະຄອນວໍຊີງຕັນ. ປາກົດວ່າສາວງາມຈາກລັດລັດແຄໂຣໄລນາສາມາດສ້າງປະຫວັດສາດຈາກລັດແຄໂຣໄລນາທີ່ສາວມາດຄວ້າມົງກຸດ ມິສ ອາເມຣິກາ ມາຄອງໄດ້ສຳເລັດ ປັດຈຸບັນ ເຊສລີ ຄຣິສ ປະກອບອາຊີບເປັນເປັນກົດໝາຍ ຂະນະທີ່ຮອງອັນດັບ 1 ຕົກເປັນຂອງ ນາງສາວ ອະເລຮັນດຣາ ກອນຊາເລຊ ຕົວແທນຈາກລັດນິວເມັກຊີໂກ ແລະ ຮອງອັນດັບ 2 ໄດ້ແກ່ ນາງສາວ ເທຣຍນາ ບຣາວ ຕົວແທນຈາກ ລັດໂອຄລາໂຮມາ. ຮຽບຮຽງ: ສະຫະລັດ ວອນທິວົງໄຊ ຮູບພາບຈາກ: Miss USA, AP
ຂ່າວຕ່າງປະເທດ
2019-05-06T09:26:17+00:00
https://laopost.com/?p=112706
ຕຳຫລວດລາວ ມອບຜູ້ຕ້ອງຫາສໍ້ລາດບັງຫລວງ ໃຫ້ ສປ ຈີນ
ເມື່ອບໍ່ດົນມານີ້, ເຈົ້າໜ້າທີກົມສຶບສວນ-ສອບສວນຂອງລາວ, ໄດ້ມອບຜູ້ຕ້ອງ ຫາສັນຊາດຈີນສອງຄົນຄື: ທ້າວ ອານ ຮຸຍໝິນ ອາຍຸ 73 ປີຢູ່ບ້ານສືໄດອາວ ແລະ ທ້າວ ຜາງຊຸນຊີ ອາຍຸ 57 ປີຢູ່ບ້ານພູລີເສີນ ເມືອງໜານຄາຍນະຄອນທຽນ ສີນ ສປ ຈີນ, ໃຫ້ເຈົ້າໜ້າທີ່ເສດຖະກິດຂອງຈີນໃນຂໍ້ຫາສໍ້ລາດບັງຫລວງ, ໂດຍພວກກ່ຽວໄດ້ ເຂົ້າມາລີ້ຊ້ອນຢູ່ລາວແຕ່ປີ 2005 ແລະ ໄດ້ເຄື່ອນຍ້າຍທີ່ຢູ່ໄປມາຕະຫລອດຈຶ່ງເຮັດ ໃຫ້ການຈັບຕົວມີຄວາມຫຍຸ້ງຍາກ ແລະ ຕົກມາຮອດວັນທີ 25 ມີນາ 2015 ຈຶ່ງຖືກເຈົ້າໜ້າທີ່ສາມາດຈັບຕົວໄດ້ ແລະ ສົ່ງມອບໃຫ້ເຈົ້າໜ້າທີ່ ສປ ຈີນເພື່ອນຳຕົວໄປດຳເນີນຄະດີຕາມ ລະບຽບກົດໝາຍ. ແຫລ່ງຂ່າວ: ລາວພັດທະນາ
ຂ່າວພາຍໃນ
2015-04-01T18:31:39+00:00
https://laopost.com/?p=22258
ເຫດໄຟໄໝ້ພັບໃນປະເທດໄທ ເສຍຊີວິດແລ້ວ 13 ຄົນ
ເກີດເຫດໄຟໄໝ້ໃນພັບໃນປະເທດໄທ ເປັນສິ່ງທີ່ໜ້າສະຫຼົດໃຈຕໍ່ເຫດການໄຟໄໝ້ໃນຄັ້ງນີ້ ທີ່ເຜົາຄົນທັ້ງເປັນໄປ 13 ຄົນ. ໃນວັນທີ 5 ສິງຫາ 2022 ຈາກການລາຍງານຂອງສຳນັກຂ່າວປະເທດໄທ ໄດ້ລາຍງານວ່າ: ເວລາປະມານທ່ຽງຄືນຂອງວັນທີ 4 ຫາ 1 ໂມງ ວັນທີ 5 ສິງຫາ 2022 ເກີດເຫດທີ່ບໍ່ຄາດຄິດ ເມື່ອຜູ້ຄົນທີ່ໄປທ່ຽວພັບຕ້ອງໜີຕາຍຈາກເຫດການໄຟໄໝ້ໃນພັບດັງ ໃນເມືອງສັດຕະຫີບ ແຂວງຊົນບູລີ, ໂດຍມີລາຍງານວ່າ ໄດ້ຍິນສຽງລະເບີດ 2 ເທື່ອ ກ່ອນທີ່ຈະເກີດໄຟ ແລະ ໄໝ້ລາມໄປທົ່ວອາຄານ ເຈົ້າໜ້າທີ່ດັບເພີງລະດົມຊີດນ້ຳເພື່ອດັບໄຟ ທີ່ດົນກວ່າ 2 ຊົ່ວໂມງ ຈຶ່ງສາມາດຄວບຄຸມເຫດໄຟໄໝ້ນີ້ໄດ້ ໄຟໄໝ້ໃນເທື່ອນີ້ມີຄົນບາດເຈັບຈຳນວນຫຼາຍ ແລະ ມີ 13 ຄົນທີ່ເສຍຊີວິດ. ໃນຂະນະນັ້ນ ຫຼາຍໆຄົນທົ່ວປະເທດໄທ ລວມທັງຄົນທີ່ມີຊື່ສຽງ ກໍ່ຮ່ວມໄວ້ອາໄລຈາກເຫດໄຟໄໝ້ໃນເທື່ອນີ້. https://laopost-com.laocdn.com/2022/08/WhatsApp-Video-2022-08-05-at-9.40.57-AM.mp4
ຂ່າວຕ່າງປະເທດ
2022-08-05T09:25:42+00:00
https://laopost.com/?p=136329
10 ທັນວານີ ພົບກັນແນ່ນອນ “ບົວຂາວ VS ດູເລບິນ” ໃຜຈະຊະນະ? ໃຜຈະຖືກນັອກ? ຕ້ອງຕິດຕາມ
ຂ່າວກີລາຕ່າງປະເທດມື້ນີ້ ແອັດມິນຈະມາເກາະຕິດຂາ່ວວົງການມວຍທີ່ເຄີຍນຳສເໜີຜ່ານມາເມື່ອເດືອນກ່ອນ ກ່ຽວກັບແຜນການຂຶ້ນຊົກມວຍ ຂອງ ບົວຂາວ ບັນຊາເມກ ທີ່ພົບກັບ ອັງເດຣ ດູເລບິນ ເຊິ່ງຈະມີການຊົກໃນວັນທີ 10 ທັນວາ 2016 ທີ່ປະເທດ ເລບານອນ ສຳລັບແຟນມວຍຂອງທັງສອງບໍ່ວ່າ ຈະເປັນ ບົວຂາວ ຫຼື ດູເລບິນ ໃຫ້ອົດໃຈລໍຖ້າພຽງ ອີກ 2 ມື້ເທົ່ານັ້ນກໍ່ຈະໄດ້ເຫັນນັກມວຍທັງຄູ່ສາດສິນລະປະການຕໍ່ສູ້ໃສ່ກັນຢ່າງດຸເດືອດເທິງສັງວຽນເວທີມວຍ ແນ່ນອນ. ຄູ່ຊົກຂອງບົວຂາວ ອັງເດຣ ດູເລບິນ ເຈົ້າຂອງສາຍາ ຫົວລູກປືນ ເປັນນັກມວຍໄທຍຊາວ ເບລາຣຸສ ຮຸ່ນເຟເທີເວດ ຈາກຄ້າຍມວຍ “ສຶກໄຟລເຕີ” ເຊິ່ງຕັ້ງຢູ່ໃນນະຄອນມິນ ດູເລບິນ ເປັນແຊັມໂລກມວຍໄທຍ 18 ສະໃໝ ທີ່ຊະນະລາຍການລະດັບນານາຊາດ ທັງໃນລະດັບສະໝັກຫຼິ້ນ ແລະ ອາຊີບ ຈາກຮຸ່ນ 51 ກກ. ໄປຈົນເຖິງ 67 ກກ. ເຊິ່ງຖືເປັນໜຶ່ງໃນຮຸ່ນປອນ ຕໍປອນ ສຳລັບນັກມວຍໄທຍທີ່ສູງທີ່ສຸດໃນໂລກ ເມື່ອປີ 2007 ເຂົາເປັນນັກມວຍໄທຍຄົນທຳອິດໃນເບລາຣຸສ ທີ່ໄດ້ຮັບລາງວັນ “ອໍເນີມາສເຕີອັອບສະປອດ” ໂດຍປະທານາທິບໍດີຂອງປະເທດ ການປ່ຽນຄູ່ຊົກຂອງບົວຂາວ ບັນຊາເມກ ໃນຄັ້ງນີ້ ເຊື່ອວ່າເຮັດໃຫ້ແຟນມວຍຈັບຕາເບິ່ງເປັນພິເສດກວ່າທີ່ຜ່ານມາເພາະຄູ່ຊົກຂອງບົວຂາວຄົນນີ້ເມື່ອເບິ່ງຈາກປະຫວັດການຊົກແລ້ວກໍ່ຖືໄດ້ວ່າບໍ່ທຳມະດາ ເພາະມີຄວາມຊຳນານໃນການໃຊ້ສິນລະປະການຕໍ່ສູ້ແບບມວຍໄທຍເຕັມຮູບແບບ ຖືວ່ານັກມວຍຄົນນີ້ເປັນອີກຄົນໜຶ່ງທີ່ຄົບເຄື່ອງ ແລະ ເພັດບໍ່ແມ່ນຂອງຄ່ອຍ ເຮົາຕ້ອງມາລຸ້ນນຳກັນວ່າ ເສິກມວຍໃນຄັ້ງນີ້ ບົວຂາວ ຈະສາມາດຮັກສາຊື່ສຽງ ຣາຊາແຫ່ງວົງການມວຍໄທຍໄດ້ ຫຼື ບໍ່ ນີ້ຖືເປັນການຊົກມວຍຄັ້ງທຳອິດໃນກຸ່ມປະເທດຕະເວັນອອກກາງ ມາລຸ້ນນຳກັນວ່າ ໃຜຈະຊະນະ? ໃຜຈະຖືກນັອກ? ແຕ່ມີຂ່າວທີ່ຕ້ອງໄດ້ແຈ້ງເຖິງແຟນມວຍໄດ້ຮູ້ກ່ຽວກັບການຖ່າຍທອດສົດມວຍຄູ່ນີ້ວ່າ ເມື່ອໄດ້ມີການປະກາດອອກມາແລ້ວວ່າບໍ່ມີການຖ່າຍທອດສົດທາງໂທລະພາບຊ່ອງເພື່ອນບ້ານ ແຕ່ມີລິ້ງຖ່າຍທອດສົດຈາກປະເທດ ເລບານອນ ມາຝາກແນ່ນອນ ເຊິ່ງເວລາການຊົກກໍ່ເດິກກວ່າຄັ້ງທີ່ຜ່ານມາ ເພາະຈະມີການເລີ່ມເປີດລາຍການຊົກໃນລະຫວ່າງ 1:00-3:00 ໂມງ ຕອນເຊົ້າ. ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!
ຂ່າວພາຍໃນ
2016-12-08T11:51:47+00:00
https://laopost.com/?p=79163
ໝູ່ບ້ານລະເບີດ! ບ້ານມົ້ງແຂວງຊຽງຂວາງ
ທ່ອງທ່ຽວວັນນີ້ລາວໂພສຕ໌ມີອີກໜຶ່ງສະຖານທີ່ມານຳສະເໜີ ຊື່ອາດບໍ່ຄຸ້ນຫູຂອງຫຼາຍໆທ່ານ ແລະ ບາງຄົນອາດຈະຍັງບໍ່ຮູ້ວ່າທີ່ຊຽງຂວາງມີອີກໜຶ່ງສະຖານທີ່ທ່ຽວທີ່ໜ້າສົນໃຈ ແລະ ຢາກໃຫ້ທຸກຄົນໄດ້ລອງໄປທ່ຽວ. ໝູ່ບ້ານລະເບີດ ບ້ານມົ້ງແຂວງຊຽງຂວາງ ເປັນໝູ່ບ້ານທີ່ຊາວບ້ານມີລະເບີດຫຼາຍຈົນນຳໄປໃຊ້ໃຫ້ເປັນປະໂຫຍດຕ່າງໆ ນຳໄປເຮັດຮົ້ວ, ເສົາເຮືອນ, ຂອງໃຊ້ໃນຄົວເຮືອນ ໝູ່ບ້ານມົ້ງຕັ້ງຢູ່ແຄມທາງຫຼວງເສັ້ນທາງທີ 7 ໄປທາງຕະເວັນອອກສຽງເໜືອນຂອງໂພນສະຫວັນ 3 ກິໂລແມັດ, ຫາກມາທ່ຽວຊຽງຂວາງເມືອງໂພນສະຫວັນ ຢ່າລືມແວ່ທ່ຽວໝູ່ບ້ານມົ້ງກ່ອນທີ່ຈະໄປທ່ຽວທົ່ງໄຫຫີນ 1 ຮັບຮອງວ່າການເດີນທາງຂອງທ່ານຄັ້ງນີ້ບໍ່ຜິດຫວັງແນ່ນອນ. ໝູ່ບ້ານລະເບີດນອກຈາກຈະມີລະເບີດແລ້ວທ່ານຍັງຈະໄດ້ເຫັນການດຳລົງຊີວິດຂອງຊາວບ້ານແທ້ໆ ເຊັ່ນການເຮັດນາ, ການລ້ຽງນົກກາງເກ, ເຫັນບັນດາແມ່ຍິງນັ່ງແຊ່ວຜ້າ, ເຫັນເຮືອນຄົວຊາວມົ້ງ, ເຫັນເຄື່ອງໃຊ້ໃນເຮືອນຄົວທີ່ເຮັດຈາກລູກລະເບີດ. ຊາວເຜົ່າມົ້ງເປັນຄົນທີ່ມີນ້ຳໃຈ, ໃຈດີເໝືອນກັບຊົນເຜົ່າອື່ນໆ ພວກເຂົາຈະປະຕິບັດຕໍ່ແຂກທີ່ໄປຢ້ຽມຢາມດ້ວຍມິດໄມຕີອັນດີດ້ວຍຄວາມຈິງໃຈ ຢູ່ໃນເມືອງລາວຍັງມີແຫລ່ງທ່ອງທ່ຽວອີກຫຼາຍແຫ່ງທີ່ເຮົາຍັງບໍ່ຮູ້ບໍ່ເຄີຍໄປ ສະນັ້ນໃນຊີວິດນີ້ທ່ານຕ້ອງລອງໄປສຳພັດຈັກຄັ້ງໜຶ່ງແລ້ວທ່ານຈະບໍ່ມີວັນລືມ. ຂອບໃຈພາບ ແລະ ຂໍ້ມູນຈາກ: ເວັບໄຊ໌ຮັອດເຊຍ ສັງລວມພາບ ແລະ ເນື້ອໃນໂດຍ: ລາວໂພສຕ໌
ຂ່າວທ່ອງທ່ຽວ
2016-03-16T09:52:34+00:00
https://laopost.com/?p=50536
ເຢຍລະມັນກຽມອົບພະຍົບ 70,000 ຄົນອອກຈາກພື້ນທີ່ເກັບກູ້ລະເບີດໃນເມືອງ ແຟຣງເຟຣີດ
ທາງລັດຖະບານເຢຍລະມັນກຽມອົບພະຍົບປະຊາຊົນໃນເມືອງ ແຟຣງເຟຣີດກວ່າ 70,000 ຄົນອອກຈາກ ບ້ານ ເຮືອນໃນທ້າຍອາທິດນີ້ ເພື່ອເປີດທາງໃຫ້ເຈົ້າໜ້າທີ່ເຂົ້າປົດຊະນວນລະເບີດຂະໜາດໃຫຍ່ ທີ່ມີນ້ຳໜັກກວ່າ 1,400 ຕັນ ທີ່ຫາກໍ່ຖືກຄົ້ນພົບໃນວັນທີ 29 ສິງຫາ 2017 ທີ່ຜ່ານມາ ໃນລະຫວ່າງການກໍ່ສ້າງພາຍໃນເມືອງ ແລະ ຢູ່ຫ່າງ ຈາກເຂດຫ້າງຊັບພະສິນຄ້າຍອດນິຍົມໄປທາງທິດເໜືອປະມານ 2.5 ກິໂລແມັດ ເປັນລະເບີດທີ່ເຮືອບິນຮົບກອງທັບຂອງອັງກິດໃຊ້ໂຈມຕີທາງອາກາດໃນສະໄໝສົງຄາມໂລກຄັ້ງທີ 2 ສື່ຂ່າວເຢຍລະມັນລະບຸວ່າ ລະເບີີດລູກນີ້ມີຊື່ວ່າ “Wohnblockknacker” (blockbuster) ດ້ວຍແສນຍານນຸພາບທຳລາຍລ້າງຖະໜົນ ແລະ ອາຄານຕ່າງໆໄດ້ໃນພິບຕາດຽວ ປັດຈຸບັນທາງເຈົ້າໜ້າທີ່ໄດ້ເຂົ້າຄຸມພື້ນທີ່ດັ່ງກ່າວ ເຖິງແມ່ນວ່າຕອນນີ້ຍັງບໍ່ເກິດອັນຕະລາຍເທື່ອ ແຕ່ຢ່າງໃດກໍ່ຕາມດ້ວຍຂະໜາດຂອງລະເບີດທີ່ໃຫຍ່ ຈິ່ງຈຳເປັນຕ້ອງໃຊ້ມາດຕະການຍ້າຍອົບພະຍົບປະຊາຊົນອອກຈາກພື້ນທີ່ ໂດຍຄຳສັ່ງດັ່ງກ່າວຈະມີຂຶ້ນໃນວັນທີ 3 ກັນຍາ 2017 ທີ່ຈະມາຮອດນີ້
ຂ່າວຕ່າງປະເທດ
2017-09-01T18:07:39+00:00
https://laopost.com/?p=94467
ລາຍງານສະພາບໂຄວິດ-19 ແລະ ການສັກວັກຊີນ ໃນ ສປປ ລາວ
ຕາມການລາຍງານຈາກຄະນະສະເພາະກິດ ກ່ຽວກັບສະພາບການແຜ່ລະບາດຂອງໂຄວິດ-19 ໃນວັນທີ 15 ກຸມພາ 2022 ມີຂໍ້ມູນດັ່ງຕໍ່ໄປນີ້ ສໍາລັບການຕິດເຊື້ອນໍາເຂົ້າ ມີ 26 ຄົນ ຈາກແຂວງສະຫວັນນະເຂດ 3 ຄົນ, ຫົວພັນ 23 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ. ຮອດປັດຈຸບັນ ມີຜູ້ຕິດເຊື້ອທັງໝົດ ຢຸ່ໃນ ສປປ ລາວ 139,683 ຄົນ, ອອກໂຮງໝໍວານນີ້ 292 ຄົນ, ກຳລັງປິ່ນປົວ 3,545 ຄົນ ແລະ ເສຍຊີວິດ ທັງໝົດ 601 ຄົນ (ເສຍຊິວິດໃໝ່ 03 ຄົນ). – ສຳລັບຜູ້ເສຍຊີວິດໃໝ່ 03 ຄົນ ແມ່ນທັງໝົດຢູ່ນະຄອນຫຼວງວຽງຈັນ ມາຮອດມື້ນີ້ ທົ່ວປະເທດລາວ ສັກວັກຊີນ ທັງໝົດ: ເຂັມທີ 1 ສັກໄດ້ 4.823.889 (ອັດຕາປົກຄຸມ 65,74 %) ແລະ ທຸກເຂັມທີ່ແນະນໍາ 4.245.954 (ອັດຕາປົກຄຸມ 57,86 %) ແລະ ເລີ່ມຈາກຕົ້ນເດືອນມີນາ ຈະມີການຂະຫຍາຍການສັກວັກຊິນໃນກຸ່ມອາຍຸ 6 ຫາ 11ປີ.
ຂ່າວພາຍໃນ
2022-02-15T13:14:57+00:00
https://laopost.com/?p=131960
ພະຍາກອນອາກາດມື້ນີ້! ທົ່ວທຸກພາກຍັງຈະມີຝົນຕົກ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານສະພາບອາກາດປະຈຳວັນທີ 7 ສິງຫາ 2020 ວ່າ ຄວາມກົດດັນອາກາດຕໍ່າໄດ້ປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ມີກຳລັງແຮງປານກາງຍັງພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນຕື່ມອີກໃນຕອນບ່າຍ ແລະ ຈະມີຝົນໃນລະດັບຄ່ອຍຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກປານກາງຢູ່ບາງທ້ອງຖີ່ນແຂວງ ພາກເໜືອ ແລະ ພາກໃຕ້. ສຳລັບລະດັບນໍ້າຊັນ, ເຂດເມືອງເກົ່າຍັງສືບຕໍ່ຂຶ້ນສູງກາຍເຂດລະດັບອັນຕະລາຍ, ເຊິ່ງໃນຕອນເຊົ້າຂອງມຶ້ນີ້ແທກໄດ້ 9 ແມັດ 03 ຊັງຕີແມັດ, (ລະດັບອັນຕະລາຍ ແມ່ນ 8 ແມັດ) ແລະ ຄາດຄະເນວ່າລະດັບນໍ້າຍັງຈະສືບຕໍ່ຂຶ້ນສູງຕື່ມອີກ. ດັ່ງນັ້ນຈຶ່ງແຈ້ງເຕືອນເຖິງ ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ລຽບຕາມແຄມນໍ້າຊັນ ໂດຍສະເພາະຢູ່ເຂດເມືອງ ບໍລິຄັນ ໃຫ້ມີສະຕິລະ ມັດລະວັງຕໍ່ສະພາບ, ນໍ້າຖ້ວມຊຸ, ຖ້ວມອັ່ງ ແລະ ດິນເຈື່ອນ ພ້ອມທັງຍົກຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈຳ. ຮຽບຮຽງຂ່າວ: ພຸດສະດີ
ຂ່າວທ້ອງຖິ່ນ
2020-08-07T11:48:37+00:00
https://laopost.com/?p=120738
ຝົນຕົກລິນ ນ້ຳຂອງຂຶ້ນ ເຕືອນຜູ້ຢູ່ໃກ້ແຄມຂອງ ໃຫ້ລະວັງ!
ຈາກສະພາບດິນຟ້າອາກາດ ໃນປັດຈຸບັນ ໄລຍະນີ້ມີຝົນຕົກລິນຕິດຕໍ່ກັນຫຼາຍວັນ ພາໃຫ້ເກີດນ້ຳຂັງອັ່ງອໍຕາມຫ້ວຍຮ່ອງຄອງບຶງ ເຊິ່ງຜົນກະທົບທີ່ມັກຈະເກີດຂຶ້ນ ນອກຈາກຈະລະວັງການແຜ່ພັນຂອງຍຸງແລ້ວ ສິ່ງທີ່ສຳຄັນຍິ່ງຍັງຕ້ອງໄດ້ລະວັງອາດຈະກໍ່ເກີດນ້ຳຖ້ວມໃນບາງບ່ອນ ທີ່ມີການລະບາຍນ້ຳບໍ່ທັນ ຫຼື ໃນຂົງເຂດເນື້ອທີ່ຕ່ຳເຊັ່ນດຽວກັບພາກໃຕ້ຂອງລາວ ບາງເຂດກໍເກີດມີນ້ຳຖ້ວມ. ດັ່ງນັ້ນ ຈຶ່ງເຕືອນມາຍັງພໍ່ແມ່ປະຊາຊົນບັນດາເຜົ່າ ທີ່ມີບ່ອນຢູ່ອາໄສໃກ້ກັບແມ່ນ້ຳລຳເຊ ຫຼື ບ່ອນທີ່ມີເນື້ອທີ່ຕ່ຳ ໃຫ້ລະມັດລະວັງຕິດຕາມການເຄື່ອນເໜັງລາຍງານກ່ຽວກັບດິນຟ້າອາກາດຕາມສື່ຕ່າງໆ ໂດຍສະເພາະຂ່າວຈາກກົມອຸຕຸນິຍົມຕະຫຼອດເວລາ ຕ້ອງມີສະຕິເປັນເຈົ້າການກຽມຄວາມພ້ອມໃນການຕອບໂຕ້ສະຖານະການຂອງດິນຟ້າອາກາດ ທີ່ອາດຈະມີຂຶ້ນຢ່າງມີສະຕິລະວັງຕົວ. ທີ່ມາhttp://www.vientianemai.net
ຂ່າວພາຍໃນ
2013-07-31T11:47:09+00:00
https://laopost.com/?p=3121
ຂົວຫັກອີກແລ້ວ ເທື່ອນີ້ທີ່ເມືອງເຟືອງ
ຂົວຫັກ ເປັນບັນຫາຊ້ຳຊາກມາໄດ້ຫຼາຍປີ ສາເຫດສ່ວນຫຼາຍແມ່ນຜູ້ໃຊ້ລົດ ບັນທຸກໜັກເກີນກວ່າຂົວຈະຮັບໄດ້ ຫຼືເປັນຍ້ອນຜູ້ກວດກາຕາຊັ່ງ ບໍ່ເອົາໃຈໃສ່ຕໍ່ໜ້າທີ່ທີ່ລັດມອບໝາຍ ປ່ອຍໃຫ້ລົດແກ່ນ້ຳໜັກເກີນກຳໜົດ ແລ່ນຜ່ານເສັ້ນທາງທີ່ມີຂົວບໍ່ຮັບປະກັນ. ຫຼ້າສຸດລົດບັນທຸກຂົນສົ່ງຫວຽດນາມເຮັດຂົວເຫຼັກ ເມືອງເຝືອງ ແຂວງວຽງຈັນຫັກ ໃນວັນທີ 28 ທັນວາ 2014.
ຂ່າວທ້ອງຖິ່ນ
2014-12-30T08:47:02+00:00
https://laopost.com/?p=16685
ພະຍາດລຶກລັບ! ຂ້າຊາວໄນຈີເຣຍແລ້ວ 17 ຄົນ ຕິດເຊື້ອແລ້ວຕາຍພາຍໃນ 24 ຊົ່ວໂມງ!
(ພາບປະກອບ) ເກີດພະຍາດປິດສະໜາລະບາດ ຂ້າຊີວິດຊາວໄນຈີເຣຍໄປແລ້ວ 17 ຄົນ ໂດຍສະແດງອາການແລ້ວ ກໍຈະເສຍຊີວິດພາຍໃນ 24 ຊົ່ວໂມງ. ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 19 ເມສາຜ່ານມານີ້ວ່າ ເກີດພະຍາດປິດສະໜາລະບາດໃນປະເທດໄນຈີເຣຍ ໂດຍໄດ້ຂ້າຊີວິດປະຊາຊົນຊາວໄນຈີເຣຍໄປແລ້ວຢ່າງໜ້ອຍ 17 ຄົນ ເຊິ່ງແຕ່ລະຄົນຫລັງຈາກສະແດງອາການລົ້ມປ່ວຍ ກໍຈະເສຍຊີວິດລົງພາຍໃນ 24 ຊົ່ວໂມງທັນທີ. ອາການຂອງພະຍາດດັ່ງກ່າວນັ້ນ ທາງແພດໄດ້ລະບຸວ່າ ຄົນເຈັບຈະມີອາການປວດຫົວ, ນ້ຳໜັກຫລຸດລົງ, ຕາມົວ ແລະ ເລີ່ມບໍ່ມີສະຕິ ຄວບຄຸມຕົນເອງບໍ່ໄດ້ ເຊິ່ງຫລັງຈາກສະແດງອາການຄົນເຈັບກໍຈະເສຍຊີວິດລົງ ພາຍໃນ 24 ຊົ່ວໂມງ.
ຂ່າວຕ່າງປະເທດ
2015-04-20T07:39:12+00:00
https://laopost.com/?p=23784
ກອງທຶນປະກັນສັງຄົມແຫ່ງຊາດ ມອບສິນທົດແທນໃຫ້ຜູ້ເສຍຊີວິດ
ໃນວັນທີ 31 ຕຸລາຜ່ານມາ ທ່ານ ປະສົງ ວົງຄຳຈັນ ອຳນວຍການກອງທຶນປະກັນສັງຄົມແຫ່ງຊາດ (ກປຊ), ໄດ້ມອບເງິນ ຈຳນວນ 50 ລ້ານກີບ, ໃຫ້ຍາດພີ່ນ້ອງຂອງທ້າວ ໜູມິດ ໄຊສະຫວັດ ຜູ້ເສຍຊີວິດ ເຊິ່ງຜູ້ກ່ຽວເປັນພະນັກງານຂອງ ບໍລິ ສັດ ຊີມັງລາວ ແລະ ໄດ້ເຂົ້າເປັນສະມາຊິກຂອງກອງທຶນປະກັນສັງຄົມແຫ່ງຊາດ ມາເປັນເວລາ 11 ປີ ແລ້ວ, ເຊິ່ງກໍລະນີ ນີ້ ເປັນກໍລະນີທຳອິດທີ່ມີການໃຫ້ເງິນອຸດໜູນຜູ້ເສຍຊີວິດ, ເຊິ່ງເປັນ 1 ໃນ 8 ປະເພດການອຸດໜູນທີ່ ກປຊ ໄດ້ຕອບສະ ໜອງໃຫ້ແກ່ຜູ້ປະກັນຕົນ. ກອງທຶນປະກັນສັງຄົມແຫ່ງຊາດ (ກປຊ), ໄດ້ຮັບການສ້າງຕັ້ງຂຶ້ນໂດຍການໂຮມຕົວຂອງ 2 ລະບົບປະກັນສັງຄົມຄື ປະກັນ ສັງຄົມພາກລັດຖະກອນ ແລະ ປະກັນສັງຄົມພາກວິສາຫະກິດ, ທັງນີ້ກໍເພື່ອຮັບປະກັນການສະໜອງເງິນອຸດໜູນປະກັນ ສັງຄົມໃນກໍລະນີຜູ້ປະກັນຕົນ ຫລື ສະມາຊິກເກີດເຫດການທີ່ພາໃຫ້ຂາດລາຍຮັບເຊັ່ນ: ປິ່ນປົວສຸຂະພາບ, ປ່ວຍການ, ອອກລູກ, ປະສົບອຸປະຕິເຫດແຮງງານ, ເປັນພະຍາດອາຊີບ, ເສຍອົງຄະ, ວ່າງງານ, ບຳນານ, ເສຍຊີວິດ ແລະ ອື່ນໆ. ນອກ ຈາກນີ້ຍັງມີເງິນອຸດໜູນມອບໃຫ້ສະມາຊິກຄອບຄົວຂອງຜູ້ເສຍຊີວິດນຳອີກ, ໂດຍໄດ້ເລີ່ມຈັດຕັ້ງປະຕິບັດການໃຫ້ເງິນ ອຸດໜູນປະກັນສັງຄົມພາຍໃຕ້ກົດໝາຍປະກັນສັງຄົມນັບແຕ່ວັນທີ 1 ຕຸລາ 2014 ເປັນ ຕົ້ນມາ. ປັດຈຸບັນ ກປຊ ມີສະມາ ຊິກທັງໝົດ 70 ພັນກວ່າຄົນ. ແຫລ່ງຂ່າວ: ລາວພັດທະນາ
ຂ່າວເຫດການ
2014-11-03T13:12:20+00:00
https://laopost.com/?p=13089
26 ສິງຫາ ເສຍຊີວິດໃໝ່+1 ຈາກໂຄວິດ-19
ຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈຳວັນພະຫັດ ວັນທີ 26 ສິງຫາ ປີ 2021. ສປປ ລາວ, ມາຮອດວັນທີ 25 ສິງຫາ 2021: ໄດ້ກວດວິເຄາະທັງໝົດ 3,267 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 195 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 46 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື: ນະຄອນຫຼວງ 14 ຄົນ, ບໍ່ແກ້ວ 15 ຄົນ, ໄຊຍະບູລີ 2 ຄົນ, ອຸດົມໄຊ 1 ຄົນ, ຫຼວງພະບາງ 3 ຄົນ, ສະຫວັນນະເຂດ 9 ຄົນ, ຈຳປາສັກ 2 ຄົນ. ສ່ວນ ກໍລະນີນໍາເຂົ້າ ມີ 149 ຄົນ ຈາກ ສະຫວັນນະເຂດ 32 ຄົນ, ຈຳປາສັກ 46 ຄົນ, ນະຄອນຫຼວງ 38 ຄົນ, ຄຳມ່ວນ 12 ຄົນ, ສາລະວັນ 15 ຄົນ, ບໍລິຄຳໄຊ 4 ຄົນ ແລະ ຫຼວງພະບາງ 2 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ ລາຍລະອຽດ ຕິດເຊື້ອໃນຊຸມຊົນ ໃນບັນດາແຂວງ ມີຄືດັ່ງນີ້: -ນະຄອນຫຼວງ 14 ຄົນທີ່ຕິດເຊື້ອໃນຊຸມຊົນນັ້ນ ຄື: ບ້ານສິມມະໂນເຫນຶອ 2, ສິມມະໂນໃຕ້ 2, ດອນດູ່ 6, ຫນອງແວງ 2, ດົງໂພແຮ່ 1 ຄົນ, ເຫຼືອນັ້ນ ແມ່ນພະນັກງານປະຈຳຢູ່ສູນຈຳກັດບໍລິເວນ. -ແຂວງ ຈຳປາສັກ 2 ຄົນ ແມ່ນເປັນພະນັກງານປະຈໍາສູນຈໍາກັດບໍລິເວນ. -ແຂວງອຸດົມໄຊ 1 ຄົນ, ເປັນເພດຍິງ, ອາຍຸ 49 ປີ, ພະນັກງານທະຫານ, ບ້ານນຳ້ອຸ່ນ, ເມືອງຮຸນ, ມີປະຫວັດເດີນທາງໄປບ້ານນາຝາຍ, ເມືອງນານ ແຂວງຫລວງພະບາງ ເພື່ອສົ່ງສະການແມ່ຍ່າ ໄປນໍາກັນສາມຄົນ ດ້ວຍລົດສ່ວນຕົວ ຊື່ງມີຜູ້ຕິດເຊື້ອມາຈາກແຂວງບໍ່ແກ້ວຮ່ວມນໍາ ຊື່ງປະຈຸບັນນີ້ ຄົນເຈັບໄດ້ເຂົ້ານອນປີ່ນປົວຢູ່ໂຮງຫມໍແຂວງແລ້ວ. -ແຂວງບໍ່ແກ້ວ 15 ຄົນ, ໃນນັ້ນ 10 ຄົນ ມາຈາກບ້ານໃຫຍ່ສີເມືອງງາມ, 1 ຄົນແມ່ນເດັກ 1 ເດືອນ, 3 ຄົນຈາກບ້ານຄວ້ານສາມຫຼ່ຽມ ເມືອງ ຕົ້ນເຜິ້ງ ແມ່ນແຮງງານລາວຢູ່ເຂດພິເສດຈະເດີນທາງກັບບ້ານ, 1 ຄົນ ບ້ານດອນສະຫວັນ ເມືຶອງຕົ້ນເຜິ້ງ (ທີມງານເມືອງກໍາລັງເອົາຂໍ້ມູນ) ແລະ ອີກ 1 ຄົນ ມາຈາກບ້ານພິບຸນທອງ ເມືອງຫ້ວຍຊາຍ (ໄດ້ຂີ່ລົດໄປງານສົບຢູ່ເມືອງນ່ານ ນໍາຜູ້ຕິດເຊື້ອ ທີ່ລາຍງານມື້ກ່ອນ). -ແຂວງຫຼວງພະບາງ 3 ຄົນ, ເພດຊາຍ ອາຍຸ 29 ປີ, ອາຊີບ ທະຫານ, ບ້ານໂຄມຂວາງ, ນະຄອນຫຼວງພະບາງ ປະຫວັດສຳຜັດກັບຜູ້ຕິດເຊື້ອ ທີ່ມາຈາກແຂວງບໍ່ແກ້ວ ຢູ່ງານສົບ ຢູ່ບ້ານນາຝາຍ ເມືອງນານ, ສ່ວນ ອີກ 2 ຄົນ ແມ່ນອາຊີບນັກສຶກສາ (ພັກຮຽນ) ທີ່ໄປຮ່ວມງານສົບງານດຽວກັນ. ແຂວງໄຊຍະບູລີ 2 ຄົນ, ຜູ້ທີ 1 ແມ່ນເປັນ ເພດຊາຍ ອາຍຸ 37 ປີ, ຜູ້ທີ 2 ເພດຍິງ ອາຍຸ 35 ປີ, ອາຊີບພະນັກງານບໍລິສັດ ທັງສອງໄດ້ໄປຮ່ວມ ຢູ່ງານສົບ ຢູ່ບ້ານນາຝາຍ ເມືອງນານ. -ແຂວງສະຫວັນນະເຂດ 9 ຄົນ, ໃນນັ້ນ ບຸກຄົນທົ່ວໄປ 1 ຄົນ, ຢູ່ສະຖານທີ່ຄຸມຂັງ ມີ 7 ຄົນ ແລະ ສູນຈຳກັດບໍລິເວນ 1 ຄົນ ເຊິ່ງເປັນນັກສຶກສາ ທີ່ມີປະຫວັດພົວພັນກັບພະນັດງານແພດທີ່ຕິດເຊື້ອກ່ອນຫນ້ານັ້ນ. ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 14,104 ຄົນ, ຄົນເຈັບເສຍຊີວິດສະສົມ 12 ຄົນ (ໃໝ່ 1 ຄົນ ຈາກແຂວງສະຫວັນນະເຂດ ເຊິ່ງເປັນເພດຊາຍ, ອາຍຸ 35 ປີ, ບ້ານນາມໍ່, ເມືອງໄຊພູທອງ ຜູ້ກ່ຽວຢູ່ສະຖານທີ່ຄຸມຂັງ, ຖືກເກັບຕົວຢ່າງ ໃນວັນທີ 23 ສິງຫາ, ຜູ້ກ່ຽວເສຍຊີວິດ ວັນທີ 24 ສິງຫາ ກ່ອນຜົນກວດວິເຄາະອອກ ໃນວັນທີ 25 ສິງຫາ 2021) ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5,885 ຄົນ. -ແກ້ຂ່າວ ກ່ຽວກັບການຕິດເຊື້ອໃນຊຸມຊົນ ຢູ່ແຂວງສະຫວັນນະເຂດ ທີ່ໄດ້ຖະແຫຼງຂ່າວໃນມື້ວານນີ້ ວ່າ ພະນັກງານບໍລິສັດລ້ານຊ້າງມິເນໂຣ 5 ຄົນຕິດເຊື້ອນັ້ນ ຂໍ້ມູນດັ່ງກ່າວແມ່ນເກີດຈາກການສື່ສານທີ່ຜິດພາດ ຄວາມຈິງແມ່ນ ພະນັກງານຂັບລົດລັດຕະນະວົງ.
ຂ່າວພາຍໃນ
2021-08-26T12:17:10+00:00
https://laopost.com/?p=127216
“ເບບີ້-ຊາຄິດ” ຮ່ວມງານກັນໃນຮູບເງົາເລື່ອງຄວາມຮັກ “ຄິດຮອດທຸກປີ Memories of New Years”
ຂ່າວບັນເທີງດາລາ ມື້ນີ້ເຮົາຈະມາອັບເດດວົງການຮູບເງົາກັນແນ່ຈັກໜ່ອຍ ເມື່ອວັນອາທິດທີ 8 ຕຸລາ 2017 ທີ່ມານີ້ໄດ້ມີພິທີເປີດກອງຖ່າຍທຳຮູບເງົາເລື່ອງ ຄວາມຮັກ “ຄິດຮອດທຸກປີ Memories of New Years” ເຊິ່ງເປັນຮູບຄວາມຮັກຂອງບັນດາປະເທດໃນເອອີຊີ. ແລະ ເປັນການຮວມດາຣາດັງຈາກ 4 ປະເທດຢ່າງ ດາລານັກສະແດງຈາກສປປ ລາວ “ບາບີ້ ປີຍະມາດ ພູນປະເສີດ”, ນັກສະແດງຈາກໄທຢ່າງ ຊາຄິດ ແຍ້ມນາມ, ແພຣ ນັດທິດາດຳຣົງວີເສດພານິດ, ກັດຈັງ ຈີ່ຣ່າພິທັກພອນຕຣະກູນ ນອກນັ້ນຍັງມີນັກສະແດງແຖວຫນ້າຈາກ ກຳປູເຈຍຢ່າງ “ໄວຮັງ” ແລະ ພະເອກຈາກຫວຽດນາມ “ຊັນ ໂກ່ງເຊືອງ” ແລະ ນັກສະແດງສົມທົບອີກຫຼາຍຄົນ. ໃນຄວາມຮັກ “ຄິດຮອດທຸກປີ Memories of New Years” ສາວເບບີ້ຂອງເຮົາກໍ່ໄດ້ຮັບບົດນາງເອກປະກົບຄູຸ່ກັບບ່າວ ຊາຄິດ ແຍ້ມນາມ ເຊິ່ງຂໍບອກວ່າເລື່ອງນີ້ນອກຈາກ ຊາຄິດຈະສະແດງເປັນພະເອກແລ້ວຍັງເຮັດໜ້າທີ່ເປັນຜູ້ສ້າງຮູບເງົາຄັ້ງທຳອິດຂອງລາວອີກດ້ວຍ ຮ່ວມດ້ວຍ ສັກຊາຍ ດີນານຟີມ, 9 ບະລລຽນ ພລັສ ສ່ວນແຜນການຖ່າຍທຳຈະເລີ່ມມື້ໃດ ແລະ ສະຖານທີ່ຢູ່ໃສນັ້ນເຮົາຈະມາອັບເດດໃຫ້ຮູ້ໃນຄັ້ງຕໍ່ໄປ
ຂ່າວບັນເທິງ
2017-10-12T10:03:51+00:00
https://laopost.com/?p=95858
ອີກ 2 ປີສຳເລັດ! ຫວຽດນາມຈະສ້າງຕຶກສູງທີ່ສຸດໃນອາຊຽນ ຢູ່ນະຄອນໂຮ່ຈິມິນ!
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 13 ສິງຫານີ້ວ່າ ບໍລິສັດ WS Atkins Plc ຂອງອັງກິດ ໄດ້ປະກາດໂຄງການຮ່ວມມືກັບບໍລິສັດ Arup ແລະ ບໍລິສັດ Vingroup ຂອງຫວຽດນາມ ໃນການກໍ່ສ້າງຕຶກວິນຄອມແລນມາກ 81 (Vincom Landmark 81) ຂຶ້ນ ຢູ່ບໍລິເວນແຄມແມ່ນ້ຳໄຊງ່ອນ ນະຄອນໂຮ່ຈິມິນ ທັງໝົດ 81 ຊັ້ນ ສູງ 460 ແມັດ ຊຶ່ງຈະກາຍເປັນຕຶກທີ່ສູງທີ່ສຸດໃນຫວຽດນາມ ແທນຕຶກກຽງນາມແລນມາກ 72 ຢູ່ນະຄອນຫລວງຮ່າໂນ້ຍ ແລະ ຈະກາຍເປັນຕຶກທີ່ສູງທີ່ສຸດໃນອາຊີຕາເວັນອອກສຽງໃຕ້ ແທນຕຶກເປໂຕຣນັສ 1 ແລະ 2 (Petronas Tower) ຢູ່ນະຄອນຫລວງກົວລາລຳເປີ ປະເທດມາເລເຊຍ ແລະ ຈະຄອງອັນດັບທີ 9 ຂອງຕຶກທີ່ສູງທີ່ສຸດໃນໂລກ ເຊັ່ນດຽວກັນ ໂດຍໂຄງການກໍ່ສ້າງຕຶກ ວິນຄອມແລນມາກ 81 ດັ່ງກ່າວນີ້ ແມ່ນມີກຳນົດຈະໃຫ້ສຳເລັດພາຍໃນ 2 ປີຂ້າງໜ້າ ຫລື ພາຍໃນປີ 2017 ນີ້.
ຂ່າວຕ່າງປະເທດ
2015-08-13T09:57:59+00:00
https://laopost.com/?p=32726
ຈີນຫ້າມພະນັກງານລັດ ຮຽນປະລິນຍາໂທບໍລິຫານທຸລະກິດ ກັນຜານເງິນລັດ ແລະ ສໍ້ລາດບັງຫລວງ
ທາງການຈີນ ສັ່ງຫ້າມພະນັກງານລັດ ຈຳນວນຫລາຍກ່ວາ 3,000 ຄົນ ເຂົ້າຮຽນຫລັກສູດປະລິນຍາໂທບໍລິຫານທຸລະ ກິດ ແລະ ລວມທັງຫລັກສູດລາຄາແພງອື່ນໆອີກ ຕາມນະໂຍບາຍປາບຄໍຣັບຊັ່ນ. ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 22 ທັນວາຜ່ານມານີ້ວ່າ ທາງການຈີນໄດ້ສັ່ງຫ້າມພະນັກງານຂອງລັດ ເຂົ້າ ຮຽນຫລັກສູດທີ່ມີລາຄາແພງ ຕາມນະໂຍບາຍຂອງພັກກອມມູນິດຈີນ ໃນການປາບປາມການສໍ້ລາດບັງຫລວງ ເຊິ່ງໃນ ໄລຍະຜ່ານມາ ຫລັກສູດປະລິນຍາໂທ ສາຂາບໍລິຫານທຸລະກິດສຳລັບຜູ້ບໍລິຫານ ໄດ້ກາຍເປັນຫລັກສູດທີ່ເຈົ້າໜ້າທີ່ຂອງ ລັດນິຍົມຊົມຊອບເຂົ້າຮຽນ ໂດຍບາງແຫ່ງມີລາຄາຮຽນສູງເຖິງປີລະ 600,000 ຢວນ ຫລື ປະມານ 771,000,000 ກີບຕໍ່ ປີ ເຊິ່ງຫລາຍກ່ວາເງິນເດືອນຂອງພະນັກງານລັດບາງຄົນເຖິງ 10 ເທົ່າ. ດ້ວຍເຫດນີ້ ເພື່ອເປັນການປ້ອງກັນການສໍ້ລາດບັງຫລວງ ແລະ ການໃຊ້ຈ່າຍງົບປະມານຂອງລັດຢ່າງຟຸມເຟືອຍ ທາງ ການຈີນຈຶ່ງໄດ້ອອກນິຕິກຳໃນເດືອນກໍລະກົດທີ່ຜ່ານມາ ໂດຍໄດ້ກຳນົດຊັດເຈນວ່າ ຫລັກສູດປະລິນຍາໂທບໍລິຫານທຸລະ ກິດສຳລັບຜູ້ບໍລິຫານ ທຸກຫລັກສູດ ໃຫ້ຖືວ່າເປັນຫລັກສູດທີ່ມີລາຄາແພງ ແລະ ຫ້າມພະນັກງານຂອງລັດລົງຮຽນຫລັກ ສູດນີ້, ສ່ວນພະນັກງານຂອງລັດທີ່ຕ້ອງການຢາກຮຽນຫລັກສູດທີ່ມີລາຄາຖືກລົງມາ ຕ້ອງຈ່າຍຄ່າຮຽນເອົາເອງ ແລະ ກ່ອນຈະເຂົ້າຮຽນໄດ້ນັ້ນ ກໍຕ້ອງໄດ້ຮັບການອະນຸມັດຢ່າງເປັນທາງການເສຍກ່ອນເທົ່ານັ້ນ. ໃນດ້ານຜົນງານການເຄື່ອນໄຫວອື່ນໆ ທີ່ກ່ຽວຂ້ອງກັບການປາບປາມການສໍ້ລາດບັງຫລວງ ໃນວົງການລັດຖະກອນຈີນ ນັ້ນ ພົບວ່າໃນໜຶ່ງປີທີ່ຜ່ານມາ (2013) ແມ່ນໄດ້ມີຄູ່ສົມລົດ ແລະ ລູກຂອງພະນັກງານລັດລະດັບອົງການປົກຄອງເມືອງ ປະມານ 3,200 ຄົນ ຕ່າງກໍພາກັນຍົກຍ້າຍອອກໄປອາໄສຢູ່ນອກປະເທດ, ໂດຍທາງການຈີນໄດ້ກ່າວຫາວ່າ ການຍົກຍ້າຍ ອອກໄປຂ້າງຕົ້ນນີ້ ແມ່ນເປັນການກຽມຍັກຍອກຖ່າຍເທຊັບສິນ ເພື່ອໄປໃຫ້ຄອບຄົວທີ່ຢູ່ຕ່າງປະເທດ ກ່ອນທີ່ເຈົ້າໜ້າ ທີ່ທີ່ກ່ຽວຂ້ອງ ຈະໜີອອກນອກປະເທດຕາມກັນໄປ. ດັ່ງນັ້ນ, ຈິ່ງມີການລົງໂທດ ແລະ ສັ່ງຍົກຍ້າຍພະນັກງານລັດເກືອບ 1,000 ຄົນ ທີ່ສົ່ງຄອບຄົວໄປຕ່າງປະເທດ ແລ້ວບໍ່ຍອມກັບຄືນມາສູ່ແຜ່ນດິນໃຫຍ່.
ຂ່າວຕ່າງປະເທດ
2014-12-23T14:59:21+00:00
https://laopost.com/?p=16117
ຖໍ້າອຸດຕຸມຄຳ “ຖ້າພໍ່ບົວ” ສະຖານທີ່ສັກສິດ ແຫ່ງເມືອງ ຊຽງຮອນ
ຖ້າໄດ້ທ່ຽວແຂວງ ໄຊຍະບູລີ ຢ່າລືມມາທີ່ນີ້ ນີ້ເປັນອີກໜຶ່ງສະຖານທີ່ໃນການທ່ອງທ່ຽວທີ່ພວກເຮົາຂໍນຳສະເໜີ ຖໍ້າອຸດຕຸມຄຳ ຫຼື “ຖ້ຳພໍ່ບົວ” ບ້ານຂິ່ງ ເມືອງ ຊຽງຮ່ອນ ແຂວງໄຊຍະບູລີ ຖ້າແຫ່ງນີ້ນອກຈາກຈະມີຄວາມສວຍງາມ ແລະ ຄວາມອຸດົມສົມບູນທາງທຳມະຊາດແລ້ວ ຍັງເປັນຖ້ຳທີ່ມີຄວາມສັກສິດ ຜູ້ຄົນໃຫ້ຄວາມເຄົາລົບນັບຖື ແລະ ສັກກາລະບູຊາ ຕາມຄຳບອກຂານວ່າຖ້ຳແຫ່ງນີ້ມີຄວາມເປັນມາຄືເປັນເວລາດົນນານມາແລ້ວ ມີພະບົວລຽບປັດສະໂຖພ້ອມດ້ວຍ ສຳມະເນນ 3 ອົງ ຄື: ສຳມະເນນ ອິນເຫຼົາ, ສຳມະເນນຄຳ ແລະ ສຳມະເນນກັນນິຖາ ພາກັນໄປຈຳສິນພາວະນາຢູ່ໃນ ປ່າ, ສ່ວນພະບົວລຽບປັດສະໂຖ ໄດ້ຈຳສິນຢູ່ພາຍໃນຖ້ຳແຫ່ງນີ້ເພາະເຫັນວ່າເປັນສະຖານທີ່ສະຫງົບເຊິ່ງເຫມາະແກ່ການປະຕິບັດທຳກຳມະຖານຂອງພະພິກຂຸສົງ ແລະ ດິນແດນແຫ່ງນີ້ຍັງເປັນບ່ອນທີ່ສັກສິດທີ່ປະຊາຊົນເຄົາລົບນັບຖືສັກກາລະບູຊາຕະຫລອດມາ,ການທີ່ມີພະສົງໄປຈຳສິນພາວະນາ ສຶກສາຮ່ຳຮຽນວິໄນສົງຢູ່ເຂດນັ້ນກໍ່ເລີຍມີອອກຕົນຍາດໂຍມພາຍໃນບ້ານຂິ່ງ ແລະ ບ້ານຄ້ຳ ພາກັນ ມາບູລະນະປະຕິສັງຂອນຖ້ຳແຫ່ງນີ້ດ້ວຍການປຸກສ້າງກຸດຕິ, ກໍ່ພະທາດເຈດີ ແລະ ໄດ້ນຳເອົາພະພຸດທະຮູບໄປປະດິດສະຖານເພື່ອສັກກາລະບູຊາ. ບຸນປີໃໝ່ລາວຂອງທຸກໆປີ ປະຊາຊົນໄດ້ພ້ອມພາກັນໄປຫົດສົງພະພຸດທະຮູບ ແລະ ເປັນການພາຄອບຄົວຍາດພີ່ນ້ອງໄປພັກຜ່ອນທ່ຽວຊົມທຳມະຊາດທີ່ມີຄວາມສວຍສົດງົດງາມອີກດ້ວຍ ຖໍ້າອຸດຕຸມຄຳ ຫຼື “ຖ້ຳພໍ່ບົວ” ຕັ້ງຢູ່ບ້ານຂິ່ງ ຫ່າງຈາກເທດສະບານຂອງເມືອງ ຊຽງຮ່ອນ ແຂວງໄຊຍະບູລີປະມານ 5 ກິໂລແມັດ, ນັກທ່ອງທ່ຽວສາມາດໄປພັກຜ່ອນທ່ຽວຊົມຖ້ຳພໍ່ບົວດ້ວຍການຂີ່ລົດ ຂອບໃຈຂໍ້ມູນດີໆຈາກ:ອົງການພັດທະນາການທ່ອງທ່ຽວແຂວງໄຊຍະບູລີ ແລະ ເຟສບຸກ: ຊຽງຮອນບ້ານເຮົາ
ຂ່າວທ່ອງທ່ຽວ
2016-06-28T09:58:13+00:00
https://laopost.com/?p=63273
ສານອະນຸຍາດໃຫ້ “ນາຈິບ” ປະກັນຕົວໄດ້ ແຕ່ສັ່ງຫ້າມອອກນອກປະເທດ
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງກົວລາລຳເປີ ປະເທດ ມາເລເຊຍ ເມື່ອວັນທີ 4 ກໍລະກົດ 2018ວ່າ ທ້າວ ນາຈິບ ຣາຊັດ ໄດ້ປະຕິເສດຂໍ້ກ່າວຫາຄໍລັບຊັນ ແລະ ໃຊ້ອຳນາດບໍ່ຊອບທຳຮວມ 4 ກະທົງ ທີ່ກ່ຽວຂ້ອງກັບການບໍລິຫານຈັດການກອງທິນ ເອັມດີບີ ແລະ ຂໍໃຊ້ສິດຕໍ່ສູ້ຕາມຂະບວນການຈົນເຖິງທີ່ສຸດ ຂະນະທີ່ໄອຍະການຮຽກຮ້ອງຫຼັກຊັບປະກັນຕົວ 4 ລ້ານຣິງກິດ ຕາມຈຳນວນກະທົງທັງໝົດ ແຕ່ຜູ້ພິພາດສາຫຼຸດໃຫ້ເຫຼືອ 1 ລ້ານຣິງກິດ ແລະ ຕ້ອງເປັນເງິນສົດເທົ່ານັ້ນ ພ້ອມທັງສັ່ງຫ້າມອະດີດຜູ້ນຳມາເລເຊຍເດີນທາງອອກນອກປະເທດ ເຊິ່ງທ້າວ ນາຈິບໄດ້ມອບໜັງສືເດີນທາງ 2 ເຫຼັ້ມໃຫ້ແກ່ເຈົ້າໜ້າທີ່ ທ້າວ ນາຈິບ ອາຍຸໄວ 64ປີ ອະດີດນາຍົກລັດຖະມົນຕີ 2 ສະໄໝ ແລະ ເປັນຫົວໜ້າພັກຄົມລາຍູສາມັກຄີແຫ່ງຊາດ ຖືເປັນຜູ້ນຳມາເລເຊຍຄົນທຳອິດໃນປະຫັວດສາດທີ່ມີຄະດີສໍ້ໂກງ ໂດຍຂໍ້ຫາທີ່ໄອຍະການສັ່ງຟ້ອງຕໍ່ທ້າວ ນາຈິບນັ້ນ ກ່ຽວຂ້ອງກັບເງິນ 10.4 ລ້ານໂດລາ ທີ່ມີການໂອນເຂົ້າບັນຊີຂອງທ້າວ ນາຈິບ ເມື່ອປີ 2015 ທາງພະນັກງານສອບສວນເຊື່ອວ່າເງິນຈຳນວນດັ່ງກາວເປັນເງິນທີ່ມີການໂອນມາຈາກກອງທຶນເອສອາຣຊີ ອິນເຕີເນຊັ່ນແນລ ໜຶ່ງໃນກອງທຶນຍ່່ອຍຂອງກອງທຶນເອັມດີບີ ທີ່ທ້າວ ນາຈິບ ກໍ່ຕັ້ງຂຶ້ນເມື່ອປີ 2008 ແຕ່ຂໍ້ມູນຂອງສຳນັກງານສອບສວນກາງແຫ່ງສະຫະລັດ (ເອັຟບີໄອ) ລະບຸວ່າ ຕະຫຼອດເກືອບ 10 ປີທີ່ຜ່ານມາ ມີການຖ່າຍໂອນເງິນອອກຈາກກອງທຶນເອັມດີບີໄປແລ້ວ 4.500 ລ້ານໂດລາ ດ້ານທະນາຍຄວາມຂອງທ້າວ ນາຈິບ ກ່າວສະແດງຄວາມເຊື່ອໝັ້ນວ່າຈະເປັນຝ່າຍຊະນະຄະດີ ເພາະນີ້ເປັນພຽງການກັ່ນແກ້ງທາງການເມືອງ ຈາກລັດຖະບານຂອງ ດຣ.ມາຫາເທີ ໂມຮັມໝັດ ນາຍົກລັດຖະມົນຕີຄົນປັດຈຸບັນ ຂະນະທີ່ໄອຍະການສູງສຸດເຊິ່ງເປັນໂຈດຟ້ອງຮ້ອງ ກ່າວສະແດງຄວາມເຊື່ອໝັ້ນວ່າຈະເປັນຝ່າຍຊະນະຄະດີຄືກັນ
ຂ່າວຕ່າງປະເທດ
2018-07-05T10:19:13+00:00
https://laopost.com/?p=101942
ກິນທຸລຽນແກ້ມເຫຼົ້າ ອັນຕະລາຍເຖິງຊີວິດໄດ້
ການກິນທຸລຽນແກ້ມເຫຼົ້າອາດອັນຕະລາຍເຖິງຊີວິດໄດ້ ເພາະເຫຼົ້າກັບຖົ່ວລຽນເປັນສິ່ງທີ່ກິນຮ່ວມກັນບໍ່ໄດ້ ມັນມີລິດຮ້ອນອາດເຮັດໃຫ້ຕາຍໄດ້ ເຖິງແມ່ນວ່າທຸລຽນຈະໄດ້ຮັບການຍອມຮັບວ່າເປັນ ລາຊາແຫ່ງໝາກໄມ້ ແລະຍັງເປັນໝາກໄມ້ທີ່ມີຄວາມແຊບຫຼາຍ ແຕ່ຄຸນຄ່າທາງໂຄສະນາການເຮັດໃຫ້ຄົນມັກກິນ ທຸລຽນສາມາດນຳມາໃຊ້ໃຫ້ເປັນປະໂຫຍດກັບຮ່າງກາຍຄົນເຮົາໄດ້ ໂດຍໃບຂອງມັນມີລົດຂົມເຢັນເຝື່ອນ ມີປະໂຫຍດຫຼຸດອາການໄຂ້, ໃນທຸລຽນມີລົດຊາດຫວານຮ້ອນ, ມີປະໂຫຍດໃຫ້ຄວາມຮ້ອນແກ່ພະຍາດຜິວໜັງ ແລະຂັບພະຍາດແມ່ທ້ອງ. ແຕ່ຮູ້ບໍວ່າ ທຸລຽນນັ້ນຖ້າເອົາໄປກິນກັບເຫຼົ້າ ຫຼືກິນເປັນຂອງແກ້ມເຫຼົ້າອາດອັນຕະລາຍຮອດຊີວິດໄດ້ ເພາະໃນທຸລຽນມີສານກຳມະຖັນ ຫຼືຊັນເຟີຢູ່ຫຼາຍ ຊຶ່ງຈະລະລາຍໄດ້ດີໃນເຫຼົ້າ ເຮັດໃຫ້ເຫຼົ້າເຂົ້າສູ່ກະແສເລືອດໄດ້ໄວ ເຮັດໃຫ້ເມົາໄວ ແລະເມົາຫຼາຍຂຶ້ນ ເຮັດໃຫ້ຜິດປົກກະຕິຕໍ່ລະບົບຫາຍໃຈ ສ່ຽງຕໍ່ການເສຍຊີວິດ ຫຼືເຮັດໃຫ້ເກີດອາການຮ້ອນໃນ ແລະເປັນອັນຕະລາຍຕໍ່ສຸຂະພາບໄດ້ ດັ່ງນັ້ນ, ເມື່ອເຮົາຮູ້ແນວນີ້ແລ້ວ ເຮົາຕ້ອງຄວນລະມັດລະວັງບໍ່ກິນທຸລຽນພ້ອມກັບການກິນເຫຼົ້າ ຫຼືກິນທຸລຽນແກ້ມເດັດຂາດ ທີ່ມາ: thaiza
ສຸຂະພາບ ແລະ ສີ່ງແວດລ້ອມ
2016-08-17T15:07:43+00:00
https://laopost.com/?p=68940
ສປຈີນ ເລື່ອນເວລາ ຂຸດຄອງເຊື່ອມຕໍ່ ມະຫາສະໝຸດ ນິກາຣາກວາ
ຂປລ. ຕາມຂ່າວ ຕ່າງປະເທດ, ວັນທີ 25 ພະຈິກ ກຸ່ມຮັບເໝົາກໍ່ສ້າງ ຂອງຈີນ ທ່ີຂຸດຄອງເຊື່ອມຕໍ່ ມະຫາສະໝຸດ ຢູ່ນິກາຣາກວາ ໃຫ້ຮູ້ວ່າ ໄດ້ເລື່ອນ ໂຄງການກໍ່ສ້າງ ຂະໜາດໃຫຍ່ ດັ່ງກ່າວ ໃນທ້າຍປີ 2016, ຄອງນີ້ ມີຄວາມຍາວ 278 ກິໂລແມັດ ໂດຍມີ ມູນຄ່າ ການກໍ່ສ້າງ 50 ຕື້ໂດລາສະຫະລັດ ເນື່ອງຈາກ ແຜນໂຄງການ ດັ່ງກ່າວ ມີການປັບປຸງຂຶ້ນຕື່ມ ເພື່ອໃຫ້ແທດເໝາະກັບ ສະພາບແວດລ້ອມ./. ແຫ່ລງຂ່າວ
ຂ່າວຕ່າງປະເທດ
2015-11-27T11:31:51+00:00
https://laopost.com/?p=41716
ບ່ອນພັກເຊົາຂອງພະສົງ ແລະ ບ່ອນບູຊາຢູ່ວັດພະທາດສີໂຄດຕະບອງຖືກລົມພາຍຸລະດູຮ້ອນພັດຖະຫຼົ່ມ
ໃນຕອນບ່າຍຂອງວັນທີ 26 ເມສາ 2o16 ຜ່ານມາ ໃນເວລາ 01:3o ໂມງ ໄດ້ເກີດມີລົມພາຍຸລະດູຮ້ອນຂຶ້ນຢ່າງຮຸນແຮງຢູ່ທີ່ເຂດເທສະບານເມືອງທ່າແຂກ ແຂວງຄໍາມ່ວນ ເຮັດໃຫ້ສະຖານທີ່ບ່ອນພັກເຊົາຂອງພະສົງ ແລະ ບ່ອນສັກກາລະບູຊາຂອງພໍ່ແມ່ປະຊາຊົນຢູ່ທີ່ວັດພະທາດສີໂຄດຕະບອງໄດ້ຮັບຄວາມເສຍຫາຍ ເຊິ່ງລົມພະຍຸດັ່ງກ່າວ ເປັນລົມທີ່ພັດມາປະສານກັບຝົນໂດຍພັດມາທາງທິດເໜືອຂອງວັດມາໃນແລວຕໍ່າຽບຕາມໜ້າດິນດ້ວຍຄວາມແຮງ ອັນໄດ້ເຮັດໃຫ້ສະຖານທີ່ໃນບໍລິເວນດັ່ງກ່າວນັ້ນຖືກເສຍຫາຍ ເປັນຕົ້ນຄື ຫຼັງຄາກະເບື້ອງ ກະຕຶບພະ (ສິມໃຫຽ່) ສາລາໂຮງທຳ (ຫໍແຈກ) ໄດ້ຂຸລົງຈົນ ແລະ ເສຍຫາຍໜັກກວ່າໝູ່ແມ່ນ ກຳແພງກົມມະລຽນ ຢູ່ທາງຟາກເບື້ອງໃຕ້ຂອງວັດເປັນແຖວ ທີ່ມີຄວາມຍາວ 4o ແມັດ ໄດ້ຖືກລົມພາຍຸພັດລົງເສຍຫາຍຢ່າງຮຸນແຮງ ເຊິ່ງສະຖານທີ່ນີ້ເປັນບ່ອນທີ່ໃຊ້ຮອງຮັບ ຫຼື ເປັນບ່ອນທີ່ພັກເຊົາຂອງພະສົງ-ສຳມະເນນ ແລະ ອອກຕົນຍາດໂຍມ ໃນຍາມບຸນປະເພນີເດືອນສາມເພັງ ໂດຍສະເພາະກໍແມ່ນ ໃນງານບຸນນະມັດສະການພະທາດສີໂຄດຕະບອງໃນແຕ່ລະປີ. ຕໍ່ກັບສະພາບດັ່ງກ່າວ ໃນຕອນເຊົ້າຂອງວັນທີ 27 ເມສາ 2o16 ທາງອໍານາດການປົກຄອງເມືອງທ່າແຂກ ແລະ ພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍອຳນາດການປົກຄອງ-ພໍ່ແມ່ປະຊາຊົນບ້ານມ່ວງສຸມ ກໍພ້ອມພາກັນ ເຮັດອະນາໄມເກັບມ້ຽນ-ມ້ຽນມັດທຳຄວາມສະອາດໃນສະຖານທີ່ທີ່ຖືກຜົນກະທົບດັ່ງກ່າວ ເຊິ່ງເຫດການລົມພາຍຸລະດູຮ້ອນພັດຖະຫຼົ່ມເຂົ້າວັດພະທາດສີໂຄດຕະບອງໃນຄັ້ງນີ້ ຖືວ່າໂຊກດີທີ່ບໍ່ມີປະຊາຊົນ ແລະ ນັກທ່ອງທ່ຽວໄດ້ຮັບບາດເຈັບ ແຕ່ກໍມີວັດຖຸອຸປະກອນ ພາຫະນະເຄື່ອງໃຊ້ຈຳນວນນຶ່ງຖືກເປ່ເພເສຍຫາຍ ຕໍ່ເຫດການດັ່ງກ່າວນີ້ ທາງອຳນາດການປົກຄອງເມືອງທ່າແຂກ ແລະ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງກໍຈະມີການຄົ້ນຄວ້າປຶກສາຫາລື ຂົນຂວາຍທຶນຮອນ ເພື່ອບູລະນະກໍ່ສ້າງສະຖານທີ່ດັ່ງກ່າວຄືນໃໝ່ໃນຕໍ່ໜ້າ. ຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ
ຂ່າວເຫດການ
2016-04-30T07:16:42+00:00
https://laopost.com/?p=55449
ສຸດໂຫດ! ກຸ່ມຕໍລີບັນ ໂຈມຕີໂຮງຮຽນ ສັງຫານເດັກນ້ອຍຕາຍຮ້ອຍກ່ວາຄົນ!
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 16 ທັນວາຜ່ານມານີ້ວ່າ ເກີດເຫດກຸ່ມຕໍລີບັນ ບຸກໂຈມຕີໂຮງຮຽນແຫ່ງໜຶ່ງ ໃນເມືອງເປຊະວາ ທາງພາກຕາເວັນຕົກສຽງເໜືອຂອງປະເທດປາກີສະຖານ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 141 ຄົນ ໃນນັ້ນເປັນເດັກນ້ອຍກ່ວາ 132 ຄົນ. ເຫດການໂຈມຕີດັ່ງກ່າວນີ້ ເກີດຂຶ້ນເມື່ອເວລາປະມານ 10:00 ໂມງ ຕາມເວລາທ້ອງຖິ່ນ ຂອງວັນທີ 16 ທັນວາ ໂດຍຜູ້ທີ່ ເຫັນເຫດການໄດ້ກ່າວວ່າ ຜູ້ກໍ່ເຫດໄດ້ແຕ່ງກາຍຄ້າຍຄືທະຫານ ຈຳນວນ 7 ຄົນ ບຸກເຂົ້າໄປໃນໂຮງຮຽນ ເຊິ່ງເປັນໂຮງຮຽນ ຂອງກອງທັບປາກີສະຖານ, ຫລັງຈາກນັ້ນກໍໄດ້ມີສຽງປືນ ແລະ ສຽງລະເບີດດັງສະໜັ່ນຂຶ້ນ. ເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງ ໄດ້ເຂົ້າຫ້ອມລ້ອມສະຖານທີ່ເກີດເຫດ ແລະ ໄດ້ຊ່ວຍອົບພະຍົບນັກຮຽນ ອອກມາໄດ້ປະ ມານ 500 ຄົນ, ແນວໃດກໍຕາມ ລາຍງານລ່າສຸດໄດ້ລະບຸຈຳນວນຜູ້ເສຍຊີວິດ ມີທັງໝົດ 141 ຄົນ, ເປັນນັກຮຽນ 132 ຄົນ ແລະ ອີກ 9 ຄົນ ເປັນພະນັກງານຂອງໂຮງຮຽນ. ນອກຈາກນີ້, ຍັງມີຈຳນວນຜູ້ໄດ້ຮັບບາດເຈັບອີກກ່ວາ 125 ຄົນ ເກືອບ ທັງໝົດແມ່ນເປັນເດັກນ້ອຍ. ໂຄສົກຂອງກຸ່ມຕໍລີບັນ ໄດ້ອອກມາຖະແຫລງຫລັງເກີດເຫດວ່າ ການໂຈມຕີດັ່ງກ່າວນີ້ ແມ່ນເປັນຝີມືຂອງກຸ່ມຕໍລີບັນ ເພື່ອຕອບໂຕ້ປະຕິບັດການຂອງກອງທັບປາກີສະຖານ ທີ່ບຸກໂຈມຕີຖານທີ່ໝັ້ນຂອງກຸ່ມໃນພື້ນທີ່ວາຊີຣິສະຖານເໜືອ ແລະ ໄຄເບີ.
ຂ່າວຕ່າງປະເທດ
2014-12-17T16:15:57+00:00
https://laopost.com/?p=15572
ພິດໂຄວິດ! ທົ່ວໂລກຕາຍເກີນ 8.8 ໝື່ນຄົນ ຕິດເຊື້ອເກີນ 1.5 ລ້ານຄົນ ແລະ ອາເມລິກາຕາຍວັນດຽວເກືອບ 2 ພັນຄົນ
ໄວຣັສໂຄໂຣນາສາຍພັນໃໝ່ ເຊິ່ງເປັນຕົ້ນຕໍສາເຫດຂອງພະຍາດໂຄວິດ-19 ໄດ້ຂ້າຊີວິດປະຊາຄົມໂລກໄປແລ້ວກວ່າ 88,338 ຄົນ ໂດຍທີ່ ອິຕາລີ ຍັງເປັນປະເທດທີ່ມີຜູ້ເສຍຊີວິດຫຼາຍທີ່ສຸດກໍຄື 17,669 ຄົນ, ຮອງລົງມາແມ່ນ ປະເທດ ສະເປນ 14,792 ຄົນ, ສະຫະລັດອາເມລິກາ 14,695 ຄົນ, ຝຣັ່ງ 10,869 ຄົນ, ອັງກິດ 7,097 ຄົນ, ອິຣ່ານ 3,993 ຄົນ, ຈີນ 3,337, ເຢຍລະມັນ 2,349 ຄົນ, ເນເທີ້ແລນ 2,248 ຄົນ ແລະ ແບນຊິກ 2,240 ຄົນ. ທັງນີ້ ຈໍານວນຜູ້ເສຍຊີວິດໃນເອີຣົບ ແລະ ອາເມລິກາ ຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍທີ່ ອິຕາລີ ແລະ ສະເປນ ຍັງຄົງມີຜູ້ເສຍຊີວິດເພີ່ມຂຶ້ນໃນແຕ່ລະມື້ 542 ແລະ 757 ຄົນຕາມລໍາດັບ; ຂະນະທີ່ ຍອດຜູ້ເສຍຊີວິດໃນອັງກິດ ຍິ່ງຮຸນແຮງຂຶ້ນ ໂດຍໃນ 24 ຊົ່ວໂມງທີ່ຜ່ານມາ ພົບຜູ້ເສຍຊີວິດເພີ່ມສູງເຖິງ 938 ຄົນ ເຊັ່ນດຽວກັນກັບລັດ ນິວຢອກ ທີ່ເປັນສູນກາງການແຜ່ລະບາດໃນອາເມລິກາ ພົບຜູ້ເສຍຊີວິດພາຍໃນມື້ດຽວສູງເຖິງ 779 ກໍລະນີ ໃນຂະນະທີ່ຍອດເສຍຊີວິດພາຍໃນປະເທດໃນໜຶ່ງມື້ ເພີ່ມຂຶ້ນ 1,808 ກໍລະນີ. ຂະນະທີ່ຈໍານວນຜູ້ຕິດເຊື້ອທົ່ວໂລກກໍເພີ່ມຂຶ້ນເປັນ 1,511,104 ຄົນ; ອາເມລິກາພົບຜູ້ຕິດເຊື້ອຫຼາຍທີ່ສຸດ 492,052 ຄົນ, ສະເປນ 148,200 ຄົນ, ອິຕາລີ 130,422 ຄົນ, ຝຣັ່ງ 113,959 ຄົນ, ເຢຍລະມັນ 113,269 ຄົນ, ຈີນ 82,809 ຄົນ, ອີຣ່ານ 64,586 ຄົນ, ອັງກິດ 61,474 ຄົນ, ຕວາກກີ 38,226 ຄົນ, ແບນຊິກ 23,403 ຄົນ, ສະວິດເຊີແລນ 23,280 ຄົນ, ເນເທີ້ແລນ 20,682 ຄົນ ແລະ ເກົາຫຼີໃຕ້ 10,384 ຄົນ. ສ່ວນປະເທດໃນປະຊາຄົມອາຊຽນນັ້ນ ຈາກຂໍ້ມູນຈາກເວັບໄຊ້ຂອງມະຫາວິທະຍາໄລ ຈອນ ຮັອບກິ້ນ ມາເລເຊຍແມ່ນມີຜູ້ຕິດເຊື້ອສູງທີ່ສຸດ 4,119 ຄົນ, ຟີລິບປິນ 3,870 ຄົນ, ອິນໂດເນເຊຍ 2,956 ຄົນ, ໄທ 2,369 ຄົນ, ສິງກະໂປ 1,623 ຄົນ, ຫວຽດນາມ 251 ຄົນ, ບຣູໄນ 135 ຄົນ, ກຳປູເຈຍ 117 ຄົນ, ມຽນມາ 22 ຄົນ ແລະ ລາວ 15 ຄົນ. ປະຈຸບັນ, ຈໍານວນຜູ້ທີ່ສາມາດປິ່ນປົວເຊົາຢູ່ທີ່ 328,661 ຄົນ.
ຂ່າວພາຍໃນ
2020-04-09T11:16:57+00:00
https://laopost.com/?p=118389
ລາຄານໍ້າມັນປັບຂຶ້ນສູງສຸດ 980 ກີບຕໍ່ລິດ ເລີ່ມ 28 ພຶດສະພາ 2020 ນີ້
ອີງຕາມແຈ້ງການຂອງກະຊວງອຸດສາຫະກໍາ ແລະ ການຄ້າ ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ເລື່ອງ ແຈ້ງປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ ສະບັບເລກທີ 0502/ອຄ.ກຄພນ, ລົງວັນທີ 27 ພຶດສະພາ 2020 ໂດຍການປັບລາຄາຄັ້ງນີ້ ແມ່ນໄດ້ຫຼຸດຄັງແຮແອັດຊັງພິເສດ 300 ກີບ/ລິດ, ແອັດຊັງທໍາມະດາ 300 ກີບ/ລິດ ແລະ ກາຊວນ 100ກີບ/ລິດ. ການປັບຂຶ້ນລາຄານໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ, ໂດຍລາຄາໃໝ່ນີ້ ໃຫ້ເລີ່ມຈັດຕັ້ງປະຕິບັດນັບແຕ່ເວລາ 6:00 ໂມງ ຂອງວັນທີ 28 ພຶດສະພາ 2020 ເປັນຕົ້ນໄປ. ລາຄານໍ້າມັນເຊື້ອໄຟແອັດຊັງພິເສດ ປັບຂຶ້ນ 980 ກີບຕໍ່ລິດ, ແອັດຊັງທໍາມະດາ ປັບຂຶ້ນ 750 ກີບ/ລິດ ແລະ ກາຊວນປັບຂຶ້ນ 380 ກີບ/ລິດ. ສ່ວນການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟສະບັບເລກທີ 0423/ກຄພນ.ຄສລ,ລົງວັນທີ 27 ພຶດສະພາ 2020 ຈົນກວ່າຈະມີການປ່ຽນແປງ. ຮຽບຮຽງຂ່າວ: ພຸດສະດີ
ຂ່າວທ້ອງຖິ່ນ
2020-05-27T14:22:50+00:00
https://laopost.com/?p=119455
Epson ເປີດຕົວຜະລິດຕະພັນໃໝ່
ເມື່ອວັນທີ 24 ມັງກອນ 2018 ທີ່ໂຮງແຮມແລນມາກ Epson ສືບຕໍ່ບຸກຕະຫຼາດລາວດ້ວຍການເປີດຕົວເຄື່ອງພິມ inktank inkjet ລຸ້ນໃໝ່, ໂປຣເຈັກເຕີ້ smart-series ແລະ ເຄື່ອງສະແກນເນີ້ເພື່ອທຸລະກິດ ເພື່ອຮັບຮອງຄວາມຮຽກຮ້ອງຕ້ອງການຜະລິດຕະພັນໄອທີ ທີ່ເພີ່ມຂຶ້ນໃນພາກສ່ວນທຸລະກິດ ເນື່ອງຈາກເສດຖະກິດຂອງລາວຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ Epson ເປີດຕົວເຄື່ອງພິມຈຳນວນ L-series ຈຳນວນ 6 ລຸ້ນໃຫມ່ລວມມີ L405 ເຄື່ອງພິມອະເນກປະສົງ ສີ່ສີ Wi-Fi ແລະ L4150, L4160, L6160, L6170, L6190 ທີ່ຊ່ວຍຍົກລະດັບນ້ຳມຶກ ແລະ ສີກັນນ້ຳໄດ້ຢ່າງມີປະສິດທິພາບ ຈຸດເດັ່ນໃນງານຄື L6160, L6170 ແລະ L6190 ທີ່ມາພ້ອມຫົວພິມ Micro Piezo PrecisionCore ແບບໃໝ່ ສາມາດຈັດການວຽກງານພິມໄວ ແລະ ປະຢັດ ສີແຕ່ລະໜ້າມີຄ່າໃຊ້ຈ່າຍພຽງ 33,32 ກີບ ແລະ ໜ້າສີຂາວດຳມີຄ່າໃຊ້ຈ່າຍພຽງ 13,32 ກີບ ນອກຈາກນີ້ຍັງສາມາດພິມໄດ້ສອງດ້ານອັດຕະໂນມັດ ແລະ ແບບບໍ່ມີຂອບເຈ້ຍຂະໜາດຕ່າງໆສູງສຸດຄື A4 ເຄື່ອງພິມເຫຼົ່ານີ້ເໝາະໃນການໃຊ້ງານເພາະຊ່ວຍຫຼຸດຄ່າໃຊ້ຈ່າຍເລື່ອງມຶກ, ເລື່ອງເຈ້ຍໄດ້ ແລະ ບໍ່ສິ້ນເປືອງເວລາ. ທ່ານ ຢືນຢົງ ມຸນິມົງຄຸນທອນ ຜູ້ຈັດການທົ່ວໄປຂອງ Epson ປະເທດໄທກ່າວວ່າ ເຄື່ອງພິມ inktank inkjet ຂອງ Epson ແລະ ທຸລະກິດໂປຣເຈັກເຕີ້ ໂດຍພາບລວມປະສົບຜົນສຳເລັດເປັນຢ່າງດີ ຍອດຂາຍ Epson L-series ໃນ 150 ປະເທດທົ່ວໂລກ ມີຈຳນວນເຖິງ 20 ລ້ານເຄື່ອງ ມີສ່ວນແບ່ງການຕະຫຼາດເຖິງ 70% ຂອງພາກສ່ວນເຄື່ອງພິມ inktank ໃນອາຊີຕາເວັນອອກສຽງໃຕ້, ນອກຈາກນີ້ Epson ຍັງປະສົບຄວາມສຳເລັດເປັນຢ່າງດີໃນພາກສ່ວນໂປຣເຈັກເຕີ້ ກັບການເປັນຜູ້ຜະລິດໂປຣເຈັກເຕີ້ອັນດັບໜຶ່ງຂອງໂລກ ເປັນເວລາ 16 ປີຕິດຕໍ່ກັນ ແລະ ມີສ່ວນແບ່ງການຕະຫຼາດ 37.3% ໃນພູມິພາກນີ້. Epson ໄດ້ເຂົ້າມາມີບົດບາດໃນປະເທດລາວເປັນເວລາຍາວນານກວ່າ 20 ປີ ແລະ ລາວມີການຂະຫຍາຍຕົວທາງເສດຖະກິດທີ່ດີຕະຫຼອດໃນໄລຍະແປດປີທີ່ຜ່ານມາ ແລະ ໃນປີ 2018 ຄາດວ່າຈະມີການສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງດ້ວຍ GDP ປະມານ 6-7% ແລະ ປັດຈຸບັນ Epson ກຳລັງໄດ້ຮັບຄວາມນິຍົມຫຼາຍໃນປະເທດມຽນມາ Epson ມີເຄື່ອງພິມ inktank inkjet ຈຳນວນຫຼາຍທີ່ສຸດເຖິງ 18 ລຸ້ນ ແລະ ມີຈຸດແຂງກວ່າແບຣນອື່ນໆ ທາງດ້ານຄວາມທັນສະໄໝຂອງເທັກໂນໂລຢີ ແລະ ຄຸນນະພາບຂອງນ້ຳມຶກ, ມີອາຍຸການໃຊ້ງານທີ່ຍາວນານສູງສຸດເຖິງ 10,000 ຊົ່ວໂມງ ທ່ານ ນາງ ວິລະວອນ ວິສອນລີວົງ ຜູ້ອຳນວຍການ ເມັກໂຄອິນໂຟ ແລະ ເປັນຕົວແທນ Epson ໃນລາວມາດົນກວ່າ 13ປີ ກ່າວວ່າ ຕະຫຼາດໃນລາວ Epson ມີທັງໝົດ 15 ແຂວງ, ຊ່ວງນີ້ທາງ Epson ມີໂປຣໂມຊັ່ນຫຼຸດລາຄາພິເສດເພື່ອຄືນກຳໄລໃຫ້ລູກຄ້າ ພ້ອມທັງແນະນຳໃຫ້ຄົນລາວເລືອກຊື້ ຜະລິດຕະພັນຂອງ Epson ພາຍໃນປະເທດລາວຈະດີກວ່າ ເພາະຈະສະດວກສະບາຍດ້ານບໍລິການຫຼັງການຂາຍ.
ຂ່າວທ້ອງຖິ່ນ
2018-01-25T12:42:38+00:00
https://laopost.com/?p=98791
ເກີດເຫດມືປືນກາດຍິງໃນໄນຄຣັບ ໃນເມືອງອິສຕັນບູນ ປະເທດຕັວກກີ ໃນຄືນສົ່ງທ້າຍປີເກົ່າ
ສຳນັກຂ່າວຕ່າງປະເທດລາຍງານ ຈາກເມືອງອິສຕັນບູລ ປະເທດ ຕັວກກີ ເມື່ອວັນທີ 1 ມັງກອນ ວ່າ ເມື່ອເວລາ 01.03 ໂມງ ວັນອາທິດ (ຕາມເວລາທ້ອງຖິ່ນ) ຫຼື ປະມານ 6.30 ໂມງ (ຕາມເວລາບ້ານເຮົາ) ເກີດເຫດຄົນຮ້າຍນຸ່ງຊຸດຊານຕາຄລອສ ກາດຍິງໃນໄນຄລັບ ເຣນາ ເຂດອໍຣາຕາຄອຍ ຂອງເມືອງ ອິສຕັນບູລ ເມືອງທີ່ມີປະຊາກອນໜາແໜ້ນທີ່ສຸດຂອງຕັວກກີ ເຊິ່ງເປັນຊ່ວງເວລາທີ່ ປະຊາຊົນຈຳນວນຫຼາຍໄດ້ໄປຮວມຕົວກັນເພື່ອສະເຫຼີມສະລອງຄືນສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ ສຳນັກຂ່າວເອັນທີວີຂອງຕັວກກີລາຍງານວ່າ ໃນຂະນະທີ່ເກີດເຫດມີປະຊາຊົນຢູ່ໃນໄນຄລັບດັ່ງກ່າວປະມານ 500-600 ຄົນ ສຳນັກຂ່າວ ບີບີຊີປະເທດອັງກິດລາຍງານຕົວເລກ ປັດຈຸບັນມີຜູ້ເສຍຊີວິດຢ່າງໜ້ອຍ 35 ຄົນ ແລະ ບາດເຈັບຢ່າງໜ້ອຍ 40 ຄົນ ໂດຍອ້າງຂໍ້ມູນຈາກຜູ້ວ່າການເມືອງ. ທາງການຕັວກກີໄດ້ເພີ່ມລະດັບມາດຕະການຄວາມປອດໄພໃນເມືອງໃຫຍ່ທົ່ວປະເທດ ໂດຍໄດ້ລະດົມເຈົ້າໜ້າທີ່ປະມານ 17,000 ນາຍ ເພື່ອເຝົ້າລະວັງທົ່ວເມືອງ ອິສຕັນບູລ ທັງໃນ ແລະ ນອກເຄື່ອງແບບ ແຫລ່ງຂ່າວ: http://www.dailynews.co.th/foreign/546172 ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!
ຂ່າວຕ່າງປະເທດ
2017-01-01T12:32:42+00:00
https://laopost.com/?p=82065
ກ້າກິນບໍ່? ເຄ້ກຝັງເພັດແພງທີ່ສຸດໃນໂລກເກືອບ 3 ພັນລ້ານ
https://youtu.be/ryfl-RSaLt0 „ເວັບໄຊຕ໌ຂ່າວຕ່າງປະເທດ “ເດລິເມລ”ລາຍງານຈາກປະເທດສະຫາລັດອາລັບ ອາມິເລດເມື່ອວັນທີ່ 9 ກັນຍາ. ວ່າ “ເດັບບີ້ ວິງແຮມ” ດີໄຊນ໌ເນີລ໌ຊື່ດັ່ງ ແມ່ລູກສາມ ໄວ 33 ປີ ອອກແບບ “ເຄ້ກ” ມູນຄ່າ 48.5 ລ້ານປອນອັງກິດ ໃຫ້ກັບລູກຄ້າທີ່ອາໄສຢູ່ໃນສະຫາຣັດອາລັບອາມິເລດ ຜູ້ບໍ່ປະສົງຈະເປີດເຜີຍຊື່ ໂດຍລູກຄ້າຄົນດັ່ງກ່າວສັ່ງເຮັດເຄ້ກນີ້ໃຫ້ກັບຜູ້ເປັນລູກສາວເພື່ອຈັດງານມື້ວັນເກີດແລະງານໝັ້ນ ເຄ້ກມີຂະໜາດຍາວ 1.8 ແມັດ ມາໃນສະໄຕລ໌ແຟຊັ່ນທີ່ມີຕຸກກະຕາໃສ່ຊຸດຍາວ (ສິນລະປະຕັດຫຍິບຂັ້ນສູງສຸດ) ທີ່ວິງແຮມເປັນຄົນອອກແບບໃນອະດີດຍືນຢູ່ສູນກາງ ເທິງເຄ້ກ ຍັງມີເຫລົ່າຕຸກກະຕານາງແບບອີກຕົວທີ່ໃສ່ຊຸດຍາວງົດງາມທີ່ເຮັດຂຶ້ນຢ່າງດີ ທຸກຢ່າງທີ່ຢູ່ເທິງເຄ້ກລ້ວນແຕ່ສາມາດຮັບປະທານໄດ້ ນອກຈາກນີ້ ສິ່ງຈຳລອງທີ່ຢູ່ເທິງເຄ້ກລ້ວນແລ້ວແຕ່ເຮັດຮຽນແບບມາຈາກແບຣນດັງ ແລະ ເຫລົ່າຕຸກກະຕາທີ່ນັ່ງຢູ່ເທິງເຄ້ກທີ່ຮຽນແບບລັກສະນະດີໄຊນ໌ເນີຊື່ດັງອີກດ້ວຍ ເຄ້ກນີ້ໜັກ 450 ກິໂລກຣາມ ຫລື ເທົ່າກັບໝີຕົວໃຫຍ່ຕົວໜຶ່ງ ໃຊ້ເວລາເຮັດ 1,100 ຊົ່ວໂມງ ສິ່ງປະດັບຕົກແຕ່ງທີ່ຢູ່ເທິງເຄ້ກປະກອບໄປດ້ວຍ ເພັດສີຊົມພູ 5.2 ກະລັດ ເພັດສີເຫລືອງ 6.4 ກະລັດ ເພັດທຳມະດາ 5 ກະລັດ ອີກ 15 ເມັດ ແຕ່ເພັດນິນຈິນດາເຫລົ່ານີ້ກໍມີມູນຄ່າ 30 ລ້ານປອນອັງກິດ ສ່ວນທີ່ເຫລືອອີກກວ່າ 4,000 ຊິ້ນ ຈະປະກອບໄປດ້ວຍມົງກຸດ ແລະ ພອຍສີມ່ວງ ສ່ວນອື່ນໆຈະຕົກແຕ່ງດ້ວຍເພັດໜຶ່ງກະລັດ 400 ເມັດ ເພັດສາມກະລັດ 73 ເມັດ ເພັດສີດຳສາມກະລັດອີກ 75 ເມັດ ວິງແຮມກ່າວວ່າ ນາງພູູມໃຈ ແລະ ມ່ວນຊື່ນໄປກັບລາຍລະອຽດຂອງຜົນງານຊິ້ນນີ້ຫລາຍ“
ຂ່າວຕ່າງປະເທດ
2015-09-10T18:36:44+00:00
https://laopost.com/?p=34771
ສະຫະລັດພົບພາວະຂາດດຸນສູງສຸດໃນຮອບ 6 ປີ! ມີໜີ້ສາທາລະນະເພີ່ມຂຶ້ນ 1 ລ້ານລ້ານໂດລາ
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດ ສະຫະລັດອາເມລິກາ ເມື່ອວັນທີ 16 ຕຸລາ 2018 ວ່າ ກະຊວງການເງິນຂອງສະຫະລັດລາຍງານເມື່ອວັນຈັນວ່າ ລັດຖະບານຂອງອາເມລິກາມີລາຍໄດ້ຕະຫຼອດທັງປີງົບປະມານທີ່ຜ່ານມາ (ວັນທີ 1 ຕຸລາ 2017 – 30 ກັນຍາ 2018) ຢູ່ທີ່ 3.3 ລ້ານລ້ານໂດລາ, ແຕ່ໃນເວລາດຽວກັນ ລາຍຈ່າຍພາກລັດແມ່ນສູງກວ່າຄື 4.1 ລ້ານລ້ານໂດລາ ເພີ່ມຂຶ້ນ 3.2% ຈາກງົບປະມານກ່ອນໜ້ານີ້; ສະຖິຕິດັ່ງກ່າວໝາຍຄວາມວ່າສະຖານະການເມື່ອປີຜ່ານມາເປັນອີກຄັ້ງທີ່ງົບປະມານຂອງປະເທດຢູ່ໃນພາວະຂາດດູນສູງສຸດໃນຮອບ 6 ປີ. ນອກຈາກນີ້, ລາຍງານຂອງກະຊວງການເງິນສະຫະລັດຍັງລະບຸວ່າປະລິມານໜີ້ສາທາລະນະຂອງປະເທດເພີ່ມຂຶ້ນ 1 ລ້ານລ້ານໂດລາ ໃນຮອບປີງົບປະມານທີ່ຜ່ານມາ ເປັນ 15.75 ລ້ານລ້ານໂດລາ ສົ່ງຜົນໃຫ້ລາຍຈ່າຍດອກເບ້ຍໜີ້ລັດຖະບານເພີ່ມຂຶ້ນ 14% ເປັນ 65.000 ລ້ານໂດລາ, ຂະນະທີ່ລາຍຈ່າຍດ້ານວຽກງານປ້ອງກັນປະເທດເພີ່ມຂຶ້ນ 6% ຄິດເປັນເງິນ 32.000 ລ້ານໂດລາ ແຕ່ງົບປະມານດ້ານການສຶກສາຫຼຸດລົງຫຼາຍເຖິງ 43% ເຫຼືອ 48.000 ລ້ານໂດລາ. ທັງນີ້, ມີການວິເຄາະວ່າປະລິມານການຂາດດູນງົບປະມານທີ່ເພີ່ມຂຶ້ນເປັນຜົນມາຈາກການຈັດເກັບລາຍຮັບຈາກພາສີບໍ່ເປັນໄປຕາມເປົ້າໝາຍ ໂດຍປະທານາທິບໍດີ ໂດນັລ ທຣໍ້າ ຕັ້ງເປົ້າໝາຍພາສີໃຫ້ໄດ້ 1.5 ລ້ານລ້ານໂດລາ ໃນຊ່ວງ 10 ປີຕໍ່ໜ້າ ເພື່ອກະຕຸ້ນເສດຖະກິດ ແຕ່ຍັງຄົງບໍ່ເຖິງເປົ້າໝາຍ 3.1% ທີ່ທະນາຄານກາງສະຫະລັດກຳນົດໄວ້. ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ ແຫຼ່ງຂໍ້ມູນ: dailynews, apnews ຮູບປະກອບ: puterearomanilor.ro
ຂ່າວຕ່າງປະເທດ
2018-10-17T16:50:49+00:00
https://laopost.com/?p=105290
ຍອດເສຍຊີວິດແຜ່ນດິນໄຫວເນປານ ທະລຸ 4 ພັນກ່ວາ ຄາດອາດສູງເຖິງຫລັກໝື່ນຄົນ!
ຍອດຜູ້ເສຍຊີວິດແຜ່ນດິນໄຫວເນປານ ລ່າສຸດມີຜູ້ເສຍຊີວິດຢູ່ທີ່ 4,138 ຄົນ ແລະ ບາດເຈັບອີກກ່ວາ 7,500 ຄົນ ໂດຍເຈົ້າໜ້າທີ່ຄາດການອາດມີຫລາຍກ່ວາ 1 ໝື່ນຄົນ. ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 28 ເມສານີ້ວ່າ ກະຊວງປ້ອງກັນຄວາມສະຫງົບພາຍໃນຂອງເນປານ ໄດ້ເປີດເຜີຍຍອດຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວຮຸນແຮງ ຂະໜາດ 7.8 ແມັກນິຈູດ ໃນມື້ວັນເສົາທີ 25 ເມສາຜ່ານມານີ້ ຮອດປັດຈຸບັນຕົວເລກລ່າສຸດຜູ້ເສຍຊີວິດ ໄດ້ເພີ່ມຂຶ້ນເປັນ 4,138 ຄົນ ແລະ ບາດເຈັບອີກກ່ວາ 7,500 ຄົນ ໂດຍເຈົ້າໜ້າທີ່ກູ້ໄພໄດ້ກ່າວວ່າ ຍອດຜູ້ເສຍຊີວິດອາດຈະທະລຸຫລັກໝື່ນຄົນ ເນື່ອງຈາກຍັງມີຜູ້ຕິດຢູ່ກ້ອງຊາກຕຶກອາຄານ ແລະ ພູເຂົາເຈື່ອນຖົມທັບ, ເຖິງແມ່ນເຈົ້າໜ້າທີ່ຈາກບັນດາປະເທດຕ່າງໆ ຈະທະຍອຍເຂົ້າມາໃຫ້ຄວາມຊ່ວຍເຫລືອແລ້ວກໍຕາມ ແຕ່ກໍຕ້ອງປະເຊີນກັບບັນຫາແຜ່ນດິນໄຫວຊ້ຳ ຕັ້ງແຕ່ 3-5 ແມັກນິຈູດ ຫລາຍຄັ້ງ ປະກອບກັບສະພາບອາກາດທີ່ໜາວເຢັນ ແລະ ບາງຈຸດກໍມີຝົນຕົກລົງມາ ສົ່ງຜົນກະທົບຕໍ່ເສັ້ນທາງໃນການເຂົ້າໄປຊ່ວຍເຫລືອກູ້ໄພໃນແຕ່ລະຈຸດ.
ຂ່າວຕ່າງປະເທດ
2015-04-28T11:24:15+00:00
https://laopost.com/?p=24619
“ຈິ່ນຫົວ ຊິງກັນ” ຢາຈີນ ທີ່ມີປະສິດທພາບໃນການປ້ອງກັນໂຄວິດ-19 ໄດ້ດີ
ເວັບໄຊ້ຂ່າວຕ່າງປະເທດ ໄດ້ລາຍງານວ່າ: ກະຊວງສາທານະສຸກຂອງແຂວງສິນ ປະເທດປາກິດສະຖານ ໄດ້ປະກາດຜົນທົດລອງທາງຄີນິກຂອງຢາເມັດຈີນຍີ່ຫໍ້ “ຈິ່ນຫົວ ຊິງກັນ” ຂອງບໍລິສັດຈູເຊຍຊາງ ປະເທດຈີນ ໃນການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ທີ່ໄດ້ຮັບຜົນດີ. ສູນວິທະຍາສາດເຄມີ ແລະ ຊີວະພາບນານາຊາດ (ICCBS) ຂອງປາກິດສະຖານໄດ້ກໍາເນີນການທົດລອງກັບຜູ້ຕິດເຊື້ອຈໍານວນ 300 ຄົນ ເຊິ່ງມີອາການເລັກໜ້ອຍ ຫາ ປານກາງ ແລະ ປິ່ນປົວຢູ່ເຮືອນ. ເຊິ່ງຜົນການທົດລອງເຫັນວ່າ ຢາເມັດ ຈິນຫົວ ຊິງກັນ ມີປະສິດພາບໃນການປິ່ນປົວສູງເຖິງ 82.67% ແລະ ຍັງມີຄວາມປອດໄພຕໍ່ກັບຜູ້ຕິດເຊື້ອ. ທ່ານສາສະດາຈານ ດຣ. ເອັມ ຣາຊາ ຊາ ຜູ້ຊ່ຽວຊານຂອງສູນວິທະຍາສາດ ICCBS ໄດ້ລະບຸວ່າຫຼັງຈາກທີ່ຜູ້ຕິດເຊື້ອໄດ້ກິນຢາແລ້ວ ຜູ້ຕິດເຊື້ອກໍມີອາການທີ່ດີຂື້ນເລື້ອຍໆຢ່າງວ່ອງໄວບໍ່ວ່າຈະເປັນອາການເຈັບຫົວ, ໄອ, ເຈັບຄໍ ແລະ ຫາຍໃຈຖີ່. ທາງດ້ານຂອງປະເທດຈີນໄດ້ມີການນໍາເອົາຢາເມັດຊະນິດນີ້ມາປິ່ນປົວຜູ້ຕິດເຊື້ອໂຄວິດ-19 ສາຍພັນຕ່າງໆພາຍໃນປະເທດມາກ່ອນແລ້ວ ກ່ອນທີ່ຈະແນະນໍາໃຫ້ກັບປະເທດປາກິດສະຖານ ແລະ ທາງໜ່ວຍງານກໍາກັບດູແລດ້ານຢາຂອງປາກິດສະຖານໄດ້ໃຫ້ການຮັບຮອງຜົນການທົດລອງຄັ້ງນີ້ເປັນທີ່ຮຽບຮ້ອຍແລ້ວ.
ຂ່າວພາຍໃນ
2022-01-20T13:58:51+00:00
https://laopost.com/?p=131342
ຫວຽດນາມຕັດອິດສະຫລະພາບ 20 ປີ ຍິງຊາວອົດສະຕາລີ ລັກລອບຂົນເຮໂຣອີນໃນເສື້ອຊ້ອນ!
ສຳນັກຂ່າວຕ່າງປະເທດລາຍງານວ່າ ໃນວັນທີ 8 ກັນຍາຜ່ານມານີ້ ສານຫວຽດນາມໄດ້ຕັດສິນຕັດອິດສະຫລະພາບ 20 ປີ ນາງ ເລິມຖິ ກຶມຫົ່ງແຮັງ ອາຍຸ 38 ປີີ ສັນຊາດອົດສະຕາລີ ຫລັງຈາກທີ່ຖືກຈັບກຸມພ້ອມເຮໂຣອີນ ນ້ຳໜັກ 376 ກຣາມ ທີ່ສະໜາມບິນເຕິ່ນເຊິ່ນເຍິດ ໃນນະຄອນໂຮ່ຈິມິນ ທາງພາກໃຕ້ຂອງຫວຽດນາມ ເມື່ອເດືອນທັນວາປີ 2014 ຜ່ານມາ ໂດຍນາງໄດ້ເຊື່ອງຢາເສບຕິດດັ່ງກ່າວໄວ້ໃນເສື້ອຊ້ອນໃນຂອງຕົນເອງ ເພື່ອວາງແຜນຈະຂົນຢາເສບຕິດດັ່ງກ່າວອອກຈາກຫວຽດນາມໄປອົດສະຕາລີ ຊຶ່ງໄດ້ຄ່າຈ້າງທັງໝົດ 5,000 ໂດລາ ແຕ່ໄປບໍ່ລອດ ຖືກເຈົ້າໜ້າທີ່ຈັບກຸມ ແລະ ລົງໂທດຕາມກົດໝາຍຂອງຫວຽດນາມ.
ຂ່າວຕ່າງປະເທດ
2015-09-09T14:58:06+00:00
https://laopost.com/?p=34611
ນັກທຸລະກິດຈີນພົບບັນຫາເລື່ອງການສົ່ງອອກໝາກຖົ່ວເບີຈາກລາວໄປ ສປ ຈີນ
ນັກລົງທຶນປູກພຶດກະສິກໍາຢູ່ລາວ ໂດຍສະເພາະນັກລົງທຶນທີ່ປູກໜາກຖົ່ວເບີ ພົບບັນຫາເລື່ອງການສົ່ງອອກພຶດກະສິກໍາຈາກລາວ ໄປ ສປ ຈີນ ຍ້ອນວ່າລັດຖະບານຈີນບໍ່ອະນຸຍາດໃຫ້ນໍາເຂົ້າ ດັ່ງນັ້ນພວກເຂົາຈຶ່ງຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງ ຊ່ວຍເຫຼືອເພື່ອຫຼຸດຜ່ອນຜົນກະທົບ. ທ່ານ ສົມໄຈ ບຸນໄຊທິບ ຕາງໜ້າໃຫ້ນັກລົງທຶນຕ່າງປະເທດ ຫຼື ບໍລິສັດຕ່າງປະເທດ ທີ່ໄດ້ລົງທຶນສົ່ງເສີມປະຊາຊົນປູກໝາກຖົ່ວເບີ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ກ່າວກ່ຽວການພົບບັນຫາເລື່ອງການສົ່ງອອກໝາກຖົ່ວເບີວ່າ: ປັດຈຸບັນທາງບໍລິສັດບໍ່ ສາມາດສົ່ງ ໝາກຖົ່ວເບີ ໄປ ສປ ຈີນໄດ້ ຍ້ອນວ່າເຈົ້າໜ້າທີ່ຝ່າຍຈີນບໍ່ອະນຸຍາດໃຫ້ນຳເຂົ້າ ໂດຍບໍ່ຮູ້ສາເຫດ, ສ່ວນເຈົ້າໜ້າທີ່ຝ່າຍລາວແມ່ນໄດ້ອະນຸມັດຖືກຕ້ອງຕາມລະບຽບແລ້ວ ໂດຍມີໝາກຖົ່ວເບີ 80 ໂຕນທີ່ຍັງບໍ່ໄດ້ສົ່ງອອກຄ້າງໃນລົດຂົນສົ່ງເປັນເວລາຫຼາຍວັນ, ເຮັດໃຫ້ໝາກຖົ່ວເສຍຄຸນນະພາບ ແລະ ເໜົ່າເປື່ອຍ ຄິດໄລ່ແລ້ວມີມູນຄ່າເສຍຫາຍ 1.000 ຢວນຕໍ່ມື້. ມາຮອດວັນທີ 13 ທັນວາ 2020 ທາງບໍລິ ສັດຈຶ່ງໄດ້ຕັດສີນໃຈນໍາເອົາໝາກຖົ່ວ ໄປຖອກຖິ້ມຢູ່ສະໜາມຂີ້ເຫຍື້ອ, ສ່ວນທີ່ຍັງດີ ແລະ ກິນໄດ້ແມ່ນໄດ້ແຈກຢາຍໃຫ້ປະຊາຊົນໄປ ບໍລິໂພກ, ເຊິ່ງລວມມີໝາກຖົ່ວທັງໝົດຈຳນວນ 80 ກວ່າໂຕນ, ມູນຄ່າເສຍຫາຍທັງໝົດ 8 ແສນກວ່າຢວນ ຄິດເປັນເງິນກີບ 1,2 ຕື້ກວ່າກີບ. ທ່ານ ສົມໄຈ ໄດ້ກ່າວຕື່ມວ່າ: ຂໍຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງໃຫ້ການຊ່ວຍເຫຼືອ ແລະ ຊ່ວຍແກ້ໄຂເພື່ອເຮັດໃຫ້ໝາກຖົ່ວເບີສາມາດສົ່ງອອກໄປ ສປ ຈີນໄດ້. ຜ່ານມາທາງບໍລິສັດໄດ້ສົ່ງເສີມປະຊາຊົນປູກໝາກຖົ່ວເບີ ຢູ່ເມືອງຕົ້ນເຜິ້ງ ແຂວງ ບໍ່ແກ້ວມາເປັນເວລາ 5 ປີແລ້ວ, ໃນແຕ່ລະປີການສົ່ງອອກແມ່ນບໍ່ມີບັນຫາ, ແຕ່ຕົກມາ ປີ 2020 ນີ້ ໄດ້ພົບຄວາມຍຸ້ງຍາກ, ເນື່ອງຈາກວ່າທາງ ສປ ຈີນ ບໍ່ອະນຸ ຍາດໃຫ້ນຳເຂົ້າ ແລະ ທາງບໍລິສັດ ກໍຍັງບໍ່ທັນຮູ້ສາຍເຫດທີ່ຊັດເຈນ. ປັດຈຸບັນ ປະຊາຊົນພວມເລັ່ງເກັບກູ້ຜົນລະປູກ ເຊິ່ງ ໄດ້ເລີ່ມມາແຕ່ເດືອນ ພະຈິກ 2020 ແລະ ຈະເກັບກູ້ໄປຮອດທ້າຍເດືອນ ພຶດສະພາ 2021 ຈຶ່ງຈະສຳເລັດ, ຖ້າເກັບກູ້ສໍາເລັດຈະໄດ້ 700-800 ຖ້ຽວລົດຄອນເທັນເນີ ໃນຈໍານວນ 22 ພັນກ່ວາໂຕນ. ຮຽບຮຽງຂ່າວ: ພຸດສະດີ
ຂ່າວພາຍໃນ
2020-12-16T09:30:43+00:00
https://laopost.com/?p=122347
ລົດໄຟລາວ-ຈີນຂົນສົ່ງສິນຄ້າ ຢຽບຄົນເສຍຊີວິດ
ລົດໄຟລາວ-ຈີນຂົນສົ່ງສິນຄ້າ ຢຽບຄົນເສຍຊີວິດຢູ່ km 26 ນະຄອນຫຼວງວຽງຈັນ. ວັນທີ 5 ສິງຫາ 2022 ໂທລະພາບປ້ອງກັນຄວາມສະຫງົບ ໄດ້ລາຍງານວ່າ: ທ່ານ ຮອງຫົວໜ້າກອງ ປກສ ເມືອງນາຊາຍທອງ ນ.ວ ໃຫ້ສຳພາດກ່ຽວກັບເຫດການລົດໄຟລາວ-ຈີນຂົນສົ່ງສິນຄ້າ ຈາກນະຄອນຫຼວງ ຫາ ບໍເຕັນ ໄດ້ຢຽບຄົນເສຍຊີວິດຢູ່ km 26 ບ້ານຫວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃນວັນທີ 3 ສິງຫາ, ເຊິ່ງຫຼັງຈາກທີ່ເຈົ້າໜ້າທີ່ໄດ້ຮັບລາຍງານ ກໍໄດ້ລົງໄປກວດສອບ ແລະ ເກັບກຳຂໍ້ມູນ, ເບື້ອງຕົ້ນໄດ້ຊາບວ່າຜູ້ເສຍຊີວິດແມ່ນ ທ້າວ ຊາວໄຮໂອ ອາຍຸ 48ປີ ເຊື້ອຊາດ ຈີນ. ຈາກເຈົ້າໜ້າທີ່ໄດ້ສືບສວນສອບສວນຕໍ່ນ້ອງຊາຍຂອງຜູ້ກ່ຽວ ຈຶ່ງຮູ້ສາເຫດຄັ້ງນີ້ວ່າ ຜູ້ກ່ຽວມີເຈດຕະນາຂ້າໂຕຕາຍ ເນື່ອງຈາກພົບບັນຫາຄອບຄົວ. ທ່ານ ຮອງຫົວໜ້າກອງ ປກສ ຍັງໄດ້ກ່າວຕື່ມອີກວ່າ ໃຫ້ປະຊາຊົນ ໂດຍສະເພາະປະຊາຊົນທີ່ອາໄສຢູ່ໃກ້ກັບທາງລົດໄຟ ຫ້າມເຂົ້າໄປໃນເຂດທາງລົດໄຟເດັດຂາດເພາະຈະເປັນອັນຕະລາຍ ແລະ ໃຫ້ພ້ອມກັນເປັນເຈົ້າການໃນການປົກປັກຮັກສາເສັ້ນທາງດັ່ງກ່າວ.
ຂ່າວພາຍໃນ
2022-08-08T09:44:57+00:00
https://laopost.com/?p=136388
ນວດຕີນໂດຍໃຊ້ປາກ! ເທັກນິກການນວດແບບໃໝ່
ອີງຕາມການລາຍງານຈາກ sydneytoday.com ໄດ້ໃຫ້ຮູ້ວ່າ: ມີຮູບແບບການນວດຕີນໂດຍໃຊ້ປາກ ເກີດຂຶ້ນໃນເມືອງເຫີນານ ປະເທດຈີນ ເມື່ອມີຮ້ານນວດຮ້ານໜຶ່ງໃນເຂດອັນຢາງ ຕິດປ້າຍປະກາດວ່າ ເທັກນິກການນວດຈັບຈຸດແບບໃໝ່ ເຊິ່ງໃຜກໍບໍ່ຄາດຄິດວ່ານັ້ນແມ່ນການໃຊ້ປາກນວດຕີນ. ເຊິ່ງວິທີການນວດແບບເດີມແມ່ນການໃຊ້ມືນວດເພື່ອໃຫ້ຜ່ອນຄາຍແຕ່ແຕກຕ່າງຈາກການນວດແບບໃໝ່ໂດຍທາງຮ້ານໄດ້ອາທິບາຍວິທີດັ່ງກ່າວວ່າ: ໝໍນວດຈະເປົ່າລົມ ແລະ ກັດໄປທີ່ຝາຕີນຂອງລຸກຄ້າຄ່ອຍໆເພື່ອເປັນການກົດຈຸດໃຫ້ລຸກຄ້າມີຄວາມຜ່ອນຄາຍເນື່ອງຈາກແຮງກັດຂອງແຂ້ວຈະສາມາດລົງໄປຮອດກ້າມເນື້ອຂອງລູກຄ້າໄດ້ຫຼາຍກວ່າການນວດທົ່ວໄປ ແລະ ຍັງຊ່ວຍໃນການກະຕຸ້ນການໄຫຼວຽນຂອງເລືອດໄດ້ດີອີກດ້ວຍ. ຢ່າງໃດກໍຕາມຊາວເນັດສ່ວນໃຫຍ່ລົງຄວາມຄິດເຫັນວ່າ ສິ່ງທີ່ທາງຮ້ານອາທິບາຍມາທັງໝົດມັນຄືຂໍ້ແກ້ໂຕທັງນັ້ນ ແລະ ບໍ່ແມ່ນເທັກນິກຫຍັງທີ່ພິເສດເລີຍພຽງແຕ່ພວກເຂົາຢາກຫາວິທີໃໝ່ໆເພື່ອດຶງດູດລູກຄ້າເທົ່ານັ້ນເອງ.
ຂ່າວພາຍໃນ
2022-01-21T11:54:50+00:00
https://laopost.com/?p=131365
ອາເມລິກາ ເປັນໜຶ່ງໃນປະເທດລົງທຶນໃຫຍ່ທີ່ສຸດຂອງອາຊຽນ
ອາເມລິກາບໍ່ພຽງເປັນປະເທດມະຫາອຳນາດດ້ານເສດຖະກິດຂອງໂລກເທົ່ານັ້ນແຕ່ນັກທຸລະກິດຍັງກະຈາຍແຫຼ່ງທຶນໄປສ້າງກິດຈະການຢູ່ປະເທດຕ່າງໆໃນທົ່ວໂລກຈຳນວນຫຼວງຫຼາຍໃນແຕ່ລະປີສະເພາະປະຊາຄົມອາຊຽນ ມີເຖິງ 12 ຕື້ກວ່າໂດລາຖືເປັນຜູ້ລົງທຶນລາຍໃຫຍ່ຈັດຢູ່ອັນດັບ 3 ຮອງລົງມາຈາກຈີນ ແລະຍີ່ປຸ່ນ ຂອງປະເທດທີ່ມາລົງທຶນຫຼາຍ ສຸດໃນອາຊີຕາເວັນອອກສຽງໃຕ້. ຂໍ້ມູນເປີດເຜີຍໃນກອງປະຊຸມລັດຖະມົນຕີເສດຖະກິດອາຊຽນກັບອາເມລິກາ ຊຶ່ງຈັດຂຶ້ນໃນວັນທີ 2 ສິງຫາ 2016 ນີ້ລະບຸວ່າ: ການຮ່ວມມືອາຊຽນ-ອາເມລິກາ ນັບແຕ່ສ້າງສາຍພົວພັນຮ່ວມກັນມາແມ່ນມີການຂະຫຍາຍຕົວຕໍ່ເນື່ອງ ເປັນຕົ້ນດ້ານເສດຖະກິດໃນນັ້ນ ການລົງທຶນຂອງສະຫະລັດອາເມລິກາມາອາຊຽນມີມູນຄ່າສູງ ເຖິງ 12,2 ຕື້ໂດລາ ຖືກຈັດເປັນ ອັນດັບທີສາມຂອງປະເທດທີ່ມາ ລົງທຶນໃນອາຊຽນຂະນະທີ່ມູນຄ່າດ້ານການຄ້າຂອງສອງຝ່າຍກໍບັນ ລຸ 212,8 ຕື້ໂດລາໃນປີ 2015 ຄິດເປັນ 9,3 ສ່ວນຮ້ອຍຂອງ ລວມຍອດມູນຄ່າການຄ້າທັງໝົດ ໃນອາຊຽນ. ນອກຈາກນີ້ທັງສອງຝ່າຍຍັງ ຈະສືບຕໍ່ຮ່ວມກັນຈັດຕັ້ງປະຕິບັດ ສັນຍາຂອບວຽກຮ່ວມມືທາງດ້ານການຄ້າ ແລະການລົງທຶນ ແລະແຜນວຽກຂອງໂຄງການຮ່ວມມືດ້ານເສດຖະກິດໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງຂຶ້ນດ້ວຍການເຊື່ອມຈອດອາເມລິກາກັບອາຊຽນແລະໃຫ້ການຊ່ວຍເຫຼືອອາຊຽນໃນຂົງເຂດການບໍລິການປະຕູດຽວທາງດ້ານພາສີ, ການອຳນວຍ ຄວາມສະດວກທາງດ້ານການຄ້າ, ທຸລະກິດຂະໜາດນ້ອຍ-ກາງ, ພະລັງງານການພັດທະນາເຕັກໂນໂລຊີ. ບາດກ້າວທີ່ສຳຄັນສຸດຂອງຂະບວນການເຊື່ອມໂຍງເສດຖະກິດພາຍໃນພາກພື້ນ, ຄວບຄູ່ກັບການລວມເປັນປະຊາ ຄົມໜຶ່ງດຽວແຜນງານປະຊາຄົມ ເສດຖະກິດອາຊຽນ 2025 ກໍຖື ເປັນໜຶ່ງຍຸດທະສາດໃໝ່ທີ່ຈະເພີ່ມ ລະດັບການເຊື່ອມໂຍງທີ່ສູງ ແລະໜຽວແໜ້ນຂຶ້ນມີຄວາມສາມາດ ໃນການແຂ່ງຂັນ ແລະຍົກລະດັບການພັດທະນາໃຫ້ຫຍັບເຂົ້າໃກ້ກັບບັນດາປະຊາຊາດໃນໂລກ. ເພື່ອສ້າງເງື່ອນໄຂແກ່ການ ລົງທຶນໃຫ້ສະດວກ, ໄວ ແລະມີປະສິດທິພາບສາມາດຂັບເຄື່ອນການພັດທະນາພາຍໃນປະຊາຄົມອາຊຽນກອງປະຊຸມສະພາເຂດການລົງທຶນໃນອາຊຽນຄັ້ງທີ 19 ທີ່ຈັດ ຂຶ້ນໃນວັນທີ 3 ສິງຫາ ໄດ້ໃຫ້ຮູ້ ວ່າ: ອີງຕາມສັນຍາການລົງທຶນຮອບດ້ານອາຊຽນຖືເປັນເຄື່ອງ ມືອັນສຳຄັນສຳລັບການສົ່ງເສີມເສດຖະກິດຂອງອາຊຽນໃນການ ເຄື່ອນຍ້າຍການລົງທຶນຢ່າງເສລີ ໃຫ້ປາກົດຜົນເປັນຈິງ ຊຶ່ງຜ່ານມາບັນດາປະເທດສະມາຊິກໄດ້ມີການປະຕິຮູບໃນຫຼາຍດ້ານເພື່ອປັບປຸງສະພາບແວດລ້ອມທາງດ້ານທຸ ລະກິດໃຫ້ມີຄວາມເອື້ອອຳນວຍແກ່ການລົງທຶນ, ມີຄວາມໂປ່ງໃສ ແລະບັນລຸໝາກຜົນຂຶ້ນຕື່ມ ຂອງການເປີດເສລີພາຍໃນພາກພື້ນ ໂດຍສັນຍາດັ່ງກ່າວນີ້ບັນດາ ປະເທດສະມາຊິກຕ້ອງເຮັດໃຫ້ສຳເລັດຂັ້ນຕອນພາຍໃນຂອງຕົນເພື່ອກຽມຄວາມພ້ອມລົງນາມເປັນທາງການໃນໄລຍະດຳເນີນກອງປະຊຸມສຸດຍອດອາຊຽນທີ່ລາວຈະເປັນເຈົ້າພາບຈັດຂຶ້ນໃນເດືອນກັນຍາ 2016 ນີ້. ທີ່ມາ: ເສດຖະກິດ-ສັງຄົມ
ຂ່າວພາຍໃນ
2016-08-18T15:19:55+00:00
https://laopost.com/?p=69188
ເສດຖະກິດຫຼວງນໍ້າທາຂະຫຍາຍຕົວໄວ ມີໂຮງງານ 200 ກວ່າແຫ່ງ
ຍ້ອນເສດຖະກິດມີທ່າແຮງຂະຫຍາຍຕົວຢ່າງຕໍ່ເນື່ອງ ຊຶ່ງອັນເຮັດໃຫ້ຢູ່ແຂວງຫຼວງນ້ຳທານັບມື້ການລົງທຶນສ້າງຕັ້ງໂຮງງານອຸດສາຫະກຳ ແລະຫັດຖະກຳເພີ່ມຂຶ້ນປະຈຸບັນມີທົ່ວແຂວງລວມທັງໝົດ 222 ແຫ່ງ ຖ້າທຽບໃສ່ສົກປີກ່ອນເພີ່ມຂຶ້ນ 3,25%, ໂດຍລວມມີມູນຄ່າການຜະລິດ 2 ຮ້ອຍຕື້ກວ່າກີບໃນສົກປີແລ້ວ. ອີງຕາມຂໍ້ມູນຈາກພະແນກ ອຸດສາຫະກຳ ແລະການຄ້າແຂວງຫຼວງນ້ຳທາເມື່ອບໍ່ດົນຜ່ານມານີ້ວ່າ: ວຽກງານອຸດສາຫະກຳ ແລະ ຫັດຖະກຳໃນສົກປີຜ່ານມາແມ່ນ ໄດ້ມີຄວາມເອົາໃຈຕໍ່ການລົງກວດກາ ແລະໃຫ້ຄຳແນະນໍາບັນດາໂຮງງານຢາສູບ, ແກັດເຈ້ຍ, ໂຮງງານເຟີນີເຈີທີ່ບໍ່ມີໃບທະບຽນຈຳນວນ 2 ຄັ້ງ ແລະບັນຫາສິ່ງແວດລ້ອມໂຮງງານຈຳນວນ 3 ຄັ້ງ ພ້ອມຍັງໄດ້ສົມທົບກັບຂະແໜງນຳ ເຂົ້າ-ສົ່ງອອກລົງກວດກາຜະລິດຕະພັນໄມ້ເຄິ່ງສຳເລັດຮູບຂອງໂຮງ ງານປຸງແຕ່ງໄມ້ຊຽງກົກຈໍານວນ 1 ຄັ້ງ. ນອກຈາກນີ້ແລ້ວກໍ່ມີການສົມ ທົບກັບຂະແໜງທີ່ກ່ຽວຂ້ອງລົງກວດກາໂຮງງານຜະລິດວັດສະດຸຫຸ້ມຫໍ່ຈິ້ງເພີງຫ່ວງທີ່ບ້ານນາເຕີຍກວດກາສະຖານທີິ່ສ້າງຕັ້ງໂຮງງານປະສົມຊີມັງທີ່ບ້ານນາລື ແລະລົງກວດກາໂຮງງານສານຕາໜ່າງ ທີ່ບ້ານໂພນໄຊສະຫວ່າງເພື່ອອອກໃບອະນຸຍາດດໍາເນີນກິດຈະການຈໍານວນ 3 ຄັ້ງເຂົ້າຮ່ວມຝືກອົບຮົມວຽກງານອຸດສາຫະກຳ ແລະຫັດຖະກຳຢູ່ຕ່າງແຂວງຈຳນວນ 3 ຄັ້ງ. ກວດກາຜະລິດຕະພັນອອກຈາກໂຮງງານໄດ້ທັງໝົດ 232 ຄັ້ງ ໃນນີ້ກວດກາຜະລິດຕະພັນອອກຈາກໂຮງງານຢາສູບໄດ້ 157 ຄັ້ງ, ຜະລິດຕະພັນໄມ້ເຄື່ອງເຟີນີເຈີ 13 ຄັ້ງ, ຝ້າຍໄໝ 8 ຄັ້ງ, ແປ້ງມັນຕົ້ນ 2 ຄັ້ງ, ຢາງພາລາເຄິ່ງສໍາເລັດຮູບ 46 ຄັ້ງ, ຢັ້ງຢືນການນໍາເຂົ້າເຄື່ອງຈັກຈຳນວນ 4 ຄັ້ງ ແລະກວດກາຜະລິດຕະພັນທອງກ້ອນອອກໂຮງງານ 1 ຄັ້ງ ຊຸກຍູ້ ແລະສົ່ງເສີມການດຳເນີນກິດຈະການໂຮງງານປຸງແຕ່ງ ແລະຫັດຖະກຳໄດ້ 7 ຫົວໜ່ວຍ. ປະຈຸບັນທົ່ວແຂວງຫຼວງນ້ຳທາ ແມ່ນມີໂຮງງານອຸດສາຫະກຳ ແລະຫັດຖະກຳລວມທັງໝົດ 222 ແຫ່ງ ທຽບໃສ່ສົກປີ 2014-2015 ເພີ່ມຂຶ້ນ 3,25% ໃນພິທີໂຮງງານອຸດສາຫະກຳປຸງແຕ່ງ 181 ແຫ່ງ ຂະໜາດໃຫຍ່ 21 ແຫ່ງ, ກາງ 24 ແຫ່ງ, ນ້ອຍ 103 ແຫ່ງ ແລະແບບຄອບຄົວ 33 ແຫ່ງ ສຳລັບໂຮງງານຫັດຖະກຳມີ 41 ແຫ່ງ ຂະໜາດກາງ 7 ແຫ່ງ ແລະນ້ອຍ 34 ແຫ່ງ ຂະນະທີ່ໂຮງງານປຸງແຕ່ງໄມ້ ແລະເຟີນີເຈີ ມີ 32 ແຫ່ງ ໃນນີ້ໂຮງງານປຸງແຕ່ງໄມ້ຂັ້ນ l ມີ 3 ແຫ່ງ, ໂຮງງານປຸງແຕ່ງໄມ້ຂັ້ນ ແລະຂັ້ນ (ເຟີນິເຈີ ) 29 ແຫ່ງ. ຂໍ້ມູນຍັງໃຫ້ຮູ້ຕື່ມອີກວ່າ: ໃນຈຳນວນໂຮງງານດັ່ງກ່າວສົກປີຜ່ານມາໄດ້ມີມູນຄ່າການຜະລິດ ລວມທັງໝົດ 219,24 ຕື້ກວ່າກີບ ໃນນີ້ມີມູນຄ່າຂອງການຜະລິດອຸດສາຫະກຳປຸງແຕ່ງທັງໝົດ 208,90 ຕື້ກວ່າກີບ ຫຼຸດລົງ 15,28% ສາເຫດຍ້ອນມີບາງໂຮງງານຜະລິດ ບໍ່ເປັນປົກກະຕິເຊັ່ນ: ໂຮງງານປຸງແຕ່ງໝາກຕາວ, ໂຮງງານປຸງແຕ່ງຢາງພາລາ ແລະໂຮງງານຫຼອມທອງເປັນຕົ້ນໃນນີ້ສະບຽງອາຫານ 52,76 ຕື້ກວ່າກີບ, ຜະລິດອຸປະກອນຮັບໃຊ້ເຄື່ອງກໍ່ສ້າງ 6,69 ຕື້ກວ່າກີບ, ຜະລິດຕະພັນຢາສູບ 15,28 ຕື້ກວ່າກີບ, ຜະລິດຕະພັນໄມ້ແປຮູບ ແລະສຳເລັດຮູບ 363,75 ຕື້ກວ່າກີບ, ປຸງແຕ່ງຢາງພາລາ 131,04 ຕື້ ກວ່າກິບ ແລະຜະລິດຕະພັນທອງກ້ອນ 2,75 ຕື້ກວ່າກີບ. ສຳລັບມູນຄ່າ ການຜະລິດຫັດຖະກຳລວມທັງໝົດ 10,33 ຕື້ກວ່າກີບ ຫຼຸດລົງເຊັ່ນດຽວກັນປະມານ 1,90% ໃນນີ້ມູນຄ່າ ຂອງຫັດຖະກຳຝ້າຍ-ໄໝ 1,02 ຕື້ກວ່າກີບ, ເຟີນິເຈີໄມ້ 5,64 ຕື້ກວ່າກີບ, ຫັດຖະກຳຫວາຍ 358,05 ລ້ານກວ່າກີບ, ຫັດຖະກຳຖັກແສ່ວ 867,09 ລ້ານກວ່າກີບ, ຫັດຖະກຳພ້າ-ມີດ 11 ລ້ານກີບ, ໃບຊາ 103,50 ຕື້ກີບ ແລະຜະລິດຕະພັນດິນຈີ່ 2,32 ຕື້ກວ່າກີບ. ຂ່າວ: ເສດຖະກິດ-ສັງຄົມ
ຂ່າວທ້ອງຖິ່ນ
2016-10-14T13:08:11+00:00
https://laopost.com/?p=73057
ປ່າເຢັ້ງຊາ ລໍ່ Miss Universe Lao 2022 ສຸດທີ່ 16 ຄົນສຸດທ້າຍ
ຖືວ່າເປັນນາທີປະຫວັດສາດຂອງວົງການນາງງາມລາວ ແລະ ເປັນສິ່ງທີ່ພາກພູມໃຈທີ່ສຸດ ທີ່ໄດ້ຍິນຄຳວ່າ ລາວ ໃນຮອບປະກາດ 16 ຄົນສຸດທ້າຍໃນຮອບຕັດສິນ ຂອງການປະກວດ Miss Universe 2022 ທີ່ຈັດຂຶ້ນຢູ່ ສະຫະລັດອາເມລິກາ ໃນວັນທີ 15/01/2023 ຕາມເວລາລາວ. ປ່າເຢັ້ງຊາ ລໍ່ Miss Universe Lao 2022 ຕົວແທນສາວລາວຮ່ວມເຂົ້າປະກວດ ພ້ອມທັງໂຊຄວາມສາມາດ ພິບໄວ ໃນແຕ່ລະຮອບ ຈົນສາມາດເຂົ້າຮອບ 16 ຄົນສຸດທ້າຍໃນການປະກວດ Miss Universe 2022 ເຊິ່ງໄດ້ແກ່ Puerto Rico, Haiti, Australia, Dominican Republic, Laos, South Africa, Portugal, Canada, Peru, Curacao, India, Venezuela, Spain, USA, Colombia. ນອກຈາກນີ້ ລາວຍັງເປັນໜຶ່ງດຽວໃນອາຊຽງທີ່ເຂົ້າຮອບນຳອີກ. ຂໍສະແດງຄວາມຍິນດີນຳສາວງາມຄົນເກັ່ງຄົນນີ້.
ຂ່າວພາຍໃນ
2023-01-15T10:27:12+00:00
https://laopost.com/?p=141129
ຍີ່ປຸ່ນປະກາດໃຫ້ພົນລະເມືອງຫາບ່ອນລີ້ໄພຫຼັງເກົາຫຼີເໜືອຍິງຂີປະນາວຸດຕົກໃກ້ເກາະຮອກໄກໂດ
ລັດຖະບານຍີ່ປຸ່ນ ຖະແຫຼງການວ່າ ເກົາຫຼີເໜືອໄດ້ຍິງຂີປະນາວຸດບໍ່ລະບຸຊະນິດຈາກເຂດຊູນານ ໃກ້ກັບນະຄອນຫຼວງປຽງຢາງ ເມືອງຫຼວງຂອງເກົາຫຼີເໜືອ ໄປທາງທິດຕະເວັນອອກຂອງເກົາຫຼີເໜືອ ມຸ່ງໜ້າມາທາງຍີ່ປຸ່ນ ເມື່ອຕອນ ເຊົ້າຂອງມື້ນີ້ເວລາປະມານ 07.16 ນາທີ (ຕາມເວລາທ້ອງຖິ່ນ) ໂດຍຂີປະນາວຸດຂອງເກົາຫຼີເໜືອໄດ້ຂ້າມດິນແດນຂອງຍີ່ປຸ່ນ ໄປຕົກໃນມະຫາສະໝຸດແປຊີຟິກຕອນເໜືອ ຫ່າງຈາກແຫຼມເອຣິໂມະ ຂອງເກາະຮອກໄກໂດ ປະມານ 2,000 ກິໂລແມັດ ລັດຖະບານໄດ້ແນະນຳໃຫ້ປະຊາຊົນຢູ່ຫ່າງຈາກວັດຖຸທີ່ອາດຈະເປັນເສດສິ້ນສ່ວນຂອງຂີປະນາວຸດ ຂະນະທີ່ສື່ຂ່າວຂອງຍີ່ປຸ່ນລາຍງານວ່າ ທາງການປະກາດໃຫ້ພົນລະເມືອງຫາບ່ອນຫຼົບໄພແລ້ວ ຫຼ້າສຸດລັດຖະບານຍີ່ປຸ່ນຈະຮຽກປະຊຸມຄະນະກຳມະທິການຄວາມໝັ້ນຄົງດ່ວນໃນເຊົ້າມື້ນີ້ ດ້ານທຳນຽບປະທານປະເທດເກົາຫຼີໃຕ້ໄດ້ຮຽກປະຊຸມຄະນະກຳມະທິການຄວາມໝັ້ນຄົງແຫ່ງຊາດດ່ວນຄືກັນ ດ້ານກອງກຳລັງເກົາຫຼີໃຕ້ລະບຸວ່າ ຕອນນີ້ເກົາຫຼີໃຕ້ ແລະ ສະຫະລັດກຳລັງວິເຄາະຂໍ້ມູນວ່າຂີປະນາວຸດທີ່ເກົາຫຼີເໜືອຍິງນັ້ນເປັນຂີປະນາວຸດຊະນິດໃດກັນແທ້
ຂ່າວຕ່າງປະເທດ
2017-09-15T14:20:26+00:00
https://laopost.com/?p=95012
Facebook ແລະ Instagram ຢຸດການແບນ ໂດນັລ ທຣັມ
ວັນທີ 25 ມັງກອນ ເມຕາ (Meta) ບໍລິສັດດ້ານເທັກໂນໂລຊີຂະໜາດໃຫຍ່ຂອງອາເມຣິກາ ເປີດເຜີຍວ່າ: ຈະກູ້ບັນຊີເຟສບຸກ ແລະ ອິນສະຕາແກຣມຂອງ ໂດນັລ ທຣັມ ອະດີດປະທານາທິບໍດີສະຫະລັດອາເມຣິກາ ໃນອີກບໍ່ເທົ່າໃດອາທິດ ຫຼັງຈາກທີ່ລະງັບໃຊ້ງານຍ້ອນເຫດການມວນຊົນບຸກລັດຖະສະພາໃນວັນທີ 6 ມັງກອນ 2021. ການກູ້ບັນຊີຄືນໃຫ້ກັບ ທຣັມ ອາດສົ່ງຜົນດີຕໍ່ການກຽມໂຕລົງສະມັກເລືອກຕັ້ງປະທານາທິບໍດີສະຫະລັດອາເມຣິກາອີກສະໄໝຂອງ ທຣັມ ທີ່ປະກາດໃນເດືອນພະຈິກ ປີກາຍນີ້ ເພາະວ່າທຣັມມີຜູ້ຕິດຕາມໃນເຟສບຸກເຖິງ 34 ລ້ານບັນຊີ ແລະ ອິນສະຕາແກຣມ 23 ລ້ານບັນຊີ. ໂດຍກ່ອນໜ້ານີ້ ທຣັມ ກໍໄດ້ກັບມາໃຊ້ບັນຊີທະວິດເຕີໃນເດືອນພະຈິກປີກາຍນີ້ ແຕ່ຈົນຮອດຕອນນີ້ ກໍຍັງບໍ່ພົບເຫັນວ່າ ທຣັມ ຈະໂພສຫຍັງເລີຍ. ແຫຼ່ງຂ່າວ Reuters
ຂ່າວຕ່າງປະເທດ
2023-01-27T09:46:18+00:00
https://laopost.com/?p=141702
ອາເມລິກາ ປະກາດການຊ່ວຍເຫຼືອ ອູແກຣນ ໃນມູນຄ່າ 3 ຕື້ໂດລາ
ອາເມລິກາຈະປະກາດການຊ່ວຍເຫຼືອດ້ານການທະຫານໃໝ່ໃຫ້ແກ່ ຢູເຄຣນໃນມູນຄ່າ 3 ຕື້ໂດລາ ແລະ ຈັດກຽມທີ່ຈະຊື້ອາວຸດເພີ່ມເຕີມ ພ້ອມຕິດຕາມເຝົ້າລະວັງຣັດເຊຍ ໃນວັນຄົບຮອບ 31 ປີແຫ່ງການປະກາດເອກະລາດຂອງຢູເຄຣນຈາກສະຫະພາບໂຊວຽດໃນວັນທີ 24 ສິງຫານີ້. ອີງຕາມການລາຍງານຂອງສຳນັກຂ່າວ ຮອຍເຕີ ໃນວັນທີ 24 ສິງຫາ 2022 ທີ່ຜ່ານມາ, ເຈົ້າໜ້າທີ່ສະຫະລັດອາເມຣິກ ເປີດເຜີຍວ່າ: ໃນຂະນະທີ່ ຄວາມຂັດແຍ່ງລະຫວ່າງຣັດເຊຍ ແລະ ຢູເຄຣນດຳເນີນມາກວ່າ 6 ເດືອນແລ້ວ ສະຫະລັດກຳລັງຈະປະກາດມອບເງິນທຶນຊ່ວຍເຫຼືອດ້ານຄວາມປອດໄພສຳລັບຢູເຄຣນມູນຄ່າປະມານ 3 ຕື້ໂດລາສະຫະລັດ. ໂດຍເງິນທຶນດັ່ງກ່າວຈະເປັນເງິນກ້ອນທຶນທີ່ໃຫຍ່ທີ່ສຸດສຳລັບທາງການຢູເຄຣນ ນັບຕັ້ງແຕ່ມີຄວາມຂັດແຍ່ງເກີດຂຶ້ນເມື່ອ 6 ເດືອນທີ່ແລ້ວ ເຊິ່ງຈະຖືດຈັດມອບໃຫ້ກັບມື້ດຽວກັບກັບມື້ປະກາດເອກະລາດຂອງຢູເຄຣນໃນວັນທີ 24 ສິງຫາ 2022. ເຈົ້າໜ້າທີ່ຍັງກ່າວຕື່ມອີກວ່າ: ອາວຸດໃໝ່ດັ່ງກ່າວບໍ່ປະກົດວ່າເປັນອາວຸດຊະນິດໃໝ່ທີ່ຍັງບໍ່ທັນໄດ້ມອບໃຫ້ກອງທັບຢູເຄຣນ ຢ່າງໃດກໍຕາມຈະເນັ້ນສົ່ງກະສຸນປຶນ ແລະອາວຸດສໍາລັບເປົ້າຫມາຍໄລຍະກາງ ເຊັ່ນລະບົບປ້ອງກັນເປັນຕົ້ນ. ແຫຼ່ງຂ່າວ: ຣອຍເຕີ
ຂ່າວຕ່າງປະເທດ
2022-08-26T13:57:01+00:00
https://laopost.com/?p=137019
ຂັບຂີ່ລົດດ້ວຍຄວາມໄວ ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ
ເວລາ 7:30 ໂມງ ຂອງວັນທີ 14 ກັນຍາ 2022 ຢູ່ຖະໜົນອາຊຽນເຂດບ້ານນາຄໍາ ເມືອງສີໂຄດຕະບອງ ນວ ມີອຸບັດຕິເຫດເກີດຂຶ້ນຜູ້ຂັບຂີ່ເສຍຊີວິດ 1 ຄົນ. ພັຕ ຄໍາພອນ ຫຼວງດີ ຫົວໜ້າກອງສືບສວນ-ສອບສວນແກ້ໄຂຄະດີອຸປະຕິເຫດ ພະແນກຕໍາຫຼວດຈະລາຈອນ ນວ ໃຫ້ຮູ້ວ່າ: ພາຍຫຼັງເຈົ້າໜ້າທີ່ຕຳຫຼວດຈະລາຈອນ ນວ ໄດ້ຮັບແຈ້ງ ກໍ່ໄດ້ລົງກວດກາວັດແທກເກັບກໍາຂໍ້ມູນໃນສະຖານທີ່ເກີດເຫດ ເບື້ອງຕົ້ນຊາບຊື່ຜູ້ຂັບຂີ່ ລົດປຣາໂດ ໝາຍເລກທະບຽນ ວມ 6668 ຂັບຂີ່ໂດຍ ນາງ ຄໍາຫຼ້າ ອາຍຸ 52 ປີ ອາຊີບແມ່ເຮືອນ ປັດຈຸບັນຢູ່ບ້ານໜອງສະໂນຄໍາ ເມືອງສີໂຄດຕະບອງ ຂັບຂີ່ລົດດ້ວຍຄວາມໄວມາຕາມຖະໜົນເຕສອງມຸ່ງໜ້າໄປທາງໄຟອໍານາດໜອງດ້ວງ ເມື່ອກາຍໄຟອໍານາດດົງປາສັກ ປະມານ 11 ແມັດ ແມ່ນໄດ້ຕໍາທ້າຍລົດຈັກຮອນດາເວບ ໝາຍເລກທະບຽນ 4742 ຂັບຂີ່ໂດຍທ້າວ ບຸດດີ ອາຍຸ 31 ປີ ກໍາມະກອນ ຢູ່ບ້ານໃໝ່ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ແລ່ນທິດທາງດຽວກັນ ເຮັດໃຫ້ເສຍຊີວິດຄາທີ່ ພາຍຫຼັງ ລົດປຣາໂດຄັນດັ່ງກ່າວ ຕໍາທ້າຍລົດຈັກແລ້ວເສຍຫຼັກໄປຕໍາເອົາທ້າຍລົດທີ່ຈອດຢູ່ແຄມທາງຕື່ມ 3 ຄັນຄື: ລົດເກັງມາດສ໌ດາ ໝາຍເລກທະບຽນ ວນ 3344, ລົດຟໍຈູນເນີ ໝາຍເລກທະບຽນ ກລ 5453 ແລະ ລົດເກັງບໍ່ມີປ້າຍ. ປັດຈຸບັນ ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ນວ ກໍາລັງສືບສວນ-ສອບສວນເກັບກຳຂໍ້ມູນ ຕາມຂັ້ນຕອນ; ຕໍ່ກັບອຸປະຕິເຫດຄັ້ງນີ້ ເຫັນວ່າເກີດຄວາມສູນເສຍທາງດ້ານຊີວິດ ແລະ ຊັບສິນ ຈຶ່ງຮຽກຮ້ອງໃຫ້ຜູ້ຂັບຂີ່ລົດທຸກຄົນມີສະຕິ, ເອົາໃຈໃສ່ປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ, ຜູ້ປົກຄອງຕ້ອງເອົາໃຈໃສ່ຕໍ່ຜູ້ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ເອົາໃຈໃສ່ໃນການຂັບຂີ່ ແລະ ຫ້າມເດັກທີ່ບໍ່ເຖິງກະສຽນອາຍຸຂັບຂີ່ລົດ ເຊິ່ງບໍ່ອາດຄວບຄຸມການປະພຶດ ແລະ ພຶດຕິກໍາກົດລະບຽບຈະລາຈອນ ອັນເປັນສາເຫດພາໃຫ້ເກີດອຸປະຕິເຫດຕາມທ້ອງຖະໜົນ.
ຂ່າວພາຍໃນ
2022-09-16T13:20:18+00:00
https://laopost.com/?p=137722
ສຳເລັດກອງປະຊຸມໃຫຍ່ ຄັ້ງທີ IV ອົງຄະນະພັກຮາກຖານ ມະຫາວິທະຍາໄລແຫ່ງຊາດ
ກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດຂຶ້ນ ວັນທີ 16 ມິຖຸນາ 2015 ທີ່ ມຊ ໂດຍເປັນປະທານຂອງສະຫາຍ ສຈ.ດຣ. ສຸກກົງແສງ ໄຊຍະເລີດ ກຳມະການສູນກາງພັກ ຄະນະປະຈຳພັກກະຊວງສຶກສາທິການ ແລະ ກີລາ ອະທິການບໍດີ ມຊ ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ດຣ. ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກີລາ ມີຮອງເລຂາຄະນະພັກ ບັນດາຄະນະພັກກະຊວງ ເລຂາຄະນະພັກ ພະນັກງານອາວຸໂສບຳນານ ແຂກຖືກເຊີນ ແລະ ສະມາຊິກພັກ. ໃນກອງປະຊຸມສະຫາຍ ຮສ.ດຣ.ສາຍຂອງ ສາຍນາສິນ ເລຂາຄະນະພັກ ຮອງອະທິການບໍດີ ມຊ ກໍ່ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກ ມຊ ນັບແຕ່ທ້າຍປີ 2010 ເປັນຕົ້ນມາ ໂດຍໄດ້ຍົກໃຫ້ຜົນງານອັນພົ້ນເດັ່ນ ໃນການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ເຊິ່ງເຫັນໄດ້ວ່າ ມຊ ແມ່ນສະຖາບັນການສຶກສາຊັ້ນສູງແຫ່ງໜຶ່ງຂອງລາວ ໄດ້ຮັບການສ້າງຕັ້ງມາ ແຕ່ປີ 1996 ປັດຈຸບັນ ມີພະນັກງານຄູ-ອາຈານ ທັງໝົດ 1.938 ຄົນ ຍິງ 846 ຄົນ ແລະ ນັກສຶກສາທຸກລະບົບ 26.430 ຄົນ ຍິງ 10.138 ຄົນ ນັກສຶກສາຕ່າງປະເທດ 857 ຄົນ ມາຈາກ 18 ປະເທດ ໂຄງປະກອບການຈັດຕັ້ງມີ 12 ຄະນະວິຊາ 11 ຫ້ອງການ 2 ສະຖາບັນ 1 ຫໍສະໝຸດກາງ 2 ສູນຄົ້ນຄວ້າ ໂຮງຮຽນພອນສະຫວັນ ແລະ ຊົນເຜົ່າ ກຽມມະຫາວິທະຍາໄລ ແລະ ໂຮງໝໍ 1 ແຫ່ງ ມຊ ປະກອບມີ 5 ວິທະຍາເຂດ ແລະ 1 ສຳນັກງານອະທິການບໍດີ ແລະ ອົງຄະນະພັກ ມຊ ປະກອບມີ 13 ຄະນະພັກຮາກຖານ ມີ 75 ໜ່ວຍພັກ ມີຈຳນວນສະມາຊິກພັກທີ່ເປັນພະນັກງານຄູ-ອາຈານ ແລະ ນັກສຶກສາ ມີ 1.485 ສະຫາຍ ຍິງ 560 ສະຫາຍ ສຳຮອງ 182 ສະຫາຍ. ດ້ານການຊີ້ນຳ-ນຳພາ ແມ່ນໄດ້ເອົາໃຈໃສ່ທຸກຂົງເຂດວຽກງານອັນເດັ່ນ ກໍ່ແມ່ນຂົງເຂດວຽກງານວິຊາສະເພາະໃນ 5 ປີຜ່ານມາ ໄດ້ພັດທະນາປັບປຸງ ແລະ ສ້າງບັນດາຫຼັກສູດຕາມມາດຕະຖານຫຼັກສູດແຫ່ງຊາດ ທີ່ກະຊວງສຶກສາທິການ ແລະ ກີລາວາງອອກ ທັງນີ້ ກໍ່ເພື່ອຍົກສູງຄຸນະພາບຂອງຫຼັກສູດ ໂດຍອີງໃສ່ເງື່ອນໄຂຕົວຈິງຂອງປະເທດ ຂອງຂະແໜງການຜູ້ສອນ-ຜູ້ຮຽນ ແລະ ຕາມຄວາມຕ້ອງການຂອງຕະຫຼາດແຮງງານໃນສັງຄົມ ຍ້ອນແນວນັ້ນ ປັດຈຸບັນ ມຊ ຈຶ່ງໄດ້ເປີດສອນທັງໝົດ 192 ຫຼັກສູດ ໃນນັ້ນມີຫຼັກສູດລະດັບປະລິນຍາເອກ 3 ຫຼັກສູດ ປະລິນຍາໂທ 43 ຫຼັກສູດ ປະລິນຍາຕີ 122 ຫຼັກສູດ ແລະ ຫຼັກສູດອະນຸປະລິນຍາ 4 ຫຼັກສູດ ອັນພົ້ນເດັ່ນແມ່ນໄດ້ລົບລ້າງ ລະບົບການຮຽນສາຍພິເສດຢູ່ ມຊ ຢ່າງສິ້ນເຊິງ. ນອກຈາກນີ້ ຍັງໄດ້ປັບປຸງກົນໄກການຄຸ້ມຄອງ ການຈັດຕັ້ງປະຕິບັດ ການບໍລິຫານວິຊາການ ການປະສານງານກັບຄະນະວິຊາຕ່າງໆ ເພື່ອຄົ້ນຄວ້າເງື່ອນໄຂ ການເຂົ້າຮຽນຫຼັກສູດຕໍ່ເນື່ອງຂອງນັກສຶກສາ ສະໜອງຂໍ້ມູນດ້ານວິຊາການໃນການເຂົ້າສຶກສາຢູ່ ມຊ ສ້າງ ແລະ ປັບປຸງລະບຽບຫຼັກການໃນການຂຽນ ການແປ ການຮຽບຮຽງ ການພິມ ແລະ ຈຳໜ່າຍ ເອກະສານວິຊາການໃນທົ່ວ ມຊ ໂດຍລວມແລ້ວ ສາມາດຍາດໄດ້ຜົນງານຫຼາຍດ້ານ. ຄຽງຄູ່ກັບຜົນງານທີ່ຍາດໄດ້ນັ້ນ ກໍ່ຍັງມີຈຸດອ່ອນຂໍ້ຄົງຄ້າງທີ່ຄະນະພັກຊຸດໃໝ່ ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນ 5 ປີຕໍ່ໜ້າ ເພື່ອເຮັດໃຫ້ທຸກຂົງເຂດວຽກງານ ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ ເອົາໃຈໃສ່ການຂະຫຍາຍພັກ ການປັບປຸງການຈັດຕັ້ງປັບປຸງກົນໄກຄຸ້ມຄອງ ການບໍລິຫານ ແລະ ອື່ນໆ ເພື່ອເຮັດໃຫ້ການຮຽນ-ການສອນນັບມື້ດີຂຶ້ນ ເຮັດໃຫ້ເປັນສະຖາບັນການສຶກສາທີ່ສ້າງຊັບພະຍາກອນມະນຸດ ທີ່ມີຄຸນະພາບ ເພື່ອຮັບໃຊ້ສັງຄົມ ແລະ ປະເທດຊາດ. ຕອນທ້າຍກອງປະຊຸມ ຍັງໄດ້ປ່ອນບັດເລືອກເອົາຄະນະບໍລິຫານງານພັກ ມຊ ຊຸດໃໝ່ ມີຜູ້ລົງສະໝັກທັງໝົດ 15 ສະຫາຍ ເລືອກເອົາ 11 ສະຫາຍ ໂດຍໄດ້ເຫັນດີເປັນເອກະສັນເລືອກເອົາສະຫາຍ ສຈ.ດຣ.ສົມສີ ຍໍພັນໄຊ ເປັນເລຂາຄະນະພັກ ສະຫາຍ ຮສ.ດຣ.ພຸດ ສິມມາລາວົງ ເປັນຮອງເລຂາ ສະຫາຍ ຮສ.ດຣ.ອຸດົມ ພອນຄຳເພັງ ເປັນປະທານກວດກາ ສະຫາຍ ຮສ.ດຣ.ຮຸ່ງ ເພັດຈັນທະວົງ ແລະ ສະຫາຍ ຮສ. ໂພສີ ທິບດາວັນ ເປັນຮອງປະທານກວດກາ ພ້ອມນັ້ນ ກອງປະຊຸມຍັງໄດ້ເລືອກເອົາຜູ້ແທນສົມບູນ ໄປເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກີລາ ທີ່ຈະຈັດຂຶ້ນໃນຕໍ່ໜ້າ ນອກນີ້ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການໂອ້ລົມ ເພື່ອເປັນທິດເຍືອງທາງໃນການຈັດຕັ້ງປະຕິບັດ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກຕົນຈາກ ສະຫາຍ ດຣ. ພັນຄຳ ວິພາວັນ ຕື່ມອີກ. ແຫລ່ງຂ່າວ: ວຽງຈັນໃໝ່
ຂ່າວເຫດການ
2015-06-17T14:25:11+00:00
https://laopost.com/?p=28327
ໄຟຟ້າຫົງສາເລີ່ມເດີນເຄື່ອງຈັກໜ່ວຍທີໜຶ່ງຜະລິດກະແສໄຟຟ້າຢ່າງເປັນທາງການ‬
ໄຟຟ້າຫົງສາ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ເລີ່ມຈ່າຍກະແສໄຟຟ້າຢ່າງເປັນທາງການ ຈາກເຄື່ອງຈັກຜະລິດໜ່ວຍທີ 1 ໂດຍຜ່ານລະບົບສາຍສົ່ງ 500 ກິໂລໂວນ ເຂົ້າສູ່ລະບົບສົ່ງໄຟຟ້າຂອງບໍລິສັດການໄຟຟ້າຝ່າຍຜະລິດແຫ່ງປະເທດໄທແລ້ວ. ໃນວັນທີ 02 ມິຖຸນາ 2015 ຜ່ານມາ ຕາມກຳນົດເວລາຂອງສັນຍາຊື້-ຂາຍໄຟຟ້າ (PPA) ກັບ ບໍລິສັດການໄຟຟ້າ ຝ່າຍຜະລິດແຫ່ງປະເທດໄທ ຖືເປັນຄວາມສຳເລັດຄັ້ງສຳຄັນຂອງໂຄງການຮ່ວມມືລະຫວ່າງ ບໍລິສັດທີ່ເປັນເອກະຊົນຄື ບໍລິສັດໄຟຟ້າຫົງສາຈຳກັດ ເປັນບໍລິສັດນິຕິບຸກຄົນຈົດທະບຽນໃນ ສປປ.ລາວ ແລະ ຖືຫຸ້ນມີ 3 ບໍລິສັດ ເຊັ່ນ ບໍລິສັດຣາຊະບູຣີໂຮນດິ້ງຈຳກັດມະຫາຊົນ, ເຊິ່ງເປັນບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບ ປະເທດໄທ ຖືຫຸ້ນ 40% ກຸ່ມບໍລິສັດບ້ານປູພາວເວີຈຳກັດ ມະຫາຊົນ (ປະເທດໄທ) ຖືຫຸ້ນ 40% ແລະ ບໍລິສັດລັດວິສາຫະກິດໄຟຟ້າລາວ ຖືຫຸ້ນ 20% ເຊິ່ງໄດ້ອະນຸຍາດໃຫ້ສຳປະທານທາງດ້ານພະລັງງານ ຈາກລັດຖະບານສປປ.ລາວ ເປັນໄລຍະເວລາ 25 ປີ (2016-2041) ໂດຍການກໍ່ສ້າງໂຮງໄຟຟ້າພະລັງງານຄວາມຮ້ອນທີ່ໃຊ້ຖ່ານຫີນຈາກການຂຸດຄົ້ນຖ່ານຫີນໃນພື້ນທີ່ຂອງໂຄງການເປັນເຊື້ອໄຟ ເຊິ່ງປະກອບດ້ວຍໜ່ວຍການຜະລິດ ຈຳນວນ 3 ໜ່ວຍ ມີກຳລັງການຜະລິດໜ່ວຍລະ 626 ເມກາວັດ ຮວມທັງໝົດ 1.878 ເມກາວັດ ມີມູນຄ່າການລົງທຶນ 3.710 ລ້ານໂດລາສະຫະລັດ ແລະ ຄາດວ່າ ໜ່ວຍການຜະລິດທີ 2 ກໍ່ມີກຳນົດການຈ່າຍກະແສໄຟຟ້າໃນຕົ້ນເດືອນພະຈິກ 2015 ທີ່ຈະມາເຖິງ ແລະ ໜ່ວຍການຜະລິດທີ 3 ແມ່ນໃນເດືອນມີນາ ປີ 2016 ຕາມລຳດັບ.
ຂ່າວພາຍໃນ
2015-06-04T11:00:58+00:00
https://laopost.com/?p=27404
94 ມື້ລາວບໍ່ມີຜູ້ຕິດເຊື້ອໂຄວິດ-19 ແຕ່ປະເທດອ້ອມຂ້າງຍັງມີການລະບາດຢູ່
ການເຝົ້າລະວັງການລະບາດຂອງເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ ຜ່ານການກວດກາຕິດຕາມ ກໍ່ຖືວ່າເປັນມື້ທີ 94 ທີ່ປະເທດລາວບໍ່ມີຜູ້ຕິດເຊື້ອໃໝ່. ຈາກການເຂົ້າອອກຜ່ານດ່ານຈຸດຕ່າງໆ ກັບ ປະເທດອ້ອມຂ້າງນັ້ນ ເຫັນວ່າຍັງມີຄົນເຂົ້າ-ອອກດ່ານຫຼາຍ ເຊິ່ງສະແດງອອກ ມາ ຮອດວັນທີ 14 ກໍລະກົດ 2020 ມີຄົນຜ່ານດ່ານທັງໝົດ 1.991 ຄົນ, ໃນນັ້ນຈຸດຜ່ານດ່ານລາວ-ໄທ ຫຼາຍກວ່າໝູ່ ມີ 1.440 ຄົນ ເປັນແຮງງານລາວກັບມາແຕ່ໄທ 150 ຄົນ,ຈຸດຜ່ານດ່ານລາວ – ຈີນ 23 ຄົນ (ໃນນີ້ມີ ແຮງງານລາວ 06 ຄົນ, ແຮງງານຈີນ 11 ຄົນ ຜ່ານດ່ານບໍ່ເຕັນ, ແຂວງຫຼວງນໍ້າທາ, ຄົນຈີນເຂົ້າມວຽກລັດຖະການ 02 ຄົນ ຜ່ານດ່ານລານຕຸຍ, ແຂວງຜົ້ງສາລີ, ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ), ຈຸດຜ່ານດ່ານລາວ – ຫວຽດນາມ 528 ຄົນ (ໃນນີ້ມີ ນັກສຶກສາລາວ 02 ຄົນ ຜ່ານດ່ານນ້ຳກັັ່ນ, ແຂວງຊຽງຂວາງ, ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ); ຈຸດຜ່ານດ່ານ ລາວ-ກຳປູເຈຍ 00 ຄົນ; ເດີນທາງຜ່ານສະໜາມບິນສາກົນວັດໄຕ 00 ຄົນ. ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ, ຫົວໜ້າ ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນວັນທີ 15 ກໍລະກົດ 2020 ວ່າ: ສໍາລັບການເຝົ້າລະວັງ ໂຄວິດ-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 14 ກໍລະກົດ 2020 ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 1.991 ຄົນ, ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ. ທ່ານກ່າວຕື່ມວ່າ: ສຳລັບວຽກການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 14 ກໍລະກົດ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 617 ຄົນ, ໃນນັ້ນແຮງງານລາວມາແຕ່ໄທ 150 ຄົນ, ແຮງງານຈີນ 388 ຄົນ ແລະ ກໍລະນີສົງໄສ 79 ຄົນ; ຜົນກວດທັງໝົດແມ່ນ ບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 14 ກໍລະກົດ 2020 ບໍ່ມີຜູ້ຕິດເຊື້ອໃໝ່; ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 14 ກໍລະກົດ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 21.386 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (94 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່). ການຕິດຕາມຜູ້ຖືກຈຳກັດບໍລິເວນຢູ່ໃນສະຖານທີ່ ທີ່ກຳນົດໄວ້ໃນຂອບເຂດທົ່ວປະເທດ, ປະຈຸບັນນີ້ທົ່ວປະເທດ ມີສູນຈໍາກັດບໍລິເວນ ທັງໝົດ 70 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 3.236 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ. ສະພາບການລະບາດຂອງພະຍາດ ໂຄວິດ-19 ຂອງບັນດາປະເທດໃກ້ຄຽງ ແລະ ໃນໂລກ: ມາຮອດວັນທີ 15 ກໍລະກົດ 2020, ທົ່ວໂລກມີການລາຍງານການລະບາດ ທັງໝົດ 213 ປະເທດ, ມີການຢັ້ງຢືນຜູ້ຕິດເຊື້ອພະຍາດ ໂຄວິດ-19 ແມ່ນ 13.464,486 ຄົນ, ເສຍຊິວິດ 581.392 ຄົນ ແລະ ປີ່ນປົວຫາຍດີ 7.854,908 ຄົນ. ຮຽບຮຽງຂ່າວ: ພຸດສະດີ
ຂ່າວທ້ອງຖິ່ນ
2020-07-15T16:15:14+00:00
https://laopost.com/?p=120389
ກຸ່ມຕາລິບັນ ປ່ອຍໂຕຊາວອາເມຣິກັນຄົນສຸດທ້າຍ ທີ່ຍັງຖືກຄຸມຂັງຢູ່ໃນອັຟການິສຖານ
ອິງຕາມການລາຍງານເວັບໄຊ້ຂ່າວ VOA ໃນວັນທີ 19 ກັນຍາ 2022 ທີ່ຜ່ານມານີ້ວ່າ: ກຸ່ມຕາລິບັນ ໄດ້ປ່ອຍໂຕທ້າວມາກ ເຟຣຣິສ ຊາວອາເມຣິກັນຄົນດຽວ ທີ່ຍັງຖືກຄຸມຂັງຢູ່ໃນອັຟການິສຖານ ໃນການແລກປ່ຽນໂຕ ກັບຣາຊາຄ້າຢາເສບຕິດຂອງຕາລີບັນ ທ້າວບາເຊຍ ນູສໄຊ ຜູ້ທີ່ໄດ້ຖືກຕັດສິນລົງໂທດໃຫ້ຕິດຄຸກຕະຫລອດຊີວິດ ຢູ່ໃນສະຫະລັດ. ທ້າ ເຟຣິິສ ຊາວອາເມຣິກາ ອາຍຸເກືອບ 60 ປີ ນັກວິຊະວະກອນ ແລະ ນັກລົບເກົ່າທະຫານເຮືອ ໄດ້ຖືກລັກພາໂຕໃນນະຄອນຄາບູລ ໃນຕົ້ນປີ 2020 ເວລາກຳລັງສະຫະລັດ ແລະ ເນໂຕ ໄດ້ສູ້ລົບກັນກັບພວກຫົວຮຸນແຮງຕາລິບານໃນເວລານັ້ນ ທີ່ປະເທດຕາເວັນຕົກທີ່ໃຫ້ການສະໜັບສະໜູນລັດຖະບານອັຟການິສຖານ. ລັດຖະມົນຕີຕ່າງປະເທດຕາລິບານ ທ່ານອາເມຍ ຄານ ມຸດຕາກີ ກ່າວຕໍ່ບັນດານັກຂ່າວໃນນະຄອນກາບູລ ເຖີງການແລກປ່ຽນນັກໂທດ ລະຫວ່າງລັດຖະບານຊອງທ່ານ ແລະຜູ້ຕາງໜ້າສະຫະລັດ ທີ່ມີຂຶ້ນຢູ່ສະໜາມບິນນະຄອນຫລວງອັຟການິສຖານ. ທ້າວນູສໄຊ ທີ່ຮູ້ກັນໃນຊື່ ຮາຈີ ບາເຊຍ ໄດ້ຖືກຈັບ ໃນນະຄອນນິວຢອກ ເມື່ອປີ 2005 ແລະໄດ້ຖືກກ່າວຫາວ່າ ລັກລອບຢາເຮໂຣອິນເຂົ້າມາສະຫະລັດ ມູນຄ່າຫລາຍລ້ານໂດລາ. ຜູ້ພົວພັນສູງສຸດຂອງຕາລິບັນຄົນນີ້ ມີລາຍງານວ່າໄດ້ໃຫ້ການຊ່ວຍເຫລືອທຶນ ແລະອາວຸດແກ່ພວກຫົວຮຸນແຮງ ຈາກລາຍໄດ້ໃນການຂາຍເຮໂຣອິນ. ທ່ານມຸດຕາກີ ໄດ້ບັນລະຍາຍເຖິງການແລກປ່ຽນນັກໂທດວ່າ “ບໍ່ເຄີຍມີມາກ່ອນໃນປະຫວັດສາດອັຟການີສຖານ” ແລະກ່າວວ່າຜົນຂອງການເຈລະຈາມາເປັນເວລານານລະຫວ່າງຕາລິບັນ ແລະ ສະຫະລັດ. ທ່ານກ່າວວ່າ ຈົນເຖິງປັດຈຸບັນນີ້ ການແລກປ່ຽນນັກໂທດ ລະຫວ່າງສອງຝ່າຍທີ່ເປັນສັດຕູ ຈະເກີດຂຶ້ນຢູ່ນອກອັຟການິສຖານ. ແຫຼ່ງຂ່າວ: VOA
ຂ່າວຕ່າງປະເທດ
2022-09-23T09:32:52+00:00
https://laopost.com/?p=137899
ລັດກວດພົບຜູ້ມີພຶດຕິກຳສໍ້ລາດບັງຫຼວງຫຼາຍກວ່າພັນຄົນ
ເມື່ອວັນທີ 19 ມີນາ 2019 ທີ່ຜ່ານມາ ອີງຕາມບົດສະຫລຸບ ວຽກງານກວດກາທົ່ວປະເທດ ປະຈຳປີ 2018 ຂອງຄະນະກວດກາສູນກາງພັກ ໄດ້ລາຍງານວ່າ ກວດກາພົບເຫັນພຶດຕິກຳ ທີ່ເປັນການສໍ້ລາດບັງຫຼວງ 105 ເປົ້າໝາຍ, ພົບເຫັນຜົນເສຍຫາຍ 846,44 ຕື້ກີບ, 309,97 ລ້ານບາດ, 599.074 ໂດລາສະຫະລັດ, 32.000 ຢວນ, ເກັບກູ້ຄືນໄດ້ 370,29 ຕື້ກີບ, 24,25 ລ້ານບາດ, 262.000 ໂດລາສະຫະລັດ, 32.000 ຢວນ. ນອກຈາກນີ້, ກວດກາ ຜູ້ທີ່ມີພຶດຕິກຳສໍ້ລາດບັງຫຼວງທັງໝົດ 1.285 ຄົນ. ໃນນີ້, ມີພະນັກງານຂອງລັດ 970 ຄົນ, ຜູ້ປະກອບການ 315 ຄົນ, ກວດກາພົບເຫັນຜູ້ທີ່ມີພຶດຕິກຳສໍ້ລາດບັງຫຼວງ ທັງໝົດ 1.002 ຄົນ. ຖືກປະຕິບັດວິໄນດ້ານບໍລິຫານ 849 ຄົນ, ສືບສວນ-ສອບສວນ 153 ຄົນ, ໄດ້ສະຫລຸບສຳນວນຄະດີສົ່ງໄອຍະການ 113 ຄົນ, ໄອຍະການຖະແຫລງໃຫ້ສານ 61 ຄົນ, ສານຕັດສິນແລ້ວ 55 ຄົນ. ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ
ຂ່າວທ້ອງຖິ່ນ
2019-03-21T11:04:28+00:00
https://laopost.com/?p=112129
“ທຣັມ” ເຄື່ອນໄຫວຕໍ່ສາຍຫາຜູ້ນຳປະເທດທີ່ເປັນຫຸ້ນສ່ວນຕ່າງໆໃນພາກພື້ນອາຊີ ຫາທາງອອກເກົາຫຼີເໜືອ
ເມື່ອວັນທີ 30 ເມສາ 2017 ສຳນັກຂ່າວຣອຍເຕີລາຍງານວ່າ ທ່ານ ຣິນຊ໌ ພຣີບັສ ເຈົ້າໜ້າທີ່ປະຈຳທຳນຽບຂາວ ຫຼື ທຳນຽບປະທານາທິ ບໍດີສະຫະລັດອາເມລິກາ ໃຫ້ສຳພາດຕໍ່ລາຍການ “ດິສ ວິດ” ຂອງສະຖານີໂທລະພາບເອບີຊີ ລະບຸວ່າ ປະທານາທິບໍດີ ໂດນັລ ທຣັມ ໄດ້ຕໍ່ສາຍສົນທະນາກັບຜູ້ນຳສິງກະໂປ ແລະ ໄທ ໃນວັນທີ 30 ເມສາ ຕາມເວລາທ້ອງຖິ່ນສະຫະລັດ ກ່ຽວກັບໄພຄຸກຄາມເຖິງລະດັບທຳລາຍລ້າງ ແລະ ມະຫັນຕະໄພນິວເຄຣຍຈາກເກົາຫຼີເໜືອ ທ່ານ ພຣີບັສ ກ່າວວ່າ “ເຮົາຕ້ອງການຄວາມຮ່ວມມືໃນບາງລະດັບ ຈາກປະເທດທີ່ເປັນຫຸ້ນສ່ວນຕ່າງໆໃນພາກພື້ນນີ້ໃຫ້ຫຼາຍທີ່ສຸດເທົ່າທີ່ເຮົາສາມາດຈະຫາໄດ້ ເພື່ອແນ່ໃຈວ່າເຮົາຈະເດີນໄປໃນແນວທາງດຽວກັນ” ພ້ອມທັງກ່າວເພີ່ມເຕີມອີກວ່າ ປະທານາທິບໍດີສະຫະລັດອາເມລິກາໄດ້ຕໍ່ສາຍລົມກັບທ່ານ ໂຣດຣິໂກ ຕູແຕຣເຕ ປະທານາທິບໍດີ ຟິລິປິນເມື່ອວັນທີ 29 ເມສາ 2017 ທີ່ຜ່ານມາ ນີ້ເປັນສ່ວນໜຶ່ງຂອງຄວາມພະຍາຍາມເຂົ້າເຖິງບັນດາຜູ່ນຳໃນພາກພື້ນ ໂດຍມີເປົ້າໝາຍເພື່ອ “ທຸກຄົນຢູ່ແນວດຽວກັນໃນການສະໜັບສະໜູນແຜນປະຕິບັດການ” ຂອງສະຫະລັດອາເມລິກາ ໃນກໍລະນີທີ່ສະຖານະການເກົາຫຼີເໜືອເສື່ອມອຳນາດລົງ ທ່ານ ພຣີບັສ ກ່າວອີກວ່າ ປະທານາທິບໍດີ ໂດນັລ ທຣັມ ຍັງຕິດຕໍ່ກັບທ່ານ ຊິນໂຊະ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນຢ່າງສະໝ່ຳສະເໝີ ແລະ ນັບມື້ນັບໃກຊິດກັບ ປະທານາທິບໍດີ ສີ ຈິ້ນ ຜິງ ຂອງຈີນຫຼາຍຂຶ້ນ ພ້ອມກັບລະບຸວ່າ ສິ່ງທີ່ປະເທດ ແລະ ພາກພື້ນນີ້ກຳລັງພົບຢູ່ໃນຕອນີ້ ບໍ່ມີຫຍັງໃຫຍ່ໄປກວ່າສິ່ງທີ່ກຳລັງດຳເນີນໄປຢູ່ໃນເກົາຫຼີເໜືອອີກແລ້ວ ໃນເວລານີ້ກຳລັງມີຄວາມເປັນໄປໄດ້ທີ່ຈະເກີດນິວເຄຣຍທຳລາຍລ້າງຂະໜາດໃຫຍ່ຂຶ້ນໃນອາຊີ ຮວມທັງຕໍ່ສະຫະລັດອາເມລິກາໃນທີ່ສຸດ ເຮັດໃຫ້ປະທານາທິບໍດີ ໂດນັລ ທຣັມ ຫາເຫດຜົນທີ່ຈຳເປັນຕ້ອງຫາລືເລື່ອງດັ່ງກ່າວ
ຂ່າວຕ່າງປະເທດ
2017-05-01T10:51:51+00:00
https://laopost.com/?p=89391
ລົດຕິດແຮງ ໃນວັນແຫ່ງສັດທາ
ຮູບລົດຕິດໃນມື້ໃສ່ບາດບຸນນະມັດສະການພະທາດຫຼວງ. ຮູບ: ບຸນທິນ ນິລະໄຊ ຕອນເຊົ້າມື້ຂຶ້ນ 15 ເດືອນ 12 ກົງກັບວັນທີ 3 ພະຈິກ 2017 ທົ່ວທຸກທ້ອງຖະໜົນທີ່ມົ່ງໜ້າໄປທາດຫຼວງ ອັ່ງອໍໄປດ້ວຍລົດລາພະຫະ ສ່ອງແສງໃຫ້ເຫັນ 2 ທາງຂອງຄວາມຈະເລີນ ຄືຈະເລີນທາງດ້ານວັດຖຸແລະຈະເລີນທາງດ້ານຈິດໃຈ. ຂະບວນແຫ່ຜາສາດເຜີ້ງນະມັດສະການພະທາດຫຼວງ. ຮູບ: ບຸນທິນ ນິລະໄຊ ຂະບວນແຫ່ຜາສາດເຜີ້ງນະມັດສະການພະທາດຫຼວງ. ຮູບ: ບຸນທິນ ນິລະໄຊ ເປັນປະຈຳທຸກໆ ປີ ເມື່ອຮອດມື້ ຂຶ້ນ 14 ຄໍ່າເດືອນ 12 ຕອນບ່າຍແກ່ໆ ປະຊາຊົນລາວທົ່ວປະເທດ ໂດຍສະເພາະແມ່ນຊາວນະຄອນຫຼວງວຽງຈັນ ຈະພ້ອມກັນແຕ່ງຊຸດລາວ ນຸ່ງເຄື່ອງໄໝບ່ຽງແພ ແລະຖືຜາສາດເຜີ້ງ, ຕົ້ນກັນລະພຶກ ຫຼືຂັນໝາກເບັງ ຍ່າງເຂົ້າສູ່ເດິ່ນພະທາດຫຼວງ ໂດຍບໍ່ໄດ້ມີນັດໝາຍຫຼືຈັດຕັ້ງກັນ ແຕ່ລະຄົນແມ່ນມາດ້ວຍສັດທາ ທຸກຄົນສາມາດເຂົ້າຮ່ວມໄດ້ ຈະນ້ອຍ ໃຫຍ່ ທຸກຍາກ ຫຼືລໍ່າລວຍ ງານນີ້ສະເໝີພາບ ເສລີພາບ. ມື້ນີ້ແມ່ນເພິ່ນໄປແຫ່ຜາສາດເຜີ້ງ ເພື່ອເຂົ້າບູຊາຫຼືນະມັດສະການພະທາດຫຼວງ ເຊິ່ງເປັນມິ່ງຂວັນຂອງຄົນລາວທັງສອງຟາກຝັ່ງແມ່ນໍ້າຂອງ ກໍຄືຂອບເຂດຂອງອານາຈັກລາວລ້ານຊ້າງໃນເມື່ອກ່ອນ. ຕອນເຊົ້າຂອງມື້ຂຶ້ນ 15 ຄໍ່າ ເດືອນ 12 ຊາວພຸດທົ່ວທຸກສາລະທິດ ພ້ອມກັນກະກຽມເຄື່ອງພັດຕາຫານ ມຸ່ງໜ້າສູ່ເດິ່ນພະທາດຫຼວງອີກເທື່ອໜຶ່ງ ເພື່ອປ່ອນບາດ ອຸທິດສ່ວນກຸສົນແດ່ ບຸບພະກາລີຊົນ ທີ່ລ່ວງລັບໄປແລ້ວ ລວມທັງເຜດຜີແລະເຈົ້າກຳນາຍເວນ, ສ້າງເສີມບາລະມີໄວ້ໃນພົບຊາດຕໍ່ໄປ. ສັດທາຄົນລາວຍັງເລື່ອມໃສ ຕໍ່ອົງພະທາດຫຼວງ ມິ່ງຂວັນຂອງຊົນຊາດລາວ. ຮູບ: ເສດຖະກິດ-ການຄ້າ ຕອນຄໍ່າແລງຂອງມື້ຂຶ້ນ 15 ຄໍ່າ ເດືອນ 12 ຜູ້ຄົນທີ່ມີຈິດສັດທາ ຍັງເດິນທາງກັບໄປຍັງເດິ່ນພະທາດຫຼວງອີກບາດໜຶ່ງ ເພື່ອເຮັດພິທີວຽນທຽນອ້ອມພະທາດຫຼວງ ບູຊາພະທາດຫຼວງ ລະນຶກເຖິງອົງສຳມາສຳພຸດທະເຈົ້າ. ການເດິນທາງເຂົ້າສູ່ເດິ່ນພະທາດຫຼວງໃນມື້ບຸນ ນັບມື້ອັ່ງອໍໄປດ້ວຍລົດລາງພາຫະນະ ນັ້ນສະແດງໃຫ້ເຫັນວ່າ ສະພາບເສດຖະກິດຫຼືຊີວິດເປັນຢູ່ຂອງປະຊາຊົນ ໄດ້ຮັບການພັດທະນາ. ຮູບລົດຕິດໃນມື້ໃສ່ບາດບຸນນະມັດສະການພະທາດຫຼວງ. ຮູບ: ບຸນທິນ ນິລະໄຊ ຮູບລົດຕິດໃນມື້ໃສ່ບາດບຸນນະມັດສະການພະທາດຫຼວງ. ຮູບ: ບຸນທິນ ນິລະໄຊ
ຂ່າວພາຍໃນ
2017-11-03T10:04:55+00:00
https://laopost.com/?p=96689
ເຊເຣນາ ວິນລ່ຽມ (Serena Williams) ຕົກຮອບ ໝົດໂອກາດທີ່ຈະຄວ້າ ຫຼຽນຄຳ ໃນໂອລິມປິກ 2016 ນີ້
ການແຂ່ງຂັນ ເທັນນິສ ປະເພດຍິງດ່ຽວ ໃນໂອລິມປິກ 2016, ຮອບທີ 3 (Third round) ໃນວັນທີ 9 ສິງຫາ ຜ່ານມາ, ເຊເຣນາ ວິນລ່ຽມ (Serena Williams) ນັກເທັນນິສສາວ ຊາວອາເມລິກາ, ມືວາງອັນດັບທີ 1 ຂອງໂລກ ແລະ ແຊັມເທັນນິສ ປະເພດຍິງດ່ຽວ ໃນລາຍການ Wimbledon 2016 ພາດທ່າເສຍໃຫ້ກັບ ເອວລີນາ ວິດໂຕລິນນາ (Elina Svitolina) ນັກເທັນນິສສາວ ຊາວຢູເຄຣນ ມືວາງອັນດັບທີ 20 ຂອງໂລກ ດ້ວຍຄະແນນ 6-4, 6-3 ເຮັດໃຫ້ ວິນລ່ຽມ ໝົດໂອກາດທີ່ຈະຄວ້າ ຫຼຽນຄຳ ໃນໂອລິມປິກ 2016 ແລະ ສໍາລັບປະເພດຍິງຄູ່ ແຂ່ງຂັນໃນ ວັນທີ 7 ສິງຫາຜ່ານມາ, ເອື້ອຍນ້ອງ ວິນລ່ຽມ ແລະ ເວັນນັດ (Venus) ກໍ່ເສຍໃຫ້ກັບ ລູຊີ ຊາຟາໂຣວາ (Lucie Safarova) ແລະ ບາໂບຣາ ຊະຕຣີໂຄວາ (Barbora Strycova) ຄູ່ຈາກ ສາທາລະນະລັດເຊັກ ໃນຮອບທີ 1 (First round) ດ້ວຍຄະແນນ 3-6, 4-6.
ຂ່າວພາຍໃນ
2016-08-11T15:46:36+00:00
https://laopost.com/?p=68140
ທີມແພດໄທຄົ້ນພົບສູດຢາຮັກສາໄວຣັສໂຄໂຣນາໃຫ້ຜູ້ປ່ວຍຄົນຈີນປອດເຊື້ອໄດ້ພາຍໃນ 48 ຊົ່ວໂມງ
ເວັບໄຊຂ່າວ thestandard.com ລາຍງານເມື່ອວັນທີ 2 ກຸມພາ 2020 ວ່າ ທີມແພດຈາກໂຮງໝໍຣາຊວິຖີ ເປີດເຜີຍໃນລະຫວ່າງຖະແຫຼງຂ່າວສະຖານະການຂອງໄວຣັສໂຄໂຣນາປະຈຳວັນວ່າ “ພວກເຮົາມີປະສົບການໃນການຮັກສາຄົນໄຂ້ຊາວຈີນທີ່ມີອາການຄ່ອນຂ້າງຮຸນແຮງ ກໍ່ປະກົດວ່າຄົນໄຂ້ມີອາການດີຂຶ້ນຢ່າງໄວວາພາຍໃນ 48 ຊົ່ວໂມງ ຜົນກວດຫາໄວຣັສໂຄໂຣນາຈາກທີ່ເປັນບວກກາຍເປັນລົບ ເຊິ່ງເປັນແນວໂນ້ມທີ່ດີ” ທັງນີ້, ຂະບວນການຮັກສາການໃຊ້ຢາຂອງອົງການການຢາ ເປັນຢາຕ້ານໄວຣັດໄຂ້ຫວັດໃຫຍ່ ແລະ ຕ້ານໄວຣັດເອດ ໃຊ້ຮ່ວມກັນ ຕາມຜົນກວດຄ່າ ປະກົດວ່າບໍ່ພົບເຊື້ອແລ້ວພາຍໃນ 48 ຊົ່ວໂມງ. ນາຍແພດ ກຣຽງສັກ ໜຶ່ງໃນທີມແພດຍັງກ່າວເພີ່ມອີກວ່າ “ຢາທີ່ໃຊ້ຕ້ານໄວຣັດເອດທາງຈີນກໍ່ໃຊ້ຢູ່ ແຕ່ພວກເຮົາໄດ້ມີການເປີດເບິ່ງຂໍ້ມູນວ່າມີການຮັກສາໃນກຸ່ມໂຄໂຣນ່າໄວຣັສເມີສ໌(Corona-MERS) ທີ່ເຄີຍລະບາດແລ້ວໄດ້ຜົນ ດ້ວຍການໃຊ້ຢາຕ້ານໄວຣັດໄຂ້ຫວັດໃຫຍ່ ພວກເຮົາກໍ່ເລີຍນຳຕົວຢາທັງສອງຢ່າງມາປະສົມເຂົ້າກັນ ປະກົດວ່າມັນໄດ້ຜົນດີຂຶ້ນພາຍໃນ 48 ຊົ່ວໂມງ ເຊື້ອຈາກທີ່ເປັນບວກ 10 ມື້ ກາຍເປັນລົບ” ຮຽບຮຽງຂ່າວ: ພຸດສະດີ
ຂ່າວຕ່າງປະເທດ
2020-02-03T14:49:20+00:00
https://laopost.com/?p=116377
ເຈົ້າໜ້າທີ່ອົດສະຕາລີ ຈັບແຂ້ຍັກຍາວກ່ວາ 4.3 ແມັດ ຫລັງລາກໝາຊາວບ້ານໄປກິນຫລາຍໂຕ!
ເຈົ້າໜ້າທີ່ອຸທິຍານ ແລະ ສັດປ່າອົດສະຕາລີ ຈັບແຂ້ຍັກຍາວກ່ວາ 4.3 ແມັດໄດ້ ຫລັງກິນໝາຂອງຊາວບ້ານ ແລະ ຈ້ອງກຽມຈະກິນຄົນເປັນອາຫານ. ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 6 ພຶດສະພາຜ່ານມານີ້ວ່າ ເຈົ້າໜ້າທີ່ອຸທິຍານ ແລະ ສັດປ່າ ໃນລັດເທີຣິທໍຣີເໜືອ ປະເທດອົດສະຕາລີ ໄດ້ຈັບແຂ້ຍັກລຳໂຕຍາວກ່ວາ 4.3 ແມັດ ໜັກ 546 ກິໂລ ຫລັງຈາກທີ່ມັນໄດ້ລາກໝາຂອງຊາວບ້ານ ລົງໄປກິນຢູ່ໃນນ້ຳຫລາຍໂຕ ລວມເຖິງມີການຄານຕາມຊາວປະມົງ ເພື່ອຈະກິນເປັນອາຫານອີກດ້ວຍ ເຮັດໃຫ້ຜູ້ທີ່ອາໄສຢູ່ໃນເຂດນັ້ນ ເກີດຄວາມຢ້ານກົວ ແລະ ເປັນຫ່ວງເຖິງຄວາມປອດໄພ ໂດຍສະເພາະແມ່ນເດັກນ້ອຍ ຈິ່ງໄດ້ແຈ້ງໃຫ້ເຈົ້າໜ້າທີ່ອຸທິຍານ ແລະ ສັດປ່າ ເຂົ້າໄປຈັດການ. ເຈົ້າໜ້າທີ່ໄດ້ເຂົ້າໄປວາງກັບດັກເຫຍື່ອລໍ້ ໃນມື້ວັນທີ 1 ພຶດສະພາຜ່ານມາ ແລະ ໃຊ້ເວລາເຖິງ 3 ມື້ ກ່ວາທີ່ແຂ້ໂຕດັ່ງກ່າວຈະມາຕິດກັບດັກ ເຮັດໃຫ້ສາມາດຈັບແຂ້ໂຕນີ້ໄດ້ ໃນວັນທີ 3 ພຶດສະພາຜ່ານມາ ໂດຍໄດ້ຮັບການຮ່ວມມືຈາກເຈົ້າໜ້າທີ່ຕຳຫລວດໃນທ້ອງຖິ່ນ.
ຂ່າວຕ່າງປະເທດ
2015-05-07T13:57:29+00:00
https://laopost.com/?p=25230
ປະທານາທິບໍດີລັດເຊຍ ແຈ້ງພັກວຽກ ໂດຍບໍ່ຫັກຄ່າຈ້າງ ເພື່ອຄວບຄຸມການລະບາດຂອງໂຄວິດ-19
ໃນວັນທີ 20 ຕຸລາ 2021 ສໍານັກຂ່າວຕ່າງປະເທດໄດ້ລາຍງານວ່າ ປະທານາທິບໍດີ ທ່ານ ປູຕິນ ຜູ້ນໍາປະເທດລັດເຊຍ ປະກາດມື້ພັກເຮັດວຽກ ໂດຍບໍ່ຕ້ອງຫັກເງິນເດືອນເປັນເວລາ 1 ອາທິດ ເລີ່ມຕັ້ງແຕ່ວັນທີ 30 ຕຸລາ ຈົນເຖິງວັນທີ 7 ພະຈິກ 2021 ເພື່ອຄວບຄຸມການລະບາດຂອງພະຍາດໂຄວິດ-19 ພາຍໃນປະເທດ ທີ່ເປັນການລະບາດຮອບໃໝ່ທີ່ຮຸນແຮງ ພ້ອມກັບຂໍໃຫ້ປະຊາຊົນສະແດງຄວາມຮັບຜິດຊອບຕໍ່ຕົນເອງ ແລະ ເຂົ້າຮັບການສັກວັກຊີນ ເພາະມີປະຊາຊົນຈໍານວນໜຶ່ງບໍ່ເຊື່ອໝັ້ນໃນຄຸນນະພາບຂອງວັກຊີນ. ໃນການປະຊຸມທາງໄກກັບຄະນະລັດຖະມົນຕີ ທ່ານ ປູຕິ ໄດ້ຮຽກຮ້ອງໃຫ້ມີການສະໜັບສະໜຸນພາກທຸລະກິດທີ່ຈະສູນເສຍລາຍໄດ້ມື້ລະ 4,000 ລ້ານຣູເບິລ ຫຼື ປະມານ 600,000 ກີບ ຕະຫຼອດໄລຍະເວລາພັກວຽກ 7 ມື້ ແລະ ໄດ້ກ່າວເຖິງການປະຕິເສດການສັກວັກຊີນຂອງປະຊາຊົນວ່າເປັນສິ່ງທີ່ເປັນເປັນຕາຢ້ານ. ທ່ານ ປູຕິນ ໄດ້ກ່າວວ່າ: ເຮົາມີພຽງສອງວິທີທີ່ຈະຜ່ານຊ່ວງເວລານີ້ໄປໄດ້ນັ້ນກໍຄືການ ຕິດເຊື້ອ ແລະ ສັກວັກຊີນ ແຕ່ການສັກວັກຊີນນັ້ນແມ່ນຍ່ອມດີກວ່າການລໍຖ້າໃຫ້ຕົນເອງຕິດເຊື້ອ ແລະ ເກີດຜົນຮ້າຍກັບຕົນເອງ”. ນອກຈາກນີ້ປະທານາທິບໍດີໄດ້ຮຽກຮ້ອງໃຫ້ເຂດປົກຄອງຕ່າງໆປະເມີນສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ຫາກມີຄວາມຈໍາເປັນເຊັ່ນ: ອັດຕາການຕິດເຊື້ອຍັງມີສູງເປັນພິເສດ ແລະ ສະຖານພະຍາບານມີຈໍານວນຄົນຕິດເຊື້ອເກີນຂອບເຂດຄວາມສາມາດ ເຊິ່ງສາມາດເລີ່ມປະກາດມື້ພັກວຽກໄດ້ຕັ້ງແຕ່ວັນທີ 23 ຕຸລາ ເປັນຕົ້ນໄປ. ແຫຼ່ງຂ່າວ: Khaosod
ຂ່າວຕ່າງປະເທດ
2021-10-21T13:22:57+00:00
https://laopost.com/?p=128785
ອະດີດປະທານປະເທດ ພ້ອມພັນລະຍາ ລົງຊີ້ນຳໂຮງໝໍ ແຂວງອັດຕະປື ໃຫ້ເອົາໃຈໃສ່ສົ່ງເສີມສຸຂະພາບຊຸມຊົນ
ໃນລະຫວ່າງວັນທີ 18 ຕຸລາ ຜ່ານມາທ່ານ ຈູມມາລີ ໄຊຍະສອນ ອະດີດປະທານປະທດ ພ້ອມພັນລະຍາ ໄດ້ເຄື່ອນໄຫວຢ້ຽມຢາມໂອ້ລົມພະນັກງານແພດໝໍຢູ່ໂຮງໝໍແຂວງອັດຕະປືໃຫ້ກຽດຕ້ອນຮັບໂດຍແມ່ນ ທ່ານ ບຸນທະວີ ຈະເລີນຜົນ ອຳນວຍການໂຮງໝໍ ແຂວງ, ມີທ່ານ ນາມ ວິຍະເກດ ເຈົ້າແຂວງອັດຕະປື, ມີພະນັກງານການນຳ ຂອງແຂວງ ແລະພະນັກງານເເພດໝໍ ເຂົ້າຮ່ວມ. ໃນໂອກາດດັ່ງກ່າວຫຼັງຈາກທີ່ທ່ານໄດ້ຮັບຟັງການລາຍງານສະພາບການ ເຄື່ອນໄຫວໜ້າທີ່ວຽກງານໃນຕະຫຼອດ ໄລຍະທີ່ຜ່ານມາໂດຍຫຍໍ້ຈາກຄະນະອຳ ນວຍການໂຮງໝໍແຂວງແລ້ວ ທ່ານ ຈູມມາລີ ໄຊຍະສອນ ໄດ້ເປັນກຽດມີຄຳ ເຫັນ ໂດຍກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ທາງການນຳໂຮງໝໍແຂວງຍາດມາໄດ້ທັງຮຽກຮ້ອງໃຫ້ ພະນັກງານເເພດໝໍຕ້ອງໄດ້ເອົາໃຈໃສ່ ປະຕິບັດນະໂຍບາຍທາງດ້ານສາທາລະ ນະສຸກຕາມທິດຖືເອົາການກັນພະຍາດ ແລະສົ່ງເສີມສຸຂະພາບເປັນຕົ້ນຕໍ, ເອົາການປິ່ນປົວທີ່ມີຄຸນນະພາບ ແລະສະໜອງການບໍລິການດ້ານສາທາລະນະສຸກໃຫ້ ທົ່ວເຖິງເອົາໃຈໃສ່ດຳເນີນວຽກງານໂຄ ສະນາສຸຂະສຶກສາ ແລະການອະນາໄມກັນພະຍາດເຮັດໃຫ້ເດັກທີ່ເກີດໃໝ່ມີຄວາມ ແຂງແຮງ, ໄດ້ຮັບສານອາຫານພຽງພໍ, ເຝົ້າລະວັງ ແລະຄວບຄຸມພະຍາດຕິດຕໍ່ ໃຫ້ມີປະສິດທິພາບ, ສຶກສາອົບຮົມໃຫ້ ຄວາມຮູ້ກ່ຽວກັບໂພຊະນາການທີ່ເປັນປະໂຫຍດຕໍ່ຮ່າງກາຍ, ສົ່ງເສີມການອອກ ກຳລັງກາຍ ເພື່ອສຸຂະພາບປະຕິບັດການປິ່ນປົວທີ່ບໍ່ເສຍຄ່າຕໍ່ປະຊາຊົນເປົ້າໝາຍຜູ້ທຸກຍາກຂາດເຂີນ ແລະດ້ອຍໂອກາດ. ທ່ານອະດີດປະທານປະເທດໄດ້ຊີ້ນຳ ໃຫ້ແຂວງເອົາໃຈໃສ່ຂະຫຍາຕາໜ່າງບໍ ລິການດ້ານສາທາລະນະສຸກໄປຍັງເຂດ ຊົນນະບົດ ໂດຍມີຈຸດສຸມກຸ່ມບ້ານ ຍົກລະດັບຄວາມທັນສະໄໝ ແລະຄຸນນະພາບ ດ້ານບໍລິການຂອງໂຮງໝໍ, ຍົກລະດັບຄວາມຮູ້, ຄວາມຊຳນານດ້ານວິຊາສະ ເພາະ ແລະດ້ານຄຸນສົມບັດຈັນຍາທຳກິລິຍາທ່າທີຂອງແພດ ແລະພະຍາບານ, ປັບປຸງນິຕິກຳລະບົບການຄຸ້ມຄອງອາ ຫານ ແລະຢາ, ສະຖານທີ່ບໍລິການສຸຂະພາບໃຫ້ຮັດກຸມ, ເຂັ້ມງວດ ເພື່ອຮັບໃຊ້ພໍ່ ແມ່ປະຊາຊົນໃຫ້ໄດ້ຮັບຄວາມປອດໄພສູງຂຶ້ນ ພ້ອມດຽວກັນນີ້ ທ່ານ ຈູມມາລີ ໄຊຍະສອນ ກໍ່ຍັງໄດ້ກວດກາສະຖານທີ່ວັດຖຸອຸປະກອນປິ່ນປົວຄົນເຈັບ ແລະລົງຢ້ຽມເບິ່ງຄົນເຈັບໃນໂຮງໝໍຕື່ມອີກ. ຂ່າວຈາກ: ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!
ຂ່າວພາຍໃນ
2016-10-22T10:16:31+00:00
https://laopost.com/?p=73760
5 ເດືອນຕົ້ນປີພາສີແຂວງເຊກອງເກັບລາຍຮັບໄດ້ກວ່າ 1,7 ຕື້ກີບ
ໃນໄລຍະ 5 ເດືອນຕົ້ນປີການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຂອງກອງກວດກາພາສີປະຈໍາແຂວງເຊກອງປະຕິບັດໄດ້ 1,7 ຕື້ກວ່າກີບ ຂະນະທີ່ຕົວເລກໝົດປີສູງເຖິງ 8 ຕື້ກີບ ດ້ານຫົວໜ້າກອງກວດກາພາສີລະບຸວ່າ ຍັງອີກ 7 ເດືອນທ້າຍປີຕ້ອງເຮັດວຽກໜັກຂຶ້ນເພື່ອສູ້ຊົນເກັບລາຍຮັບໃຫ້ບັນລຸຕາມແຜນການທີ່ວາງໄວ້. ທ່ານ ຄໍາສຸກ ສາລີວັນນະລາ ຄະນະກອງຄຸ້ມຄອງພາສີ VII ຫົວໜ້າກອງກວດກາພາສີປະຈໍາແຂວງເຊກອງໃຫ້ຮູ້ວ່າ ການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ໂດຍສະເພາະແມ່ນການເກັບລາຍຮັບເຂົ້າງົບປະມານຂອງກອງກວດກາພາສີປະຈໍາແຂວງເຊກອງໃນໄລຍະຜ່ານມາແມ່ນໄດ້ນໍາເອົາແນວທາງນະໂຍບາຍຂອງພັກ-ລັດ ຂໍ້ກໍານົດກົດໝາຍເປັນບ່ອນອີງ ແລະໄດ້ສຶກສາອົບຮົມທາງດ້ານແນວຄິດການເມືອງໃຫ້ພະນັກງານທຸກຄົນເອົາໃຈໃສ່ເຮັດໜ້າທີ່ຕາມພາລະບົດບາດເພື່ອຕ້ານ ແລະສະກັດກັ້ນການຄ້າ-ຂາຍເຖື່ອນ ການລັກລອບສິນຄ້າໜີພາສີພາຍໃນດ່ານ ແລະນອກດ່ານ ຄຸ້ມຄອງກວດກາສິນຄ້າປາຍທາງເຊັ່ນ ສິນຄ້ານໍາເຂົ້າໃນຮູບແບບການລົງທຶນ ແລະ ສິນຄ້າອື່ນໆ. ສໍາລັບການເກັບລາຍຮັບເຂົ້າງົບປະມານໃນປີ 2019 ກອງກວດກາພາສີແຂວງເຊກອງໄດ້ຮັບຕົວເລກທັງໝົດ 8 ຕື້ກີບ ທຽບໃສ່ປີ 2018 ເພີ່ມຂຶ້ນເກືອບ 1 ເທົ່າຕົວ ໂດຍຜ່ານການປະຕິບັດໃນ 5 ເດືອນຜ່ານມາບັນລຸໄດ້ພຽງແຕ່ 1,75 ຕື້ກວ່າກີບ ທຽບໃສ່ແຜນປີເທົ່າກັບ 21,98% ໃນນີ້ ກອງກວດກາພາສີແຂວງປະຕິບັດໄດ້ 1,56 ຕື້ກວ່າກີບ ທຽບໃສ່ແຜນເທົ່າກັບ 20,61% ແລະ ດ່ານພາສີທ້ອງຖິ່ນດາກຕະອອກ 192 ລ້ານກວ່າກີບ ຊຶ່ງລາຍຮັບສ່ວນໃຫຍ່ໄດ້ຈາກການແກ້ໄຂລົດບໍ່ຖືກກົດໝາຍ ເຄື່ອງອຸປະໂພກ-ບໍລິໂພກ ເຄື່ອງກໍ່ສ້າງ ແລະອື່ນໆ. ແນວໃດກໍຕາມ ເພື່ອຮັບປະກັນໃຫ້ແກ່ການຈັດເກັບລາຍຮັບເຂົ້າງົບປະມານບັນລຸຕາມແຜນການທີ່ວາງໄວ້ ໃນ7 ເດືອນຕໍ່ໜ້າ ກອງກວດກາພາສີປະຈໍາແຂວງເຊກອງຈະປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງສືບຕໍ່ແກ້ໄຂຄະດີລົດບໍ່ຖືກຕ້ອງທີ່ຍັງຄ້າງ ຄຽງຄູ່ກັນນີ້ກໍຕ້ອງຫັນວຽກງານພາສີເປັນທັນສະໄໝ ໂດຍການນໍາໃຊ້ເຄື່ອງມືໄອທີຕ່າງໆເຂົ້າຊ່ວຍໃນການປະຕິບັດໜ້າທີ່ວຽກງານ ທັງນີ້ ກໍເພື່ອແນໃສ່ເຮັດໃຫ້ການເກັບລາຍຮັບມີຄວາມສະດວກ ວ່ອງໄວ ທັນສະໄໝ ໂປ່ງໃສ ແລະ ສາມາດກວດສອບໄດ້. ໂດຍ: ສະຫະລັດ ວອນທິວົງໄຊ
ຂ່າວພາຍໃນ
2019-06-13T13:45:11+00:00
https://laopost.com/?p=115156
ອາຫານທີ່ທຳລາຍ “ກະດູກ” ໂດຍກົງ
ອາຫານບາງຊະນິດ ກໍໃຫ້ປະໂຫຍດຫຼາຍຢ່າງ ແຕ່ບາງຄົນກໍອາດຈະເບິ່ງຂ້າມໂທດຂອງມັນ ແນ່ນອນວ່າທຸກຢ່າງໃຫ້ປະໂຫຍດແລ້ວ ກໍຍ່ອມໃຫ້ໂທດແກ່ເຮົາ ກາເຟ: ມີການວິໄຈຂອງອາເມລິກາບອກໃຫ້ຮູ້ວ່າ ການກິນກາເຟຫຼາຍ ກໍສົ່ງຜົນຮ້າຍເຮັດໃຫ້ກະດູກຜ່ອຍ, ກະດູກບາງ ເພາະກາເຟ ມີຄາເຟອິນ ເຮັດໃຫ້ຮ່າງກາຍຂັບແຄວຊຽມອອກມາທາງນໍ້າປັດສະວະ ນໍ້າອັດລົມ: ໃນນໍ້າອັດລົມນີ້ ມີຜົນເຮັດໃຫ້ກະດູກບາງ ແລະຫັກໄດ້ງ່າຍ ໂດຍຜູ້ທີ່ກິນນໍ້າອັດລົມຕະຫຼອດ ມີໂອກາດເປັນພະຍາດກະດູກຜ່ອຍ ແລະສົ່ງຜົນໃຫ້ແຂ້ວຜ່ອຍອີກ ຊີ້ນສັດ: ຊີ້ນສັດມີໂປຣຕີນສູງ ສົ່ງຜົນເຮັດໃຫ້ແຄວຊຽມດຶງໂຕອອກຈາກກະດູກ ເພື່ອຈັດການກັບຄວາມເປັນກົດຂອງເລືອດ, ຜົນການສຶກສາເຫັນວ່າ ການກິນໂປຣຕີນສູງດົນໆ ຈະເຮັດໃຫ້ກະດູກບາງກວ່າຄົນກິນອາຫານແບບປົກກະຕິ ກິນອາຫານເຄັມ: ນອກຈາກສົ່ງຜົນເສຍໃຫ້ຮ່າງກາຍໂດຍສະເພາະແມ່ນ ໝາກໄຂ່ຫຼັງ ແລ້ວຍັງເຮັດໃຫ້ຮ່າງກາຍຂັບແຄວຊຽມອອກມາທາງນໍ້າປັດສະວະ ເຮັດໃຫ້ກະດູກບໍ່ແຂງແຮງ ແລະອ່ອນຫັກໄດ້ງ່າຍ ເມື່ອເຮົາຮູ້ຜົນເສຍຂອງການກິນອາຫານທັງ 4 ປະເພດນີ້ແລ້ວ ກໍຄວນຢຸດ ຫຼືຫຼຸດຜ່ອນການກິນລົງ ເພື່ອຄວາມແຂງແຮງຂອງກະດູກ ແລະຮ່າງກາຍຂອງເຮົາເອງ ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ! ifram FB ວິທະຍາສຶກສາ
ສຸຂະພາບ ແລະ ສີ່ງແວດລ້ອມ
2016-10-06T13:40:59+00:00
https://laopost.com/?p=72160
ສະຫະພາບເອີຣົບ ຮຽກຮ້ອງປະເທດສະມາຊິກ ຮ່ວມມືຊາດອາຫລັບ ຮັບມືກຸ່ມຫົວຮຸນແຮງ
ຜູ້ແທນສະຫະພາບເອີຣົບ ອອກຮຽກຮ້ອງໃຫ້ຊາດເອີຣົບ ຮ່ວມມືກັບປະເທດຕາເວັນອອກກາງຫລາຍຂຶ້ນ ເພື່ອຮັບມືກັບໄພຄຸກຄາມຈາກກຸ່ມກໍ່ການຮ້າຍຫົວຮຸນແຮງ. ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 21 ມັງກອນນີ້ວ່າ ທ່ານ ນາງ ເຟເດີຣິກ້າ ໂມເກີຣິນີ ຜູ້ແທນລະດັບສູງດ້ານນະໂຍບາຍຕ່າງປະເທດ ຂອງສະຫະພາບເອີຣົບ ຫລື EU ໄດ້ອອກຖະແຫລງການຮຽກຮ້ອງໃຫ້ບັນດາປະເທດສະມາຊິກສະຫະພາບເອີຣົບ ຮ່ວມມືກັບໂລກອາຫລັບໃຫ້ຫລາຍຂຶ້ນ ເພື່ອຕໍ່ສູ້ກັບໄພຄຸກຄາມຈາກແນວຄິດອິດສະລາມສຸດໂຕ່ງ. ທ່ານ ນາງ ໂມເກີຣິນີ ຍັງໄດ້ກ່າວພາຍຫລັງກອງປະຊຸມລັດຖະມົນຕີຕ່າງປະເທດ ຂອງສະຫະພາບເອີຣົບ ທີ່ຈັດຂຶ້ນຢູ່ນະຄອນຫລວງບຣຸກແຊນ ປະເທດແບນຊິກ ໂດຍໄດ້ລະບຸວ່າ ຫລັງຈາກເກີດເຫດກໍ່ການຮ້າຍຮຸນແຮງ ຢູ່ນະຄອນຫລວງປາຣີ ເມື່ອວັນທີ 7 ມັງກອນຜ່ານມາ, ສະຫະພາບເອີຣົບ ຈຳເປັນຕ້ອງໄດ້ມີມາດຕະການເພື່ອຕອບສະໜອງຕໍ່ໄພຄຸກຄາມ ຈາກກຸ່ມຕິດອາວຸດລັດອິດສະລາມ ດ້ວຍຄວາມເປັນອັນໜຶ່ງອັນດຽວກັນ ແລະ ສິ່ງທີ່ເອີຣົບຕ້ອງການຄືການເປັນພັນທະມິດ, ການປຶກສາຫາລື ແລະ ເຮັດວຽກຮ່ວມກັນ ເພື່ອຄວາມຮ່ວມມື ເນື່ອງຈາກທຸກຄົນຕ້ອງໄດ້ປະເຊີນກັບໄພຄຸກຄາມ ເຊັ່ນດຽວກັນ.
ຂ່າວຕ່າງປະເທດ
2015-01-21T14:58:41+00:00
https://laopost.com/?p=18444
Facebook ວາງແຜນປ່ຽນພາບລັກບໍລິສັດດ້ວຍການຕັ້ງຊື່ໃໝ່
ແຫຼ່ງຂ່າວ The Verge ລາຍງານ: ສື່ສັງຄົມອອນໄລນ໌ຊັ້ນນຳເຊິ່ງເປັນທີ່ຮູ້ຈັກກັນດີໃນນາມ ເຟສບຸກຄ໌ (Facebook) ກຳລັງວາງແຜນປ່ຽນແປງພາບລັກຂອງຕົນດ້ວຍການຕັ້ງຊື່ກຸ່ມບໍລິສັດໃໝ່ ພາຍຫຼັງຖືກສອບສວນ ແລະວິພາກວິຈານຈາກພາກລັດຢ່າງຕໍ່ເນື່ອງ ໂດຍຈະມຸ່ງສູ່ການເປັນບໍລິສັດເມຕາເວີສ (Metaverse). ການປ່ຽນແປງດັ່ງກ່າວຄາດວ່າຈະມີການປະກາດຢ່າງເປັນທາງການພາຍໃນອາທິດນີ້ ເຊິ່ງ ມາກ ຊັກເກີເບີກ ຜູ້ກໍ່ຕັ້ງເຟສບຸກຄ໌ ອາດຈະເປີດເຜີຍໃນກອງປະຊຸມປະຈຳປີຂອງບໍລິສັດ ໃນວັນທີ 28 ຕຸລາທີ່ຈະມາເຖິງ ເຊິ່ງການປ່ຽນແປງໂສມໜ້າໃໝ່ຂອງເຟສບຸກຄ໌ ຍັງສາມາດເຮັດໜ້າທີ່ແຍກໜ້າວຽກແຫ່ງອະນາຄົດທີ່ ມາກ ຊັກເກີເບີກ ໄດ້ມຸ່ງເນັ້ນໃສ່ການກວດສອບຢ່າງລະອຽດກ່ຽວກັບວິທີການເຮັດວຽກຂອງແພລດຟອມໂຊຊຽວມີເດຍໃນປັດຈຸບັນ. ປັດຈຸບັນ ເຟສບຸກຄ໌ມີພະນັກງານ 10 ພັນກວ່າຄົນ ເຊິ່ງກຳລັງມຸ່ງພັດທະນາອຸປະກອນ AR ເພື່ອນຳພາບໍລິສັດກ້າວສູ່ຄວາມເປັນຈິງໃນໂລກເມຕາເວີສ ແລະຕ້ອງການເຮັດໃຫ້ອຸປະກອນ AR ລວມເຖິງ VR ເປັນອຸປະກອນທີ່ມີການໃຊ້ງານຢ່າງເປັນວົງກວ້າງ. ຢ່າງໃດກໍຕາມ, ມີຄວາມເປັນໄດ້ວ່າບັນດາບໍລິສັດທີ່ຢູ່ພາຍໃຕ້ການດູແລຂອງເຟສບຸກຄ໌ ເຊັ່ນ ອິນສຕາແກຣມ, ວອດແອັບ, ເມສເຊນເຈີ ແລະອຸປະກອນ VR ເຊັ່ນ Oculus ກໍຈະລວມຢູ່ໃນການປ່ຽນແປງຄັ້ງນີ້ນຳອີກ.
ຂ່າວຕ່າງປະເທດ
2021-10-25T09:58:35+00:00
https://laopost.com/?p=128866
ເຈົ້າໜ້າທີ່ຄວນລົງຕິດຕາມສະພາບຂາຍສິນຄ້າຕາມທ້ອງຕະຫຼາດໃນໄລຍະເປີດສົກຮຽນໃໝ່
ວັນທີ 1 ກັນຍາ ຂອງທຸກໆປີ ເປັນມື້ເປີດສົກຮຽນໃໝ່ ຊຶ່ງປັດຈຸບັນສະຖາບັນການສຶກສາ, ທັງພາກລັດ ແລະ ເອກະຊົນໃນຂອບເຂດທົ່ວປະເທດ ໄດ້ມີການຫ້າງຫາກະກຽມ ຄວາມພ້ອມທຸກດ້ານ ເພື່ອໃຫ້ທ່ວງທັນໃນການເປີດສົກຮຽນໃໝ່ ສົກຮຽນ 2023-2024. ໃນຂະນະດຽວກັນ ທີ່ນະຄອນຫຼວງວຽງຈັນ ສະຖາບັນການສຶກສາຫຼາຍແຫ່ງກໍໄດ້ມີການກະກຽມຄວາມພ້ອມທຸກດ້ານ ເປັນຕົ້ນດ້ານອາຄານ, ສະຖານທີ່, ຫ້ອງຮຽນ, ອຸປະກອນການສອນ ລວມເຖິງພະນັກງານຄູ – ອາຈານ ໃຫ້ພຽງພໍເຂົ້າໃນການສິດສອນ ເປັນເລື່ອງປົກກະຕິພໍໃກ້ຈະຮອດມື້ເປີດສົກຮຽນໃໝ່ຂອງທຸກໆປີ, ຜູ້ປົກຄອງແມ່ນຈະຊື້ເຄື່ອງນຸ່ງ, ອຸປະກອນການຮຽນໃຫ້ກັບລູກ ເພື່ອກະກຽມໃນມື້ເປີດສົກຮຽນໃໝ່ ຊຶ່ງໃນການໄປຊື້ນັ້ນຈະມັກຊື້ຢູ່ຕາມຕະຫຼາດ ຫຼື ຕາມຮ້ານຂາຍເຄື່ອງນຸ່ງທົ່ວໄປ ຊຶ່ງໃນໄລຍະນີ້ຕາມທ້ອງຕະຫຼາດ ແມ່ນມີຄວາມຄຶກຄື້ນ ເປັນພິເສດ ໂດຍສະເພາະການວາງຂາຍເຄື່ອງນຸ່ງນັກຮຽນ ແລະ ອຸປະກອນການຮຽນເປັນຈຳນວນຫຼາຍ ແຕ່ການຂາຍນັ້ນແຕ່ລະຮ້ານແມ່ນມີຄວາມແຕກຕ່າງກັນຕາມການຂາຍຂອງແມ່ຄ້າ, ປີນີ້ເຫັນວ່າລາຄາຂາຍ ເຄື່ອງນຸ່ງ ແລະ ອຸປະກອນການຮຽນແມ່ນມີລາຄາສູງກວ່າທຸກໆປີທີ່ຜ່ານມາ ຊຶ່ງທຸກຢ່າງແມ່ນຂຶ້ນທົບເຄິ່ງ ຕໍ່ສະພາບການຄືແນວນີ້ ແມ່ນເນື່ອງມາຈາກສະພາບສິນຄ້າພາຍໃນປະເທດມີການເໜັງຕີງ ຫຼື ແມ່ນການສວຍໂອກາດຂອງບັນດາພໍ່ຄ້າ ແລະ ແມ່ຄ້າສວຍໂອກາດກຳນົດລາຄາຂາຍສິນຄ້າເອງ, ຕົວຢ່າງ ເສື້ອຂາວນັກຮຽນຂະໜາດ ແລະ ຍີ່ຫໍ້ເສື້ອ ແມ່ນອັນດຽວກັນ ແຕ່ການຂາຍຂອງແມ່ຄ້າຊໍ້າຜັດມີລາຄາ ແຕກຕ່າງກັນ ນີ້ກະເປັນບັນຫາໜຶ່ງທີ່ເຮັດໃຫ້ສັງຄົມ ກໍຄືຜູ້ຊື້ມີຄວາມກັງວົນໃຈ. ຕໍ່ກັບສະພາບດັ່ງກ່າວແມ່ນຢາກໃຫ້ທາງພາກສ່ວນທີ່ກ່ຽວຂ້ອງໄດ້ມີການລົງຕິດຕາມກວດກາຢ່າງໃກ້ຊິດ ໂດຍສະເພາະເບິ່ງສະພາບຂາຍສິນຄ້າຕາມທ້ອງຕະຫຼາດມີລາຄາເໜັງຕີງຂຶ້ນສູງ ຊຶ່ງມັນໄດ້ສົ່ງຜົນກະທົບໂດຍກົງ ຕໍ່ກັບການດຳລົງຊີວິດຂອງພໍ່ແມ່ປະຊາຊົນທີ່ຫາເຊົ້າກິນຄໍ່າ ໃນຂະນະດຽວກັນປັດຈຸບັນ ແມ່ນຢູ່ໃນໄລຍະການເປີດສົກຮຽນໃໝ່. ສະນັ້ນ, ເພື່ອເຮັດໃຫ້ລາຄາຂາຍສິນຄ້າມີຄວາມເໜາະສົມ ແລະ ບໍ່ໃຫ້ພໍ່ຄ້າແມ່ຄ້າສວຍໂອກາດ ຂຶ້ນລາຄາສິນຄ້າສູງເກີນໄປ, ທາງເຈົ້າໜ້າທີ່ຕ້ອງຮີບຮ້ອນລົງຕິດຕາມເບິ່ງສະພາບຕົວຈິງ, ຖ້າກໍລະນີພົບເຫັນປະກົດການທີ່ສ້າງຄວາມສັບສົນໃຫ້ກັບສັງຄົມຈະຕ້ອງໄດ້ນຳມາສຶກສາອົບຮົມ ແລະ ໃສ່ລະບຽບຕາມກົດໝາຍບ້ານ-ເມືອງ, ໃນນັ້ນທຸກຄົນໃນສັງຄົມກໍຕ້ອງໃຫ້ການ ຮ່ວມມືກັບເຈົ້າໜ້າທີ່ກ່ຽວຂ້ອງ ຖ້າຫາກພົບເຫັນພາກສ່ວນໃດ ຫຼື ບຸກຄົນໃດ ຫາກສ້າງຄວາມ ເສື່ອມເສຍ ແລະ ສ້າງຄວາມເສຍຫາຍໃຫ້ກັບບ້ານເມືອງ ແມ່ນໃຫ້ແຈ້ງຫາເຈົ້າໜ້າທີ່ໂດຍດ່ວນ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ຂອງເຈົ້າທີ່ໃຫ້ທ່ວງທັນກັບສະພາບການ. ແຫຼ່ງຂ່າວ Laos National Radio
ຂ່າວພາຍໃນ
2023-08-31T11:48:02+00:00
https://laopost.com/?p=147264
ບານເຕະ ມິດຕະພາບ ແລະ ການກຸສົນ ໃນລາຍການ SCG ເມືອງທອງ ຢູໄນເຕັດ ອາຊຽນທົວ 2017
ການແຂ່ງຂັນບານເຕະ ມິດຕະພາບ ແລະ ການກຸສົນ ໃນລາຍການ SCG ເມືອງທອງ ຢູໄນເຕັດ ອາຊຽນທົວ 2017 ລະຫວ່າງ ທີມລາວພຣີເມຍລີກ ອໍສະຕາ ຕ້ອນຮັບການມາຍາມຂອງ ສະໂມສອນ ເມືອງທອງ ຢູໄນເຕັດ ແຂ່ງຂັນ ໃນຕອນຄ່ຳຂອງມືນີ້ ວັນທີ 25 ມັງກອນ 2017 ເວລາ 18:30 ທີ ສະໜາມກິລາ ເຈົ້າອານຸວົງ. ການແຂ່ງຂັນໃນສະໜາມ ເຄິ່ງເວລາທຳອິດ ແມ່ນສະເຫມີກັນໄປ 1 ປະຕຸຕໍ່ 1 ໂດຍທີ່ ທີມລາວພຣີເມຍລີກ ອໍສະຕາ ໄດ້ປະຕູຂຶ້ນນຳກ່ອນ ໃນຊ່ວງຕົ້ນເກມ ໃນນາທີທີ 09 ໂດຍ ພຸດດາວີ ອິນທິສານ ຍິງໄກໄລຍະປະມານ 30 ແມັດ ສຽບ 3 ລ່ຽມຜ່ານມືຜູ້ຮັກສາປະຕູ ມື 1 ຂອງໄທ ກາວິນ ທຳມະສັກຈານັນ ທີ່ພະຍາຍມບິນປັດ ເຂົ້າໄປຢ່າງສວຍງາມ ແລະ ໃນຊ່ວງທ້າຍເກມ ເມືອງທອງ ຢູໄນເຕັດ ມາຍິງປະຕູຕີສະເຫມີຈາກ Cleiton Silva ໃນນາທີທີ 38 ຈາກການປະສານງານຢ່າງຮູ້ໃຈ ຂອງລະບົບເກມບຸກ ທີ່ເຄາະຕາມຊ່ອງວ່າງ ເຂົ້າໄປຍິງໃນກອບ ເຂດໂທດເຂົ້າໄປຢ່າງສວຍງາມ ແລະ ປະຕູໄຊຂອງເກມ ເປັນຂອງ ທີມຜູ້ມາຍາມ ເກີດຂຶ້ນໃນນາທີທີ 54 ໂດຍ Cleiton Silva. ຈົບການແຂ່ງຂັນ ທີມລາວພຣີເມຍລີກ ອໍສະຕາ 1 – 2 ສະໂມສອນ ເມືອງທອງ ຢູໄນເຕັດ. ບັນຍາກາດພາຍໃນສະຫນາມ ຕະຫລອດ 90 ນາທີ ແມ່ນດຳເນີນໄປຢ່າງ ມິດຕະພາບ ແລະ ເປັນການແລກປ່ຽນບົດຮຽນ ປະສົບການນຳກັນ ຢ່າງຈົບງາມ ລະຫວ່າງ 2 ທີມ ແລະ ກໍ່ຕ້ອງຂໍຂອບໃຈ ໂຄງການດີໆແບບນີ້ຈາກ SCG ປະເທດໄທ ແລະ ສະຫະພັນບານເຕະ ແຫ່ງຊາດລາວ ທີ່ຈັດການແຂ່ງຂັນບານເຕະ ລາຍການດີໆແບບນີ້ ໃຫ້ກັບແຟນບານລາວເຮົາໄດ້ຮ່ວມຊົມ ຮ່ວມເຊຍ. ຂ່າວຈາກ: http://laosportnews.com/index.php/news/article/1015 ພາບຈາກ: ສະຫະພັນບານເຕະແຫ່ງຊາດລາວ ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!
ຂ່າວພາຍໃນ
2017-01-26T11:36:46+00:00
https://laopost.com/?p=83602
ທ່ານພົນໂທດວງໃຈ ພິຈິດ ຕ້ອນຮັບເອກອັກຄະລັດຖະທູດອົດສະຕຼາລີຄົນໃຫມ່
ທ່ານພົນໂທ ດວງໃຈ ພິ ຈິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ ປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າ ຢ້ຽມຄຳນັບຂອງທ່ານ ຈອນ ວິນລຽມ, ເອກອັກຄະລັດຖະ ທູດອົດສະຕຼາລີ ປະຈຳ ສປປ ລາວ, ໃນວັນທີ 24 ມີນາ 2014 ນີ້ ຢູ່ທີ່ກະຊວງປ້ອງກັນ ປະເທດ ເນື່ອງໃນໂອກາດມາ ດຳລົງຕຳແໜ່ງເປັນເອກອັກ ຄະລັດຖະທູດອົດສະຕຼາລີ ຄົນໃໝ່ປະຈຳ ສປປ ລາວ. ໂອກາດນີ້, ທ່ານພົນໂທ ດວງໃຈ ພິຈິດ ກໍ່ໄດ້ສະແດງ ຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍຕໍ່ທ່ານ ຈອນ ວິນລຽມ ທີ່ໄດ້ມາດຳລົງຕຳ ແໜ່ງເປັນເອກອັກຄະລັດຖະ ທູດອົດສະຕຼາລີ ຄົນໃໝ່ປະຈຳລາວ ເຊິ່ງຈະເປັນການປະ ກອບສ່ວນອັນສຳຄັນໃນການ ເສີມສ້າງມິດຕະພາບ ແລະ ການຮ່ວມມືລະຫວ່າງລາວ-ອົດສະຕຼາລີ ໃຫ້ມີການພັດທະ ນາດີຂຶ້ນເລື້ອຍໆ ເພື່ອຜົນປະ ໂຫຍດຂອງສອງຝ່າຍ, ເປັນ ຕົ້ນໃນຂົງເຂດທາງດ້ານການ ສຶກສາ, ການພັດທະນາຊົນນະ ບົດ, ການເກັບກູ້ລະເບີດບໍ່ທັນ ແຕກ ທີ່ຍັງຄົງຄ້າງຢູ່ ສປປ ລາວ ໃນປາງສະໄໝສົງຄາມ ແລະ ອື່ນໆອີກ. ໃນຂະນະດຽວກັນທ່ານ ຈອນ ວິນລຽມ ກໍ່ໄດ້ສະແດງ ຄວາມຂອບອົກຂອບໃຈຕໍ່ ການຕ້ອນຮັບຢ່ງອົບອຸ່ນຂອງ ສະຫາຍພົນໂທ ດວງໃຈ ພິຈິດ ທີ່ຍາມໃດກໍ່ໄດ້ເອົາໃຈໃສ່ໃນ ການເສີມສ້າງສາຍພົວພັນ ມິດຕະພາບການຮ່ວມມືລະ ຫວ່າງອົດສະຕຼາລີ ແລະ ລາວ ທີ່ມີມາແຕ່ດົນນານນັ້ນໃຫ້ນັບ ມື້ຂະຫຍາຍໂຕຂຶ້ນເລື້ອຍໆ. ທ່ານເອກອັກຄະລັດຖະທູດ ພ້ອມນັ້ນຍັງໃຫ້ຄຳໝັ້ນສັນຍາ ວ່າຈະສືບຕໍ່ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອດ້ານຕ່າງໆທີ່ ກ່ຽວຂ້ອງຕໍ່ ສປປ ລາວ. ທີ່ມາhttp://www.kongthap.gov.la/
ຂ່າວພາຍໃນ
2014-03-25T11:10:47+00:00
https://laopost.com/?p=4535
ນັກກິລາຍິມນາສຕິກ ຄົນທຳອິດຂອງ ສປປ ລາວ ຄວ້າອັນດັບ 77 ຂອງໂລກ
ນາງ ແພຣວາ ມິຊາໂຕະ ພິລາພັນເດຊ ນັກກິລາຍິມນາສຕິກ ຄົນທຳອິດຂອງ ສປປ ລາວ ໄດ້ເຂົ້າຮ່ວມຍິມນາສຕິກ ປະເພດລີລາ ຊິງແຊ໋ມໂລກ ຄັ້ງທຳອິດ ລາຍການ Rhythmic Gymnastics World Championships ຄັ້ງທີ 40 ຈັດຂຶ້ນໃນລະຫວ່າງວັນທີ 23–28 ສິງຫາ ຜ່ານມາ ທີ່ເມືອງບາເລນເຊຍ ປະເທດແອັສປາຍ. ລາຍການດັ່ງກ່າວ ມີນັກກິລາ ຈຳນວນ 232 ຄົນ ຈາກ 62 ປະເທດ ເຂົ້າຮ່ວມຊິງໄຊ. ສຳລັບຜົນງານຂອງ ແພຣວາ ມິຊາໂຕະ ພິລາພັນເດຊ ລວມທຸກອຸປະກອນ All round result ໄດ້ 71 ຄະແນນ ຈົບອັນດັບທີ 77 ຈາກທັງໝົດ 82 ຄົນເຂົ້າຮ່ວມ, ຄະແນນສະແດງລີລາກັບໝາກບານ (Ball) ໄດ້ 24.050 ຄະແນນ ອັນດັບ 74, ສະແດງປະກອບບ້ວງ (Hoops) ໄດ້ 22.300 ຄະແນນ ອັນດັບ 80, ສະແດງປະກອບໄມ້ຫລິ້ນມາຍາກົນ (Clubs) ໄດ້ 23.950 ຄະແນນ ອັນດັບ 75 ແລະ ສະແດງປະກອບຣິບບິນ (Ribbon) ໄດ້ ຄະແນນ 23.000 ອັນດັບ 72. ການເຂົ້າຮ່ວມແຂ່ງຂັນໃນເວທີ ຊິງແຊ໋ມໂລກຄັ້ງທຳອິດຂອງ ນາງ ແພຣວາ ໃນຄັ້ງນີ້ ໄດ້ເພີ່ມປະສົບການໃໝ່ ສ້າງແຮງບັນດານໃຈທີ່ດີໃຫ້ແກ່ນັກກິລາລາວ ກໍຄື ຕົວນ້ອງເອງ ເພື່ອມຸ້ງໝັ້ນພັດທະນາຕົນເອງຕໍ່ໄປ, ດ້ວຍເງື່ອນໄຂ ແລະ ທ່າແຮງຂອງສະຫະພັນຍິມນາສຕິກແຫ່ງຊາດລາວ ຍາມໃດກໍໃຫ້ການສະໜັບສະໜູນນັກກິລາໄດ້ເຄື່ອນໄຫວຝຶກແອບແຂ່ງຂັນຢ່າງຕໍ່ເນື່ອງ ບວກກັບຄວາມເອົາໃຈໃສ່ຝຶກຝົນຕົນເອງຂອງນັກກິລາ ເຊື່ອວ່າ: ແພວາ ຈະກາຍເປັນນັກກິລານັບມື້ພັດທະນາຂຶ້ນໃນອະນາຄົດ. ຂໍ້ມູນຈາກ:ສົງການ ພັນແພງດີ
ຂ່າວພາຍໃນ
2023-08-29T14:22:39+00:00
https://laopost.com/?p=147179
ສູດນ້ຳປັ່ນຂີ້ໝິ້ນປະສົມໝາກນັດ ດື່ມຊ່ວຍແກ້ອາການປວດຄໍ່, ແຂນ ແລະ ຂາ
ປະຈຸບັນໃນຕ່າງປະເທດມີຜະລິດຕະພັນເສີມອາຫານຫລາກຫລາຍຢີ່ຫໍ້ (ຈາກພາບເປັນພຽງສ່ວນຫນຶ່ງ) ທີ່ທັງຫມົດຂີ້ມິ້ນຂຶ້ນເຂົ້າກັບໂບນມີເລນ (ເອນໄຊຣຈາກໝາກນັດ ແກນໝາກນັດ) ເນື່ອງຈາກຂີ້ມິ້ນຂຶ້ນ ແລະ ໂບນມີເລນເຮັດວຽກຮ່ວມກັນໄດ້ດີ ແລະ ສານໂບນມີເລນໃນໝາກນັດຍັງຊ່ວຍເພີ່ມການດູດຊຶມຂີ້ມິ້ນຊັນທັງຂີ້ມິ້ນຂຶ້ນ ແລະ ໂບນມີເລນຕ່າງມີສັບພະຄຸນຫຼັກໃນການຫຼຸດຜ່ອນການອັກເສບໃນຮ່າງກາຍ ໂດຍສະເພາະຄໍ່ອັກເສບ ທັງຫມົດເຖິງອາການປະດົງຄໍ່ອັກເສບ ແລະ ມີງານວິໄຈປຽບທຽບຂີ້ມິ້ນຂຶ້ນ ແລະ ສານໂບນມີເລນກັບຢາແກ້ປວດກຸ່ມເອັນເສດ(NSAIDs) ພົບວ່າໃຫ້ຜົນດີີພໍໆກັນ ແຕ່ຂີ້ມິ້ນຂຶ້ນ ແລະ ໂບນມີເລນບໍ່ມີຜົນຂ້າງຄຽງຕໍ່ກະເພາະອາຫານ ແຕ່ກັບຊ່ວຍຮັກສາກະເພາະຊ່ວຍຍ່ອຍອາຫານອີກດ້ວຍ ວິທີເຮັດ: 1. ຜົງຂີ້ໝິ້ນຂຶ້ນ 1 ບ່ວງກາເຟ 2. ນ້ຳດື່ມສະອາດ 1 -2 ຈອກ 3. ໝາກນັດ 1 ປ່ຽງນ້ອຍ ນຳທຸກຢ່າງປັ່ນລວມເຂົ້າກັນໃຫ້ລະອຽດດີ ຄວນດື່ມເປັນປະຈຳມື້ລະ 1 ຈອກ ຫຼັງອາຫານ ອາການເຈັບປວດຄໍ່ ແຂນ ຂາ ກໍ່ຈະຄ່ອຍຫາຍດີ ສູດດີໆແບບນີ້ລອງນຳໄປໃຊ້ເບິ່ງເດີ້
ສຸຂະພາບ ແລະ ສີ່ງແວດລ້ອມ
2016-08-11T16:17:10+00:00
https://laopost.com/?p=68143
ເວິລແບັງອະນຸມັດ 40 ລ້ານໂດລາ ສະໜັບສະໜູນການເຕີບໂຕແບບຍືນຍົງ
ເມື່ອວັນທີ 28 ພຶດສະພາ 2019 ທີ່ນະຄອນວໍຊິງຕັນ ອາເມຣິກາ ຄະນະກໍາມະການບໍລິຫານງານຂອງທະນາຄານໂລກໄດ້ອະນຸມັດສິນເຊື່ອມູນຄ່າ 40 ລ້ານໂດລາເພື່ອສະໜັບສະໜູນຮູບແບບການເຕີບໂຕແບບຍືນຍົງຂອງ ສປປ ລາວ ແຜນງານດ້ານນະໂຍບາຍການພັດທະນາການເຕີບໂຕສີຂຽວໃນໄລຍະສອງ ສົ່ງເສີມການປະຕິຮູບເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຄວາມຍືນຍົງທາງດ້ານການເງິນ ງົບປະມານ ແລະ ການເງິນການທະນາຄານ ລວມເຖິງເຊື່ອມສານບັນດາຫຼັກການ ວ່າດ້ວຍການເຕີບໂຕສີຂຽວເຂົ້າໃນການວາງແຜນການພັດທະນາ. ທ່ານ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວວ່າ ແຜນງານດັ່ງກ່າວແມ່ນສອດຄ່ອງກັບວິໄສທັດ ວ່າດ້ວຍການເຕີບໂຕສີຂຽວຂອງລັດຖະບານ ສປປ ລາວ ຕາມທີ່ໄດ້ກ່າວໄວ້ຢ່າງຊັດເຈນຢູ່ໃນແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ຄັ້ງທີ 8 ແລະ ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ 2030 ສະບັບໃໝ່ ພ້ອມນີ້ ການຫັນປ່ຽນໄປສູ່ຮູບແບບການພັດທະນາທີ່ມີສີຂຽວຂຶ້ນສາມາດຊ່ວຍໃຫ້ການເຕີບໂຕທາງເສດຖະກິດອັນເຂັ້ມແຂງຂອງ ສປປ ລາວ ໃຫ້ມີຄວາມຍືນຍົງ ແລະ ເຮັດໃຫ້ປະເທດມີຄວາມທົນທານຕໍ່ການປ່ຽນແປງທາງດ້ານສະພາບດິນຟ້າອາກາດ ແຜນງານສະໜັບສະໜູນການປະຕິ ຮູບທາງດ້ານນະໂຍບາຍເພື່ອເຊື່ອມສານເອົາຫຼັກການ ວ່າດ້ວຍການເຕີບໂຕສີຂຽວເຂົ້າໄປມີບົດບາດຢູ່ໃນທົ່ວທຸກຂະແໜງເຊັ່ນ ເຮັດໃຫ້ພື້ນຖານໂໂຄງລ່າງມີຄວາມທົນທານຕໍ່ຄວາມສ່ຽງທາງດ້ານສະພາບດິນຟ້າອາກາດ ຄຸ້ມຄອງມົນລະພິດທີ່ເປັນອັນຕະລາຍຕໍ່ສຸ ຂະພາບ ແລະ ກໍາລັງການຜະລິດຂອງຄົນ ປັບປຸງການຄຸ້ມຄອງແຫຼ່ງນໍ້າ ປ່າໄມ້ ແລະ ເຂດປ່າສະຫງວນ ຮູບແບບການເຕີບໂຕທີ່ເນັ້ນຄວາມສະອາດ ແລະ ມີການນໍາໃຊ້ຊັບພະຍາກອນຢ່າງມີປະສິດທິຜົນຫຼາຍກວ່າເກົ່າ ທັງຍັງຊ່ວຍປະຊາຊົນທີ່ທຸກຍາກຜູ້ທີ່ບໍ່ສາມາດປ້ອງກັນຕົວເອງໄດ້ຈາກມົນລະພິດ ຄວາມສ່ຽງທາງດ້ານສະພາບດິນຟ້າອາກາດ ແລະ ການຕັດໄມ້ທໍາລາຍປ່າ. ທ່ານ ນາງ ແອລເລັນ ໂກສະຕິນ ຜູ້ອໍານວຍການທະນາຄານໂລກປະຈໍາມຽນມາ ກໍາປູເຈຍ ແລະ ສປປ ລາວ ກ່າວວ່າ ການເຕີບໂຕສີຂຽວສາມາດນໍາໂອກາດໃໝ່ໆມາສູ່ປະຊາຊົນລາວ ພ້ອມກັບການປົກປັກຮັກສາສິ່ງແວດລ້ອມ ແລະ ສຸຂະພາບຂອງຄົນ ສປປ ລາວ ໄດ້ອະນຸມັດການປະຕິຮູບທີ່ສໍາຄັນຫຼາຍໆຢ່າງ ລວມເຖິງການສ້າງຕັ້ງສວນອຸທິຍານແຫ່ງຊາດແຫ່ງທໍາອິດຂອງປະເທດ ການອອກກົດໝາຍສະບັບໃໝ່ ວ່າດ້ວຍນໍ້າ ເພື່ອປັບປຸງການຄຸ້ມຄອງລຸ່ມແມ່ນໍ້າ ການສະກັດກັ້ນການຕັດໄມ້ຜິດກົດໝາຍ ແລະ ການຄຸ້ມຄອງມົນລະພິດ ດັ່ງນັ້ນ ພວກເຮົາມີຄວາມຍິນດີທີ່ຈະສະໜັບສະໜູນຄວາມພະຍາຍາມເຫຼົ່ານີ້ ພ້ອມກັບການເສີມຂະຫຍາຍຄວາມຍືນຍົງທາງດ້ານງົບປະມານ ແລະ ການເງິນຂອງປະເທດ ແຜນງານດັ່ງກ່າວຍັງໄດ້ຊ່ວຍເຫຼືອ ສປປ ລາວ ໃນການແກ້ໄຂບັນຫາທາງດ້ານໜີ້ສິນ ແລະ ການຂາດດຸນທາງດ້ານການເງິນ ໂດຍການສະໜັບສະໜູນກອບວຽກການເງິນໄລຍະກາງທີ່ເລັ່ງໃສ່ປັບປຸງການສ້າງລາຍຮັບ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງໜີ້ສິນ ການຄຸ້ມຄອງການເງິນຂອງລັດ ແລະ ເສີມຂະ ຫຍາຍສະຖຽນລະພາບຂອງຂະແໜງການເງິນ. ຂ່າວ: ສະຫະລັດ ວອນທິວົງໄຊ
ຂ່າວພາຍໃນ
2019-05-29T14:20:25+00:00
https://laopost.com/?p=114045
ອິນເດຍພົບເຊື້ອລາຂາວທີ່ອັນຕະລາຍກວ່າເຊື້ອລາດຳ
ຫຼັງຈາກເຊື້ອລາສີດຳມີການລາຍງານຂອງການຕິດເຊື້ອແມ່ນຍ້ອນເຊື້ອລາຂາວສິ່ງທີ່ພວກເຮົາຮູ້ມາເຖິງຕອນນີ້ ເຖິງແມ່ນວ່າບໍ່ມີການຢືນຢັນຢ່າງເປັນທາງການກ່ຽວກັບກໍລະນີດັ່ງກ່າວ. ແຕ່ລາຍງານສື່ຕ່າງໆອ້າງວ່າ ລັດພິຫານໄດ້ລາຍງານກ່ຽວກັບເຊື້ອລາສີຂາວ 4 ຊະນິດ, ເຊິ່ງຜູ້ຊ່ຽວຊານດ້ານສຸຂະພາບກ່າວວ່າມັນເປັນອັນຕະລາຍຫຼາຍກວ່າໂຣກ Mucormycosis. ມີຫຼັກຖານພຽງເລັກນ້ອຍທີ່ພົບເຫັນກ່ຽວກັບເຊື້ອລາສີຂາວທີ່ແຜ່ລາມໄປລັດອື່ນໆ, ແຕ່ຜູ້ຊ່ຽວຊານຮູ້ສຶກວ່າມັນອາດຈະຮ້າຍແຮງເທົ່າກັບໄວຣັດ, ອີງຕາມບົດລາຍງານ (PTI ເພື່ອເປັນຕົວແທນ). ໂຣກ Mucosal ຫຼື ເຊື້ອລາດຳໃນປະເທດອິນເດຍກຳລັງໄດ້ລະບາດຫຼາຍຫຼັງຈາກ Covid-19 ເຊິ່ງເປັນບັນຫາດ້ານການຮັກສາສຸຂະພາບທີ່ໃຫຍ່ທີ່ສຸດແມ່ນການຕິດເຊື້ອລາໃນປະເທດອິນເດຍໃນປັດຈຸບັນ. ໃນວັນພະຫັດທີ່ຜ່ານມາ, ລັດຖະບານກາງໄດ້ຮຽກຮ້ອງໃຫ້ລັດ ແລະ ເຂດແດນຂອງສະຫະພັນ (UTs) ແຈ້ງຂໍ້ມູນເຊື້ອລາດຳເປັນໂຣກທີ່ຕ້ອງແຈ້ງໃຫ້ຮູ້ພາຍໃຕ້ກົດໝາຍ ວ່າດ້ວຍການລະບາດຂອງພະຍາດປີ 1897 ຢ່າງຮີບດ່ວນພາຍໃນສາມວັນ ຫຼື 24 ຊົ່ວໂມງໃນກໍລະນີເລັ່ງດ່ວນ. ມີລາຍງານວ່າເຊື້ອລາສີຂາວແມ່ນໄດ້ຮັບການແນະນຳວ່າເປັນອັນຕະລາຍຫຼາຍກ່ວາເຊື້ອລາສີດຳ ໂດຍຜູ້ຊ່ຽວຊານດ້ານສຸຂະພາບເພາະມັນສາມາດສົ່ງຜົນກະທົບຕໍ່ພາກສ່ວນອື່ນໆຂອງຮ່າງກາຍເຊັ່ນ: ຜິວ ໜັງ, ກະເພາະ, ໝາກ ໄຂ່ຫຼັງ, ສະໝອງ ຕົນຕົວ ແລະ ປາກ, ນອກເໜືອຈາກປອດແລ້ວ. ຮຽບຮຽງຂ່າວ: ພຸດສະດີ
ຂ່າວຕ່າງປະເທດ
2021-05-21T11:27:23+00:00
https://laopost.com/?p=124966
ຣັດເຊຍຕຳໜິນາໂຕ້ ພະຍາຍາມໂຄສະນາ ສ້າງພາບພົດບໍ່ດີ ຖືຣັດເຊຍເປັນໄພນາບຂູ່!
ສຳນັກຂ່າວ vovworld ລາຍງານໃນວັນທີ 11 ກໍລະກົດນີ້ວ່າ ໃນມື້ວານນີ້ (10 ກໍລະກົດ 2016) ທ່ານ ນາງ ມາເຣຍ ຊາຄາໂຣວາ ໂຄສົກກະຊວງການຕ່າງປະເທດຣັດເຊຍ ໄດ້ອອກມາໃຫ້ຂໍ້ສັງເກດວ່າ ອົງການວ່າສົນທິສັນຍາປ້ອງກັນແອັດແລນຕິກເໜືອ ຫລື ນາໂຕ້ (NATO) ນັບມື້ນັບໂຄສະນາພາບພົດຂອງຣັດເຊຍ ເປັນຄືດັ່ງໄພນາບຂູ່ ເພື່ອອະທິບາຍໃຫ້ແກ່ ບັນດາການກະທຳທາງທະຫານຂອງຕົນ ໂດຍຄຳວິຈານດັ່ງກ່າວໄດ້ມີຂຶ້ນ ພາຍຫລັງກອງປະຊຸມສຸດຍອດ NATO ທີ່ຫາກໍ່ສິ້ນສຸດລົງ ໃນວັນທີ 9 ກໍລະກົດຜ່ານມານີ້ ຢູ່ນະຄອນຫລວງຂອງປະເທດໂປໂລຍ. ໂຄສົກກະຊວງການຕ່າງປະເທດຣັດເຊຍ ຍັງໄດ້ກ່າວເຕືອນອີກວ່າ NATO ພວມຖືເບົາບັນດາຜົນຮ້າຍ ທີ່ຈະຕາມມາພາຍຫລັງ ຍ້ອນການກະທຳທີ່ພະຍາຍາມ ກໍ່ຄວາມບໍ່ສະຫງົບຂອງ NATO ຍ້ອນບັນດາແຜນການຂອງ ອາເມລິກາ ແລະ NATO ເພື່ອແນໃສ່ປ່ຽນແປງຂົ້ວອຳນາດໂລກໃນປັດຈຸບັນ ຊຶ່ງປະກອບມີການເພີ່ມທະວີ ປະຕິບັດການຕິດຕັ້ງລະບົບປ້ອງກັນລູກສອນໄຟຢູ່ເອີຣົບ ດັ່ງນີ້ເປັນຕົ້ນ. ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!
ຂ່າວຕ່າງປະເທດ
2016-07-11T17:13:53+00:00
https://laopost.com/?p=64888
ຮູບແບບການແຂ່ງຂັນ Toyota Mekong Club Championship 2016
ການແຂ່ງຂັນບານເຕະ Toyota Mekong Club Championship 2016 ເປັນການຈັດການແຂ່ງຂັນ ລາຍການນີ້ປີທີ 3 ຕິດຕໍ່ກັນແລ້ວ ແລະ ມີ 5 ສະໂມສອນຕົວແທນ ຈາກ 5 ປະເທດຄື ບອງເກດບັງກໍ ເອັບຊີ (ກຳປູເຈຍ), ລ້ານຊ້າງ ຢູໄນເຕັດ (ລາວ), ຍາດານາບອນ ເອັບຊີ (ມຽນມາ), ບູຣີລຳ ຢູໄນເຕັດ (ໄທ) ແລະ SHB ດານັງ ເອັບຊີ (ຫວຽດນາມ) ໂດຍທີ່ສະໂມສອນຕົວແທນຈາກ ປະເທດໄທ ແລະ ກຳປູເຈຍ ໄດ້ຮັບສິດເຂົ້າໄປ ລໍຖ້າໃນຮອບ ຊີງຊະນະເລີດ ແລະ ຮອງຊະນະເລີດ (ຕາມລຳດັບ) ເພາະພວກເຂົາເປັນແຊ້ມ ແລະ ຮອງແຊ້ມ (ຕາມລຳດັບ) ໃນການແຂ່ງຂັນ ລາຍການນີ້ໃນປີ 2015 ເຊິ່ງການແຂ່ງຂັນ ຈະມີຂຶ້ນລະຫວ່າງ ວັນທີ 05 ພະຈິກ 2016 ເຖິງວັນທີ 08 ມັງກອນ 2017 ໂດຍຈະຈັດການແຂ່ງຂັນຢູ່ ທຸກປະເທດທີ່ສົ່ງຕົວແທນ ເຂົ້າຮ່ວມການແຂ່ງຂັນ. ການແຂ່ງຂັນຈະແບ່ງອອກເປັນ 3 ຮອບຄື: ຮອບທຳອິດ(ຄັດເລືອກ), ຮອບຮອງຊະນະເລີດ ແລະ ຮອບຊິງຊະນະເລີດ ດັ່ງນີ້: ຮອບທຳອິດ ຈະເປັນການແຂ່ງຂັນ ລະຫວ່າງ 3 ທີມຄື ສະໂມສອນຕົວແທນຈາກ ປະເທດລາວ, ມຽນມາ ແລະ ຫວຽດນາມ ໂດຍຈັດການແຂ່ງຂັນ ແບບພົບກັນໝົດ ແລ້ວຄັດເອົາທີມທີ່ມີ ຄະແນນຫຼາຍທີ່ສຸດ ເຂົ້າຮອບຕໍ່ໄປ. ຮອບຮອງຊະນະເລີດ ສະໂມສອນຕົວແທນຈາກ ປະເທດກຳປູເຈຍ ພົບກັບ ສະໂມສອນ ທີ່ມີຄະແນນຫຼາຍທີ່ສຸດ ໃນການແຂ່ງຂັນ ຮອບທຳອິດ. ຮອບຊີງຊະນະເລີດ ແຂ່ງແບບຂາໄປ ແລະ ຂາກັບ ລະຫວ່າງ ສະໂມສອນຕົວແທນຈາກ ປະເທດໄທ ພົບກັບ ສະໂມສອນ ທີ່ຊະນະໃນ ຮອບຮອງຊະນະເລີດ ທີມງານ ຂໍເຊີນແຟນກິລາລາວ ໂດຍສະເພາະ ແຟນບານລາວ ໃຫ້ເອົາໃຈຊ່ວຍ ຮ່ວມເຊຍ ຮ່ວມໃຫ້ກຳລັງໃຈ ສະໂມສອນ ລ້ານຊ້າງ ຢູໄນເຕັດ ທີ່ເປັນຕົວແທນຈາກ ປະເທດລາວ ຂອງພວກເຮົາ ໃຫ້ສາມາດເອົາຊະນະຄູແຂ່ງ ແລະ ຄວ້າແຊ້ມ Toyota Mekong Club Championship 2016 ມາຄອງໃຫ້ໄດ້. ຂອບໃຈພາບຈາກ Toyota Mekong Club, ລ້ານຊ້າງ ຢູໄນເຕັດ ຂອບໃຈຂໍ້ມູນຈາກ Toyota Mekong Club ທີ່ມາຂ່າວ ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!
ຂ່າວພາຍໃນ
2016-10-28T12:11:08+00:00
https://laopost.com/?p=74301
ສະຫະລັດ ແລະ ອັງກິດ ເລັ່ງອົບພະຍົບເຈົ້າໜ້າທີ່ສະຖານທູດ ຫຼັງກຸ່ມຕາລີບັນເຂົ້າຢຶດເມືອງໃຫຍ່ໃນອາຟການິດສະຖານ
ສຳນັກຂ່າວ Reuters ລາຍງານ: ສະຫະລັດອາເມລິກາ ແລະ ອັງກິດ ກຽມສົ່ງທະຫານຫຼາຍພັນຄົນເພື່ອຊ່ວຍອົບພະຍົບເຈົ້າໜ້າທີ່ ແລະ ສະຖານທູດຂອງຕົນໄປຍັງເຂດປອດໄພ ພາຍຫຼັງກຸ່ມຕາລີບັນເຂົ້າຢຶດເມືອງກັນດາຮາ ແລະ ເຮຣັດ ເຊິ່ງເປັນເມືອງໃຫຍ່ອັນດັບສອງ ແລະ ສາມຂອງອາຟການິດສະຖານ. ການເຂົ້າຢຶດຄອງສອງເມືອງໃຫຍ່ໃນອາຟການິດສະຖານ ໄດ້ກາຍເປັນຕົວແທນແຫ່ງໄຊຊະນະທາງການທະຫານຄັ້ງໃຫຍ່ສຸດຂອງກຸ່ມຕາລີບັນ ນັບແຕ່ເລີ່ມບຸກໂຈມຕີໃນວົງກວ້າງໃນເດືອນພຶດສະພາຜ່ານມາ ຂະນະທີ່ທາງສະຫະລັດອາເມລິກາກຽມຈັດສົ່ງທະຫານເພີ່ມ 3000 ຄົນ ພາຍໃນ 48 ຊົ່ວໂມງ ເພື່ອຊ່ວຍອົບພະຍົບເຈົ້າໜ້າທີ່ສະຖານທູດ, ສ່ວນອັງກິດກໍກຽມຈັດສົ່ງກຳລັງທະຫານປະມານ 600 ຄົນ ເພື່ອຊ່ວຍອົບພະຍົບພົນລະເມືອງຂອງຕົນ ພ້ອມນັກແປພາສາໃນທ້ອງຖິ່ນ. ອົງການສະຫະປະຊາຊາດກ່າວເຕືອນວ່າ ການຮຸກຮານຂອງກຸ່ມຕາລີບັນໄປເຖິງເມືອງຫຼວງຂອງປະເທດໃນຄັ້ງນີ້ ຈະສົ່ງຜົນກະທົບຮ້າຍແຮງຕໍ່ພົນລະເມືອງ, ສ່ວນສະຫະລັດກໍຈະເພີ່ມຖ້ຽວບິນ ພ້ອມອອກວີຊ່າພິເສດ ສຳລັບຄົນອາຟການິດສະຖານຜູ້ທີ່ພະຍາຍາມໃຫ້ການຊ່ວຍເຫຼືອສະຫະລັດ ພ້ອມຢືນຢັນທີ່ຈະໃຫ້ການສະໜັບສະໜູນລັດຖະບານອາຟການິດສະຖານ ໃນການແກ້ໄຂປັນຫາຂໍ້ຂັດແຍ່ງທາງການເມືອງນຳອີກ.
ຂ່າວຕ່າງປະເທດ
2021-08-13T09:41:20+00:00
https://laopost.com/?p=126861
ສິງກະໂປກຽມສ້າງອາຄານຜູ້ໂດຍສານໃໝ່
ສິງກະໂປປະກາດແຜນການທີ່ຈະກໍ່ສ້າງອາຄານຜູ້ໂດຍສານແຫ່ງໃໝ່ແຫ່ງທີ່ 5 ຂອງສະໜາມບິນຊາງງິ ໃຫ້ສູງກວ່າອາຄານໃດໆທີ່ມີຢູ່ ແລະ ຍັງຈະສ້າງຜາກັ້ນນ້ຳຂຶ້ນຕະຫຼອດແຄມຝັ່ງ ຊຶ່ງເປັນບັນຫາໜຶ່ງໃນມາດຕະການຕໍ່ສູ້ກັບບັນຫາການປ່ຽນແປງສະພາບອາກາດທີ່ຖືເປັນບັນຫາທ້າທາຍໜຶ່ງຂອງສິງກະໂປ. ສຳນັກຂ່າວຕ່າງປະເທດລາຍງານວ່າ ຕາມການລາຍງານການປ່ຽນແປງສະພາບອາກາດຂອງລັດຖະບານສິງກະໂປທີ່ເປີດເຜີຍອອກມາໃນທ້າຍອາທິດທີ່ຜ່ານມາລະບຸວ່າ ອາຄານຜູ້ໂດຍສານແຫ່ງໃໝ່ຂອງສະໜາມບິນຊາງງິຈະສ້າງຂຶ້ນໃຫ້ສູງກວ່າລະດັບນ້ຳທະເລ 5,5 ແມັດ ຂະນະທີ່ໃນປີ 2011 ລັດຖະບານສິງກະໂປກຳນົດໃຫ້ການປັບຖົມທີ່ດິນຈະຕ້ອງມີຄວາມສູງກວ່າລະດັບນ້ຳທະເລຢ່າງໜ້ອຍ 4 ແມັດ ຊຶ່ງເພີ່ມຂຶ້ນຈາກເດີມທີ່ກົດໝາຍກຳນົດກ່ອນໜ້ານີ້ຢູ່ທີ່ 3 ແມັດ. ທັງນີ້ ການປັບປຸງຂໍ້ກຳນົດດັ່ງກ່າວມີຂຶ້ນເນື່ອງຈາກສິງກະໂປມີຄວາມສ່ຽງທີ່ຈະໄດ້ຮັບຜົນກະທົບຈາກການປ່ຽນແປງ ແລະ ປ່ຽນແປງຂອງສະພາບອາກາດ ເນື່ອງຈາກສິງກະໂປເປັນເກາະເຂດຮ້ອນທີ່ຕັ້ງຢູ່ພື້ນທີ່ລຸ່ມຕໍ່າ ບັນຫາການປ່ຽນແປງຂອງສະພາບອາກາດໂລກໄດ້ສ້າງຄວາມທ້າທາຍທີ່ຍາກລ້ຳບາກຫຼາຍຂຶ້ນ ຂະນະທີ່ສະໜາມບິນຊາງງິ ຊຶ່ງເປັນສະໜາມບິນນານາຊາດຂອງສິງກະໂປ ຕ້ອງປະເຊີນກັບຄວາມສ່ຽງໄພຢູ່ແລ້ວ ຈາກໄພນ້ຳຖ້ວມເນື່ອງຈາກຝົນຕົກໜັກ ແລະ ລະດັບນ້ຳທະເລເພີ່ມສູງຂຶ້ນ.
ຂ່າວຕ່າງປະເທດ
2016-07-12T22:49:03+00:00
https://laopost.com/?p=65011
ສັນຕິພາບສັ່ນຄອນ! ກຸ່ມກະບົດຢູ່ຊີຣີ ປະກາດກຽມເປີດເສິກ ກັບລັດຖະບານຊີຣີຄືນໃໝ່!
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 18 ເມສານີ້ວ່າ ກຸ່ມນັກຮົບຕໍ່ຕ້ານລັດຖະບານຊີຣີ ໄດ້ປະກາດກຽມພ້ອມ ຈະທຳການສູ້ຮົບ ກັບກອງທັບລັດຖະບານຊີຣີອີກເທື່ອໃໝ່ ໃນວັນທີ 18 ເມສາ 2016 ນີ້ ຊຶ່ງເປັນສັນຍານທີ່ໜ້າເປັນຫ່ວງ ອາດເຮັດໃຫ້ຂໍ້ຕົກລົງຢຸດຍິງ ທີ່ມີສະຫະລັດອາເມຣິກາ ແລະ ຣັດເຊຍ ເປັນຄົນກາງ ມີຜົນບັງຄັບໃຊ້ ແຕ່ວັນທີ 27 ກຸມພາ 2016 ເປັນຕົ້ນມາ ກາຍເປັນໂມຄະ. ເຈົ້າໜ້າທີ່ອາວຸໂສຂອງຝ່າຍຕໍ່ຕ້ານລັດຖະບານ ຊຶ່ງບໍ່ປະສົງອອກນາມ ໄດ້ອອກມາກ່າວວ່າ ພວກເຂົາກຳລັງຖືກກົດດັນ ແລະ ອາດມີການຕັດສິນໃຈ ຖອນໂຕອອກຈາກການເຈລະຈາສັນຕິພາບ ທີ່ຈະຈັດຂຶ້ນຢູ່ນະຄອນເຊີແນວ ໂດຍມີອົງການສະຫະປະຊາຊາດເປັນຜູ້ຈັດຂຶ້ນ ເຮັດໃຫ້ຄວາມຫວັງກ່ຽວກັບສັນຕິພາບຢູ່ຊີຣີ ນັບມື້ນັບຖືກສັ່ນຄອນ.
ຂ່າວຕ່າງປະເທດ
2016-04-18T18:19:31+00:00
https://laopost.com/?p=53783
ລັດຖະບານ ຈຳກັດການຫັນປ່ຽນທີ່ດິນກະສິກຳ ເປັນດິນປະເພດອື່ນ
ລັດຖະບານ ຈຳກັດການຫັນປ່ຽນທີ່ດິນກະສິກຳ ເປັນດິນປະເພດອື່ນ. ເພື່ອຮັບປະກັນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ໂດຍສະເພາະແມ່ນການຕອບໂຕ້ກັບສະພາບການຂາດແຄນສະບຽງອາຫານທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ; ລັດຖະບານ ກໍຄື ກະຊວງກະສິກໍາ ແລະ ປ່າໄມ້ (ກປ) ໄດ້ດໍາເນີນ 4 ວຽກງານສໍາຄັນ ໃນການສະກັດກັ້ນການຫັນປ່ຽນທີ່ດິນກະສິກຳໄປເປັນດິນປະເພດອື່ນ. ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 20 ມິຖຸນາ ຜ່ານມາ ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງ ກປ ໄດ້ຊີ້ແຈງຂໍ້ຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບວຽກງານຂອງຂະແໜງຕົນ ທີ່ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ. ທ່ານ ເພັດ ພົມພິພັກ ກ່າວວ່າ: ກະຊວງ ປກ ໄດ້ດໍາເນີນການສະກັດກັ້ນການຫັນປ່ຽນທີ່ດິນກະສິກຳ ໄປເປັນດິນປະເພດອື່ນ, ການປົກປັກຮັກສາຄຸນນະພາບຂອງດິນກະສິກຳ ໄປຕາມທິດທາງແຜນການ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຊຶ່ງໄດ້ດຳເນີນ 4 ວຽກງານທີ່ສຳຄັນຄື: 1). ໄດ້ປະຕິບັດຕາມ ມະຕິຂອງສະພາແຫ່ງຊາດ ວ່າດ້ວຍແຜນແມ່ບົດການຈັດສັນທີ່ດິນແຫ່ງຊາດ ຊຶ່ງໄດ້ຈັດສັນທີ່ດິນທີ່ຈະສະຫງວນ ແລະ ອະນຸລັກໄວ້ ເພື່ອເປັນເນື້ອທີ່ປ່າໄມ້ປົກຫຸ້ມ 70% ລວມທັງດິນບໍລິເວນນ້ຳ ທີ່ນອນໃນເຂດພື້ນທີ່ດັ່ງກ່າວ ຂອງເນື້ອທີ່ທົ່ວປະເທດ 16,5 ລ້ານເຮັກຕາ ກວມເອົາ 3 ປະເພດປ່າ (ປ່າສະຫງວນ, ປ່າປ້ອງກັນ ແລະ ປ່າຜະລິດ) ແລະ ເນື້ອທີ່ດິນກະສິກຳ 4,5 ລ້ານເຮັກຕາ. ໃນນີ້, ດິນນາ 2 ລ້ານເຮັກຕາ (ປັດຈຸບັນເປັນດິນນາ 1.160.000 ເຮັກຕາ ຍັງຈະຂະຫຍາຍເພີ່ມຕື່ມ 840.000 ເຮັກຕາ), ເນື້ອທີ່ປູກພືດອາຍຸສັ້ນ 1 ລ້ານເຮັກຕາ (ປັດຈຸບັນນຳເຂົ້າໃນການຜະລິດແລ້ວ 760.000 ເຮັກຕາ ແລະ ຍັງຈະຂະຫຍາຍເພີ່ມຕື່ມອີກ ຈຳນວນ 240.000 ເຮັກຕາ), ເນື້ອທີ່ປູກພືດອາຍຸຍາວ/ໄມ້ ໃຫ້ໝາກ 800.000 ເຮັກຕາ ປັດຈຸບັນມີ 610.000 ເຮັກຕາ ຍັງຈະຂະຫຍາຍເພີ່ມຕື່ມຈໍານວນ 190.000 ເຮັກຕາ), ເນື້ອທີ່ທົ່ງຫຍ້າທຳມະຊາດ 700.000 ເຮັກຕາ (ສໍາລັບປູກຫຍ້າລ້ຽງສັດ 164.466 ເຮັກຕາ). ມາຮອດປັດຈຸບັນ ແມ່ນສໍາເລັດໃນການເອກະພາບຈຸດພື້ນທີ່ ແລະ ໂຕເລກ ກັບທ້ອງຖິ່ນຂັ້ນແຂວງ ຈຳນວນ 16 ແຂວງ (ກໍາລັງສືບຕໍ່ເອກະພາບກັບແຂວງຊຽງຂວາງ ແລະ ນະຄອນຫຼວງວຽງຈັນ). 2. ກຳລັງດຳເນີນການໂຄງການຈັດສັນທີ່ດິນ ແລະ ປັກຫຼັກໝາຍເຂດສະຫງວນໃນການຜະລິດ ບັນດາພືດສິນຄ້າບຸລິມະສິດ ທີ່ໄດ້ມີຕະຫຼາດຮອງຮັບແລ້ວ ເພື່ອຕອບສະໜອງໃຫ້ແກ່ ການລົງທຶນຂະໜາດນ້ອຍ, ຂະໜາດກາງ ແລະ ຂະໜາດໃຫຍ່; 3. ໄດ້ສ້າງ ແລະ ປັບປຸງນິຕິກໍາ ເພື່ອຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ໃຫ້ສອດຄ່ອງກັບສະພາບ ແລະ ເງື່ອນໄຂຂອງການພັດທະນາໃນໄລຍະໃໝ່ ໂດຍສະເພາະແມ່ນດໍາລັດການຄຸ້ມຄອງທີ່ດິນກະສິກຳ ປັດຈຸບັນກຳລັງກະກຽມຜ່ານຮ່າງດຳລັດວ່າດ້ວຍທີ່ດິນກະສິກຳ; 4. ການປົກປັກຮັກສາຄຸນນະພາບຂອງດິນກະສິກຳ: ຜ່ານມາ, ໄດ້ສົ່ງທີມງານລົງປະສານສົມທົບກັບຜູ້ປະກອບການ, ຊາວກະສິກອນ ແລະ ອົງການຈັດຕັ້ງ ທີ່ເຮັດການຜະລິດກະສິກໍາ ເພື່ອປັບປຸງດິນໃຫ້ມີຄຸນນະພາບ ໂດຍການນຳໃຊ້ຝຸ່ນອົງຄະທາດ, ຊີວະພາບອົງຄະທາດ, ຝຸ່ນຂຽວ ແລະ ຝຸ່ນເຄມີ. ໃນນັ້ນ, ໄດ້ສຸມໃສ່ 10 ແຂວງຈຸດສຸມ ຂອງໂຄງການຄ້ຳປະກັນສະບຽງອາຫານ; ການຈັດການດິນ, ນ້ຳ, ຝຸ່ນ ແລະ ທາດອາຫານພືດ ໃນການປູກພືດໃນເຂດແຫ້ງແລ້ງ 6 ແຂວງ (ຄຳມ່ວນ, ສະຫວັນນະເຂດ ແລະ 4 ແຂວງພາກໃຕ້). ແຫຼ່ງຂ່າວຈາກ ປະຊາຊົນ ຮູບພາບປະກອບຈາກ PAI WA
ຂ່າວພາຍໃນ
2022-06-22T11:56:21+00:00
https://laopost.com/?p=134992
ແລ່ນ-ລາວ ຄົນພິການລາວ ຄວ້າເພີ່ມອີກ 2 ຫຼຽນທອງ ໃນອາຊຽນພາຣາເກມ
ສຳລັບ 2 ຫຼຽນທອງ ຂອງທັບນັກກິລາແລ່ນ-ລານຄົນພິການລາວໄດ້ຈາກສອງນັກກິລາລູກຫຼານຊາວແຂວງຊຽງຂວາງ ຈາກ ທ້າວ ບຸນເພັດ ເທບທິດາ ແລ່ນ 100 ແມັດ T13 ແລະ ນາງ ມັນນີ ແກ້ວມະນີ ປະເພດ ຊັດຫຼາວຍິງ ຊ່ວຍທັບນັກກິລາຄົນພິການລາວ ສ້າງຜົນງານໃນປັດຈຸບັນຍາດຫຼຽນລາງວັນໄດ້ທັງໝົດ 5 ຫຼຽນ ກໍຄື 1 ຫຼຽນເງິນ ແລະ 4 ຫຼຽນທອງ ໃນງານກິລາຄົນພິການອາຊຽນ ຄັ້ງທີ 12 ຫຼື ອາຊຽນພາຣາເກມ ຄັ້ງທີ 12 ທີ່ນະຄອນຫຼວງ ພະນົມເປັນ ປະເທດກຳປູເຈຍ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 3-9 ມິຖຸນາ 2023. ສະເພາະຜົນງານຂອງທັບນັກກິລາແລ່ນ-ລານຄົນພິການທີມຊາດລາວ ລົງແຂ່ງຂັນ 5 ລາຍການ ສາມາດຍາດໄດ້ 2 ຫຼຽນທອງ ຈາກທ້າວ ບຸນເພັດ ເທບທິດາ ຈາກລາຍການແລ່ນ 100 ແມັດ T13 ດ້ວຍການທຳເວລາໄດ້ 11.480 ວິນາທີ ແລະ ເປັນຜົນງານຄັ້ງທີ 2 ຕິດຕໍ່ກັນ ຕໍ່ຈາກຄັ້ງຜ່ານມາ ປີ 2022 ທີ່ປະເທດອິນໂດເນເຊຍ ທີ່ເຄີຍເຮັດໄດ້ ສ່ວນຫຼຽນຄຳເປັນຂອງ ຈັກກະຣິນ ນັກກິລາຈາກໄທ ເວລາ 10.950 ວິນາທີ ແລະ ຫຼຽນເງິນ ເປັນຂອງ ມຸມມາ ຮາບີບີລາ ນັກກິລາ ອິນໂດເນເຊຍ ເວລາ: 11.230 ວິນາທີ. ສ່ວນຫຼຽນທອງທີ 2 ໄດ້ຈາກນັກກິລານ້ອງໃໝ່ ເຈົ້າຂອງ 2 ຫຼຽນຄຳ ແລະ 1 ຫູຽນເງິນ ຈາກຊຽງຂວາງ ພາຣາເກມ ຈາກນາງ ມັນນີ ແກ້ວມະນີ ນັກກິລາລູກຫຼານຊາວເມືອງວິລະຊົນ ແຂວງຊຽງຂວາງ ປະເພດ ຊັດຫຼາວຍິງ F46 ທີ່ຊັດຫຼາວໄກ 17,79 ແມັດ ສ່ວນຫຼຽນຄຳ ເປັນຂອງນາງ ພັດຈະຣີ ນັກກິລາຈາກໄທ ທີ່ເຮັດໄດ້ 26,42 ແມັດ ແລະ ຫຼຽນເງິນເປັນຂອງນາງ ມາເຣຍ ວິລິລ ນັກກິລາຂາກອິນໂດຍເນເຊຍ. ຢ່າງໃດກໍຕາມ, ທັບນັກກິລາແລ່ນ-ລານຄົນພິການທີມຊາດລາວ ຍັງມີລຸ້ນໃນການລົງສະໜາມແຂ່ງຂັນອີກ 14 ລາຍການ ສະນັ້ນ ຢ່າລືມໃຫ້ກຳລັງທັບນັກກິລາຄົນພິການລາວ ເພື່ອໄລ່ລ່າຜົນງານຫຼຽນຄຳ ກັບສູ່ປະເທດຊາດ.
ຂ່າວພາຍໃນ
2023-06-05T13:36:28+00:00
https://laopost.com/?p=145103
ນັກດາລາສາດຄົ້ນພົບຂຸມດຳທີ່ໃຫຍ່ທີ່ສຸດເທົ່າທີ່ເຄີຍພົບມາ
ນັກດາລາສາດຄົ້ນພົບຂຸມດຳ ທີ່ໃຫຍ່ກວ່າຕາເວັນເຖິງ 30.000 ລ້ານເທົ່າ ຖືວ່າເປັນຂຸມດຳທີ່ໃຫຍ່ທີ່ສຸດ ເທົ່າທີ່ເຄີຍຄົ້ນພົບມາ. ໃນວັນທີ 29 ມີນາ 2023 ສາມະຄົມດາລາສາດຂອງອັງກິດ ໄດ້ເຜີຍແຜ່ງານວິໄຈ ຜົນການຄົ້ນພົບ “ຂຸມດຳຂະໜາດໃຫຍ່” ທີ່ໃຫຍ່ກວ່າຕາເວັນເຖິງ 30.000 ລ້ານເທົ່າ ຢູ່ໃນຈັກກະວານທີ່ໄກຫຼາຍ ຫ່າງຈາກໂລກຫຼາຍຮ້ອຍລ້ານປີແສງ ນັບເປັນຂຸມດຳທີ່ໃຫຍ່ທີ່ສຸດເທົ່າທີ່ນັກດາລາສາດຄົ້ນພົບມາ. ເຊິ່ງທີມນັກດາລາສາດ ແຫ່ງມະຫາວິທະຍາໄລເດີຣັມຂອງອັງກິດ ເປີດເຜີຍວ່າ ເປັນການຄົ້ນພົບທາງເຕັກນິກ Gravitational lens ທີ່ເປັນປາກົດການທາງດາລາສາດ ເກີດຈາກການບິດໂຄ້ງຂອງແສງທີ່ໄດ້ມາຈາກໄລຍະທາງໄກຫຼາຍ ເມື່ອແສງຜ່ານວັດຖຸຂະໜາດໃຫຍ່ ຂະນະດຽວກັນພາບຖ່າຍຈາກກ້ອງອະວາກາດຮັບເບິນ ທີ່ຜ່ານມາຈຳລອງພາບຈາກຊຸບເປີຄອມພິວເຕີ ຂອງ NASA ກໍຊ່ວຍຢືນຢັນເຖິງຂະໜາດໃຫຍ່ຂອງຂຸມດຳນີ້. ທັ້ງນີ້ ຂຸມດຳຂະໜາດໃຫຍ່ເປັນວັດຖຸທີ່ໃຫຍ່ທີ່ສຸດໃນຈັກກະວານ ແລະ ນັກດາລາສາດບໍ່ສາມາດຄົ້ນພົບໄດ້ງ່າຍໆ ລາຍລະອຽດຂອງຕົ້ນກຳເນີດຂຸມດຳຍັງບໍ່ຊັດເຈນ ແຕ່ບາງທິດສະດີເຊື່ອວ່າ ເກີດຈາກການຮວມຕົວກັນຂອງຈັກກະວານຕ່າງໆ ໃນຫຼາຍພັນລ້ານປີກ່ອນ ເຊິ່ງເປັນປາກົດການທາງດາລາສາດເຮັດໃຫ້ດາວດັບ ແລະ ກໍ່ເກີດຂຸມດຳ. ທີ່ມາ CNN
ຂ່າວຕ່າງປະເທດ
2023-03-31T15:41:53+00:00
https://laopost.com/?p=143651
ລະທຶກ! ໜຸ່ມໄທປີນຫລັງຄາ ຫ້ອງການຕຳຫລວດທຳນຽບລັດຖະບານ ຮ້ອງທຸກເຖິງນາຍົກ!
ໜຸ່ມໄທຄາໃຈເລື່ອງອອກໃບຕາບິນ ບຸກເຂົ້າທຳນຽບລັດຖະບານ ປີນຫລັງຄາຫ້ອງການຕຳຫລວດ ປະທ້ວງຂໍຄວາມເປັນທຳຈາກນາຍົກ. ສຳນັກຂ່າວຕ່າງປະເທດ ລາຍງນໃນວັນທີ 1 ເມສານີ້ວ່າ ໃນເວລາ 07 ໂມງ ຂອງຕອນເຊົ້າມື້ນີ້ (1 ເມສາ) ຢູ່ທຳນຽບລັດຖະບານໄທ ໄດ້ເກີດເຫດລະທຶກຂຶ້ນ ເມື່ອມີໜຸ່ມໄວກາງຄົນຜູ້ໜຶ່ງ ອາໄສຈັງຫວະລັບສາຍຕາຄົນ ລັກລອບປີນຮົ້ວທຳນຽບລັດຖະບານ ເຂົ້າມາພາຍໃນທຳນຽບ ແລ້ວປີນຕົ້ນຫູກວາງໃກ້ກັບຕຶກຫ້ອງການ ກອງຮັກສາການຕຳຫລວດສັນຕິບານ ປະຈຳທຳນຽບລັດຖະບານໄທ ໂດຍເຂົາໄດ້ປີນຂຶ້ນໄປເທິງດາດຟ້າຊັ້ນສອງຂອງອາຄານ ແລ້ວຍົກປ້າຍຜ້າຂຽນຂໍ້ຄວາມວ່າ ” ທ່ານນາຍົກລັດຖະມົນຕີ ຂ້ອຍມີເລື່ອງເດືອດຮ້ອນມາຮ້ອງທຸກ ຂ້ອຍບໍ່ໄດ້ຮັບຄວາມເປັນທຳ ຖ້າຫາກບໍ່ມີການໂກງບ້ານໂກງເມືອງ ປັນຫາທຸກຢ່າງຈະບໍ່ເກີດຂຶ້ນ ” ເຈົ້າໜ້າທີ່ຕຳຫລວດປະຈຳທຳນຽບລັດຖະບານ ໄດ້ພະຍາຍາມຮ້ອງຂໍໃຫ້ເຂົາລົງມາໂອ້ລົມກັນຢູ່ດ້ານລຸ່ມ ດົນນານນັບເປັນຊົ່ວໂມງ ຈົນຊາຍຄົນດັ່ງກ່າວຍອມລົງມາ ໂດຍທີ່ບໍ່ໄດ້ຮັບອາການບາດເຈັບໃດໆ, ພາຍຫລັງການສືບສວນຈິ່ງຮູ້ວ່າ ເຂົາມາຈາກແຂວງນ່ານ ທາງພາກເໜືອຂອງປະເທດໄທ ໂດຍຕ້ອງການຮ້ອງຂໍຄວາມເປັນທຳຈາກນາຍົກລັດຖະມົນຕີ ໃຫ້ກວດສອບການອອກໃບຕາດິນທີ່ຕົກຄ້າງ ໃນປີ 1992 ຢູ່ພື້ນທີ່ແຂວງນ່ານ ໂດຍເຂົາໄດ້ເຄີຍຍື່ນໜັງສືຮ້ອງທຸກມາແລ້ວກ່ອນໜ້ານີ້ ແຕ່ກໍບໍ່ໄດ້ຮັບຄວາມຄືບໜ້າໃດໆ ຈິ່ງໄດ້ຕັດສິນໃຈໃຊ້ວິທີການດັ່ງກ່າວນີ້.
ຂ່າວຕ່າງປະເທດ
2015-04-01T15:32:47+00:00
https://laopost.com/?p=22240
6 ເດືອນຕົ້ນປີ ນະຄອນໄກສອນພົມວິຫານ ເກັບລາຍຮັບເຂົ້າງົບປະມານໄດ້ແລ້ວ 58,23%
ໃນຕອນເຊົ້າວັນທີ 21 ກໍລະກົດ 2023 ຫ້ອງການການເງິນ ນະຄອນ ໄກສອນ ພົມວິຫານ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ການງົບປະມານ 6 ເດືອນຕົ້ນປີ ແລະ ຄາດຄະເນ 6 ເດືອນທ້າຍປີ 2023 ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ປະສົງສິນ ຈະເລີນສຸກ ກຳມະການປະຈຳພັກແຂວງ ເລຂາພັກນະຄອນ ເຈົ້ານະຄອນໄກສອນ ພົມວິຫານ. ທ່ານ ຄຳພຽນ ມາດນີວົງ ກຳມະການພັກນະຄອນ ຫົວໜ້າຫ້ອງການ-ການເງິນ ນະຄອນ ໄດ້ຍົກໃຫ້ຮູ້ວ່າ: ຜ່ານການຈັດຕັ້ງ ປະຕິບັດວຽກງານງົບປະມານ ຂອງນະຄອນໃນໄລຍະ 6 ເດືອນຜ່ານມາ ສາມາດເກັບລາຍ ຮັບເຂົ້າງົບປະມານໄດ້ 8 ຕື້ 612 ລ້ານກວ່າກີບ ເທົ່າກັບ 58,23% ຂອງແຜນການປີ, ຖ້າທຽບໃສ່ ປີ 2022 ຫຼຸດລົງ 17,69% ໃນນັ້ນ ໄດ້ຈາກອາກອນ 4 ຕື້ 242 ລ້ານກວ່າກີບ ເທົ່າກັບ 63,69%, ຄ່າທໍານຽມປະຕິບັດໄດ້ 2 ຕື້ 401 ລ້ານກວ່າກີບ ເທົ່າກັບ 187,58%, ຄ່າບໍລິການ ປະຕິບັດໄດ້ 254 ລ້ານກວ່າກີບ ເທົ່າກັບ 32,26%, ພາສີທີ່ດິນ ບັນລຸໄດ້ 1ຕື້ 342ລ້ານກວ່າກີບ ເທົ່າກັບ 25,51%, ຊັບສິນລັດປະຕິບັດໄດ້ 371 ລ້ານກວ່າກີບ ເທົ່າກັບ 46,46%, ສ່ວນການປະຕິບັດລາຍຈ່າຍງົບປະມານ 6 ເດືອນ ມີຈຳນວນ 2 ຕື້ 338 ລ້ານກວ່າກີບ ເທົ່າກັບ 69,952% ຂອງແຜນການ. ສຳລັບແຜນຈັດເກັບລາຍຮັບ ງົບປະມານໃນ 6ເດືອນທ້າຍ ປີ 2023 ນະຄອນ ຈະໃຫ້ໄດ້ບັນລຸຕາມແຜນການ 100% ຫຼື ລື່ນແຜນການປີ. ແຫຼ່ງຂ່າວ ຫ້ອງການ ຖະແຫລ່ງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນ ໄກສອນ ພົມວິຫານ
ຂ່າວພາຍໃນ
2023-07-25T09:45:25+00:00
https://laopost.com/?p=146325
ປາຣີ ແຊັງແຊແມັງ ໃສ່ເສື້ອທີ່ມີຂໍ້ຄວາມ Je Suis Paris ລົງແຂ່ງຂັນເສົານີ້
ຄວາມເຄື່ອນໄຫວການແຂ່ງຂັນໃນລີກເອິງ ຂອງຝຣັ່ງ ຫຼ້າສຸດ ປາຣີ ແຊັງແຊແມັງ ທີມສູງສຸດແຫ່ງດິນແດນນ້ຳຫອມ ທີ່ກຽມຕົວລົງສະໜາມພົບກັບ ລໍລິຢົງ ໃນວັນເສົາວັນທີ 21 ພະຈິກ 2015 ນີ້ ຜູ້ຫຼີ້ນຂອງ ເປແອສເຊ ຈະຮ່ວມກັນໃສ່ເສື້ອທີ່ມີການຖັກຂໍ້ຄວາມ “Je Suis Paris” ທີ່ແປວ່າ “ພວກເຮົາຄືປາຣີ” ເພື່ອເປັນການໄວ້ອາໄລໃຫ້ແກ່ຜູ້ຕົກເປັນເຫຍື່ອຂອງຜູ້ກໍ່ການຮ້າຍໃນນະຄອນຫຼວງປາຣີ ເມື່ອວັນສຸກວັນທີ 13 ພະຈິກ 2015 ທີ່ຜ່ານມາ ທັງນີ້ຂໍ້ຄວາມດັ່ງກ່າວຈະຖືກຖັກຢູ່ລຸ່ມຫໍ ໄອເຟລ ທີ່ເປັນກາຂອງສະໂມສອນ ຂະນະດຽວກັນຝ່າຍຈັດການແຂ່ງຂັນລີກເອິງ ໄດ້ປະກາດໃນລະຫວ່າງວັນທີ 20-22 ພະຈິກ 2015 ນີ້ ຫ້າມບໍ່ໃຫ້ກອງເຊຍຂອງຝ່າຍທີມເຢືອນເດີນທາງອອກມາເຊຍທີມຮັກດ້ວຍເຫດຜົນດ້ານຄວາມປອດໄພ, ໃນຂະນະທີ່ແຟນບານເຈົ້າຖີ່ນຕ້ອງຮັບຊົມເກມໂດຍປະສາຈາກກະເປົ໋າ ແລະ ຫ້າມພົກພາບັ້ງພຸຫຼືດອກໄມ້ໄຟຕ່າງໆຖ້າພົບເຫັນຈະຖືກເຈົ້າໜ້າທີ່ກັກກຕົວທັນທີ
ຂ່າວພາຍໃນ
2015-11-20T09:27:28+00:00
https://laopost.com/?p=41056
ກັບຕັນເຮືອບິນແອລ໌ບັດ A320 ຂອງອາເມຣິກາຕາຍຢູ່ເທີງເຮືອບິນແບບສຸກເສີນ
ກັບຕັນຂອງເຮືອບິນໂດຍສານຂອງສາຍການບິນ ອະເມຣິກາແອລ໌ໄລນ໌ ເສຍຊີວິດກະທັນຫັນລະຫວ່າງຂັບເຮືອບິນເດີນທາງໄປຍັງເມືອງບອດສ໌ຕັນ ໃນສະຫາລັດ ເຮັດໃຫ້ຜູ້ຊ່ວຍນັກບິນຕ້ອງນຳເຄື່ອງໄປລົງຈອດສຸກເສີນໃນນິວຢອກ ສຳນັກຂ່າວຕ່າງປະເທດລາຍງານວ່າ ເມື່ອວັນທີ່ 6 ຕຸລາ ກັບຕັນຂອງເຮືອບິນໂດຍສານ ແອລ໌ບັດ A320 ຖ້ຽວບິນທີ່ 550 ຂອງສາຍການບິນ ອະເມຣິກາແອລ໌ໄລນ໌ ບໍ່ສະບາຍລະຫວ່າງຂັບເຮືອບິນເດີນທາງຈາກເມືອງຟິນິກໃນນະຄອນຫລວງແອຣິໂຊນ່າ ໄປຍັງເມືອງບອດສ໌ຕັນ ນະຄອນຫລວງແມດຊາຊູເຊດສ໌ ໂດຍເຈົ້າຫນ້າທີ່ເທິງເຮືອບິນພະຍາຍາມໃຫ້ການຊ່ວຍເຫລືອ ແຕ່ບໍ່ອາດຮັກສາຊີວິດຂອງກັບຕັນເອົາໄວ້ໄດ້ ຂ່າວລະບຸວ່າຖ້ຽວບິນທີ່ 550 ພ້ອມຜູ້ໂດຍສານ 147 ຄົນ ແລະ ລູກເຮືອອີກ 5 ຄົນ ເດີນທາງອອກຈາກເມືອງຟິນິກເມື່ອເວລາ 23:55 ນາທີ ຂອງວັນອາທິດ ຕາມເວລາທ້ອງຖິ່ນ ເພື່ອເດີນທາງໄປຍັງເມືອງບອດສ໌ຕັນ ແຕ່ລະຫວ່າງເດິນທາງກັບຕັນປະຈຳເຄື່ອງເກີດຮູ້ສຶກບໍ່ສະບາຍຂື້ນມາ ເຮັດໃຫ້ຜູ້ຊ່ວຍນັກບິນຕັດສິນໃຈປ່ຽນເສັ້ນທາງການບິນ ແລະ ໄປລົງຈອດສຸກເສີນຢ່າງປອດໄພທີ່ເມືອງຊີລາຄິວສ໌ ໃນນະຄອນຫລວງນິວຢອກ ເມື່ອເວລາ 7:13 ນາທີ ຂອງມື້ວັນຈັນ ໂຄສົກຂອງ ອະເມຣິກາແອລ໌ໄລນ໌ ຖະແຫລງການຢືນຢັນວ່ານັກບິນລາຍນີ້ເສຍຊີວິດແລ້ວ “ແອລ໌ບັດ A320 ຖ້ຽວບິນ 550 ຂອງອາເມຣິກາແອລ໌ໄລນ໌ ປ່ຽນເສັ້ນທາງໄປຍັງເມືອງຊີລາຄິວສ໌ເມື່ອຕອນເຊົ້າ ເນື່ອງຈາກນັກບິນບໍ່ສະບາຍ ແລະ ໂຊກຮ້າຍນັກບິນຂອງເຮົາໄດ້ຈາກໄປແລ້ວ ເຮົາເສຍໃຈຢ່າງຍິ່ງຕໍ່ເຫດການນີ້ ແລະ ເຮົາໃຫ້ຄວາມສຳຄັນໄປທີ່ການເບິ່ງແຍງຄອບຄົວ ແລະ ເພື່ອນຮ່ວມງານຂອງນັກບິນຂອງເຮົາ ນອກຈາກນີ້ເຮົາຍັງກຳລັງເບິ່ງແຍງຜູ້ໂດຍສານຊຶ່ງເຮົາໄດ້ສົ່ງເຈົ້າຫນ້າທີ່ໄປແທນ ແລະ ພາພວກເຂົາໄປເມືອງບອດສ໌ຕັນແລ້ວ” ຍັງບໍ່ມີການເປີດເຜີຍວ່າສາເຫດຍ້ອນຫຍັງຈື່ງໃຫ້ກັບຕັນຂອງຖ້ຽວບິນ 550 ເສຍຊີວິດ
ຂ່າວຕ່າງປະເທດ
2015-10-06T10:22:17+00:00
https://laopost.com/?p=37198
ລາວລົງນາມສັນຍາຄູ່ຮ່ວມເສດຖະ ກິດແບບຮອບດ້ານກັບ 14 ປະເທດ
ໃນຕອນເຊົ້າຂອງວັນທີ 15 ພະຈິກ 2020, ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດບັນດາຜູ້ນໍາອາເຊັບ ຄັ້ງທີ 4 (ແບບທາງໄກ) ພາຍໃຕ້ການເປັນປະທານໂດຍພະນະທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ ນາງ Jacinda Adern ນາຍົກລັດຖະມົນຕີ ນິວຊີແລນ ໃນນາມປະເທດປະສານງານໃຫ້ແກ່ບັນດາປະເທດຄູ່ຮ່ວມເຂດການຄ້າເສລີອາຊຽນໃນຂອບວຽກອາເຊັບ, ພ້ອມດ້ວຍບັນດາປະມຸກລັດຈາກປະເທດສະມາຊິກອາຊຽນ ແລະ ບັນດາປະເທດຄູ່ຮ່ວມ ເຊັ່ນ: ອົດສະຕຣາລີ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ນິວ ຊີແລນ ແລະ ເລຂາທິການໃຫຍ່ອາຊຽນ. ການລົງນາມໃນຄັ້ງນີ້ປະກອບມີ 15ປະເທດ ໃນນັ້ນມີ 10ປະເທດອາຊຽນ ຄື: ໄທ, ຫວຽດນາມ, ກໍາປູເຈຍ ສິງກະໂປ, ສປປ ລາວ, ອິນໂດເນເຊຍ, ມຽນມາ, ມາເລເຊຍ, ບຣູໄນ; ແລະ ຟິລິບປິນ; ພ້ອມດ້ວຍ 5ປະເທດຄູ່ຮ່ວມຄື: ອົດສະຕຣາລີ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ນິວ ຊີແລນ. ຂະນະທີ່ຕ່າງໜ້າ ສປປ ລາວ ຮ່ວມລົງນາມໃນຄັ້ງນີ້ ແມ່ນ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ; ໂດຍການເປັນສັກຂີພິຍານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ການລົງນາມສັນຍາອາເຊັບ ເປັນການສົ່ງສັນຍານໄປທົ່ວໂລກໃຫ້ຮັບຮູ້ວ່າ ພາກພື້ນອາເຊັບນີ້ ເປັນພາກພື້ນທີ່ມີທ່າແຮງ ແລະ ເປີດກວ້າງຕໍ່ບັນດາທຸລະກິດທົ່ວໂລກທາງດ້ານການຄ້າ ແລະ ການລົງທຶນ, ແລະ ທັງເປັນການກະຕຸກຊຸກຍູ້ເສດຖະກິດໂລກທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ນໍາອີກ; ສິ່ງສໍາຄັນບາດກ້າວຕໍ່ໄປແມ່ນການເຮັດໃຫ້ສັນຍາອາເຊັບນີ້ ນໍາເອົາຜົນປະໂຫຍດທີ່ເປັນຮູບປະທໍາຢ່າງແທ້ຈິງມາສູ່ພາກພື້ນ ໂດຍການເລັ່ງລັດໃຫ້ສັນຍາມີຜົນບັງຄັບໃຊ້ ແລະ ກະຕຸກຊຸກຍູ້ໃຫ້ສາມາດປັບຕົວເຂົ້າກັບສະພາບການໃໝ່, ມີຄວາມທັນສະໄໝ ແລະ ຮອບດ້ານ, ມີຄຸນນະພາບສູງ ແລະ ນໍາມາຊຶ່ງຜົນປະໂຫຍດຮ່ວມກັນທາງດ້ານເສດຖະກິດ ແລະ ການພັດທະນາຂອງພາກພື້ນ. ຮຽບຮຽງຂ່າວ: ພຸດສະດີ
ຂ່າວທ້ອງຖິ່ນ
2020-11-16T16:15:09+00:00
https://laopost.com/?p=122076
ສະຖານທູດສະຫະລັດອາເມລິກາ ໄດ້ຮ່ວມອວຍພອນນາຍົກລັດຖະມົນຕີ ກ່ອນການເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ
ໃນຕອນຄ່ຳທີ 10 ພຶດສະພາ ທີ່ຜ່ານມານີ້ ທີ່ສະໜາມບິນສາກົນວັດໄຕ, ທ່ານ ນາງ ຈອຍ ຊາກຸໄຣ ຮອງເອກອັກຄະລັດຖະທູດ ສະຖານທູດສະຫະລັດອາເມລິກາ ປະຈຳນະຄອນຫຼວງວຽງຈັນ ໄດ້ຮ່ວມອວຍພອນທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຈາກ ສປປ ລາວ ກ່ອນການເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ທີ່ ວໍຊິງຕັນ ສະຫະລັດອາເມລິກາ. ກອງປະຊຸມສຸດຍອດອາຊຽນໄດ້ສະແດງໃຫ້ເຫັນ ບຸລິມະສິດຂອງສະຫະລັດອາເມລິກາໃນຂົງເຂດອິນໂດ-ປາຊີຟິກທີ່ເສລີ ແລະ ເປີດກວ້າງ ໂດຍອີງໃສ່ຄວາມໝາຍໝັ້ນຮ່ວມກັນ, ເພື່ອຜົນປະໂຫຍດຮ່ວມກັນ ລວມເຖິງການເຄົາລົບໃນຄວາມເປັນສູນກາງອາຊຽນທີ່ເຂັ້ມແຂງ, ມີອຳນາດອະທິປະໄຕ ເປັນເອກະລາດ ເຄົາລົບສິດທິມະນຸດ ແລະ ລັດແຫ່ງກົດໝາຍ. ໄດ້ອວຍພອນໃຫ້ກອງປະຊຸມສຸດຍອດອາຊຽນ – ສະຫະລັດອາເມລິກາ ຄັ້ງນີ້ຈົ່ງປະສົບຜົນສຳເລັດ. ແຫຼາງຂ່າວຈາກ ສະຖານທູດສະຫະລັດອາເມລິກາ ປະຈຳນະຄອນຫຼວງວຽງຈັນ
ຂ່າວພາຍໃນ
2022-05-11T10:29:30+00:00
https://laopost.com/?p=133834
ພົບລະເບີດໃຫຍ່ຢູ່ຫຼວງພະບາງ
ເມື່ອອາທິດທີ່ຜ່ານມາ ເຈົ້າໜ້າທີ່ສະເພາະກິດປະຈໍາແຂວງ ຫລວງພະບາງ ໄດ້ຮັບລາຍງານຈາກພົນລະເມືອງດີວ່າໄດ້ພົບລະເບີດໃຫຍ່ (ປະເພດ 250 ປອນ) ຈໍານວນ 3 ໜ່ວຍຖືກຝັງໄວ້ໃຕ້ດິນແຕ່ປາງສົມຄາມ. ໃນນັ້ນ ໜ່ວຍທີ 1 ແມ່ນພົບເຫັນ ແລະ ລາຍງານໂດຍປະຊາຊົນພາຍ ໃນບ້ານຫ້ວຍໂລ້, ເມືອງ ປາກອູ; ອີກສອງໜ່ວຍ ແມ່ນພົບໃນລະຫວ່າງການບຸກເບີກເພື່ອກໍ່ສ້າງເສັ້ນທາງ ທີ່ບ້ານໂພນງາມ ແລະ ບ້ານກົກມ່ວງ, ເມືອງ ຫຼວງພະບາງ ເຊິ່ງລາຍງານໂດຍ ບໍລິສັດກໍ່ສ້າງຂົວທາງ. ປັດຈຸບັນນີ້ ເຈົ້າໜ້າທີ່ກ່ຽວຂ້ອງພາຍໃນແຂວງ ຫລວງພະບາງ ໄດ້ເຄື່ອນຍ້າຍລະເບີດທັງໝົດໄປໄວ້ໃນສະໜາມ ທີ່ປອດໄພ ແລະ ຈະໄດ້ມີການທໍາລາຍຕາມພາຍຫລັງ. ໃນປີ 2016 ທີ່ຜ່ານມາ, ໜ່ວຍງານເກັບກູ້ລະເບີດຢູ່ແຂວງ ຫຼວງພະບາງ ສາມາດກວດພົບ ລະເບີດໃຫຍ່ໄດ້ທັງໝົດ ຈໍານວນ 03 ໜ່ວຍ ພ້ອມໂຄງການ ເກັບກູ້ລະເບີດແຫ່ງຊາດ ສາມາດກວດພົບ ແລະ ທໍາລາຍລະເບີດໄດ້ທັງໝົດ 100,434 ໜ່ວຍ ໃນຂອບເຂດທົ່ວປະເທດ. ພາບແລະຂ່າວ: ຄຳຫຼ້າ ບໍລິບູນ, SEOD of UXO Lao Luangprabang Province. ໂທລະໂຄ່ງ
ຂ່າວທ້ອງຖິ່ນ
2017-04-07T08:00:16+00:00
https://laopost.com/?p=88347
ຄະນະສະເພາະກິດອອກແຈ້ງການປະເມີນສະຖານການສຶກສາທີ່ຈະເປີດຮຽນຄືນ
ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມພະຍາດ ແລະການແກ້ໄຂການລະບາດພະຍາດໂຄວິດ-19ໄດ້ອອກແຈ້ງການໃນວັນທີ 9 ທັນວາ 2021 ເລື່ອງການປະເມີນສະຖານການສຶກສາທີ່ຈະເປີດຮຽນຄືນ ຢູ່ເຂດທີ່ມີການລະບາດຂອງພະຍາດ ໂຄວິດ-19 ໂດຍຈະເລີ່ມທົດລອງຢູ່ນະຄອນຫຼວງວຽງຈັນກ່ອນທຳການປະເມີນ ແລະຂະຫຍາຍໄປແຂວງອື່ນ. ເນື່ອງຈາກການແຜ່ລະບາດຂອງໄວຣັສຍັງສືບຕໍ່ເພີ່ມຂຶ້ນ ເຊິ່ງການປິດໂຮງຮຽນດົນອາດສົ່ງຜົນກະທົບຕໍ່ການສຶກສາ ລວມທັງຈຳກັດໂອກາດທາງການສຶກສາຂອງເດັກ, ອາລົມຈິດ ແລະ ການພັດທະນາການຂອງເດັກ. ສະນັ້ນ, ເພື່ອຮັບປະກັນໃນການເປີດຮຽນຄືນຂອງສະຖານສຶກສາໃຫ້ມີຄວາມປອດໄພ, ບໍ່ໃຫ້ມີການຕິດເຊື້ອ ແລະແຜ່ລະບາດຂອງພະຍາດ ຈິ່ງຈຳເປັນຕ້ອງປະຕິບັດຕາມ 10 ມາດຕະການ ແລະ40 ຂໍ້ແນະນຳໃນການເປີດຮຽນຄືນໃນສະຖານສຶກສາທີ່ປອດໄພ. ເງື່ອນໄຂຂອງສະຖານສຶກສາທີ່ສາມາດເປີດໄດ້ຕ້ອງປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ 70% ຂຶ້ນໄປ. ສ່ວນສະຖານທີ່ປະຕິບັດໄດ້ຫຼຸດ 70% ແມ່ນຈະມີການພິຈາລະນາເງື່ອນໄຂປະກອບອື່ນໆຕື່ມ ໂດຍສະເພາະສະພາບການລະບາດໃນຊຸມຊົນບໍ່ຫຼາຍ ລວມທັງຄວາມສາມາດໃນການຮັບມືຂອງຂະແໜງສາທາລະນະສຸກ ເຊິ່ງຈະມີການທົດລອງຢູ່ນະຄອນຫຼວງວຽງຈັນກ່ອນໃນເບື້ອງຕົ້ນ ພາຍຫຼັງສະຫຼຸບຖອດຖອນບົດຮຽນ ຈິ່ງຂະຫຍາຍໄປແຂວງອື່ນ ເຂດທີ່ຈະເປີດໂຮງຮຽນໃໝ່ ຈະຕ້ອງມີຄວາມສາມາດທາງສາທາລະນະສຸກໃນການຮັບມື ກໍລະນີເກີດມີການແຜ່ລະບາດໃນຊຸມຊົນ ແລະບໍ່ໃຫ້ມີການຈຳແນກເງື່ອນໄຂລະຫວ່າງຜູ້ໄດ້ຮັບວັກຊີນໃນການປະເມີນສະຖານະການສຶກສາ ເຊິ່ງເຈົ້າໜ້າທີ່ກ່ຽວຂ້ອງຄວນຈັດການຮຽນ-ການສອນໃນຮູບແບບທີ່ເໝາະສົມສຳລັບຄອບຄົວທີ່ບໍ່ເຫັນດີໃຫ້ລູກຫຼານຕົນໄປໂຮງຮຽນ ຫຼື ກໍລະນີເດັກນ້ອຍມີພະຍາດປະຈຳຕົວ ຂໍ້ແນະນຳສຳລັບການເປີດສະຖານການສຶກສາທີ່ປອດໄພໄລຍະຮັບມືກັບພະຍາດໂຄວິດ-19ສະບັບນີ້ ແມ່ນສາມາດນຳໃຊ້ກັບສະຖານການສຶກສາທຸກຊັ້ນ, ທຸກສາຍ ທັງພາກລັດ ແລະເອກະຊົນທີ່ມີການລະບາດຂອງພະຍາດໂຄວິດໃນຊຸມຊົນໃນຂອບເຂດທົ່ວປະເທດ.
ຂ່າວພາຍໃນ
2021-12-10T13:33:20+00:00
https://laopost.com/?p=130272