title
stringlengths 7
164
| text
stringlengths 18
16.7k
| category
stringclasses 7
values | date
stringlengths 25
25
| url
stringlengths 27
29
|
---|---|---|---|---|
ຜູ້ເຄີຍປ່ວຍຈາກພະຍາດໂຄວິດ-19 ທີ່ໄດ້ປິ່ນປົວແລ້ວ ບໍ່ມີຄວາມສ່ຽງໃນການແຜ່ເຊື້ອ | ໜັງສືພິມວຽງຈັນທາມລາຍງານໃຫ້ຮູ້ວ່າ ອີງຕາມຂໍ້ມູນຈາກໂຮງໝໍມິດຕະພາບ ຜູ້ເຄີຍຕິດເຊື້ອພະຍາດໂຄວິດ-19 ທີ່ປິ່ນປົວຫາຍດີ ແລະ ອອກຈາກໂຮງໝໍໄປແລ້ວ ແຕ່ໄດ້ກັບມາກວດສຸຂະພາບຄືນພົບວ່າຕິດເຊື້ອນັ້ນ ແມ່ນຜູ້ຕິດເຊື້ອກໍລະນີທີ 14, ເຊິ່ງແມ່ນນັກສຶກສາລາວ ທີ່ກັບມາຈາກປະເທດອັງກິດ, ປະຈຸບັນຢູ່ ບ້ານ ຊ້າງຄູ້, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ. ຜູ້ກ່ຽວເຂົ້າຮັບການປີ່ນປົວຢູ່ໂຮງໝໍມິດຕະພາບໃນວັນທີ 7 ເມສາ 2020 ແລະ ໄດ້ອອກ ໂຮງໝໍ ໃນວັນທີ 16 ເມສາ 2020 ໄປຈໍາກັດບໍລິເວນຕິດຕາມອາການຕົນເອງຢູ່ເຮືອນ ຈົນຄົບ 14 ວັນ ແລ້ວກັບມາກວດຄືນເຫັນວ່າພົບເຊື້ອຈຶ່ງໄດ້ເອົາເຂົ້ານອນຕິດຕາມອາການຢູ່ໂຮງໝໍຕື່ມອີກ.
ຜູ້ຊ່ຽວຊານດ້ານພະຍາດໂຄວິດ-19 ຢືນຢັນວ່າ ຜູ້ເຄີຍຕິດເຊື້ອທີ່ປີ່ນປົວຫາຍດີ ແລະ ໄດ້ອອກຈາກໂຮງໝໍແລ້ວກັບມາກວດສຸຂະພາບຄືນແລ້ວພົບວ່າຕິດເຊື້ອນັ້ນ ບໍ່ມີຄວາມສ່ຽງໃນການແຜ່ເຊື້ອຕໍ່ຄົນອ້ອມຂ້າງ ແລະ ສັງຄົມ.
ໃນກໍລະນີນີ້ແມ່ນບໍ່ຮຸນແຮງເມື່ອທຽບໃສ່ ຜູ້ຕິດເຊື້ອໃໝ່, ເພາະກໍລະນີນີ້ ເມື່ອກິນຢາຕາມຄໍາແນະນໍາ-ຫຼັກການຂອງການປີ່ນປົວ ແລ້ວກັບບ້ານເພາະມັນບໍ່ແມ່ນເຊື້ອໂຄວິດ-19 ແຕ່ເປັນພຽງຊິ້ນສ່ວນຂອງໄວຣັດທີ່ຕິດຄ້າງຢູ່ໃນໂຕຂອງຄົນຜູ້ເຄີຍຕິດເຊື້ອເທົ່ານັ້ນ, ເຊິ່ງຊິ້ນສ່ວນດັ່ງກ່າວແມ່ນຕາຍແລ້ວບໍ່ສາມາດເຕີບໂຕ ແລະ ແຜ່ເຊື້ອໄດ້.
ດຣ. ສະໜອງ ທອງຊະນະ ຜູ້ອຳນວຍການໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມວຽງຈັນທາຍ ຜ່ານທາງໂທລະສັບໃນວັນທີ 2 ພຶດສະພາ 2020 ນີ້ວ່າ ສປປ ລາວ ເຮົາບໍ່ແມ່ນປະເທດທຳອິດທີ່ພົບກໍລະນີດັ່ງກ່າວ, ເຊິ່ງຫຼາຍປະເທດໃນໂລກກໍ່ເຄີຍພົບມີກໍລະນີແບບນີ້ເຊັ່ນກັນ. ປະເທດເຫຼົ່ານີ້ໄດ້ເຄີຍເອົາຜູ້ສໍາຜັດ ໃກ້ຊິດກັບຜູ້ຕິດເຊື້ອໂຄວິດ-19 ທີ່ໄດ້ປິ່ນປົວດີ ແລະ ອອກຈາກໂຮງໝໍແລ້ວກັບມາກວດຄືນແລ້ວພົບວ່າມີເຊື້ອ ແຕ່ຜູ້ໃກ້ຊິດ ເຫຼົ່ານັ້ນຜ່ານການກວດແລ້ວກໍ່ບໍ່ມີຜູ້ຕິດເຊື້ອ. ອັນນີ້ໄດ້ຢັ້ງຢືນວ່າ ຊິ້ນສ່ວນຂອງພະຍາດດັ່ງກ່າວທີ່ຕົກຄ້າງຢູ່ນັ້ນບໍ່ສາມາດແຜ່ເຊື້ອໄດ້. ອີກອັນໜຶ່ງ ຍ້ອນວ່າເປັນພະຍາດໃໝ່ທາງວິທະຍາສາດການແພດ ຈຶ່ງເອົາມາກວດຄືນຕາມຫຼັກການແພດເມື່ອອອກໂຮງໝໍໄປແລ້ວຕ້ອງໄດ້ມາກວດຄືນ.
ຮຽບຮຽງຂ່າວ: ພຸດສະດີ | ຂ່າວທ້ອງຖິ່ນ | 2020-05-04T15:05:22+00:00 | https://laopost.com/?p=118907 |
ຊິນຫົວເປີດຕົວຜູ້ປະກາດຂ່າວຫຸ່ນຍົນ “AI” ຕົວທຳອິດຂອງໂລກ | ປະເທດຈີນເປີດຕົວຜູ້ປະກາດຂ່າວ AI ຄົນທຳອິດຂອງໂລກ ໂດຍສ້າງຈາກຕົ້ນແບບຜູ້ປະກາດຂ່າວທີ່ມີຕົວຕົນຢູ່ແທ້ ສາມາດເຮັດວຽກໄດ້ 24 ຊົ່ວໂມງ ແລະ ຍັງຊ່ວຍຫຼຸດຕົ້ນທຶນໃນການນຳສະເໜີຂ່າວ.
ເມື່ອວັນທີ 8 ພະຈິກ 2018 ສຳນັກຂ່າວຊິນຫົວສື່ດັງຂອງປະເທດຈີນໄດ້ເປີດຕົວຜູ້ປະກາດຂ່າວປັນຍາປະດິດ ຫຼື AI “ຄົນ” ທຳອິດຂອງໂລກໃນງານປະຊຸມອິນເຕີເນັດໂລກ (World Internet Conference) ຄັ້ງທີ 5 ທີ່ເມືອງ ອູເຈິ້ນ ມົນທົນເຈີຈຽງ ປະເທດຈີນ. ໂດຍຜູ້ປະກາດຂ່າວຄົນນີ້ຖືກພັດທະນາຂຶ້ນພາຍໃຕ້ການຮ່ວມມືລະຫວ່າງສຳນັກຂ່າວຊິນຫົວ ກັບ Sogou.com ບໍລິສັດເສິຣເອນຈິນຂອງຈີນ ໂດຍໄດ້ນຳເອົາສຽງ ແລະ ຮູບລັກສະນະມາຈາກທ້າວ ຈາງຈ້າວ ຜູ້ປະກາດຂ່າວພາສາອັງກິດຂອງສຳນັກຂ່າວຊິນຫົວມາເປັນຕົ້ນແບບໃນການສ້າງ.
ຜູ້ປະກາດຂ່າວ AI ຄົນນີ້ສາມາດຮຽນຮູ້ຈາກການເບິ່ງວິດີໂອຖ່າຍທອດສົດຈຳນວນຫຼາຍດ້ວຍຕົວເອງ ແລະ ຍັງສາມາດອ່ານຂ່າວອອກອາກາດໄດ້ເປັນທຳະຊາດ ຄ້າຍຄືຜູ້ປະກາດຂ່າວມືອາຊີບ ດ້ານສຳນັກຂ່າວຊິນຫົວລະບຸວ່າ “ເຂົາ” ໄດ້ກາຍເປັນສະມາຊິກໃໝ່ຂອງທີມລາຍງານຂ່າວ ແລະ ສາມາດເຮັດວຽກໄດ້ຕະລອດ 24 ຊົ່ວໂມງ ໃນທຸກວຽກສື່ສັງຄົມອອນໄລນ໌ ເຊິ່ງສາມາດຫລຸດຕົ້ນທຶນການນຳສະເໜີຂ່າວ ແລະ ສາມາດພັດທະນາສັກກະຍາພາບໃນການເຮັດວຽກໄປໄດ້ພ້ອມໆກັນ.
เขาคนนี้ไม่ใช่มนุษย์! สำนักข่าวซินหัวเปิดตัวผู้ประกาศข่าว AI ‘คน’ แรกของโลก
เขาคนนี้ไม่ใช่มนุษย์! สำนักข่าวซินหัวเปิดตัวผู้ประกาศข่าว AI ‘คน’ แรกของโลก.วันนี้ (8 พ.ย.) สำนักข่าวซินหัวเปิดตัวผู้ประกาศข่าวปัญญาประดิษฐ์หรือ AI “คน” แรกของโลกในงานประชุมอินเทอร์เน็ตโลก (World Internet Conference) ครั้งที่ 5 ที่เมืองอูเจิ้น มณฑลเจ้อเจียง ประเทศจีน.ผู้ประกาศข่าว AI "คน" นี้ พัฒนาขึ้นด้วยความร่วมมือระหว่างสำนักข่าวซินหัวกับบริษัทเสิร์ชเอนจินของจีน Sogou.com โดยหยิบยืมเสียงและรูปลักษณ์มาจากนายจางจ้าว ผู้ประกาศข่าวของสำนักข่าวซินหัวซึ่งมีตัวตนอยู่จริง .ผู้ประกาศข่าวปัญญาประดิษฐ์เรียนรู้จากการชมวิดีโอถ่ายทอดสดจำนวนมากด้วยตนเอง และสามารถอ่านข่าวออกอากาศได้อย่างเป็นธรรมชาติเหมือนอย่างผู้ประกาศข่าวมืออาชีพ.สำนักข่าวซินหัวระบุว่า “เขา” ได้กลายมาเป็นสมาชิกใหม่ของทีมรายงานข่าว และสามารถทำงานได้ตลอด 24 ชั่วโมงต่อวัน ไม่ว่าจะเป็นงานบนเว็บไซต์ของสำนักข่าวและแพลตฟอร์มสื่อสังคมออนไลน์อื่นๆ ซึ่งจะสามารถลดต้นทุนการนำเสนอข่าวและพัฒนาศักยภาพการทำงานไปได้พร้อมๆ กัน
Posted by China Xinhua News on ວັນພະຫັດ ທີ 8 ພະຈິກ 2018
ຮຽບຮຽງຂ່າວ: ບຸດສະດີ ສາຍນ້ຳມັດ
ແຫຼ່ງຂໍ້ມູນ: China Xinhua News | ຂ່າວຕ່າງປະເທດ | 2018-11-09T10:46:08+00:00 | https://laopost.com/?p=106277 |
ແຂວງໄຊຍະບູລີ ເຂັ້ມງວດຄຳສັ່ງນາຍົກຯ ພົບໄມ້ຫວງຫ້າມຄ້າງສະໜາມ ພັນກວ່າແມັດກ້ອນ! | ພາບປະກອບ: ເຂດເທດສະບານ ເມືອງໄຊຍະບູລີ ແຂວງໄຊຍະບູລີ
ປັດຈຸບັນຫລາຍທ້ອງຖິ່ນທົ່ວປະເທດ ພວມຕັ້ງໜ້າຈັດຕັ້ງຜັນຂະຫຍາຍ ຄຳສັ່ງເລກທີ 15 ຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ຢ່າງເຂັ້ມງວດ ໂດຍສະເພາະແຂວງໄຊຍະບູລີ ເຊິ່ງເປັນແຂວງໜຶ່ງທີ່ມີການຂຸດຄົ້ນໄມ້ ແລະ ດຳເນີນທຸລະກິດໄມ້ ເປັນຈຳນວນຫລາຍໃນປັດຈຸບັນ ກໍໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ຄຳສັ່ງດັ່ງກ່າວຢ່າງເປັນຮູບປະທຳ ໂດຍສະເພາະນັບແຕ່ຕົ້ນເດືອນມິຖຸນາມານີ້ ແຂວງດັ່ງກ່າວໄດ້ມີການຈັດຕັ້ງເຊື່ອມຊຶມໃຫ້ພະນັກງານ, ທະຫານ-ຕຳຫລວດ, ອຳນາດການປົກຄອງທ້ອງຖິ່ນ, ຜູ້ປະກອບການ ແລະ ປະຊາຊົນໃນທົ່ວແຂວງ ມີຄວາມຮັບຮູ້ເຂົ້າໃຈ ແລະ ກຳແໜ້ນເນື້ອໃນຄຳສັ່ງດັ່ງກ່າວ ແລະ ພ້ອມກັນຈັດຕັ້ງຜັນຂະຫຍາຍ ຢ່າງເປັນເຈົ້າການ ແລະ ເຂັ້ມງວດ, ພ້ອມໄດ້ແຕ່ງຕັ້ງໜ່ວຍງານວິຊາການຂັ້ນແຂວງ ລົງຕິດຕາມ-ກວດກາ ເກັບກຳຂໍ້ມູນບັນດາໂຮງເລື່ອນ, ໂຮງຊອຍ, ຮ້ານເຟີນີເຈີ ແລະ ທຸລະກິດໄມ້ປະເພດຕ່າງໆ ຢ່າງລະອຽດຄື ປັດຈຸບັນທົ່ວແຂວງ ມີໂຮງງານປຸງແຕ່ງໄມ້ທັງໝົດ 111 ແຫ່ງ, ໂຮງເລື່ອຍ 40 ແຫ່ງ, ໂຮງຊອຍ 37 ແຫ່ງ, ໂຮງງານເຟີນີເຈີ 43 ແຫ່ງ, ເຕົາເຜົາຖ່ານ 19 ແຫ່ງ ແລະ ເຕົາດິນຈີ່ 52 ແຫ່ງ, ສ່ວນໄມ້ຢູ່ສະໜາມ II ແລະ III ມີບໍລິມາດຫລາຍກວ່າ 10 ພັນແມັດກ້ອນ ໃນນີ້ປະເພດໄມ້ຫວງຫ້າມ ມີບໍລິມາດຫລາຍກວ່າ 1.695 ແມັດກ້ອນ ແລະ ໄມ້ຄຸ້ມຄອງ ມີບໍລິມາດຫລາຍກວ່າ 9.211 ແມັດກ້ອນ.
ຕົວເລກດັ່ງກ່າວ ມີການລາຍງານຢູ່ກອງປະຊຸມ ຖອດຖອນບົດຮຽນການຈັດຕັ້ງຜັນຂະຫຍາຍ ເນື້ອໃນຄຳສັ່ງເລກທີ 15/ນຍ ຢູ່ແຂວງໄຊຍະບູລີ ເມື່ອຕົ້ນອາທິດນີ້ ໂດຍການເປັນປະທານຂອງ ທ່ານ ພົງສະຫວັນ ສິທິວົງ ເຈົ້າແຂວງດັ່ງກ່າວ.
ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ມີຄຳສັ່ງດັ່ງກ່າວອອກມາໃນວັນທີ 13 ພຶດສະພາ 2016 ເພື່ອເປັນບ່ອນອີງ ແລະ ເຄື່ອງມືດ້ານນິຕິກຳ ຈັດຕັ້ງປະຕິບັດປາບປາມກຸ່ມຄົນບໍ່ດີ ທີ່ລັກລອບຕັດໄມ້ທຳລາຍປ່າ ແລະ ໄລ່ລ່າເຄື່ອງປ່າຂອງດົງແບບດັບສູນ ອັນໄດ້ສ້າງຄວາມຈິບຫາຍວາຍວອດ ແກ່ປະເທດຊາດຢ່າງຫລວງຫລາຍ ໃນໄລຍະຜ່ານມາ ແລະ ໃນກອງປະຊຸມຮ່ວມ ລະຫວ່າງຄະນະລັດຖະບານ ແລະ ເຈົ້າແຂວງ ທີ່ສຳເລັດລົງເມື່ອບໍ່ດົນນີ້ ໄດ້ຕີລາຄາວ່າ: ທຸກຂະແໜງການອົງການລັດທຽບເທົ່າ ແລະ ບັນດາແຂວງທົ່ວປະເທດ ໄດ້ເອົາໃຈໃສ່ຜັນຂະຫຍາຍຄຳສັ່ງດັ່ງກ່າວເປັນຢ່າງດີ ແລະ ໄດ້ຮັບການສະໜັບສະໜູນ ຢ່າງກວ້າງຂວາງໃນທົ່ວສັງຄົມ, ພ້ອມທັງຢ້ຳເນັ້ນໃຫ້ທຸກພາກສ່ວນ ແຕ່ສູນກາງຮອດທ້ອງຖິ່ນ ສືບຕໍ່ຈັດຕັ້ງປະຕິບັດຄຳສັ່ງນີ້ຢ່າງເຂັ້ມງວດ ແລະ ມີຜົນສັກສິດ, ພິຈາລະນາແກ້ໄຂປາກົດການລະເມີດຕ່າງໆ ຢ່າງເດັດຂາດຕາມກົດໝາຍ ແລະ ລະບຽບການ. ສິ່ງສຳຄັນແມ່ນຕ້ອງສຶກສາອົບຮົມ ປະຊາຊົນບັນດາເຜົ່າ ແລະ ຜູ້ປະກອບການ ໃຫ້ຕື່ນຕົວເຂົ້າຮ່ວມປະຕິບັດ, ຕ້ອງຢຸດເຊົາການສົ່ງໄມ້ອອກ ທີ່ບໍ່ໄດ້ປຸງແຕ່ງເປັນຜະລິດຕະພັນສຳເລັດຮູບ ແລະ ຢຸດເຊົາການຂຸດຄົ້ນໄມ້ຢ່າງຂາດຕົວ ແລະ ເດັດຂາດບໍ່ມີໂກຕ້າໄມ້ຕື່ມອີກ. ພ້ອມດຽວກັນນັ້ນ ກໍແນະນຳໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ຄົ້ນຄວ້າອອກນິຕິກຳ, ນະໂຍບາຍ ແລະ ລະບຽບການຕ່າງໆ ທີ່ກ່ຽວຂ້ອງກັບການຊຸກຍູ້ສົ່ງເສີມການຜະລິດພາຍໃນ, ການປູກໄມ້, ທຸລະກິດໄມ້ປູກ ແລະ ການກຳນົດລາຍການໄມ້ປູກໃຫ້ລະອຽດ, ຮັດກຸມ. ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບສະມາຄົມປຸງແຕ່ງໄມ້ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອລົງເລິກເອົາໃຈໃສ່ ການປັບປຸງບັນດາໂຮງ ງານປຸງແຕ່ງໄມ້ ແລະ ສີມືແຮງງານ ໃຫ້ໄດ້ມາດຕະຖານ, ຮອງຮັບບໍລິມາດໄມ້ ທີ່ຂຸດຄົ້ນຈາກເຂດອະນຸຍາດ ຫລື ໄມ້ສວນປູກ ແລະ ຕ້ອງໄດ້ຄຸ້ມຄອງລາຄາໄມ້ປູກບໍ່ໃຫ້ຕໍ່າເກີນໄປ.
ແຫລ່ງຂ່າວ:
ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ! | ຂ່າວທ້ອງຖິ່ນ | 2016-07-09T14:25:19+00:00 | https://laopost.com/?p=64678 |
ກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກສານປະຊາຊົນສູງສຸດ | ກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກສານປະຊາຊົນສູງສຸດ, ໄດ້ໄຂຂຶ້ນໃນວັນທີ 4 ຕຸລານີ້, ພາຍໃຕ້ການເປັນປະທານຂອງສະຫາຍ ຄໍາພັນ ສິດທິດໍາພາ ກໍາມະການສູນກາງພັກ, ເລຂາຄະນະພັກສານປະຊາຊົນສູງສຸດ ແລະ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພັນຄໍາ ວິພາວັນ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ມີຜູ້ແທນສົມບູນ 83 ສະຫາຍ, ຍິງ 22 ສະ ຫາຍທີ່ຕາງໜ້າສະມາຊິກພັກທັງໝົດ 125 ສະຫາຍເຂົ້າຮ່ວມ, ເພື່ອຄົ້ນຄວ້າ, ພິຈາລະນາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ກໍຄືການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ II ຂອງອົງຄະນະພັກຕົນໃນໄລຍະຜ່ານມາ, ພ້ອມທັງຮັບຮອງເອົາຄາດໝາຍສູ້ຊົນ ແລະ ໜ້າທີ່ວຽກງານໃນຊຸມປີຕໍ່ໜ້າ.
ສະຫາຍ ຄໍາພັນ ສິດທິດໍາພາ ໄດ້ຂຶ້ນລາຍງານຕໍ່ທີ່ປະຊຸມວ່າ: 5 ປີຜ່ານມາຄະນະພັກສານປະຊາຊົນສູງສຸດໄດ້ຊີ້ນໍາ-ນໍາພາ ແລະ ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນຢ່າງມີຄວາມຮັບ ຜິດຊອບສູງ ແລະ ຍາດໄດ້ຜົນສໍາເລັດຫລາຍອັນຕາມຄໍາຂວັນທີ່ວ່າ: “ ບໍລິການດ້ວຍຄວາມຍິ້ມແຍ້ມແຈ່ມໃສ, ຊ່ວຍແກ້ໄຂຄະດີໄດ້ບາດກ້າວໜຶ່ງ, ເຮັດວຽກດ້ວຍຄວາມຊື່ສັດສຸຈະລິດຄືບາດກ້າວທໍາອິດຂອງການຕັດສິນຄະດີທີ່ຖືກຕ້ອງເປັນທໍາ ”. ພ້ອມນັ້ນ, ຍັງດໍາເນີນການພິຈາລະນາຕັດສິນຄະດີມີຄວາມວ່ອງໄວ ແລະ ມີຄຸນນະພາບນັບມື້ສູງຂຶ້ນ, ເຊິ່ງສະແດງອອກຄື: 5 ປີຜ່ານມາມີຄະດີເຂົ້າມາສານທຸກຂັ້ນທັງໝົດ 37.840 ກວ່າເລື່ອງ, ແກ້ໄຂແລ້ວ 36.070 ກວ່າເລື່ອງເທົ່າກັບ 95,32% ທຽບໃສ່ມະຕິກອງປະຊຸມໃຫຍ່ຄັ້ງທີ II ປະຕິບັດໄດ້ລື່ນຄາດໝາຍທີ່ວາງໄວ້ 10,32%, ຄະດີຍັງຄ້າງເທົ່າກັບ 4,68%, ເຊິ່ງສາມາດໄຈ້ແຍກຄະດີຢູ່ສານປະຊາຊົນແຕ່ລະຂັ້ນຄື: ຄະດີລວມຢູ່ສານຂັ້ນຕົ້ນທັງໝົດ 29.780 ເລື່ອງ, ແກ້ໄຂແລ້ວ 28.470 ກວ່າເລື່ອງເທົ່າກັບ 95,71%, ຍັງຄ້າງ 4,29%, ຄະດີຢູ່ສານຂັ້ນອຸທອນທັງໝົດ 5.560 ກວ່າເລື່ອງ, ແກ້ໄຂແລ້ວ 5.220 ກວ່າເລື່ອງເທົ່າກັບ 93,97% ຍັງຄ້າງເທົ່າກັບ 6,03%, ຄະດີເປັນຂັ້ນລົບລ້າງທັງໝົດ 2.500 ກວ່າເລື່ອງ, ແກ້ໄຂແລ້ວ 2.370 ກວ່າເລື່ອງເທົ່າກັບ 94,80 ເລື່ອງຍັງຄ້າງ 5,20%, ໃນນີ້ຢູ່ສານປະຊາຊົນສູງສຸດ 1.490 ກວ່າເລື່ອງ, ແກ້ໄຂແລ້ວ 1.420 ກວ່າເລື່ອງ ກວມ 94,85% ຍັງຄ້າງ 5,15%.
ເຖິງຢ່າງໃດກໍຕາມ, ສໍາລັບ 5 ປີຕໍ່ໜ້າຄືແຕ່ນີ້ຮອດປີ 2020 ຈະສູ້ຊົນພັດທະນາວຽກງານສານໃຫ້ມີໜັກແໜ້ນເຂັ້ມແຂງ, ເປັນລະບົບທີ່ສອດຄ່ອງ ແລະແທດເໝາະກັບສະພາບຄວາມເປັນຈິງຂອງການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ, ຮັບປະກັນໃຫ້ການຈັດຕັ້ງຂອງສານປະຊາຊົນສາມາດບໍລິການຮັບໃຊ້ປະຊາຊົນໄດ້ສະດວກ, ປະຊາຊົນເຂົ້າຫາຂະບວນການດໍາເນີນຄະດີຢູ່ສານໄດ້ຢ່າງງ່າຍດາຍ, ການດໍາເນີນຄະດີວ່ອງໄວ, ຮັບປະກັນພິຈາລະນາຄະດີໃຫ້ສໍາເລັດຕາມກົດໝາຍກໍານົດໄວ້ຄື: ຄະດີແພ່ງຂັ້ນຕົ້ນ 9 ເດືອນ, ຂັ້ນອຸທອນ 4 ເດືອນ, ຂັ້ນລົບລ້າງ 3 ເດືອນ ແລະ ຂັ້ນຮື້ຟື້ນ 2 ເດືອນ ແລະ ແກ້ໄຂຄະດີໃຫ້ໄດ້ 85% ຕາມແຜນການທີ່ວາງອອກ.
ນອກຈາກນີ້, ກອງປະຊຸມຍັງໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານອົງຄະນະພັກສານປະຊາຊົນສູງສຸດຊຸດໃໝ່ຈໍານວນ 7 ສະຫາຍ.
ທີ່ມາ: ໜັງສືພິມ ລາວພັດທະນາ | ຂ່າວເຫດການ | 2016-10-05T09:12:39+00:00 | https://laopost.com/?p=71987 |
ຫຼືນີ້ຈະແມ່ນສັນຍາເຕືອນວິກິດໄພຮ້ອນ ຫຼັງການາດາພົບຜູ້ເສຍຊີວິດຈໍານວນຫຼາຍ | ວິກິດສະພາບພູມິອາກາດ ໝາຍເຖິງ ລະດູຮ້ອນຈະກາຍເປັນຊ່ວງເວລາທີ່ມີຄວາມຮ້ອນອັນຕະລາຍຫຼາຍຂຶ້ນ. ອາທິດນີ້, ພື້ນທີ່ປາຊີຟິກຕະເວັນຕົກສ່ຽງເໜືອ (ບາງພື້ນທີ່ຂອງອາເມລິກາ ແລະ ການາດາ) ກໍາລັງຜະເຊີນກັບອຸນຫະພູມທີ່ທຸບສະຖິຕິ ສູງເຖິງ 49,6 ອົງສາ ແລະ ເມື່ອວັນທີ 29 ມິຖຸນາ ທີ່ຜ່ານມາ ໄດ້ມີຜູ້ຄົນເສຍຊີວິດຈາກຄື້ນຄວາມຮ້ອນນີ້ເປັນຈໍານວນຫຼາຍຮ້ອຍລາຍ.
ນອກຈາກນີ້, ປາກົດການຄື້ນຄວາມຮ້ອນອື່ນໆ ເມື່ອເດືອນມິຖຸນາ, ອຸນຫະພູມໃນ 5 ປະເທດໃນພາກຕາເວັນອອກກາງ ສູງເຖິງ 50 ອົງສາ, ຄວາມຮ້ອນສູງສຸດໃນປາກີສະຖານ ເຮັດໃຫ້ມີເດັກນ້ອຍໃນຫ້ອງຮຽນໜຶ່ງ ຈໍານວນ 20 ຄົນ ເປັນລົມໝົດສະຕິ ແລະ ຕ້ອງເຂົ້າໂຮງໝໍເພື່ອຮັກສາອາການທີ່ເກີດຈາກຄວາມຮ້ອນ. ໃນປີ 2019 ໄດ້ເກີດຄື້ນຄວາມຮ້ອນ ຢູ່ທີ່ ຢູໂຣບ ເຮັດໃຫ້ຜູ້ຄົນເສຍຊີວິດ 2,500 ລາຍ ເຊິ່ງນັກວິທະຍາສາດແຈ້ງວ່າ ເຫດການແບບນີ້ອາດເກີດໄດ້ຫຼາຍຂຶ້ນ.
ໃນພື້ນທີ່ສ່ວນໃຫຍ່ ຄື້ນຄວາມຮ້ອນສູງເກີນກວ່າປົກກະຕິ ຈະສົ່ງຜົນກະທົບຫຼາຍ ຕັ້ງແຕ່ການລົບກວນເສດຖະກິດ ໄປຈົນຮອດອັດຕາການເສຍຊີວິດ, ໂດຍະສະເພາະໃນເດັກນ້ອຍ ແລະ ຜູ້ສູງໄວ. ນອກຈາກນີ້, ໃນພື້ນທີ່ເອເຊຍ ແລະ ພາກຕາເວັນອອກກາງ ກໍອາດຈະພົບກັບຄວາມຮ້ອນທີ່ບໍ່ຄາດຄິດມາກ່ອນ.
ການວາງແຜນຮັບມືກັບຄື້ນຄວາມຮ້ອນ ຄວນຄໍານຶງເຖິງຄວາມບໍ່ເທົ່າທຽມໃນພື້ນທີ່, ພື້ນທີ່ທີ່ຍາກຈົນກວ່າມັກຈະມີພື້ນທີ່ສີຂຽວໜ້ອຍ ແລະ ເຮັດໃຫ້ອາກາດຮ້ອນຫຼາຍກວ່າ, ຂະນະທີ່ຜູ້ທີ່ຮັ່ງມີກໍສາມາດຊື້ເຄື່ອງປັບອາກາດທີ່ລາຄາສູງເມື່ອພົບກັບຄວາມຮ້ອນ ແລະ ມີທາງເລືອກໃນການເຄື່ອນຍ້າຍໄດ້ຫຼາຍກວ່າ.
ອີກໜຶ່ງຄວາມສໍາຄັນກໍຄື ການເຮັດໃຫ້ກະເສດຕະກໍາ ແລະ ລະບົບນິເວດອື່ນໆສາມາດຮັບມືກັບອານະຄົດໄດ້ ເນື່ອງຈາກຄວາມຮ້ອນສາມາດສົ່ງຜົນເສຍຫາຍຕໍ່ຜົນຜະລິດກະເສດຕະກໍາ ແລະ ຊັບພະຍາກອນອື່ນໆທີ່ຈໍາເປັນຕໍ່ການດໍາລົງຊີວິດຂອງມະນຸດເຮົາ.
ຫາກເຈົ້າມີວິທີໃດ ທີ່ເຮົາຈະຊ່ວຍກັນຫຼຸດຜ່ອນແກ໊ສເຮືອນແກ້ວ ແລະ ແກ້ໄຂບັນຫາສະພາບພູມິອາກາດໄດ້ ກໍສາມາດຮ່ວມແລກປ່ຽນກັນໄດ້. | ຂ່າວເຫດການ | 2021-07-06T11:27:28+00:00 | https://laopost.com/?p=125883 |
ນາຍົກເຫັນດີໃຫ້ຍົກເລີກການປະກອບເອກະສານຫລາຍຂັ້ນຕອນຕໍ່ນັກທ່ອງທ່ຽວ | ຂປລ. ອີງຕາມການຕົກລົງເຫັນດີຂອງນາຍົກລັດຖະມົນຕີ ຄັ້ງວັນທີ 8 ພະຈິກ 2016 ແລະ ໜັງສືລາຍງານສະບັບເລກທີ່ 1088/ຖວທ, ລົງວັນທີ 21 ພະຈິກ 2016 ຂອງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນການເຫັນດີໃຫ້ຍົກເລີກການປະກອບເອກະສານຫລາຍຂັ້ນຕອນຕໍ່ນັກທ່ອງທ່ຽວ ທີ່ຈະມາທ່ຽວ ສປປ ລາວ ເພື່ອອຳນວຍຄວາມສະດວກ ແລະ ເປັນການດຶງດູດນັກທ່ອງທ່ຽວ ໃຫ້ນັບມື້ນັບຫລາຍຂຶ້ນ ພ້ອມທັງເປັນການຈັດຕັ້ງປະຕິບັດ ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍການທ່ອງທ່ຽວ ແລະ ສອດຄ່ອງກັບການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ຕາມການສະເໜີຂອງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.
ຂໍ້ຕົກລົງວ່າດ້ວຍການອະນຸດຍາດໃຫ້ນັກທ່ອງທ່ຽວ ຈາກປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ ສາມານຳໃຊ້ປຶ້ມຜ່ານແດນ ແລະ ໃບຜ່ານແດນ ໄປທ່ອງທ່ຽວຫລາຍແຂວງໄດ້ ເຊິ່ງຫລັກ ການອະນຸຍາດທ່ອງທ່ຽວສຳລັບຜູ້ນຳໃຊ້ປຶ້ມຜ່ານແດນ ແລະ ໃບຜ່ານແດນ ມີຄື: ນັກທ່ອງທ່ຽວທີ່ເດີຍທາງມາດ້ວຍຕົນເອງ ແມ່ນອະຍຸດຍາດໄປຕາມຂອບ ເຂດ ທີ່ໄດ້ກຳນົດໄວ້ໃນສັນຍາລະຫວ່າງປະເທດ; ນັກທ່ອງທ່ຽວທີ່ເດີນທາງເຂົ້າມາໂດຍມີການບໍລິການ ຈາກບໍລິສັດທ່ອງທ່ຽວຂອງລາວ ແມ່ນອະນຸດຍາດໃຫ້ເດີນທາງໄປຫລາຍແຂວງ ຕາມລາຍການນຳທ່ຽວທີ່ໄດ້ກຳນົດໄວ້ ແລະ ຕ້ອງໄດ້ຮັບອະນຸດຍາດຈາກພາກສ່ວນທີ່ກ່ຽວຂ້ອງ; ນັກທ່ອງທ່ຽວທີ່ເດີນທາງເຂົ້າມາໃນ ສປປ ລາວ ຕ້ອງເຂົ້າ-ອອກ ຕາມດ່ານທີ່ທາງການໄດ້ກຳນົດໄວ້ ແລະ ຕາມລາຍການຂອງບໍລິສັດທ່ອງທ່ຽວ; ບໍລິສັດທ່ອງທ່ຽວໃດໜຶ່ງ ເມື່ອມີບໍລິການນັກທ່ອງທ່ຽວ ຕ້ອງສະເໜີຂໍເຈົ້າໜ້າທີ່ຕຳຫລວດທ່ອງທ່ຽວຕິດຕາມ ເພື່ອຮັກສາຄວາມປອດໄພທຸກຄັ້ງຕາມຄວາມເໝາະສົມ. ໃນນັ້ນບໍລິສັດບໍລິການນຳທ່ຽວ ໃນ ສປປ ລາວ ທີ່ໃຊ້ປື້ມຜ່ານແດນ ແລະ ໃບຜ່ານແດນ ແມ່ນສາມາດນຳທ່ຽວຕາມຂອບເຂດ ຄື: ພາກເໜືອຕອນເທິງ ແມ່ນຜົ້ງສາລີ, ຫລວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ແລະ ສາມາດທ່ອງ ທ່ຽວແຂວງຫລວງພະບາງໄດ້; ພາກເໜືອຕອນລຸ່ມແມ່ນແຂວງຫົວພັນ, ຊຽງຂວາງ, ໄຊຍະບູລີ ແລະ ຫລວງພະບາງ; ພາກກາງແມ່ນ ນະຄອນຫລວງວຽງຈັນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ແລະ ສະຫວັນນະເຂດ; ພາກໃຕ້ແມ່ນແຂວງຈໍາປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື.
ຂໍ້ຕົກລົງສະບັບດັ່ງກ່າວ ນຳໃຊ້ສຳລັບນັກທ່ອງທ່ຽວຈາກບັນດາປະເທດ ທີ່ມີຊາຍແດນຕິດກັບ ສປປ ລາວ ທີ່ນຳໃຊ້ປື້ມຜ່ານແດນ ແລະ ໃບຜ່ານແດນ ເຂົ້າມາທ່ອງທ່ຽວໃນ ສປປ ລາວ ແລະ ມີຜົນບັງຄັບໃຊ້ໃນຂອບເຂດຂອງ ສປປ ລາວ.
ຂ່າວໂດຍ: ສົມຫວັງ (ຂປລ)
ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ! | ຂ່າວທ່ອງທ່ຽວ | 2017-01-31T17:48:26+00:00 | https://laopost.com/?p=84052 |
ຫົວພັນຕັດສິນລົງໂທດພະນັກງານລັດອີກ 9 ຄົນ ສໍ້ໂກງງົບປະມານ 9 ຕື້ກ່ວາກີບ! | “ ສວຍໃຊ້ໜ້າທີ່ເພື່ອລວຍທາງລັດ ສຸດທ້າຍຕ້ອງໄດ້ຮັບໂທດ ”
ແຂວງຫົວພັນຍັງສືບຕໍ່ຢ່າງເຂັ້ມແຂງປາບຂະບວນການສໍ້ໂກງເງິນລັດ ອີກ 9 ຄົນ ສືບເນື່ອງຈາກ 10 ຄົນ
ທີ່ຖືກຕັດສິນເມື່ອກາງເດືອນພືດສະພາປີນີ້ ເພື່ອຢັ້ງຢືນເຖິງຄວາມເອົາໃຈໃສ່ຕິດຕາມກວດກາການນຳໃຊ້
ງົບປະມານລັດ, ຄວາມສັກສິດຂອງການນຳໃຊ້ນິຕິກຳ ຕາມທິດການສ້າງລັດແຫ່ງກົດໝາຍ ປາບບັນດາ
ຕົ້ນບັນຫາທີ່ສ້າງຄວາມເສື່ອມເສຍແກ່ວົງການລັດ ແລະ ພະນັກງານຄູຕ້ອງຂາດລາຍໄດ້ ຍ້ອນການສໍ້ໂກງ
ເອົາເງິນເຂົ້າຖົງຕົວເອງ ຊຸດນີ້ໂກງໄປກວ່າ 9 ຕື້ກີບ.
ທີ່ມາ: http://www.sedthakid.la/home/khao/19656.html | ຂ່າວພາຍໃນ | 2014-07-25T15:57:16+00:00 | https://laopost.com/?p=7734 |
ບັນດາ ປະເທດທົ່ວໂລກ ບັນລຸຂໍ້ຕົກລົງ ໂລກຮ້ອນ | ຂປລ. ຕາມຂ່າວຕ່າງປະເທດ, ວັນທີ 13 ທັນວາ 2015 ກອງປະຊຸມ ລັດຖະ ສະພາ ອະນຸສັນຍາ ປະຊາຊາດ ວ່າດ້ວຍ ການປ່ຽນແປງ ສະພາບ ດິນຟ້າ ອາກາດ ຄັ້ງທີ 21 ທີ່ຈັດຂຶ້ນ ຢູ່ນະຄອນຫລວງ ປາຣີ ປະເທດ ຝຣັ່ງ (Paris2015/COP21) ນັບແຕ່ວັນທີ່ 30 ພະຈິກຜ່ານມາ ຈົນເຖິງ ວັນທີ 12 ທັນວາ. ບັນດາ ປະເທດ ທ່ີເຂົ້າຮ່ວມໃນກອງປະຊຸມ ດັ່ງກ່າວ ໄດ້ບັນລຸ ຂໍ້ຕົກລົງ ກ່ຽວກັບ ການຫລຸດຜ່ອນ ຄວາມຮ້ອນ ຂອງໂລກ ເພື່ອຮັກສາ ອຸ່ນຫະພູມ ຂອງໂລກ ບໍ່ໃຫ້ເພີ່ມຂຶ້ນ ຕື່ມ 1 ອົງສາ ນັບແຕ່ນີ້ ຈົນເຖິງປີ 2100 , ເຊິ່ງເປັນ ເງື່ອນໄຂ ສຳຄັນ ເພື່ອຈະເຮັດໃຫ້ ບັນດາ ປະເທດ ທຸກຍາກ ບໍ່ໄດ້ຮັບ ຜົນກະທົບ ຈາກ ລະດັບນ້ຳ ທະເລ ເພີ່ມສູງຂຶ້ນ ແລະ ບັນຫາອື່ນໆ ຈາກພາວະໂລກຮ້ອນ./.
ແຫ່ລງຂ່າວ | ຂ່າວຕ່າງປະເທດ | 2015-12-14T14:53:21+00:00 | https://laopost.com/?p=42905 |
ບາງທັດສະນະຂອງລາວ ທີ່ມີຕໍ່ກອງປະຊຸມພັກກອມ ມູນິດຈີນ | ທ່ານ ສີຄູນ ບຸນວິໄລ ເລຂາທິການສະມາຄົມ ມິດຕະພາບລາວ-ຈີນ ໄດ້ໃຫ້ສຳພາດຕໍ່ນັກຂ່າວຈາກວິທະຍຸ CRI ປະຈຳລາວ ແລະ ຂ່າວສານປະເທດລາວ ໃນວັນທີ 17 ຕຸລາ ນີ້ວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIX ຂອງພັກກອມມູນິດຈີນ ແມ່ນເຫດການ ການເມືອງທີ່ມີຄວາມໝາຍສຳຄັນຍິ່ງ ໃນຊີວິດການເມືອງຂອງພັກກອມມູນິດຈີນ, ເຊິ່ງໄດ້ໄຂຂຶ້ນໃນໄລຍະສຳຄັນ ຂອງການກຳນົດຍຸດທະສາດ ແລະ ວາງນະໂຍບາຍເພື່ອບັນລຸການສ້າງສັງຄົມອັນອິ່ມໜ່ຳສຳລານຮອບດ້ານ ແລະ ຄວາມຝັນຂອງຈີນ ໃນການຟື້ນຟູຄວາມຮຸ່ງເຮືອງສີວິໄລ ຂອງເຊື້ອຊາດຈີນ ໃນກາງສັດຕະວັດທີ 21 ໃຫ້ປາກົດຜົນເປັນຈິງຢ່າງມີໄຊ.
ທ່ານ ສີຄູນ ບຸນວິໄລ ໄດ້ຕີລາຄາສູງຕໍ່ແນວທາງການປະຕິຮູບ ແລະ ນະໂຍບາຍ ການພັດ ທະນາຂອງສະຫາຍ ສີຈິນຜິງ ເຊິ່ງໄດ້ມີແບບແຜນການນຳພາ ຢ່າງກວມລວມຮອບດ້ານ ຕາມແນວຄິດໃໝ່, ຍຸດທະສາດໃໝ່ ແລະ ມາດຕະການໃໝ່ ພາຍໃຕ້ສະພາບການໃໝ່ ແຫ່ງການພັດທະນາຢ່າງໜັກແໜ້ນ,ແນໃສ່ຊຸກຍູ້ການດຳເນີນການພັດທະນາ 5 ປະການ ໃນໜຶ່ງດຽວ, ຍຸດທະສາດ 4 ຮອບດ້ານ ແລະ ເປົ້າໝາຍສູ່ຊົນ 100 ປີ 2 ເຫດການ ດ້ວຍບາດກ້າວທີ່ໜັກແໜ້ນ. ກອງປະ ຊຸມດັ່ງກ່າວ, ແມ່ນມີຄວາມໝາຍສຳຄັນ ທ່າມກາງ ຈີນພວມ ຢູ່ຕໍ່ໜ້າໄລຍະຫົວລ້ຽວຫົວຕໍ່ ເພື່ອໃຫ້ປະສົບຜົນສຳເລັດ ເປົ້າໝາຍ ໃນການກໍ່ສ້າງສັງຄົມໃຫ້ອີ່ມໝຳສຳລານຢ່າງຮອບດ້ານ ແລະ ຊຸກຍູ້ການພັດທະນາສັງຄົມນິຍົມຈີນ ໃຫ້ມີສີສັນ ພິເສດ.
ທ່ານ ກ່າວຕື່ມວ່າ: ສປ ຈີນ ເປັນປະເທດທີ່ມີແຜ່ນດິນໃຫຍ່ອັນດັບທີສາມ ຂອງໂລກ, ມີພົນລະເມືອງຫລາຍເປັນອັນດັບໜຶ່ງ, ສັງຄົມຂອງຈີນ ຈະບໍ່ມິຄວາມສັບສົນ ແລະ ຢູ່ດ້ວຍກັນຢ່າງມີຄວາມສາມັກຄີປອງດອງ. ນອກຈາກນີ້, ຜົນງານທີ່ຂ້າພະເຈົ້າ ສຳພັດໄດ້ແມ່ນການພັດທະນາເຕັກນິກວິທະຍາສາດທີ່ທັນສະໄໝ ນັບມື້ນັບລື່ນກາຍປະເທດທີ່ພັດທະນາໄປກ່ອນ ແລະ ການສ້າງກຳລັງປ້ອງກັນຄວາມສະຫງົບຂອງຈີນ ແມ່ນເຂັ້ມແຂງ ສາມາດເປັນອີງໃຫ້ແກ່ສັນຕິພາບຂອງໂລກໄດ້.ການພັດທະນາຂອງຈີນ ມັນໄດ້ສົ່ງຜົນກະທົບຕໍ່ທຸກປະເທດ ທີ່ໄດ້ຮັບຜົນປະໂຫຍດຈາກການພັດທະນາຂອງຈີນ. ສະນັ້ນ, ກອງປະຊຸມຄັ້ງນີ້ຄິດວ່າ ຈະວາງແນວທາງນະໂຍບາຍການເມືອງຢ່າງຮອບຄອບ ແລະ ລະອຽດເຮັດໃຫ້ສັງຄົມຈີນ ອີ່ມໜຳສຳລານໃນປີ 2020 ຄວາມທຸກຍາກຂອງປະຊາຊົນຈີນ ຈະຖືກລຶບລ້າງ.
ສຳລັບ ສປປ ລາວ ກໍເປັນປະເທດ ທີ່ມີຊາຍແດນຕິດກັບ ສປ ຈີນ, ຊຶ່ງໄດ້ຮັບຜົນສະທ້ອນໂດຍກົງທີ່ລັດຖະບານຈີນ ໃຫ້ການຊ່ວຍເຫລືອເປັນຕົ້ນແມ່ນ ການກໍ່ສ້າງຖະໜົນຫົນທາງ, ຕຶກອາຄານ, ສູນການຄ້າ ແລະ ກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ. ນອກຈາກນີ້, ຍັງໃຫ້ການຊ່ວຍເຫລືອທາງດ້ານເຕັກນິກວິຊາການ ແລະ ທີ່ສຳຄັນ ແມ່ນການສ້າງເສັ້ນທາງລົດໄຟຄວາມໄວສູງ ຊຶ່ງມັນຈະເປັນເສັ້ນທາງທີ່ ສປປ ລາວ ຈະໄດ້ເປັນທາງຜ່ານ, ເຊື່ອມໂຍງກັບບັນດາປະເທດອາຊຽນ ແລະ ພູມມີພາກ ຈະກາຍເປັນໂອກາດອັນດີ ໃນການຄົມມະນາຄົມຂົນສົ່ງ ອອກສູ່ຕ່າງປະເທດຂອງລາວ.
ພັກປະຊາຊົນປະຕິວັດລາວ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສຸດທີ່ຖະນຸຖະໜອມ ສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອອັນດີງາມລາວ-ຈີນ ແລະ ພ້ອມທີ່ຈະຮ່ວມກັບພັກກອມມູນິດຈີນ, ລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງ ສືບຕໍ່ເຮັດສຸດຄວາມສາມາດຂອງຕົນ ໃນການປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນ ແບບຄູ່ຮ່ວມຍຸຸດທະສາດຮອບດ້ານໝັ້ນຄົງຍາວນານ ແລະ ຄວາມໄວ້ເນື້ອເຊື່ອໃຈກັນ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງ ຊາດລາວ-ຈີນ ໃຫ້ນັບມື້ນັບແໜ້ນແຟ້ນເລິກເຊິ່ງກວ່າເກົ່າ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ ແລະ ທັງເປັນການປະກອບສ່ວນເຂົ້າ ໃນພາລະກິດສັນຕິພາບ ແລະ ການຮ່ວມມືພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ພາບ-ຂ່າວ: ມະນີທອນ (ສຳນັກຂ່າວສານປະເທດລາວ) | ຂ່າວທ້ອງຖິ່ນ | 2017-10-20T12:41:28+00:00 | https://laopost.com/?p=96222 |
ອັງກິດພົບ”ໂຄວິດກາຍພັນ” ແຜ່ລະບາດໄດ້ໄວຂຶ້ນ 70% | ສຳນັກຂ່າວຕ່າງປະເທດ ລາຍງານວ່າ ພາຍໃນເວລາພຽງບໍ່ພໍເທົ່າໃດຊົ່ວໂມງ ຫຼັງຈາກທ່ານນາຍົກລັດຖະມົນຕີບໍຣິສ ຈອນສັນ ຍົກລະດັບທັງ 32 ເຂດໃນນະຄອນຫຼວງລອນດອນ ລວມເຖິງຊິຕີ ອອັບ ລອນດອນ ໃຫ້ເປັນພື້ນທີ່ເຝົ້າລະວັງດ້ານສາທາລະນະສຸກຂັ້ນ 4 ເປັນເວລາຢ່າງໜ້ອຍ 14 ວັນ ນັບຕັ້ງແຕ່ວັນອາທິດ ເນື່ອງຈາກພື້ນທີ່ດັ່ງກ່າວມີການແຜ່ລະບາດຂອງເຊື້ອໄວຣັສໂຄໂຣນ່າສາຍພັນໃໝ່ກາຍພັນ ທີ່ສາມາດຕິດຕໍ່ໄວຂຶ້ນອີກ 70%.
ລັດຖະບານເກືອບທຸກປະເທດໃນທະວີບເອີຣົບທັງເຢຍລະມັນ, ຝຣັ່ງ, ອິຕາລີ, ເບລຢຽມ, ໄອຣ໌ແລນ, ອົດສະຕຣາລີ, ເນເທີແລນ, ສະວີເດນ, ຟິນແລນ ແລະ ສະວິດເຊີແລນ ໄດ້ປະກາດມາດຕະການໂຈະການເດີນທາງທຸກຊ່ອງທາງຈາກອັງກິດ ເປັນເວລາ 14 ວັນ ສ່ວນມາດຕະການຂອງຝຣັ່ງແມ່ນມີຜົນບັງຄັບໃຊ້ຢ່າງໜ້ອຍໃນ 48 ຊົ່ວໂມງ ນັບຕັ້ງແຕ່ວັນອາທິດທີ່ຜ່ານ.
ໃນເວລາດຽວກັນ, ອົງການອານາໄມໂລກອອກຖະແຫຼງການວ່າ ອັດຕາການຕິດເຊື້ອ ແລະ ການແຜ່ລະບາດຂອງໂຣກໂຄວິດ-19 ໃນປັດຈຸບັນພື້ນທີ່ສ່ວນໃຫຍ່ຂອງທະວີບເອີຣົບ ແມ່ນມີການລະບາດຮຸນແຮງ ແລະ ເປັນວົງກວ້າງ ທຸກປະເທດຄວນຍົກລະດັບມາດຕະການຄວບຄຸມເພີ່ມຂຶ້ນເທົ່າຕົວ ແລະ ທາງ WHO ກຳລັງປະສານງານຢ່າງໃກ້ຊິດກັບລັດຖະບານອັງກິດ ເພື່ອຂໍຂໍ້ມູນເພີ່ມເຕີມກ່ຽວກັບ ການກາຍພັນຂອງໂຄວິດ.
ຮຽບຮຽງຂ່າວ: ພຸດສະດີ | ຂ່າວຕ່າງປະເທດ | 2020-12-21T10:05:21+00:00 | https://laopost.com/?p=122381 |
ຕະລຶງ! ໜຸ່ມອົດສະຕາລີ ຟື້ນຈາກອາການໂຄມ່າ ແລ້ວເວົ້າພາສາຈີນໄດ້! | ໜຸ່ມອົດສະຕາລີ ລອດຊີວິດຈາກອຸບັດເຫດທາງລົດໄດ້ຢ່າງປາຕິຫານ ແລະ ທີ່ມະຫັດສະຈັນໄປກ່ວານັ້ນ ເມື່ອເຂົາຟື້ນ
ຈາກອາການໂຄມ່າແລ້ວ ພົບວ່າໂຕເຂົາເອງສາມາດເວົ້າພາສາຈີນໄດ້ຢ່າງຄ່ອງແຄ້ວອີກ.
ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 4 ກັນຍາ 2014 ນີ້ວ່າ ທ້າວ ເບັນຈາມິນ ແມັກມາຮອນ ຊາວອົດສະຕາລີ
ອາຍຸ 22 ປີ ຜູ້ເຊິ່ງເວົ້າພາສາອັງກິດມາໂດຍຕະຫຼອດຊີວິດ ໄດ້ປະສົບອຸບັດເຫດທາງລົດຢ່າງຮຸນແຮງ ຈົນຕົກຢູ່ໃນອາ
ການໂຄມ່າໃນປີ 2012 ແລະ ເມື່ອເຂົາກັບຟື້ນຄືນມາມີສະຕິໃນໜຶ່ງອາທິດຕໍ່ມາ ກໍພົບວ່າເຂົາສາມາດເວົ້າພາສາຈີນ
ກາງ ໄດ້ຢ່າງຄ່ອງແຄ້ວ ແຕ່ຊ້ຳພັດເວົ້າພາສາອັງກິດບໍ່ໄດ້ເລີຍ.
ຕາມລາຍງານຂ່າວໄດ້ລະບຸວ່າ ທ້າວ ແມັກມາຮອນ ຟື້ນຂຶ້ນມາ ແລະ ແນມເຫັນນາງພະຍາບານຄົນໜຶ່ງ ເຊິ່ງເບິ່ງ
ຄືເປັນຄົນອາຊີຢືນຢູ່ຂ້າງຕຽງຂອງເຂົາ ແລ້ວເຂົາຈິ່ງເວົ້າກັບພະຍາບານຄົນນັ້ນວ່າ ” ຂໍໂທດເດີ້ທ່ານໝໍ ຂ້ອຍຮູ້ສຶກ
ເຈັບຄໍຫຼາຍ ” ແຕ່ຄຳເວົ້າທີ່ອອກມານັ້ນກັບເປັນພາສາຈີນ, ຈາກນັ້ນເຂົາຈຶ່ງຂໍເອົາເຈ້ຍກັບປາກກາຈາກນາງພະຍາ
ບານ ແລ້ວເຂົາໄດ້ຂຽນຂໍ້ຄວາມວ່າ ” ຂ້ອຍຮັກແມ່, ຂ້ອຍຮັກພໍ່ ຂ້ອຍຈະຕ້ອງເຊົາໃຫ້ໄດ້! ” ໃນພາສາຈີນອີກເຊັ່ນກັນ.
ກໍລະນີທີ່ເກີດຂຶ້ນກັບ ທ້າວ ແມັກມາຮອນ ໄດ້ສ້າງຄວາມສັບສົນມຶນງົງໃຫ້ກັບໝໍ ແລະ ຄອບຄົວຂອງເຂົາເປັນຢ່າງ
ຍິ່ງ ໂດຍໃນອະດີດ ທ້າວ ແມັກມາຮອນ ເຄີຍຮຽນພາສາຈີນກາງທີ່ໂຮງຮຽນ ແຕ່ກໍບໍ່ເຄີຍເວົ້າໄດ້ຢ່າງຄ່ອງແຄ້ວແບບ
ນີ້ເລີຍ, ລາວຍັງໄດ້ກ່າວອີກວ່າ ” ຂ້ອຍບໍ່ໄດ້ຄິດໃນຕອນທີ່ຈະເວົ້າພາສາຈີນ ມັນຫາກອອກມາເອງ ແລະ ມັນເປັນທຳ
ມະຊາດທີ່ສຸດສຳລັບຂ້ອຍ ”
ທັງນີ້ 2-3 ມື້ຕໍ່ມາ ທ້າວ ແມັກມາຮອນ ກໍສາມາດຟື້ນຟູທັກສະການເວົ້າພາສາອັງກິດກັບຄືນມາອີກ ເຊິ່ງນັບແຕ່ນັ້ນ
ເປັນຕົ້ນມາ ຄວາມສາມາດທາງພາສາ ກໍໄດ້ເປີດໂອກາດໃໝ່ໃຫ້ກັບເຂົາຢ່າງຫຼວງຫຼາຍ ໂດຍເຂົາໄດ້ເປັນຜູ້ນຳທົວນັກ
ທ່ອງທ່ຽວຈາກຈີນ ຢູ່ໃນເມືອງເມວເບີນບ້ານເກີດຂອງເຂົາເອງ ຕະຫຼອດຮອດເປັນຜູ້ປະກາດຂ່າວພາສາຈີນກາງໃນ
ໂທລະພາບອີກດ້ວຍ.
ປັດຈຸບັນນີ້ ທ້າວ ແມັກມາຮອນ ໄດ້ຍ້າຍໄປອາໄສຢູ່ນະຄອນຊຽງໄຮ້ ສປ ຈີນ ເພື່ອຮຽນວິຊາການຄ້າ ໃນມະຫາວິທະຍາ
ໄລແຫ່ງໜຶ່ງ ໂດຍເຂົາໄດ້ກ່າວວ່າ ເຂົາໂຊກດີທີ່ມີຊີວິດລອດ ແລະ ສາມາດເວົ້າໄດ້ 2 ພາສາ.
ດ້ານໜຶ່ງ ເຫດການທີ່ເກີດຂຶ້ນກັບ ທ້າວ ແມັກມາຮອນ ບໍ່ແມ່ນວ່າບໍ່ເຄີຍເກີດຂຶ້ນມາກ່ອນເລີຍ, ເມື່ອປີ 2010 ເດັກ
ຍິງຊາວໂຄຣເອເຊຍ ອາຍຸ 13 ປີ ໄດ້ຟື້ນຂຶ້ນຈາກອາການໂຄມ່າ ແລ້ວພົບວ່ານາງສາມາດເວົ້າພາສາເຢຍລະມັນໄດ້ຢ່າງ
ຄ່ອງແຄ້ວ ແທນທີ່ຈະເປັນພາສາໂຄຣເອເຊຍ ທັງທີ່ນາງຫາກໍເລີ່ມຮຽນພາສາເຢຍລະມັນໄດ້ບໍ່ດົນ ແລະ ອີກກໍລະນີ
ໜຶ່ງ ເມື່ອເດືອນກໍລະກົດປີ 2013 ນັກຮົບເກົ່າຊາວອາເມຣິກັນ ຖືກພົບເຫັນໝົດສະຕິຢູ່ພາຍໃນຫ້ອງຂອງໂຮງແຮມ
ແຫ່ງໜຶ່ງ ຈາກນັ້ນ ເຂົາຟື້ນຂຶ້ນມາໂດຍບໍ່ຈື່ວ່າຕົນເອງເປັນໃຜ ແຕ່ສາມາດເວົ້າພາສາສະວີເດັນໄດ້ຢ່າງເປັນທຳມະຊາດ. | ຂ່າວພາຍໃນ | 2014-09-05T09:05:43+00:00 | https://laopost.com/?p=9938 |
ເຈົ້າໜ້າທີ່ພາສີ ປະຈຳແຂວງໄຊຍະບູລີ ຢຶດລົດ TOYOTA FOTUNER ລົບໜີພາສີ | ເຈົ້າໜ້າທີ່ພາສີ ປະຈຳແຂວງໄຊຍະບູລີ ປະຈຳຈຸດແກ້ງສາວ ເມືອງປາກລາຍ ແຂວງໄຊຍະບູລີ, ໄດ້ອອກກວດກາເຄື່ອນໄຫວວຽກງານຕາມເສັ້ນທາງເມືອງປາກລາຍ ຫາ ເມືອງທົ່ງມີໄຊ ແຂວງໄຊຍະບູລີ, ພາຍຫຼັງໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າຈະມີການລັກລອບນໍາເຂົ້າພາຫະນະ ເຂດຊາຍແດນປະເທດໃກ້ຄຽງ, ພົບເຫັນລົດ TOYOTA FOTUNER ຊຸກເຊື່ອງໄວ້ໃນສາງໂຮງງານໝາກເດືອຍເກົ່າຢູ່ເຂດບ້ານໃໝ່ ເມືອງທົ່ງມີໄຊ ແຂວງໄຊຍະບູລີ.
ຕາມການລາຍງານເບື້ອງຕົ້ນຂອງພາສີ ປະຈຳແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນວັນທີ 8 ກັນຍາ 2022 ຜ່ານມານີ້, ເວລາ 20:30 ໂມງ, ພາສີ ປະຈໍາແຂວງໄຊຍະບູລີ, ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າຈະມີການລັກລອບນໍາເຂົ້າພາຫະນະ ເຂດຊາຍແດນປະເທດໃກ້ຄຽງບໍລິເວນເມືອງທົ່ງມີໄຊ ແຂວງໄຊຍະບູລີ.
ດັ່ງນັ້ນ, ຈຶ່ງໄດ້ອອກສົມທົບກັບເຈົ້າໜ້າທີ່ຈຶ່ງໄດ້ອອກກວດກາ ແລ້ວໄດ້ພົບເຫັນພາຫະນະ 1 ຄັນ (ປະເພດລົດຈິບ, ຫຍີ່ຫໍ້ TOYO TA FOTUNER, ສີຂາວ, ປີຜະລິດ 2020, ຄວາມແຮງ 2400cc, ເລກຈັກ 2GDC791120, ເລກຖັງ MROAB3GS30558681) ຊຶ່ງກໍາລັງມີການປ່ຽນພວງມະໄລຈາກຂວາ ຫາ ຊ້າຍ.
ດັ່ງນັ້ນ,ຈຶ່ງໄດ້ຢຶດພາຫະນະຄັນດັ່ງກ່າວໄວ້ເປັນຂອງກາງ, ເພື່ອດຳເນີນການສືບສວນ-ສອບສວນ ແລະ ດຳເນີນຄະດີຕາມລະບຽບກົດໝາຍ. ສ່ວນລາຍລະອຽດກ່ຽວກັບການຢຶດພາຫະນະດັ່ງກ່າວທາງທີມຂ່າວສານການເງິນຈະໄດ້ລາຍງານນໍາສະເໜີເພີ່ມເຕີມຕາມພາຍຫຼັງ.
ແຫຼ່ງຂາ່ວຈາກ ກະຊວງການເງິນ | ຂ່າວພາຍໃນ | 2022-09-15T09:49:15+00:00 | https://laopost.com/?p=137650 |
ຣັດເຊຍກະໂດດເຂົ້າຊ່ວຍເກຣັກ! ຍື່ນຂໍ້ສະເໜີໃຫ້ກູ້ເງິນຈາກທະນາຄານ BRICS ເພື່ອປົດໜີ້! | ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ກໍລະກົດນີ້ວ່າ ຣັດເຊຍໄດ້ປະກາດຍື່ນມືເຂົ້າຊ່ວຍເຫລືອເກຣັກ ດ້ວຍການສະເໜີໃຫ້ເກຣັກຍື່ນຂໍກູ້ເງິນຈາກທະນາຄານກຸ່ມ BRICS ທີ່ມີຣັດເຊຍ, ຈີນ, ອິນເດຍ, ອາຟຣິກາໃຕ້ ແລະ ບຣາຊິນ ເປັນສະມາຊິກໃຫຍ່ຢູ່ໃນນັ້ນ ໂດຍມີຂໍ້ແລກປ່ຽນ ໃຫ້ເກຣັກສະໝັກເຂົ້າເປັນສະມາຊິກຂອງກຸ່ມ BRICS ພ້ອມທັງຊື້ຮຸ້ນທີ່ທາງກຸ່ມໄດ້ສະເໜີຂາຍອອກ ໂດຍບໍ່ໄດ້ມີການນຳນົດຈຳນວນຮຸ້ນທີ່ຈະຕ້ອງຊື ຫລື ວົງເງິນທີ່ຈະໃຫ້ການຊ່ວຍເຫລືອເທື່ອ.
ທັງນີ້ ການຍື່ນມືເຂົ້າຊ່ວຍເຫລືອເກຣັກຂອງທະນາຄານກຸ່ມ BRICS ດັ່ງກ່າວ ທີ່ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນຊຽງໄຮ້ ສປ ຈີນ ເຊິ່ງຈະມີກຳນົດເປີດທຳການ ພາຍໃນເດືອນເມສາປີ 2016 ນີ້ ແມ່ນໄດ້ກາຍເປັນຂໍ້ສະເໜີຊ່ວຍເຫລືອລ່າສຸດຈາກຕ່າງປະເທດ ທີ່ມີຕໍ່ລັດຖະບານເກຣັກ ໃນທ່າມກາງທີ່ເກຣັກກຳລັງປະເຊີນກັບວິກິດການທາງການເງິນ ຈາກການທີ່ບໍ່ສາມາດຊຳລະໜີ້ສິນກັບຕ່າງປະເທດໄດ້ ເຮັດໃຫ້ສະຫະພາບເອີຣົບ ອາດໃຊ້ມາດຕະການໃຫ້ເກຣັກ ຫລຸດອອກຈາກການເປັນປະເທດທີ່ໃຊ້ເງິນສະກຸນເອີໂຣ ຫລື ເອີໂຣໂຊນໄດ້. | ຂ່າວຕ່າງປະເທດ | 2015-07-08T17:49:52+00:00 | https://laopost.com/?p=29775 |
ຈີນ-ຊາອຸດິດອາຣັບບີເປີດໂຮງກັ່ນນ້ຳມັນ | ຜູ້ນຳສປ ຈີນ ແລະ ຜູ້ນຳຊາອຸດິດອາຣັບບີ ຮ່ວມພິທີເປີດໂຮງກັ່ນນ້ຳມັນແຫ່ງໃໝ່ ຢູ່ໃນນະຄອນຫຼວງຣິຍາດໃນວັນທີ 20 ມັງກອນທີ່ຜ່ານມາ ຊຶ່ງເປັນໂຄງການຮ່ວມທຶນລະຫວ່າງສອງປະເທດ.
ສຳນັກຂ່າວເອເອຟພີລາຍງານຈາກນະຄອນຣິຍາດຂອງຊາອຸດິດອາຣັບບີໃນວັນທີ 20 ມັງກອນທີ່ຜ່ານມາວ່າ ທ່ານ ສີ ຈິ້ນຜິງ ປະທານປະເທດຂອງຈີນ ແລະ ກະສັດຣິຊັລມານແຫ່ງຊາອຸດິດອາຣັບບີ ຮ່ວມເປັນປະທານໃນພິທີເປີດໂຮງກັ່ນນ້ຳມັນ ຊຶ່ງເປັນໂຄງການລົງທຶນຮ່ວມລະຫວ່າງ 2 ປະເທດໃນນະຄອນຣິຍາດ ຊຶ່ງເປັນມື້ທີ່ 2 ຂອງການຢ້ຽມຢາມພາກພື້ນຕາເວັນອອກກາງຂອງທ່ານສີ ຈິ້ນຜິງ. ໂຮງກັ່ນນ້ຳມັນ ຍານບູ ຊິໂນເປກ ຣີໄຟນິ່ງ ຄຳປານີ (ຢາສເຣຟ)ຕັ້ງຢູ່ເມືອງອຸດສາຫະກຳ ຍານບູ ແຄມຝັ່ງທະເລແດງ ຮຸ້ນສ່ວນ 62,5% ຖືໂດຍບໍລິສັດລາຍໃຫຍ່ຂອງຊາອຸດິດອາຣັບບີ ສ່ວນບໍລິສັດໄຊນ່າ ປີໂຕຣລຽມ ແອນ ເຄມິຄອລ ຄອບ(ຊິໂນເປກ)ຂອງຈີນ ຖືຮຸ້ນສ່ວນທີ່ເຫຼືອທັງໝົດ, ຊຶ່ງ ຢາສເຣຟສະແດງເຖິງຄວາມມຸ່ງໝັ້ນຂອງ 2 ບໍລິສັດໃນການຂັບເຄື່ອນການຈະເລີນເຕີບໂຕ.
ປະຈຸບັນຊາອຸດິດອາຣັບບີເປັນຜູ້ຈັດສົ່ງນ້ຳມັນດິບລາຍໃຫຍ່ສຸດຂອງຈີນ ຊຶ່ງການຂະຫຍາຍເຂົ້າສູ່ການກັ່ນ ເໝາະສົມກັບເປົ້າໝາຍຂອງລັດຖະບານໃນການສ້າງຄວາມຫຼາກຫຼາຍທາງເສດຖະກິດຂອງປະເທດ ລັດຖະບານປັບນະໂຍບາຍເລັ່ງດ່ວນ ຫຼັງຈາກລາຍໄດ້ຈາກນ້ຳມັນຂອງປະເທດຫຼຸດລົງ, ຊຶ່ງຢາສເຣຟເປັນ 1 ໃນ 5 ໂຮງກັ່ນນ້ຳມັນຮ່ວມທຶນຊອງຊາອຸດິດອາຣັບບີ ແລະ ເປັນໂຮງງານດຽວທີ່ຢູ່ໃນປະເທດ, ອີກ 4 ແຫ່ງຢູ່ໃນຕ່າງປະເທດ.
ທີ່ມາ: | ຂ່າວຕ່າງປະເທດ | 2016-01-21T22:32:31+00:00 | https://laopost.com/?p=45260 |
ສານເຄມີຮົ່ວໄຫຼຄືສາເຫດທີ່ເຮັດໃຫ້ນໍ້າຂຸ່ນ ແລະ ປາທີ່ນໍ້າລີກ | ໜັງສືພິມວຽງຈັນທາມລາຍງານໃນວັນທີ 18 ກຸມພາ 2020 ວ່າ ສາເຫດປາຕາຍຢູ່ນໍ້າລີກ ເມືອງ ກາສີ, ແຂວງ ວຽງຈັນ ໃນມື້ວານນີ້ ວັນທີ 17 ເດືອນກຸມພາ ແມ່ນຍ້ອນການຮົ່ວໄຫຼຂອງສານເຄມີທີ່ເຮັດໃຫ້ແຂງໂຕໄວຂອງຄອນກີດ ຈາກບໍລິສັດກໍ່ສ້າງໜຶ່ງໃນເມືອງ ກາສີ.
ທ່ານ ສີທົນ ແສງພະຈັນ ເຈົ້າເມືອງກາສີໄດ້ກ່າວຕໍ່ທີມງານວຽງຈັນທາມ ມື້ເຊົ້ານີ້ວ່າ: ມາຮອດປະຈຸບັນສະພາບນໍ້າແມ່ນຢູ່ໃນເກນປົກກະຕິແລ້ວ ແລະ ບໍ່ພົບເຫັນປາຕາຍແລ້ວ ແຕ່ຍັງຕ້ອງຫ້າມ ບໍ່ໃຫ້ດຶ່ມ-ອາບ ແລະ ບໍລິໂພກປາຈາກແມ່ນໍ້າລີກເພາະຍັງລໍຖ້າຜົນກວດຄຸນນະພາບນໍ້າ ຈາກວິຊາການຫ້ອງການສິ່ງແວດລ້ອມ.
ທ່ານ ສີທົນ ໄດ້ກ່າວຕື່ມອີກວ່າ: ສະພາບປາຕາຍແມ່ນຫ່າງຈາກຈຸດທີ່ມີການກໍ່ສ້າງປະມານ 1 ກິໂລແມັດ. ປາຕາຍບໍ່ຫຼາຍ ມີແຕ່ປານ້ອຍເປັນສ່ວນຫລາຍ ປະມານ 5 ກິໂລ. ພາຍຫຼັງພົບເຫັນນໍ້າຂຸ່ນຜິດປົກກະຕິ ແລະ ມີປາຕາຍ ອຳນາດການປົກຄອງເມືອງ ແລະ ພາກສ່ວນກ່ຽວຂ້ອງກໍ່ໄດ້ລົງຕິດຕາມ ແລະ ກວດສອບຈຶ່ງພົບເຫັນສາເຫດດັ່ງກ່າວເກີດຈາກການຮົ່ວໄຫຼຈາກສານເຄມີທີ່ເຮັດໃຫ້ແຂງໂຕໄວຂອງຄອນກີດຈາກບໍລິສັດກໍ່ສ້າງ ແລະ ທາງວິຊາການຂອງບໍລິສັດກໍ່ຢືນຢັນແລ້ວວ່າແມ່ນແທ້ ຍ້ອນມີການຜິດພາດທາງເຕັກນິກໃນການກໍ່ສ້າງ.
ອ່ານຂ່າວທີ່ກ່ຽວຂ້ອງກັບຂ່າວນີ້ຍ້ອນຫຼັງໄດ້ທີ່ລິ້ງ: ປະຊາຊົນທີ່ອາໃສໃກ້ແມ່ນໍ້າລີກຊ່ວງນີ້ຫ້າມ (ດື່ມ ຫຼື ອາບ) ແລະ ກິນປາທີ່ຕາຍເດັດຂາດ
ຮຽບຮຽງຂ່າວ: ພຸດສະດີ | ຂ່າວທ້ອງຖິ່ນ | 2020-02-19T13:48:19+00:00 | https://laopost.com/?p=116943 |
ສິງກະໂປແອຣໄລນ໌ ກຽມໃຊ້ເຮືອບິນລຳຍາວ ແລະ ໃຫຍ່ທີ່ສຸດໃນໂລກ | ‘ຊີເອັນເອັນມັນນີ່’ ເປີດເຜີຍວ່າ ແຫຼ່ງຂ່າວ 3 ຄົນໃກ້ຊິດກັບໂຄງການສ້າງເຮືອບິນເຈັດທີ່ຍາວທີ່ສຸດໃນໂລກ ຄາດຄະເນວ່າ ສາຍການບິນສິງກະໂປແອຣໄລນ໌ຈະເລືອກແບບເຮືອບິນຈາກ 1 ໃນສອງບໍລິສັດໄດ້ພາຍໃນທ້າຍປີນີ້
ໂດຍທັງໂບອິ້ງ ແລະ ແອຣບັສໄດ້ນຳສະເໜີຜົນການອອກແບບເຮືອບິນໃຫ້ຄະນະວິສະວະກອນຈາກສິງກະໂປແອຣໄລນ໌ແລ້ວ ເຊິ່ງເຮືອບິນທີ່ບໍລິສັດອອກແບບໄວ້ ຈະເປັນເຮືອບິນທີ່ມີທາງຍ່າງ 2 ຊ່ອງ ທີ່ຍາວທີ່ສຸດ ແລະ ໃຫຍ່ທີ່ສຸດໃນໂລກທີ່ໃຊ້ສອງເຄື່ອງຍົນ ຄວາມຍາວຕະຫຼອດລຳເກືອບຍາວເທົ່າກັບສະໜາມບານເຕະ
ເຮືອບິນແອຣບັສລຸ້ນ A350-2000 ມີຄວາມຍາວເກືອບ 77.4 ແມັດ ແລະ ມີບ່ອນນັ່ງຜູ້ໂດຍສານ 400 ບ່ອນນັ່ງ ສ່ວນເຮືອບິນໂບອິ້ງລຸ້ນ 777-10X ມີຄວາມຍາວ 78.9 ແມັດ ແລະ ບັນຈຸຜູ້ໂດຍສານໄດ້ 450 ບ່ອນນັ່ງ ຖືວ່າມີບ່ອນນັ່ງຫຼາຍກວ່າ ເຮືອບິນແອຣບັສລຸ້ນ A350 ແລະ ໂບອິ້ງ 777X ທີ່ໃຫຍ່ທີ່ສຸດ ແລະ ໄດ້ມີການນຳໃຊ້ໃນປັດຈຸບັນ ເຖິງ 30 ແລະ 50 ບ່ອນນັ່ງ
ຂ່າວຈາກ: http://news.mthai.com/hot-news/world-news/533152.html
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ! | ຂ່າວຕ່າງປະເທດ | 2016-11-17T08:41:36+00:00 | https://laopost.com/?p=76808 |
ເອກອັກຄະລັດຖະທູດລາວປະຈຳປະເທດໄທພົບປະຢ້ຽມຢາມຄົນເຊື້ອສາຍລາວ | ຕາມແຫຼ່ງຂ່າວຈາກກະ ຊວງການຕ່າງປະເທດໃຫ້ຮູ້ ວ່າ: ໃນວັນທີ 16 ກຸມພານີ້, ທ່ານ ຫລີ ບຸນຄໍ້າ, ເອກອັກຄະ ລັດຖະທູດແຫ່ງ ສປປ ລາວ ປະຈໍາລາຊະອານາຈັກໄທ ພ້ອມດ້ວຍຄະນະ ໄດ້ລົງ ເຄື່ອນໄຫວຢ້ຽມຢາມພົບປະຄົນໄທເຊື້ອສາຍລາວທີ່ຈັງ ຫວັດສຸພັນບຸລີ ປະເທດໄທ ເນື່ອງໃນໂອກາດບຸນປະຈໍາປີ “ກິນເຂົ້າແລງງັນກັນ” ຂອງໄທ ພວນຈັງຫວັດສຸພັນບຸລີ, ໂດຍ
ມີຄະນະສະມາຄົມໄທພວນ ແຫ່ງປະເທດໄທ, ການນໍາ ທ້ອງຖິ່ນ ແລະ ປະຊາຊົນໄທ ເຊື້ອສາຍລາວໃຫ້ການຕ້ອນ ຮັບອັນອົບອຸ່ນ.
ໂອກາດດັ່ງກ່າວ, ທ່ານ ເອກອັກຄະລັດຖະທູດລາວ ໄດ້ຢ້ຽມຢາມພົບປະປະຊາ ຊົນຄົນໄທວຽງ ຫລື ລາວວຽງ, ໄຕດໍາ ( ໄທເອີ້ນ ລາວໂຊ້ງ ) ແລະ ໄທພວນທີ່ສືບເຊື້ອສາຍ ບັນພະບຸລຸດໄປຈາກປະເທດລາວ. ຢູ່ແຕ່ລະບ່ອນຂອງ ການຢ້ຽມຢາມພົບປະ ທ່ານ ເອກອັກຄະລັດຖະທູດໄດ້ ກ່າວສະແດງຄວາມພູມໃຈທີ່ໄດ້ພົບພໍ້ຄົນເຊື້ອສາຍລາວ, ຊົມເຊີຍການຮັກສາຮີດຄອງປະເພນີອັນດີງາມຂອງບັນພະບຸລຸດ, ທັງພາສາປາກເວົ້າ, ການນຸ່ງຖື ແລະ ການດໍາລົງ ຊີວິດ, ພ້ອມທັງໄດ້ຮຽກຮ້ອງ ໃຫ້ສືບຕໍ່ປົກປັກຮັກສາສືບ ທອດໃຫ້ລູກຫຼານລຸ້ນຕໍ່ໆໄປ; ພ້ອມນີ້ທ່ານ ຫຼີ ບຸນຄຳ້ ຍັງໄດ້ ແຈ້ງໃຫ້ຊາບຜົນສໍາເລັດການພັດທະນາເສດຖະກິດ-ສັງຄົມ ຂອງສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ,ການ ພົວພັນລະຫວ່າງສອງຊາດ ລາວ-ໄທ ໃນໄລຍະໃໝ່ທີ່ໄດ້ ຮັບການພັດທະນາດີຂຶ້ນ ເລື້ອຍໆ ແລະ ເຊີນຊວນໃຫ້ ພີ່ນ້ອງເຊື້ອສາຍລາວມາຢ້ຽມຢາມປະເທດລາວໃນໂອກາດຕໍ່ໄປ.
ການຢ້ຽມຢາມຢູ່ແຕ່ລະ ບ່ອນ, ປະຊາຊົນເຊື້ອສາຍ ລາວ, ໂດຍສະເພາະຜູ້ເຖົ້າຜູ້ ແກ່ລ້ວນແຕ່ອອກປາກວ່າດີ ໃຈທີ່ສຸດທີ່ໄດ້ພົບພໍ້ຄົນລາວ ໂດຍບໍ່ນຶກບໍ່ຝັນ ແລະ ຕ້ອງ ການຢາກໄປເຫັນດິນແດນ ຂອງບັນພະບຸລຸດ ແລະ ຢາກ ສືບທາວຫາຍາດຕິພີ່ນ້ອງ, ແຕ່ກໍ່ຈົນໃຈເພາະຜ່ານມາ ຫລາຍເຊັ່ນຄົນແລ້ວ, ຍັງນຶກ ເຖິງບໍ່ເຄີຍລືມວ່າຕົນແມ່ນ ເຊື້ອສາຍລາວທີ່ບັນພະບຸລຸດໄດ້ພັດພາກຈາກມາເປັນເວ ລາ 100-200 ປີ.
ປັດຈຸບັນຄົນໄທເຊື້ອສາຍ ລາວ ຢູ່ຈັງຫວັດສຸພັນບຸລີ ມີ 3 ເຜົ່າຄື: ພວນ, ເຊິ່ງມີການ ຈັດຕັ້ງເປັນສະມາຄົມລະດັບຈັງຫວັດຂຶ້ນກັບສະມາຄົມ ພວນແຫ່ງປະເທດໄທ, ທົ່ວຈັງ ຫວັດມີພົນລະເມືອງປະມານ 2 ຫມື່ນກວ່າຄົນ ນອກນີ້ກໍ່ມີ ໄທວຽງ ຫລື ລາວວຽງ ແລະ ໄຕດໍາ ຫລື ລາວໂຊ້ງ ບໍ່ມີຕົວ ເລກສະຖິຕິລະອຽດ, ຕາມຂໍ້ ມູນບໍ່ເປັນທາງການສອງເຜົ່າດັ່ງກ່າວຢູ່ໃນຈັງຫວັດສຸພັນບຸລີ ປະມານເຜົ່າລະ 4.000-5.000 ຄົນ. ຄົນທັງສາມເຜົ່າ ມີອາຊີບຜະລິດກະສິກໍາ ແລະ ຄ້າຂາຍ, ທຸກຄອບຄົວກຸ້ມຢູ່ ກຸ້ມກິນ, ຈໍານວນໜຶ່ງຮັ່ງມີລະ ດັບເສດຖີ ( ໄທພວນ ) ແລະ ມີຖານະທາງສັງຄົມ.ທັງສາມ ເຜົ່າໂດຍສ່ວນໃຫຍ່ດຳລົງ ຊີວິດຢູ່ເຂດອໍາເພີເມືອງ, ອູ່ ທອງ, ສອງພີ່ນ້ອງ ແລະ ບາງ ປາມ້າ.
ທີມາhttp://www.kongthap.gov.la | ຂ່າວພາຍໃນ | 2013-02-20T18:15:32+00:00 | https://laopost.com/?p=2206 |
ຜູ້ຊາຍຫຼາຍກວ່າ 2,000 ຄົນຖືກຈັບໃນອາທິດດຽວ ເພາະການແຕ່ງງານຜິດກົດໝາຍ | ຕໍາຫລວດອິນເດຍໄດ້ຈັບກຸມຜູ້ຊາຍຫຼາຍກວ່າ 2,000 ຄົນໃນອາທິດດຽວ. ເພື່ອປາບປາມການແຕ່ງງານຜິດກົດໝາຍກັບເດັກນ້ອຍຕ່ຳກວ່າ 18 ປີໃນລັດອັດສະລຳ (Assam) ແຕ່ກັບເຮັດໃຫ້ເກີດການປະທ້ວງ.
ໃນວັນທີ 4 ກຸມພາ 2023 ຜ່ານມາ, ທ່ານ Kiadentra Pratap Singh, ຜູ້ບັນຊາການຕຳຫຼວດລັດ Assam ພາກຕາເວັນອອກສ່ຽງເຫນືອຂອງອິນເດຍ ອອກມາເປີດເຜີຍວ່າ ຜູ້ຊາຍທັງໝົດ 2,169 ຄົນໄດ້ຖືກຈັບກຸມໃນອາທິດທີ່ຜ່ານມາ, ໃນການກວດສອບ ຄະດີທີ່ຕຳຫຼວດໄດ້ຮັບແຈ້ງເອົາໄວ້ກວ່າ 4,074 ຄະດີທີ່ກ່ຽວຂ້ອງກັບຜູ້ຊາຍ 8,000 ຄົນ.
ສໍາລັບ ອັດສະລຳ ມີປະຊາກອນ 35 ລ້ານຄົນ, ເຊື່ອວ່າເກີດຄະດີການແຕ່ງງານກັບຜູ້ເຍົາທີ່ບໍ່ໄດ້ແຈ້ງຄວາມຢ່າງຫຼວງຫຼາຍ ຕາມສະຖິຕິຂອງອົງການສະຖິຕິອາຊະຍາກຳແຫ່ງຊາດລະບຸວ່າ: ໃນປີ 2021 ໄດ້ມີການແຕ່ງງານເດັກພຽງ 155 ກໍລະນີ, ໃນປີ 2020 ມີ 138 ກໍລະນີ.
ທັງນີ້, ໃນປະເທດອິນເດຍ ຜູ້ຊາຍຕ້ອງມີອາຍຸເກີນ 21 ປີຈຶ່ງຈະແຕ່ງງານຢ່າງຖືກຕ້ອງຕາມກົດໝາຍ, ໃນຂະນະທີ່ແມ່ຍິງຕ້ອງມີອາຍຸ 18 ປີຂຶ້ນໄປ ຢ່າງໃດກໍຕາມ, ປັນຫາຄວາມທຸກຍາກ, ການຂາດການສຶກສາ ແລະ ບັນທັດຖານໃນສັງຄົມໂດຍສະເພາະໃນພຶ້ນທີ່ຊົນນະບົດ ເຮັດໃຫ້ເກີດກາທນແຕ່ງງານກັບເດັກຫຼາຍທົ່ວປະເທດ.
ທີ່ມາ:cbsnews | ຂ່າວຕ່າງປະເທດ | 2023-02-06T10:38:24+00:00 | https://laopost.com/?p=141953 |
ເງິນຢວນຂອງຈີນຖືສ່ວນແບ່ງສະກຸນເງິນທີ່ຖືກນຳໃຊ້ຫຼາຍໃນທົ່ວໂລກ | ສະກຸນເງິນຢວນຂອງຈີນ ຖືສ່ວນແບ່ງສະກຸນເງິນ ທີ່ຖືກນຳໃຊ້ເພີ່ມຂຶ້ນໃນທົ່ວໂລກໃນເດືອນພຶດສະພາ ປີ 2023 ທີ່ຜ່ານມາ.
ໂດຍທາງສະມາຄົມທາງການເງິນລະຫວ່າງທະນາຄານທົ່ວໂລກ ຫຼື SWIFT ໄດ້ລາຍງານວ່າ ເງິນຢວນ ແມ່ນອັນດັບ 5 ດ້ານການໃຊ້ຈ່າຍລະຫວ່າງປະເທດ ດ້ວຍສ່ວນແບ່ງທາງຕະຫຼາດ 2,54% ໃນເດືອນພຶດສະພາ ເພີ່ມຂຶ້ນຈາກ 2,29% ໃນເດືອນເມສາ.
ມູນຄ່າການຊຳລະເງິນຢວນເພີ່ມຂຶ້ນ 20,38% ຈາກເດືອນເມສາ ຂະນະທີ່ມູນຄ່າການຊຳລະເງິນທັງໝົດໃນພາບລວມເພີ່ມຂຶ້ນ 8,75%.
ເງິນຢວນ ຢູ່ໃນອັນດັບທີ 6 ດ້ານການຊຳລະເງິນລະຫວ່າງປະເທດ ຖ້າບໍ່ນັບລວມການຊຳລະເງິນເອີໂຣ ດ້ວຍສ່ວນແບ່ງ 1,51%.
ສຳລັບເຂດບໍລິຫານພິເສດ ຮົງກົງຂອງຈີນ ເປັນຕະຫຼາດຂະໜາດໃຫຍ່ທີ່ສຸດສຳລັບການເຮັດທຸລະກຳເງິນຢວນ ດ້ວຍ 73,48% ຕໍ່ມາແມ່ນສະຫະລາຊະອານາຈັກ 5,17% ແລະ ສິງກະໂປ 3,84%.
ແຫຼ່ງຂ່າວ Xinhua | ຂ່າວຕ່າງປະເທດ | 2023-08-11T14:12:48+00:00 | https://laopost.com/?p=146711 |
ປກສ ເມືອງໄຊທານີ ສະຫຼຸບຖອດຖອນບົດຮຽນ ແກ້ໄຂຮ້ານຮັບຊື້-ຂາຍເຫຼັກເສດ | ໃນວັນທີ 30 ມີນາ 2023, ກອງບັນຊາການ ປກສ ເມືອງໄຊທານີ ໄດ້ເປີດກອງປະຊຸມ ສະຫຼຸບຖອດຖອນບົດຮຽນ ການລົງແກ້ໄຂຮ້ານຮັບຊື້-ຂາຍເຫຼັກເສດທີ່ລະເມີດກົດ ໝາຍຂອງ ສປປ ລາວ ພາຍໃນກຸ່ມບ້ານໄຊ ແລະ ກຸ່ມທ່າງອນ. ຂຶ້ນຢູ່ ສະໂມສອນກອງບັນຊາການເມືອງໄຊທານີ ໂດຍການເປັນປະທານຂອງ ພັທ ຈັນເພັງ ແກ້ວປະເສີດ ຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບົວສີ ແກ້ວມະນີວັນ ຮອງເຈົ້າເມືອງໄຊທານີ, ມີ ພັອ ສົມສະໝອນ ຫອມລັດສະໝີ ຮອງຫົວໜ້າກົມຄຸ້ມຄອງຄົນຕ່າງປະເທດ (207) ກະຊວງ ປກສ, ມີບັນດາຄະນະກອງບັນຊາການ ປກສ ເມືອງ, ມີຫົວໜ້າ-ຮອງຫົວໜ້າພະແນກສັນຕິບານ, ປກສ 9 ເມືອງ, ພ້ອມພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ ພັທ ບຸນຍົງ ສີບຸນເຮືອງ ຮອງຫົວໜ້າຫ້ອງສັນຕິບານ ປກສ ນວ ໄດ້ໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດລົງກວດກາຮ້ານຊື້-ຂາຍເຫຼັກເສດ ທັງ 2 ກຸ່ມ, ພົບເຫັນຮ້ານຊື້-ຂາຍເຫຼັກເສດຈຳນວນ 36 ຮ້ານ, ພົບເຫັນຄົນຕ່າງປະເທດ ສັນຊາດຫວຽດນາມເຂົ້າມາດຳເນີນທຸລະກິດໂດຍບໍ່ໄດ້ຮັບອະນຸຍາດ ແລະເຮັດວຽກບໍ່ຖືກເປົ້າໝາຍ ແລະພັກເຊົາເກີນກຳນົດລວມມີ 38 ຄົນ, ຍິງ 11 ຄົນ; ໃນນີ້ ຄະນະສະເພາະກິດ ໄດ້ແກ້ໄຂແລ້ວ ຈຳນວນ 5 ຮ້ານ.
ສຳລັບວິທີແກ້ໄຂໃນຕໍ່ໜ້າ ແມ່ນຈະສືບຕໍ່ປະຕິບັດ ຊຸກຍູ້ວຽກງານໂຄສະນາດ້ວຍຮູບການ; ພ້ອມທັງນຳໃຊ້ມາດຕະການຢ່າງເດັດຂາດ ຕໍ່ຄົນຕ່າງປະ ເທດ ເຊັ່ນ: ເຂົ້າເມືອງຜິດກົດໝາຍ, ລັກລອບປະກອບອາຊີບ ທີ່ຂັດກັບລະບຽບ-ກົດໝາຍ ຂອງ ສປປ ລາວ, ທັງເປັນເຈົ້າການໃນການກວດກາຄຸ້ມຄອງຄົນມາພັກເຊົາ, ການເຊົ່າສະຖານທີ່ ເພື່ອເປີດຮ້ານຮັບຊື້-ຂາຍເຫຼັກເສດ ໂດຍບໍ່ຖືກຕ້ອງຕາມການອະນຸຍາດຂອງພາກສ່ວນກ່ຽວຂ້ອງ ແນໃສ່ເຮັດໃຫ້ບັນດາກຸ່ມ ກໍຄືເມືອງໄຊທານີ ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍດີ.
ແຫຼ່ງຂ່າວ ປກສ ນວ | ຂ່າວພາຍໃນ | 2023-04-03T16:04:03+00:00 | https://laopost.com/?p=143681 |
ນັກບິນອິນໂດຯ ເມົາແລ້ວຈະຂັບ ຜູ້ໂດຍສານແຫ່ລົງຍົນ ສາຍການບິນຕັດສິນໃຈປົດຕຳແໜ່ງ | ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 2 ມັງກອນຜ່ານມານີ້ວ່າ ສາຍການບິນຊິຕີລິ້ງ ຊຶ່ງເປັນສາຍການບິນລາຄາປະຢັດ ຢູ່ປະເທດອິນໂດເນເຊຍ ໄດ້ຖະແຫລງປົດ ທ່ານ ເຕກັດ ປູນາ ອາຍຸ 32 ປີ ອອກຈາກຕຳແໜ່ງນັກບິນຂອງບໍລິສັດ ຫລັງຈາກທີ່ກວດສອບຄລິບວີດີໂອຈາກກ້ອງວົງຈອນປິດພົບວ່າ ຜູ້ກ່ຽວມີອາການຄ້າຍຄືເມົາເຫລົ້າ ຫລື ຢາເສບຕິດ ໃນຂະນະເຂົ້າຮັບການກວດຄົ້ນຮ່າງກາຍ ແລະ ກະເປົາເຄື່ອງ ທີ່ຈຸດສະແກນຂອງສະໜາມບິນ, ຈາກນັ້ນ ຜູ້ກ່ຽວຍັງເຂົ້າສູ່ຫ້ອງນັກບິນຫລ້າຊ້າກວ່າກຳນົດ ແລະ ໄດ້ປະກາດຜ່ານໄມໂຄໂຟນ ດ້ວຍນ້ຳສຽງຂອງຄົນຢູ່ໃນອາການເມົາເຫລົ້າຢ່າງຊັດເຈນ ສົ່ງຜົນເຮັດໃຫ້ຜູ້ໂດຍສານຂອງຖ້ຽວບິນດັ່ງກ່າວຈຳນວນຫລາຍ ພາກັນລົງຈາກເຮືອບິນ ແລະ ຂໍຍົກເລີກການເດີນທາງ.
ທັງນີ້ ເຖິງແມ່ນສາຍການບິນດັ່ງກ່າວ ຈະແກ້ໄຂບັນຫາສະເພາະໜ້າ ດ້ວຍການປ່ຽນທີມນັກບິນໃໝ່ ແຕ່ກໍບໍ່ສາມາດສ້າງຄວາມເຊື່ອໝັ້ນກັບຄືນມາຈາກຜູ້ໂດຍສານໄດ້ ຈຶ່ງເຮັດໃຫ້ຜູ້ບໍລິຫານຂອງສາຍການບິນ ຈຳນວນ 2 ຄົນ ຕ້ອງລາອອກຈາກຕຳແໜ່ງ ເພື່ອຮັບຜິດຊອບກັບເຫດການທີ່ເກີດຂຶ້ນ.
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ! | ຂ່າວຕ່າງປະເທດ | 2017-01-04T10:32:37+00:00 | https://laopost.com/?p=82275 |
ໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ແຫ່ງທີ 5 ຄາດຈະເປີດນຳໃຊ້ໃນຕົ້ນປີ 2024 | ໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ແຫ່ງທີ 5 ມາຮອດປັດຈຸ ບັນມີຄວາມຄືບໜ້າໃນການກໍ່ສ້າງໂຄງການສັນຍາ 1 ຄືການກໍ່ສ້າງສ້າງຂົວສຳເລັດແລ້ວ 60% ສັນຍາ 2 ການກໍ່ສ້າງທາງເຂົ້າຂົວ ແລະ ກໍ່ສ້າງອາຄານດ່ານກວດຄົນເຂົ້າ-ອອກເມືອງສຳເລັດແລ້ວ 89 % ລວມສອງສັນຍາ 70% ຄາດວ່າຈະໃຫ້ໄດ້ເປີດນໍ້າໃຊ້ໃນຕົ້ນປີ 2024.
ໃນວັນທີ 12 ມິຖຸນາ 2023 ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງຢ້ຽມຢາມໂຄງການກໍ່ສ້າງ ຂົວຂ້າມແມ່ນ້ຳຂອງມິດ ຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ) ມີ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ແລະ ຕາງຫນ້າຈາກຂະແໜງການທີ່ກ່ຽວ ຂ້ອງຮ່ວມ.
ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງ ຂົວຂ້າມແມ່ນ້ຳຂອງມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລຄຳໄຊ-ບຶງການ)ຝ່າຍລາວ ໄດ້ລາຍງານສະພາບໂດຍລວມ ໃຫ້ທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບຊາບກ່ຽວກັບຄວາມຄືບ ໜ້າຂອງໂຄງການ ທັງຍົກໃຫ້ເຫັນຂໍ້ສະດວກ ຂໍ້ຫຍຸ້ງຍາກ ຂົວແຫ່ງນີ້ ໄດ້ເລີ່ມສຶກສາຄວາມເປັນໄປໄດ້ ພ້ອມທັງມີ ການສຳຫຼວດ ອອກແບບ ແຕ່ປີ 2014 ສຳເລັດ ໃນປີ 2016 ໂດຍໄດ້ຮັບທຶນການຊ່ວຍເຫຼືອລ້າ ຈາກອົງການ NEDA ປະເທດໄທ ແລະ ຖືກຮັບຮອງຈາກລັດຖະບານ 2 ຝ່າຍໃນປີ 2018 ໂຄງການກໍ່ສ້າງຂົວຂ້າມນ້ຳຂອງມິດຕະພາບ ລາວ -ໄທ ແຫ່ງທີ V ບໍລິຄຳໄຊ-ບຶງການ ແມ່ນຕັ້ງຢູ່ເຂດບ້ານກ້ວຍອຸດົມ ເມືອງປາກຊັນ ແຂວງ ບໍລິຄຳໄຊ ຫ່າງຈາກເທ ສະບານ ແຂວງ ມາທາງທິດເໜືອຕາມທາງເລກ 13 ໃຕ້ປະ ມານ 10 ກິໂລແມັດ ແລະ ຫ່າງຈາກທາງເລກ 13 ໃຕ້ເຂົ້າໄປຫານ້ຳຂອງປະມານ 2.775 ແມັດໂຄງການກໍ່ສ້າງໄດ້ເລີ່ມລົງມື ແຕ່ວັນທີ 4 ມັງກອນ 2021ເປັນຕົ້ນມາ ເຊິ່ງມີມູນຄ່າທັງໝົດ 1.380,067 ລ້ານບາດ.
ໂຄງການດັ່ງກ່າວໄດ້ແບ່ງອອກເປັນສອງສັນ ຍາ ຄື : ສັນຍາທີ 1 ແມ່ນສັນຍາກໍ່ສ້າງຂົວຂ້າມນໍ້າຂອງ ລວງຍາວ 535 ແມັດ ) ໂດຍແມ່ນບໍລິສັດ ນະພາ ກໍ່ສ້າງ ຈໍາກັດ (ຜູ້ຮັບເໝົາ) ບໍລິສັດ SIAM BBR ຮ່ວມກັບ ບໍລິສັດ VK Inter national ຈຳກັດ ຜູ້ດຽວ (ຄູ່ຮ່ວມສັນຍາ) ມູນຄ່າສັນຍາ 379.197.622,7 ບາດ ແລະ ສັນຍາທີ 2 ແມ່ນສັນຍາກໍ່ສ້າງທາງເຂົ້າຂົວ ແລະ ກໍ່ສ້າງອາຄານດ່ານກວດຄົນເຂົ້າ- ອອກເມືອງ ຮັບເໝົາໂດຍບໍລິສັດ ສະຫຼວງກໍ່ສ້າງຈຳກັດຮ່ວມກັບ ບໍລິສັດກໍ່ສ້າງວິສະວະກຳສາກົນ ທັນສະໄໝ ຈຳ ກັດ (AIEC) ມູນຄ່າສັນຍາ 773.180.000 ບາດ ຂົວມີລວງຍາວທັງໝົດ 1.350 ແມັດ ປັດຈຸບັນສຳເລັດຈ່າຍຄ່າຊົດ ເຊີຍ ເນື້ອທີ່ທຳການຜະລິດຂອງປະຊາຊົນທີ່ນອນໃນໂຄງ ການ 52 ກວ່າເຮັກຕາ ມູນຄ່າ 5 ຕື້ກວ່າກີບ.
ແຫຼ່ງຂ່າວ Vientiane Mai | ຂ່າວພາຍໃນ | 2023-06-13T16:51:46+00:00 | https://laopost.com/?p=145266 |
ຜູ້ແທນໄຊສົມບູນຊີ້ ຊາວສວນມັນຕົ້ນຮຽກຮ້ອງລັດຊ່ວຍແກ້ໄຂ ບັນຫາໜີ້ສິນບໍລິສັດອິນໂດໄຊນາ! | ຂປລ. ຊາວສວນມັນຕົ້ນແຂວງໄຊສົມບູນ ຮຽກຮ້ອງໃຫ້ພັກ-ລັດ ກໍຄືສະພາແຫ່ງຊາດຊ່ວຍພິຈາລະນາ ແລະ ແກ້ໄຂບັນຫາໜີ້ສິນທີ່ບໍລິສັດລາວ-ອິນໂດໄຊນາ ກຣຸບມະຫາຊົນ ຕິດໜີ້ຄ່າມັນຕົ້ນຂອງປະຊາຊົນປະມານ 5 ຕື້ກີບ, ເນື່ອງຈາກຫລາຍຄອບຄົວ ໄດ້ກູ້ຢືນເງິນມາທຳການຜະລິດມັນຕົ້ນ ແລະ ຈຳເປັນຕ້ອງໄດ້ຈ່າຍຄືນໃຫ້ທະນາຄານ ອີກດ້ານໜຶ່ງ ກໍເພື່ອແກ້ໄຂຊີວິດການເປັນຢູ່ຂອງຄອບຄົວ.
ທ່ານ ຈັນຖະໜອມ ວົງສົມຈິດ ປະທານ ຄະນະ ສສຊ ເຂດເລືອກຕັ້ງທີ 18 ແຂວງໄຊສົມບູນໄດ້ໃຫ້ສຳພາດໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VII ວ່າ: ຜ່ານການລົງພົບປະເຜີຍແຜ່ຜົນສຳເລັດຂອງກອງປະຊຸມຄັ້ງທີ່ຜ່ານມາ, ປະຊາຊົນເຂດເລືອກຕັ້ງຕົນກໍໄດ້ສະເໜີຕໍ່ຄະນະສະມາຊິກສະພາແຫ່ງ ຊາດຫລາຍບັນຫາ ໂດຍສະເພາະແມ່ນບັນຫາພື້ນຖານໂຄງລ່າງຖະ ໜົນຫົນທາງ, ໄຟຟ້າ, ການແກ້ໄຂຄວາມທຸກຍາກ, ການເຂົ້າເຖິງແຫລ່ງທຶນທະນາຄານ ແລະ ບັນຫາຕົ້ນຕໍແມ່ນ ໜີ້ສິນທີ່ບໍລິສັດລາວ-ອິນໂດໄຊນາ ຕິດໜີ້ປະຊາຊົນປະມານ 5 ຕື້ກວ່າກີບ ໃຫ້ທາງສະພາແຫ່ງຊາດກໍຄືທາງລັດຖະບານພິຈາລະນາແກ້ໄຂຊ່ວຍປະຊາຊົນ. ຕໍ່ກັບຄຳສະເໜີນີ້ ຄະນະສະມາຊິກສະພາເຂດຕົນ ກໍໄດ້ເອົາໃຈໃສ່ຊ່ວຍໂດຍຮ່າງໜັງສືສະເໜີເຖິງສະພາແຫ່ງຊາດກໍຄື ລັດຖະບານ ເພື່ອຊອກທິດທາງແກ້ໄຂໜີ້ສິນດັ່ງກ່າວ.
ທ່ານ ຍັງໃຫ້ຮູ້ຕື່ມວ່າ: ປັດຈຸບັນ ປະຊາຊົນຈຳນວນໜຶ່ງຍັງສືບຕໍ່ປູກມັນຕົ້ນ ໂດຍອີງຕາມເງື່ອນໄຂສະດວກ, ນອກຈາກໂຮງງານແປ້ງມັນຕົ້ນລາວ-ອິນໂດໄຊນາແລ້ວ ກໍຍັງມີໂຮງງານຜະລິດແປ້ງມັນຕົ້ນຢູ່ ແຂວງບໍລິຄຳໄຊ ແລະ ມີ ບໍລິສັດຈາກຫວຽດນາມ ກໍຮັບຊື້ມັນຕົ້ນແຫ້ງຈາກປະຊາຊົນ ເຊິ່ງເປັນເງື່ອນໄຂອັນໜຶ່ງທີ່ເຮັດໃຫ້ເຂົາເຈົ້າໄດ້ທຳການຜະລິດ ມັນຕົ້ນຂາຍເປັນສິນຄ້າ ສຸມໃສ່ສ້າງລາຍຮັບເຂົ້າຄອບຄົວກໍຄືແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ ນັບມື້ຫລຸດລົງເທື່ອລະກ້າວເຊິ່ງເມືອງທີ່ປູກຫລາຍກວ່າໝູ່ແມ່ນເມືອງລ້ອງຊານ ແລະ ເມືອງຮົ່ມ, ມີເນື້ອທີ່ປະມານ 1 ພັນກວ່າເຮັກຕາ.
ຂອບໃຈຂ່າວຈາກ: | ຂ່າວພາຍໃນ | 2015-07-23T14:45:06+00:00 | https://laopost.com/?p=30947 |
ກະຊວງກະສິກຳ ລົງຊຸກຍູ້ກະສິກອນອຸດົມໄຊ ທີ່ຮັບຜົນກະທົບຈາກນໍ້າຖ້ວມ | ຍ້ອນຄວາມເປັນຫ່ວງເປັນໃຍຕໍ່ກັບບັນດາພໍ່ແມ່ປະຊາຊົນກໍຄືຊາວກະສິກອນຜູ້ທໍາການຜະລິດທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມໃນໄລຍະກາງເດືອນສິງຫາຜ່ານມາຢູ່ 3 ເມືອງໃຕ້ຂອງແຂວງອຸດົມໄຊ ປະກອບມີເມືອງປາກແບງ, ເມືອງຮຸນ ແລະເມືອງແບງ ທ້າຍອາທິດຜ່ານມານີ້ ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ ພ້ອມຄະນະໄດ້ລົງຕິດຕາມ ແລະຊຸກຍູ້ວຽກງານກະສິກຳ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຢູ່ 3 ເມືອງດັ່ງກ່າວ.
ໂອກາດນີ້ທ່ານ ລຽນ ທິແກ້ວ ພ້ອມຄະນະກໍໄດ້ພ້ອມກັນລົງມາຕິດຕາມຜົນເສຍຫາຍຢູ່ພື້ນທີ່ຕົວຈິງ ເພື່ອເປັນການຊຸກຍູ້ຊອກຫາວິທີແກ້ໄຂເບື້ອງຕົ້ນ ແລະໄລຍະຍາວໃຫ້ແກ່ເມືອງດັ່ງກ່າວຈາກນັ້ນກໍໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບຜົນເສຍຫາຍຈາກເຈົ້າເມືອງທັງ 3 ເມືອງ ໂດຍຜ່ານການຮັບຟັງບວກກັບການລົງສຳຫຼວດຕົວຈິງເຫັນວ່າພື້ນທີ່ ທີ່ໄດ້ຮັບຜົນເສຍຫາຍຈາກນ້ຳຖ້ວມຄັ້ງນີ້ ສ່ວນຫຼາຍແມ່ນເນື້ອທີ່ປູກສາລີ, ເຂົ້ານາ, ເຂົ້າໄຮ່, ກ້ວຍຫອມ, ພືດລົ້ມລຸກອື່ນໆ ລວມທັງໝົດຫຼາຍກວ່າ 1,8 ພັນເຮັກຕາ ນອກນັ້ນຍັງປະກອບມີບັນດາໜອງປາ, ຖະໜົນຫົນທາງ, ໄຟຟ້າ ແລະຊົນລະປະທານຕື່ມອີກ ລວມມູນຄ່າທັງໝົດເກືອບ 38 ຕື້ກີບ ໂດຍເບື້ອງຕົ້ນທາງເມືອງເອງ ກໍໄດ້ພ້ອມກັນປັບປຸງ, ຟື້ນຟູພື້ນທີ່ທີ່ໄດ້ຮັບຜົນກະທົບດັ່ງກ່າວແລ້ວໃນບາງສ່ວນ.
ພ້ອມດຽວກັນນັ້ນທາງເມືອງກໍໄດ້ ສະເໜີໃຫ້ຂັ້ນເທິງ ກໍຄືກະຊວງກະສິກໍາ ແລະປ່າໄມ້ຊຸກຍູ້ຊ່ວຍເຫຼືອໃນການແກ້ ໄຂ ແລະປັບປຸງວຽກງານການຜະລິດ ກະສິກຳເພື່ອທົດແທນຜົນຜະລິດທີ່ເສຍຫາຍໄປ ລວມທັງຊອກຫາແນວທາງທີ່ ຖືກຕ້ອງ, ເໝາະສົມກັບພື້ນທີ່ການປູກ, ການລ້ຽງໃນໄລຍະຍາວໃຫ້ແກ່ບັນດາເມືອງທີ່ໄດ້ຮັບຜົນກະທົບດັ່ງກ່າວ, ລົງ ຕິດຕາມ, ຊຸກຍູ້, ໃຫ້ຄຳແນະນຳທາງດ້ານເຕັກນິກ, ວິຊາການ, ສະໜອງ ແລະອຳນວຍຄວາມສະດວກດ້ານຕ່າງໆໃຫ້ແກ່ຂັ້ນທ້ອງຖິ່ນ.
ແນວໃດກໍດີ ເພື່ອເປັນການປັັບປຸງ, ຟື້ນຟູ່ໃຫ້ແກ່ບັນດາພື້ນທີ່ທີ່ໄດ້ຮັບຜົນກະ ທົບຄັ້ງນີ້ໃນເບື້ອງຕົ້ນ ແລະໄລຍະຍາວ ນັ້ນ ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ ໄດ້ຕົກລົງຈະໃຫ້ການຊ່ວຍເຫຼືອ ແລະຊຸກຍູ້ວຽກງານກະສິກຳຢູ່ເມືອງໃຕ້ ກໍຄືແຂວງອຸດົມໄຊ ຢ່າງເຕັມທີ່ ເພື່ອເຮັດໃຫ້ບັນດາຊາວກະສິກອນຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
ທີ່ມາ: ເສດຖະກິດ-ສັງຄົມ | ຂ່າວທ້ອງຖິ່ນ | 2016-09-06T11:00:22+00:00 | https://laopost.com/?p=71041 |
ມ້ຽນສົບຜູ້ເສຍຊີວິດ ກໍລະນີສົງໄສຕິດໂຄວິດ-19 ລໍຖ້າຜົນກວດ | ອີງຕາມການລາຍງານ ຂອງໜ່ວຍກູ້ໄພ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ວັນທີ 02/08/2021 ເວລາ 13:21 ນາທີ ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບການປະສານງານ ຈາກຄະນະສະເພາະກິດ ໃຫ້ເຂົ້າມ້ຽນຄາບສົບຜູ້ເສຍຊີວິດທີ່ ໂຮງຫມໍແຂວງ ສະຫວັນນະເຂດ ໃນຫ້ອງນ້ຳ ກໍລະນີສົງໄສຕິດເຊື້ອໂຄວິດ-19 (ຜົນກວດຍັງບໍ່ອອກລໍຖ້າຜົນກວດ, ເປັນແຮງງານມາຈາກປະເທດໄທ)
ຂໍ້ມູນຜູ້ເສຍຊີວິດ ຜູ້ກ່ຽວເປັນເພດຊາຍ ອາຍຸ 45 ປີ ສັນຊາດລາວ ອາຊີບກຳມະກອນ ເຮັດວຽກຍູ່ປະເທດໄທ ບ້ານເກີດເມືອງນອນແມ່ນ ບ້ານ ກາຈຸ ເມືອງ ໄຊບູລີ ແຂວງ ສະຫວັນນະເຂດ.
ຜູ້ກ່ຽວ ໄດ້ເດີນທາງມາກັກໂຕທີ່ສູນຫຼັກ9 ຫຼັງຈາກນັ້ນຜູ້ກ່ຽວໄດ້ມາປິ່ນປົວທີ່ ໂຮງຫມໍແຂວງ ສະຫວັນນະເຂດ ຕຶກແຍກປ່ຽວ ອີງຕາມສອບຖາມຂໍ້ມູນ ຜູ້ເສຍຊີວິດມີພະຍາດປະຈຳໂຕ ການເສຍຊີວິດ ຍັງບໍ່ຮູ້ຂໍ້ມູນອັນຊັດເຈນ ເພາະຜົນກວດໂຄວິດຍັງບໍ່ທັນອອກ ສ່ວນລາຍລະອຽດທາງທີມງານຈະລາຍງານຕາມຫຼັງ.
ຂໍສະແດງຄວາມເສຍໃຈມາຍັງຍາດຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິ. | ຂ່າວທ້ອງຖິ່ນ | 2021-08-02T20:41:44+00:00 | https://laopost.com/?p=126543 |
ລັດຍັງບໍ່ສາມາດໄກ່ເກ່ຍດິນທີ່ຖືກໂຄງການພັດທະນາບາງຂົງເຂດ | ໜັງສືພິມວຽງຈັນທາມ ລາຍງານວ່າ ພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງ ຈັນໄດ້ແຈ້ງໃຫ້ຮູ້ວ່າ: ການໄກ່ເກ່ຍ ກ່ຽວກັບບັນຫາດິນປະຊາຊົນ ທີ່ຢູ່ໃນບາງຂົງເຂດກໍ່ສ້າງທີ່ເປັນໂຄງການໃຫຍ່ໆ ທີ່ລັດຖະບານມີສ່ວນກ່ຽວຂ້ອງຍັງບໍ່ທັນສາມາດແກ້ໄຂໄດ້ ຍ້ອນປະຊາຊົນບໍ່ໄດ້ຮັບການຊົດເຊີຍທີ່ເໜາະສົມ ແລະ ບວກກັບການ ໃຫ້ຂໍ້ມູນຂອງພະນັກງານຈຳນວນໜຶ່ງທີ່ລົງໄປໄກ່ເກ່ຍບໍ່ຊີ້ແຈງໃຫ້ປະຊາຊົນເຂົ້າໃຈລະອຽດ ແລະ ໃຊ້ຄຳເວົ້າທີ່ບໍ່ເໝາະສົມກັບປະຊາຊົນ. ພ້ອມນັ້ນປະຊາຊົນຈໍານວນໜຶ່ງກໍ່ຢາກໄດ້ຜົນປະໂຫຍດຂອງຕົນເກີນຂອບເຂດ.
ທ່ານ ບຸນຄາມ ພຸດທະວົງສາ ຫົວໜ້າພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງ ຈັນ ໄດ້ກ່າວເມື່ອບໍ່ດົນມານີ້ວ່າ: ຜ່ານມາມີບາງບຸກຄົນໄປອາໄສຢູ່ເຂດດິນປ່າສະຫງວນຂອງລັດເຊິ່ງໃນກໍລະນີນີ້ຖ້າມີການຍ້າຍ ຫຼື ຖືກໂຄງການ ເບື້ອງລັດຈະຊົດເຊີຍພຽງແຕ່ສິ່ງປຸກສ້າງ ແລະ ຜົນລະປູກເທົ່ານັ້ນ ບໍ່ໄດ້ຊົດເຊີຍເລື່ອງດິນ ຈຶ່ງເຮັດໃຫ້ປະຊາຊົນຈຳນວນໜຶ່ງບໍ່ຍິນຍອມ. ປະຊາຊົນຕ້ອງເຂົ້າໃຈວ່າ ອັນ ໃດແມ່ນດິນຂອງຕົນອັນໃດ ແມ່ນກຳມະສິດຂອງລັດ, ໃນກໍລະນີທີ່ແມ່ນດິນຂອງປະຊາຊົນແທ້ມີໃບຕາດິນທີ່ຖືກຕ້ອງຄົບຖ້ວນກໍ່ບໍ່ຄວນຮຽກຮ້ອງຄ່າຊົດເຊີຍມູນຄ່າເກີນຂອບເຂດ, ເຊິ່ງປະຈຸບັນປະຊາຊົນອ້າງວ່າການຈ່າຍຄ່າຊົດເຊີຍທີ່ລັດວາງອອກແມ່ນບໍ່ເໝາະສົມ ອັນນີ້ເຮັດໃຫ້ປະ ຊາຊົນບໍ່ຍິນຍອມ.
ທ່ານ ບຸນຄາມ ໄດ້ກ່າວຕື່ມວ່າ: ບັນຫາພະນັກງານທີ່ລົງໄປໄກ່ເກ່ຍ ກໍ່ເປັນບັນຫາໜຶ່ງ ທີ່ເຮັດໃຫ້ປະຊາ ຊົນບໍ່ລົງລອຍນໍາ ເພາະມີການເວົ້າຈາບໍ່ສຸພາບອ່ອນໂຍນ ແລະ ການອະທິບາຍຊີ້ແຈງ ໃຫ້ປະຊາຊົນຍັງບໍ່ລະອຽດເຮັດໃຫ້ເຂົາເຈົ້າບໍ່ເຂົ້າໃຈ, ອີກກໍລະນີໝຶ່ງ ບາງໂຄງການທີ່ ບໍລິສັດເອກະຊົນໄດ້ກຳມະສິດໃນການສຳປະທານດິນຈາກລັດແລ້ວ ແຕ່ບໍລິສັດດັ່ງກ່າວບໍ່ໄດ້ໄປເບິ່ງລະ ອຽດວ່າມີປະຊາຊົນໄດ້ທໍາມາຫາ ກິນຢູ່ເຂດດັ່ງກ່າວ ແລະ ໄດ້ໄປພັດທະນາໂລດໂດຍບໍ່ແຈ້ງ ໃຫ້ຊາບລ່ວງໜ້າ ຈຶ່ງເຮັດໃຫ້ປະຊາຊົນບໍ່ເຂົ້າໃຈ ແລະ ມີການຕໍ່ວ່າຕໍ່ຂານ.
ຮຽບຮຽງຂ່າວ: ພຸດສະດີ | ຂ່າວທ້ອງຖິ່ນ | 2021-01-18T15:32:52+00:00 | https://laopost.com/?p=122711 |
“Robben” ສຸດມັ່ນ “Holland.” ເກັ່ງພໍຄວ້າແຊມເຕະບານໂລກ 2014 ນີ້ບໍ່ແມ່ນແຄ່ັິຟັນກາງເວັນແນ່ນອນ | Arjen Robben ປີກເຊີນສູງ Bayern Munich ອອກມາສະແດງຄວາມຫມັ່ນໃຈວ່າ ທີມຊາດHolland ຂອງຕົນເອງເກັ່ງພໍທີ່ຈະຄວ້າແຊມ ເຕາະບານໂລກ2014 ທີ່ປະເທດບາຊິວ ໃນຊ່ວງsummerຫນ້າ
Holland ຄວ້າຕຳແໜ່ງຮອງແຊມໂລກ ໃນເຕາະບານ 2010 ຫຼັງພ່າຍໃຫ້ກັບ ສະເປນ ໃນຮອບຊີງດຳຈາກປະຕູໄຊຂອງ Andres Iniesta ຢ່າງໃດກໍ່ຕາມ Robben ເຊື່ອວ່າ Knightສີສົ້ມ ຈະທຳໃດ້ດີກວ່າເດີມໃນເວິບຄັບທີ່ເມື່ອງກາແຟ.
“ເປົ້າຫມາຍສຸດທາຍຂອງພວກເຮົາຄືການຄົ້ນຄວ້າແຊມໂລກທີ່ ບາຊິວ ມັນຄືເປົ້າຫມາຍທີ່ເປັນໄປໄດ້ໃດ້ຈິງແລະພວກເຮົາຈະບໍ່ເດີນທາງໄປບາຊິວ ພຽງເພື່ອຈະດູວ່າ ເຮົາຈະສາມາດໄປໃດ້ໄກເທົ່າໃດ ເຮົາຕ້ອງເອົາຕົວລອດຈາກລອບແບ່ງກຸ່ມໃຫ້ໃດ້ ແລະຖ້າເຮົາຜ່ານເຂົ້າຮອບ ໄປໃດ້ຕຳແຫນ່ງແຊມໂລກກໍ່ຄືຟັນຂອງພວກເຮົາ” Robben ກ່າວ. | ຂ່າວພາຍໃນ | 2013-11-14T13:19:26+00:00 | https://laopost.com/?p=3692 |
ໂອບາມາ ແລະ ພັນລະຍາເປັນບຸກຄົນທີ່ຊາວອາເມລິກາໃຫ້ການຍ້ອງຍໍສູງສຸດໃນປີ 2018 | ວັນທີ 28 ທັນວາ 2018 ສໍານັກຂ່າວ BBC ລາຍງານວ່າ ມິເຊລ ໂອບາມາ ອະດີດສຸພາບສະຕີໝາຍເລກ 1 ຂອງອາເມລິກາ ພັນລະຍາ ອະດີດປະທານາທິບໍດີ ບາຣັກ ໂອບາມາ ຂຶ້ນເປັນຜູ້ຍິງທີ່ໄດ້ຮັບການຍ້ອງຍໍຫຼາຍທີ່ສຸດ ຈາກຊາວອາເມລິກາ ໃນປີ 2018 ດ້ວຍຄະແນນ 15% ເອົາຊະນະ ຮິລລາຣີ ຄລິນຕັນ ອະດີດສຸພາບສະຕີໝາຍເລກ 1 ພັນລະຍາ ອະດີດປະທານາທິບໍດີ ບິລ ຄລິນຕັນ ຂອງອາເມລິກາ ເຊິ່ງຄອງອັນດັບ 1 ຕໍ່ເນື່ອງກັນເຖິງ 17 ປີ.
ຜົນການສໍາຫຼວດ ຈາກແກລລັບ ໂພລ ເຊິ່ງໄດ້ທໍາການສໍາຫຼວດສອບຖາມຄວາມເຫັນຂອງຊາວອາເມລິກາໃນກຸ່ມຄົນຜູ້ໃຫຍ່ຈໍານວນ 1.025 ຄົນ ມີຄວາມຊື່ນຊົມຍ້ອງຍໍຜູ້ຊາຍ ແລະ ຜູ້ຍິງຄົນໃດທີ່ຍັງມີຊີວິດຢູ່ໃນໂລກນີ້ຫຼາຍທີ່ສຸດໃນປີ 2018 ຍັງອອກມາວ່າ ຜູ້ຍິງທີ່ໄດ້ຮັບການຍ້ອງຍໍຫຼາຍທີ່ສຸດແມ່ນ ມິເຊວ ໂອບາມາ ແລະ ຕາມມາເປັນອັບດັບ 2 ຄື ໂອປຣາ ວິນຟຣີ ພິທີກອນຍິງຜີວສີຄົນດັງໄດ້ 5%, ອັນດັບ 3 ໄດ້ແກ່ ຮິລລາຣີ ຄລິນຕັນ ໄດ້ 4% ແລະ ອັນດັບທີ 5 ເມລາເນຍ ທຣໍ້າ ໄດ້ 4%. ຂະນະທີ່ ສົມເດັດພຣະລາຊະນີ ເອລີຊາເບັດທີ 2 ຂອງອັງກິດ ຢູ່ໃນ 10 ອັນດັບທໍາອິດເປັນຄັ້ງທີ 50 ຈາກການສໍາຫຼວດຂອງ ແກລລັບ ໂພລ ທີ່ເລີ່ມຈັດທໍາການສໍາຫຼວດມາແຕ່ປີ 1946 ແລະ ຍົກເວັ້ນແຕ່ປີ 1970 ພຽງປີດຽວເທົ່ານັ້ນ.
ສ່ວນຜູ້ຊາຍທີ່ໄດ້ຮັບການຍ້ອງຍໍຫຼາຍທີ່ສຸດໃນປີ 2018 ຜົນການສໍາຫຼວດ ແກລລັບ ໂພລ ອອກມາວ່າ ອັນດັບທີ 1 ຄື: ບາຣັກ ໂອບາມາ ອະດີດປະທານາທິບໍດີ ສະຫະລັດອາເມລິກາ ໄດ້ເຖິງ 19%, ອັນດັບທີ 2 ປະທານາທິບໍດີ ໂດນັລ ທຣໍ້າ ສະຫະລັດອາເມລິກາ, ອັນດັບ 3 ອະດິດປະທານາທິບໍດີ ດີຈອດ ດັບເບລີນຍູ ບຸຊ ໄດ້ 2%, ອັນດັບ 4 ສົມເດັດພຣະສັນຕະປາປາ ຟຣານຊິສ ປະມຸກແຫ່ງລັດຄຣິສຈັກຣນິກາຍໂຣມັນຄາທໍລິກ ໄດ້ 2% ແລະ ອັນດັບ 5 ບິລ ເກດ ນັກທຸລະກິດມະຫາເສດຖີຊາວອາເມລິກາ ໜຶ່ງໃນຜູ້ກໍ່ຕັ້ງບໍລິສັດ ໄມໂຄຣຊ໋ອບ ໄດ້ 1%.
ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ
ແຫຼ່ງຂໍ້ມູນຈາກ: thairath.co.th | ຂ່າວພາຍໃນ | 2019-01-02T13:02:29+00:00 | https://laopost.com/?p=108707 |
ເດືອນກໍລະກົດນີ້! ລາວຍັງສືບຕໍ່ປິດດ່ານ ແລະ ການອອກວີຊາສຳລັບການທ່ອງທ່ຽວ | ຫ້ອງການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການ ເມື່ອວັນທີ 30 ມິຖຸນານີ້ວ່າ ລັດຖະບານກໍ່ຄືຄະນະສະເພາກິດມີທິດຊີ້ນຳໃຫ້ສືບຕໍ່ປິດບັນດາຮ້ານບັນເທິງ ແລະ ດ່ານປະເພນີ, ດ່ານທ້ອງຖິ່ນລວມທັງດ່ານສາກົນສຳລັບການເດີນທາງເຂົ້າ-ອອກຂອງບຸກຄົນທົ່ວໄປ ຍົກເວັ້ນແຕ່ກໍລະນີຈຳເປັນທີ່ໄດ້ຮັບການເຫັນດີຈາກຄະນະສະເພາະກິດເທົ່ານັ້ນ ພ້ອມດຽວກັນນີ້ກໍ່ຍັງຕ້ອງສືບຕໍ່ໂຈະການອອກວີຊາທ່ອງທ່ຽວຈົນກວ່າສະນະຖານຈະກັບມາປົກກະຕິກ່ອນ.
ທ່ານ ຮສ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ໄດ້ກ່າວໃນໂອກາດຖະແຫຼງຂ່າວວ່າ: ການສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງໂຄວິດ-19 ໃນໄລຍະແຕ່ ວັນທີ 1 – 31 ກໍລະກົດ 2020. ຜ່ານການຈັດຕັ້ງ ປະຕິບັດມາດຕະການຜ່ອນຜັນ ແລະ ມາດຕະການປ້ອງກັນ ໃນໄລຍະຜ່ານມາ, ພວກເຮົາສາມາດສືບຕໍ່ຄວບຄຸມການແຜ່ລະບາດໄວ້ໄດ້ ໂດຍບໍ່ມີຜູ້ຕິດເຊື້ອເພີ່ມ ແລະ ສາມາດປິ່ນປົວຜູ້ຕິດເຊື້ອດີແລ້ວທັງໝົດ ແລະ ເຮັດໃຫ້ສັງຄົມ, ພາກທຸລະກິດ, ຜູ້ປະກອບການ, ໂຄງການ ແລະ ໂຮງງານຕ່າງໆ ໄດ້ຄ່ອຍກັບມາໃຊ້ຊີວິດ ແລະ ເຄື່ອນໄຫວທຸລະກິດ ພາຍໃຕ້ເງື່ອນໄຂການດໍາລົງຊີວິດປົກກະຕິແບບໃຫມ່ (New Normal) ເທື່ອລະກ້າວ.
ສືບຕໍ່ປິດບັນດາກິດຈະການຮ້ານບັນເທີງ, ຮ້ານຄາຣາໂອເກະ ແລະ ຮ້ານເກມ; ສືບຕໍ່ປີດດ່ານປະເພນີ ແລະ ດ້ານທ້ອງຖິ່ນ ສໍາລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ ແລະ ການຂົນສົ່ງສິນຄ້າ ຍົກເວັ້ນບາງດ່ານປະເພນີ ຫຼື ດ່ານທ້ອງຖິ່ນ ທີ່ໄດ້ຮັບອະນຸຍາດຈາກລັດຖະບານ ໃຫ້ລົດຂົນສົ່ງສິນຄ້າ ເຂົ້າ-ອອກ ໄດ້. ສ່ວນດ່ານສາກົນ ສືບຕໍ່ປີດສໍາລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ, ຍົກເວັ້ນ ພົນລະເມືອງລາວ ແລະ ຊາວຕ່າງປະເທດ ທີ່ມີຄວາມຈໍາເປັນຮີບດ່ວນໃນການເດີນທາງເຂົ້າ-ອອກ ສປປ ລາວ ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ. ສໍາລັບການຂົນສົ່ງສິນຄ້າ ຜ່ານດ່ານສາກົນ ແມ່ນສາມາດເຂົ້າ-ອອກໄດ້ຕາມປົກກະຕິ.
ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ຢ້ຽມຢາມ ສໍາລັບບຸກຄົນ ທີ່ເດີນທາງມາຈາກ ຫຼື ຜ່ານປະເທດ ທີ່ຍັງມີການລະບາດຂອງພະຍາດໂຄວິດ-19. ສໍາລັບ ນັກການທູດ, ພະນັກງານອົງການຈັດຕັ້ງສາກົນ, ຊ່ຽວຊານ, ນັກລົງທຶນ, ນັກທຸລະກິດ, ວິຊາການ ແລະ ແຮງງານຕ່າງປະເທດ ທີ່ມີຄວາມຈໍາເປັນ ແລະ ຮີບດ່ວນ ສາມາດ ເຂົ້າມາປະຕິບັດວຽກງານຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆໄດ້, ແຕ່ຕ້ອງຜ່ານການພິຈາລະນາເຫັນດີຈາກຄະນະສະເພາະກິດ. ສໍາລັບ ຂັ້ນຕອນໃນການປະຕິບັດຕົວຈິງກະຊວງການຕ່າງປະເທດ ຈະອອກຄໍາແນະນໍາຕ່າງຫາກ.
ຮຽບຮຽງຂ່າວ: ພຸດສະດີ | ຂ່າວທ້ອງຖິ່ນ | 2020-07-02T14:23:13+00:00 | https://laopost.com/?p=120145 |
ອັດຕາການເກີດຂອງເດັກໃນຈີນຕໍ່າສຸດໃນຮອບ 40 ກວ່າປີ | ອັດຕາການເກີດຂອງເດັກໃນປະເທດຈີນຖືວ່າຕໍ່າສຸດໃນຮອບ 40 ກວ່າປີ ເຊິ່ງສະທ້ອນໃຫ້ເຫັນເຖິງວິກິດຂອງຈຳນວນປະຊາກອນທີ່ເກີດໃໝ່ ແລະປັນຫາສັງຄົມຜູ້ສູງອາຍຸທີ່ຈະຕາມມາໃນອະນາຄົດ.
ລັດຖະບານຈີນໄດ້ຜ່ອນຜັນນະໂຍບາຍການມີລູກຄົນດຽວ ໂດຍອະນຸຍາດໃຫ້ຄູ່ຜົວເມຍໜຶ່ງສາມາດມີລູກໄດ້ 2 ຄົນໃນປີ 2016 ກ່ອນຈະເພີ່ມເປັນ 3 ຄົນໃນຕົ້ນປີນີ້ ເພື່ອຮັບມືກັບປັນຫາປະຊາກອນເກີດໃໝ່ທີ່ມີທ່າອ່ຽງຫຼຸດລົງຢ່າງຕໍ່ເນື່ອງ ແຕ່ການປ່ຽນແປງນະໂຍບາຍດັ່ງກ່າວຍັງບໍ່ເກີດຜົນພໍສົມຄວນ ເນື່ອງຈາກປັນຫາຄ່າຄອງຊີບທີ່ສູງຂຶ້ນ ແລະແມ່ຍິງສ່ວນໃຫຍ່ກໍມີຄວາມສາມາດໃນການວາງແຜນຄອບຄົວດ້ວຍຕົນເອງ.
ຈາກຂໍ້ມູນລາຍງານປະຈຳປີໃນປີຜ່ານມາ ພົບວ່າ ຈີນ ມີອັດຕາການເກີດຢູ່ທີ່ 8.52 ຕໍ່ປະຊາກອນ 1 ພັນຄົນ ຫຼື ມີເດັກເກີດໃໝ່ 12 ລ້ານຄົນໃນປີ 2020 ເຊິ່ງຖືວ່າຕໍ່າກວ່າປີກ່ອນໜ້າ ຂະນະທີ່ຂໍ້ມູນລາຍງານຍັງສະແດງໃຫ້ເຫັນຈຳນວນຄູ່ແຕ່ງດອງໃນປີ 2020 ທີ່ຫຼຸດລົງຕໍ່າສຸດໃນຮອບ 17 ປີ ໂດຍມີຄູ່ຮັກຈົດທະບຽນແຕ່ງດອງພຽງ 8.14 ລ້ານຄູ່ໃນປີ 2020.
ຂໍ້ມູນຈາກ: ໄທຣັດອອນໄລນ໌ | ຂ່າວຕ່າງປະເທດ | 2021-11-25T13:55:17+00:00 | https://laopost.com/?p=129831 |
ລຸງພຸດທາຫາລາຍໄດ້ຈາກການຫຍິບເກີບ ເດືອນໜຶ່ງບໍ່ຕ່ຳວ່າ 1.5 ລ້ານກີບ | ເຖິງເສັ້ນທາງຈະໄກ ກໍບໍ່ເປັນອຸປະສັກຕໍ່ການປະກອບອາຊີບທີ່ເຮັດດ້ວຍຄວາມບໍລິສຸດ ແລະບໍ່ໄດ້ເປັນພາລະຂອງຄົນອື່ນ
ທັງສາມາດສ້າງລາຍໄດ້ເຮັດໃຫ້ຄອບຄົວມີສະຖານະພາບດີຂຶ້ນບວກກັບຄວາມຄິດທີ່ສ້າງສັນ ແລະມີຫົວຄິດປະດິດສ້າງດຸໝັ່ນຂະຫຍັນພຽນອົດທົນອອກແຮງດ້ວຍຕີນມືແລະມັນສະໝອງຂອງຕົນເອງ. ໃນການບໍລິການຫຍິບເກີບ ເພື່ອພັດທະນາຊີວິດການເປັນຢູ່ຂອງຄອບຄົວຢ່າງພໍພຽງ.
ລຸງ ພຸດທາ ເພັງສະຫວັນ ຊ່າງຫຍິບເກີບ ອາຍຸ 56 ປີ ເລົ່າສູ່ຟັງວ່າ: ລຸງເປັນປະຊາຊົນ ບ້ານດົງໜ້ອງ ເມືອງ ແລະແຂວງສາລະວັນ ຊຶ່ງຫ່າງຈາກເທສະບານເມືອງ ແລະແຂວງສາລະວັນປະມານ 13 ກິໂລແມັດ ແຕ່ລະມື້ລາວໄດ້ທຽວມາເຮັດວຽກຢູ່ໃນເມືອງ ເພື່ອບໍລິການຫຍິບເກີບໃຫ້ກັບລູກຄ້າ. ຄອບຄົວຂອງລຸງມີອາຊີບຫຼັກແມ່ນເຮັດນາມີສະມາຊິກທັງໝົດ 8 ຄົນ. ສ່ວນລຸງເອງແມ່ນບໍ່ສາມາດທໍາການຜະລິດໄດ້ ສະນັ້ນ,ຈິ່ງໄດ້ຊອກຫາຊ່ອງທາງສ້າງອາຊີບເສີມທີ່ ເໝາະສົມກັບການນຳໃຊ້ແຮງງານຂອງຕົນເອງ ຊຶ່ງລາວກໍໄດ້ຫັນມາບໍລິການຫຍິບເກີບຢູ່ 4 ແຍກພະແນກອຸດສາຫະກຳ-ການຄ້າແຂວງ ໂດຍອາໄສຜ້າຢາງມຸງ ແລະມີໂຕະ, ຕັ່ງບໍລິການຈຳນວນໜຶ່ງ, ທັງເປັນບ່ອນເກັບມ້ຽນເກີບ ເປັນເວລາ 4 ປີ ຍ້ອນອາຊີບນີ້ ເຮັດໃຫ້ສັງຄົມໄດ້ຮັບຮູ້ລຸງຫຼາຍຂຶ້ນ ແລະເຂົ້າມາໃຊ້ບໍລິການເພີ່ມ ຂຶ້ນເລື້ອຍໆ ທັງເປັນທີ່ຍອມຮັບຂອງຄົນສ່ວນໃຫຍ່ ໂດຍສະເລ່ຍໃນແຕ່ລະມື້ມີລູກຄ້າເອົາເກີບມາໃຫ້ລຸງຫຍິບບໍ່ຕ່ຳກວ່າ 10 ຄູ່ຕໍ່ມື້. ສ່ວນຄ່າບໍລິການຕໍ່າສຸດຄູ່ລະ 5 ພັນກີບ ແລະສູງສຸດ 20 ພັນກີບ. ອີງຕາມປະເພດເກີບແຕ່ລະຊະນິດຍາກ ຫຼື ງ່າຍອຸປະກອນທີ່ສຳຄັນຂາດບໍ່ໄດ້ໃນປະກອບອາຊີບນີ້ ເປັນຕົ້ນແມ່ນ: ເຂັມ, ດ້າຍ, ຄີມ, ມີດ ແລະກາວ. ແຕ່ລະມື້ ລຸງ ພຸດທາ ສາມາດຫຍິບເກີບໄດ້ປະມານ 10 ຄູ່ ມີລາຍຮັບ 80 ພັນກີບ ຫາ 1 ແສນກີບຕໍ່ມື້. ເດືອນໜຶ່ງລຸງສາມາດທ້ອນເງິນໄດ້ຈາກການບໍລິການຫຍິບເກີບໄດ້ປະມານ 1,5 ແສນກີບຕໍ່ເດືອນ.
ລຸງ ພຸດທາ ເພັງສະຫວັນ ໄດ້ກ່າວຕື່ມອີກວ່າ: ອາຊີບທີ່ດຳເນີນ ຢູ່ນີ້ເຫັນວ່າມີຄວາມເໝາະສົມລະຫວ່າງລາຍໄດ້ກັບການໃຊ້ແຮງ ງານ ທັງເປັນການສ້າງລາຍໄດ້ ເສີມໃຫ້ຄອບຄົວມີຢູ່ມີກິນມີວຽກ ເຮັດງານທຳ ແລະເຮັດໃຫ້ລາວຮູ້ ນຳໃຊ້ແຮງງານຂອງຕົນໃຫ້ເກີດປະໂຫຍດແກ່ຄອບຄົວ ແລະສັງຄົມ ທັງມີຊີວິດການເປັນຢູ່ດີຂຶ້ນ ເລື້ອຍໆ ທັງເປັນອາຊີບທີ່ສັງຄົມນິຍົມຊົມຊອບ ໂດຍສະເພາະສຳລັບຜູ້ທີ່ມີລາຍໄດ້ຕ່ຳ ແລະເປັນອາຊີບທີ່ຖືກຕ້ອງຕາມລະບຽບກົດໝາຍ. ຊຶ່ງນໍາໃຊ້ຫົວຄິດປະດິດສ້າງ ກໍຄືສອງມືຂອງຕົນເອງບວກກັບຄວາມດຸໝັ່ນ, ອົດທົນສູ້ຊົນຈົນ ໄດ້ມາແຫ່ງຜົນສຳເລັດໃນທຸກໆ ວັນນີ້.
ລຸງ ພຸດທາ ຍັງເລົ່າໃຫ້ຟັງອີກວ່າ: ຈະບໍລິການອາຊີບນີ້ດ້ວຍໃຈ ແລະເຮັດໃຫ້ຜົນງານອອກມາດີທີ່ສຸດດ້ວຍການຫຍິບໃຫ້ລະອຽດ, ງາມ ແລະຄວາມໝັ່ນເຮັດໃຫ້ຄົນໃນສັງຄົມຍອມຮັບເຖິງຢ່າງໃດກໍຕາມລາວກໍມີຄວາມພາກພູມໃຈກັບອາຊີບທີ່ຕົນເອງເຮັດໄດ້ສິ່ງສຳ ຄັນແມ່ນບໍ່ໄດ້ເປັນພາລະແບກ ຫາບໃຫ້ແກ່ຄອບຄົວເຖິງຕົນເອງ ຈະຢູ່ໃນເກນອາຍຸກະສຽນກໍຕາມ ແລະບໍ່ໄດ້ໄປສ້າງຄວາມລຳຄານ ໃຫ້ກັບສັງຄົມກົງກັນຂ້າມໄດ້ຮັບໃຊ້ສັງຄົມທຸກຊັ້ນຄົນໄດ້ບຸກບືນດຸໝັ່ນຂະຫຍັນພຽນໃນອາຊີບ ແລະພັດທະນາໃຫ້ອາຊີບຂອງຕົນສາມາດສ້າງລາຍຮັບໃນທ່າມກາງການຫາລ້ຽງຊີບໃນຍຸກສະໄໝໃໝ່ ໂດຍສະເພາະເຮົາຄົນລາວກໍຄວນ ເຮັດອາຊີບທີ່ຄົນລາວນິຍົມ ແລະຕ້ອງການບໍລິການຫວງແຫນໃນອາຊີບຂອງຕົນ ແລະນຳໃຊ້ແຮງງານປະກອບອາຊີບບໍລິການໃຫ້ສັງຄົມລາວເວົ້າລວມເວົ້າສະເພາະກໍຄືແຂວງສາລະວັນ.
ຮູບແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ | ຂ່າວພາຍໃນ | 2016-08-02T13:09:55+00:00 | https://laopost.com/?p=66910 |
ມຸກດາວັນ ນັກຮ້ອງບ້ານນາຕົວຈິງ | ມຸກດາວັນ ສັນຕິພອນ ນັກຮ້ອງບ້ານນາ ທີ່ຖ້າເວົ້າເຖິງນ້ຳສຽງແລ້ວແຟນເພງ ນິຍົມຊົມຊອບທົ່ວບ້ານທົ່ວເມືອງ ໂດ່ງດັງຈົນສື່ສິ່ງພິມທຸກສະບັບ, ວິທະຍຸທຸກຄື້ນ, ໂທລະພາບທຸກຊ່ອງ ແລະລວມທັງສື່ອອນລາຍ ຕ້ອງໄດ້ສຳພາດແລະນຳສະເໜີຜົນງານຂອງເຂົາ ຈົນມຸກດາວັນ ສັນຕິພອນ ກາຍເປັນດາວໃນທ້ອງຟ້າເມືອງລາວ ໄປເປັນທີ່ຮຽບຮ້ອຍແຕ່ປີກາຍພຸ້ນ.
ຖ້າຄິດວ່າ ມຸກດາວັນ ເປັນດາລານັກຮ້ອງ ທີ່ມີຊື່ສຽງໂດ່ງດັງແລ້ວ ຄືວ່າເຂົາອາດຈະເປັນຄົນ ຖືເນື້ອຖືໂຕຫຼືຍີ່ງຍະໂສ ຄ່າໂຕແພງ ຄົງຈະໃຊ້ກັບ ດາລານັກຮ້ອງ ຜູ້ນີ້ບໍ່ໄດ້ສາແລ້ວ ເພາະນອກຈາກນາງ ຈະເປັນຄົນ ສຽງດີແລ້ວ ກິລິຍາທ່າທີທີ່ດີງາມ, ຄວາມອ່ອນນ້ອມຖ່ອມຕົນ, ຄວາມເປັນຄົນທຳມະດາສາມັນ ດຳລົງຊີວິດແບບພື້ນບ້ານ ດັ້ງເດີມ ເປັນຊີວິດຈິດໃຈ (ບໍ່ແມ່ນການສະແດງ) ເຊິ່ງເຮົາຈະສັງເກດເຫັນວ່ານາງຈະຮັບທຸກງານ ຢູ່ກັບແຟນເພງແບບເປັນກັນເອງ ສ່ວນເລື່ອງຄ່າໂຕ ມຸກດາວັນ ຮັບທຸກລາຄາ ຂໍແຕ່ວ່າມີເວລາແລະພໍຄ່ານ້ຳມັນ ກໍໄປແລ້ວ.
ຫຼ້າສຸດມີຂ່າວດີວ່າ ມຸກດາວັນ ກຳລັງອັດເພງຊຸດໃໝ່ຢູ່ ເຊິ່ງຄາດວ່າຈະໄດ້ຟັງພາຍຫຼັງອອກພັນສາປີນີ້ ຫຼືໄວກວ່ານັ້ນກໍເປັນໄດ້ ຈັ່ງໃດກໍຢ່າລືມຕິດຕາມນຳກັນເດີ! | ຂ່າວບັນເທິງ | 2015-07-20T10:37:06+00:00 | https://laopost.com/?p=30647 |
ກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບວຽກງານຕ້ານການຄ້າມະນຸດ | ນະຄອນຫຼວງວຽງຈັນ, ສປປ ລາວ — ທ່ານຮອງທູດ ແຊ່ເນິນ ແຟໂຣ ຈາກສະຖານທູດສະຫະລັດ ປະຈໍາ ສປປ ລາວ ແລະ ທ່ານ ພັນເອກ ລັດສະໝີ ໄຊຍະຄໍາ, ຫົວໜ້າກົມຕໍາຫຼວດສະກັ້ດກັ້ນ ແລະ ຕ້ານການຄ້າມະນຸດ ທັງເປັນຫົວໜ້າຫ້ອງການກອງເຂລາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ເປັນປະທານຮ່ວມ ກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບວຽກງານຕ້ານການຄ້າມະນຸດ ໃນວັນທີ 17, ມີນາ. ງານດັ່ງກ່າວ ປະກອບດ້ວຍ ການນໍາສະເໜີກ່ຽວກັບບົດລາຍງານການຄ້າມະນຸດ ຈາກ ຫ້ອງການຕິດຕາມ ແລະ ຕ້ານການຄ້າມະນຸດ ຂອງ ສະຫະລັດ ອາເມລິກາ ຢູ່ເມືອງ ວໍຊິງຕັນ ດີຊີ ແລະ ພາບລວມການຄ້າມະນຸດ ແລະ ຄວາມຄືບໜ້າວຽກງານການຕ້ານການຄ້າມະນຸດ ຢູ່ ສປປ ລາວ ນໍາສະເໜີໂດຍກອງເຂລາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ.
ກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບວຽກງານຕ້ານການຄ້າມະນຸດ ແມ່ນກິດຈະກໍາທໍາອິດ ທີ່ສະຖານທູດ ແລະ ກອງເຂລາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໄດ້ຈັດຮ່ວມກັນ ແລະ ເພື່ອຕອບຂໍ້ສະເໜີ ທີ່ຕ້ອງການໃຫ້ສະຖານທູດ ສະໜອງຂໍ້ມູນກ່ຽວກັບການລວບລວມຂໍ້ມູນເພື່ອເຮັດບົດລາຍງານການຄ້າມະນຸດ ແລະ ການສ້າງຄໍາແນະນໍາບົດລາຍງານການຄ້າມະນຸດ ສໍາລັບ ສປປ ລາວ.
ທ່ານຮອງທູດ ແຊ່ເນິນ ແຟໂຣ ກ່າວວ່າ: ການຢຸດຕິການຄ້າມະນຸດ ຍັງແມ່ນບູລິມະສິດ ສໍາລັບສະຫະລັດ ອາເມລິກາ. ສືບຕໍ່ເນື່ອງຈາກການຕອບໂຕ້ ແລະ ຄວາມພະຍາຍາມ ທີ່ສະແດງໃຫ້ເຫັນໃນປີທີ່ຜ່ານມາ, ຂ້າພະເຈົ້າ ເຊື່ອໝັ້ນວ່າ ລັດຖະບານ ສປປ ລາວ ພ້ອມດ້ວຍ ບັນດາຄູ່ຮ່ວມພັດທະນາ ສາມາດສືບຕໍ່ເຮັດວຽກຫຼາຍຂຶ້ນ ໃນປີ 2023 ແລະ ປີຕໍ່ໆໄປ. ສະຫະລັດ ອາເມລິກາ ມີຄວາມມຸ້ງໝັ້ນສະໜັບສະໜູນ ສປປ ລາວ ໃນຄວາມພະຍາຍາມນີ້.
ໃນປີ 2022, ຄໍາແນະນໍາບົດລາຍງານການຄ້າມະນຸດ ສໍາລັບ ສປປ ລາວ ປະກອບດ້ວຍ ການສືບຕໍ່ຄວາມພະຍາຍາມໃນການເຜີຍແຜ່ ແລະ ຈັດຕັ້ງປະຕິບັດ ແລະ ຝຶກອົບຮົມບັນດາຕໍາຫຼວດ ແລະ ເຈົ້າ ໜ້າທີ່ຊາຍແດນ ຄູ່ມືການປົກປ້ອງ, ຊ່ວຍເຫຼືອ ແລະ ການສົ່ງຕໍ່ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ, ເພີ່ມທະວີຄວາມພະຍາຍາມໃນການກຳນົດຕົວຢ່າງຕັ້ງໜ້າ ແລະ ການໃຫ້ບໍລິການປົກປ້ອງຜູ້ຊາຍ ແລະ ເດັກນ້ອຍຊາຍ ແລະ ຜູ້ຖືກເຄາະຮ້າຍ LGBTQI+ ທີ່ຕົກເປັນຜູ້ຖືກເຄາະຮ້າຍຈາກການບັງຄັບໃຊ້ແຮງງານ ແລະ ການຄ້າປະເວນີ ແລະ ເພີ່ມການສອບສ່ວນ-ສືບສວນ, ການດໍາເນີນຄະດີ ແລະ ຕັດສິນໂທດຄະດີ. ນີ້ແມ່ນບາງຈໍານວນຂອງຄໍາແນະນໍາ.
ສະຫະລັດ ອາເມລິກາ ໄດ້ປະກອບສ່ວນຫຼາຍກວ່າ 10 ລ້ານໂດລາ ເຂົ້າໃນວຽກງານສະກັດກັ້ນການຄ້າມະນຸດ ໃນ ສປປ ລາວ. ຫ້ອງການຕິດຕາມ ແລະ ຕ້ານການຄ້າມະນຸດ ໄດ້ມາຢ້ຽມຢາມ ສປປ ລາວ ເພື່ອມາພົບປະກັບກອງເຂລາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ແລະ ລົງຢ້ຽມຢາມພາກສະໜາມ ກັບບັນດາອົງການຈັດຕັ້ງທີ່ໄດ້ຮັບທຶນ ທີ່ເຮັດວຽກກ່ຽວກັບວຽກງານຕ້ານການຄ້າມະນຸດ ຢູ່ ສປປ ລາວ. | ຂ່າວພາຍໃນ | 2023-03-21T16:30:04+00:00 | https://laopost.com/?p=143320 |
ກອງປະຊຸມຄົ້ນຄວ້າຫັນຫົວໜ່ວຍທຸລະກິດໃຫ້ແຂວງຄຸ້ມຄອງແນ່ໃສ່ກຸ້ມຕົນເອງດ້ານງົບປະມານ ໃນປີ 2023 | ໃນວັນທີ 10-11 ພະຈິກ 2022, ກະຊວງການເງິນໄດ້ຈັດກອງປະຊຸມຄົ້ນຄວ້າຫັນຫົວໜ່ວຍທຸລະກິດ ໃຫ້ແຂວງຄຸ້ມຄອງແນ່ໃສ່ສາມາດກຸ້ມຕົນເອງດ້ານງົບປະມານ ໃນປີ 2023, ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ. ຊຶ່ງມີບັນດາຫົວໜ້າພະແນກການເງິນ, ມີຕາງໜ້າຈາກສ່ວຍສາອາກອນປະຈຳ 8 ແຂວງຄື: ນະຄອນຫລວງວຽງຈັນ, ແຂວງຄໍາມ່ວນ, ສະຫວັນນະເຂດ, ບໍລິຄຳໄຊ, ອັດຕະປື, ຫຼວງນ້ຳທາ, ຫຼວງພະບາງ, ແຂວງໄຊຍະບູລີ ພ້ອມດ້ວຍຄະນະກົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ກໍ່ແມ່ນເພື່ອເປັນການຮ່ວມກັນຄົ້ນຄວ້າ ຫາລືແລກປ່ຽນຄຳຄິດເຫັນ ຢ່າງກົງໄປກົງມາ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ເປັນຕົ້ນແມ່ນໃຫ້ພະແນກການເງິນ 8 ແຂວງຄື: ແຂວງຫຼວງພະບາງ, ຫຼວງນໍ້າທາ, ໄຊຍະບູລີ, ບໍລິຄຳໄຊ, ສະຫວັນນະເຂດ, ຄໍາມ່ວນ, ອັດຕະປື ແລະ ເຊກອງ, ບັນກົມທີ່ກ່ຽວຂ້ອງ ຮ່ວມກັນແລກປ່ຽນຂໍ້ມູນ ໄລ່ລຽງ ບັນດາລາຍຮັບຕົວຈິງ ຈາກບັນດາຫົວໜ່ວຍທຸລະກິດທີ່ຕົນຄຸ້ມຄອງ ໃຫ້ແກ່ກົມກ່ຽວຂ້ອງ ເພື່ອພ້ອມກັນຄົ້ນຄວ້າ ແບ່ງປັນຫົວໜ່ວຍທຸລະກິດໃຫ້ແທດເໝາະກັບລາຍຈ່າຍຂອງແຂວງ ກໍລະນີແຂວງໃດທີ່ມີຊາຍແດນຕິດຈອດກັນ ມີພື້ນຖານຫົວໜ່ວຍທຸລະກິດທີ່ໃຫຍ່ ແມ່ນໃຫ້ຄົ້ນຄວ້າແບ່ງປັນຂໍ້ມູນລາຍຮັບແກ່ກັນຢ່າງລະອຽດ.
ອີກດ້ານໜຶ່ງຖ້າແຂວງໃດທີ່ມີທ່າແຮງ ມີລາຍຮັບເກີນດູນ ຫຼືຍັງຂາດດູນ ກໍໃຫ້ຮ່ວມການຄົ້ນຄວ້າ ແບ່ງປັນຫົວໜ່ວຍທຸລະກິດ ກໍຄື ແບ່ງປັນລາຍຮັບໃຫ້ມີຄວາມແທດເໝາະກັບລາຍຮັບຕົວຈິງຂອງແຂວງນັ້ນໆ ສ່ວນວິທີການຈັດຕັ້ງປະຕິບັດ ແລະ ຂໍ້ມູນລະອຽດແມ່ນໃຫ້ຄົ້ນຄວ້າຮ່ວມກັນຢ່າງເລິກເຊິ່ງ ໂດຍຖືເອົາການເບີກຈ່າຍເງິນເດືອນເປັນບຸລິມະສິດອັບດັບ 1 ຕາມທິດຂອງພັກ ແລະ ລັດວາງອອກ, ຕິດພັນກັບການສືບຕໍ່ຈັດຕັ້ງປະຕິບັດວຽກງານຫັນຫົວໜ່ວຍທຸລະກິດເຂົ້າລະບົບອາກອນມູນຄ່າເພີ່ມ ໄປພ້ອມໆກັບການສືບຕໍ່ຂຸດຄົ້ນລາຍຮັບທີ່ບົ່ມຊ້ອນ.
ພ້ອມນັ້ນ, ເພື່ອສ້າງຄວາມເຂັ້ມແຂງໃຫ້ຂັ້ນທ້ອງຖິ່ນ ກະຊວງການເງິນ ຈຶ່ງໄດ້ຄົ້ນຄວ້າຫົວໜ່ວຍທຸລະກິດທີ່ສູນກາງຄຸ້ມຄອງ ເພື່ອມອບໃຫ້ແຂວງ, ເຊິ່ງເຫັນວ່າຈະຂາດດຸນປະມານ 400 ກວ່າຕື້. ສະນັ້ນ ເພື່ອໃຫ້ມີຂໍ້ມູນຊັດເຈນ ຈຶ່ງໄດ້ເຊີນ 8 ແຂວງ ເປົ້າໝາຍມາຮ່ວມເຮັດວຽກຮ່ວມກັນ ແລະ ສາມາດສັງລວມຕົວເລກເບື້ອງຕົ້ນຄື: ການຂາດດຸນຂອງທ້ອງຖິ່ນຫຼຸດລົງເຫຼືອ 240 ຕື້ກີບ, ໃນນັ້ນ ເຫັນວ່າ 5 ແຂວງ (ແຂວງຫຼວງພະບາງ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ອັດຕະປື) ເຊິ່ງເປັນແຂວງທີ່ເກີນດຸນໃນລະດັບ 100 ຕື້ ຂຶ້ນໄປ ແລະ 3 ແຂວງ ຍັງເປັນແຂວງທີ່ຍັງຂາດດຸນ (ແຂວງຫຼວງນໍ້າທາ, ໄຊຍະບູລີ, ເຊກອງ), ໃນນັ້ນ, ການສ້າງແຜນງົບປະມານ ໃນປີ 2023 ເບື້ອງຕົ້ນເຫັນວ່າມີການຂາດດຸນ 2.700 ຕື້ກວ່າກີບ ມີພຽງ 3 ແຂວງທີ່ເກີນດຸນ.
ນອກຈາກນັ້ນ, ບັນຫາຈາກການຄົ້ນຄວ້າ ຄວາມສາມາດໃຫ້ການກຸ້ມຕົນເອງທາງດ້ານງົບປະມານ ກໍ່ຄືເປັນແຂວງເກີນດຸນໄດ້ຈາກການສະເໜີເກັບລາຍຮັບຈາກຄ່າພາກຫຼວງ, ບັນດາເຂື່ອນໃນການຂຸດຄົ້ນແຮ່ທາດ ທີ່ຊັບສິນຄຸ້ມຄອງເປັນສ່ວນໃຫຍ່, ຈາກການຄຸ້ມຄອງ ຂຸດຄົ້ນຫຼຽນບິດຄອຍ ຂອງບໍລິສັດເວບດາຕ້າ, ຈາກບັນດາສາຂາຫົວໜ່ວຍທຸລະກິດທີ່ຕັ້ງຢູ່ແຂວງ, ບັນຫາຈາກການຂຶ້ນແຜນຊໍ້າຊ້ອນລະຫວ່າງສູນກາງ ແລະ ທ້ອງຖິ່ນ ຈາກການແບ່ງຂັ້ນຄຸ້ມຄອງ ຕາມ 4488/ກງ; ແລະ ບາງແຂວງຍັງເຫັນວ່າການຜະລິດຍັງຢູ່ໃນຂັ້ນທົດລອງ ຈຶ່ງບໍ່ສາມາດເປັນຖານລາຍຮັບຂອງຕົນໃນໄລຍະນີ້ໄດ້.
ແຫຼ່ງຂ່າວຈາກ ກະຊວງການເງິນ | ຂ່າວພາຍໃນ | 2022-11-14T16:06:49+00:00 | https://laopost.com/?p=139338 |
ຍີ່ປຸ່ນທົດສອບລົດໄຟລາງແມ່ເຫລັກ ແລ່ນໄວທີ່ສຸດໃນໂລກ 590 ກມ/ຊົ່ວໂມງ! | ຍີ່ປຸ່ນທົດສອບລົດໄຟລາງແມ່ເຫລັກຂະບວນໃໝ່ ແລ່ນໄວ 590 ກິໂລແມັດຕໍ່ຊົ່ວໂມງ ສ້າງສະຖິຕິເປັນລົດໄຟແລ່ນໄວທີ່ສຸດໃນໂລກ.
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 20 ເມສາຜ່ານມານີ້ວ່າ ບໍລິສັດ ເຊັນທຣັນ ເຈແປນ ເຣວເວຍ໌ ຫລື JR Central ຂອງຍີ່ປຸ່ນ ໄດ້ທຳການທົດສອບຄວາມສາມາດຂອງລົດໄຟລາງແມ່ເຫລັກຂະບວນໃໝ່ ເທິງເສັ້ນທາງທົດລອງໃນແຂວງຢາມານາຊິ ໃນມື້ວັນພະຫັດທີ 16 ເມສາຜ່ານມາ ໂດຍພົບວ່າສາມາດແລ່ນໄດ້ໄວສູງສຸດເຖິງ 590 ກິໂລແມັດຕໍ່ຊົ່ວໂມງ ທຳລາຍສະຖິຕິເດີມຂອງລົດໄຟຈາກບໍລິສັດດຽວກັນນີ້ ທີ່ເຄີຍສ້າງໄວ້ທີ່ 581 ກິໂລແມັດຕໍ່ຊົ່ວໂມງ ໃນເດືອນຕຸລາປີ 2003 ແລະ ປັດຈຸບັນໄດ້ສ້າງສະຖິຕິເປັນລົດໄຟທີ່ແລ່ນດ້ວຍຄວາມໄວສູງທີ່ສຸດໃນໂລກ.
ລົດໄຟລາງແມ່ເຫລັກຄວາມໄວສູງຂະບວນດັ່ງກ່າວນີ້ ໄດ້ມີແຜນຈະເປີດໃຫ້ບໍລິການແທ້ຈິງ ໃນປີ 2027 ໂດຍຈະແລ່ນເຊື່ອມຕໍ່ລະຫວ່າງນະຄອນຫລວງໂຕກຽວ ແລະ ນາໂກຢ່າ ໂດຍເມື່ອໃຊ້ງານແທ້ຈິງນັ້ນ ລົດໄຟຈະຖືກກຳນົດໃຫ້ແລ່ນໄດ້ສູງສຸດ 505 ກິໂລແມັດຕໍ່ຊົ່ວໂມງ ເຮັດໃຫ້ເວລາເດີນທາງລະຫວ່າງ 2 ເມືອງໃຫຍ່ດັ່ງກ່າວ ຫລຸດລົງເຫລືອພຽງ 40 ນາທີ ເຊິ່ງຫລຸດລົງຈາກຂະບວນທີ່ແລ່ນຢູ່ປັດຈຸບັນກາຍເຄິ່ງໜຶ່ງ. | ຂ່າວຕ່າງປະເທດ | 2015-04-21T08:26:28+00:00 | https://laopost.com/?p=23892 |
ຕົ້ນເດືອນເມສານີ້ ສິງກະໂປ ເປີດຮັບນັກທ່ອງທ່ຽວ ສັກວັກຊິນຄົບໂດສ | ຖືວ່າເປັນຂ່າວດີ ສຳລັບຫຼາຍໆຄົນທີ່ຈະໄດ້ເດີນທາງໄປທ່ຽວໂດຍສະເພາະປະເທດສິງກະໂປ ເນື່ອງຈາກເປັນອີກປະເທດທີ່ໜ້າໄປທ່ຽວຢູ່ແລ້ວ ແລະວັງບໍ່ດົນມານີ້ ກໍໄດ້ມີປະກາດວ່າ ຕົ້ນເດືອນເມສາ2022 ນີ້ ສິງກະໂປຈະເປີດຮັບນັກທ່ອງທ່ຽວ.
ຕາມຂ່າວຈາກ ສິງກະໂປ, ວັນທີ 24 ມີນານີ້, ທ່ານ ລີ ຊຽນລຸງ, ນາຍົກ ລັດຖະມົນຕີ ສິງກະໂປ ຖະແຫລງວ່າ: ລັດຖະບານ ສິງກະໂປ ຜ່ອນຜັນ ມາດຕະການ ຄວບຄຸມ ການແພ່ລະບາດ ໂຄວິດ-19 ຜ່ານການ ຂ້າມແດນ ດ້ວຍການຍົກເລີກ ມາດຕະການ ເຂັ້ມງວດ ສຳລັບ ນັກທ່ອງທ່ຽວ ທີ່ສັກວັກຊິນ ປ້ອງກັນ ໂຄວິດ-19 ຄົບໂດສແລ້ວ ເດີນທາງ ເຂົ້າປະເທດ ໂດຍບໍ່ຕ້ອງກັກຕົວ ລວມທັງ ການຍົກເລີກ ຂໍ້ກຳນົດ ໃຫ້ໃສ່ ຜ້າອັດປາກ ຢູ່ນອກ ອາຄານ ນັບຕັ້ງແຕ່ວັນທີ 1ເມສາປີນີ້ເປັນຕົ້ນໄປ.
ຂະນະນີ້ ສິງກະໂປ ໄດ້ຮັບວັກຊິນ ຄົບໂດສແລ້ວ ປະມານ 92% ຂອງປະຊາກອນ ທົ່ວປະເທດ 5,5 ລ້ານຄົນ ໃນນີ້ 71%ຮັບວັກຊິນ ເຂັມກະຕຸ້ນ ພູມຕ້ານທານແລ້ວ.
ແຫຼ່ງຂ່າວ:ປະເທດລາວ | ຂ່າວຕ່າງປະເທດ | 2022-03-25T12:10:31+00:00 | https://laopost.com/?p=132642 |
ຄົ້ນຫາສາເຫດການແຕກພັງຂອງຄູກັນນໍ້າ ໂຄງການໄຟຟ້າເຊປຽນ-ເຊນໍ້ານ້ອຍ | ທ່ານ ສິງເພັດ ບຸນສະຫວັດທິພັນ ຮອງປະທານອົງການກວດກາລັດຖະບານ ຮອງປະທານຄະນະສືບສວນ-ສອບສວນແຫ່ງຊາດ ໄດ້ຖະແຫຼງຂ່າວໃນວັນທີ 28 ພຶດສະພາ 2019 ຢູ່ສຳນັກງານນາຍົກລັດຖະມົນຕີກ່ຽວກັບຜົນຂອງການສືບສວນ-ສອບສວນສາເຫດຄູກັນນໍ້າ D ຂອງເຂື່ອນເຊປຽນ-ເຊນໍ້ານ້ອຍແຕກພັງ ຫຼື ເອີ້ນວ່າ “ຄະນະສືບສວນ-ສອບສວນແຫ່ງຊາດ” ຊຶ່ງໄດ້ແຕ່ງຕັ້ງຄະນະຮັບຜິດຊອບນັບແຕ່ວັນທີ 8 ສິງຫາ 2018 ທີ່ຜ່ານມາ ພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ ປະທານອົງການກວດກາລັດຖະບານ ເພື່ອດຳເນີນການກວດກາຫາສາເຫດການແຕກພັງຂອງຄູກັນນໍ້າ D ຂອງໂຄງການເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ເພື່ອນຳມາລາຍງານຕໍ່ລັດຖະບານ ປະຊາຊົນລາວ ສາກົນ ແລະ ຜູ້ມີສ່ວນຮ່ວມອື່ນໆຮັບຊາບກ່ຽວກັບສາເຫດການແຕກພັງຂອງຄູກັນນໍ້າດັ່ງກ່າວ.
ທ່ານ ສິງເພັດ ໄດ້ກ່າວວ່າ ເພື່ອຮັບປະກັນໃຫ້ການສືບສວນ-ສອບສວນຫາສາເຫດຂອງການແຕກພັງຂອງຄູກັນນໍ້າ D ດຳເນີນໄປຢ່າງຖືກຕ້ອງ ແລະ ສອດຄ່ອງກັບລະບຽບການ ມີຄວາມໂປ່ງໃສ່ ແລະ ເຊື່ອຖືໄດ້ ດັ່ງນັ້ນ ລັດຖະບານລາວຈຶ່ງໄດ້ມອບສິດຢ່າງເຕັມສ່ວນໃຫ້ຄະນະຊ່ຽວຊານເອກະລາດ (the independent Expert Panel, IEP) ທີ່ມີຊື່ສຽງໃນເວທີສາກົນເປັນຜູ້ດຳເນີນການສືບສວນຫາສາເຫດຄຽງຄູ່ກັບການດຳເນີນງານຂອງຄະນະສືບສວນ-ສອບສວນແຫ່ງຊາດ ສຳລັບຄະນະຊ່ຽວຊານເອກະລາດ (IEP) ປະກອບດ້ວຍ ສາສະດາຈານ Anton J. Schleiss ຈາກປະເທດສະວິດ ປະທານກິຕິມະສັກອົງການເຂື່ອນໃຫຍ່ສາກົນ (ICOLD) ທ່ານ Ahmed F.Chraibi ການາດາ ຮອງປະທານ ICOLD ພ້ອມນີ້ ລັດຖະບານຍັງໄດ້ເຊີນຫລາຍພາກສ່ວນຂອງຕ່າງປະເທດເຂົ້າຮ່ວມເປັນຜູ້ສັງເກດການໃນຂະບວນການສືບສວນ-ສອບສວນ ເພື່ອຊອກຫາສາເຫດຄູກັນນໍ້າ D ແຕກພັງດັ່ງກ່າວ.
ຄະນະຊ່ຽວຊານເອກະລາດໄດ້ສຶກສາສາເຫດການແຕກພັງ ໂດຍອີງໃສ່ການສຶກສາຄົ້ນຄວ້າຂໍ້ມູນທີ່ໄດ້ຮັບຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ໄດ້ລົງກວດກາສະພາບຄວມມເປັນຈິງຢູ່ພາກສະໜາມນັບຕັ້ງແຕ່ເດືອນສິງຫາ 2018 ເປັນຕົ້ນມາ ພ້ອມທັງຜົນຂອງການສຳຫຼວດທາງທໍລະນີເຕັກນິກໄດ້ແນະນຳໃຫ້ສຳຫຼວດຄືນ ພາຍຫຼັງການແຕກພັງຂອງເຂື່ອນກັນນໍ້າ D ແລະ ໄດ້ສົ່ງບົດລາຍງານສະບັບສຸດທ້າຍ ລົງວັນທີ 20 ມີນາ 2019 ກ່ຽວກັບຜົນການສືບສວນ-ສອບສວນຫາສາເຫດການແຕກພັງຂອງຄູກັຍນໍ້າ D ຂອງເຄື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ຈຶ່ງໄດ້ຂໍແຈ້ງຜົນການກວດກາສາເຫດຂອງການແຕກພັງຂອງຄູກັນນໍ້າ D ທີ່ຄະນະຊ່ຽວຊານເອກະລາດໄດ້ສະຫຼຸບໃນບົດລາຍງານສຸດທ້າຍດັ່ງຕໍ່ໄປນີ້.
ການແຕກພັງຂອງຄູກັນນໍ້າ D ໄດ້ເກີດຂຶ້ນໃນວັນທີ 23 ກໍລະກົດ 2018 ຊຶ່ງຢູ່ໃນໄລຍະເກັບກັກນໍ້າເຂົ້າອ່າງ ເຖິງແມ່ນວ່າມີຝົນຕົກຕິດຕໍ່ກັນຫຼາຍວັນກ່ອນມື້ຄູກັນນໍ້າແຕກພັງກໍຕາມ ແຕ່ໃນເວລາການແຕກພັງໄດ້ເລີ້ມຕົ້ນຂືຶ້ນນັ້ນລະດັບນໍ້າໃນອ່າງເກັບນໍ້າຍັງຕ່ຳກວ່າລະດັບສັນເຂື່ອນຫຼາຍ ດັ່ງນັ້ນ ຈິ່ງບໍ່ສາດມາດເອີ້ນເຫດການແຕກພັງຄັ້ງນີ້ວ່າເປັນເຫດສຸດວິໄສ ( Force Majeure) ຕາມທີ່ກຳນົດໄວ້ໃນສັນຍາສຳປະທານ.
ທັງນີ້ ຄະນະຊ່ຽວຊານເອກະລາດກໍໄດ້ກວດພົບວ່າ ສາເຫດຕົ້ນຕໍຂອງການແຕກພັງແມ່ນກ່ຽວຂ້ອງກັບຄວາມສາມາດໃນການຊຶມນໍ້າສູງຂອງຮາກຖານຂອງເຂື່ອນກັນນໍ້າປະກອບກັບຊັ້ນດິນທີ່ສາມາດຖືກກັດເຊາະໄດ້ງ່າຍ ໂດຍສະເພາະປາກົດມີຮູທໍ່ນ້ອຍໆທີ່ມີການເຊື່ອມຕໍ່ຊຶ່ງກັນ ແລະ ກັນໃນຊັ້ນດິນທີ່ໄປພ້ອມກັບການເພີ່ມຂຶ້ນຂອງລະດັບນໍ້າໃນໄລຍະການເກັບກັກນໍ້າໃນອ່າງ ກະແສການຊຶມຂອງນໍ້າຕາມເສັ້ນທາງໄຫຼຂອງນໍ້າຕາມທາງນອນກໍເລີ່ມຂຶ້ນໃນຮາກຖານ ບວກກັບຄວາມສາມາດໃນການຊຶມຂອງນໍ້າສູງໃນດິນ ປາກົດການນີ້ໄດ້ສົ່ງຜົນໃຫ້ມີການກັດເຊາະພາຍໃນຮາກຖານ ແລະ ເຮັດໃຫ້ດິນລາເຕຣິດ (Laterite) ອ່ອນໂຕລົງ ເມື່ອການກັດເຊາະ ແລະ ອ່ອນໂຕຂອງຮາກຖານເຖິງຂັ້ນໃດໜຶ່ງ ຄວາມສະຖຽນລະພາບຂອງເຂື່ອນຈຶ່ງບໍ່ສາມາດຮັບປະກັນໄດ້ອີກຕໍ່ໄປ ແລະ ການເລື່ອນຖະໄຫຼເລິກແບບໜູນ (Deep rotational sliding) ໄດ້ເລີ່ມຕົ້ນຂຶ້ນທີ່ບ່ອນສູງສຸດຂອງເຂື່ອນກັນນໍ້າ ສຸດທ້ຍກໍນຳໄປສູ່ການແຕກພັງທັງໝົດຂອງຄູກັນນໍ້າ D ແລະ ຊັ້ນຮາກຖານ ຊຶ່ງເຮັດໃຫ້ມ່ວນນໍ້າມະຫາສານ (ທີ່ມີຄວາມສາມາດທຳລາຍສູງ ແລະ ບໍ່ສາມາດຄວບຄຸມໄດ້) ໄດ້ໄຫຼອອກຈາກອ້າງເກັບນໍ້າ ຮາກຖານຂອງຄູກັນນ້ຳ D ແມ່ນກ່ຽວຂ້ອງກັບການແຕກພັງໃນຄັ້ງນີ້.
ໂດຍ: ສະຫະລັດ ວອນທິວົງໄຊ | ຂ່າວທ້ອງຖິ່ນ | 2019-05-28T16:09:24+00:00 | https://laopost.com/?p=113957 |
ລັດຖະມົນຕີກະຊວງການຕ່າງປະເທດສິງກະໂປຢຽມຢາມເກົາຫຼີເໜືອ | ສຳນັກຂ່າວຕ່າງປະເທດລາຍງານຈາກປະເທດ ສິງກະໂປ ເມື່ອວັນທີ 7 ມິຖຸນາ 2018 ວ່າກະຊວງການຕ່າງປະເທດສິງກະໂປອອກຖະແຫຼງການເມື່ອວັນພຸດວ່າ ທ່ານ ວິວຽນ ບາລາກຣິຊນັນ ລັດຖະມົນຕີກະຊວງການຕ່າງປະເທດ ຈະເດີນທາງໄປຢຽມຢາມນະຄອນປຽງຢາງລະຫວ່າງວັນທີ 7-8 ມິຖຸນາ 2018ນີ້ ຢ່າງໃດກໍ່ຕາມ ລັດຖະບານສິງກະໂປບໍ່ໄດ້ໃຫ້ລາຍລະອຽດກ່ຽວກັບພາລະກິດຂອງທ່ານ ບາລາກຣິຊນັນໃນຄັ້ງນີ້ ໂດຍລະບຸພຽງວ່າ ຈະມີການເຂົ້າພົບທ່ານ ຄິມຍອງນັມ ປະທານສະພາປະຊາຊົນສູງສຸດຂອງເກົາຫຼີເໜືອພ້ອມ ແລະ ກ່ອນການເດີນທາງໄປນະຄອນປຽງຢາງ ທ່ານ ບາລາກຣິຊນັນ ໄດ້ມີການພົບປະຫາລືກັບ ທ່ານ ໄມເຄິລ ປອມເປໂອ ລັດຖະ ມົນຕີກະຊວງການຕ່າງປະເທດສະຫະລັດ ທີ່ນະຄອນວໍຊິງຕັນ | ຂ່າວຕ່າງປະເທດ | 2018-06-07T09:51:44+00:00 | https://laopost.com/?p=101245 |
ອາເມຣິກາຮຽກຮ້ອງໃຫ້ກຸ່ມໂອເປັກພຣັສບໍ່ຫຼຸດການຜະລິດນ້ຳມັນ | ສະຫະລັດອາເມຣິກາ ກົດດັນໃຫ້ປະເທດສະມາຊິກກຸ່ມໂອເປັກພຣັສ ຫຼື ກຸ່ມປະເທດຜະລິດນ້ຳມັນ ໃຫ້ຫຼີກລ່ຽງການປັບຫຼຸດຜະລິດນ້ຳມັນໃນປະລິມານຫຼາຍ ໃນຂະນະທີ່ ທ່ານ ໂຈ ໄບເດັນ ປະທານາທິບໍດີອາເມຣິກາ ພະຍາຍາມທີ່ຈະສະກັດກັ້ນການປັບໂຕຂຶ້ນລາຄານ້ຳມັນໃນອາເມຣິກາ.
ສຳນັກຂ່າວ ຣອຍເຕີ ໄດ້ລາຍງານວ່າ: ສະຫະລັດອາເມຣິກາກຳລັງໂນ້ມນ້າວໃຫ້ກຸ່ມໂອເປັກພຣັສວ່າ ຍັງບໍ່ເໝາະທີ່ຈະປັບຫຼຸດການຜະລິດນ້ຳມັນໃນຂະນະນີ້ ເມື່ອພິຈາລະນາຈາກຫຼາຍປັດໄຈພື້ນຖານທາງເສດຖະກິດ.
ກຸ່ມໂອເປັກພຣັສ ເຊິ່ງລວມເຖິງປະເທດຊາອຸດິອາລັບບີ ແລະ ຣັດເຊຍ ກຳລັງຫາລືກັນເລື່ອງການຫຼຸດຜະລິດນ້ຳມັນ 1 ລ້ານບາເຣວຕໍ່ມື້ ໂດຍການຜະລິດດັ່ງກ່າວອາດສົ່ງຜົນໃຫ້ລາຄານ້ຳມັນເພີ່ມຂຶ້ນ.
ໂຈ ໄບເດັນ ຍັງໄດ້ພະຍາຍາມແກ້ໄຂບັນຫາລາຄານ້ຳມັນແອັດຊັງທີ່ແພງຕະຫຼອດທັ້ງປີ ໂດຍລາຄາທີ່ແພງຂຶ້ນອາດສົ່ງຜົນກະທົບຕໍ່ການເລືອກຕັ້ງໃນວັນທີ 8 ພະຈິກນີ້. | ຂ່າວຕ່າງປະເທດ | 2022-10-05T16:35:20+00:00 | https://laopost.com/?p=138336 |
ລາຄານໍ້າມັນຕະຫຼາດໂລກຫຼຸດລົງ 30% ຫຼັງຊາອຸດິອາຣະເບຍຕອບໂຕ້ຣັດເຊຍ | ລາຄານໍ້າມັນດິບໃນຕະຫຼາດໂລກຫຼຸດລົງເກືອບ 27% ຫຼັງຈາກຊາອຸດິອາຣະເບຍ ຊຶ່ງເປັນປະເທດທີ່ສົ່ງອອກນໍ້າມັນລາຍໃຫຍ່ທີ່ສຸດຂອງໂລກ ປະກາດວ່າຈະເພີ່ມການຜະລິດໃນເດືອນໜ້າ ເພື່ອນຳນໍ້າມັນສູ່ຕະຫຼາດໂລກໃຫ້ໄດ້ຫຼາຍ ເພື່ອຕັດລາຄານໍ້າມັນກາຊວນ ແລະ ແອັດຊັງຈາກຣັດເຊຍ.
ການປະກາດຫຼ້າສຸດຂອງຊາອຸດິອາຣະເບຍ ເຮັດໃຫ້ນໍ້າມັນດິບໃນຕະຫຼາດ ທີ່ມີລາຄາຊື້-ຂາຍຢູ່ທີ່ 33.09 ໂດລາຕໍ່ບາເຣລ ຫຼຸດລົງຈາກລາຄາເກົ່າ 27% ເຊິ່ງເປັນການຫຼຸດລົງທີ່ແຮງທີ່ສຸດໃນໜຶ່ງວັນຂອງຕະຫຼາດນໍ້າມັນ ຕັ້ງແຕ່ຊ່ວງສົງຄາມອ່າວເປີເຊຍເມື່ອປີ 1991 ໃນຂະນະທີ່ລາຄານໍ້າມັນດິບໃນຕະຫຼາດສະຫະລັດຫຼຸດລົງ 27% ມາຢູ່ທີ່ 30 ໂດລາຕໍ່ບາເຣລ.
ການເຄື່ອນໄຫວນີ້ເກີດຂຶ້ນຫຼັງຈາກເມື່ອອາຣາມໂຄ ບໍລິສັດນໍ້າມັນຂອງລັດຖະບານຊາອຸດິອາຣະເບຍ ແລະ ກຸ່ມປະເທດຜູ້ສົ່ງອອກນໍ້າມັນ (ໂອເປກ) ໄດ້ຊັກຊວນໃຫ້ຣັດເຊຍຫຼຸດກຳລັງການຜະລິດໄປນຳກັນ ເພື່ອໃຫ້ລາຄານໍ້າມັນໃນຕະຫຼາດໂລກສູງຂຶ້ນ ແຕ່ຮັດເຊຍປະຕິເສດຂໍ້ສະເໜີນີ້ ມັນໄດ້ສ້າງຄວາມບໍ່ພໍໃຈຕໍ່ຊາອຸດິອາຣະເບຍຢ່າງແຮງ ຈົນນຳມາສູ່ການທີ່ຊາອຸດິອາຣະເບຍປະກາດເພີ່ມກຳລັງການຜະລິດໃຫ້ຫຼາຍກວ່າ 10 ລ້ານບາເຣລຕໍ່ວັນ ຫຼື 1,589 ລ້ານລິດຕໍ່ມື້ ໃນເດືອນເມສານີ້.
ຮຽບຮຽງຂ່າວ: ພຸດສະດີ | ຂ່າວຕ່າງປະເທດ | 2020-03-10T17:12:15+00:00 | https://laopost.com/?p=117309 |
ທໍາລາຍຝຸງຕັກກະແຕນໄມ້ປ່ອງຢູ່ 5 ບ້ານໃນເຂດເມືອງ ງອຍ | ທ້າຍເດືອນພືດສະພາ 2017 ຜ່າມານີ້ ຫ້ອງການກະສີກຳ-ປ່າໄມ້ເມືອງງອຍ ໂດຍສະເພາະແມ່ນທີມງານວິຊາການ ຮັບຜິດຊອບວຽກງານປ້ອງກັນ ແລະ ປາບປາມຕັກກະແຕນໄມ້ປ່ອງ ໄດ້ລົງປາບປາມ ແລະ ທໍາລາຍຝຸງຕັກກະແຕນໄມ້ປ່ອງ ຢູ່ຈຳນວນ 2 ກຸ່ມຄື: ກຸ່ມ ພູທິດເຜີ້ງ ແລະ ກຸ່ມ ໂພນໄຊ ມີຈຳນວນ 5 ບ້ານ ໃນນັ້ນມີ: ບ້ານກະຕາງຊງຽ, ບ້ານຫີນແປ້ນ, ບ້ານລ້ອງຄໍາ, ບ້ານໂພນ ແລະ ບ້ານ ໂດນ ໂດຍການນໍາໃຊ້ຢາສີດພົ່ນ.
ນອກຈາກນັ້ນກໍ່ໄດ້ໃຊ້ວິທີແບບພື້ນບ້ານໂດຍການນໍາເອົາມຸ້ງກວດ ແລະ ຝົດໄມ້ຟາດໃສ່ຕັກກະແຕນ ໃນນີ້ສາມາດສີດພົ່ນຢາ ແລະ ປາບຕັກກະແຕນໄດ້ທັງໜົດ 8 ຈຸດ, ໃນເນື້ອທີ່ເກືອບ 4 ເຮັກຕາ ແລະ ໄດ້ນຳໃຊ້ຢາຈຳນວນ 23 ກວ່າລິດ, ມີແຮງງານທັງໜົດ 123 ຄົນ, ຍິງ 45 ຄົນ, ຈາກນັ້ນທີມງານໄດ້ສືບຕໍ່ລົງສີດພົ່ນຢາປາບຕັກກະແຕນຢູ່ໃນ 3 ກຸ່ມອີກຕື່ມຄື: ກຸ່ມ ເມືອງຊື່ນ, ມີ3 ບ້ານ, ມີ 7 ຈຸດ, ໃນເນື້ອທີ່ 44 ເຮັກຕາ, ກຸ່ມ ສົບຂີງ ມີ 4 ບ້ານ ມີ 6 ຈຸດ, ໃນເນື້ອທີ່ 170 ເຮັກຕາ ແລະ ກຸ່ມ ເມືອງງອຍ ມີ 3 ບ້ານ ມີ 9 ຈຸດ, ໃນເນື້ອທີ່ 98 ເຮັກຕາ.
ການລົງປາບຕັກກະແຕນໃນຄັ້ງນີ້ກໍ່ເພື່ອປ້ອງກັນຕັກກະແຕນຝຸງໄມ້ປ່ອງທີ່ກໍາລັງແຜ່ຂະຫຍາຍຢູ່ໃນໄລຍະນີ້ ແລະ ຈະເຂົ້າມາທໍາລາຍເຄື່ອງປູກພືດຜັກຕ່າງໆຂອງພໍ່ແມ່ປະຊາຊົນພາຍໃນເມືອງງອຍໃຫ້ຫລຸດໜ້ອຍລົງ.
ຮຽບຮຽງຂ່າວໂດຍ: ວືຢ່າງ ໄຊລີຈື່ເຢ | ຂ່າວທ້ອງຖິ່ນ | 2017-06-08T12:07:14+00:00 | https://laopost.com/?p=90859 |
ທີມຊາດຣັກບີ້ລາວ ປະເພດຊາຍຍາດໄດ້ອັນດັບທີ 4 ແລະ ທີມຍິງ ໄດ້ອັນດັບທີ 5 ໃນການແຂ່ງຂັນຢູ່ປະເທດສິງກະໂປ | ທີມນັກກີລາຣັກບີ້ທີມຊາດລາວ ທັງທີມຍິງ-ຊາຍ ໄດ້ສໍາເລັດການເຂົ້າຮ່ວມແຂ່ງຂັນຣັກບີ້ອາຊຽນ ປະເພດ 7 ຄົນ ທີ່ຈັດຂຶ້ນໃນວັນທີ 15-16 ເມສາ 2016 ຢູ່ສະໜາມກີລາ Yio Chu Kang Stadium ປະເທດສິງກະໂປ ເຊິ່ງມີທີມຊາດນັກກີລາຣັກບີ້ປະເທດອາຊຽນ ເຂົ້າຮ່ວມແຂ່ງຂັນຄື ສິງກະໂປ (ເຈົ້າພາບ) ບຣູໄນ ອິນໂດເນເຊຍ ມາເລເຊຍ ຟີລິບປິນ ໄທ ແລະ ລາວ ຜ່ານການແຂ່ງຂັນ ປາກົດວ່າ ທີມຊາດຣັກບີ້ລາວ (ຊາຍ) ສາມາດຍາດໄດ້ອັນດັບທີ 4 ແລະ ທີມເພດຍິງ ສາມາດຍາດໄດ້ອັນດັບທີ 5.
ພິທີຖະແຫຼງກ່ຽວກັບຜົນສໍາເລັດໃນການເດີນທາງເຂົ້າຮ່ວມແຂ່ງຂັນຣັກບີ້ອາຊຽນ 2016 ຂອງນັກກີລາທີມຊາດລາວດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 20 ມີນາ 2016 ທີ່ສະມາຄົມນັກຂ່າວ ແຫ່ງ ສປປ.ລາວ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວແຫ່ງ ສປປ.ລາວ ທ່ານ ວິລະຢຸດ ຣາຕີກຸນ ປະທານສະຫະພັນຣັກບີ້ແຫ່ງຊາດລາວ ມີບັນດານັກກີລາ ແລະ ສື່ມວນຊົນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານປະທານສະຫະພັນຣັກບີ້ແຫ່ງຊາດລາວ ໄດ້ກ່າວວ່າ ລະດູການແຂ່ງຂັນຣັກບີ້ອາຊຽນ ປະເພດ 7 ຄົນ ທີ່ຈັດຂຶ້ນຢູ່ປະເທດສິງກະໂປໃນປີນີ້ ທາງສະຫະພັນຣັກບີ້ ໄດ້ສົ່ງທີມຊາດທັງປະເພດທີມຊາຍ ແລະ ເພດຍິງເຂົ້າຮ່ວມແຂ່ງຂັນ ທີ່ຈັດຮ່ວມກັນໃນລາຍການ HSBC World Rugby Singapore Sevens ເຊິ່ງເປັນການແຂ່ງຂັນລະດັບໂລກ ແລະ ຈະຊ່ອຍໃຫ້ນັກກີລາໃນອາຊຽນໄດ້ເຫັນການແຂ່ງຂັນລະດັບສູງ ເຊິ່ງສາມາດນໍາໄປພັດທະນາວົງການກີລາຣັກບີ້ໃຫ້ມີປະສົບການດີຂຶ້ນ ການແຂ່ງຂັນດັ່ງກ່າວແມ່ນການຮ່ວມມືລະຫວ່າງ ສະຫະພັນຣັກບີ້ໂລກ ແລະ ສະຫະພັນຣັກບີ້ອາຊີ ຮວມມີ 14 ທີມເຂົ້າຮ່ວມ ໃນນັ້ນ ປະເພດທີມຊາຍມີ 8 ທີມ ແລະ ປະເພດທີມຍິງມີ 6 ທີມ ຈາກ 7 ປະເທດ ສໍາລັບທີມຊາດລາວກໍໄດ້ລົງສະໜາມແຂ່ງຂັນນັດທໍາອິດພົບກັບທີມຊາດບຣູໄນ ແລະ ສາມາດເອົາຊະນະໄປດ້ວຍຄະແນນ 36-7 ຈຸດ ແຕ່ວ່ານັດຕໍ່ມາບໍ່ສາມາດຕ້ານທານແຮງກົດດັນຈາກເຈົ້າພາບສິງກະໂປ ເຮັດໃຫ້ເສຍດ້ວຍຄະແນນ 31-0 ຈຸດ ເຖິງຢ່າງໃດກໍຕາມ ທີມຊາດນັກກີລາຣັກບີ້ລາວ ກໍກັບມາເອົາຊະນະທີມອິນໂດເນເຊຍ ໄປດ້ວຍຄະແນນ 45-0 ຈຸດ ແລະ ເຂົ້າຮອບໄປຊິງເອົາອັນດັບທີ 3 ກັບປະເທດຟີລິບປິນ ເຊິ່ງກໍເສຍໃຫ້ປະເທດຟີລິບປິນ ໄປດ້ວຍຄະແນນ 40-5 ຈຸດ ແລະ ທີມຊາດລາວ ສາມາດຍາດພຽງອັນດັບທີ 4 ຂອງແຂ່ງຂັນໃນລາຍການນີ້.
ສ່ວນຜົນຂອງການແຂ່ງຂັນປະເພດທີມຍິງ ແມ່ນໂຊກບໍ່ດີປານໃດ ເພາະຢູ່ສາຍດຽວກັນກັບທີມເຈົ້າຂອງຫຼຽນຄໍາ ຄືປະເທດໄທ ແລະ ທີມເຈົ້າພາບສິງກະໂປ ເຈົ້າຂອງຫຼຽນເງິນໃນການແຂ່ງຂັນກີລາຊີເກມໃນປີທີ່ຜ່ານມາ ເຊິ່ງການແຂ່ງຂັນຂອງທີມຍິງລາວ ນັດທໍາອິດເສຍໃຫ້ກັບທີມປະເທດໄທ ດ້ວຍຄະແນນ 34-0 ຈຸດ ແລະ ນັດທີ 2 ແມ່ນລົງສະໜາມເສຍໃຫ້ເຈົ້າພາບສິງກະໂປ ດ້ວຍຄະແນນ 28-7 ຈຸດ ແລະ ທີມຍິງລາວ ກໍສາມາດເອົາຊະນະທີມປະເທດອິນໂດເນເຊຍ ແລະ ຍາດເອົາໄດ້ອັບດັບທີ 5 ຂອງການແຂ່ງຂັນ ພິເສດ ນາງ ວຽງສະໄໝ ສຸກສະຫັວນ ທີມນັກກີລາຣັກບີ້ຍິງລາວ ສາມາດຄວ້າລາງວັນຜູ້ຫຼິ້ນດີເດັ່ນໃນການແຂ່ງຂັນລາຍການນີ້ໄປຄອງ.
ຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ | ຂ່າວພາຍໃນ | 2016-04-23T08:57:59+00:00 | https://laopost.com/?p=54490 |
ທູດຣັດເຊຍຢ້ຳ ການຮ່ວມມືທາງທະຫານ ຣັດເຊຍ – ຫວຽດນາມ ບໍ່ເປັນໄພຄຸກຄາມ | ທູດຣັດເຊຍປະຈຳຫວຽດນາມ ລະບຸການພົວພັນທາງການທະຫານລະຫວ່າງຣັດເຊຍ ແລະ ຫວຽດນາມ ບໍ່ເປັນໄພຄຸກຄາມໃດໆ.
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 16 ມີນາຜ່ານມານີ້ວ່າ ທ່ານ ຄອນສະແຕນຕິນ ວະນູຄັອບ ເອກອັກຄະລັດຖະທູດຣັດເຊຍ ປະຈຳຫວຽດນາມຄົນໃໝ່ໄດ້ກ່າວວ່າ ຄວາມຮ່ວມມືທາງການທະຫານ ແລະ ເຕັກໂນໂລຊີທາງການທະຫານລະຫວ່າງສອງປະເທດ ບໍ່ໄດ້ເປັນໄພຄຸກຄາມຕໍ່ຄວາມໝັ້ນຄົງໃນພາກພື້ນ ລວມທັງໃນທົ່ວໂລກ. ໃນປີນີ້ ຫວຽດນາມ ແລະ ຣັດເຊຍ ຈະສະຫລອງຄວາມສຳພັນສອງຝ່າຍ ຄົບຮອບ 65 ປີ ໂດຍໃນໂອກາດດັ່ງກ່າວ ທ່ານ ນາຍົກລັດຖະມົນຕີ ດິມິທຣີ ເມດເວເດບ ຂອງຣັດເຊຍ ຈະເດີນທາງງມາຢ້ຽມຢາມ ສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ປະທານາທິບໍດີ ເຈື່ອງ ເຕິນ ຊາງ ຂອງຫວຽດນາມ ກໍຈະເດີນທາງໄປຢ້ຽມຢາມຣັດເຊຍເຊັ່ນດຽວກັນ.
ສຳລັບບັນຫາຄວາມເຄັ່ງຕຶງໃນທະເລຈີນໃຕ້ ທ່ານທູດຣັດເຊຍປະຈຳຫວຽດນາມໄດ້ກ່າວວ່າ ຣັດເຊຍສະໜັບສະໜູນການແກ້ໄຂບັນຫາຂໍ້ພິພາດ ດ້ວຍສັນຕິວິທີ ບົນພື້ນຖານຂອງການເຈລະຈາ ແລະ ກົດໝາຍລະຫວ່າງປະເທດ. | ຂ່າວຕ່າງປະເທດ | 2015-03-17T09:50:07+00:00 | https://laopost.com/?p=21234 |
ກອງປະຊຸມໃຫຍ່ ຄັ້ງທີ VII ອົງຄະນະພັກແຂວງຊຽງຂວາງໄຂຂຶ້ນ ຢ່າງເປັນທາງການ | ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງຊຽງຂວາງ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 6 ພຶດສະພາ 2015 ນີ້, ຢູ່ຫ້ອງປະຊຸມສຳນັກງານປົກຄອງແຂວງຊຽງຂວາງ ແລະຈະດຳເນີນເປັນເວລາ 3 ວັນ ພາຍໃຕ້ການເປັນປະທານ ຂອງສະຫາຍ ສຈ. ດຣ ສົມກົດ ມັງໜໍ່ເມກ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຊຽງຂວາງ, ໃຫ້ກຽດເຂົ້າຮ່ວມໃນພິທີ ມີສະຫາຍ ທອງສິງ ທຳມະວົງ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີເລຂາພັກແຂວງໄຊສົມບູນ ແລະແຂວງຫົວພັນ, ມີບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ແຂກຖືກເຊີນ ແລະຜູ້ແທນສົມບູນເຂົ້າຮ່ວມ 209 ສະຫາຍ, ຍິງ 23 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກ 13 ພັນກວ່າຄົນ ໃນທົ່ວແຂວງ.
ໃນພິທີ ສະຫາຍ ສຈ. ດຣ ສົມກົດ ມັງໜໍ່ເມກ ໄດ້ຂຶ້ນກ່າວເປີດພິທີຢ່າງເປັນທາງການ ເຊິ່ງສະຫາຍໄດ້ໃຫ້ຮູ້ເຖິງຄວາມໝາຍຄວາມສຳຄັນຂອງກອງປະຊຸມໃນຄັ້ງ ນີ້ ທັງໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ຈົ່ງພ້ອມກັນປະກອບຄຳຄິດຄຳເຫັນໃສ່ຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະບັນດາຄາດໝາຍສູ້ຊົນໃນຊຸມປີຕໍ່ໜ້າ ໃຫ້ມີຄວາມອຸດົມສົມບູນ, ພ້ອມດຽວກັນນັ້ນ ສະຫາຍຍັງໄດ້ຜ່ານລາຍງານການເມືອງ ທັງ 2 ພາກ ເຊິ່ງໄດ້ຍົກໃຫ້ເຫັນຜົນສຳເລັດ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກແຂວງ ໄລຍະ 5 ປີ ຜ່ານມາ ໃນແຕ່ລະ ຂົງເຂດ ເປັນຕົ້ນແມ່ນ ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ ແລະການແກ້ໄຂຄວາມທຸກຍາກ, ວັດ ທະນະທຳ-ສັງຄົມ, ປັບປຸງອຳນາດການປົກຄອງ ແລະສ້າງສະຕິເຄົາລົບກົດໝາຍ, ການເສີມສ້າງຄວາມມັກຄີເປັນປຶກແຜ່ນ ຂອງປະຊາຊົນບັນດາເຜົ່າ ແລະວຽກງານການພົວພັນຕ່າງປະເທດ ພ້ອມທັງຍົກໃຫ້ເຫັນເຖິງຂໍ້ຄົງຄ້າງທີ່ຈະຕ້ອງໄດ້ແກ້ໄຂໃນຊຸມປີ ຕໍ່ໜ້າ. ພ້ອມນີ້ ຍັງໄດ້ຮັບຟັງຮ່າງລາຍງານ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມໄລຍະຜ່ານມາ ແລະວິໄສທັດຮອດປີ 2030, ຍຸດທະສາດຮອດປີ 2025, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020) ແຂວງຊຽງຂວາງ ເຊິ່ງສະເໜີໂດຍ ສະຫາຍ ດວງຈິດ ຈັ້ງໄຊວ່າງ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງໆ ຊຽງຂວາງ, ນອກຈາກນັ້ນ ກອງປະຊຸມຍັງຈະໄດ້ຮັບຟັງຄຳຄິດຄຳເຫັນໂອ້ລົມ ຈາກຄະນະພັກຂັ້ນເທິງ ແລະພາກສ່ວນ ຕ່າງໆ.
ກອງປະຊຸມ ຍັງຈະໄດ້ປ່ອນບັດເລືອກຕັ້ງຄະນະບໍລິຫານງານພັກແຂວງຊຸດໃໝ່ ແລະເລືອກເອົາຜູ້ແທນສົມບູນ, ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ.
ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ | ຂ່າວທ້ອງຖິ່ນ | 2015-05-07T11:01:46+00:00 | https://laopost.com/?p=25216 |
ເດືອນມີຖຸນາ 2019ນີ້! ລັດໃຫ້ດຳເນີນໂຄງການອອກວີຊາແບບອອນລາຍ (eVisa) | ກະຊວງການຕ່າງປະເທດ ອອກໜັງສື ສະບັບເລກທີ 722/ຫກ.ກກສ, ລົງວັນທີ 05 ມີນາ 2019 ເຖິງຫົວໜ້າຫ້ອງການກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ເລື່ອງການຂໍຄວາມຮ່ວມມື ເພື່ອສົ່ງເສີມການອອກວີຊາແບບອອນລາຍ (eVisa).
ລັດຖະບານໄດ້ອະນຸມັດໃຫ້ກະຊວງການຕ່າງປະເທດ ດຳເນີນໂຄງການອອກວີຊາແບບອອນລາຍ (eVisa), ເຊິ່ງມີແຜນຈະເລີ່ມຈັດຕັ້ງປະຕິບັດ ແລະ ເປີດໃຫ້ບໍລິການອອກວີຊາ eVisa ແກ່ນັກທ່ອງທ່ຽວ ຢ່າງເປັນທາງການພາຍໃນເດືອນ ມິຖຸນາ 2019.
ການບໍລິການ eVisa ເປັນການຈັດຕັ້ງຜັນຂະຫຍາຍນະໂຍບາຍຂອງລັດຖະບານ ຕາມທິດຫັນເປັນທັນສະໃໝ, ເຊິ່ງເປັນທາງເລືອກໜຶ່ງທີ່ມີຄວາມສະດວກ ແລະ ວ່ອງໄວ ສຳລັບນັກທ່ອງທ່ຽວທີ່ມີຄວາມປະສົງຂໍວີຊາເຂົ້າ ສປປ ລາວ. ການບໍລິການດັ່ງກ່າວ ຈະເປັນປັດໃຈໜຶ່ງທີ່ສຳຄັນ ສຳລັບການຊຸກຍູ້, ດຶງດູດ ໃຫ້ນັກທ່ອງທ່ຽວເດີນທາງເຂົ້າມາ ສປປ ລາວ ໃຫ້ລາຍຂຶ້ນ.
ປັດຈຸບັນນີ້, ກົມກົງສູນ, ກະຊວງການຕ່າງປະເທດ ໃນຖານະທີ່ເຮັດໜ້າທີ່ຈັດຕັ້ງປະຕິບັດໂຄງການອອກວີຊາແບບອອນລາຍ (eVisa) ຕາມພາລະບົດບາດ, ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຕ່າງໆ ສຸມໃສ່ກະກຽມຢ່າງຮອບດ້ານເພື່ອເຮັດໃຫ້ໂຄງການດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະ ທັນເວລາ. ໃນນີ້, ໜຶ່ງໃນວຽກງານບູລິມະສິດຂອງໂຄງການດັ່ງກ່າວ ແມ່ນການສົ່ງເສີມ ແລະ ປະຊາສຳພັນການອອກ eVisa ໃຫ້ແກ່ນັກທ່ອງທ່ຽວສາມາດເຂົ້າເຖິງຂໍ້ມູນການບໍລິການໄດ້ຢ່າງສະດວກ, ວ່ອງໄວ ແລະ ເປັນທີ່ຮັບຮູ້ຢ່າງກວ້າງຂວາງໃນສາກົນ. ສະນັ້ນ, ເພື່ອເຮັດໃຫ້ວຽກງານດັ່ງກ່າວ ບັນລຸຕາມເປົ້າໝາຍທີ່ວາງໄວ້ ກະຊວງການຕ່າງປະເທດ ຈຶ່ງສະເໜີຂໍການຮ່ວມມືມາຍັງທ່ານ ໃນການໂຄສະນາການບໍລິການ eVisa ຂອງກະຊວງການຕ່າງປະເທດຕາມຊ່ອງທາງຕ່າງໆທີ່ມີ ຕາມພາລະບົດບາດ ແລະ ໜ້າທີ່ຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທັງໃນໄລຍະກະກຽມພ້ອມ ແລະ ຫຼັງການເປີດບໍລິການຢ່າງເປັນທາງການເພື່ອເຮັດໃຫ້ການບໍລິການ eVisa ໄດ້ຮັບໝາກຜົນອັນສູງສຸດ. ເພື່ອຄວາມສະດວກໃນການພົວພັນ ປະສານກ່ຽວກັບວຽກງານດັ່ງກ່າວ, ກະຊວງການຕ່າງປະເທດ ສະເໜີຂໍລາຍຊື່ ແລະ ເບີໂທລະສັບ ຂອງພະນັກງານຈາກກົມທີ່ກ່ຽວຂ້ອງດ້ວຍ.
ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ກະຊວງການຕ່າງປະເທດ | ຂ່າວຕ່າງປະເທດ | 2019-03-25T10:10:24+00:00 | https://laopost.com/?p=112187 |
ແຜ່ນດິນໄຫວຢູ່ນິວຊີແລນ 7.8 ຣິກເຕີ ມີຜູ້ເສຍຊີວິດແລ້ວ 2 ຄົນ | ອີງຕາມການລາຍງານຈາກສຳຂ່າວຕ່າງປະເທດລາຍງານເມື່ອວັນທີ 14 ພະຈິກນີ້ວ່າ ເກີດເຫດແຜ່ນດິນໄຫວຢູ່ນິວຊີແລນ ແທກໄດ້ 7.8 ຣິກເຕີ, ໃນເວລາປະມານທ່ຽງຄືນຜ່ານມາ ເຊິ່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 2 ຄົນ, ໃນຕອນນີ້ເຈົ້າໜ້າທີ່ກຳລັງຂຸ້ຽວຊອກຫາຜູ້ເສຍຊີວິດອີກ ເຊິ່ງຄາດວ່າມີຜູ້ເສຍຊີວິດຫຼາຍກວ່ານີ້, ດຽວນີ້ ປະຊາຊົນ ທີ່ໄດ້ຢູ່ໃກ້ກັບແຄມຝັ່ງ ໄດ້ຮັບຄຳເຕືອນໃຫ້ລະວັງ ສຶນາມິ
ເຫດແຜ່ນດິນໄຫວໃນຄັ້ງນີ້ ມີຄວາມເລິກປະມານ 23 ກິໂລແມັດ, ຢູ່ໃນໝູ່ບ້ານທີ່ຫ່າງໄກສອກຫຼີກ ຫ່າງຈາກເມືອງແອມເບີລີ ໄປທາງທິດຕາເວັນອອກສ່ຽງເໜືອປະມານ 53 ກິໂລແມັດ ແລະຫ່າງຈາກເມືອງ ໄຄຣເຊີ ປະມານ 95 ກິໂລແມັດ
ນາຍົກລັດຖະມົນຕີ ຈອນ ຢືນຢັນວ່າ ຈຳນວນຜູ້ເສຍຊີວິດມີ 2 ຄົນ, ແຕ່ອາດມີຫຼາຍກວ່ານັ້ນ ເນື່ອງຈາກຂະນະນີ້ ບໍ່ທັນສາມາດສະຫຼຸບຄວາມເສຍຫາຍທີ່ເກີດຂຶ້ນ ເພາະການຕິດຕໍ່ສື່ສານຍາກລຳບາກ ເຊິ່ງທາງການໄດ້ສົ່ງຍົນເຮລິຄອບເຕີ ຂຶ້ນບິນສຳຫຼວດຄວາມເສຍຫາຍທີ່ເກີດຂຶ້ນ
ຫຼັງຈາກເກີດເຫດແຜ່ນດິນໄຫວ ມີການລາຍງານ ການເກີດສຶນາມິ ດ້ວຍຄວາມສູງ 2ແມັດ, ໄດ້ເຂົ້າແຄມຝັ່ງ ຕາເວັນອອກສ່ຽງເໜືອ ຂອງເກາະໃຕ້ ໃນປະເທດນິວຊີແລນ, ທາງເຈົ້າໜ້າທີ່ ໄດ້ອົບພະຍົບປະຊາຊົນ ທີ່ອາໄສຢູ່ຕາມແຄມຝັ່ງ ໃຫ້ອອກຈາກບ້ານເຮືອນດັ່ງກ່າວຊົ່ວຄາວ ເພື່ອຄວາມປອດໄພ | ຂ່າວຕ່າງປະເທດ | 2016-11-14T11:03:54+00:00 | https://laopost.com/?p=76349 |
ເຄື່ອງໃຊ້ໄຟຟ້າທີ່ວາງຂາຍຕ້ອງຜ່ານການຢັ້ງຢືນ-ຕິດສະຫຼາກເປັນພາສາລາວ | ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເລັງເຫັນຄວາມສຳຄັນຂອງປັນຫາດັ່ງກ່າວ ຈຶ່ງໄດ້ອອກຂໍ້ຕົກລົງ ເພື່ອຄຸ້ມຄອງຄວາມປອດໄພຂອງອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອລັກໂຕຣນິກໃນ ສປປ ລາວ ເມື່ອວັນທີ 12 ມັງກອນ ທີ່ຜ່ານມາ. ໃນນັ້ນ ໄດ້ມີການກຳນົດລະບຽບ ແລະ ມາດຕະການຕ່າງໆ ເພື່ອກວດກາ, ຢັ້ງຢືນຄຸນນະພາບ ແລະ ຄວາມປອດໄພຂອງສິນຄ້າ ທີ່ຜະລິດ, ນຳເຂົ້າ, ສົ່ງອອກ ແລະ ຈຳໜ່າຍ ຢູ່ໃນລາວ.
ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກໃນທີ່ນີ້ ໝາຍເຖິງອຸປະກອນທີ່ນຳໃຊ້ໄຟຟ້າກະແສສະຫຼັບແຮງຕໍ່າແຕ່ 50 ໂວນ ຫາ 100 ໂວນ ຫຼື ນຳໃຊ້ໄຟຟ້າກະແສງກາງແຕ່ 75 ໂວນ ຫາ 1500 ໂວນ.
ສຳລັບກົດເພື່ອຄຸ້ມຄອງຄວາມປອດໄພທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີໄດ້ວາງອອກກໍຄື ບັນດາອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອລັກໂຕຣນິກ ທີ່ຢູ່ໃນລາວ ຕ້ອງມີການຕິດສະຫຼາກ ຫຼື ເຄື່ອງໝາຍເປັນພາສາລາວ ພ້ອມທັງຜ່ານການຢັ້ງຢືນ ແລະ ກວດກາຄຸນນະພາບ ແລະ ຄວາມປອດໄພຈາກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.
ນອກນັ້ນ ໃນຂໍ້ຕົກລົງດັ່ງກ່າວຍັງໄດ້ກຳນົດໃຫ້ຜູ້ດຳເນີນທຸລະກິດທີ່ກ່ຽວຂ້ອງກັບເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ຕ້ອງຮັບຜິດຊອບທຸກຜົນເສຍຫາຍທີ່ເກີດຂຶ້ນຈາກອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກທີ່ບໍ່ຜ່ານການຢັ້ງຢືນ ແລະ ກວດກາຄຸນນະພາບ ແລະ ຄວາມປອດໄພ ຈາກໜ່ວຍງານທີ່ຮັບຜິດຊອບ ແລະ ການປອມແປງເອກະສານໃບຢັ້ງຢືນຄຸນນະພາບ ແລະ ຄວາມປອດໄພຕ່າງໆກໍຖືວ່າເປັນການລະເມີດຂໍ້ຕົກລົງ ແລະ ຈະຖືກມາດຕະການຕາມທີ່ລະບຽບກົດໝາຍໄດ້ກຳນົດໄວ້.
ແຫລ່ງຂ່າວ : Lao Official Gazette ແລະ ມ່ວນສະນຸກ. | ຂ່າວທ້ອງຖິ່ນ | 2018-02-27T14:26:17+00:00 | https://laopost.com/?p=99635 |
ແມ່ຍິງລາວ ເຂົ້າໄປມີສ່ວນກ່ຽວຂ້ອງ ໃນການກໍ່ ອາຊະຍາກຳ ຫຼາຍຂຶ້ນນັບມື້ | ເຈົ້າໜ້າທີ່ຂັ້ນສູງໃນສູນກາງສະຫະພັນແມ່ຍິງລາວ ໃຫ້ການຢືນຢັນວ່າ ປະຈຸບັນນີ້ ມີສາເຫດທີ່ສຳຄັນປະການນຶ່ງ ມາຈາກຄວາມແຕກແຍກໃນຄອບຄົວໂດຍສະເພາະ ແມ່ນພາຍຫຼັງຈາກການຢ່າຮ້າງແລ້ວ ຜູ້ເປັນສາມີ ບໍ່ສະແດງຄວາມຮັບຜິດຊອບຕໍ່ຄອບຄົວ ແລະປ່ອຍໃຫ້ຜູ້ເປັນພັນລະຍາ ຕ້ອງທຳມາຫາລ້ຽງລູກ ໂດຍລຳພັງນັ້ນ ກໍ ຍັງໄດ້ກາຍເປັນສາເຫດ ທີ່ເຮັດໃຫ້ແມ່ຍິງລາວ ຕ້ອງເຂົ້າໄປຍຸ່ງກ່ຽວກັບການກະທຳຜິດກົດໝາຍຫຼາຍຂຶ້ນອີກດ້ວຍ.
ທັງນີ້ໂດຍ ໃນແຜນການປີ 2012-2013 ທີ່ຜ່ານມາ
ສານປະຊາຊົນລາວ ໄດ້ຮັບການຟ້ອງຮ້ອງ ທີ່ເປັນການຂັດແຍ້ງ ລະຫວ່າງບຸກຄົນ
ຫຼາຍກວ່າ 12,000 ຄະດີໃນທົ່ວປະເທດແລະໃນນີ້ ກໍປະກົດວ່າເກີນກວ່າ 80 ເປີເຊັນ
ເປັນຄະດີຢ່າຮ້າງ ແລະ ການຮຽກຮ້ອງເອົາຊັບສິນ ຫຼືຄ່າລ້ຽງດູລະຫວ່າງສາມີພັນລະຍາ.
ແຕ່ຢ່າງໃດກໍຕາມ ຄະນະລັດຖະບານລາວ ກໍໄດ້ລົງມະຕິຮັບຮອງເອົາແຜນປະຕິບັດ
ການລະດັບຊາດ ວ່າດ້ວຍການປ້ອງກັນ ແລະການລົບລ້າງ ທຸກການກະທຳຮຸນແຮງ
ຕໍ່ແມ່ຍິງ ແລະ ເດັກນ້ອຍ ຢ່າງເປັນທາງການໃນທ້າຍເດືອນມີນາທີ່ຜ່ານມາ ໂດຍແຜນ
ການດັ່ງກ່າວ ຈະນຳໃຊ້ເປັນແນວທາງ ໃນການປະຕິບັດໃນຊ່ວງປີ 2014-2020
ໂດຍມີເປົ້າໝາຍ ທີ່ຈະພັດທະນາ ໃຫ້ເກີດຄວາມສະເໝີພາບລະຫວ່າງ ຍິງຊາຍ ແລະ
ການລົບລ້າງທຸກການກະທຳຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ໃຫ້ໄດ້ຢ່າງເປັນຮູບປະທຳ.
ໂດຍສຳລັບເນື້ອໄນສຳຄັນ ໃນແຜນປະຕິບັດການລະດັບຊາດ
ດັ່ງກ່າວນີ້ກໍປະກອບດ້ວຍນະໂຍບາຍ ແລະ ກົດໝາຍ ການສ້າງ
ຖານຂໍ້ມູນແລະສະຖິຕິ ການສຶກສາແລະວິໄຈ ການກຳນົດ ແຜນ
ປະຕິບັດການແລະມາດຕະການຕ່າງໆ ເພື່ອປ້ອງກັນແລະ
ລົບລ້າງທຸກໆການກະທຳຮຸນແຮງຕໍ່ແມ່ຍິງແລະເດັກນ້ອຍໃນລາວ
ໃຫ້ມີປະສິດທິພາບຢ່າງແທ້ຈິງ.
ການລົງມະຕິດັ່ງກ່າວນີ້ຂອງຄະນະລັດຖະບານລາວ
ຖືເປັນສິ່ງທີ່ຕໍ່ເນື່ອງຈາກການລົງນາມໃນຂໍ້ຕົກລົງ
ເພື່ອໃຫ້ການຊ່ວຍເຫຼືອແກ່ ລັດຖະບານລາວໃນການ
ຈັດຕັ້ງປະຕິບັດ ແຜນແມ່ບົດວ່າດ້ວຍການພັດທະນາລັດແຫ່ງກົດໝາຍ ທີ່ໄດ້ມີຂຶ້ນ
ເມື່ອບໍ່ນານມານີ້ ທີ່ນະຄອນວຽງຈັນທີ່ເປັນການໃຫ້ການຊ່ວຍເຫຼືອແກ່ລັດຖະບານລາວ
ຮ່ວມກັນລະຫວ່າງ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໃນລາວ
ສະຫະພາບຢູໂຣບ ແລະສະຫະລັດອາເມຣິກາ ໂດຍມີມູນຄ່າລວມ 3 ລ້ານ 9 ແສນໂດລາ
ທີ່ຈະນຳໃຊ້ເຂົ້າໃນການປັບປຸງແລະພັດທະນາການເຂົ້າເຖິງສະຖາບັນທາງກົດໝາຍ
ລະບົບຍຸດຕິທຳ ແລະສົ່ງເສີມການສ້າງກົດໝາຍແລະລະບຽບການທີ່ມີຄວາມຊັດເຈນ
ແລະສອດຄ້ອງກັບຄວາມຮຽກຮ້ອງຕ້ອງການຂອງປະຊາຊົນລາວຢ່າງ ແທ້ຈິງ.
ຍິ່ງໄປກວ່ານັ້ນ ການໃຫ້ຄວາມຊ່ວຍເຫຼືອແກ່ລາວ ດັ່ງກ່າວ ກໍຍັງໃຫ້ຄວາມສຳຄັນເປັນ
ພິເສດກັບການພັດທະນາຄວາມສະເໝີພາບ ລະຫວ່າງຍິງຊາຍ ທັງຕໍ່ໜ້າກົດໝາຍແລະ
ໃນສັງຄົມດ້ວຍ ເນື່ອງຈາກວ່າຄວາມບໍ່ສະເໝີພາບດັ່ງກ່າວໄດ້ກໍ່ໃຫ້ເກີດບັນຫາຂັດແຍ້ງ
ໃນຄອບຄົວໃນລາວຫຼາຍຂຶ້ນນັບມື້. | ຂ່າວພາຍໃນ | 2014-05-01T15:01:31+00:00 | https://laopost.com/?p=5044 |
Asean Schools Games 2016 ນັກສຶກສາລາວ ຍາດມາໄດ້ 4 ຫຼຽນທອງແລ້ວ | ທ້າວ ກິ່ງແກ້ວ ອິນທະວົງ ແລະ ນາງ ຈໍຄຳ ສອງນັກກີລາແລ່ນ-ລານນັກຮຽນລາວ ຈາກໂຮງຮຽນພອນສະຫວັນກີລາ-ກາຍະກຳ ສາມາດຍາດໄດ້ 2 ຫຼຽນທອງ ໃຫ້ທີມນັກກີລານັກຮຽນລາວ ໃນການແຂ່ງຂັນແລ່ນ 4X100 ຂ້າມຮົ້ວ ປະເພດຍິງ ແລະ ຊາຍ ໃນງານມະຫະກຳກີລານັກຮຽນອາຊຽນ ຄັ້ງທີ 8 ຫຼື ASG “Asean Schools Games 2016” ທີ່ແຂວງຊຽງໃໝ່ ປະເທດໄທ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 21-29 ກໍລະກົດ 2016.
ການແຂ່ງຂັນກີລາແລ່ນ-ລານມື້ທຳອິດ (ວັນທີ 25 ກໍລະກົດຜ່ານມາ) ມີການຊີງໄຊກັນທັງໝົດ 36 ລາຍການ ໃນນັ້ນ ສະເພາະ ສປປ ລາວ ສົ່ງນັກກີລາເຂົ້າຮ່ວມທັງໝົດ 9 ຄົນ ຍິງ 3 ຄົນ ລົງແຂ່ງຂັນ 16 ລາຍການ ຜ່ານການແຂ່ງຂັນຜົນປາກົດວ່າ ນັກກີລາລາວ ສາມາດແລ່ນເຂົ້າເສັ້ນໄຊໄດ້ອັນດັບທີ 3 ທັງຍິງ ແລະ ຊາຍ ສົ່ງຜົນໃຫ້ໄດ້ພຽງ 2 ຫຼຽນທອງໄປຄອງ ສ່ວນຫຼຽນຄຳ ປະເພດຍິງແມ່ນຕົກເປັນຂອງນັກກີລາຈາກອິນໂດເນເຊຍ ແລະ ຫຼຽນເງິນແມ່ນສິງກະໂປ ຂະນະທີ່ ປະເພດຊາຍ ຫຼຽນຄຳແມ່ນອິນໂດເນເຊຍ ແລະ ຫຼຽນເງິນແມ່ນໄທ ເຈົ້າພາບ.
ນອກນີ້ ຍັງມີການແຂ່ງຂັນລາຍການແລ່ນ 100 ແມັດ (ຊາຍ) ຮອບຄັດເລືອກ ມີນັກກີລາເຂົ້າຮ່ວມແຂ່ງຂັນ 9 ຄົນ ຈາກໄທ 2 ຄົນ ສິງກະໂປ 2 ຄົນ ມາເລເຊຍ 2 ຄົນ ແລະ ອິນໂດເນເຊຍ 2 ຄົນ ສ່ວນ ສປປ ລາວ ໄດ້ສົ່ງນັກກີລາ 1 ຄົນ ກໍ່ຄືທ້າວ ອຸ່ນແກ້ວ ເພັດນາມສິງ ຜ່ານການແຂ່ງຂັນຜົນປາກົດວ່າ ອຸ່ນແກ້ວ ຕົກຮອບ ແລະ ບໍ່ສາມາດຜ່ານຮອບຄັດເລືອກ.
ສຳລັບຜົນງານຂອງທີມນັກກີລາລາວ ຮອດປັດຈຸບັນ ກໍ່ສາມາດຍາດໄດ້ 4 ຫຼຽນທອງ ຈາກກີລາກະຕໍ້ 1 ຫຼຽນເງິນ 1 ຫຼຽນທອງ ແລະ ກີລາແລ່ນ-ລານ 2 ຫຼຽນທອງ ລວມ 4 ຢູ່ອັນດັບທີ 6 ຂອງການສະຫຼຸບຫຼຽນຕາຕະລາງ ຈາກ 8 ປະເທດເຂົ້າຮ່ວມ | ຂ່າວພາຍໃນ | 2016-07-29T18:25:23+00:00 | https://laopost.com/?p=66559 |
ເວເນຊູເອລາອອກທະນະບັດໃບ 1 ລ້ານໂບລີວາ | ທະນາຄານກາງເວເນຊູເອລາ ເປີດເຜີຍໃນວັນທີ 5 ມີນາ 2021 ທະນາຄານຈະອອກທະນະບັດມູນຄ່າໃບລະ 1 ລ້ານໂບລີວາ ໃນອາທິດໜ້າ ຫຼັງຈາກທີ່ພາວະເງິນເຟີ້ຂັ້ນຮຸນແຮງທີ່ເກີດຂຶ້ນມາຫຼາຍປີຍັງສົ່ງຜົນກະທົບຕໍ່ຄ່າເງິນໂບລີວາຂອງເວເນຊູເອລາ.
ທັງນີ້, ທະນະບັດໃໝ່ໃບລະລ້ານໂບລີວາດັ່ງກ່າວມີຄ່າພຽງ 4800ກີບ ເທົ່ານັ້ນ ຂະນະທີ່ທະນາຄານກາງເວເນຊູເອລາລະບຸວ່າ ອັດຕາເງິນເຟີ້ລະຫວ່າງປີຢູ່ທີ່ລະດັບ 2,665% ໃນເດືອນມັງກອນ 2021 ທີ່ຜ່ານມາ.
ເສດຖະກິດຂອງເວເນຊູເອລາເຊິ່ງເປັນປະເທດສະມາຊິກໂອເປກທີ່ເຄີຍຮຸ່ງເຮືອງນັ້ນປະເຊີນກັບບັນຫາຢ່າງໜັງໃນຊ່ວງ 7 ປີທີ່ຜ່ານມາ ໂດຍໄດ້ຮັບຜົນກະທົບຈາກລາຄານໍ້າມັນທີ່ຫຼຸດລົງ ແລະ ເຄີຍມີບັນຫາການຂາດດຸນງົບປະມານ ເຊິ່ງໄດ້ກະຕຸ້ນທະນາຄານກາງໃຫ້ພິມເງິນໂບລິວາຫຼາຍຂຶ້ນ.
ນອກຈາກທະນາບັດໃບລະ 1 ລ້ານໂບລີວາ ທະນາຄານກາງເວເນຊູເອລາຈະອອກທະນາບັດໃບລະ 1 ລ້ານໂບລີວາ, ທະນາຄານກາງຍັງຈະອອກທະນາບັດໃບລະ 2 ແສນ ແລະ 5 ແສນໂບລີວາ ເພື່ອໃຫ້ໝູນວຽນໃນລະບົບຄວບຄູ່ໄປກັບທະນະບັດທີ່ມີຢູ່ແລ້ວໃບລະ 1 ໝື່ນ, 2 ໝື່ນ ແລະ 5 ໝື່ນໂບລີວາ.
ຮຽບຮຽງຂ່າວ: ພຸດສະດີ | ຂ່າວຕ່າງປະເທດ | 2021-03-09T12:01:33+00:00 | https://laopost.com/?p=123413 |
ດ່ານພາສີສາກົນບໍ່ເຕ່ນ ປະຕິບັດລາຍຮັບໄດ້ 290 ຕື້ກວ່າກີບ ໃນ 6 ເດືອນຕົ້ນປີ 2022 | ດ່ານພາສີສາກົນບໍ່ເຕ່ນ ແຂວງຫຼວງນໍ້າທາ ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະຢ່າງຕັ້ງໜ້າ ດ້ວຍຄວາມຮັບຜູດຊອບສູງ 6 ເດືອນຕົ້ນປີ 2022 ບໍລິມາດການສົ່ງອອກສິນຄ້າຜ່ານດ່ານພາສີສາ ກົນບໍ່ເຕ່ນ ມີນໍ້າໜັກລວມ 748 ລ້ານກວ່າໂຕນ ມູນຄ່າ 224 ລ້ານກວ່າໂດລາສະຫະລັດ ບໍລິມາດການນໍາເຂົ້າ 325 ລ້ານກວ່າໂຕນ ມູນຄ່າ 567 ລ້ານກວ່າໂດລາສະຫະລັດ ພ້ອມນີ້ຍັງສາມາດຈັດເກັບລາຍຮັບໄດ້ 290 ກວ່າຕື້ກີບ ລື່ນແຜນການ 12,83%. ທ່ານ ວິລະກອນ ເກດຕະວົງ ຫົວໜ້າດ່ານພາສີສາກົນບໍ່ເຕ່ນ ໃຫ້ສໍາພາດວັນທີ 10 ສິງຫາ 2022 ວ່າ: ດ່ານພາສີສາກົນບໍເຕ່ນ ປະກອບມີ 4 ກຸ່ມວຽກຫຼັກ ຄື: ກຸ່ມວຽກບໍລິຫານ ແລະ ຄຸ້ມຄອງການແຈ້ງພາ ສີ ກຸ່ມວຽກຄຸ້ມຄອງພາຫະນະ ແລະ ຜູ້ໂດຍສານ ກຸ່ມວຽກກວດກາ ແລະ ຄຸ້ມຄອງສາງສິນຄ້າ ແລະ ກຸ່ມວຽກການອໍານວຍຄວາມສະດວກດ້ານການຄ້າ ແລະ ຫັນເປັນທັນສະໄໝ ໄລຍະຜ່ານມາໄດ້ສຸມໃສ່ປັບປຸງ ກົງຈັກການຈັດຕັ້ງ ແລະ ກົນໄກ ແບບແຜນ ວິທີເຮັດວຽກ ປັບປຸງລະບົບການຄຸ້ມຄອງສາງສິນຄ້າ ແລະ ດ້ານການບໍລິການໃຫ້ມີຄວາມສະດວກວ່ອງໄວ ເພື່ອຮັບປະກັນໄດ້ດ້ານກົດໝາຍ ແລະ ລະບຽບການໃຫ້ ມີຄວາມຮັດກຸມ ຈັດຕັ້ງປະຕິບັດບັນດານິຕິກຳຂອງກະຊວງການເງິນ ຂອງກົມພາສີ ໂດຍສະເພາະຕິດພັນ ກັບວາລະແຫ່ງຊາດ ຄໍາສັ່ງນາຍົກລັດຖະມົນຕີ ເປັນຕົ້ນການຜັນຂະຫຍາຍຄຳສັ່ງວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼລາຍຮັບງົບປະມານແຫ່ງລັດ ນອກນີ້ຍັງໄດ້ກຳນົດແຜນວຽກຈຸດສຸມສໍາຄັນ ໂດຍສະເພາະແຜນດຳເນີນງານ ແລະ ຕົວຊີ້ວັດທີ່ດ່ານໄດ້ກຳນົດໄວ້ ເພື່ອເປັນບ່ອນອີງໃນການຈັດ ຕັ້ງປະຕິບັດໃນແຕ່ລະໄລຍະ ແລະ ສະຫຼຸບ ຖອດຖອນບົດຮຽນແຕ່ລະເດືອນ ງວດ ເພື່ອທົບທວນຄືນ ແລະ ກໍານົດນະໂຍບາຍ ມາດຕະການ ວິທີການ ແລະ ກົນໄກໃນການຈັດຕັ້ງປະຕິບັດເປັນແຕ່ລະໄລຍະ.
6 ເດືອນຕົ້ນປີ 2022 ບໍລິມາດການສົ່ງອອກສິນຄ້າຜ່ານດ່ານພາສີສາກົນບໍເຕ່ນ ມີນໍ້າໜັກລວມ 748.097.712 ໂຕນ ມູນຄ່າ 224.226.917 ໂດລາສະຫະລັດ ບໍລິມາດການນໍາເຂົ້າ 325.177.706 ໂຕນ ມູນຄ່າ 567.618.996 ໂດລາສະຫະລັດ ເຊິ່ງສິນຄ້າຂາອອກສ່ວນໄຫຍ່ ແມ່ນສິນຄ້າກະສິກໍາ ເກືອກາລີ ຢາງພາລາ ແຮ່ເຫຼັກ ແລະ ອື່ນໆ ສ່ວນສິນຄ້າຂາເຂົ້າ ມີປະເພດສິນຄ້າຜ່ານແດນສາກົນ ຈາກ ຈີນ ໄປ ໄທ ແລະ ຈາກ ໄທ ໄປ ຈີນ ເຊັ່ນ: ປະເພດຜັກ ໜາກໄມ້ສົດ ອາຫານແຊ່ແຂງ ແລະ ອື່ນໆ ດ່ານ ພາສີສາກົນບໍ່ເຕ່ນ ໄດ້ນໍາໃຊ້ເຄື່ອງມືທັນສະໄໝໃນການປະຕິ ບັດວຽກງານ ເປັນຕົ້ນລະບົບ ASYCUDA ແລະ ລະບົບ SMART TAX ລະບົບ SCANNER ລະບົບ EASY PASS ລະບົບ Lao National SingleWindow ລະບົບເອເລກໂຕຮນິກ ບ53 ແລະ ລະບົບອື່ນໆອີກ ປີ 2022 ດ່ານພາສີສາກົນບໍ່ເຕ່ນໄດ້ຮັບຕົວເລກແຜນການປີ 515,5 ຕື້ກີບ ເພີ່ມຂຶ້ນຈາກປີຜ່ານມາ 77,79% ເທົ່າກັບ 225,55 ຕື້ກີບ ສະເພາະ 6 ເດືອນຕົ້ນປີ ຕົວເລກແຜນການ 257,75 ຕື້ກີບ ຜ່ານການປະຕິບັດຕົວຈິງໄດ້ 290,83 ຕື້ກວ່າກີບ ເທົ່າກັບ 56,42% ຂອງແຜນການປີ ລື່ນແຜນ 6 ເດືອນ 33,08 ຕື້ກວ່າກີບ ເທົ່າກັບ 12,83% ຄາດຄະເນໝົດປີ 2022 ໃຫ້ໄດ້ຕາມແຜນການ (515,5 ຕື້ກີບ) ຖ້າປະຕິບັດໄດ້ 530 ຕື້ກີບ ຈະເທົ່າກັບ 102,81% ຂອງແຜນ ການປີ ລື່ນແຜນການ 2,81% ເທົ່າກັບ 14,5 ຕື້ກີບ ທຽບໄລຍະດຽວກັນຂອງ 6 ເດືອນຕົ້ນປີຂອງປີຜ່ານມາ ເພີ່ມຂຶ້ນ 47,53% ເທົ່າກັບ 93,69 ຕື້ກວ່າກີບ ທຽບໃສ່ໄລຍະດຽວກັນແຕ່ຕົ້ນປີ 2021 ຮອດ 31 ກໍ ລະກົດ 2021 ປະຕິບັດໄດ້ 229,97 ຕື້ກວ່າກີບ ແຕ່ຕົ້ນປີ 2022 ຮອດ 31 ກໍລະກົດ 2022 ປະຕິບັດໄດ້ 353.943.301.800 ກີບ ເພີ່ມຂຶ້ນ 53,91% ເທົ່າກັບ 123,97 ຕື້ກວ່າກີບ ສໍາລັບການຈັດເກັບລາຍຮັບຈາກທາງລົດໄຟ ແຜນການ 6 ເດືອນຕົ້ນປີ 2022 ຈໍານວນ 97,75 ຕື້ກີບ ປະຕິບັດໄດ້ 34,58 ຕື້ກວ່າກີບ ເທົ່າກັບ 35,39% ຂອງແຜນການ ສ່ວນແຜນການໝົດປີ 2022 ຈໍານວນ 195,5 ຕື້ກີບ ປະຕິ ບັດແຕ່ຕົ້ນປີ ຮອດ 31 ກໍລະກົດ 2022 ໄດ້ 40,5 ຕື້ກວ່າ ເທົ່າກັບ 20,72% ຂອງແຜນການປີ.
ສາເຫດທີ່ພາໃຫ້ການຈັດເກັບໄດ້ດີ ຍ້ອນໄດ້ຮັບການຊີ້ນຳຈາກກົມພາສີ ແລະ ອຳນາດການປົກຄອງທ້ອງຖິ່ນແຕ່ລະຂັ້ນ ໂດຍສະເພາະພາສີປະຈຳແຂວງຫຼວງນໍ້າທາ ໄດ້ລົງໃກ້ຊິດຕິດແທດຊີ້ນຳ-ນຳພາ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະເປັນປົກກະຕິ ດ່ານພາສີສາກົນບໍ່ເຕ່ນໄດ້ເນັ້ນໃສ່ບັນຫາ ຈັນຍາບັນ-ຈັນຍາທໍາ ຄວາມຮູ້-ຄວາມສາມາດໃນການຄຸ້ມຄອງວຽກງານ ແລະ ການຈັດເກັບລາຍຮັບ ແລະ ຖືເອົາ 10 ຂໍ້ຫ້າມຕາມຂໍຕົກລົງຂອງກະຊວງການເງິນ ສະບັບເລກທີ 1124/ກງ ແລະ ວິໄນການເງິນ ສະບັບເລກທີ 0388 ມາເຜີຍແຜ່ ແລະ ເຮັດສັນຍາປະຕິບັດຂໍ້ຫ້າມ ແລະ ວິໄນຂອງພະນັກງານພາ ສີໝົດທຸກຄົນຢູ່ດ່ານ ຈັດຕັ້ງປະຕິບັດການປະສານງານກັບຂະແໜງສ່ວຍສາອາກອນຕາມແຈ້ງການ ສະບັບ ເລກທີ 1626/ກງ ກ່ຽວກັບການຄຸ້ມຄອງສາງສິນຄ້າ ນໍ້າມັນເຊື້ອໄຟ ອາຍແກັສ ຖານລາຍບຮັບໃໝ່ຢູ່ສະ ຖານນີລົດໄຟ ລາວ-ຈີນ ເປັນຕົ້ນລາຍຮັບຈາກຄ່າທຳນຽມຕູ້ສິນຄ້າ ສິນຄ້າ ແລະ ເຄື່ອງຂອງຈຳນວນໜຶ່ງ ສິ່ງສໍາຄັນ ແມ່ນຍ້ອນຄວາມຕັດສິນໃຈສູງ ແລະ ສຸມໃສ່ການປັບປຸງປ່ຽນແປງດ້ານ ກົນໄກ ແບບແຜນ ວິ ທີເຮັດວຽກ ແລະ ຄວາມເປັນເຈົ້າການຂອງຫົວໜ້າດ່ານ ຄະນະດ່ານ ແລະ ພະນັກງານທັງໝົດ ຈຶ່ງເຮັດໃຫ້ການປະຕິບັດວຽກງານໄລຍະຜ່ານມາໄດ້ຮັບຜົນສໍາເລັດຢ່າງໜ້າເພິ່ງພໍໃຈ.
ແຫຼ່ງຂ່າວ: ວຽງຈັັນໃໝ່ | ຂ່າວພາຍໃນ | 2022-08-15T14:07:46+00:00 | https://laopost.com/?p=136615 |
ກະທິງແລ່ນຕຳປະຊາຊົນເຈັບສາຫັດໃນຂະນະທີ່ເກັບໄຂ່ມົດແດງ | ໃນວັນທີ 13 ກຸມພາ 2023 ທີ່ປະເທດ ເຈົ້າໜ້າທີ່ໄດ້ຮັບແຈ້ງວ່າມີກະທິງປ່າ ຫຼື ບ້ານເຮົາເອີ້ນວ່າ ເມີຍ ເຊິ່ງເປັນສັດປ່າສະຫງວນ ໄລ່ຕຳປະຊາຊົນ ໃນລະຫວ່າງທີ່ໄປຫາໄຂ່ມົດແດງ ໄດ້ຮັບບາດເຈັບສາຫັດ ຈຶ່ງນຳເອົາປະຊາຊົນບໍລິເວນນັ້ນ 10 ກວ່າຄົນ ໄປຊ່ວຍເຫຼືອອອກມາ.
ເມື່ອເຈົ້າໜ້າທີ່ໄປ ຈຶ່ງພົບວ່າ ນາງ ແມ່ມ ອາຍຸ 45 ປີ ນອນຈົມກອງເລືອດຢູ່ທີ່ພື້ນ ມີບາດຈີກບໍລິເວນໜ້າເອິກ ທ້ອງ ແລະ ກ້ອງຕາ 2 ຂ້າງ ເຈົ້າໜ້າທີ່ໃຊ້ເວລາດົນພໍສົມຄວນຈຶ່ງຈະນຳເອົາຜູ້ບາດເຈັບອອກມາຈາກປ່າໄດ້ ແລະ ສົ່ງໂຮງໝໍ.
ໂດຍນາງ ແມ່ມ ໄປກັບໝູ່ອີກຄົນໜຶ່ງ ຂີ່ລົດຈັກເພື່ອໄປຫາໄຂ່ມົດແດງ ເນື່ອງຈາກຊ່ວງນີ້ໄຂ່ມົດແດງມີລາຄາສູງ ແຕ່ບໍ່ໄດ້ສອບຖາມປະຊາຊົນແຖວນັ້ນວ່າເປັນແຫຼ່ງຫາກິນຂອງກະທິງປ່າ ໃນຂະນະທີ່ນຳອຸປະກອນຍ່າງເຂົ້າໄປ ກໍຖືກກະທິງທີ່ນອນໃນປ່າຕົກໃຈ ແລ່ນເຂົ້າມາຕຳ ສ່ວນໝູ່ອີກຄົນໜຶ່ງທີ່ໄປນຳ ແລ່ນໜີຂຶ້ນຕົ້ນໄມ້.
ແຫຼ່ງຂ່າວ ที่นี่เขาใหญ่ | ຂ່າວຕ່າງປະເທດ | 2023-02-15T16:52:46+00:00 | https://laopost.com/?p=142291 |
ທູດລາວປະຈຳຣັດເຊຍຍື່ນສານຕາຕັ້ງຕໍ່ ປະທານາທິບໍດີອາແຊັກໄບຊານ | ວັນທີ 7 ກຸມພາ 2023 ຜ່ານມາ ທ່ານ ນາງ ວິລາວັນ ເຍ່ຍປໍເຮີ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳສະຫະພັນຣັດເຊຍ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ Iiham Aliyev ປະທານາທິບໍດີແຫ່ງ ສາທາລະນະລັດອາແຊັກໄບຊານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສາທາລະນະລັດ ອາແຊັກໄບຊານ ທີ່ມີສໍານັກງານຕັ້ງຢູ່ ນະຄອນຫລວງມົດສະກູ ສ ຣັດເຊຍ.
ໃນພິທີຍື່ນສານຕາຕັ້ງຄັ້ງນີ້ ທ່ານ Iiham Aliyev ປະທານາທິບໍດີແຫ່ງ ສາທາລະນະລັດອາແຊັກໄບຊານ ກໍໄດ້ກ່າວສະແດງຄວາມຍິນດີ ແລະຊົມເຊີຍ ທ່ານ ເອກອັກຄະລັດຖະທູດ ທີ່ໄດ້ຮັບຕຳແໜ່ງໃໝ່ໃນຄັ້ງນີ້ ແລະ ອວຍພອນໃຫ້ ທ່ານທູດ ຈົ່ງປະສົບຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດ. ພ້ອມກັນນັ້ນ, ປະທານາທິບໍດີ ສ ອາແຊັກໄບຊານ ຍັງໄດ້ຕີລາຄາສູງຕໍ່ການພົວພັນສອງຝ່າຍ ລາວ-ອາແຊັກໄບຊານ, ພິເສດແມ່ນທາງດ້ານການເມືອງ ແລະ ສາຍພັກ, ແຕ່ການພົວພັນທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ຍັງບໍ່ທັນໄດ້ຮັບການຂະຫຍາຍຕົວເທົ່າທີ່ຄວນ ແລະ ກໍຫວັງຢ່າງຍິ່ງວ່າໃນໂອກາດທີ່ ທ່ານທູດ ໄດ້ມາເປັນທູດ ປະຈຳປະເທດພວກເຮົາແລ້ວຈະເຮັດໃຫ້ການພົວພັນໃນດ້ານນີ້ດີຂຶ້ນຕື່ມ, ຕໍ່ກັບການພົວພັນຫລາຍຝ່າຍ ທັງສອງປະເທດ ກໍໄດ້ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ, ພິເສດແມ່ນການສະໜັບສະໜູນ ອາແຊັກໄບຊານ ໃຫ້ເປັນປະທານປະເທດກຸ່ມບໍ່ຮ່ວມກຸ່ມຕະຫລອດມາ, ຊຶ່ງປີນີ້ ອາແຊັກໄບຊານ ຈະສຳເລັດການເປັນປະທານດັ່ງກ່າວ ແລະ ຫວັງວ່າ ສປປ ລາວ ຍັງຈະສືບຕໍ່ໃຫ້ການສະໜັບສະໜູນຕໍ່ໄປ. ສ່ວນໃນອົງການ ສປຊ, ສອງຝ່າຍ ຕ່າງກໍໄດ້ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ຕະຫລອດມາ.
ໂອກາດດັ່ງກ່າວ, ທ່ານ ທູດ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຂອບໃຈ ຕໍ່ກະຊວງການຕ່າງປະເທດ ແລະ ລັດຖະບານ ອາແຊັກໄບຊານ ທີ່ຕົກລົງເຫັນດີໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ອາແຊັກໄບຊານ, ພ້ອມທັງ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງ ທ່ານ ປະທານາທິບໍດີ ອາແຊັກໄບຊານ, ຊຶ່ງປະທານາທິບໍດີ ອາແຊັກໄບຊານ ກໍໄດ້ສະແດງຄວາມຂອບໃຈ ແລະ ຝາກຄຳອວຍພອນ ເຖິງຄູ່ຮ່ວມຕໍ່າແໜ່ງ ແຫ່ງ ສປປ ລາວ ເຊັ່ນດຽວກັນ. ພ້ອມນັ້ນ, ທ່ານ ທູດ ຍັງໄດ້ກ່າວວ່າ ລັດຖະບານແຫ່ງ ສປປ ລາວ ເວລາໃດກໍຕີລາຄາສູງຕໍ່ກັນພົວພັນສອງຝ່າຍ ລາວ-ອາແຊັກໄບຊານ ແລະ ເຫັນດີຈະສືບຕໍ່ເສີມຂະຫຍາຍການພົວພັນດ້ານເສດຖະກິດ, ການຄ້າ ແລະ ການທ່ອງທ່ຽວ ລະຫວ່າງສອງປະເທດໃຫ້ແຕກດອກອອກຜົນຍິ່ງຂຶ້ນໃນອະນາຄົດ.
ໃນຕອນທ້າຍ, ທ່ານ ທູດຍັງໄດ້ແຈ້ງສະພາບການແພ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ ໄດ້ຫລຸດຜ່ອນລົງ, ສປປ ລາວ ກໍໄດ້ເປີດປະເທດຢ່າງເຕັມຮູບແບບໃນວັນທີ 9 ພຶດສະພາ 2022. ສປປ ລາວ ແລະ ອາແຊັກໄບຊານ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ມາຕັ້ງແຕ່ວັນທີ 22 ພຶດສະພາ 1995. | ຂ່າວພາຍໃນ | 2023-02-10T10:23:03+00:00 | https://laopost.com/?p=142108 |
ບົດລາຍງານສະພາບການລະບາດຂອງໂຄວິດ-19 ປະຈໍາວັນທີ 6 ມັງກອນ 2022 | ຕາມຖະແຫຼງການ ວັນທີ 6 ມັງກອນ 2022 ໂດຍ ດຣ. ລາຫຸນ ຈັນທະບຸດ ໄດ້ລາຍງານວ່າ ສະພາບການລະບາດພະຍາດໂຄວິດ-19 ໃນ ສປປລາວ ຍັງສືບຕໍ່ມີລາຍງານຜູ້ຕິດເຊື້ອເພີ່ມຂື້ນ, ມື້ນີ້ກໍ່ເປັນອີກມື້ໜື່ງທີ່ໂຕເລກຜູ້ຕິດເຊື້ອຫຼາຍກ່ວາ 1,000 ຄົນ ແລະ ການເພີ່ມຂື້ນກໍ່ສືບເນື່ອງຈາກພາຍຫຼັງການສະເຫຼີມສະຫຼອງປີໃໝ່ສາກົນທີ່ຜ່ານມາ ແລະ ຄາດຄະເນວ່າໂຕເລກລາຍງານຜູ້ຕິດເຊື້ອອາດຈະຍັງສືບຕໍ່ເພີ່ມຂື້ນ, ສະນັ້ນ ຈີ່ງຂໍຮຽກຮ້ອງໃຫ້ທຸກຄົນທີ່ມີອາການບໍ່ສະບາຍຄ້າຍຄືໄຂ້ຫວັດ ຫຼື ມີປະຫວັດໄດ້ສຳຜັດກັບຜູ້ຕິດເຊື້ອມາກ່ອນຈົ່ງພາກັນໄປກວດຫາເຊື້ອ ແລະ ປີ່ນປົວໃຫ້ທັນເວລາ.
• ໄລຍະນີ້ ກໍ່ກ້າວເຂົ້າສູ່ງານບຸນປະເພນີຂອງຫຼາຍຊົນຊາດຊົນເຜົ່າ, ໂດຍສະເພາະງານບຸນກີນຈຽງ, ງານບຸນປີໃໝ່ຂອງເຜົ່າກືມມຸ, ບຸນປະເພນີກອງເຂົ້າ,ງານດອງ, ງານຂື້ນເຮືອນໃໝ່ ແລະ ບຸນອື່ນໆ ເຊີ່ງເປັນບຸນປະເພນີທີ່ສືບເນື່ອງມາຈາກບັນພະບຸລຸດທີ່ເຄີຍໄດ້ປະຕິບັດມາ, ຂ້າພະເຈົ້າຂໍຮຽກຮ້ອງມາຍັງຄະນະສະເພາະກິດຂັ້ນແຂວງ, ເມືອງ, ອຳນາດກັານປົກຄອງທຸກຂັ້ນຈົ່ງເອົາໃຈໃສ່ ຊີ້ນຳການຈັດປະຕິບັດມາດຕະການປ້ອງກັນການຕິດເຊື້ອພະຍາດໂຄວິດ-19 ຢ່າງເຄັ່ງຄັດ,ໂດຍສະເພາະການຈັດງານປະເພນີກໍ່ຂໍໃຫ້ເຮັດແບບກະທັດຮັດສະເພາະຄົນໃນຄອບຄົວ, ຮັກສາໄລຍະຫ່າງ, ໃສ່ຜ້າປິດປາກ-ດັງ ແລະ ຫຼີກລຽງການຊຸມແຊວແບບເປັນຈຸ້ມ ທັງນີ້ກໍ່ເພື່ອປ້ອງກັນບໍ່ໃຫ້ຕິດເຊື້ອ ເພາະຫຼາຍທ່ານຄິດວ່າການຕິດເຊື້ອພະຍາດໂຄວິດ-19 ປັດຈຸບັນບໍ່ມີອາການຮຸນແຮງ ແຕ່ກົງກັນຂ້າມຖ້າມີການຕິດເຊື້ອໃນຜູ້ສູງອາຍຸ ຫຼື ຜູ້ທີ່ມີພະຍາດປະຈຳໂຕ, ຜູ້ທີ່ບໍ່ທັນສັກວັກຊີນກໍ່ຈະເຮັດໃຫ້ມີອາການຮຸນແຮງ ແລະ ອາດຈະກ້າວສູ່ການເສຍຊີວິດໄດ້.
• ອີກເທື່ອໜື່ງ, ພວກເຮົາກໍ່ໄດ້ຮັບຟັງກ່ຽວກັບການຖະແຫຼງການກ່ຽວກັບການນຳໃຊ້ຢາປີ່ນປົວພະຍາດໂຄວີດ-19 ທີ່ ສປປລາວ ເຮົາສາມາດຜະລິດມານຳໃຊ້ ຖືວ່າເປັນຂ່າວດີຂອງສັງຄົມລາວທີ່ໄດ້ນຳໃຊ້ຢາປີ່ນປົວຢ່າງມີປະສິດທິພາບ ແລະ ຂ່າວດີອີກຢ່າງໜື່ງ ໃນບໍ່ດົນມານີ້ ທາງ ສປ ຈີນ ກໍ່ໄດ້ຄົ້ນພົບ ແລະ ທົດລອງນຳໃຊ້ຢາປີ່ນປົວພະຍາດໂຄວິດ-19 ທີ່ສາມາດຢັບຢັ້ງ ແລະ ປີ່ນປົວຜູ້ທີ່ຕິດເຊື້ອຈາກສາຍພັນໂອມິຄຣອນໄດ້ ສະນັ້ນຖືວ່າການຄົ້ນຄ້ວາໃນຄັ້ງນີ້ອາດຈະເປັນຂ່າວດີທີ່ພວກເຮົາຈະສາມາດຢັບຢັ້ງ ແລະ ຄວບຄຸມສະພາບການລະບາດໄດ້ ແຕ່ທັງນີ້ກໍ່ຕ້ອງຄຽງຄູ່ໄປກັບການເລັ່ງສັກຢາວັກຊີນໃຫ້ສູງຕາມເປົ້າໝາຍ. | ຂ່າວພາຍໃນ | 2022-01-06T11:12:23+00:00 | https://laopost.com/?p=131016 |
ວົງການແພດບ້ານເຮົາບໍ່ຄວນເບິ່ງຂ້າມ | ໃນອາທິດຜ່ານມາ, ຜູ້ຂຽນໄດ້ອ່ານບົດຄວາມທີ່ລົງພິມໃນໜັງ ສືພິມສະບັບໜຶ່ງເປັນບົດຂຽນ ຂອງນັກຂຽນຮຸ້ນອາຈານໃຫຍ່ວົງການສື່ມວນຊົນລາວເຮົາ ແລະ ຕ້ອງຂໍອະໄພທີ່ເອີ່ຍນາມທ່ານ ວິເສດ ສະແຫວງສຶກສາ. ບົດຄວາມດັ່ງກ່າວແມ່ນເພິ່ນໄດ້ແປຈາກຂ່າວຂອງປະເທດອັງ ກິດເມື່ອອ່ານແລ້ວເຫັນວ່າມັນເປັນບົດຮຽນອັນດີທີ່ວົງການແພດບ້ານ ເຮົາບໍ່ຄວນເບິ່ງຂ້າມບັນຫານີ້ເຊັ່ນກັນ. ບົດຂຽນດັ່ງ ກ່າວລະບຸວ່າ: ໃນກາງເດືອນພຶດ ສະພາ 2014 ນີ້, ໂຮງໝໍຫລາຍແຫ່ງຢູ່ປະເທດອັງກິດພວມມີແຜນຍົກເລີກການຈ່າຍຢາຕາມໃບ ສັ່ງທີ່ຂຽນດ້ວຍມືທ່ານໝໍ ທັງນີ້ເພາະວ່າລາຍມືທ່ານໝໍນັ້ນ ອ່ານຍາກຫລາຍ ແລະ ມີຫລາຍກໍລະນີອ່ານບໍ່ອອກ ຈຶ່ງເຮັດໃຫ້ເປັນອຸປະສັກໃນການຈ່າຍຢາ ເຮັດໃຫ້ການຈ່າຍຢາຖືກໆຜິດໆ ແລະ ຈາກການຈ່າຍຢາຜິດນີ້ ຈຶ່ງເຮັດໃຫ້ຄົນເຈັບ 11 ຄົນເສຍຊີວິດໃນປີ 2012 ຜ່ານມາ, ໃນນັ້ນ ມີກໍລະນີນາງ ວິກຕໍເລຍ ແຮຣິສັນ ອາຍຸ 17 ປີ ເປັນຊ່າງເຝິກຫັດຕັດຜົມ ໂດຍສາວນ້ອຍຜູ້ເຄາະຮ້າຍຄົນນີ້ ໄດ້ເຂົ້າຜ່າຕັດໄສ້ຕິ່ງຢູ່ໂຮງໝໍແຄດເທີຣິງ, ນາງມີອາ ການເລືອດໄຫລບໍ່ຢຸດຈົນເຮັດໃຫ້ນາງເສຍຊີວິດໃນທີ່ສຸດສາເຫດກໍ ແມ່ນວ່າ: ແພດທີ່ຮັບຜິດຊອບປິ່ນປົວນັ້ນອ່ານຂໍ້ແນະນຳການປິ່ນປົວຈາກແພດຜ່າຕັດ ບໍ່ອອກ. ເລື່ອງນີ້ເລີຍຮ້ອນໄປຮອດໜ່ວຍງານຕິດຕາມສຸຂະພາບຂອງຜູ້ບໍລິໂພກ ເຊິ່ງຂຽນເປັນຕົວຫຍໍ້ວ່າ: NHS
Trnst. ຜ່ານການ ກວດສອບລາຍມືຂອງທ່ານໝໍໃນໂຮງໝໍແຫ່ງຕ່າງໆຢູ່ເມືອງແຊດສະເຕີຈຶ່ງ ຮູ້ວ່າ: ແພດຈຳໜ່າຍຢາ ຫລື ປິ່ນປົວອ່ານຕົວໜັງສືທ່ານໝໍບໍ່ອອກ. ຈາກກໍລະນີທີ່ເກີດຂຶ້ນຢູ່ປະເທດດັ່ງກ່າວກໍເຫັນວ່າຢູ່ບ້ານເຮົາ ການຈຳໜ່າຍຢາ ແລະ ການປິ່ນປົວຍັງຕ້ອງອາໄສໃບສັ່ງຈາກແພດໃຫຍ່ໃນຂະແໜງກ່ຽວຂ້ອງ. ດັ່ງນັ້ນ ການຂຽນຊື່ຢາ ແລະ ຂໍ້ແນະນຳຕ່າງໆຄວນໃຫ້ອ່ານອອກຈະແຈ້ງຢ່າໃຫ້ເປັນຄືໃນສັງຄົມມັກ ເວົ້າຢອກຕິດປາກວ່າ: “ຫຍຸ້ງປານໂຕໜັງສືດ໋ອກເຕີ”.
ຂອບໃຈບົດຈາກ ໜັງສືພິມລາວພັດທະນາ http://laophatthananews.blogspot.com | ສຸຂະພາບ ແລະ ສີ່ງແວດລ້ອມ | 2014-06-16T14:04:40+00:00 | https://laopost.com/?p=6437 |
ສະຫະລັດມອບເງິນ 639 ລ້ານໂດລາຊ່ວຍກຸ່ມປະເທດອົດຢາກ | ສຳນັກຂ່າວຕ່າງປະເທດລາຍງານ ຈາກປະເທດ ເຢຍລະມັນ ເມື່ອວັນທີ 9 ກໍລະກົດ 2017ວ່າ ປະທານາທິບໍດີ ໂດນັລ ທຣັມ ກ່າວໃນກອງປະຊຸມເສດຖະກິດຂະໜາດໃຫຍ່ (ຈີ 20) ເມື່ອວັນເສົາທີ່ຜ່ານມາວ່າ ລັດຖະບານ ວໍຊິງຕັນ ກຽມມອບເງິນຊ່ວຍເຫຼືອກຸ່ມປະເທດທີ່ອົດຢາກກວ່າ 639 ລ້ານໂດລາ ໃຫ້ແກ່ 4 ປະເທດທີ່ກຳລັງພົບພາວະອົດຢາກຄື: ໄນຈີເຣຍ, ເຢເມນ, ໂຊມາເລຍ ແລະ ຊູດານໃຕ້ ໂດຍເປັນການບໍລິຈາກຜ່ານອົງການອາຫານໂລກ ເຊິ່ງເງິນຈຳນວນດັ່ງກ່າວແມ່ນຄິດເປັນ 1 ໃນ 3 ຂອງງົບປະມານທີ່ອົງການອາຫານໂລກຕ້ອງການໃນປິນີ້. | ຂ່າວຕ່າງປະເທດ | 2017-07-09T12:39:43+00:00 | https://laopost.com/?p=91954 |
“Dongwoon ແລະ Dujun” ສະມາຊິກວົງ Highlight ແຟນຄລັບ Oppa ໃຫ້ການຕ້ອນຮັບຢ່າງໜາແໜ້ນ | ເລື່ອງງານເກົາ ແອັດມິນບໍ່ເຄີຍພາດ! ດັ່ງນັ້ນຂ່າວບັນເທີງ ມື້ນີ້ ເຮົາມານຳກະແສທີ່ກຳລັງຮ໋ອດອີກຂ່າວໃນບ້ານເຮົາຊ່ວງນີ້ ເພາະເມື່ອວັນທີ 27 ເມສາ 2017 ໄດ້ມີ 2 ໜຸ່ມ Oppa ຢ່າງ “Dongwoon ແລະ Dujun” ສະມາຊິກຈາກວົງ Highlight (ຫຼື BEAST ຊື່ວົງເກົ່າ) ເດີນທາງມາທ່ຽວປະເທດລາວ ເມື່ອທາງສອງໜຸ່ມໄດ້ເດິນທາງມາຮອດສະໜາມບິນວັດໄຕ ສາກົນປະເທດລາວ ກໍ່ມີບັນດາແຟນຄລັບສາວົກ Oppa ໄປຕ້ອງຮັບຢ່າງໜາແໜ້ນຄັບສະ ໜາມບິນ ເຫັນພາບແລ້ວຊ່າງໜ້າປະທັບໃຈແທນສອງໜຸ່ມແທ້ໆ! ໂອ້! ຂ່າວນີ້ມັນຊ່າງດີຕໍ່ໃຈແອັດແທ້ໆ ແລະ ກໍ່ຄົງດີຕໍ່ໃຈກັບຕິ່ງເກົາຫຼີທັງຫຼາຍ.
ທັງ “Dongwoon ແລະ Dujun” ໄດ້ເດີນທາງໄປທ່ຽວ ປະຕູໄຊ ເຊິ່ງເປັນສະຖານທ່ອງທ່ຽວທີ່ສວຍງາມ ແລະ ເປັນອີກໜຶ່ງເອກະລັກຂອງນະຄອນຫຼວງວຽງຈັນ ນອກຈາກນັ້ນຕົກຄ່ຳລົງແລງ ພວກເຂົາກໍ່ຍັງໄດ້ໄປຍ່າງຮັບລົມຊິວໆ ກິນອາຫານແຄມທາງ ແລະ ເລາະເບິ່ງເຄື່ອງຂອງທີ່ຕະຫຼາດມືດແຄມຂອງອີກ ບອກເລີຍງານນີ້ ສາວົກວົງ Highlight (ຫຼື BEAST ຊື່ວົງເກົ່າ) ເຫັນແລ້ວກີ໊ດແທບສະຫຼົບເພາະຄວາມດີໃຈທີ່ໄດເຫັນ ນັກຮ້ອງຂັວນໃຈຂອງຕົວເອງ.
ເອົາເປັນວ່າສຳລັບຄົນທີ່ບໍ່ແມ່ນແຟນຄລັບແນວ Oppa ກໍ່ຢ່າງຟ້າວລຳຄານ ຫຼື ເວົ້ານັ້ນນີ້ໃຫ້ແອັດເລີຍ ເພາະນີ້ຄືຄວາມມັກສ່ວນບຸກຄົນ ແຕ່ສຳລັບຄົນທີ່ມີຣົດນິຍົມດຽວກັນກໍ່ສາມາດໄປນຳກັນໄດ້ ແອັດບໍ່ໄດ້ມາຟອຍລ້າໆແຕ່ມີຄລິບໜ້າປະທັບໃຈ ແລະ ຜົນງານຂອງພວກເຂົາມາຝາກພ້ອມ.
ທ່ານສາມາດເບິ່ງຄລິບແຟນຄລັບຊາວລາວໃຫ້ການຕ້ອນຮັບ “Dongwoon ແລະ Dujun” ໄດ້ທີ່ລິ້ງລຸ່ມນີ້:
ຄລິບແຟນຄລັບຊາວລາວໄປຮັບທີ່ສະໜາມບິນ ສາກົນ ວັດໄຕ : https://www.instagram.com/p/BTajERdlYPP/?taken-by=hi5hli5ht_around
ຄລິບທີ່ທັງສອງໜຸ່ມໄປຢ່າງຫຼິ້ນທີ່ປະຕູໄຊ ແລະ ແຟນຄລັບໄປຄອຍຕາມກີ້ດທີ່ລິ້ງ 1 : https://www.instagram.com/p/BTZCiecFtXd/?taken-by=hi5hli5ht_around
ຄລິບທີ່ທັງສອງໜຸ່ມໄປຢ່າງຫຼິ້ນທີ່ປະຕູໄຊ ແລະ ແຟນຄລັບໄປຄອຍຕາມກີ້ດທີ່ລິ້ງ 2: https://www.instagram.com/p/BTYzszYDBS2/?taken-by=channie.world
ວິດີໂອຈາກ: 1theK (원더케이) | ຂ່າວບັນເທິງ | 2017-04-28T12:36:27+00:00 | https://laopost.com/?p=89333 |
ເຈົ້າໜ້າທີ່ພາສີແຂວງຊຽງຂວາງຍຶດສານເຄມີນໍາເຂົ້າຜ່ານດ່ານສາກົນນໍ້າກັ່ນ 11.550 ກິໂລກຣາມ | ເຈົ້າໜ້າທີ່ພາສີປະຈໍາແຂວງຊຽງຂວາງກໍ່ຄືເຈົ້າໜ້າທີ່ພາສີປະຈຳດ່ານພາສີສາກົນນໍ້າກັ່ນທີ່ໄດ້ເອົາ ໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະທີ່ຖືກມອບໝາຍຢ່າງເຂັ້ມງວດ ແລະ ສາມາດຢຶດໄດ້ສານເຄມີ ຂັ້ນຕົ້ນປະເພດຝຸ່ນສີຂາວຈໍານວນ 231 ເປົ້າລວມນໍ້າໜັກທັງໝົດ 11.550 ກິໂລກຣາມ ແລະ ຜ້າເຜີດເດັກນ້ອຍ ຈຳນວນ 10 ແກັດ, ພ້ອມທັງໄດ້ດຳເນີນການມອບ – ຮັບຂອງກາງດັ່ງກ່າວໃຫ້ເຈົ້າໜ້າທີ່ຕໍາຫຼວດ ປກສ ແຂວງຊຽງຂວາງ ດໍາເນີນ ຄະດີຕາມລະບຽບກົດໝາຍໃນຂັ້ນຕໍ່ໄປ.
ຊຶ່ງຕາມການລາຍງານຂອງພາສີ ປະຈຳແຂວງຊຽງຂວາງ ໃຫ້ຮູ້ວ່າ: ໂດຍອີງຕາມການລາຍງານຂອງດ່ານພາສີສາກົນນໍ້າກັ່ນ ສະບັບເລກທີ 0325/ດນກ, ລົງວັນທີ 07 ກັນຍາ 2022 ເຫັນມີການແຈ້ງເສຍພາສີນຳເຂົ້າສິນຄ້າເຄື່ອງຂອງ, ຜ່ານການຮັບແຈ້ງ ແລະ ກວດກາສິນຄ້າຕົວຈິງພົບເຫັນສິນຄ້າປະເພດເກືອດຫ້າມ, ເຈົ້າໜ້າທີ່ພາສີປະຈໍາດ່ານກໍ່ໄດ້ປະຕິບັດຂັ້ນຕອນການແຈ້ງ ແລະ ຂັ້ນຕອນຂອງການກວດກາ.
ຊຶ່ງໃນວັນທີ 20 ສິງຫາ 2022 ດ່ານພາສີສາກົນນ້ຳກັ່ນ ແຂວງຊຽງຂວາງ, ໄດ້ຮັບແຈ້ງພາສີເປັນລາຍລະອຽດຕາມໃບແຈ້ງ ເລກທີ 667, ລົງວັນທີ 20 ສິງຫາ 2022, ແຈ້ງສິນຄ້າເປັນປະເພດສີຮອງພື້ນ ແລະ ໄດ້ດຳເນີນການຊຳລະຄ່າພາສີ–ອາກອນ ແລະ ພັນທະອື່ນໆຕາມລະບຽບການ, ຈາກນັ້ນໄດ້ລໍຖ້າເຈົ້າຂອງສິນຄ້າ ແລະ ຜູ້ບໍລິການແຈ້ງພາສີມາຮອດວັນທີ 24 ສິງຫາ 2022, ເວລາ 15:30 ໂມງ, ເຈົ້າໜ້າທີ່ປະຈຳດ່ານປະກອບມີເຈົ້າໜ້າທີ່ພາສີ,ເຈົ້າໜ້າທີ່ ຕມ, ເຈົ້າໜ້າທີ່ຢ່າເສບຕິດ, ເຈົ້າໜ້າທີ່ສາທາ, ຈຶ່ງໄດ້ພ້ອມກັນກວດກາລົດຕູ້ຄອນເທນເນີຫົວລາກໝາຍເລກທະບຽນ 37C10610, ຫາງລາກ 37R 01948 ພົບເຫັນເປົາບັນຈຸຝຸ່ນສີຂາວຈຳນວນ 231 ເປົາ (1 ເປົາ= 50 ກິໂລ) ລວມນໍ້າໜັກທັງໝົດ 11.550 ກິໂລກຣາມ, ຜ້າເພີດເດັກນ້ອຍຈໍານວນ 10 ແກັດ.
ຜ່ານການກວດກາສິນຄ້າຕົວຈິງເຫັນວ່າການແຈ້ງຊະນິດ ແລະ ຈຳນວນນໍ້າໜັກບໍ່ຖືກຕ້ອງ, ຫີບຫໍ່ສິນຄ້າບໍ່ມີເຄື່ອງໝາຍການຄ້າ, ບໍ່ລະບຸວັນ–ເດືອນ–ປີຜະລິດ,ເອກະສານປະກອບການແຈ້ງບໍ່ຄົບຖ້ວນຖືກຕ້ອງຕາມກົດໝາຍວ່າດ້ວຍພາສີກຳນົດໄວ້, ຈຶ່ງໄດ້ກວດກາຕົວຈິງຢ່າງລະອຽດພົບເຫັນເຫັນເປົາບັນຈຸແປ້ງຝຸ່ນສີຂາວຜິດປົກກະຕິ, ຈຶ່ງໄດ້ນຳເອົາຕົວຢ່າງຈຳນວນ 2 ກິໂລກະຣາມມອບໃຫ້ເຈົ້າໜ້າທີ່ຢາເສບຕິດ ແລະ ເຈົ້າໜ້າທີ່ ປກສ ຂອງແຂວງຊຽງຂວາງເພື່ອນຳໄປວິໄຈ.
ມາຮອດວັນທີ 6 ກັນຍາ 2022 ເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງຊຽງຂວາງ, ໄດ້ນຳເອົາໃບຢັ້ງຢືນຜົນການວິໄຈຂອງກົມຕຳຫຼວດຕິວິທະຍາ ກະຊວງປ້ອງກັນຄວາມສະຫງົບ, ມາແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈໍາດ່ານສາກົນນໍ້າກັ່ນ ເປັນສານເຄມີຂັ້ນຕົ້ນປະເພດຝຸ່ນສີຂາວຜິດຕໍ່ລະບຽບກົດໝາຍຂອງ ສປປ ລາວ ແລະ ຕຳຫຼວດ ປກສ ແຂວງ ໄດ້ສະເໜີວ່າຈະນໍາຕົວຜູ້ຖືກຫາທັງ 2 ຄົນ, ພ້ອມຂອງກາງ ແລະ ພາຫະນະທີ່ພົວພັນກັບຄະດີດັ່ງກ່າວໄປໄວ້ຢູ່ກອງບັນຊາການ ປກສ ແຂວງຊຽງຂວາງ.
ສະນັ້ນ, ທາງເຈົ້າໜ້າທີ່ພາສີປະຈໍາດ່ານເຫັນວ່າຜູ້ຖືກຫາແມ່ນເຫັນດີໃຫ້ເອົາໄປຕາມການສະເໜີຂອງເຈົ້າໜ້າທີ່ ປກສ ແຂວງ, ສ່ວນສິນຄ້າທີ່ເປັນຂອງກາງ ແລະ ພາຫະນະເຈົ້າໜ້າທີ່ພາສີປະຈຳດ່ານດຳເນີນຂັ້ນຕອນເບື້ອງຕົ້ນຂອງການພົບເຫັນການລະເມີດກົດໝາຍວ່າດ້ວຍພາສີ, ພາຍຫຼັງສຳເລັດລາຍງານຕາມຂັ້ນຕອນ ແລະ ປະຕິບັດຕາມລະບຽບການກົດໝາຍກຳນົດ, ຈະດຳເນີນການມອບໃຫ້ເຈົ້າໜ້າທີ່ຕໍາຫຼລວດ ປກສ ແຂວງຊຽງຂວາງເພື່ອໄປດຳເນີນຄະຕິຕາມລະບຽບກົດໝາຍ.
ດັ່ງນັ້ນ, ໃນວັນທີ 07 ກັນຍາ 2022 ຜ່ານມານີ້, ທີ່ດ່ານພາສີສາກົນນ້ຳກັ່ນ ແຂວງຊຽງຂວາງ, ໄດ້ມອບ–ຮັບຂອງກາງດັ່ງກ່າວປະເພດຝຸ່ນສີຂາວ (ສານເຄມີຂັ້ນຕົ້ນ) ຈໍານວນ 231 ເປົາ (1 ເປົາ=50ກິໂລ) ລວມນໍ້າໜັກທັງໝົດ 11.550 ກິໂລກຣາມ ແລະ ຜ້າເພີດເດັກນ້ອຍ ຈໍານວນ 10 ແກ້ດ, ພາຫະນະ 1 ຄັນ, ຫົວລາກໝາຍເລກ 37C10610 ແລະ ທາງລາກໝາຍເລກ 37R 01948 ແກ່ຕູ້ຄອນເທນເນີໃຫ້ເຈົ້າໜ້າທີ່ຕໍາຫຼລວດ ປກສ ແຂວງຊຽງຂວາງນຳໄປດຳເນີນຄະຕິຕາມລະບຽບກົດໝາຍໃນຂັ້ນຕໍ່ໄປ.
ໂດຍການຕາງໜ້າມອບຂອງທ່ານ ກ້ອນແກ້ວ ເທບພະວົງ ຫົວໜ້າດ່ານພາສີສາກົນນໍ້າກັ່ນ ແລະ ຕາງໜ້າຮັບ ຂອງເຈົ້າໜ້າຕໍາຫຼວດ ປກສ ແຂວງຊຽງຂວາງແມ່ນທ່ານ ຄໍາໄຊຢ່າ ເຍ່ຍເຈີ ຮອງຫົວໜ້າຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງຊຽງຂວາງ, ຊຶ່ງມີຄະນະຄຸ້ມຄອງດ່ານສາກົນນໍ້າກັ່ນ, ຄະນະດ່ານພາສີສາກົນນໍ້າກັ່ນ, ເຈົ້າໜ້າທີ່ພາສີປະຈຳແຂວງ, ປະຈຳດ່ານ, ເຈົ້າໜ້າທີ່ ຕມ, ເຈົ້າໜ້າທີ່ຢ່າເສບຕິດ, ເຈົ້າໜ້າທີ່ສາທາ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ. | ຂ່າວພາຍໃນ | 2022-09-08T16:52:38+00:00 | https://laopost.com/?p=137428 |
ຄາດຄະເນສະພາບອາກາດ ແຕ່ວັນທີ 14 – 20 ກັນຍາ 2020 | ກົມອຸຕຸນິຍົມ ແລະ ອຸທົກກະສາດລາຍງານສະພາບອາກາດນັບຕັ້ງແຕ່ວັນທີ 14-16 ກັນຍາ 2020 ຄວາມກົດດັນອາກາດຕໍ່າຈະປົກຄຸມຢູ່ທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ, ພ້ອມດຽວກັນລົມມໍລະສຸມຕາມເວັນຕົກສຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ອາກາດຮ້ອນໃນຕອນບ່າຍ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບປານກາງຢຸ່ບາງທ້ອງຖິ່ນໃນແຕ່ລະພາກ.
ຈາກນັ້ນ, ວັນທີ 17-20 ກັນຍາ 2020 ຮ່ອງຄວາມດັນກົດອາກາດຕໍ່າຈະຜ່ານພາກເໜືອລົງຫາພາກກາງຂອງປະເທດ, ສົມທົບກັບລົມມໍລະສຸມຕາເວັນຕົກສຽງໃຕ້ຈະເພີ່ມກຳລັງແຮງຂື້ນປົກຄຸມພາກກາງ ແລະ ພາກໃຕ້, ຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງ ພາກກາງ ແລະ ພາກໃຕ້ ພ້ອມມີລົມພັດແຮງເປັນບາງໂອກາດ.
ຮຽບຮຽງຂ່າວ: ພຸດສະດີ | ຂ່າວທ້ອງຖິ່ນ | 2020-09-15T08:31:03+00:00 | https://laopost.com/?p=121331 |
ນໍ້າຂອງບົກແຫ້ງສົ່ງຜົນກະທົບຕໍ່ການໃຊ້ນໍ້າສະອາດໃນກຳປູເຈຍ | ລະດັບນ້ຳໃນເເມ່ນ້ຳຂອງຫຼຸດລົງກະທົບການໃຊ້ນ້ຳສະອາດໃນນະຄອນພະນົມເປັນ ກຳປູເຈຍ.
ຕາມການລາຍງານຂອງ ທ່ານ ລອງ ນາໂລ ຜູ້ບໍລິຫານໃຫຍ່ກົມນ້ຳປະປານະຄອນພະນົມເປັນກ່າວຜ່ານການຖະເເຫຼ່ງຂ່າວໃນວັນທີ 1 ມີນາ ໃຫ້ຮູ້ວ່າ: ຈາກການບັນທຶກລະດັບຂອງນ້ຳໃນເເມ່ນ້ຳຂອງໃນຊຸມໄລຍະ 5 ປີທີ່ຜ່ານມາກວດພົບສາເຫດຫຼັກທີ່ເຮັດໃຫ້ຂາດນ້ຳສະອາດໃຊ້ ເເລະ ລະດັບນ້ຳຫຼຸດລົງ 1 ເເມັດຈາກລະດັບປົກກະຕິ. ອີງຕາມການລາຍງານຂອງ ພະນົມເປັນໂພສ.
ຕາມການລາຍງານຂອງກົມນ້ຳປາປານະຄອນພະນົມເປັນ ລະດັບນ້ຳຕ້ອງຂຶ້ນຮອດ 3 ເເມັດໃນຊ່ວງລະດູເເລ້ງເພື່ອທີ່ຈະສູບນ້ຳມາບຳບັດກ່ອນທີ່ຈະສົ່ງເຂົ້າສູ່ເຮືອນປະຊາຊົນ. ເຈົ້າໜ້າທີ່ໃຫ້ສຳພາດວ່າ: ລະດັບນ້ຳໃນເເມ່ນ້ຳຂອງເເມ່ນຂຶ້ນຮອດເເຕ່ 2 ເເມັດເທົ່ານັ້ນ.
ໃນປັດຈຸບັນ, ມີການຂາດເເຄນນ້ຳໃຊ້ 1,000 ຫາ 2,000 ຄິວບິກ ເເມັດ ໂດຍປົກກະຕິເເລ້ວຈະສູບ ເເລະ ບໍາບັດທຸກໆຊົ່ວໂມງເພື່ອໝັ້ນໃຈວ່າມີການສົ່ງນ້ຳຢ່າງຕໍ່ເນື່ອງ, ທ່ານ ລອງ ກ່າວເພີ່ມຕື່ມ
ເຖິງຢ່າງໃດກໍຕາມ ອຸປະກອນບຳບັດນ້ຳທີ່ຈະຮັບໃຊ້ຕົວເມືອງເເມ່ນຢູ່ໃນລະຫວ່າງການກໍ່ສ້າງເຊິ່ງຄາດວ່າຈະໄດ້ຮັບຈຳນວນນ້ຳທີ່ພຽງພໍໃນປີ 2023. ການສະໜອງນ້ຳເເມ່ນພົບບັນຫາການຂາດເເຄນໃນລະດູເເລ້ງເເຕ່ເດືອນ ມັງກອນ ຫາເດືອນ ພຶດສະພາເຊິ່ງໃນບາງຄັ້ງພາກຕາເວັນຕົກຂອງນະຄອນພະນົມເປັນເເມ່ນບໍ່ມີນ້ຳໃຊ້.
ທ່ານ ລອງ ກ່າວວ່າ: ປະຊາຊົນກຳປູເຈຍໃຊ້ນ້ຳຫຼາຍຈຳນວນ 200-280ລິດ ຕໍ່ມື້ໂດຍສະເລ່ຍ ໃນຂະນະທີ່ທົ່ວໂລກໃຊ້ນ້ຳພຽງເເຕ່ 200-280 ລິດຕໍ່ມື້.
ລາຍງານຄະນະກຳມາທິການເເມ່ນ້ຳຂອງສາກົນ (The Mekong River Commission) ຮຽກຮ້ອງໃຫ້ປະເທດລຸ່ມເເມ່ນ້ຳຂອງໃຫ້ປຶກສາຫາລືການບັນທຶກຂອງໄຫຼຂອງກະເເສນ້ຳຕໍ່າກວ່າລະດັບນ້ຳໃນສາມປີທີ່ຜ່ານມາ. ການໄຫຼຂອງກະເເສນ້ຳໄດ້ຫຼຸດລົງໃນລະດັບຕໍ່າທີ່ສຸດໃນຮອບ 60 ປີເຊິ່ງໃນປີ 2020 ເປັນປີທີ່ເເມ່ນ້ຳຂອງເເຫ້ງເເລ້ງທີ່ສຸດ ປະລິມານນ້ຳຝົນຕໍ່າກວ່າລະດັບປົກກະຕິທຸກເດືອນຍົກເວັ້ນເດືອນຕຸລາ.
ປັດໄຈເຫຼົ່ານີ້ຈະສົ່ງຜົນກະທົບຕໍ່ການປະມົງ ເເລະ ຜົນຜະລິດຈາກກະສິກຳເຊິ່ງໄດ້ກົດດັນຊີວິດການເປັນຢູ່ຂອງປະຊາຊົນຢູ່ລຸ່ມເເມ່ນ້ຳຂອງ ເເລະ ເປັນໄພລົບກວນຕໍ່ລະບົບນິເວດທີ່ລະອຽດອອ່ນຂອງອ່າງເເມ່ນ້ຳຂອງ. ການຮ່ວມມືເເບບຕັ້ງໜ້າເປັນສິ່ງທີ່ສຳຄັນບໍ່ເເມ່ນຈາກປະເທດຈີນ ເເຕ່ປະເທດທີ່ເປັນສະມາຊິກນຳເພື່ອຮ່ວມກັນເເກ້ໄຂບັນຫາດັ່ງກ່າວ ໃນນັ້ນ, 6 ເທດສາມາດປະຕິບັດວີທີການຫຼຸດຜ່ອນວິກິດໄດ້ທັນທີ. ກ່າວໂດຍ ທ່ານ ດຣ ພິດ ຮັດດາ ອະດີດຫົວໜ້າຄະນະບໍລິຫານງານຂອງກອງເລຂາເເມ່ນໍ້າຂອງສາກົນ
ທັງນີ້ຮ່ວມກັບການສ້າງຕັ້ງກົນໄກການເເຈ້ງເຕືອນເພື່ອກວດຈັບລະດັບການເໜັງຕີງທີ່ຜິດປົກກະຕິຂອງລະດັບນ້ຳ ໃນອານາຄົດເພື່ອການສຳຫຼວດການຄຸ້ມຄອງອ່າງເກັບນ້ຳ ເເລະ ເຂື່ອນໄຟຟ້າ. ບັນດາປະເທດທີ່ກ່າວມາຂ້າງເທິງຄວນກວດສອບຄວາມເປັນໄປໄດ້ທີ່ຈະສ້າງທີ່ເກັບເພື່ອຈັດການກັບໄພເເຫ້ງເເລ້ງ ເເລະ ນ້ຳຖ້ວມພ້ອມກັບຮູບເເບບການດຳເນີນງານຂອງອ່າງເເມ່ນ້ຳຂອງ. | ຂ່າວຕ່າງປະເທດ | 2022-03-05T00:53:23+00:00 | https://laopost.com/?p=132272 |
ອີລອນມາສ ຈະຊື້ທີມ ແມນເຊັສເຕີ ຢູໄນເຕັດ | ອີລອນມາສ (Elon Musk) ມະຫາເສດຖີເຈົ້າຂອງແບນລົດໄຟຟ້າ (Tesla) ທີ່ຫາກໍໄດ້ຊື້ ທະວິດເຕີ້ (twitter) ເມື່ອບໍ່ດົນມານີ້. ປະກາດຜ່ານ twitter ຈົນກາຍເປັນປະເດັນເຮັດໃຫ້ຜູ້ຄົນທົ່ວໂລກໃຫ້ຄວາມສົນໃຈຫຼາຍໃນເຊົ້າມື້ນີ້ ໂດຍການບອກວ່າຈະເຂົ້າຍຶດເອົາ ແມນເຊັສເຕີ ຢູໄນເຕັດ ຈາກຄອບຄົວ ຕະກູນ ເກັວເຊີ.
ໃນວັນທີ 29 ເມສາ ທີ່ຜ່ານມາຫຼັງຈາກຄະນະກຳມະການບໍລິຫານອິດສະຫຼະຂອງບໍລິສັດ ທະວິດເຕີ້ ອອກຖະແຫຼງການຕົກລົງຂາຍບໍລິສັດໃຫ້ແກ່ ອີລອນມາສ ຊິອີໂອຂອງບໍລິສັດເທສລາ ແລະ ສະເປສເອັກ ພາຍໃຕ້ຂໍ້ຕົກລົງມູນຄ່າ 4.4 ໝີ່ນລ້ານໂດລາ.
ສຳລັບສາວົກແມນຢູ ຕາງກໍຢາກໃຫ້ ອີລອນມາສ ເຂົ້າຊື້ກິດຈະການຂອງທີມແມນຢູ ໂດຍບອກວ່າ: ” ຕອນນີ້ສະໂມສອນຊັ້ນນຳກຳລັງຢູ່ໃນຊ່ວງຫຍຸ້ງຍາກລຳບາກ ເພາະເຈົ້າຂອງປັດຈຸບັນເປັນຄົນສໍ້ໂກງ ແລະ ກຳລັງທຳລາຍສະໂມສອນເຕະບານທີ່ຍິ່ງໃຫຍ່ແຫ່ງນີ້”
ຢ່າງໃດກໍຕາມ, ການທະວິດເຕີ້ໃນຄັ້ງນີ້ຍັງບໍ່ເປັນທີ່ຊັດເຈນວ່າ ມີຄວາມຈິງຈັງ ຫຼື ໜ້າເຊື່ອຖືໄດ້ຫຼາຍປານໃດ ເພາະອາດຈະເປັນການທະວິດ ເພື່ອເພີ່ມມູນຄ່າໃນການປັ່ນຫຸ້ນ. | ຂ່າວຕ່າງປະເທດ | 2022-08-17T09:31:04+00:00 | https://laopost.com/?p=136675 |
ດິນເຈື່ອນເຂດມົນທົນເສສວນ ພົບຜູ່ເສຍຊີວິດ 15 ສົບ ສູນຫາຍນັບຮ້ອຍ | In this picture taken on June 24, 2017, rescue workers search for survivors at the site of a landslide in Xinmo village, Diexi town of Maoxian county, Sichuan province.
Rescuers dug through earth and rocks for a second day on Sunday in an increasingly bleak search for some 118 people still missing after their village in southwest China was buried by a huge landslide. Rescuers have pulled 15 bodies from the avalanche of rocks that crashed into 62 homes in Xinmo, a once picturesque mountain village nestled by a river in Sichuan province. / AFP PHOTO / STR / China OUT
ເມື່ອວັນທີ 25 ມິຖຸນາ 2017 ເອເອຟພີລາຍງານຄວາມຄືບໜ້າປະຕິບັດການຄົ້ນຫາຜູ່ລອດຊີວິດຂອງລັດຖະບານຈີນໃນເຫດການຫີນ ແລະ ຕົມເຈື່ອນລົງມາໃສ່ໝູ່ບ້ານໃນເຂດເໝົາຊິນ ທາງພາກເໜືອຂອງມົນທົນເສສວນ ທາງພາກຕະເວັນຕົກສຽງໃຕ້ຂອງປະເທດ ໂດຍຍັງມີຜູ່ສູນຫາຍອີກ 120 ຄົນ ມີຜູ່ລອດຊີວິດພຽງ 3 ຄົນ ສ່ວນສົບຜູ່ເສຍຊີວິດພົບພຽງ 15 ຄົນ ເຮັດໃຫ້ຄວາມຫວັງທີ່ຈະພົບຜູ່ລອດຊີວິດເພີ່ມເຕີມນັ້ນບໍ່ມີເຫຼືອແລ້ວ ເຖິງແມ່ນວ່າລັດຖະບານຈີນຈະລະດົມເຈົ້າໜ້າທີ່ກູ້ໄພເຂົ້າຊ່ວຍຄົ້ນຫາກວ່າ 3,000 ຄົນ ພ້ອມອຸປະກອນເຂົ້າຄົ້ນຫາແບບບໍ່ມີການຢຸດພັກເລີຍກໍ່ຕາມ
ດ້ານທ່ານ ຫວັງ ຢົງໂປ໋ ໜຶ່ງໃນເຈົ້າໜ້າທີ່ທີມກູ້ໄພລະບຸວ່າ ເຫດທີ່ເກີດຂຶ້ນນັບເປັນເຫດດິນເຈື່ອນຄັ້ງຮ້າຍແຮງທີ່ສຸດໃນພື້ນທີ່ດັ່ງກ່າວນັບຕັ້ງແຕ່ເກີດເຫດແຜ່ນດິນໄຫວເຂດເຫວິນສວນ ເຊິ່ງມີຜູ່ເສຍຊີວິດເຖິງ 87,000 ຄົນ ໃນປີ 1998 | ຂ່າວຕ່າງປະເທດ | 2017-06-25T18:28:40+00:00 | https://laopost.com/?p=91408 |
ບຣອຍ ເປັນຫຍັງຈຶ່ງຄ່າຕົວແພງລະດັບໂລກ | ເຄວິນ ເດີ ບຣອຍ” ນັກເຕະກອງກາງຕົວເກັ່ງ ທີມຊາດເບລຢຽມ ກໍ່ຕັດສິນໃຈ ຈັບປາກກາ ເຊັນສັນຍາກັບສະໂມສອນ ແມນເຊັສເຕີ ຊິຕີ ເປັນເວ ລາ 6 ປີ ຫຼັງຈາກທີມດັງແຫ່ງ ພຣີເມຍລີກ ອັງກິດ ຍອມຈ່າຍຄ່າຕົວ 75 ລ້ານຢູໂຣ ໃຫ້ກັບສະໂມສອນ ເຟົາເອັຟແອລ ໂວຟສະບວກ ຮອງແຊhມ ບຸນເດສ ລີກາ ເຢຍລະມັນ ໃນລະດູການ ຜ່ານມາ.
ນັກເຕະໄວ 24 ປີ ກາຍເປັນເຈົ້າຂອງສະຖິຕິຜູ້ຫຼິ້ນຄ່າຕົວແພງທີ່ສຸດໃນປະຫວັດວົງການບານເຕະ ເຢຍລະມັນ ໄປພຽງຊົ່ວຂ້າມຄືນເພາະບໍ່ເຄີຍມີໃຜຖືກຊື້ ຫຼື ຂາຍ ໃນລາຄານີ້ມາກ່ອນ. ຄ່າຕົວອາດ ສູງເກີນຄວາມຈິງ ສຳລັບບາງທ່ານ ທີ່ບໍ່ຄ່ອຍຕິດຕາມການແຂ່ງຂັນບານເຕະບຸນເດສລີກາ ເຢຍລະມັນ ຫຼື ຟອມການຫຼິ້ນຂອງ ບຣອຍ ຈົນສົງໄສວ່າ “ບຣອຍ” ຈະສ້າງ ຜົນງານຕອບແທນ ແມນ ຊິຕີ ໄດ້ຢ່າງຄຸ້ມຄ່າ ຫຼື ບໍ່ ? ເພາະຕອນທີ່ ເຊລຊີ ຊື້ຈາກ ເຄອາຊີ ເກງ ດ້ວຍຄ່າຕົວ 8 ລ້ານຢູໂຣ ເມື່ອປີ 2012 ກໍ່ບໍ່ມີໂອກາດແຈ້ງເກີດ ເຊິ່ງຖືກສົ່ງລົງສະໜາມລວມທຸກລາຍການພຽງ 9 ນັດ 391 ນາທີ ເຖິງແມ່ນວ່າ 1 ໃນ 3 ເກມ ພຣີເມຍລີກ ບຣອຍ ຈະເຮັດໄດ້ 1 ແອສຊິສ ກໍ່ຕາມ (ສົ່ງໃຫ້ ອອສກາ ຍິງນັດຊະນະ ຮັລ ຊິຕີ 2-0 ເມື່ອ ເດືອນສິງຫາ 2013).
ແຕ່ນີ້ຄືນັກເຕະດາວຮຸ່ງທີ່ເຄີຍ ປະເດີມສະໜາມໃນການແຂ່ງຂັນ ເຕະບານ ຈູປິແລ ໂປຣລີກ ກັບ ສະໂມສອນ ເຄອາຊີ ເກງ ທີມດັງ ໃນລີກເບລຢຽມ ຕັ້ງແຕ່ອາຍຸ 17 ປີ 10 ເດືອນ ແລະ 11 ວັນກ່ອນໜ້ານັ້ນບໍ່ຮອດເດືອນ ທິບົວ ກູກ ຕົວ ຜູ້ຮັກສາປະຕູເບີ 1 ທີມຊາດ ເບລຢຽມ ຂອງເຊລຊີກໍ່ລົງສະໜາມນັດທຳອິດໃຫ້ກັບ ເກງ ຂະ ນະທີ່ ອາຍຸໄດ້ 16 ປີ 11 ເດືອນ ແລະ 6 ວັນ. ຕອນທີ່ຮັບໃຊ້ສະໂມສອນເຊິ່ງຢູ່ຫ່າງຈາກ ດຣອງ ເກນ ບ້ານເກີດ 156 ກິໂລແມັດ (2009-2012) ບຣອຍ ຍິງໄດ້ 17 ປະຕູ ແລະ ແອສຊິສ 36 ປະ ຕູ ຊ່ວຍໃຫ້ ເກງ ຄວ້າແຊ້ມ ເບລຈຽນ ຄັບ ລະດູການ 2008-2009, ເບລຈຽນ ໂປຣ ລີກ 2010-2011 ແລະ ເບລ ຈຽນ ຊູເປີ ຄັບ 2011 ກ່ອນຍ້າຍ ໄປຄ້າແຄ່ງທີ່ອັງກິດ ປະເທດທີ່ ແອນນາ ຜູ້ເປັນມານດາ ເຄີຍໃຊ້ຊີວິດເມື່ອຕອນຍັງນ້ອຍ (ເຂດອີລິງ ນະຄອນຫຼວງລອນດອນ ຫ່າງຈາກ ສະແຕມຟອດ ບຣິດ 16 ກິໂລ ແມັດ).
ຕອນນັ້ນ ເຊລຊີ ປະຕິບັດຕໍ່ ບຣອຍ ຄືກັບດາວຮຸ່ງຄົນອື່ນທີ່ພວກເຂົາຊື້ມາໃນໄລຍະຫຼັງໆ ຕອນຄວ້າຕົວຈາກ ເກງ ກໍ່ຢູ່ໃນສັນຍາຢືມຕົວຈົນຈົບລະດູການ 2011-2012 ຈຶ່ງເຊັນຖາວອນ ແຕ່ຫຼັງຈາກນັ້ນ ບຣອຍ ກໍ່ຖືກສົ່ງຕົວໃຫ້ ແວເດີ ເບຣເມນ ຢືມຕົວອີກ 1 ລະດູການກວ່າຈະໄດ້ຫຼິ້ນຢູ່ໃນລີກອັງກິດເປັນຈິງເປັນຈັງກາງປີ 2013 ແຕ່ການທີ່ຖືກ ໂວຟສະບວກ ຢືມຕົວມາຫຼິ້ນຢູ່ໃນລີກ ເຢຍລະມັນ ໃນລະດູການ 2012-2013 ນັ້ນ ກັບເປັນການແຈ້ງເກີດໃນລີກຢູໂຣບ ຢ່າງແທ້ຈິງ (ລົງສະໜາມທຸກລາຍການ 34 ນັດ ຍິງໄດ້ 10 ປະຕູ ແລະ ແອສຊິສ 10 ປະຕູ) ຈົນເຮັດໃຫ້ ໂວຟສະບວກ ຍອມສ່ຽງຊື້ນັກເຕະຕົວສຳຮອງຂອງ ເຊລຊີ ດ້ວຍຄ່າ ຕົວ 24 ລ້ານຢູໂຣ ເມື່ອຕົ້ນປີ 2014.
ບຣອຍ ສາມາດພິສູດໃຫ້ເຫັນແລ້ວວ່າການທີ່ ໂວຟສະບວກ ຍອມທຳລາຍສະຖິຕິການຊື້ນັກ ເຕະແພງທີ່ສຸດຂອງສະໂມສອນ ຕອນນັ້ນເປັນເລື່ອງທີ່ຖືກຕ້ອງ ເພາະລາວຊ່ວຍໃຫ້ປ່ຽນຈາກການທີ່ເຄີຍໄດ້ອັນດັບ 11 ເມື່ອລະດູ ການ 2012-2013 ມາຢູ່ອັນດັບ 5 ໃນລະດູການຕໍ່ມາ ໂດຍ 16 ເກມ ທີ່ລົງສະໜາມ ຍິງໄປ 3 ປະຕູ ພ້ອມແອສຊິສ 6 ປະຕູ ແລະ ເປັນກຳລັງສຳຄັນຫຼັກຂອງ ໂວຟສະບວກ ໃນລະດູການ 2014-2015 ທີ່ສາມາດຄວ້າ ຮອງແຊ້ມ ບຸນເດສລີກາ ແລະ ແຊ້ມ ເດເອັຟເບ ໂພຄາລ ໂດຍຍິງ ໄດ້ 16 ປະຕູ ແອສຊິສ 28 ປະຕູ ຈາກການລົງສະໜາມທຸກລາຍການ 51 ນັດ ສົ່ງຜົນໃຫ້ ເຄວິນ ເດີ ບຣອຍ ໄດ້ຮັບລາງວັນນັກເຕະດີເດັ່ນແຫ່ງປີ 2015 ຂອງເຢຍ ລະມັນໄປຄອງໄດ້ສຳເລັດ.
ນອກນັ້ນ ໃນກາງປີ 2014 ບຣອຍ ຄືຕົວຫຼັກຂອງທີມຊາດ ເບລຢຽມ ຊຸດຄວ້າອັນດັບ 6 ເຕະ ບານໂລກ 2014 ທີ່ບຣາຊິລ ເປັນເຈົ້າພາບ ເຊິ່ງເປັນຜົນງານດີທີ່ ສຸດໃນປະຫວັດສາດຂອງທີມຊາດເບລຢຽມ ຮອງຈາກຕອນຄອງ ອັນດັບ 4 ເມື່ອປີ 1986 ແລະ ເປັນການເຂົ້າຮອບສຸດທ້າຍລາຍ ການໃຫຍ່ຄັ້ງທຳອິດ ໃນຮອບ 12 ປີ. ເວີລ ຄັບ 2014 ບຣອຍ ຍິງ ໄດ້ 1 ປະຕູ ແລະ ແອສຊິສ 1 ປະຕູ ໃນຮອບ 16 ທີມສຸດທ້າຍ ນັດທີ່ເອົາຊະນະ ສະຫະລັດອາເມ ຣິກາ 2-1 ປະຕູ ເຖິງເວລານັ້ນ ບຣອຍ ລົງຫຼິ້ນໃຫ້ກັບທີມຊາດ ເບລຢຽມ 33 ນັດ ຍິງໄດ້ 8 ປະຕູ ແລະ ແອສຊິສ 12 ປະຕູ ແລະ ການທີ່ຍ້າຍມາຢູ່ ແມນ ຊິຕີ ກໍ່ເຮັດ ໃຫ້ລາວມີໂອກາດລົງສະໜາມ ຮ່ວມກັບແວັງຊອງ ກອມປານີ ຫົວ ໜ້າທີມຊາດເບລຢຽມ ຕື່ມອີກ.
ສາມາດເອີ້ນໄດ້ວ່າ ນອກເໜືອ ຈາກ ເອເດນ ອາຊາ ຈອມທັບ ເຊລຊີ (ເກີດປີດຽວກັນ) ກັບ ຄຣິສຕິຢອງ ເບນເຕເກ ກອງໜ້າ ຄົນໃໝ່ປ້າຍແດງຂອງລິເວີພູລ, ບຣອຍ ກໍ່ຄືກຳລັງສຳຄັນຫຼັກອີກ ຄົນໜຶ່ງໃນແນວບຸກຂອງທີມຊາດ ເບລຢຽມ ເຊັ່ນກັນ ແລະ ຈະເປັນ ຕໍ່ໄປອີກຫຼາຍປີ. ສ່ວນສຳລັບ ໂວຟສະບວກ ແລ້ວ ບຣອຍ ເປັນ ເກືອບທຸກຢ່າງໃນທີມ.
ນີ້ຄືເຫດຜົນທີ່ ໂວຟສະບວກ ເອີ້ນຄ່າຕົວແພງ ເພາະຖ້າເລືອກໄດ້ ກໍ່ຄົງບໍ່ຢາກຂາຍ ແຕ່ບັນຫາກໍ່ຄື ສະໂມສອນບໍ່ມີເງິນຈ່າຍຄ່າຈ້າງ ບຣອຍ ໄດ້ເທົ່າກັບ ແມນ ຊິຕີ ທີ່ ພ້ອມຈ່າຍ 3,2 ແສນຢູໂຣ ຕໍ່ອາ ທິດ ພ້ອມຄ່າຕົວ 75 ລ້ານຢູໂຣ ຫຼາຍກວ່າຕອນຊື້ມາ 3 ເທົ່າ ແລະ ເກມຫຼ້າສຸດ ທີ່ບຸກໄປເອົາຊະນະ ຊາລເກ 04 ເຖິງຖິ່ນ 3-0 ປະຕູ ກໍ່ພິສູດໃຫ້ເຫັນກ່ອນແລ້ວວ່າ ທີມສາມາດກ້າວຕໍ່ໄປໄດ້ ໂດຍບໍ່ມີ ເຄວິນ ເດີ ບຣອຍ ເພາະວ່າ ມັກ ຄູເຊ ທີ່ຊື້ຈາກ ໂບຣຸສເຊຍ ມຶນ ເຊນກຼັດບັກ ກໍ່ເຄີຍຫຼິ້ນຕຳແໜ່ງນີ້ ກ່ອນຈະຖືກຍ້າຍໄປ ເປັນກອງ ໜ້າ. ຕໍ່ໃຫ້ບໍ່ມີ ຄຣູເຊ ຕ້ອງຢືນ ຕຳແໜ່ງກອງໜ້າ ຫຼື ລົງສະໜາມ ບໍ່ໄດ້ ໂວຟສະບວກ ກໍ່ຍັງມີ ອາ ຣອນ ຮັນ ກັບ ມັກຊິມິລຽນ ອາໂນລ ໃນທາງກົງກັນຂ້າມ ການ ຍ້າຍມາຂອງ ບຣອຍ ຈະເຮັດໃຫ້ ລາວກາຍເປັນ 3 ຕົວປະສານງານ ໃນເກມບຸກຂອງ ແມນ ຊິຕີ ຮ່ວມ ກັບ ດາບິດ ຊິລບາ ແລະ ຣາຮິມ ສະເຕີລິງ
ຖ້າເບິ່ງອີກໃນມູູມໜຶ່ງ ບຣອຍ ຍອມສ່ຽງມາເປັນຕົວສຳຮອງໃນ ບາງເກມຂອງ ແມນ ຊິຕີ ດີກວ່າ ເປັນຕົວຈິງຢ່າງສະໝ່ຳສະເໝີໃນ ໂວຟສະບວກ ເພາະໃຜໆກໍ່ຮູ້ວ່າ ໂວຟສະບວກ ຕ້ອງການຍາດແຊ໋ມ ລີກມາຈາກ ບາເຢິນ ມິວນິກ ເຖິງ ແມ່ນວ່າ ລະດູການຜ່ານມາ ໂວຟ ສະບວກ ຈະໄດ້ອັນດັບ 2 ກໍ່ຕາມ ແຕ່ມີຄະແນນຫ່າງທີມແຊ໋ມເຖິງ 10 ຄະແນນ ແລະ ຍິ່ງລຳບາກ ເຂົ້າໄປອີກ ຖ້າຫວັງປະສົບຜົນສຳ ເລັດໃນ ຢູຟາ ແຊ໋ມປ້ຽນລີກ ດັ່ງນັ້ນ ບຣອຍ ຈຶ່ງເລືອກເສັ້ນ ທາງທ້າທາຍໃໝ່ທີ່ອັງກິດ ເພາະວ່າ ແມນ ຊິຕີ ມີລຸ້ນແຊ໋ມທັງໃນ ແລະ ນອກປະເທດ.
ລະດູການນີ້ ເຄວິນ ເດບຣອຍ ຄືລູກສິດເກົ່າຂອງສະໂມສອນ ເຄເອຊີ ເກງ ຍຸກດຽວກັນ ຄົນທີ 5 ທີ່ຄ້າແຄ່ງຢູອັງກິດ ນອກເໜືອຈາກ ທິບົວ ກູກຕົວ, ເບນເຕເກ, ດາ ນຽລ ໂທເຊີ (ຄວີນປາກ ເຣນເຈີ) ກັບ ດານຽລ ພູດິລ (ວັດຟອດ) ແລະ ເປັນຄົນທີ່ມີລຸ້ນຈະປະສົບ ຜົນສຳເລັດຫຼາຍທີ່ສຸດ.
ແຕ່ທັງນີ້, ທັງນັ້ນ ຕ້ອງເບິ່ງ ກັນໄປດົນໆວ່າ ການຕັດສິນໃຈ ຂອງ ບຣອຍ ແລະ ການທຸ້ມງົບ ອັນມະຫາສານຂອງແມນ ຊິຕີ ຈະ ເປັນແນວໃດ ເພາະທຸກການລົງ ທຶນຄືຄວາມສ່ຽງ ທີມທີ່ຈະຄວ້າ ແຊ໋ມໄດ້ ນອກຈາກມີນັກເຕະທີ່ ເກັ່ງແລ້ວ ຍັງຕ້ອງອາໄສທີມເວີກ ແລະ ຫຼາຍຄັ້ງຕ້ອງ ມີໂຊກຊ່ວຍຄື: ຍ້າຍມາຢູ່ຖືກທີມ ແລະ ຖືກເວລາ.
ຂອບໃຈຂ່າວແລະພາບຈາກ: ໜັງສຶພິມສຶກສາແລະກິລາ | ຂ່າວພາຍໃນ | 2015-09-04T00:25:25+00:00 | https://laopost.com/?p=34228 |
ເຮລິກັອບແຕກອງທັບໄທຕົກ ເສຍຊີວິດທັງໝົດ 9 ຄົນ | ເຮລິກັອບແຕຂອງຄະນະຮອງແມ່ທັບພາກທີ 3 ຂອງໄທ ຕົກທີ່ບໍລິເວນບ້ານດອກບົວ ຕາແສງທ່າວັງທອງ ເມືອງພະເຍົາ ແຂວງພະເຍົາ ມີທະຫານລະດັບນາຍພົນ ຊື່ ພົນຕີ ຊົງພົນ ທອງຈີນ ຮອງແມ່ທັບພາກ 3 ຮ່ວມຄະນະພ້ອມ ຫຼ້າສຸດພົບຮ່າງຜູ້ເສຍຊີວິດແລ້ວ 9 ຄົນ.
ເມື່ອເວລາປະມານ 5:30 ແລງ ຂອງວັນທີ 17 ພະຈິກ (ວານນີ້) ສຳນັກຂ່າວຕ່າງປະເທດລາຍງານວ່າ ເຮລິກັອບເຕີເບລ 212 ຂອງຄະນະຮອງແມ່ທັບພາກ 3 ຕົກບໍລິເວນບ້ານດອກບົວ ເມືອງພະເຍົາ ແຂວງພະເຍົາ ພາຍຫຼັງເຮືອບິນໄດ້ບິນຂຶ້ນເພື່ອເດິນທາງໄປຍັງ ແຂວງຊຽງຮາຍ ໄດ້ພຽງ 10 ນາທີ ໂດຍ ເຮລິກັອບແຕລຳດັ່ງກ່າວ ມີພົນຕີ ຊົງພົນ ທອງຈີນ ຮອງແມ່ທັບພາກ 3 ຂອງໄທເປັນຫົວໜ້າຄະນະ ແລະມີຜູ້ໄປກັບເຮລິກັອບແຕລຳດັ່ງກ່າວທັງໝົດ 9 ຄົນ ເປັນນັກບິນ 2 ຄົນ ເຕັກນິກ 2 ຄົນ ແລະນາຍທະຫານໄປລົງພື້ນຖານອີກ 5 ຄົນ.
ປະຊາຊົນທີ່ເຫັນເຫດການໃນຂະນະເກີດເຫດ ໄດ້ເລົ່າວ່າ ມີຄົນກະໂດດລົງຈາກເຮລິກັອບແຕ ໃນເວລາຍົນກຳລັບຕົກ ໂດຍ ຝ່າຍເຈົ້າໜ້າທີ່ໄດ້ກະຈາຍກຳລັງອອກຄົ້ນຫາຜູ້ໂດຍສານທີ່ຍັງຄົງຫຼົງເຫຼືອຢູ່. | ຂ່າວຕ່າງປະເທດ | 2014-11-18T07:50:07+00:00 | https://laopost.com/?p=13831 |
ບໍ່ແກ້ວແຈ້ງ “ປ້າຍໂຄສະນາ” ຕ້ອງສອດຄ່ອງຕາມລະບຽບກົດໝາຍ ແລະ ເອກະລັກຂອງຊາດ | ພະແນກຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍ່ແກ້ວ ແຈ້ງການໃນວັນທີ 28 ສິງຫາ 2020 ທີ່ຜ່ານມາ ກ່ຽວກັບ ການຳເຂົ້າ, ຈັດພິມ ແລະ ຕິດຕັ້ງປ້າຍໂຄສະນາທຸກປະເພດ ເພື່ອເຮັດໃຫ້ທຸກພາກສ່ວນດໍາເນີນການໂຄສະນາຢ່າງຖືກຕ້ອງ ແລະ ສອດຄ່ອງກັບລະບຽບກົດຫມາຍ ຕາມກົ້ນໄກເສດຖະກິດຕະຫຼາດທີ່ມີການຄຸ້ມຄອງຂອງລັດ ໃຫ້ທຸກພາກສ່ວນເປັນເຈົ້າການປະຕິບັດ ກົດຫມາຍວ່າດ້ວຍປ້າຍຢ່າງເຂັ້ມງວດ, ປະກອບສ່ວນຢ່າງຕັ້ງຫນ້າໃນການແກ້ໄຂປະກົດການຫຍໍ້ທໍ້ໃຫ້ໝົດໄປ ເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ຈົບງາມ ຮັກສາໄດ້ມູນເຊື້ອ ແລະ ເອກະລັກທາງດ້ານວັດທະນະທໍາຂອງຊາດ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ຈື່ງໄດ້ແຈ້ງມາຍັງທຸກພາກສ່ວນຊາບດັ່ງນີ້:
1. ຫ້າມທຸກພາກສ່ວນນໍາເຂົ້າ, ຈັດພິມ ແລະ ຕິດຕັ້ງປ້າຍໂຄສະນາທຸກປະເພດ ໂດຍບໍ່ໄດ້ຮັບອະນຸຍາດຈາກຂະແໝງການ ກ່ຽວຂ້ອງໂດຍເດັດຂາດ. ໃນກໍລະນີມີຈຸດປະສົງຢາກນໍາເຂົ້າ, ຈັດພິມ ແລະ ຕິດຕັ້ງປ້າຍໂຄສະນາຈະຕ້ອງປະຕິບັດຕາມຂັ້ນຕອນ ດັ່ງຕໍ່ໄປນີ້:
1.1. ການນໍາເຂົ້າປ້າຍທຸກປະເພດເພື່ອຈຸດປະສົງນໍາໃຊ້ທາງລັດຖະການ ຫຼື ການດໍາເນີນທຸລະກິດ ແລະ ອື່ນໆຕ້ອງຍື່ນ ຄໍາຮ້ອງຂໍຜ່ານເນື້ອໃນ ຮູບແບບ ຮູບພາບຕ່າງໆນໍາພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ (ຂະແໜງວັດທະນະທໍາ) ກວດກາ ຢັ້ງຢືນຖືກຕ້ອງ ຈຶ່ງສາມາດນໍາເຂົ້າ, ຈັດພິມໄດ້.
1.2, ທຸກພາກສ່ວນທີ່ມີຈຸດປະສົງຂໍອະນຸຍາດອອກປ້າຍ (ອະນຸຍາດເນື້ອໃນປ້າຍ) ຕ້ອງໄດ້ຍື່ນຄໍາຮ້ອງ ພ້ອມດ້ວຍເນື້ອໃນ, ຮູບພາບ, ຮູບແບບຂອງປ້າຍ ແລະ ເອກະສານກ່ຽວຂ້ອງ ນໍາພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ; ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ; ເພື່ອກວດຜ່ານ ແລະ ພິຈາລະນາອະນຸຍາດພາຍໃນ 8 ວັນລັດຖະການ, ພາຍຫຼັງໄດ້ຮັບອະນຸຍາດຈຶ່ງສາມາດນໍາເນື້ອໃນນັ້ນໄປຈັດພິມໄດ້ ໂດຍຂະໜາດຕ້ອງສົມສ່ວນກັບເນື້ອໃນຂອງປ້າຍ ແລະ ມີຄວາມເຫມາະສົມກັບສະຖານທີ່ຕິດຕັ້ງປ້າຍ, ບໍ່ສ້າງຜົນກະທົບຕໍ່ທິວທັດທໍາມະຊາດ ແລະ ສິ່ງແວດ ລ້ອມອ້ອມຂ້າງ ຫຼື ເປັນອຸປະສັກກີດຂວາງໃນການສັນຈອນ.
1.3. ທຸກພາກສ່ວນທີ່ມີຈຸດປະສົງຂໍຕິດຕັ້ງປ້າຍທຸກປະເພດ ພາຍຫຼັງໄດ້ຮັບອະນຸຍາດຜ່ານເນື້ອໃນຈາກພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ພະແນກສາທາລະນະສຸກແຂວງ, ພະແນກອຸສາຫະກໍາ ແລະ ການຄ້າແຂວງແລ້ວ ຕ້ອງໄດ້ຍື່ນຄໍາຮ້ອງຂໍອະນຸຍາດຕິດຕັ້ງປ້າຍນໍາພະແນກໂຍທາທິການ ແລະ ຂົນສົ່ງ, ໃນການຕິດຕັ້ງປ້າຍ ຕ້ອງຕິດຕັ້ງໃນສະຖານທີ່ເຫມາະສົມຖືກຕ້ອງຕາມມາດຕະ ຖານ ເຕັກນິກ, ໂຄງສ້າງຕ້ອງຮັບປະກັນຄວາມປອດໄພຕໍ່ຊີວິດ, ຊັບສິນ ແລະ ສັງຄົມ.
2. ຫ້າມພາກສ່ວນຕ່າງໆ ຫຼື ບຸກຄົນ ແຕ້ມຮູບ, ພົ່ນສີ, ຂີດຂຽນ ຫຼື ຈັດພິມປ້າຍໄວນິວ ໂປສເຕີໂຄສະນາກາຫມາຍ ໂລໂກຕ່າງໆ ທີ່ບໍ່ຜ່ານການກວດກາ ແລະ ບໍ່ໄດ້ຮັບອະນຸຍາດດ້ານເນື້ອໃນ ໃສ່ຮົ້ວ, ກໍາແພງ, ຝາອາຄານ, ເສົາໄຟຟ້າ, ຕົ້ນໄມ້ຕາມແຄມທາງ ສະຖານທີ່ຕ່າງໆຢ່າງເດັດຂາດ
3. ສໍາລັບປ້າຍຄໍາຂັວນ, ຮູບແຕ້ມ, ຮູບຖ່າຍ ທີ່ໄດ້ຮັບອະນຸຍາດ ແລະ ຕິດຕັ້ງຂ້າມທາງ, ຕິດຕັ້ງຕາມສະຖານທີ່ຕ່າງໆ ເພື່ອສະເຫຼີມສະຫຼອງ, ປຸກລະດົມຂະບວນການ, ເທດສະການ, ງານບຸນ, ກອງປະຊຸມ, ການຢ້ຽມຢາມທາງ ລັດຖະການນັ້ນ ພາຍຫຼັງສໍາເລັດງານດັ່ງກ່າວແລ້ວ ຫຼື ປ້າຍຫາກມີການຈີກຂາດ ທຸກພາກສ່ວນ, ເຈົ້າຂອງປ້າຍຕ້ອງເປັນ ເຈົ້າການເກັບກູ້ໃຫ້ສໍາເລັດພາຍໃນເວລາ 7 ວັນ. ສະເພາະປ້າຍໂຄສະນາຜະລິດຕະພັນສິນຄ້າ ແລະ ການບໍລິການ ສາມາດນໍາໃຊ້ໄດ້ຈົນສິ້ນສຸດສັນຍາ ຫາກມີການປ່ຽນແປງເນື້ອໃນ ແລະ ສະຖານທີ່ຈຶ່ງຂໍອະນຸຍາດນໍາຂະແໜງການ ກ່ຽວຂ້ອງຄືນໃໝ່.
4. ມອບໃຫ້ຂະແໜງວັດທະນະທໍາ, ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ 5 ເມືອງ ເປັນເຈົ້າການໃນການຄຸ້ມຄອງ
5. ໃນກໍລະນີຂະແໜງການຄຸ້ມຄອງ, ກວດກາ ຫາກພົບເຫັນການລະເມີດ ຫຼື ການຕິດຕັ້ງປ້າຍທຸກປະເພດບໍ່ມີຄວາມ ເປັນລະບຽບຮຽບຮ້ອຍ, ມີເນື້ອໃນບໍ່ຖືກຕ້ອງ ແມ່ນຈະໄດ້ແນະນໍາພາກສ່ວນເຈົ້າຂອງຮັບຜິດຊອບ ພ້ອມທັງເຮັດບົດບັນ ທຶກໃນການປັບປຸງ-ຮື້ຖອນຕາມລະບຽບການ ພາຍໃນ 7 ວັນ, ຫາກບໍ່ປະຕິບັດແມ່ນຈະໄດ້ປະຕິບັດມາດຕະການຕາມລະບຽບ ກົດຫມາຍ ພ້ອມທັງຄິດໄລ່ຄ່າເສຍຫາຍໃນການຮື້ຖອນ
6. ສໍາລັບປ້າຍທີ່ຖືກຕ້ອງ ແລະ ໄດ້ຮັບອະນຸຍາດໃນການຕິດຕິດຕັ້ງ ກໍລະນີໝົດກໍານົດເວລາອະນຸຍາດຕ້ອງໄດ້ຍື່ນ ຄໍາຮ້ອງຂໍຕໍ່ໃບອະນຸຍາດໃໝ່ ຖ້າບໍ່ດັ່ງນັ້ນກໍ່ຈະໄດ້ເຮັດບົດບັນທຶກກໍານົດເວລາກູ້ປ້າຍອອກ.
ຮຽບຮຽງຂ່າວ: ພຸດສະດີ | ຂ່າວທ້ອງຖິ່ນ | 2020-09-02T15:49:10+00:00 | https://laopost.com/?p=121151 |
ປ່ຽນຫົນທາງໜ້າບ້ານເປັນງານແຕ່ງດອງສຸດອະລັງການ | ທີມຈັດງານແຕ່ງສຸດຍອດຫຼາຍ ຈັດຫົນທາງໜ້າບ້ານທຳມະດາ ໃຫ້ກາຍເປັນງານແຕ່ງໃນຝັນຂອງເຈົ້າສາວຫຼາຍໆຄົນ.
ຫວ່າງບໍ່ດົນມານີ້ ທີ່ແຂວງອຸດອນ ປະເທດໄທ ໄດ້ມີຜູ້ໃຊ້ເຟສບຸກໂພສຮູບພາບ ທີ່ໄດ້ກາຍເປັນທີ່ໜ້າສົນໃຈຕໍ່ສັງຄົມອອນລາຍ ເຊິ່ງພາບນັ້ນໄດ້ສະແດງໃຫ້ເຫັນເຖິງ ຮູບກ່ອນການຈັດງານແຕ່ງ ແລະ ພາຍຫຼັງການຈັດງານແຕ່ງ ທີ່ສຸດອະລັງການ. | ຂ່າວຕ່າງປະເທດ | 2023-01-13T09:42:46+00:00 | https://laopost.com/?p=140981 |
ສຶກສາເພີ່ມຖ້ຽວບິນໃນຕະຫລາດເສັ້ນທາງໂຮຈີມິນ, ສສຫວຽດນາມ | ເພື່ອສຶກສາເພີ່ມຖ້ຽວບິນໃນຕະຫລາດເສັ້ນທາງໂຮຈີມິນ, ສສຫວຽດນາມ, ທ່ານ ຄໍາຫລ້າ ພົມມະວັນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດການບິນລາວ ພ້ອມດ້ວຍຄະນະ ໄດ້ໄປພົບປະ ແລະ ປະຊຸມຮ່ວມກັບ ຕົວແທນຂາຍປີ້ເຮືອບິນ, ຄູ່ຮ່ວມທຸລະກິດ, ສາຂາການບິນລາວປະຈໍາ ນະຄອນໂຮ່ຈີມິນ, ສສ ຫວຽດນາມ ໃນລະຫວ່າງວັນທີ 27-30 ສິງຫາ 2022.
ໃນວັນທີ 27- 30 ສິງຫາ 2022 ຄະນະໄດ້ປະຊຸມພົບປະກັບຕົວແທນຂາຍປີ້ເຮືອບິນ ບໍລິສັດທ່ອງທ່ຽວຢູ່ນະຄອນໂຮ່ຈິມິນ. ໃນໂອກາດນີ້ທ່ານ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດການບິນລາວ ໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຕະຫລອດມາ ແລະ ໄດ້ຊົມເຊີຍຕໍ່ກັບຜົນສໍາເລັດໃນການເປີດຖ້ຽວບິນຄືນໃໝ່ເສັ້ນທາງ ວຽງຈັນ-ປາກເຊ-ໂຮ່ຈິມິນ-ປາກເຊ-ວຽງຈັນ ໂດຍໄດ້ຮັບການຕອບຮັບຈາກຜູ້ໂດຍສານ, ນັກທ່ອງທ່ຽວ ເປັນຢ່າງດີໃນແຕ່ລະຖ້ຽວບິນ, ຄະນະໄດ້ສືບຕໍ່ພົບປະກັບ ບໍລິສັດ Aerotechnic Indochina Pte Ltd ເພື່ອປຶກສາຫາລືກ່ຽວກັບການສືບຕໍ່ຮ່ວມມືດ້ານວຽກງານວິສາວະກໍາ ແລະ ສ້ອມບໍາລຸງເຮືອບິນ ໃນອະນາຄົດ. ໃນວັນດຽວກັນນັ້ນ ໄດ້ພົບປະກັບ ທ່ານ Frank Kays CEO ບໍລິສັດ Intelisys ໂດຍໄດ້ປຶກສາຫາລືກ່ຽວກັບການສືບຕໍ່ປັບປຸງລະບົບການບໍລິການຜູ້ໂດຍສານຂອງ ການບິນລາວ.
ທ່ານ ຄໍາຫລ້າ ພົມມະວັນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດການບິນລາວພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ປະຊຸມຮ່ວມກັບ ສາຍການບິນ Vietjet Air ໂດຍການຕ້ອນຮັບຂອງທ່ານ Dinh Viet Phuong Managing Director, ເຊິ່ງທັງສອງສາຍການບິນໄດ້ແລກປ່ຽນກ່ຽວກັບການຟື້ນຟູ ການບິນໃນຂົງເຂດໃນສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ແລກປ່ຽນການຮ່ວມມືໃນການສ້ອມບໍາລຸງເຮືອບິນ ແລະ ວຽກງານການຄ້າ-ການຕະຫຼາດ ເພື່ອຂະຫຍາຍເຄືອຄ່າຍການບິນຂອງທັງສອງຝ່າຍໃຫ້ກວ້າງຂຶ້ນ. ໃນໂອກາດນີ້ທັງສອງຝ່າຍຍັງໄດ້ໄປຢ້ຽມຢາມສະຖາບັນຝຶກອົບຮົມວຽກງານການບິນ ເຊິ່ງເປັນສະຖານທີ່ໃນການຝຶກຊ້ອມກໍລະນີສຸກເສີນປະຈໍາປີ ຂອງພະນັກງານຈຸຫ້ອງໂດຍສານ.
ໃນຕອນທ້າຍ ຄະນະຜູ້ບໍລິຫານຂອງສາຍການບິນ Vietjet Air ໄດ້ສະແດງຄວາມຊົມເຊີຍມາຍັງ ທ່ານ ຄໍາຫລ້າ ພົມມະວັນ ພ້ອມດ້ວຍຄະນະ ທີ່ໄດ້ລົງພົບປະຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ທັງສອງສາຍການບິນຢືນຢັນວ່າຈະສືບຕໍ່ປະສານງານ ແລະ ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງສາຍການບິນຢ່າງມີປະສິດທິຜົນ.
ແຫຼ່ງຂ່າວ: ການບິນລາວ | ຂ່າວພາຍໃນ | 2022-09-15T10:06:41+00:00 | https://laopost.com/?p=137652 |
ແຈ້ງການເຫັນດີຫຼຸດລາຄາໄຟຟ້າໄລຍະໂຄວິດ-19 | ອີງຕາມແຈ້ງການຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໄດ້ອອກແຈ້ງການກ່ຽວກັບທິດຊີ້ນຳຕໍ່ການປະຕິບັດນະໂຍບາຍ ຫຼຸດລາຄາໄຟຟ້າໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ 19 ໃນວັນທີ 14 ກໍລະກົດ 2020 ທີ່ຜ່ານມາ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການ ເລື່ອງ ທິດຊີ້ນຳຕໍາການປະຕິບັດນະໂຍບາຍຫຼຸດລາຄາໄຟຟ້າ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍມີເນື້ອໃນດັ່ງນີ້:
1. ເຫັນດີໃຫ້ປະຕິບັດນະໂຍບາຍຫຼຸດລາຄາໄຟຟ້າ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ສຳລັບພາກທີ່ຢູ່ອາໄສ ນັບແຕ່ເດືອນເມສາ ຫາ ເດືອນທັນວາ 2020 ຕາມການສະເໜີຂອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່.
2. ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໄລ່ລຽງຄືນໃຫ້ລະອຽດ ສຳລັບຜູ້ຊົມໃຊ້ທີ່ໄດ້ຈ່າຍເງິນໄປແລ້ວ ໃນເດືອນທີ່ຜ່ານມາ.
3. ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າໂຄງສ້າງລາຄາໄຟຟ້າໄລຍະຍາວ ປັບປຸງໃໝ່ ຢ່າງລະອຽດ ໂດຍມີການປະກອບຄໍາຄິດເຫັນຢ່າງກວ້າງຂວາງ ຈາກຫຼາຍພາກສ່ວນໃນສັງຄົມ ເພື່ອໃຫ້ໄດ້ທາງເລືອກທີ່ເໝາະສົມທີ່ສຸດ ແລະ ສອດຄ່ອງກັບສະພາບເສດຖະກິດສັງຄົມ ໃນແຕ່ລະໄລຍະ ແລ້ວນໍາສະເໜີຕໍ່ລັດຖະບານ ພາຍໃນເດືອນຕຸລາ 2020. | ຂ່າວທ້ອງຖິ່ນ | 2020-07-16T12:28:08+00:00 | https://laopost.com/?p=120397 |
ຮອງຜູ້ຕາງໜ້າອົງການ UNICEF ປະຈໍາ ສປປ ລາວ ຮັບຫຼຽນກາມິດຕະພາບ | ໃນຕອນເຊົ້າຂອງ ວັນທີ 26 ກໍລະກົດ 2022, ທີ່ ກະຊວງການຕ່າງປະເທດ ໄດ້ມີການຈັດພິທີປະດັບຫລຽນກາມິດຕະພາບ ໃຫ້ແກ່ ທ່ານ ນາງ ບີອາເຕ ດັດສ໌ເທວ (Ms. Beate Dastel), ຮອງຜູ້ຕາງໜ້າອົງການ UNICEF ປະຈໍາ ສປປ ລາວ ທີ່ມີຜົນງານອັນພົ້ນເດັ່ນໃນການປະກອບສ່ວນຢ່າງຫຼວງຫຼາຍໃນການຂົນຂວາຍການ ລະດົມທຶນຮອນ ແລະ ຊ່ວຍເຫຼືອເຕັກນິກວິຊາການໃຫ້ແກ່ ສປປ ລາວ ແລະ ໃນໂອກາດທີ່ທ່ານໄດ້ສິ້ນສຸດການປະຕິບັດໜ້າທີ່ ຢູ່ ສປປ ລາວ, ລັດຖະ ບານແຫ່ງ ສປປ ລາວ ຈຶ່ງໄດ້ຕົກລົງເຫັນດີຍ້ອງຍໍ ແລະ ມອບຫຼຽນກາມິດຕະພາບ ໃຫ້ແກ່ຜູ້ກ່ຽວ ຊຶ່ງຕາງໜ້າໃຫ້ລັດຖະບານ ສປປ ລາວ ເພື່ອປະດັບຫຼຽນດັ່ງກ່າວແມ່ນ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດ ຖະມົນຕີກະຊວງການຕ່າງປະເທດ, ໂດຍມີຜູ້ຕາງໜ້າຈາກບັນດາກະຊວງ, ບັນດາກົມທີ່ກ່ຽວຂ້ອງຂອງກະຊວງການຕ່າງປະເທດ, ຂະແໜງການທີ່ກ່ຽວຂ້ອງຂອງ ສປປ ລາວ ແລະ ອົງການຈັດຕັ້ງສາກົນຕ່າງໆເຂົ້າຮ່ວມພິທີຢ່າງພ້ອມພຽງ.
ທ່ານ ນາງ ບີອາເຕ ດັດສ໌ເທວ ໄດ້ຖືກແຕ່ງຕັ້ງ ໃຫ້ມາເປັນ ຮອງຜູ້ຕາງໜ້າອົງການ UNICEF ປະຈຳ ສປປ ລາວ ຕັ້ງ ແຕ່ປີ 2019, ໂດຍຕະຫຼອດໄລຍະຂອງການປະຕິບັດໜ້າທີ່ ທ່ານໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວ ວຽກງານການຊ່ວຍ ເຫຼືອຂອງອົງການ UNICEF ຕໍ່ ສປປ ລາວ, ກໍ່ຄືການຊຸກຍູ້ ແລະ ສະໜັບສະໜູນລັດຖະບານ ສປປ ລາວ ໃນວຽກງານການພັດທະນາເດັກນ້ອຍ, ສົ່ງເສີມໂພຊະນາການເດັກ, ການປັບປຸງການສຶກສາໃນຂັ້ນອະນຸບານ, ການເສີມຂະຫຍາຍ ແລະ ປັບປຸງການໃຫ້ບໍລິການ ເພື່ອປ້ອງກັນການແຜ່ລະບາດຂອງເຊື້ອພະຍາດຕິດແປດຕ່າງໆ, ນໍ້າສະອາດໃນເຂດຊຸມຊົນ ແລະ ສະຖານທີ່ການສຶກສາຕ່າງໆໃນເຂດຫ່າງໄກສອກຫຼີກ, ການຊ່ວຍເຫຼືອສຸກເສີນໃນເວລາເກີດ ແລະ ການຟື້ນຟູພາຍຫຼັງໄພພິບັດ ໂດຍສະເພາະແມ່ນການຊຸກຍູ້ວຽກງານການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ ທີ່ຕິດພັນກັບແມ່ຍິງ ແລະ ເດັກນ້ອຍ, ກະກຽມຄວາມພ້ອມໃນການຮັບມື ເເລະ ຟື້ນຕົວຈາກ ໂຄວິດ-19 ເຊັ່ນ: ສະໜອງອຸປະກອນທາງການແພດ, ໂພຊະນາການ ແລະ ສຸຂາພິບານ ໃຫ້ແກ່ລັດຖະບານລາວ, ຊ່ວຍລະດົມ ແລະ ປະ ສານງານກັບລັດຖະບານ ແລະ ສາກົນ ໃນການຂົນສົ່ງ ແລະ ການມອບຮັບວັກຊີນ ຕ້ານໂຄວິດ 19 ໃຫ້ແກ່ ສປປ ລາວ ໂດຍຜ່ານໂຄງການ COVAX.
ສຳລັບ ອົງການ UNICEF ກຳລັງຈັດຕັ້ງປະຕິບັດແຜນງານການຮ່ວມມືການພັດທະນາຢູ່ ສປປ ລາວ ສຳລັບສົກປີ 2022-2026 ຊຶ່ງໄດ້ສຸມໃສ່ວຽກງານສຸຂະພາບແມ່ ແລະ ເດັກ ແລະ ໂພຊະນາການ, ວຽກງານສຶກສາແຜນງານນໍ້າ ແລະ ສຸຂະອະນາໄມ, ວຽກງານປົກປ້ອງເດັກ, ວຽກງານນະໂຍບາຍ, ວາງແຜນ, ຕິດຕາມ ແລະ ປະເມີນຜົນ, ວຽກງານໂຄສະນາ ແລະ ສື່ສານມວນຊົນ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ.
ນອກນັ້ນ, ທ່ານ ນາງ ບີອາເຕ ຍັງໄດ້ປະກອບສ່ວນເຂົ້າໃນການສະໜັບສະໜູນ ແຜນງານຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ UNICEF ໃນໄລຍະ 2017-2021 ເປັນເງິນຈໍານວນ 68 ລ້ານໂດລາສະຫະລັດ.
ແຫຼ່ງຂ່າວ: lao national radio | ຂ່າວພາຍໃນ | 2022-07-26T16:17:08+00:00 | https://laopost.com/?p=136028 |
ພິທີມອບໃບຢັ້ງຢືນ ໃຫ້ນັກບິນອາຊີບຮຸ່ນທຳອິດ | ເນື່ອງໃນໂອກາດການສະເຫຼີມສະຫຼອງ ວັນສ້າງຕັ້ງລັດວິສາຫະກິດລາວເດີນອາກາດ ຄົບຮອບ 15 ປີ 24 ມັງກອນ 2017 ທີ່ສະໂມສອນກອງພັນໃຫຍ່ 703 ໃນໂອກາດນີ້ ຍັງໄດ້ຈັດພິທີມອບຮັບໃບຢັ້ງຢືນໃຫ້ແກ່ນັກບິນ ຈຳນວນ 6 ຄົນ ຍິງ 1 ຄົນ ທີ່ສຳເລັດການຝຶກອົບຮົມເປັນນັກບິນສົມບູນ ຮຸ່ນທີ 1 ທີ່ສູນຝຶກແອບນັກບິນຂອງສູນຝຶກການບິນພົນລະເຮືອນ ກົມການບິນພົນລະເຮືອນ ສປປ ລາວ.
ໃຫ້ກຽດມອບໃບຢັ້ງຢືນໃຫ້ແກ່ນັກບິນຮຸ່ນທີ 1 ໂດຍທ່ານ ວັນເພັງ ຈັນທະພອນ ຫົວໜ້າກົມການບິນພົນລະເຮືອນ ແລະ ທ່ານ Gerald Bourgeois ຮອງປະທານອົງການ PACTEC ສາກົນ ຈາກປະເທດສະວິດ ເຊິ່ງໂຄງການຝຶກອົບຮົມນັກຮຽນບິນ ຮຸ່ນທີ 1 ເລີ່ມແຕ່ເດືອນພະຈິກ ປີ 2013 ພາຍຫຼັງຜ່ານການຮຽນຈົບຫຼັກສູດກຽມຄວາມຮູ້ພື້ນຖານການບິນໄລຍະ 1 ປີ ບັນດາອາຈານສອນໄດ້ຄັດເລືອກເອົາສິດການບິນ ຜູ້ເຊິ່ງມີເງື່ອນໄຂເຂົ້າຮຽນນັກບິນຕາມມາດຕະຖານຂອງສາກົນ ມີຈຳນວນ 6 ຄົນ ຍິງ 1 ຄົນ ການຮຽນນັກບິນໄລຍະ 2 ປີ ຮຽນພາກທິດສະດີ ແລະ ພາກປະຕິບັດການບິນຕົວຈິງ ແລະ ມີການສອບເສັງຜ່ານໄດ້ຖືກຕ້ອງຕາມລະບຽບຂໍ້ກຳນົດຂອງກົມການບິນພົນລະເຮືອນ ນັກບິນທັງ 6 ຄົນ ໄດ້ຮັບໃບປະຕິບັດໜ້າທີ່ຈາກກົມການບິນພົນລະເຮືອນ PPL – CPL (Multi-Engine Rating License – IFR License).
ປັດຈຸບັນນີ້ ສູນຝຶກແອບນັກບິນ ກໍ່ໄດ້ຝຶກອົບຮົມໃຫ້ໄວໝຸ່ມທັງຍິງ-ຊາຍ ຈຳນວນ 4 ຄົນ ເພື່ອທີ່ຈະກ້າວສູ່ການເປັນນັກບິນຂອງລັດວິສາຫະກິດລາວເດີນອາກາດ ພ້ອມດຽວກັນນີ້ ທາງລັດວິສາຫະກິດລາວເດີນອາກາດເອງ ກໍ່ກຽມຄັດເລືອກເອົານັກຮຽນເຂົ້າຝຶກອົບຮົມອີກ ຈຳນວນ 4 ຄົນ ເພື່ອເຂົ້າຝຶກອົບຮົມຫຼັກສູດນັກບິນອາຊີບ ເຊິ່ງການສືບຕໍ່ກໍ່ສ້າງບຸກຄະລາກອນໃນການກ້າວເຂົ້າສູ່ຂົງເຂດການບິນອາຊຽນ.
ນັບວ່າເປັນຜົນສຳເລັດທີ່ສຳຄັນ ໃນການຮ່ວມມືລະຫວ່າງກົມການບິນພົນລະເຮືອນ ສູນຝຶກການບິນ ອົງການ PACTEC ໃນການພັດທະນາບຸກຄະລາກອນໃຫ້ແກ່ລັດວິສາຫະກິດລາວເດີນອາກາດ ໂດຍສະເພາະ ນັກບິນອາຊີບ ແລະ ຍັງສະແດງເຖິງການເຕີບໂຕທີ່ສຳຄັນຂອງສະມາຄົມການບິນໃນ ສປປ ລາວ ອົງການສາກົນ PACTEC ແມ່ນອົງການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານ ເຊິ່ງໄດ້ຮັບການຈົດທະບຽນທີ່ປະເທດສະວິດ ແລະ ໄດ້ເຮັດວຽກຮ່ວມກັບກົມການບິນພົນລະເຮືອນຕັ້ງແຕ່ປີ 2004.
ຂ່າວ: ໜັງສືພິມ ວຽງຈັນໃໝ່ | ຂ່າວເຫດການ | 2017-02-01T10:57:50+00:00 | https://laopost.com/?p=84089 |
ອັງກິດຊະນະ 8 ນັດລຽນຕິດໃນບານເຕະ ຢູໂຣ ຮອບຄັດເລືອກ | ແຮຣີ່ ເຄນ ຍິງກ່ອນ ແລະ ເວນຣູນີ່ ຍິງຈຸດໂທດອັດທ້າຍຍັງເປັນປະຕູທຳລາຍສະຖິຕິຂອງ ເຊີ ບ໊ອບບີ້ ຊາຕັນ ຂອງອັງກິດ ເປີດບ້ານພົບສະວິດເຊີແລນ ໄປໄດ້ 2-0 ປະຕູ
ໃນນາທີທີ່ 67 ອັງກິດໄດ້ປະຕູຂື້ນນຳຈາກ ລຸກ ຊໍ ເປີດບານຈາກດ້ານຊ້າຍມາເຖິງ ແຮຣີ່ ເຄນ ທີ່ດ້ານຂວາຍິງດ້ວຍຊ້າຍເຂົ້າປະຕູໄປ 1-0ປະຕູ
ນາທີທີ່ 84 ເຈົ້າບ້ານມາໄດ້ຈຸດໂທດເພີ່ມເມື່ອ ຣາຮີມ ສະເຕີລິງ ຖືກ ກຣານິດ ຊາກາ ຂັດຂາລົ້ມລົງໃນເຂດໂທດກ່ອນທີ່ ເວນ ຣູນີ່ ຈະສັງຫານເຂົ້າໄປເປປັນ 2-0ປະຕູ
ຈົບເກມ 90 ນາທີ ອັງກິດເອົາຊະນະສະວິດເຊີແລນໄປໄດ້ 2-0 ປະຕູເກັບໄຊຊະນະໄດ້ 8 ນັດຕິດຕໍ່ກັນໃນບານເຕະຢູໂຣ 2016 ຮອບຄັດເລືອກກຸ່ມ E | ຂ່າວພາຍໃນ | 2015-09-09T22:46:35+00:00 | https://laopost.com/?p=34572 |
ຢຸດການຄ້າ-ຂາຍຖາວອນຢູ່ຕະຫລາດທາດຫລວງ | ຂປລ. ເວລາ 12:30 ໂມງຂອງວັນທີ 25 ສິງຫາ 2016 ນີ້, ເຈົ້າໜ້າທີ່ເມືອງໄຊເຊດຖາສັ່ງຢຸດການເຄື່ອນໄຫວກິດຈະກໍາການຄ້າຂາຍຢູ່ຕະຫລາດທາດຫລວງ (ຕະຫລາດຊົ່ວຄາວ) ຢ່າງຖາວອນ ພາຍຫລັງມີສໍາສັ່ງສະບັບສຸດທ້າຍທີ່ໄດ້ແຈ້ງໃຫ້ຊາວຄ້າຂາຍຮັບຊາບແຕ່ວັນທີ 23 ສິງຫາ 2016 ຜ່ານມາ ແລະ ອາຍຸສໍາປະທານຕະຫລາດກໍໄດ້ສິ້ນສຸດລົງຢ່າງເປັນທາງການ.
ຕະຫລາດທາດຫລວງແຫ່ງດັ່ງກ່າວແມ່ນຕະຫລາດຊົ່ວຄາວທີ່ທາງອໍານາດການປົກຄອງເມືອງໄຊເຊດຖາໃຫ້ຍົກຍ້າຍມາຂາຍໄລຍະສັ້ນໆ ປັດຈຸບັນນີ້ຕ້ອງໄດ້ປັບປຸງ ແລະ ຈັດສັນເພື່ອໃຫ້ເຂົ້າສູ່ລະບຽບຢ່າງລະອຽດ. ສ່ວນພໍ່ຄ້າ-ແມ່ຄ້າຊາວຂາຍຈຳນວນ 300 ກວ່າຮ້ານຈະຕ້ອງຍົກຍ້າຍອອກໃຫ້ສຳເລັດພາຍໃນໜຶ່ງອາທິດຕໍ່ຈາກນີ້ໄປ. ສະນັ້ນ, ຈຶ່ງແຈ້ງມາຍັງພໍ່ແມ່ພີ່ນ້ອງຊາວນະຄອນຫລວງວຽງຈັນຊາບກັນທົ່ວເຖິງ ເພື່ອຊອກຫາທາງເລືອກອື່ນໃນການຈັບຈ່າຍ ໃຊ້ສອຍ ແລະ ຊື້ສິນຄ້າຕ່າງໆ ແລະ ເພື່ອບໍ່ໃຫ້ເສຍເວລາໃນການເດີນທາງ
ທີ່ມາ: ຂ່າວສານປະເທດລາວ | ຂ່າວຕ່າງປະເທດ | 2016-08-25T16:29:42+00:00 | https://laopost.com/?p=70178 |
ລາຍງານການແຜ່ລະບາດຂອງ ໂຄວິດ-19 ວັນທີ 20 ມັງກອນ 2022 | ວັນທີ 20 ມັງກອນ 2022 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ໄດ້ລາຍງານກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19 ດັ່ງນີ້:
ສະພາບການລະບາດພະຍາດໂຄວິດ-19 ໃນທົ່ວໂລກເພີ່ມຂື້ນຫຼາຍ ໂດຍສະເພາະມື້ນີ້ໂຕເລກລາຍງານຜູ້ຕິດເຊື້ອໃໝ່ສູງກ່ວາໝູ່ທີ່ເຄີຍລາຍງານຜ່ານມາມີຄົນຕິດເຊື້ອໃນມື້ດຽວສູງກ່ວາ 4 ລ້ານ ຄົນ ແລະ ເສຍຊີວິດໃໝ່ຫຼາຍກ່ວາ 9 ພັນຄົນ ສາເຫດທີ່ຄົນຕິດເຊື້ອສູງ ຂື້ນເນື່ອງຈາກການລະບາດຂອງສາຍພັນໂອໄມຄຣອນທີ່ມີການຕິດເຊື້ອ ແລະ ແຜ່ເຊື້ອໄດ້ຢ່າງໄວວາ, ປະຈຸບັນມີລາຍງານການລະບາດສາຍພັນດັ່ງກ່າວໃນຫຼາຍ ຂົງເຂດເອີຣົບ, ອາຟຣິກກາ ແລະ ອາເມລິກາ, ລວມທັງປະເທດອ້ອມຂ້າງ ສປປ ລາວ.
ສຳລັບ ສປປ ລາວ ກໍ່ຍັງມີລາຍງານເພີ່ມຂື້ນໃນແຕ່ລະວັນ ສະເພາະວັນທີ່ 1-19 ມັງກອນ ປີ 2022 ມີຜູ້ຕິດເຊື້ອທັງໝົດ 15.264 ກໍລະນີ, ໃນນີ້ຕິດເຊື້ອພາຍໃນ 15.204 ກໍລະນີ, ສະເລ່ຍຄົນເຈັບຕິດເຊື້ອ ແມ່ນຫຼາຍກວ່າ 800 ກໍລະນີ ຕໍ່ວັນ, ໃນນີ້ ການຕິດເຊື້ອຢູ່ນະຄອນຫຼວງວຽງຈັນ ກວມເອົາປະມານ 30% ຖັດລົງມາແມ່ນບັນດາແຂວງພາກກາງ ແລະ ພາກເໜືອ. ການຕິດເຊື້ອ ສ່ວນຫຼາຍຍັງພົບເຫັນກຸ່ມຄົນໃນຄອບຄົວ, ສຳນັກງານອົງການ, ຄ້າຍຄຸມຂັງ, ສະຖາບັນການສຶກສາ, ທະນາຄານ ແລະ ອື່ນໆ…. ຕໍ່ກັບສະພາບການລະບາດດັ່ງກ່າວຍັງບໍ່ມີທ່າອຽງຈະຢຸດຕິລົງ ທັງນີ້ກໍ່ເນື່ອງຈາກການຕິດເຊື້ອພາຍໃນຊຸມຊົນເປັນວົງກ້ວາງ ເກືອບທຸກໆແຂວງ ເຊິ່ງສ່ວນໃຫຍ່ຕິດພັນກັບການເຄື່ອນໄຫວ ແລະ ການດຳລົງຊີວິດປະຈຳວັນ ຂອງບຸກຄົນ, ຂອງສັງຄົມ ທີ່ບໍ່ປະຕິບັດມາດຕະການປ້ອງກັນຕົນເອງ ຢ່າງເຂັ້ມງວດ.
ບັນດາທ່ານທີ່ນັບຖື, ສະພາບການລະບາດພະຍາດໂຄວິດ-19 ໄດ້ແກ່ຍາວເປັນເວລາຫຼາຍກ່ວາ 2 ປີ ເຮັດໃຫ້ບາງຄົນລະເຫຼີງຕໍ່ການປະຕິບັດມາດຕະການປ້ອງກັນຕົນເອງ ຈີ່ງເຮັດໃຫ້ມີການຕິດເຊື້ອມາສູ່ຄົນໃນຄອບຄົວ ແລະ ຜູ້ສູງອາຍຸ ຫຼື ຜູ້ມີພະຍາດປະຈຳຕົວເຮັດໃຫ້ຄົນເຈັບມີອາການໜັກ ແລະ ອາດຈະກ້າວເຖິງຂັ້ນເສຍຊີວິດໄດ້, ສະນັ້ນ ຂ້າພະເຈົ້າຂໍຮຽກຮ້ອງໃຫ້ບັນດາທ່ານ ບຸກຄົນ, ນິຕິບຸກຄົນໃນສັງຄົມ ຈົ່ງຮຽນຮູ້ພະຍາດໂຄວິດ-19 ແລະ ຢູ່ຮ່ວມກັນກັບພະຍາດດັ່ງກ່າວໄດ້ຢ່າງປອດໄພ, ໂດຍການດຳລົງຊີວິດປົກກະຕິແບບໃໝ່ ດ້ວຍຄວາມຄວາມຮັບຜິດຊອບຕົນເອງ ຄຽງຄູ່ກັບການປະຕິບັດບັນດາມາດຕະການທີ່ຄະນະສະເພາະກິດ ວາງອອກໃນແຕ່ລະໄລຍະ ຢ່າງເຄັ່ງຄັດ ເພື່ອປ້ອງກັນຕົນເອງ, ຄອບຄົວ ແລະ ຊຸມຊົນ ໂດຍສະເພາະ ໃຫ້ລະມັດລະວັງ ແລະ ເຂັ້ມງວດ ກ່ຽວກັບການຈັດງານບຸນປະເພນີຕ່າງໆ ແລະ ງານສັງສັນຊຸມແຊວ ແລະ ວິທີການປ້ອງກັນທີ່ ໄດ້ປະສິດທິພາບ ປະສິດທິຜົນກໍ່ຄື ການສັກວັກຊີນໃຫ້ຄົບໂດສ, ການຮັກສາໄລຍະຫ່າງ, ການໃສ່ຜ້າປິດປາກ-ດັງ, ໝັ່ນລ້າງມືໃສ່ສະບູ ຫຼື ເຈວທີ່ມີທາດເຫຼົ້າ
ກ່ອນຈະຈົບຖະແຫຼງຂ່າວໃນມື້ນີ້ ຂ້າພະເຈົ້າກໍ່ຂໍໃຫ່ບັນດາທ່ານຈົ່ງພ້ອມກັນໄປສັກຢາວັກຊີນຕາມຈຸດບໍລິການຕ່າງໆທີ່ກຳນົດໄວ້ ໂດຍສະເພາະການສັກວັກຊີນເຂັມກະຕຸ້ນໃຫ້ທົ່ວເຖີງເພື່ອໃຫ້ມີພູມຄຸ້ມກັນໝູ່, ຮອດປະຈຸບັນ ສປປລາວ ສັກວັກຊີນ
– ເຂັມທີ 1 ໄດ້ 4,665,201 (ອັດຕາປົກຄຸມ 63.58%) ແລະ ທຸກເຂັມທີ່ແນະນໍາ 3,890,379 (ອັດຕາປົກຄຸມ 53.02%). | ຂ່າວພາຍໃນ | 2022-01-20T11:07:58+00:00 | https://laopost.com/?p=131334 |
ຜູ້ນຳຫວຽດນາມ ແລະ ກຳປູເຈຍ ໃຫ້ຄຳໝັ້ນກະຕຸ້ນການຄ້າສອງປະເທດ ບັນລຸຫລັກ 5 ຕື້ໂດລາ ໃນປີໜ້າ | ຜູ້ນຳກຳປູເຈຍ ແລະ ຫວຽດນາມ ເສີມຂະຫຍາຍຄວາມສຳພັນ ແລະ ການຮ່ວມມືຂອງສອງປະເທດ ລະຫວ່າງການພົບ
ປະກັນຂອງປະທານປະເທດຫວຽດນາມ ແລະ ນາຍົກກຳປູເຈຍ ວານນີ້ (23 ທັນວາ).
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 24 ທັນວານີ້ວ່າ ທ່ານປະທານປະເທດ ເຈືອງ ເຕິນ ຊາງ ແຫ່ງຫວຽດນາມ ໄດ້
ເຂົ້າພົບຫາລືກັບ ນາຍົກລັດຖະມົນຕີ ຮຸນແຊນ ແຫ່ງຣາຊະອານາຈັກກຳປູເຈຍ ທີ່ນະຄອນຫລວງພະນົມເປັນ ໃນວັນທີ
23 ທັນວາຜ່ານມານີ້ ໂດຍທັງສອງຝ່າຍໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະກະຕຸ້ນການຄ້າລະຫວ່າງປະເທດໃຫ້ມີມູນຄ່າສູງເຖິງ
5 ຕື້ໂດລາ ໃນປີ 2015ລະ ຜູ້ນຳຂອງທັງສອງປະເທດ ເຫັນດີທີ່ຈະສົ່ງເສີມການທ່ອງທ່ຽວເພີ່ມຂຶ້ນ.
ທັງນີ້ ປະທານປະເທດ ເຈືອງ ເຕິນ ຊາງ ຂອງຫວຽດນາມ ມີກຳນົດເດີນທາງຢ້ຽມຢາມປະເທດກຳປູເຈຍ ຕັ້ງແຕ່ວັນອັງ
ຄານທີ 23 ທັນວານີ້ ແລະ ຈະຢູ່ຢ້ຽມຢາມເປັນເວລາ 2 ມື້ ຕາມຄຳເຊີນຂອງສົມເດັດເຈົ້າມະຫາຊີວິດ ນະໂຣດົມ ສີຫະມຸນີ
ແຫ່ງຣາຊະອານາຈັກກຳປູເຈຍ. | ຂ່າວຕ່າງປະເທດ | 2014-12-24T18:49:25+00:00 | https://laopost.com/?p=16219 |
ເປີດຖ້ຽວບິນໃໝ່ຂອງສາຍການບິນ Silk Air ສິງກະໂປ (Singapore Airlines) ສູ່ ສປປ ລາວ | ສາຍການບິນ Silk Air ສິງກະໂປ (Singapore Airlines) ໄດ້ຈັດພິທີເປີດຖ້ຽວບິນ ຮອບປະຖົມມະເລີກ ຈາກປະເທດສິງກະໂປ ສູ່ ນະຄອນຫຼວງວຽງຈັນ ສປປ ລາວ ຢ່າງເປັນທາງການ ໃນຕອນບ່າຍຂອງວັນທີ 31 ຕຸລາ 2016 ທີ່ສະໜາມສາກົນບິນວັດໄຕ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ລັດຕະນະມະນີ ຄູນນິວົງ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ຟູ ຈ້າຍຫວູ ຜູ້ບໍລິຫານໃຫຍ່ຂອງ Silk Air ແລະ ບັນດາສື່ມວນຊົນເຂົ້າຮ່ວມ.
ຖ້ຽວບິນ Silk Air ຈາກສິງກະໂປ ສູ່ນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ ຈະມີ 3 ຖ້ຽວຕໍ່ອາທິດຄື: ວັນຈັນ, ວັນພະຫັດ ແລະ ວັນເສົາ ສຳລັບຍົນແມ່ນນໍາໃຊ້ຍົນ ແອບັສ Air bus A320 ມີບ່ອນນັ່ງຜູ້ໂດຍສານຊັ້ນປະຢັດ ແລະ ຜູ້ໂດຍສານຊັ້ນທຸລະກິດ.
ສ່ວນຖ້ຽວບິນໃນຮອບປະຖົມມະເລີກ ໄດ້ອອກຈາກສະໜາມບິນ ແຊງງີ ສິງກະໂປ ແຕ່ເວລາ 13:20 ໂມງ ສູ່ ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເວລາ 15:15 ໂມງ. ຫຼັງຈາກນັ້ນໄດ້ເດີນທາງບິນຕໍ່ໄປ ແຂວງຫຼວງພະບາງ ແລະ ຈະກັບຄືນທີ່ ສິງກະໂປ ເວລາ 22:05.
ສຳລັບການຈອງຖ້ຽວບິນ ແມ່ນສາມາດຈອງຜ່ານເວັບໄຊ Silk Air.com, ເຟສບຸກ Silk Air ຫຼື ໂທຈອງຢູ່ສູນບໍລິການ ແລະ ຈອງທາງຕົວແທນຈໍາໜ່າຍ ຫຼື ອີເມວ Silk [email protected]
ຂ່າວຈາກ: https://targetlaos.com
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ! | ຂ່າວພາຍໃນ | 2016-11-01T13:15:16+00:00 | https://laopost.com/?p=74666 |
ກົດຫມາຍສື່ມວນຊົນ | ກົດໝາຍສື່ມວນຊົນສະບັບປັບປຸງປີ 2016 ຫາກໍໄດ້ການຮັບຮອງຈາກກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ VIII ແບບຍັງສົດໆຮ້ອນໆ. ກົດໝາຍສະບັບນີ້ ນອກຈາກໄດ້ກຳນົດແຈ້ງຂຶ້ນຕື່ມໃນດ້ານພາລະບົດບາດ ກໍຄືນະໂຍບາຍຂອງລັດຕໍ່ວຽກງານສື່ມວນຊົນແລ້ວ, ອີກຈຸດໜຶ່ງທີ່ໜ້າສົນໃຈກໍແມ່ນຂໍ້ຫ້າມ ເຊິ່ງກຳນົດໄວ້ໃນພາກທີ V ມາດຕາ 66, 67 ແລະ 68 ເຫັນວ່າຮັດກຸມສົມຄວນເຊັ່ນ: ຫ້າມອົງການສື່ມວນຊົນມີພຶດຕິກຳຍຸຍົງສົ່ງເສີມການກະທຳທີ່ເປັນການສ້າງຄວາມເສື່ອມເສຍໃຫ້ແກ່ຜົນປະໂຫຍດຂອງຊາດ ແລະ ປະຊາຊົນ, ຫ້າມເປີດເຜີຍຄວາມລັບຂອງຊາດ, ຄວາມລັບທາງລັດຖະການ, ການຈັດຕັ້ງ ແລະ ບຸກຄົນ, ແບ່ງແຍກຄວາມສາມັກຄີ, ສ້າງຄວາມອາຄາດບາດໝາງລະຫວ່າງປະຊາຊົນບັນດາເຜົ່າ, ສາສະໜາ ແລະ ຄວາມສາມັກຄີລະຫວ່າງຊາດ, ຫ້າມສົ່ງເສີມການໃຊ້ຄວາມຮຸນແຮງ ແລະ ການໂຄສະນາຮັບໃຊ້ສົງຄາມຮຸກຮານທຸກປະເພດ, ຫ້າມອອກຂ່າວບິດເບືອນຄວາມຈິງ, ແຕະຕ້ອງເຖິງກຽດສັກສີຂອງການຈັດຕັ້ງ ແລະ ບຸກຄົນ, ຫ້າມໂຄສະນາຍຸຍົງສົ່ງເສີມການກໍ່ອາດຊະຍາກຳ ແລະ ອະບາຍຍະມຸກເຊັ່ນ: ການເສບສິ່ງເສບຕິດ, ການພະນັນ, ທຳສິ່ງລາມົກອານາຈານ, ແບບແຜນດຳລົງຊີວິດເປື່ອຍເຍື່ອຍຫລ້າຫລັງ, ຫ້າມໂຄສະນາເຜີຍແຜ່ສິ່ງມືນເມົາ, ການເຊື່ອຖືງົມງວາຍ, ການກະທຳທີ່ຂັດກັບຮີດຄອງປະເພນີວັດທະນະທຳອັນດີງາມຂອງຊາດ ແລະ ສິ່ງຫຍໍ້ທໍ້ອື່ນໆ, ຫ້າມເຜີຍແຜ່ຂ່າວ, ບົດ ແລະ ລາຍການທີ່ມີຄຳສັ່ງຫ້າມ ຫລື ຖືກຢຶດໄວ້ແລ້ວ, ຜະລິດຕະພັນສື່ມວນຊົນທຸກປະເພດທີ່ຖືກອົງການຄຸ້ມຄອງສື່ມວນຊົນຢຶດແມ່ນຫ້າມເຜີຍແຜ່, ຫ້າມຂົ່ມຂູ່, ລ່ວງລະເມີດກຽດສັກສີຂອງບັນນາທິການ, ນັກຂ່າວ, ບຸກຄະລາກອນສື່ມວນຊົນ, ທຳລາຍອຸປະກອນສື່ມວນຊົນ ຫລື ຂັດຂວາງການປະຕິບັດວຽກງານວິຊາສະເພາະຂອງນັກຂ່າວຕາມກົດໝາຍ ແລະ ຫ້າມມີພຶດຕິກຳອື່ນໆທີ່ເປັນການລະເມີດລະບຽບກົດໝາຍ.
ສຳລັບບຸກຄະລາກອນສື່ມວນຊົນແມ່ນຫ້າມມີພຶດຕິກຳດັ່ງນີ້: ສວຍໃຊ້ຕຳແໜ່ງ, ໜ້າທີ່, ສິດອຳນາດ ເພື່ອຫາຜົນປະໂຫຍດສ່ວນຕົວ, ຄອບຄົວ ແລະ ຍາດພີ່ນ້ອງ, ປະຕິບັດສິດໜ້າທີ່ສື່ມວນຊົນເກີນຂອບເຂດຂອງຂໍ້ຕົກລົງ ຫລື ລະເມີດລະບຽບກົດໝາຍ ແລະ ລະບຽບການຂອງສື່ມວນຊົນ, ຫ້າມສ້າງຂໍ້ມູນຂ່າວສານທຸກປະເພດທີ່ຂັດກັບຈັນຍາບັນຂອງນັກຂ່າວລາວ, ຫ້າມໃຊ້ພາສາຊອດກະຈາ ແລະ ຄຳຫຍາບຄາຍ, ນຸ່ງຖື ແລະ ແຕ່ງກາຍສຸພາບໃນເວລາອອກອາກາດທາງໂທລະພາບ ແລະ ສຳລັບການຈັດຕັ້ງ ແລະ ບຸກຄົນອື່ນແມ່ນຫ້າມມີພຶດຕິກຳດັ່ງນີ້: ຂັດຂວາງການເຄື່ອນໄຫວຂອງນັກຂ່າວ ແລະ ແຊກແຊງເນື້ອໃນຂອງຂ່າວ, ບົດ ແລະ ລາຍການທີ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ຂັດຂວາງການຜະລິດ ແລະ ການເຜີຍແຜ່ຜະລິດຕະພັນສື່ມວນຊົນທຸກປະເພດທີ່ຖືກຕ້ອງຕາມລະບຽບກົດໝາຍ, ຜະລິດ, ນຳເຂົ້າ ແລະ ເຜີຍແຜ່ຜະລິດຕະພັນສື່ມວນຊົນໂດຍບໍ່ໄດ້ຮັບອະນຸຍາດ, ໃຫ້ສິນບົນແກ່ນັກຂ່າວ ຫລື ອົງການສື່ມວນຊົນ ເພື່ອອອກຂ່າວ, ບົດຕາມໃຈຂອງຕົນ, ຫ້າມໃຊ້ຄວາມຮຸນແຮງ, ບັງຄັບ, ໃສ່ຮ້າຍປ້າຍສີ, ໝິ່ນປະໝາດ, ຮ້າຍດ່າ, ໃຊ້ຄວາມຫຍາບຊ້າ, ນາບຂູ່ ຫລື ທຳຮ້າຍບຸກຄະລາກອນສື່ມວນຊົນ, ຜູ້ໃຫ້ຂໍ້ມູນ ຫລື ບຸກຄົນທີ່ກ່ຽວຂ້ອງກັບການໃຫ້ຂ່າວ ແລະ ພຶດຕິກຳອື່ນໆທີ່ເປັນການລະເມີດລະບຽບກົດໝາຍ.
ຈ່າກສໍານັກຂ່າວເອບີຊີລາວ | ຂ່າວເຫດການ | 2016-11-11T19:20:59+00:00 | https://laopost.com/?p=76211 |
ໂປຣແກຣມ ຂອງກູໂກລ ເອົາຊະນະ ແຊມປ້ຽນໂລກ ໃນການຫຼິ້ນເກມ Go ທີ່ນະຄອນຫຼວງໂຊລ | ຜູ້ຄອງຕຳແໜ່ງແຊ້ມປ້ຽນໂລກ ນັກຫລິ້ນເກມກະດານ ທີ່ມີຊື່ວ່າ Go ໄດ້ຂໍໂທດຫຼັງຈາກທີ່ໄດ້ເສຍໄຊ ສາມຄັ້ງລຽນຕິດ ແລະ ລາງວັນ 1 ລ້ານໂດລາ ໃນການຫລິ້ນແຂ່ງກັບ AlphaGo ເຊິ່ງເປັນຄອມພິວເຕີ ໂປຣແກຣມ ຂອງບໍລິສັດ Google ເມື່ອວັນເສົາທີ່ຜ່ານມາຢູ່ທີ່ນະຄອນຫຼວງໂຊລ ຂອງເກົາຫຼີໃຕ້.
http://www.laopost.com/wp-content/uploads/2016/03/2d3ea969-5c52-4ac8-80c8-c953b71ade59_mobile.mp4
ທ່ານ Lee Sedol ຜູ້ທີ່ເສຍໄຊໃນຄັ້ງນີ້ໄດ້ບອກກັບບັນດານັກຂ່າວວ່າ “ຂ້າພະເຈົ້າບໍ່ຮູ້ວ່າ ຈະເວົ້າຈັ່ງໃດ ແຕ່ຂ້າພະເຈົ້າ ຄິດວ່າກ່ອນອື່ນ ຂ້າພະເຈົ້າຕ້ອງຂໍໂທດ” ຫຼັງຈາກທີ່ລາວໄດ້ຫລິ້ນເສຍ 3 ໃນ ຈຳນວນ 5 ເກມ ໃນການແຂ່ງຂັນນັ້ນ. ເຖິງແມ່ນວ່າ ຈະໄດ້ເສຍໄຊໄປແລ້ວໃນຫຼາຍຮອບກໍຕາມ ແຕ່ ທ່ານ Lee ແມ່ນຍັງມີກຳນົດວ່າ ຈະຫຼິ້ນອີກສອງເກມການແຂ່ງຂັນທີ່ຍັງເຫຼືອສູ້ກັບ ຄວາມສະຫຼຽວສະຫຼາດ ຂອງຄອມພິວເຕີໂປຣແກຣມ ແລະ ຊອບແວຣ “ທີ່ສາມາດຮູ້ໂດຍສັນຊາດຕະຍານ” ຫຼື AI ທີ່ຫຍໍ້ມາຈາກຄຳວ່າ artificial intelligence ໃນວັນອາທິດວານນີ້ ແລະ ໃນວັນອັງຄານທີ່ຈະມາຮອດນີ້.
ທ່ານ Lee ອາຍຸ 33 ປີ ເປັນ ນັກຫຼິ້ນເກມກະດານ ເກົ່າແກ່ຂອງຈີນ ຜູ້ຫນຶ່ງທີ່ເກັ່ງກ້າທີ່ສຸດ ໃນຍຸກສະໄໝໃໝ່ ໄດ້ເວົ້າອີກວ່າ “ຂ້າພະເຈົ້າເສຍໃຈຫຼາຍ ສຳລັບການສະແດງອອກທີ່ບໍ່ມີອຳນາດເລີຍ. ຂ້າພະເຈົ້າຂໍໂທດ ທີ່ບໍ່ສາມາດ ຕອບສະໜອງຄວາມຄາດຫວັງຂອງຜູ້ຄົນທັງຫຼາຍໄດ້. ຂ້າພະເຈົ້າຮູ້ສຶກແບບວ່າ ບໍ່ມີພະລັງຫຍັງເລີຍ.”
ທ່ານ Lee ຜູ້ທີ່ໄດ້ຮັບໄຊຊະນະ ການແຂ່ງຂັນ Go ທົ່ວໂລກ 18 ຕຳແໜ່ງມາແລ້ວ ໄດ້ຍອມຮັບວ່າ ທ່ານໄດ້ “ຕັດສິນຜິດພາດ” ຕໍ່ຄວາມອາດສາມາດຂອງຄອມພິວເຕີໂປຣແກຣມ ແລະ ເວົ້າຕໍ່ໄປວ່າ “ຂ້າພະເຈົ້າມີປະສົບການຢ່າງຫຼວງຫຼາຍ ໃນການຫຼິ້ນເກມ Go ນັ້ນແຕ່ບໍ່ເຄີຍມີກໍລະນີ ທີ່ຂ້າພະເຈົ້າໄດ້ຕົກຢູ່ພາຍໃຕ້ຄວາມກົດດັນຫຼາຍຈັ່ງຊີ້ ຢູ່ບ່ອນໃດເລີຍ ແລະ ຂ້າພະເຈົ້າບໍ່ມີຄວາມສາມາດ ເອົາຊະນະມັນໄດ້.”
ນັກຫຼິ້ນເກມ Go ມືອາຊີບ ອັນດັບສູງ ຫຼາຍຄົນ ໄດ້ໃຫ້ຄຳເຫັນວ່າ AlphaGo ໄດ້ສະແດງອອກເຖິງການບໍ່ໄປຕາມກົດເກນ ການເຄື່ອນຍ້າຍ ທີ່ໃນເບື້ອງຕົ້ນ ເຮັດໃຫ້ຜູ້ຄົນຮູ້ສຶກງົງແຕ່ມັນກໍເຫັນວ່າມີເຫດຜົນ ຫລັງຈາກທີ່ໄດ້ວິເຄາະເບິ່ງແລ້ວ.
ແຫລ່ງຂ່າວຈາກ: ສຳນັກຂ່າວ ວິໂອເອລາວ. | ຂ່າວຕ່າງປະເທດ | 2016-03-14T07:56:53+00:00 | https://laopost.com/?p=50220 |
ຈີນຈັດກອງປະຊຸມຄວາມຮ່ວມມືປະເທດລຸ່ມແມ່ນໍ້າຂອງ | ຈີນ ເປັນເຈົ້າພາບຈັດກອງປະຊຸມຄວາມຮ່ວມມືປະເທດລຸ່ມແມ່ນ້ຳຂອງ ແລະ ແມ່ນ້ຳລ້ານຊ້າງ ຫຼື ແອລເອັມຊີ ຢູ່ມົນທົນໄຫໜານທາງພາກໃຕ້ຂອງຈີນ ໂດຍທ່ານ ຫຼີ ເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ພົບປະຫາລືກັບຜູ້ນຳປະເທດລຸ່ມແມ່ນ້ຳຂອງ 5 ປະເທດໄດ້ແກ່ ສປປ ລາວ, ສສ ຫວຽດນາມ, ກຳປູເຈຍ, ມຽນມາ ແລະ ໄທ ໃນຫຼາຍປະເດັນທັງຄວາມຮ່ວມມືດ້ານເສດຖະກິດແລະເພີ່ມລະວີຄວາມຮ່ວມມືດ້ານຄວາມໝັ້ນຄົງໃນພາກພື້ນ.
ການພົບປະຫາລືທະວີພາຄີມີຂຶ້ນ ຫຼັງກອງປະຊຸມຫາລືກັນແບບກຸ່ມເພື່ອຄວາມຮ່ວມມືກັນຫຼາຍດ້ານ ຕັ້ງແຕ່ການຈັດການຊັບພະຍາກອນນ້ຳຂອງ, ການຮ່ວມແກ້ໄຂບັນຫາຄວາມທຸກຍາກ, ສາທາລະນະສຸກ, ລະບົບສາທາລະນູປະໂພກພື້ນຖານ, ການແລກປ່ຽນຄວາມຄິດເຫັນສ່ວນຕົວ ລວມທັງຄວາມຮ່ວມມືກັນດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຕະຫຼອດຮອດຄວາມໝັ້ນຄົງໃນພາກພື້ນ ຂະນະທີ່ປະເດັນສຳຄັນຄືເລື່ອງແຜນການສ້າງເຂື່ອນເທິງແມ່ນ້ຳຂອງຂອງຈີນທີ່ກໍ່ໃຫ້ເກີດຄວາມເປັນຫ່ວງຂອງປະເທດລຸ່ມນ້ຳຂອງອື່ນໆ ຊຶ່ງທ່ານ ຫຼີ ເຄີ້ສຽງ ລະບຸວ່າ ຈະໃຫ້ຄວາມສຳຄັນເລື່ອງນີ້ ເພາະກະທົບເຖິງບັນຫານ້ຳຖ້ວມ, ນ້ຳແຫ້ງແລ້ງ ແລະ ການປະມົງຂອງກຸ່ມປະເທດລຸ່ມແມ່ນ້ຳຂອງ.
ນອກຈາກນັ້ນ ນາຍົກລັດຖະມົນຕີຈີນຍັງຮຽກຮ້ອງໃຫ້ກຸ່ມປະເທດລຸ່ມແມ່ນ້ຳຂອງເພີ່ມຄວາມເຊື່ອໝັ້ນຕໍ່ກັນ ດ້ານການເມືອງເຊັ່ນດຽວກັນກັບຄວາມຮ່ວມມືດ້ານອື່ນໆ ໂອກາດນີ້ຜູ້ນຳຈີນໄດ້ປະກາດແຜນເງິນກູ້ມູນຄ່າ 11,5 ຕື້ໂດລາສະຫະລັດ ໃຫ້ແກ່ກຸ່ມປະເທດລຸ່ມນ້ຳຂອງທັງ 5 ປະເທດອີກດ້ວຍ. | ຂ່າວຕ່າງປະເທດ | 2016-03-24T13:59:52+00:00 | https://laopost.com/?p=51463 |
ໂດນັລ ທຣັມ ຢ້ຽມຢາມອັງກິດຢ່າງເປັນທາງການ | ປະທານາທິບໍດີ ໂດນັລ ທຣັມ ແຫ່ງສະຫະລັດອາເມຣິກາ ພ້ອມພັນລະຍາ ມີກຳນົດເດີນທາງຢ້ຽມຢາມປະເທດອັງກິດເປັນທາງການ 3 ວັນ.
ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 3 ມິຖຸນາ 2019 ວ່າ ໃນລະຫວ່າງການມາຢ້ຽມຢາມຢ່າງເປັນທາງການຂອງປະທານາ ທິບໍດີແຫ່ງອາເມຣິກາ ໂດຍສົມເດັດພຣະຣາຊິນີອັງກິດຈະພຣະລາຊະທານລ້ຽງອາຫານທ່ຽງ ແລະ ຈັດງານລ້ຽງຕ້ອນຮັບໃນຊ່ວງຄ່ຳທີ່ພຣະຣາຊະວັງບັກກິງແຮມ ຂະນະທີ່ເຈົ້າຟ້າຊາຍຊາຣລຈະປະທານລ້ຽງນ້ຳຊາ ຂະນະທີ່ ທ່ານ ທຣັມ ຈະຮ່ວມຢ້ຽມຊົມສະຖານທີ່ສຳຄັນໆ ແລະ ຫາລືທາງລາຊະການຮ່ວມກັບ ທ່ານ ນາງ ເທເຣຊາ ເມ ຊຶ່ງພວມຈະອຳລາຕຳແໜ່ງໃນອີກບໍ່ເທົ່າໃດວັນຂ້າງໜ້າ.
ທັງນີ້ ທ່ານ ທຣັມ ໄດ້ສ້າງຄວາມອັບອາຍໃຫ້ກັບ ທ່ານ ນາງ ເມ ກ່ຽວກັບການຖອນຕົວຈາກສະຫະພາບເອີຣົບ (EU) ຂອງອັງກິດ (ເບຣັກຊິທ) ໂດຍການອອກມາສຳພາດສະໜັບສະໜູນໃຫ້ອັງກິດໃຊ້ມາດຕະການທີ່ເຂັ້ມງວດກັບອີຢູເພີ່ມຂຶ້ນ ລວມເຖິງການທ້າທາຍໃຫ້ ທ່ານ ນາງ ເມ ແຂງຂໍ້ກັບບໍລິສັດຮົວເຫວີຍ ຊຶ່ງເປັນບໍລິສັດຍັກໃຫຍ່ດ້ານໂທລະຄົມມະນາຄົມ.
ການເດີນທາງມາຢ້ຽມຢາມອັງກິດຢ່າງເປັນທາງການຂອງ ທ່ານ ທຣັມ ໄດ້ສົ່ງຜົນໃຫ້ຄົນໃນປະເທດອັງກິດວາງແຜນປະທ້ວງ ໂດຍມີການນັດຍ່າງຂະບວນທັງໃນນະຄອນຫຼວງລອນດອນ ແມນເຊສເຕີຣ ເບີມິງແຮມ ແລະ ເບລຟາສ.
ຮຽບຮຽງ: ສະຫະລັດ ວອນທິວົງໄຊ
ຮູບພາບ: matichon | ຂ່າວຕ່າງປະເທດ | 2019-06-03T15:43:08+00:00 | https://laopost.com/?p=114408 |
ນັກທຸລະກິດຈີນ ຈະລົງທຶນຫລາຍຕື້ໂດລາ ພັດທະນາເຂດເສດຖະກິດສະເພາະ ບຶງທາດຫລວງ | ພິທີວາງສີລາເລິກໂຄງການກໍ່ສ້າງເມືອງທ່ອງທ່ຽວໜອງນ້ຳ ທຳມະຊາດ ແລະ ວັດທະນາທຳຢູ່ເຂດເສດຖະກິດສະເພາະບຶງທາດ ຫລວງ ໃນນະຄອນຫລວງວຽງຈັນ ໄດ້ມີຂຶ້ນໃນວັນທີ 20 ມີນານີ້ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດການຜະລິດ ແລະ ຈໍລະຈອນ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນໃຫ້ແກ່ໂຄງການສຳຄັນດັ່ງກ່າວ. ເຂດເສດຖະກິດແຫ່ງນີ້ຈະມີມູນຄ່າການລົງທຶນປະມານ 1-5 ຕື້ໂດລາສະຫະລັດ ເພື່ອພັດທະນາໃຫ້ກາຍ ເປັນເມືອງໃໝ່ທີ່ທັນສະໄໝໃນອີກ 15-20 ປີຕໍ່ໜ້າ ແລະ ສະເພາະໂຄງ ການ ກໍ່ສ້າງເມືອງທ່ອງ ທ່ຽວ ໜອງນ້ຳທຳມະຊາດ ແລະ ວັດທະນາທຳນີ້ມີເນືອທີ່ປະມານ 13 ເຮັກຕາ, ເຊິ່ງແມ່ນບໍລິສັດ ລາວສະ ຫວັນແດນດິນພັດທະນາອະສັງຫາລິມະຊັບຈຳກັດເປັນຜູ້ລົງທຶນປະມານ 320 ລ້ານໂດລາສະຫະລັດ ປະກອບມີ: ສູນການຄ້າຄົບວົງຈອນ, ໂຮງແຮມ, ອາຄານສຳນັກງານ, ສະຖານທີ່ພັກອາໄສ, ສູນບັນເທິງ, ປັປປຸງທັດສະນີຍະ ພາບທີ່ມີເອກະລັກສະເພາະເຂດສີຂຽວ, ເຂດສີຟ້າ, ສິ່ງສຳຄັນແມ່ນການ ປົກປັກຮັກ ສາສິ່ງແວດລ້ອມລະບົບນິເວດວິທະຍາ ແລະ ກໍ່ສ້າງສິ່ງອຳນວຍຄວາມສະດວກອື່ນໆ ແລະ ມາຮອດປັດຈຸ ບັນຜູ້ພັດທະນາເຂດ ແລະ ຜູ້ລົງທຶນລາຍຍ່ອຍ ໄດ້ລົງທຶນໄປແລ້ວຫລາຍກວ່າ 100 ລ້ານໂດລາສະຫະລັດ, ໂດຍການກໍ່ສ້າງພື້ນຖານໂຄງລ່າງ ແລະ ຕຶກອາຄານຂະ ໜາດສູງຈຳນວນ 12 ຫລັງ. ສ່ວນການຊົດເຊີຍທີ່ດິນຂອງປະຊາຊົນສຳເລັດຫລາຍກວ່າ 90% ໃນມູນຄ່າຫລາຍກວ່າ 10 ລ້ານໂດລາສະຫະລັດ.
ທ່ານນາງ ບົວທາ ຄັດທິຍະ ລັດຖະມົນຕີຊ່ວຍຮອງປະທານຫົວໜ້າກອງເລຂາຄະນະກຳມະການແຫ່ງຊາດເພື່ອຄຸ້ມ ຄອງເຂດເສດຖະກິດພິເສດ ແລະ ສະເພາະ ກ່າວວ່າ: ເຖິງວ່າປະເທດເຮົາຈະເປັນປະເທດນ້ອຍ ແລະ ບໍ່ມີທາງອອກສູ່ທະເລ, ແຕ່ກໍນັບວ່າມີການເຂົ້າມາລົງທຶນຂອງບັນດາບໍລິສັດຈາກຕ່າງປະເທດເປັນຈຳນວນຫລາຍ, ເຊິ່ງມັນສະແດງໃຫ້ເຫັນວ່າພັກ ແລະ ລັດຖະບານພວກເຮົາໄດ້ມີແນວທາງອັນຖືກຕ້ອງເພື່ອສົ່ງເສີມການພັດທະນາເສດຖະ ກິດ-ສັງຄົມ ໂດຍສະເພາະແມ່ນ ການພັດທະນາເຂດເສດຖະກິດພິເສດ ແລະ ສະເພາະ ແລະ ສຳລັບການເຂົ້າມາລົງທຶນຂອງຜູ້ລົງທຶນໃນເຂດ ເສດຖະກິດ ສະເພາະແຫ່ງນີ້ ຈະເປັນຕົວແບບໜຶ່ງຂອງການພັດທະນາຍຸກໃໝ່ທີ່ເອົາວຽກເສດຖະກິດ ສອດຫ້ອຍປະສົມ ປະສານກັບວິ ຖີຊີວິດ ແລະ ວັດທະນະທຳອັນດີງາມຂອງຊາດ, ທັງເປັນການສ້າງວຽກເຮັດງານທຳໃຫ້ປະຊາຊົນເພື່ອມີລາຍ ຮັບທີ່ໝັ້ນ ຄົງກ້າວສູ່ການຫລຸດຜ່ອນຄວາມທຸກຍາກລົງເທື່ອລະກ້າວ.
ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ກ່າວວ່າ: ປັດຈຸບັນ, ເສດຖະກິດຂອງລາວພວມມີການຂະ ຫຍາຍຕົວສູງ ແລະ ພວມເຊື່ອມໂຍງກັບພາກພື້ນຢ່າງກວ້າງຂວາງ. ສະນັ້ນ, ການວາງສີລາເລິກໂຄງການດັ່ງກ່າວນີ້ ນັບວ່າເປັນຂອງຂວັນພິເສດໃນໂອກາດສະເຫລີມສະຫລອງສອງວັນປະຫວັດສາດຂອງຊາດລາວຄື: ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວຄົບຮອບ 60 ປີ ແລະ ວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາ ຊົນລາວຄົບຮອບ 40 ປີ ແລະ ເຊື່ອໝັ້ນວ່າຜູ້ລົງທຶນໃນໂຄງການນີ້, ຈະດຳເນີນວຽກງານຂອງຕົນໄປຕາມແຜນ ການກຳນົດໄວ້ ເພື່ອສ້າງໃຫ້ໂຄງການສຳຄັນດັ່ງກ່າວນີ້ຊ່ວຍດຶງດູດການລົງທຶນ,ການທ່ອງທ່ຽວໃຫ້ນັບມື້ຫລາຍຂຶ້ນ.
ແຫລ່ງຂ່າວ: ລາວພັດທະນາ | ຂ່າວພາຍໃນ | 2015-03-23T21:41:50+00:00 | https://laopost.com/?p=21707 |
ຫົວໜ້າສຶກສາທິການ ແລະ ກິລາ ແຂວງອຸດົມໄຊລົງຢ້ຽມຢາມການກໍ່ສ້າງໂຮງຮຽນ ມສ ນາຊຽງດີ ບ້ານ 3 ສ້າງ ເມືອງຮຸນ | ທ່ານ ໂອວາດ ຈັນທະວົງ ຄະນະປະຈໍາພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ (ສກຂ), ພ້ອມດ້ວຍຄະນະກໍາມະການຕິດຕາມກວດກາການກໍ່ສ້າງຂັ້ນແຂວງ ລົງຢ້ຽມຢາມຕິດຕາມກວດກາ ການກໍ່ສ້າງໂຮງຮຽນ ມສ ນາຊຽງດີ ບ້ານ 3 ສ້າງ ເມືອງຮຸນ ແຂວງອຸດົມໄຊ, ໃນວັນທີ 12 ມີຖຸນາ 2015 ນີ້, ເຂົ້າຮ່ວມມີ ທ່ານ ບຸນເພັງ ແລງສຸທິພົງ ຮອງຫົວໜ້າຫ້ອງການບໍລິຫານ ຜູ້ຮັບຜິດຊອບວຽກງານການກໍ່ສ້າງ ພະແນກສຶກສາທິການ ແລະ ກິລາ, ມີຄະນະກໍາມະການຕິດຕາມກວດກາ ການກໍ່ສ້າງທີ່ມາຈາກຫ້ອງວ່າການປົກຄອງແຂວງ, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກການເງິນ, ພະແນກແຜນການ ແລະ ການລົງທຶນ, ຄະນະປະຈໍາພັກເມືອງຮຸນ, ຫ້ອງການສຶກສາທິການ ແລະ ກິລາເມືອງຮຸນ ແລະ ບໍລິສັດວິລະດາກໍ່ສ້າງ ເຂົ້າຮ່ວມນໍາ.
ຢູ່ທີ່ໂຮງຮຽນ ມສ ນາຊຽງດີ ໄດ້ຕ້ອນຮັບຈາກອໍານາດການປົກຄອງບ້ານ, ຄະນະອໍານວຍການ ແລະ ຄູອາ ຈານ ຈໍານວນໜຶ່ງ, ທາງທີມງານໄດ້ພາກັນຢາງກວດກາ ແລະ ສັງເກດເບິ່ງສະພາບການກໍ່ສ້າງ ອາຄານຮຽນຫຼັງ ໃໝ່ຂອງໂຮງຮຽນ ທີ່ໄດ້ຮັບທຶນການກໍ່ສ້າງຂອງລັດຖະບານ ຮ່ວງນໍ້າເທີນ 2 ສົກ 2014-2015 ໂດຍແມ່ນບໍລິສັດ ວິລະດາ ກໍ່ສ້າງ ເປັນຜູ້ຮັບເໝົາ ໃນມູນຄາ 900 ລ້ານກວ່າກີບ, ເປັນອາຄານຮຽນແບບຖາວອນ ຊັ້ນດຽວ 1 ຫຼັງ, ຂະໜາດ 48 x 9 ແມັດ, ມີ 6 ຫ້ອງຮຽນ ແລະ ຫ້ອງນໍ້າ 1 ຫຼັງ ມີ 4 ຫ້ອງ, ໂຮງຮຽນ ດັ່ງກ່າວນີ້ ແມ່ນໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນ ມີນາ ຜ່ານມານີ້ເຊິ່ງຈະໄດ້ໃຊ້ໄລຍະເວລາການກໍ່ສ້າງທັງໝົດ 8 ເດືອນ ໃຫ້ສໍາເລັດ, ມາຮອດປັດຈຸບັນ ໄດ້ສຳເລັດແລ້ວ 60 %. ຖ້າສໍາເລັດຍັງຈະໄດ້ປະກອບ ເຟີນິເຈີ ໃສ່ຄົບຊຸດ, ຜ່ານການກວດກາ ເຫັນວ່າ ຍັງມີວຽກບາງດ້ານທີ່ຕ້ອງໄດ້ປັບປຸງ ແລະ ແກ້ໄຂຄືນໃໝ່ບາງຈຸດ ເພື່ອເຮັດໃຫ້ສະພາບອາຄານມີຄວາມສົມບູນແບບ ເປັນຕົ້ນແມ່ນວຽກໂບກ ແລະ ວຽກຫຼັງຄາ.
ໃນໂອກາດນີ້ ຍັງໄດ້ຮັບຟັງການລາຍງານຈາກທາງຄະນະຮັບຜິດຊອບ ແລະ ທາງບ້ານ ກ່ຽວກັບ ສະພາບການກໍ່ສ້າງໃນຄັ້ງຜ່ານມາ ແລະ ໜ້າວຽກຈະສືບຕໍ່ໃນຕໍ່ໜ້າ, ຕອນທ້າຍພິທີ ທ່ານ ໂອວາດ ຈັນທະວົງ ກໍໄດ້ໂອ້ລົມ ແລະ ຮຽກຮ້ອງທຸກພາກສ່ວນໃຫ້ມີສ່ວນຮ່ວມນໍາກັນ, ຊ່ວຍເຫຼືອເຊິງກັນ ແລະ ກັນ ລະຫວ່າງ ບໍ່ລິສັດຜູ້ຮັບເໜົາ ກັບ ທາງອໍານາດການປົກຄອງບ້ານ, ໂຮງຮຽນ, ຂັ້ນເມືອງ , ຂັ້ນແຂວງ ໂດຍສະເພາະ ທາງບໍລິສັດໃຫ້ເອົາໃຈໃສ່ປະຕິບັດໜ້າທີຂອງຕົນໃຫ້ປະສົບຜົນສໍາເລັດ ທວງທັນກັບເວລາທີ່ໄດ້ກໍານົດໄວ້ ທັງດໍາເນີນການກໍ່ສ້າງໃຫ້ຖືກຕ້ອງຕາມຫຼັກເຕັກນິກວິຊາການ, ຮັບປະກັນຄຸນະພາບ ເພື່ອຜົນປະໂຫຍດອັນລວມ ກໍຄື ເດັກນ້ອຍ ໄດ້ມີບ່ອນສຶກສາຮໍ່າຮຽນໃນສະພາບແວດລ້ອມທີ່ດີ ຫຼຸດຜ່ອນຄວາມແອອັດ ຂອງນັກຮຽນ ທີ່ຈະເພີ່ມຂື້ນ ໃນແຕ່ລະປີ. | ຂ່າວທ້ອງຖິ່ນ | 2015-06-15T20:01:50+00:00 | https://laopost.com/?p=28159 |
ຈີນ ຈະຕັ້ງກອງທຶນລົງທຶນກະສິກຳ 375 ລ້ານໂດລາ | ເຈົ້າໜ້າທີ່ຈີນລະບຸວ່າ ຈີນຈະຕັ້ງກອງທຶນລົງທຶນກະສິກຳຢູ່ອົດສະຕຣາລີ ມູນຄ່າ 375 ລ້ານໂດລາສະຫະລັດ ເພື່ອໃຫ້ຜູ້ບໍລິໂພກສາມາດເຂົ້າເຖິງຜັກສົດ ແລະ ສົ່ງໄປຍັງຕະຫຼາດຕ່າງໆ.
ສຳນັກຂ່າວຕ່າງປະເທດລາຍງານວ່າ ວັນທີ 27 ກໍລະກົດທີ່ຜ່ານມາ ເຈົ້າໜ້າທີ່ຈີນໃຫ້ຮູ້ວ່າ ບໍລິສັດ Tsing Capital, ເຊິ່ງເປັນບໍລິສັດຄຸ້ມຄອງການລົງທຶນຂອງ ຈີນ ຈະຕັ້ງກອງທຶນລົງທຶນກະສິກຳຢູ່ອົດສະຕຣາລີ, ມູນຄ່າ 375 ລ້ານໂດລາໃນທ້າຍປີ 2016 ນີ້ ໂດຍສະເພາະຂົງເຂດພືດທັນຍາຫານ, ອ້ອຍ ແລະ ອື່ນໆ ເພື່ອໃຫ້ຜູ້ບໍລິໂພກສາມາດນຳໃຊ້ ຜັກສົດ ແລະ ສົ່ງໄປຍັງຕະຫລາດຕ່າງໆ, ພ້ອມກັນນັ້ນ ຈະກໍ່ສ້າງໂຮງງານປຸງແຕ່ງຜະລິດຕະພັນອາຫານໃນພາກພື້ນ ວີມເມຣາ ລັດວິກຕໍເຣຍ.
ປະຈຸບັນ ບໍລິສັດນີ້ ປະກອບມີ 8 ກອງທຶນຢູ່ສະຫະລັດອາເມລິກາ ແລະ ຈີນ ໂດຍມີມູນຄ່າລວມ 1 ຕື້ໂດລາ ສະຫະລັດ, ສ່ວນຫລາຍຈະລົງທຶນເຂົ້າໃນການນຳໃຊ້ພະລັງງານໃຫ້ໄດ້ຮັບປະສິດທິຜົນ ແລະ ອະນຸຮັກສິ່ງແວດລ້ອມ. | ຂ່າວຕ່າງປະເທດ | 2016-07-27T17:55:03+00:00 | https://laopost.com/?p=66183 |
ຝາຜະນັງເຮືອບິນອາເມຣິກັນ ແອຣ໌ລາຍ ແຕກເທິງອາກາດ! | ສຳນັກຂ່າວຕ່າງປະເທດລາຍງານ ວັນທີ 15 ຕຸລານີ້ວ່າ ເຮືອບິນໂດຍສານໂບອີ້ງ 757 ຂອງສາຍການບິນອາເມຣິກັນ
ແອຣ໌ລາຍ ພ້ອມຜູ້ໂດຍສານ 184 ຄົນ ແລະ ລູກເຮືອອີກ 6 ຄົນ ຕ້ອງລົງຈອດສຸກເສີນ ຫລັງຈາກບິນຂຶ້ນໄດ້ບໍ່ດົນ
ເນື່ອງຈາກພົບວ່າ ຝາຜະນັງຂອງຫ້ອງໂດຍສານເລີ່ມແຕກອອກຈາກກັນ ສ້າງຄວາມແຕກຕື່ນໃຫ້ແກ່ຜູ້ໂດຍສານ
ເທິງເຮືອບິນຢ່າງໜ້າຫວາດສຽວ.
ທ່ານ ເຈມສ໌ ວິນສັນ ອາຍຸ 32 ປີ ເຊິ່ງເປັນໜຶ່ງໃນຜູ້ໂດຍສານເປີດເຜີຍວ່າ ຖ້ຽວບິນນີ້ອອກເດີນທາງຈາກນະຄອນ
ຊານຟຣານຊິສໂກ ໃນມື້ວັນຈັນ (13 ຕຸລາ) ເພື່ອມຸ່ງໜ້າໄປຍັງເລືອງດັນລັສຂອງລັດເທັກຊັສ ກ່ອນທີ່ເຂົາຈະຮູ້ສຶກ
ເຖິງຄວາມຜິດປົກກະຕິ ໂດຍສ່ວນລຳຕົວຂອງເຮືອບິນໄດ້ເກີດສັ່ນຢ່າງຮຸນແຮງ ແລະ ໄດ້ຍິນສຽງແຕກດັງເປ໊າະ
ຫລາຍຄັ້ງ ພຽງບໍ່ດົນຫລັງຈາກເຮືອບິນໄດ້ໄຕ່ລະດັບຂຶ້ນ ເຮັດໃຫ້ຜູ້ໂດຍສານຕ່າງກໍພາກັນຮ້ອງເອີ້ນໃຫ້ລູກເຮືອ
ມາເບິ່ງວ່າຝາຜະນັງດ້ານຂ້າງກຳລັງພັງ, ດ້ວຍຄວາມຢ້ານກົວ ເຈມສ໌ ໄດ້ອັບເດດສະຖານະການສົດຜ່ານທາງເຟສ
ບຸກ ແລະ ສົ່ງຂໍ້ຄວາມຫາພັນລະຍາຂອງລາວ ເພື່ອໃຫ້ນາງຮູ້ວ່າມີເກີດຫຍັງຂຶ້ນ ຖ້າຫາກເຮືອບິນຕົກ.
ທັງນີ້ ກັບຕັນຂອງເຮືອບິນປະກາດຢືນຢັນວ່າ ຖ້ຽວບິນ 2293 ຈະມຸ່ງໜ້າສູ່ສະໜາມບິນສາກົນ ຟອດ ເວິດ ໃນເມືອງ
ດັນລັສ ເນື່ອງຈາກຄວາມດັນໃຫ້ຫ້ອງໂດຍສານຍັງສະຖຽນຢູ່ ແຕ່ຫລັງຈາກອອກຈາກຫ້ອງນັກບິນມາເບິ່ງຄວາມ
ເສຍຫາຍຕົວຈິງແລ້ວ ເຮັດໃຫ້ເຂົາເອງໄດ້ຕັດສິນໃຈເອົາເຮືອບິນລົງຈອດສຸກເສີນ ໃນຂະນະທີ່ບິນຢູ່ເໜືອລັດກາລີ
ຟໍເນຍ ໂດຍເຂົາໄດ້ເອົາເຮືອບິນກັບຄືນມາລົງຈອດຢູ່ຊານຟຣານຊິສໂກຄືເກົ່າ ໂດຍທີ່ບໍ່ມີໃຜໄດ້ຮັບບາດເຈັບ. | ຂ່າວຕ່າງປະເທດ | 2014-10-15T13:31:54+00:00 | https://laopost.com/?p=11845 |
ລັດວາງ 7 ຂໍ້ກໍານົດ ຫວັງແກ້ໄຂການຂາຍເຄື່ອງຊະຊາຍ | ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ລົງກວດກາຄວາມເປັນລະບຽບຂອງແມ່ຄ້າຊາວຂາຍຕາມເມືອງຕ່າງໆ ຜ່ານການກວດກາຍັງພົບເຫັນການຂາຍເຄື່ອງຊະຊາຍ ໃນ 5 ຕົວເມືອງມີ 320 ກວ່າຮ້ານ, ສ່ວນໃຫຍ່ຂາຍຕາມແຄມທາງ ແລະ ໃກ້ໂຮງງານຕັດຫຍິບ ເນື່ອງຈາກຊາວຄ້າຂາຍຍັງມີການລະເມີດ, ບໍ່ປະຕິບັດຕາມລະບຽບການ ແລະ ເວລາເຈົ້າໜ້າທີ່ບໍ່ຢູ່ກໍ່ກັບມາຂາຍຄືເກົ່າ ໂດຍສະເພາະເວລານອກໂມງການ, ວັນເສົາ ແລະ ວັນອາທິດ. ຕາມແຜນການແກ້ໄຂໃນປີ 2019 ໄດ້ເນັ້ນປະຕິບັດ 7 ຂໍ້ກໍານົດ ແລະ 4 ມາດຕະຖານ ເພື່ອແກ້ໄຂການຂາຍເຄື່ອງຊະຊາຍ.
ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ I ໃນທ້າຍປີ 2018 ຜ່ານມາວ່າ: ອີງຕາມຂໍ້ຕົກລົງ ສະບັບເລກທີ 1184/ຈນວ, ລົງວັນທີ 20 ທັນວາ 2017, ມາດຕາ 7 ຂົງເຂດການຄ້າຈະຈັດສັນສະເພາະພາຍໃນຕະຫຼາດ, ຮ້ານຄ້າທີ່ໄດ້ຮັບອະນຸຍາດ, ບໍ່ໃຫ້ວາງຂາຍຊະຊາຍ ແລະ ວາງສິນຄ້າອອກມາເກີນຂອບເຂດ. ຈາກການລົງກວດກາໃນ 5 ເມືອງຄື: ເມືອງຈັນທະບູລີ, ໄຊເສດຖາ, ສີໂຄດຕະບອງ, ໄຊທານີ ແລະ ສີສັດຕະນາກ ຍັງເຫັນມີການຂາຍເຄື່ອງຊະຊາຍຈໍານວນ 324 ຮ້ານ/ຄົນ, ແກ້ໄຂແລ້ວ 88 ຮ້ານ/ຄົນ ແລະ ຍັງ 236 ຮ້ານ/ຄົນ; ສ່ວນຫຼາຍຢູ່ຕາມແຄມທາງ, ເຂດໂຮງງານຕັດຫຍິບ, ບໍລິເວນສວນເຈົ້າອານຸວົງ ຕາມສັງລວມເບິ່ງແລ້ວການແກ້ໄຂບັນຫາດັ່ງກ່າວເຮັດຢ່າງຕັ້ງໜ້າ ແຕ່ຊາວຄ້າຂາຍຍັງມີການລະເມີດ, ບໍ່ປະຕິບັດຕາມລະບຽບການ ເຊັ່ນ: ເວລາເຈົ້າໜ້າທີ່ບໍ່ຢູ່ກໍ່ກັບມາຂາຍຄືເກົ່າ ໂດຍສະເພາະເວລານອກໂມງການ, ວັນເສົາ ແລະ ວັນອາທິດ.
ສໍາລັບມາດຕະການການຈັດຕັ້ງປະຕິບັດໃນປີ 2019 ໃນການແກ້ໄຂບັນຫາດັ່ງກ່າວ ໂດຍອີງຕາມມະຕິຕົກລົງກອງປະຊຸມອົງການປົກຄອງ ສະບັບເລກທີ 09, ລົງວັນທີ 17 ທັນວາ 2018 ມີດັ່ງນີ້:
ຄົ້ນຄວ້າປັບປຸງລະບຽບ ວ່າດ້ວຍການຈັດສັນຕະຫຼາດ ສະບັບເລກທີ 0348/ນວຈ, ລົງວັນທີ 19 ເມສາ 2010 ໂດຍແຍກໃຫ້ລະອຽດເປັນ 2 ເຂດຄື: ຕະຫຼາດໃນເທສະບານ ແລະ ຕະຫຼາດຊານເມືອງ. ສໍາລັບຕະຫຼາດໃນເທສະບານ ແນ່ໃສ່ຫັນທ່າອ່ຽງໃຫ້ທັນສະໄໝດ້ານບໍລິການ, ກໍານົດຕາມມາດຕະຖານຕະຫຼາດຂອງບັນດາປະເທດອາຊຽນ, ວາງມາດຕະຖານສູງ ແລະ ທັນສະໄໝ, ມີຄວາມເປັນລະບຽບຮຽບຮ້ອຍ, ບໍ່ໃຫ້ຈອດລົດຕັນທາງ ແລະ ໃຫ້ຫ່າງອອກຈາກແຄມທາງເຂົ້າໄປ, ໃຫ້ຖືບັນຊີ, ນໍາໃຊ້ເຄື່ອງທັນສະໄໝ ແລະ ກໍານົດນະໂຍບາຍ. ສ່ວນຕະຫຼາດຊານເມືອງກໍບໍ່ຈໍາເປັນມີມາດຕະຖານສູງ ແຕ່ຈະອີງໃສ່ຫຼັກການຄວາມເປັນລະບຽບຮຽບຮ້ອຍ ແລະ ຮັກສາຄວາມປອດໄພໄດ້;
ຊຸກຍູ້ບັນດາຕະຫຼາດໃນການສ້າງຕັ້ງກຸ່ມທຸລະກິດຈັດສັນຕະຫຼາດ, ຈະຄົ້ນຄວ້າຊື່ໃໝ່ໃຫ້ເປັນໄປຕາມກົດໝາຍ;
ພາຍຫຼັງປັບປຸງກົດລະບຽບ ສະບັບປັບປຸງສໍາເລັດ ແລະ ຮອງຮັບແລ້ວ ຈະມີການຈັດສໍາມະນາຮ່ວມກັບແຕ່ລະຂະແໜງການ ແລະ ບັນດາຫ້າງສັບພະສິນຄ້າ, ຊຸບເປີມາເກັດ, ເຈົ້າຂອງຕະຫຼາດ ເພື່ອໃຫ້ນໍາໃຊ້-ຈັດຕັ້ງປະຕິບັດໄດ້;
ອອກແຈ້ງການເຖິງເຈົ້າຂອງຕະຫຼາດ ກ່ຽວກັບໂມງເປີດ-ປິດຕະຫຼາດ ໃຫ້ຄຸ້ມຄອງໄດ້ເປັນຕົ້ນ: ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ;
ຄົ້ນຄວ້ານິຕິກໍາວ່າດ້ວຍຂັ້ນຄຸ້ມຄອງລະຫວ່າງ ນະຄອນຫຼວງວຽງຈັນ, ພະແນກອຸດສາຫະກໍາ ແລະ ການຄ້າ ແລະ ເມືອງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ;
ສືບຕໍ່ຊຸກຍູ້ການແກ້ໄຂບັນຫາອື່ນໆ ຫຼື ຂໍ້ຂັດແຍ່ງລະຫວ່າງຕະຫຼາດ ຕາມມະຕິຕົກລົງຂອງອົງການປົກຄອງ ນະຄອນຫຼວງວຽງຈັນ, ຂັ້ນໃດຮັບຜິດຊອບມອບໃຫ້ຂັ້ນນັ້ນເປັນຜູ້ຕັດສິນຊີ້ຂາດ;
ສືບຕໍ່ຊຸກຍູ້ໃຫ້ຄະນະຄຸ້ມຄອງຕະຫຼາດຂັ້ນເມືອງຈັດສັນຕະຫຼາດເປົ້າໝາຍຂອງເມືອງ ໃຫ້ເປັນຕະຫຼາດມາດຕະຖານຢ່າງໜ້ອຍ 2 ແຫ່ງຢູ່ເມືອງ ໄຊເສດຖາ ແລະ ສີສັດຕະນາກ.
ພ້ອມນັ້ນ, ຈະມີການຈັດຕັ້ງປະຕິບັດ 4 ມາດຕະຖານຄື:
ສໍາມະນາໃຫ້ຜູ້ປະກອບການ, ຫົວໜ່ວຍທຸລະກິດຈັດສັນຕະຫຼາດ, ສູນການຄ້າ, ຮ້ານສັບພະສິນຄ້າໃຫ້ຮັບຮູ້ເຂົ້າໃຈຕໍ່ແຜນການພັດທະນາ ຕາມທິດຫັນເປັນທັນສະໄໝມີຄວາມຢືນຍົງ;
ອອກນິຕິກໍາການຄຸ້ມຄອງຕະຫຼາດ, ການຂາຍເຄື່ອງຊະຊາຍ ເພື່ອເປັນບ່ອນອີງໃນການຫັນເອົາຊາວຄ້າຂາຍຊະຊາຍເຂົ້າໄປຢູ່ໃນຮ້ານສັບພະສິນຄ້າ;
ຕ້ອງແບ່ງຄວາມຮັບຜິດຊອບໃນການຄຸ້ມຄອງໃຫ້ຈະແຈ້ງ, ຊັດເຈນ, ຂັ້ນໃດເປັນຜູ້ອະນຸຍາດໃຫ້ຂັ້ນນັ້ນເປັນຜູ້ຄຸ້ມຄອງຊີ້ຂາດ ເພື່ອຫຼີກລ່ຽງການໂຍນຄວາມຮັບຜິດຊອບ;
ເພີ່ມທະວີການຕິດຕາມກວດກາປະເມີນຜົນ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວເປັນແຕ່ລະໄລຍະ ເພື່ອແກ້ໄຂບັນຫາການຂາຍເຄື່ອງຊະຊາຍ.
ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ
ແຫຼ່ງຂໍ້ມູນຈາກ: laoedaily.com.la | ຂ່າວທ້ອງຖິ່ນ | 2019-01-03T14:59:44+00:00 | https://laopost.com/?p=108804 |
ອົງການອານາໄມໂລກ (WHO) ອະນຸມັດ ວັກຊີນ ຊິໂນແວກ (Sinovac) ເຂົ້າເປັນກໍລະນີສຸກເສີນແລ້ວ | ສຳນັກຂ່າວ ຮອຍເຕີ ລາຍງານ ໃນວັນອັງຄານ 1 ມິຖຸນາ 2021 ອົງການອານາໄມໂລກ (WHO) ປະກາດອະນຸມັດການໃຊ້ວັກຊີນຕ້ານໄວລັສ ໂຄວິດ-19 ຊະນິດ ຊິໂນແວກ (Sinovac) ຖືວ່າເປັນວັກຊີນຈາກຈີນຊະນິດທີ 2 ຕໍ່ຈາກ Sinopham ທີ່ WHO ໄດ້ອະນຸມັດ.
WHO ແຈ້ງວ່າ ການອະນຸມັດເທື່ອນີ້ ຈະເຮັດໃຫ້ນານາຊາດ, ຜູ້ສະໜັບສະໜູນ, ເງິນທຶນ ອົງການຈັດຊື້ ແລະ ສັງຄົມໝັ່ນໃຈວ່າ ວັດຊີນຊີໂນແວກ (Sinovac) ໄດ້ມາດຕະຖານສາກົນໃນເລື່ອງຄວາມປອດໄພ ແລະ ມີປະສິດທິພາບ, ໂດຍອົງການອານາໄມໂລກ ແນະນຳໃຫ້ໃຊ້ສຳລັບຜູ້ມີອາຍຸ 18 ປີ ຂຶ້ນໄປ, ສັກ 2 ເຂັມ ຫ່າງກັນ 2-4 ອາທິດ.
ຜົນການກວດສອບເຫັນວ່າ: ວັນຊີນຊະນິດນີ້ ປ້ອງກັນອາກາດປ່ວຍຂອງພະຍາດໄດ້ 51% ໃນກຸ່ມຜູ້ທີ່ໄດ້ຮັບວັກຊີນແລ້ວ ແລະ ປ້ອງກັນອາການປ່ວຍຮຸນແຮງ ປ່ວຍຈົນໄດ້ເຂົ້າໂຮງໝໍໄດ້ເຖິງ 100% ເຊິ່ງຖະແຫຼ່ງການຈາກອົງການອະນາໄມໂລກ. | ຂ່າວຕ່າງປະເທດ | 2021-06-02T08:34:43+00:00 | https://laopost.com/?p=125149 |
ອະນຸສາວະລີນັກບິນທະຫານອະດີດສະຫະພາບໂຊວຽດຢູ່ລາວ ຈະຖືກສ້າງຂຶ້ນທີ່ແຂວງຊຽງຂວາງ | ອີງຕາມການລາຍງານຂ່າວຈາກ ໜັງສືພິມເສດຖະກິດ-ການຄ້າ ໃຫ້ຮູ້ວ່າ ດ້ວຍສາຍພົວພັນການຮ່ວມມື ຂອງ ສປປ ລາວ ແລະ ອະດີດສະຫະພາບໂຊວຽດ (ຣັດເຊຍໃນປະຈຸບັນ) ໂຄງການ ກໍ່ສ້າງອານຸສາວະລີນັກບິນທະຫານຂອງອະດີດສະຫະພາບໂຊວຽດຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງ ໂດຍໃຫ້ບໍລິສັດ ສຸພັດທອນ ທີ່ປຶກສາ ແລະ ບໍລິການ ຄົບວົງຈອນ SCS ເປັນຜູ້ຮັບເໝົາກໍ່ສ້າງໃຫ້ສຳເລັດຕາມແຜນການ, ເຊິ່ງກຳນົດເວລາການກໍ່ ສ້າງ 5 ເດືອນ ນັບແຕ່ວັນເຊັນສັນຍາເປັນຕົ້ນໄປ, ລວມມູນຄ່າໃນການກໍ່ສ້າງທັງໝົດ 7 ຕື້ກວ່າກີບ, ເຊິ່ງເປັນງົບປະມານຂອງກະຊວງປ້ອງກັນປະເທດ.
ໃນວັນທີ 5 ມິຖຸນາ 2020 ທີ່ຜ່ານມາ, ກະຊວງປ້ອງກັນປະເທດ ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີເຊັນສັນຍາໂຄງການກໍ່ສ້າງ ອານຸສາວະລີນັກບິນທະຫານ ຂອງອະດີດສະຫະພາບໂຊວຽດທີ່ໄດ້ເສຍຊີວິດໃນການປະຕິບັດ ພັນທະສາກົນຢູ່ ສປປ ລາວ ລະຫວ່າງກົມໃຫຍ່ການເມືອງກອງ ທັບປະຊາຊົນລາວ ໃນນາມເຈົ້າ ຂອງໂຄງການ ແລະ ບໍລິສັດ ສຸພັດທອນ ທີ່ປຶກສາ ແລະ ບໍລິການຄົບວົງ ຈອນ SCS ໃນນາມຜູ້ຮັບເໝົາກໍ່ສ້າງ.
ຕາງໜ້າກົມໃຫຍ່ ການເມືອງກອງທັບຮ່ວມລົງນາມ ໂດຍ ທ່ານ ພົນຕີ ສອນທອງ ພົມລາວົງ ກໍາມະການ ຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຕາງໜ້າຜູ້ຮັບເໝົາກໍ່ສ້າງໂດຍ ແມ່ນ ທ່ານ ສົມພັດ ສຸພັດທອນ ປະທານບໍລິສັດ ສຸພັດທອນ ທີ່ປຶກສາ ແລະ ບໍລິການຄົບວົງຈອນ SCS, ໂດຍຊ້ອງໜ້າທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ກຳມະການຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ໃນພິທີທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຍັງໄດ້ເນັ້ນໜັກໃຫ້ທຸກພາກສ່ວນ ເອົາໃຈໃສ່ຕິດຕາມກວດກາການປະຕິບັດບັນດາໜ້າວຽກຂອງຕົນດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ໂຄງການດັ່ງກ່າວ ດຳເນີນໄປທັນກັບເວລາ ແລະ ຮັບປະກັນໃຫ້ມີຄຸນນະພາບ ເພື່ອເປັນຂອງຂວັນໃນມື້ສະເຫຼີມສະຫຼອງສາຍພົວພັນການທູດ ລາວ-ຣັດເຊຍ ຄົບຮອບ 70 ປີ ຢ່າງໜ້າ ສັນລະເສີນອີກດ້ວຍ.
ຮຽບຮຽງຂ່າວ: ພຸດສະດີ | ຂ່າວທ້ອງຖິ່ນ | 2020-06-10T17:40:46+00:00 | https://laopost.com/?p=119728 |
ເບື້ອງຫຼັງການຖ່າຍສາກໃໝ່ທີ່ມີ ລົດ RANGE ROVER SPORT SVR ທີ່ສ້າງປະກົດການໃໝ່ໃຫ້ກັບໜັງ JAMES BOND | ໜຶ່ງໃນຄວາມຫຼູຫຼາທີ່ມີປະສິດທິພາບສູງຂອງລົດ SUVs pursues 007 ຄັ້ງທີ 25 ໃນໜັງ James Bond, ເລື່ອງ: No Time To Die © 2021 Danjaq, LLC and MGM. (ທຸກຢ່າງຂໍສະຫງວນລິຂະສິດ)
ສະມັດຕະພາບ Dynamic: ສາກໃໝ່ ເຜີຍໃຫ້ເຫັນ Land Rover ທີ່ໄວ ແລະ ຊົງພະລັງທີ່ສຸດໃນການຖ່າຍທຳ ເຊິ່ງເປັນຕອນທີ່ໄຂຂໍ້ສົງໃສ ໃນໜັງ No Time To Die.
ທີ່ເໜືອການຄາດໝາຍ: Range Rover Sport SVRs 2 ຄັນມີສ່ວນຮ່ວມ ໃນມະຫາພາກການຕິດຕາມໃນທຸກພື້ນທີ່ໃນພູມິປະເທດນຳໂດຍ Chris Corbould ຜູ້ຄ້ວາລາງວັນ Oscar ເຊິ່ງເປັນຜູ້ທີ່ມີເທັກນິກພິເສດ ແລະ ສາມາດຄວບຄຸມດູແລພາຫະນະປະຕິບັດງານໄດ້ເປັນຢ່າງດີ.
ຄວາມກົມກືນ ແລະ ຄວາມສາມາດ: ມູນສະເພາະໃນໜັງ ລວມເຖິງລຸ້ນ Eiger Grey, ຊຸດອຸປະກອນເສີມ Carbon Pack ແລະ ແມັກລົດສີ Narvik Black ຂະໜາດ 22 inch ພ້ອມຢາງລົດທີ່ເໝາະກັບທຸກສະພາບພູມິປະເທດ.
ຮູບຊົງ: ເລືອກຂໍ້ມູນຈຳເພາະຂອງສະເປັກລົດໃນໜັງ No Time To Die ແບບດຽວກັນ ຂອງລົດ Range Rover Sport SVR ດ້ວຍການຄິກພຽງຄັ້ງດຽວທີ່່ຕົວກຳນົດຄ່າ (ຕົວຕັ້ງຄ່າ) ຂອງ Land Rover.
No Time To Die: ໜັງຂອງ Bond ເລື່ອງໃໝ່ແມ່ນຈະເຂົ້າສາຍໃນໂຮງໜັງທົ່ວໂລກ ໃນວັນທີ 30 ເດືອນກັນຍາ ປີ 2021 ນີ້.
ຊົມເບື້ອງຫຼັງການຖ່າຍທຳໄດ້ເລີຍທີ່ນີ້: https://youtu.be/_aWxFMshOM4
ວັນອັງຄານ, ວັນທີ 14 ເດືອນກັນຍາ ປີ 2021 ທີ່ Whitley, UK – Range Rover Sport SVR ອອກໄປ off-road ເພື່ອຕາມຕິດ James Bond ໄດ້ ໃນເບື້ອງຫຼັງການຖ່າຍທຳລ່າສຸດຂອງໜັງ No Time To Die, ສ່ວນໃນໂຮງໜັງແມ່ນສາມາດຕິດຕາມໄດ້ ເລີ່ມຕັ້ງແຕ່ວັນທີ 30 ກັນຍາ ເປັນຕົ້ນໄປ.
ພາຫະນະແອັກຊັ່ນ ແລະ ສະຕັ້ນມືອາຊີບໃນໜັງ James Bond ເລື່ອງໃໝ່ຜັກດັນເຮັດໃຫ້ Land Rover ນັ້ນຊົງພະລັງທີ່ສຸດເທົ່າທີ່ເຄີຍມີມາ. ວິດີໂອໃໝ່ໃຫ້ອັດທະລົດຂອງໜັງເອັກຊັ່ນຄວາມໄວສູງເຊິ່ງໃນຂະນະດຽວກັນກໍມີການອະທິບາຍວ່າເປັນຫັຍງ Range Rover SVR ຈຶ່ງສົມບູນແບບຫຼາຍໃນການໃຊ້ງານ
ລຳດັບການໄລ່ຕິດຕາມນັ້ນເຮັດໃຫ້ລົດ SUV ທີ່ມີສະມະຖະນະຫຼູຫຼາຢູ່ທ່າມກາງສາກແອັກຊັ່ນທີ່ນຳໂດຍ Chris Corbould ຜູ້ດູແລຄວບຄຸມເທັກນິກພິເສດ ແລະ ພາຫະນະໃຊ້ງານຈິງ, ທີ່ໄດ້ຮັບລາງວັນ Oscar ແລະ ຜູ້ປະສານງານດ້ານການສະແດງຜາດໂຜນ(ຜູ້ປະສານງານດ້ານ Stunt) ແມ່ນ Lee Morrison.
Lee Morrison ຜູ້ປະສານງານດ້ານ stunt ກ່າວວ່າ: ”ຂ້ອຍມີຄວາມກະຕືລືລົ້ນທີ່ຈະຖ່າຍທຳສາກການໄລ່ຕິດຕາມຂອງ Bond ແບບ Off road ໃນສະພາບແວດລ້ອມທີ່ທ້າທາຍອີ່ຫຼີ ແລະ ລົດ Range Rover Sport SVR ເປັນຕົວເລືອກທີ່ສົມບູນແບບຫຼາຍໃນສ່ວນນີ້ຂອງໜັງ. ທຸກໆຢ່າງໃນສາກແມ່ນຖ່າຍທຳແທ້ໆ. ດັ່ງນັ້ນ, ເຮົາຈຶ່ງຕັ້ງໃຈເຮັດມັນໃຫ້ດີທີ່ສຸດ ແລະ ສັນຍາວ່າສາກການໄລ່ຕິດຕາມນີ້ຈະເປັນໜຶ່ງໃນຊ່ວງເວລາທີ່ໜ້າຈົດຈຳຂອງໜັງເລື່ອງນີ້ແນ່ນອນ”.
Range Rover Sport SVR ເປັນລົດທີ່ມີສະມັດຖະພາບທີ່ຫຼູຫຼາອີກລະດັບໜຶ່ງ ໂດຍມີການປັບລະດັບການຂັບຂີ່ແບບ Dynamic ແລະ ເຄື່່ອງຈັກ V8, supercharged , 575 ແຮງມ້າທີ່ຊົງພະລັງ ເຮັດໃຫ້ເປັນຕົວເລືອກທີ່ສົມບູນແບບທີ່ສຸດສຳລັບໃນບົດບາດນີ້. Range Rover Sport SVR ສາມາດເລັ່ງຄວາມໄວແຕ່ 0-100 km/h ພາຍໃນເວລາ 4,5 ວິນາທີ (0-60 mile ຕໍ່ 4.3 ວິນາທີ) ແລະ ມີຄວາມໄວສູງສຸດ 283 km/h. (176 mile/h) ເຮັດໃຫ້ເປັນລົດ Land Rover ທີ່ໄວທີ່ສຸດເທົ່າທີ່ເຄີຍມີມາ.
ລຸ້ນ SVRs ທີ່ໃຊ້ໃນໜັງ No Time TO Die ແມ່ນໂດດເດັ່ນດ້ວຍລະບົບກັນສະເທືອນທີ່ປັບແຕ່ງເປັນພິເສດເຊັ່ນດຽວກັບລຸ້ນທີ່ຜະລິດ – ຄິດຄົ້ນໂດຍວິສະວະກອນຝ່າຍປະຕິບັດງານລົດອອກແບບພິເສດຂອງ Land Rover (Land Rover Special Vehicle Operations) ເພື່ອມອບການຄວບຄຸມທີ່ຕອບສະໜອງທີ່ດີຂຶ້ນ ແລະ ການຄຸມໂຕລົດທີ່ເຄັ່ງຄັດຂຶ້ນ ໂດຍບໍ່ກະທົບຕໍ່ຄວາມສະດວກສະບາຍ.
ລຸ້ນ Eiger Grey ແມ່ນຕິດຕັ້ງລໍ້ ອັລລອຍ Narvik Black ຂະໜາດ 22 ນິ້ວ ແລະ ຊຸດອຸປະກອນເສີມ Carbon Pack ເຊິ່ງລວມເຖິງຊ່ອງລະບາຍອາກາດຢູ່ບັງໂຄນ, ຊ່ອງດັກລົມດ້ານລຸ່ມກະຈັງໜ້າ ແລະ ກະຈົກແບບ Gloss Carbon Fiber. ຝາກະໂປ່ງໜ້າແບບ SVR Carbon Fiber ນ້ຳໜັກເບົາ, ເຊິ່ງເປັນອຸປະກອນເສີມມີສີດຽວກັນກັບໂຕລົດແບບໃນ No Time To Die ແຕ່ຍັງສາມາດລະບຸໄດ້ໃນສ່ວນທາງກາງຂອງ Carbon Fibre ແບບເປືອຍ.
ລູກຄ້າສາມາດເຮັດສະເປັກດຽວກັນກັບໃນໜັງ No Time To Die ໄດ້ດ້ວຍການກົດຄັ້ງດຽວໂດຍໃຊ້ໂຕກຳນົດສະເປັນອອນລາຍ. ຜູ້ອຳນວຍການຝ່າຍປະຕິບັດງານດ້ານການຕະຫຼາດຂອງ Land Rover ແລະ Jaguar ທ່ານ Finbar McFall ໄດ້ກ່າວວ່າ: “ລົດ Range Rover Sport SVRs ໃນໜັງ No Time To Die ໄດ້ປະສົມປະສານລະຫວ່າງຄວາມກົມກືນ ແລະ ສະມັດຖະນະໄດ້ຢ່າງລົງຕົວ ເຊິ່ງທ່ານສາມາດເລືອກແບບດຽວກັນນີ້ໄດ້ ແລະ ເພື່ອເປັນການສະຫຼອງໃຫ້ແກ່ການເປີດໂຕໜັງ Bond ຄັ້ງທີ 25 ທ່ານແມ່ນສາມາດມີລົດແບບໃນໜັງໂດຍການເລືອກຈັດສະເປັກລົດໄດ້ທີ່ການເລືອກສະເປັກລົດ Land Rover.” ລົດ Range Rover, ລົດ SUV ສຸດຫຼູລຸ້ນທຳອິດເປີດໂຕໃນປີ 1970. ຕັ້ງແຕ່ the original luxury SUV, made its world premiere in 1970. ນັບແຕ່ນັ້ນມາຕະກູນຂອງລົດລຸ້ນນີ້ແມ່ນມີການເຕີບໂຕລວມທັງ Range Rover Sport, Evoque ແລະ Velar.
ໃນໜັງ No Time To Die ຈະມີ Range Rover Classic ຄວບຄູ່ໄປກັບລົດ Defenders 3 ຄັນ ແລະ Series III Land Rover Land . Land Rover ແມ່ນໄດ້ຮັບຄວາມຮ່ວມມືກັບ EON Productions ແລະ ໜັງ James Bond ມາເປັນເວລາດົນນານ ເຊິ່ງເລີ່ມຂຶ້ນໃນປີ 1983 ເມື່ອ Range Rover Convertible ປະກົດໂຕໃນໜັງ Octopussy. ລ່າສຸດໃນປີ 2015 Range Rover Sport ໄດ້ເຂົ້າສາກແອັກຊັ່ນສຳຄັນໃນ SPECTRE.
https://www.landroverlaos.com/vehicles-range-rover-sport-models
No Time To Die ແມ່ນກຳກັບໂດຍ Cary Joji Fukunaga ແລະ ນຳສະແດງໂດຍ Daniel Craig ເຊິ່ງກັບມາສະແດງເປັນຄັ້ງທີ 5 ແລະ ຄັ້ງສຸດທ້າຍໃນຖານະ James Bond 007 ຂອງ Ian Fleming ໜັງເລື່ອງນີ້ຈະເຂົ້າສາຍ ภาพยนตร์เรื่องຕັ້ງແຕ່ວັນທີ 30 ກັນຍາ 2021 ໃນອັງກິດ ຜ່ານ Universal Pictures International ໃນອາເມລິກາວັນທີ 8 ຕຸລາ 2021 ຈາກ Metro Goldwyn Mayer (MGM) ຜ່ານແບນເນີ້ United Artists Releasing. Range Rover Sport SVR ມີລາຄາເລີ່ມຕົ້ນທີ່ 99,620 ປອນໃນອັງກິດ. ທ່ານສາມາດເລືອກສະເປັກ ແລະ ຈອງອອນລາຍໄດ້ທີ່: https://www.landroverlaos.com/vehicles-range-rover-sport-models | ຂ່າວບັນເທິງ | 2021-09-14T18:28:46+00:00 | https://laopost.com/?p=127668 |
ເຜີຍຮູບສາຍລັບສາວມືດີດເຂັມພິດຂ້າອ້າຍ “ຄິມ ຈອງ ອຶນ” ເສຍຊີວິດຄາທີ່ສະໜາມບິນມາເລເຊຍ | ອີງຕາມຂ່າວສຳນັກຂ່າວສົດ ເວັບໄຊຂ່າວສື່ດັງຂອງໄທ ລາຍງານເມື່ອວັນທີ 15 ກຸມພາ 2017 ວ່າ. ເວັບໄຊຂ່າວເດິສະຕາຣຂອງມາເລເຊຍ ເຜີຍພາບຈາກກ້ອງວົງຈອນປິດຂອງທາງສະໜາມບິນນານາຊາດ ກົວລາລຳເປີ ເຫັນຍິງສາວຄົນໜຶ່ງ ທີ່ເຊື່ອວ່າເປັນໜຶ່ງໃນສາຍລັບທີ່ກໍ່ເຫດສັງຫານທ່ານ ຈອງນຳ ອ້າຍຕ່າງມານດາຂອງທ່ານ ຄິມ ຈອງອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ.
ຮູບພາບຈາກກ້ອງວົງຈອນປິດເຜີຍຮູບຍິງສາວໄວກາງຄົນ ໃສ່ເສື້ອທີ່ພິມດ້ວຍອັກສອນ LOL (laughing out loud) ກະໂປ່ງສີຟ້າ ມືຂວາຖືກະເປົານ້ອຍ 1 ໜ່ວຍ
ລາຍງານລະບຸວ່າ ມີການຄາດເດົາວ່າ ທ່ານ ຈອງນຳ ເດີນທາງມາຈາກ ມາເກົ໊າເຂົ້າປະເທດ ມາເລເຊຍ ເມື່ອວັນທີ 6 ກຸມພາ ແລະ ກຳລັງຈະເດີນທາງກັບປະເທດ ແຕ່ຖືກລອບສັງຫານ ເມື່ອວັນທີ 13 ກຸມພາ 2017 ທີ່ຜ່ານມາ. | ຂ່າວຕ່າງປະເທດ | 2017-02-16T09:20:48+00:00 | https://laopost.com/?p=85221 |
ເຂື່ອນໄຟຟ້ານ້ຳສະນາຕອນລຸ່ມບໍ່ມີຄວາມຄືບຫນ້າ ອາດມີການລົບລ້າງ MOU | ການສຶກສາຄວາມເປັນໄປໄດ້ ເພື່ອສ້າງເຂື່ອນໄຟຟ້ານ້ຳຕົກຂະຫນາດນ້ອຍ 15 ເມກາວັດ ລົງມາໃສ່ນ້ຳສະນາຕອນລຸ່ມ
ທີ່ບ້ານນ້ຳພົດເມືອງກາສີ ຍັງບໍ່ມີຄວາມຄືບຫນ້າເທົ່າທີ່ຄວນ, ຂະນະທີ່ໄລຍະຂອງການສຶກສາຄວາມເປັນໄປໄດ້ເລີຍໄປ
ທຸກຂະນະ; ດ້ານພາກສ່ວນກ່ຽວຂ້ອງຊີ້ ຫາກໂຄງການນີ້ຍັງສືບຕໍ່ບໍ່ມີຂໍ້ມູນທາງດ້ານວິຊາການ ທີ່ສາມາດນຳໃຊ້ໄດ້ອາດ
ມີການລົບລ້າງ MOU ເພື່ອເປີດທາງໃຫ້ບໍລິສັດໃຫມ່ເຂົ້າໄປສຶກສາຕໍ່.
ການສຶກສາຄວາມເປັນໄປໄດ້ເພື່ອສ້າງເຂື່ອນໄຟຟ້ານ້ຳຕົກຂະຫນາດນ້ອຍ ໃສ່ນ້ຳສະນາຕອນລຸ່ມທີ່ເມືອງກາສີ,ອົງການ
ປົກຄອງແຂວງໄດ້ອະນຸຍາດ ໃຫ້ບໍລິສັດກາສີຮຸ່ງເຮືອງຊັບກໍ່ສ້າງເຄຫາສະຖານ, ຂົວ-ທາງ ຈຳກັດຜູ້ດຽວ ເຊິ່ງເປັນບໍລິສັດ
ເອກະຊົນລາວ ໃຫ້ລົງສຶກສາຄວາມເປັນໄປໄດ້ ໃນການສ້າງເຂື່ອນຂະຫນາດ 15 MW (15 ເມກາວັດ) ລົງມາແຕ່ວັນທີ 25
ພຶດສະພາ 2013 ມາຮອດຕົ້ນເດືອນຕຸລານີ້ເປັນເດືອນທີ 16 ແລ້ວ ແລະ ເວລາສອງເດືອນທີ່ຍັງເຫລືອອາຍຸຂອງການ
ສຶກສາຄວາມເປັນໄປໄດ້ສຳລັບ ໂຄງການນີ້ ຍັງບໍ່ກະເຕື້ອງ ແລະ ຫາກຍັງບໍ່ທັນມີຂໍ້ມູນທາງດ້ານທໍລະນີສາດ, ຂໍ້ມູນກ່ຽວ
ກັບຜົນກະທົບດ້ານສິ່ງແວດລ້ອມມາສະແດງໃຫ້ເຫັນແລ້ວ ທາງພະແນກເຈົ້າພາບທີ່ເປັນເສນາທິການໃຫ້ແກ່ອົງການ
ປົກຄອງແຂວງໃນເລື່ອງນີ້ ຄືພະແນກພະລັງງານ-ບໍ່ແຮ່ແຂວງ ຮ່ວມກັບພະແນການທີ່ກ່ຽວຂ້ອງອາດສະເຫນີໃຫ້ອົງ
ການປົກຄອງແຂວງລົບລ້າງ MOU ເພື່ອເປີດທາງໃຫ້ບໍລິສັດອື່ນທີ່ມີຄວາມພ້ອມເຂົ້າມາສຶກສາຕໍ່ໄປ.
ການເຄື່ອນໄຫວຫລ້າສຸດກ່ຽວກັບເລື່ອງນີ້ມີຂຶ້ນໃນວັນທີ 1 ຕຸລາທີ່ຜ່ານມາ ທີ່ພະແນກພະລັງງານ-ບໍ່ແຮ່ແຂວງວຽງຈັນ
ເຊິ່ງບໍລິສັດກາສີຮຸ່ງເຮືອງຊັບກໍ່ສ້າງເຄຫາສະຖານ, ຂົວທາງ ຈຳກັດຜູ້ດຽວ ໄດ້ເຂົ້າລາຍງານຄວາມຄືບຫນ້າຂອງໂຄງການ
ນີ້ ຕາມການເຊີນຂອງພະແນກພະລັງງານ-ບໍ່ແຮ່ແຂວງ, ຜ່ານການລາຍງານຂອງວິຊາການຈາກບໍລິສັດດັ່ງກ່າວແມ່ນ
ຍັງເປັນຂໍ້ມູນແບບລວມໆດ້ານພູສາດທີ່ສະແດງໃຫ້ເຫັນພຽງຈຸດທີ່ຕັ້ງຂອງ ເຂື່ອນ ແລະ ລະບົບສາຍສົ່ງຕາຂ່າຍໄຟຟ້າ
ເທົ່ານັ້ນ.
ດ້ານທ່ານ ຄຳບົງ ຄອນສະຫວັນ ຫົວຫນ້າພະແນກພະລັງງານ-ບໍ່ແຮ່ແຂວງ ແລະ ບັນດາວິຊາການທີ່ກ່ຽວຂ້ອງຊີ້ວ່າ: ພະ
ແນກພະລັງງານ-ບໍ່ແຮ່ແຂວງ ມີຄວາມຈຳເປັນຕ້ອງການຂໍ້ມູນທາງດ້ານວິຊາການທີ່ລະອຽດໄປກວ່ານີ້ ເປັນຕົ້ນແມ່ນຂໍ້
ມູນທາງດ້ານທໍລະນີສາດເຊັ່ນ ການຂຸດຊັ້ນດິນ, ຊັ້ນຫີນເປັນແນວໃດ ສາມາດກໍ່ສ້າງເຂື່ອນໄດ້ແນວໃດ, ຂໍ້ມູນປະລິມານ
ນ້ຳສະນາ, ຂໍ້ມູນປະລິມານນ້ຳຝົນ ເຊິ່ງຂໍ້ມູນນ້ຳເປັນຫມາກຫົວໃຈຂອງການສ້າງຕັ້ງເຂື່ອນໄຟຟ້າພະລັງນ້ຳ ເພື່ອເປັນວັດ
ຖຸດິບປ້ອນເຂື່ອນ, ກຳລັງຕິດຕັ້ງມີເທົ່າໃດ, ນອກຈາກນີ້ ຍັງມີຄວາມຕ້ອງການຂໍ້ມູນຜົນກະທົບດ້ານສິ່ງແວດລ້ອມ ແລະ
ສັງຄົມວ່າຈະມີຜົນກະທົບຫນ້ອຍຫລາຍຄືແນວໃດ ເພື່ອເປັນໄມ້ຫລາວັດແທກ ແລະ ໄລ່ລຽງຄວາມກຸ້ມຄ່າທາງດ້ານເສດ
ຖະກິດ ກ່ອນການສະເຫນີລາຍງານໃຫ້ອົງການປົກຄອງແຂວງຕັດສິນໃຈໃຫ້ລົງມືພັດທະນາໂຄງການນີ້ໃນຕໍ່ຫນ້າ ຫລື ບໍ່.
ດ້ານທ່ານ ຮຸ່ງທອງ ຄຳລາສີ ຫົວຫນ້າຂະແຫນງທຸລະກິດພະລັງງານຊີ້ວ່າ: ພະແນກພະລັງງານ-ບໍ່ແຮ່ແຂວງ ແລະ ພາກ
ສ່ວນກ່ຽວຂ້ອງຍັງໃຫ້ໂອກາດແກ່ ບໍລິສັດ ກາສີຮຸ່ງເຮືອງຊັບກໍ່ສ້າງເຄຫາ, ຂົວທາງ ຈຳກັດຜູ້ດຽວ ເຂົ້າຕໍ່MOU ອີກ 9
ເດືອນ ພ້ອມທັງສ້າງແຜນການເຄື່ອນໄຫວວຽກຂອງຕົນຢ່າງລະອຽດ ຫາກຫມົດເວລາ 9 ເດືອນທີ່ຕໍ່ໃຫ້ຍັງບໍ່ມີຄວາມຄືບ
ຫນ້າ ກໍຈະມີການລົບລ້າງໃນທີ່ສຸດ ແລະ ເງິນມັດຈຳ ຈຳນວນ 15.000 ໂດລາກໍຈະຖືດຢຶດເປັນຂອງລັດ, ແຕ່ຫາກການສຳ
ຫລວດມີຄວາມຄືບຫນ້າ ແລະ ກ້າວໄປເຖິງການພັດທະນາໂຄງການ ເງິນມັດຈຳດັ່ງກ່າວກໍ່ຈະສົ່ງຄືນໃຫ້ບໍລິສັດ.
ແຫລ່ງຂ່າວ: ເສດຖະກິດ – ສັງຄົມ | ຂ່າວພາຍໃນ | 2014-10-06T09:58:01+00:00 | https://laopost.com/?p=11264 |
ລາວ-ໄທ ສືບຕໍ່ເພີ່ມທະວີການພົວພັນຮ່ວມມືຂົງເຂດວັດທະນະທຳ | ເມື່ອວັນທີ 29 ພຶດສະພາຜ່ານມາ ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ກຽດຕ້ອນຮັບ ແລະ ພົບປະສອງຝ່າຍກັບ ທ່ານ ວິຣະໂຣດ ພົດຈະນະຣັດ ລັດຖະມົນຕີກະຊວງວັດທະນະທຳແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຮ່ວມຈັດຕັ້ງກິດຈະກຳສາຍຮູບເງົາແອນິເມເຊິນເລື່ອງ “ພະຣັກ-ພະຣາມ ຫຼື ບົດກະວີ ຣາມາຍານະ” ຢູ່ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດທີ່ຣາຊະອານາຈັກໄທໄດ້ຮັບກຽດເປັນປະທານອາຊຽນປີ 2019 ລວມທັງຈັດຕັ້ງປີແລກປ່ຽນວັດທະນະທຳອາຊຽນ-ໄທ ຢູ່ນະຄອນຫຼວງວຽງຈັນ.
ໂອກາດດັ່ງກ່າວ ທ່ານ ບໍ່ແສງຄຳ ວົງດາລາ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ຄະນະຜູ້ແທນຂັ້ນສູງຂອງກະຊວງວັດທະນະທຳແຫ່ງຣາຊະອານາຈັກໄທທີ່ໄດ້ມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແລະ ຈັດກິດຈະກຳສາຍຮູບເງົາດັ່ງກ່າວຮ່ວມກັນ ແລະ ຍັງໄດ້ພົບປະແລກປ່ຽນຄຳຄິດຄຳເຫັນເພື່ອເຮັດໃຫ້ວຽກງານການຮ່ວມມືທາງດ້ານວັດທະນະທຳຂອງສອງປະເທດໃຫ້ມີບາດກ້າວອັນໃໝ່ ທັງເຮັດໃຫ້ປະຊາຊົນສອງຊາດມີຄວາມເຂົ້າອົກເຂົ້າໃຈ ແລະ ຮັບຮູ້ຢ່າງກວ້າງຂວາງຕໍ່ໄມຕີຈິດມິດຕະພາບ ແລະ ສາຍພົວພັນດີງາມລະຫວ່າງ ລາວ-ໄທ ໄທ-ລາວ ທີ່ມີມາແຕ່ບູຮານ ພ້ອມນີ້ ສອງປະເທດ ລາວ-ໄທ ຍັງໄດ້ໃຫ້ການຮ່ວມມືກັນໃນຂົງເຂດຫຼາຍຝ່າຍ ພ້ອມທັງສະໜັບສະໜູນຊຶ່ງກັນ ແລະ ກັນໃນເວທີສາກົນເຊັ່ນ ໃນຂົງເຂດພາກພື້ນແມ່ນ້ຳຂອງ ຂົງເຂດວຽກງານອາຊຽນ ແລະ ເວທີສາກົນຕ່າງໆ.
ທ່ານ ບໍ່ແສງຄຳ ໄດ້ໃຫ້ຮູ້ຕື່ມວ່າ ສອງປະເທດ ລາວ-ໄທ ໄດ້ປະຕິບັດແລກປ່ຽນການຮ່ວມມືໃນຂົງເຂດວັດທະນະທຳດ້ວຍຫຼາຍຮູບແບບໃນຂົງເຂດການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍຢູ່ໃນພາກພື້ນ ແລະ ສາກົນຢ່າງເປັນຂະບວນຟົດຟື້ນ ໃນນັ້ນ ລວມມີການແລກປ່ຽນສິລະປະການສະແດງ ວາງສະແດງຮູບພາບ ຈັດສຳມະນາທາງດ້ານວິຊາການ ການຮ່ວມມືລະຫວ່າງສະຖາບັນການສຶກສາດ້ານວັດທະນະທຳ ແລະ ມີການແລກປ່ຽນຮ່ວມມືດ້ານທ່ອງທ່ຽວ ພ້ອມນີ້ ກໍຫວັງຢ່າງຍິ່ງວ່າການຮ່ວມມືໃນຂົງເຂດວັດທະນະ ທຳລະຫວ່າງສອງກະຊວງກໍຄືສອງປະເທດ ລາວ-ໄທ ຈະເພີ່ມທີວີການຮ່ວມມືໃຫ້ຫຼາຍຂຶ້ນ ໂດຍການຈັດຕັ້ງກອງປະຊຸມຕ່າງໆເພື່ອປຶກສາຫາລືສ້າງແຜນກິດຈະກຳຮ່ວມມືກັນທາງດ້ານວັດທະນະທຳໃຫ້ເປັນຮູບປະທຳຫຼາຍຂຶ້ນ ແລະ ໃຫ້ໄດ້ມີການລົງນາມບົດບັນທຶກການຮ່ວມມືນຳກັນ ເຮັດໃຫ້ວຽກງານການຮ່ວມມືທາງດ້ານວັດທະນະທຳມີອັນສະດວກ ແລະ ວ່ອງໄວ.
ໂດຍ: ສະຫະລັດ ວອນທິວົງໄຊ | ຂ່າວພາຍໃນ | 2019-05-30T15:34:00+00:00 | https://laopost.com/?p=114153 |
ບໍລິສັດ ຕັນ ຈົງ ມໍເຕີ ລາວ ຮ່ວມສະຫຼອງປີໃຫມ່ລາວກັບສູນສາມເອັດສ໌ຂອງນີສສັນ Nissan ທີ່ເປີດໃຫມ່ ສາຂາ ດອນແດງ | ໃນເດືອນເມສາ ປີ 2019 – ຕັນຈົງມໍເຕີລາວ (Lao) Sole Co. , Ltd. (“TCML”), ເຊີ່ງເປັນບໍລິສັດຕົວແທນຈຳໜ່າຍລົດນີສສັນ Nissan ແລະ ເປັນບໍລິສັດທີ່ຢູ່ໃນເຄື່ອຂ່າຍຂອງຕັນຈົງມໍເຕີ ໂຫດດີງສ໌ ເບີຣ໌ເຫດ ຂອງປະເທດມາເລເຊຍ Tan Chong Motor Holdings Bhd (Malaysia) ໄດ້ປະສົບຜົນສຳເລັດຄັ້ງສຳຄັນໂດຍການປະກາດການຂະຫຍາຍສາຂາຫຼ່າສຸດໃນນະຄອນຫຼວງວຽງຈັນ.
ຝ່າຍບໍລິຫານຂອງຕັນຈົງມໍເຕີ Tan Chong Motor ພ້ອມດ້ວຍແຂກທີ່ມີກຽດ ແລະ ສື່ທ້ອງຖີ່ນໄດ້ຮ່ວມສະຫຼອງປີໃຫມ່ລາວທີ່ຫ້ອງສະແດງລົດຍົນຂອງນີສສັນ Nissan ເຊີ່ງເປັນຫ້ອງທີ່ຫາກໍ່ເປີດໃຫມ່ ແລະ ປັດຈຸບັນທາງບໍລິສັດມີຫ້ອງຂາຍ ລົດຍົນ ຫຼື ສູນຂາຍລົດ ດ້ວຍກັນ 04 ແຫ່ງໃນລາວ.
ທ່ານ ຊົງ ຈູນ ເບັງ ຜູ້ບໍລິຫານຂອງບໍລິສັດຕັນຈົງມໍເຕີລາວ ແລະ ກຳປູເຈຍໄດ້ກ່າວວ່າ, “ທາງບໍລິສັດໄດ້ວາງແຜນທຸລະກິດຢ່າງຕໍ່ເນື່ອງໃນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ລວມເຖີງການຂະຫຍາຍສາຂາຂອງບໍລິສັດໃຫ້ເຂົ້າເຖີງຕະຫຼາດຫຼາຍຂື້ນກວ່າເກົ່າ. ພ້ອມທັງແນະນຳລົດລຸ້ນໃຫມ່ໆ ທີ່ທາງບໍລິສັດຜະລິດອອກມາເພື່ອເປັນການຕອບສະໜອງຄວາມຕ້ອງການທີ່ເພີ່ມຫຼາຍຂື້ນຂອງລູກຄ້າທີ່ຢູ່ຕ່າງແຂວງ.
ທາງບໍລິສັດຕັນຈົງ ມໍເຕີໃນລາວ Tan Chong motor (Laos) ນໍາສະເໜີການຈະເລີນເຕີບໂຕຂອງຕະຫຼາດທີ່ມີແນວໂນ້ມສູງຂື້ນ ແລະ ທາງຝ່າຍບໍລິຫານຄາດວ່າຍອດຂາຍຈະເຕີບໂຕຢ່າງຕໍ່ເນື່ອງ ແລະ ມີຄວາມໝັ້ນຄົງໃນອີກສອງສາມປີຂ້າງໜ້າ. ດ້ວຍການເປີດຕົວຂອງ ອໍລ໌ ນີວ ນີສສັນ ເທີຣາ All-New Nissan TERRA ເມື່ອສອງສາມເດືອນທີ່ຜ່ານມາ, ຊື່ງເປັນສັນຍາລັກອັນດີຂອງບໍລິສັດໃນອຸດສາຫະກຳລົດຍົນໃນພື້ນທີ່”
ທາງບໍລິສັດໄດ້ຈັດງານໃຫ້ຄືກັບງານ ຄາຣ໌ນິວໍລ໌ carnival ຊື່ງພ້ອມຈະນຳຄວາມສຸກມາໃຫ້ມວນຊົນທີ່ເຂົ້າມາຮ່ວມໃນງານ ພາຍໃນງານຍັງມີເກມ ແລະ ກິດຈະກຳຕ່າງໆ ສຳລັບເດັກເຊັ່ນ ສະລອຍນໍ້າ, ປືນນໍ້າ, ການແຂ່ງຂັນລະບາຍສີ, ແລະ ອື່ນໆ. ຂະນະທີ່ຜູ້ປົກຄອງກໍ່ຕື່ນເຕັ້ນກັບການທົດລອງຂັບ ອໍລ໌ ນີວ ນີສສັນ ເທີຣາ All-New Nissan TERRA.
ທາງຫ້ອງສະແດງລົດຍົນໃນປັດຈຸບັນຂອງບໍລິສັດຍັງມີແກລເລີລີ gallery ຂະຫນາດໃຫຍ່ທີ່ສາມາດສະແດງລົດຍົນໄດ້ເຕັມຮູບແບບ ບໍ່ວ່າຈະເປັນ ອໍລ໌ ນີວ ນີສສັນ ເທີຣາ All-New Nissan TERRA. ນີສສັນ ເອີແວນ Nissan URVAN, ນີສສັນ ນາວາຣາ ພຣີມ້ຽມ ພລັສ໌ Nissan NAVARA Premium Plus ແລະ ນີວ ນິສສັນ ເອັກຊ໌ ທຽວ New Nissan X-TRAIL.
ຊື່ງລູກຄ້າຈະໄດ້ຮັບຄວາມສຸກກັບການທີ່ໄດ້ສຳພັດຮູບລັກຂອງການຂັບເຄື່ອນອັນສຸດຍອດຂອງນີສສັນ Nissan. ສຳລັບກິດຈະກຳການເປີດງານສອງວັນຂອງບໍລິສັດໄດ້ມີລູກຄ້າທີ່ໂຊກດີໄດ້ຮັບຂອງລາງວັນຈາກການຈັບສະຫຼາກແຈກຂອງລາງວັນ ແລະ ຍັງມີຜູ້ທີ່ເຂົ້າມາຮ່ວມງານບາງທ່ານໄດ້ຮັບບັດສົມມະນາຄຸນຕ່າງໆ.
ສູນນີີສສັນສາມເອັດສ໌ Nissan 3S ໄດ້ເປີດໃຫມ່ຢ່າງເຕັມຮູບແບບ ເຊີ່ງເປັນຕົວແທນໃຫ້ກັບການຂາຍ, ການໃຫ້ການບໍລິການ ແລະ ຂາຍເຄື່ອງອາໄຫຼ່ຕ່າງໆ ທີ່ພ້ອມຈະສະໜອງການບໍລິການທີ່ສະດວກສະບາຍໃຫ້ແກ່ລູກຄ້າຢ່າງເຕັມຮູບແບບ ນັບແຕ່ການບໍລິການຫຼັງການຂາຍ ການສະໜອງກຳລັງການຜະລິດ ແລະ ຄວາມສາມາດໃນການຮອງຮັບລົດຍົນນີສສັນ Nissan ທີ່ເພີ່ມຫຼາຍຂື້ນໃນນະຄອນຫຼວງວຽງຈັນ.
ນີສສັນຍັງຄົງສືບຕໍ່ຂະຫຍາຍຕົວໃນລາວ ແລະ ສະໜອງຄວາມພື່ງພໍໃຈໃຫ້ແກ່ລູກຄ້າຊື່ງເປັນບຸລິມະສີດອັນສຳຄັນທີ່ມອບໃຫ້ລູກຄ້າຂອງບໍລິສັດ. ບໍລິສັດ ຕັນ ຈົງ ມໍເຕີ ລາວ Tan Chong Motor Lao ມຸ່ງເນັ້ນທີ່ຈະເພີ່ມປະສິດທິພາບການດຳເນີນການຫຼັງການຂາຍ ແລະ ມີຈຸດປະສົງທີ່ຈະເປັນໜື່ງແບຣນ brand ລົດຍົນທີ່ໄດ້ຮັບຄວາມນີຍົມໃນລາວ. ດັ່ງນັ້ນ ໃນຊ່ວງປີໃຫມ່ລາວ ທີມງານບໍລິການຫຼັງການຂາຍຈະໃຫ້ບໍລິການກວດສະພາບລົດຍົນຟຣີໃນອັດຕາພິເສດໃນການບໍລິການ ສ່ວນຫຼຸດອາໄຫຼ່ແທ້ຈາກນີສສັນ Nissan ແລະ ການປ່ຽນຖ່າຍນ້ຳມັນເຄື່ອງລົດຍົນ ເພື່ອລົດຄວາມກັງວົນຂອງລູກຄ້າທີ່ຈະເດີນທາງກັບບ້ານໃນຊ່ວງປີໃຫມ່ ເຊີ່ງໄລຍະການຈັດງານເລີ່ມແຕ່ ວັນທີ 8.04.2019 – 12.05.2019 ລວມ 5 ວັນ.
ລູກຄ້າ ແລະ ສະມາຊິກທີ່ມີຄວາມສົນໃຈສາມາດໂທຫາຝ່າຍບໍລິການໄດ້ດັ່ງຕໍ່ໄປນີ້
1) ບ້ານຈອມແຈ້ງ, ຖະໜົນທ່າເດືອ, ເມືອງສີສັດຕະນາກ : (+856 21) 316 073
2) ບ້ານ ດອນແດງ, ເມືອງຈັນທະບູລີ : (+856 21) 565056
2) ເມືອງສຸນັນທາ, ເມືອງໄກສອນພົມວິຫານ : (+856 30) 5270 131
3) ຖະໜົນສຸພານຸວົງ ເອັບເວນນູ & ຖະໜົນກ້າວແລ້ວ, ບ້ານສີໄຄ, ເມືອງສີໂຄດຕະບອງ : (+856 21) 520 990
4) ຖະໜົນສາລາຄອຍດົງຈອງ, ບ້ານສະໜາມໄຊ, ເມືອງປາກເຊ : (+856 30) 9688 889
ລູກຄ້າ ແລະ ສະມາຊີກທີ່ມີຄວາມສົນໃຈສາມາດເຂົ້າມາຢ້ຽມຊົມ ແລະ ທົດລອງຂັບ ອໍລ໌ ນີວ ນີສສັນ ເທີຣາ All-New Nissan TERRA, ນີສສັນ ນາວາຣາ ພຣີມ້ຽມ ພລັສ໌ Nissan NAVARA Premium Plus ແລະ ນີວ ນິສສັນ ເອັກຊ໌ ເທັລ New Nissan X-TRAIL ໄດ້ທີ່ຫ້ອງສະແດງລົດຍົນນີສສັນ Nissan Showroom ຫຼື ໂຣດໂຊສ໌ Roadshows ໄດ້ແລ້ວ.
ສຳລັບການສອບຖາມຂໍ້ມູນກ່ງວກັບລົດທຸກລຸ້ນຂອງນີສສັນ Nissan ໃນລາວ, ທ່ານສາມາດເຂົ້າຊົມໄດ້ທີ່ເວັບໄຊທ໌ http://www.nissan-lao.la ຫຼື ທ່ານສາມາດຕິດຕາມໜ້າເຟດສ໌ບຸກຄ໌ຂອງນີສສັນລາວໄດ້ທີ່http://fb.com/NissanLaos/
ກ່ຽວກັບບໍລິສັດ ຕັນຈົງ (ລາວ) ຈຳກັດ (Lao) Sole Co., Ltd. (“TCML”)
ບໍລິສັດ ຕັນຈົງ (ລາວ) ຈຳກັດ (Lao) Sole Co., Ltd. (“TCML”) ເປັນຕົວແທ່ນຈຳໜ່າຍລົດຍົນນິສສັນ Nissan ໃນລາວ ຊື່ງເປັນສາຂາຂອງຕັນຈົງມໍເຕີ ໂຫດດີງສ໌ ເບີຣ໌ເຫດຂອງມາເລເຊຍ Tan Chong Motor Holdings Berhed ທາງບໍລິສັດທັງເປັນຜູ້ຂາຍ, ຜູ້ບໍລິຫານນຳລົດເຂົ້າມາໃນລາວ ແຕ່ປີ 2010. ການເປີດຕົວຄັ້ງທຳອິດຂອງສູນສາມເອັດສ໌ 3S ໃນນະຄອນຫຼວງວຽງຈັນ ບໍລິສັດຕັນຈົງມໍເຕີລາວ ໄດ້ສ້າງສະຖິຕິຍອດຂາຍທີ່ໂດດເດັນເທີງທ້ອງຖະໜົນໃນປະເທດລາວເຊັ່ນ ນິສສັນ ນາວາຣາ Nissan Navara ແລະ ນິສສັນ ເອັກຊ໌ – ເທຣັັລ Nissan X-Trail. ໃນປີ 2016, ຕັນຈົງມໍເຕີລາວໄດ້ຖືກນຳສະເໜີເຂົ້າຊີງລາວວັນ ເດີ ນິສສັນ ກລອບໂອລ໌ ເອີເວີດ໌ ‘The Nissan Global Award 2016’ ຊື່ງເປັນລາງວັນລະດັບໂລກທີ່ຮັບຮູ້ຖືງການເປັນຕົວແທນຈຳໜ່າຍຂອງນິສສັນ Nissan ຈາກຜົນການດຳເນີນງານທີ່ໂດດເດັ່ນໃນຊ່ວງງົບປະມານປີ 2015 ໃນເລື່ອງຂອງປະລິມານການຂາຍ ແລະ ຜົນສຳເລັດສ່ວນແບ່ງການຕະຫຼາດ.
ໃນປີ 2017 ນັບເປັນກ້າວທີ່ສຳຄັນຂອງບໍລິສັດ ເພາະບໍລິສັດຕັນຈົງມໍເຕີລາວ ໄດ້ເປີດສູນສາມເອັດສ໌ 3S ໃນສະຫວັນນະເຂດ ແລະ ຕາມມາດ້ວຍສູນສາມເອັດສ໌ 3S ໃນປາກເຊ. ເພື່ອເປັນການຂັບເຄື່ອນທຸລະກິດ ບໍລິສັດຕັນຈົງມໍເຕີຣ໌ລາວຍັງສືບຕໍໍ່ສົ່ງຄວາມເພີ່ງພໍໃຈໃຫ້ກັບລູກຄ້າໃຫ້ເຖີງຈຸດສູງສຸດ ແລະ ສືບຕໍ່ຂະຫຍາຍສາຂາຂອງບໍລິສັດໃຫ້ຄອບຄຸມທົ່ວປະເທດ ພ້ອມກັບເປີດຫ້ອງບໍລິການການຂາຍໃຫ້ກັບຜູ້ທີ່ມີຄວາມສົນໃຈ ເພື່ອເພີ່ມຍອດຂາຍລົດຍົນ. | ຂ່າວພາຍໃນ | 2019-04-10T14:11:45+00:00 | https://laopost.com/?p=112455 |
ເກີດເຫດລົດປີ້ນຢູ່ໄຕ້ຫວັນ ມີຜູ້ເສຍຊີວິດ 28 ຄົນ | ສຳນັກຂ່າວ ຊີເອັນເອັນ ລາຍງານເມື່ອວັນທີ 13 ກຸມພາ 2017 ຜ່ານມາວ່າ ໄດ້ເກີດອຸປະຕິເຫດລົດປີ້ນຢູ່ໄຕ້ຫວັນ ຄາດວ່າມີຜູ້ເສຍຊີວິດ 28 ຄົນ, ໃນລົດເມດັ່ງກ່າວ ມີນັກທ່ອງທ່ຽວສ່ວນຫຼາຍເປັນຜູ້ສູງອາຍຸ, ຄົນຂັບລົດ ແລະໄກ້ນຳທ່ຽວ ລວມທັງໝົດ 44 ຄົນ ໄດ້ເກີດອຸປະຕິເຫດປີ້ນເວລາປະມານ 22:00 ໂມງ ຢູ່ທາງຫຼວງ ເຂດໜານກັງ ນະຄອນໄທເປ ຫຼັງກັບຈາກການໄປທ່ອງທ່ຽວສວນດອກຊະກຸຣະ ຢູ່ເມືອງໄທ່ຈົງ, ຫຼັງຈາກເກີດອຸປະຕິເຫດ ມີລົດໂຮງໝໍໄປຊ່ວຍຮອດ 20 ຄັນ, ເຊິ່ງໜ່ວຍກູ້ໄພໄດ້ເລັ່ງຊ່ວຍຜູ້ເຄາະຮ້າຍອອກຈາກລົດ ແຕ່ພົບວ່າຫຼາຍຄົນໄດ້ເສຍຊີວິດແລ້ວ | ຂ່າວຕ່າງປະເທດ | 2017-02-14T10:03:43+00:00 | https://laopost.com/?p=85013 |
ລັດເຊຍພ້ອມຟື້ນສໍາພັນຫຼັງ USA ໄດ້ຜູ້ນໍາໃໝ່ | ລັດຖະມົນຕີຊ່ວຍ ອອກມາຢືນຢັນ ລັດເຊຍພ້ອມຟື້ນສໍາພັນ ຫຼັງສາຫະລັດ ໄດ້ຜູ້ນໍາຄົນໃໝ່.
ອີງຕາມສໍານັກຂ່າວຕ່າງປະເທດລາຍງານເມື່ອວັນທີ 14 ພະຈິກທີ່ຜ່າມມາວ່າ: ເຊີເກ ໄຮອັບຄອນ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຂອງລັດເຊຍກ່າວວ່າ: ລັດເຊຍພ້ອມທີ່ຈະປັບປຸງຄວາມສໍາພັນ ກັບສາຫະລັດທັນທີຫຼັງຈາກທີ່ ໂດນັລ ທຣັມ ຊະນະການເລືອກຕັ້ງ ແຕ່ທາງລັດເຊຍ ຮັບຮູ້ແຜນນະໂຍບາຍຂອງ ໂດນັລ ທຣັມ ພຽງເລັກໜ້ອຍເທົ່ານັ້ນ ແລະຮູ້ສຶກວ່າ ຄໍາໝັ້ນຕ່າງຈາກຊ່ວງການຫາສຽງເລືອກຕັ້ງ ຮວມທັ້ງນະໂຍບາຍການທໍາງານດຽວຂອງເຂົາດ້ວຍ.
ຂະນະດຽວກັນ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຂອງລັດເຊຍ ກ່າວອີກວ່າ: ລັດເຊຍຈະຍັງຄົງສະໜັບສໜູນການຈັດການນິວເຄຍອີລານບໍ່ປ່ຽນແປງ ແມ້ທຣັມ ຫາສຽງໄວ້ວ່າຫາກເຂົາໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ຈະຍົກເລີກສັນຍາຕ່າງໆກໍຕາມ. | ຂ່າວຕ່າງປະເທດ | 2016-11-15T12:34:06+00:00 | https://laopost.com/?p=76544 |
ຄາດຄະເນສະພາບອາກາດ ແຕ່ເດືອນ ກັນຍາ-ພະຈິກ 2017 | ບົດສະຫຼຸບສະພາບອາກາດ ແລະ ລະດັບນ້ຳປະຈຳເດືອນ ສິງຫາ 2017 ແລະ ຄາດຄະເນສະພາບອາກາດ ແຕ່ເດືອນ ກັນຍາ-ພະຈິກ 2017
ແຫລ່ງຂ່າວ: ກົມອຸຕຸນິຍົມ ແລະ ອຸທົກກະສາດ | ຂ່າວທ້ອງຖິ່ນ | 2017-09-07T17:22:23+00:00 | https://laopost.com/?p=94649 |
ອຸບັດຕິເຫດລົດຂົນສົ່ງຢາເສບຕິດ 7 ລ້ານເມັດ ຕຳກັບຮົ້ວເຮືອນປະຊາຊົນ | ໃນຄັ້ງວັນທີ 29 ເມສາ 2023 ເວລາປະມານ 13 ຫາ 14 ໂມງ ໄດ້ມີອຸບັດຕິເຫດລົດກະບະວີໂກ້ ສີປອນທອງ ປ້າຍທະບຽນ ອອ 5659 ກຳແພງນະຄອນ (ເອກະຊົນ) ຕໍາຮົ້ວຂອງເຮືອນປະຊາຊົນ ຢູ່ບ້ານປ່າອ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ (ເຂດພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມ) ຈາກນັ້ນ ກໍໄດ້ມີເຈົ້າໜ້າທີ່ທະຫານທີ່ປະຈຳຢູ່ຄ້າຍ ປ່າໄລ່ ໄດ້ໄປກວດກາລົດຄັນດັ່ງກ່າວ ແມ່ນໄດ້ພົບເຫັນຢາເສບຕິດຢູ່ພາຍໃນລົດ ແລ້ວຈຶ່ງໄດ້ແຈ້ງໃຫ້ກອງບັນຊາການ ປກສ ແຂວງ ບໍ່ແກ້ວ.
ທາງກອງບັນຊາການ ປກສ ແຂວງ ບໍ່ແກ້ວ ຈຶ່ງໄດ້ຊີ້ນຳໃຫ້ທາງຫ້ອງວິຊາສະເພາະ ກໍຄືເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ລົງໄປສົມທົບກວດກາກັບເຈົ້າໜ້າທີ່ທະຫານ ຜ່ານການກວດກາລົດຄັນດັ່ງກ່າວ ແມ່ນໄດ້ພົບເຫັນຢາເສບຕິດ ປະເພດ ຢາບ້າ ຈຳນວນ 3.553 ມັດ, ເທົ່າກັບ 7.106.000 ເມັດ, ນ້ຳໜັກ 710,6 ກິໂລກຼາມ ແລະ ຢາໄອສ໌ ຈຳນວນ 1 ຫໍ່, ນ້ຳໜັກ 1 ກິໂລກຼາມ, ປຶ້ມຕຶດຕາມການຂຶ້ນທະບຽນລົດ 1 ຫົວ, ປ້າຍລົດຈຳນວນ 3 ຄູ່ຄື: ກກ 1528 ບໍ່ແກ້ວ (ປ້າຍສີຟ້າ), ຮຮ 1889 ກໍາແພງນະຄອນ (ເອກະຊົນ) ແລະ ອອ 5659 ກຳແພງນະຄອນ (ເອກະຊົນ).
ເຊິ່ງລົດຄັນດັ່ງກ່າວແມ່ນອອກຊື່ ທ້າວ ລາວນາວ່າງ ຢູ່ບ້ານດົງນາໂຊກ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ເຊິ່ງເວລາເກີດເຫດລົດຄັນດັ່ງກ່າວແມ່ນໄດ້ໃສ່ປ້າຍສີຟ້າ ກກ 1528 ກໍ່ແກ້ວ ສ່ວນຜູ້ຂັບຂີ່ແມ່ນໄດ້ເອົາຕົວລົບໜີ.
ທີ່ມາ PL Bokeo news | ຂ່າວພາຍໃນ | 2023-05-02T16:27:40+00:00 | https://laopost.com/?p=144257 |
ສານຕໍ່ໃຫ້ຈົບ ຄລ໊ອປກະຕຸ້ນເຕັມທີ່ໃຫ້ ແມນຢູ ຕົກຮອບ | ສານຕໍ່ໃຫ້ຈົບ ຄລ໊ອປກະຕຸ້ນເຕັມທີ່ໃຫ້ ແມນຢູ ຕົກຮອບ
ຈໍແກນ ຄລ໊ອປ ຜູ້ຈັດການທີມ ລີເວີພູ ລະບຸທີມຂອງຕົນຈະເຂ່ຍ ແມນເຊັດສະເຕີ ຢູໄນເຕັດ ຕົກຮອບ 16 ທີມສຸດທ້າຍຂອງ ສຶກ ຢູໂຣປາ ລີກ ແຕ່ກໍ່ກະຕຸ້ນລູກທີມໃຫ້ໂຊຟອມເກັ່ງເໝືອນຊ່ວງທີ່ຜ່ານມາ.
ຈໍແກ້ນ ຄລ໊ອປ ຜູ້ຈັດການທີມ ລີເວີພູ ສະໂມສອນດັງ ພຣີເມຍລີກ ອັງກິດ ໝັ້ນໃຈວ່າທີມຂອງຕົນຈະຜ່ານເຂົ້າສູ່ຮອບກ່ອນຮອງຊະນະເລີດຂອງສຶກ ຢູຟາ ຢູໂຣປາ ລີກ ໄດ້ແນ່ ຫຼັງຈາກກຸມຄວາມໄດ້ປຽບກ່ອນຈະລົງຫຼິ້ນຮອບ 16 ທີມສຸດທ້າຍນັດສອງກັບ ແມນເຊັດສະເຕີ ຢູໄນເຕັດ ທີ່ສະໝາມ ໂອລ ແທ໊ຣຟອດ ໃນວັນພະຫັດທີ 17 ມີນານີ້.
ນັດທຳອິດ ລີເວີພູ ເອົາຊະນະໄວ້ກ່ອນ 2-0 ເຮັດໃຫ້ໂອກາດເຂົ້າຮອບຂອງພວກເຂົາມີຫຼາຍ ລີເວີພູ ຈະຕົກຮອບກໍ່ຕໍ່ເມື່ອເສຍ 0-3 ເປັນຢ່າງຕ່ຳ ແລະຖ້າພວກເຂົາຍິງປະຕູໄດ້ ແມນເຊັດສະເຕີ ຢູໄນເຕັດ ກໍ່ຕ້ອງຊະນະດ້ວຍຜົນຕ່າງ 3 ລູກ.
ເຮົາຈະລົງຫຼິ້ນເກມນີ້ໂດຍທີ່ໝັ້ນໃຈວ່າ ສາມາດປິດງານຂອງຕົວເອງສັບປະດາທີ່ຜ່ານມາມັນເປັນຄ່ຳຄືນສຳລັບເຮົາແຕ່ຄະນະດຽວກັນມັນຫາກຜ່ານໄປພຽງເຄິ່ງທາງເທົ່ານັ້ນ ເຮົາກໍ່ຕ້ອງສ້າງຟອມການຫຼິ້ນທີ່ເກັ່ງທີ່ເຮົາເຮັດໄດ້ໃນພັກຫຼັງແລະຫວັງວ່າມີໜ້າເຮົາຈະເຮັດໄດ້ແບບນັ້ນໄດ້ອີກ.
ແຫລ່ງຂ່າວຈາກ: | ຂ່າວພາຍໃນ | 2016-03-18T08:18:53+00:00 | https://laopost.com/?p=50789 |
ໂຄວິດ-19 ກາຍພັນແລ້ວເຖິງ 7 ສາຍພັນ ຕອນນີ້ “ສາຍພັນ G” ກຳລັງລະບາດທົ່ວໂລກ. | ນັກວິທະຍາສາດຕາມສຶກສາເຊື້ອໂຄວິດ-19 ພົບການພັນແລ້ວເຖິງ 7 ສາຍພັນ ຫຼັງເກີດການລະບາດຂ້າມປີ, ທົ່ວໂລກມີຍອດຕິດເຊື້ອທົ່ວໂລກ 73,760,333 ຄົນ ແລະ ເສຍຊີວິດ 1,640,046 ຄົນ, ຕອນນີ້ສາຍພັນ G ກຳລັງລະບາດທົ່ວໂລກ.
ເມື່ອວັນທີ 10 ທັນວາ ທີ່ຜ່ານມາ ສຳນັກຂ່າວຣອຍເຕີ ລາຍງານ ການພັດທະນາການຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ 2019 ຫຼື ໂຄວິດ-19 ທີ່ລະບາດໃຫຍ່ທົ່ວໂລກ ຫຼັງຈາກເລີ່ມແຜ່ລະບາດທີ່ເມືອງອູ່ຮັ່ນ ມົນທົນຫູເປີ່ຍ ຂອງຈີນ ຕັ້ງແຕ່ທ້າຍປີ 2019 ເຮັດໃຫ້ທົ່ວໂລກມີຍອດຜູ້ເສຍຊີວິດ 1.5 ລ້ານຄົນ ເຊື້ອໂຄວິດ-19 ມີການກາຍພັນແລ້ວເຖິງ 7 ສາຍພັນ ເພື່ອມັນຕ້ອງປັບຕົວໃຫ້ເຂົ້າກັບສະພາບຮ່າງກາຍຂອງມະນຸດ.
ການຕິດຕາມ ແລະ ທຳຄວາມເຂົ້າໃຈໃນການປ່ຽນແປງເຫຼົ່ານີ້ຂອງໄວຣັສ ຖືເປັນເລື່ອງສຳຄັນໃນການພັດທະນາກົນລະຍຸດເພື່ອຕໍ່ສູ້ກັບໂຣກໂຄວິດ-19.
ຣອຍເຕີໄດ້ວິເຄາະຕົວຢ່າງຂອງຢີນກວ່າ 185,000 ຢືນຈາກ Initiative on Sharing All Influenza Data (GISAID) ເຊິ່ງເປັນຖານຂໍ້ມູນຂອງຢີນເຊື້ອໂຄວິດ-19 ທີ່ໃຫຍ່ທີ່ສຸດໃນໂລກ ໄດ້ສະແດງໃຫ້ເຫັນເຖິງວິທີການທີ່ສາຍພັນສຳຄັນຂອງເຊື້ອໂຄວິດ-19 ໄດ້ປ່ຽນແປງໄປຕາມເວລາ.
ສາຍພັນດັ່ງເດີມຂອງເຊື້ອໂຄວິດ-1 ທີ່ພົບການລະບາດຄັ້ງທຳອິດໃນເມືອງອູ່ຮັ່ນ ເມື່ອເດືອນທັນວາ 2019 ເປັນສາຍພັນ L ຈາກນັ້ນ ເຊື້ອໄດ້ກາຍພັນເປັນສາຍພັນ S ເມື່ອຕົ້ນປີ 2020 ຕໍ່ມາໄດ້ກາຍພັນເປັນສາຍພັນ V ແລະ G ເຊິ່ງສາຍພັນ G ຍັງກາຍພັນໄປເປັນສາຍພັນ GR, GH ແລະ GV ສ່ວນການກາຍພັນທີ່ບໍ່ພົບເຫັນຫຼາຍແມ່ນຖືກຈັດລວມເຂົ້າກັນເປັນສາຍພັນ O.
ປັດຈຸບັນ, ໂຄວິດ-19 ສາຍພັນ G ໄດ້ລະບາດທົ່ວໂລກ ເຊິ່ງກາຍພັນທີ່ສະເພາະຄັ້ງໜຶ່ງທີ່ຮຽກວ່າ D614G ໄດ້ກາຍເປັນສາຍພັນແຕກຕ່າງທີ່ພົບຫຼາຍທີ່ສຸດ ໃນຂະນະທີ່ນັກວິທະຍາສາດຍັງມີຄວາມເຫັນບໍ່ຕົງກັນວ່າເຊື້ອໂຄວິດສາຍພັນ D614G ສາມາດລະບາດໄດ້ງ່າຍຂຶ້ນ ເພາະຜົນຈາກການສຶກສາອື່ນໆ ຍັງມີຄວາມຂັດແຍ້ງໃນເລື່ອງນີ້ຢູ່ ສ່ວນການກາຍພັນຂອງເຊື້ອໂຄວິດ-19 ເມື່ອມໍ່ໆນີ້ ຄື: ສາຍພັນ GV ເຊິ່ງປັດຈຸບັນໄດ້ເປັນສາຍພັນທີ່ຖືກແຍກໄປລະບາດໃນເອີຣົບ ເຊິ່ງຜູ້ຊ່ຽວຊານຍັງບໍ່ແນ່ໃຈວ່າເຊື້ອໂຄວິດສາຍພັນ GV ເຂົ້າມາລະບາດໃນເອີຣົບໄດ້ແນວໃດ.
ເຖິງຢ່າງໃດກໍ່ຕາມ, ການປ່ຽນແປງຂອງເຊື້ອໂຄວິດ-19 ທຸກສາຍພັນຍັງບໍ່ສາມາດຕໍ່ຕ້ານລິດຢາວັກຊີນທີ່ກຳລັງພັດທະນາໄດ້ເທື່ອ ສິ່ງທີ່ນັກວິທະຍາສາດຢາກເຮັດຄືການພະຍາຍາມເຮັດໃຫ້ການລະບາດຂອງ ໂຄວິດ-19 ຊ້າລົງ, ເພາະວ່າຖ້າສາຍພັນຂອງ ໂຄວິດ-19 ມີ ມີການປ່ຽນແປງເລື້ອຍໆ ໂດຍສະເພາະແມ່ນບໍລິເວນ ໜາມໂປຣຕິນຮອບເຊລ ໂຄວິດ-19 ອາດຈະຕໍ່ຕ້ານກັບວັກຊີນໄດ້.
ຮຽບຮຽງຂ່າວ: ພຸດສະດີ | ຂ່າວຕ່າງປະເທດ | 2020-12-17T10:00:02+00:00 | https://laopost.com/?p=122359 |
ນ້ຳມັນມີການປັບລາຄາຂຶ້ນ 2 ຮອບພາຍໃນ 1 ເດືອນ | ທີ່ມາ: ເສດຖະກິດ-ການຄ້າ | ຂ່າວພາຍໃນ | 2018-01-27T12:48:52+00:00 | https://laopost.com/?p=98848 |
ປະທານາທິບໍດີຄົນໃໝ່ຂອງອິນເດຍ | ດຣູປາດີ ເມີມູ ນັກການເມືອງຜູ້ຍິງ ຈາກຊົນເຜົ່າສັນທາຣ ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີຄົນໃໝ່ ແລະ ເປັນຄົນຊົນເຜົ່າຄົນທຳອິດຂອງອິນເດຍ ທີ່ດຳລົງຕຳແໜ່ງຂັ້ນສູງສຸດທາງການເມືອງ.
ໃນວັນທີ 22 ກໍລະກົດ 2022 ສື່ທາງການຂອງອິນເດຍ ໄດ້ລາຍງານວ່າ: ຜົນຄະແນນຈາກລັດສະພາອິນເດຍທີ່ໄດ້ລົງຄະແນນເລືອກຕັ້ງປະທານາທິບໍດີຄົນໃໝ່ໃນຕົ້ນອາທິດນີ້ ໄດ້ຮັບການເປີດເຜີຍໂດຍຄະນະກຳມະການເລືອກຕັ້ງໃນວັນພະຫັດທີ່ຜ່ານມານີ້ ທີ່ໄດ້ລະບຸວ່າ ດຣູປາດີ ເມີມູ ນັກການເມືອງຈາກຊົນເຜົ່າສັນທຣາ ໄດ້ຮັບລົງຄະແນນສຽງກາຍເຄິ່ງໜຶ່ງ ຈາກສະມາຊິກສະພາຜູ້ແທນລາດສະດອນ ໃນລັດສະພາ ແລະ ຈາກສະມາຊິກສະພານິຕິບັນຍັດລະດັບພູມີພາກທົ່ວປະເທດ.
ດຣູປາດີ ເມີມູ ອາຍຸ 64 ປີ ໄດ້ຮັບການສະເໜີຊື່ຈາກພັກພາຕິຍະ ຊະນະຕາ (BJP) ຂອງນາຍົກລັດຖະມົນຕີເຣນທຣາ ໂມດີ ໃຫ້ຮ່ວມຊິງຕຳແໜ່ງປະທານາທິບໍດີ.
ດຣູປາດີ ເມີມູ ຈະເປັນປະທານາທິບໍດີ ຄົນທີ 15 ຂອງອິນເດຍ ແລະ ເປັນຜູ້ຍິງ ທີ່ເປັນປະທານາທິບໍດີ ຄົນທີ່ 2 ຂອງປະເທດ, ແຕ່ກ່ອນ ເມີມູ ແມ່ນມີອາຊີບເປັນຄູ ກ່ອນທີ່ຈະເຂົ້າມາວົງການ ການເມືອງ ແລະ ເຄີຍເປັນເຈົ້າແຂວງມາກ່ອນ.
ການດຳລົງຕຳແໜ່ງຂອງ ດຣູປາດີ ເມີມູ ເປັນການສະແດງໃຫ້ເຫັນວ່າ ຜູ້ຍິງກໍສາມາດດຳລົງຕຳແໜ່ງຂັ້ນສູງໃນລັດຖະບານກໍໄດ້ເຊັ່ນກັນ. | ຂ່າວຕ່າງປະເທດ | 2022-07-22T15:27:56+00:00 | https://laopost.com/?p=135940 |
ເຈົ້າໜ້າທີ່ຈະຄຸມເຂັ້ມຜູ້ເມົາແລ້ວຂັບພ້ອມກວດຈັບຄວາມໄວເທິງທາງດ່ວນຊ່ວງປີໃໝ່ສາກົນ | ເຈົ້າໜ້າທີ່ຕຳຫຼວດຈະລາຈອນກຽມຄຸມເຂັ້ມນັກຂັບຂີ່ ໂດຍສະເພາະຜູ້ເມົາແລ້ວຂັບລົດພ້ອມກວດຈັບຄວາມໄວເທິງທາງດ່ວນຜ່ານກ້ອງວົງຈອນປິດ ໃນຊ່ວງສະເຫຼີມສະຫຼອງປີໃໝ່ສາກົນ ເພື່ອຫຼຸດຜ່ອນປັນຫາອຸບັດເຫດເທິງທ້ອງຖະໜົນ.
ອີງຕາມແຈ້ງການຂອງກົມຕຳຫຼວດຈະລາຈອນ, ກະຊວງປ້ອງກັນຄວາມສະຫງົບ ໃນວັນທີ 22 ທັນວາ 2021, ຫ້າມຜູ້ຂັບຂີ່ດື່ມສິ່ງມຶນເມົາ (ເມົາຫ້າມຂັບຂີ່ລົດ) ຢ່າງເດັດຂາດ ຖ້າກວດພົບເຫັນ ທາງເຈົ້າໜ້າທີ່ຕຳຫຼວດຈະລາຈອນຈະໄດ້ກັກຕົວໄວ້ຊົ່ວຄາວ ຈົນກວ່າຊ່ວງເມົາຈິ່ງອະນຸຍາດໃຫ້ໄປ ຫຼື ໃຫ້ຍາດພີ່ນ້ອງ ຫຼື ໝູ່ຄູ່ມາຮັບເອົາເພື່ອຄວາມປອດໄພ ພ້ອມຫ້າມຂັບຂີ່ລົດໄວເກີນກົດໝາຍກຳນົດ ໂດຍສະເພາະແມ່ນເສັ້ນທາງດ່ວນ ແມ່ນສາມາດໃຊ້ຄວາມໄວສູງສຸດບໍ່ເກີນ 120 ກິໂລແມັດ/ຊົ່ວໂມງ ແລະຄວາມໄວຕໍ່າສຸດບໍ່ຫຼຸດ 80 ກິໂລແມັດ/ຊົ່ວໂມງ ເຊິ່ງເຈົ້າໜ້າທີ່ຈະມີການຕິດຕາມຈັບຄວາມໄວຜ່ານກ້ອງວົງຈອນປິດ. ນອກນັ້ນ, ກໍຫ້າມຈອດລົດໃນເສັ້ນທາງດ່ວນຢ່າງເດັດຂາດ ຍົກເວັ້ນກໍລະນີລົດເປ່ເພ ທັງນີ້ກໍເພື່ອເປັນການຫຼຸດຜ່ອນປັນຫາອຸບັດເຫດທີ່ອາດເກີດຂຶ້ນ.
ເຈົ້າໜ້າທີ່ລາຍງານຕື່ມວ່າ ໃນຊ່ວງເດືອນມັງກອນ ຫາ ເດືອນຕຸລາ ມີອຸບັດເຫດເກີດຂຶ້ນທົ່ວປະເທດທັງໝົດ 4.808 ລາຍ, ພາຫະນະເປ່ເພ 8.577 ຄັນ, ມີຜູ້ໄດ້ຮັບບາດເຈັບ 7.334 ຄົນ ແລະ ເສຍຊີວິດ 704 ຄົນ. ສະເພາະຊ່ວງປີໃໝ່ສາກົນໃນຕົ້ນເດືອນມັງກອນ 2021 ຜ່ານມາ, ມີອຸບັດເຫດເກີດຂຶ້ນ 217 ລາຍ, ພາຫະນະເປ່ເພ 376 ຄັນ, ມີຜູ້ໄດ້ຮັບບາດເຈັບ 342 ຄົນ ແລະເສຍຊີວິດ 36 ຄົນ ອັນໄດ້ສ້າງຜົນເສຍຫາຍທາງດ້ານສຸຂະພາບ, ຊີວິດ ແລະຊັບສິນຢ່າງຫຼວງຫຼາຍ. | ຂ່າວພາຍໃນ | 2021-12-24T08:56:27+00:00 | https://laopost.com/?p=130695 |
Subsets and Splits