title
stringlengths
7
164
text
stringlengths
18
16.7k
category
stringclasses
7 values
date
stringlengths
25
25
url
stringlengths
27
29
ກຽມສ້າງພະພຸດທະຮູບໃຫຍ່ຢູ່ເຂດເສດຖະກິດພິເສດບຶງທາດຫຼວງ
ອີງຕາມລາຍງານຈາກ ເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ: ພາກສ່ວນກ່ຽວຂ້ອງຂອງລາວກຳລັງດຳເນີນການຄົ້ນຄວ້າປຶກສາຫາລື ກ່ຽວກັບການກະກຽມວຽກງານໂຄງການກໍ່ສ້າງພະພຸດທະຮູບໃຫຍ່ ແລະ ສະເໜີຜ່ານຮ່າງຂໍ້ຕົກລົງຄະນະຮັບຜິດຊອບການຈັດຕັ້ງປະຕິບັດໂຄງການກໍ່ສ້າງພະພຸດທະຮູບໃຫຍ່ ຢູ່ເຂດເສດຖະກິດພິເສດບຶງທາດຫຼວງ. ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ ທັງເປັນປະທານຄະນະຊີ້ນຳລະດັບຊາດ ໂຄງການກໍ່ສ້າງພະພຸດທະຮູບໃຫຍ່ ຢູ່ເຂດເສດຖະກິດພິເສດບຶງທາດຫຼວງ, ໄດ້ກ່າວໃນກອງປະຊຸມຄະນະຊີ້ນຳລະດັບຊາດ ໂຄງການກໍ່ສ້າງພະພຸດທະຮູບໃຫຍ່ ຢູ່ເຂດເສດຖະກິດພິເສດ ບຶງທາດຫຼວງ ເຊິ່ງຈັດຂຶ້ນໃນວັນທີ 31 ສິງຫາ ຜ່ານມາ ວ່າ: ໂຄງການກໍ່ສ້າງພະພຸດທະຮູບໃຫຍ່ ຢູ່ເຂດເສດຖະກິດພິເສດບຶງທາດຫຼວງ ແມ່ນເປັນໂຄງການທີ່ແນ່ໃສ່ການອະນຸຮັກ ແລະ ສົ່ງເສີມທາງດ້ານວັດທະນະທຳ, ປະຫວັດສາດ ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວ, ເສີມສ້າງທາງດ້ານພຸດທະສາສະໜາໃຫ້ມີຄວາມຍືນຢົງທັນກັບຍຸກສະໄໝໂລກາວິວັດ, ທັງເປັນການກະຕຸກຊຸກຍູ້ເຮັດໃຫ້ເຂດເສດຖະກິດພິເສດບຶງທາດຫຼວງ ກາຍເປັນແຫຼ່ງສູນລວມທາງດ້ານເສດຖະກິດມີການພັດທະນາຮອບດ້ານ ເປັນແຫຼງທ່ອງທ່ຽວທີ່ຕິດພັນທາງດ້ານວັດທະນະທຳ, ປະຫວັດສາດອັນດີງາມຂອງຊາດລາວ. ທ່ານຍັງໄດ້ຮຽກຮ້ອງໃຫ້ຂະແໜງການທີ່ກ່ຽວຂ້ອງເອົາໃຈໃສ່ໃນການຄົ້ນຄວ້າຮູບແບບ, ໂຄງສ້າງຂອງພະພຸດທະຮູບໃຫຍ່ດັ່ງກ່າວໃຫ້ຖືກຕ້ອງທາງດ້ານສະຖາປັດຕະຍະກຳ ແລະ ສອດຄ່ອງຕາມຮີດຄອງປະເພນີ ແລະ ວັດທະນະທຳຂອງຊາດລາວ, ໃຫ້ມີການຂຽນປະຫວັດຄວາມເປັນມາຢ່າງຈະແຈ້ງ. ພ້ອມນັ້ນ, ກໍໃຫ້ເອົາໃຈໃສ່ໃນດ້ານເຕັກນິກ-ວິຊາການ, ແລະ ມາດຕະຖານຕ່າງໆໃນການກໍ່ສ້າງ ເພື່ອຮັບປະກັນຄວາມປອດໄພໃນດ້ານຕ່າງໆ ທັງນີ້ກໍເພື່ອຫຼີກລ່ຽງບັນຫາຕ່າງໆທີ່ກະທົບຕໍ່ກັບການດຳເນີນໂຄງການກໍ່ສ້າງ ແລະ ຮັບປະກັນຄວາມຖືກຕ້ອງສອດຄ່ອງຕາມຫຼັກການ. ສຳລັບລາຍລະອຽດດ້ານມູນຄ່າການກໍ່ສ້າງ ລວມທັງວັນເວລາກຳນົດທີ່ແນ່ນອນນັ້ນ, ທາງທີມງານລາວໂພສຈະມີການອັບເດດໃຫ້ຮູ້ຕື່ມໃນພາຍຫຼັງ.
ຂ່າວພາຍໃນ
2021-09-06T09:24:45+00:00
https://laopost.com/?p=127467
ສຸດຍອດອາຫານທະເລ 5 ຊະນິດ ທີ່ດີຕໍ່ສຸຂະພາບ
ອາຫານທະເລເປັນອາຫານທີ່ຫຼາຍຄົນມັກກິນ ແຕ່ຖ້າກິນຕະຫຼອດອາດເຮັດໃຫ້ຄໍເລດເຕີລໍສູງ ແຕ່ຖ້າດົນໆກິນເທື່ອໜຶ່ງ ອາຫານ 5 ປະເພດນີ້ມີປະໂຫຍດຫຼາຍຢ່າງຕໍ່ຮ່າງກາຍ ປາເຊວມອນ: ມີກົດໄຂມັນໂອເມກ້າ 3 ຊ່ວຍບຳລຸງສຸຂະພາບຜິວ, ໃນປະລິມານທີ່ຫຼາຍກວ່າຮ່າງກາຍຕ້ອງການຕໍ່ມື້ອີກ, ເປັນອາຫານທະເລອັນດັບໜຶ່ງ ທີ່ຊ່ວຍບຳລຸງຜິວ ໃຫ້ມີຄວາມຊຸ່ມຊື່ນ ປາທູນ່າ: ເປັນປາທີ່ໃຫ້ປະລິມານໂປຣຕີນຫຼາຍເທົ່າກັບຊີ້ນງົວ ແລະຍັງມີໂອເມກ້າ 3 ແລະແຄວຊຽມ ເໝາະສຳລັບແຕ່ງອາຫານຕອນແລງ ຫອຍແມງພູ່: ມີແຄລໍລີ່ຕໍ່າ, ມີວິຕາມິນ ແລະແຮ່ທາດສຳຄັນເຊັ່ນ: ເຫຼັກ, ສັງກະສີ ແລະຍັງມີກົດໄຂມັນໂອເມກ້າ 3 ທີ່ເທົ່າກັບປາທະເລ ປາກະພົງຂາວ: ມີແຄວຊຽມສູງ ແລະເປັນແຫຼ່ງຂອງວິຕາມິນບີ, ປາກະພົງເປັນປາທີ່ມີກ້າງຫຼາຍ ແລະເໝາະສຳລັບຄົນທີ່ຈະຫຼຸດນໍ້າໜັກ ກຸ້ງ: ມີທາດເຫຼັກສູງ, ສັງກະສີ ແລະວິຕາມິນທີ່ຊ່ວຍກະຕຸ້ນພູມຄຸ້ມກັນ, ມີໄຂມັນອິ່ມຕົວຕໍ່າ ແລະດີຕໍ່ຫົວໃຈອີກດ້ວຍ ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ! ifram FB ວິທະຍາສຶກສາ
ສຸຂະພາບ ແລະ ສີ່ງແວດລ້ອມ
2016-12-05T15:41:07+00:00
https://laopost.com/?p=78726
ປະເທດທີ່ມີຄວາມສະຫງົບສຸກທີ່ສຸດ ໃນປີ 2016
ອີງຕາມການລາຍງານຂອງສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 6 ຕຸລາຜ່ານມາວ່າ: ມີລາຍງານໃໝ່ຂອງ Global peace inbox ໄດ້ຮວບຮວມການຈັດອັນດັບປະເທດທີ່ສະຫງົບສຸກຫຼາຍທີ່ສຸດ ແລະໜ້ອຍທີ່ສຸດ ປະຈຳປີ 2016 ຈາກປະເທດທັງໝົດ 163 ປະເທດໃນໂລກ ຜົນຈາກການຈັດອັນດັບ 10 ປະເທດທີ່ໄດ້ຊື່ວ່າ ມີຄວາມສະຫງົບສຸກ ຈາກການວັດຜົນທາງເສດຖະກິດໄດ້ແກ່ ປະເທດ ບອດສະວານາ ໃນ ອັບຟະລິກາ, ຊິລີ, ຄອສຕາຣິກາ ໃນອາເມລິກາກາງ, ຍີ່ປຸ່ນ, ມໍລິເຊຍ ໃນອັບຟະລິກາຕາເວັນອອກ, ປານາມາ, ກາຕາ, ສະວິດເຊີແລນ, ອຸຣຸກໄວ ແລະຫວຽດນາມ ຈາກການສຳຫຼວດ ແລະຈັດອັນດັບຄັ້ງນີ້ ໄດ້ລວບລວມ ຜົນກະທົບທາງເສດຖະກິດ ທີ່ເກີດຂຶ້ນຈາກຄວາມຮຸນແຮງທົ່ວໂລກເອົາໄວ້ນຳ ເຊິ່ງໃນປີກາຍຄວາມຮຸນແຮງທີ່ເກີດຂຶ້ນປະມານມູນຄ່າແມ່ນ 13.6 ລ້ານດອນລາສະຫະລັດ ຫຼືຄິດເປັນເປີເຊັນແມ່ນ 13.3% ຂອງຜະລິດຕະພັນລວມໃນປະເທດ ຖ້າຫາກແບ່ງເປັນເປີເຊັນແລ້ວ ທະວີບຢູໂຣບ ຖືວ່າມີຈຳນວນປະເທດທີ່ສະຫງົບສຸກຫຼາຍທີ່ສຸດໃນໂລກ ເຊິ່ງໃນ 11ປະເທດທີ່ຢູ່ໃນເກນປະເທດສະຫງົບສຸກນັ້ນ ມີປະເທດຈາກຢູໂຣບຮອດ 8 ປະເທດທີ່ໄດ້ຢູ່ໃນອັນດັບສະຫງົບສຸກຫຼາຍເຊິ່ງໄດ້ແກ່: ໄອແລນ, ເດນມາກ, ອອສເຕເລຍ, ໂປຣຕູເກດ, ສາທາລະນະລັດເຊັກ, ສະວິດເຊີແລນ, ສະໂລວາເນຍ ແລະຟິນແລນ ຖ້າຈັດໃນປະເທດອາຊຽນແມ່ນ ສິງກະໂປ ເປັນປະເທດທີ່ສະຫງົບສຸກຫຼາຍທີ່ສຸດ ເມື່ອປຽບທຽບກັບປະເທດອື່ນໆ, ຕໍ່ມາແມ່ນມາເລເຊຍ, ສ່ວນລາວເຮົາແມ່ນ ຢູ່ໃນອັນດັບທີ 52 ມີຄວາມສະຫງົບດີຢູ່ ເປັນອີກປີໜຶ່ງທີ່ໄອແລນ ຕິດອັນດັບປະເທດທີ່ສະຫງົບສຸກຫຼາຍທີ່ສຸດໃນໂລກ, ເຊິ່ງປະເທດທີ່ມີຄວາມຂັດແຍ່ງກັນຫຼາຍທີ່ສຸດແມ່ນປະເທດຊີເລຍ, ຊູດານໃຕ້, ອີຣັກ, ອັບປາກິສະຖານ, ໂຊມາເລຍ ແລະເຢເມນ
ຂ່າວຕ່າງປະເທດ
2016-11-07T14:02:07+00:00
https://laopost.com/?p=75472
ເຮືອຜູ້ອົບພະຍົບ ຈົມຢູ່ນອກຊາຍຝັ່ງລິເບຍ ມີຜູ້ສູນຫາຍຮ້ອຍກວ່າຄົນ
ສຳນັກຂ່າວເອເອຟພີລາຍງານ ເມື່ອວັນທີ 29 ມີນາ 2017 ຜ່ານມາວ່າ ເກີດເຫດເຮືອຜູ້ອົບພະຍົບຈົມນອກຊາຍຝັ່ງປະເທດລິເບຍ ມີຄົນນັ່ງໃນເຮືອລຳນັ້ນມາປະມານ 146 ຄົນ, ເຊິ່ງສຳນັກງານຂ້າຫຼວງໃຫຍ່ເພື່ອຜູ້ລີ້ໄພແຫ່ງສະຫະປະຊາຊາດ (ຢູເອັນເອຊຊີອາ) ອ້າງການເປີດເຜີຍຂອງຊາຍຄົນແຄມເບຍ ທີ່ໄດ້ຮັບການຊ່ວຍເຫຼືອຂຶ້ນມາໄດ້ ຈາກອຸປະຕິເຫດດັ່ງກ່າວ ແລະເປັນຜູ້ທີ່ລອດຊີວິດພຽງຄົນດຽວທີ່ໄດ້ຮັບການຊ່ວຍເຫຼືອຈາກກອງທັສະເປນ ເຊິ່ງຮ່ວມຢູ່ກັບການປະຕິບັດການໂຊເຟຍ ຂອງສະຫະພາບຢູໂຣບ (ອີຢູ) ໃນການປາບປາມຜູ້ລັກລອບເຂົ້າເມືອງ ແລະໄດ້ນຳຕົວຜູ້ລອດຊີວິດໄປຍັງເກາະແລມເປດູຊາ ຂອງປະເທດອີຕາລີ ຜູ້ອົບພະຍົບທີ່ລອດຊີວິດໄດ້ເປີດເຜີຍວ່າ ເຮືອດັ່ງກ່ວອອກຈາກເມືອງຊາບຣາທາ ທາງພາກຕາເວັນອອກຂອງປະເທດລິເບຍ ໃນວັນທີ 27 ມີນາ ຜ່ານມາ ເຊິ່ງໃນເຮືອມີເດັກນ້ອຍ 5 ຄົນ ແລະແມ່ຍິງຖືພາອີກຫຼາຍຄົນ ທີ່ລວມຢູ່ກັບຜູ້ອົບພະຍົບອີກຮ້ອຍກວ່າຄົນ ທີ່ມາຈາກປະເທດໄນຈີເຣຍ, ມາລີ ແລະແກມເບຍ ບໍ່ພໍເທົ່າໃດຊົ່ວໂມງຫຼັງຈາກເຮືອອອກຈາກຝັ່ງ ກໍເລີ່ມມີນໍ້າຊຶມເຂົ້າໃນເຮືອ ກ່ອນທີ່ເຮືອຈະຈົມລົງ ແລະເຫດທີ່ຕົນເອງລອດຊີວິດມາໄດ້ເພາະຈັບຕຸກເອົາໄວ້
ຂ່າວຕ່າງປະເທດ
2017-03-30T09:37:23+00:00
https://laopost.com/?p=87772
ເອກະສານເກົ່າໄທລະບຸ ຄົນລາວເປັນຜູ້ສ້າງ ກຳແພງເມືອງ ແລະ ປ້ອມປາການ ຢູ່ກຸງເທບ!
ພາບຄົນລາວຖືກເກນມາສ້າງ ກຳແພງເມືອງ ແລະ ປ້ອມປາການ ຢູ່ກຸງເທບມະຫານະຄອນ (ພາບຖ່າຍ ສະໄໝຣາຊະການທີ 5 ຂອງໄທ) ສຳນັກຂ່າວມະຕິຊົນອອນລາຍຂອງໄທ ລາຍງານໃນວັນທີ 24 ເມສາຜ່ານມານີ້ວ່າ ເອກະສານເກົ່າຂອງທາງການໄທ ໃນສະໄໝກ່ອນລະບຸ ການກໍ່ສ້າງກຳແພງເມືອງ ແລະ ປ້ອມປາການຢູ່ກຸງເທບ ແມ່ນນຳໃຊ້ແຮງງານຄົນລາວ ທີ່ຖືກເກນໄປຈາກວຽງຈັນ ແລະ ພາກອີສານຂອງໄທ. ພົງສາວະດານກຸງຣັດຕະນະໂກສິນຂອງໄທ ໄດ້ຈາລຶກໄວ້ວ່າ “…ໃຫ້ຕັ້ງກອງສັກເລກໄພ່ຫລວງສົມກຳລັງ ແລະ ເລກຫົວເມືອງທັງປວງ ແລ້ວໃຫ້ເກນສ້າງດິນຈີ່ຂຶ້ນໃໝ່ ລວມທັງໄປຮື້ດິນຈີ່ກຳແພງເມືອງເກົ່າ ເພື່ອລົງມືກໍ່ສ້າງພະນະຄອນ ທັງພະບໍຣົມມະຫາຣາຊະວັງ ແລະ ພະຣາຊະວັງບໍວອນສະຖານມຸງຄຸນ ໂປດໃຫ້ເກນລາວ ທາງພາກອີສານ ລາວຈາກວຽງຈັນ ຕະຫລອດຮອດຫົວເມືອງລາວ ແຄມແມ່ນ້ຳຂອງຟາກຕາເວັນຕົກ ເຂົ້າມາຂຸດຮາກກໍ່ກຳແພງພະນະຄອນ ແລະ ສ້າງປ້ອມເປັນໄລຍະອ້ອມພະນະຄອນ…” ລາຍງານດັ່ງກ່າວຍັງໄດ້ລະບຸວ່າ ຄົນລາວທີ່ຖືກເກນມາທັງໝົດນີ້ ບໍ່ໄດ້ກັບຄືນຖິ່ນຖານບ້ານເກີດຂອງຕົນ ເນື່ອງຈາກການສ້າງເມືອງກຸງເທບ ບໍ່ໄດ້ສຳເລັດພຽງມື້ໜຶ່ງຍາມດຽວ ແຕ່ໄດ້ທຳການກໍ່ສ້າງຢ່າງຕໍ່ເນື່ອງ ຜ່ານຫລາຍຍຸກສະໄໝຣາຊະການ ຊຶ່ງຊາວລາວເຫລົ່ານີ້ ໄດ້ພາກັນຕັ້ງຖິ່ນຖານກະຈາຍຢູ່ກຸງເທບ ແລ້ວກາຍເປັນສ່ວນໜຶ່ງຂອງຄົນກຸງເທບ ທີ່ມີລູກມີຫລານສືບທອດມາເຖິງປັດຈຸບັນ. ຜູ້ຊ່ວຍສາສະດາຈານ ດຣ. ຣຸ່ງໂຣດ ພິຣົມອະນຸກູນ ອາຈານປະຈຳພາກວິຊາປະຫວັດສາດ ຄະນະມະນຸດສາດ ມະຫາວິທະຍາໄລຣາມຄຳແຫງຂອງໄທ ໄດ້ກ່າວວ່າ ພົງສາວະດານກຸງຣັດຕະນະໂກສິນ ສະບັບເຈົ້າພະຍາທິພາກອນວົງ ໄດ້ບັນທຶກໄວ້ຊັດເຈນວ່າ ຄົນລາວເປັນຜູ້ສ້າງກຳແພງເມືອງກຸງເທບ ລວມເຖິງປ້ອມປາການຕ່າງໆ ໂດຍຖືກເກນມາຈາກລຸ່ມແມ່ນ້ຳຂອງ ເນື່ອງຈາກພາຍຫລັງກຸງສີອະຍຸດທະຍາສູນເສຍເອກະລາດ ຄັ້ງທີ 2 ແຮງງານທາດຢູ່ລຸ່ມນ້ຳເຈົ້າພະຍາເຫລືອໜ້ອຍ ຫາກບໍ່ມີແຮງງານຄົນລາວແລ້ວ 3 ປີກໍສ້າງກຳແພງບໍ່ສຳເລັດ ຊຶ່ງຕ້ອງໃຊ້ເວລາສ້າງ ດົນກວ່າທີ່ບັນທຶກໄວ້ໃນປະຫວັດສາດກວ່ານີ້ອີກຫລາຍ. ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!
ຂ່າວຕ່າງປະເທດ
2016-04-25T11:06:35+00:00
https://laopost.com/?p=54655
ພິທີເປີດໂຕນາງສາວປະຕິທິນ ເບຍລາວປີ 2015
ຕອນຄໍ່າຂອງວັນທີ 4 ພະຈິກ 2014 ຢູ່ທີ່ຮ້ານອາຫານ ມິກສ໌ (ນ້ຳພຸ) ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດໂຕປະຕິທິນ ເບຍລາວ ປີ 2015 ໃນຄອນເຊັບ ທຸງແຫ່ງໄຊຊະນະ ເຂົ້າຮ່ວມໃນພິທີມີທ່ານ ຄຳສອນ ແພງລັດຕະນະວົງ ຜູ້ອຳນວຍການຝ່າຍຂາຍຂອງ ບໍລິສັດ ເບຍລາວ ຈຳກັດ, Mr. Brink ຄະນະອຳນວຍການຂອງ ບໍລິສັດ ເບຍລາວ ລວມທັງບັນດາແຂກທີ່ມີກຽດເຂົ້າຮ່ວມ ແລະ ສື່ມວນຊົນທຸກໆການເຂົ້າຮ່ວມ ທ່ານ ຄໍາສອນ ແພງລັດຕະນະວົງ ໄດ້ກ່າວວ່າ: ຕະຫຼອດໄລຍະຫຼາຍໆປີທີ່ຜ່ານມາ ປະຕິທິນເບຍລາວແມ່ນໄດ້ຮັບການຕ້ອນຮັບເປັນຢ່າງດີ ແລະ ສຳລັບປະຕິທິນຊຸດປີ 2015 ນີ້ກໍ່ເປັນອີກຊຸດໜຶ່ງທີ່ທາງບໍລິສັດໄດ້ມີນະໂຍບາຍສ້າງຂຶ້ນມາ ເພື່ອເປັນສ່ວນຮ່ວມກັບການສະເຫຼີມສະຫຼອງ ສປປ ລາວຂອງພວກເຮົາຄົບຮອບ 40 ປີ ໃນປີ 2015 ທີ່ໃກ້ຈະມາຮອດນີ້ ແລະ ໃນການຄັດເລືອກຫານາງາສາວປະຕິທິນເບຍລາວໃນປີນີ້ແມ່ນພວກເຮົາໄດ້ເນັ້ນໃສ່ໃນການສະທ້ອນຄວາມພາກພູມໃຈຂອງຄົນລາວກໍ່ຄືການນຸ່ງຖືທີ່ງົດງາມຕາມແບບລາວປະຍຸກທີ່ມາພ້ອມດ້ວຍຄວາມງາມ ແລະ ມີສະເໜ່ທີ່ເຕັມໄປດ້ວຄວາມສາມາດຂອງແມ່ຍິງລາວ. ທ່ານ ຄຳສອນ ແພງລັດຕະນະວົງ ຜູ້ອຳນວຍການຝ່າຍຂາຍຂອງ ບໍລິສັດ ເບຍລາວ ຈຳກັດ ມອບລາງວັນແກ່ນາງສາວປະຕິທິນ Mr. Brink ຄະນະອຳນວຍການຂອງ ບໍລິສັດ ເບຍລາວ ມອບລາງວັນແກ່ນາງສາວປະຕິທິນ
ຂ່າວພາຍໃນ
2014-11-17T09:50:00+00:00
https://laopost.com/?p=13769
ສະຫຼຸບປະເທດທີ່ຍື່ນມືເຂົ້າມາຊ່ວຍເຫຼືອລາວແລ້ວ ແລະ ປະເທດທີ່ພ້ອມຊ່ວຍເຫຼືອຖ້າໄດ້ຮັບການຮ້ອງຂໍ
ພາຍຫຼັງບັນດາປະເທດເພື່ອນມິດໄດ້ຮັບຂ່າວເລື່ອງເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ໃນຄືນຂອງວັນທີ 23 ກໍລະກົດ 2018, ເລີ່ມແຕ່ວັນທີ 24 ກໍລະກົດ ຈົນຮອດປັດຈຸບັນໄດ້ມີບັນດາການນຳຂັ້ນສູງຈາກຫລາຍປະເທດສົ່ງສານສະແດງຄວາມເສຍໃຈ ແລະ ມີເຈດຈຳນົງຈະໃຫ້ການຊ່ວຍເຫລືອ ເຊິ່ງປັດຈຸບັນໄດ້ມີ 6 ປະເທດເຂົ້າມາມອບການຊ່ວຍເຫຼືອລາວແລ້ວ, 3 ປະເທດ ແລະ 2 ອົງການໂລກ ທີ່ແຈ້ງເຈດຈຳນົງພ້ອມຊ່ວຍເຫຼືອຫາກລັດຖະບານລາວຮ້ອງຂໍ. ປະເທດທີ່ມອບການຊ່ວຍເຫຼືອລາວໃນເຫດໄພພິບັດຈາກເຂື່ອນເຊປຽນ-ເຊນ້ຳນ້ອຍແຕກໃນປັດຈຸບັນ: ປະເທດໄທ (ເປັນປະເທດທຳອິດທີ່ເຂົ້າມາຊ່ວຍລາວ) ພ້ອມທັງມອບການຊ່ວຍເຫຼືອໃຫ້ກັບ ສປປ ລາວຢ່າງເຕັມທີ່ໃນທຸກດ້ານບໍ່ວ່າຈະເປັນທາງດ້ານງົບປະມານ, ວັດຖຸສິ່ງຂອງ, ໜ່ວຍງານອາສາສະໝັກ ແລະ ອື່ນໆອີກຫຼວງຫຼາຍ. ປະເທດເກົາຫຼີໃຕ້ (ສົ່ງທີມກູ້ໄພສຸກເສີນເດີນທາງມາທີ່ ສປປ ລາວ ເພື່ອຊ່ວຍເຫຼືອ ແລະ ຄົ້ນຫາຜູ້ສູນຫາຍ) ປະເທດ ສິງກະໂປ (ສະໜັບສະໜູນເງິນ 100.000$ ພ້ອມສົ່ງກອງທັບເຂົ້າຊ່ວຍຜູ້ປະສົບໄພ) ປະເທດ ສປ ຈີນ (ສົ່ງຊ່ຽວຊານຈີນ ຫນ່ວຍກູ້ໄພທະຫານກວ່າ 100ຄົນ ແລະອຸປະກອນການແພດ ອຸປະກອນສື່ສານຂອງບໍລິສັດລາວໂທລະຄົມມາຊ່ວຍ) ປະເທດ ຫວຽດນາມ (ມອບເງິນ 200.000$ ແລະ ລະດົມລົດໂອໂຕ, ລົດໂຮງໝໍ, ເຮືອປະເພດຕ່າງໆ, ກຳລັງເສນາຮັກ ແລະ ທີມຜ່າຕັດ 211 ຮວມໄປເຖິງພາຫະນະອຸປະກອນ, ພ້ອມເຄື່ອງອຸປະໂພກ ບໍລິໂພກຈຳນວນໜຶ່ງ) ປະເທດ ຍີ່ປຸ່ນ (ມອບເຄື່ອງຊ່ວຍເຫລືອສຸກເສີນ(ເຊັ່ນ: ຜ້າເຕັ້ນ, ຜ້າຫົ່ມ ແລະ ອື່ນໆ)ໂດຍຜ່ານອົງການຮ່ວມມືສາກົນຍີ່ປຸ່ນ(JICA)) ປະເທດ ແລະ ອົງການທີ່ແຈ້ງເຈດຈຳນົງພ້ອມຊ່ວຍເຫຼືອ ຫາກລັດຖະບານລາວຮ້ອງຂໍ ປະເທດ ມາເລເຊຍ (ແຈ້ງເຈດຈຳນົງພ້ອມທີ່ຈະໃຫ້ການຊ່ວຍເຫຼືອໃດໜຶ່ງຕາມຄວາມຕ້ອງການຂອງຝ່າຍລາວ) ປະເທດ ຟິລິບປິນ (ແຈ້ງເຈດຈຳນົງພ້ອມຈະໃຫ້ການຊ່ວຍເຫຼືອຕໍ່ເພື່ອນບ້ານໃນອາຊີຕະເວັນອອກຂອງຕົນໃນສິ່ງທີ່ຊ່ວຍໄດ້ ຖ້າໄດ້ຮັບການຮ້ອງຂໍ) ປະເທດ ສະຫະລັດອາເມລິກາ ຢືນຢັນທີ່ຈະໃຫ້ການຊ່ວຍເຫຼືອແກ່ທາງການລາວເຊັ່ນກັນ ອົງການສະຫະປະຊາຊາດ (ສະແດງຄວາມພ້ອມທີ່ຈະໃຫ້ການສະໜັບສະໜູນຄວາມພະຍາຍາມແຫ່ງຊາດໃນການບັນເທົາທຸກ ແລະ ຊ່ວຍເຫຼືອຊີວິດຂອງປະຊາຊົນລາວຜູ້ເຄາະຮ້າຍ ຖ້າຝ່າຍລາວຕ້ອງການ) ທະນາຄານໂລກ (ສະແດງຄວາມພ້ອມທີ່ຊ່ວຍເຫຼືອ ຫາກໄດ້ຮັບການຮ້ອງຂໍຈາກລັດຖະບານລາວ)
ຂ່າວພາຍໃນ
2018-07-27T08:28:28+00:00
https://laopost.com/?p=102410
ນະຄອນຊຽງໄຮ້ ຫ້າມຜົວ ຫລື ເມຍ ເຈົ້າໜ້າທີ່ລະດັບສູງ ເຮັດທຸລະກິດ!
ศิวิไลซ์ใน World Expo 2010 ນະຄອນຊຽງໄຮ້ຂອງຈີນ ປະກາດຫ້າມຄູ່ສົມລົດຂອງເຈົ້າໜ້າທີ່ລັດລະດັບສູງ ເຮັດທຸລະກິດ ເພື່ອປ້ອງກັນການສໍ້ລາດບັງຫລວງ. ສຳນັກຂ່າວຊິນຫົວຂອງຈີນ ໄດ້ລາຍງານໃນວັນທີ 5 ພຶດສະພາຜ່ານມານີ້ວ່າ ທາງການນະຄອນຊຽງໄຮ້ຂອງ ສປ ຈີນ ໄດ້ອອກບັງຄັບໃຊ້ກົດລະບຽບດັ່ງກ່າວ ເພື່ອປ້ອງກັນຜົນປະໂຫຍດທັບຊ້ອນ ກ່ຽວກັບການຮັ່ງມີຜິດປົກກະຕິ ຂອງພະນັກງານ – ສະມາຊິກພັກ ໂດຍຄູ່ສົມລົດຂອງເຈົ້າໜ້າທີ່ລະດັບລັດຖະມົນຕີ, ລະດັບແຂວງ, ເລຂາທິການພັກ, ຫົວໜ້າລັດວິສາຫະກິດຕ່າງໆ ແມ່ນຖືກຫ້າມບໍ່ໃຫ້ດຳເນີນທຸລະກິດຂອງຕົນ ພາຍໃນນະຄອນຊຽງໄຮ້ໂດຍເດັດຂາດ ເຊິ່ງລວມໄປເຖິງລູກຂອງພວກເຂົາ ກໍຖືກຫ້າມເຊັ່ນດຽວກັນອີກດ້ວຍ ເພື່ອປ້ອງກັນຜົນປະໂຫຍດທັບຊ້ອນ. ທັງນີ້ ທ່ານ ອິງ ຢົງ ຮອງເລຂາຄະນະພັກນະຄອນຊຽງໄຮ້ ໄດ້ກ່າວວ່າ ຄຳສັ່ງຫ້າມດັ່ງກ່າວນີ້ ມີຂຶ້ນຫລັງຈາກທີ່ບັນດາຍາດພີ່ນ້ອງຂອງເຈົ້າໜ້າທີ່ລະດັບສູງ ມີທ່າອ່ຽງໄດ້ຮັບຜົນປະໂຫຍດຈາກຄ່າເຊົ່າ, ຄ່ານາຍໜ້າຕ່າງໆ ລວມໄປເຖິງການສໍ້ລາດບັງຫລວງໃນຮູບແບບອື່ນໆ ໂດຍການອອກກົດລະບຽບດັ່ງກ່າວນີ້ ແມ່ນມີເປົ້າໝາຍ ເພື່ອສົ່ງສັນຍານທີ່ຊັດເຈນເຖິງພະນັກງານ – ສະມາຊິກພັກວ່າ ຈະເລືອກຫຍັງ ລະຫວ່າງການມຸ່ງໝັ້ນໃນໜ້າທີ່ລັດຖະການ ຫລື ຈະສຸມຄວາມພະຍາຍາມຫາເງິນໃນພາກເອກະຊົນ.
ຂ່າວຕ່າງປະເທດ
2015-05-08T14:24:15+00:00
https://laopost.com/?p=25343
ທ່ານບົວແດງ ວົງວອນເປັນຜູ້ຖືທຸງຊາດລາວນຳຂະບວນຄະນະນຳແລະນັກກິລາໃນພິທີເປີດງານມະຫະກຳກິລາຊີເກມ
ໃນງານມະຫະກຳກິລາຊີເກມ ຄັ້ງທີ 28 ທີ່ປະເທດສິງກະໂປ ທີ່ກຳລັງຈະເປີດສາກຂຶ້ນຢ່າງເປັນທາງການໃນຕອນແລງຂອງມື້ນີ້ວັນທີ 5 ມິຖຸນາ 2015, ເຊີ່ງວ່າ ຜູ້ທີ່ຖືທຸງຊາດລາວນໍາຂະບວນຄະນະນຳແລະນັກກິລາແມ່ນ ທ່ານ ບົວແດງ ວົງວອນ, ທ່ານແມ່ນນັກກິລາເປຕັງທີມຊາດລາວ ເຊິ່ງເປັນນັກກິລາທີ່ເຄີຍຄວ້າຫລຽນຄຳໃນຊີເກມມາຫລາຍສະໄຫມ, ແລະ ລ່າສຸດຊີເກມທີ່ ມຽນມາເປັນເຈົ້າພາບໄດ້ຫລຽນຄໍາປະເພດຊຸດຕິ່ງຊາຍດ່ຽວ. ທ່ານສາມາດຮັບຊົມພິທີເປີດງານມະຫະກຳກິລາຊີເກມຄັ້ງທີ 28 ທີ່ປະເທດ ສິງກະໂປ ໄດ້ທາງສະຖານີໂທລະພາບ TVLAO HD ເລີ່ມແຕ່ເວລາ 19:00 ໂມງ ເປັນຕົ້ນໄປ.
ຂ່າວພາຍໃນ
2015-06-05T15:46:33+00:00
https://laopost.com/?p=27478
ເກີດການເບື່ອເຫັດຫລາຍກໍລະນີຢູ່ນະຄອນຫລວງວຽງຈັນແຕ່ໂຊກດີບໍ່ມີຜູ້ເສຍຊີວິດ
ຫົວໜ້າຂະແໜງລະບາດວິທະຍາພະແນກສາທາລະນະສຸກນະຄອນຫລວງວຽງຈັນ ທ່ານ ຈັນ ທະໄລ ໄຊຍະວົງ ໄດ້ລາຍງານໃຫ້ຮູ້ໃນວັນທີ 23 ສິງຫານີ້ວ່າ: ເມື່ອອາທິດຜ່ານມາ, ໜ່ວຍງານຕົນໄດ້ຮັບແຈ້ງມີການເບື່ອເຫັດຫລາຍກໍລະນີຢູ່ນະຄອນ ຫລວງວຽງຈັນຄື: ຢູ່ເມືອງໄຊທານີມີ 12 ກໍລະນີ, ນາຊາຍທອງ 8 ກໍລະນີ ແລະ ຫາດຊາຍຟອງ 6 ກໍລະ ນີ, ໂດຍເຂົາເຈົ້າຖືກນໍາສົ່ງໂຮງໝໍໃກ້ຄຽງຢ່າງຮີບດ່ວນ, ພາຍຫລັງທີ່ມີອາການວິນຫົວ, ປວດຮາກ ແລະ ເຈັບທ້ອງຢ່າງແຮງຫລັງ ຈາກກິນເຫັດ, ແຕ່ໂຊກດີທີ່ບໍ່ມີຜູ້ເສຍຊີວິດ. ຜ່ານການກວດກາຕົວຢ່າງເຫັດທີ່ພວກເຂົາເອົາມາກິນນັ້ນ ລ້ວນແຕ່ເປັນຊະນິດເຫັດ ທີ່ສາ ມາດກິນໄດ້, ຄືດັ່ງ 12 ກໍລະນີຢູ່ເມືອງໄຊທານີນັ້ນແມ່ນກິນເຫັດມ້ວຍ, ສ່ວນ 8 ກໍລະນີຢູ່ເມືອງນາຊາຍທອງແມ່ນກິນເຫັດດິນ ແລະ 6 ກໍລະນີຢູ່ເມືອງຫາດຊາຍຟອງແມ່ນກິນເຫັດຂີ້ຄວາຍ, ຊຶ່ງປະເພດເຫັດດັ່ງກ່າວແມ່ນເກີດຕາມທົ່ງໄຮ່, ທົ່ງນາ ແລະ ປ່າຕ່າງໆ ຊຶ່ງປົກກະຕິແລ້ວແມ່ນສາມາດບໍລິໂພກໄດ້, ແຕ່ເທື່ອນີ້ອາດເປັນຍ້ອນເຫັດເຫລົ່ານັ້ນແມ່ນເກັບມາຈາກບ່ອນທີ່ມີສານເຄມີ ແລະ ທາດເບື່ອຕ່າງໆຕົກຄ້າງຫລືເປັນຍ້ອນການປຸງແຕ່ງບໍ່ສຸກດີຈຶ່ງເຮັດໃຫ້ເກີດອາການເບື່ອດັ່ງກ່າວ. ແນວໃນກໍຕາມ, ຕໍ່ກໍລະນີເກີດຂຶ້ນນີ້ຂະແໜງລະບາດວິທະຍາຈຶ່ງຝາກເຕືອນໃຫ້ປະຊາຊົນບັນດາເຜົ່າຈົ່ງມີສະຕິລະວັງໃນການບໍລິໂພກເຫັດຊະນິດຕ່າງໆ, ເນື່ອງຈາກວ່າໃນປັດຈຸບັນສະພາບສິ່ງແວດລ້ອມຢູ່ຫລາຍເຂດ, ຫລາຍພື້ນທີ່ມີການປ່ຽນແປງ ແລະ ຖືກທໍາລາຍຈາກມົນລະພິດຕ່າງໆ ເປັນຕົ້ນແມ່ນຢູ່ຕາມທົ່ງໄຮ່ທົ່ງນາ, ພູຜາປ່າໄມ້ ໃນຫລາຍເຂດທີ່ແມ່ນມີສານເຄມີ ແລະ ທາດເບື່ອອື່ນໆທີ່ນໍາໃຊ້ເຂົ້າໃນການຜະລິດກະສິກຳ ແລະ ອຸດສະຫະກໍາຕົກຄ້າງເປັນຈໍານວນຫລາຍ. ສະນັ້ນເພື່ອຫລີກລ້ຽງຄວາມອັນຕະລາຍອັນທີໜຶ່ງ ແມ່ນບໍ່ຄວນເອົາເຫັດຊະນິດທີ່ບໍ່ເຄີຍກິນມາປຸງແຕ່ງອາຫານ, ອັນທີສອງ ບໍ່ຄວນເອົາເຫັດຫລາຍຊະນິດມາປົນກັນເພື່ອປຸງແຕ່ງອາຫານ ແລະ ອັນທີສາມເມື່ອເອົາເຫັດມາປຸງແຕ່ອາຫາດຕ້ອງເຮັດໃຫ້ສຸກດີ ແລະ ຫາກກິນແລ້ວຮູ້ສຶກວ່າເກີດອາການວິນຫົວ, ປວດຮາກ ຫລື ເຈັບທ້ອງ ແມ່ນຮີບຮ້ອນນຳສົ່ງໂຮງໝໍໂດຍດ່ວນ ເພື່ອຮັບການປິ່ນປົວຢ່າງຖືກວິທີ, ທັງຮັບປະ ກັນຄວາມປອດໄພຕໍ່ສຸຂະພາບ ແລະ ຊີວິດ. ທີ່ມາແຫຼ໋ງຂ່າວ: ໜັງສືພິມລາຍວັນ ລາວພັດທະນາ
ຂ່າວທ້ອງຖິ່ນ
2016-08-24T16:05:40+00:00
https://laopost.com/?p=69965
ຢາປິ່ນປົວໂຣກເອດໃກ້ເປັນຈິງ! ຫລັງນັກວິໄຈທົດສອບວັກແຊັງ ກຳຈັດໄວຣັສ HIV ອອກຈາກຮ່າງກາຍ!
ແອັດມິນເຫັນບົດຄວາມໜຶ່ງຈາກ ເພຈວິທະຍາສາດ ຊຶ່ງໄດ້ຂຽນຂ່າວດີຈາກນັກວິໄຈຢູ່ອັງກິດ ທີ່ກຳລັງທົດລອງວັກແຊງຮັກສາໂຣກເອດ ໂດຍມີອາສາຮ່ວມທົດລອງຈຳນວນ 50 ຄົນ ຊຶ່ງບັນຫາຂອງການຮັກສາເອດໃນປັດຈຸບັນ ແມ່ນເຮົາສາມາດຮັກສາໄດ້ສະເພາະປະຄອງບໍ່ໃຫ້ອາການຫນັກ ແຕ່ບໍ່ສາມາດກຳຈັດໄວຣັສ HIV ທີ່ເປັນໂຕການອອກໄປຈາກຮ່າງກາຍໄດ້ ເນື່ອງຈາກ HIV ສາມາດລີ້ລະບົບພູມຕ້ານທານໄດ້ ເຮັດໃຫ້ບໍ່ສາມາດກຳຈັດໄດ້ 100%. ແຕ່ການຄຶດຄົ້ນຢາຮັກສາແບບໃຫມ່ນີ້ ມີການແບ່ງການຮັກສາອອກເປັນ 2 ຂັ້ນຕອນ: 1. ໃຊ້ວັກແຊັງທີ່ຊ່ອຍໃຫ້ຮ່າງກາຍ ສາມາດແຍກຈຸລັງທີ່ຕິດເຊື້ອໄວຣັສ ເພື່ອໃຫ້ຢາກຳຈັດໄວຣັສອອກຈາກຮ່າງກາຍ 2. ນຳໃຊ້ຢາທີ່ຄຶດຄົ້ນຂຶ້ນມາໃຫມ່ຊື່ວ່າ Vorinostat ເຊິ່ງຈະໄປເຮັດໃຫ້ລະບົບພູນຕ້ານທານຂອງຮ່າງກາຍ ກວດຈັບຈຸລັງທີ່ມີເຊື້ອລີ້ຢູ່ໄດ້. ວິທີຮັກສາແບບໃຫມ່ນີ້ ທີມວິໃຈກ່າວວ່າ ສາມາດກຳຈັດໄວຣັສ HIV ທັງຫມົດທີ່ມີໃນຮ່າງກາຍໄດ້ ໃນກຸ່ມຕົວຢ່າງທີ່ອາສາເຂົ້າທົດສອບ ຢາ ມີຊາຍອັງກິດໄວ 44 ປີ ທີ່ຜົນການຮັກສາຄືບຫນ້າໄປຫລາຍກວ່າຫມູ່ ແລະ ທີມວິໄຈແຈ້ງວ່າ ພວກເຂົາໃກ້ຈະເຊົາຈາກໂຣກເອດແລ້ວ ຖ້າຫາກວ່າຢານີ້ໄດ້ຜົນ ກໍຖືວ່າຈະເປັນຄັ້ງທຳອິດຂອງໂລກ ທີ່ເຮົາສາມາດປິ່ນປົວຜູ່ປ່ວຍໂຣກເອດໃຫ້ຫາຍຂາດ ແລະ ສາມາດກຳຈັດໄວຣັສ HIV ອອກຈາກຮ່າງກາຍຈົນຫມົດໄດ້. ຂອບໃຈຂໍ້ມູນດີໆຈາກ: ວິທະຍາສາດ https://www.facebook.com/laosci/ ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!
ຂ່າວຕ່າງປະເທດ
2016-10-05T11:09:11+00:00
https://laopost.com/?p=72023
ໂດນັນ ທຣັບ ບອກຊາວອາເມຣິກາ ໃຫ້ເຝົ້າລະວັງ ອາດມີການໂກງການເລືອກຕັ້ງ!
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ສິງຫານີ້ວ່າ ທ່ານ ໂດນັນ ທຣັບ ຜູ້ສະໝັກຕົວແທນພັກຣີພາບລິກັນ ຊິງຕຳແໜ່ງປະທານາທິບໍດີ ສະຫະລັດອາເມຣິກາ ໄດ້ອອກມາກ່າວໃນວັນທີ 1 ສິງຫາຜ່ານມານີ້ ທີ່ເວທີຫາສຽງ ໃນເມືອງໂກລຳບັສ ລັດໂອໄຮໂອ ຊຶ່ງທ່ານໄດ້ລະບຸວ່າ ມີຄວາມກັງວົນກ່ຽວກັບການເລືອກຕັ້ງຄັ້ງນີ້ ອາດບໍ່ເປັນທຳ ແລະ ອາດມີການໂກງການເລືອກຕັ້ງເກີດຂຶ້ນ. ແນວໃດກໍຕາມ ທ່ານ ທຣັບ ບໍ່ໄດ້ສະແດງຫລັກຖານໃດໆ ເພື່ອມາສະໜັບສະໜູນຂໍ້ສັນນິຖານຂອງຕົນ, ແຕ່ທ່ານໄດ້ຮຽກຮ້ອງໃຫ້ປະຊາຊົນ ແລະ ສື່ມວນຊົນອາເມຣິກາ ເປັນຫູເປັນຕາຊ່ວຍກັນ ເພື່ອເຝົ້າລະວັງ ແລະ ກວດກາການເລືອກຕັ້ງ ຊຶ່ງຈະມີຂຶ້ນໃນວັນທີ 8 ພະຈິກ ທີ່ຈະມາເຖິງນີ້. ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!
ຂ່າວຕ່າງປະເທດ
2016-08-03T10:43:25+00:00
https://laopost.com/?p=67050
ໄລຍະວັນທີ 1-7 ມີນານີ້ ຈະມີຝົນຕົກໃນລະດັບຄ່ອຍໃນບາງທ້ອງຖິ່ນ
ອີງຕາມກົມອຸຕຸນິຍົມ ແລະ ອຸທົກກະສາດ ທີ່ໄດ້ຄາດຄະເນສະພາບອາກາດໃນໄລຍະ ວັນທີ 1-7 ມີນາ 2021 ໃຫ້ຮູ້ວ່າ: ໃນໄລຍະວັນທີ 1- 4 ມີນານີ້ອາກາດຈະເຢັນ ຫາ ໜາວເຢັນ ຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ນອກນັ້ນຍັງຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງຍ້ອນມີຄວາມກົດດັນສູງຂອງອາກາດໜາວທີ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງໃຕ້ພັດປົກຄຸມດ້ວຍກໍາລັງ. ສະເພາະສ່ວນພາກໃຕ້ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໃນຕອນບ່າຍອາກາດຮ້ອນ. ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ຕື່ມອີກວ່າ: ຈາກນັ້ນວັນທີ 5-7 ມີນາ 2021 ຄວາມກົດດັນສູງຂອງອາກາດໜາວເຢັນຈະອ່ອນກຳລັງລົງ ເຊິ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນຕື່ມອີກ ແລະ ຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ. ຮຽບຮຽງຂ່າວ: ພຸດສະດີ
ຂ່າວພາຍໃນ
2021-03-03T11:20:58+00:00
https://laopost.com/?p=123333
ທູດອັງກິດໂພສຕ໌ຮູບເຄັກທຳນຽບຂາວຄ້າຍໄຟໄໝ້ ສື່ອອນລາຍວິຈານໜັກ ຈົນຕ້ອງອອກມາຂໍໂທດ
ອັງກິດຂໍໂທດສະຫະລັດ ຫຼັງໂພສຕ໌ຮູບພາບເຄັກທຳນຽບຂາວຖືກໄຟໄໝ້ ເພາະຕັ້ງໃຈພຽງສະຫຼອງຄວາມສຳພັນ ຄົບ 200 ປີ ລະຫວ່າງສອງປະເທດ. ສື່ຂອງຕ່າງປະເທດລາຍງານ ໃນວັນທີ 25 ສິງຫາ 2014 ຜ່ານມານີ້ວ່າ ທູດຂອງອັງກິດ ໄດ້ຂໍໂທດສະຫະລັດອາເມຣິກາ ຫຼັງຈາກທີ່ໄດ້ໂພສຕ໌ພາບເຄັກທີ່ເປັນຮູບທຳນຽບຂາວລົງທາງທະວິດເຕີ້ ແລະ ມີທຸງຊາດຂອງທັງສອງປະເທດລວມ ຢູ່ນຳ ເພື່ອສະຫຼອງຄວາມສຳຄັນ 200 ປີ ລະຫວ່າງອັງກິດ ແລະ ສະຫະລັດອາເມຣິກາ ແຕ່ກັບວ່າເບິ່ງຄືໃນພາບດັ່ງກ່າວ ປະກົດມີດອກໄມ້ໄຟ ເຊິ່ງຄ້າຍຄືກັນກັບໄຟໄໝ້ທຳນຽບຂາວ ຈົນເກີດມີຫາງສຽງວິພາກວິຈານກັນເປັນວົງກວ້າງເຖິງ ຄວາມໝາຍຂອງຮູບພາບ ແລະ ຄວາມເໝາະສົມ ໂດຍລ່າສຸດນີ້ ທະວິດເຕີ້ຂອງສະຖານເອກອັກຄະລາຊະທູດອັງກິດ ໄດ້ໂພສຕ໌ຂໍ້ຄວາມຜ່ານທາງທະວິດເຕີ້ ເພື່ອຂໍໂທດກັບພາບດັ່ງກ່າວແລ້ວ ພ້ອມກັບຂໍ້ຄວາມລະບຸວ່າ ມີເຈຕະນາພຽງ ຕ້ອງການສະຫຼອງຄວາມສຳພັນທີ່ໜຽວແໜ້ນ ລະຫວ່າງສອງປະເທດເທົ່ານັ້ນ.
ຂ່າວຕ່າງປະເທດ
2014-08-26T12:45:28+00:00
https://laopost.com/?p=9426
ເກີດເຫດໄຟໄໝ້ໂຮງງານເຊື້ອໄຟເຄມີຢູ່ຝຣັ່ງ ເຊື່ອອາດເກີດຈາກກຸ່ມຄົນບໍ່ດີເປັນຜູ້ລົງມື!
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 14 ກໍລະກົດນີ້ວ່າ ເກີດເຫດລະເບີດ 2 ຄັ້ງ ຈົນເຮັດໃຫ້ເກີດແປວໄຟລຸກໄໝ້ໂຮງງານເຊື້ອໄຟເຄມີແຫ່ງໜຶ່ງ ທາງພາກໃຕ້ຂອງຝຣັ່ງ ຕອນຂ້ອນແຈ້ງຂອງມື້ວັນທີ 14 ກໍລະກົດ 2015 (ຕາມເວລາໃນທ້ອງຖິ່ນ) ໂຊກດີທີ່ບໍ່ມີໃຜໄດ້ຮັບບາດເຈັບ ໂດຍຖັງເກັບນ້ຳມັນເຊື້ອໄຟ 2 ຈຸດ ໄດ້ລຸກໄໝ້ຂຶ້ນຫລັງຈາກການລະເບີດ ເຊິ່ງເຈົ້າໜ້າທີ່ດັບເພີງສາມາດເຂົ້າມາຄວບຄຸມບໍ່ໃຫ້ໄຟລຸກໄໝ້ໄດ້ ໃນຕອນບ່າຍ ແລະ ທາງບໍລິສັດເຈົ້າຂອງໂຮງງານເຊື້ອໄຟເຄມີດັ່ງກ່າວນີ້ໄດ້ລະບຸວ່າ ບໍ່ມີສານພິດເກີດຂຶ້ນຈາກໄຟທີ່ລຸກໄໝ້ຄັ້ງນີ້ ພ້ອມທັງເຈົ້າໜ້າທີ່ສືບສວນກໍເຊື່ອວ່າ ການລະເບີດແມ່ນອາດເກີດຈາກການກະທຳຂອງມະນຸດທີ່ບໍ່ປະສົງດີ.
ຂ່າວຕ່າງປະເທດ
2015-07-15T15:59:27+00:00
https://laopost.com/?p=30317
ເທັກນິກການແຕ່ງຕົວຂອງຜູ່ຊາຍຂາໃຫຍ່ໃຫ້ອອກມາເບິ່ງດີເບິ່ງງາມ
ໃນຄໍລຳແຟຊັ່ນກັບລາວໂພສຕ໌ ມື້ນີ້ແອັດມິນຈະມາເອົາໃຈຜູ່ຊາຍຂາໃຫຍ່ ກັບການນຳເອົາເທັກນິກດີໆໃນການແຕ່ງຕົວມາຝາກ ເຊິ່ງຈະເຮັດແນວໃດນັ້ນເຮົາມາອ່ານໄປພ້ອມໆກັນເລີຍ ໃຫ້ເລືອກໂສ້ງຢືນທີ່ໃສ່ສະບາຍໄວ້ກ່ອນ ຄວນຫຼີກລ່ຽງການໃສ່ໂສ້ງຂາເດບ ຫຼື ໂສ້ງຂາແບບຊົງສກີນໄປເລີຍ ເພາະນອກຈາກຈະໃສ່ຍາກແລ້ວຍັງເນັ້ນໃຫ້ເຫັນຂາສ່ວນທີ່ໃຫຍ່ຕື່ມອີກ 2. ເລືອກໂສ້ງຢືນຊົງເທເປີ ຄືໂສ້ງຢືນທີ່ມີບໍລິເວນກວ້າງບໍລິເວນກົກຂາ ແລະ ກົ້ນ ຈະເຮັດໃຫ້ບໍ່ຫັດທາງເທິງ ບໍ່ຄັບຫຼາຍ ແຕ່ຈະເຂົ້າຮູບຊົງໃນຊ່ວງຫົວເຂົ່າລົງມາ ເຮັດໃຫ້ເບິ່ງຄືຂານ້ອຍລົງ ເໝາະກັບຄົນທີ່ຂາໃຫຍ່ ສະໂພກໃຫຍ່ 3. ໃສ່ໂສ້ງຢືນຂາຊື່ ຫຼື ຂາກະບອກ ເປັນໂສ້ງແບບຄລາສສິກບໍ່ຫັດແໜ້ນຫຼາຍ ເໝາະສຳລັບຜູ້ຊາຍທີ່ມີກົ້ນໃຫຍ່ ແລະ ຂາໃຫຍ່ ດ້ວຍຮູບຊົງຂອງໂສ້ງຈະຊ່ວຍໃຫ້ເບິ່ງຄືຂາບໍ່ໃຫຍ່ຫຼາຍ 4. ໃສ່ໂສ້ງວອມແບບເທ້ໆ ຊ່ວງນີ້ເທຣນສປອສແມນກຳລັງມາແຮງຫາກທ່ານເປັນຄົນຂາໃຫຍ່ແລ້ວບໍ່ມັກນຸ່ງໂສ້ງຢືນໃຫ້ອຶດອັດທ່ານກໍ່ສາມາດນຸ່ງໂສ້ງປະເພດນີ້ໄດ້ ເພາະມັນກໍ່ຊ່ວຍເຮັດໃຫ້ເບິ່ງຄືຂາບໍ່ໃຫຍ່ຫຼາຍໄດ້ຄືກັນ
ຂ່າວພາຍໃນ
2017-08-24T17:15:50+00:00
https://laopost.com/?p=94055
ບຸນປີໃໝ່ລາວທີ່ຫຼວງພະບາງປີນີ້ຄຶກຄື້ນນັບຕັ້ງແຕ່ວັນທີ 10-25 ເມສາ 2021
ເພື່ອສົ່ງເສີມການທ່ອງທ່ຽວລາວທ່ຽວລາວ ທີ່ນະຄອນຫຼວງພະບາງ ເມືອງມໍລະດົກໂລກ ປະຈຳປີ 2021 ໃນລະຫວ່າງວັນທີ 10-25 ເມສາ 2021 ເຈົ້າຄອງນະຄອນຫຼວງພະບາງ, ຮອງປະທານຈັດງານບຸນປີໃໝ່ລາວ ໄດ້ອອກລາຍການບຸນປີໃໝ່ລາວ ເຊິ່ງມີລາຍລະອຽດດັ່ງລຸ່ມນີ້: ໃນວັນທີ 10 ເມສາ 2021 ຕອນເຊົ້າໃນເວລາ 10:00 ນາທີ ງານແຂ່ງຂັນກິລາເຮືອແຈສກີ ທີ່ແມ່ນໍ້າຂອງ.ໃນວັນທີ 11 ເມສາ 2021 ຕອນເຊົ້າໃນເວລາ 9:00 ໂມງ ເປີດກິດຈະກຳການທ່ອງທ່ຽວທາງນໍ້າ (ລ່ອງເຮືອຊົມທິວທັດທຳມະຊາດຂອງສອງຟາກຝັ່ງແມ່ນໍ້າຂອງ).ວັນທີ 13 ເມສາ 2021 ຕອນເຊົ້າໃນເວລາ 7:30 ໂມງ ພິທີແຫ່ຊ້າງຮຽງເກີຍຈາກວັດໃໝ່ສຸວັນນະພູມາຣາມ ຫາວັດຊຽງທອງ.ວັນທີ 14 ເມສາ 2021 ມື້ສັງຂານລ່ວງ ຕອນເຊົ້າໃນເວລາ 9:00 ໂມງ ມີພິທີອາລາດທະນາອັງເຊີນພະພຸດທະຮູບລົງຫັດສົງຢູ່ຕາມວັດແຫ່ງຕ່າງໆພາຍໃນນະຄອນຫຼວງພະບາງ. ສ່ວນຕອນບ່າຍເວລາ 13:00 ໂມງ ການນຳພັກ-ລັດ ແລະ ປະຊາຊົນບັນດາເຜົ່າລົງຕົບພະຫາດຊາຍທີ່ດອນຊາຍປາກນໍ້າຄານ (່ທ່ານໍ້າວັດຊຽງທອງ) ໄຫວ້ພະເທດສະຫຼອງຕາມຮີດຄອງປະເພນີ.ວັນທີ 15 ເມສາ 2021 ມື້ສັງຂານເນົາ ໃນຕອນບ່າຍ ເວລາ 14:00 ໂມງ ຂະບວນແຫ່ຫວໍ່ (ແຫ່ຂຶ້ນ) ປະຕບັດຕາມຮີດຄອງປະເພນີດັ່ງເດີມໄປຕາມເສັ້ນທາງຖະໜົນສີສະຫວ່າງວົງ ແຕ່ວັດທາດນ້ອຍ ຫາ ວັດຊຽງທອງ. ສ່ວນໃນຕອນຄໍ່າ ເວລາ 19:00 ໂມງ ສົງນໍ້າພຣະເພື່ອເປັນສິລິມຸງຄຸນຕາມວັດແຫ່ງຕ່າງໆພາຍໃນນະຄອນຫຼວງ.ວັນທີ 16 ເມສາ 2021 ມື້ຂຶ້ນປີໃໝ່ປ່ຽນຈາກ ຈສ 1383 ໃນຕອນເຊົ້າເວລາ 5:30 ນາທີ ການນຳພັກ-ລັດ, ປະຊາຊົນບັນດາເຜົ່າຮ່ວມກັນໃສ່ບາດຢູ່ໜ້າວັດແສນສຸຂາຣາມ. ແລະ ຂຶ້ນບຸຊາພະທາດຈອມສີ ເພື່ອເປັນສີລິມຸງຄຸນ. ສ່ວນໃນຕອນບ່າຍ, ເວລາ 14:00 ໂມງ ຂະບວນແຫ່ຫວໍ່ (ແຫ່ລ່ອງ) ປະຕບັດຕາມຮີດຄອງປະເພນີດັ່ງເດີມໄປຕາມເສັ້ນທາງຖະໜົນສີສະຫວ່າງວົງ ແຕ່ວັດຊຽງທອງ ຫາ ວັດທາດນ້ອຍ. ແລະ ໃນຕອນຄໍ່າ ເວລາ 19:00 ໂມງ ແມ່ນພິທີແຫ່ຮູບຈຳລອງພະຍານາກ, ໂຄມໄຟແຕ່ພະທາດຈອມສີລົງມາເຂົ້າສູ່ໜອງໃນຫໍພິພິດຕະພັນ (ພະລາດຊະວັງເກົ່າ).ໃນວັນທີ 17 ເມສາ 2021 ຕອນເຊົ້າເວລາ 8:30 ນາທີ ພິທີອາລາດທະນາອັງເຊີນພະບາງ ຈາກຫໍພະບາງລົງປະດິດສະຖານໄວ້ວັດໃໝ່ສຸວັນນະພຸມມາລາມ ແລະ ຈັດຕັ້ງພະທີຫົດສົງ. ສ່ວນຕອນບ່າຍເວລາ 11:30 ນາທີ ການນພັກ-ລັດ ໄປສົງນໍ້າພະພຸດທະຮູບຢູ່ຖໍ້າຕິ່ງຕາມຮີດຄອງປະເພນີ.ໃນວັນທີ 18 ເມສາ 2021 ເລີ່ມແຕ່ເວລາ 8:00-23:00 ສືບຕໍ່ສົງນໍ້າພະບາງ ພະມິ່ງບ້ານຂວັນເມືອງຊາວລາວທັງຊາດ.ວັນທີ 19 ເມສາ 2021 ຕອນເຊົ້າ,ເວລາ 9:00ໂມງ ພິທີອາລາດທະນາອັງເຊີນພະບາງ ຈາກວັດໃໝ່ສຸວັນນະພຸມມາລາມກັບຄືນປະດິດສະຖານຂຶ້ນສູ່ຫໍພະບາງ ແຂວງຫຼວງພະບາງ.ວັນທີ 20 ເມສາ 2021 ຕອນເຊົ້າເວລາ 9:00 ໂມງ ພິທີອາລາດທະນາອັງເຊີນພະມ່ານລົງຫົດທີ່ວັດຊຽງທອງ.ວັນທີ 21-24 ເມສາ 2021 ສືບຕໍ່ຫົົດນໍ້າພະມ່ານ ພະມິ່ງຂວັນເມືອງຂອງຊາວຫຼວງພະບາງ.ວັນທີ 25 ເມສາ 2021 ຕອນແລງ ເວລາ 15:00 ໂມງ ພິທີາລາດທະນາອັງເຊີນພະມ່ານກັບຄືນສູ່ຫໍທີ່ປະທັບ. ຮຽບຮຽງຂ່າວ: ພຸດສະດີ
ຂ່າວທ້ອງຖິ່ນ
2021-03-24T23:06:30+00:00
https://laopost.com/?p=123700
ຫາລືວຽກງານພັດທະນາສອງເມືອງ ແຂວງວຽງຈັນ
ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານພັດທະນາເມືອງຮົ່ມ ແລະ ເມືອງໄຊສົມບູນ ແຂວງວຽງຈັນ ປະຈຳປີ 2012-2013 ຈັດຂຶ້ນວັນທີ 6 ສິງຫາ 2013 ຢູ່ທີ່ຫ້ອງວ່າການສູນກາງພັກ (ຫຼັກ6) ໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ມີສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍບັນດາກົມການເມືອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການ ເຈົ້າແຂວງ ແລະ ບັນດາເຈົ້າເມືອງກ່ຽວຂ້ອງ. ສະຫາຍ ຄຳເມິງ ພົງທະດີ ເລຂາພັກແຂວງ ເຈົ້າແຂວງວຽງຈັນ ໄດ້ລາຍງານໃຫ້ຮູ້ວ່າ: ວຽກງານການພັດທະນາເມືອງຮົ່ມ ແລະ ເມືອງໄຊສົມບູນ ເຊິ່ງເປັນສອງເມືອງຈຸດສຸມຂອງພັກ ແລະ ລັດຖະບານແຫ່ງ ສປປ ລາວ ປະຈຳປີ 2012-2013 ແມ່ນມີຫຼາຍໜ້າວຽກປະສົບຜົນສຳເລັດຕາມຄາດໝາຍວາງໄວ້ ອຳນາດການປົກຄອງ ຕະຫຼອດຮອດພໍ່ແມ່ປະຊາຊົນ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ເຂົ້າໃນວຽກງານສຶກສາອົບຮົມການເມືອງ-ແນວຄິດ ເຊື້ອໝັ້ນຕໍ່ແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເອົາໃຈໃສສ້າງເສດຖະກິດຄອບຄົວ ກໍຄືການຍົກລະດັບການຜະລິດເປັນສິນຄ້າ ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ ປັດຈຸບັນ ເມືອງຮົມ ແລະ ເມືອງໄຊສົມບູນ ມີ 7.802 ຄອບຄົວ ຈຳນວນຄອບຄົວທຸກຍາກ ມີ 1.431 ຄອບຄົວ ເທົ່າກັບ 18,34% (ສົກປີ 2011-2012 ມີ 2.076 ຄອບຄົວ ເທົ່າກັບ 23,68%) ແລະ ການຈັດຕັ້ງປະຕິບັດວຽກງານຄອບຄົວພັດທະນາສອງເມືອງ ມີ 6.544 ຄອບຄົວ ເທົ່າກັບ 83,87% ເປັນຄອບຄົວມີຄວາມສາມັກຄີທັງພາຍນອກ-ພາຍໃນ ມີສະຕິເຄົາລົບ ແລະ ປະຕິບັດກົດໝາຍໄດ້ເປັນຢ່າງດີ ສາມາດເປັນຄອບຄົວປ້ອງກັນຄວາມສະຫງົບດີ ມີ 6.425 ຄອບຄົວ ເທົ່າກັບ 82,35% ຄອບຄົວປອດຄະດີ 6.763 ເທົ່າກັບ 86,68% ປອດຢາເສບຕິດມີ 6.605 ຄອບຄົວ ເທົ່າກັບ 84,65% ຄອບຄົວວັດທະນະທຳ 5.884 ເທົ່າກັບ 75,41% ແບບຢ່າງດ້ານສາທາລະນະສຸກ 5.762 ເທົ່າກັບ 73,85% ແລະ ມາຮອດປັດຈຸບັນ ທັງສອງເມືອງມີຄອບຄົວທີ່ກາຍເປັນຄອບຄົວພັດທະນາແລ້ວຈຳນວນ 4.246 ຄອບຄົວ ເທົ່າກັບ 54,42%. ໂອກາດດັ່ງກ່າວ ສະຫາຍ ຈູມມາລີ ໄຊຍະສອນ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງໄດ້ສະແດງຄວາມຍ້ອງຍໍ-ຊົມເຊີຍຕໍ່ຄະນະພັກ ຄະນະນຳ ກໍຄືພາກສ່ວນກ່ຽວຂ້ອງທີ່ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ເຂົ້າໃນການປະຕິບັດວຽກງານພັດທະນາເມືອງຮົ່ມ ແລະ ເມືອງໄຊສົມບູນທີ່ເປັນສອງເມືອງຈຸດສຸມຂອງພັກ-ລັດຖະບານ ໃຫ້ປະສົບຜົນສຳເລັດ ແລະ ເປັນຮູບປະທຳ ອັນໄດ້ເຮັດໃຫ້ເສດຖະກິດ-ສັງຄົມມີຄວາມເຂັ້ມແຂງ ໜັກແໜ້ນ ແລະ ຂະຫຍາຍຕົວເປັນກ້າວໆມາ ພ້ອມນັ້ນ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຍັງໄດ້ເນັ້ນໃຫ້ອຳນາດການປົກຄອງທຸກຂັ້ນຂອງແຂວງວຽງຈັນ ຕະຫຼອດຮອດພາກສ່ວນກ່ຽວຂ້ອງ ໄດ້ເອົາໃຈໃສ່ຕື່ມເຂົ້າໃນການຈັດຕັ້ງປະຕິບັດວຽກງານການພັດທະນາ ເປັນຕົ້ນແມ່ນການສຸມໃສ່ຫັນລົງຮາກຖານ ກໍ່ສ້າງຮາກຖານການເມືອງໃຫ້ເຂັ້ມແຂງຮອບດ້ານ ເອົາໃຈໃສ່ຕິດຕາມຢ່າງໃກ້ຊິດ ກ່ຽວກັບການຈັດຕັ້ງປະຕິບັດວຽກວິຊາສະເພາະ ເປັນເຈົ້າການຢ່າງແຂງແຮງ ການລົງສົ່ງເສີມໃຫ້ພໍ່ແມ່ປະຊາຊົນຜະລິດເປັນສິນຄ້າ ເພີ່ມທະວີວຽກງານກວດສອບ-ກວດກາໃຫ້ເຂັ້ມງວດ ຖືກຕ້ອງ ແລະ ແທດເໝາະກັບການພັດທະນາ ເອື້ອອຳນວຍ ແລະ ໃຫ້ຄວາມສະດວກແກ່ປະຊາຊົນເຂົ້າເຖິງທຸກການພັດທະນາຂອງພັກ ແລະ ລັດຖະບານ ໂດຍສະເພາະແມ່ນດ້ານການສຶກສາ ລະບົບການຂົນສົ່ງ ແລະ ການເຂົ້າເຖິງວຽກງານສາທາລະນະສຸກເປັນຕົ້ນ. ທີ່ມາhttp://www.vientianemai.net
ຂ່າວພາຍໃນ
2013-08-07T16:38:31+00:00
https://laopost.com/?p=3160
ຈີນກຽມພິຈາລະນາຍົກເລີກນະໂຍບາຍຄວບຄຸມບຸດ!
ສະພາແຫ່ງ ສປ ຈີນ, ເຊິ່ງເປັນຜູ້ດຳເນີນການ ແລະ ຄວບຄຸມນະໂຍບາຍການວາງແຜນຄອບຄົວ, ໄດ້ກ່າວວ່າ ຈະມີການສຶກສາຄົ້ນຄວ້າກ່ຽວກັບການຍົກເລີກນະໂຍບາຍການຄວຍຄຸມບຸດຂອງຄອບຄົວຄົນຈີນໃນທົ່ວປະເທດ ເຊິ່ງຄາດວ່າຈະໄດ້ຜົນສະຫຼຸບໃນທ້າຍປີນີ້. ປະຈຸບັນ, ຄອບຄົວຄົນຈີນສາມາດມີລູກໄດ້ 2 ຄົນຕໍ່ໜຶ່ງຄອບຄົວ ເຊິ່ງໄດ້ປະກາດໃຊ້ໃນປີ 2016, ແທນທີ່ນະໂຍບາຍລູກຄົນດຽວເຊິ່ງນໍາໃຊ້ມາດົນກວ່າ 40 ປີ. ນະໂຍບາຍລູກຄົນດຽວຂອງ ສປ ຈີນ ເລີ່ມນໍາໃຊ້ຕັ້ງແຕ່ປີ 1970 ເນື່ອງຈາກຈໍານວນປະຊາກອນທີ່ເພີ່ມຂຶ້ນຫຼາຍເກີນໄປ, ແຕ່ປະຈຸບັນ ລັດຖະບານໄດ້ມີຄວາມກັງວົນເຖິງຄວາມບໍ່ສົມດຸນກັນທາງດ້ານເພດ ແລະ ອາຍຸຂອງປະຊາກອນໃນປະເທດ, ຈໍານວນຜູ້ສູງອາຍຸຫຼາຍຂຶ້ນ ແຕ່ຈໍານວນປະຊາກອນໃນໄວໜຸ່ມເຊິ່ງກໍຄືໄວເຮັດວຽກ ແມ່ນຫຼຸດລົງ ແລະ ຜົນສຳຫຼວດດ້ານເພດຂອງປະຊາກອນຈີນໃນປີ 2017 ພົບວ່າ ປະຊາກອນເພດຊາຍ ມີຫຼາຍກວ່າ ປະຊາກອນເພດຍິງເຖິງ 32.66 ລ້ານຄົນ. ຖ້າຫາກກົດໃໝ່ນີ້ຖືກປະກາດນໍາໃຊ້ເປັນທາງການ, ຄູ່ຮັກຊາວຈີນຈະສາມາດເລືອກວ່າເຂົາເຈົ້າຕ້ອງການມີລູກຈັກຄົນໄດ້ ແລະ ມັນຈະເປັນການປະຕິວັດນະໂຍບາຍການຄວບຄຸມບຸດຄັ້ງໃຫຍ່ຂອງຈີນທີ່ມີແມ່ແຕ່ປີ 1970. ຂ່າວຈາກ: ສຳນັກຂ່າວ Bloomberg, ຮູບຈາກ: cornell
ຂ່າວຕ່າງປະເທດ
2018-05-23T11:27:53+00:00
https://laopost.com/?p=100947
ລັດວິສາຫະກິດຂົນສົ່ງ ນໍ້າມັນເຊື້ອໄຟລາວ ມອບພັນທະ 3 ຕື້ກວ່າ
ພິທີສະຫລຸບຜົນງານ ການດໍາເນີນທຸລະກິດ ປະຈໍາປີ 2012 ແລະ ວາງຄາດໝາຍສູ້ຊົນປະຈໍາປີ 2013 ຂອງລັດວິສາຫະກິດຂົນສົ່ງ ນໍ້າມັນເຊື້ອໄຟລາວ ໄດ້ຈັດຂຶ້ນໃນລະຫວ່າງວັນທີ່ 22 ຫາ 23 ກຸມພາ 2013 ທີ່ຫ້ອງປະຊຸມລັດວິສາຫະກິດຂົນສົ່ງນໍ້າມັນເຊື້ອໄຟລາວ ບ້ານແສງສະຫວ່າງ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ພູວອນ ແກ້ວບຸນລ້ອມ ອໍານວຍການໃຫຍ່ ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ທ່ານ ພິນດາລາ ລັບຫລ່ຽມແສງ ອຳນວຍການລັດວິສາຫະກິດ ຂົນສົ່ງນໍ້າມັນເຊື້ອໄຟລາວ ມີຄະນະບໍລິຫານ ພ້ອມພະນັກງານ ລັດຖະກອນເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ບຸນຈັນ ແກ້ວມະນີ ຮອງອຳນວຍການລັດວິສາຫະກິດ ຂົນສົ່ງນໍ້າມັນເຊື້ອໄຟລາວ ໄດ້ກ່າວວ່າ: ທາງລັດວິສາຫະກິດ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດຂອງຕົນ ສາມາດສ້າງຜົນງານທີ່ພົ້ນເດັ່ນຫລາຍດ້ານເປັນຕົ້ນ ໃນໜຶ່ງປີຜ່ານມາ ໄດ້ບໍລິການຂົນສົ່ງນໍ້າມັນພາຍໃນປະເທດ 212.851.660 ລີດ ທຽບໃສ່ແຜນການປີ ປະຕິບັດໄດ້ 101%, ດ້ານການຂົນສົ່ງນໍ້າມັນ ເຂົ້າຜ່ານແດນ ປະຕິບັດໄດ້ 9.943.000 ລີດ ທຽບໃສ່ແຜນການ ປະຕິບັດໄດ້ 103% ຊຶ່ງສາມາດສ້າງລາຍຮັບໄດ້ 27 ຕື້ກວ່າກີບ ທຽບໃສ່ແຜນການປີປະຕິບັດໄດ້ 94,63% ມີຜົນກໍາໄລ 1 ຕື້ກວ່າກີບ. ພິເສດ, ປີ 2012 ສາມາດປະຕິບັດການມອບພັນທະໃຫ້ລັດຖະບານ 3 ຕື້ກວ່າກີບ ທຽບໃສ່ແຜນການ ປະຕິບັດໄດ້ 164,07% . ສຳລັບແຜນການປີ 2013 ຈະສູ້ຊົນຂົນສົ່ງນໍ້າມັນພາຍໃນປະເທດໃຫ້ໄດ້ 213 ລ້ານກວ່າລີດ, ຂົນສົ່ງນໍ້າມັນເຂົ້າຜ່ານແດນໃຫ້ໄດ້ 10 ລ້ານກວ່າລີດ ແລະ ຈະສູ້ຊົນສ້າງລາຍຮັບໃຫ້ໄດ້ 29 ຕື້ກວ່າກີບ, ປະຕິບັດພັນທະ ຕໍ່ລັດຖະບານໃຫ້ໄດ້ 4 ຕື້ກວ່າກີບ. ກອງປະຊຸມຄັ້ງນີ້ ຍັງໄດ້ມອບໃບຍ້ອງຍໍຂັ້ນລັດຖະບານໃຫ້ແກ່ຜູ້ທີ່ມີຜົນງານ ດີເດັ່ນປະຈໍາປີ 2012 . ຂ່າວ/ພາບ: ເທພະວົງສອນ ທີ່ມາhttp://vtetoday.la/
ຂ່າວພາຍໃນ
2013-02-24T13:50:01+00:00
https://laopost.com/?p=2269
ຣັດເຊຍຜິດນັດຊຳລະໜີ້ສິນພັນທະບັດຕ່າງປະເທດເປັນຄັ້ງທຳອິດໃນຮອບ 100 ປີ
ຣັດເຊຍຜິດນັດຊຳລະໜີ້ສິນ ພັນທະບັດສະກຸນເງິນຕ່າງປະເທດເປັນຄັ້ງທຳອິດໃນຮອບ 100 ປີ ຕັ້ງແຕ່ປີ 1918 ຫຼັງຈາກບໍ່ສາມາດຊຳລະດອກເບ້ຍພັນທະບັດ ຈຳນວນ 100 ລ້ານໂດລາ ໄດ້ກ່ອນຮອດມື້ກຳນົດທີ 26 ມິຖຸນາທີ່ຜ່ານມານີ້. ການທີ່ຣັດເຊຍຍັງບໍ່ທັນຊຳລະໜີ້ສິນໄດ້ທັນ ເປັນຜົນມາຈາກທີ່ອາເມຣິກາ ແລະ ສະຫະພາບເອີຣົບ ມີຄຳສັ່ງໃຫ້ສະຖາບັນການເງິນຂອງໂຕເອງຂວ້ຳບາດ ແລະ ປິດຊ່ອງທາງການຊຳລະໜີ້ສິນໃຫ້ກັບກຸ່ມເຈົ້າໜີ້ຕ່າງປະເທດ ຂອງຣັດເຊຍ. ໃນຊ່ວງທຳອິດຂອງການຂວ້ຳບາດ ເຖິງວ່າອາເມຣິກາ ແລະ ປະເທດພັນທະມິດ ຈະໃຊ້ມາດຕະການຂວ້ຳບາດທາງການເງິນ ຍຶດສັບຊິນ ແລະ ຢຸດການນຳໃຊ້ເງິນສຳຮອງລະຫວ່າງປະເທດ ເພື່ອເປັນການລົງໂທດຣັດເຊຍ, ແຕ່ກໍຍັງອານຸຍາດໃຫ້ທະນາຄານກາງຣັດເຊຍຊຳລະໜີ້ ຜ່ານທະນາຄານຂອງສະຫະລັດ ແລະ ປະເທດພັນທະມິດ ແຕ່ຂໍ້ຍົກເວັ້ນດັ່ງກ່າວໄດ້ສິ້ນສຸດໃນຊ່ວງທ້າຍເດືອນພຶດສະພາ. ໃນອາທິດທີ່ຜ່ານມາ ຣັດເຊຍໄດ້ອອກມາປະກາດວ່າ ຈະຊຳລະໜີ້ສິນຕ່າງປະເທດຈຳນວນ 4 ໝື່ນລ້ານໂດລາ ເປັນສະກຸນເງິນລູເບິນແທນ (ສະກຸນເງິນຂອງຣັດເຊຍ) ພ້ອມກ່າວວ່າ ອາເມຣິກາ ແລະ ປະເທດພັນທະມິດ ຕັ້ງໃຈບີບບັງຄັບໃຫ້ຣັດເຊຍຕ້ອງຜິດນັດຊຳລະໜີ້, ເນື່ອງຈາກຣັດເຊຍຍັງມີເງິນໂດລາ ຈາກການຂາຍນ້ຳມັນພຽງພໍໃນການຊຳລະໜີ້ດອກເບ້ຍດັ່ງກ່າວໄດ້. ເຖິງວ່າຣັດເຊຍຈະຕົກຢູ່ໃນສະຖານະການ ຜິດນັດຊຳລະໜີ້ ແຕ່ນັກລົງທຶນທີ່ເປັນເຈົ້າໜີ້ຂອງຣັດເຊຍສ່ວນໃຫຍ່ ຍັງບໍ່ມີປະຕິກິລິຍາຫຍັງອອກມາເທື່ອ ແລະ ຫວັງວ່າມາດຕະການຂວ້ຳບາດຈະຜ່ອນຜັນລົງໃນອານາຄົດ ເພາະໃນເອກະສານສັນຍາພັນທະບັດ ມີຂໍ້ກຳນົດວ່າພວດເຂົາຍັງມີສິດຂໍຮັບຜົນຕອບແທນຄືນໄດ້ ພາຍໃນ 3 ປີ ນັບຈາກວັນທີ່ຄົບກຳນົດຊຳລະໜີ້ສິນ. ແຫຼ່ງຂ່າວຈາກ Yahoo Finance
ຂ່າວຕ່າງປະເທດ
2022-06-27T13:54:13+00:00
https://laopost.com/?p=135078
ຕ້ານໂຄວິດ-19! 4 ແຂວງຄຸມເຂັ້ມແຈ້ງການປິດດ່ານຢັບຢັ້ງການແຜ່ລະບາດ
ເພື່ອປ້ອງກັນການ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ເຂົ້າສູ່ປະເທດລາວ ນັບຕັ້ງແຕ່ໄລຍະວັນທີ 12-16ທີ່ຜ່ານມາ ປັດຈຸບັນປະເທດລາວມີຢູ່ 4 ແຂວງໄດ້ອອກມາແຈ້ງການປິດດ່ານປະເພນີ ເພື່ອຫຼຸດຜ່ອນຄວາມສ່ຽງການຕິດເຊື້ອພະຍາດໂຄວິດ-19 ເນື່ອງຈາກທັງ 4 ແຂວງນີ້ລ້ວນມີຊາຍແດນຕິດກັບແຂວງປະເທດເພື່ອນບ້ານ ແລະ ເປັນເຂດທີ່ໄດ້ຖືກຢັ້ງຢືນວ່າມີຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍກໍລະນີ. ໃນວັນທີ 12 ມີນາ 2020 ແຂວງຫົວພັນ ເບື້ອງມີຊາຍແດນຕິດກັບຫວຽດນາມ ໄດ້ປິດດ່ານປະເພນີ 10 ດ່ານຊົ່ວຄາວ ແລະ ເປີດ ໄວ້ພຽງ 4 ດ່ານ, ໃນວັນທີ 13 ມີນາ 2020 ແຂວງເຊກອງເບື້ອງມີຊາຍແດນຕິດກັບຫວຽດນາມ ໄດ້ແຈ້ງການປິດດ່ານປະເພນີ 4 ດ່ານຊົ່ວຄາວ ເນື່ອງຈາກດ່ານທາງຝາກຂອງຫວຽດນາມ ກໍ່ໄດ້ປິດແລ້ວ. ໃນວັນທີ 13 ມີນາ 2020 ແຂວງອັດຕະປຶ ອອກແຈ້ງການ ສັ່ງປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນທີ່ຕິດກັບແຂວງກອນຕຸມ ສສ ຫວຽດນາມ ແລະ ແຂວງຣັດຕະນະຄີຣີ ແລະ ຊຽງແຕງ ຣາຊະອານາຈັກກຳປູເຈຍຊົ່ວຄາວ ໃນຈຳນວນດ່ານທີຖືກປິດປະກອບມີ 4 ດ່ານຄື: ດ່ານພູຍາງເມືອງພູວົງ, ດ່ານ ຟໍ1 ເຂດວັງຕັດ ເມືອງຊານໄຊ, ດ່ານເຊປຽນ ເມືອງສະໜາມໄຊ, ດ່ານປະເພນີ ຟໍ 2 ຟໍ 3 ຟໍ 4 ຟໍ 5 ແລະ ຟໍ 6. ໃນວັນທີ 16 ມີນາ 2020 ແຂວງຜົ້ງສາລີ ອອກແຈ້ງການປິດດ່ານປະເພນີເປັນເວລາ 14ວັນ ປະກອບມີ: ດ່ານແມັງກວາຜົ້ງ, ດ່ານຊີປາຝິ່ນ, ດ່ານຫ້ວຍເຮ້ຍ, ດ່ານຫ້ວຍລ້າ, ດ່ານປາກເທິມ ແລະ ດ່ານປາຈ່າ ແລະ ດ່ານປະເພນີອື່ນໆ ໃນຂອບເຂດທົ່ວແຂວງ ແລະ ມີ 3ດ່ານຊາຍແດນທີ່ອະນຸຍາດໃຫ້ເປີດບໍລິການປົກກະຕິຄື: ດ່ານປາງຫົກ ເມືອງໃໝ່, ດ່ານລານຕຸ້ຍ ເມືອງຍອດອູ ແລະ ດ່ານປ່າຄາ ເມືອງບຸນເໜືອ. ນອກຈາກນີ້, ອີກຫຼາຍແຂວງພາກສ່ວນທີ່ກ່ຽວຂ້ອງກໍາລັງຄົ້ນຄວ້າຢ່າງລະອຽດ ອີງຕາມຄວາມເໝາະສົມໃນການສັ່ງປິດດ່ານເພື່ອບໍ່ໃຫ້ມີຜົນກະທົບຕໍ່ເສດຖະກິດ-ສັງຄົມ. ຮຽບຮຽງຂ່າວ: ພຸດສະດີ
ຂ່າວທ້ອງຖິ່ນ
2020-03-18T10:54:41+00:00
https://laopost.com/?p=117674
ຍອດຜູ້ເສຍຊີວິດແຜ່ນດິນໄຫວເນປານ ລ່າສຸດຮອດ 2,500 ຄົນແລ້ວ!
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 27 ເມສານີ້ວ່າ ຈາກເຫດການແຜ່ນດິນໄຫວທີ່ປະເທດເນປານ ເມື່ອວັນທີ 25 ເມສາ ຂະໜາດ 7.8 ແລະ ໄດ້ເກີດແຜ່ນດິນໄຫວຊ້ຳ (Aftershock) 30 ຄັ້ງ ລ່າສຸດມີລາຍງານໃນເວລາ 0:05 ນາທີ ຂອງມື້ນີ້ (27 ເມສາ) ຍອດຜູ້ເສຍຊີວິດເພີ່ມຂຶ້ນ ຈຳນວນ 2,500 ຄົນແລ້ວ ແລະ ມີຜູ້ບາດເຈັບ ພ້ອມສິ່ງປຸກສ້າງເສຍຫາຍຢ່າງຫລວງຫລາຍ. ປັດຈຸບັນປະຊາຊົນຊາວເນປານຜູ້ປະສົບໄພ ແມ່ນຂາດແຄນທີ່ຢູ່ອາໄສ ຕ້ອງໄດ້ນອນຢູ່ຕາມຂ້າງຖະໜົນ ໂດຍບາງສ່ວນຍັງພາກັນຢ້ານກົວ ບໍ່ກ້າກັບເຂົ້າໄປອາໄສຢູ່ໃນເຮືອນຂອງຕົນ ເນື່ອງຈາກຍັງເກີດແຜ່ນດິນໄຫວຊ້ຳຕາມມາຢ່າງຕໍ່ເນື່ອງ, ນອກຈາກນີ້ ປະຊາຊົນຍັງກຳລັງປະສົບກັບບັນຫາຂາດແຄນອາຫານ ແລະ ນ້ຳສະອາດອີກດ້ວຍ.
ຂ່າວຕ່າງປະເທດ
2015-04-27T08:36:27+00:00
https://laopost.com/?p=24528
ອິນໂດເນຍເຊຍເລັ່ງອົບພະຍົບ 20,000ຄົນອອກຈາກພື້ນທີ່ ຍອດຜູ້ເສຍຊີວິດເພີ່ມເປັນ 98 ສົບ
ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງ ນາຕາຣັມ ປະເທດອິນໂດເນເຊຍ ເມື່ອວັນທີ 7 ສິງຫາ 2018ວ່າ ສຳນັກງານບໍລິຫານຈັດການໄພພິບັດແຫ່ງຊາດຂອງອິນໂດເນເຊຍ (ບີເອັນພີບີ) ລາຍງານຈຳນວນຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວຮຸນແຮງ 6.9 ແມັກນິຈູດ ໃນເຂດເກາະລອມບອກ ເມື່ອຕອນຄ່ຳຂອງວັນອາທິດທີ່ຜ່ານມາ ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ 98 ສົບ ແລະ ມີຜູ້ໄດ້ຮັບບາດເຈັບຫຼາຍກວ່າ 230 ຄົນ ແຕ່ທຸກຝ່າຍເຊື່ອວ່າຈະມີຜູ້ເສຍຊີວິດເພີ່ມຂຶ້ນອີກ ເມື່ອເຈົ້າໜ້າທີ່ໄດ້ເຮັດການສຳຫຼວດສິ່ງປຸກສ້າງ ແລະ ບ້ານເຮືອນຫຼາຍກວ່າ 13,000ແຫ່ງໃນພື້ນທີ່ໄດ້ຮັບຄວາມເສຍຫາຍ ເຊິ່ງເປັນຜົນກະທົບມາຈາກແຜ່ນດິນໄຫວຮຸນແຮງເຖິງ 2 ຄັ້ງ ແລະ ຫ່າງກັນພຽງອາທິດດຽວ ທາງກອງທັບອິນໂດເນເຊຍໄດ້ເດີນໜ້າມອບຄວາມຊ່ວຍເຫຼືອດ້ານໂລຈິສຕິກໃນພື້ນທີ່ປະສົບໄພ ຮວມເຖິງການສົ່ງເຮືອພ້ອມສິ່ງຂອງອຸປະໂພກ ແລະ ບໍລິໂພກທີ່ຈຳເປັນ ແລະ ເຮືອສຳລັບອົບພະຍົບປະຊາຊົນຫຼາຍກວ່າ 20,000ຄົນ ໃນຈຳນວນນີ້ຫຼາຍກວ່າ 2,000ຄົນເປັນນັກທ່ອງທ່ຽວ ເຊິ່ງຕິດຢູ່ໝູ່ເກາະກີລີ ທີ່ເປັນເກາະຍ່ອຍ 3ແຫ່ງ ໃນຂະນະດຽວກັນສະຫະປະຊາຊາດ (ຢູເອັນ) ອອສເຕເລຍ ແລະ ຝຣັ່ງ ສະແດງຄວາມພ້ອມທີ່ຈະໃຫ້ຄວາມຊ່ວຍເຫຼືອອິນໂດເນເຊຍທັນທີທີ່ໄດ້ຮັບການຮ້ອງຂໍ
ຂ່າວຕ່າງປະເທດ
2018-08-07T10:08:15+00:00
https://laopost.com/?p=102746
ສຸດອຶ້ງ! ຫາກໍ່ຮູ້ຕົວວ່າມີຝາແຝດ ເພາະ facebook
ຫາກຖ້າບັງເອີນພົບວ່າທ່ານມີຝາແຝດທີ່ພັດພາກຈາກກັນໄປມັນຈະເປັນຢ່າງໃດ? ຫລາຍຄົນອາດຄິດວ່ານັ້ນເປັນພຽງເລື່ອງລາວໃນນິຍາຍເທົ່ານັ້ນ ແຕ່ມັນກັບເປັນເລື່ອງຈິງທີ່ເກີດກັບເອື້ອຍນ້ອງຄູ່ນີ້ Samantha Futerman ແລະ Anais Bordier ຫາກໍ່ພົບວ່າທັງຄູ່ເປັນເອື້ອຍນ້ອງແຝດກັນຜ່ານທາງເຟ acebook ຍ້ອນກັບໄປເມື່ອກຸມພາ 2013 Samantha ເປັນນັກສະແດງທີ່ແອວເອ ນາງໄດ້ຮັບຂໍ້ຄວາມທາງ acebook ຈາກຄົົນທີ່ນາງບໍ່ເຄີຍລົມນຳມາກ່ອນ ນັ້ນກໍຄື Anais ນັກຮຽນແຟຊັ່ນດີໄຊທີ່ອາໄສຢູ່ທີ່ລອນດອນ ຊຶ່ງໃນຂໍ້ຄວາມນາງບອກວ່ານາງ ເຫັນ Samantha ຈາກໃນ Youtube ນາງເບິ່ງຊ້ຳໄປຊ້ຳມາຫລາຍຮອບ ເພາະນາງເຫັນວ່າ Samantha ນັ້ນໜ້າຄືນາງຫລາຍໆ ຈົນໃນທີ່ສຸດນາງຕັດສິນໃຈສົ່ງຂໍ້ຄວາມບອກເລົ່າເລື່ອງລາວຂອງນາງໃຫ້ກັບ Samantha ໄດ້ຮັບຮູ້ ຫລັງຈາກນັ້ນພວກເຂົາກໍລົມກັນຜ່ານທາງ Skype ຈົນໃນທີ່ສຸດຄອບຄົວຂອງ Samantha ຕັດສິນໃຈບິນໄປລອນດອນ ເພື່ອພົບກັບ Anais ໃນເດືອນພຶດສະພາ 2013 ຊຶ່ງເທື່ອນີ້ທັງຄູ່ໄດ້ໃຊ້ເວລາຮ່ວມກັນແບ່ງປັນເລື່ອງລາວຕ່າງໆ ຕໍ່ມາໃນລະດູຮ້ອນປີ 2013 Anais ກໍເດິນທາງໄປຢ້ຽມ Samantha ທີ່ແຄລິຟໍເນຍ ທັງຄູ່ໄດ້ໄປທ່ອງທ່ຽວຕາມສະຖານທີ່ຕ່າງໆ ນຳກັນຕາມປະສາເອື້ອຍນ້ອງ ຈົນໃນທີ່ສຸດພວກເຂົາຕັດສິນໃຈບິນໄປເກົາຫລີໃຕ້ ເພື່ອຫາຂໍ້ມູນກ່ຽວກັບພໍ່ແມ່ທີ່ແທ້ຈິງຂອງພວກເຂົາ ຊຶ່ງສະຖານທີ່ຮັບລ້ຽງເດັກນ້ອຍບຸນທຳບ່ອນນັ້ນກໍພະຍາຍາມຕິດຕໍ່ພໍ່ແມ່ຂອງທັງຄູ່ໃຫ້ ແຕ່ກໍໄດ້ຮັບການປະຕິເສດ ຊຶ່ງການພົບກັນເທື່ອນີ້ເຮັດໃຫ້ທັງຄູ່ຕັດສິນໃຈວ່າເຮົາຈະບໍ່ແຍກຈາກກັນດົນເກີນໄປອີກແລ້ວ ເພາະພວກເຂົາຈະຫາເວລາມາເຈີກັນທຸກເທດສະການສຳຄັນ ເພື່ອໃຊ້ຊີວິດຄືຄອບຄົວໃນແບບທີ່ຄວນຈະເປັນ ຫລັງຈາກພົບກັນທັງຄູ່ໄດ້ເຮັດສາລະຄະດີ ກ່ຽວກັບຊີວິດຂອງພວກເຂົາ ຊຶ່ງທັງຄູ່ຕ້ອງເຮັດວຽກຢ່າງໜັກເພື່ອສານສາລະຄະດີເລື່ອງ Twinsters ທີ່ຈະເປີດຕົວໃນປີ 2015
ຂ່າວຕ່າງປະເທດ
2014-11-18T10:18:54+00:00
https://laopost.com/?p=13837
ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ຈະສຳເລັດພາຍໃນປີໜ້າ
ວັນທີ 28 ມັງກອນ 2023 ທ່ານ ນາງ ທິພານັນ ສິລິຊະນະ ຮອງໂຄສົກປະຈຳສຳນັກງານນາຍົກປະເທດໄທ ເປີດເຜີຍວ່າ ທ່ານ ພົອ ປະຍຸດ ຈັນໂອຊາ ນາຍົກລັດຖະມົນຕີແຫ່ງ ປະເທດໄທ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດໄທ ໄດ້ເລັ່ງພັດທະນາໂຄງສ້າງພື້ນຖານດ້ານການຄົມມະນາຄົມຂົນສົ່ງຂອງປະເທດໄທທັງ 4 ມິຕິຄື ບົກ ຮາງ ນ້ຳ ອາກາດ ເພື່ອໃຫ້ປະຊາຊົນເດີນທາງສະດວກ ວ່ອງໄວ ແລະ ປອດໄພ. ໂຄງການກໍ່ສ້າງຂົວມິດຕະພາບ ແຫ່ງທີ 5 ບຶງການ-ບໍລິຄຳໄຊ ທີ່ໄດ້ຮັບອະນຸມັດຈາກຄະນະລັດຖະມົນຕີໃນວັນທີ 2 ມິຖຸນາ 2019 ເຊິ່ງລວມມູນຄ້າການລົງທຶນເປັນ 3.930 ລ້ານບາດ ເປັນງົບປະມານຂອງໄທ 2.630 ລ້ານບາດ ສ່ວນ ສປປ ລາວໃຊ້ເງິນກູ້ຈາກສຳນັກງານຮ່ວມມືພັດທະນາເສດຖະກິດກັບອົງການມະຫາຊົນ ວົງເງິນ 1.300 ລ້ານບາດ ລວມເຖິງເງິນລົງທຶນກໍ່ສ້າງໄລຍະທາງລວມ 16,18 ກິໂລແມັດ ແຍກເປັນທາງກໍ່ສ້າງຝັ່ງໄທ 12 ກິໂລແມັດ ແລະ ຝັ່ງລາວ 2,8 ກິໂລແມັດ. ປັດຈຸບັນ ໂຄງການດັ່ງກ່າວມີຄວາມຄືບໜ້າໃນການກໍ່ສ້າງໄວກວ່າກຳນົດເກີນ 60% ແລ້ວ ຫຼັງຈາກ ທ່ານ ພັນຄຳ ວິພາວັນ ອະດີດນາຍົກລັດຖະມົນຕີ ແລະ ພົອ ປະຍຸດ ຈັນໂອຊາ ນາຍົກລັດຖະມົນຕີແຫ່ງ ປະເທດໄທ ຮ່ວມເປັນປະທານໃນພິທີວາງສີລາເລີກໂຄງການໃນວັນທີ 28 ຕຸລາ 2022 ໂດຍຄາດວ່າຈະເຊື່ອມຕໍ່ເຂດຂົວໄດ້ປະມານກາງປີ 2023 ແລະ ເປີດໃຫ້ບໍລິການປີ 2024. ການຂົນສົ່ງພັດທະນາເສດຖະກິດການຄ້າສູ້ຝັ່ງຕາເວັນອອກ ທີ່ທະເລຈີນໃຕ້ ຕາມກອບການພັດທະນາຄວາມຮ່ວມມືທາງເສດຖະກິດໃນພູມິພາກລຸ່ມນ້ຳຂອງ (Greater Mekong Subregion : GMS) ທີ່ເປັນຄວາມຮ່ວມມືຂອງ 6 ປະເທດຄື ໄທ ມຽນມາ ລາວ ກຳປູເຈຍ ຫວຽດນາມ ແລະ ຈີນ ແລະ ຊ່ວຍສະໜັບສະໜູນການສົ່ງອອກສິນຄ້າລະຫວ່າງ 2 ປະເທດໄດ້ຢ່າງໄວວາ ແລະ ສະດວກຍິ່ງຂຶ້ນ. ແຫຼ່ງຂ່າວ tnnthailand
ຂ່າວພາຍໃນ
2023-01-30T14:02:03+00:00
https://laopost.com/?p=141769
ຣັດເຊຍ-ອິນໂດເນເຊຍເພີ່ມຄວາມຮ່ວມມືຕໍ່ຕ້ານການກໍ່ການຮ້າຍ
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຈາກາຕາ ປະເທດ ອິນໂດເນເຊຍ ເມື່ອວັນທີ 10 ສິງຫາ 2017 ນີ້ວ່າ ທ່ານ ເຊີຣເກ ລາຟຣອບ ລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ ກ່າວຫຼັງການພົບປະຫາລື ກັບ ທ່ານ ນາງ ເຣດໂນ ທາຣ໌ຊູດີ ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ ເມື່ອວັນພຸດທີ່ຜ່ານມາວ່າ ທັງສອງປະເທດເຫັນພ້ອມການຍົກລະດັບຄວາມຮ່ວມມືດ້ານການປ້ອງກັນ ແລະ ຕໍ່ຕ້ານໄພຄຸກຄາມຈາກການກໍ່ການຮ້າຍ ໂດຍສົ່ງເສີມການຮ່ວມມືດ້ານຄວາມປອດໄພທາງໄຊເບີຣ ແລະ ການຊອກຫາມາດຕະການຮັບມືໄພຄຸກຄາມຈາກກຸ່ມກໍ່ການຮ້າຍ ໂດຍສະເພາະກຸ່ມໄອເອສ ຂ່າວ ແລະ ຮູບຈາກ: www.dailynews.co.th
ຂ່າວຕ່າງປະເທດ
2017-08-10T10:52:28+00:00
https://laopost.com/?p=93592
ປີນີ້ຜູ້ຮັບເໝົາຈະສ້າງເຮືອນ 496 ຫຼັງໃຫ້ຜູ້ປະສົບໄພຈາກສັນເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ
ທ່ານ ນາງ ວັນແສງ ສີສົງຄາມ ອໍານວຍການ ບໍລິສັດວັນແສງ ພັດທະນາ ກໍ່ສ້າງຈໍາກັດຜູ້ດຽວ ໄດ້ກ່າວຕໍ່ ທີມງານວຽງຈັນທາຍ ໃນມື້ວັນທີ 26 ມັງກອນ 2021 ທີ່ຜ່ານມານີ້ວ່າ: ບໍລິສັດວັນແສງ ກໍ່ສ້າງພັດທະນາຈໍາກັດຜູ້ດຽວໄດ້ຮັບຄວາມໄວ້ ວາງໃຈຈາກລັດຖະບານລາວໃນການ ກໍ່ສ້າງເຮືອນ ຖາວອນຈໍານວນ 700 ຫຼັງໃຫ້ຜູ້ປະສົບໄພຈາກ ເຂື່ອນ ເຊປຽນ-ເຊນໍ້ານ້ອຍ ເຊິ່ງມີມູນຄ່າທັງໝົດ 24,5 ລ້ານໂດລາ ໄດ້ເລີ່ມລົງມືກໍ່ສ້າງໃນເດືອນ ກໍລະກົດ ປີ 2020 ໂດຍມີເຮືອນ 440 ຫຼັງທີ່ມີ ການກໍ່ສ້າງກ່ອນບຸນເຂົ້າພັນສາ ແລະ ອີກ 56 ຫຼັງແມ່ນໄດ້ລົງມືກໍ່ສ້າງພາຍຫຼັງບຸນອອກພັນສາ ປີ 2020. ເຮືອນຈໍານວນ 440 ຫຼັງທີ່ສ້າງໃນໄລຍະ ທໍາອິດນັ້ນ ຮອດປັດຈຸບັນແມ່ນໄດ້ສໍາເລັດແລ້ວ ຫຼາຍກວ່າ 70% , ສ່ວນຫຼາຍຍັງເຫຼືອແຕ່ວຽກ ຕົບແຕ່ງ ພາຍນອກ ແລະ ພາຍໃນ ໂດຍຈະສໍາເລັດ 100% ກ່ອນເດືອນພຶດສະພາ ຫຼື ກ່ອນບຸນປີໃໝ່ລາວທີ່ຈະມາເຖິງນີ້ ແລະ ອີກ 56 ຫຼັງຈະສໍາເລັດພາຍໃນປີ 2021 ນີ້. ທ່ານນາງວັນແສງໄດ້ກ່າວຕື່ມວ່າ: ຈາກຫາງສຽງສັງຄົມທີ່ວ່າໂຄງການກໍ່ສ້າງເຮືອນ 700 ຫຼັງໃຫ້ຜູ້ປະສົບໄພດັ່ງກ່າວນັ້ນ ເປັນຫຍັງ ຄືແລ້ວຊ້າແທ້ນັ້ນ ຂໍຢືນຢັນວ່າແມ່ນບໍ່ໄດ້ຊັກຊ້າ, ເມື່ອຖາມວ່າເຮືອນອີກ 204 ຫຼັງ ຈາກຈໍານວນ 496 ຫຼັງທີ່ໄດ້ລົງມືກໍ່ສ້າງໄປແລ້ວນັ້ນເປັນຫຍັງຈຶ່ງຍັງບໍ່ທັນ ໄດ້ລົງມືກໍ່ສ້າງ ນັ້ນແມ່ນບໍ່ກ່ຽວຫຍັງກັບບໍລິສັດ ແຕ່ກ່ຽວກັບພາກສ່ວນທີ່ກ່ຽວຂ້ອງທີ່ຍັງບໍ່ ສາມາດ ໄກ່ເກ່ຍເລື່ອງຕ່າງໆກັບປະຊາຊົນໄດ້ເທື່ອ ເຊັ່ນ: ໂຄງສ້າງເຮືອນ (ເຮືອນເກົ່າທີ່ຖືກນໍ້າພັດໄປຫຼັງນ້ອຍ ຢາກໄດ້ເຮືອນຫຼັງໃຫຍ່) ແລະ ເລື່ອງການຈັດສັນ ດິນ, ນອກນັ້ນຍັງມີດິນບຸກເບີກບາງສ່ວນທີ່ ຍັງຄາຜົນລະປູກ (ສວນມັນຕົ້ນ) ຕ້ອງໄດ້ເກັບກູ້ເສຍກ່ອນ ແລະ ດິນບາງບ່ອນແມ່ນເປັນໜອງນໍ້າ ຫຼື ຫຼຸບຫຼາຍຈໍາເປັນຕ້ອງໄດ້ເອົາດິນມາຖົມ ເຊິ່ງບັນຫາດັ່ງກ່າວນັ້ນແມ່ນເປັນໜ້າວຽກຂອງພາກລັດ. ວັດຖຸທີ່ນໍາມາສ້າງເຮືອນດັ່ງກ່າວນີ້ສ່ວນຫຼາຍແມ່ນນໍາມາຈາກຕ່າງປະເທດໂດຍສະເພາະແມ່ນກະເບື້ອງ, ໂຄງເຫຼັກມຸງຫຼັງຄາ ແລະ ອື່ນໆ, ນອກນັ້ນໄດ້ມີວິຊາການຈາກພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ ອັດຕະປືຈໍານວນ 12 ຄົນໄດ້ລົງມາເຮັດວຽກຢູ່ສະໜາມ ຫຼື ຢູ່ເຂດກໍ່ສ້າງ ໂດຍຮ່ວມມືກັບວິຊາການບໍລິສັດອີກ 8 ຄົນ ເພື່ອຕິດຕາມ ແລະ ກວດສອບຄຸນນະພາບໃນການກໍ່ສ້າງ ດັ່ງນັ້ນຢືນຢັນໄດ້ວ່າເຮືອນທຸກໆຫຼັງແມ່ນມີໂຄງສ້າງທີ່ໄດ້ມາດຕະຖານ. ທ້າຍສຸດນີ້ຢາກຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງລົງມາໄກ່ເກ່ຍບັນຫາຕ່າງໆກັບປະຊາຊົນໃຫ້ສໍາເລັດໂດຍໄວເພື່ອວ່າຈະໄດ້ເລີ່ມລົງມືກໍ່ສ້າງເຮືອນອີກ 204 ຫຼັງ. ຮຽບຮຽງຂ່່າວ: ພຸດສະດີ
ຂ່າວທ້ອງຖິ່ນ
2021-01-27T20:07:36+00:00
https://laopost.com/?p=122818
ນັກວິທະຍາປັບເຂັມໂມງ “ວັນສິ້ນໂລກ” ໃຫ້ໄວຂຶ້ນ 30 ວິນາທີ
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ວໍຊິງຕັນ ປະເທດສະຫະລັດ ອາເມລິກາ ເມື່ອວັນທີ 26 ມັງກອນ 2017 ວ່າ. ທ່ານ ລໍເຣນ ເຄຣົາສ໌ ປະທານຄະນະກຳມະການຈົດໝາຍຂ່າວນັກວິທະຍາສາດນິວເຄຣຍ ຖະແຫລງການເມື່ອວັນພະຫັດ ເລື່ອງການປັບເຂັມນາທີຂອງໂມງສັນຍາລັກ “ວັນສິ້ນໂລກ” ໃຫ້ໄວຂຶ້ນ 30 ວິນາທີ ຄື ຈາກອີກ 3 ນາທີຮອດທ່ຽງຄືນ ນີ້ຖືເປັນການປັບເວລາໃຫ້ເຂົ້າໃກ້ທ່ຽງຄືນຫຼາຍທີ່ສຸດເປັນຄັ້ງທຳອິດໃນຮອບ 64 ປີ ທ່ານ ເຄຣົາສ໌ ໄດ້ໃຫ້ເຫດຜົນຂອງການປັບເຂັມນາທີຂອງໂມງວັນສິ້ນໂລກໃນຄັ້ງນີ້ວ່າ ເປັນການບົ່ງບອກເຖິງໂລກນີ້ກຳລັງຍັບເຂົ້າໃກ້ “ຫາຍະນະ” ຫຼາຍຂຶ້ນທຸກນາທີ ໂດຍມີສາເຫດມາຈາກພາວະໂລກຮ້ອນ, ໄພຄຸຄາມທາງນິວເຄຣຍ, ການແຂ່ງຂັນກັນເອງຂອງມວນມະນຸດ. ໂມງສັນຍາລັກວັນສິ້ນໂລກນີ້ ໄດ້ຮັບການຄິດຄົ້ນ ແລະ ສ້າງຂຶ້ນ ໂດຄະນະກຳມະການຈົດຫມາຍຂ່າວນັກວິທະຍາສາດນິວເຄຣຍທີ່ມີຜູ້ໄດ້ຮັບລາງວັນ ໂນເບລ ລວມຢູ່ 18 ທ່ານ ເມື່ອປີ 1947 ດ້ວຍຈຸດປະສົງເພື່ອເຕືອນໃຫ້ປະຊາຄົມໂລກໄດ້ຮັບຮູ້ເຖິງມະຫັນຕະໄພທີ່ອາດເກີດຂຶ້ນ ໂດຍເຄີຍມີການປັບເວລາຂອງເຂັມນາທີໃຫ້ເຂົ້າໃກ້ທ່ຽງຄືນມາແລ້ວເຖິງ 19 ເທື່ອ ຖ້າເຂັມໂມງຍັບເຂົ້າໃກ້ທ່ຽງຄືນຫຼາຍເທົ່າໃດ ນັ້ນກໍ່ໝາຍເຖິງສະພາບເຫດການຂອງໂລກກໍ່ຮ້າຍແຮງຂຶ້ນເທົ່ານັ້ນ. ແຫລ່ງຂ່າວ http://www.dailynews.co.th/foreign/551646 ຄລິບປະກອບຈາກ: CBS News ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!
ຂ່າວຕ່າງປະເທດ
2017-01-27T10:47:43+00:00
https://laopost.com/?p=83718
2 ນັກໂທດອິນເດຍ ຂຸດອຸໂມງລອດກຳແພງແຫກຄຸກ ປານກັບໃນຮູບເງົາ!
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 30 ມິຖຸນານີ້ວ່າ ເກີດເຫດຜູ້ຕ້ອງຫາທີ່ກຳລັງຖືກກັກຂັງເພື່ອລໍຖ້າຂຶ້ນສານ ໃນຄະດີລັກຊັບ 2 ຄົນຄື ທ້າວ ໄຟຊານ ແລະ ທ້າວ ຈາເວດ ໄດ້ເອົາຕົວຫລົບໜີອອກຈາກຄ້າຍຄຸມຂັງຄວາມໝັ້ນຄົງສູງສຸດ ຢູ່ນະຄອນຫລວງນິວເດລີຂອງອິນເດຍ ດ້ວຍການຂຸດອຸໂມງລອດກຳແພງອອກໄປ ເພື່ອຫລົບໜີ ຄ້າຍຄືກັນກັບຢູ່ໃນຮູບເງົາ, ຢ່າງໃດກໍຕາມ ເຈົ້າໜ້າທີ່ສາມາດນຳໂຕຜູ້ຫລົບໜີກັບຄືນມາໄດ້ແລ້ວ 1 ຄົນ ຍັງເຫລືອອີກ 1 ຄົນແມ່ນສາມາດຫລົບໜີໄປໄດ້. ທັງນີ້ ຄ້າຍຄຸມຂັງດັ່ງກ່າວແມ່ນເປັນຄ້າຍຄຸມຂັງແຫ່ງໜຶ່ງທີ່ໃຫຍ່ທີ່ສຸດໃນອາຊີ ສາມາດບັນຈຸນັກໂທດໄດ້ 6,250 ຄົນ ແຕ່ໃນປັດຈຸບັນແມ່ນມີນັກໂທດ ແລະ ຜູ້ຕ້ອງຫາຖືກກັກຂັງຢູ່ໃນຄຸກແຫ່ງນີ້ເຖິງ 13,500 ຄົນ.
ຂ່າວຕ່າງປະເທດ
2015-06-30T17:06:08+00:00
https://laopost.com/?p=29304
ສະຫລົດ! ລົດໄຟສອງຂະບວນຕຳກັນຢູ່ອິນເດຍ ເສຍຊີວິດ 25 ຄົນ!
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ສິງຫານີ້ວ່າ ເກີດເຫດລົດໄຟ 2 ຂະບວນ ຕຳກັນແລ້ວຕົກລາງມື້ວານນີ້ (4 ສິງຫາ) ທີ່ລັດມັດທະຍະປະເທດ (Madhya Pradesh) ທາງພາກກາງຂອງອິນເດຍ ເຮັດໃຫ້ມີຜູ້ເສຍຊີວິດບໍ່ຕ່ຳກ່ວາ 27 ຄົນ ຊຶ່ງເຈົ້າໜ້າທີ່ກູ້ໄພສາມາດຊ່ວຍຜູ້ໂດຍສານອອກມາໄດ້ ຫລາຍກ່າ 300 ຄົນ ໂດຍໃນນັ້ນມີຜູ້ໄດ້ຮັບບາດເຈັບບໍ່ຕ່ຳກ່ວາ 25 ຄົນ. ທັງນີ້ ຢູ່ຈຸດເກີດເຫດແມ່ນມີລະດັບນ້ຳຂຶ້ນຖ້ວມສູງເໜືອລາງລົດໄຟ ຊຶ່ງອາດເປັນສາເຫດທີ່ພາໃຫ້ເກີດອຸບັດເຫດຄັ້ງຮຸນແຮງດັ່ງກ່າວ ແລະ ພາຍຫລັງເກີດເຫດ ເຈົາໜ້າທີ່ໄດ້ສັ່ງຫ້າມບໍ່ໃຫ້ລົດໄຟອີກຫລາຍສິບຂະບວນ ແລ່ນຜ່ານຈຸດດັ່ງກ່າວນີ້ແລ້ວ.
ຂ່າວຕ່າງປະເທດ
2015-08-05T15:51:16+00:00
https://laopost.com/?p=32171
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດລາວ ຢ້ຽມຢາມ ອົດສະຕຣາລີ ຢ່າງເປັນທາງການ
ພົບປະສອງຝ່າຍກັບ ທ່ານ ນາງ ເພັນນີ ວອງ, ລັດຖະມົນຕີຕ່າງປະເທດ ແຫ່ງ ອົດສະຕຣາລີ ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ທ່ານ ນາງ ເພັນນີ ວອງ (Penny WONG), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ອົດສະຕຣາລີ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະຜູ້ແທນ ໄດ້ເດີນທາງໄປຢ້ຽມຢາມ ອົດສະຕຣາລີ ຢ່າງເປັນທາງການ, ໃນວັນທີ 09-11 ຕຸລາ 2022, ເພື່ອສືບຕໍ່ຮັດແຫນ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ສປປ ລາວ ແລະ ອົດສະຕຣາລີ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ, ເຊິ່ງການເດີນທາງຢ້ຽມຢາມຄັ້ງນີ້ ເປັນໜຶ່ງໃນກິດຈະກຳ ເພື່ອສະເຫຼີມ ສະຫຼອງສາຍພົວພັນການທູດ ລາວ-ອົດສະຕຣາລີ ຄົບຮອບ 70 ປີ ໃນປີ 2022. ພິທີພົບປະສອງຝ່າຍຢ່າງເປັນທາງການ ລະຫວ່າງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ ເພັນນີ ວອງ, ລັດຖະມົນຕີຕ່າງປະເທດ ອົດສະຕຣາລີ ໄດ້ມີຂຶ້ນໃນຕອນແລງຂອງວັນທີ 10 ຕຸລາ 2022, ທີ່ ສະພາແຫ່ງຊາດ ອົດສະຕຣາລີ. ພາຍຫຼັງທີ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 15 ມັງກອນ 1952 ເປັນຕົ້ນມາ, ລາວ-ອົດສະຕຣາລີ ສາມາດຮັກສາໄດ້ການພົວພັນ ແລະ ການຮ່ວມມືຄື: ລັດຖະບານ ອົດສະຕຣາລີ ໄດ້ໃຫ້ການຊ່ວຍໃນໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທຳອິດ ແລະ ໄດ້ເປີດນຳໃຊ້ໃນ ເດືອນເມສາ ປີ 1994 ເປັນຕົ້ນມາ, ເຊິ່ງໂຄງການດັ່ງກ່າວເປັນສັນຍາລັກແຫ່ງສາຍພົວພັນມິດຕະພາບ ລະຫວ່າງ ລາວ-ອົດສະຕຣາລີ. ສືບຕໍ່ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ໃຫ້ແກ່ ສປປ ລາວ ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ເຊິ່ງຈັດເປັນອັນດັບ 3 ຂອງການຊ່ວຍເຫຼືອ ODA ຢູ່ ສປປ ລາວ ໂດຍໄດ້ສຸມໃສ່ຫຼາຍຂະແໜງການ ເປັນຕົ້ນ ການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ການພັດທະນາພື້ນຖານໂຄງລ່າງ, ການພັດທະນາຊົນນະບົດ, ສາທາລະນະສຸກ, ການຈັດການໄພພິບັດທາງທຳມະຊາດ, ວຽກງານປ້ອງກັນຄວາມສະຫງົບ, ການຕ້ານການຄ້າມະນຸດ ແລະ ການເກັບກູ້ລະເບີດບໍ່ທັນແຕກ, ນອກນີ້ ລັດຖະບານ ອົດສະຕຣາລີ ຍັງໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອໃນຂອບການຮ່ວມມື ອາຊຽນ, ການຮ່ວມມືແມ່ນ້ຳຂອງ-ອົດສະຕຣາລີ ແລະ ອື່ນໆ, ເຊິ່ງໄດ້ປະກອບສ່ວນສຳຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຕະຫຼອດໄລຍະຜ່ານມາ ກໍ່ຄື ເປົ້າໝາຍການຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາໃນອະນາຄົດ. ພົບປະກັບ ທ່ານ ແພັດ ຄອນຣອຍ (Pat Conroy MP), ລັດຖະມົນຕີ ເພື່ອການພັດທະນາສາກົນ ແລະ ປາຊີຟິກ ແຫ່ງ ອົດສະຕຣາລີ ພ້ອມນີ້ຍັງຍົກລະດັບການພົວພັນຮ່ວມມືສອງຝ່າຍ ເປັນ “ຄູ່ຮ່ວມມືຮອບດ້ານ” (Comprehensive Partnership) ເພື່ອສົ່ງເສີມການຮ່ວມມືສອງປະເທດ ໃຫ້ຫຼາຍຂຶ້ນ, ເຫັນດີສືບຕໍ່ເສີມຂະຫຍາຍການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ໃຫ້ຫຼາຍຂຶ້ນ ໂດຍສະເພາະ ຊຸກຍູ້ການຮ່ວມມືືກັນ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ສະພາການຄ້າອົດສະຕຣາລີ ໃຫ້ແຫນ້ນແຟ້ນຍິ່ງຂຶ້ນ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການລົງທຶນຂອງສອງຝ່າຍ ໃຫ້ຫຼາຍຂຶ້ນ ໂດຍສະເພາະ ໃນຂະແໜງການບໍ່ແຮ່, ກະສິກຳ, ການສຶກສາ, ການທະນາຄານ, ພະລັງງານ ແລະ ອື່ນໆ ທີ່ມີຄວາມສົນໃຈຮ່ວມກັນ. ສອງຝ່າຍ ເຫັນດີສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະ ໃນຂອບ ອາຊຽນ, ສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນຕ່າງໆ; ສປປ ລາວ ໃນຖານະເປັນປະເທດປະສານງານແຫ່ງການພົວພັນ ອາຊຽນ-ອົດສະຕຣາລີ ປະຈຳສົກປີ 2021-2024, ຈະຮ່ວມມືກັນຢ່າງໃກ້ຊິດເພື່ອຊຸກຍູ້ສົ່ງເສີມການພົວພັນຮ່ວມມື ອາຊຽນ-ອົດສະຕຣາລີ ໃຫ້ມີກ້າວລະດັບສູງຍິ່ງໆຂຶ້ນ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄຳຄິດເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ. ໃນໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລ້ຳຄ່າຂອງ ລັດຖະບານ ແລະ ປະຊາຊົນ ອົດສະຕຣາລີ ໃຫ້ແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ, ໂດຍສະເພາະການຊ່ວຍເຫຼືອ ສປປ ລາວ ໃນຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງທັນການ ໃນຊ່ວງໄລຍະເວລາທີ່ມີການແຜ່ລະບາດຢ່າງຫນັກຢູ່ລາວ, ເຊິ່ງໄດ້ຊ່ວຍເຮັດໃຫ້ການຄວບຄຸມການລະບາດຂອງພະຍາດດັ່ງກ່າວຢູ່ ສປປ ລາວ ໄດ້ດີຂຶ້ນ. ໃນຂະນະດຽວກັນ, ທ່ານ ນາງ ເພັນນີ ວອງ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ອົດສະຕຣາລີ ໃນເວທີພາກພື້ນ ແລະ ສາກົນ ໃນໄລຍະຜ່ານມາ, ສະແດງຄວາມຍິນດີຈະສືບຕໍ່ໃຫ້ການຮ່ວມມື, ຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ເພື່ອເຮັດໃຫ້ບັນດາຂໍ້ຕົກລົງຕ່າງໆ ປະກົດຜົນເປັນຈິງ, ທັງນີ້ ກໍ່ເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງປະເທດ ອົດສະຕຣາລີ-ລາວ. ຮ່ວມກັນປູກຕົ້ນໄມ້ມິດຕະພາບ ລາວ-ອົດສະຕຣາລີ ຄົບຮອບ 70 ປີ ໃນໂອກາດດຽວກັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ ແລະ ທ່ານ ນາງ ເພັນນີ ວອງ ກໍ່ໄດ້ຮ່ວມກັນປູກຕົ້ນໄມ້ມິດຕະພາບ ລາວ-ອົດສະຕຣາລີ ເພື່ອລະນຶກເຖິງວັນທີ່ມີຄວາມຫມາຍສຳຄັນທາງປະຫວັດສາດ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ອົດສະຕຣາລີ ທີ່ສວນພຶກສາສາດ. ພົບປະກັບ ທ່ານ ຣິຊາດ ມາຣີຊ (Richard Maries MP), ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ອົດສະຕຣາລີ ໃນວັນດຽວກັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດລາວ ຍັງໄດ້ພົບປະກັບ ທ່ານ ຣິຊາດ ມາຣີຊ (Richard Maries MP), ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ພົບປະກັບ ທ່ານ ແພັດ ຄອນຣອຍ (Pat Conroy MP), ລັດຖະມົນຕີ ເພື່ອການພັດທະນາສາກົນ ແລະ ປາຊີຟິກ ແຫ່ງ ອົດສະຕຣາລີ, ເຊິ່ງ ສອງຝ່າຍ ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ກ່ຽວກັບ ການເສີມຂະຫຍາຍຮ່ວມມືໃນຂະແໜງການດັ່ງກ່າວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນໃນອະນາຄົດ. ນອກຈາກນີ້, ທ່ານ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ເປັນປະທານພິທີປາຖະກະຖາ ຫົວຂໍ້: ການພົວພັນ ລາວ-ອົດສະຕຣາລີ ຄົບຮອບ 70 ປີ, ທີ່ ມະຫາວິທະຍາໄລແຫ່ງຊາດ ອົດສະຕຣາລີ. ເຂົ້າຮ່ວມພິທີເປີດນໍາໃຊ້ສໍານັກງານ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ອົດສະຕຣາລີ ຫຼັງໃຫມ່ ໃນໂອກາດຢ້ຽມຢາມ ອົດສະຕຣາລີ ຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ເຂົ້າຮ່ວມພິທີເປີດນໍາໃຊ້ສໍານັກງານ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ອົດສະຕຣາລີ ຫຼັງໃຫມ່ ໃນຖານະແຂກກິດຕິມະສັກ; ພ້ອມທັງ ໄດ້ໃຫ້ກຽດໂອ້ລົມຕໍ່ບັນດາພະນັກງານສະຖານທູດ ແລະ ຄົນເຊື້ອຊາດລາວ ທີ່ດຳລົງຊີວິດຢູ່ ອົດສະຕຣາລີ ອີກດ້ວຍ.
ຂ່າວພາຍໃນ
2022-10-12T14:49:12+00:00
https://laopost.com/?p=138492
ມື້ດຽວ! ລາວມີຜູ້ຕິດເຊື້ອໂຄວິດ-19 ເກືອບ 1 ພັນຄົນ
ພຽງມື້ດຽວ ລາວມີລາຍງານຜູ້ຕິດເຊື້ອໂຄວິດ-19 ທັງໝົດ 952 ຄົນ. ໃນນັ້ນ, ຕິດເຊື້ອໃນຊຸມຊົນສູງເຖິງ 594 ຄົນ ຖືເປັນຈຳນວນຕິດເຊື້ອສູງທີ່ສຸດທີ່ເຄີຍມີມານັບແຕ່ມື້ເລີ່ມມີການແຜ່ລະບາດຂອງພະຍາດໂຄວິດ-19. ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວໃນມື້ນີ້ວ່າ: ໃນວັນທີ 25 ສິງຫາມີລາຍງານຕິດເຊື້ອໂຄວິດ-19ໃນລາວເກືອບ 1 ພັນຄົນ, ເຊິ່ງຈຳນວນຕິດເຊື້ອໃນຊຸມຊົນສູງເຖິງ 594 ຄົນ ຂະນະທີ່ແຂວງສະຫວັນນະເຂດມີລາຍງານຜູ້ຕິດເຊື້ອໂຄວິດເຖິງ 551 ຄົນ, ບໍ່ແກ້ວ 29 ຄົນ, ນະຄອນຫຼວງວຽງຈັນ 11 ຄົນ, ຈຳປາສັກ 1 ຄົນ, ແຂວງວຽງຈັນ 1 ຄົນ ແລະ ແຂວງ ໄຊຍະບູລີ 1 ຄົນ. ສ່ວນ ກໍລະນີນໍາເຂົ້າ ມີ 358 ຄົນ ຈາກ ຄຳມ່ວນ 112 ຄົນ, ສາລະວັນ 110 ຄົນ, ສະຫວັນນະເຂດ 80 ຄົນ, ຈໍາປາສັກ 54 ຄົນ, ນະຄອນຫຼວງ 1 ຄົນ ແລະ ໄຊຍະບູລີ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ. ການຕິດເຊື້ອໃນຊຸມຊົນ 551 ຄົນ ຢູ່ແຂວງສະຫວັນນະເຂດ, ກວດພົບຢູ່ສະຖານທີ່ຄຸມຂັງ 543 ຄົນ ແລະ ກຸ່ມຄົນທົ່ວໄປ 8 ຄົນ ຄື: ພະນັກງານບໍລິສັດລ້ານຊ້າງມິເນໂຣ 5 ຄົນ, ພະນັກງານການຢາຢູ່ໂຮງໝໍແຂວງ 1 ຄົນ, ຊາວຄ້າຂາຍ 1 (ຢູ່ບ້ານອຸດົມວິໄລ) ແລະ ຜູ້ສຳຜັດໃກ້ຊິດກັບພະນັກງານບໍລິສັດລ້ານຊ້າງມິເນໂຣ ທີ່ິິຕິດເຊື້ອ 1 ຄົນ, ຂະນະທີ່ແຂວງຈຳປາສັກ ຕິດເຊື້ອໃນຊຸມຊົນ 1 ຄົນ ເປັນເພດຊາຍ, ອາຍຸ 26 ປີ, ພະນັກງານ ປກຊ ທີ່ປະຈຳຢູ່ສູນຈຳກັດບໍລິເວນ, ແຂວງວຽງຈັນ ຕິດເຊື້ອໃນຊຸມຊົນ 1 ຄົນ, ເພດຍິງ, ອາຍຸ 52 ປິ ບ້ານຜາລາດ, ເມືອງຊະນະຄາມ ເຊິ່ງຜູ້ກ່ຽວໄດ້ເດີນທາງໄປເມືອງນານ, ແຂວງຫຼວງພະບາງ ແລະ ໄດ້ໄປພົບກັບເອື້ອຍທີ່ມາຈາກເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ. ສຳລັບ ນະຄອນຫຼວງວຽງຈັນ ຕິດເຊື້ອໃນຊຸມຊົນ ມີ 11 ຄົນ, ທັງໝົດແມ່ນກຸ່ມພີ່ນ້ອງ, ໝູ່ຄູ່ກັນ ກ່ອນໜ້ານີ້ ໄດ້ມີການຊຸມແຊວນຳກັນເລື້ອຍໆ. ລາຍລະອຽດ ດັ່ງລຸ່ມນີ້: ບ້ານສິມມະໂນ, ເມືອງຫາດຊາຍຟອງ: ເພດຊາຍ, ອາຍຸ 39 ປີ, ອາຊີບ: ພະນັກງານໂຮງງານເປັບຊີ (ສາມີ) ເພດຍິງ, ອາຍຸ 38 ປີ, ອາຊີບ: ພະນັກງານຄູອານຸບານ ນາລ້ອງ (ພັນລະຍາ) ເພດຊາຍ, ອາຍຸ 15 ປີ, ອາຊີບ: ນັກຮຽນ (ລູກ) ເພດຊາຍ, ອາຍຸ 39 ປີ, ພະນັກງານບໍລິສັດເບຍລາວ (ເປັນໝູ່ກັບຜູ້ຕິດເຊື້ອ) ເພດຊາຍ, ອາຍຸ 33 ປີ, ພະນັກງານໂກປີໂກລາວ (ເປັນໝູ່ກັບຜູ້ຕິດເຊື້ອ) ເພດຊາຍ, ອາຍຸ 6 ປີ, ອາຊີບ: ນັກຮຽນ ໄປຢູ່ບ້ານແມ່ເຖ້າ ຢູ່ບ້ານສິມມະໂນ ບ້ານດອນດູ່, ເມືອງຫາດຊາຍຟອງ: ເພດຊາຍ, ອາຍຸ 7 ປີ, ອາຊີບ: ນັກຮຽນ (ໃກ້ຊິດກັບຜູ້ຕິດເຊື້ອ) ເພດຊາຍ, ອາຍຸ 15 ປີ, ອາຊີບ: ນັກຮຽນ (ໃກ້ຊິດກັບຜູ້ຕິດເຊື້ອ) ບ້ານໜອງແຫ້ວ, ເມືອງຫາດຊາຍຟອງ: ເພດຊາຍ, ອາຍຸ 43 ປີ, ພະນັກງານບໍລິສັດເບຍລາວ ເພດຊາຍ, ອາຍຸ 37 ປີ, ພະນັກງານບໍລິສັດເປັບຊີ ເພດຊາຍ, ອາຍຸ 34 ປີ, ພະນັກງານບໍລິສັດເປັບຊີ
ຂ່າວພາຍໃນ
2021-08-25T12:39:30+00:00
https://laopost.com/?p=127180
ອາຫານທີ່ຄວນກິນ ແລະຫຼີກລຽງສຳລັບແຕ່ລະກຸບເລືອດ
ກຸບເລືອດ O ຈະເປັນຄົນທີ່ກິນຊີ້ນສັດໄດ້ຫຼາຍທີ່ສຸດ ເນື່ອງຈາກວ່າກະເພາະມີຄວາມເປັນກົດສູງ ເຮັດໃຫ້ການຍ່ອຍອາຫານປະເພດຊີ້ນສັດໄດ້ດີ, ດູດຊຶມສານອາຫານໄດ້ດີ, ສາມາດນໍາໄປໃຊ້ໃນສ່ວນຕ່າງໆຂອງຮ່າງກາຍໄດ້ດີ, ແຕ່ເພື່ອສຸຂະພາບທີ່ດີຈຶ່ງບໍ່ຄວນກິນຊີ້ນສັດຫຼາຍ ໂດຍຫັນມາກິນຜັກແທນ. ຄົນກຸບເລືອດ O ມັກມີບັນຫາເລື່ອງລະດັບໂຮໂມນໄທລອຍ ຈຶ່ງເຮັດໃຫ້ຕຸ້ຍໄດ້ງ່າຍ ແລະຄວນລະມັດລະວັງເລື່ອງເລືອດແຂງໂຕຊ້າ ເພາະກໍຄົນກຸບນີ້ມີເລືອດທີ່ແຫຼວຫຼາຍ ດັ່ງນັ້ນ ຈຶ່ງຄວນເລືອກກິນອາຫານທີ່ມີວິຕາມິນເຄ ເພື່ອຊ່ວຍໃຫ້ເລືອດແຂງໂຕໄວ ສຳລັບອາຫານທີ່ຄວນກິນ ແລະຫຼີກລຽງມີຄື: ອາຫານ: ກິນຊີ້ນສັດໄດ້ທຸກຊະນິດ, ລວມຮອດອາຫານທະເລທຸກຢ່າງ ແຕ່ຕ້ອງລະວັງເລື່ອງໄຂມັນ ແລະຄໍເລດເຕີລໍຈາກສັດ ດັ່ງນັ້ນ ຈຶ່ງຄວນກິນນົມ, ເນີຍ ແລະໄຂ່ໃນປະລິມານທີ່ເໝາະສົມ ຜັກ: ກິນໄດ້ທຸກປະເພດ ໂດຍສະເພາະແມ່ນຜັກຫົມ ເນື່ອງຈາກມີວິຕາມິນເຄສູງ ແຕ່ຄວນຫຼີກລຽງຜັກປະເພດກະຫຼໍາ, ເຫັດຫອມ, ໝາກເຂືອຍາວ ແລະມັກຝຣັ່ງ ໝາກໄມ້: ກິນໄດ້ທຸກຊະນິດ ໂດຍສະເພາະໝາກເຊີລີ່ ແລະບູເບີລີ່, ເນື່ອງຈາກຊ່ວຍຫຼຸດນໍ້າໜັກໄດ້ດີ, ໝາກໄມ້ທີ່ຄວນຫຼີກລຽງຄື: ໝາກໄມ້ທີ່ມີລົດສົ້ມ, ສະຕໍເບີລີ່, ໝາກພ້າວ, ເພາະມີຄວາມເປັນກົດສູງ ເຄື່ອງດື່ມ: ຄວນດື່ມຊາສະໝຸນໄພຕ່າງໆ ແລະຢຸດການດື່ມກາເຟ, ເບຍ ເພາະຈະເປັນການເພີ່ມກົດໃນກະເພາະອາຫານ ກຸບເລືອດ A ຕ້ອງກິນເນື້ອສັດໃຫ້ໜ້ອຍທີ່ສຸດ ແລະກິນຜັກໃຫ້ຫຼາຍໆ ເພາະວ່າມີກົດໃນກະເພາະອາຫານຕໍ່າຫຼາຍ ແລະເລືອດເຂັ້ມຂຸ້ນສູງ, ຖ້າກິນຊີ້ນສັດຕະຫຼອດຈະເຮັດໃຫ້ເລືອດໄຫຼວຽນຊ້າ ເຮັດໃຫ້ເປັນພະຍາດຫົວໃຈໄດ້ ແລະສ່ຽງເປັນພະຍາດມະເຮັງ, ເບົາຫວານ ສຳລັບອາຫານຄວນກິນ ແລະຫຼີກລຽງດັ່ງນີ້ ອາຫານ: ຄວນຫຼີກລຽງການກິນຊີ້ນສັດ, ຍົກເວັ້ນປາເຊວມອນ, ປາທູທີ່ສາມາດກິນໄດ້, ສ່ວນໂປຣຕີນຄວນໄດ້ຮັບຈາກຖົ່ວເຫຼືອງ ຫຼືນໍ້ານົມຖົ່ວເຫຼືອງ, ທົດແທນຊີ້ນສັດ, ໄຂ່ກິນໄດ້ບາງຄັ້ງ ຜັກ: ຄວນກິນປະເພດຫົວຫອມບົ່ວໃຫຍ່, ຜັກຫົມ, ກະທຽມ ທີ່ຊ່ວຍກະຕຸ້ນສ້າງພູມຄຸ້ມກັນ ໝາກໄມ້: ກິນໄດ້ຫຼາຍຊະນິດ ຍົກເວັ້ນ ກ້ວຍ, ແຄນຕາລູບ, ແຕງໂມ, ໝາກມ່ວງ , ໝາກຫຸ່ງ ເພາະຍ່ອຍຍາກ ເຮັດໃຫ້ກະເພາະລະຄາຍເຄືອງ ເຄື່ອງດື່ມ: ຄວນດື່ມຊາ, ກາເຟ ແລະວາຍແດງ, ຄວນຫຼີກລຽງ ການດື່ມເບຍ ໂຊດາ, ນໍ້າອັດລົມ ເພາະເຮັດໃຫ້ມີກົດໃນກະເພາະອາຫານ ກຸບເລືອດ B ເປັນກຸບທີ່ກິນໄດ້ທັງຊີ້ນສັດ ແລະຜັກໃນປະລິມານທີ່ພໍດີ, ເລືອດມີຄວາມເຂັ້ມຂຸ້ນໃນລະດັບດີ, ເປັນຄົນອ້ວນໄດ້ງ່າຍ ແລະພູມຄຸ້ມກັນບົກພ່ອງໄດ້ງ່າຍ ບາງຄົນອາດມີບັນຫາເລື່ອງການຕິດເຊື້ອໄວລັດ, ມີລະບົບປະສາດບໍ່ດີ, ມີອາການເຈັບຕາມຄໍ່ຕະຫຼອດ ແລະມີໂອກາດເກີດພູມແພ້ໃນຕົນເອງ, ສຳລັບຄົນກຸບເລືອດນີ້ຈະບໍ່ມີແນວໂນ້ມຈະເປັນພະຍາດມະເຮັງ ຫຼືຫົວໃຈ ອາຫານທີ່ຄວນກິນ ແລະຫຼີກລຽງມີຄື: ອາຫານ: ຊີ້ນທີ່ຄວນກິນແມ່ນຊີ້ນກະຕ່າຍ, ແກະ, ກວາງ, ໄກ່ງວງ, ປາແຊວມອນ ແຕ່ຊີ້ນໄກ່, ກຸ້ງ, ປູ, ຫອຍແຄງຄວນຫຼີກລຽງ ເພາະມີຜົນຕໍ່ການເຮັດວຽກຂອງລະບົບຕ່າງໆໃນຮ່າງກາຍ. ສ່ວນນົມ, ເນີຍ, ໄຂ່ ກິນໄດ້ໃນປະລິມານທີ່ເໝາະສົມ, ຫຼີກລຽງການກິນແປ້ງສາລີ, ຖົ່ວດິນ ເພາະບໍ່ດີຕໍ່ລະບົບເຜົາຜານ ຜັກ: ຄວນກິນກະຫຼໍາປີ, ຫົວຫອມບົ່ວໃຫຍ່, ຂີງ, ຜັກສີຂຽວ ສາມາດຊ່ວຍປ້ອງກັນພູມແພ້ໄດ້ ໝາກໄມ້: ກິນໄດ້ທຸກຊະນິດ ໂດຍສະເພາະໝາກນັດ ຊ່ວຍໃຫ້ເລືອດໝູນວຽນໄດ້ດີ ແຕ່ຄວນຫຼີກລຽງໝາກພິລາ ເຄື່ອງດື່ມ: ຄວນດື່ມນໍ້າຂີງ, ຊາຂຽວ ເພາະຊ່ວຍບຳລຸງປະສາດ ກຸບເລືອດ AB ບໍ່ຄວນກິນຊີ້ນສັດ ແລະກິນຜັກຫຼາຍເກີນໄປ ເພາະຄົນກຸບເລືອດນີ້ມີກົດໃນກະເພາະອາຫານຕໍ່າ, ຄວນຫຼີກລຽງອາຫານທີ່ດອງ ເພາະມັນບໍ່ດີຕໍ່ສຸຂະພາບ ມັກມີບັນຫາເລື່ອງພູມຄຸ້ມກັນອ່ອນແອ ສ່ຽງຕໍ່ການເປັນພະຍາດຫົວໃຈ, ມະເຮັງ ແລະເບົາຫວານ, ອາຫານທີ່ຄວນກິນ ແລະຫຼີກລຽງມີຄື: ອາຫານ: ຄວນກິນເຕົາຫູ້, ອາຫານຈາກຖົ່ວເຫຼືອງ, ຊີ້ນສັດຄວນທີ່ກິນຄື ຊີ້ນແກະ, ກະຕ່າຍ, ກວງ, ໄກ່ງວງ. ສ່ວນຊີ້ນໄກ່, ປາ ຄວນຫຼີກລຽງ ເພາະຍ່ອຍຍາກ ແລະເປັນພິດຕໍ່ລະບົບທາງເດີນອາຫານ ຜັກ: ກິນໄດ້ທຸກຊະນິດ ໝາກໄມ້: ຄວນກິນເຊີລີ່, ໝາກນັດ, ໝາກກ້ຽງໃຫຍ່, ອະງຸ່ນ ເພາະຊ່ວຍສ້າງຄວາມສົມດູນຂອງກົດໃນເນື້ອເຍື່ອ ຄວນຫຼີກລຽງ ໝາກກ້ວຍ, ໝາກສີດາ, ໝາກມ່ວງ ເຄື່ອງດື່ມ: ຄວນດື່ມວາຍແດງ ແຕ່ຄວນກິນມື້ລະ 1 ແກ້ວ ເພື່ອຊ່ວຍເສີມສ້າງພູມຕ້ານທານຂອງຫົວໃຈ ແລະມະເຮັງ, ຊາຂຽວ ຊ່ວຍຟື້ນຟູລະບົບພູມຄຸ້ມກັນ ຫຼືນໍ້າອຸ່ນ ປະສົມນໍ້າໝາກນາວ ດື່ມຕອນເຊົ້າເພື່ອຊ່ວຍໃນການຍ່ອຍ ແລະສ້າງລະບົບລຳໄສ້ໄດ້ ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ! ifram FB ວິທະຍາສຶກສາ
ສຸຂະພາບ ແລະ ສີ່ງແວດລ້ອມ
2016-10-11T15:26:37+00:00
https://laopost.com/?p=72678
ປະທານປະເທດ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈໍາຕ່າງປະເທດ
ໃນວັນທີ 28 ເມສາ 2022 ຢູ່ຫໍປະຊຸມສະພາແຫ່ງຊາດ ນະຄອນຫລວງວຽງຈັນໄດ້ມີພິທີມອບສານຕາຕັ້ງ ໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ແກ່ບັນດາທ່ານເອກອັກຄະລັດຖະທູດແຕ່ງຕັ້ງແຫ່ງ ສປປ ລາວ ໄປປະຈໍາຢູ່ຕ່າງປະເທດ ດັ່ງນີ້: ທ່ານ ຄໍາພັນ ອັ່ນລາວັນ ເອກອັກຄະລັດຖະທູດແຕ່ງຕັ້ງແຫ່ງ ສປປ ລາວ ປະຈໍາຣາຊະອານາຈັກໄທ, ທ່ານ ສີສະຫວາດ ອິນພະຈັນ ເອກອັກຄະລັດຖະທູດແຕ່ງຕັ້ງແຫ່ງ ສປປ ລາວ ປະຈໍາສະຫະລັດອາເມລິ ກາ, ທ່ານ ບຸນ ອິນທະບັນດິດ ເອກອັກຄະລັດຖະທູດແຕ່ງຕັ້ງແຫ່ງ ສປປ ລາວ ປະຈໍາລັດກູເວດ ແລະ ທ່ານ ວັນທາ ແສງເມືອງ ເອກອັກຄະລັດຖະທູດແຕ່ງຕັ້ງແຫ່ງ ສປປ ລາວ ປະຈໍາ ສ.ກູ ບາ. ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາທ່ານເອກອັກຄະລັດຖະທູດ ທີ່ຈະໄປປະຕິບັດໜ້າທີ່ການທູດຢູ່ຕ່າງປະເທດ ຈົ່ງສືບຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນການທູດທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ກັບບັນດາປະເທດ ເພື່ອນມິດໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ຂ່າວເຫດການ
2022-04-28T16:36:26+00:00
https://laopost.com/?p=47511
ຕັດໄມ້ຂາຍສະບາຍກວ່າ ເຮັດນາ
ນັກວິຊາການ ດ້ານ ປ່າໄມ້ ໃນລາວ ທ່ານນຶ່ງ ກ່າວ ໃນ ກອງປະຊຸມ ສັມມະນາ ກ່ຽວກັບ ການ ຕັດໄມ້ ທຳຣາຍປ່າ ທີ່ຈັດຂຶ້ນ ຢູ່ ນະຄອນ ຫລວງວຽງຈັນ ເມື່ອເດືອນ ທີ່ແລ້ວວ່າ ຍ້ອນ ຄວາມທຸກຍາກ ຄວາມບໍ່ຮູ້ ກົດໝາຍ ແລະ ຄວາມຢາກໄດ້ ປະຊາຊົນ ລາວ ຫລາຍຄົນ ໃນເຂດ ຊົນນະບົດ ຈຶ່ງມັກ ປະລະ ການເຮັດນາ ແລ້ວຫັນໄປ ລັກຕັດໄມ້ ຂາຍ ໃຫ້ນາຍທຶນ ເພາະໄດ້ ເງິນ ຫຼາຍກວ່າ. ນັກ ວິຊາການ ທ່ານນັ້ນ ເວົ້າວ່າ: “ສາເຫດ ຕົ້ນຕໍ ອີກອັນນຶ່ງ ເນາະ ກະແມ່ນ ຍ້ອນຄວາມ ທຸກຈົນ ຂອງ ປະຊາຊົນ ເຮົາ; ຖ້າເຮົາ ຈະໄປເວົ້າ ເຣື່ອງ ຄວາມຮັກສາ ປ່າໄມ້ ແບບຍືນຍົງ ການພັທນາ ແບບຍືນຍົງ ນີ້ ເຮົາ ເວົ້າກັບຄົນ ທີ່ທຸກນ່ະ ເຂົາບໍ່ຮູ້ ເຣື່ອງດອກ ເຂົາບໍ່ຟັງ ເຂົາມີແຕ່ ສົນໃຈວ່າ ເອີ່ ມື້ນີ້ ເຂົາຊິກິນ ຫຍັງ? ມື້ນີ້ ເຂົາຊິ ຂາຍຫຍັງ? ເອົາເງິນ ມາແຕ່ໃສ?. ຕໍ່ມາເນາະ ແມ່ນເຣື່ອງ ການທີ່ວ່າ ເຮົາເຜີຍແຜ່ ນະໂຍບາຍ ເຣື່ອງຂໍ້ ກຳນົດ ກົດຣະບຽບ ເຮົານີ້ ເນາະ ໝາຍຄວາມວ່າ ຍັງບໍ່ເຖິງ ຊຸມຊົນ ທີ່ແທ້ຈິງ ບາງເທື່ອ ເຂົາ ບໍ່ຮູ້ຊໍ້າ ວ່າກົດໝາຍ ມັນ ແມ່ນຫຍັງ? ເຂົາກະເລີຍ ເຮັດໄປ; ອັນນີ້ ມັນແມ່ນເຣື່ອງ ຣະບາຍ ເນາະ ທີ່ເຮົາຄວນ ຈະ ໃຫ້ເຖິງເຂົາ.” ອີກສາເຫດ ນຶ່ງ ທີ່ພາໃຫ້ ຊາວລາວ ເຊົາເຮັດນາ ກໍແມ່ນ ໄພແຫ້ງແລ້ງ ແລະນ້ຳຖ້ວມ ໂດຍສະເພາະ ຢູ່ພາກໃຕ້. ໃນຣະຍະ ສອງສາມປີ ທີ່ຜ່ານມາ ດິນຟ້າ ອາກາດ ປ່ຽນແປງ ຍາມຝົນ ຝົນບໍ່ຕົກ ເວລາຕົກ ຕົກຫລາຍ ເກີນໄປ ຈົນນ້ຳຖ້ວມ; ຍາມແລ້ງ ກໍແຫ້ງແລ້ງ ຈົນບໍ່ ສາມາດ ປູກຝັງ ຫຍັງໄດ້ເລີຍ; ສະນັ້ນ ຊາວບ້ານ ຫລາຍຄົນ ຈຶ່ງເຊົາ ເຮັດນາ ປ່ຽນໄປ ຮັບຈ້າງ ຕັດໄມ້ ໃຫ້ນາຍທຶນ ດີກວ່າ. ພວກຄ້າໄມ້ ຊຶ່ງມີທັງ ຄົນລາວ ໄທ ຈີນ ແລະ ວຽດນາມ ຮັບຊື້ໄມ້ ໂດຍສະເພາະ ໄມ້ແຂງ ດີໆງາມໆ ຈາກ ປະຊາຊົນ ລາວ ຢ່າງບໍ່ອັ້ນ ມີເທົ່າໃດ ຊື້ໝົດ. ທີ່ມາ http://www.rfa.org
ຂ່າວພາຍໃນ
2014-03-07T12:28:42+00:00
https://laopost.com/?p=4439
ມະຫາວິທະຍາໄລແຫ່ງຊາດ ປຸກຈິດສໍານຶກກ່ຽວກັບສະພາບການປ່ຽນແປງດິນຟ້າ ອາກາດ ໃຫ້ນັກສຶກສາ
ສໍານັກງານຕາງໜ້າສະຫະພາບເອີຣົບ (ອີຢູ) ປະຈໍາ ສປປ.ລາວ ແລະ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຮ່ວມກັນຈັັດກິດຈະກໍາປຸກຈິດສໍານຶກ ແລະ ຍົກສູງຄວາມຮັບຮູ້ ຄວາມເຂົ້າໃຈໃຫ້ແກ່ນັກສຶກສາກ່ຽວກັບສະພາບການປ່ຽນແປງດິນ ຟ້າ ອາກາດ ແລະ ຜົນກະທົບທີ່ມີຕໍ່ມວນມະນຸດໂລກ ກໍຄືໃນ ສປປ.ລາວ ຂຶ້ນໃນຕອນເຊົ້າວັນທີ 01 ເມສາ 2016 ທີ່ ມະຫາວິທະຍາໄລແຫ່ງຊາດ ນະຄອນຫຼວງວຽງຈັນ ເຊິ່ງເຂົ້າຮ່ວມເປັນປະທານໂດຍ ທ່ານ ສົມສີ ຍໍພັນໄຊ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ທ່ານ ມີແຊນ ໂກແຟັງ ອຸປະທູດສໍານັກງານຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ.ລາວ ມີຊ່ຽວຊານດ້ານການປ່ຽນແປງດິນ ຟ້າ ອາກາດ ຄູ-ອາຈານ ແລະ ນັກສຶກສາຈາກມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມຫຼາຍກວ່າ 300 ຄົນ. ທ່ານ ມີແຊນໂກແຟັງ ອຸດປະທູດສໍານັກງານຕາງໜ້າ ອີຢູ ປະຈໍາລາວ ໄດ້ກ່າວວ່າ ສະຫະພາບເອີຣົບ ໃຫ້ຄວາມສໍາຄັນ ແລະ ຍົກສູງບົດບາດການນໍາໜ້າໃນການຕໍ່ສູ້ກັບສະພາບປ່ຽນແປງດິນ ຟ້າ ອາກາດ ໃນທົ່ວໂລກ ກໍຄືໃນ ສປປ.ລາວ ເຊິ່ງຜ່ານການຈັດກິດຈະກໍາໃນເທື່ອນີ້ ຈະຊ່ອຍໃຫ້ຜູ້ເຂົ້າຮ່ວມໂດຍສະເພາະບັນດານັກສຶກສາ ໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈຍິ່ງຂຶ້ນ ກ່ຽວກັບຄວາມສໍາຄັນຂອງວຽກງານການຕໍ່ສູ້ກັບການປ່ຽນແປງດິນ ຟ້າ ອາກາດ ແລະ ຫັວງວ່ານັກສຶກສາຈະສາມາດປະກອບສ່ວນໃນການສ້າງປະເທດໃຫ້ເປັນມິດ ແລະ ປັບໂຕເຂົ້າກັບສະພາບການປ່ຽນແປງດິນ ຟ້າ ອາກາດ ທັງນີ້ ສະຫະພາບເອີຣົບ ມີບົດບາດສໍາຄັນໃນການບັນລຸຂໍ້ຕົກລົງສາກົນດ້ານ ດິນ ຟ້າ ອາກາດ ເຊິ່ງຊຸກຍູ້ໃຫ້ 195 ປະເທດທົ່ວໂລກ ຮັບຮອງເອົາມະຕິຫຼຸດຜ່ອນອຸນນະພາບໂລກໃຫ້ໄດ້ 2 ອົງສາ ທີ່ກອງປະຊຸມສາກົນດ້ານ ດິນ ຟ້າ ອາກາດ ທີ່ຈັດຂຶ້ນຢູ່ນະຄອນຫຼວງປາຣີ ປະເທດຝຣັ່ງ ເມື່ອປີທີ່ຜ່ານມາ ກິດຈະກໍາໃນຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານຂອງຊ່ຽວຊານຈາກຂະແໜງການທີ່ກ່ຽວຂ້ອງ ທັງພາຍໃນ ແລະ ສະຫະພາບເອີຣົບ ກ່ຽວກັບຍຸດທະສາດເພື່ອຫຼຸດຜ່ອນຜົນກະທົບຈາກສະພາບການປ່ຽນແປງ ດິນ ຟ້າ ອາກາດ ຂອງ ສປປ.ລາວ ຜົນກະທົບ ແລະ ຄວາມເສຍຫາຍທີ່ກໍ່ໃຫ້ເກີດຂຶ້ນຈາກການປ່ຽນແປງສະພາບດິນ ຟ້າ ອາກາດ ແລະ ບັນດາມາດຕະການທີ່ນໍາໃຊ້ເພື່ອຫຼຸດຜ່ອນຜົນກະທົບ ນອກນີ້ ຍັງມີກິດຈະກໍາແຂ່ງຂັນ ນໍາສະເໜີມາດຕະການທີ່ສາມາດນໍາໃຊ້ໄດ້ໂຕຈິງ ເພື່ອສ້າງສະພາບແວດລ້ອມ ແລະ ສັງຄົມ ທີ່ເປັນມິດຕໍ່ສິ່ງແວດລອມທີ່ຍືນຍົງ ເຊິ່ງສາມາດປັບໂຕເຂົ້າກັບການປ່ຽນແປງດິນ ຟ້າ ອາ ກາດ ໄດ້ໂດຍນັກສຶກສາ ພາຍໃຕ້ຫົວຂໍ້ ໂລກທີ່ພວກເຮົາຢາກຢູ່. ການແຂ່ງຂັນດັ່ງກ່າວ ແບ່ງອອກເປັນ 6 ກຸ່ມ ກຸ່ມລະ 6 ຄົນ ເຊິ່ງໃຫ້ນັກສຶກສາສະເໜີວິໄສທັດຂອງຕົນ ແນໃສ່ເຮັດໃຫ້ ສປປ.ລາວ ມີຄວາມສາມາດຫຼຸດຜ່ອນ ແລະ ປັບໂຕໃຫ້ແທດເໝາະກັບສະພາບການປ່ຽນແປງດິນ ຟ້າ ອາກາດ ໃນທິດທາງທີ່ເປັນການສົ່ງເສີມການພັດທະນາເສດຖະກິດແບບຍືນຍົງ ຫຼຸດຜ່ອນຄວາມທຸກຍາກ ເພີ່ມທະວີວຽກງານສາທາລະນະສຸກ ແລະ ຄວາມປອດໄພ ຍົກສູງສະພາບແວດລ້ອມທາງທໍາມະຊາດ ແລະ ສ້າງຄຸນະພາບຊີວິດທີ່ດີກວ່າ ສໍາລັບຄົນລາວທຸກໆຄົນ. ແຫລ່ງຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ
ຂ່າວພາຍໃນ
2016-04-02T08:03:50+00:00
https://laopost.com/?p=52538
ຊາຍ ກິນຢູ່ກັບ “ຕຸກກະຕາຢາງ” ມາຫຼາຍກວ່າ 4 ປີ
ຊາຍ ກິນຢູ່ກັບ “ຕຸກກະຕາຢາງ” ຫຼັງຈາກທີ່ເລີກກັບພັນລະຍາມາ 4 ປີແລ້ວ ຜູ້ກ່ຽວບອກວ່າ ປະຢັດ ບໍ່ຕ້ອງຊື້ກິນ ເບື່ອກໍປ່ຽນເສື້ອຜ້າ ແຕ່ງໂຕໃຫ້ຄືໃໝ່. ວັນທີ 20 ກຸມພາ 2023 ທາງດ້ານສື່ຂ່າວ ພົບທ້າວ ຄິມ ອາຍຸ 54 ປີ ສັນຊາດໄທ ທີ່ໄດ້ເລີກກັບພັນລະຍາ ແລະ ຢູ່ກິນກັບຕຸກກະຕາຢາງມາຫຼາຍກວ່າ 4 ປີ ທີ່ຊື້ມາຈາກຮ້ານຂາຍເຄື່ອງມືສອງຂອງຍີ່ປຸ່ນ ໂດຍຕຸກກະຕາຢາງມີລັກສະນະສູງ 160 ຊັງຕີແມັດ ນ້ຳໜັກ 70 ກິໂລ ລາຄາປະມານ 15 ກວ່າລ້ານກີບ. ໂດຍກ່ອນໜ້ານີ້ ຕົນຍັງມີພັນລະຍາຢູ່ ແຕ່ລາວໄປຫາສາມີໃໝ່ ຫຼັງຈາກນັ້ນຕົນຈຶ່ງພົບກັບຕຸກກະຕາຢາງ ເຫັນຄັ້ງທຳອິດກໍຮູ້ສຶກຖືກໃຈ ແລະ ຕັ້ງຊື່ຕຸກກະຕາຢາງວ່າ “ເພງ” ພ້ອມກັບບອກວ່າພໍໃຈກັບຕຸກກະຕາຢາງ ເພາະວ່າບໍ່ຕ້ອງໄປຊື້ບໍລິການ ທີ່ຕ້ອງຈ່າຍຫຼາຍເທື່ອ ແລະ ຢ້ານວ່າຖ້າມີພັນລະຍາໃໝ່ກໍຈະມີບັນຫາກັບລູກຂອງຕົນ. ນອກນີ້ ຍັງຫຼຸດບັນຫາທາງສັງຄົມ ການຂົ່ມຂືນ ໂຣກຕິດຕໍ່ທາງເພດສຳພັນ ແລະ ໃນຍາມເບື່ອກໍປ່ຽນເສື້ອຜ້າ ປ່ຽນສົງຜົມ.
ຂ່າວຕ່າງປະເທດ
2023-02-21T14:24:15+00:00
https://laopost.com/?p=142499
ການຄ້າລາວປະຈຳເດືອນເມສາຂາດດຸນການຄ້າປະມານ 112 ລ້ານໂດລາ
ໜັງສືພິມເສດຖະກິດ-ການຄ້າ ລາຍງານໃຫ້ຮູ້ວ່າ ສູນຂໍ້ມູນ-ຂ່າວສານທາງການຄ້າຂອງ ສປປ ລາວ, ກະຊວງອຸດສາຫະກຳ ແລະ ການຄ້າ ເປີດເຜີຍມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນ ເມສາ 2020 ບັນລຸໄດ້ປະມານ 529 ລ້ານໂດລາ. ໃນນັ້ນ, ມູນຄ່າການສົ່ງອອກມີປະມານ 208 ລ້ານໂດລາ, ມູນຄ່າການນໍາເຂົ້າມີປະມານ 320 ລ້ານໂດລາ ແລະ ຂາດດຸນການຄ້າປະມານ 112 ລ້ານໂດລາ. ໝວດສິນຄ້າສົ່ງອອກຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 208 ລ້ານໂດລາ ເຊັ່ນ: ເຫຍື່ອໄມ້ ແລະ ເສດເຈ້ຍ 26 ລ້ານໂດລາ, ໝາກກ້ວຍ 21 ລ້ານໂດລາ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ 21 ລ້ານໂດລາ, ຄຳປະສົມ, ຄຳແທ່ງ 12 ລ້ານໂດລາ, ມັນຕົ້ນ 11 ລ້ານໂດລາ, ໝາກໄມ້ (ໝາກໂມ, ໝາກໜອດ, ໝາກຂາມ…) 10 ລ້ານໂດລາ, ກາເຟ (ບໍ່ທັນໄດ້ປຸງແຕ່ງ) 10 ລ້ານໂດລາ, ແຮ່ທອງ 10 ລ້ານໂດລາ ເກືອກາລີ 9 ລ້ານໂດລາ, ເຄື່ອງນຸ່ງຫົ່ມ 5 ລ້ານໂດລາ. ໝວດສິນຄ້ານໍາເຂົ້າຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 320 ລ້ານໂດລາ ປະກອບມີສິນຄ້າ ເຊັ່ນ: ອຸປະກອນກົນຈັກ ( ນອກຈາກເຄື່ອງກົນຈັກພາຫະນະ) 30 ລ້ານໂດລາ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 30 ລ້ານໂດລາ, ນໍ້າມັນກາຊວນ 25 ລ້ານໂດລາ, ສັດທີ່ມີຊີວິດ 20 ລ້ານໂດລາ, ເຄື່ອງດື່ມ ( ນໍ້າ, ນໍ້າອັດລົມ, ຊູກໍາລັງ…) 17 ລ້ານໂດລາ, ພາຫະນະທາງບົກ ( ນອກຈາກລົດຈັກ, ລົດໄຖ) 14 ລ້ານໂດລາ, ໄຟຟ້າ 13 ລ້ານໂດລາ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກ 12 ລ້ານໂດລາ, ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ 11 ລ້ານໂດລາ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) 6 ລ້ານໂດລາ. ທັງນີ້ 5 ປະເທດທີ່ ສປປ ລາວ ສົ່ງອອກຫຼັກ ປະກອບມີ: ສປ ຈີນ ມູນຄ່າປະມານ 79 ລ້ານໂດລາ, ສສ ຫວຽດນາມ 54 ລ້ານໂດລາ, ໄທ 45 ລ້ານໂດລາ, ສະວິດ 12 ລ້ານໂດລາ ແລະ ເຢຍລະມັນ 4 ລ້ານໂດລາ. ໃນຂະນະທີ່ 5 ປະເທດທີ່ ສປປ ລາວ ນໍາເຂົ້າຫຼັກປະກອບມີປະເທດ ໄທ ມີມູນຄ່າປະມານ 182 ລ້ານໂດລາ, ສປ ຈີນ 72 ລ້ານໂດລາ, ສສ ຫວຽດນາມ 31 ລ້ານໂດລາ, ຍີ່ປຸ່ນ 10 ລ້ານໂດລາ ແລະ ອາເມຣິກາ 9 ລ້ານໂດລາ ເຊິ່ງມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນເມສາ 2020 ນີ້ ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ. ຮຽບຮຽງຂ່າວ: ພຸດສະດີ
ຂ່າວທ້ອງຖິ່ນ
2020-05-07T12:00:35+00:00
https://laopost.com/?p=118996
ອາຫານ 4 ຊະນິດກິນເພື່ອລ້າງປອດໃຫ້ສະອາດ
ອົງການອະນາໄມໂລກແຈ້ງວ່າ ໃນແຕ່ລະປີມີ 1 ໃນ 10 ທີ່ເສຍຊີວິດຍ້ອນການສູບຢາ ເຊິ່ງເປັນໂຕເລກທີ່ຫຼາຍພໍສົມຄວນ ຄວນໃຫ້ມີການຢຸດສູບຢາ ແຕ່ຄົງຈະເປັນເລື່ອງຍາກ ເພາະມີ ນິໂຄຕິນໃນຢາສູບເປັນສານເສບຕິດ ແຕ່ທີ່ເຮັດໃຫ້ເກີດພະຍາດຕ່າງໆນັ້ນຄື ສານເຄມີໃນຄວັນຢາສູບ ແລະພະຍາດຕ່າງໆນັ້ນເຊັ່ນ: ພະຍາດມະເລັງປອດ ເພື່ອົ່ແກ້ໄຂບັນຫານີ້ ທ່ານສາມາດກິນອາຫານເຫຼົ່ານີ້ທີ່ຈະຊ່ວຍເຮັດໃຫ້ປອດຂອງທ່ານດີຂຶ້ນ ຖົ່ວດິນ: ອຸດົມດ້ວຍວິຕາມິດອີ ແລະຊີ ເຊິ່ງເປັນສານທີ່ຊ່ວຍຫຼຸດຄວາມສ່ຽງຂອງມະເລັງຕ່ອມລູກໝາກ, ມະເລັງປອດ, ໂລກຫົວໃຈ ແລະຫຼອດເລືອດອຸດຕັນ ຫົວຫອມບົ່ວ: ມີຄຸນສົມບັດທີ່ມີປະສິດທິພາບຕ້ານພະຍາດຕ່າງໆ ແລະມັນເປັນສານຕ້ານອະນຸມູນອິດສະຫຼະທີ່ເຮັດຄວາມສະອາດສານພິດ ທີ່ມີຢູ່ໃນປອດໄດ້ ຈາກການສຶກສາໃນປະເທດສະວິດເຊີແລນ ແລະອີຕາລີ ໃຊ້ຫົວຫອມບົ່ວ ປະມານ 1-7 ຫົວຕໍ່ອາທິດ ຊ່ວຍຫຼຸດຄວາມສ່ຽງຂອງມະເລັງລໍາໄສ້ໃຫຍ່ ແລະຮັງໄຂ່, ນອກຈາກນີ້ຍັງຊ່ວຍຢຸດການເຕີບໂຕຂອງເຊວມະເລັງ ຂີງ: ຂີງຈະຊ່ວຍໃນການເປີດຫຼອດລົມ ເຊິ່ງຊ່ວຍຂັບໄລ່ເມືອກຂອງແບັກທີເລຍ, ເປັນນໍ້າຢາຂ້າເຊື້ອ ແລະຕ້ານການອັກເສບຂອງປອດ, ຫຼຸດອາການໄອ ໝາກກ້ຽງໃຫຍ່: ຊ່ວຍຫຼຸດຄວາມສ່ຽງຂອງມະເລັງຫຼອດລົມອາຫານ ແລະສ່ວນເທິງຂອງລະບົບທາງເດີນຫາຍໃຈຂອງທ່ານ, ມີສານຕ້ານອະນຸມູນອິດສະຫຼະ, ເປັນນໍ້າຢາຂ້າເຊື້ອ ແລະຕ້ານເຊື້ອແບັກທີເລຍືຖ້າທ່ານກິນ ໝາກກ້ຽງໃຫຍ່ໃນ 1-4 ອາທິດຈະເຮັດໃຫ້ປອດໄດ້ຮັບການທໍາຄວາມສະອາດ ແລະເຮັດໃຫ້ປອດສະອາດປາສະຈາກໂລກ ທີ່ມາ: share si ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ! ifram FB ວິທະຍາສຶກສ
ສຸຂະພາບ ແລະ ສີ່ງແວດລ້ອມ
2016-08-23T13:48:40+00:00
https://laopost.com/?p=69804
ເຕືອນ! ໄລຍະວັນທີ 17-19 ພຶດສະພາ 2019 ອາກາດຍັງຈະຮ້ອນ ແລະ ມີຝົນຕົກພ້ອມລົມແຮງບາງທ້ອງຖິ່ນ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດໃນໄລຍະວັນທີ 17-19 ພຶດສະພາ 2019 ວ່າ ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດ ຊຶ່ງຈະເຮັດໃຫ້ອາກາດຍັງສືບຕໍ່ຮ້ອນເອົ້າ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງໃນຕອນບ່າຍຫາຄໍ່າຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ພາກເໜືອດ້ານຕາເວັນອອກ ໃນໄລຍະວັນທີ 17-19 ພຶດສະພາ 2019 ອາກາດຍັງຈະສືບຕໍ່ຮ້ອນໃນຕອນບ່າຍ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຜົ້ງສາລີ ຫົວພັນ ແລະ ຊຽງຂວາງ. ພາກເໜືອດ້ານຕາເວັນຕົກ ໃນໄລຍະວັນທີ 17-19 ພຶດສະພາ 2019 ຝົນຈະຕົກເບົາບາງລົງ ແລະ ອາກາດຍັງຈະຮ້ອນຕື່ມອີກ. ພາກກາງ ໃນໄລຍະວັນທີ 17-19 ພຶດສະພາ 2019 ອາກາດຍັງຈະຮ້ອນ ແລະ ຈະມີຝົນຕົກເບົາບາງລົງ ພ້ອມຈະມີລົມພັດແຮງເປັນບາງໂອກາດ. ສະເພາະແຂວງໄຊຍະບູລີ ເຂດຫຼັກ 20 ເມືອງວຽງທອງ ແລະ ເມືອງນາກາຍ ໃນໄລຍະວັນທີ 17-19 ພຶດສະພາ 2019 ອາກາດຍັງຈະຮ້ອນ ແລະ ຈະມີຝົນຕົກເບົາບາງລົງ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນຕື່ມ. ພາກໃຕ້ ໃນໄລຍະວັນທີ 17-19 ພຶດສະພາ 2019 ອາກາດຍັງຈະຮ້ອນເອົ້າ ແລະ ຈະມີຝົນຕົກກະຈາຍທົ່ວທຸກເຂດ ແລະມີລົມພັດແຮງຢູ່ບາງທ້ອງຖິ່ນ. ສະເພາະເຂດພູພຽງບໍລິເວນ ໃນໄລຍະວັນທີ 17-19 ພຶດສະພາ 2019 ອາກາດຈະຍັງເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມທັງມີລົມພັດແຮງຢູ່ບາງບໍລິເວນ. ນະຄອນຫຼວງວຽງຈັນ ໃນໄລຍະວັນທີ 17-19 ພຶດສະພາ 2019 ອາກາດຍັງຈະຮ້ອນ ແລະ ຈະມີຝົນຕົກກະຈາຍ ພ້ອມທັງມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນໃນຕອນບ່າຍຫາກາງຄືນ. ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ ແຫຼ່ງຂໍ້ມູນ: ກົມອຸຕຸນິຍົມ ແລະ ອຸທົກກະສາດ
ຂ່າວທ້ອງຖິ່ນ
2019-05-16T11:40:04+00:00
https://laopost.com/?p=113191
ຜູ້ນຳກຸ່ມຕິດອາວຸດ ຊົນເຜົ່າສ່ວນນ້ອຍຢູ່ມຽນມາ ລວມຕົວຫາລື ກຽມປະຊຸມສັນຕິພາບ ຮ່ວມກັບລັດຖະບານ
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 27 ກໍລະກົດນີ້ວ່າ ໃນວັນອັງຄານທີ 26 ກໍລະກົດ 2016 ຜ່ານມານີ້ ກຸ່ມຕິດອາວຸດຊົນເຜົ່າຕ່າງໆຢູ່ມຽນມາ 17 ກຸ່ມ ໄດ້ເປີດກອງປະຊຸມປຶກສາຫາລືກັນ ຢູ່ເມືອງມາຍຈາຢາງ ລັດກະສິ່ນ ທາງພາກເໜືອຂອງມຽນມາ ເພື່ອກະກຽມໃຫ້ແກ່ ກອງປະຊຸມສັນຕິພາບຄັ້ງໃຫຍ່ ຮ່ວມກັບລັດຖະບານມຽນມາ ທີ່ຈະໄຂຂຶ້ນໃນເດືອນສິງຫານີ້ ສຳລັບຄວາມພະຍາຍາມ ທີ່ຈະຢຸຕິຄວາມບໍ່ສະຫງົບພາຍໃນປະເທດ ທີ່ມີມາຢ່າງຍາວນານ. ທັງນີ້ ກຸ່ມຕິດອາວຸດຊົນເຜົ່າສ່ວນນ້ອຍບາງກຸ່ມ ແມ່ນໄດ້ບັນລຸຂໍ້ຕົກລົງ ເພື່ອຢຸດຍິງກັບລັດຖະບານມຽນມາແລ້ວ ແຕ່ກໍຍັງມີອີກຫລາຍກຸ່ມ ທີ່ຍັງສືບຕໍ່ປະທະກັບກອງທັບມຽນມາ ຊຶ່ງພາຍໃນກອງປະຊຸມຄັ້ງນີ້ ກໍຍັງມີອີກ 4 ກຸ່ມ ຖອນຕົວອອກຈາກກອງປະຊຸມ ໃນນາທີສຸດທ້າຍອີກດ້ວຍ. ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!
ຂ່າວຕ່າງປະເທດ
2016-07-27T20:41:52+00:00
https://laopost.com/?p=66208
ທ່ານ ຈູມມາລີ ໄຊຍະສອນ ຢ້ຽມຢາມແຂວງ ບໍລິຄຳໄຊ
ຂປລ. ໃນວັນທີ 10 ຕຸລາ ນີ້, ທ່ານ ຈູມມາລີ ໄຊຍະສອນ ອະດີດປະທານປະເທດໄດ້ຢ້ຽມຢາມ ແລະ ເຮັດວຽກທີ່ແຂວງບໍລິຄໍາໄຊ ໂດຍ ມີ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ພະນັກງານນຳພາຫລັກແຫລ່ງ, ພະນັກງານອາວຸໂສບຳນານ, ກຳລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບອອ້ມຂ້າງເຂົ້າຮ່ວມ. ທ່ານ ກອງແກ້ ໄຊສົງຄາມ ໄດ້ຖືໂອກາດນີ້ລາຍກ່ຽວກັບສະພາບການຊີ້ນຳໆພາການຈັດຕັ້ງປະຕິບັດວຽກງານແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໄລຍະ 1 ປີຜ່ານມາວ່າ: ການຂະຫຍາຍຕົວເສດຖະກິດພາຍໃນ 9 ເດືອນປີນີ້ເຫັນວ່າ GDP ຂອງແຂວງບັນລຸໄດ້ 3 ພັນຕື້ກວ່າກີບ, ເທົ່າກັບ72,87% ຂອງແຜນການປີ, ອັດຕາການຂະຫຍາຍຕົວຂອງເສດຖະກິດ ໃນ 9 ເດືອນປີ 2016 ທຽບກັບປີ 2015 ຂະຫຍາຍຕົວ 8,1% ໃນນີ້: ຂົງເຂດກະສິກຳກວມເອົາ 40,09%, ອຸດສາຫະກຳກວມເອົາ 30,60% ແລະ ບໍລິການກວມເອົາ 29,31%GDP ສະເລ່ຍໃສ່ຫົວຄົນໄດ້ 11.984.598 ກີບ ເທົ່າກັບ 1.481 ໂດລາ/ຄົນ. ເທົ່າກັບ 74 ,79% ຂອງຄາດໝາຍແຜນການຄຶ: 1,980 ໂດລາ/ຄົນ. ດ້ານການລົງທຶນຂອງລັດ ສົກປີ2015-2016 ໄດ້ຮັບອະ ນຸມັດໂຄງການທັງໝົດ 255 ໂຄງການ ມູນຄ່າ 130,869 ຕື້ກີບ, ທຶນພາຍໃນ 117,01 ຕື້ກີບ, ທຶນຕ່າງປະເທດ 13,859 ຕື້ກີບ. ມາຮອດປັດຈຸບັນໄດ້ຈັດຕັ້ງປະຕິບັດໂຄງການແລ້ວ 100%, ຊຳລະແລ້ວ 247 ໂຄງການເທົ່າກັບ 86,80% ຂອງແຜນການ. ດ້ານການພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກ ແມ່ນໄດ້ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ວຽກ 3 ສ້າງໃນທົ່ວແຂວງເປັນປົກກະຕິ, ໂດຍໄດ້ປະຕິບັດ 3 ຮູບແບບ(ຮູແບບລົງແບບຂະບວນການປະຈຳ, ຮູບແບບສະເພາະກິດ, ຮູບແບບລົງຕາມສາຍຕັ້ງໃນນັ້ນແມ່ນເນັ້ນໃສ່ 2 ຮູບແບບຄື: ລົງສະເພາະກິດ ແລະ ລົງຕາມສາຍຕັ້ງ) ໄດ້ສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນປະຈຳສົກປີ 2015-2016 ແລະ ໄດ້ວາງແຜນຈັດຕັ້ງປະຕິບັດ ປີ2017. ເຫັນວ່າອັດຕາຄວາມທຸກຍາກຂອງປະຊາກອນຍັງເຫຼືອ 4,07%. ຄອບຄົວທຸກຍາກຍັງເຫຼືອ 1.905 ຄອບຄົວ, ຄອບຄົວອານາຖາໃນທົ່ວແຂວງ 119 ຄອບຄົວ, ບ້ານທຸກຍາກຍັງເຫຼືອ 31 ບ້ານກວມເອົາ 10,47%, ເມືອງທຸກຍາກຍັງ 1 ເມືອງຄື: ເມືອງໄຊຈຳພອນ. ການແກ້ໄຂຄອບຄົວທຸກຍາກ-ອານາຖາແມ່ນໄດ້ແບ່ງຄວາມຮັບຜິດຊອບໃຫ້ບັນດາຄະນະພັກແຕ່ລະຂັ້ນ, ແຕ່ລະສະຫາຍຮັບຜິດຊອບແກ້ໄຂແຕ່ລະຄອບຄົວ, ເປັນຕົ້ນອຳນາດການປົກຄອງບ້ານຊ່ວຍຊ່ວຍຫຍັງ, ເມືອງຊ່ວຍຫຍັງ ແລະ ຂັ້ນແຂວງຊ່ວຍຫຍັງເພື່ອເຮັດໃຫ້ຄວາມທຸກຍາກໃຫ້ຍັງຕຳ່ກ່ວາ 2% ແລະ ວຽກງານດ້ານອື່ນໆແມ່ນໄດ້ຮັບການພັດທະນາຢ່າງກ້ວາງຂວາງ ແລະ ປະສົບຜົນສຳເລັດຕາມຄາດໝາຍ. ໂດຍລວມແລ້ວແຂວງບໍລິຄຳໄຊຂອງພວກເຮົາ ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນໂດຍຟື້ນຖານ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍດີ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ມີລັກສະນະໝັ້ນທ່ຽງ, ດ້ານວັດທະນະທຳ-ສັງຄົມໄດ້ຮັບກາຍບູລະນະ, ຊີວິດການເປັນຢູ່ຂອງພະນັກງານລັດຖະກອນ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ທາງດ້ານວັດຖຸ ແລະ ຈິດໃຈນັບມື້ດີຂື້ນ. ໃນໂອກາດດັ່ງກ່າວນີ້ ທ່ານ ຈູມມາລີ ໄຊຍະສອນ ໄດ້ໂອ້ລົມ ພ້ອມເນັ້ນໜັກໃຫ້ຄະນະພັກ ອຳນາດການປົກຄອງແຕ່ລະຂັ້ນຕ້ອງໄດ້ເພີ່ມທະວີຄວາມສາມັກຄີເປັນປຶກແຜນໃນການຊີ້ນຳໆພາວຽກງານແຕ່ລະດ້ານສຸມໃສ່ໃຫ້ແຂວງບໍລິຄຳໄຊ ມີຄວາມຮັ່ງມີ, ປະຊາຊົນມີຄວາມຮູ້ຄວາມສາມາດກ້າວຂື້ນຢ່າງຕໍ່ເນື່ອງ ແລະ ແກ້ໄຂທຸກປະກົດການຫຍໍ້ທໍ້ເຮັດໃຫ້ສັງຄົມມີຄວາມສະຫງົບສຸກ. (ຂ່າວສີເວດ ພາບ: ວຽງສະຫວັນ), ພາບ: choum ທີ່ມາຈາກ: ເຟສບຸກ ສຳນັກຂ່າວສານປະເທດລາວ ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!
ຂ່າວທ້ອງຖິ່ນ
2016-10-11T16:32:50+00:00
https://laopost.com/?p=72686
ປກສ ແຂວງບໍລິຄໍາໄຊ ກວດຄົ້ນເຮືອນເປົ້າໝາຍ ພົບຢາບ້າ ໄດ້ 4 ລ້ານກວ່າເມັດ
ໃນວັນທີ 25 ເມສາ 2023 ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນແລະ ຕ້ານຟາເສບຕິດ ປກສ ແຂວງບໍລິຄໍາໄຊ ໄດ້ນຳກໍາລັງເຂົ້າກວດຄົ້ນເຮືອນເປົ້າໝາຍທີ່ພົວພັນຄ້າຂາຍຢາເສບຕິດລາຍໃຫຍ່ ຢູ່ເຂດບ້ານປາກທວາຍ ເມືອງທ່າພະບາດ ແຂວງບໍລິຄຳໄຊ ພົບຢາບ້າ 4.000.000 ກວ່າເມັດ ສ່ວນເຈົ້າຂອງຢາບ້າເອົາຕົວຫຼົບໜີ. ຄະດີດັ່ງກ່າວ,ເບື້ອງຕົ້ນ ເຈົ້າໜ້າທີ່ຕໍາຫຼວດໄດ້ຮັບລາຍງານຈາກພົນລະເມືອງດີວ່າ: ມີກຸ່ມຄົນຈໍານວນໜຶ່ງມີການເຄື່ອນໄຫວຄ້າ-ຂາຍ ແລະ ຂົນສົ່ງຢາເສບຕິດປະເພດຢາບ້າ ຢູ່ເຂດບ້ານປາກທວາຍ ເມືອງທ່າພະບາດ ແຂວງບໍລິຄໍາໄຊ, ສະນັ້ນ ເຈົ້າໜ້າທີ່ຕໍາຫຼວດພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຈຶ່ງ ໄດ້ແຕ່ງຕັ້ງພະນັກງານວິຊາສະເພາະ ລົງພິສູດແຫ່ຼງຂ່າວ. ຜ່ານການສຶບສວນພິສູດແຫຼງຂ່າວຂອງເຈົ້າໜ້າທີ່ວິຊາສະເພາະ ຈຶ່ງສາມາດຮູ້ໄດ້ວ່າ: ກຸ່ມຄົນຈໍານວນດັ່ງກ່າວ ໄດ້ເອົາຢາເສບຕິດ ຈໍານວນຫຼາຍ ມາຊຸກເຊື່ອງໄວ້ຢູ່ເຮືອນຂອງປະຊາຊົນ ບ້ານປາກທວາຍ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ເພື່ອຈະກຽມນໍາສົ່ງຂ້າມໄປປະເທດເພື່ອນບ້ານ. ຈາກນັ້ນ, ຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ສົມທົບກັບການຈັດຕັ້ງບ້ານເຂົ້າກວດຄົ້ນເຮືອນຫຼັງດັ່ງກ່າວ ພົບເຫັນຂອງກາງຢາເສບຕິດ ປະເພດຢາບ້າ ຈໍານວນ 10 ເປົາ, ຈໍານວນ 4.019.000 ເມັດ, ນໍ້າໜັກ 447 ກິໂລກຼາມ. ສ່ວນຜູ້ກະທໍາຜິດ ພ້ອມພັກພວກແມ່ນໄດ້ເອົາຕົວຫຼົບໜີ ຄະດີດັ່ງກ່າວ ເຈົ້າໜ້າທີ່ວິຊາສະເພາະພວມເລັ່ງຕິດຕາມຄົ້ນຫາເພື່ອຈັບຕົວຜູ້ກະທໍາຜິດ ພ້ອມພັກພວກມາດໍາເນີນຄະດີຕາມລະບຽບກົດໝາຍຢ່າງເຂັ້ມງວດ. ທີ່ມາ ວາລະສານ ປ້ອງກັນຄວາມສະຫງົບ
ຂ່າວພາຍໃນ
2023-04-28T17:00:58+00:00
https://laopost.com/?p=144222
ນັກສຶກສາຊາຍປອມໂຕເປັນຍິງເພື່ອສືບຫານັກລ່າສະຫວາດ
ນັກສຶກສາຊາຍໃນມະຫາວິທະຍາໄລໃນອາເມຣິກາໃຊ້ລະບົບແຕ່ງພາບໃນແອັບພລີເຄເຊິນແປງໂສມຕົນເອງເປັນເດັກຍິງ ເພື່ອເປີດໂປງນັກລ່າສະຫວາດເທິງໂລກອອນລາຍ. ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 12 ມິຖຸນາຜ່ານມາວ່າ ທ້າວ ອີທານ ນັກສຶກສາໃນມະຫາວິທະຍາໄລຊານຟຣານຊິສໂກ ເບ ແອເຣຍ ອາຍຸ 20 ປີໄດ້ປ່ຽນໂສມຕົນເອງຈາກຊາຍກາຍເປັນຍິງແລ້ວໂພສຫຼິ້ນໃນແອັບຊອກຫາຄູ່ ໂດຍໃຊ້ຊື່ປອມວ່າ ເອສເທີຣ ຫຼັງຈາກນັ້ນກໍມີຜູ້ໃຊ້ງານຄົນໜຶ່ງຊຶ່ງຮູ້ຊື່ພາຍຫຼັງວ່າຊື່ ທ້າວ ໂຣເບີຣດ ເດວີສ ຊຶ່ງເປັນເຈົ້າໜ້າທີ່ຕຳຫຼວດໃນເມືອງຊານ ມາເທໂອ ອາຍຸ 40 ປີ ຕິດຕໍ່ມາຫາ ອີທານ ໃນຮູບໂສມຂອງ ເອສເທີຣ ແລ້ວທັງສອງກໍສົນທະນາກັນຫຼາຍເລື່ອງ. ຕໍ່ມາເຈົ້າໜ້າທີ່ຕຳຫຼວດຄົນດັ່ງກ່າວກໍໄດ້ຂໍໃຫ້ ເອສເທີຣ ໄປລົມກັນໃນອີກຫຼາຍໆແອັບພລີເຄເຊິນ ທັງສອງລົມກັນຫຼາຍເລື່ອງເຊັ່ນ ເລື່ອງຮູບຂອງ ເອສເທີຣ ເບິ່ງຄືເດັກອາຍຸ 16 ປີ ແລະ ເລື່ອງການມີສ່ວນຮ່ວມໃນກິດຈະກຳທາງເພດ ຊຶ່ງອີທານ ໄດ້ເລົ່າວ່າ ຍິ່ງລົມກັນຫຼາຍຂຶ້ນກໍຍິ່ງຮັບຮູ້ເຖິງເຈຕະນາຂອງ ເດວິສ ວ່າຕ້ອງການສື່ໄປເຖິງເລື່ອງເພດສຳພັນ. ຈາກນັ້ນ ອີທານ ຈິ່ງໄດ້ແຈ້ງໃຫ້ຕຳຫຼວດດຳເນີນຄະດີກັບ ເດວິສ ຊຶ່ງຕຳຫຼວດໃນເມືອງຊານ ມາເທໂອ ໄດ້ອອກໝາຍຄົ້ນກວດສອບອຸປະກອນເອເລັກໂຕຣນິກ ແອັບພລີເຄເຊິນໃນມືຖື ແລ ເຮືອນຂອງຜູ້ກ່ຽວ ກ່ອນທີ່ເດວິສ ຈະຖືກກັກຕົວເມື່ອວັນທີ 6 ມິຖຸນາຜ່ານມາໃນຂໍ້ຫາ “ຕີສະໜິດຜູ້ເຍົາເພື່ອກະທຳຜິດທາງເພດ” ແລ້ວເດວິສ ກໍຖືກສົ່ງໄປຄຸມຂັງທີ່ເຮືອນຈຳເຂດຊານຕາ ຄລາຣາ ເຄົາຕີ. ທັງນີ້ ອີທານ ໄດ້ເລົ່າໃຫ້ຕຳຫຼວດຟັງວ່າ ຕົນເອງເລີ່ມອອກຕາມຫານັກລ່າສະຫວາດເທິງໂລກອອນລາຍ ເນື່ອງຈາກເພື່ອນຍິງຄົນໜຶ່ງເຄີຍຖືກລ່ວງລະເມີດເມື່ອຕອນຍັງນ້ອຍ ພ້ອມລະບຸຖິ້ມທ້າຍວ່າ “ຂ້ອຍພຽງແຕ່ສືບຫານັກລ່າສະຫວາດຄົນໃດຄົນໜຶ່ງເທົ່ານັ້ນ”. ຮຽບຮຽງ: ສະຫະລັດ ວອນທິວົງໄຊ ຮູບພາບ: thairath.co.th/news
ຂ່າວຕ່າງປະເທດ
2019-06-13T10:03:51+00:00
https://laopost.com/?p=115122
ສປປ ລາວ ກຽມສະເໜີຂຶ້ນທະບຽນລຳວົງລາວ ເປັນມໍລະດົກໂລກ
ກອງປະຊຸມລະດົມແນວຄວາມຄິດ ກ່ຽວກັບວຽກງານ ມໍລະດົກວັດທະນະທຳຂອງມວນມະນຸດ(ໂລກ), ໄດ້ຈັດຂຶ້ນ ໃນວັນທີ 9 ມີນາ 2018 ທີ່ຜ່ານມານີ້ ທີ່ນະຄອນຫລວງວຽງຈັນໂດຍການເປັນປະທານຂອງທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີບັນດາຫົວໜ້າກົມ, ຮອງກົມ, ພ້ອມ ດ້ວຍພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມນຳດ້ວຍ, ເພື່ອ ຈະໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນໃສ່ບົດຟ້ອນລຳວົງລາວ ທີ່ຈະນຳສະເໜີ ຂຶ້ນທະບຽນກັບອົງການ ຢູເນັສ ໂກ (UNESCO) ໃຫ້ເປັນ ມໍລະດົກໂລກ. ອີງຕາມຂໍ້ຕົກລົງ ຂອງ ລັດຖະມົນຕີ ກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ວ່າດ້ວຍການແຕ່ງ ຕັ້ງຄະນະຮັບຜິດຊອບຮຽບຮຽງແບບຟອມມໍລະດົກວັດ ທະນະທຳ ທີ່ບໍ່ເປັນວັດຖຸປະເພດສິລະປະການສະແດງລຳ ວົງລາວ ເລກທີ 141/ຖວທ ລົງວັນທີ 13/02/2018 ແລະ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບຮຽບຮຽງບົດສະເໜີລຳວົງລາວ ເພື່ອຂຶ້ນທະບຽນກັບອົງການຢູເນັສໂກ (UNE SCO) ໃນສົກປີ 2019 ໃຫ້ເປັນມໍລະດົກວັດທະນະທຳ ຂອງມວນມະນຸດ, ເຊິ່ງການກຳນົດປະເພດມໍລະດົກວັດ ທະນະທຳ ເພື່ອສະເໜີຂຶ້ນທະບຽນດັ່ງກ່າວ, ແມ່ນອີງໃສ່ 2 ເງື່ອນໄຂຫລັກເຊັ່ນ: ການສ່ຽງຕໍ່ການສູນເສຍ, ສູນຫາຍ ແລະ ຜິດພ້ຽນຈາກດັ່ງເດີມໄປຕາມການເວລາ. ພ້ອມນີ້, ກອງປະຊຸມຍັງໄດ້ລະດົມຄວາມຄິດກ່ຽວກັບ ວຽກງານມໍລະດົກວັດທະນະທຳ ເພື່ອສະເໜີຂຶ້ນທະບຽນ ເປັນມໍລະດົກຂອງມວນມະນຸດ (ໂລກ), ເຊິ່ງມີປະເພດມໍລະ ດົກວັດທະນະທຳ ຮີດຄອງປະເພນີ ຄື: ປະເພນີບຸນປີໃໝ່ ລາວ, ພິທີໃສ່ບາດ, ພິທີບາສີສູ່ຂວັນ ແລະ ບຸນຄຸນເຂົ້າ ຫລື ບຸນກອງເຂົ້າເປັນຕົ້ນ. ແຫລ່ງຂ່າວ: Sengaloun Sayalath
ຂ່າວພາຍໃນ
2018-03-12T08:49:38+00:00
https://laopost.com/?p=99809
ຫ້າມບີບແກໄລ່ໃສ່ຄົນທີ່ຈອດລົດລໍຖ້າຢູ່ເລນຂວາເດັດຂາດ
ທ່ານຮູ້ຫຼືບໍ່ ລັດຖະມົນຕີກະຊວງໂຍທິການ ແລະ ຂົນສົ່ງ ອອກຄຳແນະນຳສຳລັບກ່ຽວກັບການສັນຈອນລ້ຽວຂວາ ບ່ອນທາງຄົບແຍກ ເລກທີ 2227/ຍທຂ ນະຄອນຫຼວງວຽງຈັນ, ວັນທີ 13 ຕຸລາ 2016 ເຊິ່ງເຮົາໄດ້ເອົາຫົວຂໍ້ສຳຄັນ (2 ແລະ 3) ທີ່ຫຼາຍທ່ານສົງໄສ ກ່ຽວກັບລ້ຽວຂວາມາສະເໜີສູ່ແຟນເພຈນຳ. ເພາະພວກເຮົາຍາມໃດກໍຄຳນຶງເຖິງການຮັກສາກົດລະບຽບບ້ານເມືອງ ດື່ມຢ່າງມີສະຕິ ແລະ ມີຄວາມຮັບຜິດຊອບ ດື່ມເບຍນ້ຳຂອງ. 2. ການສັນຈອນລ້ຽວຂວາເວລາມີສັນຍານໄຟແດງ 2.1. ລົດທີ່ຢູ່ຊ່ອງຈະລາຈອນຂວາທີ່ມີຈຸດປະສົງລ້ຽວຂວາ ກໍລະນີໄຟແດງແມ່ນລ້ຽວໄດ້ ແຕ່ຕ້ອງລະວັງ 2.2. ການລ້ຽວຂວາແຕ່ຕ້ອງລະວັງໝາຍເຖິງ – ຕ້ອງຢຸດຢູ່ຫຼັງເສັ້ນຢຸດ ຫຼື ເສັ້ນມ້າລາຍ. – ຕ້ອງລະວັງຄົນຍ່າງຂ້າມທາງ, ເມື່ອມີຄົນກຳລັງຍ່າງຂ້າມທາງຢູ່ ຕ້ອງປ່ອຍໃຫ້ຄົນຍ່າງຂ້າມທາງໄປກ່ອນ. – ຕ້ອງລະວັງລົດແລ່ນຈາກກ້ຳຊ້າຍ ແລະ ລົດທີ່ລ້ຽວຊ້າຍຈາກດ້ານໜ້າທີ່ສັນຈອນຕາມສັນຍານໄຟຂຽວ, ຕ້ອງປ່ອຍທາງໃຫ້ລົດ ທີ່ມາຈາກທິດທີ່ມີໄຟຂຽວໄປກ່ອນ. 2.3 ລົດທີ່ຈະໄປຊື່ສາມາດຢຸດລໍ ສັນຍານໄຟຂຽວ ຢູ່ຊ່ອງຈາລາຈອນກ້ຳຂວາໄດ້, ໃນກໍລະນີລົດມາຕາມຫຼັງ ທີ່ຕ້ອງທີ່ຕ້ອງການລ້ຽວຂວາຕ້ອງໄດ້ຢຸດລໍ ຫ້າມບີບແກໄລ່ເດັດຂາດ. 2.4 ຜູ້ໃດຝ່າຝືນກ່ຽວກັບການລ້ຽວຂວາ ຕາມເນື້ອໃນທີ່ກ່າວມາຂ້າງເທິງນີ້ ຖືວ່າເປັນການລະເມີດກົດຈະລາຈອນ, ເຈົ້າໜ້າທີ່ຕຳຫຼວດຈະລາຈອນຕ້ອງປະຕິບັດ ມາດຕະການຕໍ່ຜູ້ລະເມີດຕາມລະບຽບການ ທີ່ກຳນົດໃວ້. 3. ການສັນຈອນລ້ຽວຂວາ ຈຸດສີ່ແຍກ ແລະ ສາມແຍກທີ່ບໍ່ມີໄຟອຳນາດ ການສັນຈອນລ້ຽວຂວາ ຈຸດສີ່ແຍກ, ສາມແຍກ ທີ່ບໍ່ມີໄຟອຳນາດບັງຄັບ ໃຫ້ປະຕິບັດຕາມກົດຈະລາຈອນ ມາດຕາ 15 ວ່າດ້ວຍທາງຄົບບໍ່ມີໄຟອຳນາດບັງຄັບ ຄືດັ່ງນີ້: 3.1. ທາງສາມແຍກ ສີ່ແຍກ ທີ່ບໍ່ມີປ້າຍຄວບຄຸມ ຫຼື ບ່ອນທາງຄົບທາງແຍກສະເໝີກັນ ແມ່ນໃຫ້ສິດຜູ້ທີ່ຢູ່ທາງກ້ຳຂວາມືໄປກ່ອນ 3.2. ຫາກບາງຈຸດ 4 ແຍກໄຟແດງບໍ່ມີຕິດປ້າຍເພີ່ມ ຫຼື ບໍ່ມີແຕ້ມເຄື່ອງໝາຍ ໃສ່ຊ່ອງຈະລາຈອນຂວາສຸດ ໃຫ້ສາມາດລ້ຽວຂວາ ໄດ້ຕາມທີ່ກຳນົດໃນຄຳແນະນຳສະບັບນີ້. 3.3 ທາງຄົບທາງແຍກທີ່ມີປ້າຍສັນຍານຄວບຄຸມ ຫຼື ເປັນທາງໃຫຍ່ຄົບທາງນ້ອຍ: – ຜູ້ຢູ່ທາງໃຫຍ່ມີສິດໄປກ່ອນ – ຜູ້ທີ່ມາຈາກທາງນ້ອຍ ຫຼື ທາງທີ່ມີປ້າຍຢຸດ ຫຼື ປ້າຍປ່ອຍທາງ ແມ່ນຕ້ອງໄດ້ຢຸດປ່ອນທາງໃຫ້ຜູ້ທີ່ຢູ່ທາງໃຫຍ່ໄປກ່ອນ 3.4 ບ່ອນທາງວົງວຽນ ແມ່ນຕ້ອງປ່ອຍທາງໃຫ້ລົດທີ່ຢູ່ໃນວົງວຽນໄປກ່ອນ ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!
ຂ່າວພາຍໃນ
2016-10-23T09:43:14+00:00
https://laopost.com/?p=73798
ຄົນເສຍຈິດຂ້າເດັກນ້ອຍຍິງ ໄວ 6 ປີ ທີ່ໂພນໂຮງ
ຈາກເຫດຂ້າເດັກນ້ອຍ ເພດຍິງ ຢູ່ ບ້ານນາເລົ່າ ເມືອງໂພນໂຮງ ແຂວງວຽງຈັນ ໃນມື້ວັນທີ 6 ຕຸລາທີ່ຜ່ານມາ ໃນເວລາ 10 ໂມງ ແລະ ຜູ້ກໍ່ເຫດໄດ້ຕັດແຂນທັງສອງເບື້ອງ ມາຕົ້ມໃສ່ໝໍ້ເພື່ອກິນ ແລະ ປາດທ້ອງຈົນເຫັນອະໄວຍະວະທາງໃນ (ໃສ້, ຕັບ ແລະ ອື່ນໆ) ນັ້ນ ໄດ້ມີສື່ອອນລາຍອອກຂ່າວໄປຕ່າງໆນາໆ ໂດຍບາງສື່ວ່າພໍ່ເປັນຜູ້ຂ້າ ແຕ່ຄວາມຈິງແມ່ນຊາຍເສຍຈິດ ເຊິ່ງບໍ່ແມ່ນພໍ່ເດັກນ້ອຍຍິງທີ່ເສຍຊີວິດ. ເຈົ້າເມືອງໂພນໂຮງ ແຂວງວຽງຈັນ, ທ່ານ ສົມປະສົງ ສຸວົງຄໍາຈັນ ໄດ້ກ່າວຕໍ່ ທີມງານວຽງຈັນທາຍ ໃນຕອນເຊົ້າວັນທີ 7 ຕຸລາ ກ່ຽວກັບເຫດການດັ່ງກ່າວນີ້ວ່າ: ຊາຍຄົນທີ່ຂ້າເດັກນ້ອຍຍິງ ຊື່ທ້າວຕົງທໍ ອາຍຸ 35 ປີ ເປັນຄົນເຜົ່າມົ້ງ, ບໍ່ແມ່ນພໍ່ຂອງຜູ້ທີ່ເສຍຊີວິດ, ແຕ່ເປັນຄົນເສຍຈິດ (ເປັນບ້າ) ຍ້ອນກິນຢາບ້າຫຼາຍ ແລ້ວເສຍຈິດ, ເຊິ່ງທາງພີ່ນ້ອງຂອງລາວໄດ້ໄລ່ໜີອອກຈາກເຮືອນ ແລະ ໄດ້ໄປປຸກຕູບຢູ່ໃນປ່າຢູ່ຄົນດຽວ, ໃນມື້ເກີດເຫດມີເດັກນ້ອຍ 3 ຄົນໄດ້ພາກັນໄປຊອກກິນໝາກໄມ້ (ໝາກສີດາ) ຢູ່ບໍລິເວນໃກ້ເຮືອນຂອງລາວ, ຊາຍຄົນດັ່ງກ່າວຈຶ່ງໄດ້ໃຊ້ພ້າຂ້າເດັກຍິງ ຊື່ນາງ ແກ້ວຊົງ ອາຍຸ 6 ປີ ປະຊາຊົນບ້ານນາເລົ່າ ເຊັ່ນກັນ, ສ່ວນເດັກນ້ອຍອີກ 2 ຄົນແມ່ນແລ່ນໜີ ແລະ ໄດ້ໄປບອກພໍ່ແມ່ຂອງພວກເຂົາ. ທ່ານ ສົມປະສົງ ໃຫ້ຮູ້ຕື່ມວ່າ: ຕໍ່ມາຊາວບ້ານນາເລົ່າໄດ້ພາກັນມາເບິ່ງ ແລະ ໄດ້ຈັບຕົວ ທ້າວຕົງທໍ, ພົບເຫັນສົບເດັກນ້ອຍຍິງໃນລັກສະນະປະເປືອຍນອນເສຍຊີວິດຢູ່ຂ້າງຕູບຂອງລາວ, ແຂນທັງສອງຂ້າງຖືກຕັດອອກ ແລະ ທ້ອງມີບາດແຜຈົນສາມາດແນມເຫັນອະໄວຍະວະທາງໃນ ແລະ ເມື່ອກວດເບີ່ງຢູ່ໃນໝໍ້ທີ່ມີຝາໝໍ້ປິດໄວ້ທີ່ກໍາລັງຕົ້ມຢູ່ເຕົາໄຟພົບເຫັນແຂນຂອງເດັກຍິງຢູ່ໃນໝໍ້. ປັດຈຸບັນນີ້ ທ້າວຕົງທໍ ຖືກກັກຂັງເພື່ອດໍາເນີນຄະດີຕາມກົດໝາຍບ້ານເມືອງ. ຮຽບຮຽງຂ່າວ: ພຸດສະດີ
ຂ່າວທ້ອງຖິ່ນ
2020-10-07T18:21:30+00:00
https://laopost.com/?p=121622
ອຸບັດເຫດສະເທືອນຂັວນ! ລົດເມທ່ອງທ່ຽວຫວຽດນາມ ຕຳລົດສົ່ງກຳມະກອນຢູ່ກຳປູເຈຍ ເສຍຊີວິດ 25 ຄົນ!
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 19 ພຶດສະພາຜ່ານມານີ້ວ່າ ໄດ້ເກີດອຸບັດເຫດສະເທືອນຂັວນຂຶ້ນຢູ່ກຳປູເຈຍ ໃນຕອນເຊົ້າຂອງມື້ວັນອັງຄານ (19 ພຶດສະພາ) ເມື່ອລົດເມບັນທຸກນັກທ່ອງທ່ຽວຈາກຫວຽດນາມ ໄດ້ຕຳເຂົ້າປະສານງາກັບລົດໂດຍສານ ເຊິ່ງບັນທຸກກຳມະກອນຕັບຫຍິບຂອງກຳປູເຈຍ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 25 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບ 17 ຄົນ ໃນນັ້ນອາການສາຫັດ 5 ຄົນ ໂດຍທັງໝົດເປັນຊາວກຳປູເຈຍ. ເຫດການດັ່ງກ່າວເກີດຂຶ້ນ ໃນເມືອງກຳປົງຣໍ (Kampong Ro) ແຂວງສວາຍຣຽງ (Svay Rieng) ປະເທດກຳປູເຈຍ ເຊິ່ງແຫລ່ງຂ່າວໄດ້ລາຍງານວ່າ ລົດເມບັນທຸກນັກທ່ອງທ່ຽວທີ່ມາຈາກຫວຽດນາມນັ້ນ ກຳລັງຈະເດີນທາງມຸ່ງໜ້າໄປນະຄອນຫລວງພະນົມເປັນ ແຕ່ກໍມາເກີດເຫດສະຫລົດເສຍກ່ອນ ໂດຍຄູ່ກໍລະນີແມ່ນກຳລັງໂດຍສານກຳມະກອນໂຮງງານຕັດຫຍິບ ເພື່ອອອກໄປເຮັດວຽກຕາມປົກກະຕິ, ດ້ານຕຳຫລວດແຂວງສວາຍຣຽງ ໄດ້ຈັບກຸມພະນັກງານຂັບລົດ ຂອງບໍລິສັດທ່ອງທ່ຽວ ໄດ້ດຳເນີນຄະດີ ພ້ອມທັງສອບສວນເຖິງສາເຫດຂອງອຸບັດເຫດສະເທືອນຂັວນດັ່ງກ່າວນີ້.
ຂ່າວຕ່າງປະເທດ
2015-05-20T15:04:40+00:00
https://laopost.com/?p=26336
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ປະຈໍາເດືອນ 1 ປີ 2023
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 1 ປີ 2023 ບັນລຸໄດ້ ປະມານ 935 ລ້ານໂດລາສະຫະລັດ. ໃນນີ້, ມູນຄ່າການສົ່ງອອກ ປະມານ 461 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ປະມານ 474 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າ ປະມານ 13 ລ້ານໂດລາສະຫາລັດ, ໃນນີ້ຍັງບໍ່ກວມເອົາມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ. ສິນຄ້າສົ່ງອອກທັງໝົດ ປະມານ 461 ລ້ານໂດລາສະຫະລັດ. ໃນນີ້, ສິນຄ້າສົ່ງອອກ 10 ອັນດັບ ໄດ້ແກ່: ມັນຕົ້ນ ປະມານ 89 ລ້ານໂດລາສະຫະລັດ, ຄຳປະສົມ ແລະ ຄຳແທ່ງ ປະມານ 59 ລ້ານໂດລາສະຫະລັດ, ແຮ່ທອງ ປະມານ 29 ລ້ານໂດລາສະຫະລັດ, ເກືອກາລີ ປະມານ 27 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ ປະມານ 27 ລ້ານໂດລາສະຫະລັດ, ໝາກກ້ວຍ ປະມານ 24 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ ປະມານ 23 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍປະມານ 17 ລ້ານໂດລາສະຫະລັດ, ນ້ຳຕານ ປະມານ 16 ລ້ານໂດລາສະຫະລັດ ແລະ ແຮ່ເຫຼັກ ປະມານ 13 ລ້ານໂດລາສະຫະລັດ ສິນຄ້ານຳເຂົ້າທັງໝົດ ປະມານ 474 ລ້ານໂດລາສະຫະລັດ. ໃນນີ້, ສິນຄ້ານໍາເຂົ້າ 10 ອັນດັບ ໄດ້ແກ່: ນ້ຳມັນກາຊວນ ປະມານ 93 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ ປະມານ 34 ລ້ານໂດລາສະຫະລັດ, ພາຫະນະທາງບົກ ປະມານ 32 ລ້ານໂດລາສະຫະລັດ, ນ້ຳມັນແອັດຊັງ ປະມານ 21 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ ປະມານ 20 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ ປະມານ 19 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ປະມານ 16 ລ້ານໂດລາສະຫະລັດ, ສາຍໄຟຟ້າ ແລະ ເຄເບີ້ລ ປະມານ 14 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ປະມານ 12 ລ້ານໂດລາສະຫະລັດ ແລະ ເຍື່ອໄມ້ ແລະ ເສດເຈ້ຍ ປະມານ 11 ລ້ານໂດລາສະຫະລັດ. ປະເທດ ທີ່ ສປປ ລາວ ສົ່ງອອກ 05 ອັນດັບ ໄດ້ແກ່: ຈີນ ປະມານ 156 ລ້ານໂດລາສະຫະລັດ, ໄທ ປະມານ 128 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 65 ລ້ານໂດລາສະຫະລັດ, ອົດສະຕາລີ ປະມານ 41 ລ້ານໂດລາສະຫະລັດ ແລະ ສະວິດເຊີແລນ ປະມານ 14 ລ້ານໂດລາສະຫະລັດ. ປະເທດ ທີ່ ສປປ ລາວ ນໍາເຂົ້າ 05 ອັນດັບ ໄດ້ແກ່: ໄທ ປະມານ 255 ລ້ານໂດລາສະຫະລັດ, ຈີນ ປະມານ 121 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 21 ລ້ານໂດລາສະຫະລັດ, ສະຫະລັດອາເມລິກາ ປະມານ 14 ລ້ານໂດລາສະຫະລັດ ແລະ ອົດສະຕາລີ ປະມານ 12 ລ້ານໂດລາສະຫະລັດ. ຂໍ້ມູນຈາກ laotradeportal
ຂ່າວພາຍໃນ
2023-03-07T14:18:12+00:00
https://laopost.com/?p=142880
ສະຫະປະຊາຊາດຊີ້ ການແຜ່ລະບາດໂຄວິດ-19 ບໍ່ໄດ້ສົ່ງຜົນດີຕໍ່ສິ່ງແວດລ້ອມຢ່າງທີຄິດ
ສຳນັກຂ່າວຊິນຫົວ (Xinhua) ລາຍງານວ່າ ໃນວັນທີ 5 ເມສາທີ່ຜ່ານມາ ທ່ານ ອິງເກີ ແອນເດີເຊັນ (Inger Andersen) ຜູ້ອຳນວຍການໂຄງການສິ່ງແວດລ້ອມແຫ່ງສະຫະປະຊາຊາດ (UNEP) ໄດ້ກ່າວວ່າການທີ່ປະລິມານການປ່ອຍແກສ໌ເຮືອນກະຈົກທີ່ຫຼຸດລົງ ແລະ ຄຸນນະພາບອາກາດທີ່ດີຂຶ້ນ ໃນຊ່ວງທີລັດຖະບານໃນຫຼາຍປະເທດກຳລັງຮັບມືກັບການລະບາດຂອງພະຍດໄວຣັສໂຄວິດ-19 ນັ້ນ ບໍ່ຄວນເບິ່ງໃຫ້ເປັນປະໂຫຍດຕໍ່ສິ່ງແວດລ້ອມ. ການແຜ່ລະບາດຄັ້ງນີ້ຈະເຮັດໃຫ້ມີຂີ້ເຫຍື້ອທາງການແພດ ແລະ ຂອງເສຍທີ່ອັນຕະຕາຍຕໍ່ສິ່ງແວດລ້ອມຈະເພິ່ມພູນຂຶ້ນ ຖືວ່າບໍ່ແມ່ນການຕອບສະໜອງທາງສິ່ງແວດລ້ອມ ຢ່າງໜ້ອຍສຸດກໍ່ບໍ່ແມ່ນສຳຫຼັບນັກອະນຸລັກສິ່ງແວດລ້ອມ. ຜູ້ອຳນວຍການແຈ້ງວ່າ ຜົນທີ່ເບິ່ງເຫັນໄດ້ໃນເຊີງບວກ ບໍ່ຈະເປັນຄຸນນະພາບອາກາດທີ່ດີຂຶ້ນ ຫຼື ປະລິມານການປ່ອຍແກສ໌ເຮືອນກະຈົກຫຼຸດລົງ ລ້ວນແຕ່ເປັນສິ່ງທີ່ເກີດຂຶ້ນຊົ່ວຄາວ ເພາະມັນເກີດຂຶ້ນພ້ອມກັບການຊະລໍຕົວຂອງເສດຖະກິດທີ່ເສົ້າສະຫຼົດ ແລະ ຄວາມທຸກຍາກຂອງມະນຸດໂລກ. ຜົນກະທົບໃນເຊີງບວກໃດໆກໍ່ຕາມທີ່ເກີດຂຶ້ນໃນຊ່ວງການແຜ່ລະບາດໃຫຍ່ທີ່ເປັນຕາຢ້ານຄັ້ງນີ້ ຕ້ອງເປັນສິ່ງທີ່ຈະປ່ຽນພຶດຕິກຳການຜະລິດ ແລະ ການບໍລິໂພກຂອງເຮົາໃຫ້ສະອາດ ແລະ ເປັນມິດກັບສິ່ງແວດລ້ອມຫຼາຍຂຶ້ນ. ການປ່ຽນແປງຢ່າງເປັນລະບົບໃນໄລຍະຍາວເທົ່ານັ້ນ ທີ່ຈະປ່ຽນແນວໂນ້ມຂອງລະດັບແກສ໌ຄາບອນໄດອັອກໄຊ (CO2) ໃນຊັ້ນບັນຍາກາດໄດ້. ຜູ້ອຳນວຍການໄດ້ກ່າວເພີ່ມຕື່ມວ່າ ຫຼັງຈາກວິກິດການແຜ່ລະບາດຄັ້ງນີ້ ໃນຊ່ວງທີ່ເຮົາວາງມາດຕະການຟື້ນຟູເສດຖະກິດຕ່າງ ທີ່ມີໂຄງສ້າງພື້ນຖານນັ້ນ ເຮົາມີໂອກາດຢ່າງແທ້ຈິງທີ່ຈະຮັບມືກັບບັນຫານີ້ ດ້ວຍການລົງທຶນໃນພະລັງງານທົດແທນ, ອາຄານສີຂຽວ, ການຂົນສົ່ງທີ່ເປັນມິດຕໍ່ສິ່ງແດວລ້ອມ ແລະ ການຂົນສົ່ງສາທາລະນະ. ຮຽບຮຽບໂດຍ: ວະນິດາ
ຂ່າວຕ່າງປະເທດ
2020-04-06T16:56:54+00:00
https://laopost.com/?p=118228
ປກສ ເມືອງວຽງທອງ ໄລ່ສະກັດວີໂກ 2 ຄັນ ພົບກັນຊາເກືອບ 900 ກິໂລ ຄົນຮ້າຍຫລົບໜີ ຕຳຫລວດເລັ່ງນຳຈັບກຸມ
ເຈົ້າໜ້າທີ່ ປກສ ເມືອງວຽງທອງ ແຂວງບໍລິຄໍາໄຊ ພວມຈັດກໍາລັງລົງຕິດຕາມ ຂະບວນການຄ້າຢາເສບຕິດລາຍໃຫຍ່ ມາດໍາເນີນຄະດີໃຫ້ໄດ້ໂດຍໄວ, ຫລັງຈາກໃນເວລາປະມານ 11:30 ໂມງ ຂອງວັນທີ 11 ທັນວານີ້, ເຈົ້າໜ້າທີ່ເມືອງດັ່ງກ່າວ ໄດ້ຕັ້ງດ່ານກວດກາຕາມເສັ້ນທາງເຂົ້າ-ອອກເມືອງ ແລະ ມີລົດກະບະວີໂກ້ສອງຄັນ ໝາຍເລກທະບຽນ ກພ 7754 ກໍາແພງນະຄອນ ແລະ ອີກຄັນແມ່ນບໍ່ມີປ້າຍທະບຽນ ແລ່ນອອກຈາກຕົວເມືອງວຽງທອງ ດ້ວຍຄວາມໄວ ເພື່ອມຸ່ງໜ້າໄປເສັ້ນທາງເລກ 8B ເມືອງຄໍາເກີດ, ເຈົ້າໜ້າທີ່ຈຶ່ງໄດ້ໃຫ້ສັນຍານຢຸດລົດແຕ່ບໍ່ຈອດ, ຈຶ່ງໄດ້ໄລ່ຕິດຕາມໄປປະມານ 3 ກິໂລແມັດ ຈຶ່ງເຫັນລົດສອງຄັນຈອດຢູ່ແຄມທາງ ແລະ ບໍ່ພົບເຫັນຄົນຂັບ, ຈຶ່ງໄດ້ກວດຄົ້ນໃນລົດ ແລະ ພົບວ່າມີກັນຊາຊຸກເຊື່ອງຢູ່ໃນລົດທັງສອງຄັນ ລວມມີນໍ້າໜັກທັງໝົດ 888 ກິໂລ. ຈຶ່ງໄດ້ຢືດກັນຊາດັ່ງກ່າວ ແລະ ລົດໄວ້ເປັນຫລັກຖານດໍາເນີນຄະດີ, ປັດຈຸບັນເຈົ້າໜ້າທີ່ໄດ້ຈັດວາງກໍາລັງ ລົງຕິດຕາມຫາຄົນຂັບລົດດັ່ງກ່າວເພື່ອນໍາຈັບຕົວມາດໍາເນີນຄະດີໂດຍໄວ. ແຫລ່ງຂ່າວ: ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!
ຂ່າວພາຍໃນ
2016-12-15T11:25:21+00:00
https://laopost.com/?p=80086
ປະຊາຊົນອັງກິດບາງສ່ວນບໍ່ເຫັນດີ ທີ່ລັດຖະບານຈະສັກວັກຊີນປ້ອງກັນໂຄວິດ-19 ໃຫ້ເດັກນ້ອຍ
ໃນວັນເສົາ ທີ 18 ກັນຍາ 2021 ທີ່ຜ່ານມາ ປະຊາຊົນຊາວອັງກິດທີ່ຄັດຄ້ານການສັກວັກຊີນປ້ອງກັນໂຄວິດ-19 ຫຼາຍພັນຄົນໄດ້ຍ່າງປະທ້ວງໄປຕາມຫົນທາງໃນເມືອງລອນດອນ ຮຽກຮ້ອງໃຫ້ລັດຖະບານອັງກິດພາຍໃຕ້ການນໍາພາຂອງນາຍົກລັດຖະມົນຕີ ໃຫ້ຍຸຕິໂຄງການທີ່ຈະສັກວັກຊີນປ້ອງກັນໂຄວິດ-19 ໃຫ້ກັບເດັກນ້ອຍ. ພ້ອມດຽວກັນນັ້ນ ບັນດາຜູ້ປະທ້ວງທີ່ຕໍ່ຕ້ານການສັກວັກຊີນຍັງຮຽກຮ້ອງໃຫ້ຈັບໂຕນາຍົກລັດຖະມົນຕີ ແລະ ຫົວໜ້າເຈົ້າໜ້າທີ່ທາງການແພດຂອງອັງກິດອີກດ້ວຍ. ໃນລະຫວ່າງການປະທ້ວງຍັງມີຜູ້ປະທ້ວງບາງກຸ່ມໂຍນໄຂ່ທີ່ປະສົມສີໃສ່ເຈົ້າໜ້າທີ່ຕໍາຫຼວດ ແລະ ເຈົ້າໜ້າທີ່ຕໍາຫຼວດໄດ້ຈັບກຸມຜູ້ປະທ້ວງ 2 ຄົນທີ່ພະຍາຍາມກໍ່ຄວາມຮຸນແຮງ. ໃນປັດຈຸບັນນີ້ ຈໍານວນຜູ້ຕິດເຊື້ອສະສົມໃນອັງກິດມີຈໍານວນ 7.4 ລ້ານຄົນ ແລະ ເສຍຊີວິດ 135,147 ຄົນ. ແຫຼ່ງຂ່າວ: Thairath
ຂ່າວຕ່າງປະເທດ
2021-09-20T13:58:43+00:00
https://laopost.com/?p=127840
3 ປີ ເຊກອງມີນັກທ່ອງທ່ຽວເຂົ້າມາທ່ຽວ 87.266 ເທື່ອຄົນ
ທ່ານ ບຸນທົງ ຖິ່ນດອນໂຂງ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງເຊກອງ ໄດ້ລາຍງານໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ໄລຍະຜ່ານມາແຂວງເຊກອງ ກໍຄືພະແນກ ຖວທ ແຂວງໄດ້ເອົາໃຈໃສ່ພັດທະນາພື້ນຖານໂຄງລ່າງດ້ານການທ່ອງທ່ຽວ ຕິດພັນກັບການໂຄສະນາສະຖານທີ່ທ່ອງທ່ຽວຕ່າງໆຜ່ານລາຍການວິທະຍຸ, ໂທລະພາບ, ວາລະສານ, ໜັງສືພິມ, ເວັບໄຊ ແລະ ສື່ອອນລາຍຕ່າງໆ. ນອກນັ້ນຍັງມີການ ຜະລິດແຜ່ນພັບ, ໂປສເຕີ, ປ້າຍໂຄສະນາແຫຼ່ງທ່ອງທ່ຽວ, ປ້າຍຄໍາຂວັນ ແລະ ຮ່ວມງານວາງສະແດງສິນຄ້າຜະລິດຕະພັນການທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານ ບຸນທົງ ຖິ່ນດອນໂຂງ ໃຫ້ຮູ້ອີກວ່າ: ໃນສົກປີ 2020-2022 ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເດີນທາງເຂົ້າມາທ່ຽວຊົມແຂວງເຊກອງທັງໝົດ 87.266 ເທື່ອຄົນ, ສາມາດສ້າງລາຍຮັບໄດ້ 7,8 ລ້ານກວ່າໂດລາ. ໃນນີ້ປີ 2020 ມີນັກທ່ອງທ່ຽວເຂົ້າມາທ່ຽວຈໍານວນ 40.000 ເທື່ອຄົນ, ສ້າງລາຍຮັບໄດ້ 3,6 ລ້ານໂດລາ, ປີ 2021 ມີນັກທ່ອງທ່ຽວເຂົ້າມາທ່ຽວຈໍານວນ 17.266 ເທື່ອຄົນ, ສ້າງລາຍຮັບໄດ້ 1,5 ລ້ານກວ່າໂດລາ ແລະ ປີ 2022 ມີນັກທ່ອງທ່ຽວເຂົ້າມາທ່ຽວຈໍານວນ 30.000 ເທື່ອຄົນ, ສ້າງລາຍຮັບໄດ້ 2,7 ລ້ານໂດລາ. ທ່ານ ບຸນທົງ ຖິ່ນດອນໂຂງ ກ່າວເນັ້ນໃຫ້ຮູ້ຕື່ມວ່າ: ປັດຈຸບັນທົ່ວແຂວງມີແຫຼ່ງທ່ອງທ່ຽວທັງໝົດ 42 ແຫ່ງ. ໃນນັ້ນມີແຫຼ່ງທ່ອງທ່ຽວທຳມະຊາດ 22 ແຫ່ງ, ປະຫວັດສາດ 9 ແຫ່ງ, ວັດທະນະທຳ 7 ແຫ່ງ ແລະ ແຫຼ່ງທ່ອງທ່ຽວດ້ານກະສິກຳ 4 ແຫ່ງ. ນອກນັ້ນຍັງມີໂຮງແຮມ 8 ແຫ່ງ, ຣີສອດ 2 ແຫ່ງ, ເຮືອນພັກ 26 ແຫ່ງ, ສວນອາຫານ 6 ແຫ່ງ ແລະ ຮ້ານອາຫານ 28 ແຫ່ງ. ທີ່ມາ ປະຊາຊົນ
ຂ່າວພາຍໃນ
2023-05-03T15:31:06+00:00
https://laopost.com/?p=144293
ປາຕິຫານ! 2 ແມ່ລູກຊາວໂກລົມບີລອດຕາຍ ຫລັງເຮືອບິນນ້ອຍຕົກຕິດຢູ່ໃນປ່າ 5 ມື້!
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 26 ມິຖຸນານີ້ວ່າ ເກີດເຫດສຸດປາຕິຫານ ເມື່ອເຮືອບິນຂະໜາດນ້ອຍ Chessna ປະສົບອຸບັດເຫດຕົກກາງປ່າ ໃນແຂວງໂຊໂຄ ປະເທດໂກລົມບີ ຕັ້ງແຕ່ວັນທີ 20 ມິຖຸນາທີ່ຜ່ານມາໂດຍບໍ່ຮູ້ສາເຫດ ເຊິ່ງພາຍຫລັງຂາດການຕິດຕໍ່ຈາກຫໍບັງຄັບການບິນ ທາງການໄດ້ສົ່ງທີມກູ້ໄພ 14 ຄົນ ເດີນທາງດ້ວຍຕີນເປົ່າເຂົ້າຄົ້ນຫາໃນປ່າ ໂດຍມາຮອດວັນທີ 25 ມິຖຸນາຜ່ານມານີ້ ເຈົ້າໜ້າທີ່ຈິ່ງໄດ້ພົບກັບຜູ້ລອດຊີວິດຢ່າງປາຕິຫານ 2 ແມ່ລູກຄື ນາງ ມາເຣຍ ເນນລີ ມູຣິນໂຢ ອາຍຸ 18 ປີ ພ້ອມກັບລູກຊາຍອາຍຸພຽງ 1 ປີຂອງນາງ ໂດຍຜູ້ເປັນແມ່ ແມ່ນພົບໃນສະພາບໄດ້ຮັບບາດເຈັບ ແລະ ຕົນຕົວມີບາດແຜໄຟໄໝ້ ຂະນະທີ່ລູກຊາຍບໍ່ໄດ້ຮັບບາດເຈັບແຕ່ຢ່າງໃດ ສ່ວນນັກບິນຊື່ ທ່ານ ຄາຣອດ ມາຣິໂອ ເຊບັນຣອດ ແມ່ນເສຍຊີວິດຄາຫ້ອງນັກບິນ.
ຂ່າວຕ່າງປະເທດ
2015-06-25T14:24:40+00:00
https://laopost.com/?p=28894
ສານສູງຟິລິບປິນໄຟຂຽວດູເຕີເຕ ປະກາດກົດໄອຍະການເສິກ ກວາດລ້າງກຸ່ມໄອເອັສທາງພາກໃຕ້
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ກໍລະກົດນີ້ວ່າ ສານສູງສຸດຂອງຟິລິບປິນ ໄດ້ມີຄຳສັ່ງຮັບຮອງເອົາການປະກາດກົດໄອຍະການເສິກ ໃນທົ່ວພື້ນທີ່ທາງພາກໃຕ້ຂອງປະເທດແລ້ວ ຫລັງຈາກທີ່ທ່ານ ໂຣດຣິກໂກ ດູເຕີເຕ ປະທານາທິບໍດີຟິລິບປິນ ປະກາດໃຊ້ມາດຕະການດັ່ງກ່າວ ທົ່ວເກາະມິນດາເນົາ ເມື່ອວັນທີ 23 ພຶດສະພາຜ່ານມາ ແຕ່ຖືກຝ່າຍຄ້ານຍື່ນຟ້ອງສານສູງສຸດ ເພື່ອໃຫ້ລະງັບການປະກາດດັ່ງກ່າວ. ທັງນີ້ ການປະກາດກົດໄອຍະການເສິກ ຊຶ່ງກວມເອົາເນື້ອທີ່ 1/3 ຂອງຟິລິບປິນໃນຄັ້ງນີ້ ມີຂຶ້ນຫລັງຈາກທີ່ກຸ່ມຕິດອາວຸດໄອເອັສ ບຸກເຂົ້າຍຶດເມືອງມາຣາວີ ແລະ ມີການສູ້ຮົບກັນເກີດຂຶ້ນ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວ ຢ່າງໜ້ອຍ 460 ຄົນ ແລະ ປະຊາຊົນຫລາຍກວ່າ 400,000 ຄົນ ຕ້ອງອົບພະຍົບປະຖິ້ມເຮືອນຊານຂອງຕົນ.
ຂ່າວຕ່າງປະເທດ
2017-07-05T16:19:00+00:00
https://laopost.com/?p=91814
ພິທີເຊັນສັນຍາຄຸ້ມຄອງກອງທຶນປະກັນສຸຂະພາບແຫ່ງຊາດຂັ້ນເມືອງ ແລະ ໂຮງໝໍເມືອງພູຄູນ
ພິທີເຊັນສັນຍາລະຫວ່າງຄະນະກໍາມະການ ຄຸ້ມຄອງກອງທຶນປະກັນສຸຂະພາບແຫ່ງຊາດຂັ້ນເມືອງ ແລະ ໂຮງໝໍເມືອງພູຄູນໄດ້ຈັດຂື້ນໃນວັນທີ 11 ກັນຍາ 2017 ທີ່ສະໂມສອນໃຫຍ່ຂອງເມືອງ ໃຫ້ກຽດເຂົ້າຮ່ວມໂດຍມີທ່ານ ວຽງທອງ ຫັດສະຈັນ ເຈົ້າເມືອງພູຄູນ, ທ່ານ ດຣ ບຸນທຽມ ສີພາດາ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ມີບັນດາຄະນະກໍາມະການຄຸ້ມຄອງກອງທຶນປະກັນສຸຂະພາບແຫ່ງຊາດຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ, ພະນັກງານໂຮງໝໍເມືອງ, ສຸກສາລາ ຕະຫຼອດຮອດພະນັກງານລັດຖະກອນພາຍໃນທົ່ວເມືອງເຂົ້າຮ່ວມ. ໃນພິທີກໍໄດ້ຮັບຟັງການເຜີຍແຜ່ກົດລະບຽບການຈັດຕັ້ງປະຕິບັດກ່ຽວກັບກອງທຶນປະກັນສຸຂະພາບແຫ່ງຊາດ, ຮ່າງສັນຍາ ແລະ ລາຍງານຜົນການສ້າງຕັ້ງກອງທຶນປະກັນສຸຂະພາບແຫ່ງຊາດ ຈາກນັ້ນບັນດາຜູ້ເຂົ້າຮ່ວມກໍໄດ້ປະກອບຄຳຄິດຄຳເຫັນຢ່າກົງໄປກົງມາ ແລະ ໄດ້ຕົກລົງເປັນເອກະພາບກັນກຳນົດເອົາ ວັນທີ 1 ຕຸລາ 2017 ໃຫ້ກອງທຶນປະກັນສຸຂະພາບແຫ່ງຊາດເປີດບໍລິການປິ່ນປົວຢ່າງເປັນທາງການ ແລະ ອອກແຈ້ງການກ່ຽວກັບວຽກງານປະກັນສຸຂະພາບແຫ່ງຊາດໃຫ້ປະຊາຊົນໄດ້ຮັບຮູ້ ທັງນີ້ກໍເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການສະໜອງທຶນເຂົ້າໃນການປິ່ນປົວ ແລະ ເຮັດໃຫ້ປະຊາຊົນມີຫຼັກປະກັນສຸຂະພາບໃນເວລາທີ່ເຈັບເປັນໃຫ້ສາມາດຮັບການປິ່ນປົວໄດ້ທັນເວລາ.ພາຍຫຼັງທີ່ໂຮງໝໍເມືອງ ແລະ ສຸກສາລາ ໄດ້ຮັບທຶນໃນງວດທຳອິດແລ້ວແມ່ນຕ້ອງໄດ້ຈົດຮັບ-ຈົດຈ່າຍຕາມລະບຽບການເງິນ ແລະ ທຸກການນຳໃຊ້ແມ່ນໃຫ້ປະຕິບັດຕາມລະບຽບການນຳໃຊ້ເງິນງົບປະມານຂອງລັດ, ມີຫຼັກຖານໃນການໃຊ້ຈ່າຍ, ສາມາດກວດສອບໄດ້ ແລະ ໃຫ້ແຕ່ລະສະຖານທີບໍລິການກະກຽມຄວາມພ້ອມໃນການບໍລິການປິ່ນປົວ.ຈາກນັ້ນໃນພິທີກໍໄດ້ລົງນາມເຊັນສັນຍາບົດບັນທຶກຊ່ວຍຈໍາຂອງກອງທຶນປະກັນສຸຂະພາບແຫ່ງຊາດ ໂດຍທ່ານ ເພັດ ສະໝອນ ວົງສີປະເສີດ ປະທານຄະນະກຳມະການຄຸ້ມຄອງກອງທຶນປະກັນສຸຂະພາບແຫ່ງຊາດຂັ້ນເມືອງ ແລະ ທ່ານ ແສງທອງ ແກ້ວມະນີ ຜູ້ອຳນວຍການໂຮງໝໍເມືອງພູຄູນ ໂດຍມີຄະນະກຳມະການຄຸ້ມຄອງກອງທຶນປະກັນສຸຂະພາບເຂົ້າຮ່ວມເປັນສັກຂີພິຍານ. ແຫລ່ງຂ່າວ: ຂ່າວສານເມືອງພູຄູນ ເມືອງພູຄູນ
ຂ່າວທ້ອງຖິ່ນ
2017-09-14T20:12:32+00:00
https://laopost.com/?p=94968
ຍີ່ງກວ່າ 5 ດາວ! ສິງໃນບ້ານຮັບມືຜີຟອມແຮງ
ພຣີເມຍລີກອັງກິດ ສິງໂຕນ້ຳເງິນຄາມ( ເຊວຊີ ) ກຽມເປີດຮັງລໍຖ້າຈັດໜັກຮັບມືປີສາດແດງຟອມແຮງຢ່າງສຸດຂີດ ໄຊຊະນະທີ່ສຳຄັນໃນຄືນນີ້ຈະເປັນຂອງໃຜ 23.30 ນາທີ ຮູ້ນຳກັນແນ່ນອນ! ເປັນເກມໃຫຍ່ອີກເກມໜື່ງທີ່ສຳຄັນອີກຄູ່ໜື່ງລະຫວ່າງເຊວຊີກັບແມນຍູ ເຈົ້າບ້ານເຊວຊີກຳລັງເດີນໜ້າເອົາແຕ້ມໄປເລື້ອຍໆນການຄວ້າແຊ້ມພຣີເມຍລີກໃນລະດູການນີ້ແຕ່ຜົນງານ 3 ນັດທີ່ຜ່ານມາຍັງບໍ່ຄ່ອຍໜ້າະທັບໃຈແຟນບານເທົ່າໃດເພາະອອກອາການເມື່ອຍໆແຕ່ຍັງເກັບ 3 ແຕ້ມໄດ້ສຳເລັດເກມນີ້ຖືວ່າເປັນງານໜັກທີ່ຈະຕ້ອງມາພົບກັບທີມແມນຍູທີ່ຟອມແຮງສຸດໆຫຼັງຈາກເອົາຊະນະໃນລີກມາເຖິງ 6 ເກມຕິດຕໍ່ກັນໂດຍລ່າສຸດເປີດບ້ານຖະລົ່ມແມນຊິຕີ້ໄປ 4-2 ເມື່ອອາທິດທີ່ຜ່ານມາແຕ່ເຖິງຢ່າງໃດກໍ່ຕາມສະຖິຕິຍັງຄົງບອກວ່າເຊວຊີມີຜົນງານດີສະເໝີເມື່ອຫຼີ້ນຢູ່ໃນບ້ານຕົວເອງ ແລະ ໃນລະດູການນີ້ຍັງບໍ່ແພ້ໃຜເລີຍ ແຕ່ຜົນງານການຫຼີ້ນຂອງທີມເຢືອນຂອງແມນຍູຍັງໜ້າເປັນຫ່ວງຢູ່ແຕ່ຖ້າວັດຈາກຟອມການຫຼີ້ນໃນຕອນນີ້ແມນຍູຖືວ່າບໍ່ເປັນຮອງເຊວຊີເລຍມີໂອກາດທີ່ຈະແບ່ງແຕ້ມກັນໄປ ເຊວຊີ VS ແມນຍູໄນເຕັດ ສະໜາມ: ສະແຕມຟອດບຣິດຈ໌ ຜູ້ຕັດສິນ: ໄມຄ໌ ດີນ ເວລາເຕະ: 23.30 ນາທີ
ຂ່າວພາຍໃນ
2015-04-18T19:09:30+00:00
https://laopost.com/?p=22999
ກຸ່ມນັກລົງທຶນຈີນ ຊະນະການປະມູນ “ຕຶກແຝດສູງທີ່ສຸດໃນໂລກ” ຢູ່ກໍາປູເຈຍ
ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 5 ມັງກອນ 2017 ຜ່ານມາວ່າ ກຸ່ມຈິດຈະການຮ່ວມການຄ້າຈີນມີບໍລິສັດ Sino Great Wall International ແລະ ບໍລິສັດ Wuchang Shipbuilding Industry ຊະນະການປະມູນສ້າງຕຶກແຝດທີ່ສູງທີ່ສຸດໃນໂລກ ຢູ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ ເຊິ່ງຈະຕັ້ງຢູ່ແຄມຝັ່ງແມ່ນໍ້າຂອງ ໃນນະຄອນຫຼວງພະນົມເປັນ ເຊິ່ງກຸ່ມບໍລິສັດດັ່ງກ່າວ ໄດ້ເຮັດສັນຍາຮ່ວມກັບບໍລິສັດ ໄທບຸນຮຸ່ງ (TBR) ຂອງກຳປູເຈຍ ໃນວັນເສົາ ວັນທີ 31 ທັນວາ 2016 ຜ່ານມາ ສຳລັບມູນຄ່າການປະມູນໂຄງການນີ້ມີມູນຄ່າ 2,700 ລ້ານດອນລາສະຫະລັດ ເຊິ່ງຈະສ້າງອາຄານຄູ່ແຝດ 133 ຊັ້ນ ມີຄວາມສູງ 560 ແມັດ ຄາດວ່າຈະເລີ່ມກໍ່ສ້າງໃນປະມານກາງປີນີ້ ແລະຈະສຳເລັດໃນເວລາ 5 ປີ ເຊິ່ງກະກາຍເປັນຕຶກແຝດທີ່ສູງທີ່ສຸດໃນໂລກ ແທນຕຶກແຝດ Petronas Towers ຂອງມາເລເຊຍ ຕຶກແຝດສູງທີ່ສຸດໃນປະຈຸບັນນີ້ ແມ່ນຕຶກແຝດ Petronas Towers ໃນນະຄອນຫຼວງກົວລາລໍາເປີ ປະເທດມາເລເຊຍ ເຊິ່ງມີທັງໝົດ 88 ຊັ້ນ ສູງ 451.9 ແມັດ, ສ່ວນຕຶກດ່ຽວທີ່ສູງທີ່ສຸດໃນໂລກໃນປັດຈຸບັນແມ່ນ ຕຶກ Burj Khalifa ຢູ່ນະຄອນດູໄບ ຂອງສະຫະລັດອາຫຼັບ ເອມິເຣດ ເຊິ່ງສູງ 829.8 ແມັດ
ຂ່າວຕ່າງປະເທດ
2017-01-06T09:24:14+00:00
https://laopost.com/?p=82470
ຜູ້ນຳຣັດເຊຍຈະພົບປະກັບຜູ້ນຳຈີນປຶກສາຫາລືກັນ
ຜູ້ນຳຣັດເຊຍ ແລະ ຜູ້ນຳຈີນ ໄດ້ພົບປະກັນໃນວັນທີ 15-16 ກັນຍານີ້ ທີ່ ອຸສເບກິດສະຖານ ເປັນຄັ້ງທຳອິດຕັ້ງແຕ່ມອສໂກໄດ້ບຸກຢູເຄຣນ. ອ້າງອີງຈາກ ສຳນັກຂ່າວ ABC Australia ໄດ້ລາຍງານວ່າ: ບັນດາປະເທດຕາເວັນຕົກໄດ້ຕິດຕາມຢ່າງໃກ້ຊິດ ເພາະວ່າທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ແລະ ທ່ານ ສີ ຈິ້ນຜິງ ປະທານາທິບໍດີຈີນ ຄາດວ່າຈະໄດ້ຫາລືກ່ຽວກັບຢູເຄຣນ ແລະ ໄຕ້ຫວັນ ເຊິ່ງທັງສອງຈະໄດ້ມາພ້ອມກັບວາລະ ແລະ ຄວາມທ້າທາຍຂອງຕົນເອງ. ໂດຍການພົບປະຫາລືນັ້ນ ມີແຂກເຂົ້າຮ່ວມຄື ຜູ້ຊ່ວຍລັດຖະມົນຕີວ່າການກະຊວງການຕ່າງປະເທດໃນໄລຍະການບໍລິຫານຂອງ George W. Bush, ຜູ້ປະສານງານກະຊວງການຕ່າງປະເທດກ່ຽວກັບນະໂຍບາຍການຂວ້ຳບາດໃນໄລຍະດຳລົງຕຳແໜ່ງທີ່ສອງຂອງປະທານາທິບໍດີ Obama.
ຂ່າວຕ່າງປະເທດ
2022-09-15T16:41:31+00:00
https://laopost.com/?p=137698
ຄຳຊີ້ແຈງຈາກລັດຖະບານ ກໍລະນີ ໂຄລາວ ສະໜັບສະໜູນລົດຮັບໃຊ້ ASEAN SUMMIT
ເພື່ອເປັນການສະໜັບສະໜູນ ໃນການກະກຽມເປັນເຈົ້າພາບ ຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ທີ່ຈະມາເຖິງນີ້ ໂດຍສະເພາະ ການຕອບສະໜອງພາຫະນະຮັບໃຊ້ໃຫ້ແກ່ ກອງປະຊຸມ. ດັ່ງນັ້ນ, ໃນຕອນແລງຂອງວັນທີ 30 ສິງຫາ 2016 ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ຈັດພິທີມອບ-ຮັບພາຫະນະຮັບໃຊ້ກອງປະຊຸມດັ່ງກ່າວຂຶ້ນ ຈາກກຸ່ມບໍລິສັດໂຄລາວ, ບໍລິສັດ ລ້ານຊ້າງ ຂາອອກ-ຂາເຂົ້າ ຈຳກັດ ລະຫວ່າງ ທ່ານ ຄຳລາວັນ ຈັນທະລາວັນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ທ່ານ ຄຳຂັນ ນະພາວົງ ປະທານຜູ້ບໍລິຫານກຸ່ມບໍລິສັດໂຄລາວ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ເພັດ ພົມພິພັກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງ, ທ່ານຜູ້ອຳນວຍການຜູ້ຈັດການກຸ່ມບໍລິສັດ BMW ປະຈໍາພາກພື້ນອາຊີ ແລະ ກົມກອງທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໃນການມອບ-ຮັບພາຫະນະໃນຄັ້ງນີ້, ກຸ່ມບໍລິສັດໂຄລາວ ແລະ ບໍລິສັດ ລ້ານຊ້າງ ຂາເຂົ້າ-ຂາອອກ ຈຳກັດ ທີ່ເປັນຕົວແທນຈໍາໜ່າຍ ແລະ ນໍາເຂົ້າລົດ BMW ຢ່າງເປັນທາງການໃນ ສປປ ລາວ ໄດ້ສະໜັບສະໜູນລົດຍີ່ຫໍ້ BMW ເພື່ອໃຫ້ລັດຖະບານລາວຢືມໃນໄລຍະການຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ທີ່ ສປປ ລາວ ເປັນເຈົ້າພາບ ຈຳນວນ 60 ຄັນ ເຊິ່ງໃນນັ້ນ ປະກອບມີລົດ BMW ລຸ້ນໃໝ່ລ້າສຸດ 2 ລຸ້ນ ຄື: BMW ຊີລີ 7 ຈໍານວນ 40 ຄັນ ແລະ BMW ຊີລິີ 5 ແກຣນທົວລີສໂມ ຈຳນວນ 20 ຄັນ ໂດຍຈະນຳໃຊ້ເປັນລົດຮັບໃຊ້ແກ່ບັນດາຜູ້ນຳ ແລະ ຄະນະຜູ້ແທນ ທີ່ຈະມາຮ່ວມກອງປະຊຸມ ໃນລະຫວ່າງວັນທີ 6-8 ກັນຍາ 2016 ນີ້ ແລະ ຈະສົ່ງຄືນພາບຫຼັງສິ້ນສຸດກອງປະຊຸມ. ໃນພິທີ, ທ່ານ ຄຳລາວັນ ຈັນທະລາວັນ ກ່າວວ່າ: ເພື່ອເຮັດໃຫ້ການຈັດກອງປະຊຸມໃນເທື່ອນີ້ ປະສົບຜົນສຳເລັດຢ່າງຈົບງາມ. ລັດຖະບານ ກໍ່ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ທັງພາກລັດ, ພາກທຸລະກິດ ແລະ ປະຊາຊົນລາວທຸກທົ່ວໜ້າ ຮ່ວມມືກັນ ແລະ ເປັນເຈົ້າການນຳກັນ ໃນການປະກອບສ່ວນ ເພື່ອເປັນເຈົ້າພາບທີ່ດີ ແລະ ສ້າງຄວາມປະທັບໃຈ ແກ່ແຂກຜູ້ແທນຕ່າງປະເທດ ທີ່ມາຮ່ວມກອງປະຊຸມໃນຄັ້ງນີ້. ສະນັ້ນ, ການປະກອບສ່ວນ ສະໜັບສະໜູນໃຫ້ການຢືມນຳໃຊ້ພາຫະນະລົດ 60 ຄັນດັ່ງກ່າວ ໂດຍທີ່ບໍລິສັດ ບໍ່ໄດ້ຮຽກຮ້ອງຄ່າຕອບແທນໃດໆ ຈາກລັດຖະບານ ແມ່ນເປັນການປະກອບສ່ວນຢ່າງໃຫຍ່ຫຼວງ ແລະ ມີຄວາມໝາຍຄວາມສຳຄັນທີ່ສຸດ ສຳລັບລັດຖະບານລາວ ເພາະເປັນການປະກອບສ່ວນ ໃນການຍົກຖານະບົດບາດຂອງ ສປປ ລາວ ໃຫ້ສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ. ນອກຈາກການສະໜັບສະໜູນດັ່ງກ່າວແລ້ວ ທາງບໍລິສັດ ຍັງໃຫ້ການຊ່ວຍເຫຼືອ ໃນການຝຶກອົບຮົມວິທີນຳໃຊ້ພາຫະນະ ໃຫ້ແກ່ພະນັກງານຂັບລົດ ອັນເປັນການປະກອບສ່ວນສ້າງບຸກຄະລາກອນຂອງພັກ-ລັດ ຕື່ມອີກ. ແຫລ່ງ: ກົມປະຊາສຳພັນ ຫສນຍ. ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!
ຂ່າວພາຍໃນ
2016-09-02T12:03:07+00:00
https://laopost.com/?p=70499
“ສິງ” ສົ່ງ ຄອສຕ້າລົງສະໜາມ! ສ່ວນ “ຫົງ” ຈັດເຈີຣ໌ຮາຣ໌ດນໍາທີມ
ໃນສຶກບານເຕະ ແຄປປີຕອລ ວັນ ຄັພ (ຂອບໃຈພາບຈາກgoogle) “ສິງໂຕນໍ້າເງິນຄາມ” ເຊລຊີ ມີສະຖິຕິແຂງແກ່ນຍາມຫຼິ້ນໃນບ້ານໂຕເອງ ກຽມສົ່ງດີເອໂກ ຄອສຕ້າ ດາວຍິງຈອມຖະຫຼົ່ມປະຕູລົງ ຂູດໄຊຊະນະ ເກັມພົບກັບ “ຫົງແດງ” ລີເວີຣ໌ພູລ ທີ່ຈະສົ່ງ ເຈີຣ໌ຣາຣ໌ດ ລົງຕົວຈິງນໍາທັບບຸກ, ຮ້ວມລຸ້ນເຊຍໄປພ້ອມກັນ ໃນສຶກບານເຕະ ແຄປປີຕອລ ວັນ ຄັພ (ຮອບຮອງຊະນະເລີດ) ຄືນວັນອັງຄານ ທີ 27 ມັງກອນ 205 ນີ້ ເວລາ 02: 45 ນາທີ. >>ຂອບໃຈhttp://www.siamsport.co.th/Sport_Football/150127_074.html
ຂ່າວພາຍໃນ
2015-01-27T11:20:22+00:00
https://laopost.com/?p=18792
8 ຕົວຊີ້ວັດດັດສະນີນະໂຍບາຍ SME ອາຊຽນມີຫຍັງແດ່?
ໃນວັນທີ 26 ມີນາ 2019 ນະຄອນຫລວງວຽງຈັນ ໄດ້ມີກອງປະຊຸມເຜີຍແຜ່ຜົນການສຶກສາ 8 ຕົວຊີ້ວັດດັດສະນີນະໂຍບາຍ SME ອາຊຽນ ໂດຍວິສາຫະກິດຂະໜາດນ້ອຍ ແລະ ກາງ. ຜ່ານການສຳຫລວດຄັ້ງທີ 2 ໃນປີ 2013 ສະແດງໃຫ້ເຫັນວ່າ ຫົວໜ່ວຍວິສາຫະກິດ ຫລື ສະຖາບັນທີ່ຫວັງຜົນກຳໄລ ແມ່ນມີ 124,873 ຫົວໜ່ວຍ ແລະ ສະຖາບັນທີ່ບໍ່ຫວັງຜົນກຳໄລ 9,704 ຫົວໜ່ວຍ ໃນນີ້ ອີງຕາມການຈັດແບ່ງຂະໜາດຂອງຫົວໜ່ວຍວິສາກະກິດທີ່ຫວັງຜົນກຳໄລ ທີ່ແຮງງານ 99 ຄົນລົງແມ່ນສາມາດຈັດແບ່ງເປັນປະເພດວິສາຫະກິດຂະໜາດນ້ອຍ ແລະ ກາງປະກອບມີ 124,567 ຫົວໜ່ວຍ ຫລື ເທົ່າກັບ 99,9% ໃນນີ້ວິສາຫະກິດທີ່ມີຈຳນວນແຮງງານ 5 ຄົນລົງມາແມ່ນລວມເຖິງ 86% ວິສາຫະກິດຂະໜາດນ້ອຍ ແລະ ກາງປະກອບສ່ວນໃນການສ້າງວຽກເຮັດງານທຳໄດ້ເຖິງ 471,282 ຄົນ ຫລື ເທົ່າກັບ 82,18% ຂອງຈຳນວນແຮງງານທັງໝົດໃນຂະແໜງການທຸລະກິດ. ສະນັ້ນ, ເພື່ອເປັນການສົ່ງເສີມ SME ຂອງ ສປປລາວ ພາກລັດຈຶ່ງໄດ້ກຳນົດນະໂຍບາຍ ຫລາຍໆດ້ານ ເຊິ່ງແຕ່ລະດ້ານກໍມີຫຼາຍໆພາກສ່ວນ ຫລື ຫລາຍຂະແໜງການ ເປັນຜູ້ເຂົ້າຮ່ວມຈັດຕັ້ງຜັນຂະຫຍາຍແຕ່ລະນະໂຍບາຍ ທີ່ແຕກຕ່າງກັນໄປໃນຫລາກຫລາຍຮູບແບບ ແລະ ຫລາກຫລາຍສີສັນ ສະນັ້ນ ເພື່ອປະເມີນຜົນຂອງການຈັດຕັ້ງປະຕິບັດບັນດານະໂຍບາຍຂອງແຕ່ລະຂະແໜງການ ໃນການສົ່ງເສີມ SME ໃນສປປລາວ ກໍຄືການປະກອບການຂອງອາຊຽນໂດຍຜ່ານຂະບວນການວິເຄາະ ແລະ ວິໄຈ ຈາກຜູ້ຊ່ຽວຊານຂອງອົງການ OECD, ERIA ແລະ ກອງເລຂາອາຊຽນຈຶ່ງໄດ້ສັ່ງລວມຜົນຕົວຊີ້ວັດດັດສະນີການຈັດຕັ້ງນະໂຍບາຍຄັ້ງນີ້ຂຶ້ນມາເພື່ອຊີ້ໃຫ້ເຫັນຈຸດແຂງ ແລະ ຈຸດອ່ອນຂອງການກຳນົດແຜນ ແລະ ການຈັດຕັ້ງປະຕິດບັດນະໂຍບາຍດັ່ງກ່າວ. ສໍາລັບ 8 ຕົວຊີ້ວັດດັດສະນີນະໂຍບາຍ SMEອາຊຽນປະກອບມີ: Productivity, Technology and Innovation Green SMEs Access to finance Access to market and international section Institutional framework Legislation, regulation and tax Entrepreneurial education and skills social enterprises and inclusive SMEs ຂຽນໂດຍ: ແຟນຊິສ ສະຫວັນຄຳ
ຂ່າວພາຍໃນ
2019-03-26T15:37:53+00:00
https://laopost.com/?p=112251
ສະໂມສອນ YADANARBON ພົບກັບ ສະໂມສອນ ລ້ານຊ້າງ ຢູໄນເຕັດ ທີ່ ມຽນມາ
ໃນຕອນເຊົ້າຂອງວັນທີ 25/12/2016 (ວານນີ້) ທີມນັກເຕະຊ້າງສານ ແຊັ້ມລາຍການລາວພຣີເມຍລີກ 2016 ພ້ອມດ້ວຍຄູຝຶກ ແລະ ທີມງານ ໄດ້ອອກເດີນທາງຈາກສະໜາມບິນ ສາກົນ ວັດໄຕ ນະຄອນຫຼວງວຽງຈັນ ໄປທີ່ແຂວງ ມັນດາເລ ປະເທດ ມຽນມາ ເພື່ອເຂົ້າຮ່ວມແຂ່ງຂັນ Toyota Mekong Club championship 2016 ຮອບທຳອິດນັດສຸດທ້າຍ ເຊິ່ງເປັນການພົບກັນລະຫວ່າງ “ສະໂມສອນ YADANARBON ພົບກັບ ສະໂມສອນ ລ້ານຊ້າງ ຢູໄນເຕັດ” ສະໂມສອນ YADANARBON ເປີດບ້ານຮັບການມາເຢືອນຂອງ ສະໂມສອນ ລ້ານຊ້າງ ຢູໄນເຕັດ, ເຊິ່ງນັດນີ້ເປັນນັດທີ່ທີມເຈົ້າພາບຕ້ອງທຳງານໜັກ ເພາະຕ້ອງເອົາຊະນະຢ່າງດຽວຈິ່ງຈະມີຫວັງຜ່ານເຂົ້າໄປຮອບຊິງຊະນະເລີດໄດ້ ເຊິ່ງຜົນງານທີ່ຜ່ານມາ ສະໂມສອນ ລ້ານຊ້າງ ຢູໄນເຕັດ ທີມຕົວແທນຈາກປະເທດລາວ ແມ່ນເປັນຝ່າຍໄດ້ປຽບ ເພາະມີ 3 ຄະແນນຮອງທ້ອງໄວ້ຢູ່ແລ້ວ ຈາກການຊະນະ SHB DA NANG ໃນການແຂ່ງຂັນນັດທຳອິດ, ສ່ວນທາງສະໂມສອນ YADANARBON ມີພຽງ 1 ຄະແນນ ເຊິ່ງເຮັດຜົນງານໄດ້ພຽງສະເໝີ ກັບທີມ SHB DA NANG ໃນການແຂ່ງຂັນຮອບທຳອິດ. ເຊິ່ງການແຂ່ງຂັນໃນນັດນີ້ ພຽງແຕ່ສະໂມສອນ ລ້ານຊ້າງ ຢູໄນເຕັດ ບຸກໄປສະເໝີກັບ ສະໂມສອນ YADANARBON ເທົ່ານັ້ນ ກໍ່ຈະສາມາດຜ່ານເຂົ້າຮອບໄປ ພົບກັບ ສະໂມສອນ Boeung Ket Angkor ໃນຮອບຮອງຊະນະເລີດ. ຂໍແຮງເຊຍຈາກຊາວລາວທັງປະເທດ ເພື່ອເປັນກຳລັງໃຈແກ່ທັບພະລັງຊ້າງສານສ້າງປະຫວັດສາດໜ້າໃໝ່ ໃນການແຂ່ງຂັນ Toyota Mekong Club Championship 2016 ທີ່ ປະເທດ ມຽນມາ, ໃນວັນທີ 27 ທັນວາ 2016 ນີ້ ເວລາ 18:00 ໂມງ. ທາງທີມງານລາວໂພສຕ໌ ຂອງໃຫ້ທັບນັກກີລາ ທີມຊ້າງສານ “ລ້ານຊ້າງ ຢູໄນເຕັດ” ໄດ້ຮັບໄຊຊະນະໃນການແຂ່ງຂັນນັດນີ້ ແລະ ເດີນທາງກັບທາງບ້ານຢ່າງປອດໄພ ຂໍ້ມູນ ແລະ ຮູບພາບຈາກ: ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!
ຂ່າວພາຍໃນ
2016-12-26T09:53:06+00:00
https://laopost.com/?p=81395
ພາຍຫຼັງເປີດດ່ານສາກົນບໍ່ເຕ່ນ 3 ມື້ ການເດີນທາງເຂົ້າ-ອອກມີຄວາມຄຶກຄື້ນຂຶ້ນ
ພັທ ວຽງວິໄລ ສະໄຫວວັນ ຫົວໜ້າຕໍາຫຼວດກວດຄົນເຂົ້າ-ອອກເມືອງດ່ານສາກົນບໍ່ເຕ່ນ, ແຂວງຫລວງນໍ້າທາ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງ ຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 11 ມັງກອນ 2023 ວ່າ: ນັບແຕ່ຈີນເປີດປະເທດຄືນໃໝ່ໃນວັນທີ 8 ມັງກອນນີ້ເປັນຕົ້ນມາ, ການເດີນທາງເຂົ້າ-ອອກຜ່ານດ່ານສາກົນບໍ່ເຕ່ນ ເລີ່ມນັບມື້ມີຄວາມຄຶກຄື້ນຂຶ້ນຢ່າງຕໍ່ເນື່ອງ, ແຕ່ສ່ວນຫລາຍຍັງແມ່ນການເດີນທາງຂາອອກໄປຈີນຫລາຍກວ່າຂາເຂົ້າມາລາວ. ໃນໄລຍະວັນທີ 8-10 ມັງກອນ 2023 ມີຜູ້ເດີນທາງຈາກຈີນຜ່ານດ່ານສາກົນບໍ່ເຕ່ນເຂົ້າມາລາວ 420 ກວ່າຄົນ, ໃນນີ້ ສ່ວນໃຫຍ່ແມ່ນເປັນຄົນຈີນທີ່ມີທັງນັກທ່ອງທ່ຽວ ແລະ ແຮງງານຈາກຈີນເດີນທາງກັບຄືນມາເຮັດວຽກຢູ່ລາວ, ສ່ວນຜູ້ທີ່ເດີນທາງອອກຈາກລາວເຂົ້າໄປຈີນ ມີ 850 ກວ່າຄົນ ເຊີ່ງສ່ວນໃຫຍ່ແມ່ນເປັນຄົນຈີນເຊັ່ນດຽວກັນທີ່ເດີນທາງກັບຄືນປະເທດເພື່ອກະກຽມສະຫລອງບຸນປີໃໝ່ ຫລື ບຸນກຸດຈີນກັບຄອບຄົວ. ນອກຈາກນີ້ແມ່ນມີຄົນລາວຈໍານວນໜ້ອຍໜຶ່ງ. ທ່ານໃຫ້ຮູ້ຕື່ມວ່າ: ການເດີນທາງເຂົ້າ-ອອກຜ່ານດ່ານສາກົນບໍ່ເຕ່ນ ໃນໄລຍະນີ້ນອກຈາກຄົນຈີນ ແລະ ລາວ ແມ່ນຍັງບໍ່ປະກົດເຫັນບຸກຄົນຈາກປະເທດອື່ນ ຫລື ປະເທດທີ 3, ທັ້ງນີ້ເນື່ອງຈາກໃນໄລຍະເບື້ອງຕົ້ນຂອງການເປີດປະ ເທດ ຈີນຍັງບໍ່ທັນອະນຸຍາດໃຫ້ພົນລະເມືອງລາວ ຫລື ພົນລະເມືອງຈາກປະເທດທີ 3 ທີ່ຖືວິຊ່ານັກທ່ອງທ່ຽວເດີນທາງເຂົ້າໄປປະເທດຈີນເທື່ອ, ສ່ວນຜູ້ທີ່ຖືວິຊ່າອື່ນໆ ແມ່ນສາມາດເດີນທາງເຂົ້າໄປປະເທດຈີນໄດ້ເປັນປົກກະຕິແລ້ວ. ປັດຈຸ ບັນ, ເຈົ້າໜ້າທີ່ດ່ານສາກົນບໍ່ເຕ່ນ ໄດ້ຕິດຕໍ່ກັບເຈົ້າໜ້າທີ່ກ່ຽວຂ້ອງຂອງຝ່າຍຈີນຢ່າງຕໍ່ເນື່ອງກ່ຽວກັບການເປີດຮັບຜູ້ທີ່ຖືວິຊ່ານັກທ່ອງທ່ຽວເຂົ້າປະເທດຈີນ ເພື່ອບອກຕໍ່ ຫລື ອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ ກໍຄື ບໍລິສັດນໍາທ່ຽວຈາກລາວ ແລະ ຈາກປະເທດໃກ້ຄຽງທີ່ຕ້ອງການນໍານັກທ່ອງທ່ຽວເດີນທາງເຂົ້າໄປທ່ອງທ່ຽວໃນປະເທດຈີນໂດຍຜ່ານດ່ານສາກົນບໍ່ເຕ່ນ. ພັທ ວຽງວິໄລ ສະໄຫວວັນ ກ່າວຕື່ມວ່າ: ປັດຈຸບັນ ແມ່ນຢູ່ໃນໄລຍະເບື້ອງຕົ້ນທີ່ຈີນເປີດປະເທດ ແລະ ເປັນໄລ ຍະຂອງການກະກຽມສະຫລອງປີໃໝ່ຈີນ ຈຶ່ງເຮັດໃຫ້ນັກທ່ອງທ່ຽວຈີນ ກໍຄື ຊາວຈີນ ເດີນທາງເຂົ້າມາລາວບໍ່ທັນຫລາຍເທົ່າທີ່ຄວນ, ແຕ່ຫລັງຈາກປີໃໝ່ຈີນ ຄາດວ່າເຂົາເຈົ້າຈະເດີນທາງເຂົ້າມາລາວຫລາຍຂຶ້ນກວ່າເກົ່າ ເຊີ່ງດ່ານສາກົນບໍ່ເຕ່ນໄດ້ວາງມາດຕະການຮອງຮັບໄວ້ແລ້ວ ເພື່ອເຮັດໃຫ້ການກວດກາຄົນເຂົ້າ-ອອກເມືອງມີຄວາມສະດວກສະບາຍ ແລະ ວ່ອງໄວດີ. ແຫຼ່ງຂ່າວຈາກ Lao Youth Radio FM 90.0 Mhz
ຂ່າວພາຍໃນ
2023-01-12T09:30:38+00:00
https://laopost.com/?p=140899
ຜູ້ເປັນພະຍາດມະເຮັງ ບໍ່ຄວນກິນອາຫານປະເພດນີ້
ຜູ້ທີ່ເປັນພະຍາດມະເຮັງ ຕ້ອງລະວັງເລື່ອງການກິນເປັນພິເສດ ເພື່ອເຮັດໃຫ້ຮ່າງກາຍບໍ່ເປັນພະຍາດຫຼາຍເກີນໄປ, ເພື່ອເຮັດໃຫ້ຮ່າງກາຍດີຂຶ້ນກວ່າເດີມ ບໍ່ຄວນກິນອາຫານດັ່ງນີ້ ອາຫານທີ່ກິນແລ້ວເຮັດໃຫ້ທ້ອງອືດ: ຜູ້ທີ່ເປັນພະຍາດມະເຮັງ ຕ້ອງລະວັງເລື່ອງການຍ່ອຍອາຫານເປັນພິເສດ ເພາະຖ້າຫາກທ້ອງອືດ, ແໜ້ນທ້ອງ ມັກແກ້ໄຂຍາກ ອາຫານກຸ່ມນີ້ແມ່ນປະເພດເຂົ້າໜຽວ ເພາະກິນແລ້ວແໜ້ນທ້ອງ, ຍ່ອຍຍາກ ເຮັດໃຫ້ເກີດແຜໃນກະເພາະອາຫານ ຫຼືຊີ້ນສັກທີ່ຍ່ອຍຍາກ ແຕ່ຄວນກິນໂປຣຕີນຈາກຊີ້ນປາ, ໄຂ່ ແລະຊີ້ນສັດທີ່ຍ່ອຍງ່າຍແທນ ອາຫານເຜັດ: ເພາະນອກຈາກຈະເຮັດໃຫ້ແສບຮ້ອນໃນທາງເດີນອາຫານແລ້ວ ຍັງເຮັດໃຫ້ການດູດຊຶມສານອາຫານຫຼຸດລົງ, ຮ່າງກາຍບໍ່ໄດ້ຮັບສານອາຫານຢ່າງເຕັມທີ່ ອາຫານໄຂມັນສູງ: ເພາະໄຂມັນຈະຕິດກັບຕັບ ເຮັດໃຫ້ຕັບບໍ່ສາມາດເຮັດວຽກໄດ້ເຕັມທີ່ ອາຫານເຄັມ: ການກິນອາຫານທີ່ເຄັມຫຼາຍໆ ຈະເຮັດໃຫ້ໂຊດຽມເຂົ້າໄປຫຼາຍເກີນໄປ ເຮັດໃຫ້ກໍເກີດການບວມໄດ້ ອາຫານມີສ່ວນປະສົມຂອງນໍ້າຕານຫຼາຍເກີນໄປເຊັ່ນ: ນໍ້າຫວານ, ນໍ້າອັດລົມ ເພື່ອປ້ອງກັນບໍ່ໃຫ້ນໍ້າຕານດູດຊຶມໄດ້ງ່າຍ ເຊິ່ງຈະເຮັດໃຫ້ເກີດຄວາມດັນສູງໃນລຳໄສ້ ແລ້ວກໍເຮັດໃຫ້ເຈັບທ້ອງໄດ້ ຂອບໃຈບົດຄວາມດີໆຈາກ: http://www.siamca.com/knowledge-id398.html ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ! ifram FB ວິທະຍາສຶກສາ
ສຸຂະພາບ ແລະ ສີ່ງແວດລ້ອມ
2016-12-08T14:19:39+00:00
https://laopost.com/?p=79209
ອຸຕຸເຕືອນ ປະເທດລາວຈະຖືກພາຍຸ ຮາໂຕະ ພັດຜ່ານ
ກົມອຸຕຸນິຍົມ ແລະ ອຸທົບກະສາດ ແຈ້ງເຕືອນໃຫ້ເຝົ້າລະວັງ ເນື່ອງຈາກວ່າ: ພາຍຸໜູນເຂດຮ້ອນຮາໂຕະ ຫົວທີ 13 ຈະເຄື່ອນທີ່ຜ່ານພາກໃຕ້ຂອງປະເທດຈີນ ໃນໄລຍະວັນທີ 23 ຫາ 26 ສິງຫາ 2017 ມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກຳລັງແຮງເພີ່ມຂຶ້ນ ພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ເຊິ່ງຍັງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ ແລະ ລັດສະໝີຈະກວມໃກ້ເຂດພາກເໜືອສຸດຂອງປະເທດລາວ ພ້ອມດຽວກັນກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກຳລັງແຮງພັດປົກຄຸມ. ເຊິ່ງຈະເຮັດໃຫ້ມີຝົນຕົກໜັກ ແລະ ລົມພັດແຮງຢູ່ບັນດາແຂວງພາກເໜືອເຊັ່ນ: ແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ໄຊສົມບູນ, ຫຼວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ ແລະ ຫຼວງພະບາງ. ຂໍ້ມູນພະຍາກອນອາກາດໃນໜຶ່ງອາທິດຕໍ່ໜ້າ ເຊິ່ງຄາດຄະເນສະພາບອາກາດແຕ່ວັນທີ 21 ຫາ 27 ສິງຫາ ຍັງເປີດເຜີຍອີກວ່າ: ໂດຍໃນໄລຍະວັນທີ 21 ຫາ 23 ສິງຫາ 2017, ກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະພັດປົກຄຸ້ມດ້ວຍກຳລັງອ່ອນ ເຊິ່ງຈະເຮັດໃຫ້ອາກາດຮ້ອນ ແລະ ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນ. ສຳລັບ ໄລຍະວັນທີ 24 ຫາ 25 ສິງຫາ 2017 ພາຍຸໜູນເຂດຮ້ອນຮາໂຕະ (Hato) ຫົວທີ 13 ຈະເຄື່ອນທີ່ພັດຜ່ານພາກໃຕ້ຂອງປະເທດຈີນ ແລະ ວົງລັດສະໝີກວມໃກ້ເຂດພາກເໜືອສຸດຂອງປະເທດລາວ ພ້ອມດຽວກັນນັ້ນກະແສລົມຕາເວັນຕົກສ່ຽງໃຕ້ ຈະມີກຳລັງແຮງເພີ່ມຂຶ້ນພັດປົກຄຸມ, ເຊິ່ງຈະເຮັດໃຫ້ມີຝົນຕົກຫຼາຍເພີ່ມຂຶ້ນໃນລະດັບຄ່ອຍ ຫາ ປານກາງ ໃນແຕ່ລະພາກ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງພາກເໜືອ. ຈາກນັ້ນໄລຍະວັນທີ 26 ຫາ 27 ສິງຫາ ຮ່ອງຈະພາດຜ່ານເຂດພາກກາງ ແລະ ໃຕ້ ເຊິ່ງຈະເຮັດໃຫ້ເກີດມີຝົນຕົກຫຼາຍຂຶ້ນໃນເຂດດັ່ງກ່າວ ແລະ ຄາດຄະເນສະພາບອາກາດໃນແຕ່ລະພາກ. ສ່ວນລະດັບນ້ຳຂອງ ແລະ ແມ່ນ້ຳສາຂາ ຕະຫຼອດໄລຍະວັນທີ 21 ຫາ 23 ສິງຫາ 2017, ລະດັບນ້ຳຂອງ ແລະ ນ້ຳສາຂາ ຈະມີການເໜັງຕີງພຽງເລັກນ້ອຍ ເຊິ່ງໂດຍສ່ວນໃຫຍ່ຈະສູງຂຶ້ນຕື່ມອີກ, ຈາກນັ້ນໄລຍະວັນທີ 24 ຫາ 27 ສິງຫາ ລະດັບນ້ຳຕາມສາຂາອາດຈະສູງຂຶ້ນໄວ ໂດຍສະເພາະຢູ່ເຂດພາກເໜືອ. ແຫຼ່ງຂ່າວ: ກົມອຸຕຸນິຍົມແລະອຸທົກກະສາດ, ສຳນັກຂ່າວ ເສດຖະກິດ-ການຄ້າ
ຂ່າວພາຍໃນ
2017-08-23T20:58:50+00:00
https://laopost.com/?p=94037
Chester Bennington ນັກຮ້ອງນຳວົງຣັອກ Linkin Park ເສຍຊີວິດແລ້ວ
ຂ່າວບັນເທີງຕ່າງແດນກັບລາວໂພສຕ໌ເຊົ້ານີ້ ແອັດມິນມີຂ່າວຄວາມເສົ້າໂສກຂອງວົງການເພງຣັອກລະດັບໂລກມາອັບເດດໃຫ້ແຟນໆໃນຍຸກ 90 ໄດ້ຮັບຊາບກັນ ເມື່ອ Chester Bennington ນັກຮ້ອງນຳວົງ Linkin Park ວົງຣັອກໃນຕຳນານຂ້າຕົວຕາຍປິດສາກຊີວິດໃນໄວ 41 ປີ ນີ້ຖືເປັນການສູນເສຍໜຶ່ງໃນບຸກຄົນສຳຄັນທີ່ສຸດຂອງວົງການບັນເທີງລະດັບໂລກ ສຳນັກຂ່າວຕ່າງປະເທດຫຼາຍແຫ່ງລາຍງານກົງກັນວ່າ Chester Bennington ສີລະປິນຊື່ດັງນັກຮ້ອງນຳວົງ Linkin Park ເສຍຊີວິດທີ່ບ້ານພັກຂອງຕົນເອງໃນເມືອງ ລອສແອງເຈີລິສ ທາງເຈົ້າໜ້າທີ່ຕຳຫຼວດໄດ້ເປີດເຜີຍຂໍ້ມູນວ່າ ພົບສົບຂອງເຂົາແຂວນຄໍຕາຍໃນເຮືອນພັກທີ່ Palos Verdes Estates ໃນເວລາປະມານ 9 ໂມງເຊົ້າຂອງວັນທີ 20 ກໍລະກົດ 2017 ທີ່ຜ່ານມາ ໂດຍເບື່ອງຕົ້ນທາງເຈົ້າໜ້າທີ່ສັນນິຖານວ່າເປັນການຂ້າຕົວຕາຍ ແລະ ສະຖານທີ່ເກີດເຫດບໍ່ພົບຂໍ້ສົງໃສໃດໆ ເບິື້ອງຕົ້ນສັນນິຖານວ່າສາເຫດຂອງການຂ້າຕົວຕາຍອາດຈະມີບັນຫາຄວາມຕຶງຄຽດໃນຊີວິດ ເພາະຜູ່ກ່ຽວມີບັນຫາເລື່ອງການຕິດເຫຼົ້າມາຕະຫຼອດ ແຕ່ກໍ່ຕ້ອງລໍຖ້າຜົນການຊັນນະສູດສົບ ແລະ ພິສູດຫຼັກຖານຢ່າງລະອຽດອີກຄັ້ງກ່ອນ
ຂ່າວບັນເທິງ
2017-07-21T09:57:02+00:00
https://laopost.com/?p=92641
ກະຊວງສາທາສັ່ງປິດ 195 ສະຖານທີ່ການບໍລິການດ້ານສຸຂະພາບທີ່ບໍ່ປະຕິບັດຕາມກົດໝາຍ
ກະຊວງສາທາລະນະສຸກ ໄດ້ສັ່ງປິດສະຖານທີ່ບໍລິການ ທີ່ບໍ່ປະຕິບັດຕາມກົດໝາຍ ຢູ່ນະຄອນຫລວງ 1 ແຫ່ງ ແລະ ບໍ່ໄດ້ຕໍ່ທະບຽນໃຫ້ສືບຕໍ່ ຈຳນວນ 195 ແຫ່ງ. ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ຊີ້ແຈງ ແລະ ແລກປ່ຽນຄຳຄິດເຫັນ ກັບບັນດາສະມາຊິກສະພາແຫ່ງຊາດ ໃນວັນທີ 20 ຕຸລາ ຢູ່ທີ່ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ VIII ເພື່ອຈະໄດ້ນຳໄປແກ້ໄຂປັບປຸງ ຂອດການບໍລິການດ້ານສຸຂະພາບ ໃຫ້ແກ່ບັນດາປະຊາຊົນບັນເຜົ່າ ໃຫ້ມີປະສິດທິຜົນ ແລະ ເປັນທີ່ພໍໃຈ ຕາມແນວທາງຂອງພັກ ແລະ ຍຸດທະສາດຂອງລັດຖະບານ ກໍຄື ຂອງກະຊວງສາທາລະນະສຸກໃນຕໍ່ໜ້າ. ທ່ານ ບຸນກອງ ກ່າວວ່າ: ເພື່ອແກ້ໄຂບັນຫາຫາງສຽງຂອງສັງຄົມ ໃນເລື່ອງການບໍລິການນີ້,ທາງກະຊວງສາທາລະນະສຸກ ໄດ້ມີການຈັດຝຶກອົມຮົມພະນັກງານລະດັບຕ່າງໆ ໃຫ້ມີຄວາມຊຳນານງານທາງວິຊາການ, ອົບຮົມເຜີຍແຜ່ຈັນຍາບັນ, ຈັນຍາທຳ ໃຫ້ແກ່ພະນັກງານແພດໝໍເປັນປະຈຳ ແລະ ປົກກະຕິ. ນອກຈາກນີ້, ແຕ່ລະສະຖານທີ່ບໍລິການ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ໄດ້ເລີ່ມຈັດຕັ້ງປະຕິບັດນະໂຍບາຍ 5 ດີ, 1 ພໍໃຈ ແລະ ຖືເອົານະໂຍບາຍດັ່ງກ່າວ, ເປັນການແຂ່ງຂັນຮັກຊາດພັດທະນາ. ບັນດາໂຮງໝໍ ມີຕູ້ຮັບຄຳສົ່ງຂ່າວ, ມີເບີໂທລະສັບເພື່ອຮັບຄຳຄິດເຫັນຂອງປະຊາຊົນ, ມີລະບອບການກວດກາເວນຍາມ, ການລວມກວດກາທຸກໆຕອນເຊົ້າ ເພື່ອແກ້ໄຂແຕ່ລະກໍລະນີຂອງຄົນເຈັບໜັກ ແລະ ມີການທົບທວນສາເຫດ ຂອງການຕາຍທຸກກໍລະນີ. ກ່ຽວກັບການໂຄສະນາເກີນເຫດນັ້ນ, ຍັງເປັນສິ່ງທ້າທາຍໃນປັດຈຸບັນ ຜ່ານມາກະຊວງສາທາລະນະສຸກ ໄດ້ອອກແຈ້ງການເຕືອນ ແລະ ຫ້າມການໂຄສະນາ ກ່ຽວກັບອາຫານ, ຢາ ແລະ ຜະລິດຕະພັນການແພດທີ່ເກີນຄວາມເປັນຈິງຈຳນວນໜຶ່ງ, ໄດ້ອອກແຈ້ງເຕືອນໃນເວລາພົບອາຫານ ແລະ ຢາທີ່ບໍ່ໄດ້ຄຸນນະພາບ, ສະຫລາກທີ່ບໍ່ຖືກຕ້ອງ. ເຖິງຢ່າງໃດກໍຕາມ ຍັງເຫັນການໂຄສະນາຜ່ານສື່ຕ່າງໆ ໂດຍບໍ່ໄດ້ຮັບອະນຸຍາດຈາກກະຊວງສາທາລະນະສຸກ ເປັນຕົ້ນທາງອອນລາຍ, ອິນເຕີເນັດ, ການຂາຍທາງກົງ ແລະ ຂາຍເປັນລູກໂສ້, ທາງໜັງສືພີມ, ວິທະຍຸ ແລະ ໂທລະພາບ, ຊຶ່ງຈຳເປັນຕ້ອງໄດ້ປະສານງານກັບພາກສ່ວນຕ່າງໆ ທີ່ກ່ຽວຂ້ອງເພື່ອແກ້ໄຂບັນດັ່ງກ່າວ. ເພື່ອໃຫ້ບັນລຸການປົກປ້ອງ ຮັກສາສຸຂະພາບທຸກຖ້ວນໜ້າ, ປະຊາຊົນລາວທຸກຄົນໄດ້ເຂົ້າເຖິງ ການບໍລິການຮັກສາສຸຂະພາບທີ່ມີຄຸນະພາບ ມີລະບົບການເງິນປົກປ້ອງ, ເຕົ້າໂຮມບັນດາກອງທຶນປະກັນສຸຂະພາບ ເຊື່ອມເຂົ້າມາເປັນລະບົບປະກັນສຸຂະພາບໜຶ່ງດຽວ ເພື່ອຫລຸດຜ່ອນການຈ່າຍໂດຍກົງຕໍ່ການຮັກສາສຸຂະພາບ ທັງເປັນການຍົກສູງຄຸນນະພາບຂອງການບໍລິການ, ໂດຍມີກົນໄກການເພີ່ມສິ່ງຈູງໃຈໃຫ້ພະນັກງານແພດໝໍ ແລະ ໃຫ້ຄ່າປະຕິບັດງານສູງຂຶ້ນ. ແຫລ່ງຂ່າວ: ມະນີທອນ (ສຳນັກຂ່າວສານປະເທດລາວ)
ຂ່າວທ້ອງຖິ່ນ
2017-10-24T11:16:00+00:00
https://laopost.com/?p=96312
ສິນຄ້າຜ່ານແດນລາວ ລະຫວ່າງປະເທດ ຈີນ ແລະ ໄທ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ
ສິນຄ້າຜ່ານແດນລາວ ລະຫວ່າງປະເທດ ຈີນ ແລະ ໄທ ແມ່ນຜ່ານ 3 ເສັ້ນທາງຫຼັກ ຄື: ເສັ້ນທາງຜ່ານດ່ານພາສີສາກົນຂົວມິດຕະພາບ IV (ແຂວງບໍ່ແກ້ວ) – ບໍ່ເຕັນ, ຂົວມິດຕະພາບ I (ນະຄອນຫຼວງວຽງຈັນ) – ບໍ່ເຕັນ ແລະ ທາງລົດໄຟລາວ-ຈີນ. ໃນປີ 2022, ສະຖິຕິການນໍາເຂົ້າ ແລະ ສົ່ງອອກ ໂດຍຜ່ານແດນລາວ ລະຫວ່າງ ຈີນ ແລະ ໄທ ມີ ມູນຄ່າປະມານ 2,397 ລ້ານໂດລາສະຫະລັດ ຫຼື ທຽບເທົ່າ ຈຳນວນ 1,284,000 ໂຕນ, ເພີ່ມຂຶ້ນປະມານ 44.4% ເມື່ອທຽບໃສ່ປີ 2021 ທີ່ມີມູນຄ່າປະມານ 1,661 ລ້ານໂດລາສະຫະລັດ. ອີງຕາມສະຖິຕິຜ່ານແດນ ຈາກກົມພາສີ ກະຊວງການເງິນ ເຫັນວ່າ ປີ 2022 ຜ່ານມາ ສະຖິຕິການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຜ່ານແດນລາວ ລະຫວ່າງ ຈີນ ແລະ ໄທ ມີ ມູນຄ່າປະມານ 2,397 ລ້ານໂດລາສະຫະລັດ ຫຼື ທຽບເທົ່າ 1,284,000 ໂຕນ, ເພີ່ມຂຶ້ນປະມານ 44.4% ເມື່ອທຽບໃສ່ປີ 2021 ທີ່ມີມູນຄ່າປະມານ 1,661 ລ້ານໂດລາສະຫະລັດ. ໃນນີ້ ສິນຄ້າຜ່ານແດນ ຈາກ ໄທ ຜ່ານ ລາວ ໄປ ຈີນ ມີມູນຄ່າປະມານ 1,339 ລ້ານໂດລາສະຫະລັດ, ເພີ່ມຂຶ້ນປະມານ 5% ເມື່ອທຽບໃສ່ປີ 2021, ສິນຄ້າສ່ວນໃຫຍ່ແມ່ນປະເພດໝາກໄມ້ ກວມເຖິງ 95.8% ຫຼື ຄິດເປັນມູນຄ່າປະມານ 1,283 ລ້ານໂດລາສະຫະລັດ. ນອກນັ້ນ, ຍັງມີສິນຄ້າປະເພດ ເຄື່ອງເອເລັກໂຕຣນິກ, ພືດຜັກ ແລະ ດອກເຜິ້ງ. ສິນຄ້າປະມານ 95.3% ແມ່ນຜ່ານດ່ານພາສີສາກົນຂົວມິດຕະພາບ IV (ແຂວງບໍ່ແກ້ວ), 2.6% ຜ່ານທາງລົດໄຟ ລາວ-ຈີນ ແລະ ອີກ 2.1% ຜ່ານຂົວມິດຕະພາບ I ໄປ ສປ ຈີນ. ສຳລັບສິນຄ້າຈາກ ຈີນ ຜ່ານ ລາວ ໄປ ໄທ ແມ່ນມີມູນຄ່າ 1,058 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 175%, ສິນຄ້າຜ່ານແດນສ່ວນໃຫຍ່ແມ່ນປະເພດ ພືດຜັກ, ເຄື່ອງຕັດຫຍິບ, ໝາກໄມ້, ປຸ໋ຍ, ເຄື່ອງໄຟຟ້າ ແລະ ເຄື່ອງເອເລັກໂຕຣນິກ. ສິນຄ້າປະມານ 64.6% ແມ່ນຜ່ານດ່ານພາສີສາກົນຂົວມິດຕະພາບ IV (ແຂວງບໍ່ແກ້ວ) ແລະ ອີກ 35.4% ແມ່ນຜ່ານທາງລົດໄຟລາວ-ຈີນ. ແຫຼ່ງຂ່າວ laotradeportal
ຂ່າວພາຍໃນ
2023-01-13T11:27:38+00:00
https://laopost.com/?p=140996
ແຂວງອັດຕະປື ສຸມໃສ່ແກ້ໄຂບັນຫາຢາເສບຕິດ 3 ເດືອນຕົ້ນປີ ທັບມ້າງຄະດີໄດ້ 28 ເລື່ອງ
ອີງຕາມການລາຍງານຂອງ ພົນຈັດຕະວາ ສີເວີນ ແກ້ວ ສີວົງສາ ກໍາມະການພັກແຂວງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງອັດຕະປື ຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 8 ສະໄໝທີ XI ເມື່ອວັນທີ 24ເມສາ 2023 ໃຫ້ຮູ້ວ່າ: ເພື່ອຈັດຕັ້ງປະຕິບັດວາລະແຫ່ງຊາດຕາມວຽກຈຸດສຸມ,ຜ່ານການເຄື່ອນໄຫວຕົວຈິງ ໄລຍະ 3 ເດືອນຕົ້ນປີ 2023 ນີ້ ໄດ້ທັບມ້າງລາຍຄະດີຢາເສບ ຕິດໄດ້ທັງໝົດ 28 ເລື່ອງ, ຈັບຜູ້ຖືກຫາໄດ້ 45 ຄົນ ຍິງ 9 ຄົນ, ຢຶດຂອງກາຢາບ້າໄດ້ 12.645 ເມັດ, ເງີນກີບ 6 ລ້ານກວ່າກີບ, ໂທລະສັບ 25 ໜ່ວຍ, ລົດຈັກ 7 ຄັນ,ລົດໃຫຍ່ 1 ຄັນ ແລະ ອື່ນໆ. ໃນຂະນະດຽວ ກັນໄລຍະທີ່ຜ່ານມາ ໄດ້ຂື້ນບັນຊີ້ເປົ້າ ໝາຍຄ້າຂາຍຢາເສບຕິດ ໃນທົ່ວແຂວງໄດ້ທັງໝົດ 666 ຄົນ, ຍິງ 93 ຄົນ, ທັບມ້າງໄດ້ 252 ຄົນ, ຍິງ 50 ຄົນ, ເປົ້າໝາຍເອົາຕົວລົບໜີອອກຈາກພື້ນທີ່ 26 ຄົນ ຍິງ 1 ຄົນ, ຍັງເຫຼືອຕົວຈິງ 388 ຄົນ, ຍິງ 42 ຄົນ, ສ່ວນບັນຊີເປົ້າໝາຍການເສບຢາ ໃນທົ່ວແຂວງ ມີທັງໝົດ 1.329 ຄົນ, ຍິງ 73 ຄົນ, ໄດ້ສຶກສາອົບຮົມແລ້ວ 295 ຄົນ ຍິງ 22 ຄົນ, ເອົາໄປບໍາບັດປິ່ນປົວ 61 ຄົນ, ຍັງຄ້າງ 973 ຄົນ ຍິງ 51 ຄົນ. ພົນຈັດຕະວາ ສີເວີນ ແກ້ວ ສີວົງສາ ກໍາມະການພັກແຂວງ ຫົວໜ້າກອງບັນ ຊາການປ້ອງກັນຄວາມສະຫງົບ ແຂວງອັດຕະປື ໄດ້ລາຍງານໃຫ້ຮູ້ຕື່ມວ່າ: ໄລຍະ 3 ເດືອນຜ່ານມາ ທາງກອງບັນຊາການປ້ອງກັນຄວາມສະຫງົບ ຂອງແຂວງ ຍັງໄດ້ຖືເອົາວຽກງານໂຄສະນາເຜີຍແຜ່ລະ ບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ ເປັນວຽກສໍາຄັນ, ໂດຍໄດ້ສົມທົບກັບພາກສ່ວນກ່ຽວຂ້ອງລົງໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຈາກຢາເສບຕິດຢູ່ບັນດາສະຖາບັນການສຶກສາ, ກຸ່ມບ້ານ ລວມ 20 ຄັ້ງ ມີຜູ້ເຂົ້າ ຮ່ວມຮັບຟັງທັງໝົດ 2.904 ຄົນ ຍິງ 1.496 ຄົນ, ໄດ້ສ້າງແຜນເຄື່ອນໄຫວລົງຊຸກຍູ້,ເຊື່ອມຊຶມວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ຄະນະ ພັກ-ຄະນະນໍາ ບັນດາພະແນກການອ້ອມຂ້າງ ແຂວງ, ເມືອງ, ບ້ານ, ບັນດາພະແນກການ, ຫ້ອງການທີ່ກ່ຽວຂ້ອງ, ເພື່ອເຮັດໜ້າທີ່ພາລະບົດບາດ ຈັດຕັ້ງປະຕິບັດໄປຕາມການແບ່ງປັນຄວາມຮັບຜິດຊອບທີ່ໄດ້ກໍານົດໃນວາລະແຫ່ງຊາດ . ທີ່ມາ Lao National Radio
ຂ່າວພາຍໃນ
2023-04-27T10:16:17+00:00
https://laopost.com/?p=144183
ເຈົ້າໜ້າທີ່ຕຳຫຼວດປັບໃໝ ຜູ້ລະເມີດກົດຈະລາຈອນ
ຕອນບ່າຍຂອງວັນທີ 20 ພຶດສະພາ 2018 ນັກຂ່າວລາຍງານວ່າ ໄດ້ມີປະຊາຊົນທີ່ລ່ວງລະເມີດກົດຈະລາຈອນ ແລ້ວຖືກເຈົ້າໜ້າທີ່ສຶກສາອົບຮົມ ສ່ວນຝ່າຍປະຊາຊົນຜູ້ກະທຳຜິດກໍໄດ້ເອົາວັດຖຸໃດໜຶ່ງຍື່ນໃສ່ມືເຈົ້າໜ້າທີ່ ເຊິ່ງຄາດວ່າເປັນເງິນເພື່ອຂອບໃຈເຈົ້າໜ້າທີ່ ທີ່ໄດ້ຕັກເຕືອນແລະສຶກສາອົບຮົມຕົນເອງ ໂດຍບໍ່ໄດ້ຂຽນໃບສັ່ງໃຫ້ຕົນເອງ. ເຫດການດັ່ງກ່າວໄດ້ຖືກນັກຂ່າວບັນທຶກວິດີໂອໄດ້ ໂດຍລາຍລະອຽດນັກຂ່າວລາຍງານວ່າລົດກະບະຮຸນໄດສີຟ້າຄັນໜຶ່ງ ເຊິ່ງເປັນລົດຂົນສົ່ງນໍ້າດື່ມຍີ່ຫໍ້ໜຶ່ງ ໄດ້ເດິນທາງຈາກສີ່ແຍກໄຟອຳນາດຕະຫຼາດຂົວດິນ ມຸ່ງໜ້າໄປທາງສີ່ແຍກໄຟອຳນາດວັດທາດຝຸ່ນ ແຕ່ພໍໄປເຖິງໜ້າກະຊວງປ້ອງກັນຄວາມສະຫງົບ ລົດຄັດດັ່ງກ່າວໄດ້ລ້ຽວຊ້າຍໃນບ່ອນທີ່ມີປ້າຍຫ້າມລ້ຽວ ກັບໄປທາງຕະຫຼາດເຊົ້າ ກ່ອນທີ່ຈະຖືກເຈົ້າໜ້າທີ່ຕຳຫຼວດຈະລາຈອນນຳມາ ຕັກເຕືອນຄືດັ່ງກ່າວ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ນັກຂັບຂີ່ທຸກຄົນ ຈົ່ງເຄົາລົບຕໍ່ກົດຈະລາຈອນ ຖືເອກະສານລົດໃຫ້ຄົບຖ້ວນ ເພື່ອພ້ອມກັນຫັນເຂົ້າສູ່ສັງຄົມແຫ່ງລະບຽບກົດໝາຍເທື່ອລະກ້າວ. ໂດຍກ່ອນໜ້າທີ່ໄດ້ເຄີຍມີເຫດການຄ້າຍຄືກັນນີ້ເກີດຂຶ້ນກັບຕຳຫຼວດຈະລາຈອນທ່ານໜຶ່ງ ຈົນເກີດກະແສວິພາກວິຈານໄປທາງລົບທົ່ວສັງຄົມ ຈົນໄດ້ມີເຈົ້າໜ້າທີ່ລະດັບສູງອອກມາຊີ້ແຈງ ແຕ່ກໍຖືກສັງຄົມອອນລາຍວິຈານຊໍ້າຢ່າງໜັກ.
ຂ່າວເຫດການ
2018-05-25T17:32:20+00:00
https://laopost.com/?p=101014
ອັບເດດຫວຽດນາມຊ່ວຍເຫຼືອເດັກນ້ອຍທີ່ຕົກຂຸມເສົາເຂັມ ເລິກ 35 ແມັດ ເດັກເສຍຊີວິດແລ້ວ
ຈາກວັນທີ 31 ທັນວາ 2022 ໄດ້ມີເຫດການເດັກນ້ອຍຜູ້ຊາຍ ຊື່ Ly Hao Nam ອາຍຸ 10 ປີ ທີ່ຕົກລົງໄປໃນຂຸມເສົາເຂັມເລິກ 35 ແມັດໃນປະເທດຫວຽດນາມ ປັດຈຸບັນເດັກນ້ອຍແມ່ນໄດ້ເສຍຊີວິດແລ້ວ. ໃນຕອນແລງວັນທີ່ 2 ມັງກອນ 2023 ທີ່ຜ່ານມາ ເຈົ້າໜ້າທີ່ໄດ້ວາງແຜນເພື່ອຈະດຶງເອົາເສົາເຂັມຊີມັງທີ່ເດັກນ້ອຍຕິດຢູ່ນັ້ນຂຶ້ນມາ ໂດຍການສູບເອົານ້ຳອ້ອມຮອບເສົາ ໃຫ້ດິນອ່ອນລົງ ແລ້ວຄ່ອຍໆຂຸດເຈາະດຶງເອົາເສົາອອກມາ ແຕ່ກໍຕ້ອງເຮັດດ້ວຍຄວາມລະມັດລະວັງເພື່ອບໍ່ໃຫ້ເສົາຫັກ ແລະ ເປັນອັນຕະລາຍຕໍ່ຊີວິດເດັກນ້ອຍ. ການຂຸດເຈາະໃຊ້ເວລາໄປ 48 ຊົ່ວໂມງ ແລະ ຂຸດໄປໄດ້ 30 ແມັດແລ້ວ ແຕ່ຕ້ອງໄດ້ຍົກເລີກແຜນເສຍກ່ອນ ເພາະຢ້ານເສົາເຂັມຫັກ ແລະ ຢ້ານເປັນອັນຕະລາຍຕໍ່ຊີວິດຂອງເດັກນ້ອຍທີ່ຕິດຢູ່ໃນນັ້ນ. ຫຼ້າສຸດ ທາງການຫວຽດນາມໄດ້ຢືນຢັນການເສຍຊີວິດຂອງເດັກນ້ອຍແລ້ວ ພາຍຫຼັງເຈົ້າໜ້າທີ່ໃຊ້ເວລາເກືອບ 100 ຊົ່ວໂມງໃນການຊ່ວຍເຫຼືອເອົາເດັກນ້ອຍອອກມາ. ທາງເຈົ້າໜ້າທີ່ກໍ ກຳລັງເກັບກູ້ຮ່າງຂອງເດັກນ້ອຍອອກມາເພື່ອເຮັດພິທີ. ແຫຼ່ງຂ່າວ VnExpress
ຂ່າວຕ່າງປະເທດ
2023-01-05T09:31:27+00:00
https://laopost.com/?p=140685
ຄືບໜ້າຫຼາຍເຕີບ ລາວ-ຣັດເຊຍ ກວດກູ້ລະເບີດບໍ່ທັນແຕກ
ລາວ-ລັດເຊຍ ປະ­ຕິ­ບັດການກວດກູ້ ແລະ ທຳ­ລາຍລະ­ເບີດທີ່ບໍ່ທັນແຕກ ໃນກາງເດືອນ ຕຸ­ລາ 2018 ໂດຍການຄົ້ນຫາລະ­ເບີດທີ່ບໍ່ທັນແຕກໃນເນື້ອ­ທີ່100 ເຮັກ­ຕາ ໃນຂອບເຂດປ່າທົ່ວໄປ, ເຂດປູກ­ຝັງ ແລະ ເຂດທີ່­ຢູ່ອາ­ໄສບໍ່ລວມເນື້ອ­ທີ່ສຳ­ຮອງທີ່ຈະກວດກູ້ ແລະ ທຳ­ລາຍລະ­ເບີດທີ່ບໍ່ທັນແຕກ. ວັນທີ 7 ພະ­ຈິກ 2018, ໄດ້ເປີດກອງປະ­ຊຸມປະເມີນຜົນການປະ­ຕິ­ບັດງານຮ່ວມລະ­ຫວ່າງລາວ-ຣັດເຊຍ ທີ່ເມືອງຄຳເກີດ ແຂວງບໍລິຄຳໄຊ ໂດຍຍົກໃຫ້ເຫັນໃນການປະຕິບັດວຽກງານຂອງສອງຝ່າຍທີ່ໄດ້ເລີ່ມລົງມື້ປະຕີບັດມາແຕ່ກາງເດືອນ ຕຸລາ 2018 ເປັນຕົ້ນມາ. ສປປ ລາວ ເຮັດໜ້າທີ່ໃນການບຸກ­ເບີກ, ອະ­ນາ­ໄມ ແລະ ຖາງພື້ນທີ່ ທີ່ຈະທຳການກວດກູ້ລະ­ເບີດ ສ່ວນຣັດເຊຍ ຮັບໜ້າທີ່ກວດຄົ້ນຊອກຫາລະ­ເບີດທີ່ບໍ່ທັນແຕກຕົວຈິງໃນເນື້ອ­ທີ່ 100 ເຮັກ­ຕາ ໂດຍຢູ່ໃນຂອບເຂດປ່າທົ່ວໄປ, ເຂດປູກ­ຝັງ ແລະ ເຂດທີ່­ຢູ່ອາ­ໄສບໍ່ລວມເນື້ອ­ທີ່ສຳ­ຮອງທີ່ຈະກວດກູ້ ແລະ ທຳ­ລາຍລະ­ເບີດທີ່ບໍ່ທັນແຕກ. ສາມາດກວດກູ້ສຳ­ເລັດ ແລະ ທຳ­ລາຍລະ­ເບີດທີ່ບໍ່ທັນແຕກໄດ້ຈຳ­ນວນໜຶ່ງໃນເນື້ອ­ທີ່ 10,8 ເຮັກ­ຕາ. ສຳລັບການກວດກູ້ ແລະ ທຳ­ລາຍລະ­ເບີດທີ່ບໍ່ທັນແຕກ ຍັງຈະສືບຕໍ່ດຳ­ເນີນໄປຈົນຈະສຳ­ເລັດຕາມແຜນ­ທີ່ວາງໄວ້. ທ່ານ ພັນໂທ ສີທະວົງ ບຸນປຣະສົງ, ຫົວໜ້າຄະນະກຳມະການຮັກສາສຸຂະພາບໃນການປະຕິບັດງານກວດກູ້ລະເບີດ ກ່າວວ່າ: ເພື່ອຮັບປະກັນສຸຂະພາບຂອງພົນທະຫານຂອງລາວ-ຣັດເຊຍ ທີ່ສັງກັດຢູ່ໃນໜ່ວຍກວດກູ້ ແລະ ທຳລາຍລະເບີດທີ່ຍັງບໍ່ທັນ ແຕກ ພວກເຮົາມີການຈັດຕັ້ງໜ່ວຍຜ່າຕັດສຸກເສີນເຄື່ອນທີ່ ແລະ ໜ່ວຍແພດສະໜາມ ທີ່ໄດ້ເຄື່ອນໄຫວຢ່າງໃກ້ສິດໃນການເບິ່ງແຍງສຸຂະພາບຂອງຜູ້ທີ່ປະຕິບັດໜ້າທີ່ໃນພາກສະໜາມ ໃຫ້ມີສຸຂະພາບແຂງແຮງ ໃນການປະຕິດບັດໜ້າທີ່ໃຫ້ສຳເລັດຕາມທີ່ລັດ­ຖະ­ບານ ກໍ່ຄືກະ­ຊວງປ້ອງກັນປະ­ເທດ 2 ຊາດ ມອບໝາຍໃຫ້. ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ ແຫຼ່ງຂໍ້ມູນຈາກ: ໜັງສືພິມວຽງຈັນໃໝ່
ຂ່າວທ້ອງຖິ່ນ
2018-11-13T10:27:08+00:00
https://laopost.com/?p=106408
V4M ປ່ອຍຮູບຖ່າຍໜ້າປົກອາລະບໍ້າ
ສໍາຫລັບ ບອຍແບຣນວົງ V4M ສິລະປິນນ້ອງໃໝ່ຈາກຄ້າຍ ມີໄຊ ມິເດຍ ນອກຈາກຈະໄດ້ໄປະແດງຄອນເສີດແລ້ວ ກໍ່ໄດ້ເລີ່ມປ່ອຍຮູບອອກມາໃຫ້ເຫັນເທື່ອລະໜ້ອຍແລ້ວ ເປັນສັນຍານບອກວ່າ ພວກເຂົາກໍາລັງກຽມຜົນງານໃຫ້ໄດ້ເຫັນໃນໄວໆນີ້ ແມ່ນໃຜທີ່ມັກວົງບອຍແບຣນ ກໍ່ຢ່າລືມຕິດຕາມວົງນີ້ແນ່ເດີ ບໍ່ຜິດຫວັງແນ່ນອນ
ຂ່າວບັນເທິງ
2015-06-11T09:52:38+00:00
https://laopost.com/?p=27745
ຊາລາຫ໌ ຍິງປິດ! ຟິອໍ ເປີດຮັງ ເຊືອດໄກ່ 2-0 ຜ່ານເຂົ້າຮອບ 16ທີມ
ຊາລາຫ໌ ຍິງປິດ! ຟິອໍ ເປີດຮັງ ເຊືອດໄກ່ 2-0 ຜ່ານເຂົ້າຮອບ 16ທີມ ຟິອໍເຣນຕິນ່າ ຍັງໂຊວ໌ຟອຣ໌ມໄດ້ຍອດຢ່ຽມ ເປີດບ້ານເອົາຊະນະ ສະເປີຣ໌ 2-0 ລວມສອງນັດ ຜ່ານເຂົ້າຮອບດ້ວຍຜົນລວມປະຕູ 3-1 ຜ່ານເຂົ້າສູ່ຮອບ 16 ທີມສຸດທ້າຍ ໄດ້ສໍາເລັດ, ໃນລາຍການບານເຕະ ຢູໂຣປາ ລີກ ຮອບ 32 ທີມສຸດທ້າຍ ນັດທີ່ສອງ ເມື່ອວັນພະຫັດທີ່ 26 ກຸມພາ 2015 ທີ່ຜ່ານມາ ຟິອໍຣນຕິນ່າ (ອິຕາລີ) 2-0 ສະເປີຣ໌ (ອັງກິດ) (ລວມຜົນ 2ນັດ ຟິອໍເຣນຕິນ່າ ຜ່ານເຂົ້າຮອບດ້ວຍປະຕູລວມ 3-1 ) ສະໜາມ: ສະຕາດິໂອ ອາຣ໌ເຕມິໂອ ຟຣັງຄີ່, ຟໍລເຣນຊ໌
ຂ່າວພາຍໃນ
2015-02-27T08:57:34+00:00
https://laopost.com/?p=19935
ຈີນຫ້າມນຳໃຊ້ລົດໄຟຟ້າ
ອີງຕາມການລາຍງານຂອງສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 27 ຕຸລານີ້ວ່າ ປະເທດຈີນ ເມືອງເຊິນເຈິ້ນ ມົນທົນກວາງຕຸ້ງ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນໄດ້ດຳເນີນການກວດຢຶດພາຫະນະໄຟຟ້າ ທີ່ຝ່າຝືນກົດລະບຽບຂອງໜ່ວຍງານ ທີ່ມີການປະກາດສັ່ງຫ້າມໃຊ້ພາຫະນະໄຟຟ້າ, ເພາະວ່າ ການເຮັດວຽກບໍ່ມີສຽງ (ມິດ) ຈົນເປັນສາເຫດຂອງອັນຕະລາຍ ເປັນຕົ້ນແມ່ນເກີດອຸປະຕິເຫດໄດ້ງ່າຍ ແລະມັກເກີດຂຶ້ນຕະຫຼອດ. ເຊິ່ງຫຼັງຈາກທີ່ຢຶດໄດ້ ເຈົ້າໜ້າທີ່ຕຳຫຼວດ ໄດ້ນຳເອົາໄປຈອດນຳກັນໄວ້ລານທີ່ກວ້າງເປັນພື້ນທີ່ບໍ່ໄດ້ໃຊ້ງານ ໃນເຂດເປົາອັນ ເມືອງເຊິນເຈິ້ນ ເຊິ່ງຈາກການດຳເນີນການຢ່າງຕໍ່ເນື່ອງ ຈົນເຮັດໃຫ້ພື້ນທີ່ດັ່ງກ່າວມີລົດຫຼາຍ ເຊິ່ງມີທັງລົດຈັກໄຟຟ້າ, ລົດສາມລໍ້ໄຟຟ້າ ແລະລົດອື່ນໆອີກຈົນຊິບໍ່ມີບ່ອນວ່າງ. ເຊິ່ງສາເຫດທີ່ຫ້າມນໍາໃຊ້ນີ້ ຍ້ອນເພື່ອຄວາມປອດໄພ ແລະຄວາມເປັນລະບຽບຮຽບຮ້ອຍ, ຫຼຸດອຸປະຕິເຫດ ທີ່ເກີດຂຶ້ນຕາມທ້ອງຖະໜົນ
ຂ່າວຕ່າງປະເທດ
2016-10-27T13:57:49+00:00
https://laopost.com/?p=74195
ຜູ້ນຳຈີນເຂົ້າຢ້ຽມຢາມຣັດເຊຍ ຂະນະດຽວກັນຜູ້ນຳຍີ່ປຸ່ນກໍໄປຢ້ຽມຢາມຢູເຄຣນ
ນີ້ຖືເປັນການຢ້ຽມຢາມຄັ້ງທຳອິດຂອງຜູ້ນຳຈີນທີ່ຢ້ຽມຢາມຣັດເຊຍ ພາຍຫຼັງທີ່ຣັດເຊຍໄດ້ເຮັດສົງຄາມກັບຢູເຄຣນເປັນເວລາ 1 ປີ ການຢ້ຽມຢາມໃນຄັ້ງນີ້ເກີດຂຶ້ນບໍ່ເທົ່າໃດມື້ ພາຍຫຼັງທີ່ສານໂລກແຈ້ງໝາຍຈັບ ປູຕິນ ຜູ້ນຳຣັດເຊຍ. ໃນວັນທີ 20 ມີນາ 2023 ທ່ານ ສີ ຈິ້ນຜິງ ປະທານາທິບໍດີຈີນ ໄດ້ເດີນທາງຮອດນະຄອນຫຼວງມົດສະກູ ເມືອງຫຼວງຂອງຣັດເຊຍ ທາງລັດຖະບານຣັດເຊຍໄດ້ສົ່ງຜູ້ແທນມາຕ້ອນຮັບເປັນຢ່າງດີ. ນີ້ເປັນການຢ້ຽມຢາມຢ່າງເປັນທາງການ ໂດຍຜູ້ນຳຈີນຈະຢູ່ມົດສະກູເວລາ 3 ມື້ ຕັ້ງແຕ່ວັນທີ 20 ຫາ 22 ມີນາ. ໃນວັນທີ 21 ມີນາ ທ່ານ ສີ ຈິ້ນຜິງ ປະທານາທິບໍດີຈີນ ເຂົ້າພົບປະກັບ ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ທັງສອງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບບັນຫາໃນຢູເຄຣນ. ໂດຍທ່ານ ສີ ຈິ້ນຜິງ ໄດ້ເນັ້ນຍ້ຳເລື່ອງຢູເຄຣນ ການເຈລະຈາເພື່ອສັນຕິພາບ ແລະ ການຕໍ່ຕ້ານການເພີ່ມທະວີຄວາມຮຸນແຮງໃນສົງຄາມ ໂດຍສະແດງຄວາມເຫັນວ່າ ຄວາມຂັດແຍ່ງຕ້ອງຢຸດຕິດ້ວຍການເຈລະຈາ, ທ່ານ ວະລາດິເມຍ ປູຕິນ ກໍໄດ້ຍ້ອງຍໍຈີນ ທີ່ສະໜັບສະໜູນໃນຄວາມເປັນກາງ ມີວັດຖຸປະສົງເພື່ອຄວາມເປັນເອກະພາບ ແລະ ຍຸດຕິທຳທັງສອງຝ່າຍ. ໃນມື້ດຽວກັນ ທ່ານ ຟູມິໂອະ ຄິຊິດະ ນາຍົກລັດຖະມົນຕີຂອງຍີ່ປຸ່ນ ກໍໄດ້ເດີນທາງໄປເມືອງຄຽບ ເພື່ອຫາລືກັບ ທ່ານ ໂວໂລດິເມຍ ເຊເລນສະກີ ປະທານາທິບໍດີຢູເຄຣນ ເຊິ່ງກົງກັບມື້ທີ່ ຜູ້ນຳຈີນ ແລະ ຣັດເຊຍ ໄດ້ປຶກສາຫາລືກັນ. ທ່ານ ຟູມິໂອະ ຄິຊິດະ ໄດ້ກ່າວວ່າ: ສະແດງຄວາມເຄົາລົບນັບຖື ຕໍ່ຄວາມກ້າ ແລະ ອົດທົນຂອງປະຊາຊົນຢູເຄຣນທີ່ຍຶດໝັ້ນປົກປ້ອງຖິ່ນທີ່ຢູ່ອາໄສຂອງຕົນ ແລະ ຄວາມເປັນໜຶ່ງໃຈດຽວກັນ. ທ່ານໄດ້ກ່າວອີກວ່າ: ການປະຕິເສດຢ່າງເດັດຂາດ ຕໍ່ການປ່ຽນແປງດ້ານດຽວຂອງຣັດເຊຍຕໍ່ສະຖານະພາບທີ່ເປັນຢູ່ໂດຍການຮຸກຮານ ແລະ ຈະປົກປ້ອງກົດລະບຽບສາກົນໂດຍອີງໃສ່ກົດລະບຽບລະຫວ່າງປະເທດ. ທີ່ມາ: Aljazeera, CGTN
ຂ່າວຕ່າງປະເທດ
2023-03-21T17:15:59+00:00
https://laopost.com/?p=143330
ພາບທີ່ສະທ້ອນໃຫ້ເຫັນວ່າ “ການສຶກສາເປັນເລື່ອງທີ່ສຳຄັນ”
ພາບທີ່ທ່ານໄດ້ເຫັນຄືຄວາມພະຍາຍາມຂອງຜູ້ປົກຄອງທີ່ຈະພາເດັກນັກຮຽນຂ້າມຈາກຟາກໜຶ່ງໄປອີກຟາກໜຶ່ງເພື່ອຈະໄປໂຮງຮຽນຊຶ່ງມີກະແສນ້ຳທີ່ໄຫຼແຮງຂວາງກັ້ນ. ເຫດການດັ່ງກ່າວເກີດຂຶ້ນຢູ່ທີ່ປະເທດຫວຽດນາມໃນຊ່ວງລະດູຝົນທີ່ມີກະແສນ້ຳໄຫຼແຮງ ຈົນບໍ່ສາມາດນຳໃຊ້ສະພານໄດ້ ດັ່ງນັ້ນ ຜູ້ປົກຄອງຈຳເປັນຕ້ອງນຳເອົາເດັກນ້ອຍໃສ່ໃນຖົງພລາສຕິກແລ້ວພາຂ້າມຟາກດ້ວຍໄລຍະກວ່າ 15 ກີໂລແມັດ. ພາຍຫຼັງທີ່ພາບດັ່ງກ່າວຖືກແຊຣອອກໄປຈົນກາຍເປັນກະແສກໍກາຍເປັນທີ່ກ່າວເຖິງຢ່າງກວ້າງຂວາງ ໂດຍຜູ້ທີ່ໄດ້ເຫັນພາບນີ້ມີສ່ວນໜຶ່ງຮູ້ສຶກຊື່ນຊົມຜູ້ປົກຄອງທີ່ເຫັນເຖິງຄວາມສຳຄັນຂອງການສຶກສາ ຂະນະທີ່ອີກສ່ວນໜຶ່ງທີ່ເຫັນກໍຮູ້ສຶກຕົກໃຈ ແລະ ວິຕົກກັງວົນເລື່ອງຄວາມປອໄພຂອງເດັກທີ່ເຂົ້າໄປຢູ່ໃນຖົງພລາສຕິກ ເນື່ອງຈາກອາດຂາດອາກາດຫາຍໃຈທີ່ອາດເປັນອັນຕະລາຍເຖິງຂັ້ນເສຍຊີວິດກໍເປັນໄດ້. ຮຽບຮຽງ: ສະຫະລັດ ວອນທິວົງໄຊ ຮູບພາບ: kapook
ຂ່າວພາຍໃນ
2019-06-25T14:22:24+00:00
https://laopost.com/?p=115967
ບຸນທາດຫຼວງປີນີ້ “ຂີ່ລົດເມຟຣີ” 3 ສາຍທາງ
ອີງຕາມເວັບໄຊ Laotiane time ລາຍງານວັນທີ 28 ຕຸລາ 2020ນີ້ວ່າ: ໄລຍະບຸນນະມັດສະການພຣະທາດຫຼວງວຽງຈັນປະຈຳປີ 2020 ວັນທີ 29-31ຕຸລາ ແມ່ນຈະບໍລິການລົດເມບໍ່ເສຍຄ່າ ໂດຍການຮ່ວມຂອງບໍລິສັດລາວເວີນ (Lao World Public Company) ກັບລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ ແນໃສ່ເພື່ອສົ່ງເສີມໃຫ້ປະຊາຊົນນຳໃຊ້ຂົນສົ່ງສາທາລະນະ. ເຊິ່ງ 3 ສາຍທາງ ປະກອບມີ: ໄອເຕັກ-ດົງໂດກ, ໄອເຕັກ-ດົງຄຳຊ້າງ ແລະ ໄອເຕັກ-ຕະຫຼາດເຊົ້າ-ສີໄຄ-ຕາດທອງ ເລີ່ມແຕ່ວັນທີ 29-31 ຕຸລາ ເຊິ່ງລົດເມຈະແລ່ນບໍລິການ 5 ຖ້ຽວຕໍ່ມື້ ຈາກ 9 ໂມງເຊົ້າເຖິງ 9 ໂມງແລງ. ຮຽບຮຽງຂ່າວ: ພຸດສະດີ
ຂ່າວທ້ອງຖິ່ນ
2020-10-30T09:15:47+00:00
https://laopost.com/?p=121937
ກະຊວງປ້ອງກັນປະເທດ ປະກາດເລື່ອນຊັ້ນນາຍທະຫານລະດັບສູງ
ໃນວັນທີ 11 ກັນຍາ ທີ່ກະຊວງປ້ອງກັນປະເທດ ໄດ້ມີພິທີປະກາດເລື່ອນຊັ້ນບັນດານາຍທະຫານ, ເຊິ່ງໄດ້ເລື່ອນຊັ້ນ ພົນຕີຂຶ້ນພົນໂທ, ພົນຈັດຕະວາຂຶ້ນພົນຕີ ແລະ ພັນເອກຂຶ້ນພົນຈັດຕະວາຈຳນວນ 10 ທ່ານ, ໂດຍການເຂົ້າຮ່ວມ ຂອງທ່ານຮອງປະທານ ປະເທດ ບຸນຍັງ ວໍລະຈິດ. ການເລື່ອນຊັ້ນໃນຄັ້ງນີ້, ແມ່ນປະຕິບັດຕາມລັດຖະດຳລັດຂອງປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວ່າດ້ວຍການເລື່ອນຊັ້ນນາຍທະຫານ ໂດຍອີງຕາມລັດຖະທຳມະນູນແຫ່ງ ສປປ ລາວ, ກົດໝາຍວ່າ ດ້ວຍນາຍທະຫານ ແລະ ໜັງສືສະເໜີຂອງນາຍົກລັດຖະມົນຕີ ໂດຍຕົກລົງເລື່ອນຊັ້ນໃຫ້ທ່ານ ພົນຕີ ແສງນວນ ໄຊ ຍະລາດ ແລະ ທ່ານ ພົນຕີ ຈັນສະໝອນ ຈັນຍາລາດ ຂຶ້ນເປັນພົນໂທ; ເລື່ອນຊັ້ນທ່ານ ພົນຈັດຕະວາ ທອງລອຍ ສີລິ ວົງ, ທ່ານ ພົນຈັດຕະວາ ສຸບັນ ຫຸນນະຈຳປາ, ທ່ານພົນຈັດຕະວາ ພູວົງ ວົງພົມ ແລະ ທ່ານ ພົນຈັດຕະວາ ແອສະໃໝ ເລືອງວັນໄຊ ຂຶ້ນເປັນພົນຕີ ແລະ ເລື່ອນຊັ້ນທ່ານ ພັນເອກ ປະສິດ ທ່ຽງທຳ, ທ່ານພັນເອກ ວົງສັກ ພັນທະວົງ, ທ່ານ ພັນເອກ ບົວວັນ ເພັງບຸນທັນ ແລະ ທ່ານ ພັນເອກ ບຸນລ້ຽງ ແສງພະຈັນຂຶ້ນເປັນພົນຈັດຕະວາ ໃນໂອກາດດຽວກັນ, ກໍໄດ້ປະກາດແຕ່ງຕັ້ງທ່ານ ພົນຈັດຕະວາ ວິໄລ ຫລ້າຄຳຟອງ ເປັນຫົວໜ້າກົມໃຫຍ່ການເມືອງກອງທັບ ແລະ ແຕ່ງ ຕັ້ງທ່ານ ພົນຈັດຕະວາ ພູວົງ ວົງພົມ ເປັນຫົວໜ້າກົມໃຫຍ່ພະລາທິການກອງທັບກະຊວງປ້ອງກັນປະເທດ. ໂອກາດດັ່ງກ່າວ ທ່ານຮອງປະທານປະເທດ, ກໍໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໃຫ້ບັນດານາຍທະຫານທີ່ໄດ້ຮັບການເລື່ອນ ຊັ້ນໃນຄັ້ງນີ້ເອົາໃຈໃສ່ວຽກງານການເມືອງແນວຄິດ,ປະຕິບັດແນວທາງນະໂຍບາຍຂອງພັກເປັນຕົ້ນເນື້ອໃນຈິດໃຈ ມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກກໍຄືມະຕິວ່າດ້ວຍ 4 ແຜນງານໃຫຍ່ 26 ໂຄງການຂອງກະຊວງປ້ອງກັນປະ ເທດ, ປັບປຸງກໍ່ສ້າງກຳ ລັງປະກອບອາວຸດປ້ອງກັນຊາດທັງ 3 ປະເພດ ໃຫ້ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເອົາໃຈໃສ່ສ້າງກຳລັງຕິດພັນກັບ ການກໍ່ສ້າງຮາກຖານການເມືອງ ແລະ ພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະ ເຂດຫລໍ່ແຫລມ, ເຜົ່າ ແລະ ເຂດຫ່າງໄກ ສອກຫລີກ, ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ,ເຮັດວຽກ ເປັນໝູ່ຄະນະ ບຸກຄົນຮັບຜິດຊອບ, ປັບປຸງກຳລັງຄວາມສາມາດໃນການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບ ຮຽບຮ້ອຍ ແລະ ການປົກປ້ອງຊັບພະຍາກອນທຳມະຊາດຕາມຊາຍແດນ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນຖັນ ແຖວ ເພື່ອເປັນກຳລັງແຮງໃຫ້ແກ່ຄະນະພັກ ແລະ ອຳນາດການປົກຄອງແຕ່ລະຂັ້ນ. ແຫລ່ງຂ່າວ: ລາວພັດທະນາ
ຂ່າວເຫດການ
2014-09-12T12:10:23+00:00
https://laopost.com/?p=10326
ກຸ່ມ IS ອ້າງຢູ່ເບື້ອງຫລັງ ການໂຈມຕີພິທິທະພັນຕູນີເຊຍ ພ້ອມເຕືອນນີ້ພຽງເລີ່ມຕົ້ນ!
ກຸ່ມລັດອິດສະລາມ ຫລື IS ອອກມາອ້າງຄວາມຮັບຜິດຊອບແລ້ວ ຫລັງກໍ່ເຫດບຸກໂຈມຕີພິພິທະພັນຕູນິເຊຍ ພ້ອມລະບຸນີ້ພຽງເລີ່ມຕົ້ນເທົ່ານັ້ນ. ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 20 ມີນານີ້ວ່າ ກຸ່ມກໍ່ການຮ້າຍລັດອິດສະລາມ ຫລື IS ອອກມາອ້າງເປັນຜູ້ຢູ່ເບື້ອງຫລັງການໂຈມຕີ ແລະ ຈັບຕົວປະກັນ ຢູ່ພິພິທະພັນແຫ່ງຊາດ ບາໂດ ໃນປະເທດຕູນີເຊຍແລ້ວ ໃນມື້ວັນພຸດທີ 18 ມີນາຜ່ານມາ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດເຖິງ 23 ຄົນ ແລະ ບາດເຈັບອີກກ່ວາ 40 ຄົນ ໂດຍທາງກຸ່ມດັ່ງກ່າວໄດ້ໃຊ້ມືປືນເຂົ້າກໍ່ເຫດກວາດຍິງ ນັກຮົບຄຣູເສດ ແລະ ຜູ້ປະຖິ້ມສາສະໜາໃນພິພິທະພັນດັ່ງກ່າວ ໂດຍຍັງເຕືອນວ່າ ເຫດການນີ້ເປັນພຽງຈຸດເລີ່ມຕົ້ນເທົ່ານັ້ນ.
ຂ່າວຕ່າງປະເທດ
2015-03-20T15:15:04+00:00
https://laopost.com/?p=21568
ຖ້ຳຈອມອອງ ເມືອງໄຊ ແຂວງອຸດົມໄຊ ຖ້ຳມະຫັດສະຈັນ ເທິງດິນແດນແຫ່ງຖ້ຳ
ທ່ອງທ່ຽວກັບລາວໂພສຕວັນນີ້ ເຮົາຈະພາທຸກທ່ານຂຶ້ນເໜືອໄປທີ່ແຂວງ ອຸດົມໄຊ ໄປທ່ຽວຖ້ຳທີ່ມີຄວາມງາມ ຈົນຂຶ້ນຊື່ວ່າເປັນຖ້ຳມະຫັດສະຈັນ ເປັນຖ້ຳໃໝ່ລະດັບຊາດ ASEAN ແລະ ລະດັບໂລກ. ຖ້ຳຈອມອອງນີ້ ໄດ້ຄົ້ນພົບໃນປີ ຄສ 2005 ແລະ ເປີດບໍລິການປີ ຄສ 2007. ຖໍ້າຈອມອອງ ແມ່ນເອີ້ນຕາມຊື່ຂອງບ້ານ, ປະຊາຊົນທ້ອງຖິ່ນເຄີຍເອີ້ນຊື່ຖ້ຳນີ້ໃນເມື່ອກ່ອນວ່າ ຖ້ຳເຈຍ ຫຼື ຖ້ຳຂີ້ເຈຍ ຍ້ອນວ່າສະໄໝກ່ອນ ມີໂຕເຈຍມາອາໄສຢູ່ເປັນຈຳນວນຫຼວງຫຼາຍ, ປະຊາຊົນເຂດຈອມອອງ ໄດ້ພາກັນຂຸດເອົາຂີ້ໂຕເຈຍຢູ່ໃນຖ້ຳມາເຮັດໝື້ປືນແກັບ. ດັ່ງນັ້ນ, ປະຊາຊົນເຂດຈອມອອງ ຈຶ່ງໄດ້ພາກັນເອີ້ນຊື່ຂອງຖ້ຳນີ້ວ່າ ຖ້ຳເຈຍ ຫຼື ຖ້ຳຂີ້ເຈຍ. ແຕ່ທາງພະແນກທ່ອງທ່ຽວໄດ້ໂຄສະນາໃຫ້ເອີ້ນຊື່ວ່າ ຖ້ຳຈອມອອງ ຕາມຊື່ຂອງບ້ານ ຈົນເຖິງປັດຈຸບັນນີ້. ບ້ານຈອມອອງອີກປະຫວັດໜຶ່ງທີ່ເອີ້ນວ່າ ຈອມອອງ ຍ້ອນວ່າ: ຄຳວ່າ “ ຈອມ ’’ ເປັນພາສາກຶມມຸ ເຊິ່ງແປວ່າ ຕິດຕາມໄປ, ນຳກົ້ນໄປ, ສ່ວນຄຳວ່າ “ ອອງ ” ແປວ່າ ໂຕຕໍ່ດິນ, ໃນສະໄໝກ່ອນປະຊາຊົນເມືອງນາໝໍ້ ໄດ້ໄປຄ້ອງຕໍ່ ຫຼື ຫາເອົາຮັງໂຕຕໍ່ ໂດຍໄດ້ເອົາຍວງຝ້າຍນ້ອຍໆອ່ອນໆມັດອາຫານໃສ່ຕີນໂຕຕໍ່ແລ້ວກໍ່ປ່ອຍຕໍ່ໃຫ້ບິນກັບໄປຫາຮັງ ແລ້ວປະຊາຊົນກໍນຳໂຕຕໍ່ນັ້ນໄປ ຈຶ່ງໄປພົບເຫັນເຂດພື້ນທີ່ດັ່ງກ່າວເປັນເຂດທີ່ອຸດົມສົມບູນເໝາະສົມໃນການຜະລິດກະສິກຳ, ປູກຝັງ, ລ້ຽງສັດ. ຕໍ່ມາຈຶ່ງພາກັນຍ້າຍຖິ່ນຖານມາຢູ່ບ້ານນີ້ແລ້ວຈິ່ງເອີ້ນວ່າ ບ້ານຈອມອອງ ຈົນເຖິງປັດຈຸບັນ. ຖ້ຳຈອງອອງຕັ້ງຢູ່ບ້ານຈອມອອງ ເມືອງໄຊ ຫ່າງຈາກເທດສະບານ ເມືອງໄຊ 45 ກິໂລແມັດ ໄປທາງແຂວງອຸດົມໄຊ 24 ກິໂລແມັດ ເປັນທາງປູຍາງ ແຍກເຂົ້າເໜືອບ້ານ ນ້ຳບໍຕາໄກ ປະມານ 21 ກິໂລແມັດ ເປັນທາງດີນແດງ ອັດແໜ້ນ ຈາກບ້ານຈອມອອງສາມາດເຂົ້າເຖິງໄດ້ດ້ວຍ 2 ທາງຄື: ຍ່າງລັດແຕ່ບ້ານຜ່ານທົ່ງນາໄປຫາຖໍ້າ 2 ກິໂລແມັດ ແລະ ທາງລົດເຂົ້າຮອດ( ທາງດິນແດງ) ຖ້ຳຈອມອອງຕັ້ງຢູ່ຫ່າງຈາກບ້ານຈອມອອງປະມານ 3 ກິໂລແມັດ, ເປັນເສັ້ນທາງລົດສາມາດແລນເຂົ້າເຖິງບໍລິເວນຖ້ຳ ເປັນຖ້ຳໃຫຍ່, ຍາວ ແລະ ສວຍງາມທີ່ສຸດຂອງແຂວງອຸດົມໄຊເຊິ່ງປະກອບດ້ວຍລະບົບນິເວດທຳມະຊາດທີ່ອັດສະຈັນ, ມີຫຼາຍຊ່ອງທາງເຂົ້າ-ອອກພາຍໃນຖ້ຳ ປະມານ 16 ກວ່າກິໂລແມັດ, ຄວາມກວ້າງ ປະມານ 15 – 50 ແມັດແລະຄວາມສູງປະມານ 25-100 ແມັດ. ຢູ່ໃນຖ້ຳບາງບ່ອນມີສາຍນ້ຳໄຫຼຜ່ານ, ມີນົມຜາ, ຫີນຍ້ອຍ ທີ່ມີລວດລາຍສວຍງາມ,ຫີນແກ້ວເປັນສີຂາວເຫຼື້ອມຄືກັບເພັດພອຍເປັນກ້ອນໃຫຍ່ປະດັບປະດາຫ້ອຍຢູ່ຕາມຝາຫີນຄືກັບດອກໄຟປະດັບຢ່າງສວຍງາມ. ຢູ່ໃນຖ້ຳຍັງເປັນລັກສະນະເດີມທີ່ຍັງບໍ່ໄດ້ຮັບການດັດແປງແຕ່ຢ່າງໃດ. ຖ້ຳນີ້ໄດ້ຜ່ານການສຳຫຼວດຂອງນັກວິທະສາດ ຈາກສະຫະພັນຢູໂຣບໃນປີ 2009 ແລະປີ 2010 ໄດ້ສຳຫຼວດ 4 ປີ ເປັນຖ້ຳໃໝ່ລະດັບຊາດ ASEAN ແລະ ລະດັບໂລກ ປະຈຸບັນລັດຖະບານແຫ່ງ ສປປ ລາວ ໄດ້ຮັບທຶນຈາກທະນາຄານພັດທະນາອາຊີ ADB ໃຫ້ທືນຊ່ວຍເຫຼືອ ເພື່ອພັດທະນາເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ
ຂ່າວທ່ອງທ່ຽວ
2016-05-05T07:17:54+00:00
https://laopost.com/?p=56008
ທ່ານພົນໂທ ດວງໃຈ ພິຈິດ ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງເອກອັກຄະລັດຖະທູດ ສປປ ເກົາຫຼີ
ທ່ານພົນໂທ ດວງໃຈ ພິ ຈິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ ປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າ ຢ້ຽມຄຳນັບຂອງທ່ານ ຣີຊາງ ກຸນ, ເອກອັກຄະລັດຖະທູດ ສປປ ເກົາຫລີ ປະຈຳ ສປປ ລາວ ໃນວັນທີ 26 ມີນາ 2014 ນີ້, ຢູ່ທີ່ກະຊວງປ້ອງກັນປະ ເທດ, ໃນໂອກາດທີ່ທ່ານມາ ດຳລົງຕຳແຫນ່ງເປັນເອກອັກ ຄະລັດຖະທູດແຫ່ງ ສປປ ເກົາ ຫລີ ຄົນໃຫມ່ປະຈຳ ສປປ ລາວ. ໂອກາດນີ້ທ່ານພົນໂທ ດວງໃຈ ພິຈິດ ກໍ່ໄດ້ສະແດງ ຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍຕໍ່ທ່ານຣີຊາງ ກຸນ ທີ່ໄດ້ມາດຳລົງຕຳແຫນ່ງ ເປັນເອກອັກຄະລັດຖະທູດ ສປປ ເກົາຫລີ ຄົນໃຫມ່ປະຈຳ ສປປ ລາວ ເຊິ່ງເປັນການປະ ກອບສ່ວນອັນສຳຄັນໃນການ ເສີມສ້າງມິດຕະພາບ ແລະ ການຮ່ວມມືທີ່ຍາວນານລະ ຫວ່າງ ລາວ-ສປປ ເກົາຫລີ ໃຫ້ພັດທະນາດີຂຶ້ນເລື້ອຍໆ ເພື່ອຜົນປະໂຫຍດຂອງທັງ ສອງຝ່າຍ. ໃນຂະນະດຽວກັນທ່ານ ຣິຊາງກຸນ ກໍ່ໄດ້ສະແດງຄວາມ ຂອບອົກຂອບໃຈຕໍ່ການຕ້ອນ ຢ່າງອົບອຸ່ນຂອງສະຫາຍພົນ ໂທ ດວງໃຈ ພິຈິດ ທີ່ຍາມໃດ ກໍ່ໄດ້ເອົາໃຈໃສ່ໃນການເສີມ ສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ເກົາຫລີ ແລະ ສປປ ລາວ ທີ່ມີມາແຕ່ດົນນານນັ້ນ ໃຫ້ນັບມື້ນັບຂະຫຍາຍຕົວຂຶ້ນ ເລື້ອຍໆ. ທີ່ມາ : http://www.kongthap.gov.la
ຂ່າວພາຍໃນ
2014-03-27T16:35:36+00:00
https://laopost.com/?p=4583
ເທສະການບຸນຜີໂຂນ
ເມືອງປາກລາຍອອກແຈ້ງຂ່າວກ່ຽວກັບເທສະການບຸນຜີໂຂນ ເຊິ່ງມີລາຍລະອຽດດັ່ງນີ້: ຄະນະປະທານຈັດງານບຸນຂໍຖືເປັນກຽດແຈ້ງຂ່າວມາຍັງອົງການຈັດຕັ້ງພັກ-ລັດທຸກຂັ້ນ ແລະ ຊາວພຸດທະສານິກະຊົນທັງຫຼາຍ ຊາບທົ່ວເຖິງກັນວ່າ: ບ້ານ ສີສະຫວ່າງ ແລະ ນາສະຫວ່າງ ເມືອງປາກ ລາຍ ແຂວງໄຊຍະບູລີ ຮ່ວມກັບຄະນະກໍາມະການຂັ້ນເມືອງພ້ອມກັນເປັນເຈົ້າພາບ ຈັດງານເທດສະ ການບຸນຜີໂຂນ ປະຈໍາປີ ຄສ 2023 ທີ່ເມືອງ ປາກລາຍ ເຊີ່ງຈະໄດ້ຈັດຂື້ນກົງກັບມື້ຂື້ນ 11-15 ຄ່ໍາ ເດືອນ 4 ພສ 2565 (ວັນທີ 2 ຫາ 6 ມີນາ 2023 ) ແລະ ລາຍລະອຽດໄດ້ມີຕາຕະລາງເຄື່ອນໄຫວບຸນ ດັ່ງນີ້: ມື້ທີ 1 : ວັນທີ 2 ມີນາ 2023 ກົງກັບມື້ຂື້ນ 11 ຄ່ໍາ ເດືອນ 4 ແມ່ນພິທີເປີດຕະຫຼາດ ນັດຢ່າງເປັນທາງການ, ບໍລິການຂີ່ເຮືອຊົມວີວຕາມສອງຝັ່ງແມ່ນໍ້າຂອງ. – ຕອນຄໍ່າ ຊົມຕະຫຼາດນັດ, ການວາງສະແດງສິນຄ້າກະສິກໍາ, ຫັດຖະກໍາຂອງປະຊາຊົນ. ມື້ທີ 2: ວັນທີ 3 ມິນາ 2023 ກົງກັບມື້ຂຶ້ນ 12 ຄໍ່າ ເດືອນ 4 ແມ່ນພິທີເປີດການແຂ່ງ ຂັນຊ່ວງເຮືອ 20 ສີພາຍ ແລະ ບໍລິການຂີ່ເຮືອຊົມວິວ ຕາມສອງຝັ່ງແມ່ນໍ້າຂອງ. -ຕອນຄໍ່າ ຊົມການປະກວດນາງທິດາພະເຫວດ ແລະ ເດີນແບບເດັກສະຫຼາດ, ຄໍາຮູ້. ມື້ທີ 3 : ວັນທີ 4 ມີນາ 2023 ກົງກັບມື້ຂື້ນ 13 ຄໍ່າເດືອນ 4 ແມ່ນກິດຈະກໍາແຫ່ອຸປະຄຸດ, ພິທີປ່ອຍຂະບວນຜີໂຂນ, ບໍລິການຂີ່ເຮືອຊົມວິວ ຕາມສອງຝັ່ງແມ່ນ້ໍາຂອງ. – ຕອນຄ່ໍາ ຊົມການສະແດງສິລະປະວັນນະຄະດີ, ການປະກວດນັກຮ້ອງສຽງດີ. ມື້ທີ 4: ວັນທີ 5 ມີນາ 2023 ກົງກັບມື້ຂຶ້ນ 14 ຄໍ່າ ເດືອນ 4 ເຕົ້າໂຮມແຕ່ລະຂະບວນກ້ອນ ກໍາລັງເຂົ້າສູ່ເດີ່ນກິລາເມືອງ, ພິທີເປີດງານເທດສະການບຸນຜີໂຂນປະຈໍາປີ 2023 ຢ່າງເປັນທາງການ, ເຊີນການນໍາ ແລະ ແຂກທ່ຽວຊົມ ຮ້ານວາງສະແດງສິນຄ້າ ແລະ ຊີມອາຫານພື້ນບ້ານ ຢູ່ຕາມແຕ່ລະ ຮ້ານ, ພິທີແຫ່ພະເຫວດສັນດອນ ແລະ ຂະບວນຂອງຜີໂຂນ, ບໍລິການຂີ່ເຮືອຊົມວິວຕາມສອງຝັ່ງ ແມ່ນໍ້າຂອງ. – ຕອນຄ່ໍາ ຊົມການແຂ່ງຂັນຈູດບັ້ງໄຟດອກຂອງແຕ່ລະບ້ານ ແລະ ຊົມການສະແດງຂອງສີລະ ປີນຊື່ດັງຈາກສູນກາງ. ມື້ທີ 5: ວັນທີ 6 ມີນາ 2023 ກົງກັບມື້ຂຶ້ນ 15 ຄ່ໍາ ເດືອນ 4 ພິທີຕັກບາດຢາດນໍ້າ ແລະ ຖວາຍເຄື່ອງສັງຂະທານໃຫ້ແກ່ພະສົງ-ສໍາມະເນນ, ທ່ຽວຊົມຕະຫຼາດນັດ ແລະ ຮ້ານວາງສະແດງ ສິນຄ້າຜະລິດຕະພັນ ແລະ ບໍລິການຂີ່ເຮືອຊົມວິວ ຕາມສອງຝັ່ງແມ່ນໍ້າຂອງ.
ຂ່າວທ້ອງຖິ່ນ
2023-02-16T09:58:24+00:00
https://laopost.com/?p=142301
ພະລັງງານໝຸນວຽນສ້າງສະຖິຕິລົງທຶນສູງສຸດ
ການລົງທຶນດ້ານພະລັງງານໝູນວຽນເຊັ່ນ: ພະລັງງານລົມ ແລະ ແສງຕາເວັນ ສາມາດທຳລາຍສະຖິຕິສູງສຸດໄດ້ໃນປີ 2015 ທີ່ຜ່ານມາ ຢູ່ທີ່ 3,239 ຮ້ອຍຕື້ໂດລາສະຫະລັດ ທ່າມກາງລາຄານ້ຳມັນຫຼຸດລົງເຮັດໃຫ້ຜູ້ປະກອບການທີ່ກ່ຽວຂ້ອງກັບທຸລະກິດພະລັງງານຮູບແບບເກົ່າຕ້ອງປັບຫຼຸດຄ່າໃຊ້ຈ່າຍ. ຜົນການວິໄຈໂດຍໜັງສືພິມບລູມເບີກ ນິວ ເອເນີຈີ ໄຟແນນ ພົບວ່າ ການລົງທຶນໃນພະລັງງານໝູນວຽນເຊັ່ນ: ແຮງລົມ ແລະ ແສງຕາເວັນໃນປີ 2015 ເພີ່ມຂຶ້ນ 4% ຈາກມູນຄ່າ 3,159 ຮ້ອຍຕື້ໂດລາໃນປີ 2014ເປັນ 3,239 ຮ້ອຍຕື້ໂດລາ ນັບເປັນມູນຄ່າທີ່ເພີ່ມຂຶ້ນຈາກລະດັບການລົງທຶນໃນປີ 2004 ເກືອບ 6 ເທົ່າ, ຂະນະທີ່ນ້ຳມັນເຊັ່ນ: ເອັກຊອນ ໂມບິລ ແລະ ຣໍຍັລ ດັດເຊລ ຕ້ອງຫຼຸດຈຳນວນພະນັກງານ ແລະ ຫຼຸດຄ່າໃຊ້ຈ່າຍດ້ານການລົງທຶນເປັນການປັບຕົວເພື່ອຮັບມືກັບລາຄານ້ຳມັນທີ່ຫຼຸດລົງເຖິງກວ່າ 60% ໃນໄລຍະ 18 ເດືອນທີ່ຜ່ານມາ ຊຶ່ງທຸລະກິດພະລັງງານທົດແທນກັບມາຄຶກຄື້ນ ຫຼັງຈາກກົດໝາຍສະໜັບສະໜູນການຫຼຸດປ່ອຍອາຍພິດເຮືອນແກ້ວຈາກເຊື້ອເພີງຟອສຊິລອອກສູ່ອະວະກາດ. ຊຶ່ງສປ ຈີນເປັນຕະຫຼາດທຸລະກິດພະລັງງານໝູນວຽນໃຫຍ່ທີ່ສຸດໃນໂລກດ້ວຍການລົງທຶນເພີ່ມຂຶ້ນ 17% ເປັນ 1,105 ຮ້ອຍຕື້ໂດລາໃນປີຜ່ານມາຄິດເປັນມູນຄ່າເກືອບ 2 ເທົ່າຂອງການລົງທຶນ 56 ຕື້ໂດລາໃນອາເມລິກາ ຊຶ່ງເປັນຕະຫຼາດໃຫຍ່ອັນດັບ 2 ຂອງໂລກ ຂະນະທີ່ອິນເດຍລົງທຶນພະລັງງານໝູນວຽນເພີ່ມຂຶ້ນ 23% ເປັນ 10,9 ຕື້ໂດລາ. ໄຟຟ້າຈາກພະລັງງານລົມ ແລະ ແສງຕາເວັນຄິດເປັນອັດຕາສ່ວນເຄິ່ງໜຶ່ງຂອງກຳລັງການຜະລິດໄຟຟ້າໃໝ່ທີ່ເພີ່ມຂຶ້ນໃນປີກ່ອນ ໂດຍມີກຳລັງການຜະລິດໄຟຟ້າພະລັງງານລົມເພີ່ມຂຶ້ນ 60 ກິກະວັດ ແລະ ພະລັງງານຈາກເຊລແສງອາທິດເພີ່ມຂຶ້ນ 57 ກິກະວັດເພີ່ມຂຶ້ນ 30% ຈາກປີ 2014 (ຕາມຂ່າວຕ່າງປະເທດ). ທີ່ມາ:
ຂ່າວຕ່າງປະເທດ
2016-01-20T16:14:24+00:00
https://laopost.com/?p=45144
ແມ່ເຖົ້າ ທຸ່ມເງີນປະມານ200, 000 ບາດເພື່ອບ໋ອກ Wi-Fi
ແມ່ເຖົ້າອາຍຸ 72 ປີຊື່ວ່າ Stefanie Russell ໄດ້ທຸ່ມເງີນໄປປະມານ 200, 000 ບາດ ເພື່ອໃຊ້ປັບປຸງເຮືອນຕົວເອງ ໃຫ້ສາມາດປ້ອງກັນສັນຍານໂທລະສັບ ແລະ ສັນຍານ Wi-Fi ແມ່ເຖົ້າທ່ານນີ້ໄດ້ບອກວ່າ ນາງມີອາການແພ້ຫລາຍເມື່ອຢູ່ໃນທີ່ ທີ່ມີສັນຍານະພວກນີ້ ແລະ ກໍເຄີຍປ່ວຍໜັກຈາກສາເຫດດັ່ງກ່າວ ແລະ ແມ່ເຖົ້າຈະຄອຍຢູ່ຫ່າງຈາກອຸປະກອນເອເລັກໂທນິກທີ່ສາມາດປ່ອຍຄື້ນສັນຍານອອກມາໄດ້ ອາການຂອງແມ່ເຖົ້າຕອນນີ້ກໍຍັງບໍ່ໄດ້ຮັບການຢືນຢັນຈາກແພດວ່າອາການຂອງແມ່ເຖົ້າມີ ແທ້ ຫລື ບໍ່ ເພາະແມ່ເຖົ້າຍັງບໍ່ເຄີຍເຂົ້າຮັບການກວດຈາກແພດເລີຍຈັກເທື່ອ ແຕ່ແມ່ເຖົ້າໄດ້ທຸ່ມເງີນໄປແລ້ວປະມານ 2ແສນບາດ ເພື່ອຈະທາສີເຮືອນແບບພິເສດທີ່ສາມາດປ້ອງກັນບໍ່ໃຫ້ສັນຍານເອເລັກໂທນິກຕ່າງໆ ເຂົ້າມາໃຫ້ເຮືອນ ເຖິງ 4 ຊັ້ນ ລາຄາສີແບບພິເສດນີ້ 1 ລີດ ຈະມີລາຄາປະມານເກືອບ 500,000 ກີບ ແຕ່ກໍແລກກັບທີ່ແມ່ເຖົ້າຈະສາມາດໃຊ້ຊີວິດໄດ້ສະດວກສະບາຍຂຶ້ນ ໂດຍບໍ່ຕ້ອງກັງວົນເລື່ອງສັນຍານຕ່າງໆທີ່ເຂົ້າລົບກວນນາງ
ຂ່າວຕ່າງປະເທດ
2014-10-29T10:45:04+00:00
https://laopost.com/?p=12825
ຈີນ ລ໋ອກດາວ ເມືອງທີ 3 ຫຼັງພົບຜູ້ຕິດເຊື້ອໂອໄມຄຣອນ 2 ຄົນ
ວັນທີ 12 ມັງກອນ 2022 ສໍານັກຂ່າວ Metro ລາຍງານ ສະຖານະການ ການແຜ່ລະບາດຂອງ ໂຄວິດ-19 ໃນປະເທດຈີນ ຫຼັງຈາກທາງການທ້ອງຖິ່ນ ເມືອງອັນຫຍາງ ປະກາດໃຊ້ມາດຕະການການລັອກດາວຄຸມເຂັ້ມປະຊາກອນກວ່າ 5,5 ລ້ານຄົນ. ໂດຍມີຄໍາສັ່ງ ຫ້າມອອກນອກເຂດອາຄານ, ຫ້າມບໍລິການຂົນສົ່ງມວນຊົນ ແລະ ແຕ່ລະຄອບຄົວໄດ້ຮັບອະນຸຍາດໃຫ້ສະມາຊິກພຽງ 1 ຄົນ ອອກໄປຊື້ອາຫານ ແລະ ເຄື່ອງໃຊ້ທີ່ຈໍາເປັນໄດ້ ຫຼັງກວດພົບຄົນໃນເມືອງອັນຫຍາງ 2 ຄົນ ຕິດເຊື້ອສາຍພັນໂອໄມຄຣອນ ແລະ ຄາດວ່າເປັນກໍລະນີທີ່ເຊື່ອມໂຍງກັບຜູ້ຕິດເຊື້ອສາຍພັນໂອມີຄອນ 2 ຄົນທີ່ກວດພົບກ່ອນໜ້ານີ້ໃນນະຄອນທຽນຈີນ. ລາຍງານລະບຸວ່າ ເມືອງອັນຫຍາງ ກາຍເປັນເມືອງທີ 3 ໃນປະເທດທີ່ລັອກດາວເຕັມຮູບແບບ ຕໍ່ເນື່ອງຈາກເມືອງຊີອານ ແລະ ເມືອງ ຢູໂຈ, ສົ່ງຜົນໃຫ້ຈໍານວນປະຊາຊົນທີ່ຢູ່ພາຍໃຕ້ການລັອກດາວໃນປະເທດເພີ່ມເກືອບ 20 ລ້ານຄົນ.
ຂ່າວຕ່າງປະເທດ
2022-01-13T10:06:48+00:00
https://laopost.com/?p=131183
ກະກຽມການເຂົ້າສູ່ປະຊາຄົມເສດຖະກິດອາຊຽນ
ກົມນະໂຍບາຍການຄ້າຕ່າງປະເທດ ກະຊວງອຸດສາຫະກຳ-ການຄ້າ ຮ່ວມກັບກົມເຈລະຈາການຄ້າ ກະຊວງພານິດແຫ່ງຣາຊະອາ ນາຈັກໄທ ຈັດສຳມະນາພາຍໃຕ້ຫົວຂໍ້ “ການກຽມພ້ອມເຂົ້າສູ່ປະຊາຄົມເສດຖະກິດອາຊຽນຂອງ ສປປ ລາວ” ທີ່ໂຮງແຮມລາວພລາ ຊາ ໃນວັນທີ 19 ກຸມພາ 2013 ໂດຍການເປັນປະທານຮ່ວມຂອງທ່ານ ພັນ ວິໄລສົມ ຮອງຫົວໜ້າກົມນະໂຍບາຍການຄ້າຕ່າງ ປະເທດ ແລະ ທ່ານນາງ ຈິນຕະນາ ໄຊຍະວັນນະການ ຮອງອະທິບໍດີກົມເຈລະຈາການຄ້າລະຫວ່າງປະເທດ ຊຶ່ງມີບັນດາແຂກທີ່ ຖືກເຊີນຈາກພາກລັດ ແລະ ທຸລະກິດເຂົ້າຮ່ວມ. ຈຸດປະສົງຂອງການສຳມະນາຄັ້ງນີ້ ເພື່ອເປັນການຜັນຂະຫຍາຍເນື້ອໃນບົດບັນທຶກກອງປະຊຸມແຜນການຮ່ວມມື ລະຫວ່າງກະຊວງ ອຸດສາຫະກຳ-ການຄ້າ ແລະ ກະຊວງພານິດ ຄັ້ງທີ 4 ກ່ຽວກັບການຮ່ວມມືດ້ານວິຊາການແກ່ ສປປ ລາວ ເພື່ອເປັນການກຽມພ້ອມ ໃຫ້ແກ່ພາກລັດ ແລະ ເອກະຊົນຂອງ ສປປ ລາວ ໃນການເຂົ້າເປັນປະຊາຄົມເສດຖະກິດອາຊຽນໃນປີ 2015 ພ້ອມນັ້ນຍັງເປັນ ການຊຸກຍູ້ ເພີ່ມທະວີການຄ້າ ການລົງທຶນຢູ່ ສປປ ລາວ ແລະ ເປັນການຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ບຸກຄະລາກອນ ໃນຂົງເຂດເສດຖະກິດ. ການສຳມະນາຄັ້ງນີ້ ແມ່ນຈະໄດ້ບັນລະຍາຍເຖິງບັນດາຫົວຂໍ້ຕ່າງໆເຊັ່ນ: ພາບລວມ ແລະ ກົນໄກຂອງການຄ້າລະຫວ່າງປະເທດ ປະຊາຄົມເສດຖະກິດອາຊຽນ (AEC) ການອອກໃບຢັ້ງຢືນແຫຼ່ງການເກີດສິນຄ້າດ້ວຍຕົນເອງຂອງອາຊຽນ (Asean Self Cer- tification) ແລະ ການຄ້າ-ການລົງທຶນໃນອາຊຽນ ຊຶ່ງມີຜູ້ບັນລະຍາຍຈາກກະຊວງອຸດສາຫະກຳ-ການຄ້າ ແລະ ກະຊວງພານິດ ITDESCAP. ນອກນັ້ນ ການສຳມະນາຄັ້ງນີ້ຖືວ່າເປັນເວທີເຜີຍແຜ່ຄວາມຮູ້-ຂໍ້ມູນຂ່າວສານ ທັງເປັນເວທີແລກປ່ຽນຄວາມຄິດເຫັນ ລະຫວ່າງພາກ ລັດ ແລະ ທຸລະກິດ ຢ່າງກົງໄປກົງມາ ເພື່ອເປັນການສ້າງຄວາມເຂົ້າໃຈສາຍພົວພັນທາງດ້ານເສດຖະກິດທັງພາຍໃນ ແລະ ກອບ ສອງຝ່າຍ ລາວ-ໄທ ໃຫ້ຂະຫຍາຍຕົວດີຂຶ້ນ ແລະ ຍັງເປັນການຊຸກຍູ້ສົ່ງເສີມໃຫ້ບັນດາຫົວໜ່ວຍທຸລະກິດຂອງ ສປປ ລາວ ໃນ ການນຳໃຊ້ບັນດາສິດທິພິເສດ ທີ່ໄດ້ຮັບຈາກບັນດາປະເທດສະມາຊິກອາຊຽນໃຫ້ຫຼາຍຂຶ້ນກວ່າເກົ່າ ທັງໝົດນີ້ແມ່ນເພື່ອເປັນການກະ ກຽມຄວາມພ້ອມໃນການເຂົ້າສູ່ປະຊາຄົມເສດຖະກິດອາຊຽນຂອງ ສປປ ລາວ. ທີ່ມາhttp://www.vientianemai.net
ຂ່າວພາຍໃນ
2013-02-22T15:03:09+00:00
https://laopost.com/?p=2249
ຮ່ວມມືກັນ ສ້າງປະຊາຄົມຮ່ວມຊະຕາກຳ ຈີນ-ລາວ ທີ່ມີຄວາມໝາຍຍຸດທະສາດ
ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ພັກກອມມູນິດຈີນ ຕ້ອນຮັບທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ພັກ ປະຊາຊົນປະຕິວັດລາວ ເມື່ອຄັ້ງເຂົ້າຮ່ວມ ກອງປະຊຸມສຸດຍອດ ເວທີປຶກສາຫາລື ຮ່ວມມືສາກົນ “ໜຶ່ງແລວທາງໜຶ່ງເສັ້ນທາງ” ຈະໄຂຂຶ້ນ ຢູ່ນະຄອນຫລວງປັກກິ່ງ ແຕ່ວັນທີ 14-15 ພຶດສະພາ 2017. ຮູບ: China news ໂດຍ: ສະຫາຍ ສີຈິ້ນຜິງ, ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກກອມມູນິດຈີນ, ປະທານປະເທດ ສປ ຈີນ ໂດຍຕອບສະໜອງຕາມຄຳເຊີນ ຂອງສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ສປປ ລາວ. ຂ້າພະເຈົ້າ ຈະເດີນທາງມາຢ້ຽມຢາມ ສປປ ລາວ ທາງລັດຖະກິດ, ຂ້າພະເຈົ້າ ເຄີຍມາຢ້ຽມຢາມລາວ ສອງເທື່ອແລ້ວ, ເຊິ່ງປະຊາຊົນລາວ ຜູ້ທີ່ມັກແຂກມັກຄົນ, ພະທາດຫຼວງ ທີ່ນະຄອນຫຼວງວຽງຈັນ ທີ່ເຫຼືອງເຫຼື້ອມງາມຕາ ແລະ ແຄມຂອງທີ່ມີພາບວິວທິວທັດ ທີ່ສວຍສົດງົດງາມ ໄດ້ເຮັດໃຫ້ຂ້າພະເຈົ້າ ມີຄວາມປະທັບໃຈຢ່າງເລິກເຊິ່ງ. ຂ້າພະເຈົ້າຄອງຄອຍ ຈະໄດ້ພ້ອມກັບເພື່ອນເກົ່າ ແລະ ໃໝ່ຂອງລາວ ຫວນຄືນມິດຕະພາບ, ສະແຫວງຫາການພັດທະນາ ເພື່ອຮ່ວມກັນສ້າງອະນາຄົດ ອັນດີງາມແຫ່ງການພົວພັນ ລະຫວ່າງ ສອງປະເທດ. ປະເທດຈີນ ແລະປະເທດລາວ ແມ່ນປະເທດສັງຄົມນິຍົມ ທີ່ເປັນບ້ານໃກ້ເຮືອນຄຽງ ທີ່ມີມິດຕະພາບຕໍ່ກັນ, ມີອຸດົມການເຊັ່ນດຽວກັນ, ລະບອບສັງຄົມຄືກັນ ແລະ ເດີນຕາມເສັ້ນທາງ ການພັດທະນາທີ່ຄ້າຍຄືກັນ. ນັບແຕ່ສ້າງຕັ້ງສາຍພົວພັນທາງການທູດ ໃນເຄິ່ງສະຕະວັດມານີ້, ການພົວພັນລະຫວ່າງ ສອງພັກ, ສອງລັດ ໄດ້ຜ່ານການທົດສອບ ຂອງການປ່ຽນແປງ ແຫ່ງຍຸກສະໄໝ ແລະ ການປ່ຽນແປງ ຂອງສະພາບການທົ່ວໂລກ, ອັນໄດ້ສ້າງປະຫວັດສາດ ທີ່ໜ້າຈາລຶກໄວ້. ການນຳລຸ່ນອາວຸໂສເຊັ່ນ: ສະຫາຍ ເໝົາເຈີຕົງ; ສະຫາຍ ໂຈ່ວເອີ່ນລາຍ, ກັບ ສະຫາຍ ໄກສອນ ພົມວິຫານ ແລະ ສະຫາຍອື່ນໆ ໄດ້ຈົກຈິດຈົກໃຈໃສ່ກັນ, ໄດ້ຜູກພັນມິດຕະພາບອັນເລິກເຊິ່ງ ໃນການຕໍ່ສູ້ກັບສັດຕູ, ໄດ້ສ້າງພື້ນຖານອັນໝັ້ນແກ່ນ ໃຫ້ສອງປະເທດ ຈີນ-ລາວ ມີມິດຕະພາບຕໍ່ກັນທຸກເຊັ່ນຄົນ. ລູກຫຼານຂອງ ທ່ານ ກິນິມ ພົນເສນາ ຜູ້ນຳທີ່ສຳຄັນຂອງລາວ ເຄີຍໄປຮຽນຢູ່ຈີນເປັນເວລາ 10 ປີ, ພວກເພິ່ນໄດ້ຜ່ານຜ່າ ໄລຍະໄວໜຸ່ມຂອງຕົນຢູ່ຈີນ ແລະ ກໍ່ກາຍເປັນສັກຂີພິຍານ, ຜູ້ສືບທອດ ແລະ ຜູ້ທີ່ຊຸກຍູ້ມິດຕະພາບ ອັນເປັນມູນເຊື້ອລະຫວ່າງ ຈີນ-ລາວ. ໃນຊຸມປີ 1960-1970 ທະຫານ ແລະ ປະຊາຊົນຈີນ ໄດ້ຕັ້ງໜ້າສະໜັບສະໜູນ ພາລະກິດປົດປ່ອຍ ແລະ ຄວາມເປັນເອກະລາດ ຂອງຊາດລາວ, ທະຫານຈີນຈຳນວນ 200 ກວ່າຄົນ ໄດ້ເສຍສະຫຼະຊີວິດ ຢູ່ຜືນແຜ່ນດິນແຫ່ງນີ້ ທີ່ພວກເພິ່ນເຄີຍສູ້ຮົບກັນ, ອັນໄດ້ສ້າງອະນຸສາວະລີ ຊົ່ວນິລັນດອນໃຫ້ແກ່ມິດຕະພາບ ຈີນ-ລາວ ດ້ວຍເລືອດເນື້ອ ແລະ ຊີວິດຂອງຕົນ. ເມື່ອເຂົ້າສູ່ຍຸກໃໝ່, ມິດຕະພາບ ຈີນ-ລາວ ໄດ້ຮັບການປັບປຸງຂຶ້ນຕື່ມ ແລະ ເຕັມໄປດ້ວຍ ຄວາມມີຊີວິດຊີວາອັນໃໝ່; ການພົວພັນຄູ່ຮ່ວມມື ຍຸດທະສາດຮອບດ້ານ ລະຫວ່າງ ສອງປະເທດໄດ້ຮັບການ ເປີດກວ້າງອອກເລື້ອຍໆ; ການໄປມາຫາສູ່ກັນ ລະຫວ່າງ ການນຳຂັ້ນສູງນັບມື້ນັບເນື່ອງນິດຂຶ້ນ, ການແລກປ່ຽນລະຫວ່າງ ສອງພັກກ້າວສູ່ລວງເລິກ ແລະ ຄວາມໄວ້ເນື້ອເຊື່ອໃຈກັນ ທາງການເມືອງ ມີຄວາມໝັ້ນທ່ຽງຂຶ້ນເລື້ອຍໆ. ຄຳບູຮານຂອງຈີນກ່າວວ່າ “ຜູ້ທີ່ມີອາຈານດຽວກັນ ເອີ້ນວ່າໝູ່, ຜູ້ທີ່ມີອຸດົມການຮ່ວມກັນ ເອີ້ນວ່າເພື່ອນ”, ນີ້ຄືການພັນລະນາ ການພົວພັນລະຫວ່າງ ຈີນ-ລາວ ຢ່າງແທດເໝາະທີ່ສຸດ. ໃນຖານເປັນເພື່ອນມິດບ້ານທີ່ດີ, ໝູ່ເພື່ອນທີ່ດີ, ສະຫາຍທີ່ດີ, ຄູ່ຮ່ວມທີ່ດີ ທີ່ມີອຸດົມການ ແລະ ເສັ້ນທາງກ້າວເດີນຄືກັນນັ້ນ, ຈີນ ແລະ ລາວ ໄດ້ປະຕິບັດຕໍ່ກັນ ຢ່າງສະເໝີພາບ ແລະ ຕ່າງຊ່ວຍຊູກຍູ້ໜູນກັນຕະຫຼອດ ຂະບວນການທີ່ຊອກຄົ້ນ ການປະດິດສ້າງທິດສະດີ ແລະ ພຶດຕິກຳຂອງສັງຄົມນິຍົມ, ຊຸກຍູ້ການສ້າງສາເສດຖະກິດ, ການເມືອງ, ວັດທະນະທຳ ແລະ ສັງຄົມຢ່າງຮອບດ້ານ ແລະ ເລັ່ງລັດຂະບວນການ ຫັນເປັນທັນສະໄໝ. ການພົວພັນລະຫວ່າງ ຈີນ-ລາວ ຖືເປັນແບບຢ່າງຂອງການພົວພັນ ແລະ ຮ່ວມມືຮອບດ້ານລະຫວ່າງຈີນ ກັບບັນດາປະເທດອ້ອມຂ້າງ ທີ່ເປັນບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ. ເລັ່ງລັດການເຊື່ອມຈອດກັນ ດ້ານຍຸດທະສາດການພັດທະນາ ລະຫວ່າງ ຈີນ-ລາວ, ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນ ແລະ ຍຸດທະສາດ “ຫັນຈາກປະເທດ ທີ່ບໍ່ມີທາງອອກສູ່ທະເລ ກາຍເປັນປະເທດເຊື່ອມຕໍ່ ໃນອະນຸພາກພື້ນ” ຂອງລາວ, ແຜນການ “5 ປີຄັ້ງທີ 13” ຂອງຈີນ ແລະ ແຜນການພັດທະນາສັງຄົມ “5 ປີ ຄັ້ງທີ 8 ” ຂອງລາວສາມາດເຊື່ອມຈອດກັນ ໃນລະດັບສູງ, ສອງປະເທດມີທັດສະນະ ການພັດທະນາຄ້າຍຄືກັນ. ປີກາຍນີ້ ໂຄງການທາງລົດໄຟ ຈີນ-ລາວ ທີ່ຖືເປັນໂຄງການສັນຍະລັກ ແຫ່ງການຮ່ວມມື ຢ່າງຕິດແທດຕົວຈິງ ລະຫວ່າງສອງປະເທດນັ້ນ ໄດ້ເລີ່ມກໍ່ສ້າງຢ່າງຮອບດ້ານ, ອັນເຮັດໃຫ້ເສັ້ນທາງຄົມມະນາຄົມ ທີ່ບັນຈຸຄວາມຝັນການພັດທະນາ ຂອງປະຊາຊົນລາວນັ້ນ ພວມຄ່ອຍໆກາຍເປັນຈິງ. ການກໍ່ສ້າງເຂດຮ່ວມມືເສດຖະກິດ ບໍ່ຫານ-ບໍ່ເຕັນ ແລະເຂດພັດທະນາເສດຖະກິດ ກວມລວມໄຊເສດຖາ ຂອງວຽງຈັນ ໄດ້ມີຄວາມຄືບໜ້າເປັນຢ່າງດີ, ວິສາຫະກິດ ແລະອົງການຈັດຕັ້ງຕ່າງໆ ພາກັນຕັ້ງສຳນັກງານຢູ່ເຂດນີ້, ເຊິ່ງຈະຊ່ວຍປະເທດລາວ ບັນລຸການໃຫ້ອຸດສາຫະກຳ ຍົກລະດັບໃຫ້ສູງຂຶ້ນ, ດຶງດູດທຶນຕ່າງປະເທດ, ຊຸກຍູ້ການປະກອບອາຊີບ, ພັດທະນາວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ. ການຮ່ວມມືທີ່ແທດເໝາະ ກັບຕົວຈິງລະຫວ່າງ ຈີນ-ລາວ ໄດ້ເລັ່ງລັດໄວຂຶ້ນ. ຈີນໄດ້ກາຍເປັນປະເທດ ທີ່ລົງທຶນຢູ່ລາວຫຼາຍທີ່ສຸດ, ແລະ ເປັນປະເທດຄູ່ການຄ້າໃຫຍ່ ອັນດັບທີ 2 ຂອງລາວ. ເດືອນມັງກອນຫາເດືອນກັນຍາປີນີ້ ການຄ້າລະຫວ່າງສອງຝ່າຍ ບັນລຸ 2 ຕື້ 100 ລ້ານໂດລາ, ເພີ່ມຂຶ້ນ 25,1% ເມື່ອທຽບໃສ່ ໄລຍະດຽວກັນຂອງປີຜ່ານມາ. ຈີນລົງທຶນຢູ່ລາວຫຼາຍກວ່າ 6 ຕື້ 100 ລ້ານໂດລາສະຫະລັດ, ອັນໄດ້ຊຸກຍູ້ການພັດທະນາ ຂອງໄຟຟ້ານ້ຳຕົກ, ບໍ່ແຮ່, ການບໍລິການ ແລະ ຂະແໜງການອື່ນໆຂອງລາວ. ຈີນໄດ້ຊຸກຍູ້ການສ້າງໂຄງການ ທີ່ມີຜົນດີຕໍ່ຊີວິດການເປັນຢູ່ ຂອງປະຊາຊົນລາວ ເຊັ່ນ: ໂຮງໝໍ, ເສັ້ນທາງ ແລະ ໂຮງຮຽນເປັນຕົ້ນ ເພື່ອຊ່ວຍປະຊາຊົນລາວ ຍົກລະດັບ ແລະ ຄຸນນະພາບ ຂອງຊີວິດການເປັນຢູ່ ໃຫ້ສູງຂຶ້ນ. ເຂື່ອນໄຟຟ້ານ້ຳລີກ ທີ່ວິສາຫະກິດຈີນ ເປັນຜູ້ສ້າງນັ້ນ ດຳເນີນງານເປັນຢ່າງດີ, ອັນໄດ້ເສີມຂະຫຍາຍບົດບາດທີ່ສຳຄັນ ໃນການສ້າງສາພັດທະນາ ເສດຖະກິດສັງຄົມລາວ.ສ່ວນປະເທດລາວ ກໍ່ມີການສົ່ງສິນຄ້າ ໄປຂາຍຢູ່ຈີນເພີ່ມຂຶ້ນ, ຜະລິດຕະພັນກະສິກຳຂອງລາວ ເຊັ່ນ: ເຂົ້າສານ, ກາເຟ, ໝາກກ້ວຍ ແລະ ໝາກໂມເປັນຕົ້ນ ນັບມື້ນັບໄດ້ຮັບຄວາມນິຍົມຊົມຊອບ ຈາກຜູ້ບໍລິໂພກຂອງຈີນ. ການແລກປ່ຽນ ດ້ານວັດທະນະທຳ ຈີນ-ລາວ ນັບມື້ນັບເພີ່ມຫຼາຍຂຶ້ນ. ໃນ 6 ເດືອນຕົ້ນປີນີ້, ນັກທ່ອງທ່ຽວຈີນ 4 ແສນເທືຶຶຶ່ອຄົນ ໄດ້ມາທ່ອງທ່ຽວຢູ່ລາວ. ສ່ວນຄົນລາວ ກໍ່ໄດ້ໄປເຮັດທຸລະກິດ ຫຼືທ່ອງທ່ຽວຢູ່ຈີນ ນັບມື້ນັບຫຼາຍ, ຈຳນວນນັກສຶກສາລາວ ທີ່ໄດ້ຮັບທຶນການສຶກສາ ຂອງລັດຖະບານຈີນ ແລະ ຮຽນຢູ່ຈີນນັ້ນ ຫຼາຍທີ່ສຸດໃນບັນດາປະເທດອາຊຽນ. ການບໍລິການດ້ານການ ປິ່ນປົວພະຍາດຂອງຈີນເຊັ່ນ: ໂຄງການ “ຂະບວນລົດໄຟສັນຕິພາບ” ແລະໂຄງການ “ແສງສະຫວ່າງແມ່ນ້ຳຂອງ” ໄດ້ຮັບການຍ້ອງຍໍຊົມເຊີຍ ຈາກປະຊາຊົນລາວ ຢ່າງກວ້າງຂວາງ. ອາສາສະໝັກຊາວໜຸ່ມ ເກືອບຮ້ອຍຄົນຈາກ ນະຄອນຊຽງໄຮຂອງຈີນ ໄດ້ມາຮອດລາວເພື່ອໃຫ້ ການບໍລິການໃນດ້ານ ເຕັກນິກອິນເຕີເນັດ ແລະ ການສິດສອນ ດ້ານກິລາເປັນຕົ້ນ, ເຊິ່ງໃນນັ້ນ ມີຜູ້ໜຶ່ງໄດ້ກາຍເປັນຄູຝຶກໃຫຍ່ ຂອງທິມບານບ້ວງເພດຊາຍ ແຫ່ງຊາດລາວ. ລະຄອນສາລະຄະດີເລື່ອງ ຄວາມຊົງຈຳແຫ່ງການເວລາ ທີ່ຈີນ ແລະ ລາວ ຮ່ວມກັນຖ່າຍທຳນັ້ນ ໄດ້ຮັບການກົດເຂົ້າຊົມຜ່ານທາງ ອິນເຕີເນັດຫຼາຍລ້ານເທື່ອ, ອັນໄດ້ເຮັດໃຫ້ປະຊາຊົນ ສອງປະເທດປະທັບໃຈທີ່ສຸດ. ເພງ ໜຶ່ງແລວ ໜຶ່ງເສັ້ນທາງ ທີ່ແຕ່ງໂດຍຄົນລາວ ແລະ ຮ້ອງໂດຍຄົນລາວນັ້ນ ເມື່ອໄດ້ເຜີຍແຜ່ທາງອິນເຕີແນັດແລ້ວ ກໍ່ໄດ້ຮັບຄວາມນິຍົມຊົມຊອບ ແລະ ການຕີລາຄາເປັນຢ່າງດີ ຈາກຜູ້ໃຊ້ອິນເຕີເນັດ ເປັນຈຳນວນຫຼວງຫຼາຍ. ໃນຂະບວນວິວັດອັນຍິ່ງໃຫຍ່ ແຫ່ງການສ້າງສາສັງຄົມນິຍົມ ທີ່ມີສີສັນພິເສດຂອງຕົນເອງ, ສອງປະເທດຈີນ ແລະ ລາວ ມີອຸດົມການຮ່ວມກັນ ແລະ ມີຄວາມເຫັນເປັນເອກະສັນກັນ. ໃນເດືອນທີ່ຜ່ານມາ, ພັກກອມມູນິດຈີນ ໄດ້ໄຂກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 19 ຢ່າງມີໄຊ, ເຊິ່ງກອງປະຊຸມຄັ້ງນີ້ ໄດ້ວາງທິດທາງລວມ ແລະ ໂຄງການດຳເນີນງານ ກ່ຽວກັບການພັດທະນາ ໃນອະນາຄົດຂອງພັກ ແລະ ລັດຈີນ. ກອງປະຊຸມຄັ້ງນີ້, ໄດ້ວາງແຜນຜັງອັນຍິ່ງໃຫຍ່ ກ່ຽວກັບການສ້າງສາພັດທະນາຈີນ ຈົນຮອດກາງສັດຕະວັດນີ້ ຄື ເມື່ອຮອດປີ 2020 ຈະສ້າງເປັນສັງຄົມ ທີ່ອີ່ມໜຳສຳລານຮອບດ້ານ; ນັບແຕ່ປີ 2020-2035 ສ້າງເປັນປະເທດສັງຄົມນິຍົມ ທີ່ທັນສະໄໝໂດຍພື້ນຖານ; ຈາກປິ 2035-ກາງສັດຕະວັດນີ້ ສ້າງປະເທດຈີນ ໃຫ້ເປັນປະເທດສັງຄົມນິຍົມທີ່ ເຂັ້ມແຂງ ທັນສະໄໝ ອຸດົມຮັ່ງມີ ມີປະຊາທິປະໄຕ ສີວິໄລ ມີຄວາມກົມກຽວກັນ ແລະ ສວຍງາມ. ພວກຂ້າພະເຈົ້າ ມີຄວາມສາມາດ ແລະມີຄວາມໝັ້ນໃຈ ໃນການນຳພາປະຊາຊົນຈີນ ເດີນໄປສູ່ຄວາມໃຝ່ຝັນຂອງຈີນ ທີ່ບັນລຸການຟື້ນຟູ ຄວາມຈະເລີນຮຸ່ງເຮືອງ ອັນຍິ່ງໃຫຍ່ຂອງ ປະຊາຊາດຈີນ. ພາຍໃຕ້ການນຳພາຂອງ ພັກປະຊາຊົນ ປະຕິວັດລາວ, ສັງຄົມລາວ ມີຄວາມປອງດອງ ແລະ ມີຄວາມສະຫງົບດີ, ເສດຖະກິດພັດທະນາຢ່າງຮຸ່ງເຮືອງ, ປະເທດມີການປ່ຽນແປງຢ່າງຫຼວງຫຼາຍ, ພວມຊຸກຍູ້ພາລະກິດປ່ຽນແປງໃໝ່ ຢ່າງຮອບດ້ານເດີນໄປສູ່ເປົ້າໝາຍ ທີ່ກຳນົດໂດຍກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 10 ຂອງພັກປະຊາຊົນ ປະຕິວັດລາວ. ພາລະກຳທີ່ເຊັ່ນດຽວກັນ ແລະ ຄວາມໃຝ່ຝັນທີ່ຄຶກັນ ເໝືອນດັ່ງສາຍນ້ຳ ໃນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ເຮັດໃຫ້ພວກເຮົາ ມີອະນາຄົດທີ່ຕິດຕໍ່ກັນ ແລະ ມີຊະຕາກຳທີ່ເຊື່ອມຈອດກັນ. ພວກເຮົາຄວນເພີ່ມທະວີ ການແລກປ່ຽນກັນ ດ້ານຍຸດທະສາດ ເພື່ອສ້າງປະຊາຄົມ ຮ່ວມຊາຕາກຳທີ່ຕ່າງເຄົາລົບກັນ ແລະ ໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ. ຈີນ-ລາວ ຕ້ອງສືບທອດ ແລະ ເສີມຂະຫຍາຍ ມິດຕະພາບອັນເປັນມູນເຊື້ອ ລະຫວ່າງສອງປະເທດ, ກຳກັບທິດທາງທີ່ຖືກຕ້ອງ ໃນການຂະຫຍາຍການພົວພັນ ສອງຝ່າຍຢ່າງໜັກແໜ້ນ, ລົງເລິກຄວາມໄວ້ເນື້ອເຊື່ອໃຈ ດ້ານການເມືອງ, ຖອດຖອນບົດຮຽນ ໃນດ້ານການຊຸກຍູ້ ການປະຕິຮູບ, ຊອກຄົ້ນທິດສະດີ ແລະ ພຶດຕິກຳຂອງການ ສ້າງສາສັງຄົມນິຍົມ, ຮັດແໜ້ນການໄປມາຫາສູ່ກັນ ລະຫວ່າງພັກ, ລັດຖະບານ, ພາກສ່ວນນິຕິບັນຍັດ ແລະ ລະດັບທ້ອງຖີ່ນ, ເຮັດໃຫ້ການພົວພັນຄູ່ຮ່ວມມື ຍຸດທະສາດຮອບດ້ານລະຫວ່າງ ຈີນ-ລາວ ກ້າວສູ່ລວງກວ້າງ ແລະ ລວງເລິກ. ສອງປະເທດຄວນສືບຕໍ່ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນບັນຫາທີ່ກ່ຽວພັນເຖິງ ຜົນປະໂຫຍດໃຈກາງ ແລະ ບັນຫາສຳຄັນທີ່ເອົາໃຈໃສ່ ຂອງກັນ ແລະ ກັນ, ອີງຕາມຄວາມຖືກຄວາມຜິດ ຂອງບັນຫາມາຕົກລົງ ນະໂຍບາຍການຕ່າງປະເທດ, ຮ່ວມກັນປົກປັກຮັກສາສິດ ແລະ ຜົນປະໂຫຍດຂອງປະເທດ ທີ່ພວມພັດທະນານຳກັນ. ພວກເຮົາຄວນລົງເລິກ ການເຊື່ອມຈອດກັນ ດ້ານຍຸດທະສາດ ເພື່ອສ້າງປະຊາຄົມຮ່ວມຊະຕາກຳ ທີ່ຕ່າງຊ່ວຍເຫຼືອກັນ. ຈີນສະໜັບສະໜູນ ລາວເສີມຂະຫຍາຍທ່າແຮງດ້ານພູມີພາກ ເພື່ອບັນລຸການພັດທະນາ ແບບສີຂຽວແລະຍືນຍົງ. ໃນຖານະເປັນພາກສ່ວນໜຶ່ງ ທີ່ສຳຄັນຂອງເຄືອຂ່າຍທາງລົດໄຟຜ່ານອາຊີ ໂຄງການທາງລົດໄຟ ລາວ-ຈີນ ມີຄວາມໝາຍດ້ານຍຸດທະສາດ ແລະ ຄວາມໝາຍຕົວຈິງ ທີ່ສຳຄັນຕໍ່ລາວ. ສອງຝ່າຍຄວນ ເພີ່ມທະວີການປະສານສົມທົບກັນ, ເພື່ອສ້າງທາງລົດໄຟສາຍນີ້ ໃຫ້ສຳເລັດ ແລະ ເປີດການບໍລິການໂດຍໄວ, ເຮັດໃຫ້ລາວເຊື່ອມຕໍ່ກັບ ບັນດາປະເທດຢູ່ອ້ອມຂ້າງ ກໍ່ຄືທົ່ວໂລກ. ພວກເຮົາຕ້ອງຊຸກຍູ້ການສ້າງ ແລະ ດຳເນີນງານຂອງໂຄງການໃຫຍ່ ທີ່ສຳຄັນຕ່າງໆເຊັ່ນ: ເຂດຮ່ວມມືເສດຖະກິດ, ດາວທຽມ ແລະ ເຂື່ອນໄຟຟ້ານ້ຳຕົກເປັນຕົ້ນ ເພື່ອໃຫ້ປະຊາຊົນລາວ ໄດ້ຮັບຜົນປະໂຫຍດໂດຍໄວ ແລະ ຫຼາຍກວ່າເກົ່າ. ພວກເຮົາຄວນເປີດກວ້າງການຮ່ວມມືທີ່ແທດເໝາະກັບຕົວຈິງ ເພື່ອສ້າງປະຊາຄົມຮ່ວມຊາຕາກຳທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ຈີນ-ລາວມີພູຜາສາຍນ້ຳຕິດຈອດກັນ, ເສດຖະກິດມີລັກສະນະຕ່າງຄ້ຳຊູກັນ. ລາວມີຊັບພະຍາກອນທຳມະຊາດທີ່ອຸດົມຮັ່ງມີ, ເສດຖະກິດພັດທະນາຢ່າງວ່ອງໄວ ເຊິ່ງພວມຢູ່ໃນໄລຍະຂໍກະແຈທີ່ຊຸກຍູ້ການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝ. ຈີນມີບົດຮຽນແລະທ່າແຮງຢ່າງຫຼວຍຫຼາຍໃນດ້ານທຶນຮອນ, ເຕັກນິກ ແລະອຸປະກອນ. ສອງຝ່າຍຄວນຂຸດຄົ້ນກຳລັງບົ່ມຊ້ອນໃນການຮ່ວມມືເລື້ອຍໆ, ປະດິດສ້າງຮູບການຮ່ວມມືອັນໃໝ່, ເປີດກວ້າງການຮ່ວມມືທີ່ຕິດແທດຕົວຈິງໃນຂົງເຂດສ້າງເຄືອຂ່າຍໄຟຟ້າໃຫ້ເຊື່ອມຈອດກັນ, ການທະນາຄານ ແລະພະລັງງານເປັນຕົ້ນ, ຊຸກຍູ້ການສ້າງສາພື້ນຖານໂຄງລ່າງດ້ານກະສິກຳ, ຊົນລະປະທານ, ເສັ້ນທາງຄົມມະນາຄົມ ແລະໂທລະຄົມຂອງລາວ, ເພື່ອນຳເອົາຜົນປະໂຫຍດຕົວຈິງມາໃຫ້ປະຊາຊົນສອງປະເທດ. ພວກເຮົາຄວນເປີດກວ້າງ ການແລກປ່ຽນດ້ານວັດທະນະທຳ ເພື່ອສ້າງປະຊາຄົມ ຮ່ວມຊາຕາກຳທີ່ຕ່າງຮ່ຳຮຽນ ແລະ ຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນ. ພວກເຮົາຕ້ອງເພີ່ມທະວີ ການຮ່ວມມືໃນຂົງເຂດວັດທະນະທຳ, ເຕັກນິກວິທະຍາສາດ, ຊາວໜຸ່ມ ແລະ ລະດັບທ້ອງຖີ່ນ, ເຮັດໃຫ້ມິດຕະພາບ ຈີນ-ລາວ ໄດ້ຮັບການສືບທອດ ໄປທຸກເຊັ່ນຄົນ. ຍິນດີຕ້ອນຮັບເພື່ອນລາວໄປຮຽນ, ທ່ອງທ່ຽວ ແລະ ເຮັດວຽກຢູ່ຈີນ ໃຫ້ຫຼາຍກວ່າເກົ່າ ເພື່ອກາຍເປັນຜູ້ສືບທອດ ແລະ ຜູ້ເສີມຂະຫຍາຍມິດຕະພາບ ອັນເປັນມູນເຊື້ອລະຫວ່າງ ຈີນ-ລາວ. ຈີນຈະຕັ້ງໜ້າສະໜັບສະໜູນລາວ ໃນການຈັດກິດຈະກຳ ປີທ່ອງທ່ຽວລາວ 2018 ໃຫ້ດີ, ສົ່ງເສີມໃຫ້ນັກທ່ອງທ່ຽວຈີນ ໄປທ່ອງທ່ຽວຢູ່ລາວ ຫຼາຍກວ່າເກົ່າ ເພື່ອສຳຜັດກັບສະເໜ່ ທີ່ມີເອກະລັກພິເສດ ຂອງປະຫວັດສາດ ແລະ ວັດທະນະທຳລາວ. ຈີນ ແລະ ລາວ ເປັນສະມາຊິກທີ່ສຳຄັນ ໃນກົນໄກ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ກົນໄກການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ຮັບຜົນງານຢ່າງຫຼວງຫຼາຍ ນັບແຕ່ສ້າງຕັ້ງຂຶ້ນ ຢ່າງເປັນທາງການເມື່ອປີ 2016 ເປັນຕົ້ນມາ, ອັນໄດ້ສະແດງໃຫ້ເຫັນເຖິງ “ຄວາມໄວແຫ່ງ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ແລະ “ສະມັດຕະພາບແຫ່ງ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”, ອັນໄດ້ຈໍ່ຕົວເປັນວັດທະນະທຳ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ທີ່ປະຕິບັດຕໍ່ກັນຢ່າງສະເໝີພາບ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງຈິງໃຈ ແລະ ຖືກຕ້ອງປອງດອງ ຄືກັບຄອບຄົວດຽວ. ປີໜ້າ ລາວຈະເປັນປະເທດປະທານຮ່ວມ ຂອງການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ຈີນຍິນດີຮ່ວມກັບລາວ ທຳຄວາມພະຍາຍາມນຳກັນ, ຊຸກຍູ້ ການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໃຫ້ໄດ້ຮັບໝາກຜົນຫຼາຍກວ່າເກົ່າ, ຜັນຂະຫຍາຍໂຄງການຜົນງານ ໄລຍະຕົ້ນທີ່ສະເໜີໂດຍລາວ, ເພື່ອນຳພາການພັດທະນາ ຂອງອະນຸພາກພື້ນ, ສ້າງຄວາມຜາສຸກ ໃຫ້ແກ່ປະຊາຊົນບັນດາປະເທດ ຢູ່ພາກພື້ນແຫ່ງນີ້ຫຼາຍກວ່າເກົ່າ. ຄຳສຸພາສິດລາວກ່າວໄວ້ວ່າ “ໄມ້ລຳດຽວລ້ອມຮົ້ວບໍ່ໄຂວ່, ໄພ່ບໍ່ພ້ອມແປງບ້ານບໍ່ເຮືອງ”, ຄົນຈີນມັກເວົ້າວ່າ “ທຸກຄົນຮ່ວມຈິດຮ່ວມໃຈກັນ ຈະກາຍເປັນກຳແພງ ທີ່ໝັ້ນແກ່ນ”, “ຫຼາຍຄົນພາກັນ ພະຍາຍາມສຸມຟືນ ກໍສາມາດເຮັດໃຫ້ໄຟຮຸ່ງຂຶ້ນ”. ຂ້າພະເຈົ້າເຊື່ອໝັ້ນວ່າ, ຂໍພຽງແຕ່ ຈີນ-ລາວ ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ແລະ ຮ່ວມມືກັນ, ກໍຍ່ອມຈະສ້າງອະນາຄົດ ຂອງການພົວພັນສອງປະເທດ ທີ່ສົດໃສກວ່າເກົ່າຢ່າງແນ່ນອນ. ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ
ຂ່າວພາຍໃນ
2017-11-13T08:43:39+00:00
https://laopost.com/?p=96993
ເຣອັນ ມາດຣິດ ແຊ່ມເກົ່າຕົກຮອບ ລາຍການໂກປາເດລເຣຍ໌ສະເປນ
(ພາບຈາກ google) ລາຍການບານເຕະ ໂກປາ ເດລເຣຍ໌ ສະເປນ ຮອບ 16 ທີມສຸດທ້າຍ ນັດທີ່2 ວັນພະຫັດ 15 ມັງກອນ 2015 ເຣອັນ ມາດຣິດ (ລາລີກາ) 2-2 ແອດເລຕີໂກ ມາດຣິດ (ລາລີກາ) ຜົນລວມສອງນັດ ແອດເລຕີໂກ ມາດຣິດ ເຂົ້າຮອບຕໍ່ໄປ ດ້ວຍປະຕູລວມ 4-2 ເຟຣ໌ນານໂດ ຕໍຣ໌ເຣສ ກັບຄືນຟອມເກັ່ງແລ້ວ ຍິງ 2 ປະຕູ ໃນເກັມ ແອດເລຕີໂກ ມາດຣິດ ບຸກໄປສະເໝີ ເຣອັລ ມາດຣິດ ເຖິງຖິ່ນ 2-2 ລວມສອງນັດ ແອດເລຕີໂກ ມາດຣິດ ຊະນະ4-2 ຜ່ານເຂົ້າຮອບຕໍ່ົໄປ ດືງລາຊັນຊຸດຂາວ ເຣອັນ ມາດຣິດ ແຊ່ມເກົ່າຕົກຮອບ. >>ຂອບໃຈhttp://www.siamsport.co.th/Sport_Football/150116_053.html
ຂ່າວຕ່າງປະເທດ
2015-01-16T08:45:44+00:00
https://laopost.com/?p=18067
6 ເດືອນທ້າຍປີຈະສຸມໃສ່ 7 ໜ້າວຽກທີ່ສຳຄັນໃນການພັດທະນາເສດຖະກິດ-ສັງຄົມ
ກະຊວງແຜນການ ແລະ ການລົງທຶນຊີ້ໃຫ້ເຫັນວ່າ ບັນດາຂະແໜງການ ແລະ ທ້ອງຖິ່ນຈະໄດ້ສືບຕໍ່ສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນໄລຍະ 6 ເດືອນທ້າຍປີ 2019 ໃຫ້ບັນລຸ ແລະ ລື່ນຄາດໝາຍ ໂດຍຈະສຸມໃສ່ 7 ໜ້າວຽກທີ່ສຳຄັນ. ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານຕໍ່ກອງປະຊຸມລັດຖະບານເປີດກວ້າງຄັ້ງທີ 1 ປະຈຳປີ 2019 ວ່າ ເພື່ອປະຕິບັດວຽກງານຈຸດສຸມຕົ້ນຕໍໃຫ້ບັນລຸ ບັນດາຂະແໜງການ ແລະ ທ້ອງຖິ່ນຈະໄດ້ສຸມໃສ່ປະຕິບັດໂຄງ ການລົງທຶນຂອງລັດທີ່ໄດ້ອະນຸມັດແລ້ວໃນແຜນປະຈຳປີ 2019 ເພື່ອໃຫ້ນຳໃຊ້ເຂົ້າໃນການຜະລິດໄດ້ໄວ ເລັ່ງປັບປຸງ 10 ຕົວຊີ້ວັດ ທີ່ຍັງຄ້າງຄາໃຫ້ສຳເລັດໃນທ້າຍປີ ໂດຍສະເພາະຕົວຊີ້ວັດທີ 4 ການຂຶ້ນທະບຽບຊັບສິນ ຕົວຊີ້ວັດທີ 7 ການຊຳລະອາກອນ ຕົວຊີ້ວັດທີ 9 ການບັງຄັບໃຊ້ສັນຍາ ແລະ ຕົວຊີ້ວັດທີ 10 ການແກ້ໄຂການຫຼົ້ມລະລາຍ ພ້ອມທັງອຳນວຍຄວາມສະດວກໃຫ້ແກ່ການລົງທຶນພາກເອກກະຊົນໃຫ້ມີຄວາມວ່ອງໄວ ງ່າຍດາຍ ແລະ ຕົ້ນທຶນຕ່ຳ ຂະນະດຽວກັນກໍຈະສຸມໃສ່ຍູ້ແຮງການຜະລິດ ແລະ ການບໍລິການ ເປັນຕົ້ນການຜະລິດກະສິກຳເປັນສິນຄ້າທີ່ມີຕະຫຼາດແລ້ວເຊັ່ນ ເຂົ້າ ພືດຜັກ ສັດໃຫຍ່ ຊາ ກາເຟ ແລະ ອື່ນໆ ຊຸກຍູ້ການຜະລິດອຸດສາຫະກຳທີ່ມີທ່າແຮງສົ່ງອອກເຊັ່ນ ການຜະລິດໄຟຟ້າ ແຮ່ທາດ ອຸດສາຫະກຳປຸງແຕ່ງໃນເຂດເສດຖະກິດພິເສດ ເລັ່ງແກ້ໄຂບັນຫາ ແລະ ຂອດອັດຕັນຕໍ່ການສົ່ງເສີມທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍ ເປັນຕົ້ນແມ່ນ ທຶນ ກົນໄກ ເຕັກນິກ ການປະສານງານ ແລະ ອື່ນໆ ໄປພ້ອມກັບຍູ້ແຮງການທ່ອງທ່ຽວໂດຍສະເພາະປີທ່ອງທ່ຽວລາວ-ຈີນ ໂດຍເອົາໃຈໃສ່ແກ້ໄຂບັນຫາຂໍ້ຫຍຸ້ງ ຍາກເຊັ່ນ ກົນໄກເຂົ້າອອກເມືອງ ປັບປຸງຄຸນນະພາບການບໍລິການ ປັບປຸງສະຖານທີ່ທ່ອງທ່ຽວ ສ້້າງຜະລິດຕະພັນການທ່ອງທ່ຽວທີ່ຫຼາກຫຼາຍໃຫ້ມີຄຸນນະພາບສູງຂຶ້ນ ເພີ່ມທະວີການໂຄສະນາ ແລະ ປັບປຸງເຄືອຂ່າຍການທ່ອງທ່ຽວໃຫ້ກວ້າງຂວາງເຂັ້ມແຂງ ຄົ້ນຄວ້າສ້າງຍຸດທະສາດດຶງດູດນັກທ່ອງທ່ຽວທີ່ມີຄວາມສາມາດໃຊ້ຈ່າຍເງິນສູງໃຫ້ຫຼາຍຂຶ້ນຕື່ມເພື່ອສ້າງລາຍຮັບເຂົ້າສູ່ປະເທດ ລວມທັງຊຸກຍູ້ການບໍລິການໃຫ້ຂະຫຍາຍຕົວ ເປັນຕົ້ນ ການຂົນສົ່ງ ການຄ້າ-ຂາຍ ການສົ່ງອອກໂດຍສະເພາະແມ່ນກະແສໄຟຟ້າ ແຮ່ທາດ ອຸດສາຫະກຳປຸງແຕ່ງ ຜົນຜະລິດກະສິກຳເພື່ອດຶງດູດເງິນຕາເຂົ້າປະເທດ ພ້ອມດຽວກັນນັ້ນ ກໍສະເໜີຂັ້ນເທິງພິຈາລະນາແກ້ໄຂໜີ້ສິນບູລິມະສິດການລົງທຶນຂອງລັດ (ໂຄງການທີ່ສຳເລັດ 100% ທີ່ມີປະສິດທິຜົນ) ເພື່ອສ້າງສະພາບຄ່ອງຕົວໃຫ້ພາກທຸລະກິດ ທັງເປັນການອັດສີດເງິນເຂົ້າລະບົບເສດຖະກິດ ເພື່ອຊຸກຍູ້ການພັດທະນາ ແລະ ການເຕີບໂຕທາງດ້ານເສດຖະກິດ. ນອກຈາກນັ້ນ ປະຕິບັດມາດຕະການເຂັ້ມງວດ ຄົບຊຸດຕໍ່ວິໄນດ້ານການເງິນ-ເງິນຕາເຊັ່ນ ຫັນການຈັດເກັບລາຍຮັບໄປສູ່ທັນສະໄໝ ແກ້ໄຂການຂາດດຸນງົບປະມານ ເພີ່ມລາຍຮັບຄຸ້ມຄອງລາຍຈ່າຍ ແກ້ໄຂໜີ້ສິນ ແລະ ຄຸ້ມຄອງ ຕິດຕາມແຫຼ່ງເງິນຕາຕ່າງປະເທດ ຈາກຂາອອກ ການລົງທຶນ ທຶນຊ່ວຍເຫຼືອລ້າ ການບໍລິການທະນາຄານ ແລະ ການບໍລິການອື່ນໆ ຫຼຸດຜ່ອນການນຳເຂົ້າທີ່ບໍ່ຈຳເປັນ ສ້າງຄວາມເຊື່ອໝັ້ນດ້ານກົນໄກການບໍລິການ-ການເງິນຂອງທະນາຄານ ຄຸ້ມຄອງແຫລ່ງເງິນຕາ ແລະ ອັດຕາແລກປ່ຽນຂອງຮ້ານແລກປ່ຽນຢ່າງເຂັ້ມງວດໃນຂອບເຂດທົ່ວປະເທດ. ໂດຍ: ສະຫະລັດ ວອນທິວົງໄຊ
ຂ່າວພາຍໃນ
2019-06-28T14:13:34+00:00
https://laopost.com/?p=116250
ຮອບຊິງຊະນະເລີດ ລາວ ພົບ ເນປານໃນການແຂ່ງຂັນເຕະບານ ຊິງຂັນນາຍົກເນປານ
ໃນວັນທີ 28 ເມສາ ທີ່ຜ່ານມາ, ໃນການແຂ່ງຂັນບານເຕະ ຊິງຂັນຍົກປະເທດເນປານ ເປັນການພົບກັນລະຫວ່າງ ທີມຊາດ Nepal (ເຈົ້າພາບ) ພົບ Bhutan ຜ່ານການແຂ່ງຂັນຜົນປະກົດວ່າ ພູຖານ ສ້າງເກມໄດ້ດີ ແລະ ຍິງນຳ ເນປານ ໄປກ່ອນ 1 – 0 ຈົນມາຮອດນາທີສຸດທ້າຍກ່ອນທົດເວລາບາດເຈັບ ຖືກເຈົ້າພາບຍິງປະຕູຕີສະເໝີ 1-1 ກ່ອນໝົດເວລາການແຂ່ງຂັນ ແລະ ແບ່ງແຕ້ມກັນໄປ. ສຳລັບ ພູຖານທີ່ເສຍໃຫ້ລາວນັດທີ່ຜ່ານມາ 1 – 2 ປະຕູລວມການແຂ່ງຂັນທີ່ສະເໝີໃນນັດທີ 2 ບໍ່ສາມາດເຂົ້າຮອດຮອບຊິງໄດ້ ເນື່ອງຈາກປະເທດເນປານທີ່ເອົາຊະນະ ທີມຊາດລາວ ມາກ່ອນ 2:0 ປະຕູ ຈຶ່ງເຮັດໃຫ້ ເຈົ້າພາບ ໄດ້ເຂົ້າຊິງກັບ ປະເທດລາວ ໃນວັນສຸກ 31 ມີນາ 2023 ເວລາ 18:45 ໂມງ. ສະຫຼຸບຄະແນນການແຂ່ງຂັນທີ່ຜ່ານມາ: ເນປານ ແຂ່ງສອງນັດມີ 4 ຄະແນນ, ລາວ ແຂ່ງສອງນັດມີ 3 ຄະແນນ, ພູຖານ ແຂ່ງສອງນັດມີ 1 ຄະແນນ.
ຂ່າວພາຍໃນ
2023-03-29T13:42:10+00:00
https://laopost.com/?p=143567
ອຸທາຫອນ! ໜຸ່ມເຄາະຮ້າຍຖືກໄຟຊ໊ອດເສຍຊີວິດເພາະຟັງເພງຂະນະສາກມືຖື
ອີງຕາມການລາຍງານຂ່າວຂອງສຳນັກຂ່າວຕ່າງປະເທດເມື່ອວັນທີ 13 ຕຸລາ 2016 ນີ້ວ່າ ມີຊາຍຄົນອິນເດຍຖືກໄຟຊ໊ອດເສຍຊີວິດ ໃນຂະນະທີ່ກຳລັງຟັງເພງຈາກໂທລະສັບມືຖື ທີ່ສາກຢູ່ ຕຳຫຼວດຄາດວ່າໄຟຟ້າລັດວົງຈອນ ແຕ່ບໍ່ໄດ້ເປີດເຜີຍວ່າສາຍສາກບໍ່ໄດ້ມາດຕະຖານ ຈາກອຸປະຕິເຫດຄັ້ງນີ້ ແມ່ນທ້າວ ສຸນິນ ຢຸບເນ ອາຍຸ 27 ປີ ໄດ້ສຽບຫູຟັງເພງຈາກໂທລະສັບມືຖືທີ່ກຳລັງສາກ ແຕ່ລາວກໍຕ້ອງລົ້ມລົງກັບພື້ນ ເພາະໄຟຊ໊ອດ ຈາກນັ້ນກໍຖືກນຳສົ່ງໂຮງໝໍ ແຕ່ກໍຊ່ວຍຊີວິດໄວ້ບໍ່ໄດ້ ເຫດການນີ້ເກີດຂຶ້ນເມື່ອເວລາປະມານ 7 ໂມງ ຂອງວັນທີ 8 ຕຸລາ 2016 ຈາກການສອບສວນໃນຄັ້ງນີ້ ຕຳຫຼວດໄດ້ບອກວ່າ ສາເຫດການເສຍຊີວິດຂອງ ທ້າວ ສຸນິນ ມາຈາກໄຟຟ້າລັດວົງຈອນ ລາວຖືກໄຟຊ໊ອດຢ່າງແຮງຈົນຊ໊ອກລົງກັບພື້ນ ແລະເສຍຊີວິດລົງ
ຂ່າວຕ່າງປະເທດ
2016-10-13T16:14:09+00:00
https://laopost.com/?p=72946
ປີຜ່ານມາກາແດງຊ່ວຍບັນເທົາທຸກປະຊາຊົນ ເກືອບ 2.000 ຄອບຄົວ
ການເຄື່ອນໄຫວປະຕິບັດວຽກງານ ຂອງອົງການກາແດງລາວ ໃນປີ 2012 ຜ່ານມາ ສາມາດຊ່ວຍເຫລືອບັນເທົາທຸກ ໃຫ້ແກ່ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໄພພິບັດຕ່າງໆ ເປັນຕົ້ນ: ໄພນ້ຳຖ້ວມ, ລົມພາຍຸ, ດິນເຊາະເຈື່ອນ ແລະ ອື່ນໆ ໄດ້ທັງໝົດ 1.880 ຄອບຄົວ, 11.558 ຄົນ ໂດຍໄດ້ຊ່ວຍເຂົ້າສານ ແລະ ເກືອ ຈຳນວນ 46.525 ກິໂລ, ມູນຄ່າ 1,7 ຕື້ກວ່າກີບ. ໃນຂະນະດຽວກັນ ໄດ້ມີການຊ່ວຍກໍ່ສ້າງນ້ຳລິນໃຫ້ຊຸມຊົນ ຈຳນວນ 29 ແຫ່ງ, ສ້ອມແປງ 24 ແຫ່ງ, ມີຜູ້ໄດ້ຮັບຜົນປະໂຫຍດ 15.724 ຄົນ, ມູນຄ່າ 3,6 ຕື້ກວ່າກີບ; ກໍ່ສ້າງ ນ້ຳບາດານ 2 ບໍ່ໃນສອງບ້ານ, ມູນຄ່າ 100 ລ້ານກີບ, ກໍ່ສ້າງວິດຖ່າຍໄດ້ທັງໝົດ 3.452 ແຫ່ງ, ມີຜູ້ໄດ້ຮັບປະໂຫຍດ 23.796 ຄົນ, ມູນຄ່າ 1,5 ຕື້ກວ່າກີບ. ພ້ອມນີ້ ໄດ້ຈັດຊຸດ ອົບຮົມພະຍາບານ ໃຫ້ອາສາສະໝັກໄດ້ 425 ຄົນ, ເປັນຍິງ 151 ຄົນ ແລະ ຊ່ວຍເຫລືອຜູ້ຖືກອຸປະຕິເຫດເທິງຖະໜົນໄດ້ 152 ຄົນ. ກາແດງລາວ ຍັງໄດ້ເຄື່ອນໄຫວປຸກລະດົມ ຮັບບໍລິຈາກເລືອດ ຮ່ວມກັບພາກສ່ວນຕ່າງໆ ເພື່ອກຽມພ້ອມຮັບໃຊ້ກອງປະຊຸມ ອາແຊັບ 7 ແລະ ກອງປະຊຸມອາເຊັມ 9 ແລະ ງານກິລາມະຫາວິທະຍາໄລອາຊຽນ ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ຊຶ່ງໄດ້ຮັບເລືອດທັງໝົດ 15.632 ຖົງ, ທັງມີການເຄື່ອນໄຫວຈັດກອງປະຊຸມ ແລະ ການຈັດຕັ້ງປະຕິບັດໂຄງການຫລຸດຜ່ອນຄວາມສ່ຽງໄພພິບັດຊຸມ ຊົນຮ່ວມກັບອົງການອຸຍນີເຊັບ ຢູ່ 3 ເມືອງ 17 ບ້ານ ຂອງແຂວງສາລະວັນ ແລະ 3 ເມືອງ 29 ບ້ານຂອງແຂວງ ເຊກອງ. ບົດລາຍງານຫ້ອງວ່າການລັດຖະບານລະບຸວ່າ: ປີ 2013 ອົງການກາແດງ ໄດ້ມີການຫ້າງຫາກະກຽມການຊ່ວຍບັນເທົາທຸກ ແກ່ປະຊາຊົນໃນກໍລະນີຫາກເກີດໄພພິບັດທຳມະຊາດ ດ້ວຍຫລາຍຮູບການ ເຊັ່ນ: ການກຳນົດເຂດຄວາມສ່ຽງ, ການສ້າງຕັ້ງລະບົບເກັບກຳຂໍ້ມູນ ເພື່ອລາຍງານສະພາບທີ່ເກີດຂຶ້ນໃຫ້ທັນເວລາ ແລະ ຈັດຕັ້ງລະບົບການປະສານງານຄົບ ຊຸດແຕ່ສູນກາງຮອດທ້ອງຖິ່ນ. ພ້ອມນີ້ ໄດ້ສືບຕໍ່ຊີ້ນຳໂຄງການພັດທະນາສຸຂະພາບຊຸມຊົນ ເປັນຕົ້ນແມ່ນນ້ຳລິນ, ວິດຖ່າຍ, ການອົບຮົມອາສາສະໝັກບ້ານ, ໝໍຕຳແຍ, ຖົງປະ ຖົມພະຍາບານ, ຖົງຊ່ວຍເກີດລູກ ແລະ ມຸ້ງຍ້ອມຢາ. ສືບຕໍ່ສ້າງຄວາມເຂັ້ມແຂງ ໃນການປຸກລະດົມຈັດຫາຜູ້ບໍລິຈາກເລືອດ, ລວມທັງການສະໜອງເລືອດໃຫ້ພຽງພໍ ແລະ ປອດ ໄພເທື່ອລະກ້າວ./ ຂ່າວຈາກ: www.kpl.net.la
ຂ່າວພາຍໃນ
2013-02-28T14:58:10+00:00
https://laopost.com/?p=2388
ສະຫລົດ! ຍິງອິນເດຍ ຖືກພີ່ນ້ອງລຸມທຸບຕີຈົນເສຍຊີວິດ ຍ້ອນສົງໄສວ່າເປັນແມ່ມົດ!
(ພາບປະກອບຂ່າວ) ຍິງອິນເດຍ ຖືກພີ່ນ້ອງຂອງຕົນລຸມທຸບຕີຈົນເສຍຊີວິດ ຍ້ອນສົງໄສວ່າເປັນແມ່ມົດ ເສກມົນດຳໃສ່ຫລານ. ວັນທີ 28 ຕຸລານີ້ ສຳນັກຂ່າວຕ່າງປະເທດລາຍງານວ່າ ເກີດເຫດການໄລ່ລ່າແມ່ມົດໃນເຂດເປມີທຣາ ລັດສັດຕິສະຄອນ ທາງຕອນກາງຂອງປະເທດອິນເດຍ ໂດຍຜູ້ເຄາະຮ້າຍແມ່ນ ນາງ ດຸຄຸນຮີນ ໄບ ອາຍຸ 55 ປີ ໄດ້ຖືກກຸ່ມພີ່ນ້ອງຂອງຕົນເອງ ລວມ 12 ຄົນ ລຸມທຸບຕີຈົນເຖິງແກ່ຄວາມຕາຍ ຍ້ອນເຊື່ອວ່ານາງເປັນສາເຫດເຮັດໃຫ້ລູກຊາຍຂອງ ທ້າວ ນາກຸນ ປາເທ ຜູ້ທີ່ເປັນນ້ອງເຂີຍຈົນເປັນໄຂ້ລົ້ມປ່ວຍລົງ ດ້ວຍການເສກມົນດຳ. ແຫລ່ງຂ່າວໄດ້ເຜີຍວ່າ ບັນດາພີ່ນ້ອງໄດ້ບຸກເຂົ້າມາຈັບຕົວຜູ້ເຄາະຮ້າຍດັ່ງກ່າວ ໃນຄືນວັນທີ 25 ຕຸລາ 2014 ແລ້ວລາກ ນາງອອກໄປທີ່ລານໜ້າເຮືອນ ຈັບນາງຖອດເສື້ອຜ້າອອກ ແລ້ວເອົາໝາກເຜັດຍັດໃສ່ປາກ, ຮູດັງ ແລະ ຊ່ອງຄອດຂອງ ນາງໄວ້, ຫລັງຈາກນັ້ນ ພວກເຂົາກໍໄດ້ລຸມເຕະ ແລະ ທຸບຕີນາງດ້ວຍໄມ້ ເຊິ່ງຊາວບ້ານສ່ວນໃຫຍ່ກໍພາກັນຢືນເບິ່ງ ແຕ່ກໍ ບໍ່ມີໃຜເຂົ້າມາຫ້າມ ຫລື ຊ່ວຍເຫລືອເລີຍ. ນາງ ດຸຄຸນຮີນ ຖືກນຳຕົວສົ່ງໂຮງໝໍຢ່າງຮີບດ່ວນ ແຕ່ກໍບໍ່ສາມາດຊ່ວຍຊີວິດເອົາໄວ້ໄດ້, ສຳລັບບັນດາຜູ້ກໍ່ເຫດທັງ 12 ຄົນ ໄດ້ຖືກຕຳຫລວດກັກຕົວໄວ້ໄດ້ໝົດໃນມື້ຖັດມາ. ທັງນີ້ ໃນລັດສັດຕິສະຄອນ ໄດ້ມີກົດໝາຍລົງໂທດຜູ້ກະທຳການລ່າແມ່ມົດໄວ້ສູງ ເຖິງແມ່ນວ່າຈະມີການກ່າວຫາວ່າຜູ້ຍິງ ເປັນແມ່ມົດ ກໍຈະມີໂທດຈຳຄຸກສູງສຸດເຖິງ 3 ປີ, ແຕ່ເຫດການທຳນອງນີ້ ກໍຍັງຄົງເກີດຂຶ້ນຢູ່ທຸກໆປີ ໂດຍສະເພາະໃນເຂດ ພື້ນທີ່ຊົນນະບົດຂອງປະເທດ ເຊິ່ງສ່ວນໃຫຍ່ແມ່ໝ້າຍ ມັກຈະຕົກເປັນເປົ້າຂອງການລ່າແມ່ມົດຫລາຍທີ່ສຸດ.
ຂ່າວຕ່າງປະເທດ
2014-10-28T11:50:43+00:00
https://laopost.com/?p=12728
ຈີນເຕືອນ ພ້ອມສັ່ງຫ້າມຈຳໜ່າຍເຄື່ອງດື່ມຄ້າຍຄືເລືອດ
ວັນທີ 15 ກໍລະກົດ ຜ່ານມານີ້ ເວັບໄຊ ຊັ່ງໄຫ່ອິສ ມີລາຍງານວ່າ ສຳນັກງານອາຫານ ແລະ ຢາຂອງຈີນໄດ້ອອກມາເຕືອນ ປະຊາຊົນ ກ່ຽວກັບການຊື້ເຄື່ອງດື່ມເລືອດຈຳລອງ ເຊິ່ງກຳລັງເປັນທີ່ຍອດຮິດພາຍໃນກຸ່ມໄວໜຸ່ມ ຢູ່ໃນຂະນະນີ້ ໂດຍຊີ້ ບອກວ່າ ເຄື່ອງດື່ມໃນຖົງເລືອດ ທີ່ມີການຈັດຈຳໜ່າຍຜ່ານຮ້ານຄ້າອອນລາຍຊື່ ” Vampire Blood Drink ” ຫຼື ” Blood Energy Supply ” ນັ້ນ ເປັນເຄື່ອງດື່ມທີ່ບໍ່ຜ່ານການກວດສອບຂອງສຳນັກງານອາຫານ ແລະ ຢາ, ທັງນີ້ອາດມີການຕິດ ສະຫຼາກປອມ ເຊິ່ງໃນຂະນະນີ້ ທາງສຳນັກງານກໍໄດ້ສັ່ງຫ້າມຈຳໜ່າຍເຄື່ອງດື່ມດັ່ງກ່າວ ຜ່ານຊ່ອງທາງອອນລາຍແລ້ວ ລວມທັງໃຫ້ມີການກວດສອບ ຜູ້ຈັດຈຳໜ່າຍຢ່າງເຄັ່ງຄັດອີກດ້ວຍ. ໂດຍເນື່ອງຈາກ ເຄື່ອງດື່ມໃນຖົງເລືອດດັ່ງກ່າວ ກາຍມາເປັນທີ່ນິຍົມພາຍໃນກຸ່ມໄວໜຸ່ມຊາວຈີນຈາກກະແສລະຄອນ ຊີຣີເລື່ອງ ” Vampire Diaries ” ກຳລັງໄດ້ຮັບການນິຍົມສູງໃນຈີນ ຈົນເຮັດໃຫ້ມີຮ້ານຄ້າຫົວໃສອອກໄອເດຍນຳເຄື່ອງ ດື່ມສີແດງ ທີ່ຮຽນແບບເລືອດ ມາໃສ່ຖົງເລືອດທີ່ມີປ້າຍບອກກຣຸບເລືອດ ເອ ບີ ແລະ ໂອ ເພື່ອວາງຈຳໜ່າຍແກ່ໄວລຸ້ນ ທີ່ຢາກລິ້ມລອງລົດຊາດການເປັນ ແວັມພາຍ ດູດເລືອດສົດໆນັ້ນເອງ.
ຂ່າວຕ່າງປະເທດ
2014-07-17T14:25:46+00:00
https://laopost.com/?p=7347
ລົດເມຕົກເຫວ ເຂດພູເກົ້າຫຼັກ ເສຍຊີວິດ 7 ບາດເຈັບ 20
ເວລາປະມານ 11:30 ໂມງ ຂອງວັນທີ 25 ກຸມພາ 2018 ໄດ້ເກີດເຫດລົດເມ 2 ຊັ້ນ ຄີວ ຜົ້ງສາລີ-ນະຄອນຫຼວງວຽງຈັນ ເກີດອຸປະຕິເຫດເບກແຕກ, ໂຊເຟີບໍ່ສາມາດຄຸມລົດໃຫ້ຢຸດຈອດລານຈອດລົດໄດ້ ຈຶ່ງເຮັດໃຫ້ລົດຕົກເຫວ, ເຊິ່ງລົດດັ່ງກ່າວມີຜູ້ໂດຍສານທັງໝົດ 27 ຄົນ (ລວມທັງໂຊເຟີ) ໃນນັ້ນ ເສຍຊີວິດຄາທີ່ 7 ຄົນ ເປັນຜູ້ຍິງ 3 ຄົນ ແລະ ບາດເຈັບ 20 ຄົນ (ສາຫັດ 8 ຄົນ). ເຈົ້າໜ້າທີ່ໄດ້ຊ່ວຍກັບເກັບກູ້ ແລະ ຊ່ວຍເຫຼືອຄົນເຈັບ ຂຶ້ນຈາກເຫວ ແລ້ວນຳສົ່ງໂຮງໝໍ 150 ຕຽງໃນຕອນບ່າຍຂອງວັນທີ 26 ກຸມພາ 2018 ໂດຍໃຊ້ຍົນເຮລີຄັອບເຕີ ຊ່ວຍບິນໄປຮັບຄົນເຈັບ. ແຫລ່ງຂ່າວ: ມະຫາຊົນ
ຂ່າວທ້ອງຖິ່ນ
2018-02-27T09:48:19+00:00
https://laopost.com/?p=99629
ອັງກິດກຽມຍົກເລີກ ເງິນໃບ 5 ປອນແບບເກົ່າ ໃນເດືອນພຶດສະພານີ້
ເວັບໄຊເມໂທຣ ລາຍງານເມື່ອວັນທີ 27 ມີນາ 2017 ຜ່ານມາວ່າ ທະນາຄານກາງອັງກິດ ກຽມຍົກເລີກການໃຊ້ງານເງິນໃບ 5 ປອນແບບເກົ່າ ໃນວັນທີ 5 ພຶດສະພານີ້ ການຖະແຫຼງຂ່າວ ຂອງທະນາຄານອັງກິດບອກວ່າ ເງິນໃບ 5 ປອນແບບເກົ່າ ຈະສາມາດໃຊ້ຊຳລະໜີ້ ຕາມກົດໝາຍໄດ້ຈົນເຖິງວັນທີ 5 ພຶດສະພາ 2017 ນີ້, ທະນາຄານອັງກິດ ຈະປ່ຽນເງິນດັ່ງກ່າວທີ່ເປັນເຈ້ຍ ໄປໃຊ້ເງິນແບບໃໝ່ທີ່ຜະລິດຈາກໂພລີເມີທີ່ສະອາດ ປອດໄພ ແລະທົນທານຫຼາຍກວ່າ ເຊິ່ງຈະເພີ່ມການປ້ອງກັນການປອມແປງ ແລະເພີ່ມຄຸນນະພາບຂອງເງິນ ທີ່ໝູນວຽນໃນຕະຫຼາດ, ເຊິ່ງທະນາຄານອັງກິດເຄີຍປະກາດໃນເດືອນມັງກອນ 2017 ຜ່ານມາວ່າ ເງິນແບບໃໝ່ຈະທົດແທນ ເງິນແບບເກົ່າ ທີ່ໝູນວຽນໃນຕະຫຼາດໄດ້ເຄິ່ງໜຶ່ງ ທັງນີ້ ທະນາຄານອັງກິດຕຽມປ່ອຍເງິນໂພລີເມີ ໃບ 10 ປອນແບບໃໝ່ ໃນເດືອນກັນຍານີ້, ໃນຂະນະທີ່ໃບ 20 ປອນແບບໃໝ່ ກຽມອອກສູ່ຕະຫຼາດກ່ອນປີ 2020, ສ່ວນຫຼຽນ 1 ປອນແບບໃໝ່ ກຽມອອກໃນວັນທີ 28 ມີນານີ້
ຂ່າວຕ່າງປະເທດ
2017-03-28T09:58:25+00:00
https://laopost.com/?p=87638
ພິທີທຳລາຍສິນຄ້າປອມແປງ ແລະ ສິນຄ້າລະເມີດເຄື່ອງໝາຍການຄ້າ
ໃນວັນທີ 10 ມິຖຸນາ 2023 ເວລາ 14:15 ໂມງ ໄດ້ມີພິທີທໍາລາຍສິນຄ້າປອມແປງ, ລອກຮຽນແບບ ແລະ ລະເມີດເຄື່ອງໝາຍການຄ້າ ທັງບໍ່ຮັບປະກັນຄຸນນະພາບປະເພດສິນຄ້ານໍ້າມັນເຄື່ອງ ແລະ ນໍ້າມັນເກຶອ ຍີ່ຫໍ້ ກາຊ້າງ, ທີ່ໂຮງງານກັ່ນນໍ້າມັນເຕົາພັນເພັດ ຫຼັກ 33 ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນຈັນ ລໍວັນໄຊ ຮອງຫົວໜ້າກົມການຄ້າພາຍໃນ, ມີຕາງໜ້າຫ້ອງການ, ກົມກວດກາ, ກົມຊັບສິນທາງປັນຍາ, ກົມມາດຕະຖານ ແລະ ວັດແທກ ແລະ ພະແນກກ່ຽວຂ້ອງຂອງກົມການຄ້າພາຍໃນ. ນອກນີ້ຍັງມີ ກົມຕໍາຫຼວດເສດຖະກິດ, ກົມຕໍາຫຼວດສິ່ງແວດລ້ອມ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງໄຊທານີ ແລະ ຕາງໜ້າເຈົ້າຂອງເຄື່ອງໝາຍການຄ້າ ທີ່ໄດ້ຮັບການຈົດທະບຽນຖືກຕ້ອງຕາມກົດໝາດຂອງ ສປປ ລາວ ເຂົ້າຮ່ວມ. ປະຕິບັດຕາມແຜນວຽກປະຈໍາປີ ຂອງກົມການຄ້າພາຍໃນ ກ່ຽວກັບວຽກງານກວດກາການຄ້າ ໃນການຂື້ນແຜນວຽກປົກກະຕິ, ຕາມການສະເໜີຂອງບໍລິສັດ ທີລລິກິ ແອນ ກິບບິນສ ລາວ ຈໍາກັດ ແລະ ເພື່ອເປັນການປັກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຜູ້ຊົມໃຊ້, ທັງເປັນການປົກປ້ອງສິດຂອງເຈົ້າຂອງຊັບສິນທາງປັນຍາທີ່ໄດ້ຈົດທະບຽນຖືກຕ້ອງ ຢູ່ ສປປ ລາວ. ໃນເດືອນ ພຶດສະພາ 2023 ບັນດາເຈົ້າໜ້າທີ່ ໄດ້ລົງເຄື່ອນໄຫວຕິດຕາມກວດກາເປົ້າໝາຍການນໍາເຂົ້າ ແລະ ຈໍາໜ່າບສິນຄ້າປອມແປງ, ລອກຮຽນແບບ, ລະເມີດເຄື່ອງໝາຍການຄ້າ ປະເພດນໍ້າມັນເຄື່ອງ ແລະ ນໍ້າມັນເກຍ ຍີ່ຫໍ້ກາຊ້າງ ຈໍານວນ 6.864 ຕຸກ ມີມູນຄ່າຫຼາຍຮ້ອຍກວ່າລ້ານກີບ, ສິນຄ້າດັ່ງກ່າວໄດ້ຍຶດມາຈາກແຂວງຈໍາປາສັກ ເພື່ອທໍາລາຍ. ພ້ອມຍັງຈະສືບຕໍ່ຊອກແຫຼ່ງຂ່າວ, ແຫຼ່ງທີ່ມາ, ແຫຼ່ງຈໍາໜ່າຍສິນຄ້າປະເພດດັ່ງກ່າວ ແລະ ປະເພດອຶ່ນທີ່ມີການປອມແປງ, ຮຽນແບບ ແລະ ລະເມີດຊັບສິນທາງປັນຍາ ຢ່າງເປັນປະຈໍາ ນີ້ກໍໍເພື່່ອເປັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ຊົມໃຊ້ໃຫ້ໄດ້ຮັບຄວາມຍຸດຕິທໍາ ແລະ ຫັນຫົວໜ້າທຸລະກິດເຂົ້າສູ່ລະບຽບກົດໝາຍ ພ້ອມທັງເປັນການຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດທີ່ດໍາເນີນທຸລະກິດຖືກຕ້ອງຕາມລະບຽບກົດໝາຍ. ພ້ອມນີ້ ກໍຮຽກຮ້ອງມາຍັງທົ່ວສັງຄົມ ທັງພາກລັດ ແລະ ພາກເອກະຊົນ ລວມທັງປວງຊົນລາວທັງຊາດ ຈົ່ງຊ່ວຍກັນປົກປ້ອງສິດຜົນປະໂຫຍດຂອງຕົນ ໂດຍບໍ່ປົກປ້ອງສິດຜູ້ກະທໍາຜິດ ແລະ ບໍ່ຊົມໃຊ້ສິນຄ້າມີແຫຼ່ງທີ່ມາບໍ່ຈະແຈ້ງ ເພາະມັນອາດເຮັດໃຫ້ພາຫະນະ ອຸປະກອນ ເຄື່ອງໃຊ້ຂອງທ່ານເປ່ເຟໄວຂື້ນ ກໍໃຫ້ເກີດຄວາມເສຍຫາຍດ້ານຊັບສິນຂອງທ່ານ ແລະ ຂອງສ່ວນລວມ. ແຫຼ່ງຂ່າວ ກະຊວງອຸດສາຫະກຳ ແລະ ການຄ້າ
ຂ່າວພາຍໃນ
2023-06-12T13:37:53+00:00
https://laopost.com/?p=145209